ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 16

ຕັ້ງ​ໃຈ​ຟັງ ພະຍາຍາມ​ຮູ້ຈັກ​ກັນ​ຫຼາຍ​ຂຶ້ນ ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ

ຕັ້ງ​ໃຈ​ຟັງ ພະຍາຍາມ​ຮູ້ຈັກ​ກັນ​ຫຼາຍ​ຂຶ້ນ ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ

“ເຊົາ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ໃຫ້​ຕັດສິນ​ຢ່າງ​ຍຸຕິທຳ.”—ຢຮ. 7:24

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

ໃຈ​ຄວາມ​ສຳຄັນ *

1. ຄຳພີ​ໄບເບິນ​ບອກ​ຄວາມ​ຈິງ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ​ທີ່​ໃຫ້​ກຳລັງ​ໃຈ​ເຮົາ?

ເຈົ້າ​ມັກ​ໃຫ້​ຄົນ​ອື່ນ​ມາ​ຕັດສິນ​ວ່າ​ເຈົ້າ​ເປັນ​ຄົນ​ແນວ​ໃດ​ຈາກ​ສີ​ຜິວ​ຫຼື​ຮູບ​ຮ່າງ​ໜ້າ​ຕາ​ບໍ? ເຈົ້າ​ຄື​ຊິ​ບໍ່​ມັກ. ເຮົາ​ຮູ້ສຶກ​ດີ​ໃຈ​ແທ້ໆທີ່​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕັດສິນ​ເຮົາ​ໃນ​ແບບ​ທີ່​ມະນຸດ​ເຫັນ! ຕົວຢ່າງ ຕອນ​ທີ່​ຊາມູເອນ​ເບິ່ງ​ລູກ​ຊາຍ​ຂອງ​ເຢຊີ ລາວ​ບໍ່​ໄດ້​ເບິ່ງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ. ພະ​ເຢໂຫວາ​ບອກ​ຊາມູເອນ​ວ່າ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ເຢຊີ​ຈະ​ເປັນ​ກະສັດ. ແຕ່​ແມ່ນ​ຜູ້​ໃດ? ເມື່ອ​ຊາມູເອນ​ເຫັນ​ເອລີອາບ​ທີ່​ເປັນ​ລູກ​ກົກ​ຂອງ​ເຢຊີ ລາວ​ກໍ​ເວົ້າ​ວ່າ “ຄົນ​ນີ້​ຕ້ອງ​ເປັນ​ຄົນ​ທີ່​ພະ​ເຢໂຫວາ​ຈະ​ເຈີມ​ແທ້ໆ.” ເອລີອາບ​ເບິ່ງ​ຄື​ມີ​ແວວ​ທີ່​ຈະ​ເປັນ​ກະສັດ. ແຕ່​ພະ​ເຢໂຫວາ​ໄດ້​ບອກ​ຊາມູເອນ​ວ່າ “ຢ່າ​ເບິ່ງ​ໜ້າ​ຫຼື​ກາຍ​ສູງ​ຂອງ​ເພິ່ນ ເຫດ​ວ່າ​ເຮົາ​ບໍ່​ໄດ້​ເອົາ​ເພິ່ນ.” ເຮົາ​ໄດ້​ບົດຮຽນ​ຫຍັງ? ພະ​ເຢໂຫວາ​ຍັງ​ບອກ​ຕໍ່​ວ່າ: “ເຫດ​ວ່າ​ມະນຸດ​ເບິ່ງ​ໜ້າ​ຕາ​ແລະ​ພະ​ເຢໂຫວາ​ເບິ່ງ​ໃຈ.”—1 ຊາມ. 16:1, 6, 7, ລ.ມ.

2. ຕາມ​ໂຢຮັນ 7:24 ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຕັດສິນ​ຄົນ​ອື່ນ​ຈາກ​ພາຍ​ນອກ? ຂໍ​ໃຫ້​ຍົກ​ຕົວຢ່າງ.

2 ເນື່ອງ​ຈາກ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ມັກ​ຕັດສິນ​ຄົນ​ອື່ນ​ຈາກ​ພາຍ​ນອກ. (ອ່ານ​ໂຢຮັນ 7:24) ຖ້າ​ເຮົາ​ເບິ່ງ​ພຽງ​ແຕ່​ຕາ​ເປົ່າ ເຮົາ​ຄື​ຊິ​ບໍ່​ຮູ້ຈັກ​ໃຜ​ແທ້ໆ. ຕົວຢ່າງ: ໝໍ​ທີ່​ເກັ່ງ​ແລະ​ມີ​ປະສົບການ​ຫຼາຍ​ຄື​ຊິ​ບໍ່​ຮູ້​ແທ້ໆວ່າ​ຄົນ​ເຈັບ​ມີ​ພະຍາດ​ຫຍັງ​ຖ້າ​ເບິ່ງ​ດ້ວຍ​ຕາ​ເປົ່າ. ໝໍ​ຕ້ອງ​ຕັ້ງ​ໃຈ​ຟັງ​ຄົນ​ເຈັບ​ວ່າ​ເຄີຍ​ເປັນ​ພະຍາດ​ຫຍັງ​ມາ​ແດ່ ຕອນ​ນີ້​ຮູ້ສຶກ​ແນວ​ໃດ​ແລະ​ມີ​ອາການ​ແນວ​ໃດ. ບາງ​ທີ​ໝໍ​ອາດ​ເຖິງ​ຂັ້ນ​ຕ້ອງ​ໃຫ້​ຄົນ​ເຈັບ​ສ່ອງ​ໄຟ​ຟ້າ​ເພື່ອ​ຈະ​ຮູ້​ວ່າ​ທາງ​ໃນ​ຮ່າງກາຍ​ເປັນ​ແນວ​ໃດ. ຖ້າ​ໝໍ​ບໍ່​ເຮັດ​ຕາມ​ຂັ້ນ​ຕອນ​ເຫຼົ່າ​ນີ້ ລາວ​ກໍ​ອາດ​ບົ່ງ​ມະຕິ​ພະຍາດ​ຜິດ​ໄດ້. ຄ້າຍ​ຄື​ກັນ ຖ້າ​ເຮົາ​ເບິ່ງ​ພີ່ນ້ອງ​ແຕ່​ພາຍ​ນອກ ເຮົາ​ກໍ​ບໍ່​ສາມາດ​ເຂົ້າ​ໃຈ​ພວກ​ເຂົາ​ໄດ້​ແທ້ໆ. ເຮົາ​ຕ້ອງ​ພະຍາຍາມ​ເບິ່ງ​ໃຫ້​ເລິກ​ເຂົ້າ​ໄປ​ທາງ​ໃນ​ວ່າ ລາວ​ເປັນ​ຄົນ​ແບບ​ໃດ. ເຖິງ​ວ່າ​ເຮົາ​ບໍ່​ສາມາດ​ອ່ານ​ໃຈ​ຄົນ​ອື່ນ​ໄດ້ ແລະ​ກໍ​ບໍ່​ມີ​ທາງ​ທີ່​ຈະ​ເຂົ້າ​ໃຈ​ຄົນ​ອື່ນ​ໄດ້​ດີ​ຄື​ກັບ​ພະ​ເຢໂຫວາ ແຕ່​ເຮົາ​ກໍ​ສາມາດ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

3. ເລື່ອງ​ລາວ​ຈາກ​ຄຳພີ​ໄບເບິນ​ໃນ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

3 ພະ​ເຢໂຫວາ​ປະຕິບັດ​ກັບ​ຜູ້​ຮັບໃຊ້​ຂອງ​ພະອົງ​ແນວ​ໃດ? ພະອົງ​ຟັງ ພວກ​ເຂົາ. ພະອົງ​ຄິດ​ເຖິງ ຊີວິດ​ແລະ​ສະພາບການ​ຂອງ​ພວກ​ເຂົາ. ແລະ​ພະອົງ​ຍັງ​ເຫັນ​ອົກ​ເຫັນ​ໃຈ ພວກ​ເຂົາ. ຕອນ​ທີ່​ເຮົາ​ສຶກສາ​ວິທີ​ທີ່​ພະ​ເຢໂຫວາ​ເຮັດ​ສິ່ງ​ເຫຼົ່າ​ນີ້​ກັບ​ໂຢນາ ເອລີຢາ ຮາກາ ແລະ​ໂລດ ຂໍ​ໃຫ້​ເຮົາ​ສັງເກດ​ວ່າ ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ເມື່ອ​ປະຕິບັດ​ກັບ​ພີ່ນ້ອງ.

ຕັ້ງ​ໃຈ​ຟັງ

4. ເປັນ​ຫຍັງ​ເຮົາ​ອາດ​ເບິ່ງ​ໂຢນາ​ໃນ​ແງ່​ລົບ?

4 ເນື່ອງ​ຈາກ​ເຮົາ​ບໍ່​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ສະພາບການ​ຂອງ​ໂຢນາ ເຮົາ​ອາດ​ຄິດ​ວ່າ​ລາວ​ເປັນ​ຄົນ​ທີ່​ໄວ້​ໃຈ​ບໍ່​ໄດ້​ຫຼື​ເປັນ​ຄົນ​ບໍ່​ພັກດີ. ໂຢນາ​ໄດ້​ຮັບ​ຄຳ​ສັ່ງ​ໂດຍ​ກົງ​ຈາກ​ພະ​ເຢໂຫວາ​ໃຫ້​ໄປ​ປະກາດ​ຄຳ​ພິພາກສາ​ຕໍ່​ເມືອງ​ນີນີເວ. ແທນ​ທີ່​ລາວ​ຈະ​ເຊື່ອ​ຟັງ ລາວ​ພັດ​ຂີ່​ເຮືອ​ໜີ​ໄປ​ອີກ​ທາງ​ໜຶ່ງ​ເພື່ອ​ຈະ “ໜີ​ຈາກ​ໜ້າ​ພະ​ເຢໂຫວາ.” (ໂຢນາ 1:1-3) ຖ້າ​ເປັນ​ເຈົ້າ ເຈົ້າ​ຈະ​ໃຫ້​ໂອກາດ​ໂຢນາ​ອີກ​ບໍ? ອາດ​ຈະ​ບໍ່​ໃຫ້. ແຕ່​ພະ​ເຢໂຫວາ​ເຫັນ​ເຫດຜົນ​ທີ່​ຈະ​ໃຫ້​ລາວ​ເຮັດ​ວຽກ​ນີ້​ຕໍ່​ໄປ.—ໂຢນາ 3:1, 2

5. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຄຳເວົ້າ​ຂອງ​ໂຢນາ​ໃນ​ປຶ້ມ​ໂຢນາ 2:1, 2, 9?

5 ຈາກ​ຄຳ​ອະທິດຖານ​ຂອງ​ໂຢນາ ເຮົາ​ກໍ​ຮູ້​ເລີຍ​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ​ແທ້ໆ. (ອ່ານ​ໂຢນາ 2:1, 2, 9) ໂຢນາ​ຄື​ຊິ​ອະທິດຖານ​ຫຼາຍ​ເທື່ອ ແລະ​ຄຳ​ອະທິດຖານ​ນີ້​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ລາວ​ເປັນ​ຄົນ​ຖ່ອມ​ຕົວ ສຳນຶກ​ບຸນ​ຄຸນ ແລະ​ຕັ້ງ​ໃຈ​ເຊື່ອ​ຟັງ​ພະ​ເຢໂຫວາ​ເຖິງ​ວ່າ​ລາວ​ຈະ​ເຄີຍ​ໜີ ວຽກ​ມອບ​ໝາຍ​ກໍ​ຕາມ. ນີ້​ຈຶ່ງ​ບໍ່​ແປກ​ທີ່​ພະອົງ​ຈະ​ເບິ່ງ​ຂ້າມ​ຄວາມ​ຜິດ​ພາດ​ຂອງ​ລາວ ຕອບ​ຄຳ​ອະທິດຖານ​ຂອງ​ລາວ ແລະ​ໃຊ້​ລາວ​ໃຫ້​ເປັນ​ຜູ້​ພະຍາກອນ​ຕໍ່​ໄປ!

ຖ້າ​ເຮົາ​ຮູ້​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຄົນ​ອື່ນ ເຮົາ​ກໍ​ຈະ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 6) *

6. ເປັນ​ຫຍັງ​ການ​ພະຍາຍາມ​ຕັ້ງ​ໃຈ​ຟັງ​ຄົນ​ອື່ນ​ຈຶ່ງ​ຄຸ້ມ​ຄ່າ?

6 ເພື່ອ​ຈະ​ຕັ້ງ​ໃຈ​ຟັງ​ຄົນ​ອື່ນ ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ແລະ​ອົດ​ທົນ. ມີ​ເຫດຜົນ​ຢ່າງ​ໜ້ອຍ 3 ຢ່າງ​ທີ່​ຕ້ອງ​ຕັ້ງ​ໃຈ​ຟັງ​ເຊິ່ງ​ມັນ​ຄຸ້ມ​ຄ່າ​ແທ້ໆ. ເຫດຜົນ​ທຳອິດ ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຟ້າວ​ເບິ່ງ​ຄົນ​ອື່ນ​ແບບ​ຜິດໆ. ເຫດຜົນ​ທີ​ສອງ ເຮົາ​ຈະ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ແລະ​ເຈຕະນາ​ຂອງ​ພີ່ນ້ອງ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ. ແລະ​ເຫດຜົນ​ທີ​ສາມ ເຮົາ​ອາດ​ຊ່ວຍ​ພີ່ນ້ອງ​ໃຫ້​ເຂົ້າ​ໃຈ​ຕົວ​ເອງ​ຫຼາຍ​ຂຶ້ນ​ເພາະ​ບາງ​ເທື່ອ​ຄົນ​ເຮົາ​ກໍ​ບໍ່​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ​ຈົນ​ກວ່າ​ຈະ​ໄດ້​ລະບາຍ​ອອກ​ມາ. (ສຸພາ. 20:5) ຜູ້​ດູ​ແລ​ຄົນ​ໜຶ່ງ​ໃນ​ອາຊີ​ເລົ່າ​ວ່າ: “ຂ້ອຍ​ເຄີຍ​ພາດ​ມາ​ແລ້ວ​ເທື່ອ​ໜຶ່ງ ເພາະ​ຂ້ອຍ​ບໍ່​ໄດ້​ຕັ້ງ​ໃຈ​ຟັງ​ຄວາມ​ຈິງ​ກ່ອນ​ເວົ້າ. ຂ້ອຍ​ເວົ້າ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ວ່າ ລາວ​ຕ້ອງ​ປັບ​ປຸງ​ຄຳຕອບ​ຂອງ​ລາວ​ໃນ​ການ​ປະຊຸມ​ໃຫ້​ດີ​ຂຶ້ນ. ຕໍ່​ມາ ຂ້ອຍ​ຈຶ່ງ​ມາ​ຮູ້​ວ່າ​ລາວ​ອ່ານ​ໜັງສື​ບໍ່​ເກັ່ງ ແລະ​ຊົ່ວ​ຊິ​ຕອບ​ໄດ້​ແຕ່​ລະ​ເທື່ອ​ກໍ​ຕ້ອງ​ອອກ​ພະຍາຍາມ​ຫຼາຍ.” ເຫັນ​ໄດ້​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ຜູ້​ດູ​ແລ​ແຕ່​ລະ​ຄົນ​ຈະ “ໄດ້​ຍິນ​ຄວາມ​ຈິງ” ກ່ອນ​ທີ່​ຈະ​ໃຫ້​ຄຳ​ແນະນຳ​ຄົນ​ອື່ນ!—ສຸພາ. 18:13

7. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ເອລີຢາ?

7 ສຳລັບ​ພີ່ນ້ອງ​ບາງ​ຄົນ ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຈະ​ເວົ້າ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ ເຊິ່ງ​ອາດ​ເປັນ​ຍ້ອນ​ປະສົບການ​ໃນ​ອະດີດ ວັດທະນະທຳ ຫຼື​ບຸກຄະລິກ​ນິດໄສ​ຂອງ​ລາວ. ແລ້ວ​ເຮົາ​ຈະ​ຊ່ວຍ​ລາວ​ໃຫ້​ເປີດ​ໃຈ​ລົມ​ກັບ​ເຮົາ​ໄດ້​ແນວ​ໃດ? ຂໍ​ໃຫ້​ຄິດ​ເຖິງ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ຕໍ່​ເອລີຢາ​ຕອນ​ທີ່​ລາວ​ໜີ​ຈາກ​ເຢເຊເບນ. ເອລີຢາ​ໃຊ້​ເວລາ​ຫຼາຍ​ມື້​ຊົ່ວ​ຊິ​ລະບາຍ​ຄວາມ​ຮູ້ສຶກ​ໃຫ້​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ຟັງ. ພະ​ເຢໂຫວາ​ຕັ້ງ​ໃຈ​ຟັງ​ລາວ​ແທ້ໆ ຈາກ​ນັ້ນ ພະອົງ​ຈຶ່ງ​ໃຫ້​ກຳລັງ​ໃຈ​ລາວ​ແລະ​ມອບ​ວຽກ​ສຳຄັນ​ໃຫ້​ລາວ​ເຮັດ. (1 ກະ. 19:1-18) ສຳລັບ​ພີ່ນ້ອງ​ບາງ​ຄົນ​ກໍ​ອາດ​ຕ້ອງ​ໃຊ້​ເວລາ​ຄື​ກັນ​ເພື່ອ​ທີ່​ຈະ​ຮູ້ສຶກ​ສະດວກ​ໃຈ​ລົມ​ກັບ​ເຮົາ. ແຕ່​ນີ້​ກໍ​ເປັນ​ວິທີ​ດຽວ​ທີ່​ເຮົາ​ຈະ​ຮູ້​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ແທ້ໆ. ດັ່ງ​ນັ້ນ ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ເປັນ​ຄົນ​ອົດ​ທົນ ພີ່ນ້ອງ​ກໍ​ຈະ​ໄວ້​ໃຈ​ເຮົາ ແລະ​ເມື່ອ​ລາວ​ພ້ອມ​ທີ່​ຈະ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ ເຮົາ​ກໍ​ຄວນ​ຕັ້ງ​ໃຈ​ຟັງ​ລາວ.

ພະຍາຍາມ​ຮູ້ຈັກ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ

8. ຈາກ​ຕົ້ນເດີມ 16:7-13 ພະ​ເຢໂຫວາ​ຊ່ວຍ​ຮາກາ​ແນວ​ໃດ?

8 ຮາກາ​ເຊິ່ງ​ເປັນ​ສາວ​ໃຊ້​ຂອງ​ຊາລາຍ​ໄດ້​ເຮັດ​ບໍ່​ດີ​ຫຼັງ​ຈາກ​ທີ່​ລາວ​ເປັນ​ເມຍ​ຂອງ​ອັບ​ຣາມ. ເມື່ອ​ຮາກາ​ຖື​ພາ ລາວ​ກໍ​ດູຖູກ​ຊາລາຍ​ທີ່​ບໍ່​ມີ​ລູກ. ສະຖານະການ​ບໍ່​ດີ​ເລີຍ​ຈົນ​ຊາລາຍ​ຕ້ອງ​ໄລ່​ລາວ​ໜີ. (ຕົ້ນ. 16:4-6) ຈາກ​ມຸມ​ມອງ​ຂອງ​ມະນຸດ​ບໍ່​ສົມບູນ​ແບບ ເຮົາ​ອາດ​ເບິ່ງ​ຮາກາ​ເປັນ​ຄົນ​ຈອງຫອງ​ແລະ​ສົມຄວນ​ແລ້ວ​ທີ່​ຈະ​ຖືກ​ລົງໂທດ. ແຕ່​ພະ​ເຢໂຫວາ​ບໍ່​ໄດ້​ຮູ້ສຶກ​ແບບ​ນັ້ນ ພະອົງ​ໄດ້​ສົ່ງ​ທູດ​ສະຫວັນ​ມາ​ຫາ​ລາວ ມາ​ຊ່ວຍ​ປັບ​ຄວາມ​ຄິດ​ແລະ​ອວຍ​ພອນ​ລາວ. ຮາກາ​ຮູ້ສຶກ​ໄດ້​ວ່າ​ພະ​ເຢໂຫວາ​ເບິ່ງ​ລາວ​ຢູ່​ແລະ​ຮູ້​ວ່າ​ລາວ​ປະສົບ​ຫຍັງ​ມາ​ແດ່. ລາວ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ຈົນ​ເວົ້າ​ອອກ​ມາ​ວ່າ: “ພະເຈົ້າ​ຜູ້​ເຫັນ​ຂ້າ​ນ້ອຍ . . . ພະອົງ​ໄດ້​ເຫັນ​ຂ້າ​ນ້ອຍ​ທີ່​ນີ້.”—ອ່ານ​ຕົ້ນເດີມ 16:7-13

9. ພະ​ເຢໂຫວາ​ຄິດ​ເຖິງ​ຫຍັງ​ເມື່ອ​ປະຕິບັດ​ກັບ​ຮາກາ?

9 ພະ​ເຢໂຫວາ​ສັງເກດ​ເຫັນ​ຫຍັງ​ໃນ​ໂຕ​ຮາກາ? ພະອົງ​ຮູ້​ວ່າ​ລາວ​ເຄີຍ​ຜ່ານ​ຫຍັງ​ມາ​ແດ່​ແລະ​ຕ້ອງ​ອົດ​ທົນ​ກັບ​ຫຍັງ​ມາ​ແດ່. (ສຸພາ. 15:3) ຮາກາ​ເປັນ​ຄົນ​ເອຢິບ​ທີ່​ຢູ່​ເຮືອນ​ຄົນ​ເຮັບເຣີ ລາວ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ຄົນ​ແປກ​ໜ້າ ຫຼື​ລາວ​ຄື​ຊິ​ຄິດ​ຮອດ​ຄອບຄົວ​ແລະ​ບ້ານ​ເກີດ​ນຳ​ຕີ້? ນອກ​ຈາກ​ນັ້ນ ລາວ​ກໍ​ບໍ່​ໄດ້​ເປັນ​ເມຍ​ຄົນ​ດຽວ​ຂອງ​ອັບ​ຣາມ​ອີກ. ມີ​ໄລຍະ​ໜຶ່ງ​ທີ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ມີ​ເມຍ​ຫຼາຍ​ຄົນ ແຕ່​ນີ້​ກໍ​ບໍ່​ໄດ້​ແມ່ນ​ຈຸດ​ປະສົງ​ຂອງ​ພະອົງ​ຕັ້ງ​ແຕ່​ທຳອິດ. (ມທ. 19:4-6) ບໍ່​ແປກ​ທີ່​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ອິດສາ​ແລະ​ການ​ຊັງ​ກັນ​ໃນ​ຄອບຄົວ. ເຖິງ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ເປັນ​ເລື່ອງ​ຜິດ​ທີ່​ຮາກາ​ເຮັດ​ໃສ່​ຊາລາຍ​ແບບ​ບໍ່​ນັບຖື ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ກໍ​ຍັງ​ຄິດ​ເຖິງ​ສິ່ງ​ທີ່​ຮາກາ​ເຄີຍ​ປະສົບ​ແລະ​ສະພາບການ​ຂອງ​ລາວ.

ພະຍາຍາມ​ຮູ້ຈັກ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 10-12) *

10. ເຮົາ​ຈະ​ຮູ້ຈັກ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

10 ເຮົາ​ສາມາດ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ໂດຍ​ພະຍາຍາມ​ເຂົ້າ​ໃຈ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. ເຮົາ​ຈະ​ຮູ້ຈັກ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ ໂດຍ​ລົມ​ກັບ​ພວກ​ເຂົາ​ກ່ອນ​ຫຼື​ຫຼັງ​ການ​ປະຊຸມ ໄປ​ປະກາດ​ນຳ​ກັນ ແລະ​ຖ້າ​ເປັນ​ໄປ​ໄດ້​ກໍ​ຊວນ​ໄປ​ກິນ​ເຂົ້າ​ນຳ​ກັນ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເຈົ້າ​ອາດ​ຈະ​ເຫັນ​ວ່າ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເບິ່ງ​ຄື​ຍິ່ງ ແຕ່​ຕົວ​ຈິງ​ແລ້ວ​ກໍ​ເປັນ​ຄົນ​ຂີ້​ອາຍ, ພີ່ນ້ອງ​ຊາຍ​ທີ່​ຮັ່ງມີ ຕົວ​ຈິງ​ແລ້ວ​ບໍ່​ໄດ້​ເປັນ​ຄົນ​ນິຍົມ​ວັດຖຸ ແຕ່​ເປັນ​ຄົນ​ເອື້ອເຟື້ອ, ຫຼື​ຄອບຄົວ​ທີ່​ມາ​ປະຊຸມ​ຊ້າ​ຕະຫຼອດ ຄວາມ​ຈິງ​ແລ້ວ​ກໍ​ຍ້ອນ​ວ່າ​ຖືກ​ຕໍ່​ຕ້ານ. (ໂຢບ 6:29) ແຕ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເປັນ​ຄົນ​ທີ່​ມັກ “ເຂົ້າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.” (1 ຕມ. 5:13) ແຕ່​ກໍ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ພະຍາຍາມ​ຮູ້ຈັກ​ຊີວິດ​ແລະ​ສະພາບການ​ຂອງ​ພີ່ນ້ອງ ເພາະ​ຈະ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ​ພວກ​ເຂົາ​ຫຼາຍ​ຂຶ້ນ.

11. ເປັນ​ຫຍັງ​ເປັນ​ເລື່ອງ​ສຳຄັນ​ທີ່​ຜູ້​ດູ​ແລ​ຕ້ອງ​ຮູ້ຈັກ​ພີ່ນ້ອງ​ເປັນ​ຢ່າງ​ດີ?

11 ຜູ້​ດູ​ແລ​ຕ້ອງ​ພະຍາຍາມ​ຮູ້ຈັກ​ຊີວິດ​ແລະ​ສະພາບການ​ຂອງ​ພີ່ນ້ອງ​ເປັນ​ຢ່າງ​ດີ. ຂໍ​ໃຫ້​ຄິດ​ເຖິງ​ປະສົບການ​ຂອງ​ພີ່ນ້ອງ​ອາເຕີ​ຕອນ​ທີ່​ລາວ​ເປັນ​ຜູ້​ດູ​ແລ​ໝວດ. ລາວ​ໄປ​ຢາມ​ພີ່ນ້ອງ​ຍິງ​ທີ່​ເບິ່ງ​ຄື​ຂີ້​ອາຍ​ແລະ​ບໍ່​ຢາກ​ລົມ​ກັບ​ໃຜ. ລາວ​ບອກ​ວ່າ: “ເຮົາ​ໄດ້​ມາ​ຮູ້​ວ່າ​ຜົວ​ຂອງ​ລາວ​ຕາຍ​ບໍ່​ດົນ​ຫຼັງ​ຈາກ​ທີ່​ແຕ່ງ​ດອງ​ກັນ. ເຖິງ​ແມ່ນ​ຊີວິດ​ຂອງ​ລາວ​ຈະ​ຫຍຸ້ງຍາກ ແຕ່​ລາວ​ກໍ​ລ້ຽງ​ລູກ​ສາວ​ສອງ​ຄົນ​ໃຫ້​ເປັນ​ຜູ້​ໃຫຍ່​ທີ່​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. ຕອນ​ນີ້​ລາວ​ກຳລັງ​ເສຍ​ສາຍ​ຕາ​ແລະ​ເປັນ​ໂລກ​ຊຶມເສົ້າ ແຕ່​ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ພະ​ເຢໂຫວາ​ພັດ​ໝັ້ນ​ຄົງ​ແລະ​ຄວາມ​ເຊື່ອ​ຂອງ​ລາວ​ກໍ​ຍັງ​ເຂັ້ມແຂງ. ພວກ​ເຮົາ​ໄດ້​ສຳນຶກ​ວ່າ​ເຮົາ​ເອງ​ຕ່າງ​ຫາກ​ທີ່​ຕ້ອງ​ຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ລາວ.” (ຟລປ. 2:3) ຜູ້​ດູ​ແລ​ໝວດ​ຄົນ​ນີ້​ໄດ້​ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ ເພາະ​ພະອົງ​ຮູ້ຈັກ​ຜູ້​ຮັບໃຊ້​ຂອງ​ພະອົງ​ແລະ​ຮູ້​ດີ​ວ່າ​ພວກ​ເຂົາ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ. (ອົບ. 3:7) ຜູ້​ດູ​ແລ​ທີ່​ຮູ້ຈັກ​ພີ່ນ້ອງ​ເປັນ​ຢ່າງ​ດີ​ກໍ​ຈະ​ສາມາດ​ຊ່ວຍ​ພວກ​ເຂົາ​ໄດ້​ດີ​ກວ່າ.

12. ພີ່ນ້ອງ​ຢິບຢີ​ໄດ້​ຮຽນ​ຮູ້​ຫຍັງ​ເມື່ອ​ໄດ້​ຮູ້ຈັກ​ພີ່ນ້ອງ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ?

12 ເມື່ອ​ເຈົ້າ​ໄດ້​ມາ​ຮູ້ຈັກ​ຊີວິດ​ແລະ​ສະພາບການ​ຂອງ​ພີ່ນ້ອງ​ທີ່​ເຈົ້າ​ຮູ້ສຶກ​ບໍ່​ມັກ ເຈົ້າ​ກໍ​ອາດ​ຈະ​ເຫັນ​ອົກ​ເຫັນ​ໃຈ​ພວກ​ເຂົາ​ຫຼາຍ​ຂຶ້ນ. ຂໍ​ໃຫ້​ຄິດ​ເຖິງ​ປະສົບການ​ນີ້. ພີ່ນ້ອງ​ຢິບຢີ​ທີ່​ຢູ່​ໃນ​ອາຊີ​ບອກ​ວ່າ: “ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ເວົ້າ​ບັກ​ດັງໆ ຂ້ອຍ​ຮູ້ສຶກ​ວ່າ​ລາວ​ບໍ່​ມີ​ມາລະຍາດ. ແຕ່​ມື້​ໜຶ່ງ​ຂ້ອຍ​ໄດ້​ໄປ​ປະກາດ​ນຳ​ລາວ ຂ້ອຍ​ກໍ​ເລີຍ​ຮູ້​ວ່າ​ລາວ​ເຄີຍ​ຊ່ວຍ​ພໍ່​ແມ່​ຂາຍ​ປາ​ຢູ່​ຕະຫຼາດ​ແລະ​ຕ້ອງ​ເວົ້າ​ດັງໆເພື່ອ​ເອີ້ນ​ລູກ​ຄ້າ. ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ເພື່ອ​ຈະ​ເຂົ້າ​ໃຈ​ພີ່ນ້ອງ​ແທ້ໆ ຂ້ອຍ​ຕ້ອງ​ຮູ້ຈັກ​ຊີວິດ​ຄວາມ​ເປັນ​ມາ​ແລະ​ສະພາບການ​ຂອງ​ພວກ​ເຂົາ.” ອາດ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ທີ່​ຈະ​ຮູ້ຈັກ​ພີ່ນ້ອງ​ຫຼາຍ​ຂຶ້ນ ແຕ່​ເມື່ອ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ເປັນ​ຄົນ​ເປີດ​ໃຈ​ໃຫ້​ກວ້າງ ເຈົ້າ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ຜູ້​ທີ່ຮັກ “ຄົນ​ທຸກ​ຊະນິດ.”—1 ຕມ. 2:3, 4; 2 ກຣ. 6:11-13

ເຫັນ​ອົກ​ເຫັນ​ໃຈ

13. ຕາມ​ຕົ້ນເດີມ 19:15, 16 ທູດ​ສະຫວັນ​ໄດ້​ເຮັດ​ຫຍັງ​ເມື່ອ​ໂລດ​ຍັງ​ຊັກຊ້າ ແລະ​ຍ້ອນ​ຫຍັງ?

13 ໂລດ​ຊັກຊ້າ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທັງໆທີ່​ຢູ່​ໃນ​ເວລາ​ທີ່​ອັນຕະລາຍ. ທູດ​ສະຫວັນ​ສອງ​ອົງ​ໄດ້​ມາ​ແລະ​ບອກ​ໂລດ​ໃຫ້​ພາ​ຄອບຄົວ​ອອກ​ຈາກ​ເມືອງ​ໂຊໂດມ. ເປັນ​ຫຍັງ? ພວກ​ທູດ​ສະຫວັນ​ບອກ​ວ່າ: ‘ພວກ​ເຮົາ​ໄດ້​ມາ​ເພື່ອ​ຈະ​ທຳລາຍ​ເມືອງ​ນີ້.’ (ຕົ້ນ. 19:12, 13) ຕອນ​ເຊົ້າ​ມື້​ຕໍ່​ມາ ໂລດ​ແລະ​ຄອບຄົວ​ກໍ​ຍັງ​ຢູ່​ເຮືອນ​ຢູ່. ແລະ​ທູດ​ສະຫວັນ​ກໍ​ເຕືອນ​ລາວ​ອີກ ແຕ່​ລາວ​ກໍ “ຍັງ​ຊ້າ​ຢູ່.” ເຮົາ​ອາດ​ຄິດ​ວ່າ​ໂລດ​ເມີນ​ເສີຍ​ແລະ​ເຖິງ​ຂັ້ນ​ບໍ່​ສົນ​ໃຈ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ເຊົາ​ຊ່ວຍ​ລາວ​ໃຫ້​ລອດ. ‘ເພາະ​ພະ​ເຢໂຫວາ​ໄດ້​ອີ່ດູ​ທ່ານ’ ພະອົງ​ຈຶ່ງ​ໃຫ້​ທູດ​ສະຫວັນ​ຈັບ​ມື​ພວກ​ເຂົາ​ແລ່ນ​ແລະ​ພາ​ອອກ​ໄປ​ຈາກ​ນອກ​ເມືອງ.—ອ່ານ​ຕົ້ນເດີມ 19:15, 16

14. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຫັນ​ອົກ​ເຫັນ​ໃຈ​ໂລດ?

14 ພະ​ເຢໂຫວາ​ອາດ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຈະ​ເຫັນ​ອົກ​ເຫັນ​ໃຈ​ໂລດ. ໂລດ​ອາດ​ຮູ້ສຶກ​ຢ້ານ​ຄົນ​ຢູ່​ນອກ​ເມືອງ​ຈຶ່ງ​ບໍ່​ກ້າ​ອອກ​ຈາກ​ເຮືອນ ແລະ​ກໍ​ຍັງ​ມີ​ສິ່ງ​ອື່ນໆອີກ​ທີ່​ອັນຕະລາຍ ເຊັ່ນ ໂລດ​ຮູ້​ວ່າ​ກະສັດ​ສອງ​ອົງ​ໄດ້​ຕົກ​ລົງ​ໃນ​ບໍ່​ນ້ຳມັນ​ດິບ​ຢູ່​ຮ່ອມ​ພູ​ທີ່​ຢູ່​ໃກ້ໆເຮືອນ​ຂອງ​ລາວ. (ຕົ້ນ. 14:8-12) ໃນ​ຖານະ​ທີ່​ໂລດ​ເປັນ​ທັງ​ຜົວ​ແລະ​ພໍ່ ລາວ​ຕ້ອງ​ເປັນ​ຫ່ວງ​ຄອບຄົວ​ຂອງ​ລາວ. ນອກ​ຈາກ​ນັ້ນ ລາວ​ກໍ​ເປັນ​ຄົນ​ຮັ່ງມີ ລາວ​ອາດ​ຈະ​ມີ​ເຮືອນ​ຫຼັງ​ງາມໆຢູ່​ເມືອງ​ໂຊໂດມ. (ຕົ້ນ. 13:5, 6) ເຖິງ​ວ່າ​ສິ່ງ​ເຫຼົ່າ​ນີ້​ບໍ່​ໄດ້​ເປັນ​ຂໍ້​ແກ້​ຕົວ​ທີ່​ລາວ​ຈະ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທັນທີ ແຕ່​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເບິ່ງ​ສະເພາະ​ແຕ່​ຄວາມ​ຜິດ​ພາດ​ຂອງ​ໂລດ ແຕ່​ຖື​ວ່າ​ໂລດ​ເປັນ “ຄົນ​ທີ່​ສັດ​ຊື່.”—2 ປຕ. 2:7, 8

ເມື່ອ​ເຮົາ​ຕັ້ງ​ໃຈ​ຟັງ​ຄົນ​ອື່ນ ເຮົາ​ກໍ​ຈະ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 15-16) *

15. ແທນ​ທີ່​ເຮົາ​ຈະ​ຕັດສິນ​ຄົນ​ອື່ນ​ຈາກ​ການ​ກະທຳ ເຮົາ​ຄວນ​ເຮັດ​ຫຍັງ?

15 ແທນ​ທີ່​ເຮົາ​ຈະ​ຕັດສິນ​ຄົນ​ອື່ນ​ຈາກ​ການ​ກະທຳ ຂໍ​ໃຫ້​ເຮົາ​ພະຍາຍາມ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ. ພີ່ນ້ອງ​ເວໂຣນິກາ​ທີ່​ຢູ່​ເອີຣົບ​ກໍ​ພະຍາຍາມ​ເຮັດ​ແບບ​ນັ້ນ. ລາວ​ບອກ​ວ່າ: “ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ອາລົມ​ບໍ່​ດີ​ໜ້າ​ບູດ​ໜ້າ​ບຶ້ງ​ຕະຫຼອດ​ແລະ​ບໍ່​ມັກ​ຫຍຸ້ງ​ກັບ​ໃຜ. ບາງ​ເທື່ອ​ຂ້ອຍ​ກໍ​ບໍ່​ກ້າ​ເຂົ້າ​ໄປ​ໃກ້​ລາວ ແຕ່​ຂ້ອຍ​ຄິດ​ວ່າ ‘ຖ້າ​ຂ້ອຍ​ເປັນ​ລາວ ຂ້ອຍ​ຄື​ຊິ​ຕ້ອງການ​ໝູ່.’ ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ຖາມ​ວ່າ​ລາວ​ເປັນ​ແນວ​ໃດ. ຈາກ​ນັ້ນ ລາວ​ກໍ​ເປີດ​ໃຈ​ລົມ​ກັບ​ຂ້ອຍ! ຕອນ​ນີ້ ຂ້ອຍ​ກໍ​ເຂົ້າ​ໃຈ​ລາວ​ຫຼາຍ​ຂຶ້ນ.”

16. ເປັນ​ຫຍັງ​ເຮົາ​ຄວນ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ?

16 ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເຂົ້າ​ໃຈ​ເຮົາ​ແທ້ໆ. (ສຸພາ. 15:11) ດັ່ງ​ນັ້ນ ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ຄົນ​ອື່ນ​ຄື​ກັບ​ທີ່​ພະອົງ​ເບິ່ງ​ແລະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ເຫັນ​ອົກ​ເຫັນ​ໃຈ. ການ​ອະທິດຖານ​ໄດ້​ຊ່ວຍ​ພີ່ນ້ອງ​ອັນ​ເຊລາ​ໃຫ້​ເປັນ​ຄົນ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ. ລາວ​ມີ​ບັນຫາ​ກັບ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ແລະ​ເຂົ້າ​ກັນ​ບໍ່​ໄດ້. ອັນ​ເຊລາ​ບອກ​ວ່າ: “ເປັນ​ເລື່ອງ​ງ່າຍ​ຫຼາຍ​ທີ່​ຈະ​ເວົ້າ​ນິນທາ​ລາວ​ແລະ​ບໍ່​ໄປ​ຫຍຸ້ງ​ກັບ​ລາວ. ແຕ່​ຂ້ອຍ​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ເຫັນ​ອົກ​ເຫັນ​ໃຈ​ລາວ.” ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ອັນ​ເຊລາ​ບໍ? ລາວ​ບອກ​ຕໍ່​ວ່າ: “ເຮົາ​ໄປ​ປະກາດ​ນຳ​ກັນ​ແລະ​ລົມ​ກັນ​ຫຼາຍ​ຊົ່ວ​ໂມງ ຂ້ອຍ​ຕັ້ງ​ໃຈ​ຟັງ​ລາວ. ຕອນ​ນີ້ ຂ້ອຍ​ຮັກ​ລາວ​ຫຼາຍ​ຂຶ້ນ​ແລະ​ຂ້ອຍ​ຢາກ​ຊ່ວຍ​ລາວ​ຕໍ່ໆໄປ.”

17. ເຮົາ​ຄວນ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

17 ເຮົາ​ບໍ່​ມີ​ສິດ​ເລືອກ​ວ່າ​ຈະ​ເຫັນ​ອົກ​ເຫັນ​ໃຈ​ພີ່ນ້ອງ​ຄົນ​ໃດ​ຄົນ​ໜຶ່ງ. ພີ່ນ້ອງ​ທຸກ​ຄົນ​ມີ​ບັນຫາ​ຄື​ກັບ​ໂຢນາ ເອລີຢາ ຮາກາ ແລະ​ໂລດ​ເຄີຍມີ. ຫຼາຍ​ເທື່ອ​ກໍ​ເປັນ​ບັນຫາ​ທີ່​ພວກ​ເຂົາ​ສ້າງ​ເອງ. ແຕ່​ຄວາມ​ຈິງ​ແລ້ວ ເຮົາ​ທຸກ​ຄົນ​ກໍ​ໄດ້​ສ້າງ​ບັນຫາ​ໃຫ້​ຕົວ​ເອງ​ຄື​ກັນ. ດັ່ງ​ນັ້ນ​ຈຶ່ງ​ມີ​ເຫດຜົນ​ທີ່​ພະ​ເຢໂຫວາ​ຈະ​ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ. (1 ປຕ. 3:8) ເມື່ອ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຊ່ວຍ​ໃຫ້​ສັງຄົມ​ພີ່ນ້ອງ​ທົ່ວ​ໂລກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ຟັງ​ກັນ ພະຍາຍາມ​ຮູ້ຈັກ​ກັນ​ຫຼາຍ​ຂຶ້ນ ແລະ​ເຫັນ​ອົກ​ຫັນ​ໃຈ​ກັນ​ເລື້ອຍ​ໄປ.

ເພງ 87 ເຊີນ​ມາ​ຮັບ​ຄວາມ​ສົດ​ຊື່ນ​ຈາກ​ການ​ປະຊຸມ

^ ຂໍ້ 5 ເນື່ອງ​ຈາກ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ມັກ​ຕັດສິນ​ຄົນ​ອື່ນ​ຈາກ​ພາຍ​ນອກ​ວ່າ​ພວກ​ເຂົາ​ເປັນ​ຄົນ​ແບບ​ໃດ​ແລະ​ມີ​ເຈຕະນາ​ແນວ​ໃດ ແຕ່​ພະ​ເຢໂຫວາ “ເບິ່ງ​ໃຈ.” (1 ຊາມ. 16:7) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຊ່ວຍ​ໂຢນາ ເອລີຢາ ຮາກາ ແລະ​ໂລດ​ດ້ວຍ​ຄວາມ​ຮັກ​ແນວ​ໃດ. ແລະ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮຽນ​ແບບ​ພະ​ເຢໂຫວາ​ເມື່ອ​ປະຕິບັດ​ກັບ​ພີ່ນ້ອງ.

^ ຂໍ້ 52 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຄົນ​ໜຶ່ງ​ຮູ້ສຶກ​ບໍ່​ພໍ​ໃຈ​ທີ່​ພີ່ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ມາ​ປະຊຸມ​ຊ້າ. ຕໍ່​ມາ​ລາວ​ກໍ​ມາ​ຮູ້​ພາຍ​ຫຼັງ​ວ່າ​ທີ່​ພີ່ນ້ອງ​ຊາຍ​ໜຸ່ມ​ມາ​ຊ້າ​ຍ້ອນ​ເກີດ​ອຸ​ຕິ​ບັດ​ຕິ​ເຫດ.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ທຳອິດ ຜູ້​ດູ​ແລ​ການ​ປະກາດ​ຄິດ​ວ່າ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ມັກ​ໄປ​ຄົນ​ດຽວ​ແລະ​ບໍ່​ສົນ​ໃຈ​ຄົນ​ອື່ນ ພາຍ​ຫຼັງ​ກໍ​ໄດ້​ມາ​ຮູ້​ວ່າ​ລາວ​ຂີ້​ອາຍ​ແລະ​ບໍ່​ຮູ້​ຈະ​ວາງ​ໂຕ​ແນວ​ໃດ​ເມື່ອ​ຢູ່​ກັບ​ຄົນ​ທີ່​ບໍ່​ສະໜິດ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ພະຍາຍາມ​ຮູ້ຈັກ​ພີ່ນ້ອງ​ຍິງ​ອີກ​ຄົນ​ໜຶ່ງ​ໃຫ້​ຫຼາຍ​ຂຶ້ນ ລາວ​ເຫັນ​ວ່າ​ພີ່ນ້ອງ​ຄົນ​ນັ້ນ​ບໍ່​ແມ່ນ​ຄົນ​ອາລົມ​ບໍ່​ດີ​ແລະ​ບໍ່​ສົນ​ໃຈ​ຄົນ​ອື່ນ​ຄື​ກັບ​ທີ່​ລາວ​ຄິດ​ຕອນ​ພົບ​ກັນ​ຢູ່​ຫໍ​ປະຊຸມ​ເທື່ອ​ທຳອິດ.