ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 29

“ເມື່ອ​ໃດ​ທີ່​ຂ້ອຍ​ອ່ອນແອ ຂ້ອຍ​ກໍ​ແຮ່ງ​ເຂັ້ມແຂງ​ຂຶ້ນ”

“ເມື່ອ​ໃດ​ທີ່​ຂ້ອຍ​ອ່ອນແອ ຂ້ອຍ​ກໍ​ແຮ່ງ​ເຂັ້ມແຂງ​ຂຶ້ນ”

“ເມື່ອ​ຂ້ອຍ​ອ່ອນແອ ຖືກ​ດູຖູກ ຂາດ​ເຂີນ ຖືກ​ຂົ່ມເຫງ ແລະ​ເຈິ​ຄວາມ​ລຳບາກ​ເພື່ອ​ພະຄລິດ​ຂ້ອຍ​ຈຶ່ງ​ຍິນດີ.”—2 ກຣ. 12:10

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

ໃຈ​ຄວາມ​ສຳຄັນ *

1. ອັກຄະສາວົກ​ໂປໂລ​ຍອມ​ຮັບ​ວ່າ​ຕົວ​ເອງ​ເປັນ​ແນວ​ໃດ?

ອັກຄະສາວົກ​ໂປໂລ​ຍອມ​ຮັບ​ວ່າ ບາງ​ເທື່ອ​ລາວ​ກໍ​ຮູ້ສຶກ​ອ່ອນແອ​ແລະ​ທໍ້​ໃຈ. ລາວ​ບອກ​ວ່າ​ຮ່າງກາຍ​ຂອງ​ລາວ “ເສື່ອມ​ໂຊມ​ລົງ​ເລື້ອຍໆ” ແລະ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ບາງ​ເທື່ອ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ໃນ​ແບບ​ທີ່​ລາວ​ຕ້ອງການ. (2 ກຣ. 4:16; 12:7-9; ຣມ. 7:21-23) ນອກ​ຈາກ​ນັ້ນ ຜູ້​ທີ່​ຕໍ່​ຕ້ານ​ລາວ​ກໍ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ອ່ອນແອ * ແຕ່​ລາວ​ບໍ່​ໄດ້​ຍອມ​ໃຫ້​ຄວາມ​ຄິດ​ໃນ​ແງ່​ລົບ​ຂອງ​ຄົນ​ອື່ນ​ແລະ​ຄວາມ​ອ່ອນແອ​ຂອງ​ຕົວ​ເອງ​ມາ​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ.—2 ກຣ. 10:10-12, 17, 18

2. ຕາມ 2 ໂກຣິນໂທ 12:9, 10 ໂປໂລ​ໄດ້​ບົດຮຽນ​ຫຍັງ​ທີ່​ສຳຄັນ?

2 ອັກຄະສາວົກ​ໂປໂລ​ໄດ້​ບົດຮຽນ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ນັ້ນ​ຄື ເມື່ອ​ລາວ​ຮູ້ສຶກ​ອ່ອນແອ ລາວ​ກໍ​ສາມາດ​ເຂັ້ມແຂງ​ຂຶ້ນ​ໄດ້. (ອ່ານ 2 ໂກຣິນໂທ 12:9, 10) ພະ​ເຢໂຫວາ​ບອກ​ໂປໂລ​ວ່າ “ເມື່ອ​ເຈົ້າ​ອ່ອນແອ ລິດເດດ​ຂອງ​ເຮົາ​ກໍ​ສະແດງ​ໄດ້​ຢ່າງ​ເຕັມທີ” ນີ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ໂປໂລ​ມີ​ກຳລັງ​ທີ່​ລາວ​ຂາດ​ໄປ. ທຳອິດ ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ​ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເສຍ​ກຳລັງ​ໃຈ​ເມື່ອ​ຜູ້​ຕໍ່​ຕ້ານ​ດູຖູກ​ເຮົາ.

“ຍິນດີ” ເມື່ອ​ຖືກ​ດູຖູກ

3. ເປັນ​ຫຍັງ​ເຮົາ​ສາມາດ​ຍິນດີ​ເມື່ອ​ຖືກ​ດູຖູກ?

3 ບໍ່​ມີ​ໃຜ​ຢາກ​ຖືກ​ດູຖູກ ແຕ່​ຖ້າ​ເຮົາ​ຖືກ​ດູຖູກ​ແລະ​ຄິດ​ຫຼາຍ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ ເຮົາ​ອາດ​ຈະ​ຮູ້ສຶກ​ທໍ້​ໃຈ​ແລະ​ເສຍ​ກຳລັງ​ໃຈ. (ສຸພາ. 24:10) ເຮົາ​ຄວນ​ຈະ​ຄິດ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ດູຖູກ​ເຮົາ? ຄື​ກັນ​ກັບ​ໂປໂລ​ເຮົາ​ສາມາດ​ມີ​ຄວາມ “ຍິນດີ” ເມື່ອ​ຖືກ​ດູຖູກ. (2 ກຣ. 12:10) ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ​ການ​ຖືກ​ດູຖູກ​ແລະ​ການ​ຕໍ່​ຕ້ານ​ເປັນ​ສິ່ງ​ທີ່​ບົ່ງ​ບອກ​ວ່າ​ເຮົາ​ເປັນ​ລູກສິດ​ແທ້​ຂອງ​ພະ​ເຢຊູ. (1 ປຕ. 4:14) ພະ​ເຢຊູ​ບອກ​ວ່າ ຜູ້​ທີ່​ຕິດ​ຕາມ​ເພິ່ນ​ຈະ​ຖືກ​ຂົ່ມເຫງ. (ຢຮ. 15:18-20) ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ຄົນ​ທີ່​ໄດ້​ຮັບ​ອິດທິພົນ​ຈາກ​ວັດທະນະທຳ​ກຣີກ​ມັກ​ເບິ່ງ​ວ່າ ຄລິດສະຕຽນ​ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ຮູ້​ແລະ​ອ່ອນແອ​ຫຼາຍ ສ່ວນ​ພວກ​ຢິວ​ຖື​ວ່າ​ຄລິດສະຕຽນ​ເປັນ “ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ” ຄື​ກັບ​ທີ່​ເຂົາ​ເຈົ້າ​ເຄີຍ​ເວົ້າ​ໃສ່​ອັກຄະສາວົກ​ເປໂຕ​ແລະ​ໂຢຮັນ. (ກຈກ. 4:13) ນອກ​ຈາກ​ນັ້ນ ຄົນ​ທົ່ວໄປ​ຍັງ​ເບິ່ງ​ວ່າ​ຄລິດສະຕຽນ​ເປັນ​ຄົນ​ອ່ອນແອ​ແລະ​ຕ່ຳຕ້ອຍ​ໃນ​ສັງຄົມ ເພາະ​ເຂົາ​ເຈົ້າ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ​ແລະ​ການ​ທະຫານ​ເຊິ່ງ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ອຳນາດ​ທີ່​ຈະ​ຕໍ່​ສູ້ ຫຼື​ປົກ​ປ້ອງ​ຕົວ​ເອງ.

4. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ຖືກ​ດູຖູກ?

4 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ໄດ້​ເຮັດ​ແນວ​ໃດ​ເມື່ອ​ຖືກ​ດູຖູກ? ເຂົາ​ເຈົ້າ​ບໍ່​ໄດ້​ເຊົາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ແລະ​ບໍ່​ເຊົາ​ປະກາດ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ອັກຄະສາວົກ​ເປໂຕ​ແລະ​ໂຢຮັນ ເຂົາ​ເຈົ້າ​ຖື​ວ່າ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ຖືກ​ຂົ່ມເຫງ​ຍ້ອນ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ແລະ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ຂອງ​ເພິ່ນ. (ກຈກ. 4:18-21; 5:27-29, 40-42) ຄລິດສະຕຽນ​ບໍ່​ມີ​ຫຍັງ​ທີ່​ຈະ​ຕ້ອງ​ອາຍ ເພາະ​ເຂົາ​ເຈົ້າ​ໄດ້​ເຮັດ​ສິ່ງ​ດີໆໃຫ້​ຜູ້​ຄົນ​ໃນ​ສັງຄົມ​ຫຼາຍ​ກວ່າ​ຜູ້​ທີ່​ຕໍ່​ຕ້ານ​ເຮັດ ເຊັ່ນ: ປຶ້ມ​ທີ່​ຄລິດສະຕຽນ​ບາງ​ຄົນ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ໃນ​ສະໄໝ​ນັ້ນ ໄດ້​ຊ່ວຍ​ຜູ້​ຄົນ​ຫຼາຍ​ລ້ານ​ຄົນ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນ​ແລະ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ. ນອກ​ຈາກ​ນັ້ນ ການ​ປົກຄອງ​ທີ່​ເຂົາ​ເຈົ້າ​ປະກາດ ຕອນ​ນີ້​ກໍ​ປົກຄອງ​ຢູ່​ໃນ​ສະຫວັນ​ແລ້ວ​ແລະ​ອີກ​ບໍ່​ດົນ​ກໍ​ຈະ​ມາ​ປົກຄອງ​ມະນຸດ​ທຸກ​ຄົນ​ທົ່ວ​ໂລກ. ກົງ​ກັນ​ຂ້າມ ການ​ປົກຄອງ​ຂອງ​ໂຣມ​ທີ່​ເຄີຍ​ຂົ່ມເຫງ​ຄລິດສະຕຽນ​ພັດ​ກາຍ​ເປັນ​ຂີ້​ເທົ່າ​ໄປ​ດົນ​ແລ້ວ. (ມທ. 24:14) ຕອນ​ນີ້​ຄລິດສະຕຽນ​ທີ່​ສັດ​ຊື່​ກໍ​ປົກຄອງ​ເປັນ​ກະສັດ​ຢູ່​ເທິງ​ສະຫວັນ ແຕ່​ຜູ້​ທີ່​ຂົ່ມເຫງ​ເຂົາ​ເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຖ້າ​ຜູ້​ທີ່​ຂົ່ມເຫງ​ເຫຼົ່າ​ນີ້​ຄືນ​ມາ​ຈາກ​ຕາຍ ເຂົາ​ເຈົ້າ​ກໍ​ຈະ​ຕ້ອງ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ເຊິ່ງ​ມີ​ຄລິດສະຕຽນ​ທີ່​ເຂົາ​ເຈົ້າ​ກຽດ​ຊັງ​ຮ່ວມ​ປົກຄອງ.—ພນມ. 5:10

5. ຕາມ​ໂຢຮັນ 15:19 ເປັນ​ຫຍັງ​ຄົນ​ໃນ​ໂລກ​ນີ້​ຈຶ່ງ​ດູຖູກ​ປະຊາຊົນ​ຂອງ​ພະ​ເຢໂຫວາ?

5 ໃນ​ທຸກ​ມື້​ນີ້ ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ອາດ​ຖືກ​ບາງ​ຄົນ​ດູຖູກ ແລະ​ເວົ້າ​ໃສ່​ວ່າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ສະຫຼາດ​ແລະ​ຕ່ຳຕ້ອຍ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ເຮົາ​ບໍ່​ເຫັນ​ດີ​ກັບ​ຄວາມ​ຄິດ​ຂອງ​ຄົນ​ທົ່ວໄປ​ໃນ​ໂລກ. ຄົນ​ໃນ​ໂລກ​ມັກ​ເປັນ​ຄົນ​ຍິ່ງ ຖື​ຕົວ​ເອງ​ເປັນ​ໃຫຍ່ ແລະ​ບໍ່​ຍອມ​ໃຜ ແຕ່​ເຮົາ​ພະຍາຍາມ​ທີ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ ຈຽມ​ຕົວ ແລະ​ເຊື່ອ​ຟັງ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ​ແລະ​ບໍ່​ເຂົ້າ​ຮ່ວມ​ກັບ​ການ​ທະຫານ​ຂອງ​ປະເທດ​ໃດ​ປະເທດ​ໜຶ່ງ. ເຮົາ​ຕ່າງ​ຈາກ​ຄົນ​ທົ່ວໄປ​ໃນ​ໂລກ ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ດູຖູກ​ເຮົາ​ແລະ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ຕ່ຳຕ້ອຍ.—ອ່ານ​ໂຢຮັນ 15:19; ຣມ. 12:2

6. ພະ​ເຢໂຫວາ​ກຳລັງ​ໃຊ້​ປະຊາຊົນ​ຂອງ​ພະອົງ​ໃຫ້​ເຮັດ​ວຽກ​ຫຍັງ​ໃຫ້​ສຳເລັດ?

6 ເຖິງ​ວ່າ​ຄົນ​ໃນ​ໂລກ​ນີ້​ຈະ​ຄິດ​ວ່າ​ເຮົາ​ເປັນ​ຄົນ​ອ່ອນແອ ແຕ່​ພະ​ເຢໂຫວາ​ກໍ​ໃຊ້​ເຮົາ​ເພື່ອ​ຈະ​ເຮັດ​ຫຼາຍ​ສິ່ງ​ທີ່​ເກີນ​ກຳລັງ​ເຮົາ. ພະ​ເຢໂຫວາ​ໃຊ້​ເຮົາ​ໃຫ້​ເຮັດ​ໂຄງການ​ປະກາດ​ທີ່​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ໃນ​ປະຫວັດສາດ​ມະນຸດ. ທຸກ​ມື້​ນີ້​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໄດ້​ແປ​ແລະ​ແຈກ​ຢາຍ​ປຶ້ມ​ໄປ​ທົ່ວ​ໂລກ ແລະ​ຍັງ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊ່ວຍ​ຫຼາຍ​ລ້ານ​ຄົນ​ໃຫ້​ມີ​ຊີວິດ​ທີ່​ດີ​ຂຶ້ນ. ທັງ​ໝົດ​ນີ້​ເປັນ​ໄປ​ໄດ້​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ກຸ່ມ​ຄົນ​ທີ່​ເບິ່ງ​ຄື​ວ່າ​ອ່ອນແອ​ໃນ​ສາຍ​ຕາ​ຂອງ​ຄົນ​ອື່ນ​ໃຫ້​ເຮັດ​ສິ່ງ​ເຫຼົ່າ​ນີ້. ແລ້ວ​ເຮົາ​ແຕ່​ລະ​ຄົນ​ເດ? ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ທີ່​ຈະ​ເຮັດ​ຫຼາຍ​ຢ່າງ​ບໍ? ແລະ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ນີ້​ເຮົາ​ຕ້ອງ​ເຮັດ​ຫຍັງ? ໃຫ້​ເຮົາ​ມາ​ເບິ່ງ 3 ຢ່າງ​ທີ່​ເຮົາ​ສາມາດ​ຮຽນ​ໄດ້​ຈາກ​ຕົວຢ່າງ​ຂອງ​ໂປໂລ.

ບໍ່​ເພິ່ງ​ຄວາມ​ສາມາດ​ຂອງ​ຕົວ​ເອງ

7. ສິ່ງ​ໜຶ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ໂປໂລ​ແມ່ນ​ຫຍັງ?

7 ສິ່ງ​ໜຶ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ໂປໂລ​ກໍ​ຄື ເມື່ອ​ຮັບໃຊ້​ພະ​ເຢໂຫວາ​ເຮົາ​ຈະ​ບໍ່​ເພິ່ງ​ຄວາມ​ສາມາດ​ແລະ​ກຳລັງ​ຂອງ​ຕົວ​ເອງ. ຫຼາຍ​ຄົນ​ເບິ່ງ​ວ່າ​ໂປໂລ​ມີ​ເຫດຜົນ​ທີ່​ຈະ​ເພິ່ງ​ຄວາມ​ສາມາດ​ຂອງ​ຕົວ​ເອງ​ແລະ​ພູມ​ໃຈ​ໃນ​ຕົວ​ເອງ ຍ້ອນ​ວ່າ​ລາວ​ໃຫຍ່​ມາ​ໃນ​ເມືອງ​ຕາ​ໂຊ​ເຊິ່ງ​ເປັນ​ເມືອງ​ຫຼວງ​ຂອງ​ແຂວງ​ໜຶ່ງ​ໃນ​ໂຣມ ເມືອງ​ນັ້ນ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ມະຫາ​ວິທະຍາໄລ​ທີ່​ມີ​ຊື່ສຽງ​ຫຼາຍ. ໂປໂລ​ເປັນ​ຄົນ​ທີ່​ມີ​ການ​ສຶກສາ ເພາະ​ລາວ​ຮຽນ​ນຳ​ອາຈານ​ທີ່​ຊື່ ຄາ​ມາລີ​ເອັນ​ເຊິ່ງ​ເປັນ​ຜູ້​ນຳ​ຊາວ​ຢິວ​ທີ່​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ໃນ​ສະໄໝ​ນັ້ນ. (ກຈກ. 5:34; 22:3) ນອກ​ຈາກ​ນັ້ນ ໂປໂລ​ຍັງ​ເຄີຍ​ເປັນ​ຄົນ​ສຳຄັນ​ໃນ​ສັງຄົມ​ຢິວ ລາວ​ບອກ​ວ່າ: “ຂ້ອຍ​ກ້າວ​ໜ້າ​ໃນ​ສາສະໜາ​ຢິວ​ຫຼາຍ​ກວ່າ​ເພື່ອນ​ຮ່ວມ​ຊາດ​ລຸ້ນ​ດຽວ​ກັນ​ຫຼາຍ​ຄົນ.” (ຄລຕ. 1:13, 14; ກຈກ. 26:4) ແຕ່​ໂປໂລ​ກໍ​ບໍ່​ໄດ້​ເພິ່ງ​ຄວາມ​ສາມາດ​ຂອງ​ຕົວ​ເອງ.

ໂປໂລ​ເບິ່ງ​ວ່າ​ສິ່ງ​ທີ່​ໂລກ​ຖື​ວ່າ​ມີ​ຄ່າ​ເປັນ​ຄື​ກັບ “ຂີ້ເຫຍື້ອ” ເມື່ອ​ທຽບ​ກັບ​ສິດທິ​ພິເສດ​ໃນ​ການ​ເປັນ​ຄລິດສະຕຽນ (ເບິ່ງ​ຂໍ້ 8) *

8. ຕາມ​ພີ​ລິບ​ປອຍ 3:8 ໂປໂລ​ຄິດ​ແນວ​ໃດ​ກັບ​ສິ່ງ​ທີ່​ລາວ​ໄດ້​ຖິ້ມ​ໄປ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ບອກ​ວ່າ “ເມື່ອ​ຂ້ອຍ​ອ່ອນແອ . . . ຂ້ອຍ​ຈຶ່ງ​ຍິນດີ”?

8 ໂປໂລ​ພ້ອມ​ທີ່​ຈະ​ປະ​ຖິ້ມ​ສິ່ງ​ຕ່າງໆທີ່​ເຮັດ​ໃຫ້​ລາວ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ສຳຄັນ​ໃນ​ສາຍ​ຕາ​ຂອງ​ຄົນ​ອື່ນ. ທີ່​ຈິງ​ແລ້ວ​ລາວ​ຖື​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ຄື​ກັບ “ຂີ້ເຫຍື້ອ.” (ອ່ານ​ຟີລິບປອຍ 3:8) ແຕ່​ເມື່ອ​ລາວ​ເລືອກ​ທີ່​ຈະ​ເປັນ​ຜູ້​ຕິດ​ຕາມ​ພະຄລິດ​ລາວ​ຕ້ອງ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ ຄົນ​ໃນ​ຊາດ​ດຽວ​ກັນ​ກຽດ​ຊັງ​ລາວ. (ກຈກ. 23:12-14) ແລະ​ທັງໆທີ່​ລາວ​ກໍ​ເປັນ​ພົນລະເມືອງ​ໂຣມ ແຕ່​ພັດ​ຖືກ​ພວກ​ໂຣມ​ຂ້ຽນ​ຕີ​ແລະ​ຈັບ​ເຂົ້າ​ຄຸກ. (ກຈກ. 16:19-24, 37) ນອກ​ຈາກ​ນັ້ນ ລາວ​ຮູ້​ວ່າ​ຕົວ​ລາວ​ເອງ​ບໍ່​ສົມບູນ​ແບບ​ແລະ​ກໍ​ຍາກ​ຫຼາຍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ຣມ. 7:21-25) ແຕ່​ລາວ​ບໍ່​ຍອມ​ເຊົາ​ຕິດ​ຕາມ​ພະຄລິດ​ເຖິງ​ວ່າ​ເຈິ​ບັນຫາ​ຫຼື​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ລາວ​ບອກ​ວ່າ “ເມື່ອ​ຂ້ອຍ​ອ່ອນແອ . . . ຂ້ອຍ​ຈຶ່ງ​ຍິນດີ” ເປັນ​ຫຍັງ​ລາວ​ຈຶ່ງ​ເວົ້າ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ​ຕອນ​ທີ່​ລາວ​ອ່ອນແອ ລາວ​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ລາວ.—2 ກຣ. 4:7; 12:10

9. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ຕໍ່​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ອ່ອນແອ?

9 ຖ້າ​ເຮົາ​ຢາກ​ໄດ້​ກຳລັງ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ບໍ່​ຖື​ວ່າ​ຕົວ​ເອງ​ມີ​ຄ່າ​ຍ້ອນ​ວ່າ​ມີ​ກຳລັງ​ວັງ​ຊາ ໄດ້​ສຶກສາ​ສູງໆ ຫຼື​ມີ​ຖານະ​ໃນ​ສັງຄົມ ເພາະ​ພະ​ເຢໂຫວາ​ບໍ່​ໄດ້​ໃຊ້​ເຮົາ​ຍ້ອນ​ເຮົາ​ມີ​ສິ່ງ​ເຫຼົ່າ​ນີ້. ທີ່​ຈິງ​ປະຊາຊົນ​ຂອງ​ພະເຈົ້າ “ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ມະນຸດ​ຖື​ວ່າ​ສະຫຼາດ ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ເປັນ​ຄົນ​ມີ​ອຳນາດ ຫຼື​ມາ​ຈາກ​ຄອບຄົວ​ຂອງ​ຄົນ​ຊັ້ນ​ສູງ.” ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ​ພະ​ເຢໂຫວາ​ເລືອກ​ໃຊ້ “ຄົນ​ທີ່​ໂລກ​ຖື​ວ່າ​ອ່ອນແອ.” (1 ກຣ. 1:26, 27) ດັ່ງ​ນັ້ນ ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ແຕ່​ເຮົາ​ກໍ​ຍັງ​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້ ເພາະ​ເຮົາ​ຖື​ວ່າ​ນີ້​ເປັນ​ໂອກາດ​ທີ່​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ເຮົາ ເຊັ່ນ: ຖ້າ​ມີ​ຄົນ​ມາ​ບອກ​ວ່າ​ສິ່ງ​ທີ່​ເຈົ້າ​ເຊື່ອ​ບໍ່​ແມ່ນ​ຄວາມ​ຈິງ​ແລະ​ເຈົ້າ​ກໍ​ຮູ້ສຶກ​ຢ້ານ ຂໍ​ໃຫ້​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເພື່ອ​ຈະ​ມີ​ຄວາມ​ກ້າ​ແລະ​ສາມາດ​ເວົ້າ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້. (ອຟຊ. 6:19, 20) ຖ້າ​ເຈົ້າ​ມີ​ບັນຫາ​ທາງ​ຈິດ​ໃຈ​ຫຼື​ຮ່າງກາຍ ຂໍ​ໃຫ້​ເຈົ້າ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ສາມາດ​ຮັບໃຊ້​ພະອົງ​ໄດ້​ຕໍ່ໆໄປ ແລະ​ທຸກ​ຄັ້ງ​ທີ່​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ເຈົ້າ ເຈົ້າ​ກໍ​ຈະ​ເຂັ້ມແຂງ​ແລະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ.

ຮຽນ​ຈາກ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ

10. ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ຈາກ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ໃນ​ຄຳພີ​ໄບເບິນ​ທີ່​ບັນທຶກ​ໃນ​ເຮັບເຣີ 11:32-34?

10 ໂປໂລ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ດີ ລາວ​ຮູ້ຈັກ​ຫຼາຍ​ຢ່າງ​ໃນ​ຄຳພີ​ໄບເບິນ ແຕ່​ລາວ​ກໍ​ຍັງ​ຕ້ອງ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເມື່ອ​ລາວ​ຂຽນ​ເຖິງ​ຄລິດສະຕຽນ​ຊາວ​ເຮັບເຣີ ໂປໂລ​ບອກ​ເຂົາ​ເຈົ້າ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ໃນ​ອະດີດ. (ອ່ານ​ເຮັບເຣີ 11:32-34) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ຄົນ​ໜຶ່ງ​ເຊິ່ງ​ກໍ​ຄື ກະສັດ​ດາວິດ. ລາວ​ຖືກ​ຕໍ່​ຕ້ານ​ບໍ່​ພຽງ​ແຕ່​ຈາກ​ສັດຕູ​ເທົ່າ​ນັ້ນ ແຕ່​ຈາກ​ຜູ້​ທີ່​ເປັນ​ໝູ່​ຂອງ​ລາວ​ນຳ. ເມື່ອ​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ດາວິດ ເຮົາ​ຈະ​ເຫັນ​ວ່າ​ຕົວຢ່າງ​ນີ້​ຊ່ວຍ​ໂປໂລ​ໃຫ້​ມີ​ກຳລັງ​ທີ່​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ໂປໂລ​ໄດ້​ແນວ​ໃດ.

ເຖິງ​ດາວິດ​ອາດ​ເບິ່ງ​ຄື​ວ່າ​ອ່ອນແອ​ເມື່ອ​ທຽບ​ກັບ​ໂຄລີອາດ ແຕ່​ແທ້​ຈິງ​ແລ້ວ​ລາວ​ເຂັ້ມແຂງ​ຫຼາຍ​ຍ້ອນ​ລາວ​ໝາຍ​ເພິ່ງ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ຊ່ວຍ​ລາວ​ໃຫ້​ສາມາດ​ເອົາ​ຊະນະ​ໂຄລີອາດ​ໄດ້ (ເບິ່ງ​ຂໍ້ 11)

11. ເປັນ​ຫຍັງ​ຈຶ່ງ​ເບິ່ງ​ຄື​ວ່າ​ດາວິດ​ເປັນ​ຄົນ​ອ່ອນແອ? (ເບິ່ງ​ຮູບ​ໜ້າ​ປົກ)

11 ເບິ່ງ​ຄື​ວ່າ​ດາວິດ​ເປັນ​ຄົນ​ທີ່​ອ່ອນແອ​ຫຼາຍ​ເມື່ອ​ທຽບ​ກັບ​ໂຄລີອາດ​ທີ່​ມີ​ກຳລັງ​ຫຼາຍ. ເມື່ອ​ໂຄລີອາດ​ເຫັນ​ດາວິດ ລາວ “ໄດ້​ປະໝາດ​ດາວິດ” ຍ້ອນ​ວ່າ​ໂຄລີອາດ​ໂຕ​ໃຫຍ່​ກວ່າ ມີ​ອາວຸດ​ຄົບ​ຊຸດ ແລະ​ມີ​ປະສົບການ​ຫຼາຍ​ໃນ​ການ​ສູ້​ຮົບ. ສ່ວນ​ດາວິດ​ເປັນ​ພຽງ​ເດັກ​ນ້ອຍ​ທີ່​ບໍ່​ມີ​ປະສົບການ​ໃນ​ການ​ຕໍ່​ສູ້ ແລະ​ກໍ​ບໍ່​ມີ​ອາວຸດ​ຫຍັງ​ທີ່​ຈະ​ໄປ​ສູ້​ກັບ​ໂຄລີອາດ. ເຖິງ​ດາວິດ​ອາດ​ເບິ່ງ​ຄື​ອ່ອນແອ ແຕ່​ແທ້​ຈິງ​ແລ້ວ​ລາວ​ເຂັ້ມແຂງ​ຫຼາຍ​ຍ້ອນ​ລາວ​ໝາຍ​ເພິ່ງ​ພະ​ເຢໂຫວາ ແລະ​ພະອົງ​ກໍ​ຊ່ວຍ​ລາວ​ໃຫ້​ສາມາດ​ເອົາ​ຊະນະ​ໂຄລີອາດ​ໄດ້.—1 ຊາມ. 17:41-45, 50

12. ບັນຫາ​ຢ່າງ​ໜຶ່ງ​ທີ່​ດາວິດ​ເຈິ​ແມ່ນ​ຫຍັງ?

12 ດາວິດ​ເຈິ​ກັບ​ບັນຫາ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ອ່ອນແອ​ແລະ​ໝົດ​ແຮງ. ດາວິດ​ພັກດີ​ຕໍ່​ຊາອຶລ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ຂອງ​ອິດສະຣາເອນ. ຕອນ​ທຳອິດ​ກະສັດ​ຊາອຶລ​ກໍ​ໃຫ້​ກຽດ​ດາວິດ ແຕ່​ຕໍ່​ມາ​ຄວາມ​ຍິ່ງ​ໄດ້​ເຮັດ​ໃຫ້​ຊາອຶລ​ອິດສາ​ດາວິດ ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ລາວ ແລະ​ເຖິງ​ຂັ້ນ​ພະຍາຍາມ​ທີ່​ຂ້າ​ລາວ​ດ້ວຍ​ຊ້ຳ.—1 ຊາມ. 18:6-9, 29; 19:9-11

13. ດາວິດ​ເຮັດ​ແນວ​ໃດ​ເຖິງ​ຊາອຶລ​ຈະ​ເຮັດ​ສິ່ງ​ບໍ່​ດີ​ຕໍ່​ລາວ?

13 ເຖິງ​ແມ່ນ​ວ່າ​ກະສັດ​ຊາອຶລ​ຈະ​ເຮັດ​ສິ່ງ​ບໍ່​ດີ​ຫຼາຍ​ຢ່າງ​ຕໍ່​ດາວິດ ແຕ່​ດາວິດ​ກໍ​ຍັງ​ສະແດງ​ຄວາມ​ນັບຖື​ຕໍ່​ກະສັດ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ. (1 ຊາມ. 24:6) ດາວິດ​ບໍ່​ໄດ້​ຈົ່ມ​ໃຫ້​ພະ​ເຢໂຫວາ​ຕໍ່​ກັບ​ສິ່ງ​ທີ່​ຊາອຶລ​ເຮັດ ແຕ່​ລາວ​ໝາຍ​ເພິ່ງ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຊ່ວຍ​ໃຫ້​ລາວ​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ທີ່​ລາວ​ປະສົບ​ໄດ້.—ເພງ. 18:1, ຂໍ້​ຄວາມ​ຫົວ​ບົດ.

14. ອັກຄະສາວົກ​ໂປໂລ​ເຈິ​ສະພາບການ​ທີ່​ຄ້າຍ​ຄື​ກັບ​ດາວິດ​ແນວ​ໃດ?

14 ອັກຄະສາວົກ​ໂປໂລ​ກໍ​ເຈິ​ສະພາບການ​ທີ່​ຄ້າຍ​ຄື​ກັບ​ດາວິດ. ສັດຕູ​ຂອງ​ລາວ​ມີ​ກຳລັງ​ແລະ​ອຳນາດ​ຫຼາຍ​ກວ່າ​ລາວ. ຜູ້​ປົກຄອງ​ໃນ​ສະໄໝ​ນັ້ນ​ກຽດ​ຊັງ​ລາວ​ແລະ​ຫຼາຍ​ເທື່ອ​ກໍ​ສັ່ງ​ໃຫ້​ຂ້ຽນ​ຕີ​ລາວ ແລະ​ຈັບ​ລາວ​ເຂົ້າ​ຄຸກ​ຫຼາຍ​ເທື່ອ. ຄື​ກັນ​ກັບ​ດາວິດ ຄົນ​ທີ່​ໂປໂລ​ຖື​ວ່າ​ເປັນ​ໝູ່​ຂອງ​ລາວ​ພັດ​ເຮັດ​ບໍ່​ດີ​ໃສ່​ລາວ ແມ່ນ​ແຕ່​ບາງ​ຄົນ​ໃນ​ປະຊາຄົມ​ກໍ​ຍັງ​ຕໍ່​ຕ້ານ​ລາວ. (2 ກຣ. 12:11; ຟລປ. 3:18) ແຕ່​ໂປໂລ​ກໍ​ເອົາ​ຊະນະ​ບັນຫາ​ເຫຼົ່າ​ນັ້ນ​ມາ​ໄດ້. ໂດຍ​ວິທີ​ໃດ? ລາວ​ຍັງ​ປະກາດ​ຕໍ່​ໄປ​ເຖິງ​ວ່າ​ຈະ​ຖືກ​ຕໍ່​ຕ້ານ ລາວ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພີ່ນ້ອງ​ທີ່​ເຄີຍ​ເຮັດ​ບໍ່​ດີ​ໃສ່​ລາວ ແລະ​ສຳຄັນ​ທີ່​ສຸດ​ລາວ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ​ຕະຫຼອດ​ຊີວິດ. (2 ຕມ. 4:8) ທີ່​ລາວ​ສາມາດ​ເຮັດ​ທຸກ​ສິ່ງ​ເຫຼົ່າ​ນີ້​ໄດ້​ກໍ​ຍ້ອນ​ວ່າ​ລາວ​ບໍ່​ໄດ້​ເພິ່ງ​ຄວາມ​ສາມາດ​ຂອງ​ຕົວ​ເອງ ແຕ່​ລາວ​ເພິ່ງ​ພະ​ເຢໂຫວາ.

ໃຫ້​ສະແດງ​ຄວາມ​ນັບຖື​ເມື່ອ​ຫາ​ເຫດຜົນ​ກັບ​ຄົນ​ທີ່​ຕໍ່​ຕ້ານ​ຄວາມ​ເຊື່ອ​ຂອງ​ເຈົ້າ (ເບິ່ງ​ຂໍ້ 15) *

15. ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ມີ​ຄົນ​ຕໍ່​ຕ້ານ​ເຮົາ ແລະ​ເຮົາ​ຄວນ​ຕອບ​ເຂົາ​ເຈົ້າ​ແນວ​ໃດ?

15 ແລ້ວ​ເຈົ້າ​ເດ ເຈົ້າ​ເຄີຍ​ຖືກ​ໝູ່​ຢູ່​ໃນ​ໂຮງ​ຮຽນ ຫຼື​ໝູ່​ຢູ່​ບ່ອນ​ເຮັດ​ວຽກ ຫຼື​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ໄດ້​ເປັນ​ພະຍານ​ດູຖູກ​ຫຼື​ຂົ່ມເຫງ​ເຈົ້າ​ບໍ? ຫຼື​ເຈົ້າ​ເຄີຍ​ຖືກ​ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ບໍ່​ດີ​ຕໍ່​ເຈົ້າ​ບໍ? ຖ້າ​ເປັນ​ແນວ​ນັ້ນ​ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ດາວິດ​ແລະ​ໂປໂລ ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ເອົາ “ຊະນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ” ໄດ້. (ຣມ. 12:21) ເມື່ອ​ມີ​ຄົນ​ຕໍ່​ຕ້ານ​ເຮົາ ເຮົາ​ບໍ່​ຢາກ​ຕໍ່​ສູ້​ກັບ​ເຂົາ​ເຈົ້າ​ຄື​ກັບ​ທີ່​ດາວິດ​ເຮັດ ແຕ່​ເຮົາ​ຈະ​ພະຍາຍາມ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຄຳພີ​ໄບເບິນ. ເມື່ອ​ເຮົາ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຕອບ​ຄຳຖາມ​ຂອງ​ເຂົາ​ເຈົ້າ ເຮົາ​ຄວນ​ເຮັດ​ດ້ວຍ​ຄວາມ​ນັບຖື​ແລະ​ເຮັດ​ດີ​ຕໍ່​ກັບ​ທຸກ​ຄົນ​ລວມ​ທັງ​ຄົນ​ທີ່​ເປັນ​ສັດຕູ​ຂອງ​ເຮົາ​ນຳ.—ມທ. 5:44; 1 ປຕ. 3:15-17

ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ

16-17. ໂປໂລ​ບໍ່​ເຄີຍ​ລືມ​ຫຍັງ?

16 ກ່ອນ​ທີ່​ອັກຄະສາວົກ​ໂປໂລ​ຈະ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ລາວ​ເປັນ​ຄົນ​ທີ່​ຍິ່ງ​ຈອງຫອງ ອວດ​ດີ ແລະ​ເຄີຍ​ຂົ່ມເຫງ​ລູກສິດ​ຂອງ​ພະ​ເຢຊູ. (ກຈກ. 7:58; 1 ຕມ. 1:13) ພະ​ເຢຊູ​ໄດ້​ຂັດ​ຂວາງ​ລາວ​ບໍ່​ໃຫ້​ຂົ່ມເຫງ​ປະຊາຄົມ​ຄລິດສະຕຽນ​ເຊິ່ງ​ຕອນ​ນັ້ນ​ລາວ​ຊື່​ວ່າ ໂຊໂລ. ພະ​ເຢຊູ​ເວົ້າ​ກັບ​ລາວ​ຈາກ​ສະຫວັນ​ແລະ​ເຮັດ​ໃຫ້​ລາວ​ຕາ​ບອດ. ເພື່ອ​ລາວ​ຈະ​ກັບ​ມາ​ເຫັນ​ຮຸ່ງ​ອີກ ລາວ​ຕ້ອງ​ຖ່ອມ​ຕົວ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ທີ່​ລາວ​ເຄີຍ​ຂົ່ມເຫງ. ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ອານາເນຍ ແລ້ວ​ກໍ​ກັບ​ມາ​ເຫັນ​ຮຸ່ງ​ອີກ.—ກຈກ. 9:3-9, 17, 18

17 ເຖິງ​ວ່າ​ໂປໂລ​ຈະ​ກາຍ​ມາ​ເປັນ​ຄລິດສະຕຽນ​ທີ່​ໂດດ​ເດັ່ນ​ຄົນ​ໜຶ່ງ ແຕ່​ລາວ​ກໍ​ບໍ່​ເຄີຍ​ລືມ​ສິ່ງ​ທີ່​ພະ​ເຢຊູ​ສອນ​ຕອນ​ທີ່​ລາວ​ເດີນ​ທາງ​ໄປ​ເມືອງ​ດາ​ມາ​ກັດ ລາວ​ຍັງ​ຖ່ອມ​ຕົວ​ຢູ່​ສະເໝີ​ແລະ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ຄົນ​ອື່ນ. ລາວ​ບອກ​ວ່າ “ພວກ​ເຂົາ​ນີ້​ແຫຼະ​ທີ່​ໃຫ້​ກຳລັງ​ໃຈ​ຂ້ອຍ​ຫຼາຍ.”—ກລຊ. 4:10, 11

18. ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ບໍ່​ຢາກ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ?

18 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ໂປໂລ? ຕອນ​ທີ່​ເຮົາ​ຮຽນ​ຄວາມ​ຈິງ​ໃໝ່ໆ ເຮົາ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ເພາະ​ເຮົາ​ຮູ້​ວ່າ​ເຮົາ​ຕ້ອງ​ຮຽນ​ອີກ​ຫຼາຍ​ຢ່າງ. (1 ກຣ. 3:1, 2) ແຕ່​ຕອນ​ນີ້​ເດ? ເມື່ອ​ເຮົາ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ແລະ​ກໍ​ມີ​ປະສົບການ​ຫຼາຍ ເຮົາ​ຍັງ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ບໍ ໂດຍ​ສະເພາະ​ຄົນ​ທີ່​ບໍ່​ໄດ້​ຢູ່​ໃນ​ຄວາມ​ຈິງ​ດົນ​ສ່ຳ​ເຮົາ? ແຕ່​ສ່ວນ​ຫຼາຍ​ແລ້ວ​ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ແນວ​ນັ້ນ​ເພື່ອ​ຊ່ວຍ​ເຮົາ. (ຣມ. 1:11, 12) ດັ່ງ​ນັ້ນ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຕັມ​ໃຈ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ຂອງ​ເຮົາ.

19. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເຮັດ​ສິ່ງ​ທີ່​ເກີນ​ກຳລັງ​ຂອງ​ຕົວ​ເອງ​ໄດ້​ສຳເລັດ?

19 ຫຼັງ​ຈາກ​ທີ່​ໂປໂລ​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ໄດ້​ເຮັດ​ບາງ​ຢ່າງ​ທີ່​ເກີນ​ກຳລັງ​ຂອງ​ຕົວ​ເອງ. ເປັນ​ຫຍັງ​ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ​ໄດ້? ກໍ​ຍ້ອນ​ລາວ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ສຳເລັດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ກຳລັງ​ວັງ​ຊາ ລະດັບ​ການ​ສຶກສາ ຫຼື​ຖານະ​ໃນ​ສັງຄົມ ແຕ່​ຂຶ້ນ​ຢູ່​ກັບ​ຄວາມ​ຖ່ອມ​ແລະ​ການ​ໝາຍ​ເພິ່ງ​ພະ​ເຢໂຫວາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຮຽນ​ແບບ​ໂປໂລ​ໂດຍ (1) ໝາຍ​ເພິ່ງ​ພະ​ເຢໂຫວາ (2) ຮຽນ​ຈາກ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ (3) ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ຮູ້ສຶກ​ວ່າ​ຕົວ​ເອງ​ອ່ອນແອ​ຫຼາຍ​ສ່ຳ​ໃດ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ກຳລັງ​ກັບ​ເຮົາ.

ເພງ 71 ເຮົາ​ເປັນ​ກອງທັບ​ຂອງ​ພະ​ເຢໂຫວາ!

^ ຂໍ້ 5 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຮຽນ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ ແລະ​ເຮົາ​ຈະ​ມາ​ເບິ່ງ​ວ່າ ຖ້າ​ເຮົາ​ຖ່ອມ​ຕົວ​ພະ​ເຢໂຫວາ​ກໍ​ຈະ​ໃຫ້​ກຳລັງ​ກັບ​ເຮົາ​ເພື່ອ​ຈະ​ອົດ​ທົນ​ໄດ້​ເມື່ອ​ຖືກ​ດູຖູກ ແລະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ​ຕອນ​ທີ່​ເຮົາ​ຮູ້ສຶກ​ອ່ອນແອ.

^ ຂໍ້ 1 ການ​ອະທິບາຍ​ສຳນວນ: ຄຳ​ວ່າ​ອ່ອນແອ​ໃນ​ບົດ​ຄວາມ​ນີ້​ໝາຍ​ເຖິງ ການ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ຮູ້ສຶກ​ເສົ້າ ຫຼື​ທໍ້​ໃຈ​ເຊິ່ງ​ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ອ່ອນແອ​ຍ້ອນ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ມີ​ຖານະ​ຍາກ​ຈົນ ສຸຂະພາບ​ທີ່​ບໍ່​ດີ ຫຼື​ເຮົາ​ອາດ​ຈະ​ບໍ່​ມີ​ໂອກາດ​ໄດ້​ເຂົ້າ​ໂຮງ​ຮຽນ​ແລະ​ສຶກສາ​ສູງໆ. ນອກ​ຈາກ​ນັ້ນ ສັດຕູ​ຂອງ​ເຮົາ​ອາດ​ຈະ​ເວົ້າ​ໃສ່​ຫຼື​ໃຊ້​ຄວາມ​ຮຸນແຮງ​ເຊິ່ງ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອ່ອນແອ​ຫຼື​ທໍ້​ໃຈ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ເມື່ອ​ໂປໂລ​ໄປ​ປະກາດ​ເລື່ອງ​ພະຄລິດ ລາວ​ໄດ້​ປະ​ຖິ້ມ​ສິ່ງ​ທີ່​ລາວ​ເຄີຍ​ໃຊ້​ຕອນ​ທີ່​ເປັນ​ຟາຣິຊາຍ​ເຊິ່ງ​ອາດ​ຈະ​ແມ່ນ​ມ້ວນ​ໜັງສື​ທີ່​ຂຽນ​ໂດຍ​ນັກ​ຂຽນ​ຂອງ​ໂລກ​ແລະ​ຊຸດ​ຟາຣິຊາຍ​ທີ່​ມີ​ກ່ອງ​ໃສ່​ຂໍ້​ພະ​ຄຳພີ.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ພະຍາຍາມ​ກົດ​ດັນ​ພີ່ນ້ອງ​ຊາຍ​ໃຫ້​ຮ່ວມ​ສະຫຼອງ​ງານ​ວັນ​ເກີດ.