ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 39

ໃຫ້​ເອົາໃຈໃສ່​ພີ່ນ້ອງ​ຍິງ

ໃຫ້​ເອົາໃຈໃສ່​ພີ່ນ້ອງ​ຍິງ

“ຜູ້​ຍິງ​ທີ່​ປະກາດ​ຂ່າວ​ດີ​ເປັນ​ກອງທັບ​ໃຫຍ່.”—ເພງ. 68:11, ລ.ມ.

ເພງ 137 ພີ່ນ້ອງ​ຍິງ​ທີ່​ສັດ​ຊື່

ໃຈ​ຄວາມ​ສຳຄັນ *

ພີ່ນ້ອງ​ຍິງ​ທີ່​ດຸ​ໝັ່ນ​ແລະ​ກະຕືລືລົ້ນ​ອອກ​ຄຳ​ຄິດ​ເຫັນ​ຢູ່​ການ​ປະຊຸມ ໄປ​ປະກາດ ຊ່ວຍ​ເບິ່ງ​ແຍງ​ຫໍ​ປະຊຸມ ແລະ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ພີ່ນ້ອງ (ເບິ່ງ​ຂໍ້ 1)

1. ພີ່ນ້ອງ​ຍິງ​ຊ່ອຍ​ອົງການ​ແນວ​ໃດ ແຕ່​ເຂົາ​ເຈົ້າ​ຫຼາຍ​ຄົນ​ເຈິ​ບັນຫາ​ຫຍັງ​ແດ່? (ເບິ່ງ​ຮູບ​ໜ້າ​ປົກ)

ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ມີ​ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ກຳລັງ​ເຮັດ​ວຽກ​ໜັກ​ໃນ​ປະຊາຄົມ. ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອອກ​ຄຳ​ຄິດ​ເຫັນ​ໃນ​ການ​ປະຊຸມ​ແລະ​ເຮັດ​ວຽກ​ປະກາດ. ບາງ​ຄົນ​ຊ່ອຍ​ເບິ່ງ​ແຍງ​ຫໍ​ປະຊຸມ ແລະ​ບາງ​ຄົນ​ຊ່ອຍ​ເບິ່ງ​ແຍງ​ພີ່ນ້ອງ​ໃນ​ປະຊາຄົມ. ແຕ່​ເຂົາ​ເຈົ້າ​ກໍ​ເຈິ​ບັນຫາ​ຫຼາຍ​ຢ່າງ ບາງ​ຄົນ​ຕ້ອງ​ເບິ່ງ​ແຍງ​ພໍ່​ແມ່​ທີ່​ເຖົ້າ​ແລ້ວ ແລະ​ບາງ​ຄົນ​ຖືກ​ຄອບຄົວ​ຕໍ່​ຕ້ານ. ນອກ​ຈາກ​ນັ້ນ ບາງ​ຄົນ​ລ້ຽງ​ລູກ​ຜູ້​ດຽວ​ແລະ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ລູກ.

2. ເປັນ​ຫຍັງ​ເຮົາ​ຄວນ​ເອົາໃຈໃສ່​ແລະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຍິງ?

2 ເປັນ​ຫຍັງ​ເຮົາ​ຄວນ​ເອົາໃຈໃສ່​ແລະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຍິງ? ຍ້ອນ​ວ່າ​ຫຼາຍ​ຄົນ​ໃນ​ໂລກ​ມັກ​ດູຖູກ​ແລະ​ບໍ່​ໃຫ້​ກຽດ​ຜູ້​ຍິງ. ແຕ່​ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຍິງ. ຕົວຢ່າງ​ເຊັ່ນ: ອັກຄະສາວົກ​ໂປໂລ​ບອກ​ພີ່ນ້ອງ​ໃນ​ເມືອງ​ໂຣມ​ໃຫ້​ຕ້ອນຮັບ​ພີ່ນ້ອງ​ຟອຍເບ​ແລະ “ຊ່ວຍ​ເຫຼືອ​ລາວ​ໃນ​ເລື່ອງ​ທີ່​ຈຳເປັນ.” (ຣມ. 16:1, 2) ຕອນ​ທີ່​ໂປໂລ​ເປັນ​ຟາຣິຊາຍ ລາວ​ຖື​ວ່າ​ຜູ້​ຍິງ​ເປັນ​ຄົນ​ຕ່ຳ​ຕ້ອຍ​ແລະ​ລາວ​ໄດ້​ປະຕິບັດ​ກັບ​ຜູ້​ຍິງ​ແບບ​ຕ່ຳ​ຕ້ອຍ ແຕ່​ເມື່ອ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ລາວ​ກໍ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ສະແດງ​ຄວາມ​ອ່ອນ​ໂຍນ​ແລະ​ໃຫ້​ກຽດ​ຜູ້​ຍິງ.—1 ກຣ. 11:1

3. ພະ​ເຢຊູ​ປະຕິບັດ​ກັບ​ຜູ້​ຍິງ​ແນວ​ໃດ ແລະ​ເພິ່ນ​ຖື​ວ່າ​ຜູ້​ຍິງ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພໍ່​ເພິ່ນ​ເປັນ​ແນວ​ໃດ?

3 ພະ​ເຢຊູ​ໃຫ້​ກຽດ​ຜູ້​ຍິງ​ທຸກ​ຄົນ. (ຢຮ. 4:27) ເພິ່ນ​ບໍ່​ໄດ້​ເບິ່ງ​ວ່າ​ຜູ້​ຍິງ​ຕ່ຳ​ຕ້ອຍ​ຄື​ກັບ​ທີ່​ພວກ​ຫົວ​ໜ້າ​ສາສະໜາ​ຢິວ​ໃນ​ສະໄໝ​ຂອງ​ເພິ່ນ​ເບິ່ງ. ທີ່​ຈິງ ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ບອກ​ວ່າ: “ພະ​ເຢຊູ​ບໍ່​ເຄີຍ​ເວົ້າ​ດູຖູກ​ຜູ້​ຍິງ.” ແຕ່​ພະ​ເຢຊູ​ໃຫ້​ກຽດ​ເປັນ​ພິເສດ​ກັບ​ຜູ້​ຍິງ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພໍ່​ເພິ່ນ. ສຳຄັນ​ກວ່າ​ນັ້ນ ເພິ່ນ​ຖື​ວ່າ​ເຂົາ​ເຈົ້າ​ເປັນ​ເອື້ອຍ​ເປັນ​ນ້ອງ​ຂອງ​ເພິ່ນ ແລະ​ຍັງ​ໄດ້​ເວົ້າ​ເຖິງ​ເຂົາ​ເຈົ້າ​ນຳ​ກັນ​ກັບ​ຜູ້​ຊາຍ​ທີ່​ເພິ່ນ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ເພິ່ນ.—ມທ. 12:50

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

4 ພະ​ເຢຊູ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍ​ເຫຼືອ​ຜູ້​ຍິງ​ທີ່​ເປັນ​ເອື້ອຍ​ເປັນ​ນ້ອງ​ທາງ​ຄວາມ​ເຊື່ອ​ກັບ​ເພິ່ນ. ເພິ່ນ​ເຫັນ​ຄ່າ​ເຂົາ​ເຈົ້າ​ແລະ​ເວົ້າ​ປົກ​ປ້ອງ​ເຂົາ​ເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ​ໃນ​ການ​ສະແດງ​ຄວາມ​ສົນ​ໃຈ​ພີ່ນ້ອງ​ຍິງ?

ສະແດງ​ຄວາມ​ສົນ​ໃຈ​ພີ່ນ້ອງ​ຍິງ

5. ເປັນ​ຫຍັງ​ພີ່ນ້ອງ​ຍິງ​ບາງ​ຄົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໃຊ້​ເວລາ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ?

5 ເຮົາ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຊາຍ​ຫຼື​ຍິງ​ກໍ​ຕ້ອງການ​ໃຊ້​ເວລາ​ກັບ​ພີ່ນ້ອງ. ແຕ່​ບາງ​ເທື່ອ​ພີ່ນ້ອງ​ຍິງ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ແບບ​ນັ້ນ. ຍ້ອນ​ຫຍັງ? ໃຫ້​ເຮົາ​ເບິ່ງ​ສິ່ງ​ທີ່​ພີ່ນ້ອງ​ຍິງ​ບາງ​ຄົນ​ເວົ້າ. ພີ່ນ້ອງ​ຈໍ​ແດນ *ເວົ້າ​ວ່າ “ຍ້ອນ​ຂ້ອຍ​ຍັງ​ເປັນ​ໂສດ ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ມີ​ຄວາມ​ສຳຄັນ​ຫຍັງ​ໃນ​ປະຊາຄົມ ແລະ​ບໍ່​ໄດ້​ຮູ້ສຶກ​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ.” ພີ່ນ້ອງ​ຄລິດສະຕິນ​ເຊິ່ງ​ເປັນ​ໄພໂອເນຍ​ທີ່​ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ທີ່​ມີ​ຄວາມ​ຈຳເປັນ​ຫຼາຍ​ກວ່າ​ເວົ້າ​ວ່າ: “ເມື່ອ​ຍ້າຍ​ໄປ​ປະຊາຄົມ​ໃໝ່ ຂ້ອຍ​ຮູ້ສຶກ​ເຫງົາ.” ພີ່ນ້ອງ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ດຽວ​ໃນ​ຄອບຄົວ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສະໜິດ​ກັບ​ຄອບຄົວ ແລະ​ຍັງ​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ໄດ້​ສະໜິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ພີ່ນ້ອງ​ບາງ​ຄົນ​ກໍ​ອາດ​ຮູ້ສຶກ​ເຫງົາ​ຍ້ອນ​ບໍ່​ສະບາຍ​ແລະ​ອອກ​ໄປ​ໃສ​ບໍ່​ໄດ້ ແລະ​ບາງ​ຄົນ​ອາດ​ຕ້ອງ​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ທີ່​ບໍ່​ສະບາຍ. ພີ່ນ້ອງ​ແອນເນັດ​ເວົ້າ​ວ່າ “ເຖິງ​ວ່າ​ພີ່ນ້ອງ​ຈະ​ຊວນ​ຂ້ອຍ​ໄປ​ຫັ້ນ​ໄປ​ນີ້ ແຕ່​ຂ້ອຍ​ກໍ​ໄປ​ບໍ່​ໄດ້​ເພາະ​ຕ້ອງ​ເບິ່ງ​ແຍງ​ແມ່.”

ຄື​ກັບ​ພະ​ເຢຊູ ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ແລະ​ເປັນ​ຫ່ວງ​ພີ່ນ້ອງ​ຍິງ (ເບິ່ງ​ຂໍ້ 6-9) *

6. ຕາມ​ລູກາ 10:38-42 ພະ​ເຢຊູ​ໄດ້​ຊ່ອຍ​ມາຣີ​ແລະ​ມາທາ​ແນວ​ໃດ?

6 ພະ​ເຢຊູ​ໃຊ້​ເວລາ​ກັບ​ຜູ້​ຍິງ​ທີ່​ເປັນ​ເອື້ອຍ​ເປັນ​ນ້ອງ​ທາງ​ຄວາມ​ເຊື່ອ​ກັບ​ເພິ່ນ ແລະ​ເພິ່ນ​ກໍ​ເປັນ​ໝູ່​ແທ້​ຂອງ​ເຂົາ​ເຈົ້າ. ໃຫ້​ເຮົາ​ມາ​ເບິ່ງ​ສາຍ​ສຳພັນ​ຂອງ​ພະ​ເຢຊູ​ກັບ​ມາຣີ​ແລະ​ມາທາ ເບິ່ງ​ຄື​ວ່າ​ທັງ​ສອງ​ເປັນ​ໂສດ. (ອ່ານ​ລູກາ 10:38-42) ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ແລະ​ເຮັດ ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ. ມາຣີ​ຮູ້ສຶກ​ສະດວກ​ໃຈ​ທີ່​ຈະ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ພະ​ເຢຊູ​ໃນ​ຖານະ​ເປັນ​ລູກສິດ​ຂອງ​ເພິ່ນ. * ສ່ວນ​ມາທາ​ຮູ້ສຶກ​ບໍ່​ພໍ​ໃຈ​ທີ່​ມາຣີ​ບໍ່​ໄປ​ແຕ່ງ​ກິນ​ຊ່ອຍ ແລະ​ລາວ​ກ້າ​ບອກ​ພະ​ເຢຊູ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ. ໃນ​ຕອນ​ນັ້ນ ພະ​ເຢຊູ​ໄດ້​ສອນ​ບົດຮຽນ​ທີ່​ສຳຄັນ​ໃຫ້​ເຂົາ​ເຈົ້າ. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຫ່ວງ​ຜູ້​ຍິງ​ສອງ​ຄົນ​ນີ້​ແລະ​ລາຊະໂຣ​ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ​ໂດຍ​ໄປ​ຫາ​ຄອບຄົວ​ນີ້​ໃນ​ໂອກາດ​ອື່ນ​ນຳ​ອີກ. (ຢຮ. 12:1-3) ຍ້ອນ​ແນວ​ນີ້ ຕອນ​ທີ່​ລາຊະໂຣ​ບໍ່​ສະບາຍ​ແຮງ ມາຣີ​ແລະ​ມາທາ​ຈຶ່ງ​ກ້າ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢຊູ.—ຢຮ. 11:3, 5

7. ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ​ໄດ້​ແນວ​ໃດ?

7 ສຳລັບ​ພີ່ນ້ອງ​ຍິງ​ບາງ​ຄົນ ການ​ປະຊຸມ​ຕ່າງໆເປັນ​ໂອກາດ​ໜຶ່ງ​ທີ່​ຈະ​ໄດ້​ຢູ່​ກັບ​ພີ່ນ້ອງ. ດັ່ງ​ນັ້ນ ເຮົາ​ຄວນ​ໃຊ້​ໂອກາດ​ແບບ​ນີ້​ເພື່ອ​ຕ້ອນຮັບ​ເຂົາ​ເຈົ້າ ລົມ​ກັບ​ເຂົາ​ເຈົ້າ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເຮົາ​ເປັນ​ຫ່ວງ​ເຂົາ​ເຈົ້າ​ແທ້ໆ. ພີ່ນ້ອງ​ຈໍ​ແດນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຂ້ອຍ​ໄດ້​ກຳລັງ​ໃຈ​ຫຼາຍ​ເມື່ອ​ມີ​ຄົນ​ຊົມ​ເຊີຍ​ຄຳຕອບ​ຂອງ​ຂ້ອຍ​ຢູ່​ການ​ປະຊຸມ ຊວນ​ຂ້ອຍ​ໄປ​ປະກາດ ຫຼື​ເຮັດ​ແນວ​ອື່ນ​ທີ່​ສະແດງ​ວ່າ​ສົນ​ໃຈ​ຂ້ອຍ.” ເຮົາ​ຕ້ອງ​ເຮັດ​ໃຫ້​ພີ່ນ້ອງ​ຍິງ​ຮູ້​ວ່າ​ເຂົາ​ເຈົ້າ​ສຳຄັນ​ຕໍ່​ເຮົາ. ພີ່ນ້ອງ​ເກຍ​ເວົ້າ​ວ່າ: “ຖ້າ​ຂ້ອຍ​ບໍ່​ໄດ້​ໄປ​ປະຊຸມ ຂ້ອຍ​ກໍ​ຮູ້​ເລີຍ​ວ່າ​ຈະ​ມີ​ພີ່ນ້ອງ​ສົ່ງ​ຂໍ້​ຄວາມ​ມາ​ຫາ​ຂ້ອຍ​ແລະ​ຖາມ​ວ່າ ‘ເຈົ້າ​ເປັນ​ຫຍັງ​ບໍ ບໍ່​ເປັນ​ຫຍັງ​ຕີ້.’ ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ຫ່ວງ​ຂ້ອຍ​ແທ້ໆ.”

8. ເຮົາ​ຈະ​ຮຽນ​ແບບ​ພະ​ເຢຊູ​ໄດ້​ແນວ​ໃດ?

8 ຄື​ກັບ​ພະ​ເຢຊູ ເຮົາ​ພະຍາຍາມ​ໃຫ້​ເວລາ​ກັບ​ພີ່ນ້ອງ​ຍິງ. ເຮົາ​ອາດ​ຊວນ​ເຂົາ​ເຈົ້າ​ມາ​ກິນ​ເຂົ້າ​ນຳ​ຫຼື​ມາ​ຫຼິ້ນ​ນຳ​ກັນ. ເມື່ອ​ເຮັດ​ແບບ​ນັ້ນ ສິ່ງ​ທີ່​ເຮົາ​ລົມ​ກັນ​ຄວນ​ເປັນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ກັນ. (ຣມ. 1:11, 12) ຜູ້​ດູ​ແລ​ຄວນ​ຄິດ​ຄື​ກັບ​ພະ​ເຢຊູ. ເພິ່ນ​ຮູ້​ວ່າ​ການ​ເປັນ​ໂສດ​ອາດ​ບໍ່​ງ່າຍ​ສຳລັບ​ບາງ​ຄົນ ແຕ່​ເພິ່ນ​ກໍ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຄວາມ​ສຸກ​ແທ້​ບໍ່​ໄດ້​ມາ​ຈາກ​ການ​ແຕ່ງ​ດອງ​ຫຼື​ການ​ມີ​ລູກ. (ລກ. 11:27, 28) ຄວາມ​ສຸກ​ແທ້​ແມ່ນ​ການ​ໃຫ້​ວຽກ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.—ມທ. 19:12

9. ຜູ້​ດູ​ແລ​ສາມາດ​ເຮັດ​ຫຍັງ​ເພື່ອ​ຊ່ອຍ​ພີ່ນ້ອງ​ຍິງ?

9 ຜູ້​ດູ​ແລ​ຄວນ​ປະຕິບັດ​ກັບ​ພີ່ນ້ອງ​ຍິງ​ໃນ​ປະຊາຄົມ​ຄື​ກັບ​ເປັນ​ເອື້ອຍ​ເປັນ​ນ້ອງ​ແລະ​ເປັນ​ແມ່​ຂອງ​ເຂົາ​ເຈົ້າ. (1 ຕມ. 5:1, 2) ຜູ້​ດູ​ແລ​ເຮັດ​ແບບ​ນັ້ນ​ໄດ້​ໂດຍ​ໃຊ້​ເວລາ​ລົມ​ກັບ​ພີ່ນ້ອງ​ຍິງ​ກ່ອນ​ຫຼື​ຫຼັງ​ປະຊຸມ. ພີ່ນ້ອງ​ຄລິດສະຕິນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເວົ້າ​ວ່າ: “ຜູ້​ດູ​ແລ​ຄົນ​ໜຶ່ງ​ສັງເກດ​ເຫັນ​ວ່າ​ຂ້ອຍ​ຫຍຸ້ງ​ຫຼາຍ ຍ້ອນ​ຂ້ອຍ​ທັງ​ເຮັດ​ວຽກ​ແລະ​ເປັນ​ໄພໂອເນຍ​ນຳ. ຜູ້​ດູ​ແລ​ຈຶ່ງ​ຢາກ​ຮູ້​ວ່າ​ຕາ​ຕະລາງ​ວຽກ​ຂ້ອຍ​ເປັນ​ແນວ​ໃດ ແລະ​ລາວ​ຢາກ​ຊ່ອຍ​ຂ້ອຍ​ຈັດ​ຕາ​ຕະລາງ​ວຽກ. ຂ້ອຍ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆທີ່​ລາວ​ເປັນ​ຫ່ວງ​ຂ້ອຍ.” ເມື່ອ​ຜູ້​ດູ​ແລ​ໃຊ້​ເວລາ​ລົມ​ກັບ​ພີ່ນ້ອງ​ຍິງ​ເປັນ​ປະຈຳ ເຂົາ​ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫ່ວງ​ພີ່ນ້ອງ​ຍິງ​ແທ້ໆ. * ພີ່ນ້ອງ​ແອນເນັດ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເນັ້ນ​ເຖິງ​ຜົນ​ດີ​ຢ່າງ​ໜຶ່ງ​ຂອງ​ການ​ລົມ​ກັບ​ຜູ້​ດູ​ແລ ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ຮູ້ຈັກ​ຜູ້​ດູ​ແລ​ຫຼາຍ​ຂຶ້ນ ແລະ​ເຂົາ​ເຈົ້າ​ກໍ​ຮູ້ຈັກ​ຂ້ອຍ​ຫຼາຍ​ຂຶ້ນ​ຄື​ກັນ. ເມື່ອ​ມີ​ບັນຫາ​ຂ້ອຍ​ຮູ້ສຶກ​ວ່າ​ງ່າຍ​ທີ່​ຈະ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າ.”

ເຫັນ​ຄ່າ​ພີ່ນ້ອງ​ຍິງ

10. ສິ່ງ​ໃດ​ທີ່​ຊ່ອຍ​ພີ່ນ້ອງ​ຍິງ​ໃຫ້​ມີ​ຄວາມ​ສຸກ?

10 ເຮົາ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຊາຍ​ຫຼື​ຍິງ ເຮົາ​ມີ​ຄວາມ​ສຸກ​ເມື່ອ​ມີ​ຄົນ​ເຫັນ​ຄວາມ​ສາມາດ​ຂອງ​ເຮົາ​ແລະ​ເຫັນ​ຄ່າ​ວຽກ​ທີ່​ເຮົາ​ເຮັດ. ແຕ່​ຖ້າ​ບໍ່​ມີ​ໃຜ​ເຫັນ​ຄວາມ​ສາມາດ​ຂອງ​ເຮົາ​ຫຼື​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ເຮົາ​ເຮັດ ເຮົາ​ກໍ​ຮູ້ສຶກ​ທໍ້​ໃຈ. ພີ່ນ້ອງ​ຍິງ​ໂສດ​ຊື່​ອາບີເກວ​ເຊິ່ງ​ຮັບໃຊ້​ເປັນ​ໄພໂອເນຍ​ຍອມ​ຮັບ​ວ່າ​ບາງ​ເທື່ອ​ລາວ​ຮູ້ສຶກ​ວ່າ​ຖືກ​ເບິ່ງ​ຂ້າມ. ລາວ​ເວົ້າ​ວ່າ: “ພີ່ນ້ອງ​ບໍ່​ໄດ້​ຮູ້ຈັກ​ວ່າ​ຂ້ອຍ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ເຂົາ​ເຈົ້າ​ຮູ້​ແຕ່​ວ່າ​ຂ້ອຍ​ເປັນ​ລູກ​ຂອງ​ຜູ້​ນັ້ນ​ຜູ້​ນີ້​ແລະ​ເປັນ​ເອື້ອຍ​ນ້ອງ​ກັບ​ຜູ້​ນັ້ນ​ຜູ້​ນີ້. ບາງ​ເທື່ອ​ຂ້ອຍ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ມີ​ຕົວ​ຕົນ​ເລີຍ.” ໃຫ້​ສັງເກດ​ສິ່ງ​ທີ່​ພີ່ນ້ອງ​ແພມ​ເວົ້າ ຕອນ​ເປັນ​ໂສດ​ລາວ​ຮັບໃຊ້​ເປັນ​ມິດຊັນນາລີ​ຫຼາຍ​ປີ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ຕ້ອງ​ກັບ​ເມືອ​ບ້ານ​ເພື່ອ​ເບິ່ງ​ແຍງ​ພໍ່​ແມ່. ຕອນ​ນີ້​ລາວ​ອາຍຸ​ເຈັດ​ສິບ​ປາຍ​ປີ​ແລ້ວ ແຕ່​ລາວ​ກໍ​ຍັງ​ຮັບໃຊ້​ເປັນ​ໄພໂອເນຍ​ຢູ່. ພີ່ນ້ອງ​ແພມ​ເວົ້າ​ວ່າ “ສິ່ງ​ທີ່​ຊ່ອຍ​ຂ້ອຍ​ໄດ້​ຫຼາຍ​ທີ່​ສຸດ​ແມ່ນ​ຕອນ​ທີ່​ຄົນ​ອື່ນ​ຂອບໃຈ​ຂ້ອຍ​ສຳລັບ​ສິ່ງ​ທີ່​ຂ້ອຍ​ເຮັດ.”

11. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ເຫັນ​ຄ່າ​ຜູ້​ຍິງ​ທີ່​ສັດ​ຊື່​ທີ່​ຊ່ອຍ​ເພິ່ນ?

11 ພະ​ເຢຊູ​ເຫັນ​ຄ່າ​ຜູ້​ຍິງ​ທີ່​ສັດ​ຊື່​ເຊິ່ງ​ໃຊ້ “ຊັບ​ສິນ​ຂອງ​ຕົວ​ເອງ” ເພື່ອ​ຊ່ອຍ​ເພິ່ນ. (ລກ. 8:1-3) ພະ​ເຢຊູ​ບໍ່​ພຽງ​ແຕ່​ໃຫ້​ເຂົາ​ເຈົ້າ​ມີ​ສິດທິ​ພິເສດ​ໄດ້​ຮັບໃຊ້​ເພິ່ນ ແຕ່​ພະ​ເຢຊູ​ຍັງ​ເປີດ​ເຜີຍ​ຄວາມ​ຈິງ​ທີ່​ສຳຄັນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ໃຫ້​ເຂົາ​ເຈົ້າ​ຮູ້​ນຳ​ອີກ. ຕົວຢ່າງ​ເຊັ່ນ: ເພິ່ນ​ບອກ​ເຂົາ​ເຈົ້າ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ຕາຍ​ແລະ​ຟື້ນ​ຄືນ​ມາ​ຈາກ​ຕາຍ. (ລກ. 24:5-8) ຄື​ກັບ​ທີ່​ພະ​ເຢຊູ​ໄດ້​ກຽມ​ພວກ​ອັກຄະສາວົກ​ໄວ້ ເພິ່ນ​ກໍ​ໄດ້​ກຽມ​ຜູ້​ຍິງ​ເຫຼົ່າ​ນີ້​ໄວ້​ໃຫ້​ພ້ອມ​ສຳລັບ​ຄວາມ​ຫຍຸ້ງຍາກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ເມື່ອ​ເຂົາ​ເຈົ້າ​ເຫັນ​ເພິ່ນ​ທຸກ​ທໍລະມານ​ແລະ​ຕາຍ. (ມຣກ. 9:30-32; 10:32-34) ເຖິງ​ວ່າ​ພວກ​ອັກຄະສາວົກ​ຈະ​ປະ​ຖິ້ມ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຖືກ​ຈັບ ແຕ່​ຜູ້​ຍິງ​ບາງ​ຄົນ​ກໍ​ບໍ່​ໄດ້​ປະ​ຖິ້ມ​ເພິ່ນ​ຕອນ​ທີ່​ເພິ່ນ​ກຳລັງ​ຈະ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ.—ມທ. 26:56; ມຣກ. 15:40, 41

12. ພະ​ເຢຊູ​ໄດ້​ໃຫ້​ຜູ້​ຍິງ​ເຮັດ​ວຽກ​ຫຍັງ​ແດ່?

12 ພະ​ເຢຊູ​ໄດ້​ໃຫ້​ຜູ້​ຍິງ​ເຮັດ​ວຽກ​ທີ່​ສຳຄັນ. ຕົວຢ່າງ​ເຊັ່ນ: ຜູ້​ຍິງ​ເປັນ​ຜູ້​ທຳອິດ​ທີ່​ເປັນ​ພະຍານ​ຮູ້​ເຫັນ​ເລື່ອງ​ທີ່​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເພິ່ນ​ບອກ​ເຂົາ​ເຈົ້າ​ໃຫ້​ໄປ​ບອກ​ພວກ​ອັກຄະສາວົກ​ວ່າ​ເພິ່ນ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ. (ມທ. 28:5, 9, 10) ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33 ອາດ​ຈະ​ມີ​ຜູ້​ຍິງ​ຢູ່​ນຳ​ຄື​ກັນ​ແລະ​ເຂົາ​ເຈົ້າ​ຄື​ຊິ​ໄດ້​ຮັບ​ພະລັງ​ບໍລິສຸດ. ຖ້າ​ເປັນ​ແບບ​ນັ້ນ ເຂົາ​ເຈົ້າ​ຄື​ຊິ​ໄດ້​ຮັບ​ຄວາມ​ສາມາດ​ພິເສດ​ທີ່​ຈະ​ເວົ້າ​ພາສາ​ຕ່າງ​ປະເທດ​ໄດ້​ແລະ​ບອກ​ຄົນ​ອື່ນ​ກ່ຽວ​ກັບ “ສິ່ງ​ມະຫັດສະຈັນ​ຕ່າງໆຂອງ​ພະເຈົ້າ.”—ກຈກ. 1:14; 2:2-4, 11

13. ມີ​ວຽກ​ຫຍັງ​ແດ່​ທີ່​ພີ່ນ້ອງ​ຍິງ​ກຳລັງ​ເຮັດ​ໃນ​ທຸກ​ມື້​ນີ້ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ໃນ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ?

13 ພີ່ນ້ອງ​ຍິງ​ສົມຄວນ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຈາກ​ເຮົາ​ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ວຽກ​ນັ້ນ​ລວມ​ເຖິງ​ວຽກ​ກໍ່​ສ້າງ​ແລະ​ວຽກ​ເບິ່ງ​ແຍງ​ຕຶກ​ອາຄານ​ຕ່າງໆຂອງ​ອົງການ ຊ່ອຍ​ໃນ​ກຸ່ມ​ພາສາ​ຕ່າງ​ປະເທດ ແລະ​ເປັນ​ອາສາ​ສະໝັກ​ເຮັດ​ວຽກ​ຢູ່​ເບເທນ. ເຂົາ​ເຈົ້າ​ຊ່ອຍ​ໃນ​ວຽກ​ບັນເທົາ​ທຸກ ວຽກ​ແປ ແລະ​ຮັບໃຊ້​ເປັນ​ໄພໂອເນຍ​ແລະ​ມິດຊັນນາລີ. ຄື​ກັບ​ພີ່ນ້ອງ​ຊາຍ ພີ່ນ້ອງ​ຍິງ​ກໍ​ໄດ້​ເຂົ້າ​ໂຮງ​ຮຽນ​ໄພໂອເນຍ ໂຮງ​ຮຽນ​ຜູ້​ປະກາດ​ລາຊະອານາຈັກ ແລະ​ໂຮງ​ຮຽນ​ກິລຽດ​ຄື​ກັນ. ນອກ​ຈາກ​ນັ້ນ ພີ່ນ້ອງ​ຍິງ​ທີ່​ເປັນ​ເມຍ​ຍັງ​ຊ່ອຍ​ຜົວ​ຂອງ​ເຂົາ​ເຈົ້າ​ໃຫ້​ເຮັດ​ວຽກ​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ແລະ​ໃນ​ອົງການ​ໄດ້​ສຳເລັດ. ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ເປັນ “ຂອງ​ຂວັນ​ທີ່​ເປັນ​ມະນຸດ” ແລະ​ເຮັດ​ຫຼາຍ​ສິ່ງ​ເພື່ອ​ຊ່ອຍ​ຄົນ​ອື່ນ ແຕ່​ຖ້າ​ເມຍ​ບໍ່​ສະໜັບສະໜູນ ເຂົາ​ເຈົ້າ​ກໍ​ຄື​ຊິ​ເຮັດ​ວຽກ​ນີ້​ໄດ້​ຍາກ. (ອຟຊ. 4:8) ເຈົ້າ​ຄິດ​ເຖິງ​ວິທີ​ໃດ​ແດ່​ທີ່​ຈະ​ຊ່ອຍ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ໃນ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ?

14. ຕາມ​ທີ່​ບອກ​ໄວ້​ໃນ​ຄຳເພງ 68:11 ຜູ້​ດູ​ແລ​ທີ່​ສະຫຼາດ​ຄວນ​ເຮັດ​ຫຍັງ?

14 ຜູ້​ດູ​ແລ​ທີ່​ສະຫຼາດ​ຮູ້​ວ່າ​ພີ່ນ້ອງ​ຍິງ​ເປັນ “ກອງທັບ​ໃຫຍ່” ທີ່​ເຕັມ​ໃຈ​ເຮັດ​ວຽກ ແລະ​ສ່ວນ​ຫຼາຍ​ແລ້ວ​ເຂົາ​ເຈົ້າ​ກໍ​ປະກາດ​ເກັ່ງ​ຄື​ກັນ. (ອ່ານ​ຄຳເພງ 68:11) * ດັ່ງ​ນັ້ນ ຜູ້​ດູ​ແລ​ຈະ​ພະຍາຍາມ​ຮຽນ​ຮູ້​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຍິງ. ອາບີເກວ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ຕອນ​ທີ່​ພີ່ນ້ອງ​ຊາຍ​ຖາມ​ລາວ​ວ່າ ຈາກ​ປະສົບການ​ຂອງ​ລາວ ລາວ​ຄິດ​ວ່າ​ວິທີ​ໃດ​ແມ່ນ​ດີ​ທີ່​ຈະ​ເລີ່ມ​ລົມ​ກັບ​ຄົນ​ອື່ນ​ເລື່ອງ​ຄຳພີ​ໄບເບິນ. ອາບີເກວ​ເວົ້າ​ວ່າ “ເລື່ອງ​ນີ້​ຊ່ອຍ​ຂ້ອຍ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຍັງ​ເຫັນ​ວ່າ​ຂ້ອຍ​ມີ​ຄວາມ​ສຳຄັນ​ໃນ​ອົງການ​ຂອງ​ເພິ່ນ.” ນອກ​ຈາກ​ນັ້ນ ຜູ້​ດູ​ແລ​ຍັງ​ຮູ້​ວ່າ​ພີ່ນ້ອງ​ຍິງ​ສູງ​ອາຍຸ​ທີ່​ສັດ​ຊື່​ຊ່ອຍ​ພີ່ນ້ອງ​ຍິງ​ໜຸ່ມ​ໄດ້​ດີ​ເມື່ອ​ເຂົາ​ເຈົ້າ​ເຈິ​ບັນຫາ. (ຕຕ. 2:3-5) ເຮົາ​ເຫັນ​ຄ່າ​ພີ່ນ້ອງ​ຍິງ​ຫຼາຍ​ແທ້ໆແລະ​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ເຮົາ!

ເວົ້າ​ປົກ​ປ້ອງ​ພີ່ນ້ອງ​ຍິງ

15. ຕອນ​ໃດ​ທີ່​ພີ່ນ້ອງ​ຍິງ​ອາດ​ຢາກ​ໃຫ້​ມີ​ຄົນ​ຊ່ອຍ​ເວົ້າ​ປົກ​ປ້ອງ​ເຂົາ​ເຈົ້າ?

15 ບາງ​ເທື່ອ​ພີ່ນ້ອງ​ຍິງ​ກໍ​ຢາກ​ໃຫ້​ມີ​ຄົນ​ເວົ້າ​ປົກ​ປ້ອງ​ເຂົາ​ເຈົ້າ​ເມື່ອ​ເຈິ​ບັນຫາ​ໃດ​ໜຶ່ງ. (ເອຊາ. 1:17) ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ທີ່​ເປັນ​ແມ່​ໝ້າຍ​ຫຼື​ແມ່​ຮ້າງ​ອາດ​ຢາກ​ໃຫ້​ມີ​ຄົນ​ຊ່ອຍ​ເວົ້າ​ແທນ​ເຂົາ​ເຈົ້າ ແລະ​ຊ່ອຍ​ເຮັດ​ວຽກ​ບາງ​ຢ່າງ​ທີ່​ຜົວ​ຂອງ​ເຂົາ​ເຈົ້າ​ເຄີຍ​ເຮັດ. ພີ່ນ້ອງ​ຍິງ​ທີ່​ເປັນ​ຜູ້​ເຖົ້າ​ອາດ​ຢາກ​ໃຫ້​ຊ່ອຍ​ລົມ​ກັບ​ທ່ານ​ໝໍ ຫຼື​ພີ່ນ້ອງ​ຍິງ​ທີ່​ເປັນ​ໄພໂອເນຍ​ແລະ​ທັງ​ເຮັດ​ວຽກ​ອື່ນ​ຂອງ​ອົງການ​ນຳ​ອາດ​ຢາກ​ໃຫ້​ມີ​ບາງ​ຄົນ​ເວົ້າ​ປົກ​ປ້ອງ​ລາວ ຖ້າ​ມີ​ຄົນ​ເວົ້າ​ໃຫ້​ລາວ​ຍ້ອນ​ວ່າ​ບໍ່​ໄດ້​ອອກ​ໄປ​ປະກາດ​ຫຼາຍ​ຄື​ກັບ​ໄພໂອເນຍ​ຄົນ​ອື່ນ. ເຮົາ​ຈະ​ຊ່ອຍ​ພີ່ນ້ອງ​ທີ່​ມີ​ຄວາມ​ຈຳເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ໃຫ້​ເຮົາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢຊູ​ອີກ.

16. ຕາມ​ມາຣະໂກ 14:3-9 ພະ​ເຢຊູ​ເວົ້າ​ປົກ​ປ້ອງ​ມາຣີ​ແນວ​ໃດ?

16 ພະ​ເຢຊູ​ພ້ອມ​ທີ່​ຈະ​ປົກ​ປ້ອງ​ຜູ້​ຍິງ​ເມື່ອ​ມີ​ຄົນ​ເຂົ້າ​ໃຈ​ເຂົາ​ເຈົ້າ​ຜິດ. ຕົວຢ່າງ​ເຊັ່ນ: ເພິ່ນ​ເວົ້າ​ປົກ​ປ້ອງ​ມາຣີ​ຕອນ​ທີ່​ມາທາ​ເວົ້າ​ໃຫ້​ລາວ. (ລກ. 10:38-42) ພະ​ເຢຊູ​ເວົ້າ​ປົກ​ປ້ອງ​ມາຣີ​ອີກ​ເທື່ອ​ໜຶ່ງ​ເມື່ອ​ມີ​ຄົນ​ເວົ້າ​ໃຫ້​ລາວ​ວ່າ​ເຮັດ​ສິ່ງ​ທີ່​ຜິດ. (ອ່ານ​ມາຣະໂກ 14:3-9) ພະ​ເຢຊູ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ມາຣີ​ເຮັດ​ແບບ​ນັ້ນ​ແລະ​ເວົ້າ​ຊົມ​ເຊີຍ​ລາວ​ວ່າ: “ລາວ​ເຮັດ​ສິ່ງ​ທີ່​ດີ​ຕໍ່​ຂ້ອຍ. . . . ລາວ​ເຮັດ​ສິ່ງ​ທີ່​ລາວ​ເຮັດ​ໄດ້.” ພະ​ເຢຊູ​ເຖິງ​ຂັ້ນ​ບອກ​ລ່ວງ​ໜ້າ​ວ່າ “ຂ່າວ​ດີ​ຈະ​ປະກາດ​ໄປ​ບ່ອນ​ໃດ​ໃນ​ໂລກ” ສິ່ງ​ທີ່​ມາຣີ​ເຮັດ​ກໍ​ຈະ​ຖືກ​ກ່າວ​ຂານ​ໄປ​ເຖິງ​ບ່ອນ​ນັ້ນ ແລະ​ນັ້ນ​ເປັນ​ສິ່ງ​ທີ່​ບົດ​ນີ້​ກຳລັງ​ເຮັດ​ຢູ່​ໃນ​ຕອນ​ນີ້. ໜ້າ​ສົນ​ໃຈ​ທີ່​ພະ​ເຢຊູ​ເວົ້າ​ເຖິງ​ການ​ກະທຳ​ທີ່​ບໍ່​ເຫັນ​ແກ່​ໂຕ​ຂອງ​ມາຣີ ເມື່ອ​ເວົ້າ​ເຖິງ​ການ​ປະກາດ​ຂ່າວ​ດີ​ຢູ່​ທົ່ວ​ໂລກ. ຄຳເວົ້າ​ຂອງ​ພະ​ເຢຊູ​ຄື​ຊິ​ເຮັດ​ໃຫ້​ມາຣີ​ສະບາຍ​ໃຈ​ຫຼາຍ​ແທ້ໆຕອນ​ທີ່​ຄົນ​ອື່ນ​ເຂົ້າ​ໃຈ​ລາວ​ຜິດ.

17. ຕອນ​ໃດ​ທີ່​ເຮົາ​ຄວນ​ເວົ້າ​ປົກ​ປ້ອງ​ພີ່ນ້ອງ​ຍິງ?

17 ເຈົ້າ​ເວົ້າ​ປົກ​ປ້ອງ​ພີ່ນ້ອງ​ຍິງ​ບໍ​ເມື່ອ​ຈຳເປັນ? ໃຫ້​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້. ພີ່ນ້ອງ​ບາງ​ຄົນ​ສັງເກດ​ເຫັນ​ວ່າ​ພີ່ນ້ອງ​ຍິງ​ທີ່​ຜົວ​ຂອງ​ລາວ​ບໍ່​ໄດ້​ເປັນ​ພະຍານ​ມັກ​ມາ​ປະຊຸມ​ຊ້າ​ຕະຫຼອດ ແລະ​ເມື່ອ​ປະຊຸມ​ແລ້ວ​ລາວ​ກໍ​ຟ້າວ​ເມືອ​ໂລດ. ເຂົາ​ເຈົ້າ​ຍັງ​ສັງເກດ​ເຫັນ​ວ່າ​ລາວ​ບໍ່​ມັກ​ພາ​ລູກ​ມາ​ປະຊຸມ​ນຳ. ດັ່ງ​ນັ້ນ ພີ່ນ້ອງ​ຈຶ່ງ​ເວົ້າ​ໃຫ້​ລາວ​ວ່າ ເປັນ​ຫຍັງ​ລາວ​ຄື​ບໍ່​ເວົ້າ​ນຳ​ຜົວ​ວ່າ​ຈະ​ເອົາ​ລູກ​ມາ​ປະຊຸມ​ນຳ. ແຕ່​ທີ່​ຈິງ​ແລ້ວ​ພີ່ນ້ອງ​ຍິງ​ຄົນ​ນີ້​ກຳລັງ​ເຮັດ​ສຸດ​ຄວາມ​ສາມາດ. ລາວ​ບໍ່​ສາມາດ​ຄວບຄຸມ​ຕາ​ຕະລາງ​ຊີວິດ​ຂອງ​ໂຕ​ເອງ​ໄດ້ ແລະ​ບໍ່​ແມ່ນ​ລາວ​ຜູ້​ດຽວ​ທີ່​ມີ​ສິດ​ຕັດສິນ​ໃຈ​ໃນ​ເລື່ອງ​ລູກ. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ຄົນ​ອື່ນ​ເວົ້າ​ໃຫ້​ລາວ​ແບບ​ນີ້? ຖ້າ​ເຮົາ​ຍ້ອງ​ລາວ ເວົ້າ​ເຖິງ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ​ດີ​ຢູ່​ແລ້ວ​ໃຫ້​ຄົນ​ອື່ນ​ຟັງ ເຮົາ​ກໍ​ຈະ​ຊ່ອຍ​ຄົນ​ອື່ນ​ເຊົາ​ເວົ້າ​ໃຫ້​ລາວ​ແລະ​ໃຫ້​ເຂົາ​ເຈົ້າ​ເຫັນ​ຈຸດ​ດີ​ໃນ​ໂຕ​ລາວ.

18. ມີ​ວິທີ​ໃດ​ອີກ​ທີ່​ເຮົາ​ສາມາດ​ຊ່ອຍ​ພີ່ນ້ອງ​ຍິງ​ໄດ້?

18 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ຫ່ວງ​ພີ່ນ້ອງ​ຍິງ​ຫຼາຍ​ເມື່ອ​ເຮົາ​ສະເໜີ​ວ່າ​ຈະ​ຊ່ອຍ​ເຂົາ​ເຈົ້າ. (1 ຢຮ. 3:18) ພີ່ນ້ອງ​ແອນເນັດ​ທີ່​ເບິ່ງ​ແຍງ​ແມ່​ທີ່​ບໍ່​ສະບາຍ​ເວົ້າ​ວ່າ: “ພີ່ນ້ອງ​ບາງ​ຄົນ​ມາ​ເບິ່ງ​ແຍງ​ແມ່​ແທນ​ຂ້ອຍ​ເພື່ອ​ຂ້ອຍ​ຈະ​ໄປ​ເຮັດ​ແນວ​ອື່ນ​ໄດ້. ບາງ​ຄົນ​ກໍ​ເອົາ​ຂອງ​ກິນ​ມາ​ໃຫ້. ການ​ທີ່​ພີ່ນ້ອງ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ຮັກ​ຂ້ອຍ​ແລະ​ຂ້ອຍ​ກໍ​ເປັນ​ສ່ວນ​ໜຶ່ງ​ໃນ​ປະຊາຄົມ.” ພີ່ນ້ອງ​ຈໍ​ແດນ​ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຄື​ກັນ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ລາວ​ໃຫ້​ຮູ້​ວິທີ​ເບິ່ງ​ແຍງ​ລົດ. ຈໍ​ແດນ​ເວົ້າ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ພີ່ນ້ອງ​ເປັນ​ຫ່ວງ​ຄວາມ​ປອດໄພ​ຂອງ​ຂ້ອຍ.”

19. ມີ​ວິທີ​ໃດ​ແດ່​ທີ່​ຜູ້​ດູ​ແລ​ຊ່ອຍ​ພີ່ນ້ອງ​ຍິງ?

19 ຜູ້​ດູ​ແລ​ກໍ​ຄື​ກັນ​ພະຍາຍາມ​ທີ່​ຈະ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ພີ່ນ້ອງ​ຍິງ. ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ພີ່ນ້ອງ​ຍິງ​ໄດ້​ຮັບ​ການ​ປະຕິບັດ​ແບບ​ດີໆ. (ຢກບ. 1:27) ດັ່ງ​ນັ້ນ ຜູ້​ດູ​ແລ​ຈຶ່ງ​ຮຽນ​ແບບ​ພະ​ເຢຊູ​ແລະ​ເປັນ​ຄົນ​ມີ​ເຫດຜົນ ເຂົາ​ເຈົ້າ​ຈະ​ບໍ່​ເຄັ່ງ​ຄັດ​ຫຼາຍ​ໂພດ ແຕ່​ຈະ​ເຂົ້າ​ໃຈ​ຄົນ​ອື່ນ​ແລະ​ເຫັນ​ອົກ​ເຫັນ​ໃຈ. (ມທ. 15:22-28) ເມື່ອ​ຜູ້​ດູ​ແລ​ພະຍາຍາມ​ຊ່ອຍ​ພີ່ນ້ອງ​ຍິງ ຜູ້​ດູ​ແລ​ກໍ​ເຮັດ​ໃຫ້​ພີ່ນ້ອງ​ຍິງ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ແລະ​ອົງການ​ຮັກ​ແລະ​ເປັນ​ຫ່ວງ​ເຂົາ​ເຈົ້າ. ຕອນ​ທີ່​ຜູ້​ດູ​ແລ​ກຸ່ມ​ຂອງ​ພີ່ນ້ອງ​ເກຍ​ຮູ້​ວ່າ​ລາວ​ກຳລັງ​ຈະ​ຍ້າຍ​ເຮືອນ ຜູ້​ດູ​ແລ​ກໍ​ວາງ​ແຜນທີ່​ຈະ​ຊ່ວຍ​ເຫຼືອ​ລາວ​ທັນທີ. ພີ່ນ້ອງ​ເກຍ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ໂລ່ງ​ໃຈ​ຫຼາຍ​ເພາະ​ຜູ້​ດູ​ແລ​ໃຫ້​ກຳລັງ​ໃຈ​ຂ້ອຍ​ແລະ​ຊ່ອຍ​ຂ້ອຍ​ໃນ​ຍາມ​ທີ່​ຈຳເປັນ. ເຂົາ​ເຈົ້າ​ເຮັດ​ໃຫ້​ເຫັນ​ວ່າ​ຂ້ອຍ​ມີ​ຄວາມ​ສຳຄັນ​ໃນ​ປະຊາຄົມ ແລະ​ຂ້ອຍ​ກໍ​ບໍ່​ໄດ້​ຢູ່​ຄົນ​ດຽວ​ເມື່ອ​ເຈິ​ບັນຫາ.”

ພີ່ນ້ອງ​ຍິງ​ໃນ​ປະຊາຄົມ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ

20-21. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ພີ່ນ້ອງ​ຍິງ​ທຸກ​ຄົນ?

20 ທຸກ​ມື້​ນີ້​ເມື່ອ​ເຮົາ​ສັງເກດ​ເບິ່ງ​ໃນ​ປະຊາຄົມ ເຮົາ​ກໍ​ເຫັນ​ວ່າ​ມີ​ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ເຮັດ​ວຽກ​ໜັກ​ແລະ​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ​ການ​ເອົາໃຈໃສ່. ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ ເຮົາ​ສາມາດ​ຊ່ອຍ​ພີ່ນ້ອງ​ຍິງ​ໄດ້​ໂດຍ​ໃຊ້​ເວລາ​ນຳ​ເຂົາ​ເຈົ້າ​ແລະ​ພະຍາຍາມ​ຮູ້ຈັກ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ ເຫັນ​ຄ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ແລະ​ເວົ້າ​ປົກ​ປ້ອງ​ເຂົາ​ເຈົ້າ​ເມື່ອ​ຈຳເປັນ.

21 ໃນ​ຕອນ​ທ້າຍ​ຂອງ​ຈົດ​ໝາຍ​ທີ່​ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂຣມ ລາວ​ເວົ້າ​ເຖິງ​ຊື່​ຂອງ​ພີ່ນ້ອງ​ຍິງ 9 ຄົນ​ເປັນ​ພິເສດ. (ຣມ. 16:1, 3, 6, 12, 13, 15) ແນ່ນອນ​ວ່າ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ຄື​ຊິ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆເມື່ອ​ໄດ້​ຍິນ​ຄຳ​ທັກທາຍ​ແລະ​ຄຳ​ຊົມ​ເຊີຍ​ຈາກ​ໂປໂລ. ເຮົາ​ກໍ​ຄື​ກັນ ເຮົາ​ຄວນ​ເອົາໃຈໃສ່​ພີ່ນ້ອງ​ຍິງ​ທຸກ​ຄົນ​ໃນ​ປະຊາຄົມ. ເມື່ອ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ​ແລະ​ຖື​ວ່າ​ເຂົາ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ເຮົາ.

ເພງ 136 ລາງວັນ​ທີ່​ດີ​ທີ່​ສຸດ​ຈາກ​ພະ​ເຢໂຫວາ

^ ຂໍ້ 5 ພີ່ນ້ອງ​ຍິງ​ເຈິ​ບັນຫາ​ຫຼາຍ​ຢ່າງ. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ເອົາໃຈໃສ່​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ແນວ​ໃດ​ຄື​ກັບ​ທີ່​ພະ​ເຢຊູ​ໄດ້​ເຮັດ. ເຮົາ​ຈະ​ຮຽນ​ຈາກ​ວິທີ​ທີ່​ພະ​ເຢຊູ​ໃຊ້​ເວລາ​ກັບ​ຜູ້​ຍິງ ເຫັນ​ຄ່າ​ເຂົາ​ເຈົ້າ ແລະ​ເວົ້າ​ປົກ​ປ້ອງ​ເຂົາ​ເຈົ້າ.

^ ຂໍ້ 5 ຊື່​ສົມມຸດ

^ ຂໍ້ 6 ປຶ້ມ​ອ້າງອີງ​ຫົວ​ໜຶ່ງ​ບອກ​ວ່າ: “ປົກກະຕິ​ແລ້ວ​ພວກ​ລູກສິດ​ຈະ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ອາຈານ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ຕອນ​ທີ່​ກຽມ​ຈະ​ເປັນ​ອາຈານ ແຕ່​ໃນ​ສະໄໝ​ນັ້ນ​ບໍ່​ອະນຸຍາດ​ໃຫ້​ຜູ້​ຍິງ​ເປັນ​ອາຈານ . . . ດັ່ງ​ນັ້ນ ພວກ​ຜູ້​ຊາຍ​ຄົນ​ຢິວ​ຄື​ຊິ​ຕົກໃຈ​ຫຼາຍ​ເມື່ອ​ເຫັນ​ມາຣີ​ນັ່ງ​ຢູ່​ໃກ້​ຕີນ​ພະ​ເຢຊູ​ແລະ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ສອນ.”

^ ຂໍ້ 9 ຕອນ​ທີ່​ຜູ້​ດູ​ແລ​ພະຍາຍາມ​ຊ່ອຍ​ພີ່ນ້ອງ​ຍິງ ລາວ​ຕ້ອງ​ລະວັງ​ເປັນ​ພິເສດ​ທີ່​ຈະ​ບໍ່​ໄປ​ຫາ​ພີ່ນ້ອງ​ຍິງ​ຄົນ​ດຽວ.

^ ຂໍ້ 14 ຄຳເພງ 68:11 (ລ.ມ.): “ພະ​ເຢໂຫວາ​ມີ​ຄຳ​ສັ່ງ​ອອກ​ໄປ ຜູ້​ຍິງ​ທີ່​ປະກາດ​ຂ່າວ​ດີ​ເປັນ​ກອງທັບ​ໃຫຍ່.”

^ ຂໍ້ 66 ຄຳ​ອະທິບາຍ​ຮູບ: ຮຽນ​ແບບ​ພະ​ເຢຊູ​ທີ່​ສະແດງ​ຄວາມ​ສົນ​ໃຈ​ຜູ້​ຍິງ​ທີ່​ສັດ​ຊື່. ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊ່ອຍ​ປ່ຽນ​ຕີນ​ລົດ​ໃຫ້​ພີ່ນ້ອງ​ຍິງ​ສອງ​ຄົນ. ພີ່ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ໄປ​ຢາມ​ພີ່ນ້ອງ​ຍິງ​ທີ່​ບໍ່​ສະບາຍ ແລະ​ພີ່ນ້ອງ​ຊາຍ​ອີກ​ຄົນ​ໜຶ່ງ​ກັບ​ເມຍ​ສຶກສາ​ປະຈຳ​ຄອບຄົວ​ກັບ​ພີ່ນ້ອງ​ຍິງ​ແລະ​ລູກ​ສາວ​ຂອງ​ລາວ.