ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

ການ​ຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ

ການ​ຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ

ຕອນ​ຂ້ອຍ​ຍັງ​ນ້ອຍ ການ​ປະກາດ​ເປັນ​ເລື່ອງ​ທີ່​ຍາກ​ຫຼາຍ​ສຳລັບ​ຂ້ອຍ. ເມື່ອ​ໃຫຍ່​ຂຶ້ນ​ຂ້ອຍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ຂ້ອຍ​ຄິດ​ວ່າ​ເຮັດ​ບໍ່​ໄດ້. ບັດ​ນີ້​ຂ້ອຍ​ຊິ​ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ຕົວຢ່າງ​ທີ່​ດີ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ແລະ​ມີ​ຄວາມ​ສຸກ​ກັບ​ພອນ​ຫຼາຍ​ຢ່າງ​ໃນ​ໄລຍະ 58 ປີ​ທີ່​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ.

ຂ້ອຍ​ເກີດ​ຢູ່​ເມືອງ​ເກເບັກ ແຂວງ​ເກເບັກ​ປະເທດ​ການາດາ​ເຊິ່ງ​ປະຊາຊົນ​ເວົ້າ​ພາສາ​ຝຣັ່ງ. ພໍ່​ຂ້ອຍ​ຊື່​ລຸຍ ແມ່​ຂ້ອຍ​ຊື່​ເຊ​ເລຍ ຂ້ອຍ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ອົບອຸ່ນ​ແລະ​ຮັກ​ກັນ. ພໍ່​ຂ້ອຍ​ເປັນ​ຄົນ​ຂີ້​ອາຍ​ແລະ​ແມ່​ມັກ​ອ່ານ​ໜັງສື. ຂ້ອຍ​ມັກ​ໃນ​ການ​ຂຽນ​ແລະ​ໃຝ່​ຝັນ​ວ່າ​ມື້​ໜຶ່ງ​ຂ້ອຍ​ຈະ​ເປັນ​ນັກ​ຂ່າວ.

ຕອນ​ຂ້ອຍ​ອາຍຸ 12 ປີ ຜູ້​ໜຶ່ງ​ທີ່​ເຮັດ​ວຽກ​ນຳ​ກັນ​ກັບ​ພໍ່​ຊື່ ໂຣດັອບ ຊູຊີ​ແລະ​ໝູ່​ຂອງ​ລາວ​ອີກ​ຄົນ​ໜຶ່ງ​ໄດ້​ມາ​ຢາມ​ເຮືອນ​ເຮົາ. ພວກ​ເຂົາ​ເປັນ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ບໍ່​ຄ່ອຍ​ຮູ້​ກ່ຽວ​ກັບ​ເລື່ອງ​ຂອງ​ພະຍານ​ພະ​ເຢໂຫວາ ແລະ​ບໍ່​ໄດ້​ຢາກ​ຮູ້​ວ່າ​ພວກ​ເຂົາ​ເຊື່ອ​ຫຍັງ. ແຕ່​ຂ້ອຍ​ມັກ​ທີ່​ພວກ​ເຂົາ​ໃຊ້​ຄຳພີ​ໄບເບິນ​ຕອບ​ຄຳຖາມ​ຢ່າງ​ມີ​ເຫດຜົນ. ພໍ່​ແມ່​ຂອງ​ຂ້ອຍ​ກໍ​ຮູ້ສຶກ​ປະທັບ​ໃຈ​ແລະ​ໄດ້​ຕົກ​ລົງ​ສຶກສາ​ຄຳພີ​ໄບເບິນ.

ຕອນ​ນັ້ນ​ຂ້ອຍ​ເຂົ້າ​ໂຮງ​ຮຽນ​ສາສະໜາ​ກາໂຕລິກ. ມີ​ເທື່ອ​ໜຶ່ງ​ຂ້ອຍ​ໄດ້​ລົມ​ກັບ​ໝູ່​ກ່ຽວ​ກັບ​ເລື່ອງ​ທີ່​ຂ້ອຍ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ. ພໍ​ດີ​ອາຈານ​ຫຼາຍ​ຄົນ​ຢູ່​ໂຮງ​ຮຽນ​ເຊິ່ງ​ເປັນ​ຄຸນ​ພໍ່​ມາ​ໄດ້​ຍິນ ແທນ​ທີ່​ພວກ​ເຂົາ​ຈະ​ໃຊ້​ຄຳພີ​ໄບເບິນ​ພິສູດ​ວ່າ​ສິ່ງ​ທີ່​ຂ້ອຍ​ລົມ​ກັບ​ໝູ່​ບໍ່​ຖືກຕ້ອງ ອາຈານ​ຄົນ​ໜຶ່ງ​ພັດ​ເວົ້າ​ປະ​ນາມ​ຂ້ອຍ​ຕໍ່​ໜ້າ​ໝູ່​ທຸກ​ຄົນ​ໃນ​ຫ້ອງ​ຮຽນ​ວ່າ​ເປັນ​ຄົນ​ຫົວ​ດື້! ສະຖານະການ​ຕອນ​ນັ້ນ​ຕຶງ​ຄຽດ​ຫຼາຍ ແຕ່​ກໍ​ມີ​ຜົນ​ດີ​ເພາະ​ມັນ​ຊ່ວຍ​ໃຫ້​ຂ້ອຍ​ເຫັນ​ວ່າ​ຄຳ​ສອນ​ສາສະໜາ​ທີ່​ໂຮງ​ຮຽນ​ສອນ​ນັ້ນ​ບໍ່​ເປັນ​ໄປ​ຕາມ​ຄຳພີ​ໄບເບິນ. ຂ້ອຍ​ຮູ້​ວ່າ​ຂ້ອຍ​ບໍ່​ຄວນ​ຢູ່​ໂຮງ​ຮຽນ​ນັ້ນ​ຕໍ່​ໄປ. ພໍ່​ແມ່​ຂ້ອຍ​ກໍ​ເຫັນ​ດີ ຂ້ອຍ​ກໍ​ເລີຍ​ຍ້າຍ​ໂຮງ​ຮຽນ.

ຮຽນ​ຮູ້​ທີ່​ຈະ​ຮັກ​ວຽກ​ປະກາດ

ຂ້ອຍ​ຍັງ​ສືບ​ຕໍ່​ສຶກສາ​ຄຳພີ​ໄບເບິນ ແຕ່​ຂ້ອຍ​ກ້າວ​ໜ້າ​ຊ້າ​ຫຼາຍ​ເພາະ​ຂ້ອຍ​ຢ້ານ​ທີ່​ຈະ​ໄປ​ປະກາດ​ຕາມ​ເຮືອນ. ຕອນ​ນັ້ນ​ສາສະໜາ​ກາໂຕລິກ​ມີ​ອິດທິພົນ​ຫຼາຍ​ແລະ​ໄດ້​ຕໍ່​ຕ້ານ​ວຽກ​ປະກາດ​ຂອງ​ເຮົາ. ມໍຣິດສ໌ ດູເປລຊິດ​ເຊິ່ງ​ເປັນ​ເຈົ້າ​ແຂວງ​ເກເບັກ​ໄດ້​ມີ​ຄວາມ​ສຳພັນ​ທາງ​ການ​ເມືອງ​ຢ່າງ​ແໜ້ນແຟ້ນ​ກັບ​ສາສະໜາ​ກາໂຕລິກ. ລາວ​ໄດ້​ສົ່ງເສີມ​ໃຫ້​ພວກ​ຕໍ່​ຕ້ານ​ກໍ່​ກວນ​ແລະ​ໂຈມຕີ​ພະຍານ​ພະ​ເຢໂຫວາ. ຕອນ​ນັ້ນ​ພະຍານ​ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ກ້າຫານ​ຫຼາຍ​ແທ້ໆທີ່​ຈະ​ປະກາດ.

ມີ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ໄດ້ ລາວ​ຊື່ ຈອນ ເຣ ລາວ​ຈົບ​ມາ​ຈາກ​ໂຮງ​ຮຽນ​ກິລຽດ​ລຸ້ນ​ທີ 9. ລາວ​ມີ​ປະສົບການ​ຫຼາຍ ເປັນ​ຄົນ​ຖ່ອມ​ຕົວ ອ່ອນ​ໂຍນ ແລະ​ເຂົ້າ​ຫາ​ໄດ້​ງ່າຍ. ລາວ​ບໍ່​ຄ່ອຍ​ມາ​ແນະນຳ​ຂ້ອຍ​ແບບ​ກົງໆ ແຕ່​ຕົວຢ່າງ​ທີ່​ດີ​ຂອງ​ລາວ​ມີ​ຜົນ​ຕໍ່​ຂ້ອຍ​ຫຼາຍ. ຈອນ​ພະຍາຍາມ​ຝຶກ​ເວົ້າ​ພາສາ​ຝຣັ່ງ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ໄປ​ປະກາດ​ກັບ​ລາວ​ເລື້ອຍໆເພື່ອ​ຊ່ວຍ​ລາວ​ໃນ​ເລື່ອງ​ນີ້. ການ​ໃຊ້​ເວລາ​ກັບ​ຈອນ​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຈິງ​ເອົາ​ຈັງ​ແລະ​ຕັດສິນ​ໃຈ​ຮັບໃຊ້​ພະ​ເຢໂຫວາ. ຫຼັງ​ຈາກ​ເວລາ​ຜ່ານ​ໄປ 10 ປີ​ທີ່​ໄດ້​ພົບ​ກັບ​ພະຍານ​ພະ​ເຢໂຫວາ ຂ້ອຍ​ກໍ​ຮັບ​ບັບເຕມາ​ວັນ​ທີ 26 ພຶດສະພາ 1951.

ຕົວຢ່າງ​ທີ່​ດີ​ຂອງ​ຈອນ ເຣ (ກ) ຊ່ວຍ​ຂ້ອຍ (ຂ) ເອົາ​ຊະນະ​ຄວາມ​ຢ້ານ​ທີ່​ຈະ​ໄປ​ປະກາດ​ຕາມ​ເຮືອນ

ໃນ​ປະຊາຄົມ​ນ້ອຍໆຂອງ​ເຮົາ​ໃນ​ເມືອງ​ເກເບັກ ພີ່ນ້ອງ​ສ່ວນ​ຫຼາຍ​ເປັນ​ໄພໂອເນຍ. ພວກ​ເຂົາ​ເປັນ​ແຮງ​ກະຕຸ້ນ​ທີ່​ເຮັດ​ໃຫ້​ຂ້ອຍ​ເປັນ​ໄພໂອເນຍ​ນຳ. ຕອນ​ນັ້ນ ເວລາ​ທີ່​ໄປ​ປະກາດ​ຕາມ​ເຮືອນ ພວກ​ເຮົາ​ໃຊ້​ແຕ່​ຄຳພີ​ໄບເບິນ. ເນື່ອງ​ຈາກ​ບໍ່​ມີ​ປຶ້ມ​ອື່ນໆທີ່​ຊ່ວຍ ເຮົາ​ຈຶ່ງ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ໃຫ້​ເກັ່ງ​ຂຶ້ນ. ຂ້ອຍ​ຈຶ່ງ​ພະຍາຍາມ​ລຶ້ງ​ເຄີຍ​ກັບ​ຂໍ້​ຄຳພີ​ຕ່າງໆທີ່​ໃຊ້​ເພື່ອ​ອະທິບາຍ​ຄວາມ​ຈິງ. ແຕ່​ຫຼາຍ​ຄົນ​ກໍ​ບໍ່​ຢາກ​ອ່ານ​ຄຳພີ​ໄບເບິນ​ຖ້າ​ບໍ່​ແມ່ນ​ສະບັບ​ທີ່​ຮັບຮອງ​ໂດຍ​ສາສະໜາ​ກາໂຕລິກ.

ໃນ​ປີ 1952 ຂ້ອຍ​ໄດ້​ແຕ່ງ​ດອງ​ກັບ​ຊີໂມນ ພາທຣີ ລາວ​ເປັນ​ພີ່ນ້ອງ​ຍິງ​ທີ່​ສັດ​ຊື່​ເຊິ່ງ​ຢູ່​ປະຊາຄົມ​ດຽວ​ກັນ​ກັບ​ຂ້ອຍ​ໃນ​ເມືອງ​ເກເບັກ. ເຮົາ​ຍ້າຍ​ໄປ​ເມືອງ​ມອນທຣີອໍ ແລະ​ພາຍ​ໃນ 1 ປີ​ຫຼັງ​ແຕ່ງ​ດອງ ພະເຈົ້າ​ກໍ​ອວຍ​ພອນ​ໃຫ້​ເຮົາ​ມີ​ລູກ​ສາວ​ຄົນ​ໜຶ່ງ​ຊື່ ລິດສ໌. ເຖິງ​ວ່າ​ກ່ອນ​ແຕ່ງ​ດອງ​ຂ້ອຍ​ຕ້ອງ​ເຊົາ​ເປັນ​ໄພໂອເນຍ​ໄລຍະ​ໜຶ່ງ ແຕ່​ຂ້ອຍ​ກັບ​ຊີໂມນ​ກໍ​ພະຍາຍາມ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ເພື່ອ​ເຮົາ​ທັງ​ຄອບຄົວ​ຈະ​ສາມາດ​ຮ່ວມ​ກິດຈະກຳ​ກັບ​ປະຊາຄົມ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

ຫຼັງ​ຈາກ 10 ປີ​ຜ່ານ​ໄປ​ຂ້ອຍ​ກໍ​ເລີ່ມ​ຄິດ​ຢ່າງ​ຈິງ​ຈັງ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ການ​ເປັນ​ໄພໂອເນຍ. ໃນ​ປີ 1962 ຕອນ​ທີ່​ຂ້ອຍ​ເຂົ້າ​ໂຮງ​ຮຽນ​ພະ​ລາຊະກິດ​ຫຼັກ​ສູດ​ໜຶ່ງ​ເດືອນ​ສຳລັບ​ຜູ້​ດູ​ແລ​ເຊິ່ງ​ຈັດ​ຂຶ້ນ​ຢູ່​ເບເທນ ປະເທດ​ການາດາ ຂ້ອຍ​ໄດ້​ພັກ​ຫ້ອງ​ດຽວ​ກັບ​ພີ່ນ້ອງ ກາມີນ ວາເລັດ. ຂ້ອຍ​ປະທັບ​ໃຈ​ຄວາມ​ຫ້າວຫັນ​ທີ່​ລາວ​ມີ​ຕໍ່​ວຽກ​ປະກາດ​ເພາະ​ລາວ​ກໍ​ແຕ່ງ​ດອງ​ແລະ​ມີ​ລູກ​ແລ້ວ. ໃນ​ຕອນ​ນັ້ນ​ເກືອບ​ຈະ​ບໍ່​ມີ​ພີ່ນ້ອງ​ຈັກ​ຄົນ​ໃນ​ເກເບັກ​ທີ່​ທັງ​ເປັນ​ໄພໂອເນຍ​ແລະ​ລ້ຽງ​ລູກ​ໄປ​ນຳ ແຕ່​ກາມີນ​ກໍ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ແບບ​ນັ້ນ. ໃນ​ໄລຍະ​ທີ່​ຢູ່​ນຳ​ກັນ ລາວ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ເຖິງ​ສະພາບການ​ຂອງ​ຕົວ​ເອງ. ຫຼັງ​ຈາກ​ບໍ່​ເທົ່າ​ໃດ​ເດືອນ ຂ້ອຍ​ກໍ​ເຫັນ​ວ່າ​ຕົວ​ເອງ​ສາມາດ​ເປັນ​ໄພໂອເນຍ​ປະຈຳ​ໄດ້​ອີກ​ເທື່ອ​ໜຶ່ງ. ບາງ​ຄົນ​ກໍ​ເວົ້າ​ທຳນອງ​ວ່າ ຂ້ອຍ​ຄິດ​ດີ​ລະ​ຫວາ​ທີ່​ຈະ​ເຮັດ​ແບບ​ນັ້ນ ແຕ່​ຂ້ອຍ​ກໍ​ຍັງ​ກ້າວ​ຕໍ່​ໄປ​ເພາະ​ຂ້ອຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ຂ້ອຍ​ທີ່​ຢາກ​ປະກາດ​ໃຫ້​ຫຼາຍ​ຂຶ້ນ.

ກັບ​ມາ​ເມືອງ​ເກເບັກ​ໃນ​ຖານະ​ໄພໂອເນຍ​ພິເສດ

ໃນ​ປີ 1964 ຂ້ອຍ​ກັບ​ຊີໂມນ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ແລະ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຢູ່​ເມືອງ​ເກເບັກ​ເຊິ່ງ​ເປັນ​ບ້ານ​ເກີດ​ຂອງ​ເຮົາ​ສອງ​ຄົນ ເຮົາ​ໄດ້​ຮັບໃຊ້​ຢູ່​ຫັ້ນ​ອີກ​ສອງ​ສາມ​ປີ. ເມື່ອ​ເວລາ​ຜ່ານ​ໄປ ການ​ຕໍ່​ຕ້ານ​ກໍ​ບໍ່​ມີ​ຫຼາຍ​ຄື​ແຕ່​ກ່ອນ ແຕ່​ບາງ​ຄົນ​ກໍ​ຍັງ​ຕໍ່​ຕ້ານ​ເຮົາ​ຢູ່.

ໃນ​ມື້​ໜຶ່ງ​ເຊິ່ງ​ເປັນ​ວັນ​ເສົາ​ຕອນ​ບ່າຍ ຂ້ອຍ​ໄດ້​ຖືກ​ຕຳຫຼວດ​ຈັບ​ຢູ່​ເມືອງ​ແຊນ-ມາຣີ​ເຊິ່ງ​ເປັນ​ເມືອງ​ນ້ອຍໆທີ່​ບໍ່​ໄກ​ຈາກ​ເກເບັກ. ຕຳຫຼວດ​ໄດ້​ເອົາ​ຂ້ອຍ​ໄປ​ຫ້ອງ​ການ​ຕຳຫຼວດ​ແລະ​ກັກ​ຂັງ​ຂ້ອຍ​ໄວ້​ໃນ​ຂໍ້​ຫາ​ປະກາດ​ຕາມ​ເຮືອນ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ. ຈາກ​ນັ້ນ ລາວ​ກໍ​ພາ​ຂ້ອຍ​ໄປ​ຫາ​ຜູ້​ພິ​ພາສາ​ຄົນ​ໜຶ່ງ​ຊື່ ບາ​ຢາ​ຊົງ​ເຊິ່ງ​ເບິ່ງ​ເປັນ​ຕາ​ຢ້ານ​ຫຼາຍ. ກ່ອນ​ຂຶ້ນ​ສານ ຜູ້​ພິພາກສາ​ຄົນ​ນີ້​ຖາມ​ຂ້ອຍ​ວ່າ ໃຜ​ຈະ​ເປັນ​ທະນາຍ​ໃຫ້​ເຈົ້າ ຂ້ອຍ​ຕອບ​ລາວ​ວ່າ​ເປັນ ພີ່ນ້ອງ​ເກລນ ຮາວ * ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ເຊິ່ງ​ເປັນ​ທະນາຍ​ທີ່​ມີ​ຊື່ສຽງ ແລ້ວ​ລາວ​ກໍ​ຕົກໃຈ​ແລະ​ຮ້ອງ​ຂຶ້ນ​ວ່າ: “ໂອ້ຍ ຕາຍ​ແລ້ວ! ລາວ​ຫວາ!” ເກລນ ຮາວ​ມີ​ຊື່ສຽງ​ວ່າ​ໄດ້​ຊ່ວຍ​ພະຍານ​ພະ​ເຢໂຫວາ​ຊະນະ​ຄະດີ​ມາ​ຫຼາຍ​ເທື່ອ​ແລ້ວ. ຈາກ​ນັ້ນ​ບໍ່​ດົນ ສານ​ກໍ​ແຈ້ງ​ມາ​ວ່າ​ຂໍ້​ກ່າວ​ຫາ​ຂອງ​ຂ້ອຍ​ຖືກ​ຍົກ​ເລີກ​ແລ້ວ.

ການ​ຕໍ່​ຕ້ານ​ໃນ​ເກເບັກ​ເຮັດ​ໃຫ້​ຍາກ​ທີ່​ຈະ​ຊອກ​ຫາ​ບ່ອນ​ເຊົ່າ​ເພື່ອ​ປະຊຸມ​ນຳ​ກັນ. ປະຊາຄົມ​ນ້ອຍໆຂອງ​ເຮົາ​ຕ້ອງ​ປະຊຸມ​ຢູ່​ອູ່​ແປງ​ລົດ​ເກົ່າໆເຊິ່ງ​ບໍ່​ມີ​ເຄື່ອງ​ເຮັດ​ອາຍ​ອຸ່ນ ດັ່ງ​ນັ້ນ ພີ່ນ້ອງ​ກໍ​ເລີຍ​ເອົາ​ເຄື່ອງ​ນັ້ນ​ມາ​ເພື່ອ​ເຮັດ​ໃຫ້​ອຸ່ນ​ຂຶ້ນ​ຕອນ​ທີ່​ອາກາດ​ໜາວ​ຫຼາຍ. ກ່ອນ​ເລີ່ມ​ປະຊຸມ​ປະມານ 2-3 ຊົ່ວ​ໂມງ ເຮົາ​ມັກ​ຈະ​ມາ​ນັ່ງ​ອ້ອມ​ເຄື່ອງ​ເຮັດ​ອາຍ​ອຸ່ນ​ແລະ​ເລົ່າ​ປະສົບການ​ດີໆເພື່ອ​ໃຫ້​ກຳລັງ​ໃຈ​ກັນ.

ຂ້ອຍ​ມີ​ຄວາມ​ສຸກ​ແທ້ໆທີ່​ເຫັນ​ວ່າ​ວຽກ​ປະກາດ​ໄດ້​ກ້າວ​ໜ້າ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ. ໃນ​ຊຸມ​ປີ 1960 ທັງ​ຂົງ​ເຂດ​ເກິກ ນອດ ເມືອງ​ເກເບັກ​ແລະ​ແຫຼມ​ກັດສ໌ເປ ລວມ​ກັນ​ແລ້ວ​ກໍ​ມີ​ແຕ່​ປະຊາຄົມ​ນ້ອຍໆບໍ່​ເທົ່າ​ໃດ​ປະຊາຄົມ ແຕ່​ຕອນ​ນີ້​ມີ​ຫຼາຍ​ກວ່າ​ສອງ​ໝວດ​ແລະ​ພີ່ນ້ອງ​ກໍ​ມີ​ຫໍ​ປະຊຸມ​ທີ່​ສວຍ​ງາມ.

ໄດ້​ຮັບ​ເຊີນ​ໃຫ້​ເຮັດ​ວຽກ​ເດີນ​ໝວດ

ປີ 1977 ຂ້ອຍ​ເຂົ້າ​ຮ່ວມ​ການ​ປະຊຸມ​ສຳລັບ​ຜູ້​ດູ​ແລ​ເດີນ​ທາງ​ໃນ​ເມືອງ​ໂຕຣອນໂຕ ປະເທດ​ການາດາ

ຊີໂມນ​ແລະ​ຂ້ອຍ​ຖືກ​ເຊີນ​ໃຫ້​ເຮັດ​ວຽກ​ເດີນ​ໝວດ​ໃນ​ປີ 1970. ຈາກ​ນັ້ນ ໃນ​ປີ 1973 ຂ້ອຍ​ກໍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ດູ​ແລ​ພາກ. ຕະຫຼອດ​ເວລາ​ນັ້ນ ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ພີ່ນ້ອງ​ລໍຣີເອ ໂຊ​ມົວ * ກັບ​ພີ່ນ້ອງ​ເດວິດ ສະເປລນ *ເຊິ່ງ​ມີ​ປະສົບການ​ຫຼາຍ. ຕອນ​ນັ້ນ​ທັງ​ສອງ​ຄົນ​ເປັນ​ຜູ້​ແລ​ໝວດ ຫຼັງ​ຈາກ​ຈົບ​ການ​ປະຊຸມ​ໃຫຍ່​ແຕ່​ລະ​ເທື່ອ ພີ່ນ້ອງ​ເດວິດ ສະເປລນ​ແລະ​ຂ້ອຍ​ມັກ​ຈະ​ລົມ​ກັນ​ແລະ​ແນະນຳ​ກັນ​ວ່າ​ຈະ​ປັບ​ປຸງ​ການ​ສອນ​ຂອງ​ເຮົາ​ແນວ​ໃດ​ແດ່​ໃຫ້​ດີ​ຂຶ້ນ. ຂ້ອຍ​ຈື່​ໄດ້​ວ່າ​ມີ​ເທື່ອ​ໜຶ່ງ​ພີ່ນ້ອງ​ເດວິດ​ໄດ້​ບອກ​ຂ້ອຍ​ວ່າ: “ເລ​ອົງ ຂ້ອຍ​ມັກ​ຄຳ​ບັນລະຍາຍ​ສຸດ​ທ້າຍ​ຂອງ​ເຈົ້າ ເຈົ້າ​ບັນລະຍາຍ​ໄດ້​ດີ​ຫຼາຍ ແຕ່​ຂ້ອຍ​ຄິດ​ວ່າ​ເນື້ອ​ໃນ​ທີ່​ເຈົ້າ​ບັນລະຍາຍ​ນັ້ນ​ສາມາດ​ແບ່ງ​ບັນລະຍາຍ​ໄດ້​ອີກ​ຕັ້ງ 3 ເລື່ອງ!” ຂ້ອຍ​ມັກ​ໃສ່​ຂໍ້​ມູນ​ຫຼາຍ​ເກີນ​ໄປ​ໃນ​ຄຳ​ບັນລະຍາຍ. ຂ້ອຍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເຮັດ​ໃຫ້​ມັນ​ກະທັດຮັດ​ຫຼາຍ​ກວ່າ​ນີ້.

ຂ້ອຍ​ຮັບໃຊ້​ໃນ​ຫຼາຍ​ເມືອງ​ທາງ​ຕາເວັນ​ອອກ​ຂອງ​ການາດາ

ຜູ້​ດູ​ແລ​ພາກ​ມີ​ໜ້າ​ທີ່​ໃຫ້​ກຳລັງ​ໃຈ​ຜູ້​ດູ​ແລ​ໝວດ. ແຕ່​ພີ່ນ້ອງ​ຫຼາຍ​ຄົນ​ໃນ​ເກເບັກ​ຮູ້ຈັກ​ຂ້ອຍ​ດີ ເມື່ອ​ຂ້ອຍ​ໄປ​ຢາມ​ໝວດ​ໃດ ພີ່ນ້ອງ​ໃນ​ໝວດ​ນັ້ນ​ກໍ​ຢາກ​ໄປ​ປະກາດ​ກັບ​ຂ້ອຍ. ເຖິງ​ວ່າ​ການ​ໄປ​ປະກາດ​ກັບ​ພວກ​ເຂົາ​ຈະ​ມ່ວນ ແຕ່​ກໍ​ເຮັດ​ໃຫ້​ຂ້ອຍ​ບໍ່​ມີ​ເວລາ​ໃຫ້​ຜູ້​ດູ​ແລ​ໝວດ​ຢ່າງ​ເຕັມທີ. ມີ​ເທື່ອ​ໜຶ່ງ​ຜູ້​ດູ​ແລ​ໝວດ​ຄົນ​ໜຶ່ງ​ເຊິ່ງ​ຮັກ​ຂ້ອຍ​ຫຼາຍ​ມາ​ເຕືອນ​ຂ້ອຍ​ວ່າ: “ເປັນ​ເລື່ອງ​ທີ່​ດີ​ທີ່​ເຈົ້າ​ໃຫ້​ເວລາ​ກັບ​ພີ່ນ້ອງ ແຕ່​ຂໍ​ຢ່າ​ລືມ​ວ່າ​ອາທິດ​ນີ້​ເຈົ້າ​ມາ​ຢາມ​ຂ້ອຍ. ຂ້ອຍ​ກໍ​ຢາກ​ໄດ້​ກຳລັງ​ໃຈ​ຄື​ກັນ​ເດີ້!” ຄຳ​ເຕືອນ​ນີ້​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສົມດຸນ​ຫຼາຍ​ຂຶ້ນ.

ໃນ​ປີ 1976 ມີ​ເລື່ອງ​ທີ່​ເສົ້າໃຈ​ເກີດ​ຂຶ້ນ​ຢ່າງ​ບໍ່​ຄາດ​ຄິດ ຊີໂມນ​ເມຍ​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ໄດ້​ເຈັບ​ປ່ວຍ​ໜັກ​ແລະ​ຕາຍ​ຈາກ​ໄປ. ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ​ແລະ​ນ້ຳໃຈ​ເສຍ​ສະລະ​ຂອງ​ຊີໂມນ​ເຮັດ​ໃຫ້​ລາວ​ເປັນ​ຄູ່​ຄອງ​ທີ່​ດີ​ຫຼາຍ. ການ​ຫຍຸ້ງ​ຢູ່​ກັບ​ວຽກ​ຮັບໃຊ້​ເຮັດ​ໃຫ້​ຂ້ອຍ​ຜ່ານ​ຄວາມ​ໂສກ​ເສົ້າ​ຄັ້ງ​ນັ້ນ​ມາ​ໄດ້ ແລະ​ຂອບໃຈ​ພະ​ເຢໂຫວາ​ທີ່​ຊ່ວຍ​ຂ້ອຍ​ດ້ວຍ​ຄວາມ​ຮັກ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນັ້ນ. ຕໍ່​ມາ ຂ້ອຍ​ກໍ​ແຕ່ງ​ດອງ​ກັບ​ຄາໂຣລີນ ເອນ​ລຽດ ລາວ​ເປັນ​ໄພໂອເນຍ​ທີ່​ເວົ້າ​ພາສາ​ອັງກິດ​ເຊິ່ງ​ຍ້າຍ​ມາ​ຮັບໃຊ້​ໃນ​ເຂດ​ເກເບັກ​ທີ່​ຕ້ອງການ​ຜູ້​ປະກາດ. ຄາໂຣລີນ​ເປັນ​ຄົນ​ທີ່​ເຂົ້າ​ກັບ​ຄົນ​ໄດ້​ງ່າຍ​ແລະ​ສົນ​ໃຈ​ຄົນ​ອື່ນ​ແທ້ໆໂດຍ​ສະເພາະ​ກັບ​ຄົນ​ທີ່​ຂີ້​ອາຍ​ແລະ​ມັກ​ເຫງົາ. ລາວ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ​ອີ່ຫຼີ​ຕອນ​ທີ່​ເຮັດ​ວຽກ​ເດີນ​ໝວດ​ນຳ​ກັນ.

ປີ​ທີ່​ສຳຄັນ​ຫຼາຍ

ໃນ​ເດືອນ​ມັງກອນ ປີ 1978 ຂ້ອຍ​ໄດ້​ຮັບ​ເຊີນ​ໃຫ້​ເປັນ​ຜູ້​ສອນ​ໂຮງ​ຮຽນ​ໄພໂອເນຍ​ລຸ້ນ​ທຳອິດ​ຢູ່​ເກເບັກ. ຂ້ອຍ​ຮູ້ສຶກ​ກັງວົນ​ຫຼາຍ​ເພາະ​ໂຮງ​ຮຽນ​ນີ້​ເປັນ​ເລື່ອງ​ໃໝ່​ສຳລັບ​ຜູ້​ສອນ​ແລະ​ນັກ​ຮຽນ. ແຕ່​ດີ​ທີ່​ນັກ​ຮຽນ​ຫຼາຍ​ຄົນ​ໃນ​ລຸ້ນ​ນີ້​ເປັນ​ໄພໂອເນຍ​ທີ່​ມີ​ປະສົບການ. ເຖິງ​ແມ່ນ​ວ່າ​ຂ້ອຍ​ເປັນ​ຜູ້​ສອນ ຂ້ອຍ​ກໍ​ຍັງ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ພວກ​ເຂົາ.

ຕໍ່​ມາ​ໃນ​ປີ​ດຽວ​ກັນ ຢູ່​ສະ​ໜາມ​ກິລາ​ໂອແລັມປິກ​ເມືອງ​ມອນທຣີອໍ​ໄດ້​ມີ​ການ​ປະຊຸມ​ນານາ​ຊາດ “ຄວາມ​ເຊື່ອ​ທີ່​ມີ​ໄຊ” ເຊິ່ງ​ເປັນ​ການ​ປະຊຸມ​ໃຫຍ່​ທີ່​ສຸດ​ທີ່​ເຄີຍ​ຈັດ​ໃນ​ແຂວງ​ເກເບັກ. ການ​ປະຊຸມ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 80.000 ຄົນ. ຂ້ອຍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຢູ່​ໃນ​ພະແນກ​ບໍລິການ​ຂ່າວ. ຂ້ອຍ​ໄດ້​ລົມ​ກັບ​ສື່​ມວນ​ຊົນ​ຫຼາຍ​ຄົນ​ແລະ​ຕື່ນ​ເຕັ້ນ​ທີ່​ໄດ້​ເຫັນ​ສື່​ຕ່າງໆລາຍງານ​ຂ່າວ​ໃນ​ແງ່​ດີ. ມີ​ການ​ສຳ​ພາດ​ກ່ຽວ​ກັບ​ການ​ປະຊຸມ​ຄັ້ງ​ນີ້​ທາງ​ໂທລະພາບ​ແລະ​ວິທະຍຸ​ລວມ​ກັນ​ຫຼາຍ​ກວ່າ 20 ຊົ່ວ​ໂມງ ແລະ​ມີ​ການ​ລົງ​ບົດ​ຄວາມ​ກ່ຽວ​ກັບ​ການ​ປະຊຸມ​ນີ້​ຫຼາຍ​ຮ້ອຍ​ເທື່ອ. ນີ້​ເປັນ​ການ​ປະກາດ​ຄັ້ງ​ຍິ່ງໃຫຍ່​ແທ້ໆ!

ຍ້າຍ​ໄປ​ເຂດ​ໃໝ່

ຂ້ອຍ​ມີ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ປີ 1996. ຫຼັງ​ຈາກ​ຮັບໃຊ້​ໃນ​ເຂດ​ພາສາ​ຝຣັ່ງ​ໃນ​ເກເບັກ​ຕັ້ງ​ແຕ່​ຮັບ​ບັບເຕມາ ຂ້ອຍ​ກໍ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຍ້າຍ​ໄປ​ເປັນ​ຜູ້​ດູ​ແລ​ພາກ​ພາສາ​ອັງກິດ​ໃນ​ເມືອງ​ໂຕຣອນໂຕ. ຂ້ອຍ​ຮູ້ສຶກ​ຢ້ານ​ທີ່​ຈະ​ບັນລະຍາຍ ເພາະ​ຂ້ອຍ​ເວົ້າ​ພາສາ​ອັງກິດ​ບໍ່​ເກັ່ງ. ຂ້ອຍ​ຈຳເປັນ​ຕ້ອງ​ອະທິດຖານ​ຫຼາຍ​ຂຶ້ນ​ແລະ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ.

ເມື່ອ​ເບິ່ງ​ຄືນ​ຫຼັງ ຂ້ອຍ​ສາມາດ​ບອກ​ໄດ້​ວ່າ​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ໃນ 2 ປີ​ທີ່​ຂ້ອຍ​ຮັບໃຊ້​ຢູ່​ໂຕຣອນໂຕ. ຄາໂຣລີນ​ຊ່ວຍ​ຂ້ອຍ​ຢ່າງ​ອົດ​ທົນ​ໃຫ້​ໝັ້ນ​ໃຈ​ທີ່​ຈະ​ເວົ້າ​ພາສາ​ອັງກິດ​ແລະ​ພີ່ນ້ອງ​ກໍ​ໄດ້​ໃຫ້​ກຳລັງ​ໃຈ​ຫຼາຍ​ຄື​ກັນ. ບໍ່​ດົນ​ຂ້ອຍ​ກັບ​ຄາໂຣລີນ​ກໍ​ມີ​ໝູ່​ໃໝ່​ຫຼາຍ​ຄົນ.

ນອກ​ຈາກ​ການ​ກຽມ​ສ່ວນ​ແລະ​ກິດຈະກຳ​ອື່ນໆສຳລັບ​ການ​ປະຊຸມ​ໃຫຍ່​ຕອນ​ທ້າຍ​ອາທິດ​ແລ້ວ ຂ້ອຍ​ກໍ​ມັກ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ປະມານ 1 ຊົ່ວ​ໂມງ​ໃນ​ວັນ​ສຸກ​ຕອນ​ແລງ. ບາງ​ຄົນ​ຄິດ​ວ່າ: ‘ເປັນ​ຫຍັງ​ຕ້ອງ​ໄປ​ປະກາດ​ກ່ອນ​ການ​ປະຊຸມ​ໃຫຍ່​ຕອນ​ທ້າຍ​ອາທິດ​ເຊິ່ງ​ວຽກ​ກໍ​ຫຍຸ້ງ​ຫຼາຍ​ຢູ່​ແລ້ວ?’ ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ການ​ໄດ້​ລົມ​ກັບ​ຄົນ​ໃນ​ເຂດ​ແລະ​ມີ​ຄົນ​ຟັງ​ຊ່ວຍ​ໃຫ້​ຂ້ອຍ​ມີ​ກຳລັງ​ໃຈ. ແລະ​ແມ່ນ​ແຕ່​ຕອນ​ນີ້ ຂ້ອຍ​ກໍ​ຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ທຸກ​ຄັ້ງ​ທີ່​ໄດ້​ໄປ​ປະກາດ.

ໃນ​ປີ 1998 ຂ້ອຍ​ກັບ​ຄາໂຣລີນ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ໄພໂອເນຍ​ພິເສດ​ຢູ່​ມອນທຣີອໍ. ຕະຫຼອດ​ຫຼາຍ​ປີ ຂ້ອຍ​ໄດ້​ເຮັດ​ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ​ລວມ​ເຖິງ​ການ​ຈັດການ​ປະກາດ​ສາທາລະນະ​ແບບ​ພິເສດ ແລະ​ການ​ຕິດ​ຕໍ່​ສື່​ຕ່າງໆ ເພື່ອ​ແກ້ໄຂ​ຄວາມ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ພະຍານ​ພະ​ເຢໂຫວາ. ຕອນ​ນີ້​ຂ້ອຍ​ກັບ​ຄາໂຣລີນ​ມີ​ຄວາມ​ສຸກ​ທີ່​ໄດ້​ປະກາດ​ກັບ​ຄົນ​ຕ່າງ​ປະເທດ​ທີ່​ຫາ​ກໍ​ຍ້າຍ​ມາ​ຢູ່​ການາດາ​ເຊິ່ງ​ຢາກ​ຮູ້​ເລື່ອງ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

ກັບ​ຄາໂຣລີນ​ເມຍ​ຂອງ​ຂ້ອຍ

ຕະຫຼອດ 68 ປີ​ທີ່​ຜ່ານ​ມາ​ຕັ້ງ​ແຕ່​ຂ້ອຍ​ຮັບ​ບັບເຕມາ ຂ້ອຍ​ຮູ້ສຶກ​ວ່າ​ໄດ້​ຮັບ​ພອນ​ຫຼາຍ​ອີ່ຫຼີ. ການ​ຮຽນ​ຮູ້​ທີ່​ຈະ​ຮັກ​ວຽກ​ຮັບໃຊ້​ແລະ​ຊ່ວຍ​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ໃຫ້​ມາ​ຮຽນ​ຮູ້​ເລື່ອງ​ພະເຈົ້າ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. ເມື່ອ​ລິດສ໌​ລູກ​ສາວ​ຂອງ​ຂ້ອຍ​ໃຫຍ່​ແລ້ວ ລາວ​ກັບ​ຜົວ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ເຫັນ​ລາວ​ຍັງ​ກະຕືລືລົ້ນ​ໃນ​ວຽກ​ຮັບໃຊ້. ຂ້ອຍ​ຂອບໃຈ​ພີ່ນ້ອງ​ແທ້ໆທີ່​ເປັນ​ຕົວຢ່າງ​ທີ່​ດີ​ແລະ​ໃຫ້​ຄຳ​ແນະນຳ​ເຊິ່ງ​ຊ່ວຍ​ຂ້ອຍ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ໄດ້​ຮັບໃຊ້​ພະອົງ​ໃນ​ຫຼາຍ​ຮູບ​ແບບ. ຂ້ອຍ​ເຫັນ​ແລ້ວ​ວ່າ​ເພື່ອ​ຈະ​ເຮັດ​ວຽກ​ມອບ​ໝາຍ​ຢ່າງ​ສັດ​ຊື່​ຕໍ່ໆໄປ​ໄດ້ ເຮົາ​ຕ້ອງ​ເພິ່ງ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ເທົ່າ​ນັ້ນ. (ເພງ. 51:11) ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ຂ້ອຍ​ມີ​ສິດທິ​ພິເສດ​ທີ່​ມີ​ຄ່າ​ໃນ​ການ​ສັນລະເສີນ​ຊື່​ຂອງ​ພະອົງ.—ເພງ. 54:6

^ ຂໍ້ 16 ເບິ່ງ​ເລື່ອງ​ຂອງ​ເກລນ ຮາວ​ໃນ​ຕື່ນ​ເຖີດ! (ພາສາ​ອັງກິດ) 22 ເມສາ 2000.

^ ຂໍ້ 20 ເບິ່ງ​ເລື່ອງ​ຂອງ​ລໍຣີເອ ໂຊ​ມົວ​ໃນ​ຫໍສັງເກດການ (ພາສາ​ອັງກິດ) 15 ພະຈິກ 1976 ໜ້າ 690-695.

^ ຂໍ້ 20 ປັດຈຸບັນ​ເດວິດ ສະເປລນ​ຮັບໃຊ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ຂອງ​ພະຍານ​ພະ​ເຢໂຫວາ.