ຄຳຖາມຈາກຜູ້ອ່ານ
ຄຸນລັກສະນະຕ່າງໆເຊິ່ງເປັນ “ຜົນທີ່ເກີດຈາກພະລັງຂອງພະເຈົ້າ” ມີແຕ່ຢູ່ໃນຄາລາເຕຍ 5:22, 23 ເທົ່ານັ້ນບໍ?
ຂໍ້ພະຄຳພີສອງຂໍ້ນີ້ເວົ້າເຖິງຄຸນລັກສະນະ 9 ຢ່າງຂອງຄລິດສະຕຽນເຊິ່ງກໍຄື: “ຜົນທີ່ເກີດຈາກພະລັງຂອງພະເຈົ້າແມ່ນ ຄວາມຮັກ ຄວາມຍິນດີ ສັນຕິສຸກ ຄວາມອົດທົນອົດກັ້ນ ຄວາມກະລຸນາ ຄວາມດີ ຄວາມເຊື່ອ ຄວາມອ່ອນໂຍນ ແລະການຄວບຄຸມຕົວເອງ.” ເຮົາບໍ່ຄວນຄິດວ່າມີພຽງແຕ່ຄຸນລັກສະນະເຫຼົ່ານີ້ເທົ່ານັ້ນທີ່ພະລັງຂອງພະເຈົ້າຈະຊ່ວຍເຮົາໃຫ້ພັດທະນາ ແຕ່ຍັງມີຄຸນລັກສະນະອື່ນນຳອີກ.
ຂໍສັງເກດສິ່ງທີ່ໂປໂລຂຽນໃນຂໍ້ຄຳພີກ່ອນໜ້ານີ້ທີ່ວ່າ: “ການກະທຳທີ່ເກີດຈາກຄວາມຕ້ອງການຂອງຮ່າງກາຍທີ່ມີບາບນັ້ນ . . . ແມ່ນ ການເຮັດຜິດສິນລະທຳທາງເພດ ການກະທຳທີ່ບໍ່ສະອາດ ການປະພຶດແບບບໍ່ມີຢາງອາຍ ການຂາບໄຫວ້ຮູບບູຊາ ການຫຼິ້ນໄສຍະສາດ ການເປັນສັດຕູກັນ ການຜິດຖຽງກັນ ການລະແວງກັນ ການໃຈຮ້າຍໃຫ້ກັນ ການຂັດແຍ່ງກັນ ການແບ່ງພັກແບ່ງພວກ ການແຍກເປັນນິກາຍຕ່າງໆ ການອິດສາກັນ ການເມົາເຫຼົ້າ ການລ້ຽງເຮຮາຈົນສຸດຂີດ ແລະສິ່ງອື່ນໆໃນທຳນອງດຽວກັນນີ້.” (ຄລຕ. 5:19-21) ໂປໂລລົງທ້າຍດ້ວຍຄຳວ່າ “ສິ່ງອື່ນໆໃນທຳນອງດຽວກັນນີ້” ສະແດງວ່າລາວບໍ່ໄດ້ໝາຍເຖິງທຸກຢ່າງທີ່ເປັນ “ການກະທຳທີ່ເກີດຈາກຄວາມຕ້ອງການຂອງຮ່າງກາຍທີ່ມີບາບ” ເຊິ່ງສິ່ງເຫຼົ່ານັ້ນມີຢູ່ໃນໂກໂລຊາຍ 3:5. ຄ້າຍຄືກັນ ຕອນທີ່ໂປໂລເວົ້າເຖິງຄຸນລັກສະນະທີ່ດີ 9 ຢ່າງ ລາວບອກວ່າ: “ສິ່ງເຫຼົ່ານີ້ບໍ່ມີກົດໝາຍຫ້າມເລີຍ” ນີ້ສະແດງວ່າໂປໂລບໍ່ໄດ້ຂຽນຄຸນລັກສະນະທີ່ດີທຸກຢ່າງທີ່ເຮົາຕ້ອງພັດທະນາໂດຍພະລັງບໍລິສຸດ.
ເຮົາເຂົ້າໃຈແຈ້ງເມື່ອສົມທຽບເລື່ອງນີ້ກັບສິ່ງທີ່ລາວຂຽນເຖິງພີ່ນ້ອງໃນປະຊາຄົມເອເຟໂຊ ທີ່ວ່າ: “ຜົນຂອງຄວາມສະຫວ່າງ ນັ້ນແມ່ນ ຄວາມດີທຸກຢ່າງ ຄວາມຖືກຕ້ອງ ແລະຄວາມຊື່ກົງ.” (ອຟຊ. 5:8, 9) ເຖິງວ່າ “ຄວາມດີ” ຈະລວມຢູ່ກັບຄວາມຖືກຕ້ອງ ແລະຄວາມຊື່ກົງເຊິ່ງເປັນສ່ວນໜຶ່ງໃນ “ຜົນຂອງຄວາມສະຫວ່າງ” ແຕ່ຄວາມດີກໍຍັງເປັນສ່ວນໜຶ່ງໃນ “ຜົນທີ່ເກີດຈາກພະລັງຂອງພະເຈົ້າ” ນຳ.
ຄ້າຍຄືກັນ ໂປໂລຍັງບອກຕີໂມທຽວໃຫ້ “ພະຍາຍາມປູກຝັງຄຸນຄວາມດີ ຄວາມເຫຼື້ອມໃສພະເຈົ້າ ຄວາມເຊື່ອ ຄວາມຮັກ ຄວາມອົດທົນ ແລະຄວາມອ່ອນໂຍນ” ເຊິ່ງເປັນຄຸນລັກສະນະທີ່ດີ 6 ຢ່າງ. (1 ຕມ. 6:11) ແຕ່ໃນຄຸນລັກສະນະນັ້ນມີແຕ່ 3 ຢ່າງ (ຄວາມເຊື່ອ ຄວາມຮັກ ຄວາມອົດທົນ) ທີ່ເປັນ “ຜົນທີ່ເກີດຈາກພະລັງຂອງພະເຈົ້າ.” ແນວໃດກໍຕາມ ຕີໂມທຽວຍັງຕ້ອງໃຫ້ພະລັງບໍລິສຸດຊ່ວຍລາວໃຫ້ພັດທະນາຄຸນລັກສະນະເຫຼົ່ານີ້ນຳ ເຊັ່ນ: ຄຸນຄວາມດີ ຄວາມເຫຼື້ອມໃສພະເຈົ້າ ແລະຄວາມອົດທົນ.—ສົມທຽບກັບໂກໂລຊາຍ 3:12; 2 ເປໂຕ 1:5-7
ສະນັ້ນ ຄາລາເຕຍ 5:22, 23 ບໍ່ໄດ້ເວົ້າເຖິງຄຸນລັກສະນະທຸກຢ່າງທີ່ຄລິດສະຕຽນຄວນພັດທະນາ. ເຖິງວ່າພະລັງຂອງພະເຈົ້າສາມາດຊ່ວຍເຮົາໃຫ້ພັດທະນາ 9 ຢ່າງທີ່ເປັນ “ຜົນທີ່ເກີດຈາກພະລັງຂອງພະເຈົ້າ” ແຕ່ກໍຍັງມີຄຸນລັກສະນະອື່ນໆອີກທີ່ເຮົາຕ້ອງພັດທະນາເພື່ອຈະເປັນຄລິດສະຕຽນທີ່ເປັນຜູ້ໃຫຍ່ດ້ານຄວາມເຊື່ອ ແລະ “ປູກຝັງລັກສະນະນິດໄສໃໝ່ທີ່ຖືກສ້າງຂຶ້ນຕາມທີ່ພະເຈົ້າຕ້ອງການ ເຊິ່ງເປັນໄປຕາມຄວາມຖືກຕ້ອງຊອບທຳແລະຄວາມພັກດີແທ້.”—ອຟຊ. 4:24