ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 40

“ຂໍ​ໃຫ້​ຮັກສາ​ສິ່ງ​ທີ່​ຝາກ​ໄວ້​ກັບ​ເຈົ້າ​ໃຫ້​ດີ”

“ຂໍ​ໃຫ້​ຮັກສາ​ສິ່ງ​ທີ່​ຝາກ​ໄວ້​ກັບ​ເຈົ້າ​ໃຫ້​ດີ”

“ຕີໂມທຽວ​ລູກ​ຮັກ ຂໍ​ໃຫ້​ຮັກສາ​ສິ່ງ​ທີ່​ຝາກ​ໄວ້​ກັບ​ເຈົ້າ​ໃຫ້​ດີ.”—1 ຕມ. 6:20

ເພງ 29 ໃຊ້​ຊີວິດ​ໃຫ້​ສົມ​ກັບ​ຊື່​ຂອງ​ພວກ​ເຮົາ

ໃຈ​ຄວາມ​ສຳຄັນ *

1-2. ຕາມ 1 ຕີໂມທຽວ 6:20 ຕີໂມທຽວ​ໄດ້​ຮັບ​ຫຍັງ?

ເຮົາ​ມັກ​ຝາກ​ສິ່ງ​ທີ່​ມີ​ຄ່າ​ຂອງ​ເຮົາ​ໄວ້​ໃຫ້​ຄົນ​ອື່ນ​ເບິ່ງ​ແຍງ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ຝາກ​ເງິນ​ຢູ່​ທະນາຄານ​ເພາະ​ເຮົາ​ຄາດ​ໝາຍ​ວ່າ​ເງິນ​ຂອງ​ເຮົາ​ຈະ​ປອດໄພ ບໍ່​ເສຍ ຫຼື​ບໍ່​ມີ​ໃຜ​ລັກ​ເອົາ. ຈາກ​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ເມື່ອ​ເຮົາ​ຝາກ​ສິ່ງ​ທີ່​ມີ​ຄ່າ​ໄວ້​ນຳ​ຜູ້​ໃດ​ຜູ້​ໜຶ່ງ ເຮົາ​ກໍ​ຄາດ​ໝາຍ​ວ່າ​ລາວ​ຈະ​ຮັກສາ​ໄວ້​ດີໆ.

2 ອ່ານ 1 ຕີໂມທຽວ 6:20. ອັກຄະສາວົກ​ໂປໂລ​ເຕືອນ​ຕີໂມທຽວ​ວ່າ​ລາວ​ໄດ້​ຮັບ​ສິ່ງ​ໜຶ່ງ​ທີ່​ມີ​ຄ່າ​ຫຼາຍ ນັ້ນ​ແມ່ນ​ຄວາມ​ຮູ້​ທີ່​ຖືກຕ້ອງ​ຈາກ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ຕີໂມທຽວ “ເຮັດ​ໜ້າ​ທີ່​ຂອງ​ຜູ້​ປະກາດ​ຂ່າວ​ດີ.” (2 ຕມ. 4:2, 5) ໂປໂລ​ແນະນຳ​ຕີໂມທຽວ​ໃຫ້​ຮັກສາ​ສິ່ງ​ທີ່​ຝາກ​ໄວ້​ນຳ​ລາວ. ຄື​ກັບ​ຕີໂມທຽວ ພະ​ເຢໂຫວາ​ໄດ້​ຝາກ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ຢ່າງ​ໄວ້​ນຳ​ເຮົາ. ສິ່ງ​ທີ່​ມີ​ຄ່າ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ຮັກສາ​ໄວ້?

ເຮົາ​ໄດ້​ຮັບ​ຄວາມ​ຈິງ​ທີ່​ມີ​ຄ່າ

3-4. ເປັນ​ຫຍັງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ມີ​ຄ່າ?

3 ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ຄວາມ​ຮູ້​ທີ່​ຖືກຕ້ອງ ເຊິ່ງ​ແມ່ນ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ຄວາມ​ຈິງ​ເຫຼົ່າ​ນີ້​ມີ​ຄ່າ ເພາະ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ ແລະ​ຍັງ​ຊ່ອຍ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ມີ​ຄວາມ​ສຸກ​ແທ້​ໃນ​ຊີວິດ​ໄດ້​ແນວ​ໃດ. ເມື່ອ​ເຮົາ​ເຊື່ອ​ແລະ​ເຮັດ​ຕາມ​ຄວາມ​ຈິງ​ທີ່​ເຮົາ​ຮຽນ ເຮົາ​ກໍ​ຈະ​ຫຼຸດ​ພົ້ນ​ຈາກ​ຄຳ​ສອນ​ຕົວະ​ແລະ​ເຊົາ​ຊີວິດ​ແບບ​ທີ່​ບໍ່​ດີ.—1 ກຣ. 6:9-11

4 ອີກ​ເຫດຜົນ​ໜຶ່ງ​ທີ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ມີ​ຄ່າ​ແມ່ນ​ຍ້ອນ​ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ນີ້​ໃຫ້​ຄົນ​ຖ່ອມ​ເພາະ​ເຂົາ​ເຈົ້າ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ.” (ກຈກ. 13:48) ຄົນ​ແບບ​ນີ້​ຍອມ​ຮັບ​ວ່າ​ທາດ​ສັດ​ຊື່​ແລະ​ສຸຂຸມ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ໃຊ້​ສອນ​ຄວາມ​ຈິງ​ໃນ​ທຸກ​ມື້​ນີ້. (ມທ. 11:25; 24:45) ເຮົາ​ບໍ່​ສາມາດ​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ດ້ວຍ​ໂຕ​ເອງ​ແລະ​ກໍ​ບໍ່​ມີ​ຫຍັງ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ການ​ເຂົ້າ​ໃຈ​ຄວາມ​ຮູ້​ນີ້.—ສຸພາ. 3:13, 15

5. ພະ​ເຢໂຫວາ​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ຫຍັງ?

5 ພະ​ເຢໂຫວາ​ຍັງ​ໃຫ້​ເຮົາ​ມີ​ສິດທິ​ພິເສດ​ທີ່​ຈະ​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ຂອງ​ເພິ່ນ​ແລະ​ຈຸດ​ປະສົງ​ຕ່າງໆຂອງ​ເພິ່ນ​ນຳ. (ມທ. 24:14) ຄວາມ​ຮູ້​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ​ສອນ​ມີ​ຄ່າ​ຫຼາຍ ຍ້ອນ​ຄວາມ​ຮູ້​ນີ້​ຊ່ອຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ ແລະ​ໃຫ້​ເຂົາ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. (1 ຕມ. 4:16) ບໍ່​ວ່າ​ເຮົາ​ຈະ​ປະກາດ​ໄດ້​ຫຼາຍ​ຫຼື​ໜ້ອຍ ເຮົາ​ກໍ​ກຳລັງ​ຊ່ອຍ​ໃນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ທີ່​ກຳລັງ​ເຮັດ​ຢູ່​ໃນ​ຕອນ​ນີ້. (1 ຕມ. 2:3, 4) ເຮົາ​ໄດ້​ຮັບ​ກຽດ​ແທ້ໆທີ່​ໄດ້​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ.—1 ກຣ. 3:9

ຮັກສາ​ສິ່ງ​ທີ່​ຝາກ​ໄວ້​ນຳ​ເຈົ້າ

ຕີໂມທຽວ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ເຖິງ​ວ່າ​ຄົນ​ອື່ນ​ຈະ​ຖິ້ມ​ຄວາມ​ຈິງ (ເບິ່ງ​ຂໍ້ 6)

6. ເກີດ​ຫຍັງ​ຂຶ້ນ​ກັບ​ບາງ​ຄົນ​ທີ່​ບໍ່​ຮັກສາ​ຄວາມ​ຈິງ​ໄວ້?

6 ໃນ​ສະໄໝ​ຂອງ​ຕີໂມທຽວ ຄລິດສະຕຽນ​ບາງ​ຄົນ​ບໍ່​ໄດ້​ເຫັນ​ຄ່າ​ສິດທິ​ພິເສດ​ຂອງ​ການ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ພະເຈົ້າ. ຍ້ອນ​ເດມາ​ຮັກ​ໂລກ​ນີ້ ລາວ​ຈຶ່ງ​ຖິ້ມ​ສິດທິ​ພິເສດ​ທີ່​ໄດ້​ຮັບໃຊ້​ກັບ​ໂປໂລ. (2 ຕມ. 4:10) ເບິ່ງ​ຄື​ວ່າ​ຟູເຄໂລ​ແລະ​ເຮຣະໂມເກນ​ກໍ​ໄດ້​ປະ​ຖິ້ມ​ວຽກ​ຮັບໃຊ້​ຍ້ອນ​ເຂົາ​ເຈົ້າ​ຢ້ານ​ວ່າ​ຈະ​ຖືກ​ຂົ່ມເຫງ​ຄື​ກັບ​ໂປໂລ. (2 ຕມ. 1:15) ຮີເມນາໂອ ອາ​ເລັກ​ຊັນ​ເດີ ແລະ​ຟີເລໂຕ​ໄດ້​ກາຍ​ເປັນ​ຜູ້​ທີ່​ທໍລະຍົດ​ພະເຈົ້າ​ແລະ​ຖິ້ມ​ຄວາມ​ຈິງ. (1 ຕມ. 1:19, 20; 2 ຕມ. 2:16-18) ຄົນ​ເຫຼົ່າ​ນີ້​ເຄີຍ​ຮັກ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ເຊົາ​ຄິດ​ເຖິງ​ຄຸນຄ່າ​ຂອງ​ຄວາມ​ຈິງ​ທີ່​ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ.

7. ຊາຕານ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ເຮັດ​ໃຫ້​ເຮົາ​ຖິ້ມ​ຄວາມ​ຈິງ?

7 ຊາຕານ​ພະຍາຍາມ​ແນວ​ໃດ​ເພື່ອ​ໃຫ້​ເຮົາ​ເຊົາ​ເຫັນ​ຄຸນຄ່າ​ຂອງ​ຄວາມ​ຈິງ​ທີ່​ພະ​ເຢໂຫວາ​ໃຫ້​ເຮົາ? ໃຫ້​ເຮົາ​ເບິ່ງ​ວິທີ​ຕ່າງໆຂອງ​ຊາຕານ. ມັນ​ໃຊ້​ຄວາມ​ບັນເທີງ​ແລະ​ສື່​ຕ່າງໆເພື່ອ​ສົ່ງເສີມ​ຄວາມ​ຄິດ​ແລະ​ການ​ກະທຳ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ຖິ້ມ​ຄວາມ​ຈິງ. ມັນ​ພະຍາຍາມ​ຂູ່​ເຮົາ​ໂດຍ​ທາງ​ຄວາມ​ກົດ​ດັນ​ຈາກ​ໝູ່​ຄູ່​ຫຼື​ການ​ຂົ່ມເຫງ​ເພື່ອ​ໃຫ້​ເຮົາ​ຈະ​ເຊົາ​ປະກາດ. ມັນ​ຍັງ​ພະຍາຍາມ​ຊັກຊວນ​ເຮົາ​ໃຫ້​ຟັງ​ສິ່ງ​ທີ່​ເອີ້ນ​ກັນ​ຜິດໆວ່າ “ຄວາມ​ຮູ້” ຈາກ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ເພື່ອ​ເຮົາ​ຈະ​ຖິ້ມ​ຄວາມ​ຈິງ.—1 ຕມ. 6:20, 21

8. ເຈົ້າ​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດານຽນ?

8 ຖ້າ​ເຮົາ​ບໍ່​ລະວັງ​ເຮົາ​ຈະ​ຄ່ອຍໆຖິ້ມ​ຄວາມ​ຈິງ. ໃຫ້​ເບິ່ງ​ປະສົບການ​ຂອງ​ດານຽນ * ທີ່​ມັກ​ຫຼິ້ນ​ວິດີໂອ​ເກມ. ດານຽນ​ບອກ​ວ່າ “ຂ້ອຍ​ເລີ່ມ​ຫຼິ້ນ​ວິດີໂອ​ເກມ​ຕອນ​ອາຍຸ​ປະມານ 10 ປີ. ທຳອິດ​ຂ້ອຍ​ຫຼິ້ນ​ເກມ​ທີ່​ບໍ່​ມີ​ອັນຕະລາຍ​ຫຍັງ. ແຕ່​ຕໍ່​ມາ​ຂ້ອຍ​ກໍ​ຄ່ອຍໆເລີ່ມ​ຫຼິ້ນ​ເກມ​ທີ່​ມີ​ຄວາມ​ຮຸນແຮງ​ແລະ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ຜີ.” ໃນ​ທີ່​ສຸດ ລາວ​ກໍ​ຫຼິ້ນ​ວິດີໂອ​ເກມ​ມື້​ລະ​ປະມານ 15 ຊົ່ວ​ໂມງ. ດານຽນ​ເວົ້າ​ຕໍ່​ວ່າ “ເລິກໆໃນ​ໃຈ​ແລ້ວ​ຂ້ອຍ​ຮູ້​ວ່າ​ເກມ​ທີ່​ຂ້ອຍ​ຫຼິ້ນ​ແລະ​ເວລາ​ທີ່​ຂ້ອຍ​ໃຊ້​ໃນ​ການ​ຫຼິ້ນ​ເກມ​ເຮັດ​ໃຫ້​ຂ້ອຍ​ເຫີນ​ຫ່າງ​ຈາກ​ພະ​ເຢໂຫວາ ແຕ່​ຍ້ອນ​ໃຈ​ຂ້ອຍ​ມັນ​ດ້ານ​ແລ້ວ​ຂ້ອຍ​ຈຶ່ງ​ຄິດ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ໃຊ້​ບໍ່​ໄດ້​ກັບ​ຂ້ອຍ.” ຖ້າ​ເຮົາ​ບໍ່​ລະວັງ ຄວາມ​ບັນເທີງ​ສາມາດ​ເຮັດ​ໃຫ້​ເຮົາ​ຖິ້ມ​ຄວາມ​ຈິງ​ໄດ້​ງ່າຍໆ. ຖ້າ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ ເຮົາ​ອາດ​ສູນ​ເສຍ​ສິ່ງ​ທີ່​ມີ​ຄ່າ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ເຮົາ.

ເຮົາ​ຈະ​ຮັກສາ​ຄວາມ​ຈິງ​ໄວ້​ໄດ້​ແນວ​ໃດ?

9. ຕາມ 1 ຕີໂມທຽວ 1:18-19 ໂປໂລ​ສົມ​ທຽບ​ຕີໂມທຽວ​ກັບ​ໃຜ?

9 ອ່ານ 1 ຕີໂມທຽວ 1:18-19. ໂປໂລ​ສົມ​ທຽບ​ຕີໂມທຽວ​ວ່າ​ເປັນ​ຄື​ກັບ​ທະຫານ​ແລະ​ແນະນຳ​ລາວ​ໃຫ້ “ສູ້​ຕໍ່​ໄປ​ໃນ​ສົງຄາມ​ເພື່ອ​ຄວາມ​ຖືກຕ້ອງ.” ສົງຄາມ​ນັ້ນ​ບໍ່​ແມ່ນ​ການ​ຕໍ່​ສູ້​ກັບ​ທະຫານ​ແທ້ໆ ແຕ່​ແມ່ນ​ການ​ຕໍ່​ສູ້​ທາງ​ຄວາມ​ເຊື່ອ. ໃນ​ດ້ານ​ໃດ​ແດ່​ທີ່​ຄລິດສະຕຽນ​ເປັນ​ຄື​ກັບ​ທະຫານ​ທີ່​ຕໍ່​ສູ້​ໃນ​ສົງຄາມ? ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເປັນ​ທະຫານ​ຂອງ​ພະຄລິດ? ໃຫ້​ເຮົາ​ເບິ່ງ 5 ຈຸດ​ນຳ​ກັນ​ທີ່​ເຮົາ​ຮຽນ​ໄດ້​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ໂປໂລ. ບົດຮຽນ​ທີ່​ເຮົາ​ໄດ້​ຈາກ​ຈຸດ​ເຫຼົ່າ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ຮັກສາ​ຄວາມ​ຈິງ​ເອົາ​ໄວ້.

10. ຄວາມ​ເຫຼື້ອມ​ໃສ​ໃນ​ພະເຈົ້າ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ສິ່ງ​ນີ້?

10 ສ້າງ​ຄວາມ​ເຫຼື້ອມ​ໃສ​ໃນ​ພະເຈົ້າ. ທະຫານ​ທີ່​ດີ​ຈະ​ພັກດີ. ລາວ​ຈະ​ຕໍ່​ສູ້​ເອົາ​ແທ້​ເອົາ​ວ່າ​ເພື່ອ​ປົກ​ປ້ອງ​ຄົນ​ທີ່​ລາວ​ຮັກ​ຫຼື​ເພື່ອ​ປົກ​ປ້ອງ​ສິ່ງ​ທີ່​ລາວ​ຖື​ວ່າ​ມີ​ຄ່າ. ໂປໂລ​ກະຕຸ້ນ​ຕີໂມທຽວ​ໃຫ້​ສ້າງ​ຄວາມ​ເຫຼື້ອມ​ໃສ​ໃນ​ພະເຈົ້າ ເຊິ່ງ​ໝາຍ​ເຖິງ​ການ​ສະແດງ​ຄວາມ​ພັກດີ​ຕໍ່​ພະເຈົ້າ. (1 ຕມ. 4:7) ແຮ່ງ​ເຮົາ​ຮັກ​ແລະ​ເຫຼື້ອມ​ໃສ​ພະເຈົ້າ​ຫຼາຍ ເຮົາ​ກໍ​ແຮ່ງ​ຢາກ​ຮັກສາ​ຄວາມ​ຈິງ​ເອົາ​ໄວ້.—1 ຕມ. 4:8-10; 6:6

ຫຼັງ​ຈາກ​ເຮັດ​ວຽກ​ໝົດ​ມື້ ເຮົາ​ອາດ​ຕ້ອງ​ບັງຄັບ​ໂຕ​ເອງ​ໃຫ້​ໄປ​ປະຊຸມ ແຕ່​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນ່ນອນ​ເມື່ອ​ເຮັດ​ແບບ​ນັ້ນ! (ເບິ່ງ​ຂໍ້ 11)

11. ເປັນ​ຫຍັງ​ເຮົາ​ຕ້ອງ​ຝຶກ​ຝົນ​ໂຕ​ເອງ?

11 ພະຍາຍາມ​ຝຶກ​ຝົນ​ໂຕ​ເອງ. ທະຫານ​ຕ້ອງ​ຝຶກ​ຝົນ​ໂຕ​ເອງ​ຖ້າ​ລາວ​ຢາກ​ກຽມ​ພ້ອມ​ທີ່​ຈະ​ຕໍ່​ສູ້. ຕີໂມທຽວ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຍ້ອນ​ລາວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ແລະ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ​ທີ່​ຈະ​ໜີ​ໄປ​ໄກໆຈາກ​ຄວາມ​ຕ້ອງການ​ທີ່​ບໍ່​ດີ ປູກ​ຝັງ​ຄຸນ​ລັກສະນະ​ທີ່​ດີ ແລະ​ໃຊ້​ເວລາ​ກັບ​ພີ່ນ້ອງ. (2 ຕມ. 2:22) ເພື່ອ​ຈະ​ເຮັດ​ແບບ​ນີ້​ໄດ້​ກໍ​ຕ້ອງ​ຝຶກ​ຝົນ​ໂຕ​ເອງ. ເຮົາ​ຕ້ອງ​ຝຶກ​ຝົນ​ໂຕ​ເອງ​ເພື່ອ​ຈະ​ຊະນະ​ໃນ​ການ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ. (ຣມ. 7:21-25) ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ຝຶກ​ຝົນ​ໂຕ​ເອງ​ຕໍ່ໆໄປ​ເພື່ອ​ຖິ້ມ​ນິດໄສ​ເກົ່າ​ແລະ​ປູກ​ຝັງ​ນິດໄສ​ໃໝ່. (ອຟຊ. 4:22, 24) ເຖິງ​ວ່າ​ເຮົາ​ເມື່ອຍ​ຈາກ​ການ​ເຮັດ​ວຽກ​ໝົດ​ມື້ ເຮົາ​ອາດ​ຕ້ອງ​ບັງຄັບ​ໂຕ​ເອງ​ໃຫ້​ໄປ​ປະຊຸມ.—ຮຣ. 10:24, 25

12. ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ຊ່ອຍ​ເຮົາ​ໃຫ້​ໃຊ້​ຄຳພີ​ໄບເບິນ​ໄດ້​ເກັ່ງ​ຂຶ້ນ?

12 ທະຫານ​ຕ້ອງ​ຝຶກ​ໃຊ້​ອາວຸດ​ຂອງ​ລາວ. ຖ້າ​ທະຫານ​ຢາກ​ໃຊ້​ອາວຸດ​ເກັ່ງ ລາວ​ກໍ​ຕ້ອງ​ຝຶກ​ໃຊ້​ເປັນ​ປະຈຳ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ຢາກ​ໃຊ້​ຄຳພີ​ໄບເບິນ​ເກັ່ງ ເຮົາ​ກໍ​ຕ້ອງ​ຝຶກ​ຄື​ກັນ. (2 ຕມ. 2:15) ເຮົາ​ຮຽນ​ຮູ້​ວິທີ​ໃຊ້​ຄຳພີ​ໄບເບິນ​ຢູ່​ການ​ປະຊຸມ. ແຕ່​ຖ້າ​ເຮົາ​ຢາກ​ຊ່ອຍ​ຄົນ​ອື່ນ​ໃຫ້​ເຊື່ອ​ວ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ສາມາດ​ຊ່ອຍ​ເຂົາ​ເຈົ້າ​ໄດ້ ເຮົາ​ກໍ​ຕ້ອງ​ສຶກສາ​ແລະ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ເປັນ​ປະຈຳ. ເຮົາ​ຕ້ອງ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ພຽງ​ແຕ່​ອ່ານ​ຄຳພີ​ໄບເບິນ​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ອ່ານ​ແລະ​ຄົ້ນ​ຄວ້າ​ປຶ້ມ​ຕ່າງໆຂອງ​ອົງການ​ເພື່ອ​ເຮົາ​ຈະ​ເຂົ້າ​ໃຈ​ພະ​ຄຳພີ​ຢ່າງ​ຖືກຕ້ອງ​ແລະ​ຮູ້​ວິທີ​ໃຊ້​ນຳ​ອີກ. (1 ຕມ. 4:13-15) ເມື່ອ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ຮູ້​ໃຊ້​ຄຳພີ​ໄບເບິນ​ເພື່ອ​ສອນ​ຄົນ​ອື່ນ. ເຮົາ​ບໍ່​ພຽງ​ແຕ່​ອ່ານ​ຂໍ້​ພະ​ຄຳພີ​ໃຫ້​ຄົນ​ຟັງ​ເທົ່າ​ນັ້ນ ແຕ່​ເຮົາ​ຢາກ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຂໍ້​ພະ​ຄຳພີ​ແລະ​ຮູ້ຈັກ​ເອົາ​ໄປ​ໃຊ້​ໃນ​ຊີວິດ. ເມື່ອ​ເຮົາ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ເປັນ​ປະຈຳ ເຮົາ​ກໍ​ຈະ​ໃຊ້​ຄຳພີ​ໄບເບິນ​ໄດ້​ເກັ່ງ​ຂຶ້ນ​ເພື່ອ​ສອນ​ຄົນ​ອື່ນ.—2 ຕມ. 3:16, 17

13. ຕາມ​ເຮັບເຣີ 5:14 ເປັນ​ຫຍັງ​ເຮົາ​ຕ້ອງ​ແຍກ​ໃຫ້​ອອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ?

13 ຮູ້ຈັກ​ໄຈ້​ແຍກ. ທະຫານ​ຕ້ອງ​ຮູ້​ວ່າ​ຈະ​ມີ​ອັນຕະລາຍ​ຫຍັງ​ແດ່ ແລະ​ຕ້ອງ​ຮູ້​ວິທີ​ຫຼີກ​ລ່ຽງ. ເຮົາ​ເອງ​ກໍ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ມີ​ສະຖານະການ​ຫຍັງ​ແດ່​ທີ່​ເປັນ​ອັນຕະລາຍ​ຕໍ່​ເຮົາ ແລ້ວ​ເຮົາ​ກໍ​ຕ້ອງ​ຫຼີກ​ລ່ຽງ​ອັນຕະລາຍ​ນັ້ນ​ຄື​ກັນ. (ສຸພາ. 22:3; ອ່ານ​ເຮັບເຣີ 5:14) ຕົວຢ່າງ​ເຊັ່ນ: ເຮົາ​ຕ້ອງ​ເລືອກ​ດີໆໃນ​ເລື່ອງ​ການ​ພັກຜ່ອນ​ແລະ​ຄວາມ​ບັນເທີງ. ລາຍການ​ໂທລະທັດ​ແລະ​ໜັງ​ມັກ​ມີ​ເລື່ອງ​ທີ່​ຜິດ​ສິນ​ລະ​ທຳ​ທາງ​ເພດ ເຮົາ​ບໍ່​ເບິ່ງ​ເລື່ອງ​ແບບ​ນີ້​ຍ້ອນ​ຮູ້​ວ່າ​ມັນ​ຈະ​ຄ່ອຍໆເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ​ໜ້ອຍ​ລົງ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ກຽດ​ຊັງ​ການ​ຜິດສິນລະທຳ​ທາງ​ເພດ​ແລະ​ຄົນ​ທີ່​ເຮັດ​ສິ່ງ​ແບບ​ນີ້​ກໍ​ເຮັດ​ໃຫ້​ໂຕ​ເອງ​ແລະ​ຄົນ​ອື່ນ​ເສຍຫາຍ.—ອຟຊ. 5:5, 6.

14. ດານຽນ​ເລີ່ມ​ໄຈ້​ແຍກ​ຫຍັງ​ໄດ້?

14 ດານຽນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເລີ່ມ​ໄຈ້​ແຍກ​ໄດ້​ວ່າ​ການ​ຫຼິ້ນ​ວິດີໂອ​ເກມ​ທີ່​ຮຸນແຮງ​ແລະ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ຜີ​ເປັນ​ບັນຫາ​ສຳລັບ​ລາວ. ດານຽນ​ໄດ້​ຄົ້ນ​ຄວ້າ​ໃນ​ຫ້ອງສະໝຸດ​ວັອດສ໌​ທາວເວີ້ (Watchtower Library) ສຳລັບ​ຂໍ້​ມູນ​ທີ່​ຈະ​ຊ່ອຍ​ລາວ​ໃນ​ເລື່ອງ​ນີ້. ການ​ຄົ້ນ​ຄວ້າ​ແບບ​ນີ້​ມີ​ຜົນ​ດີ​ຕໍ່​ດານຽນ​ແນວ​ໃດ? ລາວ​ເຊົາ​ຫຼິ້ນ​ວິດີໂອ​ເກມ​ທີ່​ບໍ່​ດີ​ນັ້ນ ແລະ​ຍົກ​ເລີກ​ການ​ຕິດ​ຕາມ​ເກມ​ອອນລາຍ​ແລະ​ພ້ອມ​ທັງ​ເຊົາ​ຫຼິ້ນ​ເກມ​ກັບ​ພວກ​ທີ່​ຫຼິ້ນ​ເກມ​ອອນລາຍ. ດານຽນ​ເວົ້າ​ວ່າ “ແທນ​ທີ່​ຈະ​ຫຼິ້ນ​ວິດີໂອ​ເກມ ຂ້ອຍ​ເລີ່ມ​ໃຊ້​ເວລາ​ໄປ​ເຮັດ​ແນວ​ອື່ນ​ຢູ່​ທາງ​ນອກ​ຫຼື​ໄປ​ຫຼິ້ນ​ກັບ​ພີ່ນ້ອງ.” ຕອນ​ນີ້​ດານຽນ​ຮັບໃຊ້​ເປັນ​ໄພໂອເນຍ​ແລະ​ຜູ້​ດູ​ແລ.

15. ເປັນ​ຫຍັງ​ເລື່ອງ​ຕົວະ​ຈຶ່ງ​ອັນຕະລາຍ?

15 ຄື​ກັບ​ຕີໂມທຽວ ເຮົາ​ກໍ​ຕ້ອງ​ຮູ້ຈັກ​ໄຈ້​ແຍກ​ກ່ຽວ​ກັບ​ອັນຕະລາຍ​ຂອງ​ຂໍ້​ມູນ​ຜິດໆທີ່​ພວກ​ຜູ້​ທໍລະຍົດ​ພະເຈົ້າ​ເຜີຍ​ແຜ່​ອອກ​ໄປ. (1 ຕມ. 4:1, 7; 2 ຕມ. 2:16) ຕົວຢ່າງ​ເຊັ່ນ: ເຂົາ​ເຈົ້າ​ອາດ​ພະຍາຍາມ​ແຜ່​ເລື່ອງ​ຕົວະ​ກ່ຽວ​ກັບ​ພີ່ນ້ອງ​ຂອງ​ເຮົາ ຫຼື​ເຮັດ​ໃຫ້​ເຮົາ​ສົງໄສ​ກ່ຽວ​ກັບ​ອົງການ​ຂອງ​ພະ​ເຢໂຫວາ. ຂໍ້​ມູນ​ຜິດໆແບບ​ນີ້​ສາມາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ. ເຮົາ​ຕ້ອງ​ບໍ່​ເຊື່ອ​ເລື່ອງ​ຕົວະ​ແບບ​ນີ້. ຍ້ອນ​ຫຍັງ? ຍ້ອນ “ຄົນ​ທີ່​ຄິດ​ຊົ່ວ​ແລະ​ບໍ່​ຍອມ​ເຂົ້າ​ໃຈ​ຄວາມ​ຈິງ” ເຜີຍ​ແຜ່​ເລື່ອງ​ແບບ​ນີ້. ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ແມ່ນ​ເພື່ອ​ເລີ່ມ “ໂຕ້​ແຍ້ງ​ແລະ​ໂຕ້​ຖຽງ.” (1 ຕມ. 6:4, 5) ເຂົາ​ເຈົ້າ​ຢາກ​ໃຫ້​ເຮົາ​ເຊື່ອ​ຄຳ​ຕົວະ​ຂອງ​ເຂົາ​ເຈົ້າ​ແລະ​ເຊົາ​ໄວ້​ໃຈ​ພີ່ນ້ອງ.

16. ເຮົາ​ບໍ່​ຄວນ​ໃຫ້​ສິ່ງ​ໃດ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ເຮົາ?

16 ໃຫ້​ຈົດຈໍ່. ຄື​ກັບ “ທະຫານ​ທີ່​ດີ​ຂອງ​ພະຄລິດ​ເຢຊູ” ຕີໂມທຽວ​ຕ້ອງ​ຈົດຈໍ່​ໃນ​ວຽກ​ຮັບໃຊ້​ແທນ​ທີ່​ຈະ​ໃຫ້​ວຽກ​ອາຊີບ​ແລະ​ຊັບ​ສິນ​ເງິນ​ຄຳ​ດຶງ​ຄວາມ​ສົນ​ໃຈ​ຂອງ​ລາວ​ອອກ​ໄປ​ຈາກ​ວຽກ​ນີ້. (2 ຕມ. 2:3, 4) ຄື​ກັບ​ຕີໂມທຽວ ເຮົາ​ຕ້ອງ​ບໍ່​ປ່ອຍ​ໃຫ້​ຊັບ​ສິນ​ເງິນ​ຄຳ​ມາ​ດຶງ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ອອກ​ໄປ​ຈາກ​ຄວາມ​ເຊື່ອ. “ຄວາມ​ຫຼົງ​ໄຫຼ​ໃນ​ຊັບ​ສົມບັດ” ສາມາດ​ເຮັດ​ໃຫ້​ເຮົາ​ສູນ​ເສຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ ບໍ່​ເຫັນ​ຄຸນຄ່າ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ ແລະ​ບໍ່​ຢາກ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ຮູ້​ນີ້. (ມທ. 13:22) ເຮົາ​ຕ້ອງ​ຈັດ​ຊີວິດ​ໃຫ້​ຮຽບ​ງ່າຍ​ແລະ​ໃຊ້​ເວລາ​ກັບ​ກຳລັງ​ຂອງ​ເຮົາ​ເພື່ອ “ເຮັດ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ . . . ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ສະເໝີ.”—ມທ. 6:22-25, 33

17-18. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັກສາ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ?

17 ກຽມ​ພ້ອມ​ທີ່​ຈະ​ລົງ​ມື​ເຮັດ. ທະຫານ​ຕ້ອງ​ຄິດ​ລ່ວງ​ໜ້າ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປ້ອງ​ໂຕ​ເອງ. ຖ້າ​ເຮົາ​ຢາກ​ປົກ​ປ້ອງ​ຄວາມ​ຮູ້​ທີ່​ມີ​ຄ່າ​ທີ່​ພະ​ເຢໂຫວາ​ຝາກ​ໄວ້​ນຳ​ເຮົາ ເຮົາ​ຕ້ອງ​ລົງ​ມື​ເຮັດ​ທັນທີ​ເມື່ອ​ເຫັນ​ອັນຕະລາຍ. ມີ​ຫຍັງ​ຈະ​ຊ່ອຍ​ເຮົາ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້? ເຮົາ​ຕ້ອງ​ຄິດ​ລ່ວງ​ໜ້າ​ວ່າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຈິ​ອັນຕະລາຍ.

18 ເພື່ອ​ເປັນ​ຕົວຢ່າງ ເມື່ອ​ໄປ​ຮ່ວມ​ໃນ​ງານ​ໃດ​ງານ​ໜຶ່ງ ກ່ອນ​ທີ່​ລາຍການ​ຈະ​ເລີ່ມ ສ່ວນ​ຫຼາຍ​ແລ້ວ​ຈະ​ມີ​ການ​ປະກາດ​ໃຫ້​ຜູ້​ຊົມ​ຮູ້​ວ່າ​ທາງ​ອອກ​ສຸກເສີນ​ທີ່​ຢູ່​ໃກ້​ທີ່​ສຸດ​ຢູ່​ໃສ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ຄົນ​ຈະ​ອອກ​ໄປ​ໄດ້​ໄວ​ທີ່​ສຸດ​ຖ້າ​ມີ​ເຫດການ​ສຸກເສີນ​ເກີດ​ຂຶ້ນ. ຄ້າຍ​ຄື​ກັນ ເຮົາ​ຕ້ອງ​ຄິດ​ລ່ວງ​ໜ້າ​ວ່າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ສາກ​ທີ່​ມີ​ຜິດສິນລະທຳ​ທາງ​ເພດ ສາກ​ທີ່​ມີ​ຄວາມ​ຮຸນແຮງ ຫຼື​ມີ​ຂໍ້​ມູນ​ທີ່​ເຜີຍ​ແຜ່​ໂດຍ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ປາກົດ​ຂຶ້ນ​ມາ​ຕອນ​ທີ່​ເຮົາ​ກຳລັງ​ໃຊ້​ອິນເຕີເນັດ ຫຼື​ກຳລັງ​ເບິ່ງ​ໜັງ​ຫຼື​ລາຍການ​ໂທລະທັດ. ຖ້າ​ເຮົາ​ກຽມ​ໄວ້​ກ່ອນ​ວ່າ​ອາດ​ຈະ​ເກີດ​ຫຍັງ​ຂຶ້ນ ເຮົາ​ກໍ​ພ້ອມ​ທີ່​ຈະ​ລົງ​ມື​ເຮັດ​ທັນທີ​ແລະ​ເປັນ​ຄົນ​ທີ່​ສະອາດ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ຕໍ່ໆໄປ.—ເພງ. 101:3; 1 ຕມ. 4:12

19. ເຮົາ​ຈະ​ໄດ້​ສິ່ງ​ດີໆຫຍັງ​ແດ່​ຖ້າ​ເຮົາ​ຮັກສາ​ຄວາມ​ຈິງ​ທີ່​ມີ​ຄ່າ​ທີ່​ພະ​ເຢໂຫວາ​ຝາກ​ໄວ້​ນຳ​ເຮົາ?

19 ເຮົາ​ຕ້ອງ​ຮັກສາ​ສິ່ງ​ທີ່​ມີ​ຄ່າ​ທີ່​ພະ​ເຢໂຫວາ​ຝາກ​ໄວ້​ນຳ​ເຮົາ ນັ້ນ​ແມ່ນ​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ແລະ​ສິດທິ​ພິເສດ​ທີ່​ໄດ້​ສອນ​ຄວາມ​ຈິງ​ນີ້​ໃຫ້​ຄົນ​ອື່ນ. ຖ້າ​ເຮັດ​ແບບ​ນີ້ ເຮົາ​ຈະ​ມີ​ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ສະອາດ ມີ​ຊີວິດ​ທີ່​ມີ​ຄວາມ​ໝາຍ​ແທ້ໆ ແລະ​ມີ​ຄວາມ​ສຸກ​ໃນ​ການ​ຊ່ອຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ. ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ເຮົາ​ຈະ​ສາມາດ​ຮັກສາ​ຄວາມ​ຈິງ​ທີ່​ມີ​ຄ່າ​ທີ່​ເພິ່ນ​ຝາກ​ໄວ້​ນຳ​ເຮົາ.—1 ຕມ. 6:12, 19

ເພງ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ?

^ ຂໍ້ 5 ເຮົາ​ມີ​ສິດທິ​ພິເສດ​ຫຼາຍ​ແທ້ໆທີ່​ໄດ້​ຮູ້ຈັກ​ຄວາມ​ຈິງ ແລະ​ສອນ​ຄວາມ​ຈິງ​ນີ້​ໃຫ້​ຄົນ​ອື່ນ. ສິ່ງ​ທີ່​ຮຽນ​ໃນ​ບົດ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ຮັກສາ​ສິດທິ​ພິເສດ​ນີ້​ໄວ້​ແລະ​ບໍ່​ປະ​ຖິ້ມ​ມັນ.

^ ຂໍ້ 8 ຊື່​ສົມມຸດ