ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ກະບອກ​ດິນ​ໜຽວ​ທີ່​ມີ​ຊື່​ເບນຊາດຊາເຣ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ບູຮານຄະດີ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເບນຊາດຊາເຣ​ເຄີຍ​ມີ​ຊີວິດ​ຢູ່​ແທ້​ແລະ​ເປັນ​ກະສັດ​ຂອງ​ບາບີໂລນ?

ເປັນ​ເວລາ​ຫຼາຍ​ປີ​ທີ່​ນັກ​ວິຈານ​ຄຳພີ​ໄບເບິນ​ບອກ​ວ່າ​ກະສັດ​ເບນຊາດຊາເຣ​ທີ່​ເວົ້າ​ເຖິງ​ໃນ​ປຶ້ມ​ດານຽນ​ບໍ່​ມີ​ຊີວິດ​ຢູ່​ແທ້. (ດາ. 5:1) ພວກ​ເຂົາ​ຄິດ​ແບບ​ນັ້ນ​ຍ້ອນ​ນັກ​ບູຮານຄະດີ​ບໍ່​ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ເບນຊາດຊາເຣ​ເຄີຍ​ມີ​ຊີວິດ​ຢູ່​ແທ້ ແຕ່​ເມື່ອ​ຮອດ​ປີ 1854 ທຸກ​ຢ່າງ​ກໍ​ປ່ຽນ​ໄປ. ຍ້ອນ​ຫຍັງ?

ໃນ​ປີ 1854 ກົງ​ສູນ​ຂອງ​ອັງກິດ​ຄົນ​ໜຶ່ງ​ທີ່​ຊື່ ຈອນ ຈອດສ໌ ເທເລີ​ໄດ້​ຄົ້ນ​ພົບ​ຊາກ​ຫັກ​ພັງ​ຢູ່​ໃນ​ເມືອງ​ອູຣ​ບູຮານ ເຊິ່ງ​ປັດຈຸບັນ​ແມ່ນ​ຢູ່​ທາງ​ພາກ​ໃຕ້​ຂອງ​ປະເທດ​ອີຣັກ. ຢູ່​ບ່ອນ​ນັ້ນ​ລາວ​ໄດ້​ພົບ​ກະບອກ​ດິນ​ໜຽວ​ຫຼາຍ​ອັນ​ໃນ​ຫໍ​ຄອຍ​ໃຫຍ່​ແຫ່ງ​ໜຶ່ງ. ກະບອກ​ດິນ​ໜຽວ​ແຕ່​ລະ​ອັນ​ຍາວ​ປະມານ 10 ຊັງຕີແມັດ ແລະ​ຖືກ​ແກະ​ສະ​ຫຼັກ​ດ້ວຍ​ອັກສອນ​ຮູບຫຼິ້ມ. ໃນ​ກະບອກ​ດິນ​ໜຽວ​ອັນ​ໜຶ່ງ​ມີ​ການ​ບັນທຶກ​ອັກສອນ​ຮູບຫຼິ້ມ​ກ່ຽວ​ກັບ​ຄຳ​ອະທິດຖານ​ຂໍ​ໃຫ້​ກະສັດ​ນະ​ໂບ​ໄນ​ດັດ​ແລະ​ເບນຊາດຊາເຣ​ລູກ​ຊາຍ​ກົກ​ຂອງ​ລາວ​ມີ​ອາຍຸ​ຍືນ​ຍາວ. ນັກ​ວິຈານ​ຄຳພີ​ໄບເບິນ​ຕ້ອງ​ຍອມ​ຮັບ​ວ່າ: ການ​ຄົ້ນ​ພົບ​ນີ້​ພິສູດ​ໃຫ້​ເຫັນ​ວ່າ ເບນຊາດຊາເຣ​ມີ​ຊີວິດ​ຢູ່​ແທ້.

ຍັງ​ບໍ່​ພໍ​ເທົ່າ​ນັ້ນ ຄຳພີ​ໄບເບິນ​ບໍ່​ໄດ້​ພຽງ​ແຕ່​ບອກ​ວ່າ​ເບນຊາດຊາເຣ​ມີ​ຊີວິດ​ຢູ່​ແທ້ ແຕ່​ຍັງ​ບອກ​ວ່າ​ລາວ​ເປັນ​ກະສັດ​ນຳ. ເຖິງ​ຢ່າງ​ໃດ​ກໍ​ຕາມ ນັກ​ວິຈານ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ກໍ​ຍັງ​ສົງໄສ​ເລື່ອງ​ນີ້ ເຊັ່ນ: ໃນ​ສະຕະວັດ​ທີ 19 ນັກ​ວິທະຍາສາດ​ຄົນ​ອັງກິດ​ທີ່​ຊື່ ວິນລຽມ ທໍບັອດ​ຂຽນ​ວ່າ ບາງ​ຄົນ​ບອກ​ວ່າ: “ເບນ-ຊາ-ອຸດສ໌ເຊີ [ເບນຊາດຊາເຣ] ປົກຄອງ​ຮ່ວມ​ກັບ​ນະ​ໂບ​ໄນ​ດັດ​ທີ່​ເປັນ​ພໍ່​ຂອງ​ລາວ. ແຕ່​ເລື່ອງ​ນີ້​ບໍ່​ມີ​ຫຼັກ​ຖານ​ແມ່ນ​ແຕ່​ໜ້ອຍ​ດຽວ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ ຂໍ້​ຂັດ​ແຍ່ງ​ນີ້​ກໍ​ຖືກ​ແກ້ໄຂ​ແລ້ວ​ເພາະ​ກະບອກ​ດິນ​ໜຽວ​ໂຕ​ອື່ນໆເຮັດ​ໃຫ້​ຮູ້​ວ່າ​ກະສັດ​ນະ​ໂບ​ໄນ​ດັດ​ທີ່​ເປັນ​ພໍ່​ຂອງ​ເບນຊາດຊາເຣ​ບໍ່​ໄດ້​ຢູ່​ໃນ​ເມືອງ​ຫຼວງ​ເປັນ​ເວລາ​ຫຼາຍ​ປີ. ແລ້ວ​ເກີດ​ຫຍັງ​ຂຶ້ນ​ຕອນ​ທີ່​ລາວ​ບໍ່​ຢູ່? ສາລານຸກົມ ບຣິແທນນິກາ ບອກ​ວ່າ: “ຕອນ​ທີ່​ນະ​ໂບ​ໄນ​ດັດ​ບໍ່​ຢູ່ ລາວ​ໄດ້​ຝາກ​ບັນລັງ​ແລະ​ກອງທັບ​ສ່ວນ​ສຳຄັນ​ໄວ້​ກັບ​ເບນຊາດຊາເຣ.” ດັ່ງ​ນັ້ນ ເບນຊາດຊາເຣ​ຈຶ່ງ​ປົກຄອງ​ບາບີໂລນ​ຮ່ວມ​ກັບ​ພໍ່​ຂອງ​ລາວ​ໃນ​ໄລຍະ​ນັ້ນ. ອາລັນ ມິນລາດ​ເຊິ່ງ​ເປັນ​ນັກ​ບູຮານຄະດີ​ແລະ​ນັກ​ວິຊາການ​ດ້ານ​ພາສາ​ບອກ​ວ່າ ເປັນ​ເລື່ອງ​ທີ່​ເໝາະ​ສົມ​ທີ່ “ປຶ້ມ​ດານຽນ​ຈະ​ເອີ້ນ​ເບນຊາດຊາເຣ​ວ່າ ‘ກະສັດ.’”

ແຕ່​ສຳລັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ແລ້ວ ສິ່ງ​ທີ່​ພິສູດ​ວ່າ​ປຶ້ມ​ດານຽນ​ເຊື່ອ​ຖື​ໄດ້​ແລະ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ກໍ​ຄື​ຂໍ້​ພິສູດ​ໃນ​ຄຳພີ​ໄບເບິນ.—2 ຕມ. 3:16