ການຄວບຄຸມຕົວເອງເປັນຄຸນລັກສະນະທີ່ສຳຄັນເພື່ອເຮັດໃຫ້ພະເຢໂຫວາພໍໃຈ
ພໍລ໌ເວົ້າວ່າ: “ຕອນທີ່ຂ້ອຍຕີກັບຫຼານຂອງແມ່ ຂ້ອຍໄດ້ຈັບຄໍລາວແລະກໍເລີ່ມບີບ ຂ້ອຍຢາກຂ້າລາວ.”
ມາໂຄເວົ້າວ່າ: “ຕອນທີ່ຢູ່ເຮືອນ ຂ້ອຍມັກໃຈຮ້າຍງ່າຍແລະມັກຈະອາລະວາດ ຖ້າມີຫຍັງຢູ່ໃກ້ມື ຂ້ອຍກໍຈະແກວ່ງມັນຖິ້ມໝົດບໍ່ວ່າຈະເປັນຖ້ວຍ ບ່ວງ ຈານ ຊາມ.”
ເຮົາອາດຈະບໍ່ເຮັດເຖິງຂັ້ນນັ້ນ ແຕ່ເຮົາທຸກຄົນມີບັນຫາໃນການຄວບຄຸມຕົວເປັນບາງຄັ້ງຄາວ. ນີ້ກໍເປັນຍ້ອນວ່າເຮົາໄດ້ຮັບບາບຈາກອາດາມມະນຸດຄົນທຳອິດ. (ຣມ. 5:12) ບາງຄົນກໍເປັນຄືກັບພໍລ໌ແລະມາໂຄທີ່ອາດຈະມີບັນຫາໃນການຄວບຄຸມອາລົມຄວາມຮູ້ສຶກ. ສ່ວນຄົນອື່ນອາດຈະຮູ້ສຶກວ່າຍາກທີ່ຈະຄວບຄຸມຄວາມຄິດ ເຂົາເຈົ້າມັກຄິດເຖິງສິ່ງທີ່ເຮັດໃຫ້ຢ້ານຫຼືອາດຈະຄິດໃນແງ່ລົບ. ບາງຄົນອາດຈະມີບັນຫາໃນການຢັ້ບຢັ້ງຕົວເອງຈາກການເຮັດຜິດສິນລະທຳທາງເພດ ກິນເຫຼົ້າຫຼາຍໂພດຫຼືໃຊ້ຢາໃນທາງທີ່ຜິດ.
ຜູ້ທີ່ບໍ່ຄວບຄຸມຄວາມຄິດ ຄວາມຕ້ອງການ ແລະການກະທຳສາມາດທຳລາຍຊີວິດຂອງຕົວເອງໄດ້. ເຮົາຢາກຫຼີກລ່ຽງທີ່ຈະບໍ່ເຮັດແບບນັ້ນ. ແລ້ວເຮົາຈະເຮັດແນວໃດ? ເຮົາຕ້ອງຄວບຄຸມຕົວເອງ. ເພື່ອຈະຄວບຄຸມຕົວເອງໄດ້ ໃຫ້ເຮົາມາຕອບ 3 ຄຳຖາມນີ້: (1) ການຄວບຄຸມຕົວເອງແມ່ນຫຍັງ? (2) ເປັນຫຍັງການຄວບຄຸມຕົວເອງຈຶ່ງສຳຄັນ? (3) ເຮົາຈະພັດທະນາຄຸນລັກສະນະນີ້ທີ່ເປັນ “ຜົນທີ່ເກີດຈາກພະລັງຂອງພະເຈົ້າ” ໄດ້ແນວໃດ? (ຄລຕ. 5:22, 23) ຈາກນັ້ນເຮົາຈະມາເບິ່ງວ່າ ຈະເປັນແນວໃດຖ້າເຮົາບໍ່ໄດ້ຄວບຄຸມຕົວເອງ.
ການຄວບຄຸມຕົວເອງແມ່ນຫຍັງ?
ຄົນທີ່ຄວບຄຸມຕົວເອງຈະບໍ່ສະແດງອາລົມຄວາມຮູ້ສຶກຫຼາຍເກີນໄປ ແຕ່ລາວຈະເວົ້າແລະເຮັດໃນແບບທີ່ພະເຈົ້າພໍໃຈ.
ພະເຢຊູບອກເຮົາໃຫ້ຮູ້ຄວາມໝາຍຂອງການຄວບຄຸມຕົວເອງ. ຄຳພີໄບເບິນບອກວ່າ: “ເມື່ອຖືກດ່າເພິ່ນກໍບໍ່ໄດ້ດ່າຕອບ ເມື່ອທົນທຸກທໍລະມານ ເພິ່ນກໍບໍ່ໄດ້ຂົ່ມຂູ່ຜູ້ໃດ ແຕ່ຝາກຕົວເພິ່ນເອງໄວ້ກັບພະເຈົ້າທີ່ຕັດສິນຢ່າງຍຸຕິທຳ.” (1 ປຕ. 2:23) ພະເຢຊູຄວບຄຸມຕົວເອງເມື່ອຜູ້ຕໍ່ຕ້ານເວົ້າດູຖູກເພິ່ນຕອນທີ່ເພິ່ນຖືກຄຶງເທິງເສົາທໍລະມານ. (ມທ. 27:39-44) ກ່ອນໜ້ານັ້ນເພິ່ນໄດ້ຄວບຄຸມຕົວເອງຕອນທີ່ພວກຫົວໜ້າສາສະໜາພະຍາຍາມຈັບຜິດຄຳເວົ້າຂອງເພິ່ນ. (ມທ. 22:15-22) ແລະພະເຢຊູຍັງວາງຕົວຢ່າງທີ່ດີໃນການຄວບຄຸມຕົວເອງຕອນທີ່ຊາວຢິວດຶກກ້ອນຫີນໃສ່ເພິ່ນ ແທນທີ່ເພິ່ນຈະຕອບໂຕ້ “ເພິ່ນໄປລີ້ແລ້ວອອກໄປຈາກວິຫານ.”—ຢຮ. 8:57-59
ເຮົາຈະເຮັດຕາມຕົວຢ່າງຂອງພະເຢຊູໄດ້ບໍ? ກໍໄດ້ຢູ່. ອັກຄະສາວົກເປໂຕບອກວ່າ: “ພະຄລິດເອງກໍຍັງທົນທຸກເພື່ອພວກເຈົ້າ ເພິ່ນເປັນຕົວຢ່າງເພື່ອໃຫ້ພວກເຈົ້າຍ່າງຕາມຮອຍຕີນເພິ່ນຢ່າງໃກ້ຊິດ.” (1 ປຕ. 2:21) ເຖິງວ່າເຮົາຈະເປັນຄົນທີ່ບໍ່ສົມບູນແບບ ແຕ່ເຮົາກໍສາມາດເຮັດຕາມຕົວຢ່າງຂອງພະເຢຊູໃນການຄວບຄຸມຕົວເອງເທົ່າທີ່ເປັນໄປໄດ້. ເປັນຫຍັງການເຮັດແບບນັ້ນຈຶ່ງສຳຄັນ?
ເປັນຫຍັງການຄວບຄຸມຕົວເອງຈຶ່ງສຳຄັນ?
ເຮົາຈຳເປັນຕ້ອງຄວບຄຸມຕົວເອງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ. ເຖິງວ່າເຮົາຈະຮັບໃຊ້ພະເຢໂຫວາມາຫຼາຍປີ ແຕ່ເຮົາກໍອາດສູນເສຍສາຍສຳພັນກັບພະອົງໄດ້ຖ້າເຮົາບໍ່ຄວບຄຸມສິ່ງທີ່ເຮົາເວົ້າແລະສິ່ງທີ່ເຮົາເຮັດ.
ຂໍໃຫ້ຄິດເຖິງຕົວຢ່າງຂອງໂມເຊ ລາວເປັນ “ຄົນໃຈອ່ອນຫວານຫຼາຍ ຫຼາຍກວ່າຄົນທັງປວງທີ່ຢູ່ໜ້າແຜ່ນດິນໂລກ.” (ຈົດເຊັນ. 12:3) ລາວອົດທົນກັບຊາວອິດສະຣາເອນມາຫຼາຍປີ ແຕ່ໃນທີ່ສຸດລາວກໍບໍ່ໄດ້ຄວບຄຸມຕົວເອງ. ລາວໃຈຮ້າຍໃຫ້ເຂົາເຈົ້າທີ່ຈົ່ມກ່ຽວກັບເລື່ອງນ້ຳ ດັ່ງນັ້ນລາວຈຶ່ງເວົ້າບໍ່ມ່ວນກັບເຂົາເຈົ້າ ລາວເວົ້າວ່າ: “ພວກຄົນດື້ຈົ່ງຟັງເຖີ້ນ ພວກເຮົາຈະໃຫ້ນ້ຳອອກມາຈາກຫີນດານນີ້ສຳລັບທ່ານທັງຫຼາຍຫຼື?”—ຈົດເຊັນ. 20:2-11
ໂມເຊບໍ່ໄດ້ຄວບຄຸມຕົວເອງ. ລາວບໍ່ໄດ້ໃຫ້ກຽດພະເຢໂຫວາເຊິ່ງເປັນຜູ້ທີ່ໃຫ້ນ້ຳກັບເຂົາເຈົ້າ. (ເພງ. 106:32, 33) ຜົນກໍຄື ພະເຢໂຫວາບໍ່ໄດ້ໃຫ້ລາວເຂົ້າໄປໃນແຜ່ນດິນຕາມຄຳສັນຍາ. (ຈົດເຊັນ. 20:12) ໂມເຊອາດຈະຮູ້ສຶກເສຍໃຈໄປຕະຫຼອດຊີວິດທີ່ບໍ່ໄດ້ຄວບຄຸມຕົວເອງ.—ບັນຍັດ. 3:23-27
ເຮົາໄດ້ບົດຮຽນຫຍັງ? ເຖິງແມ່ນເຮົາຈະຢູ່ໃນຄວາມຈິງມາຫຼາຍປີ ແຕ່ເຮົາກໍອາດຈະເວົ້າໃນແບບທີ່ບໍ່ໄດ້ໃຫ້ກຽດຄົນທີ່ມັກກວນເຮົາຫຼືຄົນທີ່ຕ້ອງໄດ້ຮັບການສັ່ງສອນ. (ອຟຊ. 4:32; ກລຊ. 3:12) ຫຼືເມື່ອເຮົາອາຍຸຫຼາຍຂຶ້ນຄວາມອົດທົນຂອງເຮົາກໍອາດຈະຫຼຸດໜ້ອຍລົງ. ແຕ່ຂໍໃຫ້ຈື່ຕົວຢ່າງຂອງໂມເຊ ເຮົາອາດຈະທຳລາຍຊື່ສຽງໃນການຮັບໃຊ້ພະເຢໂຫວາເນື່ອງຈາກບໍ່ໄດ້ຄວບຄຸມຕົວເອງ. ຄັນຊັ້ນເຮົາຈະເຮັດແນວໃດເພື່ອພັດທະນາຄຸນລັກສະນະທີ່ສຳຄັນນີ້?
ເຮົາຈະພັດທະນາການຄວບຄຸມຕົວເອງໄດ້ແນວໃດ?
ອະທິດຖານຂໍພະລັງບໍລິສຸດ. ເປັນຫຍັງຈຶ່ງຂໍ? ກໍຍ້ອນວ່າການຄວບຄຸມຕົວເອງເປັນໜຶ່ງໃນຜົນຂອງພະລັງບໍລິສຸດຂອງພະເຢໂຫວາແລະພະເຢໂຫວາຈະໃຫ້ທຸກຄົນທີ່ຂໍຈາກພະອົງ. (ລກ. 11:13) ໂດຍທາງພະລັງບໍລິສຸດ ພະເຢໂຫວາຈະໃຫ້ກຳລັງທີ່ເຮົາຈຳເປັນຕ້ອງມີ. (ຟລປ. 4:13) ພະອົງຍັງສາມາດຊ່ວຍເຮົາໃຫ້ພັດທະນາຄຸນລັກສະນະອື່ນໆຂອງພະລັງບໍລິສຸດ ເຊັ່ນ: ຄວາມຮັກ ເຊິ່ງສິ່ງເຫຼົ່ານີ້ຈະຊ່ວຍເຮົາໃຫ້ຄວບຄຸມຕົວເອງຫຼາຍຂຶ້ນ.—1 ກຣ. 13:5
ຫຼີກລ່ຽງສິ່ງທີ່ອາດເຮັດໃຫ້ຄວບຄຸມຕົວເອງໄດ້ຍາກ. ຕົວຢ່າງ: ຫຼີກລ່ຽງເວັບໄຊໃນອິນເຕີເນັດ ແລະການອຟຊ. 5:3, 4) ທີ່ຈິງ ເຮົາຕ້ອງຫຼີກລ່ຽງສິ່ງໃດກໍຕາມທີ່ອາດເຮັດໃຫ້ເຮົາຢາກເຮັດສິ່ງທີ່ບໍ່ຖືກຕ້ອງ. (ສຸພາ. 22:3; 1 ກຣ. 6:12) ຕົວຢ່າງເຊັ່ນ: ຜູ້ທີ່ມີແນວໂນ້ມຈະເຮັດຜິດສິນລະທຳທາງເພດອາດຕ້ອງລະວັງທີ່ຈະບໍ່ອ່ານປຶ້ມຫຼືເບິ່ງໜັງກ່ຽວກັບຄວາມຮັກທີ່ຫວານຊຶ້ງ.
ພັກຜ່ອນຢ່ອນໃຈທີ່ບໍ່ງາມ. (ເຮົາອາດຮູ້ສຶກວ່າຍາກທີ່ຈະເຮັດຕາມຄຳແນະນຳນີ້. ແຕ່ຖ້າເຮົາພະຍາຍາມແທ້ໆພະເຢໂຫວາຈະໃຫ້ກຳລັງແລະຄວາມສາມາດກັບເຮົາເພື່ອຈະຄວບຄຸມຕົວເອງໄດ້. (2 ປຕ. 1:5-8) ພະອົງຈະຊ່ວຍເຮົາໃຫ້ຄວບຄຸມຄວາມຄິດ ຄຳເວົ້າ ແລະການກະທຳ. ຄືກັບຕົວຢ່າງຂອງພໍລ໌ແລະມາໂຄທີ່ເວົ້າເຖິງກ່ອນໜ້ານີ້ ທັງສອງຄົນໄດ້ຮຽນຮູ້ວິທີທີ່ຈະຄວບຄຸມອາລົມທີ່ຮຸນແຮງ. ຂໍໃຫ້ຄິດເຖິງຕົວຢ່າງຂອງພີ່ນ້ອງອີກຄົນໜຶ່ງທີ່ມັກອາລົມເສຍຕອນທີ່ຂັບລົດ ແລະບາງເທື່ອລາວກໍຢາກອະລະວາດໃສ່ຄົນອື່ນ. ລາວເຮັດແນວໃດ? ລາວບອກວ່າ: “ຂ້ອຍອະທິດຖານຢ່າງຈິງຈັງແຕ່ລະມື້ ຂ້ອຍໄປຄົ້ນຄວ້າບົດຄວາມທີ່ເວົ້າເຖິງການຄວບຄຸມຕົວເອງແລະພະຍາຍາມຈື່ຂໍ້ຄຳພີຕ່າງໆທີ່ເປັນປະໂຫຍດ. ເຖິງວ່າຂ້ອຍຈະໄດ້ເຮັດຕາມນີ້ຫຼາຍປີແລ້ວ ແຕ່ຂ້ອຍກໍຍັງຕ້ອງຕັ້ງໃຈທີ່ຈະພະຍາຍາມເປັນຄົນໃຈເຢັນ ຖ້າຂ້ອຍຕ້ອງເດີນທາງ ຂ້ອຍຈະອອກຕັ້ງແຕ່ເຊົ້າໆເພື່ອຈະບໍ່ຂັບລົດແບບຟ້າວຟັ່ງ.”
ຈະເປັນແນວໃດຖ້າບໍ່ໄດ້ຄວບຄຸມຕົວເອງ
ຖ້າເຮົາບໍ່ຄວບຄຸມຕົວເອງ ເຮົາອາດຮູ້ສຶກອາຍທີ່ຈະອະທິດຖານເຖິງພະເຢໂຫວາ. ແຕ່ນີ້ເປັນເວລາທີ່ເຮົາຕ້ອງອະທິດຖານເຖິງພະເຢໂຫວາທັນທີ ຂໍຄວາມຊ່ວຍເຫຼືອຈາກພະອົງ ຂໍພະອົງໃຫ້ອະໄພເຮົາ ແລະຕັ້ງໃຈທີ່ຈະບໍ່ເຮັດຜິດຊ້ຳອີກ. (ເພງ. 51:9-11) ພະເຢໂຫວາຈະຟັງຄຳອະທິດຖານທີ່ຈິງໃຈຂອງເຮົາ. (ເພງ. 102:17) ອັກຄະສາວົກໂຢຮັນບອກເຮົາວ່າ ເລືອດຂອງພະເຢຊູ “ລົບລ້າງບາບທັງໝົດຂອງພວກເຮົາ.” (1 ຢຮ. 1:7; 2:1; ເພງ. 86:5) ຂໍໃຫ້ຈື່ໄວ້ວ່າພະເຢໂຫວາບອກຜູ້ຮັບໃຊ້ຂອງພະອົງທຸກຄົນໃຫ້ອະໄພກັນຢ່າງໃຈກວ້າງ. ດັ່ງນັ້ນ ເຮົາກໍສາມາດໝັ້ນໃຈໄດ້ວ່າພະອົງຈະໃຫ້ອະໄພເຮົາຄືກັນ.—ມທ. 18:21, 22; ກລຊ. 3:13
ພະເຢໂຫວາບໍ່ພໍໃຈຕອນທີ່ໂມເຊບໍ່ໄດ້ຄວບຄຸມຕົວເອງ. ແຕ່ພະອົງກໍໃຫ້ອະໄພລາວ ແລະຄຳພີໄບເບິນກໍບອກວ່າລາວເປັນຕົວຢ່າງທີ່ດີໃນເລື່ອງຄວາມເຊື່ອ. (ບັນຍັດ. 34:10; ຮຣ. 11:24-28) ເຖິງວ່າພະເຢໂຫວາຈະບໍ່ໃຫ້ໂມເຊເຂົ້າໄປໃນແຜ່ນດິນຕາມຄຳສັນຍາ ແຕ່ພະອົງກໍໃຫ້ລາວເຂົ້າໄປໃນໂລກໃໝ່ທີ່ເປັນອຸທິຍານພ້ອມກັບຄວາມຫວັງທີ່ຈະມີຊີວິດຕະຫຼອດໄປ. ເຮົາກໍສາມາດມີຄວາມຫວັງແບບນີ້ໄດ້ຄືກັນຖ້າເຮົາພະຍາຍາມພັດທະນາການຄວບຄຸມຕົວເອງ.—1 ກຣ. 9:25