ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 22

ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ຈາກ​ພະເຈົ້າ

ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ຈາກ​ພະເຈົ້າ

“[ເຈົ້າ] ມຸ່ງ​ຄວາມ​ສົນ​ໃຈ​ໄປ​ໃສ່​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ . . . ຍ້ອນ​ສິ່ງ​ທີ່​ເບິ່ງ​ເຫັນ​ນັ້ນ​ຢູ່​ພຽງ​ຊົ່ວຄາວ ແຕ່​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ຄົງ​ຢູ່​ຕະຫຼອດ​ໄປ.”—2 ກຣ. 4:18

ເພງ 45 ສິ່ງ​ທີ່​ຄິດ​ຕຶກຕອງ​ໃນ​ໃຈ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢຊູ​ເວົ້າ​ແນວ​ໃດ​ກ່ຽວ​ກັບ​ຊັບ​ສົມບັດ​ໃນ​ສະຫວັນ?

ບໍ່​ແມ່ນ​ຂອງ​ຂວັນ​ທຸກ​ຢ່າງ​ທີ່​ຈະ​ເບິ່ງ​ເຫັນ​ໄດ້. ທີ່​ຈິງ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ແມ່ນ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ. ໃນ​ຄຳ​ບັນລະຍາຍ​ເທິງ​ພູເຂົາ ພະ​ເຢຊູ​ເວົ້າ​ເຖິງ​ຊັບ​ສົມບັດ​ໃນ​ສະຫວັນ​ວ່າ​ມີ​ຄ່າ​ຫຼາຍ​ກວ່າ​ຊັບ​ສົມບັດ​ທີ່​ເປັນ​ວັດຖຸ. ຈາກ​ນັ້ນ ເພິ່ນ​ກໍ​ເວົ້າ​ຕື່ມ​ວ່າ: “ຊັບ​ສົມບັດ​ຂອງ​ເຈົ້າ​ຢູ່​ໃສ ໃຈ​ຂອງ​ເຈົ້າ​ກໍ​ຢູ່​ທີ່​ນັ້ນ.” (ມທ. 6:19-21) ເມື່ອ​ເຮົາ​ເຫັນ​ວ່າ​ສິ່ງ​ໃດ​ມີ​ຄ່າ ເຮົາ​ກໍ​ຈະ​ພະຍາຍາມ​ເອົາ​ສິ່ງ​ນັ້ນ​ມາ​ໃຫ້​ໄດ້. ດັ່ງ​ນັ້ນ ໃຫ້​ເຮົາ​ສະສົມ “ຊັບ​ສົມບັດ​ໄວ້​ໃນ​ສະຫວັນ” ໂດຍ​ການ​ສ້າງ​ຊື່ສຽງ​ທີ່​ດີ​ກັບ​ພະເຈົ້າ. ພະ​ເຢຊູ​ບອກ​ວ່າ​ຊັບ​ສົມບັດ​ເຫຼົ່າ​ນີ້​ຈະ​ບໍ່​ມີ​ວັນ​ຖືກ​ທຳລາຍ​ແລະ​ບໍ່​ມີ​ໃຜ​ລັກ​ເອົາ​ໄປ​ໄດ້.

2. (ກ) ຕາມ 2 ໂກຣິນໂທ 4:17, 18 ໂປໂລ​ບອກ​ເຮົາ​ໃຫ້​ເບິ່ງ​ໄປ​ທີ່​ສິ່ງ​ໃດ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ອັກຄະສາວົກ​ໂປໂລ​ບອກ​ເຮົາ​ໃຫ້ “ມຸ່ງ​ຄວາມ​ສົນ​ໃຈ​ໄປ​ໃສ່​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ.” (ອ່ານ 2 ໂກຣິນໂທ 4:17, 18) ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ​ເຫຼົ່າ​ນີ້​ລວມ​ເຖິງ​ພອນ​ຕ່າງໆທີ່​ເຮົາ​ຈະ​ໄດ້​ຮັບ​ໃນ​ໂລກ​ໃໝ່. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ຂອງ​ຂວັນ 4 ຢ່າງ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ເຊິ່ງ​ເປັນ​ປະໂຫຍດ​ກັບ​ເຮົາ​ໃນ​ຕອນ​ນີ້​ຄື: ການ​ໄດ້​ເປັນ​ໝູ່​ກັບ​ພະເຈົ້າ ການ​ອະທິດຖານ ພະລັງ​ບໍລິສຸດ ແລະ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະ​ເຢຊູ​ແລະ​ທູດ​ສະຫວັນ​ຕອນ​ທີ່​ເຮົາ​ເຮັດ​ວຽກ​ປະກາດ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ເຫຼົ່າ​ນີ້​ໄດ້​ແນວ​ໃດ.

ການ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ

3. ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ແມ່ນ​ຫຍັງ ແລະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ເຮົາ​ຈະ​ໄດ້​ຮັບ​ຂອງ​ຂວັນ​ນີ້?

3 ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ກໍ​ຄື ການ​ໄດ້​ເປັນ​ໝູ່​ກັບ​ພະເຈົ້າ. (ເພງ. 25:14) ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ພະເຈົ້າ​ທີ່​ບໍລິສຸດ​ຈະ​ເປັນ​ໝູ່​ກັບ​ມະນຸດ​ທີ່​ຜິດ​ບາບ? ພະອົງ​ເຮັດ​ແບບ​ນີ້​ໄດ້​ຍ້ອນ​ຄ່າໄຖ່​ຂອງ​ພະ​ເຢຊູ​ທີ່​ໄດ້ “ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ” ຈາກ​ມະນຸດ. (ຢຮ. 1:29) ພະ​ເຢໂຫວາ​ຮູ້​ລ່ວງ​ໜ້າ​ວ່າ​ຈຸດ​ປະສົງ​ຂອງ​ພະອົງ​ໃນ​ການ​ຈັດ​ກຽມ​ຜູ້​ຊ່ວຍ​ມະນຸດ​ໃຫ້​ລອດ​ຈະ​ສຳເລັດ. ນີ້​ເປັນ​ເຫດຜົນ​ທີ່​ພະ​ເຢໂຫວາ​ເປັນ​ໝູ່​ກັບ​ຄົນ​ທີ່​ມີ​ຊີວິດ​ຢູ່​ກ່ອນ​ພະ​ເຢຊູ​ຕາຍ.—ຣມ. 3:25

4. ຂໍ​ໃຫ້​ຍົກ​ຕົວຢ່າງ​ຂອງ​ບາງ​ຄົນ​ທີ່​ເປັນ​ໝູ່​ກັບ​ພະເຈົ້າ​ໃນ​ສະໄໝ​ກ່ອນ​ຄລິດສະຕຽນ.

4 ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ບາງ​ຄົນ​ໃນ​ສະໄໝ​ກ່ອນ​ຄລິດສະຕຽນ​ທີ່​ເປັນ​ໝູ່​ກັບ​ພະເຈົ້າ. ອັບຣາຮາມ ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ. ຫຼາຍ​ກວ່າ 1.000 ປີ​ຫຼັງ​ຈາກ​ອັບຣາຮາມ​ຕາຍ ພະ​ເຢໂຫວາ​ເອີ້ນ​ລາວ​ວ່າ “ມິດ​ສະຫາຍ​ຂອງ​ເຮົາ.” (ເອຊາ. 41:8) ເຫັນ​ໄດ້​ວ່າ​ເຖິງ​ວ່າ​ຈະ​ຕາຍ​ໄປ​ແລ້ວ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຖື​ວ່າ​ລາວ​ເປັນ​ໝູ່​ຂອງ​ພະອົງ​ຢູ່. ອັບຣາຮາມ​ຍັງ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພະ​ເຢໂຫວາ​ສະເໝີ. (ລກ. 20:37, 38) ອີກ​ຕົວຢ່າງ​ໜຶ່ງ​ຄື​ໂຢບ. ຕອນ​ທີ່​ເຫຼົ່າ​ທູດ​ສະຫວັນ​ທັງ​ໝົດ​ປະຊຸມ​ນຳ​ກັນ​ຢູ່​ເທິງ​ສະຫວັນ ພະ​ເຢໂຫວາ​ເວົ້າ​ເຖິງ​ໂຢບ​ຢ່າງ​ໝັ້ນ​ໃຈ​ວ່າ ໂຢບ​ເປັນ ‘ຄົນ​ດີ​ທີ່​ສຸດ​ແລະ​ສັດ​ຊື່ ຢ້ານຢຳ​ພະເຈົ້າ​ແລະ​ຜີກ​ໜີ​ຈາກ​ການ​ຊົ່ວ​ຮ້າຍ.’ (ໂຢບ 1:6-8) ແລ້ວ​ດານີເອນ ເດ ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ທີ່​ລາວ​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ມາ 80 ປີ​ແລ້ວ​ໃນ​ບ່ອນ​ທີ່​ຜູ້​ຄົນ​ບໍ່​ໄດ້​ນະມັດສະການ​ພະອົງ? ມີ 3 ເທື່ອ​ທີ່​ທູດ​ສະຫວັນ​ມາ​ຮັບຮອງ​ກັບ​ດານີເອນ​ວ່າ ລາວ​ເປັນ​ຄົນ​ທີ່ “ມີ​ຄ່າ​ຫຼາຍ” ຕໍ່​ພະເຈົ້າ. (ດາ. 9:23; 10:11, 19, ລ.ມ.) ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຢາກ​ປຸກ​ໝູ່​ສະໜິດ​ຂອງ​ພະອົງ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຫຼາຍ​ແທ້ໆ.—ໂຢບ 14:15

ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ? (ເບິ່ງ​ຂໍ້ 5) *

5. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ?

5 ໃນ​ທຸກ​ມື້​ນີ້​ມີ​ຫຼາຍ​ລ້ານ​ຄົນ​ມາ​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຍ້ອນ​ວ່າ​ຫຼາຍ​ຄົນ​ທີ່​ຢູ່​ທົ່ວ​ໂລກ​ບໍ່​ວ່າ​ຈະ​ເປັນ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ. ພະ​ເຢໂຫວາ​ເປັນ “ໝູ່​ສະໜິດ​ກັບ​ຄົນ​ທີ່​ສັດ​ຊື່.” (ສຸພາ. 3:32, ລ.ມ.) ພວກ​ເຂົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ໄດ້​ຍ້ອນ​ພວກ​ເຂົາ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ. ຍ້ອນ​ຄ່າໄຖ່​ນີ້ ເຮົາ​ຈຶ່ງ​ສາມາດ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ໄດ້. ເມື່ອ​ເຮັດ​ຂັ້ນ​ຕອນ​ທີ່​ສຳຄັນ​ນີ້ ເຮົາ​ກໍ​ເປັນ​ໜຶ່ງ​ໃນ​ຄລິດສະຕຽນ​ຫຼາຍ​ລ້ານ​ຄົນ​ທີ່​ອຸທິດ​ຕົວ ຮັບ​ບັບເຕມາ ແລະ​ເປັນ “ໝູ່​ສະໜິດ” ກັບ​ພະ​ເຢໂຫວາ​ຜູ້​ທີ່​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ.

6. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ການ​ເປັນ​ໝູ່​ກັບ​ພະເຈົ້າ?

6 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ການ​ເປັນ​ໝູ່​ກັບ​ພະເຈົ້າ? ຄື​ກັບ​ອັບຣາຮາມ​ແລະ​ໂຢບ​ທີ່​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ກວ່າ​ໜຶ່ງ​ຮ້ອຍ​ປີ ໃນ​ທຸກ​ມື້​ນີ້​ເຮົາ​ກໍ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່​ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ກໍ​ຕາມ. ຄື​ກັບ​ດານີເອນ ເຮົາ​ຕ້ອງ​ຖື​ວ່າ​ການ​ເປັນ​ໝູ່​ກັບ​ພະເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ຊີວິດ​ເຮົາ​ເອງ. (ດາ. 6:7, 10, 16, 22) ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ສາມາດ​ອົດ​ທົນ​ກັບ​ບັນຫາ​ຕ່າງໆທີ່​ເຮົາ​ປະສົບ​ເພື່ອ​ຈະ​ເປັນ​ໝູ່​ກັບ​ພະອົງ​ໄດ້​ຕະຫຼອດ​ໄປ.—ຟລປ. 4:13

ການ​ອະທິດຖານ

7. (ກ) ຕາມ​ສຸພາສິດ 15:8 ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ຄຳ​ອະທິດຖານ​ຂອງ​ເຮົາ? (ຂ) ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ແນວ​ໃດ?

7 ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ການ​ອະທິດຖານ. ໝູ່​ສະໜິດ​ມັກ​ຈະ​ລົມ​ທຸກ​ເລື່ອງ​ໃຫ້​ກັນ​ຟັງ. ເຈົ້າ​ໜ້າ​ຈະ​ເຮັດ​ແບບ​ນັ້ນ​ກັບ​ພະ​ເຢໂຫວາ​ຄື​ກັນ​ແມ່ນ​ບໍ? ແມ່ນ! ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ແລະ​ບອກ​ຄວາມ​ຄິດ​ຄວາມ​ຮູ້ສຶກ​ຂອງ​ພະອົງ​ໃຫ້​ເຮົາ​ຮູ້​ຜ່ານ​ທາງ​ຄຳພີ​ໄບເບິນ. ເຮົາ​ກໍ​ລົມ​ກັບ​ພະອົງ​ແລະ​ບອກ​ຄວາມ​ຄິດ​ຄວາມ​ຮູ້ສຶກ​ເລິກໆຂອງ​ເຮົາ​ໃຫ້​ພະອົງ​ຟັງ​ໂດຍ​ການ​ອະທິດຖານ ແລະ​ພະ​ເຢໂຫວາ​ກໍ​ຢາກ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. (ອ່ານ​ສຸພາສິດ 15:8) ຄື​ກັບ​ໝູ່​ສະໜິດ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ ແຕ່​ພະອົງ​ຍັງ​ຕອບ​ເຮົາ​ນຳ. ບາງ​ເທື່ອ​ເຮົາ​ກໍ​ໄດ້​ຮັບ​ຄຳຕອບ​ທັນທີ ແຕ່​ບາງ​ເທື່ອ​ເຮົາ​ອາດ​ຕ້ອງ​ລໍ​ຖ້າ​ແລະ​ອະທິດຖານ​ຕໍ່ໆໄປ. ແນວ​ໃດ​ກໍ​ຕາມ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໃນ​ເວລາ​ທີ່​ເໝາະ​ສົມ​ແລະ​ໃນ​ວິທີ​ທີ່​ດີ​ທີ່​ສຸດ. ແນ່ນອນ​ວ່າ​ຄຳຕອບ​ນັ້ນ​ອາດ​ຈະ​ບໍ່​ເປັນ​ຕາມ​ທີ່​ເຮົາ​ຄິດ​ໄວ້. ຕົວຢ່າງ: ແທນ​ທີ່​ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ທຸກ​ທີ່​ເຮົາ​ປະສົບ ແຕ່​ພະອົງ​ອາດ​ໃຫ້​ສະຕິປັນຍາ​ແລະ​ກຳລັງ​ກັບ​ເຮົາ “ເພື່ອ​ຈະ​ອົດ​ທົນ​ໄດ້.”—1 ກຣ. 10:13

(ເບິ່ງ​ຂໍ້ 8) *

8. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ການ​ອະທິດຖານ?

8 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ການ​ອະທິດຖານ​ເຊິ່ງ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ? ວິທີ​ໜຶ່ງ​ທີ່​ເຮົາ​ເຮັດ​ໄດ້​ກໍ​ຄື ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້ “ອະທິດຖານ​ເປັນ​ປະຈຳ.” (1 ທຊ. 5:17) ພະ​ເຢໂຫວາ​ບໍ່​ໄດ້​ບັງຄັບ​ໃຫ້​ເຮົາ​ອະທິດຖານ​ເຖິງ​ພະອົງ ແຕ່​ພະອົງ​ໃຫ້​ເຮົາ​ມີ​ອິດ​ສະຫຼະ​ທີ່​ຈະ​ອະທິດຖານ​ແລະ​ຢາກ​ໃຫ້​ເຮົາ “ອະທິດຖານ​ເລື້ອຍໆ.” (ຣມ. 12:12) ດັ່ງ​ນັ້ນ ເຮົາ​ຈະ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ນີ້​ໂດຍ​ການ​ອະທິດຖານ​ທຸກ​ມື້​ເປັນ​ປະຈຳ. ແນ່ນອນ​ວ່າ ເຮົາ​ບໍ່​ຄວນ​ລືມ​ຂອບໃຈ​ພະ​ເຢໂຫວາ​ແລະ​ສັນລະເສີນ​ພະອົງ​ຕອນ​ອະທິດຖານ.—ເພງ. 145:2, 3

9. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ອະທິດຖານ ແລະ​ເຈົ້າ​ເດ​ຮູ້ສຶກ​ແນວ​ໃດ?

9 ແຮ່ງ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ແລະ​ເຫັນ​ວິທີ​ທີ່​ພະອົງ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ ເຮົາ​ກໍ​ແຮ່ງ​ຈະ​ເຫັນ​ຄ່າ​ຕໍ່​ການ​ອະທິດຖານ​ຫຼາຍ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່ ຄຣິສ໌​ເຊິ່ງ​ໄດ້​ຮັບໃຊ້​ເຕັມ​ເວລາ​ມາ 47 ປີ​ແລ້ວ. ລາວ​ບອກ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ໃນ​ຕອນ​ເຊົ້າ. ຂ້ອຍ​ຮູ້ສຶກ​ສົດ​ຊື່ນ​ທີ່​ເຫັນ​ແສງ​ຕາເວັນ​ສ່ອງ​ໃສ່​ນ້ຳ​ໝອກ​ແລ້ວ​ກໍ​ມີ​ແສງ​ເປັ່ງ​ປະ​ກາຍ​ສວຍ​ງາມ​ຕອນ​ທີ່​ເວົ້າ​ກັບ​ພະ​ເຢໂຫວາ! ນີ້​ເຮັດ​ໃຫ້​ຂ້ອຍ​ຢາກ​ຂອບໃຈ​ພະອົງ​ສຳລັບ​ຂອງ​ຂວັນ​ທຸກ​ຢ່າງ​ລວມ​ເຖິງ​ສິດທິ​ພິເສດ​ທີ່​ໄດ້​ອະທິດຖານ. ຂ້ອຍ​ຮູ້ສຶກ​ສະຫງົບ​ໃຈ​ຫຼັງ​ຈາກ​ທີ່​ໄດ້​ອະທິດຖານ​ກ່ອນ​ນອນ ແລ້ວ​ຂ້ອຍ​ກໍ​ນອນ​ຫຼັບ​ດີ.”

ພະລັງ​ບໍລິສຸດ

10. ເປັນ​ຫຍັງ​ເຮົາ​ຄວນ​ເຫັນ​ຄ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ?

10 ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເປັນ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ເບິ່ງ​ວ່າ​ມີ​ຄ່າ. ພະ​ເຢຊູ​ບອກ​ເຮົາ​ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຢູ່​ເລື້ອຍໆ. (ລກ. 11:9, 13) ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ.” (2 ກຣ. 4:7; ກຈກ. 1:8) ຍ້ອນ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ສາມາດ​ອົດ​ທົນ​ກັບ​ບັນຫາ​ຕ່າງໆທີ່​ເຮົາ​ປະສົບ.

(ເບິ່ງ​ຂໍ້ 11) *

11. ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃນ​ທາງ​ໃດ​ແດ່?

11 ພະລັງ​ບໍລິສຸດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ວຽກ​ທີ່​ເຮົາ​ໄດ້​ຮັບ​ມອບ​ໝາຍ​ໃນ​ການ​ຮັບໃຊ້​ພະເຈົ້າ. ພະລັງ​ບໍລິສຸດ​ຍັງ​ຊ່ວຍ​ເຮົາ​ໃຫ້​ປັບ​ປຸງ​ຄວາມ​ສາມາດ​ທີ່​ເຮົາ​ມີ​ເພື່ອ​ຈະ​ເຮັດ​ວຽກ​ຂອງ​ພະ​ເຢໂຫວາ​ໄດ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຮູ້​ວ່າ​ຜົນ​ດີ​ທີ່​ເຮົາ​ໄດ້​ຮັບ​ໃນ​ວຽກ​ຮັບໃຊ້​ພະເຈົ້າ​ບໍ່​ແມ່ນ​ຍ້ອນ​ຕົວ​ເຮົາ​ເອງ ແຕ່​ຍ້ອນ​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ.

12. ຕາມ​ຄຳເພງ 139:23, 24 ເຮົາ​ສາມາດ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຫຍັງ?

12 ອີກ​ວິທີ​ໜຶ່ງ​ທີ່​ຈະ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຄື ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ໃຫ້​ຊ່ວຍ​ເຮົາ​ກວດ​ສອບ​ຄວາມ​ຄິດ​ຫຼື​ຄວາມ​ຕ້ອງການ​ຜິດໆທີ່​ຢູ່​ໃນ​ຫົວໃຈ​ເຮົາ. (ອ່ານ​ຄຳເພງ 139:23, 24) ຖ້າ​ເຮົາ​ອະທິດຖານ​ແບບ​ນີ້ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສິ່ງ​ເຫຼົ່າ​ນັ້ນ​ໃນ​ໃຈ ແລະ​ເມື່ອ​ເຫັນ​ແລ້ວ ເຮົາ​ກໍ​ຄວນ​ຂໍ​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ຄິດ​ຫຼື​ຄວາມ​ຕ້ອງການ​ຜິດໆ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ກໍ​ສະແດງ​ວ່າ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ພະລັງ​ບໍລິສຸດ​ຊ່ວຍ​ເຮົາ.—ອຟຊ. 4:30

13. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ພະລັງ​ບໍລິສຸດ?

13 ເຮົາ​ຈະ​ສະແດງ​ວ່າ​ເຫັນ​ຄ່າ​ພະລັງ​ບໍລິສຸດ​ໂດຍ​ການ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ທີ່​ພະລັງ​ບໍລິສຸດ​ໄດ້​ເຮັດ​ໃນ​ສະໄໝ​ຂອງ​ເຮົາ. ກ່ອນ​ພະ​ເຢຊູ​ຈະ​ໄປ​ສະຫວັນ ເພິ່ນ​ໄດ້​ບອກ​ພວກ​ລູກສິດ​ວ່າ: “ພວກ​ເຈົ້າ​ຈະ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ ພະລັງ​ບໍລິສຸດ​ນັ້ນ​ຈະ​ຢູ່​ກັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ເປັນ​ພະຍານ​ຂອງ​ຂ້ອຍ . . . ຈົນ​ຮອດ​ສຸດ​ຂອບ​ໂລກ.” (ກຈກ. 1:8) ຄຳເວົ້າ​ເຫຼົ່າ​ນີ້​ໄດ້​ເກີດ​ຂຶ້ນ​ແທ້​ໃນ​ແບບ​ທີ່​ໜ້າ​ງຶດງໍ້​ແທ້ໆ. ປັດຈຸບັນ​ມີ​ຜູ້​ນະມັດສະການ​ພະ​ເຢໂຫວາ​ຫຼາຍ​ກວ່າ 8,5 ລ້ານ​ຄົນ​ທີ່​ມາ​ຈາກ​ທົ່ວ​ໂລກ. ນອກ​ຈາກ​ນັ້ນ ທີ່​ເຮົາ​ມີ​ສັງຄົມ​ພີ່ນ້ອງ​ທົ່ວ​ໂລກ​ທີ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ມີ​ຄວາມ​ສະຫງົບ​ສຸກ​ໄດ້​ກໍ​ຍ້ອນ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຊ່ວຍ​ໃຫ້​ມີ​ຄຸນ​ລັກສະນະ​ທີ່​ດີ​ເຫຼົ່າ​ນີ້​ເຊັ່ນ: ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດ​ທົນ​ອົດ​ກັ້ນ ຄວາມ​ກະລຸນາ ຄວາມ​ດີ ຄວາມ​ເຊື່ອ ຄວາມ​ອ່ອນ​ໂຍນ ແລະ​ການ​ຄວບຄຸມ​ຕົວ​ເອງ. ຄຸນ​ລັກສະນະ​ເຫຼົ່າ​ນີ້​ແມ່ນ “ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ.” (ຄລຕ. 5:22, 23) ພະລັງ​ບໍລິສຸດ​ເປັນ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫຼາຍ​ແທ້ໆ!

ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ​ໃນ​ວຽກ​ປະກາດ

14. ເມື່ອ​ເຮົາ​ໄປ​ປະກາດ ເຮົາ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທີ່​ເບິ່ງ​ບໍ່​ເຫັນ​ແນວ​ໃດ?

14 ເຮົາ​ມີ​ຂອງ​ຂວັນ​ທີ່​ມີ​ຄ່າ​ທີ່​ເບິ່ງ​ບໍ່​ເຫັນ​ຢ່າງ​ໜຶ່ງ​ຄື ການ​ໄດ້ “ເປັນ​ເພື່ອນ​ຮ່ວມ​ງານ” ຂອງ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ. (2 ກຣ. 6:1) ເຮົາ​ເຮັດ​ວຽກ​ກັບ​ພວກ​ເພິ່ນ​ຕອນ​ທີ່​ເຮົາ​ໄປ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກສິດ. ໂປໂລ​ເວົ້າ​ເຖິງ​ຕົວ​ລາວ​ເອງ​ແລະ​ຄົນ​ທີ່​ເຮັດ​ວຽກ​ນີ້​ວ່າ: “ພວກ​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.” (1 ກຣ. 3:9) ຕອນ​ທີ່​ເຮົາ​ເຮັດ​ວຽກ​ປະກາດ ເຮົາ​ກໍ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະ​ເຢຊູ​ຄື​ກັນ. ຈື່​ໄດ້​ບໍ​ວ່າ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ໃຫ້ “ໄປ​ຫາ​ຄົນ​ທຸກ​ຊາດ​ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ” ເພິ່ນ​ບອກ​ວ່າ: “ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ.” (ມທ. 28:19, 20) ແລ້ວ​ທູດ​ສະຫວັນ​ເດ? ເຮົາ​ດີ​ໃຈ​ຫຼາຍ​ແທ້ໆທີ່​ທູດ​ສະຫວັນ​ໄດ້​ຊີ້​ນຳ​ເຮົາ​ຕອນ​ທີ່​ໄປ​ປະກາດ “ຂ່າວ​ດີ​ທີ່​ຈະ​ຢູ່​ຕະຫຼອດ​ໄປ​ໃຫ້​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ.”—ພນມ. 14:6

15. ຂໍ​ໃຫ້​ຍົກ​ຕົວຢ່າງ​ຈາກ​ຄຳພີ​ໄບເບິນ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ມີ​ສ່ວນ​ສຳຄັນ​ໃນ​ວຽກ​ປະກາດ​ແນວ​ໃດ.

15 ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ​ຊ່ວຍ​ໃຫ້​ວຽກ​ມອບ​ໝາຍ​ສຳເລັດ​ແນວ​ໃດ? ຕອນ​ທີ່​ເຮົາ​ຫວ່ານ​ເມັດ​ແຫ່ງ​ຄວາມ​ຈິງ ບາງ​ເມັດ​ກໍ​ຕົກ​ຢູ່​ໃນ​ຫົວໃຈ​ຂອງ​ຄົນ​ທີ່​ເຕັມ​ໃຈ​ຮັບ​ເອົາ​ຄວາມ​ຈິງ​ແລະ​ເມັດ​ນັ້ນ​ກໍ​ເຕີບ​ໃຫຍ່. (ມທ. 13:18, 23) ໃຜ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເມັດ​ແຫ່ງ​ຄວາມ​ຈິງ​ເຫຼົ່າ​ນີ້​ເຕີບ​ໃຫຍ່​ແລະ​ເກີດ​ຜົນ? ພະ​ເຢຊູ​ບອກ​ວ່າ ບໍ່​ມີ​ໃຜ​ທີ່​ຈະ​ມາ​ຫາ​ເພິ່ນ​ໄດ້ ນອກ​ຈາກ “ພະເຈົ້າ​ຜູ້​ເປັນ​ພໍ່ . . . ຈະ​ຊັກ​ນຳ​ລາວ.” (ຢຮ. 6:44) ຄຳພີ​ໄບເບິນ​ໃຫ້​ຕົວຢ່າງ​ທີ່​ເຈາະ​ຈົງ​ກ່ຽວ​ກັບ​ເລື່ອງ​ນີ້. ຕອນ​ທີ່​ໂປໂລ​ປະກາດ​ກັບ​ຜູ້​ຍິງ​ກຸ່ມ​ໜຶ່ງ​ທີ່​ຢູ່​ນອກ​ເມືອງ​ຟີລິບປອຍ ຄຳພີ​ໄບເບິນ​ໄດ້​ເວົ້າ​ເຖິງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ລີເດຍ​ວ່າ: “ພະ​ເຢໂຫວາ​ເປີດ​ໃຈ​ລາວ​ໃຫ້​ສົນ​ໃຈ​ຟັງ​ເລື່ອງ​ທີ່​ໂປໂລ​ເວົ້າ.” (ກຈກ. 16:13-15) ຄື​ກັບ​ລີເດຍ ພະ​ເຢໂຫວາ​ໄດ້​ຊັກ​ນຳ​ຫຼາຍ​ລ້ານ​ຄົນ​ໃຫ້​ເຂົ້າ​ມາ​ຫາ​ພະອົງ.

16. ໃຜ​ຄວນ​ໄດ້​ຮັບ​ກຽດ​ເມື່ອ​ວຽກ​ປະກາດ​ເກີດ​ຜົນ​ດີ?

16 ໃຜ​ຄວນ​ໄດ້​ຮັບ​ກຽດ​ເມື່ອ​ວຽກ​ປະກາດ​ເກີດ​ຜົນ​ດີ? ໂປໂລ​ຕອບ​ຄຳຖາມ​ນີ້​ເມື່ອ​ລາວ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ປະຊາຄົມ​ເມືອງ​ໂກຣິນໂທ​ວ່າ: “ຂ້ອຍ​ເປັນ​ຄົນ​ປູກ ອາ​ໂປໂລ​ເປັນ​ຄົນ​ຫົດ​ນ້ຳ ແຕ່​ພະເຈົ້າ​ເປັນ​ຜູ້​ເຮັດ​ໃຫ້​ເຕີບ​ໃຫຍ່ ຄົນ​ທີ່​ປູກ​ກັບ​ຄົນ​ທີ່​ຫົດ​ນ້ຳ​ຈຶ່ງ​ບໍ່​ມີ​ຄວາມ​ສຳຄັນ​ຫຍັງ ແຕ່​ພະເຈົ້າ​ຜູ້​ເຮັດ​ໃຫ້​ເຕີບ​ໃຫຍ່​ນັ້ນ​ເປັນ​ຜູ້​ທີ່​ສຳຄັນ.” (1 ກຣ. 3:6, 7) ຄື​ກັບ​ໂປໂລ ເຮົາ​ຄວນ​ໃຫ້​ກຽດ​ພະ​ເຢໂຫວາ​ສະເໝີ​ເມື່ອ​ວຽກ​ປະກາດ​ເກີດ​ຜົນ​ດີ.

17. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ການ​ໄດ້​ເປັນ “ເພື່ອນ​ຮ່ວມ​ງານ” ກັບ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ?

17 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ສິດທິ​ພິເສດ​ທີ່​ໄດ້​ເປັນ “ເພື່ອນ​ຮ່ວມ​ງານ” ກັບ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ? ກໍ​ໂດຍ​ຊອກ​ຫາ​ທຸກ​ໂອກາດ​ທີ່​ຈະ​ປະກາດ​ຂ່າວ​ດີ​ກັບ​ຄົນ​ອື່ນ. ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ເຊັ່ນ: ປະກາດ “ຕາມ​ບ່ອນ​ສາທາລະນະ​ແລະ​ຕາມ​ບ້ານ​ເຮືອນ.” (ກຈກ. 20:20) ນອກ​ຈາກ​ນັ້ນ ເຮົາ​ກໍ​ຍັງ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ. ຕອນ​ທີ່​ພົບ​ຄົນ​ແປກ​ໜ້າ ເຮົາ​ກໍ​ທັກທາຍ​ຢ່າງ​ເປັນ​ມິດ​ແລະ​ພະຍາຍາມ​ລົມ​ກັບ​ຄົນ​ນັ້ນ. ຖ້າ​ຄົນ​ນັ້ນ​ເຕັມ​ໃຈ​ລົມ​ນຳ ເຮົາ​ກໍ​ຈະ​ລົມ​ເລື່ອງ​ຂ່າວ​ດີ​ຂອງ​ພະເຈົ້າ​ໃນ​ແບບ​ທີ່​ເຂົາ​ເຈົ້າ​ສົນ​ໃຈ.

(ເບິ່ງ​ຂໍ້ 18) *

18-19. (ກ) ເຮົາ​ຫົດ​ນ້ຳ​ໃສ່​ເມັດ​ແຫ່ງ​ຄວາມ​ຈິງ​ແນວ​ໃດ? (ຂ) ຂໍ​ໃຫ້​ຍົກ​ປະສົບການ​ທີ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ນັກ​ສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ.

18 ເຮົາ​ທີ່ “ເປັນ​ເພື່ອນ​ຮ່ວມ​ງານ​ກັບ​ພະເຈົ້າ” ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຫວ່ານ​ເມັດ​ແຫ່ງ​ຄວາມ​ຈິງ ແຕ່​ເຮົາ​ຕ້ອງ​ຫົດ​ນ້ຳ​ນຳ. ເມື່ອ​ມີ​ຄົນ​ສົນ​ໃຈ ເຮົາ​ກໍ​ຢາກ​ເຮັດ​ໃຫ້​ດີ​ທີ່​ສຸດ​ທີ່​ຈະ​ກັບ​ໄປ​ຢາມ​ຄົນ​ນັ້ນ ຫຼື​ໃຫ້​ພີ່ນ້ອງ​ຄົນ​ອື່ນ​ໄປ​ຢາມ​ລາວ​ເພື່ອ​ຈະ​ສາມາດ​ເລີ່ມ​ສຶກສາ​ໄດ້. ເມື່ອ​ນັກ​ສຶກສາ​ກ້າວ​ໜ້າ ເຮົາ​ກໍ​ມີ​ຄວາມ​ສຸກ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ນັກ​ສຶກສາ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໄດ້.

19 ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ຣາພາລາລານີ​ເຊິ່ງ​ເປັນ​ໝໍ​ຜີ​ຢູ່​ອາຝຼິກກາ​ໃຕ້. ລາວ​ຮັກ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ. ແຕ່​ກໍ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ລາວ​ຈະ​ຍອມ​ຮັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ກ່ຽວ​ກັບ​ການ​ຕິດ​ຕໍ່​ກັບ​ບັນພະບຸລຸດ​ທີ່​ຕາຍ​ໄປ. (ບັນຍັດ. 18:10-12) ໃນ​ທີ່​ສຸດ ລາວ​ກໍ​ຍອມ​ໃຫ້​ພະ​ເຢໂຫວາ​ປັບ​ຄວາມ​ຄິດ​ຂອງ​ລາວ. ລາວ​ເຊົາ​ເປັນ​ໝໍ​ຜີ ເຖິງ​ວ່າ​ຈະ​ເຮັດ​ໃຫ້​ລາວ​ເສຍ​ອາຊີບ​ຫາ​ກິນ​ກໍ​ຕາມ. ຕອນ​ນີ້​ຣາພາລາລານີ​ອາຍຸ 60 ປີ​ແລ້ວ ລາວ​ບອກ​ວ່າ: “ຂ້ອຍ​ຂອບໃຈ​ພະຍານ​ພະ​ເຢໂຫວາ​ທີ່​ຊ່ວຍ​ຂ້ອຍ​ຫຼາຍ​ຢ່າງ ເຊັ່ນ: ຊ່ວຍ​ຂ້ອຍ​ຊອກ​ຫາ​ວຽກ​ເຮັດ. ທີ່​ສຳຄັນ​ທີ່​ສຸດ ຂ້ອຍ​ຢາກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆທີ່​ຊ່ວຍ​ຂ້ອຍ​ໃຫ້​ປ່ຽນ​ແປງ​ຊີວິດ​ໄດ້. ຕອນ​ນີ້ ຂ້ອຍ​ສາມາດ​ໄປ​ປະກາດ ແລະ​ຮັບ​ບັບເຕມາ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ແລ້ວ.”

20. ເຈົ້າ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ?

20 ໃນ​ບົດ​ຄວາມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ 4 ຢ່າງ. ແຕ່​ຂອງ​ຂວັນ​ຢ່າງ​ໜຶ່ງ​ທີ່​ດີ​ທີ່​ສຸດ​ກໍ​ຄື ສິດທິ​ພິເສດ​ທີ່​ໄດ້​ເປັນ​ໝູ່​ສະໜິດ​ກັບ​ພະ​ເຢໂຫວາ. ເມື່ອ​ເຮົາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລ້ວ ເຮົາ​ກໍ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ຢ່າງ​ອື່ນ​ນຳ ຄື: ໄດ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ​ໃນ​ວຽກ​ປະກາດ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເຫັນ​ຄ່າ​ຂອງ​ຂວັນ​ທີ່​ເບິ່ງ​ບໍ່​ເຫັນ​ເຫຼົ່າ​ນີ້ ແລະ​ຂອບໃຈ​ພະ​ເຢໂຫວາ​ສະເໝີ​ທີ່​ໃຫ້​ເຮົາ​ເປັນ​ໝູ່​ກັບ​ພະອົງ.

ເພງ 145 ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ອຸທິຍານ

^ ຂໍ້ 5 ໃນ​ບົດ​ຄວາມ​ກ່ອນ ເຮົາ​ໄດ້​ຮຽນ​ກ່ຽວ​ກັບ​ຂອງ​ຂວັນ​ຫຼາຍ​ຢ່າງ​ທີ່​ເຮົາ​ເບິ່ງ​ເຫັນ​ໄດ້​ເຊິ່ງ​ພະເຈົ້າ​ໃຫ້​ເຮົາ. ແຕ່​ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ກ່ຽວ​ກັບ​ຂອງ​ຂວັນ​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ແລະ​ວິທີ​ທີ່​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ເຫັນ​ຄ່າ​ຂອງ​ຂວັນ​ນັ້ນ. ການ​ຮຽນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ທີ່​ໃຫ້​ຂອງ​ຂວັນ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ກັບ​ເຮົາ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: (1) ໃນ​ຂະນະ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກຳລັງ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ລາວ​ໄດ້​ຄິດ​ຕຶກຕອງ​ເຖິງ​ການ​ທີ່​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: (2) ພີ່ນ້ອງ​ຄົນ​ດຽວ​ກັນ​ນີ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ກ້າ​ປະກາດ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: (3) ພະລັງ​ບໍລິສຸດ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ນີ້​ໃຫ້​ກ້າ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: (4) ພີ່ນ້ອງ​ຍິງ​ໄດ້​ນຳ​ການ​ສຶກສາ​ກັບ​ຄົນ​ທີ່​ລາວ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ. ທີ່​ພີ່ນ້ອງ​ຍິງ​ຄົນ​ນີ້​ສາມາດ​ປະກາດ​ແລະ​ສອນ​ຄົນ​ໃຫ້​ມາ​ເປັນ​ລູກສິດ​ໄດ້​ກໍ​ຍ້ອນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທູດ​ສະຫວັນ.