ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 25

“ເຮົາ​ຈະ​ຊອກ​ຫາ​ຝູງ​ແກະ​ຂອງ​ເຮົາ”

“ເຮົາ​ຈະ​ຊອກ​ຫາ​ຝູງ​ແກະ​ຂອງ​ເຮົາ”

“ເຮົາ​ຈະ​ຊອກ​ຫາ​ຝູງ​ແກະ​ຂອງ​ເຮົາ​ແລະ​ບຳລຸງ​ລ້ຽງ​ເຂົາ.”—ເອເຊກ. 34:11

ເພງ 105 ພະເຈົ້າ​ເປັນ​ຄວາມ​ຮັກ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ເປັນ​ຄື​ກັບ​ແມ່​ລູກ​ອ່ອນ​ແນວ​ໃດ?

ໃນ​ສະໄໝ​ຂອງ​ຜູ້​ພະຍາກອນ​ເອຊາຢາ ພະ​ເຢໂຫວາ​ໄດ້​ຖາມ​ວ່າ: “ຄົນ​ທີ່​ເປັນ​ແມ່​ຈະ​ລືມ​ລູກ​ທີ່​ຍັງ​ບໍ່​ຢ່າ​ນົມ . . . ບໍ?” ພະອົງ​ໄດ້​ບອກ​ປະຊາຊົນ​ຂອງ​ພະອົງ​ວ່າ: “ເຖິງ​ວ່າ​ລາວ​ຈະ​ລືມ ແຕ່​ເຮົາ​ບໍ່​ມີ​ທາງ​ລືມ​ເຈົ້າ​ເລີຍ.” (ເອຊາ. 49:15, ລ.ມ.) ທີ່​ຈິງ​ພະ​ເຢໂຫວາ​ບໍ່​ຄ່ອຍ​ສົມ​ທຽບ​ພະອົງ​ເປັນ​ຄື​ກັບ​ແມ່ ແຕ່​ເທື່ອ​ນີ້​ພະອົງ​ສົມ​ທຽບ​ຄວາມ​ຜູກ​ພັນ​ລະຫວ່າງ​ແມ່​ກັບ​ລູກ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ຮັກ​ປະຊາຊົນ​ຂອງ​ພະອົງ​ຫຼາຍ​ສ່ຳ​ໃດ. ຜູ້​ຍິງ​ສ່ວນ​ຫຼາຍ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ພີ່ນ້ອງ​ແຈັດສະມິນ​ບອກ​ວ່າ: “ເມື່ອ​ເຈົ້າ​ລ້ຽງ​ລູກ ເຈົ້າ​ຈະ​ຮູ້ສຶກ​ຜູກ​ພັນ​ກັບ​ລູກ​ເປັນ​ພິເສດ​ໄປ​ຕະຫຼອດ​ຊີວິດ.”

2. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ລູກ​ຂອງ​ພະອົງ​ເຊົາ​ຮັບໃຊ້​ພະອົງ?

2 ເມື່ອ​ພະ​ເຢໂຫວາ​ເຫັນ​ລູກ​ຂອງ​ພະອົງ​ແມ່ນ​ແຕ່​ຄົນ​ດຽວ​ທີ່​ເຊົາ​ໄປ​ປະຊຸມ​ແລະ​ເຊົາ​ໄປ​ປະກາດ​ກໍ​ເຮັດ​ໃຫ້​ພະອົງ​ເສຍໃຈ​ແລ້ວ. ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ສ່ຳ​ໃດ​ທີ່​ຜູ້​ຮັບໃຊ້​ພະອົງ​ຫຼາຍ​ພັນ​ຄົນ​ໄດ້​ເຊົາ​ປະກາດ * ໃນ​ແຕ່​ລະ​ປີ.

3. ພະ​ເຢໂຫວາ​ຕ້ອງການ​ຫຍັງ?

3 ພີ່ນ້ອງ​ຫຼາຍ​ຄົນ​ທີ່​ເຄີຍ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ກັບ​ມາ​ຫາ​ປະຊາຄົມ ແລະ​ເຮົາ​ກໍ​ດີ​ໃຈ​ຫຼາຍ​ແທ້ໆ! ພະ​ເຢໂຫວາ​ຢາກ​ໃຫ້​ເຂົາ​ເຈົ້າ​ກັບ​ມາ ແລະ​ເຮົາ​ກໍ​ຢາກ​ໃຫ້​ເຂົາ​ເຈົ້າ​ກັບ​ມາ​ຄື​ກັນ. (1 ປຕ. 2:25) ແລ້ວ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ໄດ້​ແນວ​ໃດ? ກ່ອນ​ຈະ​ຕອບ​ຄຳຖາມ​ນີ້ ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຊົາ​ໄປ​ປະຊຸມ​ແລະ​ເຊົາ​ໄປ​ປະກາດ.

ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ເຊົາ​ຮັບໃຊ້​ພະ​ເຢໂຫວາ?

4. ວຽກ​ອາຊີບ​ສາມາດ​ເຮັດ​ໃຫ້​ບາງ​ຄົນ​ເປັນ​ແນວ​ໃດ?

4 ບາງ​ຄົນ​ໝົກມຸ້ນ​ກັບ​ວຽກ​ອາຊີບ. ພີ່ນ້ອງ​ຮຸ່ງ * ທີ່​ຢູ່​ອາຊີ​ບອກ​ວ່າ: “ຂ້ອຍ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ກັບ​ການ​ທຳ​ມາ​ຫາ​ກິນ​ຫຼາຍ​ໂພດ. ຂ້ອຍ​ຄິດ​ວ່າ​ຖ້າ​ມີ​ເງິນ​ຫຼາຍໆຂ້ອຍ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ງ່າຍ​ຂຶ້ນ ດັ່ງ​ນັ້ນ​ຂ້ອຍ​ຈຶ່ງ​ເຮັດ​ວຽກ​ຫຼາຍ​ຂຶ້ນ. ຂ້ອຍ​ເລີ່ມ​ຂາດ​ການ​ປະຊຸມ​ຈົນ​ສຸດ​ທ້າຍ​ກໍ​ບໍ່​ໄດ້​ໄປ​ປະຊຸມ​ເລີຍ. ເບິ່ງ​ຄື​ວ່າ​ຊາຕານ​ໃຊ້​ໂລກ​ນີ້​ຄ່ອຍໆດຶງ​ເຮົາ​ອອກ​ຈາກ​ພະ​ເຢໂຫວາ​ຈົນ​ເຊົາ​ຮັບໃຊ້​ພະອົງ.”

5. ພີ່ນ້ອງ​ແອນ​ເປັນ​ແນວ​ໃດ​ເມື່ອ​ມີ​ບັນຫາ​ຫຼາຍ​ຢ່າງ?

5 ພີ່ນ້ອງ​ບາງ​ຄົນ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ທໍ້​ໃຈ. ພີ່ນ້ອງ​ແອນ​ທີ່​ຢູ່​ອັງກິດ​ເຊິ່ງ​ມີ​ລູກ 5 ຄົນ​ບອກ​ວ່າ: “ລູກ​ຊາຍ​ຂອງ​ຂ້ອຍ​ຄົນ​ໜຶ່ງ​ເກີດ​ມາ​ພິການ ຕໍ່​ມາ​ລູກ​ສາວ​ກໍ​ຖືກ​ຕັດ​ສຳພັນ​ແລະ​ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ກໍ​ມີ​ບັນຫາ​ທາງ​ຈິດ ຂ້ອຍ​ຮູ້ສຶກ​ທໍ້​ໃຈ​ຫຼາຍ​ຈົນ​ເຊົາ​ໄປ​ປະຊຸມ​ແລະ​ເຊົາ​ໄປ​ປະກາດ.” ເຮົາ​ຮູ້ສຶກ​ອີ່ຕົນ​ພີ່ນ້ອງ​ແອນ​ແລະ​ຄົນ​ອື່ນໆທີ່​ມີ​ບັນຫາ​ແບບ​ນີ້!

6. ການ​ບໍ່​ເຮັດ​ຕາມ​ໂກໂລຊາຍ 3:13 ອາດ​ເຮັດ​ໃຫ້​ເຮົາ​ຄ່ອຍໆອອກ​ໄປ​ຈາກ​ປະຊາຄົມ​ແນວ​ໃດ?

6 ອ່ານ​ໂກໂລຊາຍ 3:13. ພີ່ນ້ອງ​ບາງ​ຄົນ​ກໍ​ຮູ້ສຶກ​ຄຽດ​ຍ້ອນ​ພີ່ນ້ອງ​ຄົນ​ອື່ນ. ອັກຄະສາວົກ​ໂປໂລ​ບອກ​ວ່າ​ບາງ​ເທື່ອ​ເຮົາ​ອາດ​ມີ “ສາເຫດ​ຈະ​ຈົ່ມ” ໃຫ້​ພີ່ນ້ອງ ຫຼື​ເຮົາ​ອາດ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ. ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ອາດ​ຮູ້ສຶກ​ຄຽດ​ແຮງ​ຈົນ​ຄ່ອຍໆອອກ​ໄປ​ຈາກ​ປະຊາຄົມ. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ພາບ​ໂລ​ທີ່​ຢູ່​ອາ​ເມຣິ​ກາ​ໃຕ້ ລາວ​ຖືກ​ກ່າວ​ຫາ​ແບບ​ຜິດໆຈົນ​ສູນ​ເສຍ​ສິດທິ​ພິເສດ​ໃນ​ປະຊາຄົມ. ພີ່ນ້ອງ​ພາບ​ໂລ​ເຮັດ​ແນວ​ໃດ? ລາວ​ບອກ​ວ່າ: “ຂ້ອຍ​ຄຽດ​ຫຼາຍ​ແທ້ໆຈົນ​ສຸດ​ທ້າຍ​ກໍ​ອອກ​ໄປ​ຈາກ​ປະຊາຄົມ.”

7. ຄົນ​ທີ່​ຮູ້ສຶກ​ຜິດ​ອາດ​ຈະ​ເຮັດ​ຫຍັງ?

7 ບາງ​ຄົນ​ທີ່​ເຄີຍ​ເຮັດ​ຜິດ​ຮ້າຍແຮງ​ໃນ​ອະດີດ​ອາດ​ຈະ​ຍັງ​ຮູ້ສຶກ​ຜິດ​ຈົນ​ຄິດ​ວ່າ​ພະເຈົ້າ​ຄື​ຊິ​ບໍ່​ຮັກ​ລາວ​ຄື​ເກົ່າ. ເຖິງ​ວ່າ​ລາວ​ໄດ້​ກັບ​ໃຈ​ແລະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແລ້ວ ແຕ່​ລາວ​ອາດ​ຈະ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ສົມຄວນ​ທີ່​ຈະ​ເປັນ​ປະຊາຊົນ​ຂອງ​ພະເຈົ້າ. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊື່ ຟຣານ​ຊິດ​ໂກ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ ລາວ​ບອກ​ວ່າ: “ຂ້ອຍ​ຖືກ​ວ່າ​ກ່າວ​ຍ້ອນ​ເຮັດ​ຜິດສິນລະທຳ​ທາງ​ເພດ ທຳອິດ​ຂ້ອຍ​ກໍ​ໄປ​ປະຊຸມ ແຕ່​ຕໍ່​ມາ​ຂ້ອຍ​ກໍ​ຮູ້ສຶກ​ທໍ້​ໃຈ​ຈົນ​ຄິດ​ວ່າ​ຕົວ​ເອງ​ບໍ່​ສົມຄວນ​ທີ່​ຈະ​ຢູ່​ກັບ​ຄົນ​ຂອງ​ພະເຈົ້າ. ຂ້ອຍ​ຍັງ​ຮູ້ສຶກ​ຜິດ​ແລະ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ອະໄພ​ຂ້ອຍ​ແທ້ໆ ໃນ​ທີ່​ສຸດ​ຂ້ອຍ​ກໍ​ເຊົາ​ໄປ​ປະຊຸມ​ແລະ​ເຊົາ​ໄປ​ປະກາດ.” ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ພີ່ນ້ອງ​ທີ່​ມີ​ບັນຫາ​ຄື​ກັບ​ທີ່​ເວົ້າ​ຜ່ານ​ມາ? ເຈົ້າ​ຮູ້ສຶກ​ອີ່ຕົນ​ເຂົາ​ເຈົ້າ​ບໍ? ແລ້ວ​ພະ​ເຢໂຫວາ​ເດ ພະອົງ​ຮູ້ສຶກ​ແນວ​ໃດ​ຕໍ່​ເຂົາ​ເຈົ້າ?

ພະ​ເຢໂຫວາ​ຮັກ​ແກະ​ຂອງ​ພະອົງ

ຄົນ​ລ້ຽງ​ແກະ​ໃນ​ອິດສະຣາເອນ​ຈະ​ຮັກ​ແລະ​ເປັນ​ຫ່ວງ​ແກະ​ທີ່​ຫຼົງ​ຫາຍ (ເບິ່ງ​ຂໍ້ 8-9) *

8. ພະ​ເຢໂຫວາ​ລືມ​ຜູ້​ທີ່​ເຄີຍ​ຮັບໃຊ້​ພະອົງ​ບໍ? ຂໍ​ໃຫ້​ອະທິບາຍ.

8 ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ຜູ້​ຮັບໃຊ້​ຂອງ​ພະອົງ​ທີ່​ເຄີຍ​ຫຼົງ​ອອກ​ໄປ​ຈາກ​ປະຊາຄົມ​ໄລຍະ​ໜຶ່ງ ແລະ​ພະອົງ​ກໍ​ຍັງ​ບໍ່​ລືມ​ວຽກ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ນຳ. (ຮຣ​. 6:10) ຜູ້​ພະຍາກອນ​ເອຊາຢາ​ໄດ້​ເວົ້າ​ເຖິງ​ຕົວຢ່າງ​ທີ່​ເໝາະ​ສົມ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ປະຊາຊົນ​ຂອງ​ພະອົງ ລາວ​ເວົ້າ​ວ່າ: “ພະອົງ​ຈະ​ລ້ຽງ​ຝູງ​ແກະ​ຂອງ​ພະອົງ​ເໝືອນ​ດັ່ງ​ຜູ້​ລ້ຽງ​ແກະ ພະອົງ​ຈະ​ໂຮມ​ເອົາ​ຝູງ​ລູກ​ແກະ​ອູ້ມ​ໄວ້​ດ້ວຍ​ແຂນ.” (ເອຊາ. 40:11) ຜູ້​ລ້ຽງ​ແກະ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ແກະ​ໂຕ​ໜຶ່ງ​ຫຼົງ​ອອກ​ໄປ​ຈາກ​ຝູງ? ພະ​ເຢຊູ​ບອກ​ໃຫ້​ຮູ້​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເພິ່ນ​ຖາມ​ພວກ​ລູກສິດ​ວ່າ: “ເຈົ້າ​ຄິດ​ແນວ​ໃດ? ຖ້າ​ຄົນ​ໜຶ່ງ​ມີ​ແກະ 100 ໂຕ ແລ້ວ​ມີ​ໂຕ​ໜຶ່ງ​ຫຼົງ​ຫາຍ​ໄປ ລາວ​ຈະ​ປະ​ແກະ 99 ໂຕ​ໄວ້​ເທິງ​ພູເຂົາ ແລ້ວ​ໄປ​ຊອກ​ຫາ​ໂຕ​ທີ່​ຫຼົງ​ຫາຍ​ໄປ​ບໍ່​ແມ່ນ​ບໍ? ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ລາວ​ຈະ​ດີ​ໃຈ​ທີ່​ໄດ້​ເຫັນ​ແກະ​ໂຕ​ນັ້ນ​ຫຼາຍ​ກວ່າ​ທີ່​ລາວ​ມີ​ແກະ 99 ໂຕ ເຊິ່ງ​ບໍ່​ໄດ້​ຫຼົງ​ຫາຍ​ໄປ.”—ມທ​. 18:12, 13

9. ຜູ້​ລ້ຽງ​ແກະ​ທີ່​ດີ​ໃນ​ສະໄໝ​ກ່ອນ​ຈະ​ເຮັດ​ແນວ​ໃດ​ກັບ​ແກະ? (ເບິ່ງ​ຮູບ​ໜ້າ​ປົກ)

9 ເປັນ​ຫຍັງ​ຈຶ່ງ​ເໝາະ​ສົມ​ທີ່​ຈະ​ສົມ​ທຽບ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຜູ້​ລ້ຽງ​ແກະ? ກໍ​ເພາະ​ວ່າ​ຜູ້​ລ້ຽງ​ແກະ​ໃນ​ສະໄໝ​ກ່ອນ​ຮັກ​ແລະ​ເປັນ​ຫ່ວງ​ແກະ​ຂອງ​ລາວ​ຫຼາຍ ເຊັ່ນ ດາວິດ​ທີ່​ເຄີຍ​ສູ້​ກັບ​ສິງ​ແລະ​ໝີ​ເພື່ອ​ປົກ​ປ້ອງ​ຝູງ​ແກະ​ຂອງ​ລາວ. (1 ຊາມ. 17:34, 35) ຜູ້​ລ້ຽງ​ແກະ​ທີ່​ດີ​ຈະ​ສັງເກດ​ເຫັນ​ໂລດ​ວ່າ​ແກະ​ໂຕ​ໃດ​ໂຕ​ໜຶ່ງ​ຫາຍ​ໄປ. (ຢຮ​. 10:3, 14) ຜູ້​ລ້ຽງ​ແກະ​ທີ່​ດີ​ຈະ​ເອົາ​ແກະ 99 ໂຕ​ໄປ​ໄວ້​ໃນ​ບ່ອນ​ທີ່​ປອດໄພ​ຫຼື​ຝາກ​ໄວ້​ກັບ​ຜູ້​ລ້ຽງ​ຄົນ​ອື່ນ​ແລ້ວ​ຈຶ່ງ​ໄປ​ຊອກ​ຫາ​ໂຕ​ທີ່​ຫາຍ​ໄປ. ພະ​ເຢຊູ​ເລົ່າ​ຕົວຢ່າງ​ປຽບ​ທຽບ​ນີ້​ເພື່ອ​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ເຮົາ​ຮູ້​ວ່າ: “ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ . . . ບໍ່​ຢາກ​ໃຫ້​ຄົນ​ທີ່​ຕ່ຳ​ຕ້ອຍ​ເຫຼົ່າ​ນີ້​ແມ່ນ​ແຕ່​ຄົນ​ດຽວ​ຕ້ອງ​ຫາຍ​ສາບ​ສູນ​ໄປ.”—ມທ​. 18:14

ຄົນ​ລ້ຽງ​ແກະ​ໃນ​ອິດສະຣາເອນ​ຈະ​ຮັກ​ແລະ​ເປັນ​ຫ່ວງ​ແກະ​ທີ່​ຫຼົງ​ຫາຍ. (ເບິ່ງ​ຂໍ້ 9)

ພະ​ເຢໂຫວາ​ຊອກ​ຫາ​ແກະ​ຂອງ​ພະອົງ

10. ຕາມ​ເອເຊກຽນ 34:11-16 ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເຮັດ​ຫຍັງ​ກັບ​ແກະ​ທີ່​ຫຼົງ​ຫາຍ?

10 ພະ​ເຢໂຫວາ​ຮັກ​ເຮົາ​ທຸກ​ຄົນ​ລວມ​ທັງ “ຄົນ​ທີ່​ຕ່ຳ​ຕ້ອຍ” ທີ່​ຫຼົງ​ອອກ​ໄປ​ຈາກ​ປະຊາຄົມ. ພະ​ເຢໂຫວາ​ໄດ້​ໃຫ້​ເອເຊກຽນ​ຂຽນ​ຄຳ​ສັນຍາ​ຂອງ​ພະອົງ​ວ່າ ພະອົງ​ຈະ​ຊອກ​ຫາ​ແກະ​ທີ່​ຫຼົງ​ຫາຍ​ໄປ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ເປັນ​ໝູ່​ຂອງ​ພະອົງ​ອີກ​ເທື່ອ​ໜຶ່ງ. ໃນ​ຂໍ້​ນີ້​ພະ​ເຢໂຫວາ​ເວົ້າ​ເຖິງ​ສິ່ງ​ທີ່​ພະອົງ​ຈະ​ເຮັດ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ ເຊິ່ງ​ເປັນ​ສິ່ງ​ທີ່​ຄົນ​ລ້ຽງ​ແກະ​ໃນ​ອິດສະຣາເອນ​ໄດ້​ເຮັດ​ເມື່ອ​ແກະ​ໂຕ​ໜຶ່ງ​ຫຼົງ​ຫາຍ​ໄປ. (ອ່ານ​ເອເຊກຽນ 34:11-16) ທຳອິດ ຜູ້​ລ້ຽງ​ແກະ​ຈະ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຈະ​ຊອກ​ຫາ​ແກະ. ຈາກ​ນັ້ນ​ເມື່ອ​ເຫັນ​ມັນ​ແລ້ວ ລາວ​ກໍ​ຈະ​ພາ​ມັນ​ກັບ​ເຂົ້າ​ໄປ​ໃນ​ຝູງ. ຖ້າ​ແກະ​ໂຕ​ນັ້ນ​ເຈັບ​ລາວ​ກໍ​ຈະ​ອູ້ມ​ແລະ​ເອົາ​ຜ້າ​ພັນ​ມັນ​ໄວ້ ແຕ່​ຖ້າ​ມັນ​ຫິວ​ລາວ​ກໍ​ຈະ​ເອົາ​ອາຫານ​ມາ​ໃຫ້​ມັນ​ກິນ. ຜູ້​ດູ​ແລ​ທີ່​ເປັນ​ຜູ້​ລ້ຽງ “ຝູງ​ແກະ​ຂອງ​ພະເຈົ້າ” ກໍ​ເຮັດ​ແບບ​ດຽວ​ກັນ​ນີ້​ເພື່ອ​ຊ່ວຍ​ຄົນ​ທີ່​ຫຼົງ​ອອກ​ໄປ​ຈາກ​ປະຊາຄົມ. (1 ປຕ. 5:2, 3) ຜູ້​ດູ​ແລ​ຈະ​ໄປ​ຫາ​ເຂົາ​ເຈົ້າ ພະຍາຍາມ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ປະຊາຄົມ ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ເປັນ​ໝູ່​ຂອງ​ພະ​ເຢໂຫວາ​ອີກ. *

11. ຜູ້​ລ້ຽງ​ແກະ​ທີ່​ດີ​ເຂົ້າ​ໃຈ​ວ່າ​ແກະ​ອາດ​ຈະ​ເປັນ​ແນວ​ໃດ?

11 ຜູ້​ລ້ຽງ​ແກະ​ທີ່​ດີ​ເຂົ້າ​ໃຈ​ວ່າ​ແກະ​ໂຕ​ໃດ​ໂຕ​ໜຶ່ງ​ອາດ​ຈະ​ຫຼົງ​ຫາຍ​ໄດ້ ແລ້ວ​ຖ້າ​ມັນ​ຫຼົງ​ອອກ​ໄປ​ຈາກ​ຝູງ ລາວ​ກໍ​ບໍ່​ໄດ້​ລົງໂທດ​ມັນ. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ບາງ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ບອກ​ໄລຍະ​ໜຶ່ງ.

12. ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ໃດ​ກັບ​ໂຢນາ?

12 ເຖິງ​ວ່າ​ຜູ້​ພະຍາກອນ​ໂຢນາ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ທີ່​ໃຫ້​ໄປ​ເມືອງ​ນີນີເວ ແຕ່​ພະອົງ​ກໍ​ຍັງ​ບໍ່​ໝົດ​ຫວັງ​ໃນ​ຕົວ​ລາວ. ຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ດີ​ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ທີ່​ຈະ​ເຮັດ​ວຽກ​ຂອງ​ພະອົງ​ຕໍ່​ໄປ. (ໂຢນາ 2:7; 3:1, 2) ຕໍ່​ມາ​ພະ​ເຢໂຫວາ​ໃຊ້​ເຄືອ​ໝາກ​ນ້ຳ​ເຕົ້າ​ເພື່ອ​ຊ່ວຍ​ໂຢນາ​ໃຫ້​ເຂົ້າ​ໃຈ​ວ່າ​ຊີວິດ​ຂອງ​ມະນຸດ​ທຸກ​ຄົນ​ມີ​ຄ່າ. (ໂຢນາ 4:10, 11) ເຮົາ​ໄດ້​ບົດຮຽນ​ຫຍັງ? ຜູ້​ດູ​ແລ​ບໍ່​ຄວນ​ໝົດ​ຫວັງ​ກັບ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ ແຕ່​ລາວ​ຄວນ​ຈະ​ຊ່ວຍ​ແລະ​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຄົນ​ນັ້ນ​ຈຶ່ງ​ເຊົາ​ຄົບຫາ​ກັບ​ປະຊາຄົມ ແລະ​ເມື່ອ​ຄົນ​ນັ້ນ​ກັບ​ມາ ຜູ້​ດູ​ແລ​ກໍ​ຄວນ​ສະແດງ​ຄວາມ​ຮັກ​ແລະ​ຊ່ວຍ​ລາວ​ຕໍ່ໆໄປ.

13. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຜູ້​ຂຽນ​ຄຳເພງ​ບົດ 73?

13 ຜູ້​ຂຽນ​ຄຳເພງ​ບົດ 73 ຮູ້ສຶກ​ທໍ້​ໃຈ​ເມື່ອ​ເຫັນ​ວ່າ​ຄົນ​ຊົ່ວ​ມີ​ຊີວິດ​ທີ່​ສະດວກ​ສະບາຍ ລາວ​ສົງໄສ​ວ່າ​ການ​ທີ່​ລາວ​ຮັບໃຊ້​ພະ​ເຢໂຫວາ​ມັນ​ຄຸ້ມ​ຄ່າ​ບໍ. (ເພງ. 73:12, 13, 16) ແລະ​ພະ​ເຢໂຫວາ​ເຮັດ​ແນວ​ໃດ? ພະອົງ​ບໍ່​ໄດ້​ຕຳໜິ​ລາວ ແຕ່​ພະອົງ​ພັດ​ໃຫ້​ລາວ​ບັນທຶກ​ເລື່ອງ​ນີ້​ໄວ້​ໃນ​ຄຳພີ​ໄບເບິນ. ໃນ​ທີ່​ສຸດ​ລາວ​ກໍ​ເຂົ້າ​ໃຈ​ວ່າ ຊີວິດ​ນີ້​ບໍ່​ມີ​ຫຍັງ​ທີ່​ຈະ​ດີ​ໄປ​ກວ່າ​ການ​ເປັນ​ໝູ່​ກັບ​ພະ​ເຢໂຫວາ. (ເພງ. 73:23, 24, 26, 28) ເຮົາ​ໄດ້​ບົດຮຽນ​ຫຍັງ? ຜູ້​ດູ​ແລ​ບໍ່​ຄວນ​ຟ້າວ​ຕັດສິນ​ຄົນ​ທີ່​ເລີ່ມ​ສົງໄສ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ຄຸ້ມ​ຄ່າ​ບໍ. ແທນ​ທີ່​ຈະ​ຕຳໜິ​ລາວ ຜູ້​ດູ​ແລ​ຄວນ​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຄິດ​ແບບ​ນັ້ນ ແລ້ວ​ຜູ້​ດູ​ແລ​ກໍ​ຈະ​ຮູ້​ວ່າ​ຈະ​ໃຊ້​ຂໍ້​ພະ​ຄຳພີ​ໃດ​ເພື່ອ​ຊ່ວຍ​ລາວ.

14. ເປັນ​ຫຍັງ​ເອລີຢາ​ຈຶ່ງ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ແລະ​ພະ​ເຢໂຫວາ​ຊ່ວຍ​ລາວ​ແນວ​ໃດ?

14 ຜູ້​ພະຍາກອນ​ເອລີຢາ​ໜີ​ຈາກ​ລາຊີນີ​ເຢເຊເບນ. (1 ກະ. 19:1-3) ລາວ​ຄິດ​ວ່າ​ລາວ​ຮັບໃຊ້​ພະ​ເຢໂຫວາ​ຜູ້​ດຽວ​ແລະ​ຮູ້ສຶກ​ວ່າ​ວຽກ​ທີ່​ຕົວ​ເອງ​ເຮັດ​ບໍ່​ມີ​ຄ່າ ລາວ​ທໍ້​ໃຈ​ຫຼາຍ​ຈົນ​ຢາກ​ຕາຍ. (1 ກະ. 19:4, 10) ແທນ​ທີ່​ພະ​ເຢໂຫວາ​ຈະ​ຕຳໜິ​ເອລີຢາ ພະອົງ​ໄດ້​ຕັ້ງ​ໃຈ​ຟັງ​ລາວ ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ​ລາວ​ບໍ່​ໄດ້​ຖືກ​ຖິ້ມ ພະອົງ​ໄດ້​ໃຫ້​ກຳລັງ​ກັບ​ລາວ​ແລະ​ບອກ​ວ່າ​ຍັງ​ມີ​ວຽກ​ອີກ​ຫຼາຍ​ຢ່າງ​ທີ່​ລາວ​ຕ້ອງ​ເຮັດ. ນອກ​ຈາກ​ນັ້ນ ພະອົງ​ຍັງ​ໃຫ້​ວຽກ​ມອບ​ໝາຍ​ໃໝ່​ກັບ​ລາວ​ອີກ. (1 ກະ. 19:11-16, 18) ເຮົາ​ໄດ້​ບົດຮຽນ​ຫຍັງ? ເຮົາ​ທຸກ​ຄົນ​ໂດຍ​ສະເພາະ​ຜູ້​ດູ​ແລ​ຄວນ​ຊ່ວຍ​ແກະ​ຂອງ​ພະ​ເຢໂຫວາ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ. ເຖິງ​ວ່າ​ບາງ​ຄົນ​ຈະ​ໃຈ​ຮ້າຍ​ແລະ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ຜູ້​ດູ​ແລ​ກໍ​ຄວນ​ຈະ​ຕັ້ງ​ໃຈ​ຟັງ​ເຂົາ​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ຈາກ​ນັ້ນ ຜູ້​ດູ​ແລ​ກໍ​ຈະ​ພະຍາຍາມ​ຊ່ວຍ​ລາວ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ລາວ​ຫຼາຍ​ແທ້ໆ.

ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ຕໍ່​ແກະ​ຂອງ​ພະເຈົ້າ​ທີ່​ຫຼົງ​ຫາຍ?

15. ຕາມ​ໂຢຮັນ 6:39 ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ຕໍ່​ແກະ​ຂອງ​ພະ​ເຢໂຫວາ?

15 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ແກະ​ຂອງ​ພະອົງ​ທີ່​ຫຼົງ​ຫາຍ? ເຮົາ​ຮຽນ​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ. ພະ​ເຢຊູ​ຮູ້​ວ່າ​ແກະ​ທຸກ​ໂຕ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ເຮັດ​ທຸກ​ຢ່າງ​ເພື່ອ​ຊ່ວຍ ‘ຊາວ​ອິດສະຣາເອນ . . . ທີ່​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ທາງ’ ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ. (ມທ​. 15:24; ລກ​. 19:9, 10) ເນື່ອງ​ຈາກ​ພະ​ເຢຊູ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ ເພິ່ນ​ຈຶ່ງ​ເຮັດ​ທຸກ​ຢ່າງ​ເພື່ອ​ບໍ່​ໃຫ້​ແກະ​ຂອງ​ພະ​ເຢໂຫວາ​ຫຼົງ​ຫາຍ​ແມ່ນ​ແຕ່​ໂຕ​ດຽວ.—ອ່ານ​ໂຢຮັນ 6:39

16-17. ຜູ້​ດູ​ແລ​ຄວນ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ຊ່ວຍ​ຄົນ​ທີ່​ຫຼົງ​ຫາຍ​ໃຫ້​ກັບ​ຄືນ​ມາ? (ເບິ່ງ​ຂອບ “ ແກະ​ທີ່​ຫຼົງ​ຫາຍ​ອາດ​ຮູ້ສຶກ​ແນວ​ໃດ?”)

16 ອັກຄະສາວົກ​ໂປໂລ​ໄດ້​ກະຕຸ້ນ​ໃຫ້​ຜູ້​ດູ​ແລ​ໃນ​ປະຊາຄົມ​ເມືອງ​ເອເຟໂຊ​ຮຽນ​ແບບ​ພະ​ເຢຊູ. ລາວ​ບອກ​ວ່າ: “ພວກ​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ແບບ​ນີ້​ແຫຼະ​ເພື່ອ​ຊ່ວຍ​ຄົນ​ທີ່​ອ່ອນແອ ແລະ​ຢ່າ​ລືມ​ສິ່ງ​ທີ່​ພະ​ເຢຊູ​ຜູ້​ເປັນ​ນາຍ​ເຄີຍ​ເວົ້າ​ໄວ້​ວ່າ: ‘ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ.’” (ກຈກ​. 20:17, 35) ຂໍ້​ພະ​ຄຳພີ​ນີ້​ບອກ​ໃຫ້​ຮູ້​ວ່າ ຜູ້​ດູ​ແລ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ໃນ​ການ​ເບິ່ງ​ແຍງ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ພີ່ນ້ອງ​ເຊົາ​ວະ​ດໍ​ເຊິ່ງ​ເປັນ​ຜູ້​ດູ​ແລ​ໃນ​ແອັດສະປາຍ​ບອກ​ວ່າ: “ເມື່ອ​ຂ້ອຍ​ຄິດ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ແກະ​ຂອງ​ພະອົງ​ທີ່​ຫຼົງ​ຫາຍ​ຫຼາຍ​ສ່ຳ​ໃດ ຂ້ອຍ​ກໍ​ແຮ່ງ​ຮູ້ສຶກ​ຢາກ​ຈະ​ຊ່ວຍ​ເຂົາ​ເຈົ້າ​ເທົ່າ​ທີ່​ຂ້ອຍ​ເຮັດ​ໄດ້. ໃນ​ຖານະ​ທີ່​ເປັນ​ຜູ້​ດູ​ແລ ຂ້ອຍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຂ້ອຍ​ເບິ່ງ​ແຍງ​ເຂົາ​ເຈົ້າ.”

17 ທຸກ​ຄົນ​ທີ່​ເວົ້າ​ເຖິງ​ໃນ​ບົດ​ຄວາມ​ນີ້​ເຊິ່ງ​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ຫາຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ​ແລ້ວ. ຕອນ​ນີ້​ກໍ​ຍັງ​ມີ​ຫຼາຍ​ຄົນ​ທີ່​ຢາກ​ກັບ​ມາ​ຫາ​ພະ​ເຢໂຫວາ​ຄື​ກັນ. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ສາມາດ​ເຮັດ​ຫຍັງ​ໄດ້​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ.

ເພງ 139 ນຶກ​ພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

^ ຂໍ້ 5 ເປັນ​ຫຍັງ​ບາງ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ໄດ້​ຫຼົງ​ອອກ​ໄປ​ຈາກ​ປະຊາຄົມ? ແລະ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ເຂົາ​ເຈົ້າ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ນີ້. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ບາງ​ຄົນ​ໃນ​ສະໄໝ​ກ່ອນ​ທີ່​ເຄີຍ​ຫຼົງ​ອອກ​ໄປ​ຈາກ​ພະອົງ.

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ຜູ້​ທີ່​ເຊົາ​ປະກາດ​ແມ່ນ​ຜູ້​ປະກາດ​ທີ່​ບໍ່​ໄດ້​ສົ່ງ​ລາຍງານ​ເປັນ​ເວລາ 6 ເດືອນ​ຫຼື​ຫຼາຍ​ກວ່າ​ນັ້ນ. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເປັນ​ພີ່ນ້ອງ​ຂອງ​ເຮົາ​ຢູ່​ແລະ​ເຮົາ​ກໍ​ຍັງ​ຮັກ​ເຂົາ​ເຈົ້າ.

^ ຂໍ້ 4 ບາງ​ຊື່​ເປັນ​ຊື່​ສົມມຸດ.

^ ຂໍ້ 10 ບົດ​ຄວາມ​ຕໍ່​ໄປ​ຈະ​ອະທິບາຍ​ວິທີ​ທີ່​ຜູ້​ດູ​ແລ​ເຮັດ​ສາມ​ສິ່ງ​ເຫຼົ່າ​ນັ້ນ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ລ້ຽງ​ແກະ​ໃນ​ອິດສະຣາເອນ​ຈະ​ພະຍາຍາມ​ຊອກ​ຫາ​ແກະ​ທີ່​ຫຼົງ​ຫາຍ ແລະ​ຊ່ວຍ​ມັນ​ກັບ​ໄປ​ຫາ​ຝູງ​ຍ້ອນ​ເປັນ​ຫ່ວງ​ມັນ. ຜູ້​ດູ​ແລ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ແບບ​ນີ້​ຄື​ກັນ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ເຊົາ​ຄົບຫາ​ກັບ​ປະຊາຄົມ​ນັ່ງ​ຖ້າ​ຢູ່​ລົດ​ເມ ລາວ​ເຫັນ​ພະຍານ​ພະ​ເຢໂຫວາ​ສອງ​ຄົນ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ​ປະກາດ.