ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 31

ເຈົ້າ​ກຳລັງ​ລໍ​ຖ້າ “ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ” ບໍ?

ເຈົ້າ​ກຳລັງ​ລໍ​ຖ້າ “ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ” ບໍ?

“ອັບຣາຮາມ​ເຮັດ​ແບບ​ນີ້​ຍ້ອນ​ລາວ​ກຳລັງ​ລໍ​ຖ້າ​ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ ເຊິ່ງ​ພະເຈົ້າ​ເປັນ​ຜູ້​ອອກ​ແບບ​ແລະ​ຜູ້​ສ້າງ.”—ຮຣ. 11:10

ເພງ 22 ລັດຖະບານ​ຂອງ​ພະເຈົ້າ​ກໍ່​ຕັ້ງ​ແລ້ວ—ຂໍ​ໃຫ້​ມາ​ເຖີດ!

ໃຈ​ຄວາມ​ສຳຄັນ *

1. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຫຼາຍ​ຄົນ​ເສຍ​ສະລະ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ແບບ​ນັ້ນ?

ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ລ້ານ​ຄົນ​ເຕັມ​ໃຈ​ເສຍ​ສະລະ​ຫຼາຍ​ຢ່າງ. ພີ່ນ້ອງ​ຫຼາຍ​ຄົນ​ຕັ້ງ​ໃຈ​ທີ່​ຈະ​ຢູ່​ເປັນ​ໂສດ. ສ່ວນ​ຄົນ​ທີ່​ແຕ່ງ​ດອງ​ແລ້ວ​ກໍ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ເອົາ​ລູກ​ເທື່ອ​ໃນ​ຕອນ​ນີ້. ສ່ວນ​ຄົນ​ທີ່​ມີ​ຄອບຄົວ​ກໍ​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ. ເຫດຜົນ​ທີ່​ເຂົາ​ເຈົ້າ​ເລືອກ​ແບບ​ນີ້​ກໍ​ຍ້ອນ​ວ່າ​ຢາກ​ໃຊ້​ເວລາ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ເຕັມທີ. ເຂົາ​ເຈົ້າ​ພໍ​ໃຈ​ກັບ​ຊີວິດ​ແບບ​ນີ້​ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ສິ່ງ​ທີ່​ຈຳເປັນ. ແຕ່​ເຂົາ​ເຈົ້າ​ຈະ​ຜິດ​ຫວັງ​ບໍ? ບໍ່. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຍ້ອນ​ວ່າ​ໃນ​ອະດີດ​ພະ​ເຢໂຫວາ​ໄດ້​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ມີ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ. ຕົວຢ່າງ​ທີ່​ເດັ່ນ​ໃນ​ເລື່ອງ​ນີ້​ແມ່ນ “ອັບຣາຮາມ​ຜູ້​ເປັນ​ພໍ່​ຂອງ​ທຸກ​ຄົນ​ທີ່​ມີ​ຄວາມ​ເຊື່ອ.”—ຣມ. 4:11

2. (ກ) ຕາມ​ເຮັບເຣີ 11:8-10, 16 ເປັນ​ຫຍັງ​ອັບຣາຮາມ​ເຕັມ​ໃຈ​ອອກ​ຈາກ​ເມືອງ​ອູຣ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເປັນ​ຫຍັງ​ອັບຣາຮາມ​ເຕັມ​ໃຈ​ອອກ​ຈາກ​ເມືອງ​ອູຣ​ເຊິ່ງ​ລາວ​ມີ​ຊີວິດ​ທີ່​ສະດວກ​ສະບາຍ? ຍ້ອນ​ລາວ “ລໍ​ຖ້າ​ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ.” (ອ່ານ​ເຮັບເຣີ 11:8-10, 16) “ເມືອງ” ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ແມ່ນ​ຫຍັງ? ອັບຣາຮາມ​ມີ​ບັນຫາ​ຫຍັງ​ແດ່​ຕອນ​ທີ່​ລໍ​ຖ້າ​ເມືອງ​ນັ້ນ? ແລະ​ເຮົາ​ຈະ​ເປັນ​ຄື​ກັບ​ອັບຣາຮາມ​ແລະ​ຄົນ​ອື່ນ​ໃນ​ທຸກ​ມື້​ນີ້​ທີ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ລາວ​ໄດ້​ແນວ​ໃດ? ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນັ້ນ.

ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ​ແມ່ນ​ຫຍັງ?

3. ເມືອງ​ທີ່​ອັບຣາຮາມ​ລໍ​ຖ້າ​ນັ້ນ​ແມ່ນ​ຫຍັງ?

3 ເມືອງ​ທີ່​ອັບຣາຮາມ​ລໍ​ຖ້າ​ກໍ​ຄື​ການ​ປົກຄອງ​ຂອງ​ພະເຈົ້າ ເຊິ່ງ​ການ​ປົກຄອງ​ນີ້​ມີ​ພະ​ເຢຊູ​ຄລິດ​ເປັນ​ກະສັດ​ແລະ​ມີ​ຜູ້​ຖືກ​ເຈີມ 144.000 ຄົນ​ຮ່ວມ​ປົກຄອງ​ນຳ. ໂປໂລ​ເອີ້ນ​ການ​ປົກຄອງ​ນີ້​ວ່າ: “ເມືອງ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຄື​ເຢຣູຊາເລັມ​ໃນ​ສະຫວັນ.” (ຮຣ. 12:22; ພນມ. 5:8-10; 14:1) ພະ​ເຢຊູ​ສອນ​ລູກສິດ​ໃຫ້​ອະທິດຖານ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ ເພື່ອ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳເລັດ​ຢູ່​ໃນ​ໂລກ​ຄື​ກັບ​ສຳເລັດ​ຢູ່​ໃນ​ສະຫວັນ.—ມທ. 6:10

4. ຕາມ​ຕົ້ນເດີມ 17:1, 2, 6 ອັບຣາຮາມ​ຮູ້​ຫຼາຍ​ໜ້ອຍ​ສ່ຳ​ໃດ​ກ່ຽວ​ກັບ​ເມືອງ​ຫຼື​ການ​ປົກຄອງ​ທີ່​ພະເຈົ້າ​ສັນຍາ​ໄວ້?

4 ອັບຣາຮາມ​ຮູ້​ລາຍ​ລະອຽດ​ກ່ຽວ​ກັບ​ການ​ປົກຄອງ​ນັ້ນ​ບໍ? ບໍ່. ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ທີ່​ລາຍ​ລະອຽດ​ເຫຼົ່າ​ນັ້ນ​ເປັນ “ຄວາມ​ລັບ​ອັນ​ສັກສິດ.” (ອຟຊ. 1:8-10; ກລຊ. 1:26, 27) ແຕ່​ອັບຣາຮາມ​ຮູ້​ວ່າ​ລູກ​ຫຼານ​ຂອງ​ລາວ​ຈະ​ເປັນ​ກະສັດ​ຍ້ອນ​ພະ​ເຢໂຫວາ​ໄດ້​ສັນຍາ​ເລື່ອງ​ນີ້​ກັບ​ລາວ. (ອ່ານ​ຕົ້ນເດີມ 17:1, 2, 6) ອັບຣາຮາມ​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈົນ​ຄື​ກັບ​ວ່າ​ລາວ​ໄດ້​ເຫັນ​ຜູ້​ທີ່​ຖືກ​ເລືອກ​ຫຼື​ເມຊີອາ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ແລ້ວ. ຍ້ອນ​ແນວ​ນີ້ ພະ​ເຢຊູ​ຈຶ່ງ​ບອກ​ຄົນ​ຢິວ​ໃນ​ສະໄໝ​ຂອງ​ເພິ່ນ​ວ່າ: “ອັບຣາຮາມ​ພໍ່​ຂອງ​ພວກ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ຈະ​ໄດ້​ເຫັນ​ວັນ​ທີ່​ຂ້ອຍ​ຈະ​ມາ ແລ້ວ​ລາວ​ກໍ​ໄດ້​ເຫັນ​ວັນ​ນັ້ນ​ແລະ​ມີ​ຄວາມ​ສຸກ.” (ຢຮ. 8:56) ເຫັນ​ໄດ້​ແຈ້ງ​ວ່າ​ອັບຣາຮາມ​ຮູ້​ວ່າ​ລູກ​ຫຼານ​ຂອງ​ລາວ​ບາງ​ຄົນ​ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ລາວ​ຈຶ່ງ​ພ້ອມ​ທີ່​ຈະ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແທ້.

ອັບຣາຮາມ​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ແນວ​ໃດ? (ເບິ່ງ​ຂໍ້ 5)

5. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອັບຣາຮາມ​ລໍ​ຖ້າ​ເມືອງ​ທີ່​ພະ​ເຢໂຫວາ​ຕັ້ງ​ຂຶ້ນ?

5 ອັບຣາຮາມ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ລໍ​ຖ້າ​ເມືອງ​ຫຼື​ການ​ປົກຄອງ​ທີ່​ພະເຈົ້າ​ຕັ້ງ​ຂຶ້ນ? ສິ່ງ​ທຳອິດ ອັບຣາຮາມ​ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ເມືອງ​ໃດ​ເມືອງ​ໜຶ່ງ​ໃນ​ໂລກ​ນີ້. ລາວ​ຍ້າຍ​ບ່ອນ​ຢູ່​ເລື້ອຍໆ ແລະ​ລາວ​ບໍ່​ໄດ້​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ການ​ປົກຄອງ​ຂອງ​ມະນຸດ. ນອກ​ຈາກ​ນັ້ນ ລາວ​ບໍ່​ໄດ້​ພະຍາຍາມ​ຕັ້ງ​ການ​ປົກຄອງ​ຂອງ​ໂຕ​ເອງ​ຂຶ້ນ​ມາ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ລາວ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດ​ຂຶ້ນ​ແທ້. ໂດຍ​ການ​ເຮັດ​ແບບ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ອັບຣາຮາມ​ມີ​ຄວາມ​ເຊື່ອ​ຫຼາຍ​ແທ້ໆໃນ​ພະ​ເຢໂຫວາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ອັບຣາຮາມ​ເຈິ​ບັນຫາ​ຫຍັງ​ແດ່ ແລະ​ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ລາວ​ໄດ້​ແນວ​ໃດ.

ອັບຣາຮາມ​ເຈິ​ບັນຫາ​ຫຍັງ​ແດ່?

6. ເມືອງ​ອູຣ​ເປັນ​ເມືອງ​ແບບ​ໃດ?

6 ອັບຣາຮາມ​ອອກ​ຈາກ​ເມືອງ​ອູຣ ເຊິ່ງ​ເປັນ​ເມືອງ​ທີ່​ສະດວກ​ສະບາຍ​ແລະ​ປອດໄພ​ດີ​ເພາະ​ມີ​ກຳແພງ​ໜາ​ແໜ້ນ​ແລະ​ອ້ອມ​ດ້ວຍ​ຄັນ​ຄູ​ນ້ຳ​ທີ່​ເລິກ​ສາມ​ດ້ານ. ຄົນ​ໃນ​ເມືອງ​ນີ້​ມີ​ການ​ສຶກສາ​ແລະ​ເປັນ​ຄົນ​ຮັ່ງມີ. ເບິ່ງ​ຄື​ວ່າ​ເມືອງ​ອູຣ​ເປັນ​ສູນ​ກາງ​ຂອງ​ການ​ເຮັດ​ທຸລະກິດ. ເຮົາ​ຮູ້​ເລື່ອງ​ນີ້​ຍ້ອນ​ນັກ​ຄົ້ນ​ຄວ້າ​ທາງ​ດ້ານ​ປະຫວັດສາດ​ໄດ້​ຄົ້ນ​ພົບ​ເອກ​ກະ​ສານ​ຕ່າງໆກ່ຽວ​ກັບ​ການ​ເຮັດ​ທຸລະກິດ​ໃນ​ເມືອງ​ນີ້. ເຮືອນ​ຂອງ​ປະຊາຊົນ​ສ່ວນ​ຫຼາຍ​ເປັນ​ເຮືອນ​ກໍ່ ຝາ​ເຮືອນ​ໂບກ​ຢ່າງ​ລະອຽດ​ແລະ​ທາ​ສີ​ຂາວ. ເຮືອນ​ບາງ​ຫຼັງ​ມີ 13-14 ຫ້ອງ​ແລະ​ມີ​ເດີ່ນ​ບ້ານ​ທີ່​ພື້ນ​ເປັນ​ຫີນ.

7. ເປັນ​ຫຍັງ​ອັບຣາຮາມ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ລາວ​ແລະ​ຄອບຄົວ?

7 ອັບຣາຮາມ​ຕ້ອງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ລາວ​ແລະ​ຄອບຄົວ. ຍ້ອນ​ຫຍັງ? ຂໍ​ໃຫ້​ຈື່​ວ່າ​ອັບຣາຮາມ​ແລະ​ຊາຣາ​ອອກ​ຈາກ​ບ້ານ​ທີ່​ສະດວກ​ສະບາຍ​ແລະ​ປອດໄພ​ທີ່​ຢູ່​ໃນ​ເມືອງ​ອູຣ ແລ້ວ​ມາ​ອາໄສ​ຢູ່​ເຕັ້ນ​ໃນ​ທົ່ງ​ຫຍ້າ​ຂອງ​ການາອານ ເຊິ່ງ​ບໍ່​ມີ​ກຳແພງ​ທີ່​ໜາ​ແໜ້ນ​ແລະ​ຄັນ​ຄູ​ນ້ຳ​ທີ່​ເລິກ​ປ້ອງກັນ​ລາວ​ແລະ​ຄອບຄົວ​ໄວ້. ດັ່ງ​ນັ້ນ ສັດຕູ​ຈຶ່ງ​ໂຈມຕີ​ໄດ້​ງ່າຍ.

8. ມີ​ເທື່ອ​ໜຶ່ງ​ອັບຣາຮາມ​ເຈິ​ບັນຫາ​ຫຍັງ?

8 ອັບຣາຮາມ​ເຮັດ​ຕາມ​ທີ່​ພະເຈົ້າ​ບອກ ແຕ່​ກໍ​ມີ​ເທື່ອ​ໜຶ່ງ​ທີ່​ລາວ​ມີ​ບັນຫາ​ໃນ​ການ​ລ້ຽງ​ຄອບຄົວ ເພາະ​ແຜ່ນດິນ​ທີ່​ພະເຈົ້າ​ບອກ​ໃຫ້​ໄປ​ນັ້ນ​ມີ​ຄວາມ​ອຶດຢາກ. ຄວາມ​ອຶດຢາກ​ເທື່ອ​ນັ້ນ​ໜັກ​ຫຼາຍ ຈົນ​ເຖິງ​ຂັ້ນ​ທີ່​ອັບຣາຮາມ​ແລະ​ຄອບຄົວ​ຕັດສິນ​ໃຈ​ຍ້າຍ​ໄປ​ຢູ່​ເອຢິບ​ໄລຍະ​ໜຶ່ງ. ຕອນ​ທີ່​ລາວ​ຢູ່​ຫັ້ນ ຟາໂຣ​ທີ່​ເປັນ​ກະສັດ​ເອຢິບ​ກໍ​ໄດ້​ເອົາ​ເມຍ​ລາວ​ໄປ. ລອງ​ຄິດ​ເບິ່ງ​ວ່າ​ອັບຣາຮາມ​ຈະ​ອຸກ​ໃຈ​ຫຼາຍ​ສ່ຳ​ໃດ​ຈົນ​ຮອດ​ຕອນ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໃຫ້​ຟາໂຣ​ເອົາ​ຊາຣາ​ມາ​ສົ່ງ​ຄືນ​ໃຫ້​ລາວ.—ຕົ້ນ. 12:10-19

9. ຄອບຄົວ​ຂອງ​ອັບຣາຮາມ​ມີ​ບັນຫາ​ຫຍັງ?

9 ຊີວິດ​ຄອບຄົວ​ຂອງ​ອັບຣາຮາມ​ມີ​ບັນຫາ​ໜັກ​ຫຼາຍ​ຢ່າງ. ເປັນ​ເວລາ​ຫຼາຍ​ສິບ​ປີ​ທີ່​ຊາຣາ​ບໍ່​ມີ​ລູກ ເຂົາ​ເຈົ້າ​ຈຶ່ງ​ຮູ້ສຶກ​ເສົ້າໃຈ​ຫຼາຍ. ດັ່ງ​ນັ້ນ ຊາຣາ​ຈຶ່ງ​ຕັດສິນ​ໃຈ​ເອົາ​ຮາກາ​ທີ່​ເປັນ​ສາວ​ໃຊ້​ຂອງ​ໂຕ​ເອງ​ໃຫ້​ເປັນ​ເມຍ​ອັບຣາຮາມ​ເພື່ອ​ຈະ​ມີ​ລູກ​ໃຫ້​ເຂົາ​ເຈົ້າ. ແຕ່​ເມື່ອ​ຮາກາ​ຖື​ພາ​ຍິດມາເອນ ລາວ​ກໍ​ເລີ່ມ​ດູຖູກ​ຊາຣາ. ສະພາບການ​ໃນ​ຕອນ​ນັ້ນ​ຫຍຸ້ງຍາກ​ຫຼາຍ​ຈົນ​ເຖິງ​ຂັ້ນ​ທີ່​ຊາຣາ​ໄລ່​ຮາກາ​ໜີ.—ຕົ້ນ. 16:1-6

10. ມີ​ເລື່ອງ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ອັບຣາຮາມ​ວາງໃຈ​ພະ​ເຢໂຫວາ​ໄດ້​ຍາກ?

10 ໃນ​ທີ່​ສຸດ​ຊາຣາ​ກໍ​ມີ​ລູກ​ໃຫ້​ອັບຣາຮາມ. ອັບຣາຮາມ​ຕັ້ງ​ຊື່​ລູກ​ວ່າ ອີຊາກ. ອັບຣາຮາມ​ຮັກ​ທັງ​ຍິດມາເອນ​ແລະ​ອີຊາກ. ແຕ່​ຍ້ອນ​ວ່າ​ຍິດມາເອນ​ເຮັດ​ບໍ່​ດີ​ຕໍ່​ອີຊາກ ອັບຣາຮາມ​ຈຶ່ງ​ຕ້ອງ​ໄລ່​ຍິດມາເອນ​ແລະ​ຮາກາ​ໜີ. (ຕົ້ນ. 21:9-14) ຫຼາຍ​ປີ​ຕໍ່​ມາ ພະ​ເຢໂຫວາ​ໄດ້​ບອກ​ອັບຣາຮາມ​ໃຫ້​ມອບ​ອີຊາກ​ເປັນ​ເຄື່ອງ​ບູຊາ. (ຕົ້ນ. 22:1, 2; ຮຣ. 11:17-19) ທັງ​ສອງ​ເລື່ອງ​ນີ້​ອັບຣາຮາມ​ຕ້ອງ​ວາງໃຈ​ວ່າ​ໃນ​ທີ່​ສຸດ​ພະ​ເຢໂຫວາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເພິ່ນ​ກ່ຽວ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ.

11. ເປັນ​ຫຍັງ​ອັບຣາຮາມ​ຕ້ອງ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດ​ທົນ?

11 ຕະຫຼອດ​ເວລາ​ທີ່​ຜ່ານ​ມາ​ອັບຣາຮາມ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດ​ທົນ. ລາວ​ອາຍຸ​ປະມານ 70 ປາຍ​ປີ​ແລ້ວ​ຕອນ​ທີ່​ພາ​ຄອບຄົວ​ອອກ​ຈາກ​ເມືອງ​ອູຣ. (ຕົ້ນ. 11:31–12:4) ອັບຣາຮາມ​ອາໄສ​ຢູ່​ໃນ​ເຕັ້ນ​ແລະ​ຍ້າຍ​ໄປ​ຍ້າຍ​ມາ​ເລື້ອຍໆຢູ່​ໃນ​ແຜ່ນດິນ​ການາອານ​ເປັນ​ເວລາ​ປະມານ 100 ປີ ແລະ​ລາວ​ກໍ​ຕາຍ​ຕອນ​ອາຍຸ 175 ປີ. (ຕົ້ນ. 25:7) ແຕ່​ລາວ​ກໍ​ບໍ່​ໄດ້​ເຫັນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ລູກ​ຫຼານ​ຂອງ​ລາວ ແລະ​ລາວ​ກໍ​ຍັງ​ບໍ່​ໄດ້​ເຫັນ​ເມືອງ​ຫຼື​ການ​ປົກຄອງ​ທີ່​ພະເຈົ້າ​ຕັ້ງ​ຂຶ້ນ. ເຖິງ​ວ່າ​ອັບຣາຮາມ​ຈະ​ບໍ່​ເຫັນ​ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ ແຕ່​ລາວ​ກໍ “ມີ​ຊີວິດ​ທີ່​ຍືນ​ຍາວ​ແລະ​ມີ​ຄວາມ​ສຸກ.” (ຕົ້ນ. 25:8, ..) ເຖິງ​ວ່າ​ອັບຣາຮາມ​ຈະ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ຫຼາຍ​ຢ່າງ ແຕ່​ລາວ​ກໍ​ຍັງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ເຕັມ​ໃຈ​ລໍ​ຖ້າ​ພະ​ເຢໂຫວາ. ເປັນ​ຫຍັງ​ລາວ​ຈຶ່ງ​ອົດ​ທົນ​ໄດ້? ຍ້ອນ​ວ່າ​ຕະຫຼອດ​ຊີວິດ​ຂອງ​ລາວ ລາວ​ເຫັນ​ວ່າ​ພະ​ເຢໂຫວາ​ປົກ​ປ້ອງ​ແລະ​ປະຕິບັດ​ກັບ​ລາວ​ຄື​ເປັນ​ໝູ່.—ຕົ້ນ. 15:1; ເອຊາ. 41:8; ຢກບ. 2:22, 23

ຄື​ກັບ​ອັບຣາຮາມ​ແລະ​ຊາຣາ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໄດ້​ສະແດງ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ​ແນວ​ໃດ? (ເບິ່ງ​ຂໍ້ 12) *

12. ເຮົາ​ກຳລັງ​ລໍ​ຖ້າ​ຫຍັງ ແລະ​ເຮົາ​ຈະ​ເບິ່ງ​ຫຍັງ​ຕໍ່​ໄປ​ນີ້?

12 ຄື​ກັບ​ອັບຣາຮາມ ເຮົາ​ກໍ​ກຳລັງ​ລໍ​ຖ້າ​ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ໝັ້ນ​ຄົງ. ແຕ່​ເຮົາ​ບໍ່​ຕ້ອງ​ລໍ​ຖ້າ​ໃຫ້​ເມືອງ​ນີ້​ຕັ້ງ​ຂຶ້ນ ຍ້ອນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຕັ້ງ​ຂຶ້ນ​ແລ້ວ​ໃນ​ປີ 1914 ແລະ​ປົກຄອງ​ແລ້ວ​ຢູ່​ໃນ​ສະຫວັນ. (ພນມ. 12:7-10) ແຕ່​ເຮົາ​ກຳລັງ​ລໍ​ຖ້າ​ໃຫ້​ການ​ປົກຄອງ​ນັ້ນ​ມາ​ປົກຄອງ​ໂລກ​ນີ້. ໃນ​ຂະນະ​ທີ່​ເຮົາ​ລໍ​ຖ້າ​ໃຫ້​ສິ່ງ​ນັ້ນ​ເກີດ​ຂຶ້ນ ເຮົາ​ອາດ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ຫຼາຍ​ຢ່າງ​ຄ້າຍ​ຄື​ກັບ​ທີ່​ອັບຣາຮາມ​ແລະ​ຊາຣາ​ເຄີຍ​ເຈິ. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ເຮັດ​ຕາມ​ຕົວຢ່າງ​ຂອງ​ອັບຣາຮາມ​ໄດ້​ບໍ? ເລື່ອງ​ຊີວິດ​ຈິງ​ໃນ​ຫໍສັງເກດການ ສະແດງ​ໃຫ້​ເຫັນ​ວ່າ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ສາມາດ​ຮຽນ​ແບບ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ​ຂອງ​ອັບຣາຮາມ​ແລະ​ຊາຣາ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຊີວິດ​ຈິງ​ຂອງ​ບາງ​ຄົນ​ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ເຂົາ​ເຈົ້າ.

ເຮັດ​ຕາມ​ຕົວຢ່າງ​ຂອງ​ອັບຣາຮາມ

ບິວ ວໍເດັນ ເຕັມ​ໃຈ​ເສຍ​ສະລະ​ເພື່ອ​ພະ​ເຢໂຫວາ​ແລະ​ໄດ້​ຮັບ​ພອນ

13. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ບິວ?

13 ເຕັມ​ໃຈ​ເສຍ​ສະລະ. ຖ້າ​ເຮົາ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເຮົາ​ກໍ​ຕ້ອງ​ເປັນ​ຄື​ກັບ​ອັບຣາຮາມ ລາວ​ເຕັມ​ໃຈ​ເສຍ​ສະລະ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ມທ. 6:33; ມຣກ. 10:28-30) ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ບິວ ວໍເດັນ. * ໃນ​ປີ 1942 ບິວ​ກຳລັງ​ຊິ​ຮຽນ​ຈົບ​ວິສະວະກຳ​ສາດ​ຂະແໜງ​ໂຍທາ​ຢູ່​ມະຫາ​ວິທະຍາໄລ​ແຫ່ງ​ໜຶ່ງ​ໃນ​ອາເມຣິກາ ຕອນ​ນັ້ນ​ລາວ​ເລີ່ມ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ຫຼັງ​ຈາກ​ທີ່​ຮຽນ​ຈົບ​ແລ້ວ ອາຈານ​ຄົນ​ໜຶ່ງ​ໄດ້​ຊອກ​ວຽກ​ໃຫ້​ລາວ​ເຮັດ ແຕ່​ລາວ​ປະຕິເສດ. ລາວ​ບອກ​ອາຈານ​ວ່າ ລາວ​ເລືອກ​ທີ່​ຈະ​ເປັນ​ຜູ້​ສອນ​ຄຳພີ​ໄບເບິນ​ແທນ​ທີ່​ຈະ​ເຮັດ​ວຽກ​ທີ່​ໄດ້​ເງິນ​ເດືອນ​ຫຼາຍໆ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ລາວ​ກໍ​ຖືກ​ເກນ​ໄປ​ເປັນ​ທະຫານ ແຕ່​ລາວ​ໄດ້​ປະຕິເສດ​ຢ່າງ​ໜັກແໜ້ນ. ດັ່ງ​ນັ້ນ ລາວ​ຈຶ່ງ​ຖືກ​ປັບໃໝ 10.000 ໂດລາ​ແລະ​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ 5 ປີ. ລາວ​ຕິດ​ຄຸກ​ແຕ່ 3 ປີ ແລ້ວ​ກໍ​ຖືກ​ປ່ອຍ. ຕໍ່​ມາ ລາວ​ຖືກ​ເຊີນ​ໃຫ້​ເຂົ້າ​ໂຮງ​ຮຽນ​ກິລຽດ​ແລະ​ຮັບໃຊ້​ເປັນ​ມິດຊັນນາລີ​ຢູ່​ອາຝຼິກກາ. ແລ້ວ​ບິວ​ກໍ​ໄດ້​ແຕ່ງ​ດອງ​ກັບ​ອີວາ ແລະ​ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ກໍ​ຮັບໃຊ້​ນຳ​ກັນ​ຢູ່​ອາຝຼິກກາ ເຊິ່ງ​ເປັນ​ການ​ເສຍ​ສະລະ​ຫຼາຍ​ແທ້ໆ. ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ກັບ​ເມືອ​ອາເມຣິກາ​ເພື່ອ​ເບິ່ງ​ແຍງ​ແມ່​ຂອງ​ບິວ. ບິວ​ເວົ້າ​ກ່ຽວ​ກັບ​ຊີວິດ​ຂອງ​ໂຕ​ເອງ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ຈົນ​ນ້ຳ​ຕາ​ຊຶມ​ເມື່ອ​ຄິດ​ເຖິງ​ສິດທິ​ພິເສດ​ທີ່​ຂ້ອຍ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ເປັນ​ເວລາ​ຫຼາຍ​ກວ່າ 70 ປີ. ຂ້ອຍ​ຂອບໃຈ​ພະ​ເຢໂຫວາ​ເລື້ອຍໆທີ່​ຊ່ວຍ​ຂ້ອຍ​ໃຫ້​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ເພິ່ນ.” ເຈົ້າ​ເດ ສາມາດ​ຮັບໃຊ້​ເຕັມ​ເວລາ​ໄດ້​ບໍ?

ເອເລນີ້​ແລະ​ອາຣິດສ໌ໂຕເຕລິດ ອະໂພສ໌ໂຕລິດິດ ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ອົດ​ທົນ​ໄດ້

14-15. ເຮົາ​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ອາຣິດສ໌ໂຕເຕລິດ​ແລະ​ພີ່ນ້ອງ​ເອເລນີ້?

14 ຢ່າ​ຄາດ​ໝາຍ​ວ່າ​ຊີວິດ​ຈະ​ບໍ່​ມີ​ບັນຫາ. ຈາກ​ຕົວຢ່າງ​ຂອງ​ອັບຣາຮາມ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເຖິງ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຍັງ​ຈະ​ຕ້ອງ​ເຈິ​ບັນຫາ​ຢູ່. (ຢກບ. 1:2; 1 ປຕ. 5:9) ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ອາຣິດສ໌ໂຕເຕລິດ ອະໂພສ໌ໂຕລິດິດ. * ລາວ​ຮັບ​ບັບເຕມາ​ໃນ​ປີ 1946 ຢູ່​ປະເທດ​ກຣີກ ແລະ​ໃນ​ປີ 1952 ລາວ​ໄດ້​ໝັ້ນ​ກັບ​ພີ່ນ້ອງ​ເອເລນີ້ ເຊິ່ງ​ມີ​ເປົ້າ​ໝາຍ​ດຽວ​ກັບ​ລາວ. ແຕ່​ເອເລ​ນີ້​ເຈັບ​ໜັກ​ແລະ​ໝໍ​ບົ່ງ​ມະຕິ​ວ່າ​ລາວ​ເປັນ​ເນື້ອ​ງອກ​ໃນ​ສະໝອງ. ເຖິງ​ວ່າ​ຈະ​ຜ່າ​ຕັດ​ແລ້ວ ແຕ່​ຫຼັງ​ຈາກ​ທີ່​ແຕ່ງ​ດອງ​ໄດ້​ບໍ່​ເທົ່າ​ໃດ​ປີ ລາວ​ກໍ​ກັບ​ມາ​ເປັນ​ເນື້ອ​ງອກ​ອີກ. ໝໍ​ຈຶ່ງ​ຜ່າ​ຕັດ​ອີກ​ເທື່ອ​ໜຶ່ງ ແຕ່​ການ​ຜ່າ​ຕັດ​ເທື່ອ​ນີ້​ເຮັດ​ໃຫ້​ລາວ​ເປັນ​ອຳມະພຶກ​ແລະ​ເວົ້າ​ບໍ່​ຂອດ. ເຖິງ​ວ່າ​ພີ່ນ້ອງ​ເອເລນີ້​ຈະ​ເຈັບ​ປ່ວຍ​ແລະ​ຖືກ​ຂົ່ມເຫງ​ຈາກ​ລັດຖະບານ ແຕ່​ລາວ​ກໍ​ຍັງ​ກະຕືລືລົ້ນ​ຮັບໃຊ້​ຕໍ່​ໄປ.

15 ເປັນ​ເວລາ 30 ປີ​ທີ່​ພີ່ນ້ອງ​ອາຣິດສ໌ໂຕເຕລິດ​ໄດ້​ເບິ່ງ​ແຍງ​ເມຍ​ຂອງ​ລາວ. ໃນ​ຕອນ​ນັ້ນ​ລາວ​ເປັນ​ຜູ້​ດູ​ແລ ເຮັດ​ວຽກ​ກັບ​ຄະນະ​ກຳ​ມະ​ການ​ການ​ປະຊຸມ​ພາກ ແລະ​ຊ່ວຍ​ສ້າງ​ຫໍ​ປະຊຸມ​ໃຫຍ່. ຕໍ່​ມາ​ໃນ​ປີ 1987 ເອເລ​ນີ້​ເກີດ​ອຸບັດ​ຕິ​ເຫດ​ຕອນ​ທີ່​ລາວ​ກຳລັງ​ປະກາດ​ຢູ່. ລາວ​ເຈັບ​ໜັກ​ຈົນ​ສະຫຼົບ​ຮອດ 3 ປີ ແລະ​ຫຼັງ​ຈາກ​ນັ້ນ​ລາວ​ກໍ​ຕາຍ. ພີ່ນ້ອງ​ອາຣິດສ໌ໂຕເຕລິດ​ເວົ້າ​ສະຫຼຸບ​ກ່ຽວ​ກັບ​ຊີວິດ​ຂອງ​ໂຕ​ເອງ​ວ່າ: “ຫຼາຍ​ປີ​ທີ່​ຜ່ານ​ມາ ຂ້ອຍ​ຕ້ອງ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ແລະ​ບາງ​ຢ່າງ​ກໍ​ເກີດ​ຂຶ້ນ​ແບບ​ກະທັນຫັນ​ແລະ​ບໍ່​ຄາດ​ຄິດ. ດັ່ງ​ນັ້ນ ຂ້ອຍ​ຕ້ອງ​ມີ​ຄວາມ​ອົດ​ທົນ​ແລະ​ບໍ່​ຍອມ​ແພ້. ແຕ່​ພະ​ເຢໂຫວາ​ກໍ​ຢູ່​ຄຽງ​ຂ້າງ​ຂ້ອຍ​ແລະ​ໃຫ້​ກຳລັງ​ໃຈ​ຂ້ອຍ​ສະເໝີ.” (ເພງ. 94:18, 19) ພະ​ເຢໂຫວາ​ຮັກ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຫຼາຍ​ແທ້ໆທີ່​ໄດ້​ພະຍາຍາມ​ເຮັດ​ທຸກ​ສິ່ງ​ເພື່ອ​ເພິ່ນ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ບັນຫາ.

ອໍເດຣ ຮາຍ ຄິດ​ໃນ​ແງ່​ບວກ​ສະເໝີ​ໂດຍ​ຄິດ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ

16. ພີ່ນ້ອງ​ນາທານ​ໃຫ້​ຄຳ​ແນະນຳ​ທີ່​ດີ​ຫຍັງ​ກັບ​ເມຍ?

16 ຄິດ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ​ສະເໝີ. ອັບຣາຮາມ​ຄິດ​ເຖິງ​ລາງ​ວັນ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ລາວ​ໃນ​ອະນາຄົດ ແລະ​ເລື່ອງ​ນີ້​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆໄດ້. ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ອໍເດຣ ຮາຍ. ພີ່ນ້ອງ​ນາທານ ເອັດ. ນໍ ຜົວ​ຄົນ​ທຳອິດ​ຂອງ​ລາວ​ຕາຍ​ຍ້ອນ​ເປັນ​ມະເຮັງ ແລະ​ຊ້ຳ​ບໍ່​ໜຳ​ຜົວ​ຄົນ​ທີ​ສອງ​ຂອງ​ລາວ ພີ່ນ້ອງ​ເກັລນ ຮາຍ ກໍ​ເປັນ​ໂລກ​ສະໝອງ​ເສື່ອມ. * ແຕ່​ເຖິງ​ປານ​ນັ້ນ ລາວ​ກໍ​ຍັງ​ຄິດ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ​ສະເໝີ. ລາວ​ເວົ້າ​ເຖິງ​ສິ່ງ​ທີ່​ພີ່ນ້ອງ​ນາທານ​ບອກ​ລາວ​ບໍ່​ເທົ່າ​ໃດ​ອາທິດ​ກ່ອນ​ຈະ​ຕາຍ​ເຊິ່ງ​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ໄດ້. ລາວ​ເວົ້າ​ວ່າ: “ນາທານ​ບອກ​ຂ້ອຍ​ວ່າ: ‘ຫຼັງ​ຈາກ​ເຮົາ​ຕາຍ ຄວາມ​ຫວັງ​ຂອງ​ເຮົາ​ກໍ​ແນ່ນອນ ແລະ​ເຮົາ​ບໍ່​ຕ້ອງ​ເຈັບ​ປວດ​ອີກ​ຕໍ່​ໄປ.’ ແລະ​ລາວ​ຍັງ​ໃຫ້​ຄຳ​ແນະນຳ​ຂ້ອຍ​ວ່າ: ‘ໃຫ້​ເບິ່ງ​ໄປ​ຂ້າງ​ໜ້າ ເບິ່ງ​ໄປ​ທີ່​ລາງວັນ​ທີ່​ຈະ​ໄດ້​ຮັບ ແລະ​ໃຫ້​ໃຊ້​ຊີວິດ​ເພື່ອ​ເຮັດ​ສິ່ງ​ທີ່​ເປັນ​ປະໂຫຍດ​ຕໍ່​ຄົນ​ອື່ນ. ສິ່ງ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ໃນ​ຊີວິດ.’” ຈັ່ງ​ແມ່ນ​ເປັນ​ຄຳ​ແນະນຳ​ທີ່​ດີ​ແທ້ໆສຳລັບ​ເຮົາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ຕໍ່​ຄົນ​ອື່ນ​ສະເໝີ ແລະ​ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ “ຄວາມ​ສຸກ​ກັບ​ຄວາມ​ຫວັງ”!—ຣມ. 12:12

17. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ຄິດ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ​ສະເໝີ? (ຂ) ການ​ເຮັດ​ຕາມ​ມີເກ 7:7 ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໄດ້​ຮັບ​ພອນ​ໃນ​ອະນາຄົດ?

17 ທຸກ​ມື້​ນີ້ ເຮົາ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຈະ​ຄິດ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ​ສະເໝີ. ເຫດການ​ຕ່າງໆທີ່​ເກີດ​ຂຶ້ນ​ໃນ​ໂລກ​ທຸກ​ມື້​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ຢູ່​ໃນ​ໄລຍະ​ທ້າຍໆຂອງ​ສະໄໝ​ສຸດ​ທ້າຍ. ອີກ​ບໍ່​ດົນ​ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຈະ​ມາ​ປົກຄອງ​ທົ່ວ​ໂລກ ແລະ​ເຮົາ​ຈະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ. ພອນ​ຢ່າງ​ໜຶ່ງ​ກໍ​ຄື ເຮົາ​ຈະ​ໄດ້​ພົບ​ກັບ​ຄົນ​ທີ່​ເຮົາ​ຮັກ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ ແລະ​ໃນ​ຕອນ​ນັ້ນ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ອັບຣາຮາມ​ຍ້ອນ​ລາວ​ໄດ້​ສະແດງ​ຄວາມ​ເຊື່ອ​ແລະ​ຄວາມ​ອົດ​ທົນ. ພະ​ເຢໂຫວາ​ຈະ​ປຸກ​ລາວ​ແລະ​ຄອບຄົວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ຢູ່​ໃນ​ໂລກ. ເຈົ້າ​ຈະ​ຢູ່​ຫັ້ນ​ເພື່ອ​ຕ້ອນຮັບ​ເຂົາ​ເຈົ້າ​ບໍ? ເຈົ້າ​ຈະ​ໄດ້​ຢູ່​ຫັ້ນ​ຄື​ກັນ ຖ້າ​ເຈົ້າ​ເປັນ​ຄື​ກັບ​ອັບຣາຮາມ​ທີ່​ເຕັມ​ໃຈ​ເສຍ​ສະລະ​ເພື່ອ​ການ​ປົກຄອງ​ຂອງ​ພະເຈົ້າ ຮັກສາ​ຄວາມ​ເຊື່ອ​ເຖິງ​ວ່າ​ຈະ​ມີ​ບັນຫາ ແລະ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດ​ທົນ.—ອ່ານ​ມີເກ 7:7

ເພງ 74 ຮ່ວມ​ກັນ​ຮ້ອງ​ເພງ​ລາຊະອານາຈັກ​ພະເຈົ້າ!

^ ຂໍ້ 5 ຕອນ​ທີ່​ເຮົາ​ລໍ​ຖ້າ​ໃຫ້​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ເກີດ​ຂຶ້ນ​ແທ້ ເຮົາ​ອາດ​ຈະ​ຮູ້ສຶກ​ເມື່ອຍ​ໃນ​ການ​ຖ້າ​ແລະ​ເຖິງ​ຂັ້ນ​ເລີ່ມ​ບໍ່​ເຊື່ອ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ອັບຣາຮາມ​ທີ່​ຊ່ວຍ​ເຮົາ​ໃຫ້​ລໍ​ຖ້າ​ຢ່າງ​ອົດ​ທົນ​ເພື່ອ​ໃຫ້​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເກີດ​ຂຶ້ນ​ແທ້? ແລະ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ແນວ​ໃດ?

^ ຂໍ້ 13 ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ບິວ ວໍເດັນ​ຢູ່​ຫໍສັງເກດການ 1 ທັນວາ 2013 ໜ້າ 8-10 (ພາສາ​ໄທ)

^ ຂໍ້ 14 ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ອາຣິດສ໌ໂຕເຕລິດ ອະໂພສ໌ໂຕລິດິດ​ຢູ່​ຫໍສັງເກດການ 1 ກຸມພາ 2002 ໜ້າ 24-28 (ພາສາ​ໄທ)

^ ຂໍ້ 16 ເລື່ອງ​ຊີວິດ​ຈິງ​ຂອງ​ພີ່ນ້ອງ​ອໍເດຣ​ຢູ່​ຫໍສັງເກດການ 1 ກໍລະກົດ 2004 ໜ້າ 23-29 (ພາສາ​ໄທ)

^ ຂໍ້ 56 ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຜູ້​ເຖົ້າ​ຄູ່​ໜຶ່ງ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ເຖິງ​ວ່າ​ຈະ​ມີ​ບັນຫາ. ເຂົາ​ເຈົ້າ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ໂດຍ​ຄິດ​ເຖິງ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ໃນ​ອະນາຄົດ.