ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 9

ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ສະບາຍ​ໃຈ​ຂຶ້ນ

ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ສະບາຍ​ໃຈ​ຂຶ້ນ

“ເມື່ອ​ຂ້ອຍ​ກັງວົນ ພະອົງ​ກໍ​ປອບ​ໃຈ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ສະບາຍ​ໃຈ​ຂຶ້ນ.”—ເພງ. 94:19, ລ.ມ.

ເພງ 44 ຄຳ​ອະທິດຖານ​ຂອງ​ຄົນ​ທຸກ​ໃຈ

ໃຈ​ຄວາມ​ສຳຄັນ *

1. ເຮົາ​ອາດ​ຮູ້ສຶກ​ກັງວົນ​ຫຼື​ເຄັ່ງ​ຕຶງ​ຍ້ອນ​ຫຍັງ ແລະ​ມັນ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

ເຈົ້າ​ເຄີຍ​ກັງວົນ​ແລະ​ເຄັ່ງ​ຕຶງ​ຫຼາຍ​ບໍ? * ເຈົ້າ​ອາດ​ຮູ້ສຶກ​ກັງວົນ​ຫຼື​ເຄັ່ງ​ຕຶງ​ຍ້ອນ​ຄຳເວົ້າ​ຫຼື​ການ​ກະທຳ​ຂອງ​ຄົນ​ອື່ນ ຫຼື​ບໍ່​ກໍ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ຕົວ​ເອງ. ຕົວຢ່າງ: ເຈົ້າ​ອາດ​ເຮັດ​ຜິດ​ແລະ​ຢ້ານ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ເຈົ້າ. ຮ້າຍແຮງ​ກວ່າ​ນັ້ນ​ຄື ເຈົ້າ​ອາດ​ຄິດ​ວ່າ​ການ​ທີ່​ເຈົ້າ​ກັງວົນ​ຫຼາຍ​ໂພດ​ເປັນ​ຍ້ອນ​ຄວາມ​ເຊື່ອ​ຂອງ​ເຈົ້າ​ອ່ອນ​ລົງ​ແລະ​ຄິດ​ວ່າ​ຕົວ​ເອງ​ເປັນ​ຄົນ​ບໍ່​ດີ. ແຕ່​ນັ້ນ​ເປັນ​ຄວາມ​ຈິງ​ບໍ?

2. ໃນ​ຄຳພີ​ໄບເບິນ​ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ທີ່​ສະແດງ​ວ່າ​ການ​ຮູ້ສຶກ​ກັງວົນ​ຫຼື​ເຄັ່ງ​ຕຶງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຂາດ​ຄວາມ​ເຊື່ອ?

2 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ນຳ​ກັນ. ອານາ​ແມ່​ຂອງ​ຜູ້​ພະຍາກອນ​ຊາມູເອນ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ. ແຕ່​ລາວ​ທຸກ​ໃຈ​ຫຼາຍ​ຍ້ອນ​ຄົນ​ໃນ​ຄອບຄົວ​ເຮັດ​ບໍ່​ດີ​ໃສ່​ລາວ. (1 ຊາມ. 1:7) ອັກຄະສາວົກ​ໂປໂລ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ແຕ່​ລາວ​ກໍ​ຮູ້ສຶກ “ກັງວົນ​ກ່ຽວ​ກັບ​ທຸກໆປະຊາຄົມ” ຫຼາຍ​ແທ້ໆ. (2 ກຣ. 11:28) ກະສັດ​ດາວິດ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ພະ​ເຢໂຫວາ​ກໍ​ຮັກ​ແລະ​ພໍ​ໃຈ​ລາວ​ຫຼາຍ. (ກຈກ. 13:22) ແຕ່​ດາວິດ​ກໍ​ຍັງ​ເຮັດ​ຜິດ​ຮ້າຍແຮງ​ເຊິ່ງ​ເຮັດ​ໃຫ້​ລາວ​ເຄັ່ງ​ຕຶງ​ຫຼາຍ. (ເພງ. 38:4) ພະ​ເຢໂຫວາ​ໄດ້​ປອບ​ໃຈ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ທັງ 3 ຄົນ​ສະບາຍ​ໃຈ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ເຫຼົ່າ​ນີ້.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ອານາ​ຜູ້​ຍິງ​ທີ່​ສັດ​ຊື່

3. ເປັນ​ຫຍັງ​ເຮົາ​ອາດ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ເມື່ອ​ຄົນ​ອື່ນ​ເວົ້າ​ບໍ່​ດີ​ໃຫ້​ເຮົາ?

3 ເຮົາ​ອາດ​ຮູ້ສຶກ​ເຄັ່ງ​ຕຶງ​ເມື່ອ​ຄົນ​ອື່ນ​ເວົ້າ​ແລະ​ເຮັດ​ບໍ່​ດີ​ຕໍ່​ເຮົາ. ແລະ​ຖ້າ​ເປັນ​ໝູ່​ສະໜິດ​ຫຼື​ຍາດ​ພີ່ນ້ອງ​ເຮັດ​ແບບ​ນັ້ນ​ກັບ​ເຮົາ ເຮົາ​ກໍ​ແຮ່ງ​ເຈັບ​ປວດ. ເຮົາ​ອາດ​ກັງວົນ​ວ່າ​ເຮົາ​ຈະ​ບໍ່​ໄດ້​ເປັນ​ໝູ່​ກັບ​ພວກ​ເຂົາ​ອີກ​ເລີຍ. ບາງ​ເທື່ອ​ຄົນ​ທີ່​ເວົ້າ​ແບບ​ບໍ່​ຄິດ​ອາດ​ເຮັດ​ໃຫ້​ເຮົາ​ເຈັບ​ຄື​ກັບ​ຖືກ​ມີດ​ແທງ! (ສຸພາ. 12:18) ຫຼື​ບາງ​ຄົນ​ກໍ​ອາດ​ຕັ້ງ​ໃຈ​ໃຊ້​ຄຳເວົ້າ​ເປັນ​ອາວຸດ​ເພື່ອ​ເຮັດ​ໃຫ້​ເຮົາ​ເຈັບ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໄວ​ລຸ້ນ​ກໍ​ເຄີຍ​ປະສົບ​ກັບ​ເລື່ອງ​ແບບ​ນີ້ ລາວ​ບອກ​ວ່າ: “ປະມານ​ສອງ​ສາມ​ປີ​ກ່ອນ ໝູ່​ສະໜິດ​ຂອງ​ຂ້ອຍ​ເລີ່ມ​ໂພສ໌​ໃສ່​ຮ້າຍ​ຂ້ອຍ​ທາງ​ອິນເຕີເນັດ. ຂ້ອຍ​ຮູ້ສຶກ​ເຈັບ​ໃຈ​ແຮງ​ແລະ​ບໍ່​ສະບາຍ​ໃຈ​ຫຼາຍ. ຂ້ອຍ​ບໍ່​ເຂົ້າ​ໃຈ​ເລີຍ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຫັກ​ຫຼັງ​ຂ້ອຍ​ແບບ​ນີ້.” ຖ້າ​ໝູ່​ສະໜິດ​ຫຼື​ຍາດ​ພີ່ນ້ອງ​ເຮັດ​ໃຫ້​ເຈົ້າ​ເຈັບ​ໃຈ ເຈົ້າ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ອານາ​ໄດ້.

4. ອານາ​ຕ້ອງ​ຕໍ່​ສູ້​ກັບ​ບັນຫາ​ຫຍັງ​ແດ່?

4 ອານາ​ຕ້ອງ​ຕໍ່​ສູ້​ກັບ​ບັນຫາ​ທີ່​ໜັກ​ໜ່ວງ ເຊິ່ງ​ກໍ​ຄື​ຕະຫຼອດ​ຫຼາຍ​ປີ​ລາວ​ບໍ່​ສາມາດ​ມີ​ລູກ. (1 ຊາມ. 1:2) ໃນ​ວັດທະນາ​ທຳ​ອິດສະຣາເອນ ຜູ້​ຍິງ​ຄົນ​ໃດ​ທີ່​ເປັນ​ໝັນ​ກໍ​ສະແດງ​ວ່າ​ຄົນ​ນັ້ນ​ຖືກ​ສາບ​ແຊ່ງ ນີ້​ເຮັດ​ໃຫ້​ອານາ​ຮູ້ສຶກ​ອັບອາຍ​ຂາຍ​ໜ້າ​ຫຼາຍ. (ຕົ້ນ. 30:1, 2) ຊ້ຳ​ບໍ່​ໜຳ ເປນີນາ​ເມຍ​ຜູ້​ທີ​ສອງ​ສາມາດ​ມີ​ລູກ​ໃຫ້​ຜົວ​ລາວ​ໄດ້ ແລະ​ຍັງ​ເບິ່ງ​ວ່າ​ອານາ​ເປັນ​ຄູ່​ແຂ່ງ ແລະ​ໄດ້ “ກວນ​ໃຈ​ນາງ​ໃຫ້​ມີ​ຄວາມ​ເຈັບ​ໃຈ​ອັນ​ຂົມ.” (1 ຊາມ. 1:6) ທຳອິດ ອານາ​ເຄັ່ງ​ຕຶງ​ຫຼາຍ​ຈົນ​ທົນ​ບໍ່​ໄຫວ ລາວ​ເສຍໃຈ​ຈົນ “ຮ້ອງໄຫ້​ແລະ​ບໍ່​ກິນ​ເຂົ້າ” ລາວ “ທຸກ​ໃຈ​ຫຼາຍ” ແທ້ໆ. (1 ຊາມ. 1:7, 10) ແຕ່​ອານາ​ສະບາຍ​ໃຈ​ຂຶ້ນ​ໄດ້​ແນວ​ໃດ?

5. ການ​ອະທິດຖານ​ຊ່ວຍ​ອານາ​ແນວ​ໃດ?

5 ອານາ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. ຫຼັງ​ຈາກ​ອະທິດຖານ​ແລ້ວ ລາວ​ກໍ​ເລົ່າ​ສະພາບການ​ຂອງ​ລາວ​ໃຫ້​ປະໂລຫິດ​ໃຫຍ່​ເອລີ​ຟັງ. ເອລີ​ບອກ​ລາວ​ວ່າ: “ຈົ່ງ​ໄປ​ດ້ວຍ​ຄວາມ​ສຸກ​ສຳລານ​ແລະ​ຂໍ​ໃຫ້​ພະເຈົ້າ​ຂອງ​ຍິດສະລາເອນ​ໂຜດ​ປະທານ​ຕາມ​ເຈົ້າ​ໄດ້​ຂໍ​ແລ້ວ.” ຜົນ​ເປັນ​ແນວ​ໃດ? ອານາ ‘ກັບ​ໄປ . . . ແລະ​ໄດ້​ກິນ​ເຂົ້າ​ແລະ​ມີ​ໜ້າ​ຊື່ນ​ບານ​ຕໍ່​ໄປ.’ (1 ຊາມ. 1:17, 18) ການ​ອະທິດຖານ​ຊ່ວຍ​ໃຫ້​ອານາ​ສະບາຍ​ໃຈ​ຂຶ້ນ.

ຄື​ກັບ​ອານາ ເຮົາ​ຈະ​ມີ​ຄວາມ​ສະຫງົບ​ໃຈ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 6-10)

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ອານາ ແລະ​ຈາກ​ຟີລິບປອຍ 4:6, 7 ກ່ຽວ​ກັບ​ການ​ອະທິດຖານ?

6 ເຮົາ​ຈະ​ສະຫງົບ​ໃຈ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ອະທິດຖານ​ເລື້ອຍໆ. ອານາ​ໃຊ້​ເວລາ​ຫຼາຍ​ໃນ​ການ​ລົມ​ກັບ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ. (1 ຊາມ. 1:12) ເຮົາ​ກໍ​ສາມາດ​ອະທິດຖານ​ລົມ​ກັບ​ພະ​ເຢໂຫວາ​ດົນໆກ່ຽວ​ກັບ​ເລື່ອງ​ທີ່​ເຮົາ​ກັງວົນ ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຢ້ານ ແລະ​ຂໍ້​ອ່ອນແອ​ຂອງ​ເຮົາ. ຄຳ​ອະທິດຖານ​ຂອງ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ພາສາ​ທີ່​ສວຍ​ງາມ ສັບ​ສູງ ຫຼື​ລຽງ​ປະໂຫຍກ​ໃຫ້​ຖືກຕ້ອງ​ຕາມ​ຫຼັກ​ພາສາ. ເຖິງ​ວ່າ​ບາງ​ຄັ້ງ​ເຮົາ​ຈະ​ຮ້ອງໄຫ້​ສະອຶກ​ສະອື້ນ​ຕອນ​ອະທິດຖານ​ລະບາຍ​ເລື່ອງ​ທີ່​ທຸກ​ໃຈ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ເຄີຍ​ລຳຄານ​ແລະ​ບໍ່​ເຄີຍ​ເມື່ອຍ​ທີ່​ຈະ​ຟັງ​ເຮົາ. ນອກ​ຈາກ​ການ​ອະທິດຖານ​ກ່ຽວ​ກັບ​ບັນຫາ​ແລ້ວ ເຮົາ​ກໍ​ຕ້ອງ​ບໍ່​ລືມ​ຄຳ​ແນະນຳ​ທີ່​ບອກ​ໄວ້​ໃນ​ຟີລິບປອຍ 4:6, 7 (ອ່ານ) ເຊິ່ງ​ຂໍ້​ນີ້​ໂປໂລ​ກໍ​ເນັ້ນ​ໃຫ້​ເຫັນ​ວ່າ​ເຮົາ​ຄວນ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ​ນຳ. ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ຂອບໃຈ​ພະອົງ ເຊັ່ນ: ຂອບໃຈ​ພະອົງ​ສຳລັບ​ຊີວິດ ສິ່ງ​ທີ່​ສວຍ​ງາມ​ທີ່​ພະອົງ​ສ້າງ ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ຄວາມ​ຫວັງ​ທີ່​ດີ​ເລີດ​ທີ່​ພະອົງ​ໃຫ້​ເຮົາ. ແຕ່​ຍັງ​ມີ​ຫຍັງ​ອີກ​ທີ່​ເຮົາ​ຮຽນ​ຈາກ​ອານາ​ໄດ້?

7. ອານາ​ກັບ​ຜົວ​ຂອງ​ລາວ​ເຮັດ​ຫຍັງ​ເປັນ​ປະຈຳ?

7 ເຖິງ​ວ່າ​ຈະ​ມີ​ບັນຫາ ແຕ່​ອານາ​ກໍ​ໄປ​ນະມັດສະການ​ພະ​ເຢໂຫວາ​ກັບ​ຜົວ​ຂອງ​ລາວ​ຢູ່​ເມືອງ​ຊີໂລ​ເປັນ​ປະຈຳ. (1 ຊາມ. 1:1-5) ທີ່​ຈິງ ອານາ​ຢູ່​ເຕັ້ນ​ສັກສິດ ຕອນ​ທີ່​ປະໂລຫິດ​ໃຫຍ່​ເອລີ​ໄດ້​ໃຫ້​ກຳລັງ​ໃຈ​ລາວ ແລະ​ໃຫ້​ຄວາມ​ຫວັງ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ.—1 ຊາມ. 1:9, 17

8. ການ​ປະຊຸມ​ຊ່ວຍ​ເຮົາ​ແນວ​ໃດ? ຂໍ​ໃຫ້​ອະທິບາຍ.

8 ເຮົາ​ຈະ​ສະຫງົບ​ໃຈ​ຂຶ້ນ​ຖ້າ​ເຮົາ​ໄປ​ປະຊຸມ​ເປັນ​ປະຈຳ. ຄຳ​ອະທິດຖານ​ເປີດ​ການ​ປະຊຸມ​ມັກ​ຈະ​ຂໍ​ພະລັງ​ບໍລິສຸດ​ໃຫ້​ຢູ່​ກັບ​ເຮົາ. ສັນຕິສຸກ​ເຊິ່ງ​ເຮັດ​ໃຫ້​ສະບາຍ​ໃຈ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. (ຄລຕ. 5:22) ເຖິງ​ວ່າ​ເຮົາ​ຈະ​ຍັງ​ກັງວົນ​ແລະ​ທຸກ​ໃຈ ແຕ່​ຖ້າ​ເຮົາ​ໄປ​ປະຊຸມ​ເຮົາ​ກໍ​ເປີດ​ໂອກາດ​ໃຫ້​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ປອບ​ໃຈ​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ໃຈ. ການ​ອະທິດຖານ​ແລະ​ການ​ປະຊຸມ​ເປັນ​ວິທີ​ທີ່​ສຳຄັນ​ທີ່​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ສະບາຍ​ໃຈ​ຂຶ້ນ. (ຮຣ. 10:24, 25) ແຕ່​ຍັງ​ມີ​ຫຍັງ​ອີກ​ບໍ​ທີ່​ເຮົາ​ຈະ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ອານາ.

9. ໃນ​ສະພາບການ​ຂອງ​ອານາ​ມີ​ຫຍັງ​ປ່ຽນ​ໄປ ແຕ່​ມີ​ຫຍັງ​ທີ່​ບໍ່​ປ່ຽນ?

9 ບັນຫາ​ທີ່​ເຮັດ​ໃຫ້​ອານາ​ທຸກ​ໃຈ​ບໍ່​ໄດ້​ໝົດ​ໄປ​ທັນທີ. ເມື່ອ​ອານາ​ກັບ​ມາ​ຈາກ​ການ​ນະມັດສະການ​ພະ​ເຢໂຫວາ​ຢູ່​ເຕັ້ນ​ສັກສິດ ລາວ​ກໍ​ຍັງ​ຕ້ອງ​ຢູ່​ໃນ​ຄອບຄົວ​ດຽວ​ກັນ​ກັບ​ເປນີນາ. ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ນິດໄສ​ຂອງ​ເປນີນາ​ປ່ຽນ​ໄປ ດັ່ງ​ນັ້ນ​ກໍ​ເປັນ​ໄປ​ໄດ້​ທີ່​ອານາ​ຍັງ​ຕ້ອງ​ອົດ​ທົນ​ກັບ​ຄຳເວົ້າ​ເຈັບໆຂອງ​ເປນີນາ​ຄື​ເກົ່າ. ແຕ່​ອານາ​ບໍ່​ໄດ້​ເສຍໃຈ​ອີກ​ແລ້ວ ເພາະ​ຫຼັງ​ຈາກ​ທີ່​ລາວ​ຝາກ​ຄວາມ​ກັງວົນ​ໄວ້​ກັບ​ພະ​ເຢໂຫວາ ລາວ​ກໍ​ບໍ່​ໄດ້​ກັງວົນ​ອີກ​ຕໍ່​ໄປ. ລາວ​ໃຫ້​ພະ​ເຢໂຫວາ​ປອບ​ໃຈ​ແລະ​ຊ່ວຍ​ລາວ​ໃຫ້​ສະບາຍ​ໃຈ​ຂຶ້ນ. ຕໍ່​ມາ ພະ​ເຢໂຫວາ​ກໍ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ອານາ​ໂດຍ​ໃຫ້​ລາວ​ມີ​ລູກ!—1 ຊາມ. 1:19, 20; 2:21

10. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ອານາ?

10 ເຮົາ​ສາມາດ​ສະຫງົບ​ໃຈ​ໄດ້​ເຖິງ​ວ່າ​ບັນຫາ​ຍັງ​ມີ​ຢູ່. ເຖິງ​ວ່າ​ເຮົາ​ຈະ​ອະທິດຖານ​ຢ່າງ​ຈິງ​ຈັງ​ຫຼາຍ​ເທື່ອ​ແລະ​ໄປ​ປະຊຸມ​ເປັນ​ປະຈຳ ແຕ່​ບັນຫາ​ບາງ​ຢ່າງ​ກໍ​ອາດ​ຈະ​ຍັງ​ມີ​ຢູ່. ແຕ່​ຕົວຢ່າງ​ຂອງ​ອານາ​ສອນ​ເຮົາ​ວ່າ ບໍ່​ມີ​ອັນ​ໃດ​ທີ່​ຈະ​ສາມາດ​ຂັດ​ຂວາງ​ພະ​ເຢໂຫວາ​ບໍ່​ໃຫ້​ຊ່ວຍ​ເຮົາ​ໃຫ້​ສະບາຍ​ໃຈ​ຂຶ້ນ. ພະ​ເຢໂຫວາ​ບໍ່​ມີ​ວັນ​ລືມ​ເຮົາ ແລະ​ບໍ່​ຊ້າ​ກໍ​ໄວ​ພະອົງ​ຈະ​ໃຫ້​ລາງວັນ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ.—ຮຣ. 11:6

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ອັກຄະສາວົກ​ໂປໂລ

11. ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ໂປໂລ​ຮູ້ສຶກ​ກັງວົນ?

11 ໂປໂລ​ມີ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ກັງວົນ​ແລະ​ເຄັ່ງ​ຕຶງ ເຊັ່ນ: ຍ້ອນ​ລາວ​ຮັກ​ພີ່ນ້ອງ ລາວ​ຈຶ່ງ​ກັງວົນ​ກັບ​ບັນຫາ​ທີ່​ພີ່ນ້ອງ​ປະສົບ. (2 ກຣ. 2:4; 11:28) ໃນ​ວຽກ​ມອບ​ໝາຍ​ຖານະ​ອັກຄະສາວົກ ໂປໂລ​ໄດ້​ຖືກ​ຜູ້​ຕໍ່​ຕ້ານ​ຂ້ຽນ​ຕີ​ແລະ​ຈັບ​ເຂົ້າ​ຄຸກ. ນອກ​ຈາກ​ນັ້ນ ລາວ​ຍັງ​ຕ້ອງ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ​ເຊັ່ນ ‘ຕອນ​ທີ່​ຂັດສົນ’ ເຊິ່ງ​ເຮັດ​ໃຫ້​ລາວ​ກັງວົນ​ແລະ​ເຄັ່ງ​ຕຶງ​ຫຼາຍ. (ຟລປ. 4:12) ໃນ​ວຽກ​ຮັບໃຊ້ ໂປໂລ​ໄດ້​ປະສົບ​ກັບ​ເຮືອ​ແຕກ​ຢ່າງ​ໜ້ອຍ 3 ເທື່ອ ລອງ​ຄິດ​ເບິ່ງ​ວ່າ​ລາວ​ຈະ​ກັງວົນ​ແລະ​ເຄັ່ງ​ຕຶງ​ຫຼາຍ​ສ່ຳ​ໃດ​ຖ້າ​ຕ້ອງ​ເດີນ​ທາງ​ທາງ​ເຮືອ​ອີກ. (2 ກຣ. 11:23-27) ແລ້ວ​ອັນ​ໃດ​ຊ່ວຍ​ໂປໂລ​ໄດ້​ເມື່ອ​ລາວ​ກັງວົນ?

12. ອັນ​ໃດ​ຊ່ວຍ​ໂປໂລ​ບໍ່​ໃຫ້​ກັງວົນ​ຫຼາຍ​ເກີນ​ໄປ?

12 ໂປໂລ​ຮູ້ສຶກ​ກັງວົນ​ເມື່ອ​ພີ່ນ້ອງ​ມີ​ບັນຫາ ແຕ່​ລາວ​ບໍ່​ໄດ້​ພະຍາຍາມ​ແກ້ໄຂ​ບັນຫາ​ຂອງ​ພີ່ນ້ອງ​ດ້ວຍ​ຕົວ​ເອງ. ລາວ​ຈຽມ​ຕົວ​ແລະ​ຮູ້​ວ່າ​ເຮັດ​ທຸກ​ຢ່າງ​ເອົາ​ເອງ​ບໍ່​ໄດ້. ລາວ​ຈຶ່ງ​ຂໍ​ໃຫ້​ພີ່ນ້ອງ​ຄົນ​ອື່ນ​ຊ່ວຍ​ເບິ່ງ​ແຍງ​ພີ່ນ້ອງ​ໃນ​ປະຊາຄົມ ເຊັ່ນ: ລາວ​ມອບ​ໝາຍ​ໃຫ້​ຜູ້​ຊາຍ​ທີ່​ໄວ້​ໃຈ​ໄດ້​ຄື​ກັບ​ຕີໂມທຽວ​ແລະ​ຕີໂຕ​ຊ່ວຍ. ວຽກ​ທີ່​ພີ່ນ້ອງ​ສອງ​ຄົນ​ນີ້​ເຮັດ​ຕ້ອງ​ຊ່ວຍ​ຫຼຸດ​ຄວາມ​ກັງວົນ​ຂອງ​ໂປໂລ​ຫຼາຍ​ແທ້ໆ.—ຟລປ. 2:19, 20; ຕຕ. 1:1, 4, 5

ຈາກ​ຕົວຢ່າງ​ຂອງ​ໂປໂລ ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ບໍ່​ກັງວົນ​ຫຼື​ເຄັ່ງ​ຕຶງ​ຫຼາຍ​ເກີນ​ໄປ? (ເບິ່ງ​ຂໍ້ 13-15)

13. ຜູ້​ດູ​ແລ​ຈະ​ຮຽນ​ແບບ​ໂປໂລ​ແນວ​ໃດ?

13 ຂໍ​ໃຫ້​ຄົນ​ອື່ນ​ຊ່ວຍ​ເຈົ້າ. ຄື​ກັບ​ໂປໂລ ຜູ້​ດູ​ແລ​ທີ່​ສົນ​ໃຈ​ພີ່ນ້ອງ​ມັກ​ຈະ​ກັງວົນ​ເມື່ອ​ພີ່ນ້ອງ​ໃນ​ປະຊາຄົມ​ປະສົບ​ບັນຫາ. ແຕ່​ຜູ້​ດູ​ແລ​ຄົນ​ດຽວ​ອາດ​ບໍ່​ສາມາດ​ຊ່ວຍ​ທຸກ​ຄົນ​ໃນ​ປະຊາຄົມ​ໄດ້. ຖ້າ​ລາວ​ຈຽມ​ຕົວ​ແລະ​ຍອມ​ຮັບ​ວ່າ​ຕົວ​ເອງ​ເຮັດ​ທຸກ​ຢ່າງ​ບໍ່​ໄດ້ ລາວ​ກໍ​ຈະ​ແບ່ງ​ວຽກ​ໃຫ້​ຄົນ​ທີ່​ມີ​ຄຸນສົມບັດ​ແລະ​ຝຶກ​ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ໃຫ້​ຊ່ວຍ​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພະເຈົ້າ.—2 ຕມ. 2:2

14. ໂປໂລ​ບໍ່​ຢ້ານ​ຫຍັງ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລາວ?

14 ຍອມ​ຮັບ​ວ່າ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ. ໂປໂລ​ຖ່ອມ​ຕົວ ລາວ​ຮູ້​ວ່າ​ຕົວ​ເອງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ໝູ່. ເຫັນ​ໄດ້​ແຈ້ງ​ວ່າ ລາວ​ບໍ່​ຢ້ານ​ທີ່​ຈະ​ຖືກ​ເບິ່ງ​ວ່າ​ອ່ອນແອ​ຖ້າ​ລາວ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ລາວ​ໄດ້​ຂຽນ​ເຖິງ​ຟີເລໂມນ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ແລະ​ໄດ້​ກຳລັງ​ໃຈ​ຫຼາຍ​ເມື່ອ​ໄດ້​ຍິນ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ເຈົ້າ.” (ຟລມ. 7) ໂປໂລ​ເວົ້າ​ເຖິງ​ເພື່ອນ​ຮ່ວມ​ວຽກ​ຮັບໃຊ້​ຫຼາຍ​ຄົນ​ວ່າ​ພວກ​ເຂົາ​ໄດ້​ຊ່ວຍ​ໃຫ້​ກຳລັງ​ໃຈ​ລາວ​ຫຼາຍ​ໃນ​ໄລຍະ​ທີ່​ຕຶງ​ຄຽດ. (ກລຊ. 4:7-11) ເມື່ອ​ເຮົາ​ຖ່ອມ​ຕົວ​ຍອມ​ຮັບ​ວ່າ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ​ກຳລັງ​ໃຈ ພີ່ນ້ອງ​ກໍ​ຈະ​ດີ​ໃຈ​ທີ່​ໄດ້​ຊ່ວຍ​ເຮົາ.

15. ໂປໂລ​ເຮັດ​ຫຍັງ​ເມື່ອ​ລາວ​ຮູ້ສຶກ​ເຄັ່ງ​ຕຶງ?

15 ໝາຍ​ເພິ່ງ​ພະ​ຄຳ​ຂອງ​ພະເຈົ້າ. ໂປໂລ​ຮູ້​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ກຳລັງ​ໃຈ​ລາວ​ໄດ້. (ຣມ. 15:4) ແລະ​ຄຳພີ​ໄບເບິນ​ຍັງ​ໃຫ້​ສະຕິປັນຍາ​ເພື່ອ​ຈະ​ຮັບ​ມື​ກັບ​ບັນຫາ​ທຸກ​ຢ່າງ. (2 ຕມ. 3:15, 16) ຕອນ​ທີ່​ຖືກ​ກັກ​ບໍລິເວນ​ເທື່ອ​ທີ​ສອງ​ຢູ່​ເມືອງ​ໂຣມ ໂປໂລ​ຮູ້​ວ່າ​ໃກ້​ຈະ​ຮອດ​ມື້​ຕາຍ​ແລ້ວ. ລາວ​ໄດ້​ເຮັດ​ຫຍັງ​ເພື່ອ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ນີ້? ລາວ​ຂໍ​ໃຫ້​ຕີໂມທຽວ​ມາ​ຫາ​ລາວ​ໄວໆແລະ​ເອົາ “ມ້ວນ​ໜັງສື​ຕ່າງໆ” ມາ​ໃຫ້​ລາວ​ນຳ. (2 ຕມ. 4:6, 7, 9, 13) ຍ້ອນ​ຫຍັງ? ກໍ​ເພາະ​ມ້ວນ​ໜັງສື​ເຫຼົ່າ​ນັ້ນ​ອາດ​ຈະ​ເປັນ​ພະ​ຄຳພີ​ພາກ​ພາສາ​ເຮັບເຣີ​ທີ່​ໂປໂລ​ໃຊ້​ສຶກສາ​ສ່ວນ​ຕົວ. ຖ້າ​ເຮົາ​ຮຽນ​ແບບ​ໂປໂລ​ໂດຍ​ສຶກສາ​ສ່ວນ​ຕົວ​ເປັນ​ປະຈຳ ພະ​ເຢໂຫວາ​ກໍ​ຈະ​ໃຊ້​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ເຮົາ​ສະບາຍ​ໃຈ​ຂຶ້ນ​ບໍ່​ວ່າ​ເຮົາ​ຈະ​ປະສົບ​ບັນຫາ​ຫຍັງ​ກໍຕາມ.

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ກະສັດ​ດາວິດ

ຄື​ກັບ​ດາວິດ ອັນ​ໃດ​ຈະ​ຊ່ວຍ​ເຮົາ​ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ? (ເບິ່ງ​ຂໍ້ 16-19)

16. ດາວິດ​ຮູ້ສຶກ​ແນວ​ໃດ​ຫຼັງ​ຈາກ​ທີ່​ເຮັດ​ຜິດ​ຮ້າຍແຮງ?

16 ດາວິດ​ເຮັດ​ຜິດ​ຮ້າຍແຮງ. ລາວ​ຫຼິ້ນ​ຊູ້​ກັບ​ນາງ​ບາດເຊບາ ວາງ​ແຜນ​ຂ້າ​ຜົວ​ຂອງ​ນາງ ແລະ​ພະຍາຍາມ​ປົກ​ປິດ​ຄວາມ​ຜິດ​ນັ້ນ. (2 ຊາມ. 12:9) ຍ້ອນ​ດາວິດ​ບໍ່​ໄດ້​ໃສ່​ໃຈ​ຕໍ່​ຄວາມ​ຮູ້ສຶກ​ຜິດ ຜົນ​ກໍ​ຄື​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ຖືກ​ທຳລາຍ ລາວ​ຍັງ​ເຈັບ​ປ່ວຍ​ທາງ​ຮ່າງກາຍ ແລະ​ຈິດ​ໃຈ​ກໍ​ມີ​ແຕ່​ຄວາມ​ຕຶງ​ຄຽດ. (ເພງ. 32:3, 4) ອັນ​ໃດ​ຊ່ວຍ​ດາວິດ​ໃຫ້​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ຍ້ອນ​ເຮັດ​ຜິດ​ຮ້າຍແຮງ ແລະ​ອັນ​ໃດ​ຈະ​ຊ່ວຍ​ເຮົາ​ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ?

17. ດາວິດ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ກັບ​ໃຈ​ຢ່າງ​ແທ້​ຈິງ​ຕາມ​ທີ່​ບອກ​ໃນ​ຄຳເພງ 51:1-4?

17 ອະທິດຖານ​ຂໍ​ພະເຈົ້າ​ຍົກ​ໂທດ​ໃຫ້. ດາວິດ​ກັບ​ມາ​ຫາ​ພະ​ເຢໂຫວາ​ໂດຍ​ອະທິດຖານ​ເຖິງ​ພະອົງ. ລາວ​ກັບ​ໃຈ​ຢ່າງ​ແທ້​ຈິງ ແລະ​ສາລະພາບ​ຄວາມ​ຜິດ. (ອ່ານ​ຄຳເພງ 51:1-4) ນີ້​ຊ່ວຍ​ລາວ​ໃຫ້​ສະຫງົບ​ໃຈ​ແລະ​ມີ​ຄວາມ​ສຸກ​ໄດ້. (ເພງ. 32:1, 2, 4, 5) ຖ້າ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ ຢ່າ​ພະຍາຍາມ​ປົກ​ປິດ ແຕ່​ໃຫ້​ອະທິດຖານ​ສາລະພາບ​ຄວາມ​ຜິດ​ກັບ​ພະ​ເຢໂຫວາ. ແລ້ວ​ເຈົ້າ​ຈະ​ເລີ່ມ​ຮູ້ສຶກ​ດີ​ຂຶ້ນ​ແລະ​ບໍ່​ກັງວົນ​ຍ້ອນ​ຮູ້ສຶກ​ຜິດ. ແຕ່​ຖ້າ​ເຈົ້າ​ຢາກ​ໃຫ້​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ກັບ​ມາ​ດີ​ຄື​ເກົ່າ ເຈົ້າ​ກໍ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ບໍ່​ພຽງ​ແຕ່​ອະທິດຖານ​ເທົ່າ​ນັ້ນ.

18. ດາວິດ​ຍອມ​ຮັບ​ການ​ສັ່ງ​ສອນ​ແນວ​ໃດ?

18 ຍອມ​ຮັບ​ການ​ສັ່ງ​ສອນ. ເມື່ອ​ພະ​ເຢໂຫວາ​ສົ່ງ​ຜູ້​ພະຍາກອນ​ນາທານ​ໄປ​ຊ່ວຍ​ດາວິດ​ໃຫ້​ສຳນຶກ​ວ່າ​ລາວ​ເຮັດ​ຜິດ ດາວິດ​ກໍ​ບໍ່​ໄດ້​ແກ້​ໂຕ​ຫຼື​ພະຍາຍາມ​ເຮັດ​ໃຫ້​ຄວາມ​ຜິດ​ນັ້ນ​ເບິ່ງ​ຄື​ວ່າ​ບໍ່​ຮ້າຍແຮງ. ລາວ​ຍອມ​ຮັບ​ທັນທີ​ວ່າ​ລາວ​ບໍ່​ພຽງ​ແຕ່​ເຮັດ​ຜິດ​ຕໍ່​ຜົວ​ຂອງ​ບາດເຊບາ​ເທົ່າ​ນັ້ນ ແຕ່​ຮ້າຍແຮງ​ກວ່າ​ນັ້ນ​ຄື​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ. ດາວິດ​ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ຍົກ​ໂທດ​ໃຫ້​ລາວ. (2 ຊາມ. 12:10-14) ຖ້າ​ເຮົາ​ເຮັດ​ຜິດ​ຮ້າຍແຮງ ເຮົາ​ຕ້ອງ​ໄປ​ລົມ​ກັບ​ຄົນ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ​ເຮົາ. (ຢກບ. 5:14, 15) ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ບໍ່​ພະຍາຍາມ​ແກ້​ໂຕ. ແຮ່ງ​ເຮົາ​ຍອມ​ຮັບ​ການ​ສັ່ງ​ສອນ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ໄວ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ກັບ​ມາ​ສະຫງົບ​ໃຈ​ແລະ​ມີ​ຄວາມ​ສຸກ​ໄວ​ຂຶ້ນ​ເທົ່າ​ນັ້ນ.

19. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

19 ຕັ້ງ​ໃຈ​ທີ່​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ. ກະສັດ​ດາວິດ​ຮູ້​ວ່າ​ຖ້າ​ບໍ່​ຢາກ​ເຮັດ​ຜິດ​ຊ້ຳ​ອີກ ລາວ​ຕ້ອງ​ໃຫ້​ພະ​ເຢໂຫວາ​ຊ່ວຍ. (ເພງ. 51:7, 10, 12) ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ແລ້ວ ດາວິດ​ກໍ​ຕັ້ງ​ໃຈ​ບໍ່​ຄິດ​ເລື່ອງ​ທີ່​ບໍ່​ດີ​ອີກ​ຕໍ່​ໄປ. ຜົນ​ກໍ​ຄື ລາວ​ໄດ້​ກັບ​ມາ​ມີ​ຄວາມ​ສະຫງົບ​ໃຈ​ອີກ.

20. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ທີ່​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ເຮົາ?

20 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນ​ຄ່າ​ທີ່​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ເຮົາ​ໂດຍ​ການ​ອະທິດຖານ ຍອມ​ຮັບ​ການ​ສັ່ງ​ສອນ​ຈາກ​ພະອົງ ແລະ​ພະຍາຍາມ​ທີ່​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມ​ສະຫງົບ​ໃຈ. ພີ່ນ້ອງ​ເຈມ​ເຊິ່ງ​ເຄີຍ​ເຮັດ​ຜິດ​ຮ້າຍແຮງ​ຍອມ​ຮັບ​ວ່າ​ນີ້​ເປັນ​ຄວາມ​ຈິງ ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ສາລະພາບ​ຜິດ​ກັບ​ຜູ້​ດູ​ແລ ຂ້ອຍ​ກໍ​ຮູ້ສຶກ​ໂລ່ງ​ໃຈ​ຄື​ກັບ​ຍົກ​ຂອງ​ໜັກ​ອອກ​ຈາກ​ບ່າ ແລ້ວ​ຂ້ອຍ​ກໍ​ຮູ້ສຶກ​ສະຫງົບ​ໃຈ.” ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆທີ່​ຮູ້​ວ່າ “ພະ​ເຢໂຫວາ​ສະຖິດ​ຢູ່​ໃກ້​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ຂາດ ແລະ​ພະອົງ​ຊ່ອຍ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເສຍໃຈ​ແລ້ວ”!—ເພງ. 34:18

21. ເຮົາ​ຈະ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ສະບາຍ​ໃຈ​ຂຶ້ນ​ໄດ້​ແນວ​ໃດ?

21 ໃນ​ຂະນະ​ທີ່​ສະໄໝ​ສຸດ​ທ້າຍ​ໃກ້​ຈະ​ເຖິງ​ຈຸດ​ຈົບ ເຮົາ​ແຮ່ງ​ຈະ​ມີ​ເລື່ອງ​ທີ່​ເຮັດ​ໃຫ້​ກັງວົນ​ແລະ​ຕຶງ​ຄຽດ​ຫຼາຍ​ຂຶ້ນ. ຖ້າ​ເຈົ້າ​ຮູ້ສຶກ​ກັງວົນ ໃຫ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ທັນທີ ດຸ​ໝັ່ນ​ສຶກສາ​ຄຳພີ​ໄບເບິນ ຮຽນ​ຈາກ​ຕົວຢ່າງ​ຂອງ​ອານາ ໂປໂລ ແລະ​ດາວິດ. ໃຫ້​ຂໍ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກັງວົນ​ແລະ​ທຸກ​ໃຈ. (ເພງ. 139:23) ແລະ​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໂດຍ​ສະເພາະ​ແມ່ນ​ເລື່ອງ​ທີ່​ເຈົ້າ​ຄວບຄຸມ​ໄດ້​ໜ້ອຍ​ໜຶ່ງ​ຫຼື​ຄວບຄຸມ​ບໍ່​ໄດ້​ເລີຍ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ຈະ​ເປັນ​ຄື​ກັບ​ຜູ້​ຂຽນຄຳເພງ​ທີ່ຮ້ອງ​ເພງສັນລະເສີນ​ພະ​ເຢໂຫວາ​ວ່າ: “ເມື່ອ​ຂ້ອຍ​ກັງວົນ ພະອົງ​ກໍ​ປອບ​ໃຈ​ຂ້ອຍ​ແລະ​ເຮັດ​ໃຫ້​ສະບາຍ​ໃຈ​ຂຶ້ນ.”—ເພງ. 94:19, ລ.ມ.

ເພງ 4 “ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ຂ້ອຍ”

^ ຂໍ້ 5 ບາງ​ຄັ້ງ​ເຮົາ​ທຸກ​ຄົນ​ອາດ​ຮູ້ສຶກ​ກັງວົນ​ແລະ​ເຄັ່ງ​ຕຶງ​ກັບ​ບັນຫາ​ທີ່​ປະສົບ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ 3 ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ທີ່​ຮູ້ສຶກ​ກັງວົນ​ແລະ​ເຄັ່ງ​ຕຶງ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ປອບ​ໃຈ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ແຕ່​ລະ​ຄົນ​ສະບາຍ​ໃຈ​ຂຶ້ນ​ໄດ້​ແນວ​ໃດ.

^ ຂໍ້ 1 ການ​ອະທິບາຍ​ສຳນວນ: ຄວາມ​ກັງວົນ​ແລະ​ຄວາມ​ເຄັ່ງ​ຕຶງ​ອາດ​ມີ​ສາເຫດ​ມາ​ຈາກ​ບັນຫາ​ທາງ​ການ​ເງິນ ບັນຫາ​ສຸຂະພາບ ບັນຫາ​ຄອບຄົວ ຫຼື​ບັນຫາ​ສ່ວນ​ຕົວ. ນອກ​ຈາກ​ນັ້ນ ເຮົາ​ອາດ​ກັງວົນ​ແລະ​ເຄັ່ງ​ຕຶງ​ຍ້ອນ​ຄວາມ​ຜິດ​ທີ່​ເຮົາ​ເຮັດ​ໃນ​ອະດີດ​ຫຼື​ບັນຫາ​ທີ່​ເຮົາ​ຄິດ​ວ່າ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.