ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ເຈົ້າ​ໜ້າ​ທີ່​ປ້ອງກັນ​ຄວາມ​ສະຫງົບ​ປະຈຳ​ວິຫານ​ຂອງ​ຊາວ​ຢິວ​ແມ່ນ​ໃຜ​ແລະ​ມີ​ໜ້າ​ທີ່​ຫຍັງ?

ຄົນ​ໃນ​ຕະກູນ​ເລວີ​ທີ່​ບໍ່​ໄດ້​ເປັນ​ປະໂລຫິດ​ຈະ​ມີ​ໜ້າ​ທີ່​ຢ່າງ​ໜຶ່ງ​ຄື ເປັນ​ເຈົ້າ​ໜ້າ​ທີ່​ປ້ອງກັນ​ຄວາມ​ສະຫງົບ. ພວກ​ເຂົາ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ເບິ່ງ​ແຍງ​ວິຫານ. ຟິໂລ​ເຊິ່ງ​ເປັນ​ນັກ​ຂຽນ​ຊາວ​ຢິວ​ອະທິບາຍ​ໜ້າ​ທີ່​ຂອງ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ວ່າ: “[ຄົນ​ເລວີ] ບາງ​ຄົນ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເຝົ້າ​ຍາມ​ຢູ່​ປະຕູ​ທາງ​ເຂົ້າ​ໄປ​ໃນ​ວິຫານ ບາງ​ຄົນ​ກໍ​ຍາມ​ຢູ່​ໃນ [ເດີ່ນ​ວິຫານ] ຕໍ່​ໜ້າ​ບ່ອນ​ສັກສິດ​ເພື່ອ​ບໍ່​ໃຫ້​ຄົນ​ທີ່​ບໍ່​ມີ​ສິດ​ເຂົ້າ​ໄປ​ທາງ​ໃນ​ບໍ່​ວ່າ​ຈະ​ຕັ້ງ​ໃຈ​ຫຼື​ບໍ່​ກໍ​ຕາມ. ພວກ​ເຂົາ​ຈະ​ຜັດ​ປ່ຽນ​ກັນ​ລາດ​ຕະເວນ​ອ້ອມ​ວິຫານ​ທັງ​ກາງເວັນ​ແລະ​ກາງຄືນ.”

ເຈົ້າ​ໜ້າ​ທີ່​ປ້ອງກັນ​ຄວາມ​ສະຫງົບ​ເຫຼົ່າ​ນີ້​ຍັງ​ເຮັດ​ວຽກ​ຕາມ​ຄຳ​ສັ່ງ​ຂອງ​ສານ​ຊັນເຮດຣິນ​ນຳ​ອີກ ແລະ​ພວກ​ເຂົາ​ເປັນ​ຊາວ​ຢິວ​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່​ຈັກກະພັດ​ໂຣມ​ອະນຸຍາດ​ໃຫ້​ຖື​ອາວຸດ​ໄດ້.

ນັກ​ວິຊາການ​ດ້ານ​ຄຳພີ​ໄບເບິນ​ທີ່​ຊື່​ໂຢອາກິມ ເຢເຣມີອັດສ໌​ອະທິບາຍ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄປ​ຈັບ​ພະ​ເຢຊູ ເພິ່ນ​ຖາມ​ພວກ​ເຂົາ​ວ່າ​ເປັນ​ຫຍັງ​ຕອນ​ທີ່​ເພິ່ນ​ສອນ​ຢູ່​ໃນ​ວິຫານ​ທຸກ​ມື້ພວກ​ເຂົາ​ຄື​ບໍ່​ມາ​ຈັບ. (ມທ. 26:55) ພະ​ເຢຊູ​ຄື​ຊິ​ບໍ່​ເວົ້າ​ແບບ​ນີ້ ຖ້າ​ພວກ​ເຂົາ​ບໍ່​ແມ່ນ​ເຈົ້າ​ໜ້າ​ທີ່​ປ້ອງກັນ​ຄວາມ​ສະຫງົບ​ປະຈຳ​ວິຫານ.” ນັກ​ວິຊາການ​ຄົນ​ດຽວ​ກັນ​ນີ້​ເຊື່ອ​ວ່າ​ຄົນ​ທີ່​ຖືກ​ສົ່ງ​ໄປ​ຈັບ​ພະ​ເຢຊູ​ກ່ອນ​ໜ້າ​ນີ້​ກໍ​ເປັນ​ເຈົ້າ​ໜ້າ​ທີ່​ປ້ອງກັນ​ຄວາມ​ສະຫງົບ​ປະຈຳ​ວິຫານ​ຄື​ກັນ. (ຢຮ. 7:32, 45, 46) ນອກ​ຈາກ​ນັ້ນ ສານ​ຊັນເຮດຣິນ​ໄດ້​ສັ່ງ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ເບິ່ງ​ແຍງ​ວິຫານ​ພ້ອມ​ກັບ​ກອງ​ກຳລັງ​ໄປ​ຈັບ​ລູກສິດ​ຂອງ​ພະ​ເຢຊູ ແລະ​ອາດ​ເປັນ​ພວກ​ດຽວ​ກັນ​ນີ້​ທີ່​ຈັບ​ອັກຄະສາວົກ​ໂປໂລ​ແລະ​ລາກ​ໂຕ​ລາວ​ໄປ​ຖິ້ມ​ຢູ່​ນອກ​ວິຫານ.—ກຈກ. 4:1-3; 5:17-27; 21:27-30