ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 20

ໃຜ​ແມ່ນ “ກະສັດ​ທິດ​ເໜືອ” ໃນ​ປັດຈຸບັນ?

ໃຜ​ແມ່ນ “ກະສັດ​ທິດ​ເໜືອ” ໃນ​ປັດຈຸບັນ?

“ເພິ່ນ​ຈະ​ເຖິງ​ທີ່​ສຸດ​ແຫ່ງ​ຕົນ​ແລະ​ບໍ່​ມີ​ຜູ້​ໃດ​ຈະ​ຊ່ອຍ​ເພິ່ນ.”—ດາ. 11:45

ເພງ 95 ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

ໃຈ​ຄວາມ​ສຳຄັນ *

1-2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ເຮົາ​ເຫັນ​ຫຼັກ​ຖານ​ຫຼາຍ​ກວ່າ​ແຕ່​ກ່ອນ​ທີ່​ບອກ​ໃຫ້​ຮູ້​ວ່າ ເຮົາ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທ້າຍໆຂອງ​ສະໄໝ​ສຸດ​ທ້າຍ. ອີກ​ບໍ່​ດົນ ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຄລິດ​ຈະ​ທຳລາຍ​ການ​ປົກຄອງ​ທັງ​ໝົດ​ທີ່​ຕໍ່​ຕ້ານ​ການ​ປົກຄອງ​ຂອງ​ພະເຈົ້າ. ແຕ່​ກ່ອນ​ທີ່​ເຫດການ​ນັ້ນ​ຈະ​ເກີດ​ຂຶ້ນ ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຈະ​ຕໍ່​ສູ້​ກັນ ແລະ​ຕໍ່​ຕ້ານ​ປະຊາຊົນ​ຂອງ​ພະເຈົ້າ​ນຳ.

2 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ຄຳ​ພະຍາກອນ​ທີ່​ຂຽນ​ໄວ້​ໃນ​ດານຽນ 11:40–12:1. ເຮົາ​ຈະ​ມາ​ເບິ່ງ​ວ່າ​ໃຜ​ເປັນ​ກະສັດ​ທິດ​ເໜືອ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ສາມາດ​ສະຫງົບ​ໃຈ​ແລະ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ.

ກະສັດ​ທິດ​ເໜືອ​ອົງ​ໃໝ່

3-4. ໃຜ​ເປັນ​ກະສັດ​ທິດ​ເໜືອ​ໃນ​ປັດຈຸບັນ? ຂໍ​ໃຫ້​ອະທິບາຍ.

3 ຫຼັງ​ຈາກ​ສະຫະພາບ​ໂຊວຽດ​ລົ້ມ​ລະ​ລາຍ​ໃນ​ປີ 1991 ປະຊາຊົນ​ຂອງ​ພະເຈົ້າ​ທີ່​ຢູ່​ໃນ​ເຂດ​ການ​ປົກຄອງ​ນັ້ນ​ໄດ້​ຮັບ “ການ​ຊ່ວຍ​ເຫຼືອ​ເລັກ​ນ້ອຍ” ເຊິ່ງ​ກໍ​ຄື​ມີ​ອິດ​ສະຫຼະ​ໃນ​ໄລຍະ​ໜຶ່ງ. (ດາ. 11:34, ລ.ມ.) ນີ້​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ມີ​ອິດ​ສະຫຼະ​ໃນ​ການ​ປະກາດ ແລະ​ບໍ່​ດົນ​ກໍ​ມີ​ຜູ້​ປະກາດ​ທີ່​ຢູ່​ໃນ​ບັນດາ​ປະເທດ​ທີ່​ເປັນ​ຄອມມູນິດ​ເພີ່ມ​ຂຶ້ນ​ຫຼາຍ​ແສນ​ຄົນ. ແຕ່​ຫຼັງ​ຈາກ​ບໍ່​ເທົ່າ​ໃດ​ປີ ຣັດເຊຍ​ແລະ​ພັນທະມິດ​ກໍ​ກາຍ​ເປັນ​ກະສັດ​ທິດ​ເໜືອ. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ​ແລ້ວ​ວ່າ ຜູ້​ທີ່​ຈະ​ເປັນ​ກະສັດ​ທິດ​ເໜືອ​ຫຼື​ກະສັດ​ທິດ​ໃຕ້​ຕ້ອງ​ເຮັດ 3 ຢ່າງ​ຕໍ່​ໄປ​ນີ້​ຄື: (1) ປົກຄອງ​ດິນແດນ​ທີ່​ປະຊາຊົນ​ຂອງ​ພະເຈົ້າ​ອາໄສ​ຢູ່ (2) ເຮັດ​ສິ່ງ​ທີ່​ສະແດງ​ວ່າ​ກຽດ​ຊັງ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ ແລະ (3) ຕໍ່​ສູ້​ກັບ​ກະສັດ​ຄູ່​ແຂ່ງ​ເພື່ອ​ຍາດ​ຊີງ​ອຳນາດ.

4 ເຮົາ​ສາມາດ​ບອກ​ໄດ້​ວ່າ​ກະສັດ​ທິດ​ເໜືອ​ໃນ​ປັດຈຸບັນ​ແມ່ນ​ຣັດເຊຍ​ແລະ​ພັນທະມິດ​ກໍ​ຍ້ອນ​ເຫດຜົນ​ເຫຼົ່າ​ນີ້: (1) ພວກ​ເຂົາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ໂດຍ​ສັ່ງ​ຫ້າມ​ວຽກ​ປະກາດ​ແລະ​ຂົ່ມເຫງ​ພີ່ນ້ອງ​ຫຼາຍ​ແສນ​ຄົນ​ທີ່​ອາໄສ​ຢູ່​ດິນແດນ​ທີ່​ພວກ​ເຂົາ​ປົກຄອງ (2) ການ​ກະທຳ​ເຫຼົ່າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ກຽດ​ຊັງ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ພະອົງ (3) ພວກ​ເຂົາ​ຕໍ່​ສູ້​ກັບ​ກະສັດ​ທິດ​ໃຕ້​ເຊິ່ງ​ກໍ​ຄື​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ຣັດເຊຍ​ແລະ​ພັນທະມິດ​ໄດ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເປັນ​ກະສັດ​ທິດ​ເໜືອ.

ກະສັດ​ທິດ​ເໜືອ​ຕໍ່​ສູ້​ກັບ​ກະສັດ​ທິດ​ໃຕ້

5. ດານຽນ 11:40-43 ເວົ້າ​ເຖິງ​ຫຍັງ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ໄລຍະ​ເວລາ​ນັ້ນ?

5 ອ່ານ​ດານຽນ 11:40-43. ຄຳ​ພະຍາກອນ​ສ່ວນ​ນີ້​ເວົ້າ​ເຖິງ​ພາບ​ລວມ​ຂອງ​ສະໄໝ​ສຸດ​ທ້າຍ. ຄຳ​ພະຍາກອນ​ນີ້​ຍັງ​ບອກ​ໃຫ້​ຮູ້​ວ່າ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຈະ​ສູ້​ກັນ​ແນວ​ໃດ. ຄື​ກັບ​ທີ່​ດານີເອນ​ບອກ​ລ່ວງ​ໜ້າ​ວ່າ ໃນ​ສະໄໝ​ສຸດ​ທ້າຍ​ກະສັດ​ທິດ​ໃຕ້​ແລະ​ກະສັດ​ທິດ​ເໜືອ​ຈະ “ຕໍ່​ສູ້” ກັນ.—ດາ. 11:40

6. ກະສັດ​ທິດ​ເໜືອ​ຕໍ່​ສູ້​ກັບ​ກະສັດ​ທິດ​ໃຕ້​ແນວ​ໃດ?

6 ກະສັດ​ທິດ​ໃຕ້​ແລະ​ກະສັດ​ທິດ​ເໜືອ​ຕໍ່​ສູ້​ກັນ​ເພື່ອ​ຢາກ​ເປັນ​ມະຫາ​ອຳນາດ​ໂລກ. ຕົວຢ່າງ: ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ II ສະຫະພາບ​ໂຊວຽດ​ເລີ່ມ​ມີ​ອິດທິພົນ​ຫຼາຍ​ໃນ​ເອີຣົບ ສະນັ້ນ​ກະສັດ​ທິດ​ໃຕ້​ຈຶ່ງ​ຕົກ​ລົງ​ທີ່​ຈະ​ຮ່ວມ​ມື​ກັບ​ປະເທດ​ອື່ນ​ທາງ​ການ​ທະຫານ​ເຊິ່ງ​ເປັນ​ອົງການ​ທີ່​ເອີ້ນ​ວ່າ ອົງການ​ນາ​ໂຕ (NATO) ເພື່ອ​ຕໍ່​ສູ້​ກັບ​ກະສັດ​ທິດ​ເໜືອ. ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຍັງ​ໃຊ້​ເງິນ​ຈຳນວນ​ຫຼາຍ​ໃນ​ການ​ສ້າງ​ອາວຸດ​ທີ່​ມີ​ພະລັງ​ມະຫາສານ. ພວກ​ເຂົາ​ເຄີຍ​ຕໍ່​ສູ້​ກັນ​ໃນ​ສົງຄາມ​ໂດຍ​ໃຊ້​ຕົວ​ແທນ​ເປັນ​ຜູ້​ສູ້​ຮົບ​ຢູ່​ໃນ​ເຂດ​ອາຝຼິກກາ ອາຊີ ແລະ​ອາເມຣິກາ​ລາຕິນ. ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ຣັດເຊຍ​ແລະ​ພັນທະມິດ​ໄດ້​ຂະຫຍາຍ​ອຳນາດ​ໄປ​ທົ່ວ​ໂລກ ແລະ​ພວກ​ເຂົາ​ໄດ້​ຕໍ່​ສູ້​ກັບ​ກະສັດ​ທິດ​ໃຕ້​ໂດຍ​ໃຊ້​ສົງຄາມ​ທາງ​ຄອມພິວເຕີ. ກະສັດ​ເຫຼົ່າ​ນີ້​ໄດ້​ໃຊ້​ໂປຣແກມ​ຄອມພິວເຕີ​ເພື່ອ​ສ້າງ​ຄວາມ​ເສຍຫາຍ​ທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​ອີກ​ຝ່າຍ​ໜຶ່ງ. ນອກ​ຈາກ​ນັ້ນ ກະສັດ​ທິດ​ເໜືອ​ຍັງ​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ນຳ​ຄື​ກັບ​ທີ່​ດານີເອນ​ບອກ​ໄວ້​ລ່ວງ​ໜ້າ.—ດາ. 11:41

ກະສັດ​ທິດ​ເໜືອ​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’

7. ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ແມ່ນ​ຫຍັງ?

7 ດານຽນ 11:41 ບອກ​ວ່າ​ກະສັດ​ທິດ​ເໜືອ​ຈະ​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ.’ ແຜ່ນດິນ​ນັ້ນ​ແມ່ນ​ຫຍັງ? ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ດິນແດນ​ອິດສະຣາເອນ​ເປັນ “ແຜ່ນດິນ​ທີ່​ງາມ​ທີ່​ສຸດ.” (ເອເຊກ. 20:6, ລ.ມ.) ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ແຜ່ນດິນ​ນີ້​ງາມ​ທີ່​ສຸດ​ກໍ​ຍ້ອນ​ເປັນ​ບ່ອນ​ນະມັດສະການ​ແທ້. ຕັ້ງ​ແຕ່​ວັນ​ເພັນເຕກອດ​ປີ ຄ.ສ 33 ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ບໍ່​ໄດ້​ມີ​ສະເພາະ​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ໂລກ​ອີກ​ຕໍ່​ໄປ​ເພາະ​ໃນ​ທຸກ​ມື້​ນີ້​ປະຊາຊົນ​ຂອງ​ພະເຈົ້າ​ອາໄສ​ຢູ່​ທົ່ວ​ໂລກ. ແຕ່ “ແຜ່ນດິນ​ທີ່​ງາມ​ທີ່​ສຸດ” ໃນ​ທຸກ​ມື້​ນີ້​ກໍ​ຄື ວຽກ​ງານ​ທັງ​ໝົດ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຮັດ​ເຊິ່ງ​ລວມ​ເອົາ​ການ​ນະມັດສະການ​ພະອົງ​ໃນ​ການ​ປະຊຸມ​ແລະ​ການ​ປະກາດ.

8. ກະສັດ​ທິດ​ເໜືອ​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ແນວ​ໃດ?

8 ໃນ​ສະໄໝ​ສຸດ​ທ້າຍ ກະສັດ​ທິດ​ເໜືອ​ໄດ້​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ຫຼາຍ​ເທື່ອ ເຊັ່ນ: ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II ຕອນ​ທີ່​ນາຊີ​ເຢຍລະມັນ​ເປັນ​ກະສັດ​ທິດ​ເໜືອ ພວກ​ນາຊີ​ໄດ້​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ໂດຍ​ການ​ຂົ່ມເຫງ​ແລະ​ຂ້າ​ປະຊາຊົນ​ຂອງ​ພະເຈົ້າ. ແລະ​ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ II ເມື່ອ​ສະຫະພາບ​ໂຊວຽດ​ເປັນ​ກະສັດ​ທິດ​ເໜືອ ໂຊວຽດ​ໄດ້​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ໂດຍ​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ ແລະ​ເນລະເທດ​ພວກ​ເຂົາ.

9. ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ຣັດເຊຍ​ແລະ​ພັນທະມິດ​ໄດ້​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ແນວ​ໃດ?

9 ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ຣັດເຊຍ​ແລະ​ພັນທະມິດ​ໄດ້​ເຂົ້າ​ໄປ​ໃນ ‘ແຜ່ນດິນ​ທີ່​ງາມ​ທີ່​ສຸດ’ ແນວ​ໃດ? ໃນ​ປີ 2017 ຣັດເຊຍ​ເຊິ່ງ​ເປັນ​ກະສັດ​ທິດ​ເໜືອ​ໃນ​ປັດຈຸບັນ​ໄດ້​ສັ່ງ​ຫ້າມ​ວຽກ​ທີ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເຮັດ​ແລະ​ຈັບ​ພີ່ນ້ອງ​ບາງ​ຄົນ​ເຂົ້າ​ຄຸກ. ກະສັດ​ທິດ​ເໜືອ​ຍັງ​ສັ່ງ​ຫ້າມ​ປຶ້ມ​ຕ່າງໆລວມ​ທັງ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ແລະ​ຍຶດ​ເອົາ​ສຳນັກງານ​ສາຂາ ແລະ​ຫໍ​ປະຊຸມ​ຢູ່​ບ່ອນ​ຕ່າງໆໃນ​ຣັດເຊຍ. ຍ້ອນ​ແນວ​ນັ້ນ ໃນ​ປີ 2018 ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ບອກ​ວ່າ​ຣັດເຊຍ​ແລະ​ພັນທະມິດ​ເປັນ​ກະສັດ​ທິດ​ເໜືອ. ເຖິງ​ວ່າ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ຖືກ​ຂົ່ມເຫງ​ຢ່າງ​ໜັກ ແຕ່​ພວກ​ເຂົາ​ກໍ​ບໍ່​ເຄີຍ​ຕໍ່​ຕ້ານ​ອຳນາດ​ການ​ປົກຄອງ. ພວກ​ເຂົາ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ໃຫ້​ອະທິດຖານ​ເພື່ອ “ຄົນ​ທີ່​ຢູ່​ໃນ​ຕຳແໜ່ງ​ສູງ” ໂດຍ​ສະເພາະ​ຕອນ​ທີ່​ອຳນາດ​ການ​ປົກຄອງ​ກຳລັງ​ຕັດສິນ​ວ່າ​ຈະ​ໃຫ້​ອິດ​ສະຫຼະ​ໃນ​ການ​ນະມັດສະການ​ຫຼື​ບໍ່.—1 ຕມ. 2:1, 2

ກະສັດ​ທິດ​ເໜືອ​ຈະ​ທຳລາຍ​ກະສັດ​ທິດ​ໃຕ້​ບໍ?

10. ກະສັດ​ທິດ​ເໜືອ​ຈະ​ທຳລາຍ​ກະສັດ​ທິດ​ໃຕ້​ບໍ? ຂໍ​ໃຫ້​ອະທິບາຍ

10 ຄຳ​ພະຍາກອນ​ໃນ​ດານຽນ 11:40-45 ສ່ວນ​ຫຼາຍ​ແລ້ວ​ເວົ້າ​ເຖິງ​ກະສັດ​ທິດ​ເໜືອ. ນີ້​ໝາຍ​ຄວາມ​ວ່າ​ກະສັດ​ທິດ​ເໜືອ​ຈະ​ທຳລາຍ​ກະສັດ​ທິດ​ໃຕ້​ບໍ? ບໍ່. ກະສັດ​ທິດ​ໃຕ້​ຍັງ “ມີ​ຊີວິດ​ຢູ່” ເມື່ອ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມາ​ທຳລາຍ​ການ​ປົກຄອງ​ຂອງ​ມະນຸດ​ທັງ​ໝົດ​ໃນ​ສົງຄາມ​ອາມາເຄໂດນ. (ພນມ. 19:20) ເປັນ​ຫຍັງ​ເຮົາ​ຈຶ່ງ​ສະຫຼຸບ​ແບບ​ນັ້ນ? ຂໍ​ໃຫ້​ມາ​ເບິ່ງ​ຄຳ​ພະຍາກອນ​ໃນ​ດານຽນ​ແລະ​ພະນິມິດ.

ໃນ​ອາມາເຄໂດນ ການ​ປົກຄອງ​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ຄື​ກັບ​ກ້ອນ​ຫີນ​ຈະ​ທຳລາຍ​ຮູບ​ປັ້ນ​ເຊິ່ງ​ໝາຍ​ເຖິງ​ການ​ປົກຄອງ​ຂອງ​ມະນຸດ (ເບິ່ງ​ຂໍ້ 11)

11. ດານຽນ 2:43-45 ບອກ​ໃຫ້​ຮູ້​ຫຍັງ? (ເບິ່ງ​ຮູບ​ໜ້າ​ປົກ)

11 ອ່ານ​ດານຽນ 2:43-45. ພາກ​ສ່ວນ​ຕ່າງໆຂອງ​ຮູບ​ປັ້ນ​ທີ່​ເຮັດ​ຈາກ​ໂລຫະ​ທີ່​ດານີເອນ​ເຫັນ​ແມ່ນ ການ​ປົກຄອງ​ຂອງ​ມະນຸດ​ທີ່​ມີ​ຜົນ​ກະທົບ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ​ໂດຍ​ກົງ. ການ​ປົກຄອງ​ສ່ວນ​ສຸດ​ທ້າຍ​ຂອງ​ມະນຸດ​ແມ່ນ​ຕີນ​ຂອງ​ຮູບ​ປັ້ນ​ນັ້ນ​ທີ່​ເປັນ​ເຫຼັກ​ປະສົມ​ດິນ​ໜຽວ​ເຊິ່ງ​ໝາຍ​ເຖິງ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ. ຄຳ​ພະຍາກອນ​ນີ້​ບອກ​ໃຫ້​ຮູ້​ວ່າ​ອັງກິດ​ກັບ​ອາເມຣິກາ​ຈະ​ຍັງ​ປົກຄອງ​ຕອນ​ທີ່​ການ​ປົກຄອງ​ພະເຈົ້າ​ມາ​ທຳລາຍ​ການ​ປົກຄອງ​ຂອງ​ມະນຸດ​ທັງ​ໝົດ.

12. ຫົວ​ທີ​ເຈັດ​ຂອງ​ສັດ​ຮ້າຍ​ໝາຍ​ເຖິງ​ຫຍັງ ແລະ​ເປັນ​ຫຍັງ​ການ​ຮູ້​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

12 ອັກຄະສາວົກ​ໂຢຮັນ​ຍັງ​ເວົ້າ​ເຖິງ​ມະຫາ​ອຳນາດ​ໂລກ​ຕ່າງໆທີ່​ສົ່ງ​ຜົນ​ຕໍ່​ປະຊາຊົນ​ຂອງ​ພະ​ເຢໂຫວາ. ໂຢຮັນ​ບອກ​ວ່າ​ການ​ປົກຄອງ​ຂອງ​ມະນຸດ​ທັງ​ໝົດ​ເປັນ​ຄື​ກັບ​ສັດ​ຮ້າຍ​ທີ່​ມີ 7 ຫົວ. ຫົວ​ທີ 7 ຂອງ​ສັດ​ຮ້າຍ​ນັ້ນ​ແມ່ນ​ມະຫາ​ອຳນາດ​ໂລກ​ອັງກິດ-ອາເມຣິກາ. ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ເພາະ​ມັນ​ເປັນ​ຫົວ​ສຸດ​ທ້າຍ​ເຊິ່ງ​ຈະ​ບໍ່​ມີ​ຫົວ​ອື່ນ​ຂຶ້ນ​ມາ​ອີກ. ຫົວ​ທີ 7 ຂອງ​ສັດ​ຮ້າຍ​ຍັງ​ຈະ​ປົກຄອງ​ຕອນ​ທີ່​ພະຄລິດ​ແລະ​ກອງທັບ​ສະຫວັນ​ມາ​ທຳລາຍ​ສັດ​ຮ້າຍ​ນັ້ນ. *ພນມ. 13:1, 2; 17:13, 14

ອີກ​ບໍ່​ດົນ​ກະສັດ​ທິດ​ເໜືອ​ຈະ​ເຮັດ​ຫຍັງ?

13-14. “ໂຄກ​ໃນ​ປະເທດ​ມາໂຄກ” ແມ່ນ​ໃຜ ແລະ​ສິ່ງ​ໃດ​ອາດ​ເຮັດ​ໃຫ້​ພວກ​ເຂົາ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ?

13 ຄຳ​ພະຍາກອນ​ໃນ​ເອເຊກຽນ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ອາດ​ເກີດ​ຂຶ້ນ​ກ່ອນ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້​ຈະ​ຖືກ​ທຳລາຍ. ຖ້າ​ຄຳ​ພະຍາກອນ​ໃນ​ເອເຊກຽນ 38:10-23; ດານຽນ 2:43-45; 11:44–12:1 ແລະ​ຄຳ​ພະຍາກອນ​ໃນ​ພະນິມິດ 16:13-16, 21 ເວົ້າ​ເຖິງ​ເວລາ​ແລະ​ເຫດການ​ດຽວ​ກັນ ເຮົາ​ກໍ​ສາມາດ​ຄາດ​ໝາຍ​ໄດ້​ວ່າ​ເຫດການ​ຕໍ່​ໄປ​ນີ້​ຈະ​ເກີດ​ຂຶ້ນ.

14 ຫຼັງ​ຈາກ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ “ກະສັດ​ທົ່ວ​ໂລກ” ຈະ​ມາ​ລວມ​ຕົວ​ກັນ​ເປັນ​ກຸ່ມ​ໜຶ່ງ. (ພນມ. 16:13, 14; 19:19) ຄຳພີ​ໄບເບິນ​ເອີ້ນ​ກຸ່ມ​ນັ້ນ​ວ່າ “ໂຄກ​ໃນ​ປະເທດ​ມາໂຄກ.” (ເອເຊກ. 38:2) ກຸ່ມ​ປະເທດ​ນັ້ນ​ຈະ​ໂຈມຕີ​ແລະ​ພະຍາຍາມ​ທຳລາຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ພະຍາຍາມ​ເຮັດ​ແບບ​ນັ້ນ? ເມື່ອ​ເວົ້າ​ເຖິງ​ເວລາ​ນີ້ ໂຢຮັນ​ເຫັນ​ພາຍຸ​ໝາກ​ເຫັບ​ທີ່​ໃຫຍ່​ຜິດ​ປົກກະຕິ​ຕົກ​ໃສ່​ສັດຕູ​ຂອງ​ພະເຈົ້າ. ພາຍຸ​ໝາກ​ເຫັບ​ໃຫຍ່​ນີ້​ອາດ​ໝາຍ​ເຖິງ​ຄຳ​ພິພາກສາ​ທີ່​ຮຸນແຮງ​ເຊິ່ງ​ປະຊາຊົນ​ຂອງ​ພະເຈົ້າ​ປະກາດ. ຄຳ​ພິພາກສາ​ນີ້​ອາດ​ເຮັດ​ໃຫ້​ໂຄກ​ແຫ່ງ​ມາໂຄກ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ເພື່ອ​ກວາດ​ລ້າງ​ພວກ​ເຂົາ​ທັງ​ໝົດ.—ພນມ. 16:21

15-16. (ກ) ດານຽນ 11:44, 45 ອາດ​ໝາຍ​ເຖິງ​ເຫດການ​ຫຍັງ? (ຂ) ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ກະສັດ​ທິດ​ເໜືອ​ແລະ​ຊາດ​ຕ່າງໆທີ່​ເປັນ​ໂຄກ​ແຫ່ງ​ມາໂຄກ?

15 ການ​ປະກາດ​ຄຳ​ພິພາກສາ​ທີ່​ໜັກ​ນີ້​ແລະ​ການ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຄັ້ງ​ສຸດ​ທ້າຍ​ອາດ​ເປັນ​ເຫດການ​ທີ່​ຂຽນ​ໄວ້​ໃນ​ດານຽນ 11:44, 45. (ອ່ານ) ທີ່​ບອກ​ວ່າ “ຂ່າວ​ມາ​ແຕ່​ທິດ​ບົວລະພາ [ທິດ​ຕາເວັນ​ອອກ] ມາ​ແຕ່​ທິດ​ອຸດອນ [ທິດ​ເໜືອ]” ຈະ​ເຮັດ​ໃຫ້​ກະສັດ​ທິດ​ເໜືອ “ຄຽດ​ຮ້າຍ​ຫຼາຍ.” ກະສັດ​ທິດ​ເໜືອ​ຢາກ “ທຳລາຍ​ຫຼາຍ​ຄົນ​ໃຫ້​ຈິບຫາຍ​ໝົດ​ສ້ຽງ.” ໃນ​ນີ້​ຄຳ​ວ່າ “ຫຼາຍ​ຄົນ” ເບິ່ງ​ຄື​ວ່າ​ໝາຍ​ເຖິງ​ປະຊາຊົນ​ຂອງ​ພະ​ເຢໂຫວາ. * ດັ່ງ​ນັ້ນ ດານີເອນ​ອາດ​ໝາຍ​ເຖິງ​ການ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ຄັ້ງ​ສຸດ​ທ້າຍ.

16 ເມື່ອ​ກະສັດ​ທິດ​ເໜືອ​ລວມ​ທັງ​ອຳນາດ​ການ​ປົກຄອງ​ຕ່າງໆມາ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ ນີ້​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ​ແລະ​ເຮັດ​ໃຫ້​ເກີດ​ສົງຄາມ​ອາມາເຄໂດນ. (ພນມ. 16:14, 16) ໃນ​ເວລາ​ນັ້ນ ກະສັດ​ທິດ​ເໜືອ​ແລະ​ຊາດ​ຕ່າງໆທີ່​ເປັນ​ໂຄກ​ແຫ່ງ​ມາໂຄກ​ຈະ​ຖືກ​ທຳລາຍ ແລະ​ຈະ “ບໍ່​ມີ​ຜູ້​ໃດ​ຈະ​ຊ່ອຍ​ເພິ່ນ.”—ດາ. 11:45

ໃນ​ສົງຄາມ​ອາມາເຄໂດນ ພະ​ເຢຊູ​ຄລິດ​ແລະ​ກອງທັບ​ສະຫວັນ​ຈະ​ທຳລາຍ​ໂລກ​ຊົ່ວ​ຂອງ​ຊາຕານ​ແລະ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ລອດ (ເບິ່ງ​ຂໍ້ 17)

17. ມີ​ຄາ​ເອນ​ເຊິ່ງ​ເປັນ “ເຈົ້າ​ຊາຍ​ອົງ​ຍິ່ງໃຫຍ່” ທີ່​ດານຽນ 12:1 ເວົ້າ​ເຖິງ​ແມ່ນ​ໃຜ ແລະ​ເພິ່ນ​ຈະ​ເຮັດ​ຫຍັງ?

17 ອ່ານ​ດານຽນ 12:1. * ຂໍ້​ນີ້​ເວົ້າ​ກ່ຽວ​ກັບ​ວິທີ​ທີ່​ກະສັດ​ທິດ​ເໜືອ​ແລະ​ພັນທະມິດ​ຈະ​ຖືກ​ທຳລາຍ ແລະ​ວິທີ​ທີ່​ເຮົາ​ຈະ​ລອດ​ຊີວິດ. ຂໍ້​ນີ້​ບອກ​ວ່າ​ມີ​ຄາ​ເອນ​ເຊິ່ງ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ພະ​ເຢຊູ​ຄລິດ​ທີ່​ກຳລັງ​ປົກຄອງ​ຢູ່ ໄດ້ “ຊ່ວຍ​ເຫຼືອ” ປະຊາຊົນ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ປີ 1914 ເມື່ອ​ເພິ່ນ​ເປັນ​ກະສັດ​ທີ່​ປົກຄອງ​ໃນ​ສະຫວັນ. ອີກ​ບໍ່​ດົນ​ເພິ່ນ​ຈະ “ປະຕິບັດ​ການ” ເຊິ່ງ​ໝາຍ​ເຖິງ​ທຳລາຍ​ສັດຕູ​ໃນ​ສົງຄາມ​ອາມາເຄໂດນ. ສົງຄາມ​ນັ້ນ​ຈະ​ເປັນ​ເຫດການ​ສຸດ​ທ້າຍ​ທີ່​ດານີເອນ​ເວົ້າ​ເຖິງ​ເຊິ່ງ​ບອກ​ວ່າ​ເປັນ “ເວລາ​ທີ່​ທຸກ​ຍາກ​ລຳບາກ” ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ແລະ​ໂຢຮັນ​ກໍ​ບອກ​ໃນ​ພະນິມິດ​ວ່າ​ເປັນ​ເວລາ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.”—ພນມ. 6:2; 7:14

ຊື່​ຂອງ​ເຈົ້າ​ຈະ​ຖືກ “ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພະເຈົ້າ” ບໍ?

18. ເປັນ​ຫຍັງ​ເຮົາ​ສາມາດ​ໝັ້ນ​ໃຈ​ເລື່ອງ​ອະນາຄົດ​ໄດ້?

18 ເຮົາ​ສາມາດ​ໝັ້ນ​ໃຈ​ເລື່ອງ​ອະນາຄົດ​ໄດ້​ຍ້ອນ​ດານີເອນ​ແລະ​ໂຢຮັນ​ຢືນຢັນ​ວ່າ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຈະ​ລອດ​ຜ່ານ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່. ດານີເອນ​ບອກ​ວ່າ​ຄົນ​ທີ່​ລອດ​ຈະ​ມີ​ຊື່ “ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພະເຈົ້າ.” (ດາ. 12:1, ລ.ມ.) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ນັ້ນ? ເຮົາ​ຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ລູກ​ແກະ​ຂອງ​ພະເຈົ້າ. (ຢຮ. 1:29) ເຮົາ​ຕ້ອງ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ຮັບ​ບັບເຕມາ. (1 ປຕ. 3:21) ແລະ​ເຮົາ​ຕ້ອງ​ສະແດງ​ວ່າ​ເຮົາ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ພະເຈົ້າ​ໂດຍ​ການ​ຊ່ວຍ​ຄົນ​ອື່ນ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ.

19. ຕອນ​ນີ້​ເຮົາ​ຕ້ອງ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

19 ຕອນ​ນີ້​ເປັນ​ເວລາ​ທີ່​ເຮົາ​ຕ້ອງ​ວາງໃຈ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ຫຼາຍ​ຂຶ້ນ ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ລອດ​ຕອນ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ທຳລາຍ​ກະສັດ​ທິດ​ເໜືອ​ແລະ​ກະສັດ​ທິດ​ໃຕ້.

ເພງ 149 ເພງ​ສະຫຼອງ​ໄຊ​ຊະນະ

^ ຂໍ້ 5 ໃຜ​ແມ່ນ​ກະສັດ​ທິດ​ເໜືອ​ໃນ​ປັດຈຸບັນ ແລະ​ກະສັດ​ທິດ​ເໜືອ​ຈະ​ຖືກ​ທຳລາຍ​ແນວ​ໃດ? ການ​ຮູ້​ຄຳຕອບ​ນີ້​ຈະ​ຊ່ວຍ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ຊ່ວຍ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ປະສົບ​ກັບ​ການ​ທົດ​ສອບ​ໃນ​ອີກ​ບໍ່​ດົນ.

^ ຂໍ້ 12 ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ດານຽນ 2:36-45 ແລະ ພະນິມິດ 13:1, 2 ໃຫ້​ເບິ່ງ​ຫໍສັງເກດການ 15 ມິຖຸນາ 2012 ໜ້າ 7-19. (ພາສາ​ໄທ)

^ ຂໍ້ 15 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ໃຫ້​ເບິ່ງ​ຫໍສັງເກດການ 15 ພຶດສະພາ 2015 ໜ້າ 27-28.

^ ຂໍ້ 17 ດານຽນ 12:1 (ລ.ມ.): “ໃນ​ໄລຍະ​ເວລາ​ນັ້ນ​ມີ​ຄາ​ເອນ​ເຈົ້າ​ຊາຍ​ອົງ​ຍິ່ງໃຫຍ່​ເຊິ່ງ​ຄອຍ​ຊ່ວຍ​ເຫຼືອ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ຢູ່​ກໍ​ຈະ​ເລີ່ມ​ປະຕິບັດ​ການ ແລະ​ຈະ​ເກີດ​ໄລຍະ​ເວລາ​ທີ່​ທຸກ​ຍາກ​ລຳບາກ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ຕັ້ງ​ແຕ່​ເລີ່ມ​ມີ​ຊາດ​ຕ່າງໆ ໃນ​ໄລຍະ​ເວລາ​ນັ້ນ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ທຸກ​ຄົນ​ທີ່​ມີ​ຊື່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພະເຈົ້າ​ຈະ​ລອດ​ພົ້ນ.”