ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລື່ອງ​ຊີວິດ​ຈິງ

“ພວກ​ເຮົາ​ຢູ່​ທີ່​ນີ້! ເຊີນ​ໃຊ້​ພວກ​ເຮົາ​ໄປ!”

“ພວກ​ເຮົາ​ຢູ່​ທີ່​ນີ້! ເຊີນ​ໃຊ້​ພວກ​ເຮົາ​ໄປ!”

ເຈົ້າ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໂດຍ​ຍ້າຍ​ໄປ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ບໍ? ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ອາດ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ແຈັກ​ແລະ​ມາຣີ​ລິນ.

ພີ່ນ້ອງ​ແຈັກ​ແລະ​ມາຣີ​ລິນ​ເຄີຍ​ຮັບໃຊ້​ເຕັມ​ເວລາ​ນຳ​ກັນ​ຕັ້ງ​ແຕ່​ປີ 1988. ພວກ​ເຂົາ​ມີ​ຊື່ສຽງ​ວ່າ​ເປັນ​ຄົນ​ປັບ​ຕົວ​ເກັ່ງ ແລະ​ຮັບ​ເອົາ​ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ​ໃນ​ກົວເດີລຸບ​ແລະ​ກຸຍຢານ (ຝຣັ່ງ). ໃນ​ປັດຈຸບັນ​ສອງ​ເຂດ​ນີ້​ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ສຳນັກງານ​ສາຂາ​ຝຣັ່ງ. ໃຫ້​ເຮົາ​ມາ​ສຳ​ພາດ​ພີ່ນ້ອງ​ແຈັກ​ແລະ​ມາຣີ​ລິນ​ນຳ​ກັນ​ເນາະ.

ອັນ​ໃດ​ເຮັດ​ໃຫ້​ພວກ​ເຈົ້າ​ຢາກ​ຮັບໃຊ້​ເຕັມ​ເວລາ?

ມາຣີລິນ: ຂ້ອຍ​ເກີດ​ແລະ​ໃຫຍ່​ຢູ່​ກົວເດີລຸບ ຂ້ອຍ​ມັກ​ໄປ​ປະກາດ​ກັບ​ແມ່​ໝົດ​ມື້ ແມ່​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ກະຕືລືລົ້ນ​ຫຼາຍ. ຍ້ອນ​ຂ້ອຍ​ມັກ​ສັງຄົມ​ຢູ່​ແລ້ວ ສະນັ້ນ​ບໍ່​ດົນ​ຫຼັງ​ຈາກ​ທີ່​ຂ້ອຍ​ຮຽນ​ຈົບ​ໃນ​ປີ 1985 ຂ້ອຍ​ກໍ​ເລີ່ມ​ເປັນ​ໄພໂອເນຍ​ເລີຍ.

ແຈັກ: ຕອນ​ທີ່​ເປັນ​ໄວ​ລຸ້ນ ຢູ່​ອ້ອມ​ຂ້າງ​ຂ້ອຍ​ມີ​ແຕ່​ພີ່ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ເຊິ່ງ​ຮັກ​ວຽກ​ປະກາດ​ຫຼາຍ. ຂ້ອຍ​ເຄີຍ​ເປັນ​ໄພໂອເນຍ​ສົມທົບ​ຍາມ​ພັກ​ໂຮງ​ຮຽນ. ໃນ​ວັນ​ເສົາ​ອາທິດ ບາງ​ເທື່ອ​ຂ້ອຍ ແມ່​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ມັກ​ຂີ່​ລົດເມ​ໄປ​ສົມທົບ​ກັບ​ໄພໂອເນຍ​ຢູ່​ເຂດ​ປະກາດ​ຂອງ​ພວກ​ເຂົາ. ພວກ​ເຮົາ​ປະກາດ​ໝົດ​ມື້ ແລ້ວ​ພວກ​ເຮົາ​ກໍ​ໄປ​ຫຼິ້ນ​ທະເລ ສະໄໝ​ນັ້ນ​ມ່ວນ​ຫຼາຍ!

ບໍ່​ດົນ​ຫຼັງ​ຈາກ​ແຕ່ງ​ດອງ​ກັບ​ມາຣີລິນ​ໃນ​ປີ 1988 ຂ້ອຍ​ຖາມ​ຕົວ​ເອງ​ວ່າ: ‘ພວກ​ເຮົາ​ກໍ​ວ່າງ​ຢູ່ ເປັນ​ຫຍັງ​ຄື​ບໍ່​ເຮັດ​ວຽກ​ຮັບໃຊ້​ໃຫ້​ຫຼາຍ​ກວ່າ​ນີ້?’ ຂ້ອຍ​ກັບ​ເມຍ​ກໍ​ເລີຍ​ເລີ່ມ​ຮັບໃຊ້​ເປັນ​ໄພໂອເນຍ. ໜຶ່ງ​ປີ​ຕໍ່​ມາ​ຫຼັງ​ຈາກ​ທີ່​ເຂົ້າ​ໂຮງ​ຮຽນ​ໄພໂອເນຍ ພວກ​ເຮົາ​ກໍ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ໄພໂອເນຍ​ພິເສດ. ພວກ​ເຮົາ​ມີ​ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ​ຢູ່​ກົວເດີລຸບ​ກ່ອນ​ທີ່​ຈະ​ຖືກ​ເຊີນ​ໃຫ້​ຍ້າຍ​ໄປ​ກຸຍຢານ (ຝຣັ່ງ).

ໃນ​ໄລຍະ​ຫຼາຍ​ປີ​ມາ​ນີ້​ພວກ​ເຈົ້າ​ໄດ້​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ຕະຫຼອດ ອັນ​ໃດ​ຊ່ວຍ​ພວກ​ເຈົ້າ​ໃຫ້​ປັບ​ຕົວ​ເຂົ້າ​ກັບ​ສະພາບການ​ໃໝ່​ນີ້​ໄດ້? 

ມາຣີລິນ: ພີ່ນ້ອງ​ໃນ​ເບເທນ​ກຸຍຢານ (ຝຣັ່ງ) ຮູ້​ວ່າ​ຂໍ້​ພະ​ຄຳພີ​ທີ່​ເຮົາ​ມັກ​ທີ່​ສຸດ​ແມ່ນ​ເອຊາອີ 6:8. ຕອນ​ທີ່​ພວກ​ເຂົາ​ໂທ​ຫາ​ເຮົາ ພວກ​ເຂົາ​ມັກ​ຈະ​ເວົ້າ​ຢອກ​ເຮົາ​ວ່າ: “ຈື່​ໄດ້​ບໍ​ຂໍ້​ພະ​ຄຳພີ​ທີ່​ພວກ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ຫຍັງ?” ເຮົາ​ກໍ​ຮູ້​ເລີຍ​ວ່າ​ເຮົາ​ຕ້ອງ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ແຫຼະ. ແລ້ວ​ເຮົາ​ກໍ​ຕອບ​ພວກ​ເຂົາ​ວ່າ: “ພວກ​ເຮົາ​ຢູ່​ທີ່​ນີ້! ເຊີນ​ໃຊ້​ພວກ​ເຮົາ​ໄປ!”

ເຮົາ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ປຽບ​ທຽບ​ວຽກ​ມອບ​ໝາຍ​ໃໝ່​ກັບ​ວຽກ​ມອບ​ໝາຍ​ເກົ່າ​ເພາະ​ມັນ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ເຫັນ​ຄຸນຄ່າ​ວຽກ​ມອບ​ໝາຍ​ໃໝ່. ນອກ​ຈາກ​ນັ້ນ ເຮົາ​ຍັງ​ພະຍາຍາມ​ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ເຂດ​ທີ່​ເຮົາ​ຖືກ​ມອບ​ໝາຍ.

ແຈັກ: ຕອນ​ນັ້ນ ພີ່ນ້ອງ​ບາງ​ຄົນ​ທີ່​ຫວັງ​ດີ​ບໍ່​ຢາກ​ໃຫ້​ເຮົາ​ຍ້າຍ​ໄປ​ເຂດ​ໃໝ່ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ພະຍາຍາມ​ກ່ອມ​ເຮົາ​ໃຫ້​ຢູ່​ກັບ​ພວກ​ເຂົາ. ແຕ່​ເມື່ອ​ເຮົາ​ຍ້າຍ​ອອກ​ຈາກ​ກົວເດີລຸບ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ກໍ​ຊວນ​ເຮົາ​ໃຫ້​ຄິດ​ເຖິງ​ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ມັດທາຍ 13:38 ທີ່​ວ່າ: “ນາ​ໝາຍ​ເຖິງ​ໂລກ​ນີ້.” ດັ່ງ​ນັ້ນ ເມື່ອ​ເຮົາ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ຫຼາຍ​ເທື່ອ ເຮົາ​ກໍ​ບອກ​ຕົວ​ເອງ​ວ່າ​ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ຢູ່​ໃສ ເຮົາ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັນ. ດັ່ງ​ນັ້ນ ຜູ້​ຄົນ​ໃນ​ເຂດ​ທີ່​ເຮົາ​ປະກາດ​ຈຶ່ງ​ສຳຄັນ​ທີ່​ສຸດ!

ຕອນ​ທີ່​ເຮົາ​ໄປ​ຮອດ​ເຂດ​ມອບ​ໝາຍ​ໃໝ່ ເຮົາ​ເຫັນ​ວ່າ​ຄົນ​ອື່ນ​ສາມາດ​ໃຊ້​ຊີວິດ​ຢູ່​ຫັ້ນ​ໄດ້​ຢ່າງ​ມີ​ຄວາມ​ສຸກ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ພະຍາຍາມ​ໃຊ້​ຊີວິດ​ຄື​ກັບ​ຄົນ​ທ້ອງຖິ່ນ. ເຖິງ​ວ່າ​ອາຫານ​ຈະ​ຕ່າງ​ຈາກ​ທີ່​ເຮົາ​ເຄີຍ​ກິນ ແຕ່​ເຮົາ​ກໍ​ກິນ​ກໍ​ດື່ມ​ແບບ​ພວກ​ເຂົາ​ແລະ​ພະຍາຍາມ​ປ້ອງກັນ​ສຸຂະພາບ. ເຮົາ​ພະຍາຍາມ​ຢ່າງ​ເຕັມທີ​ທີ່​ຈະ​ເວົ້າ​ໃນ​ແງ່​ບວກ​ກ່ຽວ​ກັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ.

ມາຣີລິນ: ເຮົາ​ຍັງ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ພີ່ນ້ອງ​ທ້ອງຖິ່ນ. ຂ້ອຍ​ຈື່​ວ່າ​ຕອນ​ທຳອິດ​ທີ່​ເຮົາ​ໄປ​ຮອດ​ກຸຍຢານ (ຝຣັ່ງ) ຝົນ​ຕົກ​ແຮງ​ຫຼາຍ ເຮົາ​ຄິດ​ວ່າ​ຈະ​ຖ້າ​ໃຫ້​ຝົນ​ເຊົາ​ຕົກ​ກ່ອນ​ຈຶ່ງ​ຈະ​ໄປ​ປະກາດ. ແຕ່​ມີ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຖາມ​ຂ້ອຍ​ວ່າ: “ໄປ​ເລີຍ​ເບາະ?” ຂ້ອຍ​ຕົກໃຈ ຂ້ອຍ​ຈຶ່ງ​ຖາມ​ລາວ​ວ່າ: “ໄປ​ແນວ​ໃດ​ລະ?” ລາວ​ຕອບ​ວ່າ: “ກັ້ງ​ຄັນ​ຮົມ ແລະ​ກໍ​ຂີ່​ລົດ​ຖີບ​ໄປ.” ໃນ​ຕອນ​ນັ້ນ​ແຫຼະ ຂ້ອຍ​ຈຶ່ງ​ໄດ້​ຮູ້​ວິທີ​ຂີ່​ລົດ​ຖີບ​ແລະ​ກັ້ງ​ຄັນ​ຮົມ​ໄປ​ນຳ. ຖ້າ​ຂ້ອຍ​ບໍ່​ຮູ້​ເຮັດ​ແບບ​ນີ້ ຂ້ອຍ​ຄື​ຊິ​ບໍ່​ໄດ້​ປະກາດ​ໃນ​ຍາມ​ຝົນ​ຈັກ​ເທື່ອ!

ພວກ​ເຈົ້າ​ຖືກ​ຍ້າຍ​ເຂດ​ມອບ​ໝາຍ​ຕັ້ງ 15 ເທື່ອ. ພວກ​ເຈົ້າ​ມີ​ເຄັດ​ລັບ​ດີໆຫຍັງ​ບໍ​ທີ່​ຈະ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ການ​ຍ້າຍ?

ມາຣີລິນ: ການ​ຍ້າຍ​ໄປ​ເຂດ​ມອບ​ໝາຍ​ໃໝ່​ກໍ​ອາດ​ເປັນ​ສິ່ງ​ທ້າທາຍ​ຢ່າງ​ໜຶ່ງ. ເພາະ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຊອກ​ຫາ​ບ່ອນ​ຢູ່​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຄື​ກັບ​ວ່າ​ຢູ່​ເຮືອນ​ເຮົາ​ແທ້ໆເມື່ອ​ກັບ​ຈາກ​ວຽກ​ປະກາດ.

ແຈັກ: ຂ້ອຍ​ມັກ​ທາ​ສີ​ເຮືອນ​ໃໝ່​ຂອງ​ເຮົາ. ແຕ່​ພີ່ນ້ອງ​ໃນ​ສຳນັກງານ​ສາຂາ​ຮູ້​ວ່າ​ເຮົາ​ອາດ​ຈະ​ບໍ່​ໄດ້​ຢູ່​ຫັ້ນ​ດົນ ຈຶ່ງ​ບອກ​ຂ້ອຍ​ວ່າ: “ແຈັກ ເຈົ້າ​ຢ່າ​ຟ້າວ​ທາ​ສີ​ເຮືອນ​ນີ້​ເດີ້!”

ມາຣີລິນ​ເປັນ​ນັກ​ມ້ຽນ​ເຄື່ອງ​ທີ່​ເກັ່ງ​ທີ່​ສຸດ! ລາວ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ໃສ່​ໃນ​ກ່ອງ​ແລະ​ຕິດ​ປ້າຍ​ໃສ່ ເຊັ່ນ: “ຫ້ອງ​ນ້ຳ” “ຫ້ອງ​ນອນ” ແລະ “ເຮືອນ​ຄົວ.” ດັ່ງ​ນັ້ນ ເມື່ອ​ເຮົາ​ມາ​ຮອດ​ເຮືອນ​ຫຼັງ​ໃໝ່ ກໍ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ວາງ​ເຄື່ອງ​ວ່າ​ຫ້ອງ​ໃດ​ເປັນ​ຫ້ອງ​ໃດ. ລາວ​ເຮັດ​ລາຍການ​ຢ່າງ​ລະອຽດ​ວ່າ​ແຕ່​ລະ​ກ່ອງ​ມີ​ຫຍັງ​ແດ່​ເພື່ອ​ທີ່​ເຮົາ​ຈະ​ຊອກ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງການ​ໄດ້​ງ່າຍໆແລະ​ກໍ​ໄວ.

ມາຣີລິນ: ຍ້ອນ​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ຈັດ​ລະບຽບ​ຢ່າງ​ດີ ເຮົາ​ຈຶ່ງ​ສາມາດ​ເລີ່ມ​ວຽກ​ຮັບໃຊ້​ຂອງ​ເຮົາ​ໄດ້​ທັນທີ.

ພວກ​ເຈົ້າ​ຈັດ​ຕາ​ຕະລາງ​ເວລາ​ແນວ​ໃດ​ເພື່ອ​ຈະ​ສາມາດ “ເຮັດ​ວຽກ​ຮັບໃຊ້ . . . ໃຫ້​ສຳເລັດ​ຄົບ​ຖ້ວນ?”—2 ຕມ. 4:5

ມາຣີລິນ: ມື້​ວັນ​ຈັນ​ເຮົາ​ຈະ​ພັກຜ່ອນ​ແລະ​ກຽມ​ສຳລັບ​ການ​ປະຊຸມ. ແຕ່​ວັນ​ອັງຄານ​ຈົນ​ຮອດ​ວັນ​ອາທິດ ພວກ​ເຮົາ​ຈະ​ໄປ​ປະກາດ.

ແຈັກ: ເຖິງ​ວ່າ​ເຮົາ​ຕ້ອງ​ເຮັດ​ວຽກ​ຮັບໃຊ້​ໃຫ້​ຄົບ​ຊົ່ວ​ໂມງ​ໃນ​ແຕ່​ລະ​ເດືອນ ແຕ່​ນີ້​ກໍ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ກັງວົນ. ວຽກ​ປະກາດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ. ເຮົາ​ພະຍາຍາມ​ປະກາດ​ກັບ​ຄົນ​ທີ່​ເຮົາ​ພົບ​ຕັ້ງ​ແຕ່​ເວລາ​ທີ່​ເຮົາ​ອອກ​ຈາກ​ເຮືອນ​ຈົນ​ກັບ​ມາ​ຮອດ​ເຮືອນ.

ມາຣີລິນ: ຕອນ​ທີ່​ເຮົາ​ໄປ​ກິນ​ເຂົ້າ​ທາງ​ນອກ ຂ້ອຍ​ກໍ​ຈະ​ເອົາ​ແຜ່ນ​ພັບ​ໄປ​ນຳ​ຕະຫຼອດ. ເຖິງ​ວ່າ​ເຮົາ​ບໍ່​ໄດ້​ບອກ​ພວກ​ເຂົາ​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ບາງ​ຄົນ​ກໍ​ມາ​ຫາ​ເຮົາ​ແລະ​ຂໍ​ປຶ້ມ​ນຳ​ເຮົາ. ຍ້ອນ​ແນວ​ນີ້​ແຫຼະ ເຮົາ​ຈຶ່ງ​ລະວັງ​ໃນ​ເລື່ອງ​ການ​ແຕ່ງ​ຕົວ​ແລະ​ການ​ປະພຶດ ເພາະ​ຜູ້​ຄົນ​ສັງເກດ​ເບິ່ງ​ສິ່ງ​ເຫຼົ່າ​ນີ້.

ແຈັກ: ພວກ​ເຮົາ​ຍັງ​ໃຫ້​ຄຳ​ພະຍານ​ໂດຍ​ການ​ເຮັດ​ສິ່ງ​ທີ່​ດີ ເຊັ່ນ: ຂ້ອຍ​ເກັບ​ຂີ້ເຫຍື້ອ​ແລະ​ເຮັດ​ໃຫ້​ເຮືອນ​ສະອາດ​ງາມ​ຕາ. ຕອນ​ທີ່​ເພື່ອນ​ບ້ານ​ຂອງ​ເຮົາ​ສັງເກດ​ເຫັນ ບາງ​ເທື່ອ​ພວກ​ເຂົາ​ກໍ​ຖາມ​ວ່າ: “ເຈົ້າ​ມີ​ຄຳພີ​ໄບເບິນ​ບໍ ຂ້ອຍ​ຂໍ​ແດ່​ຈັກ​ຫົວ​ໜຶ່ງ?”

ພວກ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ໄປ​ປະກາດ​ຢູ່​ເຂດ​ທີ່​ຫ່າງ​ໄກ​ເລື້ອຍໆ ແລ້ວ​ພວກ​ເຈົ້າ​ປະທັບ​ໃຈ​ບ່ອນ​ໃດ​ຫຼາຍ​ທີ່​ສຸດ?

ແຈັກ: ໃນ​ກຸຍຢານ ບາງ​ເຂດ​ກໍ​ໄປ​ຍາກ​ຫຼາຍ. ໃນ​ໜຶ່ງ​ອາທິດ​ເຮົາ​ຕ້ອງ​ເດີນ​ທາງ 600 ກິໂລແມັດ​ແລະ​ທາງ​ທີ່​ໄປ​ກໍ​ລຳບາກ​ຫຼາຍ. ຕອນ​ທີ່​ເຮົາ​ໄປ​ບ້ານ​ແຊັດອີລີ ໃນ​ປ່າ​ອາມາໂຊນ​ເຊິ່ງ​ເປັນ​ບ່ອນ​ທີ່​ເຮົາ​ຈື່​ບໍ່​ລືມ ພວກ​ເຮົາ​ຕ້ອງ​ຂີ່​ລົດ​ລຸຍ​ທາງ​ຍາກ​ແລະ​ກໍ​ຂີ່​ເຮືອ​ຈັກ ເພື່ອ​ໄປ​ຮອດ​ບ້ານ​ນັ້ນ​ກໍ​ຕ້ອງ​ໃຊ້​ເວລາ​ຫຼາຍ​ຊົ່ວ​ໂມງ. ຄົນ​ສ່ວນ​ຫຼາຍ​ທີ່​ອາໄສ​ຢູ່​ຫັ້ນ​ມີ​ອາຊີບ​ຮ່ອນ​ຄຳ. ບາງ​ຄົນ​ທີ່​ເຫັນ​ຄ່າ​ປຶ້ມ​ຂອງ​ເຮົາ​ກໍ​ໄດ້​ເອົາ​ຄຳ​ນ້ອຍໆກ້ອນ​ໜຶ່ງ​ໃຫ້​ເຮົາ​ເພື່ອ​ເປັນ​ການ​ຕອບ​ແທນ! ໃນ​ຕອນ​ແລງ ເຮົາ​ກໍ​ໄດ້​ເປີດ​ວິດີໂອ​ຂອງ​ອົງການ​ໃຫ້​ພວກ​ເຂົາ​ເບິ່ງ ແລະ​ຫຼາຍ​ຄົນ​ກໍ​ເຂົ້າ​ມາ​ເບິ່ງ.

ມາຣີລິນ: ໃນ​ທີ່​ສຸດ​ແຈັກ​ກໍ​ຂໍ​ຈັດ​ຄຳ​ບັນລະຍາຍ​ການ​ປະຊຸມ​ອະນຸສອນ​ຢູ່​ຄາມຸປິ. ເພື່ອ​ຈະ​ໄປ​ຮອດ​ບ່ອນ​ນັ້ນ ເຮົາ​ຕ້ອງ​ຂີ່​ເຮືອ​ຈັກ​ໄປ 4 ຊົ່ວ​ໂມງ​ທາງ​ແມ່ນ້ຳ​ໂອຢາປັອກ. ມັນ​ເປັນ​ປະສົບການ​ທີ່​ໜ້າ​ຕື່ນ​ເຕັ້ນ​ແທ້ໆ.

ແຈັກ: ໃນ​ແມ່ນ້ຳ​ນີ້​ບ່ອນ​ທີ່​ນ້ຳ​ຕື້ນ ແກ້ງ​ຈະ​ເປັນ​ອັນຕະລາຍ. ຂ້ອຍ​ຮູ້ສຶກ​ຢ້ານ​ແລະ​ງຶດ​ຫຼາຍ​ແທ້ໆຕອນ​ທີ່​ເຫັນ​ແກ້ງ​ແລະ​ຂີ່​ເຮືອ​ຜ່ານ​ມັນ​ໄປ​ໄດ້. ຄົນ​ຂັບ​ເຮືອ​ຕ້ອງ​ຮູ້​ດີ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຜ່ານ​ແກ້ງ​ໄດ້. ມັນ​ເປັນ​ປະສົບການ​ທີ່​ໜ້າ​ຕື່ນ​ເຕັ້ນ​ແລະ​ດີ​ແທ້ໆ. ເຖິງ​ວ່າ​ຈະ​ມີ​ພຽງ​ແຕ່​ພະຍານ​ພະ​ເຢໂຫວາ 6 ຄົນ​ທີ່​ໄປ ແຕ່​ກໍ​ມີ 50 ຄົນ​ເຂົ້າ​ຮ່ວມ​ການ​ປະຊຸມ​ອະນຸສອນ​ເຊິ່ງ​ລວມ​ມີ​ຄົນ​ຊົນ​ເຜົ່າ​ພື້ນເມືອງ​ຂອງ​ອາເມຣິກາ​ນຳ!

ມາຣີລິນ: ປະສົບການ​ທີ່​ມີ​ຄ່າ​ແບບ​ນີ້​ກຳລັງ​ລໍ​ຖ້າ​ຄົນ​ໜຸ່ມໆທີ່​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ. ເຈົ້າ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ໃນ​ສະພາບການ​ເຫຼົ່າ​ນີ້ ແລ້ວ​ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ພວກ​ເຮົາ​ໄດ້​ເຫັນ​ຫຼາຍ​ເທື່ອ​ແລ້ວ​ວ່າ ພະ​ເຢໂຫວາ​ຊ່ວຍ​ພວກ​ເຮົາ​ແທ້ໆ.

ພວກ​ເຈົ້າ​ໄດ້​ຮຽນ​ຮູ້​ຫຼາຍ​ພາສາ ພວກ​ເຈົ້າ​ມີ​ພອນ​ສະຫວັນ​ທາງ​ດ້ານ​ພາສາ​ບໍ?

ແຈັກ: ບໍ່​ມີ​ເລີຍ. ຂ້ອຍ​ໄດ້​ຮຽນ​ພາສາ​ເຫຼົ່າ​ນີ້​ກໍ​ເພື່ອ​ຈະ​ປະກາດ​ແລະ​ຊ່ວຍ​ປະຊາຄົມ. ຂ້ອຍ​ຕ້ອງ​ນຳ​ຫໍສັງເກດການ ໃນ​ພາສາ​ຊາຣານັນຕັງໂກ * ກ່ອນ​ທີ່​ຂ້ອຍ​ຈະ​ໄດ້​ອ່ານ​ຄຳພີ​ໄບເບິນ​ດ້ວຍ​ຊ້ຳ! ຂ້ອຍ​ຖາມ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ວ່າ​ເຂົ້າ​ໃຈ​ທີ່​ຂ້ອຍ​ເວົ້າ​ບໍ. ລາວ​ຕອບ​ວ່າ: “ບາງ​ຄຳ​ກໍ​ເຂົ້າ​ໃຈ ບາງ​ຄຳ​ກໍ​ບໍ່​ເຂົ້າ​ໃຈ ແຕ່​ເຈົ້າ​ເຮັດ​ໄດ້​ດີ​ຫຼາຍ.” ເດັກ​ນ້ອຍ​ຊ່ວຍ​ໄດ້​ຫຼາຍ​ແທ້ໆ ເພາະ​ຕອນ​ທີ່​ຂ້ອຍ​ເວົ້າ​ຜິດ​ຜູ້​ໃຫຍ່​ຈະ​ບໍ່​ເວົ້າ​ຫຍັງ ແຕ່​ເດັກ​ນ້ອຍ​ຈະ​ທ້ວງ​ເລີຍ. ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ພວກ​ເຂົາ​ອີ່ຫຼີ.

ມາຣີລິນ: ໃນ​ເຂດ​ໜຶ່ງ ຂ້ອຍ​ມີ​ນັກ​ສຶກສາ​ທີ່​ເວົ້າ​ພາສາ​ຝຣັ່ງ ພາສາ​ປອກຕູຍການ ແລະ​ພາສາ​ຊາຣານັນຕັງໂກ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ແນະນຳ​ຂ້ອຍ​ວ່າ ໃຫ້​ເລີ່ມ​ດ້ວຍ​ພາສາ​ທີ່​ຍາກ​ທີ່​ສຸດ​ແລະ​ຈົບ​ດ້ວຍ​ພາສາ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ງ່າຍ​ທີ່​ສຸດ. ບໍ່​ດົນ ຂ້ອຍ​ກໍ​ເຂົ້າ​ໃຈ​ຄຳ​ແນະນຳ​ຂອງ​ລາວ.

ມີ​ມື້​ໜຶ່ງ​ຂ້ອຍ​ໄດ້​ນຳ​ການ​ສຶກສາ​ກັບ​ຄົນ​ທີ່​ເວົ້າ​ພາສາ​ຊາຣານັນຕັງໂກ​ກ່ອນ ຫຼັງ​ຈາກ​ນັ້ນ​ກໍ​ໄປ​ສຶກສາ​ກັບ​ຄົນ​ເບຣຊິນ​ທີ່​ເວົ້າ​ພາສາ​ປອກຕູຍການ. ແຕ່​ເມື່ອ​ຂ້ອຍ​ເລີ່ມ​ນຳ​ການ​ສຶກສາ​ກັບ​ນັກ​ສຶກສາ​ຄົນ​ທີ່​ສອງ ພີ່ນ້ອງ​ຍິງ​ທີ່​ມາ​ນຳ​ຂ້ອຍ​ໄດ້​ບອກ​ຂ້ອຍ​ວ່າ: “ມາຣີລິນ ຂ້ອຍ​ຄິດ​ວ່າ​ນັກ​ສຶກສາ​ຂອງ​ເຈົ້າ​ບໍ່​ເຂົ້າ​ໃຈ​ໄດ໋​ຫັ້ນ!” ຂ້ອຍ​ກໍ​ຮູ້​ເລີຍ​ວ່າ​ຂ້ອຍ​ກຳລັງ​ເວົ້າ​ພາສາ​ຊາຣານັນຕັງໂກ ກັບ​ນັກ​ສຶກສາ​ທີ່​ເວົ້າ​ພາສາ​ປອກຕູຍການ!

ພີ່ນ້ອງ​ໃນ​ເຂດ​ທີ່​ພວກ​ເຈົ້າ​ຮັບໃຊ້​ຄື​ຊິ​ຮັກ​ພວກ​ເຈົ້າ​ຫຼາຍ ແລ້ວ​ພວກ​ເຈົ້າ​ສະໜິດ​ກັບ​ພີ່ນ້ອງ​ເຫຼົ່າ​ນັ້ນ​ໄດ້​ແນວ​ໃດ?

ແຈັກ: ສຸພາສິດ 11:25 ບອກ​ວ່າ: “ຄົນ​ທີ່​ມີ​ນ້ຳໃຈ​ເອື້ອເຟື້ອ​ຈະ​ຈະເລີນ, ລ.ມ.” ເຮົາ​ບໍ່​ໄດ້​ລັງເລ​ທີ່​ຈະ​ໃຊ້​ເວລາ​ແລະ​ເຮັດ​ສິ່ງ​ຕ່າງໆກັບ​ພີ່ນ້ອງ. ຕອນ​ທີ່​ສ້ອມ​ແປງ​ຫໍ​ປະຊຸມ ບາງ​ຄົນ​ບອກ​ຂ້ອຍ​ວ່າ: “ໃຫ້​ຜູ້​ປະກາດ​ເປັນ​ຄົນ​ເຮັດ.” ຂ້ອຍ​ຕອບ​ລາວ​ວ່າ: “ຂ້ອຍ​ກໍ​ເປັນ​ຜູ້​ປະກາດ​ຄື​ກັນ. ຖ້າ​ບ່ອນ​ໃດ​ມີ​ວຽກ ຂ້ອຍ​ກໍ​ຢາກ​ໄປ​ຊ່ວຍ.” ເຖິງ​ວ່າ​ບາງ​ຄັ້ງ​ເຮົາ​ກໍ​ຕ້ອງການ​ເວລາ​ສ່ວນ​ຕົວ ແຕ່​ເຮົາ​ມັກ​ບອກ​ຕົວ​ເອງ​ວ່າ​ເຮົາ​ບໍ່​ຢາກ​ໃຫ້​ເວລາ​ສ່ວນ​ຕົວ​ຂອງ​ເຮົາ​ມາ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ເຮັດ​ດີ​ຕໍ່​ຄົນ​ອື່ນ.

ມາຣີລິນ: ເຮົາ​ພະຍາຍາມ​ທີ່​ຈະ​ສົນ​ໃຈ​ພີ່ນ້ອງ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ. ໂດຍ​ວິທີ​ນີ້ ເຮົາ​ຈຶ່ງ​ໄດ້​ຮູ້​ວ່າ​ພວກ​ເຂົາ​ຕ້ອງການ​ໃຫ້​ມີ​ຄົນ​ມາ​ເບິ່ງ​ແຍງ​ລູກ​ແລະ​ໄປ​ຮັບ​ລູກ​ຂອງ​ພວກ​ເຂົາ​ຢູ່​ໂຮງ​ຮຽນ. ເຮົາ​ກໍ​ໄດ້​ວາງ​ແຜນ​ເພື່ອ​ຈະ​ສາມາດ​ຊ່ວຍ​ພວກ​ເຂົາ​ໄດ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ສະໜິດ​ກັບ​ພວກ​ເຂົາ​ຫຼາຍ​ຂຶ້ນ ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ຕອນ​ທີ່​ພວກ​ເຂົາ​ຈຳເປັນ.

ພວກ​ເຈົ້າ​ໄດ້​ຮັບ​ພອນ​ຫຍັງ​ແດ່​ຈາກ​ການ​ເຮັດ​ວຽກ​ຮັບໃຊ້​ໃນ​ເຂດ​ທີ່​ຈຳເປັນ​ຫຼາຍ​ກວ່າ?

ແຈັກ: ວຽກ​ຮັບໃຊ້​ເຕັມ​ເວລາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ແລະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ. ເຮົາ​ໄດ້​ໃກ້​ຊິດ​ກັບ​ທຳມະຊາດ ແລະ​ເພີດເພີນ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ຢ່າງ​ຫຼວງ​ຫຼາຍ. ເຖິງ​ວ່າ​ຈະ​ມີ​ສິ່ງ​ທ້າທາຍ​ຫຼາຍ​ຢ່າງ ແຕ່​ເຮົາ​ກໍ​ອຸ່ນ​ໃຈ​ເພາະ​ເຮົາ​ຮູ້​ວ່າ​ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ຂອງ​ພະ​ເຢໂຫວາ​ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ​ກໍ​ຕາມ.

ຕອນ​ທີ່​ເປັນ​ໄວ​ລຸ້ນ ຂ້ອຍ​ຖືກ​ຂັງ​ຄຸກ​ຢູ່​ກຸຍຢານ (ຝຣັ່ງ) ຍ້ອນ​ບໍ່​ຢາກ​ເປັນ​ທະຫານ. ຂ້ອຍ​ບໍ່​ເຄີຍ​ຄິດ​ເລີຍ​ວ່າ​ມື້​ໜຶ່ງ​ຈະ​ໄດ້​ກັບ​ໄປ​ບ່ອນ​ນັ້ນ​ອີກ​ໃນ​ຖານະ​ມິດຊັນນາລີ​ແລະ​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ຢາມ​ນັກ​ໂທດ​ຢູ່​ຄຸກ​ໃນ​ຖານະ​ຜູ້​ສອນ​ສາສະໜາ. ພະ​ເຢໂຫວາ​ອວຍ​ພອນ​ຂ້ອຍ​ຫຼາຍ​ແທ້ໆ.

ມາຣີລິນ: ຄວາມ​ສຸກ​ທີ່​ຍິ່ງໃຫຍ່​ຂອງ​ຂ້ອຍ​ຄື​ການ​ໃຫ້​ເວລາ​ກັບ​ຄົນ​ອື່ນ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ເປັນ​ຜູ້​ຮັບໃຊ້​ພະ​ເຢໂຫວາ ແລະ​ຍັງ​ເຮັດ​ໃຫ້​ຊີວິດ​ຄູ່​ຂອງ​ເຮົາ​ໝັ້ນ​ຄົງ​ຫຼາຍ​ຂຶ້ນ. ບາງ​ເທື່ອ ແຈັກ​ກໍ​ຖາມ​ຂ້ອຍ​ວ່າ​ດີ​ບໍ​ຖ້າ​ຈະ​ຊວນ​ຄູ່​ຜົວ​ເມຍ​ທີ່​ຕ້ອງການ​ກຳລັງ​ໃຈ​ມາ​ກິນ​ເຂົ້າ​ນຳ​ເຮົາ. ຫຼາຍ​ເທື່ອ​ຂ້ອຍ​ກໍ​ຕອບ​ວ່າ: “ຄິດ​ຄື​ກັນ​ເລີຍ!” ເຮົາ​ມັກ​ໃຈ​ກົງ​ກັນ​ຕະຫຼອດ.

ແຈັກ: ເມື່ອ​ບໍ່​ດົນ​ມາ​ນີ້ ຂ້ອຍ​ຖືກ​ບົ່ງ​ມະຕິ​ວ່າ​ເປັນ​ມະເຮັງ​ຕ່ອມ​ລູກ​ໝາກ. ເຖິງ​ວ່າ​ມາຣີລິນ​ບໍ່​ຢາກ​ໄດ້​ຍິນ​ເລື່ອງ​ນີ້ ແຕ່​ຂ້ອຍ​ກໍ​ບອກ​ລາວ​ວ່າ: “ຖ້າ​ມື້​ອື່ນ​ຂ້ອຍ​ຕ້ອງ​ຕາຍ​ທັງໆທີ່​ຍັງ​ບໍ່ ‘ເຖົ້າ​ຫຼາຍ’ ແຕ່​ຂ້ອຍ​ກໍ​ຕາຍ​ຕາ​ຫຼັບ​ເພາະ​ຂ້ອຍ​ຮູ້​ວ່າ​ຂ້ອຍ​ໄດ້​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ມັນ​ຄຸ້ມ​ຄ່າ​ແລ້ວ​ແທ້ໆ.”—ຕົ້ນ. 25:8, ລ.ມ.

ມາຣີລິນ: ພະ​ເຢໂຫວາ​ໄດ້​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ເຮັດ​ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ​ໃນ​ແບບ​ທີ່​ເຮົາ​ບໍ່​ຄາດ​ຄິດ. ຊີວິດ​ຂອງ​ເຮົາ​ມີ​ແຕ່​ສິ່ງ​ທີ່​ດີ​ແທ້ໆ. ເມື່ອ​ເຮົາ​ໝັ້ນ​ໃຈ​ໃນ​ພະເຈົ້າ​ຢ່າງ​ເຕັມທີ ບໍ່​ວ່າ​ອົງການ​ຂອງ​ພະອົງ​ຈະ​ໃຊ້​ເຮົາ​ໄປ​ໃສ​ເຮົາ​ກໍ​ຈະ​ໄປ!

^ ຂໍ້ 32 ພາສາ​ຊາຣານັນຕັງໂກ​ແມ່ນ​ມາ​ຈາກ​ພາສາ​ອັງກິດ ພາສາ​ໂຮນລັງ ພາສາ​ປອກຕູຍການ ແລະ​ພາສາ​ຕ່າງໆທີ່​ໃຊ້​ໃນ​ອາຝຼິກກາ​ເອົາ​ມາ​ປະສົມ​ປະສານ​ກັນ ເຊິ່ງ​ພວກ​ທາດ​ສະໄໝ​ກ່ອນ​ເປັນ​ຜູ້​ພັດທະນາ​ພາສາ​ນີ້​ຂຶ້ນ​ມາ.