ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 23

“ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ”

“ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ”

“ໂອ້​ພະ​ເຢໂຫວາ ນາມ​ຊື່​ພະອົງ​ຕັ້ງ​ຢູ່​ເປັນ​ນິດ.”—ເພງ. 135:13

ເພງ 10 ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ

ໃຈ​ຄວາມ​ສຳຄັນ *

1-2. ພະຍານ​ພະ​ເຢໂຫວາ​ສົນ​ໃຈ​ເລື່ອງ​ຫຍັງ​ແດ່?

ປະເດັນ​ສຳຄັນ​ທີ່​ເຮົາ​ກຳລັງ​ປະເຊີນ​ໃນ​ປັດຈຸບັນ​ນັ້ນ​ຄື ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື. ພະຍານ​ພະ​ເຢໂຫວາ​ຖື​ວ່າ​ເລື່ອງ​ນີ້​ເປັນ​ເລື່ອງ​ສຳຄັນ. ເນື່ອງ​ຈາກ​ວ່າ​ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ແລະ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ກ່ຽວ​ຂ້ອງ​ກັນ ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແຍກ​ສອງ​ປະເດັນ​ນີ້​ອອກ​ຈາກ​ກັນ.

2 ເຮົາ​ທຸກ​ຄົນ​ເຫັນ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ຕ້ອງ​ເປັນ​ທີ່​ເຄົາລົບ​ນັບຖື ແລະ​ເຮົາ​ຮູ້​ວ່າ​ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຫຼື​ວິທີ​ການ​ປົກຄອງ​ຂອງ​ພະອົງ​ຕ້ອງ​ໄດ້​ຮັບ​ການ​ພິສູດ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ. ດັ່ງ​ນັ້ນ​ສອງ​ປະເດັນ​ນີ້​ເປັນ​ສິ່ງ​ທີ່​ເຮົາ​ຄວນ​ເອົາໃຈໃສ່​ເປັນ​ພິເສດ.

3. ຊື່​ຂອງ​ພະ​ເຢໂຫວາ​ລວມ​ເຖິງ​ຫຍັງ​ແດ່?

3 ທີ່​ຈິງ ຊື່​ເຢໂຫວາ​ໝາຍ​ເຖິງ​ທຸກ​ສິ່ງ​ກ່ຽວ​ກັບ​ພະເຈົ້າ ເຊິ່ງ​ລວມ​ເຖິງ ວິທີ​ທີ່​ພະອົງ​ປົກຄອງ​ນຳ. ຖ້າ​ເຮົາ​ບອກ​ວ່າ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື​ເປັນ​ປະເດັນ​ທີ່​ສຳຄັນ​ທີ່​ສຸດ ດັ່ງ​ນັ້ນ ການ​ປົກຄອງ​ຂອງ​ພະອົງ​ກໍ​ຕ້ອງ​ໄດ້​ຮັບ​ການ​ພິສູດ​ວ່າ​ດີ​ທີ່​ສຸດ​ຄື​ກັນ. ຊື່​ຂອງ​ພະ​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ວິທີ​ທີ່​ພະອົງ​ປົກຄອງ.—ເບິ່ງ​ຂອບ “ ປະເດັນ​ທີ່​ສຳຄັນ​ທີ່​ສຸດ.”

4. ຄຳເພງ 135:13 ອະທິບາຍ​ຊື່​ຂອງ​ພະເຈົ້າ​ແນວ​ໃດ ແລະ​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ຊື່​ຂອງ​ພະ​ເຢໂຫວາ​ສຳຄັນ​ຫຼາຍ​ແທ້ໆ. (ອ່ານ​ຄຳເພງ 135:13) ເປັນ​ຫຍັງ​ຊື່​ນີ້​ຈຶ່ງ​ສຳຄັນ? ຊື່​ນີ້​ຖືກ​ໃສ່​ຮ້າຍ​ແນວ​ໃດ? ພະເຈົ້າ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ແນວ​ໃດ? ແລະ​ເຮົາ​ມີ​ສ່ວນ​ທີ່​ຈະ​ຊ່ວຍ​ປົກ​ປ້ອງ​ຊື່​ຂອງ​ພະອົງ​ແນວ​ໃດ? ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ນຳ​ກັນ.

ເປັນ​ຫຍັງ​ຊື່​ຈຶ່ງ​ສຳຄັນ?

5. ເມື່ອ​ຄິດ​ເຖິງ​ການ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື​ເຮົາ​ອາດ​ສົງໄສ​ເລື່ອງ​ຫຍັງ?

5 ເມື່ອ​ພະ​ເຢຊູ​ອະທິດຖານ ເພິ່ນ​ເວົ້າ​ເຖິງ​ຊື່​ຂອງ​ພະ​ເຢໂຫວາ​ກ່ອນ​ສິ່ງ​ອື່ນ​ທັງ​ໝົດ​ໂດຍ​ເວົ້າ​ວ່າ “ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ.” (ມທ​. 6:9) ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເພື່ອ​ຈະ​ເຮັດ​ໃຫ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ເປັນ​ທີ່​ເຄົາລົບ​ນັບຖື​ສິ່ງ​ນັ້ນ​ຕ້ອງ​ຂາວ​ສະອາດ​ແລະ​ບໍ່​ມີ​ຕຳໜິ. ແຕ່​ເຮົາ​ອາດ​ຈະ​ສົງໄສ​ວ່າ ‘ຊື່​ຂອງ​ພະ​ເຢໂຫວາ​ກໍ​ເປັນ​ທີ່​ເຄົາລົບ​ນັບຖື ຂາວ​ສະອາດ ແລະ​ບໍ່​ມີ​ຕຳໜິ​ຢູ່​ແລ້ວ​ບໍ່​ແມ່ນ​ຫວາ?’ ແຕ່​ເພື່ອ​ຈະ​ໄດ້​ຄຳຕອບ ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ​ຊື່​ເຢໂຫວາ​ກ່ຽວ​ຂ້ອງ​ກັບ​ຫຍັງ​ແດ່?

6. ເປັນ​ຫຍັງ​ຊື່​ຈຶ່ງ​ສຳຄັນ?

6 ຊື່​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ບໍ່​ໄດ້​ເປັນ​ພຽງ​ຄຳ​ທີ່​ຂຽນ​ໃສ່​ເຈ້ຍ​ຫຼື​ເປັນ​ສຽງ​ທີ່​ເວົ້າ​ອອກ​ມາ​ເທົ່າ​ນັ້ນ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ຊື່ສຽງ​ອັນ​ດີ​ກໍ​ປະເສີດ​ກວ່າ​ຊັບ​ສົມບັດ​ຫຼາຍ.” (ສຸພາ. 22:1; ຜູ້ປ​. 7:1) ເປັນ​ຫຍັງ​ຊື່​ຈຶ່ງ​ສຳຄັນ​ຫຼາຍ? ກໍ​ເພາະ​ວ່າ​ມັນ​ລວມ​ເຖິງ​ຊື່ສຽງ​ແລະ​ວິທີ​ທີ່​ຄົນ​ອື່ນ​ຄິດ​ກ່ຽວ​ກັບ​ຜູ້​ນັ້ນ. ດັ່ງ​ນັ້ນ ວິທີ​ຂຽນ​ແລະ​ສິ່ງ​ທີ່​ເວົ້າ​ອອກ​ມາ​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ສຳຄັນ ແຕ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື​ຄົນ​ອື່ນ​ຄິດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ຊື່​ນັ້ນ.

7. ຜູ້​ຄົນ​ພະຍາຍາມ​ທຳລາຍ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

7 ເມື່ອ​ຜູ້​ຄົນ​ເວົ້າ​ຕົວະ​ກ່ຽວ​ກັບ​ພະ​ເຢໂຫວາ​ເຂົາ​ເຈົ້າ​ກໍ​ກຳລັງ​ທຳລາຍ​ຊື່ສຽງ​ຂອງ​ພະອົງ. ຕອນ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ທຳລາຍ​ຊື່ສຽງ​ຂອງ​ພະອົງ ເຂົາ​ເຈົ້າ​ກໍ​ກຳລັງ​ໃສ່​ຮ້າຍ​ຊື່​ຂອງ​ພະອົງ​ນຳ. ມີ​ການ​ເລີ່ມ​ໃສ່​ຮ້າຍ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ທຳລາຍ​ຊື່ສຽງ​ຂອງ​ພະອົງ​ຕອນ​ຢູ່​ໃນ​ສວນ​ເອເດນ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ນີ້​ນຳ​ກັນ.

ຊື່​ຂອງ​ພະ​ເຢໂຫວາ​ຖືກ​ໃສ່​ຮ້າຍ​ແນວ​ໃດ?

8. ອາດາມ​ກັບ​ເອວາ​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ມີ​ຄຳຖາມ​ຫຍັງ​ເກີດ​ຂຶ້ນ?

8 ອາດາມ​ກັບ​ເອວາ​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ເລື່ອງ​ຂອງ​ພະອົງ. ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ ເປັນ​ຜູ້​ໃຫ້​ຊີວິດ​ແລະ​ສ້າງ​ບ່ອນ​ຢູ່​ທີ່​ເປັນ​ອຸທິຍານ​ໃຫ້​ກັບ​ເຂົາ​ເຈົ້າ ແລະ​ໃຫ້​ເຂົາ​ເຈົ້າ​ມີ​ຄູ່​ຊີວິດ​ທີ່​ດີ. (ຕົ້ນ. 1:26-28; 2:18) ແຕ່​ເຂົາ​ເຈົ້າ​ຄິດ​ເຖິງ​ສິ່ງ​ທີ່​ດີ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຂົາ​ເຈົ້າ​ບໍ? ແລະ​ເຂົາ​ເຈົ້າ​ໄດ້​ເພີ່ມ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ບໍ? ເຮົາ​ຈະ​ຮູ້​ຄຳຕອບ​ເຫຼົ່າ​ນີ້​ເມື່ອ​ເຂົາ​ເຈົ້າ​ຖືກ​ທົດ​ສອບ​ຈາກ​ສັດຕູ​ຂອງ​ພະເຈົ້າ.

9. ຕາມ​ຕົ້ນເດີມ 2:16, 17; 3:1-5 ພະ​ເຢໂຫວາ​ບອກ​ຫຍັງ​ກັບ​ມະນຸດ​ຄູ່​ທຳອິດ ແລະ​ຊາຕານ​ໄດ້​ບິດ​ເບືອນ​ຄວາມ​ຈິງ​ແນວ​ໃດ?

9 ອ່ານ​ຕົ້ນເດີມ 2:16, 17; 3:1-5. ຊາຕານ​ໃຊ້​ງູ​ມາ​ເວົ້າ​ກັບ​ເອວາ​ໂດຍ​ຖາມ​ວ່າ: “ຈິງ​ຫຼື​ພະເຈົ້າ​ໄດ້​ບອກ​ຫ້າມ​ວ່າ​ພວກ​ເຈົ້າ​ຢ່າຊູ່​ກິນ​ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ຫຼື?” ຊາຕານ​ໃຊ້​ຄຳຖາມ​ທີ່​ເປັນ​ຄຳ​ຕົວະ​ເຊິ່ງ​ເຮັດ​ໃຫ້​ເອວາ​ຄິດ​ບໍ່​ດີ​ກ່ຽວ​ກັບ​ພະເຈົ້າ. ແຕ່​ຄວາມ​ຈິງ​ແລ້ວ​ພະເຈົ້າ​ບອກ​ວ່າ​ເຂົາ​ເຈົ້າ​ສາມາດ​ກິນ​ໝາກ​ໄມ້​ທຸກ​ຕົ້ນ​ໄດ້​ຍົກ​ເວັ້ນ​ຕົ້ນ​ດຽວ. ອາດາມ​ກັບ​ເອວາ​ສາມາດ​ກິນ​ໝາກ​ໄມ້​ໄດ້​ຫຼາຍ​ຊະນິດ. (ຕົ້ນ. 2:9) ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ​ອີ່ຫຼີ. ພະອົງ​ຫ້າມ​ບໍ່​ໃຫ້​ອາດາມ​ກັບ​ເອວາ​ກິນ​ກໍ​ມີ​ພຽງ​ແຕ່​ຕົ້ນ​ດຽວ. ດັ່ງ​ນັ້ນ ເຫັນ​ໄດ້​ແຈ້ງ​ວ່າ​ຊາຕານ​ເວົ້າ​ບິດ​ເບືອນ​ຄວາມ​ຈິງ ມັນ​ເຮັດ​ໃຫ້​ເອວາ​ຄິດ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ແຄບ. ດັ່ງ​ນັ້ນ ເອວາ​ອາດ​ສົງໄສ​ວ່າ ‘ຍັງ​ມີ​ສິ່ງ​ດີ​ອື່ນໆອີກ​ບໍ​ທີ່​ພະເຈົ້າ​ຫວງ​ໄວ້?’

10. ຊາຕານ​ໃສ່​ຮ້າຍ​ພະ​ເຢໂຫວາ​ແນວ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

10 ຕອນ​ທີ່​ຊາຕານ​ຖາມ​ຄຳຖາມ​ນີ້​ເອວາ​ຍັງ​ເຊື່ອ​ຟັງ​ພະ​ເຢໂຫວາ​ຢູ່. ລາວ​ຕອບ​ຊາຕານ​ໂດຍ​ເວົ້າ​ສິ່ງ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້. ລາວ​ຍັງ​ເວົ້າ​ຕື່ມ​ວ່າ​ເຂົາ​ເຈົ້າ​ບໍ່​ຄວນ​ແມ່ນ​ແຕ່​ຈະ​ໄປ​ຈັບ​ໝາກ​ໄມ້​ນັ້ນ. ລາວ​ຮູ້​ວ່າ​ຖ້າ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ລາວ​ກໍ​ຈະ​ຕາຍ. ແຕ່​ຊາຕານ​ພັດ​ບອກ​ວ່າ: “ພວກ​ເຈົ້າ​ຈະ​ບໍ່​ຕາຍ​ດອກ.” (ຕົ້ນ. 3:2-4) ຕອນ​ນີ້​ຊາຕານ​ບໍ່​ພຽງ​ແຕ່​ບອກ​ວ່າ​ພະ​ເຢໂຫວາ​ເວົ້າ​ຕົວະ ແຕ່​ມັນ​ໃສ່​ຮ້າຍ​ພະອົງ​ແລະ​ເຮັດ​ໃຫ້​ເອວາ​ຄິດ​ວ່າ​ພະອົງ​ເວົ້າ​ຕົວະ. ນີ້​ເຮັດ​ໃຫ້​ຊາຕານ​ກາຍ​ເປັນ​ມານ​ຮ້າຍ​ຫຼື​ຜູ້​ໃສ່​ຮ້າຍ ແລະ​ເອວາ​ກໍ​ເຊື່ອ​ຟັງ​ຊາຕານ ລາວ​ຖືກ​ຫຼອກ​ແທ້ໆ. (1 ຕມ. 2:14) ເອວາ​ເຊື່ອ​ຊາຕານ​ຫຼາຍ​ກວ່າ​ພະ​ເຢໂຫວາ ນີ້​ຈຶ່ງ​ເຮັດ​ໃຫ້​ລາວ​ເລືອກ​ທີ່​ຈະ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແບບ​ງ່າຍໆ ລາວ​ເລີ່ມ​ກິນ​ໝາກ​ໄມ້​ທີ່​ພະອົງ​ຫ້າມ​ແລ້ວ​ກໍ​ເອົາ​ໃຫ້​ອາດາມ​ກິນ​ນຳ.—ຕົ້ນ. 3:6

11. ອາດາມ​ກັບ​ເອວາ​ຄວນ​ຈະ​ເຮັດ​ຫຍັງ​ຕອນ​ທີ່​ຊາຕານ​ຕົວະ ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ໄດ້​ເຮັດ​ຫຍັງ?

11 ລອງ​ຄິດ​ເບິ່ງ​ວ່າ​ເອວາ​ຄວນ​ຈະ​ຕອບ​ຊາຕານ​ແນວ​ໃດ? ລາວ​ອາດ​ຈະ​ເວົ້າ​ໃນ​ທຳນອງ​ທີ່​ວ່າ: “ເຈົ້າ​ແມ່ນ​ໃຜ​ຄື​ມາ​ເວົ້າ​ແບບ​ນີ້ ຂ້ອຍ​ຮູ້ຈັກ​ພໍ່​ຂອງ​ຂ້ອຍ​ດີ ຂ້ອຍ​ຮັກ​ແລະ​ໄວ້​ໃຈ​ເພິ່ນ ທຸກ​ຢ່າງ​ທີ່​ຂ້ອຍ​ມີ​ກໍ​ມາ​ຈາກ​ເພິ່ນ ເປັນ​ຫຍັງ​ເຈົ້າ​ຄື​ມາ​ເວົ້າ​ໃສ່​ຮ້າຍ​ເພິ່ນ​ຈັ່ງ​ຊີ້? ໜີ​ແມ໋ະ!” ພະ​ເຢໂຫວາ​ຄົງ​ຈະ​ພູມ​ໃຈ​ຫຼາຍ​ແທ້ໆທີ່​ໄດ້​ຍິນ​ຄຳ​ນີ້​ຈາກ​ລູກ​ສາວ​ທີ່​ຮັກ! (ສຸພາ. 27:11) ແຕ່​ເອວາ​ບໍ່​ມີ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ພະ​ເຢໂຫວາ ແມ່ນ​ແຕ່​ອາດາມ​ກໍ​ບໍ່​ມີ​ຄວາມ​ຮັກ​ແບບ​ນີ້​ຄື​ກັນ. ທັງ​ອາດາມ​ແລະ​ເອວາ​ບໍ່​ໄດ້​ຮັກ​ພໍ່ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ເວົ້າ​ປົກ​ປ້ອງ​ພະ​ເຢໂຫວາ.

12. ຊາຕານ​ໄດ້​ເຮັດ​ໃຫ້​ເອວາ​ສົງໄສ​ແນວ​ໃດ ແລະ​ທັງ​ອາດາມ​ກັບ​ເອວາ​ບໍ່​ໄດ້​ເຮັດ​ສິ່ງ​ໃດ?

12 ຄື​ດັ່ງ​ທີ່​ເຮົາ​ຮູ້ ຊາຕານ​ໄດ້​ທຳລາຍ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ໂດຍ​ເຮັດ​ໃຫ້​ເອວາ​ສົງໄສ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ. ທັງ​ອາດາມ​ກັບ​ເອວາ​ບໍ່​ໄດ້​ປົກ​ປ້ອງ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ຊື່ສຽງ​ຂອງ​ພະອົງ. ເຂົາ​ເຈົ້າ​ເຊື່ອ​ຟັງ​ຊາຕານ​ແລະ​ກະບົດ​ຕໍ່​ພະເຈົ້າ. ຊາຕານ​ໃຊ້​ວິທີ​ຄ້າຍໆກັນ​ນີ້​ໃນ​ທຸກ​ມື້​ນີ້ ມັນ​ທຳລາຍ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ໂດຍ​ໃສ່​ຮ້າຍ​ພະອົງ. ຄົນ​ທີ່​ເຊື່ອ​ຄຳ​ຕົວະ​ຂອງ​ຊາຕານ​ມັກ​ບໍ່​ຍອມ​ຮັບ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ.

ພະ​ເຢໂຫວາ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ແນວ​ໃດ?

13. ຕາມ​ເອເຊກຽນ 36:23 ເນື້ອ​ໃນ​ຫຼັກ​ຂອງ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຫຍັງ?

13 ພະ​ເຢໂຫວາ​ຍອມ​ຮັບ​ຄຳ​ໃສ່​ຮ້າຍ​ນັ້ນ​ໂດຍ​ບໍ່​ໄດ້​ປົກ​ປ້ອງ​ຕົວ​ເອງ​ບໍ? ບໍ່. ຄຳພີ​ໄບເບິນ​ເວົ້າ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ພິສູດ​ວ່າ​ການ​ໃສ່​ຮ້າຍ​ພະອົງ​ຕອນ​ທີ່​ຢູ່​ສວນ​ເອເດນ​ບໍ່​ແມ່ນ​ຄວາມ​ຈິງ. (ຕົ້ນ. 3:15) ທີ່​ຈິງ ເຮົາ​ອາດ​ສະຫຼຸບ​ເນື້ອ​ໃນ​ຫຼັກ​ຂອງ​ຄຳພີ​ໄບເບິນ​ຄື: ໂດຍ​ທາງ​ການ​ປົກຄອງ​ຂອງ​ເມຊີ ພະ​ເຢໂຫວາ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື ແລະ​ຟື້ນຟູ​ໂລກ​ນີ້​ໃຫ້​ມີ​ຄວາມ​ສະຫງົບ​ສຸກ​ແລະ​ຍຸຕິທຳ. ຖ້າ​ເຮົາ​ອ່ານ​ຄຳພີ​ໄບເບິນ​ເຮົາ​ກໍ​ຈະ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ແນວ​ໃດ.—ອ່ານ​ເອເຊກຽນ 36:23

14. ວິທີ​ທີ່​ພະ​ເຢໂຫວາ​ຈັດການ​ກັບ​ການ​ທ້າທາຍ​ໃນ​ສວນ​ເອເດນ​ໄດ້​ພິສູດ​ຫຍັງ?

14 ຊາຕານ​ພະຍາຍາມ​ຂັດ​ຂວາງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ເລື້ອຍໆ ແຕ່​ມັນ​ກໍ​ເຮັດ​ບໍ່​ສຳເລັດ​ຈັກ​ເທື່ອ. ເຖິງ​ວ່າ​ການ​ກະບົດ​ຂອງ​ຊາຕານ​ແລະ​ຄົນ​ທີ່​ເລືອກ​ຢູ່​ຝ່າຍ​ມັນ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ຮູ້ສຶກ​ເສຍໃຈ (ເພງ. 78:40) ແຕ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ຕໍ່​ກັບ​ການ​ທ້າທາຍ​ນີ້​ແລະ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ແລະ​ການ​ປົກຄອງ​ຂອງ​ພະອົງ​ດີ​ທີ່​ສຸດ. ພະ​ເຢໂຫວາ​ຈັດການ​ກັບ​ການ​ທ້າທາຍ​ນີ້​ດ້ວຍ​ຄວາມ​ສະຫຼາດ ອົດ​ທົນ ແລະ​ຍຸຕິທຳ. ພະອົງ​ຍັງ​ໄດ້​ສະແດງ​ລິດເດດ​ໃນ​ຫຼາຍໆດ້ານ ແລະ​ທີ່​ສຳຄັນ​ທີ່​ສຸດ​ພະອົງ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ທຸກ​ສິ່ງ​ທີ່​ພະອົງ​ໄດ້​ເຮັດ. (1 ຢຮ​. 4:8) ພະ​ເຢໂຫວາ​ບໍ່​ໄດ້​ເຊົາ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື.

ຊາຕານ​ຕົວະ​ເອວາ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ມັນ​ກໍ​ພະຍາຍາມ​ໃສ່​ຮ້າຍ​ພະ​ເຢໂຫວາ​ມາ​ຕະຫຼອດ​ເປັນ​ເວລາ​ຫຼາຍ​ພັນ​ປີ (ເບິ່ງ​ຂໍ້ 9-10, 15) *

15. ຊາຕານ​ໄດ້​ໃສ່​ຮ້າຍ​ຊື່​ຂອງ​ພະເຈົ້າ​ແນວ​ໃດ​ໃນ​ທຸກ​ມື້​ນີ້ ແລະ​ຜົນ​ເປັນ​ແນວ​ໃດ?

15 ຊາຕານ​ຍັງ​ໃສ່​ຮ້າຍ​ຊື່​ຂອງ​ພະເຈົ້າ​ໃນ​ທຸກ​ມື້​ນີ້. ມັນ​ເຮັດ​ໃຫ້​ຜູ້​ຄົນ​ສົງໄສ​ກ່ຽວ​ກັບ​ລິດ​ອຳນາດ ຄວາມ​ຍຸຕິທຳ ສະຕິປັນຍາ ແລະ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ມັນ​ເຮັດ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ບໍ່​ແມ່ນ​ຜູ້​ສ້າງ ແລະ​ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ເຊື່ອ​ວ່າ​ພະເຈົ້າ​ມີ​ແທ້ ມັນ​ກໍ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊື່ອ​ວ່າ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ເຂັ້ມ​ງວດ​ໂພດ​ແລະ​ບໍ່​ຍຸຕິທຳ. ຊາຕານ​ເຖິງ​ຂັ້ນ​ສອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໂຫດ​ຮ້າຍ​ເຊິ່ງ​ທໍລະມານ​ຜູ້​ຄົນ​ໃນ​ນະ​ລົກ. ເມື່ອ​ເຂົາ​ເຈົ້າ​ເຊື່ອ​ຄຳ​ຕົວະ​ນີ້​ເຂົາ​ເຈົ້າ​ກໍ​ໄດ້​ປະຕິເສດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ຊາຕານ​ຍັງ​ໃສ່​ຮ້າຍ​ພະ​ເຢໂຫວາ​ຕໍ່​ໄປ​ແລະ​ພະຍາຍາມ​ເຮັດ​ໃຫ້​ພວກ​ເຮົາ​ຫັນ​ໜີ​ຈາກ​ພະ​ເຢໂຫວາ​ຈົນ​ກວ່າ​ທີ່​ພະ​ເຢໂຫວາ​ຈະ​ທຳລາຍ​ມັນ. ແຕ່​ແຜນ​ຂອງ​ຊາຕານ​ສຳເລັດ​ບໍ?

ເຈົ້າ​ມີ​ສ່ວນ​ແນວ​ໃດ​ໃນ​ປະເດັນ​ທີ່​ສຳຄັນ​ນີ້?

16. ເຈົ້າ​ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ທີ່​ອາດາມ​ກັບ​ເອວາ​ບໍ່​ໄດ້​ເຮັດ?

16 ພະ​ເຢໂຫວາ​ຍອມ​ໃຫ້​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື. ນີ້​ໝາຍ​ຄວາມ​ວ່າ​ເຈົ້າ​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ອາດາມ​ກັບ​ເອວາ​ບໍ່​ໄດ້​ເຮັດ. ເຖິງ​ວ່າ​ຜູ້​ຄົນ​ໃນ​ໂລກ​ນີ້​ຈະ​ໃສ່​ຮ້າຍ​ແລະ​ໝິ່ນ​ປະໝາດ​ຊື່​ຂອງ​ພະ​ເຢໂຫວາ ແຕ່​ເຈົ້າ​ກໍ​ມີ​ໂອກາດ​ທີ່​ຈະ​ປົກ​ປ້ອງ​ຊື່ສຽງ​ຂອງ​ພະອົງ​ໂດຍ​ບອກ​ວ່າ​ພະອົງ​ເປັນ​ພະເຈົ້າ​ທີ່​ດີ ບໍລິສຸດ ຍຸຕິທຳ ແລະ​ມີ​ຄວາມ​ຮັກ. (ເອຊາ. 29:23) ເຈົ້າ​ສາມາດ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ມີ​ພຽງ​ແຕ່​ການ​ປົກຄອງ​ຂອງ​ພະອົງ​ເທົ່າ​ນັ້ນ​ທີ່​ຖືກຕ້ອງ​ຊອບທຳ​ແລະ​ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ທັງ​ມະນຸດ​ແລະ​ທູດ​ສະຫວັນ.—ເພງ. 37:9, 37; 146:5, 6, 10

17. ພະ​ເຢຊູ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ​ແນວ​ໃດ?

17 ເມື່ອ​ເຮົາ​ປົກ​ປ້ອງ​ຊື່ສຽງ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ກຳລັງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ຄລິດ. (ຢຮ​. 17:26) ພະ​ເຢຊູ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ​ໂດຍ​ບໍ່​ພຽງ​ແຕ່​ເວົ້າ​ເຖິງ​ຊື່​ເທົ່າ​ນັ້ນ ແຕ່​ຍັງ​ປົກ​ປ້ອງ​ຊື່ສຽງ​ຂອງ​ພະອົງ​ນຳ. ຕົວຢ່າງ ພະ​ເຢຊູ​ໄດ້​ຫັກ​ລ້າງ​ຄຳ​ສອນ​ຂອງ​ພວກ​ຟາຣິຊາຍ​ທີ່​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ພະ​ເຢໂຫວາ​ເຂັ້ມ​ງວດ​ເກີນ​ໄປ ຮຽກ​ຮ້ອງ​ສິ່ງ​ທີ່​ເຮັດ​ບໍ່​ໄດ້ ຢູ່​ຫ່າງ​ໄກ​ຈາກ​ມະນຸດ ແລະ​ບໍ່​ມີ​ຄວາມ​ເມດຕາ. ພະ​ເຢຊູ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ມີ​ເຫດຜົນ ມີ​ຄວາມ​ອົດ​ທົນ ມີ​ຄວາມ​ຮັກ ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ. ນອກ​ຈາກ​ນັ້ນ ພະ​ເຢຊູ​ຍັງ​ຊ່ວຍ​ໃຫ້​ຄົນ​ອື່ນ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ມີ​ນິດໄສ​ແບບ​ໃດ​ໂດຍ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ສະແດງ​ຄຸນ​ລັກສະນະ​ຂອງ​ພະອົງ​ໃນ​ຊີວິດ​ປະຈຳ​ວັນ.—ຢຮ​. 14:9

18. ເຮົາ​ສາມາດ​ລົບ​ລ້າງ​ຄຳ​ຕົວະ​ແລະ​ການ​ໃສ່​ຮ້າຍ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

18 ຄື​ກັບ​ພະ​ເຢຊູ ເຮົາ​ສາມາດ​ບອກ​ຜູ້​ຄົນ​ກ່ຽວ​ກັບ​ພະ​ເຢໂຫວາ. ເມື່ອ​ເຮົາ​ເຮັດ​ແບບ​ນີ້​ເຂົາ​ເຈົ້າ​ກໍ​ຈະ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ເຄົາລົບ​ນັບຖື​ຊື່​ຂອງ​ພະອົງ. ເຮົາ​ຍັງ​ສາມາດ​ສອນ​ຜູ້​ຄົນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ກະລຸນາ ໂດຍ​ວິທີ​ນີ້​ເຮົາ​ກໍ​ລົບ​ລ້າງ​ຄຳ​ຕົວະ​ແລະ​ການ​ໃສ່​ຮ້າຍ​ພະ​ເຢໂຫວາ. ເຖິງ​ວ່າ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ແຕ່​ເຮົາ​ກໍ​ສາມາດ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້. (ອຟຊ​. 5:1, 2) ເຮົາ​ຍັງ​ສາມາດ​ເຮັດ​ໃຫ້​ຜູ້​ຄົນ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ. ໂດຍ​ວິທີ​ນີ້​ເຮົາ​ກໍ​ກຳລັງ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື. * ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ພິສູດ​ໃຫ້​ເຫັນ​ວ່າ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ກໍ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້.—ໂຢບ 27:5

ເຮົາ​ຢາກ​ຊ່ວຍ​ນັກ​ສຶກສາ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ແລະ​ກະລຸນາ (ເບິ່ງ​ຂໍ້ 18-19) *

19. ເອຊາອີ 63:7 ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ເປົ້າ​ໝາຍ​ຫຼັກ​ຂອງ​ການ​ສອນ​ຂອງ​ເຮົາ​ແມ່ນ​ຫຍັງ?

19 ເຮົາ​ສາມາດ​ເຮັດ​ອີກ​ຢ່າງ​ໜຶ່ງ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື​ເຊັ່ນ: ຕອນ​ທີ່​ເຮົາ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ກັບ​ຄົນ​ອື່ນ​ເຮົາ​ມັກ​ຈະ​ເນັ້ນ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ເອກະພົບ​ທັງ​ໝົດ. ເຖິງ​ວ່າ​ເຮົາ​ຄວນ​ຈະ​ເນັ້ນ​ກົດໝາຍ​ຂອງ​ພະ​ເຢໂຫວາ ແຕ່​ເປົ້າ​ໝາຍ​ຂອງ​ເຮົາ​ກໍ​ຄື​ຊ່ວຍ​ຄົນ​ອື່ນ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ພັກດີ​ຕໍ່​ພະອົງ. ເຮົາ​ຕ້ອງ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ ໂດຍ​ເນັ້ນ​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ. (ອ່ານ​ເອຊາອີ 63:7) ເມື່ອ​ເຮົາ​ສອນ​ຜູ້​ຄົນ​ແບບ​ນີ້ ເຮົາ​ກໍ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັກ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ຍ້ອນ​ເຂົາ​ເຈົ້າ​ຢາກ​ພັກດີ​ຕໍ່​ພະອົງ.

20. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ແລ້ວ​ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ​ການ​ປະພຶດ​ແລະ​ການ​ສອນ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ດີ ແລະ​ຢາກ​ມາ​ຮູ້ຈັກ​ພະອົງ? ເຮົາ​ຈະ​ຕອບ​ຄຳຖາມ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

^ ຂໍ້ 5 ທັງ​ມະນຸດ​ແລະ​ທູດ​ສະຫວັນ​ກຳລັງ​ປະເຊີນ​ໜ້າ​ກັບ​ປະເດັນ​ຫຍັງ? ເປັນ​ຫຍັງ​ປະເດັນ​ນີ້​ຈຶ່ງ​ສຳຄັນ? ແລະ​ເຮົາ​ແຕ່​ລະ​ຄົນ​ມີ​ສ່ວນ​ແນວ​ໃດ​ໃນ​ການ​ແກ້ໄຂ​ປະເດັນ​ນີ້? ການ​ຮູ້​ຄຳຕອບ​ສຳລັບ​ຄຳຖາມ​ນີ້​ແລະ​ຄຳຖາມ​ອື່ນໆຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

^ ຂໍ້ 18 ເບິ່ງ​ລາຍການ​ໂທລະທັດ JW ປະຈຳ​ເດືອນ​ມັງກອນ 2018 ໃນ​ເວັບໄຊ jw.org®. ເຂົ້າ​ໄປ​ທີ່ ໜັງສື​ແລະ​ສື່​ຕ່າງໆ > ລາຍການ​ໂທລະທັດ JW.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ຊາຕານ​ໃສ່​ຮ້າຍ​ພະ​ເຢໂຫວາ​ໂດຍ​ບອກ​ເອວາ​ວ່າ​ພະອົງ​ເວົ້າ​ຕົວະ. ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ທີ່​ຊາຕານ​ໄດ້​ສົ່ງເສີມ​ຄຳ​ສອນ​ທີ່​ຜິດໆເຊັ່ນ: ຄຳ​ສອນ​ທີ່​ວ່າ​ພະເຈົ້າ​ໂຫດ​ຮ້າຍ ແລະ​ບໍ່​ໄດ້​ສ້າງ​ມະນຸດ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ນຳ​ການ​ສຶກສາ ລາວ​ເນັ້ນ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະເຈົ້າ.