ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 6

ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຮົາ​ຫຼາຍ​ແທ້ໆ​

ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຮົາ​ຫຼາຍ​ແທ້ໆ​

“ພວກ​ເຈົ້າ​ຄວນ​ອະທິດຖານ​ແບບ​ນີ້: ‘ພະເຈົ້າ ພໍ່​ຂອງ​ພວກ​ເຮົາ.’”—ມທ. 6:9

ເພງ 135 ພະ​ເຢໂຫວາ​ເຊີນ​ຢ່າງ​ອົບອຸ່ນ​ວ່າ​ລູກ​ຂອງ​ເຮົາ​ຈົ່ງ​ມີ​ປັນຍາ​ເຖີດ

ໃຈ​ຄວາມ​ສຳຄັນ *

1. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເຂົ້າ​ໄປ​ລົມ​ກັບ​ກະສັດ​ຂອງ​ເປເຣເຊ?

ລອງ​ນຶກ​ພາບ​ວ່າ​ເຈົ້າ​ມີ​ຊີວິດ​ຢູ່​ໃນ​ປະເທດ​ເປເຣເຊ​ປະມານ 2.500 ປີ​ແລ້ວ. ເຈົ້າ​ຢາກ​ລົມ​ກັບ​ກະສັດ​ກ່ຽວ​ກັບ​ບັນຫາ​ສຳຄັນ​ເລື່ອງ​ໜຶ່ງ ເຈົ້າ​ຈຶ່ງ​ເດີນ​ທາງ​ໄປ​ເມືອງຊຶເຊ​ເຊິ່ງ​ເປັນ​ເມືອງ​ທີ່​ກະສັດ​ຢູ່. ແຕ່​ເພື່ອ​ທີ່​ຈະ​ເຂົ້າ​ໄປ​ລົມ​ກັບ​ກະສັດ​ໄດ້ ເຈົ້າ​ກໍ​ຕ້ອງ​ຂໍ​ອະນຸຍາດ​ຈາກ​ກະສັດ​ກ່ອນ ເພາະ​ຖ້າ​ບໍ່​ເຮັດ​ແບບ​ນັ້ນ​ເຈົ້າ​ອາດ​ຖືກ​ປະຫານ​ຊີວິດ!—ເອເຊທ. 4:11

2. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ລົມ​ກັບ​ພະອົງ?

2 ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆທີ່​ພະອົງ​ບໍ່​ເປັນ​ຄື​ກັບ​ກະສັດ​ເປເຣເຊ! ພະ​ເຢໂຫວາ​ມີ​ລິດ​ອຳນາດ​ຫຼາຍ​ກວ່າ​ຜູ້​ປົກຄອງ​ທີ່​ເປັນ​ມະນຸດ ແຕ່​ພະອົງ​ກໍ​ຍິນດີ​ຮັບ​ຟັງ​ເຮົາ​ຕະຫຼອດ​ເວລາ. ພະອົງ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ລົມ​ກັບ​ພະອົງ. ຕົວຢ່າງ: ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ສ້າງ​ອົງ​ຍິ່ງໃຫຍ່ ຜູ້​ທີ່​ມີ​ລິດເດດ​ສູງ​ສຸດ ແລະ​ເປັນ​ຜູ້​ປົກຄອງ​ທີ່​ຍິ່ງໃຫຍ່​ທີ່​ສຸດ ແຕ່​ພະອົງ​ກໍ​ຢາກ​ໃຫ້​ເຮົາ​ເອີ້ນ​ພະອົງ​ວ່າ “ພໍ່” ເຊິ່ງ​ເປັນ​ຄຳ​ທີ່​ເຮັດ​ໃຫ້​ຮູ້ສຶກ​ເຖິງ​ຄວາມ​ຮັກ ຄວາມ​ອົບອຸ່ນ ແລະ​ຄວາມ​ໃກ້​ຊິດ. (ມທ. 6:9) ເຮົາ​ຮູ້ສຶກ​ດີ​ໃຈ​ແທ້ໆທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສະໜິດ​ກັບ​ພະອົງ!

3. ເປັນ​ຫຍັງ​ເຮົາ​ສາມາດ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່” ແລະ​ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຖືກ​ແລ້ວ​ທີ່​ຈະ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່” ເພາະ​ພະອົງ​ເປັນ​ແຫຼ່ງ​ກຳເນີດ​ຂອງ​ຊີວິດ​ເຮົາ. (ເພງ. 36:9) ເນື່ອງ​ຈາກ​ພະອົງ​ເປັນ​ພໍ່​ຂອງ​ເຮົາ ດັ່ງ​ນັ້ນ ເຮົາ​ທີ່​ເປັນ​ລູກ​ຈຶ່ງ​ມີ​ໜ້າ​ທີ່​ຕ້ອງ​ເຊື່ອ​ຟັງ​ພະອົງ. ເມື່ອ​ເຮົາ​ເຮັດ​ຕາມ​ທີ່​ພະອົງ​ບອກ ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ​ທີ່​ດີ​ເລີດ​ຫຼາຍ​ຢ່າງ. (ຮຣ. 12:9) ໜຶ່ງ​ໃນ​ພອນ​ເຫຼົ່າ​ນັ້ນ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ ແລະ​ເຮົາ​ກໍ​ຍັງ​ໄດ້​ຮັບ​ປະໂຫຍດ​ໃນ​ຕອນ​ນີ້​ຄື​ກັນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ເປັນ​ພໍ່​ທີ່​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ຫຼາຍ​ໃນ​ຕອນ​ນີ້ ແລະ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະອົງ​ຈະ​ບໍ່​ຖິ້ມ​ເຮົາ​ໃນ​ອະນາຄົດ. ທຳອິດ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ເທິງ​ສະຫວັນ​ຮັກ​ແລະ​ສົນ​ໃຈ​ເຮົາ​ແທ້ໆ.

ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ແລະ​ສົນ​ໃຈ​ເຮົາ

ພະ​ເຢໂຫວາ​ຢາກ​ສະໜິດ​ກັບ​ເຮົາ​ຄື​ກັບ​ພໍ່​ທີ່​ຮັກ​ທີ່​ຢາກ​ສະໜິດ​ກັບ​ລູກ (ເບິ່ງ​ຂໍ້ 4)

4. ເປັນ​ຫຍັງ​ບາງ​ຄົນ​ຮູ້ສຶກ​ຍາກ​ທີ່​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່?

4 ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ຄິດ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່? ບາງ​ຄົນ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຍິ່ງໃຫຍ່​ໂພດ ເຮົາ​ຄື​ຊິ​ບໍ່​ສຳຄັນ​ຕໍ່​ພະອົງ​ດອກ. ພວກ​ເຂົາ​ບໍ່​ຢາກ​ເຊື່ອ​ວ່າ​ພະເຈົ້າ​ທີ່​ຍິ່ງໃຫຍ່​ສູງ​ສຸດ​ຈະ​ສົນ​ໃຈ​ພວກ​ເຂົາ​ເປັນ​ສ່ວນ​ຕົວ. ແຕ່​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແບບ​ນັ້ນ. ພະອົງ​ໃຫ້​ຊີວິດ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ສະໜິດ​ກັບ​ພະອົງ. ຫຼັງ​ຈາກ​ທີ່​ໂປໂລ​ເວົ້າ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລ້ວ ລາວ​ກໍ​ອະທິບາຍ​ໃຫ້​ຜູ້​ຟັງ​ທີ່​ຢູ່​ເມືອງ​ອາແຖນ​ວ່າ​ພະ​ເຢໂຫວາ “ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ​ເລີຍ.” (ກຈກ. 17:24-29) ພະເຈົ້າ​ຢາກ​ໃຫ້​ເຮົາ​ແຕ່​ລະ​ຄົນ​ລົມ​ກັບ​ພະອົງ​ຄື​ກັບ​ລູກ​ລົມ​ກັບ​ພໍ່​ແມ່​ທີ່​ຮັກ​ແລະ​ເປັນ​ຫ່ວງ​ລາວ.

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ?

5 ບາງ​ຄົນ​ອາດ​ຮູ້ສຶກ​ຍາກ​ທີ່​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່ ເພາະ​ພໍ່​ແທ້ໆຂອງ​ພວກ​ເຂົາ​ບໍ່​ຄ່ອຍ​ສະແດງ​ຄວາມ​ຮັກ​ຫຼື​ບໍ່​ເຄີຍ​ສະແດງ​ເລີຍ ແລະ​ບໍ່​ສົນ​ໃຈ​ພວກ​ເຂົາ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ: “ພໍ່​ຂ້ອຍ​ເປັນ​ຄົນ​ທີ່​ມັກ​ປ້ອຍ​ດ່າ. ເມື່ອ​ຂ້ອຍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ ຂ້ອຍ​ຮູ້ສຶກ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຮັກ​ຂ້ອຍ. ແຕ່​ຫຼັງ​ຈາກ​ທີ່​ໄດ້​ຮູ້ຈັກ​ພະ​ເຢໂຫວາ​ດີ​ແລ້ວ ຂ້ອຍ​ກໍ​ເລີຍ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ຂ້ອຍ​ແທ້ໆ.” ເຈົ້າ​ຮູ້ສຶກ​ແບບ​ນີ້​ບໍ? ຖ້າ​ແມ່ນ ຂໍ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ເຈົ້າ​ກໍ​ສາມາດ​ເບິ່ງ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ດີ​ທີ່​ສຸດ​ໄດ້​ຄື​ກັນ.

6. ຕາມ​ມັດທາຍ 11:27 ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ພະອົງ​ເປັນ​ຄື​ກັບ​ພໍ່​ໂດຍ​ທາງ​ໃດ?

6 ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ພະອົງ​ວ່າ​ເປັນ​ພໍ່​ກໍ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ພະ​ເຢຊູ​ທີ່​ບັນທຶກ​ໃນ​ຄຳພີ​ໄບເບິນ. (ອ່ານ​ມັດທາຍ 11:27) ພະ​ເຢຊູ​ຮຽນ​ແບບ​ບຸກຄະລິກ​ແລະ​ນິດໄສ​ໃຈ​ຄໍ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ ດັ່ງ​ທີ່​ເພິ່ນ​ບອກ​ວ່າ: “ຜູ້​ທີ່​ໄດ້​ເຫັນ​ຂ້ອຍ​ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່.” (ຢຮ. 14:9) ພະ​ເຢຊູ​ມັກ​ເວົ້າ​ເລື້ອຍໆວ່າ​ພະ​ເຢໂຫວາ​ເປັນ​ພໍ່. ໃນ​ປຶ້ມ​ຂ່າວ​ດີ 4 ເຫຼັ້ມ ພະ​ເຢຊູ​ມັກ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່” ເກືອບ 200 ເທື່ອ. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເອີ້ນ​ພະ​ເຢໂຫວາ​ວ່າ​ພໍ່​ຫຼາຍ​ເທື່ອ​ແທ້? ເຫດຜົນ​ໜຶ່ງ​ກໍ​ຄື ເພື່ອ​ໃຫ້​ຄົນ​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ເຮົາ.—ຢຮ. 17:25, 26

7. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ພະ​ເຢຊູ?

7 ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ພະ​ເຢຊູ​ລູກ​ຊາຍ​ຂອງ​ພະອົງ. ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ສະເໝີ. ພະອົງ​ບໍ່​ພຽງ​ແຕ່​ຟັງ ແຕ່​ພະອົງ​ຍັງ​ໄດ້​ຕອບ​ຄຳ​ອະທິດຖານ​ນຳ. (ຢຮ. 11:41, 42) ບໍ່​ວ່າ​ພະ​ເຢຊູ​ຈະ​ປະສົບ​ຄວາມ​ຍາກ​ລຳບາກ​ແບບ​ໃດ ເພິ່ນ​ກໍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ແລະ​ຊ່ວຍ​ເຫຼືອ​ເພິ່ນ​ສະເໝີ.—ລກ. 22:42, 43

8. ພະ​ເຢໂຫວາ​ເບິ່ງ​ແຍງ​ພະ​ເຢຊູ​ໃຫ້​ມີ​ສິ່ງ​ຈຳເປັນ​ຫຍັງ​ແດ່?

8 ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ມີ​ຊີວິດ​ຢູ່​ໄດ້​ຍ້ອນ​ພະອົງ.” ເພິ່ນ​ຮູ້​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເປັນ​ຜູ້​ໃຫ້​ຊີວິດ​ແລະ​ເປັນ​ຜູ້​ຄ້ຳຈູນ​ຊີວິດ​ເພິ່ນ. (ຢຮ. 6:57) ພະ​ເຢຊູ​ໄວ້​ວາງໃຈ​ພະ​ເຢໂຫວາ​ແທ້ໆວ່າ​ພະອົງ​ຈະ​ເບິ່ງ​ແຍງ​ເພິ່ນ​ໃຫ້​ມີ​ສິ່ງ​ຈຳເປັນ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ໄດ້ ແລະ​ສິ່ງ​ສຳຄັນ​ທີ່​ສຸດ​ຄື​ເພິ່ນ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເພິ່ນ​ໃຫ້​ຮັກສາ​ຄວາມ​ສັດ​ຊື່.—ມທ. 4:4

9. ພະ​ເຢໂຫວາ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ເປັນ​ພໍ່​ທີ່​ຮັກ​ແລະ​ສົນ​ໃຈ​ພະ​ເຢຊູ?

9 ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ ພະອົງ​ໄດ້​ເຮັດ​ໃຫ້​ພະ​ເຢຊູ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຊ່ວຍ​ເຫຼືອ​ເພິ່ນ. (ມທ. 26:53; ຢຮ. 8:16) ເຖິງ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປົກ​ປ້ອງ​ພະ​ເຢຊູ​ຈາກ​ບັນຫາ​ທຸກ​ຢ່າງ ແຕ່​ພະອົງ​ກໍ​ຊ່ວຍ​ເພິ່ນ​ໃຫ້​ອົດ​ທົນ​ໄດ້. ພະ​ເຢຊູ​ຮູ້​ວ່າ​ສິ່ງ​ບໍ່​ດີ​ຕ່າງໆທີ່​ເພິ່ນ​ປະສົບ​ຈະ​ຢູ່​ພຽງ​ຊົ່ວຄາວ. (ຮຣ. 12:2) ພະ​ເຢໂຫວາ​ພິສູດ​ໃຫ້​ເຫັນ​ວ່າ​ຮັກ​ພະ​ເຢຊູ​ໂດຍ​ຟັງ​ເພິ່ນ ເບິ່ງ​ແຍງ​ເພິ່ນ​ໃຫ້​ມີ​ສິ່ງ​ຈຳເປັນ ຝຶກ​ສອນ​ເພິ່ນ ແລະ​ຊ່ວຍ​ເຫຼືອ​ເພິ່ນ. (ຢຮ. 5:20; 8:28) ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ສົນ​ໃຈ​ເຮົາ​ຄ້າຍ​ຄື​ກັນ​ແນວ​ໃດ.

ພະ​ເຢໂຫວາ​ສະແດງ​ແນວ​ໃດ​ວ່າ​ເປັນ​ພໍ່​ທີ່​ສົນ​ໃຈ​ເຮົາ?

ພໍ່​ທີ່​ຮັກ​ລູກ​ຈະ (1) ຟັງ​ລູກ (2) ຈັດ​ໃຫ້​ລູກ​ມີ​ສິ່ງ​ຈຳເປັນ (3) ຝຶກ​ສອນ (4) ປົກ​ປ້ອງ​ລູກ. ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ​ກໍ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ໃນ​ແບບ​ທີ່​ຄ້າຍ​ກັນ (ເບິ່ງ​ຂໍ້ 10-15) *

10. ຕາມ​ຄຳເພງ 66:19, 20 ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຮັກ​ເຮົາ?

10 ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. (ອ່ານ​ຄຳເພງ 66:19, 20) ພະອົງ​ບໍ່​ໄດ້​ຈຳກັດ​ວ່າ​ເຮົາ​ຕ້ອງ​ອະທິດຖານ​ຫຼາຍ​ໜ້ອຍ​ສ່ຳ​ໃດ ແຕ່​ພະອົງ​ຢາກ​ໃຫ້​ເຮົາ​ອະທິດຖານ​ເຖິງ​ພະອົງ​ເລື້ອຍໆ. (1 ທຊ. 5:17) ເຮົາ​ສາມາດ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຕອນ​ໃດ​ກໍ​ໄດ້​ຫຼື​ຢູ່​ໃສ​ກໍ​ໄດ້. ພະອົງ​ບໍ່​ເຄີຍ​ຫຍຸ້ງ​ຫຼາຍ​ເກີນ​ໄປ​ຈົນ​ບໍ່​ໄດ້​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ແຕ່​ພະອົງ​ຕັ້ງ​ໃຈ​ຟັງ​ເຮົາ​ສະເໝີ. ເມື່ອ​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ກໍ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ຜູ້​ຂຽນ​ຄຳເພງ​ບອກ​ວ່າ: “ຂ້ອຍ​ໄດ້​ຮັກ​ພະ​ເຢໂຫວາ​ເຫດ​ວ່າ​ພະອົງ​ໄດ້​ຟັງ​ສຽງ​ປາກ​ຂອງ​ຂ້ອຍ.”—ເພງ. 116:1

11. ເມື່ອ​ເຮົາ​ອະທິດຖານ ພະ​ເຢໂຫວາ​ເຮັດ​ແນວ​ໃດ?

11 ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ບໍ່​ພຽງ​ແຕ່​ຟັງ​ເຮົາ​ອະທິດຖານ ແຕ່​ພະອົງ​ຍັງ​ຕອບ​ເຮົາ​ນຳ. ອັກຄະສາວົກ​ໂຢຮັນ​ຮັບຮອງ​ເລື່ອງ​ນີ້​ວ່າ: “ຖ້າ​ພວກ​ເຮົາ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະອົງ ພະອົງ​ຈະ​ຟັງ​ພວກ​ເຮົາ.” (1 ຢຮ. 5:14, 15) ພະ​ເຢໂຫວາ​ອາດ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ໃນ​ແບບ​ທີ່​ເຮົາ​ຄິດ​ໄວ້ ແຕ່​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ເຮົາ ດັ່ງ​ນັ້ນ ບາງ​ເທື່ອ​ພະອົງ​ອາດ​ຈະ​ຕອບ​ວ່າ​ບໍ່ ຫຼື​ບໍ່​ກໍ​ຢາກ​ໃຫ້​ເຮົາ​ລໍ​ຖ້າ​ກ່ອນ.—2 ກຣ. 12:7-9

12-13. ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ໂດຍ​ວິທີ​ໃດ​ແດ່?

12 ພະ​ເຢໂຫວາ​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ. ພະອົງ​ຢາກ​ໃຫ້​ຜູ້​ເປັນ​ພໍ່​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ ແລະ​ພະອົງ​ກໍ​ເຮັດ​ແບບ​ນັ້ນ​ນຳ. (1 ຕມ. 5:8) ພະອົງ​ເບິ່ງ​ແຍງ​ລູກ​ຂອງ​ພະອົງ​ໃຫ້​ມີ​ສິ່ງ​ຈຳເປັນ​ສຳລັບ​ການ​ໃຊ້​ຊີວິດ. ພະອົງ​ບໍ່​ຢາກ​ໃຫ້​ເຮົາ​ຕ້ອງ​ກັງວົນ​ກັບ​ອາຫານ ເຄື່ອງ​ນຸ່ງ ຫຼື​ທີ່​ຢູ່​ອາໄສ. (ມທ. 6:32, 33; 7:11) ຍ້ອນ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ ພະອົງ​ຈຶ່ງ​ໄດ້​ຈັດ​ກຽມ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ເພື່ອ​ອະນາຄົດ​ຂອງ​ເຮົາ.

13 ທີ່​ສຳຄັນ​ທີ່​ສຸດ ພະ​ເຢໂຫວາ​ຈັດ​ກຽມ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ຕ່າງໆເພື່ອ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະອົງ. ໂດຍ​ທາງ​ຄຳພີ​ໄບເບິນ ພະອົງ​ໄດ້​ບອກ​ໃຫ້​ເຮົາ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະອົງ ຈຸດ​ປະສົງ​ຂອງ​ພະອົງ ເປັນ​ຫຍັງ​ພະອົງ​ຈຶ່ງ​ສ້າງ​ເຮົາ ແລະ​ອະນາຄົດ​ຈະ​ເປັນ​ແນວ​ໃດ. ພະອົງ​ສະແດງ​ໃຫ້​ເຮົາ​ເຫັນ​ວ່າ​ສົນ​ໃຈ​ເຮົາ​ຕອນ​ທີ່​ຮຽນ​ຄວາມ​ຈິງ​ໃໝ່ໆໂດຍ​ໃຫ້​ພໍ່​ແມ່​ແລະ​ຄົນ​ອື່ນໆສອນ​ເຮົາ​ໃຫ້​ຮູ້ຈັກ​ພະອົງ. ຕໍ່​ມາ​ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ​ໃນ​ປະຊາຄົມ ແລະ​ພີ່ນ້ອງ​ຊາຍ​ຍິງ​ຄົນ​ອື່ນໆທີ່​ອາວຸໂສ​ດ້ານ​ຄວາມ​ເຊື່ອ. ນອກ​ຈາກ​ນັ້ນ ພະອົງ​ຍັງ​ສອນ​ເຮົາ​ຜ່ານ​ທາງ​ການ​ປະຊຸມ​ປະຈຳ​ປະຊາຄົມ​ເຊິ່ງ​ເຮົາ​ໄດ້​ຮຽນ​ໄປ​ພ້ອມ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ທີ່​ເປັນ​ຄື​ກັບ​ຄອບຄົວ. ໂດຍ​ວິທີ​ເຫຼົ່າ​ນີ້​ແລະ​ວິທີ​ອື່ນໆ ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເປັນ​ພໍ່​ທີ່​ສົນ​ໃຈ​ເຮົາ​ໝົດ​ທຸກ​ຄົນ​ຫຼາຍ​ແທ້ໆ.—ເພງ. 32:8

14. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຝຶກ​ສອນ​ເຮົາ ແລະ​ພະອົງ​ຝຶກ​ສອນ​ເຮົາ​ແນວ​ໃດ​ແດ່?

14 ພະ​ເຢໂຫວາ​ຝຶກ​ສອນ​ເຮົາ. ເຮົາ​ບໍ່​ຄື​ກັບ​ພະ​ເຢຊູ​ເພາະ​ເຮົາ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ ເພື່ອ​ຝຶກ​ສອນ​ເຮົາ ພະ​ເຢໂຫວາ​ໄດ້​ສັ່ງ​ສອນ​ແລະ​ແກ້ໄຂ​ເຮົາ​ເມື່ອ​ຈຳເປັນ. ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຮັກ​ຜູ້​ໃດ ພະອົງ​ກໍ​ສັ່ງ​ສອນ​ຜູ້​ນັ້ນ.” (ຮຣ. 12:6, 7) ພະ​ເຢໂຫວາ​ສັ່ງ​ສອນ​ເຮົາ​ໃນ​ຫຼາຍ​ວິທີ. ຕົວຢ່າງ​ເຊັ່ນ: ສິ່ງ​ທີ່​ເຮົາ​ອ່ານ​ໃນ​ຄຳພີ​ໄບເບິນ​ຫຼື​ໄດ້​ຍິນ​ໃນ​ການ​ປະຊຸມ​ອາດ​ເຮັດ​ໃຫ້​ເຮົາ​ສຳນຶກ​ວ່າ​ຕ້ອງ​ປ່ຽນ​ຄວາມ​ຄິດ​ແລະ​ປັບ​ປຸງ​ຕົວ​ເອງ. ບາງ​ເທື່ອ​ສິ່ງ​ທີ່​ເຮົາ​ຕ້ອງ​ແກ້ໄຂ​ມາ​ຈາກ​ຜູ້​ດູ​ແລ​ໃນ​ປະຊາຄົມ. ບໍ່​ວ່າ​ພະ​ເຢໂຫວາ​ຈະ​ສັ່ງ​ສອນ​ເຮົາ​ໂດຍ​ວິທີ​ໃດ ພະອົງ​ກໍ​ເຮັດ​ດ້ວຍ​ຄວາມ​ຮັກ​ສະເໝີ.—ຢເຣ. 30:11

15. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແລະ​ປົກ​ປ້ອງ​ເຮົາ​ແນວ​ໃດ?

15 ພະ​ເຢໂຫວາ​ຊ່ວຍ​ເຮົາ​ເມື່ອ​ປະສົບ​ບັນຫາ. ຄື​ກັບ​ພໍ່​ທີ່​ໄດ້​ຊ່ວຍ​ລູກ​ໃນ​ເວລາ​ທີ່​ຍາກ​ລຳບາກ ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ກໍ​ຈະ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ປະສົບ​ບັນຫາ. ພະອົງ​ໃຊ້​ພະລັງ​ບໍລິສຸດ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ມາ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະອົງ. (ລກ. 11:13) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ຊ່ວຍ​ເຮົາ​ຕອນ​ທີ່​ເຮົາ​ຮູ້ສຶກ​ອຸກ​ໃຈ​ແລະ​ທໍ້​ໃຈ​ນຳ. ຕົວຢ່າງ: ພະອົງ​ໃຫ້​ຄວາມ​ຫວັງ​ທີ່​ສົດ​ໃສ​ກັບ​ເຮົາ. ຄວາມ​ຫວັງ​ໃນ​ອະນາຄົດ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຕ່າງໆໄດ້. ລອງ​ຄິດ​ເບິ່ງ ບໍ່​ວ່າ​ຈະ​ມີ​ເລື່ອງ​ທີ່​ບໍ່​ດີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຮົາ ພະ​ເຢໂຫວາ​ກໍ​ຈະ​ແກ້ໄຂ​ເລື່ອງ​ທີ່​ບໍ່​ດີ​ທັງ​ໝົດ. ບັນຫາ​ຕ່າງໆທີ່​ເຮົາ​ປະສົບ​ຈະ​ມີ​ຢູ່​ຊົ່ວຄາວ ແຕ່​ພອນ​ຕ່າງໆທີ່​ພະ​ເຢໂຫວາ​ໃຫ້​ຈະ​ມີ​ຢູ່​ຕະຫຼອດ​ໄປ.—2 ກຣ. 4:16-18

ພະ​ເຢໂຫວາ​ພໍ່​ຂອງ​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຮົາ​ຈັກ​ເທື່ອ

16. ເກີດ​ຫຍັງ​ຂຶ້ນ​ເມື່ອ​ອາດາມ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ?

16 ເຮົາ​ເຫັນ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ພະອົງ​ເຮັດ​ຕອນ​ທີ່​ອາດາມ​ບໍ່​ເຊື່ອ​ຟັງ. ເມື່ອ​ອາດາມ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ ລາວ​ກໍ​ເຮັດ​ໃຫ້​ຕົວ​ເອງ​ກັບ​ລູກ​ຫຼານ​ສູນ​ເສຍ​ສິດທິ​ພິເສດ​ທີ່​ຈະ​ໄດ້​ຢູ່​ໃນ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ຂອງ​ພະ​ເຢໂຫວາ. (ຣມ. 5:12; 7:14) ແຕ່​ພະ​ເຢໂຫວາ​ກໍ​ໄດ້​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ລູກ​ຫຼານ​ຂອງ​ອາດາມ.

17. ຫຼັງ​ຈາກ​ອາດາມ​ກະບົດ ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ທັນທີ?

17 ພະ​ເຢໂຫວາ​ລົງໂທດ​ອາດາມ ແຕ່​ພະອົງ​ກໍ​ບໍ່​ໄດ້​ຖິ້ມ​ລູກ​ຫຼານ​ຂອງ​ລາວ​ໃຫ້​ຢູ່​ແບບ​ບໍ່​ມີ​ຄວາມ​ຫວັງ. ຫຼັງ​ຈາກ​ທີ່​ອາດາມ​ກະບົດ ພະ​ເຢໂຫວາ​ກໍ​ສັນຍາ​ທັນທີ​ວ່າ​ຄົນ​ທີ່​ເຊື່ອ​ຟັງ​ຈະ​ໄດ້​ກັບ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ພະອົງ​ອີກ. (ຕົ້ນ. 3:15; ຣມ. 8:20, 21) ພະ​ເຢໂຫວາ​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ນັ້ນ​ໂດຍ​ສົ່ງ​ພະ​ເຢຊູ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ພະອົງ​ມາ​ເປັນ​ຄ່າໄຖ່. ການ​ທີ່​ພະ​ເຢໂຫວາ​ເຮັດ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ເຮົາ​ຫຼາຍ​ແທ້ໆ.—ຢຮ. 3:16

ຖ້າ​ເຮົາ​ເຄີຍ​ອອກ​ຈາກ​ທາງ​ຂອງ​ພະ​ເຢໂຫວາ ແຕ່​ຕອນ​ນີ້​ໄດ້​ກັບ​ໃຈ​ແລ້ວ ພະ​ເຢໂຫວາ​ພໍ່​ທີ່​ຮັກ​ເຮົາ​ກໍ​ເຕັມ​ໃຈ​ແລະ​ພ້ອມ​ສະເໝີ​ທີ່​ຈະ​ຕ້ອນຮັບ​ເຮົາ​ກັບ​ມາ. (ເບິ່ງ​ຂໍ້ 18)

18. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ລູກ​ຂອງ​ພະອົງ​ເຖິງ​ວ່າ​ເຮົາ​ຈະ​ອອກ​ຈາກ​ທາງ​ຂອງ​ພະອົງ?

18 ເຖິງ​ວ່າ​ເຮົາ​ຈະ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ ແຕ່​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ເຮົາ​ຢູ່​ໃນ​ຄອບຄົວ​ຂອງ​ພະອົງ ແລະ​ພະອົງ​ບໍ່​ເຄີຍ​ເບິ່ງ​ວ່າ​ເຮົາ​ເປັນ​ພາລະ. ເຮົາ​ອາດ​ຈະ​ອອກ​ຈາກ​ທາງ​ຂອງ​ພະ​ເຢໂຫວາ ໄລຍະ​ໜຶ່ງ​ເຊິ່ງ​ເຮັດ​ໃຫ້​ພະອົງ​ຜິດ​ຫວັງ ແຕ່​ພະອົງ​ກໍ​ບໍ່​ເຄີຍ​ໝົດ​ຫວັງ​ໃນ​ໂຕ​ເຮົາ. ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ແລະ​ເປັນ​ຫ່ວງ​ລູກ​ແທ້ໆໂດຍ​ເລົ່າ​ເລື່ອງ​ລູກ​ທີ່​ຫຼົງ​ຫາຍ​ໄປ. (ລກ. 15:11-32) ໃນ​ເລື່ອງ​ນັ້ນ ພໍ່​ຫວັງ​ສະເໝີ​ວ່າ​ມື້​ໜຶ່ງ​ລູກ​ຊາຍ​ຈະ​ກັບ​ມາ. ເມື່ອ​ລູກ​ກັບ​ມາ​ເຮືອນ​ແລ້ວ ພໍ່​ກໍ​ຕ້ອນຮັບ​ລາວ​ດ້ວຍ​ຄວາມ​ດີ​ໃຈ​ແຮງ. ຖ້າ​ເຮົາ​ເຄີຍ​ອອກ​ຈາກ​ທາງ​ຂອງ​ພະ​ເຢໂຫວາ ແຕ່​ຕອນ​ນີ້​ໄດ້​ກັບ​ໃຈ​ແລ້ວ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ເຕັມ​ໃຈ​ແລະ​ພ້ອມ​ສະເໝີ​ທີ່​ຈະ​ຕ້ອນຮັບ​ເຮົາ​ກັບ​ມາ.

19. ພະ​ເຢໂຫວາ​ເຮັດ​ແນວ​ໃດ​ເພື່ອ​ແກ້ໄຂ​ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ອາດາມ?

19 ພະ​ເຢໂຫວາ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທັງ​ໝົດ​ທີ່​ເກີດ​ຈາກ​ອາດາມ. ຫຼັງ​ຈາກ​ທີ່​ລາວ​ກະບົດ ພະ​ເຢໂຫວາ​ໄດ້​ຕັດສິນ​ໃຈ​ເລືອກ​ເອົາ 144.000 ຄົນ​ໃຫ້​ເປັນ​ປະໂລຫິດ​ແລະ​ກະສັດ​ໃນ​ສະຫວັນ​ເພື່ອ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ​ລູກ​ຊາຍ​ຂອງ​ພະອົງ. ໃນ​ໂລກ​ໃໝ່ ພະ​ເຢຊູ​ແລະ​ຄົນ​ທີ່​ຮ່ວມ​ປົກຄອງ​ກັບ​ເພິ່ນ​ຈະ​ຊ່ວຍ​ມະນຸດ​ທີ່​ເຊື່ອ​ຟັງ​ໃຫ້​ເປັນ​ມະນຸດ​ທີ່​ສົມບູນ​ແບບ. ຫຼັງ​ຈາກ​ການ​ທົດ​ສອບ​ການ​ເຊື່ອ​ຟັງ​ຄັ້ງ​ສຸດ​ທ້າຍ ພະເຈົ້າ​ຈະ​ໃຫ້​ຄົນ​ທີ່​ເຊື່ອ​ຟັງ​ໄດ້​ຊີວິດ​ຕະຫຼອດ​ໄປ. ແລ້ວ​ຕອນ​ນັ້ນ​ພະອົງ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເຫັນ​ລູກ​ຊາຍ​ລູກ​ສາວ​ເປັນ​ມະນຸດ​ທີ່​ສົມບູນ​ແບບ​ເຕັມ​ໂລກ​ນີ້. ນັ້ນ​ຄື​ຊິ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ!

20. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ຮັກ​ເຮົາ​ຫຼາຍ​ແທ້ໆ ແລະ​ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ພະ​ເຢໂຫວາ​ໄດ້​ສະແດງ​ວ່າ​ຮັກ​ເຮົາ​ແທ້ໆ. ພະອົງ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ ພະອົງ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ແລະ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ທາງ​ຮ່າງກາຍ​ແລະ​ທາງ​ຄວາມ​ເຊື່ອ. ພະອົງ​ຝຶກ​ສອນ​ແລະ​ຊ່ວຍ​ເຫຼືອ​ເຮົາ ແລະ​ພະອົງ​ຍັງ​ໄດ້​ຈັດ​ກຽມ​ພອນ​ຢ່າງ​ຫຼວງ​ຫຼາຍ​ໄວ້​ໃຫ້​ເຮົາ​ໃນ​ອະນາຄົດ. ນີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອົບອຸ່ນ​ໃຈ​ອີ່ຫຼີ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ສົນ​ໃຈ​ເຮົາ​ແທ້ໆ! ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ສຳລັບ​ຄວາມ​ຮັກ​ຂອງ​ພະອົງ​ໄດ້​ແນວ​ໃດ.

ເພງ 108 ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະເຈົ້າ

^ ຂໍ້ 5 ສ່ວນ​ຫຼາຍ​ເຮົາ​ມີ​ແຕ່​ຄິດ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ແລະ​ເປັນ​ຜູ້​ປົກຄອງ​ທີ່​ມີ​ລິດ​ອຳນາດ​ທີ່​ຍິ່ງໃຫຍ່​ທີ່​ສຸດ​ເທົ່າ​ນັ້ນ. ແຕ່​ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ແລະ​ສົນ​ໃຈ​ເຮົາ. ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ເຫດຜົນ​ເຫຼົ່າ​ນັ້ນ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ປະ​ຖິ້ມ​ເຮົາ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ທັງ​ສີ່​ຮູບ​ນີ້​ແມ່ນ​ຮູບ​ຂອງ​ພໍ່​ກັບ​ລູກ: ພໍ່​ຕັ້ງ​ໃຈ​ຟັງ​ລູກ​ເວົ້າ ພໍ່​ຈັດ​ສິ່ງ​ຈຳເປັນ​ໃຫ້​ລູກ​ສາວ ພໍ່​ກຳລັງ​ຝຶກ​ສອນ​ລູກ​ຊາຍ ແລະ​ພໍ່​ໃຫ້​ກຳລັງ​ໃຈ​ລູກ​ຊາຍ. ຮູບ​ມື​ຂອງ​ພະເຢໂຫວາ​ທີ່​ຢູ່​ທາງ​ຫຼັງ​ຂອງ​ສີ່​ເຫດການ​ນີ້​ເຕືອນ​ເຮົາ​ວ່າ ພະເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ​ໃນ​ແບບ​ທີ່​ຄ້າຍ​ກັນ.