ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 15

ເຈົ້າ​ເບິ່ງ​ຄົນ​ໃນ​ເຂດ​ປະກາດ​ແນວ​ໃດ?

ເຈົ້າ​ເບິ່ງ​ຄົນ​ໃນ​ເຂດ​ປະກາດ​ແນວ​ໃດ?

“ເງີຍ​ໜ້າ​ເບິ່ງ​ທົ່ງ​ນາ​ແມ້ ຮວງ​ເຂົ້າ​ກໍ​ສຸກ​ເຫຼືອງ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ.”—ຢຮ. 4:35

ເພງ 64 ຮ່ວມ​ເຮັດ​ວຽກ​ເກັບ​ກ່ຽວ​ດ້ວຍ​ຄວາມ​ຍິນດີ

ໃຈ​ຄວາມ​ສຳຄັນ *

1-2. ຄຳເວົ້າ​ຂອງ​ພະ​ເຢຊູ​ໃນ​ໂຢຮັນ 4:35, 36 ໝາຍ​ຄວາມ​ວ່າ​ແນວ​ໃດ?

ຕອນ​ທີ່​ພະ​ເຢຊູ​ໄປ​ຄາລີເລ ເພິ່ນ​ຍ່າງ​ຜ່ານ​ທົ່ງ​ນາ​ຂຽວ​ເຊິ່ງ​ເບິ່ງ​ຄື​ວ່າ​ຈະ​ເປັນ​ເຂົ້າ​ບາເລ​ທີ່​ຫາ​ກໍ​ໃຫຍ່. (ຢຮ. 4:3-6) ແລະ​ອີກ 4 ເດືອນ​ເຂົ້າ​ນີ້​ຈຶ່ງ​ຈະ​ກ່ຽວ​ໄດ້. ດັ່ງ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ແປກ​ທີ່​ພະ​ເຢຊູ​ບອກ​ວ່າ: “ເງີຍ​ໜ້າ​ເບິ່ງ​ທົ່ງ​ນາ​ແມ້ ຮວງ​ເຂົ້າ​ກໍ​ສຸກ​ເຫຼືອງ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ.” (ອ່ານ​ໂຢຮັນ 4:35, 36) ພະ​ເຢຊູ​ກຳລັງ​ໝາຍ​ເຖິງ​ຫຍັງ?

2 ເບິ່ງ​ຄື​ວ່າ​ພະ​ເຢຊູ​ກຳລັງ​ໝາຍ​ເຖິງ​ການ​ລວບລວມ​ຜູ້​ຄົນ​ບໍ່​ແມ່ນ​ການ​ກ່ຽວ​ເຂົ້າ. ຂໍ​ໃຫ້​ຄິດ​ເຖິງ​ເຫດການ​ທີ່​ຫາ​ກໍ​ເກີດ​ຂຶ້ນ​ກ່ອນ​ໜ້າ​ນີ້. ປົກກະຕິ​ແລ້ວ​ຄົນ​ຢິວ​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ຄົນ​ຊາມາເຣຍ ແຕ່​ພະ​ເຢຊູ​ກໍ​ປະກາດ​ກັບ​ຜູ້​ຍິງ​ຊາມາເຣຍ​ຄົນ​ໜຶ່ງ ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ຟັງ​ເພິ່ນ! ທີ່​ຈິງ ຕອນ​ທີ່​ພະ​ເຢຊູ​ບອກ​ວ່າ​ຮວງ​ເຂົ້າ “ສຸກ​ເຫຼືອງ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ” ກຸ່ມ​ຄົນ​ຊາມາເຣຍ​ທີ່​ໄດ້​ຍິນ​ເລື່ອງ​ພະ​ເຢຊູ​ຈາກ​ຜູ້​ຍິງ​ຄົນ​ນີ້​ກໍ​ມາ​ຫາ​ເພິ່ນ​ເພື່ອ​ຈະ​ຮຽນ​ຈາກ​ເພິ່ນ​ຫຼາຍ​ຂຶ້ນ. (ຢຮ. 4:9, 39-42) ປຶ້ມ​ອະທິບາຍ​ຄຳພີ​ໄບເບິນ​ຫົວ​ໜຶ່ງ​ບອກ​ວ່າ: “ຄວາມ​ກະຕືລືລົ້ນ​ຂອງ​ຄົນ​ເຫຼົ່າ​ນັ້ນ . . . ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ເປັນ​ຄື​ເຂົ້າ​ທີ່​ພ້ອມ​ຈະ​ກ່ຽວ​ໄດ້​ແລ້ວ.”

ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ເຮົາ​ຮູ້ສຶກ​ວ່າ “ຮວງ​ເຂົ້າ​ກໍ​ສຸກ​ເຫຼືອງ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ”? (ເບິ່ງ​ຂໍ້ 3)

3. ຖ້າ​ເຈົ້າ​ເບິ່ງ​ຜູ້​ຄົນ​ຄື​ກັບ​ພະ​ເຢຊູ​ເບິ່ງ ນັ້ນ​ຈະ​ສົ່ງ​ຜົນ​ຕໍ່​ການ​ປະກາດ​ຂອງ​ເຈົ້າ​ແນວ​ໃດ?

3 ແລ້ວ​ເຈົ້າ​ເດ ເຈົ້າ​ເບິ່ງ​ຄົນ​ທີ່​ເຈົ້າ​ປະກາດ​ຂ່າວ​ດີ​ນຳ​ແນວ​ໃດ? ເຈົ້າ​ເບິ່ງ​ວ່າ​ພວກ​ເຂົາ​ເປັນ​ຄື​ກັບ​ເຂົ້າ​ສຸກ​ເຫຼືອງ​ທີ່​ພ້ອມ​ຈະ​ກ່ຽວ​ບໍ? ຖ້າ​ເຈົ້າ​ຄິດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເຮັດ 3 ຢ່າງ​ນີ້. ທຳອິດ ເຈົ້າ​ຈະ​ຟ້າວ​ເຮັດ​ວຽກ​ປະກາດ​ຢ່າງ​ຮີບ​ດ່ວນ​ເພາະ​ຮູ້​ວ່າ​ເວລາ​ເກັບ​ກ່ຽວ​ມີ​ຈຳກັດ​ແລະ​ບໍ່​ຢາກ​ເສຍ​ເວລາ. ສອງ ເຈົ້າ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ຜູ້​ຄົນ​ຕອບ​ຮັບ​ຂ່າວ​ດີ​ຄື​ກັບ​ຄຳພີ​ໄບເບິນ​ບອກ​ວ່າ: “ເຂົາ​ຊົມຊື່ນ​ຍິນດີ​ຕໍ່​ໜ້າ​ພະອົງ​ຄື​ໃນ​ລະດູ​ກ່ຽວ​ເຂົ້າ.” (ເອຊາ. 9:3) ສາມ ເຈົ້າ​ຈະ​ເບິ່ງ​ວ່າ​ທຸກ​ຄົນ​ທີ່​ເຈົ້າ​ລົມ​ນຳ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໄດ້ ແລະ​ເຈົ້າ​ກໍ​ຈະ​ປັບ​ວິທີ​ເວົ້າ​ຂອງ​ເຈົ້າ​ໃນ​ແບບ​ທີ່​ພວກ​ເຂົາ​ສົນ​ໃຈ.

4. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ອັກຄະສາວົກ​ໂປໂລ?

4 ລູກສິດ​ບາງ​ຄົນ​ຂອງ​ພະ​ເຢຊູ​ອາດ​ຄິດ​ວ່າ ບໍ່​ມີ​ທາງ​ທີ່​ຊາວ​ຊາມາເຣຍ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໄດ້. ແຕ່​ພະ​ເຢຊູ​ບໍ່​ໄດ້​ຄິດ​ແບບ​ນັ້ນ ເພິ່ນ​ເບິ່ງ​ວ່າ​ພວກ​ເຂົາ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ໄດ້. ດັ່ງ​ນັ້ນ ເຮົາ​ກໍ​ຕ້ອງ​ເບິ່ງ​ແບບ​ພະ​ເຢຊູ​ຄື​ກັນ ເຮົາ​ຕ້ອງ​ເບິ່ງ​ວ່າ​ຜູ້​ຄົນ​ໃນ​ເຂດ​ຂອງ​ເຮົາ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້. ອັກຄະສາວົກ​ໂປໂລ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ເລື່ອງ​ນີ້. ເຮົາ​ຈະ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລາວ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຮຽນ​ຮູ້​ວິທີ​ທີ່​ໂປໂລ (1) ຮູ້ຈັກ​ຄວາມ​ເຊື່ອ​ຂອງ​ຄົນ​ທີ່​ລາວ​ປະກາດ​ນຳ (2) ຮູ້​ສິ່ງ​ທີ່​ພວກ​ເຂົາ​ສົນ​ໃຈ ແລະ (3) ເບິ່ງ​ວ່າ​ພວກ​ເຂົາ​ສາມາດ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້.

ພວກ​ເຂົາ​ເຊື່ອ​ຫຍັງ?

5. ເປັນ​ຫຍັງ​ໂປໂລ​ເຂົ້າ​ໃຈ​ຄົນ​ທີ່​ລາວ​ປະກາດ​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ?

5 ໂປໂລ​ມັກ​ໄປ​ປະກາດ​ຢູ່​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ເລື້ອຍໆເຊັ່ນ: ໃນ​ເມືອງ​ເທຊະໂລນິກ “ລາວ​ຍົກ​ເຫດຜົນ​ຈາກ​ພະ​ຄຳພີ​ມາ​ລົມ​ກັບ [ຊາວ​ຢິວ] ໃນ​ວັນ​ຊະບາໂຕ 3 ອາທິດ​ຕໍ່​ກັນ.” (ກຈກ. 17:1, 2) ໂປໂລ​ຄື​ຊິ​ບໍ່​ຮູ້ສຶກ​ຢ້ານ​ເມື່ອ​ຢູ່​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ເພາະ​ລາວ​ເຄີຍ​ຖື​ສາສະໜາ​ຢິວ. (ກຈກ. 26:4, 5) ໂປໂລ​ເຂົ້າ​ໃຈ​ຄົນ​ຢິວ ດັ່ງ​ນັ້ນ ລາວ​ຈຶ່ງ​ສາມາດ​ປະກາດ​ກັບ​ພວກ​ເຂົາ​ດ້ວຍ​ຄວາມ​ໝັ້ນ​ໃຈ.—ຟລປ. 3:4, 5

6. ຄົນ​ທີ່​ໂປໂລ​ປະກາດ​ຢູ່​ຕະຫຼາດ​ໃນ​ເມືອງ​ອາແຖນ​ຕ່າງ​ຈາກ​ຄົນ​ທີ່​ຢູ່​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ແນວ​ໃດ?

6 ໂປໂລ​ຖືກ​ຕໍ່​ຕ້ານ​ຈົນ​ຕ້ອງ​ໜີ​ອອກ​ຈາກ​ເມືອງ​ເທຊະໂລນິກ​ແລະ​ເມືອງ​ເບເຣຍ ແລະ​ເມື່ອ​ມາ​ຮອດ​ເມືອງ​ອາແຖນ​ໂປໂລ​ກໍ​ຍັງ​ປະກາດ​ຄື​ເກົ່າ ລາວ “ໄປ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ແລ້ວ​ຍົກ​ເຫດຜົນ​ມາ​ລົມ​ກັບ​ຊາວ​ຢິວ​ແລະ​ຄົນ​ອື່ນ​ທີ່​ນັບຖື​ພະເຈົ້າ.” (ກຈກ. 17:17) ແຕ່​ຕອນ​ທີ່​ໂປໂລ​ປະກາດ​ຢູ່​ຕະຫຼາດ ລາວ​ກໍ​ເຫັນ​ວ່າ​ຜູ້​ຄົນ​ຢູ່​ຫັ້ນ​ຕ່າງ​ກັນ​ຫຼາຍ​ກັບ​ຄົນ​ທີ່​ຢູ່​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ. ຄົນ​ທີ່​ລາວ​ປະກາດ​ນຳ​ມີ​ທັງ​ນັກ​ປັດຊະຍາ​ແລະ​ຄົນ​ຊາດ​ອື່ນໆທີ່​ເບິ່ງ​ວ່າ​ຄຳ​ສອນ​ຂອງ​ລາວ​ເປັນ “ຄຳ​ສອນ​ໃໝ່.” ພວກ​ເຂົາ​ບອກ​ວ່າ: “ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ທີ່​ເຈົ້າ​ເວົ້າ.”—ກຈກ. 17:18-20

7. ຕາມ​ກິດຈະການ 17:22, 23 ໂປໂລ​ປັບ​ວິທີ​ປະກາດ​ແນວ​ໃດ?

7 ອ່ານ​ກິດຈະການ 17:22, 23. ເມື່ອ​ໂປໂລ​ປະກາດ​ກັບ​ຄົນ​ຕ່າງ​ຊາດ​ຢູ່​ເມືອງ​ອາແຖນ ລາວ​ບໍ່​ໄດ້​ເວົ້າ​ແບບ​ດຽວ​ກັບ​ທີ່​ປະກາດ​ຢູ່​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ. ໂປໂລ​ຄື​ຊິ​ຖາມ​ຕົວ​ເອງ​ວ່າ: ‘ຄົນ​ທີ່​ຢູ່​ເມືອງ​ອາແຖນ​ເຊື່ອ​ຫຍັງ?’ ລາວ​ສັງເກດ​ເບິ່ງ​ອ້ອມ​ແອ້ມ​ແລະ​ທຳນຽມ​ສາສະໜາ​ຂອງ​ພວກ​ເຂົາ. ຈາກ​ນັ້ນ ລາວ​ກໍ​ພະຍາຍາມ​ຊອກ​ຫາ​ຈຸດ​ທີ່​ຄື​ກັນ​ລະຫວ່າງ​ຄວາມ​ເຊື່ອ​ຂອງ​ຄົນ​ຢູ່​ຫັ້ນ​ກັບ​ຄວາມ​ຈິງ​ໃນ​ພະ​ຄຳພີ. ຜູ້​ຊ່ຽວຊານ​ດ້ານ​ພະ​ຄຳພີ​ບອກ​ວ່າ: “ເນື່ອງ​ຈາກ [ໂປໂລ] ເປັນ​ຄລິດສະຕຽນ​ຊາວ​ຢິວ ລາວ​ຈຶ່ງ​ຮູ້​ວ່າ​ຄົນ​ກຣີກ​ທີ່​ນະມັດສະການ​ພະ​ປອມ​ບໍ່​ໄດ້​ນະມັດສະການ​ພະເຈົ້າ ‘ທ່ຽງ​ແທ້’ ຂອງ​ຄົນ​ຢິວ​ແລະ​ຄລິດສະຕຽນ. ແຕ່​ລາວ​ກໍ​ພະຍາຍາມ​ຊ່ວຍ​ຊາວ​ອາແຖນ​ໃຫ້​ເຂົ້າ​ໃຈ​ວ່າ​ພວກ​ເຂົາ​ກໍ​ຮູ້ຈັກ​ພະເຈົ້າ​ອົງ​ນີ້​ຢູ່​ແລ້ວ.” ໂປໂລ​ຈຶ່ງ​ເຕັມ​ໃຈ​ປັບ​ວິທີ​ເວົ້າ. ລາວ​ບອກ​ຊາວ​ອາແຖນ​ວ່າ ເລື່ອງ​ທີ່​ລາວ​ປະກາດ​ມາ​ຈາກ “ພະເຈົ້າ​ທີ່​ບໍ່​ຮູ້ຈັກ” ເຊິ່ງ​ພວກ​ເຂົາ​ພະຍາຍາມ​ຂາບ​ໄຫວ້​ຢູ່. ເຖິງ​ວ່າ​ຄົນ​ຕ່າງ​ຊາດ​ຈະ​ບໍ່​ລຶ້ງ​ເຄີຍ​ກັບ​ພະ​ຄຳພີ ແຕ່​ໂປໂລ​ກໍ​ບໍ່​ໄດ້​ຄິດ​ວ່າ​ພວກ​ເຂົາ​ຈະ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ບໍ່​ໄດ້. ໂປໂລ​ເບິ່ງ​ວ່າ​ພວກ​ເຂົາ​ເປັນ​ຄື​ກັບ​ເຂົ້າ​ສຸກ​ເຫຼືອງ​ທີ່​ພ້ອມ​ຈະ​ກ່ຽວ​ໄດ້​ແລ້ວ ແລະ​ລາວ​ປັບ​ວິທີ​ປະກາດ​ຂ່າວ​ດີ.

ຮຽນ​ແບບ​ໂປໂລ​ໂດຍ​ເປັນ​ຄົນ​ຮູ້ຈັກ​ສັງເກດ ປັບ​ວິທີ​ການ​ປະກາດ ແລະ​ເບິ່ງ​ວ່າ​ຜູ້​ຄົນ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໄດ້ (ເບິ່ງ​ຂໍ້ 8, 12, 18) *

8. (ກ) ສິ່ງ​ໃດ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຜູ້​ຄົນ​ໃນ​ເຂດ​ເຊື່ອ​ຫຍັງ? (ຂ) ຖ້າ​ບາງ​ຄົນ​ບອກ​ວ່າ​ລາວ​ມີ​ສາສະໜາ​ຢູ່​ແລ້ວ ເຈົ້າ​ຈະ​ຕອບ​ແນວ​ໃດ?

8 ເຈົ້າ​ຕ້ອງ​ເປັນ​ຄົນ​ຮູ້ຈັກ​ສັງເກດ ຄື​ກັບ​ໂປໂລ. ໃຫ້​ພະຍາຍາມ​ຊອກ​ຫາ​ສິ່ງ​ທີ່​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຄົນ​ໃນ​ເຂດ​ທີ່​ເຈົ້າ​ປະກາດ​ເຊື່ອ​ຫຍັງ ເຊັ່ນ: ພວກ​ເຂົາ​ຕົກແຕ່ງ​ເຮືອນ​ຫຼື​ປະດັບ​ລົດ​ແນວ​ໃດ? ຊື່​ຂອງ​ລາວ ເຄື່ອງ​ນຸ່ງ​ແລະ​ວິທີ​ແຕ່ງ​ໂຕ ຫຼື​ແມ່ນ​ແຕ່​ຄຳ​ທີ່​ລາວ​ເວົ້າ​ບອກ​ໃຫ້​ຮູ້​ວ່າ​ລາວ​ເຊື່ອ​ຖື​ສາສະໜາ​ໃດ? ບາງ​ທີ່​ລາວ​ອາດ​ບອກ​ເຈົ້າ​ກົງໆວ່າ​ລາວ​ມີ​ສາສະໜາ​ຢູ່​ແລ້ວ. ເມື່ອ​ຟລູຕູຣາ​ເຊິ່ງ​ເປັນ​ໄພໂອເນຍ​ພິເສດ​ເຈິ​ຄົນ​ທີ່​ເວົ້າ​ແບບ​ນີ້ ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ໄດ້​ມາ​ເພື່ອ​ບັງຄັບ​ເຈົ້າ​ໃຫ້​ເຊື່ອ​ເດີ້ ແຕ່​ຂ້ອຍ​ມາ​ລົມ​ກັບ​ເຈົ້າ​ເລື່ອງ . . . ”

9. ເຈົ້າ​ຄິດ​ວ່າ​ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຈົ້າ​ຈະ​ລົມ​ກັບ​ຄົນ​ທີ່​ເຄັ່ງ​ສາສະໜາ​ໄດ້?

9 ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຈົ້າ​ຈະ​ລົມ​ກັບ​ຄົນ​ທີ່​ເຄັ່ງ​ສາສະໜາ​ໄດ້? ໃຫ້​ພະຍາຍາມ​ຊອກ​ຈຸດ​ທີ່​ເຫັນ​ດີ​ນຳ​ກັນ. ລາວ​ອາດ​ນັບຖື​ພະເຈົ້າ​ອົງ​ດຽວ ອາດ​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ຜູ້​ຊ່ວຍ​ມະນຸດ​ໃຫ້​ລອດ ຫຼື​ອາດ​ເຊື່ອ​ວ່າ​ຕອນ​ນີ້​ເປັນ​ສະໄໝ​ທີ່​ມີ​ແຕ່​ຄວາມ​ຊົ່ວ​ຮ້າຍ​ແລະ​ອີກ​ບໍ່​ດົນ​ກໍ​ຈະ​ຖືກ​ທຳລາຍ. ເຈົ້າ​ອາດ​ໃຊ້​ຄຳພີ​ໄບເບິນ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ຈຸດ​ນັ້ນ​ໃນ​ແບບ​ທີ່​ພວກ​ເຂົາ​ຈະ​ສົນ​ໃຈ.

10. ເຮົາ​ຄວນ​ພະຍາຍາມ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

10 ຂໍ​ໃຫ້​ຈື່​ໄວ້​ວ່າ​ຜູ້​ຄົນ​ອາດ​ບໍ່​ໄດ້​ເຊື່ອ​ທຸກ​ສິ່ງ​ທີ່​ສາສະໜາ​ຂອງ​ພວກ​ເຂົາ​ສອນ. ເຖິງ​ວ່າ​ເຈົ້າ​ຈະ​ຮູ້​ວ່າ​ພວກ​ເຂົາ​ເຊື່ອ​ຖື​ສາສະໜາ​ຫຍັງ ແຕ່​ໃຫ້​ພະຍາຍາມ​ເບິ່ງ​ໃຫ້​ອອກ​ວ່າ​ໂຕ​ພວກ​ເຂົາ​ເຊື່ອ​ຫຍັງ​ແທ້ໆ. ເດວິດ​ເຊິ່ງ​ເປັນ​ໄພໂອເນຍ​ພິເສດ​ຢູ່​ອົດສະຕຣາລີ​ບອກ​ວ່າ: “ດຽວ​ນີ້​ຫຼາຍ​ຄົນ​ເອົາ​ຫຼັກ​ປັດຊະຍາ​ມາ​ປົນ​ກັບ​ສາສະໜາ.” ໂດນັນຕາ​ເຊິ່ງ​ຮັບໃຊ້​ຢູ່​ອານ​ບານີ​ບອກ​ວ່າ: “ບາງ​ຄົນ​ທີ່​ເຮົາ​ລົມ​ນຳ​ບອກ​ວ່າ​ມີ​ສາສະໜາ​ຢູ່​ແລ້ວ ແຕ່​ບາດ​ລົມ​ໄປ​ລົມ​ມາ​ພວກ​ເຂົາ​ກໍ​ຍອມ​ຮັບ​ວ່າ​ບໍ່​ໄດ້​ເຊື່ອ​ແທ້ໆວ່າ​ມີ​ພະເຈົ້າ.” ແລະ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ມິດຊັນນາລີ​ຮັບໃຊ້​ຢູ່​ອາ​ກ​ຊັງ​ຕີນ​ສັງເກດ​ວ່າ ບາງ​ຄົນ​ທີ່​ບອກ​ວ່າ​ເຊື່ອ​ເລື່ອງ​ຕີເອການຸພາບ ຄວາມ​ຈິງ​ແລ້ວ​ພວກ​ເຂົາ​ກໍ​ບໍ່​ໄດ້​ເຊື່ອ​ແທ້ໆວ່າ​ພະ​ບິດາ ພະ​ບຸດ ແລະ​ພະລັງ​ບໍລິສຸດ​ເປັນ​ພະເຈົ້າ​ອົງ​ດຽວ​ກັນ. ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ຈື່​ສະເໝີ​ວ່າ​ຄົນ​ທີ່​ຂ້ອຍ​ລົມ​ນຳ​ອາດ​ບໍ່​ໄດ້​ເຊື່ອ​ທຸກ​ເລື່ອງ​ທີ່​ສາສະໜາ​ຂອງ​ລາວ​ສອນ ກໍ​ເປັນ​ເລື່ອງ​ງ່າຍ​ຫຼາຍ​ທີ່​ຂ້ອຍ​ຈະ​ຊອກ​ຈຸດ​ທີ່​ເຫັນ​ດີ​ນຳ​ກັນ​ມາ​ລົມ​ກັບ​ລາວ.” ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ພະຍາຍາມ​ເບິ່ງ​ໃຫ້​ອອກ​ວ່າ​ຄົນ​ທີ່​ເຮົາ​ປະກາດ​ນຳ​ເຊື່ອ​ຫຍັງ​ແທ້ໆ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່ “ປັບ​ຕົວ​ເປັນ​ຄົນ​ທຸກ​ຊະນິດ.”—1 ກຣ. 9:19-23

ພວກ​ເຂົາ​ສົນ​ໃຈ​ຫຍັງ?

11. ຕາມ​ກິດຈະການ 14:14-17 ໂປໂລ​ປະກາດ​ໃນ​ແບບ​ທີ່​ຊາວ​ເມືອງ​ລີສະຕຣາ​ສົນ​ໃຈ​ແນວ​ໃດ?

11 ອ່ານ​ກິດຈະການ 14:14-17. ເມື່ອ​ໂປໂລ​ຮູ້​ວ່າ​ຄົນ​ທີ່​ລາວ​ປະກາດ​ນຳ​ສົນ​ໃຈ​ຫຍັງ ລາວ​ກໍ​ປັບ​ວິທີ​ເວົ້າ​ຂອງ​ລາວ. ຕົວຢ່າງ: ຕອນ​ທີ່​ໂປໂລ​ລົມ​ກັບ​ຊາວ​ເມືອງ​ລີສະຕຣາ​ທີ່​ຮູ້ຈັກ​ພະ​ຄຳພີ​ໜ້ອຍ​ໜຶ່ງ​ຫຼື​ບໍ່​ຮູ້​ເລີຍ ລາວ​ກໍ​ເວົ້າ​ໃນ​ແບບ​ທີ່​ພວກ​ເຂົາ​ເຂົ້າ​ໃຈ​ໄດ້. ລາວ​ເວົ້າ​ເຖິງ​ການ​ເກັບ​ກ່ຽວ​ພືດ​ຜົນ​ແລະ​ສິ່ງ​ທີ່​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ສຸກ. ລາວ​ໃຊ້​ຄຳເວົ້າ​ແລະ​ຕົວຢ່າງ​ທີ່​ຜູ້​ຟັງ​ເຂົ້າ​ໃຈ​ໄດ້​ເລີຍ.

12. ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ທີ່​ເຈົ້າ​ປະກາດ​ນຳ​ສົນ​ໃຈ​ຫຍັງ ແລະ​ເຈົ້າ​ຈະ​ປັບ​ຄຳເວົ້າ​ແນວ​ໃດ?

12 ພະຍາຍາມ​ເບິ່ງ​ໃຫ້​ອອກ​ວ່າ​ຄົນ​ໃນ​ເຂດ​ປະກາດ​ສົນ​ໃຈ​ຫຍັງ​ແລ້ວ​ປັບ​ຄຳເວົ້າ​ຂອງ​ເຈົ້າ. ແຕ່​ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ລາວ​ສົນ​ໃຈ​ຫຍັງ? ດັ່ງ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ເຈົ້າ​ຕ້ອງ​ເປັນ​ຄົນ​ຮູ້ຈັກ​ສັງເກດ. ບາງ​ເທື່ອ​ລາວ​ອາດ​ກຳລັງ​ເຮັດ​ສວນ ອ່ານ​ປຶ້ມ ແປງ​ລົດ ຫຼື​ເຮັດ​ສິ່ງ​ອື່ນ​ຢູ່. ຖ້າ​ເຫັນ​ວ່າ​ເໝາະ​ສົມ ເຈົ້າ​ອາດ​ເລີ່ມ​ລົມ​ກັບ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ. (ຢຮ. 4:7) ແມ່ນ​ແຕ່​ເຄື່ອງ​ນຸ່ງ​ທີ່​ລາວ​ໃສ່​ກໍ​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້​ບາງ​ຢ່າງ​ກ່ຽວ​ກັບ​ໂຕ​ລາວ ເຊັ່ນ: ເຊື້ອ​ຊາດ ອາຊີບ ແລະ​ທີມ​ກິລາ​ທີ່​ລາວ​ມັກ. ພີ່ນ້ອງ​ກຸດ​ສະ​ຕາ​ໂວ ບອກ​ວ່າ: “ຂ້ອຍ​ລົມ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ອາຍຸ 19 ປີ ລາວ​ນຸ່ງ​ເສື້ອ​ທີ່​ມີ​ຮູບ​ນັກ​ຮ້ອງ​ຊື່​ດັງ ຂ້ອຍ​ກໍ​ເລີຍ​ລົມ​ເລື່ອງ​ນັ້ນ​ກັບ​ລາວ ລາວ​ເລົ່າ​ໃຫ້​ຟັງ​ວ່າ​ເປັນ​ຫຍັງ​ຈຶ່ງ​ມັກ​ນັກ​ຮ້ອງ​ຄົນ​ນີ້. ການ​ລົມ​ກັນ​ເທື່ອ​ນັ້ນ​ເຮັດ​ໃຫ້​ລາວ​ເຂົ້າ​ມາ​ສຶກສາ​ຄຳພີ​ໄບເບິນ ແລະ​ຕອນ​ນີ້​ລາວ​ກໍ​ເປັນ​ພີ່ນ້ອງ​ແລ້ວ.”

13. ເຈົ້າ​ຈະ​ເວົ້າ​ເລື່ອງ​ການ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ​ໃຫ້​ຜູ້​ຄົນ​ສົນ​ໃຈ?

13 ເມື່ອ​ເຈົ້າ​ຊວນ​ບາງ​ຄົນ​ໃຫ້​ສຶກສາ​ຄຳພີ​ໄບເບິນ ໃຫ້​ເຮັດ​ໃນ​ແບບ​ທີ່​ລາວ​ຈະ​ສົນ​ໃຈ ແລະ​ເຮັດ​ໃຫ້​ລາວ​ເຫັນ​ວ່າ​ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ລາວ​ແນວ​ໃດ. (ຢຮ. 4:13-15) ຕົວຢ່າງ: ຕອນ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່ ປ໋ອບປີ້​ໄປ​ຢາມ​ຜູ້​ສົນ​ໃຈ​ຄົນ​ໜຶ່ງ ຜູ້​ສົນ​ໃຈ​ກໍ​ໄດ້​ເຊີນ​ລາວ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ປ໋ອບປີ້​ເຫັນ​ໃບ​ປະກາດ​ທີ່​ຕິດ​ຢູ່​ຝາ​ເຮືອນ ລາວ​ກໍ​ຮູ້​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ເປັນ​ສາສະດາ​ຈານ​ທາງ​ດ້ານ​ການ​ສຶກສາ ປ໋ອບປີ້​ເນັ້ນ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ວ່າ​ພວກ​ເຮົາ​ກໍ​ກຳລັງ​ໃຫ້​ການ​ສຶກສາ​ກັບ​ຜູ້​ຄົນ​ຄື​ກັນ​ໂດຍ​ມີ​ໂຄງການ​ສອນ​ຄຳພີ​ໄບເບິນ​ແລະ​ມີ​ການ​ປະຊຸມ​ຢູ່​ຫໍ​ປະຊຸມ. ຜູ້​ຍິງ​ຄົນ​ນັ້ນ​ຢາກ​ສຶກສາ​ແລະ​ໄປ​ປະຊຸມ​ໃນ​ມື້​ຕໍ່​ໄປ ຫຼັງ​ຈາກ​ນັ້ນ​ລາວ​ກໍ​ໄປ​ປະຊຸມ​ໝວດ ແລະ​ໜຶ່ງ​ປີ​ຕໍ່​ມາ ລາວ​ກໍ​ຮັບ​ບັບເຕມາ. ດັ່ງ​ນັ້ນ ຂໍ​ໃຫ້​ເຈົ້າ​ຖາມ​ຕົວ​ເອງ​ວ່າ: ‘ຄົນ​ທີ່​ຂ້ອຍ​ກັບ​ໄປ​ຢາມ​ສົນ​ໃຈ​ຫຍັງ? ຂ້ອຍ​ຈະ​ເວົ້າ​ເລື່ອງ​ການ​ສຶກສາ​ຄຳພີ​ໄບເບິນ​ແນວ​ໃດ​ໃຫ້​ລາວ​ສົນ​ໃຈ?’

14. ເຈົ້າ​ຈະ​ປັບ​ການ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ເໝາະ​ກັບ​ນັກ​ສຶກສາ​ແຕ່​ລະ​ຄົນ​ແນວ​ໃດ?

14 ເມື່ອ​ເຈົ້າ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ນັກ​ສຶກສາ ໃຫ້​ກຽມ​ຕົວຢ່າງ​ດີ​ເພື່ອ​ຈະ​ສຶກສາ​ກັບ​ແຕ່​ລະ​ຄົນ ໃຫ້​ຄິດ​ເບິ່ງ​ວ່າ​ລາວ​ໃຫຍ່​ມາ​ໃນ​ຄອບຄົວ​ແບບ​ໃດ ມີ​ການ​ສຶກສາ​ແລະ​ປະສົບການ​ແນວ​ໃດ ແລະ​ລາວ​ສົນ​ໃຈ​ຫຍັງ. ເມື່ອ​ເຈົ້າ​ກຽມ​ຕົວ ໃຫ້​ຄິດ​ເບິ່ງ​ວ່າ​ຈະ​ໃຊ້​ຂໍ້​ພະ​ຄຳພີ​ໃດ ເປີດ​ວິດີໂອ​ຫຍັງ ແລະ​ໃຊ້​ຕົວຢ່າງ​ຫຍັງ​ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ຄວາມ​ຈິງ. ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ນັກ​ສຶກສາ​ຂອງ​ເຈົ້າ​ມັກ​ຫຍັງ​ເປັນ​ພິເສດ​ແລະ​ຂ້ອຍ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ເຂົ້າ​ເຖິງ​ໃຈ​ຂອງ​ລາວ?’ (ສຸພາ. 16:23) ພີ່ນ້ອງ​ຟລໍຣາ​ເຊິ່ງ​ຮັບໃຊ້​ຢູ່​ອານ​ບານີ​ບອກ​ວ່າ ນັກ​ສຶກສາ​ໄດ້​ບອກ​ລາວ​ກົງໆວ່າ: “ຂ້ອຍ​ບໍ່​ເຊື່ອ​ຄຳ​ສອນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.” ຟລໍຣາ​ບໍ່​ໄດ້​ພະຍາຍາມ​ບັງຄັບ​ນັກ​ສຶກສາ​ໃຫ້​ເຊື່ອ​ໃນ​ເລື່ອງ​ນັ້ນ​ທັນທີ. ລາວ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ກ່ອນ​ທີ່​ນັກ​ສຶກສາ​ຈະ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ນັກ​ສຶກສາ​ຕ້ອງ​ຮູ້ຈັກ​ພະເຈົ້າ​ທີ່​ສັນຍາ​ໃນ​ເລື່ອງ​ນີ້​ກ່ອນ.” ຕັ້ງ​ແຕ່​ນັ້ນ​ມາ ທຸກ​ເທື່ອ​ທີ່​ສຶກສາ​ນຳ​ກັນ ຟລໍຣາ​ໄດ້​ເນັ້ນ​ເຖິງ​ຄວາມ​ຮັກ ສະຕິປັນຍາ ແລະ​ອຳນາດ​ຂອງ​ພະ​ເຢໂຫວາ. ຕໍ່​ມາ ນັກ​ສຶກສາ​ຂອງ​ລາວ​ກໍ​ເລີ່ມ​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ ແລະ​ຕອນ​ນີ້​ນັກ​ສຶກສາ​ຂອງ​ລາວ​ກໍ​ເປັນ​ພະຍານ​ພະ​ເຢໂຫວາ​ທີ່​ດຸ​ໝັ່ນ​ຫ້າວຫັນ.

ໃຫ້​ເບິ່ງ​ວ່າ​ພວກ​ເຂົາ​ຈະ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໃນ​ອະນາຄົດ

15. ຕາມ​ກິດຈະການ 17:16-18 ຊາວ​ເມືອງ​ອາແຖນ​ມີ​ພຶດຕິກຳ​ຫຍັງ​ແດ່​ທີ່​ລົບກວນ​ໃຈ​ໂປໂລ ແລະ​ເປັນ​ຫຍັງ​ໂປໂລ​ຍັງ​ປະກາດ​ກັບ​ພວກ​ເຂົາ?

15 ອ່ານ​ກິດຈະການ 17:16-18. ເຖິງ​ວ່າ​ຊາວ​ເມືອງ​ອາແຖນ​ຈະ​ຂາບ​ໄຫວ້​ຮູບ​ບູຊາ ເຮັດ​ຜິດສິນລະທຳ​ທາງ​ເພດ ແລະ​ເຊື່ອ​ເລື່ອງ​ປັດຊະຍາ ແຕ່​ໂປໂລ​ກໍ​ບໍ່​ໄດ້​ເຊົາ​ປະກາດ​ກັບ​ພວກ​ເຂົາ​ເຖິງ​ວ່າ​ພວກ​ເຂົາ​ຈະ​ດູຖູກ​ລາວ. ຄວາມ​ຈິງ​ແລ້ວ ໂປໂລ​ເອງ​ກໍ​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ທັງໆທີ່​ລາວ​ກໍ​ເຄີຍ “ໝິ່ນ​ປະໝາດ​ພະເຈົ້າ ຂົ່ມເຫງ​ຄົນ​ຂອງ​ພະອົງ ແລະ​ເປັນ​ຄົນ​ອວດ​ດີ.” (1 ຕມ. 1:13) ຄື​ກັບ​ທີ່​ພະ​ເຢຊູ​ເບິ່ງ​ວ່າ​ໂປໂລ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ໄດ້ ໂປໂລ​ກໍ​ເບິ່ງ​ວ່າ​ຊາວ​ອາແຖນ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໄດ້​ຄື​ກັນ ແລະ​ລາວ​ກໍ​ບໍ່​ຜິດ​ຫວັງ.—ກຈກ. 9:13-15; 17:34

16-17. ສິ່ງ​ໃດ​ສະແດງ​ວ່າ​ຄົນ​ທຸກ​ຊະນິດ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້? ຂໍ​ໃຫ້​ຍົກ​ຕົວຢ່າງ.

16 ໃນ​ສະຕະວັດ​ທຳອິດ​ມີ​ຫຼາຍ​ຄົນ​ເຊິ່ງ​ມີ​ຊີວິດ​ແລະ​ສະພາບການ​ທີ່​ແຕກຕ່າງ​ກັນ​ໄດ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. ເມື່ອ​ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂກຣິນໂທ ລາວ​ບອກ​ວ່າ​ພີ່ນ້ອງ​ທີ່​ຢູ່​ໃນ​ປະຊາຄົມ​ນັ້ນ​ເຄີຍ​ເປັນ​ອາດຊະຍາກອນ ຫຼື​ໃຊ້​ຊີວິດ​ແບບ​ຜິດສິນລະທຳ​ທີ່​ຮ້າຍແຮງ. ຈາກ​ນັ້ນ ລາວ​ກໍ​ເວົ້າ​ຕື່ມ​ວ່າ: “ພວກ​ເຈົ້າ​ບາງ​ຄົນ​ເຄີຍ​ເປັນ​ແບບ​ນັ້ນ. ແຕ່​ພະເຈົ້າ​ຊຳລະ​ພວກ​ເຈົ້າ​ໃຫ້​ສະອາດ​ແລ້ວ.” (1 ກຣ. 6:9-11) ເຈົ້າ​ຈະ​ເບິ່ງ​ວ່າ​ຄົນ​ແບບ​ນັ້ນ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ແລະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້​ບໍ?

17 ໃນ​ທຸກ​ມື້​ນີ້​ກໍ​ມີ​ຫຼາຍ​ຄົນ​ທີ່​ເຕັມ​ໃຈ​ປ່ຽນ​ແປງ​ຕົວ​ເອງ​ເພື່ອ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ. ຕົວຢ່າງ: ໄພໂອເນຍ​ພິເສດ​ຄົນ​ໜຶ່ງ​ຊື່ ຢູກິນາ​ເຊິ່ງ​ຮັບໃຊ້​ຢູ່​ອົດສະຕຣາລີ​ໄດ້​ຮຽນ​ຮູ້​ວ່າ ບໍ່​ວ່າ​ຈະ​ເປັນ​ຄົນ​ແບບ​ໃດ​ກໍ​ອາດ​ສົນ​ໃຈ​ຂ່າວ​ສານ​ໃນ​ຄຳພີ​ໄບເບິນ​ໄດ້. ມື້​ໜຶ່ງ​ໃນ​ເຂດ​ທຸລະກິດ ລາວ​ເຫັນ​ຜູ້​ຍິງ​ຄົນ​ໜຶ່ງ​ສັກ​ລາຍ​ແລະ​ນຸ່ງ​ເຄື່ອງ​ບໍ່​ສຸພາບ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ກ້າ​ໄປ​ລົມ​ກັບ​ລາວ ແຕ່​ສຸດ​ທ້າຍ​ຂ້ອຍ​ກໍ​ຕັດສິນ​ໃຈ​ໄປ​ລົມ​ນຳ. ເມື່ອ​ຂ້ອຍ​ໄດ້​ລົມ​ກັບ​ລາວ ຂ້ອຍ​ກໍ​ຮູ້​ວ່າ​ລາວ​ສົນ​ໃຈ​ຄຳພີ​ໄບເບິນ​ຫຼາຍ​ແທ້ໆ. ຄວາມ​ຈິງ​ແລ້ວ​ສິ່ງ​ທີ່​ລາວ​ສັກ​ລາຍ​ກໍ​ເປັນ​ຂໍ້​ພະ​ຄຳພີ​ໜຶ່ງ​ຈາກ​ປຶ້ມ​ຄຳເພງ!” ຜູ້​ຍິງ​ຄົນ​ນັ້ນ​ໄດ້​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ມາ​ເຂົ້າ​ຮ່ວມ​ປະຊຸມ. *

18. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຕັດສິນ​ຄົນ​ອື່ນ?

18 ເມື່ອ​ພະ​ເຢຊູ​ບອກ​ວ່າ​ເຂົ້າ​ໃນ​ທົ່ງ​ນາ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ ນີ້​ສະແດງ​ວ່າ​ເພິ່ນ​ຄາດ​ຫວັງ​ວ່າ​ທຸກ​ຄົນ​ຈະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ບໍ? ບໍ່​ແມ່ນ. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ມີ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ເຊື່ອ​ເພິ່ນ. (ຢຮ. 12:37, 38) ພະ​ເຢຊູ​ອ່ານ​ໃຈ​ຄົນ​ໄດ້​ແລະ​ຮູ້​ວ່າ​ຫຼາຍ​ຄົນ​ບໍ່​ເຊື່ອ​ສິ່ງ​ທີ່​ເພິ່ນ​ສອນ. (ມທ. 9:4) ເຖິງ​ວ່າ​ເພິ່ນ​ຈະ​ສົນ​ໃຈ​ຄົນ​ທີ່​ເຊື່ອ​ໃນ​ເພິ່ນ​ເຊິ່ງ​ມີ​ບໍ່​ຫຼາຍ​ຄົນ ແຕ່​ເພິ່ນ​ກໍ​ຍັງ​ດຸ​ໝັ່ນ​ຫ້າວຫັນ​ປະກາດ​ກັບ​ທຸກ​ຄົນ. ແຮ່ງ​ເຮົາ​ອ່ານ​ໃຈ​ໃຜ​ບໍ່​ໄດ້ ເຮົາ​ກໍ​ແຮ່ງ​ບໍ່​ຄວນ​ຕັດສິນ​ໃຈ​ວ່າ​ເຂດ​ນີ້​ຫຼື​ຄົນ​ນີ້​ຄື​ຊິ​ບໍ່​ສົນ​ໃຈ​ຂ່າວ​ດີ​ດອກ! ແຕ່​ໃຫ້​ເຮົາ​ເບິ່ງ​ວ່າ​ຜູ້​ຄົນ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໄດ້. ມາກ​ເຊິ່ງ​ເປັນ​ມິດຊັນນາລີ​ຢູ່​ບວກກີນາຟາໂຊ ບອກ​ວ່າ: “ຄົນ​ທີ່​ຂ້ອຍ​ຄິດ​ວ່າ​ຈະ​ກ້າວ​ໜ້າ​ພັດ​ເຊົາ​ສຶກສາ ແຕ່​ຄົນ​ທີ່​ຂ້ອຍ​ຄິດ​ວ່າ​ຄື​ຊິ​ບໍ່​ກ້າວ​ໜ້າ​ພັດ​ກ້າວ​ໜ້າ​ຫຼາຍ. ດັ່ງ​ນັ້ນ ຂ້ອຍ​ໄດ້​ບົດຮຽນ​ວ່າ​ຕ້ອງ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊີ້​ນຳ​ເຮົາ​ເພື່ອ​ຈະ​ພົບ​ຄົນ​ທີ່​ຊອກ​ຫາ​ຄວາມ​ຈິງ​ແທ້ໆ.”

19. ເຮົາ​ຄວນ​ເບິ່ງ​ຜູ້​ຄົນ​ໃນ​ເຂດ​ປະກາດ​ແນວ​ໃດ?

19 ເມື່ອ​ເບິ່ງ​ຜິວເຜີນ​ອາດ​ເບິ່ງ​ຄື​ວ່າ​ຄົນ​ໃນ​ເຂດ​ຂອງ​ເຮົາ​ທີ່​ສົນ​ໃຈ​ມີ​ບໍ່​ຫຼາຍ ເຊິ່ງ​ຄົນ​ເຫຼົ່າ​ນັ້ນ​ເປັນ​ຄື​ກັບ​ເຂົ້າ​ສຸກ​ເຫຼືອງ​ທີ່​ພ້ອມ​ຈະ​ກ່ຽວ. ແຕ່​ຂໍ​ໃຫ້​ຈື່​ສິ່ງ​ທີ່​ພະ​ເຢຊູ​ບອກ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ ເພິ່ນ​ບອກ​ວ່າ​ຮວງ​ເຂົ້າ​ກໍ​ສຸກ​ເຫຼືອງ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ. ນີ້​ໝາຍ​ຄວາມ​ວ່າ​ຜູ້​ຄົນ​ຈະ​ປ່ຽນ​ແປງ​ຕົວ​ເອງ​ແລະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ. ພະ​ເຢໂຫວາ​ເບິ່ງ​ວ່າ​ພວກ​ເຂົາ​ເປັນ “ສິ່ງ​ມີ​ຄ່າ.” (ອເກ. 2:7, ລ.ມ.) ຖ້າ​ເຮົາ​ເບິ່ງ​ຜູ້​ຄົນ​ຄື​ກັບ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເບິ່ງ ເຮົາ​ກໍ​ຈະ​ຮູ້ຈັກ​ຊີວິດ​ແລະ​ສະພາບການ​ຂອງ​ພວກ​ເຂົາ​ແລະ​ສິ່ງ​ທີ່​ພວກ​ເຂົາ​ສົນ​ໃຈ. ເຮົາ​ຈະ​ບໍ່​ເບິ່ງ​ວ່າ​ພວກ​ເຂົາ​ເປັນ​ຄົນ​ແປກ​ໜ້າ ແຕ່​ຈະ​ເບິ່ງ​ວ່າ​ພວກ​ເຂົາ​ມີ​ໂອກາດ​ເຂົ້າ​ມາ​ເປັນ​ພີ່ນ້ອງ​ຂອງ​ເຮົາ​ໃນ​ອະນາຄົດ.

ເພງ 57 ປະກາດ​ກັບ​ຄົນ​ທຸກ​ຊະນິດ

^ ຂໍ້ 5 ວິທີ​ທີ່​ເຮົາ​ເບິ່ງ​ຜູ້​ຄົນ​ໃນ​ເຂດ​ປະກາດ​ສົ່ງ​ຜົນ​ຕໍ່​ວິທີ​ທີ່​ເຮົາ​ປະກາດ​ແລະ​ສອນ​ແນວ​ໃດ? ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢຊູ​ແລະ​ອັກຄະສາວົກ​ໂປໂລ​ເບິ່ງ​ຜູ້​ຄົນ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ທັງ​ສອງ​ຄົນ​ນີ້​ໄດ້​ແນວ​ໃດ​ໂດຍ​ຄິດ​ເຖິງ​ສິ່ງ​ທີ່​ຄົນ​ໃນ​ເຂດ​ຂອງ​ເຮົາ​ເຊື່ອ ສິ່ງ​ທີ່​ພວກ​ເຂົາ​ສົນ​ໃຈ ແລະ​ເບິ່ງ​ວ່າ​ພວກ​ເຂົາ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້.

^ ຂໍ້ 17 ບົດ​ຄວາມ​ຊຸດ “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” ມີ​ຕົວຢ່າງ​ຂອງ​ອີກ​ຫຼາຍ​ຄົນ​ທີ່​ປ່ຽນ​ແປງ​ຊີວິດ​ຕົວ​ເອງ. ບົດ​ຄວາມ​ຊຸດ​ນີ້​ມີ​ຢູ່​ໃນ​ຫໍສັງເກດການ ຈົນ​ຮອດ​ປີ 2017 ແລະ​ຕອນ​ນີ້​ແມ່ນ​ມີ​ຢູ່​ໃນ​ເວັບໄຊ jw.org®. ເຂົ້າ​ໄປ​ທີ່​ກ່ຽວ​ກັບ​ເຮົາ > ປະສົບການ. (ພາສາໄທ)

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ໄປ​ປະກາດ​ຕາມ​ເຮືອນ ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ສັງເກດ​ວ່າ (1) ໜ້າ​ບ້ານ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ປະດັບ​ດ້ວຍ​ດອກ​ໄມ້​ທີ່​ສວຍ​ງາມ (2) ເຮືອນ​ຫຼັງ​ນີ້​ມີ​ເດັກ​ນ້ອຍ​ຢູ່​ນຳ (3) ເຮືອນ​ຫຼັງ​ນີ້​ຮົກ​ຫຼາຍ​ທັງ​ທາງ​ໃນ​ແລະ​ທາງ​ນອກ (4) ເຈົ້າ​ຂອງ​ເຮືອນ​ເປັນ​ຄົນ​ເຄັ່ງ​ສາສະໜາ. ອັນ​ໃດ​ເຮັດ​ໃຫ້​ຮູ້​ວ່າ​ຜູ້​ຄົນ​ສາມາດ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ​ໄດ້?