ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 17

“ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່”

“ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່”

“ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່ ຍ້ອນ​ຂ້ອຍ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ທຸກ​ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ພໍ່​ຂອງ​ຂ້ອຍ.”—ຢຮ. 15:15

ເພງ 13 ພະຄລິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ເຈົ້າ​ຈະ​ເປັນ​ໝູ່​ສະໜິດ​ກັບ​ໃຜ​ຄົນ​ໜຶ່ງ​ໄດ້​ແນວ​ໃດ?

ຕາມ​ປົກກະຕິ​ແລ້ວ​ເພື່ອ​ຈະ​ເປັນ​ໝູ່​ສະໜິດ​ກັບ​ໃຜ​ຄົນ​ໜຶ່ງ ທຳອິດ​ເຈົ້າ​ຕ້ອງ​ໃຊ້​ເວລາ​ກັບ​ຄົນ​ນັ້ນ. ເມື່ອ​ເຈົ້າ​ລົມ​ກັບ​ຄົນ​ນັ້ນ​ຕະຫຼອດ ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ແລະ​ປະສົບການ​ໃຫ້​ກັນ​ຟັງ ເຈົ້າ​ກໍ​ຈະ​ເປັນ​ໝູ່​ສະໜິດ​ກັນ. ແຕ່​ບາງ​ເທື່ອ​ກໍ​ບໍ່​ງ່າຍ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ. ຍ້ອນ​ຫຍັງ?

2. ເຫດຜົນ​ທຳອິດ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ​ແມ່ນ​ຫຍັງ?

2 ເຫດຜົນ​ທຳອິດ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ​ຄື ເຮົາ​ບໍ່​ເຄີຍ​ເຫັນ​ພະ​ເຢຊູ. ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ສະຕະວັດ​ທຳອິດ​ກໍ​ບໍ່​ເຄີຍ​ເຫັນ​ພະ​ເຢຊູ​ຄື​ກັນ. ແຕ່​ອັກຄະສາວົກ​ເປໂຕ​ບອກ​ວ່າ: “ເຖິງ​ວ່າ​ພວກ​ເຈົ້າ​ບໍ່​ເຄີຍ​ເຫັນ​ພະຄລິດ ແຕ່​ກໍ​ຮັກ​ເພິ່ນ ແລະ​ເຖິງ​ວ່າ​ຕອນ​ນີ້​ພວກ​ເຈົ້າ​ຍັງ​ບໍ່​ເຫັນ​ເພິ່ນ​ແຕ່​ກໍ​ສະແດງ​ຄວາມ​ເຊື່ອ​ໃນ​ຕົວ​ເພິ່ນ.” (1 ປຕ. 1:8) ດັ່ງ​ນັ້ນ ເຮົາ​ກໍ​ສາມາດ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ​ໄດ້​ໂດຍ​ທີ່​ບໍ່​ເຄີຍ​ເຫັນ​ເພິ່ນ.

3. ເຫດຜົນ​ທີ​ສອງ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ​ແມ່ນ​ຫຍັງ?

3 ເຫດຜົນ​ທີ​ສອງ​ຄື ເຮົາ​ເວົ້າ​ກັບ​ພະ​ເຢຊູ​ໂດຍ​ກົງ​ບໍ່​ໄດ້. ຕອນ​ທີ່​ເຮົາ​ອະທິດຖານ​ແມ່ນ​ເຮົາ​ລົມ​ກັບ​ພະ​ເຢໂຫວາ​ໂດຍ​ກົງ. ກໍ​ແມ່ນ​ຢູ່​ວ່າ​ເຮົາ​ອະທິດຖານ​ໃນ​ນາມ​ຊື່​ຂອງ​ພະ​ເຢຊູ ແຕ່​ກໍ​ບໍ່​ໄດ້​ລົມ​ກັບ​ພະ​ເຢຊູ​ໂດຍ​ກົງ. ທີ່​ຈິງ ພະ​ເຢຊູ​ບໍ່​ໄດ້​ຢາກ​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ການ​ອະທິດຖານ​ເປັນ​ຮູບ​ແບບ​ໜຶ່ງ​ຂອງ​ການ​ນະມັດສະການ ແລະ​ມີ​ພຽງ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສົມຄວນ​ໄດ້​ຮັບ​ການ​ນະມັດສະການ. (ມທ. 4:10) ແນວ​ໃດ​ກໍ​ຕາມ ເຖິງ​ວ່າ​ເຮົາ​ເວົ້າ​ກັບ​ພະ​ເຢຊູ​ບໍ່​ໄດ້ ແຕ່​ເຮົາ​ກໍ​ຮັກ​ເພິ່ນ​ໄດ້.

4. ເຫດຜົນ​ທີ​ສາມ​ທີ່​ເຮັດ​ໃຫ້​ຍາກ​ທີ່​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ​ແມ່ນ​ຫຍັງ ແລະ​ເຮົາ​ຈະ​ມາ​ເບິ່ງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເຫດຜົນ​ທີ​ສາມ​ຄື​ພະ​ເຢຊູ​ຢູ່​ເທິງ​ສະຫວັນ ດັ່ງ​ນັ້ນ ເຮົາ​ບໍ່​ສາມາດ​ໃຊ້​ເວລາ​ຢູ່​ກັບ​ພະ​ເຢຊູ​ໄດ້. ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ຢູ່​ກັບ​ເພິ່ນ ແຕ່​ເຮົາ​ກໍ​ສາມາດ​ຮູ້ຈັກ​ເພິ່ນ​ຫຼາຍ​ຂຶ້ນ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ 4 ຢ່າງ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ເປັນ​ໝູ່​ສະໜິດ​ກັບ​ເພິ່ນ. ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢຊູ​ຄລິດ.

ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢຊູ?

5. ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢຊູ? (ເບິ່ງ​ຂອບ “ ການ​ເປັນ​ໝູ່​ກັບ​ພະ​ເຢຊູ​ເຮັດ​ໃຫ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້” ແລະ “ ເບິ່ງ​ບົດບາດ​ຂອງ​ພະ​ເຢຊູ​ຢ່າງ​ຖືກຕ້ອງ.”)

5 ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢຊູ​ຖ້າ​ເຮົາ​ຢາກ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ. ຍ້ອນ​ຫຍັງ? ມີ 2 ເຫດຜົນ: ທຳອິດ ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ຮັກ​ຂ້ອຍ.” (ຢຮ. 16:27) ເພິ່ນ​ຍັງ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ທີ່​ຈະ​ມາ​ເຖິງ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ນອກ​ຈາກ​ມາ​ທາງ​ຂ້ອຍ.” (ຢຮ. 14:6) ການ​ພະຍາຍາມ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໂດຍ​ທີ່​ບໍ່​ໄດ້​ເປັນ​ໝູ່​ກັບ​ພະ​ເຢຊູ​ກໍ​ຄື​ກັບ​ການ​ພະຍາຍາມ​ເຂົ້າ​ໄປ​ໃນ​ຕຶກ​ໂດຍ​ບໍ່​ໃຊ້​ປະຕູ. ພະ​ເຢຊູ​ກໍ​ໃຊ້​ຕົວຢ່າງ​ທີ່​ຄ້າຍ​ຄື​ກັນ​ນີ້​ເມື່ອ​ເພິ່ນ​ບອກ​ວ່າ​ເພິ່ນ​ເປັນ “ປະຕູ​ສຳລັບ​ແກະ.” (ຢຮ. 10:7) ສອງ ພະ​ເຢຊູ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນ​ແບບ. ເພິ່ນ​ບອກ​ພວກ​ລູກສິດ​ວ່າ: “ຜູ້​ທີ່​ໄດ້​ເຫັນ​ຂ້ອຍ​ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່.” (ຢຮ. 14:9) ດັ່ງ​ນັ້ນ ວິທີ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ກໍ​ໂດຍ​ການ​ຮຽນ​ຮູ້​ກ່ຽວ​ກັບ​ຊີວິດ​ຂອງ​ພະ​ເຢຊູ. ເມື່ອ​ເຮົາ​ຮຽນ​ເລື່ອງ​ພະ​ເຢຊູ ເຮົາ​ກໍ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ. ແລະ​ແຮ່ງ​ເຮົາ​ຮັກ​ພະ​ເຢຊູ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຮັກ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຫຼາຍ​ເທົ່າ​ນັ້ນ.

6. ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢຊູ? ຂໍ​ໃຫ້​ອະທິບາຍ.

6 ເຮົາ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢຊູ​ເພື່ອ​ທີ່​ຄຳ​ອະທິດຖານ​ຂອງ​ເຮົາ​ຈະ​ໄດ້​ຮັບ​ຄຳຕອບ. ນີ້​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ເວົ້າ​ໃນ​ຕອນ​ທ້າຍ​ຂອງ​ຄຳ​ອະທິດຖານ​ວ່າ “ໃນ​ນາມ​ຂອງ​ພະ​ເຢຊູ”. ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ໃຊ້​ພະ​ເຢຊູ​ແນວ​ໃດ​ໃນ​ການ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ພະ​ເຢຊູ​ບອກ​ພວກ​ອັກຄະສາວົກ​ວ່າ: “ບໍ່​ວ່າ​ພວກ​ເຈົ້າ​ຈະ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້.” (ຢຮ. 14:13) ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ດຽວ​ທີ່​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ແຕ່​ພະອົງ​ກໍ​ມອບ​ອຳນາດ​ໃຫ້​ພະ​ເຢຊູ​ເປັນ​ຜູ້ຕັດສິນ​ໃຈ​ແທນ​ພະອົງ. (ມທ. 28:18) ດັ່ງ​ນັ້ນ ກ່ອນ​ທີ່​ພະອົງ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ພະອົງ​ຈະ​ເບິ່ງ​ກ່ອນ​ວ່າ​ເຮົາ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ຫຼື​ບໍ່. ພະ​ເຢຊູ​ບອກ​ວ່າ: “ຖ້າ​ເຈົ້າ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຈົ້າ ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ກໍ​ຈະ​ໃຫ້​ອະໄພ​ເຈົ້າ​ຄື​ກັນ. ແຕ່​ຖ້າ​ເຈົ້າ​ບໍ່​ໃຫ້​ອະໄພ​ຄົນ​ອື່ນ ພະອົງ​ກໍ​ຈະ​ບໍ່​ໃຫ້​ອະໄພ​ເຈົ້າ​ຄື​ກັນ.” (ມທ. 6:14, 15) ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆທີ່​ເຮົາ​ຄວນ​ປະຕິບັດ​ກັບ​ຄົນ​ອື່ນ​ໃນ​ແບບ​ດຽວ​ກັບ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ປະຕິບັດ​ກັບ​ເຮົາ!

7. ໃຜ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ຂອງ​ພະ​ເຢຊູ?

7 ສະເພາະ​ຄົນ​ທີ່​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ​ເທົ່າ​ນັ້ນ​ຈຶ່ງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່. ເຮົາ​ຮູ້​ໄດ້​ແນວ​ໃດ? ພະ​ເຢຊູ​ບອກ​ວ່າ​ເພິ່ນ ‘ຍອມ​ສະລະ​ຊີວິດ​ຂອງ​ຕົວ​ເອງ​ເພື່ອ​ໝູ່​ຂອງ​ເພິ່ນ.’ (ຢຮ. 15:13) ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ທີ່​ມີ​ຊີວິດ​ກ່ອນ​ພະ​ເຢຊູ​ມາ​ເກີດ​ເທິງ​ໂລກ​ກໍ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ເພິ່ນ​ແລະ​ຮັກ​ເພິ່ນ. ຕົວຢ່າງ​ເຊັ່ນ: ອັບຣາຮາມ ຊາຣາ ໂມເຊ ແລະ​ຣາຮາບ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ແຕ່​ພວກ​ເຂົາ​ກໍ​ຕ້ອງ​ມາ​ເປັນ​ໝູ່​ກັບ​ພະ​ເຢຊູ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ.—ຢຮ. 17:3; ກຈກ. 24:15; ຮຣ. 11:8-12, 24-26, 31

8-9. ຕາມ​ໂຢຮັນ 15:4, 5 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢຊູ ແລະ​ເປັນ​ຫຍັງ​ຈຶ່ງ​ສຳຄັນ?

8 ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢຊູ​ໃນ​ການ​ປະກາດ​ແລະ​ສອນ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ ເພິ່ນ​ກໍ​ເປັນ​ຄູ​ສອນ. ແລະ​ຕັ້ງ​ແຕ່​ພະ​ເຢຊູ​ກັບ​ໄປ​ສະຫວັນ ເພິ່ນ​ໄດ້​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ​ແລະ​ເພິ່ນ​ຍັງ​ໄດ້​ຊີ້​ນຳ​ວຽກ​ປະກາດ​ແລະ​ວຽກ​ສອນ. ເພິ່ນ​ຮູ້​ແລະ​ເຫັນ​ຄ່າ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມາ​ຮູ້ຈັກ​ເພິ່ນ​ແລະ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ທີ່​ຈິງ ມີ​ວິທີ​ດຽວ​ທີ່​ເຮົາ​ຈະ​ເຮັດ​ວຽກ​ນີ້​ໃຫ້​ສຳເລັດ​ໄດ້​ກໍ​ຄື ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຊ່ວຍ​ເຮົາ.—ອ່ານ​ໂຢຮັນ 15:4, 5

9 ຄຳພີ​ໄບເບິນ​ສອນ​ເຮົາ​ຢ່າງ​ຈະ​ແຈ້ງ​ວ່າ ເຮົາ​ຕ້ອງ​ຮັກ​ພະ​ເຢຊູ​ແລະ​ເປັນ​ໝູ່​ກັບ​ເພິ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ດັ່ງ​ນັ້ນ ໃຫ້​ເຮົາ​ມາ​ເບິ່ງ 4 ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ໝູ່​ກັບ​ພະ​ເຢຊູ​ໄດ້.

ເຮົາ​ຈະ​ເປັນ​ໝູ່​ກັບ​ພະ​ເຢຊູ​ໄດ້​ແນວ​ໃດ?

ເຈົ້າ​ສາມາດ​ເປັນ​ໝູ່​ກັບ​ພະ​ເຢຊູ​ໄດ້​ໂດຍ (1) ຮູ້ຈັກ​ເພິ່ນ​ໃຫ້​ຫຼາຍ​ຂຶ້ນ (2) ພະຍາຍາມ​ຄິດ​ແລະ​ເຮັດ​ຄື​ກັບ​ພະ​ເຢຊູ (3) ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດ (4) ຮ່ວມ​ມື​ກັບ​ອົງການ​ຂອງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 10-14) *

10. ສິ່ງ​ທຳອິດ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢຊູ​ແມ່ນ​ຫຍັງ?

10 (1) ຮູ້ຈັກ​ພະ​ເຢຊູ. ເຮົາ​ສາມາດ​ຮູ້ຈັກ​ພະ​ເຢຊູ​ໄດ້​ໂດຍ​ອ່ານ​ປຶ້ມ​ມັດທາຍ ມາຣະໂກ ລູກາ ແລະ​ໂຢຮັນ. ເມື່ອ​ເຮົາ​ຄິດ​ຕຶກຕອງ​ກ່ຽວ​ກັບ​ຊີວິດ​ຂອງ​ພະ​ເຢຊູ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ຮັກ​ແລະ​ນັບຖື​ພະ​ເຢຊູ​ຍ້ອນ​ວິທີ​ທີ່​ເພິ່ນ​ປະຕິບັດ​ຕໍ່​ຜູ້​ຄົນ. ຕົວຢ່າງ: ເຖິງ​ວ່າ​ພະ​ເຢຊູ​ຈະ​ເປັນ​ນາຍ​ຂອງ​ພວກ​ອັກຄະສາວົກ ແຕ່​ເພິ່ນ​ກໍ​ບໍ່​ເຄີຍ​ປະຕິບັດ​ກັບ​ພວກ​ເຂົາ​ແບບ​ທາດ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເພິ່ນ​ພັດ​ບອກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເພິ່ນ​ໃຫ້​ພວກ​ເຂົາ​ຮູ້. (ຢຮ. 15:15) ຕອນ​ທີ່​ພວກ​ເຂົາ​ໂສກ​ເສົ້າ ພະ​ເຢຊູ​ກໍ​ຮູ້ສຶກ​ໂສກ​ເສົ້າ​ແລະ​ຮ້ອງໄຫ້​ຄື​ກັນ. (ຢຮ. 11:32-36) ແມ່ນ​ແຕ່​ສັດຕູ​ຂອງ​ພະ​ເຢຊູ​ກໍ​ຮູ້​ວ່າ ເພິ່ນ​ເປັນ​ໝູ່​ກັບ​ຄົນ​ທີ່​ຕອບ​ຮັບ​ຂ່າວ​ສານ​ຂອງ​ເພິ່ນ. (ມທ. 11:19) ເມື່ອ​ເຮົາ​ຮຽນ​ແບບ​ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ກັບ​ພວກ​ລູກສິດ ເຮົາ​ກໍ​ຈະ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ດີ ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ ແລະ​ເຮົາ​ກໍ​ຈະ​ຮູ້ສຶກ​ຮັກ​ແລະ​ນັບຖື​ພະ​ເຢຊູ​ຫຼາຍ​ຂຶ້ນ.

11. ສິ່ງ​ທີ​ສອງ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢຊູ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ການ​ເຮັດ​ແບບ​ນັ້ນ​ຈຶ່ງ​ສຳຄັນ?

11 (2) ພະຍາຍາມ​ຄິດ​ແລະ​ເຮັດ​ຄື​ກັບ​ພະ​ເຢຊູ. ແຮ່ງ​ເຮົາ​ຮູ້ຈັກ​ແລະ​ຮຽນ​ແບບ​ວິທີ​ຄິດ​ຂອງ​ພະ​ເຢຊູ​ໄດ້​ດີ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ. (1 ກຣ. 2:16) ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ? ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ນີ້. ພະ​ເຢຊູ​ຄິດ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຫຼາຍ​ກວ່າ​ການ​ເຮັດ​ຕາມ​ໃຈ​ຕົວ​ເອງ. (ມທ. 20:28; ຣມ. 15:1-3) ຍ້ອນ​ພະ​ເຢຊູ​ຄິດ​ແນວ​ນີ້ ເພິ່ນ​ຈຶ່ງ​ເສຍ​ສະລະ​ຕົວ​ເອງ​ແລະ​ໃຫ້​ອະໄພ​ຄົນ​ອື່ນ. ເພິ່ນ​ບໍ່​ໄດ້​ຄຽດ​ງ່າຍໆໃຫ້​ຄົນ​ທີ່​ເວົ້າ​ໃຫ້​ເພິ່ນ. (ຢຮ. 1:46, 47) ແລະ​ເພິ່ນ​ບໍ່​ຕັດສິນ​ຜູ້​ຄົນ​ຈາກ​ສິ່ງ​ທີ່​ບໍ່​ດີ​ທີ່​ພວກ​ເຂົາ​ເຄີຍ​ເຮັດ​ໃນ​ອະດີດ. (1 ຕມ. 1:12-14) ພະ​ເຢຊູ​ບອກ​ວ່າ: “ທຸກ​ຄົນ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ຮັກ​ກັນ.” (ຢຮ. 13:35) ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: “ຂ້ອຍ​ກຳລັງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ໄດ້​ເພື່ອ​ຈະ​ສ້າງ​ສັນຕິສຸກ​ກັບ​ພີ່ນ້ອງ​ບໍ?”

12. ສິ່ງ​ທີ​ສາມ​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢຊູ​ແມ່ນ​ຫຍັງ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

12 (3) ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດ. ພະ​ເຢຊູ​ຖື​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ຜູ້​ຖືກ​ເຈີມ​ທີ່​ເປັນ​ພີ່ນ້ອງ​ຂອງ​ເພິ່ນ ກໍ​ສ່ຳ​ກັບ​ວ່າ​ເຮົາ​ກຳລັງ​ເຮັດ​ໃຫ້​ເພິ່ນ. (ມທ. 25:34-40) ວິທີ​ຫຼັກ​ທີ່​ເຮົາ​ສະໜັບສະໜູນ​ຜູ້​ຖືກ​ເຈີມ​ກໍ​ຄື ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຢ່າງ​ສຸດ​ຄວາມ​ສາມາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ​ຕາມ​ທີ່​ພະ​ເຢຊູ​ໄດ້​ບອກ​ໃຫ້​ເຮົາ​ເຮັດ. (ມທ. 28:19, 20; ກຈກ. 10:42) ຍ້ອນ​ພີ່ນ້ອງ​ຂອງ​ພະຄລິດ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ “ແກະ​ອື່ນ” ພວກ​ເຂົາ​ຈຶ່ງ​ເຮັດ​ວຽກ​ປະກາດ​ທົ່ວ​ໂລກ​ສຳເລັດ. (ຢຮ. 10:16) ຖ້າ​ເຈົ້າ​ເປັນ​ແກະ​ອື່ນ ທຸກ​ຄັ້ງ​ທີ່​ເຈົ້າ​ໄປ​ປະກາດ​ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ຜູ້​ຖືກ​ເຈີມ​ແລະ​ພະ​ເຢຊູ.

13. ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ໃນ​ລູກາ 16:9 ໄດ້​ແນວ​ໃດ?

13 ເຮົາ​ຍັງ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຖ້າ​ເຮົາ​ບໍລິຈາກ​ເງິນ​ເພື່ອ​ຊ່ວຍ​ວຽກ​ທີ່​ພວກ​ເພິ່ນ​ກຳລັງ​ຊີ້​ນຳ. (ອ່ານ​ລູກາ 16:9) ຕົວຢ່າງ: ເຮົາ​ສາມາດ​ບໍລິຈາກ​ເງິນ​ສຳລັບ​ທົ່ວ​ໂລກ ເຊິ່ງ​ການ​ບໍລິຈາກ​ນີ້​ໃຊ້​ເພື່ອ​ວຽກ​ປະກາດ​ຂ່າວ​ດີ​ທີ່​ຢູ່​ຫ່າງ​ໄກ ສ້າງ​ແລະ​ສ້ອມ​ແປງ​ຫໍ​ປະຊຸມ ແລະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ປະສົບ​ໄພ​ທຳມະຊາດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ບໍລິຈາກ​ເງິນ​ສຳລັບ​ຄ່າ​ໃຊ້​ຈ່າຍ​ໃນ​ປະຊາຄົມ ແລະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ມີ​ຄວາມ​ຈຳເປັນ. (ສຸພາ. 19:17) ນີ້​ເປັນ​ວິທີ​ທີ່​ເຮົາ​ສາມາດ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຂອງ​ພະຄລິດ.

14. ຕາມ​ເອເຟໂຊ 4:15, 16 ສິ່ງ​ທີ​ສີ່​ທີ່​ເຮົາ​ຕ້ອງ​ເຮັດ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະ​ເຢຊູ​ແມ່ນ​ຫຍັງ?

14 (4) ຮ່ວມ​ມື​ກັບ​ອົງການ​ຂອງ​ພະ​ເຢໂຫວາ. ເຮົາ​ຈະ​ສະໜິດ​ກັບ​ພະ​ເຢຊູ​ຜູ້​ນຳ​ຂອງ​ປະຊາຄົມ​ຫຼາຍ​ຂຶ້ນ ຖ້າ​ເຮົາ​ຮ່ວມ​ມື​ກັບ​ຜູ້​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ​ເຮົາ. (ອ່ານ​ເອເຟໂຊ 4:15, 16) ຕົວຢ່າງ: ຕອນ​ນີ້​ເຮົາ​ພະຍາຍາມ​ໃຊ້​ຫໍ​ປະຊຸມ​ລາຊະອານາຈັກ​ໃຫ້​ຄຸ້ມ​ຄ່າ​ແລະ​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ. ເພື່ອ​ຈະ​ເຮັດ​ແບບ​ນັ້ນ ບາງ​ປະຊາຄົມ​ກໍ​ຖືກ​ລວມ​ເຂົ້າ​ກັນ​ແລະ​ມີ​ການ​ປັບ​ເຂດ​ປະກາດ​ໃໝ່. ການ​ຈັດ​ກຽມ​ແບບ​ນີ້​ໄດ້​ຊ່ວຍ​ໃຫ້​ອົງການ​ປະຢັດ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ຂຶ້ນ. ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ໄດ້​ເຮັດ​ໃຫ້​ຜູ້​ປະກາດ​ບາງ​ຄົນ​ຕ້ອງ​ປັບ​ປ່ຽນ​ສະພາບການ. ຜູ້​ປະກາດ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ຕ້ອງ​ຍ້າຍ​ອອກ​ຈາກ​ປະຊາຄົມ​ທີ່​ລາວ​ເຄີຍ​ຢູ່​ມາ​ຫຼາຍ​ປີ​ແລະ​ຕ້ອງ​ຈາກ​ພີ່ນ້ອງ​ທີ່​ລາວ​ສະໜິດ. ພະ​ເຢຊູ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ເຫັນ​ພວກ​ລູກສິດ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ໃຫ້​ຄວາມ​ຮ່ວມ​ມື​ກັບ​ອົງການ!

ເປັນ​ໝູ່​ກັບ​ພະ​ເຢຊູ​ຕະຫຼອດ​ໄປ

15. ໃນ​ອະນາຄົດ​ເຮົາ​ຈະ​ສະໜິດ​ກັບ​ພະ​ເຢຊູ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

15 ຜູ້​ຖືກ​ເຈີມ​ມີ​ຄວາມ​ຫວັງ​ຈະ​ໄດ້​ຢູ່​ກັບ​ພະ​ເຢຊູ​ຕະຫຼອດ​ໄປ ພວກ​ເຂົາ​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ເພິ່ນ​ເທິງ​ສະຫວັນ. ພວກ​ເຂົາ​ຈະ​ໄດ້​ຢູ່​ກັບ​ພະ​ເຢຊູ​ແທ້ໆ ໄດ້​ເຫັນ​ເພິ່ນ ເວົ້າ​ກັບ​ເພິ່ນ ແລະ​ໃຊ້​ເວລາ​ຮ່ວມ​ກັບ​ເພິ່ນ. (ຢຮ. 14:2, 3) ຜູ້​ທີ່​ມີ​ຄວາມ​ຫວັງ​ຢູ່​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ຄວາມ​ຮັກ​ແລະ​ການ​ເອົາໃຈໃສ່​ຈາກ​ພະ​ເຢຊູ​ຄື​ກັນ. ເຖິງ​ວ່າ​ພວກ​ເຂົາ​ຈະ​ບໍ່​ເຫັນ​ພະ​ເຢຊູ ແຕ່​ພວກ​ເຂົາ​ກໍ​ຈະ​ສະໜິດ​ກັບ​ເພິ່ນ​ຫຼາຍ​ຂຶ້ນ​ເມື່ອ​ພວກ​ເຂົາ​ໄດ້​ຊີວິດ​ຕະຫຼອດ​ໄປ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃຫ້.—ເອຊາ. 9:6, 7

16. ເຮົາ​ໄດ້​ຮັບ​ພອນ​ຫຍັງ​ແດ່​ຈາກ​ການ​ເປັນ​ໝູ່​ກັບ​ພະ​ເຢຊູ?

16 ເມື່ອ​ເຮົາ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ທີ່​ໃຫ້​ມາ​ເປັນ​ໝູ່​ກັບ​ເພິ່ນ ເຮົາ​ກໍ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ແທ້ໆ ເຊັ່ນ: ໃນ​ຕອນ​ນີ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ຮັກ​ແລະ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ. ເຮົາ​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ແລະ​ທີ່​ສຳຄັນ​ທີ່​ສຸດ​ຄື ການ​ເປັນ​ໝູ່​ກັບ​ພະ​ເຢຊູ​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເຊິ່ງ​ເປັນ​ສາຍ​ສຳພັນ​ທີ່​ມີ​ຄ່າ​ທີ່​ສຸດ. ການ​ທີ່​ເຮົາ​ຖືກ​ເອີ້ນ​ວ່າ​ເປັນ​ໝູ່​ຂອງ​ພະ​ເຢຊູ​ຖື​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ!

ເພງ 17 “ເຮົາ​ຢາກ​ຊ່ວຍ”

^ ຂໍ້ 5 ເນື່ອງ​ຈາກ​ພວກ​ອັກຄະສາວົກ​ມີ​ໂອກາດ​ໄດ້​ລົມ​ແລະ​ເຮັດ​ວຽກ​ກັບ​ພະ​ເຢຊູ​ຫຼາຍ​ປີ ພວກ​ເຂົາ​ກໍ​ເລີຍ​ໄດ້​ເປັນ​ໝູ່​ສະໜິດ​ຂອງ​ເພິ່ນ. ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເປັນ​ໝູ່​ກັບ​ເພິ່ນ​ຄື​ກັນ ແຕ່​ພວກ​ອັກຄະສາວົກ​ເປັນ​ໝູ່​ກັບ​ພະ​ເຢຊູ​ໄດ້​ງ່າຍ​ກວ່າ​ເຮົາ​ໃນ​ທຸກ​ມື້​ນີ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢຊູ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ເປັນ​ໝູ່​ກັບ​ເພິ່ນ​ແລະ​ສະໜິດ​ກັບ​ເພິ່ນ​ຕໍ່ໆໄປ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: (1) ຕອນ​ທີ່​ນະມັດສະການ​ປະຈຳ​ຄອບຄົວ ເຮົາ​ສາມາດ​ສຶກສາ​ກ່ຽວ​ກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ. (2) ໃນ​ປະຊາຄົມ ເຮົາ​ຕ້ອງ​ພະຍາ​ຍາ​ຍາມ​ຮັກສາ​ສັນຕິສຸກ​ກັບ​ພີ່ນ້ອງ. (3) ເຮົາ​ສະໜັບສະໜູນ​ພີ່ນ້ອງ​ຂອງ​ພະຄລິດ​ໂດຍ​ເຮັດ​ວຽກ​ປະກາດ​ຢ່າງ​ດຸ​ໝັ່ນ​ຫ້າວຫັນ. (4) ຕອນ​ທີ່​ປະຊາຄົມ​ຖືກ​ລວມ​ເຂົ້າ​ກັນ ໃຫ້​ເຮົາ​ຮ່ວມ​ມື​ກັບ​ການ​ຕັດສິນ​ໃຈ​ຂອງ​ຜູ້​ດູ​ແລ.