ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 28

ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຈົ້າ​ເຊື່ອ​ເປັນ​ຄວາມ​ຈິງ

ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ເຈົ້າ​ເຊື່ອ​ເປັນ​ຄວາມ​ຈິງ

“ຢ່າ​ເຊົາ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ແລະ​ໝັ້ນ​ໃຈ​ແລ້ວ.”—2 ຕມ. 3:14

ເພງ 56 ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ

ໃຈ​ຄວາມ​ສຳຄັນ *

1. ເມື່ອ​ເວົ້າ​ເຖິງ “ຄວາມ​ຈິງ” ເຮົາ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ພະຍານ​ພະ​ເຢໂຫວາ​ມັກ​ຖາມ​ກັນ​ວ່າ: “ເຈົ້າ​ຮູ້ຈັກ​ຄວາມ​ຈິງ​ໄດ້​ແນວ​ໃດ?” “ເຈົ້າ​ໃຫຍ່​ມາ​ໃນ​ຄວາມ​ຈິງ​ບໍ?” ແລະ “ເຈົ້າ​ຢູ່​ໃນ​ຄວາມ​ຈິງ​ດົນ​ປານ​ໃດ​ແລ້ວ?” ເມື່ອ​ເວົ້າ​ເຖິງ​ຄວາມ​ຈິງ ເຮົາ​ໝາຍ​ຄວາມ​ວ່າ​ແນວ​ໃດ? ປົກກະຕິ​ແລ້ວ​ເຮົາ​ມັກ​ໃຊ້​ຄຳ​ນີ້​ເມື່ອ​ເວົ້າ​ເຖິງ​ຄວາມ​ເຊື່ອ ການ​ນະມັດສະການ ແລະ​ການ​ໃຊ້​ຊີວິດ​ຂອງ​ເຮົາ. ຄົນ​ທີ່​ຢູ່​ໃນ​ຄວາມ​ຈິງ​ຈະ​ຮູ້​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ ແລະ​ໃຊ້​ຊີວິດ​ຕາມ​ນັ້ນ. ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ອິດ​ສະຫຼະ​ຈາກ​ຄຳ​ສອນ​ທີ່​ຜິດໆ ແລະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ໄດ້​ເຖິງ​ວ່າ​ຈະ​ຍັງ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ.—ຢຮ. 8:32

2. ຕາມ​ໂຢຮັນ 13:34-35 ອັນ​ໃດ​ເຮັດ​ໃຫ້​ບາງ​ຄົນ​ສົນ​ໃຈ​ຄວາມ​ຈິງ​ຕັ້ງ​ແຕ່​ທຳອິດ?

2 ອັນ​ໃດ​ເຮັດ​ໃຫ້​ເຈົ້າ​ສົນ​ໃຈ​ຄວາມ​ຈິງ​ຕັ້ງ​ແຕ່​ທຳອິດ? ອາດ​ເປັນ​ຍ້ອນ​ການ​ປະພຶດ​ທີ່​ດີ​ຂອງ​ພະຍານ​ພະ​ເຢໂຫວາ. (1 ປຕ. 2:12) ຫຼື​ອາດ​ເປັນ​ຍ້ອນ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ສະແດງ​ຕໍ່​ກັນ ເພາະ​ຫຼາຍ​ຄົນ​ທີ່​ມາ​ປະຊຸມ​ເທື່ອ​ທຳອິດ​ຈະ​ຈື່​ຄວາມ​ຮັກ​ທີ່​ພີ່ນ້ອງ​ສະແດງ​ຕໍ່​ກັນ​ຫຼາຍ​ກວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ໃນ​ການ​ປະຊຸມ. ນີ້​ບໍ່​ແມ່ນ​ເລື່ອງ​ແປກ​ເພາະ​ພະ​ເຢຊູ​ບອກ​ວ່າ ລູກສິດ​ແທ້​ຂອງ​ເພິ່ນ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ. (ອ່ານ​ໂຢຮັນ 13:34, 35) ແຕ່​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ເຮົາ​ຕ້ອງ​ເຮັດ​ຫຼາຍ​ກວ່າ​ນັ້ນ.

3. ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ຍ້ອນ​ວ່າ​ຮັກ​ພີ່ນ້ອງ​ເທົ່າ​ນັ້ນ​ເຮົາ​ອາດ​ຈະ​ເປັນ​ແນວ​ໃດ?

3 ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ເຮົາ​ຮັກ​ພີ່ນ້ອງ. ຍ້ອນ​ຫຍັງ? ກໍ​ເພາະ​ວ່າ ຖ້າ​ຜູ້​ດູ​ແລ​ຫຼື​ໄພໂອເນຍ​ເຮັດ​ຜິດ​ຮ້າຍແຮງ ຫຼື​ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ໃຫ້​ເຮົາ​ເສຍໃຈ ຫຼື​ບາງ​ຄົນ​ອາດ​ຈະ​ກາຍ​ເປັນ​ຜູ້​ທີ່​ທໍລະຍົດ​ພະເຈົ້າ​ແລະ​ບອກ​ວ່າ​ສິ່ງ​ທີ່​ເຮົາ​ເຊື່ອ​ບໍ່​ແມ່ນ​ຄວາມ​ຈິງ ສິ່ງ​ເຫຼົ່າ​ນີ້​ອາດ​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ກໍ​ໄດ້ ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ຍ້ອນ​ວ່າ​ຮັກ​ພີ່ນ້ອງ​ເທົ່າ​ນັ້ນ. ນີ້​ເຮັດ​ໃຫ້​ຮູ້​ວ່າ​ເຮົາ​ເອງ​ຕ້ອງ​ມີ​ຄວາມ​ເຊື່ອ​ມາ​ຈາກ​ການ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ເພາະ​ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ຍ້ອນ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ ກໍ​ເປັນ​ຄື​ກັບ​ເຮົາ​ກຳລັງ​ປຸກ​ເຮືອນ​ໃສ່​ດິນ​ຂອງ​ຄົນ​ອື່ນ. ນອກ​ຈາກ​ນັ້ນ ເມື່ອ​ເຮົາ​ປຸກ​ເຮືອນ ເຮົາ​ຄື​ຊິ​ເລືອກ​ໃຊ້​ວັດສະດຸ​ທີ່​ທົນ​ທານ​ແມ່ນ​ບໍ? ຄ້າຍ​ຄື​ກັນ ຄວາມ​ເຊື່ອ​ຂອງ​ເຮົາ​ຈະ​ເຂັ້ມແຂງ​ຫຼາຍ​ຂຶ້ນ ຖ້າ​ເຮົາ​ບໍ່​ພຽງ​ແຕ່​ເຊື່ອ​ຍ້ອນ​ອາລົມ​ຄວາມ​ຮູ້ສຶກ​ທີ່​ເປັນ​ຄື​ກັບ​ວັດສະດຸ​ທີ່​ບອບ​ບາງ​ເທົ່າ​ນັ້ນ ແຕ່​ເຊື່ອ​ຈາກ​ຂໍ້​ເທັດ​ຈິງ​ແລະ​ເຫດຜົນ​ທີ່​ໜັກແໜ້ນ​ເຊິ່ງ​ເປັນ​ຄື​ກັບ​ວັດສະດຸ​ທີ່​ທົນ​ທານ​ນຳ. ດັ່ງ​ນັ້ນ ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ຢ່າງ​ລະອຽດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ນັ້ນ​ເປັນ​ຄວາມ​ຈິງ.—ຣມ. 12:2

4. ຕາມ​ມັດທາຍ 13:3-6, 20, 21 ຄວາມ​ເຊື່ອ​ຂອງ​ບາງ​ຄົນ​ເປັນ​ແນວ​ໃດ​ເມື່ອ​ມີ​ບັນຫາ?

4 ພະ​ເຢຊູ​ບອກ​ວ່າ​ບາງ​ຄົນ​ຮັບ​ເອົາ​ຄວາມ​ຈິງ​ຍ້ອນ​ວ່າ “ມັກ” ຫຼື​ຮູ້ສຶກ​ວ່າ​ມີ​ຄວາມ​ສຸກ ແຕ່​ເມື່ອ​ມີ​ບັນຫາ​ຄວາມ​ເຊື່ອ​ເຂົາ​ເຈົ້າ​ກໍ​ອ່ອນ​ລົງ. (ອ່ານ​ມັດທາຍ 13:3-6, 20, 21) ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ວ່າ​ການ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. (ມທ. 16:24) ຫຼື​ເຂົາ​ເຈົ້າ​ອາດ​ຈະ​ຄິດ​ວ່າ​ການ​ເປັນ​ຄລິດສະຕຽນ​ຈະ​ບໍ່​ມີ​ບັນຫາ​ຫຍັງ​ເລີຍ ຫຼື​ຖ້າ​ມີ​ບັນຫາ ພະເຈົ້າ​ກໍ​ຈະ​ກຳຈັດ​ມັນ​ອອກ​ໄປ. ແຕ່​ໃນ​ໂລກ​ໃນ​ທຸກ​ມື້​ນີ້​ມີ​ບັນຫາ​ຫຼາຍ​ຢ່າງ ແລະ​ສະພາບການ​ໃນ​ຊີວິດ​ເຮົາ​ກໍ​ອາດ​ປ່ຽນ​ໄປ​ເຊິ່ງ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ.—ເພງ. 6:6; ຜູ້ປ. 9:11

5. ພີ່ນ້ອງ​ຫຼາຍ​ຄົນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ໝັ້ນ​ໃຈ​ໃນ​ຄວາມ​ຈິງ​ທີ່​ໄດ້​ຮຽນ​ຮູ້?

5 ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ເຮັດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ໝັ້ນ​ໃຈ​ໃນ​ຄວາມ​ຈິງ​ທີ່​ໄດ້​ຮຽນ​ຮູ້. ເຮົາ​ຮູ້​ໄດ້​ແນວ​ໃດ? ກໍ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຍັງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຢູ່​ເຖິງ​ວ່າ​ພີ່ນ້ອງ​ບາງ​ຄົນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍໃຈ​ແລະ​ປະຕິບັດ​ກັບ​ເຂົາ​ເຈົ້າ​ແບບ​ບໍ່​ຍຸຕິທຳ. (ເພງ. 119:165) ແລະ​ທຸກ​ຄັ້ງ​ທີ່​ມີ​ບັນຫາ​ເຂົາ​ເຈົ້າ​ກໍ​ແຮ່ງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. (ຢກບ. 1:2-4) ແລ້ວ​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແບບ​ນີ້​ໄດ້​ແນວ​ໃດ?

ຮັບ​ເອົາ “ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ພະເຈົ້າ”

6. ຄວາມ​ເຊື່ອ​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ມີ​ພື້ນຖານ​ມາ​ຈາກ​ຫຍັງ?

6 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ມີ​ຄວາມ​ເຊື່ອ​ມາ​ຈາກ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ພາກ​ພາສາ​ເຮັບເຣີ​ແລະ​ຄຳ​ສອນ​ຂອງ​ພະ​ເຢຊູ ເຊິ່ງ​ກໍ​ຄື “ຄວາມ​ຈິງ​ທີ່​ໄດ້​ຮຽນ​ຈາກ​ຂ່າວ​ດີ.” (ຄລຕ. 2:5) ຄວາມ​ຈິງ​ນີ້​ແມ່ນ​ທຸກ​ສິ່ງ​ທີ່​ຄລິດສະຕຽນ​ເຊື່ອ​ເຊິ່ງ​ລວມ​ເຖິງ​ຄວາມ​ຈິງ​ເລື່ອງ​ຄ່າໄຖ່​ຂອງ​ພະ​ເຢຊູ​ແລະ​ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ເພິ່ນ. ເປັນ​ຫຍັງ​ໂປໂລ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຄຳ​ສອນ​ເຫຼົ່າ​ນີ້​ເປັນ​ຄວາມ​ຈິງ? ກໍ​ເພາະ​ວ່າ​ລາວ “ໃຊ້​ຂໍ້​ພະ​ຄຳພີ​ຫຼາຍ​ຂໍ້​ເພື່ອ​ພິສູດ​ວ່າ​ພະຄລິດ​ຕ້ອງ​ທົນ​ທຸກ​ແລະ​ຄືນ​ມາ​ຈາກ​ຕາຍ.” (ກຈກ. 17:2, 3) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຮັບ​ເອົາ​ຄຳ​ສອນ​ຂອງ​ພະເຈົ້າ ແລະ​ໝາຍ​ເພິ່ງ​ພະລັງ​ບໍລິສຸດ​ໃຫ້​ຊ່ວຍ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຄຳ​ສອນ​ເຫຼົ່າ​ນັ້ນ. ເຂົາ​ເຈົ້າ​ສຶກສາ​ຄົ້ນ​ຄວ້າ​ຢ່າງ​ລະອຽດ​ຈົນ​ໝັ້ນ​ໃຈ​ວ່າ​ຄຳ​ສອນ​ເຫຼົ່າ​ນັ້ນ​ມາ​ຈາກ​ຄຳພີ​ໄບເບິນ. (ກຈກ. 17:11, 12; ຮຣ. 5:14) ເຫັນ​ໄດ້​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ມີ​ຄວາມ​ເຊື່ອ​ຍ້ອນ​ອາລົມ​ຄວາມ​ຮູ້ສຶກ​ຢ່າງ​ດຽວ ແລະ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ວ່າ​ມັກ​ສັງຄົມ​ພີ່ນ້ອງ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ຍ້ອນ​ມີ “ຄວາມ​ຮູ້​ທີ່​ຖືກຕ້ອງ​ກ່ຽວ​ກັບ​ພະເຈົ້າ.”—ກລຊ. 1:9, 10

7. ເຮົາ​ຈະ​ເປັນ​ແນວ​ໃດ​ຖ້າ​ຄວາມ​ເຊື່ອ​ຂອງ​ເຮົາ​ມາ​ຈາກ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ?

7 ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ບໍ່​ເຄີຍ​ປ່ຽນ. (ເພງ. 119:160) ບໍ່​ວ່າ​ສະພາບການ​ຂອງ​ເຮົາ​ຈະ​ປ່ຽນ​ໄປ​ຫຼາຍ​ສ່ຳ​ໃດ ຄົນ​ອື່ນ​ຈະ​ເຮັດ​ຜິດ​ຮ້າຍແຮງ​ຫຼື​ເຮັດ​ໃຫ້​ເຮົາ​ຄຽດ ຫຼື​ເຮົາ​ຈະ​ມີ​ຄວາມ​ທຸກ​ລຳບາກ​ໃນ​ຊີວິດ ແຕ່​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ກໍ​ຍັງ​ຄື​ເກົ່າ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຮູ້ຈັກ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ເປັນ​ຢ່າງ​ດີ​ແລະ​ເຮັດ​ໃຫ້​ຕົວ​ເອງ​ໝັ້ນ​ໃຈ​ວ່າ​ຄຳ​ສອນ​ເຫຼົ່າ​ນັ້ນ​ເປັນ​ຄວາມ​ຈິງ. ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຍ້ອນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ ເຮົາ​ກໍ​ຈະ​ຍັງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໃນ​ຕອນ​ທີ່​ຫຍຸ້ງຍາກ​ລຳບາກ. ແລ້ວ​ເຈົ້າ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ເຈົ້າ​ຮຽນ​ເປັນ​ຄວາມ​ຈິງ?

ຂໍ​ໃຫ້ “ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຈົ້າ​ຮຽນ”

8. ຕາມ 2 ຕີໂມທຽວ 3:14, 15 ອັນ​ໃດ​ເຮັດ​ໃຫ້​ຕີໂມທຽວ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຈາກ​ພະ​ຄຳພີ​ເປັນ​ຄວາມ​ຈິງ?

8 ຕີໂມທຽວ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ໃນ​ພະ​ຄຳພີ​ເປັນ​ຄວາມ​ຈິງ. ອັນ​ໃດ​ຊ່ວຍ​ລາວ​ໃຫ້​ໝັ້ນ​ໃຈ​ແບບ​ນັ້ນ? (ອ່ານ 2 ຕີໂມທຽວ 3:14, 15) ກໍ​ຍ້ອນ​ວ່າ​ແມ່​ແລະ​ແມ່​ຕູ້​ຂອງ​ລາວ​ໄດ້​ສອນ “ພະ​ຄຳພີ​ສັກສິດ” ໃຫ້​ລາວ ແລະ​ລາວ​ກໍ​ໄດ້​ໃຊ້​ເວລາ​ແລະ​ກຳລັງ​ເພື່ອ​ຈະ​ສຶກສາ​ຄົ້ນ​ຄວ້າ​ດ້ວຍ​ຕົວ​ເອງ ດັ່ງ​ນັ້ນ​ລາວ​ຈຶ່ງ “ໝັ້ນ​ໃຈ” ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ເປັນ​ຄວາມ​ຈິງ. ຕໍ່​ມາ​ຕີໂມທຽວ ແມ່ ແລະ​ແມ່​ຕູ້​ຂອງ​ລາວ​ກໍ​ໄດ້​ຮຽນ​ຮູ້​ຄຳ​ສອນ​ຂອງ​ຄລິດສະຕຽນ. ນີ້​ເຮັດ​ໃຫ້​ຕີໂມທຽວ​ຮູ້ສຶກ​ປະທັບ​ໃຈ​ໃນ​ຄວາມ​ຮັກ​ທີ່​ເພື່ອນ​ຄລິດສະຕຽນ​ສະແດງ​ຕໍ່​ກັນ ລາວ​ຈຶ່ງ​ຢາກ​ໃຊ້​ເວລາ​ຢູ່​ນຳ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ​ແລະ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. (ຟລປ. 2:19, 20) ແຕ່​ຄວາມ​ເຊື່ອ​ທີ່​ລາວ​ມີ​ບໍ່​ແມ່ນ​ຍ້ອນ​ວ່າ​ຮັກ​ພີ່ນ້ອງ ແຕ່​ຍ້ອນ​ຄຳ​ສອນ​ຈາກ​ຄຳພີ​ໄບເບິນ​ແລະ​ຍ້ອນ​ວ່າ​ລາວ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ. ເຈົ້າ​ກໍ​ຄື​ກັນ ເຈົ້າ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ຈົນ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ກ່ຽວ​ກັບ​ພະ​ເຢໂຫວາ​ເປັນ​ຄວາມ​ຈິງ.

9. ຄວາມ​ຈິງ​ທີ່​ສຳຄັນ 3 ຢ່າງ​ທີ່​ເຮົາ​ຕ້ອງ​ເຂົ້າ​ໃຈ​ມີ​ຫຍັງ​ແດ່?

9 ເຈົ້າ​ຕ້ອງ​ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ສຳຄັນ 3 ຢ່າງ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ. ທຳອິດ ເຈົ້າ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. (ອົບ. 3:14, 15; ຮຣ. 3:4; ພນມ. 4:11) ສອງ ເຈົ້າ​ຕ້ອງ​ໝັ້ນ​ໃຈ​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ. (2 ຕມ. 3:16, 17) ສາມ ເຈົ້າ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະຍານ​ພະ​ເຢໂຫວາ​ເປັນ​ກຸ່ມ​ດຽວ​ທີ່​ນະມັດສະການ​ພະ​ເຢໂຫວາ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຢຊູ. (ເອຊາ. 43:10-12; ຢຮ. 14:6; ກຈກ. 15:14) ການ​ໝັ້ນ​ໃຈ​ຄວາມ​ຈິງ​ທີ່​ສຳຄັນ​ເຫຼົ່າ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ຮູ້​ທຸກ​ຢ່າງ​ໃນ​ຄຳພີ​ໄບເບິນ ແຕ່​ເຈົ້າ​ຕ້ອງ​ໃຊ້ “ຄວາມ​ສາມາດ​ໃນ​ການ​ຄິດ​ຫາ​ເຫດຜົນ” ເພື່ອ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ.—ຣມ. 12:1

ຊ່ວຍ​ຄົນ​ອື່ນ​ໃຫ້​ໝັ້ນ​ໃຈ​ໃນ​ຄວາມ​ຈິງ

10. ເມື່ອ​ເຮົາ​ເຂົ້າ​ໃຈ​ຄວາມ​ຈິງ​ແລ້ວ ເຮົາ​ຄວນ​ຈະ​ເຮັດ​ຫຍັງ?

10 ຫຼັງ​ຈາກ​ທີ່​ເຈົ້າ​ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ສຳຄັນ 3 ຢ່າງ​ກ່ຽວ​ກັບ​ພະເຈົ້າ ຄຳພີ​ໄບເບິນ ແລະ​ປະຊາຊົນ​ຂອງ​ພະອົງ ເຈົ້າ​ກໍ​ຄວນ​ຈະ​ໃຊ້​ພະ​ຄຳພີ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ນີ້​ຄື​ກັນ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ມີ​ໜ້າ​ທີ່​ທີ່​ຈະ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຄົນ​ອື່ນ. * (1 ຕມ. 4:16) ແລະ​ເມື່ອ​ເຮົາ​ພະຍາຍາມ​ຊ່ວຍ​ຄົນ​ອື່ນ​ໃຫ້​ໝັ້ນ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຮົາ​ກໍ​ແຮ່ງ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ຈິງ​ເຫຼົ່າ​ນັ້ນ.

11. ອັກຄະສາວົກ​ໂປໂລ​ເຮັດ​ແນວ​ໃດ​ເມື່ອ​ສອນ​ຄົນ​ອື່ນ ແລະ​ເຮົາ​ຈະ​ຮຽນ​ແບບ​ລາວ​ໄດ້​ແນວ​ໃດ?

11 ເມື່ອ​ອັກຄະສາວົກ​ໂປໂລ​ສອນ​ຜູ້​ຄົນ ລາວ​ໄດ້ “ໂນ້ມນ້າວ​ໃຫ້​ພວກ​ເຂົາ​ເຊື່ອ​ໃນ​ພະ​ເຢຊູ​ໂດຍ​ອ້າງ​ຈາກ​ກົດໝາຍ​ຂອງ​ໂມເຊ​ແລະ​ຄຳ​ສອນ​ຂອງ​ພວກ​ຜູ້​ພະຍາກອນ.” (ກຈກ. 28:23) ເຮົາ​ຈະ​ຮຽນ​ແບບ​ໂປໂລ​ໄດ້​ແນວ​ໃດ​ເມື່ອ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຄົນ​ອື່ນ? ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ສອນ​ເຂົາ​ເຈົ້າ​ວ່າ​ຄຳພີ​ໄບເບິນ​ບອກ​ຫຍັງ​ແດ່ ແຕ່​ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສຶກສາ​ຄົ້ນ​ຄວ້າ​ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ. ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ຄວາມ​ຈິງ​ບໍ່​ແມ່ນ​ຍ້ອນ​ນັບຖື​ຫຼື​ເກງ​ໃຈ​ເຮົາ ແຕ່​ຍ້ອນ​ເຂົາ​ເຈົ້າ​ໄດ້​ສຶກສາ​ຄົ້ນ​ຄວ້າ​ຈົນ​ເຊື່ອ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ.

ພໍ່​ແມ່​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໂດຍ​ສອນ “ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ” ໃຫ້​ກັບ​ລູກ (ເບິ່ງ​ຂໍ້ 12-13) *

12-13. ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ຢູ່​ໃນ​ຄວາມ​ຈິງ​ຕໍ່ໆໄປ​ໄດ້​ແນວ​ໃດ?

12 ພໍ່​ແມ່​ຢາກ​ໃຫ້​ລູກ​ຢູ່​ໃນ​ຄວາມ​ຈິງ​ຕໍ່ໆໄປ. ພໍ່​ແມ່​ອາດ​ຈະ​ຮູ້ສຶກ​ວ່າ​ຖ້າ​ລູກ​ໄດ້​ຄົບຫາ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ເຂົາ​ເຈົ້າ​ກໍ​ຄື​ຊິ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ. ແຕ່​ເພື່ອ​ລູກ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ຕ້ອງ​ບໍ່​ພຽງ​ແຕ່​ມີ​ໝູ່​ທີ່​ດີ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ຕ້ອງ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ແລະ​ເຊື່ອ​ວ່າ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ.

13 ເພື່ອ​ຈະ​ສອນ​ລູກ​ໃຫ້​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ ພໍ່​ແມ່​ຕ້ອງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ. ພໍ່​ແມ່​ຕ້ອງ​ໃຊ້​ເວລາ​ໃນ​ການ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຮຽນ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ສາມາດ​ສອນ​ລູກ​ໃຫ້​ເຮັດ​ແບບ​ດຽວ​ກັນ​ໄດ້. ເຂົາ​ເຈົ້າ​ຕ້ອງ​ສອນ​ລູກ​ໃຫ້​ຮູ້ຈັກ​ໃຊ້​ເຄື່ອງ​ມື​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ຄື​ກັບ​ທີ່​ສອນ​ນັກ​ສຶກສາ. ຖ້າ​ພໍ່​ແມ່​ເຮັດ​ແບບ​ນັ້ນ ເຂົາ​ເຈົ້າ​ກໍ​ຈະ​ຊ່ວຍ​ລູກ​ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ພະອົງ​ໃຊ້ “ທາດທີ່ສັດຊື່ແລະສຸຂຸມ” ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ. (ມທ. 24:45-47) ພໍ່​ແມ່​ຕ້ອງ​ບໍ່​ພຽງ​ແຕ່​ສອນ​ລູກ​ໃຫ້​ຮູ້ຈັກ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ເຂົາ​ເຈົ້າ​ຕ້ອງ​ຊ່ວຍ​ລູກ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໂດຍ​ສອນ “ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ” ຕາມ​ອາຍຸ​ແລະ​ຄວາມ​ສາມາດ​ຂອງ​ລູກ.—1 ກຣ. 2:10

ສຶກສາ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ

14. ເປັນ​ຫຍັງ​ເຮົາ​ຄວນ​ສຶກສາ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ? (ເບິ່ງ​ຂອບ “ ເຈົ້າ​ອະທິບາຍ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ໄດ້​ບໍ?”)

14 ຄຳ​ພະຍາກອນ​ເປັນ​ສ່ວນ​ສຳຄັນ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ພະ​ເຢໂຫວາ. ແລ້ວ​ມີ​ຄຳ​ພະຍາກອນ​ໃດ​ແດ່​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ? ເຈົ້າ​ອາດ​ຈະ​ບອກ​ວ່າ​ຄຳ​ພະຍາກອນ​ກ່ຽວ​ກັບ “ສະໄໝ​ສຸດ​ທ້າຍ.” (2 ຕມ. 3:1-5; ມທ. 24:3, 7) ແຕ່​ຍັງ​ມີ​ຄຳ​ພະຍາກອນ​ໃດ​ອີກ​ບໍ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ ເຊັ່ນ: ຄຳ​ພະຍາກອນ​ໃນ​ດານຽນ​ບົດ 2 ແລະ​ດານຽນ​ບົດ 11 ທີ່​ເກີດ​ຂຶ້ນ​ແທ້​ໃນ​ອະດີດ​ແລະ​ກຳລັງ​ເກີດ​ຂຶ້ນ​ໃນ​ຕອນ​ນີ້? * ຖ້າ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ມາ​ຈາກ​ຄຳພີ​ໄບເບິນ ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ຈະ​ເຂັ້ມແຂງ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ທີ່​ຖືກ​ຂົ່ມເຫງ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ II ຢູ່​ເຢຍລະມັນ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໃຈ​ເຕັມທີ​ກ່ຽວ​ກັບ​ຄຳ​ພະຍາກອນ​ເລື່ອງ​ສະໄໝ​ສຸດ​ທ້າຍ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໃນ​ຄຳພີ​ໄບເບິນ.

ການ​ສຶກສາ​ຄຳພີ​ໄບເບິນ​ລວມ​ເຖິງ​ຄຳ​ພະຍາກອນ​ຕ່າງໆຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຕອນ​ທີ່​ຖືກ​ຂົ່ມເຫງ (ເບິ່ງ​ຂໍ້ 15-17) *

15-17. ການ​ສຶກສາ​ຄຳພີ​ໄບເບິນ​ໄດ້​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແນວ​ໃດ​ຕອນ​ທີ່​ຖືກ​ພວກ​ນາຊີ​ຂົ່ມເຫງ?

15 ໃນ​ສະໄໝ​ທີ່​ນາຊີ​ເຢຍລະມັນ​ປົກຄອງ ພະຍານ​ພະ​ເຢໂຫວາ​ຫຼາຍ​ພັນ​ຄົນ​ຖືກ​ສົ່ງ​ໄປ​ຄ້າຍ​ກັກ​ຂັງ. ຮິດເລີ​ແລະ​ຮາຍຣິກ ຮິມເລີ ເຊິ່ງ​ເປັນ​ຫົວ​ໜ້າ​ໜ່ວຍ​ທະຫານ​ເອັດສ໌​ເອັດສ໌​ໄດ້​ຊັງ​ພະຍານ​ພະ​ເຢໂຫວາ​ຫຼາຍ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ ຮິມເລີ​ໄດ້​ເວົ້າ​ກັບ​ກຸ່ມ​ພີ່ນ້ອງ​ຍິງ​ທີ່​ຢູ່​ໃນ​ຄ້າຍ​ກັກ​ຂັງ​ວ່າ: “ພະ​ເຢໂຫວາ​ຂອງ​ພວກ​ເຈົ້າ​ອາດ​ຈະ​ປົກຄອງ​ຢູ່​ໃນ​ສະຫວັນ​ພຸ້ນ ແຕ່​ຢູ່​ໃນ​ໂລກ​ນີ້​ແມ່ນ​ນາຊີ​ປົກຄອງ. ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ​ວ່າ​ໃຜ​ຈະ​ຢູ່ ໃຜ​ຈະ​ໄປ.” ອັນ​ໃດ​ຊ່ວຍ​ໃຫ້​ພະຍານ​ພະ​ເຢໂຫວາ​ຮັກສາ​ຄວາມ​ສັດ​ຊື່​ໄດ້?

16 ນັກ​ສຶກສາ​ຄຳພີ​ໄບເບິນ​ເຫຼົ່າ​ນີ້​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ໃນ​ປີ 1914 ເຂົາ​ເຈົ້າ​ເລີຍ​ບໍ່​ແປກ​ໃຈ​ທີ່​ຖືກ​ຂົ່ມເຫງ​ໜັກ​ແບບ​ນີ້. ແຕ່​ເຂົາ​ເຈົ້າ​ກໍ​ໝັ້ນ​ໃຈ​ວ່າ​ການ​ປົກຄອງ​ຂອງ​ມະນຸດ​ບໍ່​ສາມາດ​ຂັດ​ຂວາງ​ຄວາມ​ຕ້ອງການ​ຂອງ​ພະ​ເຢໂຫວາ​ໄດ້. ຮິດເລີ​ບໍ່​ສາມາດ​ກວາດ​ລ້າງ​ການ​ນະມັດສະການ​ແທ້ ຫຼື​ຕັ້ງ​ການ​ປົກຄອງ​ທີ່​ມີ​ອຳນາດ​ຫຼາຍ​ກວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ໄດ້. ພີ່ນ້ອງ​ຂອງ​ເຮົາ​ໝັ້ນ​ໃຈ​ວ່າ​ການ​ປົກຄອງ​ຂອງ​ຮິດເລີ​ຈະ​ລົ້ມ​ລະ​ລາຍ​ໃນ​ທີ່​ສຸດ.

17 ສິ່ງ​ທີ່​ພີ່ນ້ອງ​ເຫຼົ່າ​ນັ້ນ​ໝັ້ນ​ໃຈ​ໄດ້​ເກີດ​ຂຶ້ນ​ແທ້. ບໍ່​ເທົ່າ​ໃດ​ປີ​ຕໍ່​ມາ ການ​ປົກຄອງ​ຂອງ​ນາຊີ​ກໍ​ລົ້ມ​ລະ​ລາຍ ແລະ​ຮາຍຣິກ ຮິມເລີ​ທີ່​ເຄີຍ​ອວດ​ວ່າ “ຢູ່​ໂລກ​ນີ້​ແມ່ນ​ນາຊີ​ປົກຄອງ” ກຳລັງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ ແລະ​ໃນ​ຕອນ​ນັ້ນ​ລາວ​ກໍ​ໄດ້​ເຈິ​ກັບ​ພີ່ນ້ອງ​ລຸບເຄິ ເຊິ່ງ​ເຄີຍ​ຢູ່​ໃນ​ຄ້າຍ​ກັກ​ຂັງ​ນາຊີ ແລ້ວ​ລາວ​ກໍ​ຖາມ​ພີ່ນ້ອງ​ລຸບເຄິ​ວ່າ: “ນັກ​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ຮູ້​ບໍ​ວ່າ​ຕໍ່​ໄປ​ນີ້​ຈະ​ເປັນ​ແນວ​ໃດ?” ພີ່ນ້ອງ​ລຸບເຄິ​ຕອບ​ຮິມເລີ​ວ່າ: “ພະຍານ​ພະ​ເຢໂຫວາ​ຮູ້​ມາ​ຕະຫຼອດ​ວ່າ​ການ​ປົກຄອງ​ຂອງ​ນາຊີ​ຈະ​ລົ້ມ​ລະ​ລາຍ ແລະ​ພວກ​ຂ້ອຍ​ກໍ​ຈະ​ເປັນ​ອິດ​ສະຫຼະ.” ຮິມເລີ​ທີ່​ເຄີຍ​ເວົ້າ​ບໍ່​ດີ​ຫຼາຍ​ຢ່າງ​ໃຫ້​ພະຍານ​ພະ​ເຢໂຫວາ ຕອນ​ນີ້​ລາວ​ກໍ​ເວົ້າ​ຫຍັງ​ບໍ່​ອອກ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ລາວ​ກໍ​ຂ້າ​ຕົວ​ຕາຍ. ເຮົາ​ໄດ້​ບົດຮຽນ​ຫຍັງ? ການ​ສຶກສາ​ຄຳພີ​ໄບເບິນ​ລວມ​ເຖິງ​ຄຳ​ພະຍາກອນ​ຕ່າງໆຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ເມື່ອ​ຖືກ​ຂົ່ມເຫງ.—2 ປຕ. 1:19-21

18. ຕາມ​ໂຢຮັນ 6:67, 68 ເປັນ​ຫຍັງ​ເຮົາ​ຕ້ອງ​ມີ “ຄວາມ​ຮູ້​ທີ່​ຖືກຕ້ອງ​ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ”?

18 ເຮົາ​ແຕ່​ລະ​ຄົນ​ຄວນ​ສະແດງ​ຄວາມ​ຮັກ​ເພາະ​ຄວາມ​ຮັກ​ເປັນ​ສັນຍະລັກ​ຂອງ​ຄລິດສະຕຽນ​ແທ້ ແລະ​ເຮົາ​ຍັງ​ຕ້ອງ​ມີ “ຄວາມ​ຮູ້​ທີ່​ຖືກຕ້ອງ​ແລະ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ.” (ຟລປ. 1:9) ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ບໍ່ “ຄ້ອຍ​ຕາມ​ຄຳ​ສອນ​ຜິດໆແລະ​ອຸບາຍ​ຫຼອກ​ລວງ​ຂອງ​ມະນຸດ” ເຊິ່ງ​ລວມ​ເຖິງ​ພວກ​ທີ່​ທໍລະຍົດ​ພະເຈົ້າ. (ອຟຊ. 4:14) ເມື່ອ​ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ສະຕະວັດ​ທຳອິດ​ເຊົາ​ຕິດ​ຕາມ​ພະ​ເຢຊູ ອັກຄະສາວົກ​ເປໂຕ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ໝັ້ນ​ໃຈ​ວ່າ ພະ​ເຢຊູ​ມີ “ຄຳ​ສອນ​ທີ່​ໃຫ້​ຊີວິດ​ຕະຫຼອດ​ໄປ.” (ອ່ານ​ໂຢຮັນ 6:67, 68) ເຖິງ​ວ່າ​ຕອນ​ນັ້ນ​ເປໂຕ​ບໍ່​ໄດ້​ເຂົ້າ​ໃຈ​ທັງ​ໝົດ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພະ​ເຢຊູ ແຕ່​ລາວ​ກໍ​ຍັງ​ພັກດີ​ເພາະ​ລາວ​ເຂົ້າ​ໃຈ​ວ່າ​ພະ​ເຢຊູ​ເປັນ​ພະຄລິດ. ເຈົ້າ​ກໍ​ສາມາດ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ໄດ້​ຄື​ກັນ. ຖ້າ​ເຈົ້າ​ໝັ້ນ​ໃຈ​ແບບ​ນັ້ນ ເຈົ້າ​ກໍ​ຍັງ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ ແລະ​ເຈົ້າ​ກໍ​ຈະ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໄດ້​ຄື​ກັນ.—2 ຢຮ. 1, 2

ເພງ 72 ເຮັດ​ໃຫ້​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ

^ ຂໍ້ 5 ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄຸນຄ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ເຮົາ​ເຊື່ອ​ເປັນ​ຄວາມ​ຈິງ.

^ ຂໍ້ 10 ເພື່ອ​ຈະ​ຊ່ວຍ​ເຈົ້າ​ຫາ​ເຫດຜົນ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ຄຳ​ສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ ໃຫ້​ເບິ່ງ​ບົດ​ຄວາມ​ການ​ສົນທະນາ​ກັບ​ເພື່ອນ​ບ້ານ​ຫົວ​ຂໍ້ “ພະ​ເຢຊູ​ເປັນ​ພະເຈົ້າ​ບໍ?” “ລາຊະອານາຈັກ​ຂອງ​ພະເຈົ້າ​ເລີ່ມ​ປົກຄອງ​ເມື່ອ​ໃດ?” ຕອນ 1 ແລະ ຕອນ 2 ແລະ “ພະເຈົ້າ​ລົງໂທດ​ມະນຸດ​ໃນ​ໄຟ​ນາລົກ​ບໍ?” ເຊິ່ງ​ຢູ່​ໃນ​ຫໍສັງເກດການ ປີ 2010-2015 (ພາສາ​ໄທ).

^ ຂໍ້ 14 ສຳລັບ​ຂໍ້​ມູນ​ກ່ຽວ​ກັບ​ຄຳ​ພະຍາກອນ​ເຫຼົ່າ​ນີ້​ເບິ່ງ​ຫໍສັງເກດການ 15 ມິຖຸນາ 2012 (ພາສາ​ໄທ) ແລະ ພຶດສະພາ 2020.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ນະມັດສະການ​ປະຈຳ​ຄອບຄົວ ພໍ່​ແມ່​ໄດ້​ສອນ​ລູກ​ກ່ຽວ​ກັບ​ຄຳ​ພະຍາກອນ​ເລື່ອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຂຶ້ນ ຄອບຄົວ​ດຽວ​ກັນ​ນີ້​ບໍ່​ໄດ້​ຕື່ນ​ຕົກໃຈ.