ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 11

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?

ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?

“ການ​ຮັບ​ບັບເຕມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.”—1 ປຕ. 3:21

ເພງ 28 ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

ໃຈ​ຄວາມ​ສຳຄັນ *

1. ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ສ້າງ​ເຮືອນ ລາວ​ຄວນ​ຈະ​ເຮັດ​ຫຍັງ?

ລອງ​ນຶກ​ພາບ​ເບິ່ງ​ວ່າ​ຄົນ​ຜູ້​ໜຶ່ງ​ຕັດສິນ​ໃຈ​ທີ່​ຈະ​ສ້າງ​ເຮືອນ. ລາວ​ຮູ້​ວ່າ​ລາວ​ຢາກ​ສ້າງ​ເຮືອນ​ແບບ​ໃດ. ແຕ່​ລາວ​ຈະ​ຟ້າວ​ໄປ​ຊື້​ວັດສະດຸ​ອຸປະກອນ ແລະ​ເລີ່ມ​ສ້າງ​ເຮືອນ​ເລີຍ​ບໍ? ບໍ່. ກ່ອນ​ທີ່​ລາວ​ຈະ​ເລີ່ມ​ສ້າງ​ເຮືອນ ມີ​ບາງ​ສິ່ງ​ທີ່​ສຳຄັນ​ທີ່​ລາວ​ຕ້ອງ​ເຮັດ​ຄື ລາວ​ຕ້ອງ​ຄິດ​ໄລ່​ເບິ່ງ​ກ່ອນ​ວ່າ​ຈະ​ໝົດ​ຄ່າ​ໃຊ້​ຈ່າຍ​ເທົ່າ​ໃດ. ຍ້ອນ​ຫຍັງ? ຍ້ອນ​ລາວ​ຕ້ອງ​ຮູ້​ກ່ອນ​ວ່າ​ເງິນ​ທີ່​ລາວ​ມີ​ຈະ​ພໍ​ສ້າງ​ເຮືອນ​ໃຫ້​ແລ້ວ​ບໍ. ຖ້າ​ລາວ​ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​ຢ່າງ​ລະອຽດ​ກ່ອນ ລາວ​ກໍ​ມີ​ໂອກາດ​ທີ່​ຈະ​ສ້າງ​ເຮືອນ​ແລ້ວ.

2. ຕາມ​ລູກາ 14:27-30 ເຈົ້າ​ຄວນ​ຄິດ​ເຖິງ​ຫຍັງ​ຢ່າງ​ຮອບຄອບ​ກ່ອນ​ຈະ​ຮັບ​ບັບເຕມາ?

2 ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ແລະ​ການ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຈົ້າ​ໄດ້​ກະຕຸ້ນ​ເຈົ້າ​ໃຫ້​ຄິດ​ທີ່​ຈະ​ຮັບ​ບັບເຕມາ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ຕ້ອງ​ຕັດສິນ​ໃຈ​ຄື​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ທີ່​ຢາກ​ສ້າງ​ເຮືອນ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຂໍ​ໃຫ້​ພິຈາລະນາ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ລູກາ 14:27-30 (ອ່ານ). ພະ​ເຢຊູ​ກຳລັງ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ການ​ເປັນ​ລູກສິດ​ເພິ່ນ. ເພື່ອ​ຈະ​ເປັນ​ລູກສິດ​ເພິ່ນ ເຮົາ​ຕ້ອງ​ເຕັມ​ໃຈ​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ບາງ​ຢ່າງ​ແລະ​ເສຍ​ສະລະ​ບາງ​ສິ່ງ. (ລກ. 9:23-26; 12:51-53) ດັ່ງ​ນັ້ນ ກ່ອນ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ ເຈົ້າ​ຕ້ອງ​ຄິດ​ຢ່າງ​ຮອບຄອບ​ວ່າ​ເຈົ້າ​ຈະ​ປະສົບ​ຫຍັງ​ແດ່​ເມື່ອ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. ແລ້ວ​ເຈົ້າ​ຈະ​ພ້ອມ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕໍ່ໆໄປ​ໃນ​ຖານະ​ທີ່​ເປັນ​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ແລ້ວ.

3. ເຮົາ​ຈະ​ຄົ້ນ​ຄວ້າ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ການ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ຄຸ້ມ​ຄ່າ​ກັບ​ສິ່ງ​ທີ່​ຕ້ອງ​ເສຍ​ໄປ​ບໍ? ຄຸ້ມ​ຄ່າ​ແທ້! ເພາະ​ການ​ຮັບ​ບັບເຕມາ​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ຢ່າງ​ບໍ່​ອັ້ນ​ທັງ​ໃນ​ຕອນ​ນີ້​ແລະ​ອະນາຄົດ. ໃຫ້​ເຮົາ​ມາ​ຄົ້ນ​ຄວ້າ​ບາງ​ຄຳຖາມ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ ເພາະ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນ​ໃຈ​ໄດ້​ວ່າ “ຂ້ອຍ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?”

ເຈົ້າ​ຕ້ອງ​ຮູ້​ຫຍັງ​ກ່ຽວ​ກັບ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ

4. (ກ) ການ​ອຸທິດ​ຕົວ​ແມ່ນ​ຫຍັງ? (ຂ) ຕາມ​ມັດທາຍ 16:24 ການ “ເຊົາ​ໃຊ້​ຊີວິດ” ເພື່ອ​ຕົວ​ເອງ​ໝາຍ​ຄວາມ​ວ່າ​ແນວ​ໃດ?

4 ການ​ອຸທິດ​ຕົວ​ແມ່ນ​ຫຍັງ? ເພື່ອ​ທີ່​ເຈົ້າ​ຈະ​ຮັບ​ບັບເຕມາ​ໄດ້ ເຈົ້າ​ຕ້ອງ​ອຸທິດ​ຕົວ​ກ່ອນ. ການ​ອຸທິດ​ຕົວ​ຄື​ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢ່າງ​ຈິງ​ຈັງ​ຈາກ​ຫົວໃຈ​ແລະ​ສັນຍາ​ກັບ​ພະອົງ​ວ່າ​ຈະ​ໃຊ້​ຊີວິດ​ຂອງ​ເຈົ້າ​ຮັບໃຊ້​ພະອົງ​ຕະຫຼອດ​ໄປ. ເມື່ອ​ເຈົ້າ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລ້ວ ເຈົ້າ​ກໍ​ຕ້ອງ “ເຊົາ​ໃຊ້​ຊີວິດ” ເພື່ອ​ຕົວ​ເອງ. (ອ່ານ​ມັດທາຍ 16:24) ຕອນ​ນີ້​ເຈົ້າ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ ເຊິ່ງ​ນີ້​ກໍ​ເປັນ​ສິດທິ​ພິເສດ​ທີ່​ຍິ່ງໃຫຍ່​ແທ້ໆ. (ຣມ. 14:8) ນອກ​ຈາກ​ນັ້ນ ເຈົ້າ​ກໍ​ກຳລັງ​ບອກ​ພະອົງ​ວ່າ​ຕັ້ງ​ແຕ່​ນີ້​ຕໍ່​ໄປ​ເຈົ້າ​ຈະ​ໃຫ້​ການ​ຮັບໃຊ້​ພະອົງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ແລະ​ບໍ່​ເຮັດ​ຕາມ​ໃຈ​ຕົວ​ເອງ. ການ​ອຸທິດ​ຕົວ​ຂອງ​ເຈົ້າ​ເປັນ​ຄຳ​ສັນຍາ​ທີ່​ເຈົ້າ​ເຮັດ​ກັບ​ພະເຈົ້າ​ຢ່າງ​ຈິງ​ຈັງ. ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ເຮົາ​ໃຫ້​ເຮັດ​ຄຳ​ສັນຍາ​ແບບ​ນັ້ນ. ແຕ່​ເມື່ອ​ເຮົາ​ເຮັດ​ແລ້ວ ພະອົງ​ກໍ​ຄາດ​ໝາຍ​ໃຫ້​ເຮົາ​ເຮັດ​ຕາມ​ທີ່​ສັນຍາ​ໄວ້.—ເພງ. 116:12, 14

5. ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ແຕກຕ່າງ​ກັນ​ແນວ​ໃດ?

5 ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ແຕກຕ່າງ​ກັນ​ແນວ​ໃດ? ການ​ອຸທິດ​ຕົວ​ເປັນ​ເລື່ອງ​ສ່ວນ​ຕົວ​ລະຫວ່າງ​ເຈົ້າ​ກັບ​ພະ​ເຢໂຫວາ ເຊິ່ງ​ບໍ່​ມີ​ໃຜ​ຮູ້​ເລື່ອງ​ນີ້. ສ່ວນ​ການ​ຮັບ​ບັບເຕມາ​ເປັນ​ສິ່ງ​ທີ່​ເຈົ້າ​ເຮັດ​ຕໍ່​ໜ້າ​ຄົນ​ອື່ນ ເຊິ່ງ​ປົກກະຕິ​ຈະ​ມີ​ການ​ຮັບ​ບັບເຕມາ​ຢູ່​ໃນ​ການ​ປະຊຸມ​ໝວດ​ຫຼື​ການ​ປະຊຸມ​ພາກ. ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ສະແດງ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ * ແລະ​ຍັງ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ ສຸດ​ຊີວິດ ສຸດ​ຄວາມ​ຄິດ ສຸດ​ກຳລັງ ແລະ​ຢາກ​ຮັບໃຊ້​ພະອົງ​ຕະຫຼອດ​ໄປ.—ມຣກ. 12:30

6-7. ຕາມ 1 ເປໂຕ 3:18-22 ມີ​ສອງ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ຮັບ​ບັບເຕມາ?

6 ຕ້ອງ​ຮັບ​ບັບເຕມາ​ແທ້ໆບໍ? ຂໍ​ໃຫ້​ມາ​ເບິ່ງ​ຄຳເວົ້າ​ໃນ 1 ເປໂຕ 3:18-22 (ອ່ານ) ຄື​ກັບ​ເຮືອ​ທີ່​ເປັນ​ຫຼັກ​ຖານ​ສະແດງ​ເຖິງ​ຄວາມ​ເຊື່ອ​ຂອງ​ໂນອາ ການ​ຮັບ​ບັບເຕມາ​ກໍ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ເຈົ້າ​ໄດ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລ້ວ. ແຕ່​ຕ້ອງ​ຮັບ​ບັບເຕມາ​ແທ້ໆບໍ? ແມ່ນ ຕ້ອງ​ຮັບ. ເປໂຕ​ໄດ້​ບອກ​ເຫດຜົນ​ກ່ຽວ​ກັບ​ເລື່ອງ​ນີ້. ທຳອິດ ການ​ຮັບ​ບັບເຕມາ “ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.” ການ​ຮັບ​ບັບເຕມາ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ຖ້າ​ເຮົາ​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ສະແດງ​ວ່າ​ເຮົາ​ເຊື່ອ​ໃນ​ພະ​ເຢຊູ ເຊື່ອ​ວ່າ​ເພິ່ນ​ຕາຍ​ເພື່ອ​ເຮົາ ເຊື່ອ​ວ່າ​ເພິ່ນ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ​ໄປ​ສະຫວັນ ແລະ​ຕອນ​ນີ້​ເພິ່ນ “ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ.”

7 ທີ​ສອງ ການ​ຮັບ​ບັບເຕມາ​ຊ່ວຍ “ບໍ່​ໃຫ້​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ.” ເມື່ອ​ເຮົາ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ເຮົາ​ກໍ​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະອົງ. ຍ້ອນ​ເຮົາ​ກັບ​ໃຈ​ແທ້ໆແລະ​ເຊື່ອ​ໃນ​ຄ່າໄຖ່ ພະເຈົ້າ​ຈຶ່ງ​ໃຫ້​ອະໄພ​ບາບ​ເຮົາ ເຮົາ​ກໍ​ເລີຍ​ບໍ່​ຮູ້ສຶກ​ຜິດ​ຕໍ່​ພະເຈົ້າ.

8. ອັນ​ໃດ​ຄວນ​ເປັນ​ເຫດຜົນ​ຫຼັກ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ຮັບ​ບັບເຕມາ?

8 ອັນ​ໃດ​ຄວນ​ເປັນ​ເຫດຜົນ​ຫຼັກ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ຮັບ​ບັບເຕມາ? ເມື່ອ​ເຈົ້າ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ ເຈົ້າ​ກໍ​ຈະ​ມີ​ຄວາມ​ຮູ້​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ​ພະ​ເຢໂຫວາ​ເຊັ່ນ: ຮູ້​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ ພະອົງ​ມັກ​ຫຍັງ​ບໍ່​ມັກ​ຫຍັງ ແລະ​ພະອົງ​ໄດ້​ເຮັດ​ຫຍັງ. ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ປະທັບ​ໃຈ​ໃນ​ພະອົງ​ແລະ​ຮັກ​ພະອົງ​ຫຼາຍ​ແທ້ໆ. ດັ່ງ​ນັ້ນ ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ຕ້ອງ​ເປັນ​ເຫດຜົນ​ຫຼັກ​ທີ່​ເຮັດ​ໃຫ້​ເຈົ້າ​ຕັດສິນ​ໃຈ​ຮັບ​ບັບເຕມາ.

9. ຕາມ​ມັດທາຍ 28:19, 20 ການ​ຮັບ​ບັບເຕມາ​ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ພະອົງ ແລະ​ໃນ​ນາມ​ພະລັງ​ບໍລິສຸດ​ໝາຍ​ຄວາມ​ວ່າ​ແນວ​ໃດ?

9 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ຕັດສິນ​ໃຈ​ຮັບ​ບັບເຕມາ​ກໍ​ຄື​ການ​ທີ່​ເຈົ້າ​ເຊື່ອ​ແລະ​ຍອມ​ຮັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ຕອນ​ທີ່​ເພິ່ນ​ສັ່ງ​ໃຫ້​ໄປ​ສອນ​ຄົນ​ເປັນ​ລູກສິດ. (ອ່ານ​ມັດທາຍ 28:19, 20) ພະ​ເຢຊູ​ບອກ​ວ່າ ຄົນ​ທີ່​ຮັບ​ບັບເຕມາ​ຕ້ອງ​ຮັບ “ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່ ໃນ​ນາມ​ລູກ​ຂອງ​ພະອົງ ແລະ​ໃນ​ນາມ​ພະລັງ​ບໍລິສຸດ.” ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຈົ້າ​ຕ້ອງ​ເຊື່ອ​ສຸດ​ຈິດ​ສຸດ​ໃຈ​ໃນ​ຄວາມ​ຈິງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ພະ​ເຢໂຫວາ ພະ​ເຢຊູ​ລູກ​ຂອງ​ພະອົງ​ແລະ​ພະລັງ​ບໍລິສຸດ. ຄວາມ​ຈິງ​ເຫຼົ່າ​ນີ້​ມີ​ພະລັງ​ຫຼາຍ​ແລະ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຈົ້າ. (ຮຣ. 4:12) ຂໍ​ໃຫ້​ເຮົາ​ມາ​ທວນ​ຄືນ​ຄວາມ​ຈິງ​ບາງ​ຢ່າງ​ນຳ​ກັນ.

10-11. ເຈົ້າ​ໄດ້​ຮຽນ​ແລະ​ເຊື່ອ​ຄວາມ​ຈິງ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ຜູ້​ເປັນ​ພໍ່?

10 ຄິດ​ເຖິງ​ຕອນ​ທີ່​ເຈົ້າ​ໄດ້​ຮຽນ​ຄວາມ​ຈິງ​ເລື່ອງ​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ເຊັ່ນ: ພະເຈົ້າ “ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ” ພະອົງ​ເປັນ “ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ” ແລະ​ມີ​ພຽງ​ພະອົງ​ເທົ່າ​ນັ້ນ​ທີ່​ເປັນ “ພະເຈົ້າ​ທ່ຽງ​ແທ້.” (ເພງ. 83:18; ເອຊາ. 37:16, ລ.ມ.) ພະອົງ​ເປັນ​ຜູ້​ໃຫ້​ຊີວິດ​ເຮົາ​ແລະ “ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.” (ເພງ. 3:8; 36:9, ລ.ມ.) ພະອົງ​ໄດ້​ຈັດ​ກຽມ​ໃຫ້​ເຮົາ​ລອດ​ຈາກ​ບາບ​ແລະ​ຄວາມ​ຕາຍ​ແລະ​ຍັງ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. (ຢຮ. 17:3) ເມື່ອ​ເຈົ້າ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ. (ເອຊາ. 43:10-12) ເຈົ້າ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ຜູ້​ນະມັດສະການ​ພະ​ເຢໂຫວາ​ທົ່ວ​ໂລກ ເຊິ່ງ​ພູມ​ໃຈ​ທີ່​ໄດ້​ຖືກ​ເອີ້ນ​ຕາມ​ນາມ​ຊື່​ຂອງ​ພະເຈົ້າ​ແລະ​ປະກາດ​ໃຫ້​ຄົນ​ອື່ນ​ຮູ້ຈັກ​ພະອົງ.—ເພງ. 86:12

11 ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ໄດ້​ຮູ້​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ພະ​ເຢໂຫວາ​ຜູ້​ເປັນ​ພໍ່. ເມື່ອ​ເຈົ້າ​ເຊື່ອ​ໃນ​ຄວາມ​ຈິງ​ທີ່​ມີ​ຄ່າ​ເຫຼົ່າ​ນີ້ ເຈົ້າ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.

12-13. ເຈົ້າ​ໄດ້​ຮຽນ​ແລະ​ເຊື່ອ​ຄວາມ​ຈິງ​ຫຍັງ​ກ່ຽວ​ກັບ​ພະ​ເຢຊູ​ລູກ​ຊາຍ​ຂອງ​ພະເຈົ້າ?

12 ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຮຽນ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢຊູ? ພະ​ເຢຊູ​ເປັນ​ບຸກຄົນ​ທີ່​ສຳຄັນ​ທີ່​ສຸດ​ໃນ​ເອກະພົບ​ຮອງ​ຈາກ​ພະ​ເຢໂຫວາ. ພະ​ເຢຊູ​ເປັນ​ຄ່າໄຖ່ ເພິ່ນ​ເຕັມ​ໃຈ​ສະລະ​ຊີວິດ​ເພື່ອ​ເຮົາ. ເມື່ອ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ເພິ່ນ​ໂດຍ​ການ​ກະທຳ ເຮົາ​ກໍ​ສາມາດ​ໄດ້​ຮັບ​ການ​ອະໄພ​ບາບ ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ແລະ​ໄດ້​ຊີວິດ​ຕະຫຼອດ​ໄປ. (ຢຮ. 3:16) ນອກ​ຈາກ​ນັ້ນ ພະ​ເຢຊູ​ຍັງ​ເປັນ​ປະໂລຫິດ​ໃຫຍ່​ຂອງ​ເຮົາ. ເພິ່ນ​ຢາກ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ແລະ​ສະໜິດ​ກັບ​ພະເຈົ້າ. (ຮຣ. 4:15; 7:24, 25) ແລະ​ພະ​ເຢຊູ​ກໍ​ຍັງ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ພະ​ເຢໂຫວາ​ໄດ້​ໃຊ້​ເພິ່ນ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື ກຳຈັດ​ຄວາມ​ຊົ່ວ ແລະ​ຈະ​ເອົາ​ພອນ​ຢ່າງ​ຫຼວງ​ຫຼາຍ​ມາ​ໃຫ້​ເຮົາ​ໃນ​ໂລກ​ໃໝ່. (ມທ. 6:9, 10; ພນມ. 11:15) ພະ​ເຢຊູ​ເປັນ​ແບບ​ຢ່າງ​ໃຫ້​ເຮົາ​ຮຽນ​ແບບ. (1 ປຕ. 2:21) ເພິ່ນ​ວາງ​ຕົວຢ່າງ​ໃຫ້​ເຮົາ​ໂດຍ​ອຸທິດ​ຊີວິດ​ຂອງ​ເພິ່ນ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.—ຢຮ. 4:34

13 ເມື່ອ​ເຈົ້າ​ເຊື່ອ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ພະ​ເຢຊູ​ລູກ​ຂອງ​ພະເຈົ້າ ເຈົ້າ​ກໍ​ຈະ​ຮັກ​ເພິ່ນ. ຄວາມ​ຮັກ​ນີ້​ຈະ​ກະຕຸ້ນ​ເຈົ້າ​ໃຫ້​ໃຊ້​ຊີວິດ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຄື​ກັບ​ທີ່​ພະ​ເຢຊູ​ເຮັດ ແລະ​ເຈົ້າ​ກໍ​ຈະ​ຢາກ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.

14-15. ເຈົ້າ​ໄດ້​ຮຽນ​ແລະ​ເຊື່ອ​ຄວາມ​ຈິງ​ຫຍັງ​ກ່ຽວ​ກັບ​ພະລັງ​ບໍລິສຸດ?

14 ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຮຽນ​ຄວາມ​ຈິງ​ກ່ຽວ​ກັບ​ພະລັງ​ບໍລິສຸດ? ພະລັງ​ບໍລິສຸດ​ບໍ່​ແມ່ນ​ບຸກຄົນ ແຕ່​ເປັນ​ພະລັງ​ທີ່​ພະ​ເຢໂຫວາ​ໃຊ້​ໃນ​ການ​ເຮັດ​ສິ່ງ​ຕ່າງໆ. ພະອົງ​ໃຊ້​ພະລັງ​ບໍລິສຸດ​ດົນ​ໃຈ​ໃຫ້​ມີ​ການ​ຂຽນ​ຄຳພີ​ໄບເບິນ ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ພະລັງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ອ່ານ​ແລະ​ເອົາ​ໄປ​ໃຊ້​ໃນ​ຊີວິດ. (ຢຮ. 14:26; 2 ປຕ. 1:21) ພະ​ເຢໂຫວາ​ໃຫ້ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ໂດຍ​ທາງ​ພະລັງ​ບໍລິສຸດ. (2 ກຣ. 4:7) ພະລັງ​ນີ້​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ທີ່​ຈະ​ປະກາດ​ຂ່າວ​ດີ ຕໍ່​ສູ້​ກັບ​ການ​ລໍ້​ໃຈ ຮັບ​ມື​ກັບ​ຄວາມ​ທໍ້​ໃຈ ແລະ​ອົດ​ທົນ​ກັບ​ບັນຫາ. ນອກ​ຈາກ​ນັ້ນ ພະລັງ​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ຕ່າງໆເຊິ່ງ​ເປັນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ”. (ຄລຕ. 5:22) ພະເຈົ້າ​ໃຫ້​ພະລັງ​ບໍລິສຸດ​ກັບ​ຄົນ​ທີ່​ໄວ້​ໃຈ​ພະອົງ​ແລະ​ຂໍ​ຢ່າງ​ຈິງ​ໃຈ.—ລກ. 11:13

15 ເຮົາ​ໄດ້​ກຳລັງ​ໃຈ​ຫຼາຍ​ແທ້ໆທີ່​ຮູ້​ວ່າ​ຜູ້​ນະມັດສະການ​ພະ​ເຢໂຫວາ​ສາມາດ​ເພິ່ງ​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຮັບໃຊ້​ພະເຈົ້າ. ເມື່ອ​ເຈົ້າ​ໄດ້​ຮຽນ​ແລະ​ເຊື່ອ​ຄວາມ​ຈິງ​ກ່ຽວ​ກັບ​ພະລັງ​ບໍລິສຸດ ເຈົ້າ​ກໍ​ຈະ​ຖືກ​ກະຕຸ້ນ​ໃຫ້​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.

16. ຈົນ​ຮອດ​ຕອນ​ນີ້ ເຮົາ​ໄດ້​ຮຽນ​ເລື່ອງ​ຫຍັງ​ມາ​ແດ່​ແລ້ວ?

16 ເມື່ອ​ເຈົ້າ​ຕັດສິນ​ໃຈ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ເຈົ້າ​ກໍ​ກຳລັງ​ເຮັດ​ຂັ້ນ​ຕອນ​ທີ່​ສຳຄັນ​ຫຼາຍ​ແທ້ໆ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ເຈົ້າ​ຕ້ອງ​ເຕັມ​ໃຈ​ຍອມ​ຮັບ “ຄ່າ​ໃຊ້​ຈ່າຍ” ເຊິ່ງ​ໝາຍ​ເຖິງ​ຄວາມ​ຍາກ​ລຳບາກ​ຕ່າງໆແລະ​ການ​ເສຍ​ສະລະ​ຫຼາຍ​ຢ່າງ. ແຕ່​ພອນ​ທີ່​ເຈົ້າ​ຈະ​ຮັບ​ນັ້ນ​ຈະ​ຫຼາຍ​ກວ່າ​ສິ່ງ​ທີ່​ເຈົ້າ​ໄດ້​ເສຍ​ສະລະ​ໄປ. ການ​ຮັບ​ບັບເຕມາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ແລະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ຮູ້ສຶກ​ຜິດ​ຕໍ່​ພະເຈົ້າ. ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ຕ້ອງ​ແມ່ນ​ເຫດຜົນ​ຫຼັກ​ທີ່​ເຈົ້າ​ຕັດສິນ​ໃຈ​ຮັບ​ບັບເຕມາ. ແລະ​ເຈົ້າ​ຍັງ​ຕ້ອງ​ເຊື່ອ​ໝົດ​ໃຈ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວ​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່ ພະ​ເຢຊູ​ລູກ​ຂອງ​ພະອົງ ແລະ​ພະລັງ​ບໍລິສຸດ. ຮອດ​ຕອນ​ນີ້​ແລ້ວ ເຈົ້າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄຳຖາມ​ນີ້​ທີ່​ວ່າ “ຂ້ອຍ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?”

ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຮັບ​ບັບເຕມາ

17. ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ​ກ່ອນ​ຮັບ​ບັບເຕມາ?

17 ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເຈົ້າ​ພ້ອມ​ທີ່​ຈະ​ຮັບ​ບັບເຕມາ ສະແດງ​ວ່າ​ເຈົ້າ​ສ້າງ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ມາ​ຫຼາຍ​ຂັ້ນ​ຕອນ​ແລ້ວ. * ເມື່ອ​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ ເຈົ້າ​ຈຶ່ງ​ໄດ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເປັນ​ຢ່າງ​ດີ ແລະ​ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. (ຮຣ. 11:6) ເຈົ້າ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້​ໃນ​ຄຳພີ​ໄບເບິນ​ແລະ​ເຊື່ອ​ວ່າ​ຄ່າໄຖ່​ຂອງ​ພະ​ເຢຊູ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຫຼຸດ​ພົ້ນ​ຈາກ​ບາບ​ແລະ​ຄວາມ​ຕາຍ. ເຈົ້າ​ໄດ້​ກັບ​ໃຈ​ຈາກ​ບາບ ຮູ້ສຶກ​ເສຍໃຈ​ກັບ​ຄວາມ​ຜິດ​ທີ່​ໄດ້​ເຮັດ ແລະ​ຂໍ​ພະ​ເຢໂຫວາ​ໃຫ້​ອະໄພ. ເຈົ້າ​ໄດ້​ປ່ຽນ​ແປງ​ຊີວິດ​ຂອງ​ເຈົ້າ​ໂດຍ​ຖິ້ມ​ນິດໄສ​ເກົ່າໆທີ່​ບໍ່​ດີ​ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ພະເຈົ້າ​ພໍ​ໃຈ. (ກຈກ. 3:19) ເຈົ້າ​ຮູ້ສຶກ​ຢາກ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ ເຈົ້າ​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ຮັບ​ບັບເຕມາ ແລະ​ເລີ່ມ​ອອກ​ໄປ​ປະກາດ​ກັບ​ພີ່ນ້ອງ. (ມທ. 24:14) ພະ​ເຢໂຫວາ​ພູມ​ໃຈ​ທີ່​ເຈົ້າ​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ທີ່​ສຳຄັນ​ເຫຼົ່າ​ນີ້. ເຈົ້າ​ເຮັດ​ໃຫ້​ພະອົງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ.—ສຸພາ. 27:11

18. ມີ​ຫຍັງ​ອີກ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຈະ​ຮັບ​ບັບເຕມາ?

18 ຍັງ​ມີ​ອີກ​ສອງ​ສາມ​ຢ່າງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ອນ​ຮັບ​ບັບເຕມາ. ຄື​ກັບ​ທີ່​ໄດ້​ຮຽນ​ກ່ອນ​ໜ້າ​ນີ້ ເຈົ້າ​ຕ້ອງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ຢ່າງ​ຈິງ​ຈັງ ແລະ​ສັນຍາ​ກັບ​ພະອົງ​ວ່າ​ເຈົ້າ​ຈະ​ໃຊ້​ຊີວິດ​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ. (1 ປຕ. 4:2) ຫຼັງ​ຈາກ​ນັ້ນ​ໃຫ້​ບອກ​ຜູ້​ປະສານ​ງານ​ຄະນະ​ຜູ້​ດູ​ແລ​ວ່າ​ເຈົ້າ​ຢາກ​ຮັບ​ບັບເຕມາ. ລາວ​ຈະ​ຂໍ​ໃຫ້​ຜູ້​ດູ​ແລ​ບາງ​ຄົນ​ລົມ​ກັບ​ເຈົ້າ. ຂໍ​ໃຫ້​ເຈົ້າ​ຢ່າ​ກັງວົນ​ທີ່​ຈະ​ລົມ​ກັບ​ພວກ​ເຂົາ ພວກ​ເຂົາ​ຮູ້ຈັກ​ເຈົ້າ​ແລະ​ຮັກ​ເຈົ້າ ພວກ​ເຂົາ​ຈະ​ທົບ​ທວນ​ຄວາມ​ຮູ້​ພື້ນຖານ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ໄດ້​ຮຽນ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ເຈົ້າ​ເຂົ້າ​ໃຈ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ແທ້ໆ ແລະ​ຮູ້​ວ່າ​ການ​ອຸທິດ​ຕົວ​ແລະ​ການ​ຮັບ​ບັບເຕມາ​ເປັນ​ເລື່ອງ​ສຳຄັນ. ຖ້າ​ພວກ​ເຂົາ​ເຫັນ​ວ່າ​ເຈົ້າ​ພ້ອມ​ແລ້ວ ພວກ​ເຂົາ​ກໍ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ບັບເຕມາ​ໃນ​ການ​ປະຊຸມ​ໝວດ​ຫຼື​ການ​ປະຊຸມ​ພາກ​ຄັ້ງ​ຕໍ່​ໄປ.

ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ຫຼັງ​ຈາກ​ຮັບ​ບັບເຕມາ

19-20. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ຫຼັງ​ຈາກ​ຮັບ​ບັບເຕມາ ແລະ​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

19 ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ອີກ? * ຂໍ​ໃຫ້​ຈື່​ວ່າ​ການ​ອຸທິດ​ຕົວ​ເປັນ​ຄຳ​ປະຕິຍານ​ແລະ​ພະ​ເຢໂຫວາ​ກໍ​ຄາດ​ໝາຍ​ໃຫ້​ເຈົ້າ​ເຮັດ​ຕາມ​ຄຳ​ປະຕິຍານ​ນັ້ນ. ດັ່ງ​ນັ້ນ ຫຼັງ​ຈາກ​ເຈົ້າ​ຮັບ​ບັບເຕມາ​ແລ້ວ ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ປະຕິຍານ​ການ​ອຸທິດ​ຕົວ​ຂອງ​ເຈົ້າ. ແຕ່​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

20 ຂໍ​ໃຫ້​ເຈົ້າ​ໃກ້​ຊິດ​ກັບ​ປະຊາຄົມ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ “ພີ່ນ້ອງ​ຄລິດສະຕຽນ.” (1 ປຕ. 2:17) ພວກ​ເຂົາ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ເປັນ​ປະຈຳ ເຈົ້າ​ກໍ​ຈະ​ສະໜິດ​ກັບ​ພວກ​ເຂົາ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ໃຫ້​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ທຸກ​ມື້. ເມື່ອ​ເຈົ້າ​ອ່ານ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ ໃຫ້​ເຈົ້າ​ໃຊ້​ເວລາ​ຄິດ​ຕຶກຕອງ​ເລື່ອງ​ນັ້ນ​ຢ່າງ​ເລິກ​ເຊິ່ງ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ເລື່ອງ​ທີ່​ເຈົ້າ​ອ່ານ. (ເພງ. 1:1, 2) ໃຫ້​ເຈົ້າ “ອະທິດຖານ​ຢູ່​ເລື້ອຍໆ.” ຄຳ​ອະທິດຖານ​ຈາກ​ຫົວໃຈ​ຂອງ​ເຈົ້າ​ຈະ​ຊ່ວຍ​ໃຫ້​ເຈົ້າ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ມທ. 26:41) ຂໍ “ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ . . . ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ສະເໝີ.” (ມທ. 6:33) ເຈົ້າ​ສາມາດ​ເຮັດ​ແບບ​ນັ້ນ​ໂດຍ​ໃຫ້​ວຽກ​ປະກາດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ການ​ໄປ​ປະກາດ​ເປັນ​ປະຈຳ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ສະເໝີ ແລະ​ເຈົ້າ​ກໍ​ອາດ​ຈະ​ໄດ້​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ໃນ​ທາງ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.—1 ຕມ. 4:16

21. ການ​ຮັບ​ບັບເຕມາ​ຈະ​ເປີດ​ທາງ​ໃຫ້​ເຈົ້າ​ໄດ້​ຫຍັງ?

21 ການ​ຕັດສິນ​ໃຈ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຈົ້າ. ເປັນ​ຄວາມ​ຈິງ​ທີ່​ວ່າ​ເຈົ້າ​ອາດ​ຕ້ອງ​ເສຍ​ສະລະ​ບາງ​ຢ່າງ ແຕ່​ມັນ​ຄຸ້ມ​ຄ່າ​ກັບ​ສິ່ງ​ທີ່​ເສຍ​ໄປ​ບໍ? ຄຸ້ມ​ແທ້​ແນ່ນອນ! ຄວາມ​ຍາກ​ລຳບາກ​ຕ່າງໆທີ່​ເຈົ້າ​ປະສົບ​ໃນ​ຕອນ​ນີ້​ຈະ “ຢູ່​ພຽງ​ໄລຍະ​ສັ້ນໆແລະ​ບໍ່​ໜັກ.” (2 ກຣ. 4:17) ການ​ຮັບ​ບັບເຕມາ​ຈະ​ເປີດ​ທາງ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ຕອນ​ນີ້ ແລະ​ໄດ້ “ຊີວິດ​ແທ້” ໃນ​ອະນາຄົດ. (1 ຕມ. 6:19) ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ຄິດ​ຢ່າງ​ຮອບຄອບ​ແລະ​ອະທິດຖານ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຄຳຖາມ​ທີ່​ວ່າ “ຂ້ອຍ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?”

ເພງ 50 ຄຳ​ອະທິດຖານ​ອຸທິດ​ຕົວ

^ ຂໍ້ 5 ເຈົ້າ​ກຳລັງ​ຄິດ​ທີ່​ຈະ​ຮັບ​ບັບເຕມາ​ບໍ? ຖ້າ​ແມ່ນ ບົດ​ຄວາມ​ນີ້​ກໍ​ຂຽນ​ເພື່ອ​ເຈົ້າ​ໂດຍ​ສະເພາະ​ໄດ໋​ນິ. ເຮົາ​ຈະ​ມາ​ເບິ່ງ​ຄຳຖາມ​ທີ່​ສຳຄັນ​ກ່ຽວ​ກັບ​ເລື່ອງ​ນີ້​ນຳ​ກັນ ແລະ​ຄຳຕອບ​ຂອງ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ.

^ ຂໍ້ 19 ຖ້າ​ເຈົ້າ​ສຶກສາ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ? ແລະ​ປຶ້ມ​ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ຍັງ​ບໍ່​ຈົບ ເຈົ້າ​ຄວນ​ສຶກສາ​ກັບ​ຜູ້​ນຳ​ການ​ສຶກສາ​ຕໍ່​ໄປ​ຈົນ​ຈົບ​ທັງ​ສອງ​ຫົວ.