ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພີ່ນ້ອງ​ໂຈເຊັບ ເອັບຟ໌. ຣັດເທີຝອດ​ແລະ​ພີ່ນ້ອງ​ຄົນ​ອື່ນໆ ຕອນ​ໄປ​ເອີຣົບ

1920—ໜຶ່ງ​ຮ້ອຍ​ປີ​ກ່ອນ

1920—ໜຶ່ງ​ຮ້ອຍ​ປີ​ກ່ອນ

ນັບ​ຕັ້ງ​ແຕ່​ຕົ້ນ​ປີ 1920 ປະຊາຊົນ​ຂອງ​ພະ​ເຢໂຫວາ​ກະຕືລືລົ້ນ​ຫຼາຍ​ທີ່​ຈະ​ເຮັດ​ວຽກ​ທີ່​ລໍ​ຖ້າ​ຢູ່​ຂ້າງ​ໜ້າ. ຂໍ້​ພະ​ຄຳພີ​ປະຈຳ​ປີ 1920 ແມ່ນ “ອົງ​ພະ​ຜູ້​ເປັນ​ເຈົ້າ​ເປັນ​ແຮງ​ແລະ​ເປັນ​ບົດ​ເພງ​ຂອງ​ຂ້ອຍ.”—ເພງ. 118:14, ສະບັບ​ຄິງເຈມສ໌

ພະ​ເຢໂຫວາ​ໄດ້​ເສີມ​ກຳລັງ​ຜູ້​ປະກາດ​ທີ່​ກະຕືລືລົ້ນ​ເຫຼົ່າ​ນີ້. ໃນ​ປີ​ນັ້ນ ຈຳນວນ​ຄລໍພໍເທີສ໌​ຫຼື​ໄພໂອເນຍ​ໄດ້​ເພີ່ມ​ຂຶ້ນ​ຈາກ 225 ຄົນ​ເປັນ 350 ຄົນ ແລະ​ເປັນ​ເທື່ອ​ທຳອິດ​ທີ່​ມີ​ຜູ້​ປະກາດ​ຫຼາຍ​ກວ່າ 8.000 ຄົນ​ສົ່ງ​ລາຍງານ​ການ​ປະກາດ​ໃຫ້​ສຳນັກງານ​ໃຫຍ່. ພະ​ເຢໂຫວາ​ໄດ້​ອວຍ​ພອນ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ.

ສະແດງ​ຄວາມ​ກະຕືລືລົ້ນ​ເປັນ​ພິເສດ

ໃນ​ວັນ​ທີ 21 ມີນາ ປີ 1920 ພີ່ນ້ອງ​ໂຈເຊັບ ເອັບຟ໌. ຣັດເທີຝອດ ທີ່​ເປັນ​ຜູ້​ນຳ​ໜ້າ​ກຸ່ມ​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໃນ​ຕອນ​ນັ້ນ ບັນລະຍາຍ​ໃນ​ຫົວ​ເລື່ອງ “ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຕາຍ​ເລີຍ.” ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ເຊີນ​ຜູ້​ທີ່​ສົນ​ໃຈ​ໃຫ້​ມາ​ຟັງ​ຄຳ​ບັນລະຍາຍ​ນີ້. ເຂົາ​ເຈົ້າ​ໄດ້​ເຊົ່າ​ໂຮງ​ລະຄອນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເມືອງ​ນິວຢອກ​ແລະ​ໄດ້​ແຈກ​ຢາຍ​ໃບ​ເຊີນ​ປະມານ 320.000 ໃບ.

ໜັງສື​ພິມ​ໂຄສະນາ​ຄຳ​ບັນລະຍາຍ​ເລື່ອງ “ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຕາຍ​ເລີຍ”

ມີ​ຄົນ​ມາ​ຟັງ​ຄຳ​ບັນລະຍາຍ​ນີ້​ຫຼາຍ​ກວ່າ​ທີ່​ນັກ​ສຶກສາ​ພະ​ຄຳພີ​ນາໆຊາດ​ຄາດ​ໝາຍ​ໄວ້. ໂຮງ​ລະຄອນ​ນີ້​ມີ​ບ່ອນ​ນັ່ງ​ສຳລັບ 5.000 ຄົນ​ເທົ່າ​ນັ້ນ ດັ່ງ​ນັ້ນ ອີກ 7.000 ຄົນ​ທີ່​ມາ​ຈຶ່ງ​ເຂົ້າ​ໄປ​ບໍ່​ໄດ້​ແລະ​ຕ້ອງ​ເມືອ​ເຮືອນ. ຫໍສັງເກດການ ບອກ​ວ່າ “ນີ້​ເປັນ​ການ​ປະຊຸມ​ໜຶ່ງ​ທີ່​ປະສົບ​ຜົນ​ສຳເລັດ​ຫຼາຍ​ທີ່​ສຸດ​ທີ່​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ເຄີຍ​ຈັດ.”

ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ເປັນ​ທີ່​ຮູ້ຈັກ​ໃນ​ການ​ປະກາດ​ຄຳ​ບັນລະຍາຍ​ເລື່ອງ “ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຕາຍ​ເລີຍ.” ໃນ​ຕອນ​ນັ້ນ ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ຂ່າວ​ສານ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຕ້ອງ​ແພ່​ຂະຫຍາຍ​ອອກ​ໄປ​ກວ້າງ​ໄກ​ກວ່າ​ນັ້ນ​ອີກ ແຕ່​ຄວາມ​ກະຕືລືລົ້ນ​ຂອງ​ເຂົາ​ເຈົ້າ​ເປັນ​ຕາ​ງຶດ​ຫຼາຍ. ພີ່ນ້ອງ​ໄອດ້າ ໂອມສ໌ເຕດ​ທີ່​ເລີ່ມ​ເຂົ້າ​ຮ່ວມ​ການ​ປະຊຸມ​ໃນ​ປີ 1902 ຈື່​ໄດ້​ວ່າ “ເຮົາ​ຮູ້​ວ່າ​ສິ່ງ​ດີໆຈະ​ເກີດ​ຂຶ້ນ​ກັບ​ມະນຸດ​ທຸກ​ຄົນ ແລະ​ເຮົາ​ບອກ​ຂ່າວ​ດີ​ນີ້​ກັບ​ທຸກ​ຄົນ​ທີ່​ເຮົາ​ເຈິ​ໃນ​ວຽກ​ປະກາດ.”

ພິມ​ປຶ້ມ​ເອົາ​ເອງ

ເພື່ອ​ແນ່​ໃຈ​ວ່າ​ເຮົາ​ຈະ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ ພີ່ນ້ອງ​ຢູ່​ເບເທນ​ຈຶ່ງ​ເລີ່ມ​ພິມ​ປຶ້ມ​ເອົາ​ເອງ. ເຂົາ​ເຈົ້າ​ຊື້​ເຄື່ອງ​ຈັກ​ພິມ​ປຶ້ມ​ແລະ​ເອົາ​ໄວ້​ໃນ​ຕຶກ​ທີ່​ເຊົ່າ ເຊິ່ງ​ຕັ້ງ​ຢູ່​ເລກ​ທີ 35 ຖະໜົນ​ເມີເທີ ເມືອງ​ບຸກ​ລິນ ລັດ​ນິວຢອກ​ທີ່​ຢູ່​ໃກ້ໆກັບ​ເບເທນ.

ພີ່ນ້ອງ​ລີໂອ ເປເລ​ກັບ​ພີ່ນ້ອງ​ວໍເທີ ເຄດສ໌ເລີ​ໄດ້​ເຂົ້າ​ເຮັດ​ວຽກ​ຢູ່​ເບເທນ​ໃນ​ເດືອນ​ມັງກອນ ປີ 1920. ພີ່ນ້ອງ​ວໍເທີ​ຈື່​ໄດ້​ວ່າ “ເມື່ອ​ພວກ​ເຮົາ​ໄປ​ຮອດ ຜູ້​ດູ​ແລ​ຫ້ອງ​ພິມ​ແນມ​ເບິ່ງ​ເຮົາ​ແລະ​ເວົ້າ​ວ່າ ‘ມີ​ເວລາ​ອີກ​ຊົ່ວ​ໂມງ​ເຄິ່ງ​ຈຶ່ງ​ຮອດ​ຍາມ​ກິນ​ເຂົ້າ​ສວາຍ. ຄັນ​ຊັ້ນ ໃຫ້​ພວກ​ເຈົ້າ​ໄປ​ເຮັດ​ວຽກ​ກ່ອນ.’ ລາວ​ໃຫ້​ພວກ​ເຮົາ​ໄປ​ຂົນ​ແກ໋ດ​ປຶ້ມ​ມາ​ຈາກ​ຫ້ອງ​ໃຕ້​ດິນ.”

ພີ່ນ້ອງ​ລີໂອ​ຍັງ​ຈື່​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ມື້​ຕໍ່​ມາ ລາວ​ເວົ້າ​ວ່າ: “ເປັນ​ວຽກ​ຂອງ​ພວກ​ເຮົາ​ທີ່​ຕ້ອງ​ລ້າງ​ຝາ​ຕ່າງໆຢູ່​ຊັ້ນ​ທຳອິດ​ຂອງ​ຕຶກ​ນັ້ນ. ມັນ​ເປັນ​ວຽກ​ທີ່​ເປື້ອນ​ທີ່​ສຸດ​ທີ່​ຂ້ອຍ​ເຄີຍ​ເຮັດ​ໃນ​ຊີວິດ ແຕ່​ມັນ​ກໍ​ຄຸ້ມ​ຄ່າ​ເພາະ​ເຮັດ​ເພື່ອ​ພະ​ເຢໂຫວາ.”

ຈັກ​ພິມ​ແບບ​ເປັນ​ແປ້ນ​ພິມ​ທີ່​ໃຊ້​ພິມ​ຫໍສັງເກດການ

ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ ອາສາ​ສະໝັກ​ທີ່​ກະຕືລືລົ້ນ​ກໍ​ໄດ້​ພິມ​ຫໍສັງເກດການ. ໃນ​ວັນ​ທີ 1 ກຸມພາ ປີ 1920 ມີ​ການ​ພິມ​ຫໍສັງເກດການ 60.000 ຫົວ​ໂດຍ​ໃຊ້​ຈັກ​ພິມ​ແບບ​ເປັນ​ແປ້ນ​ພິມ. ໃນ​ເວລາ​ດຽວ​ກັນ ຢູ່​ຫ້ອງ​ໃຕ້​ດິນ ພີ່ນ້ອງ​ໄດ້​ຕັ້ງ​ເຄື່ອງ​ພິມ​ທີ່​ເປັນ​ຈັກ​ພິມ​ແບບ​ໝູນ ແລະ​ໃນ​ວັນ​ທີ 14 ເມສາ ປີ 1920 ໄດ້​ເລີ່ມ​ພິມ​ປຶ້ມ “ເດິ ໂກເດິນ ເອຈ” (ປັດຈຸບັນ​ແມ່ນ​ຕື່ນ​ເຖີດ!). ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ໄດ້​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ພີ່ນ້ອງ​ເຫຼົ່າ​ນີ້​ທີ່​ເຕັມ​ໃຈ​ເຮັດ​ວຽກ.

“ມັນ​ກໍ​ຄຸ້ມ​ຄ່າ​ເພາະ​ເຮັດ​ເພື່ອ​ພະ​ເຢໂຫວາ”

“ໃຫ້​ພວກ​ເຮົາ​ຢູ່​ຮ່ວມ​ກັນ​ຢ່າງ​ສະຫງົບ​ສຸກ”

ປະຊາຊົນ​ທີ່​ພັກດີ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ປະກາດ​ຄືນ​ໃໝ່​ແລະ​ໄດ້​ປະຊຸມ​ກັນ. ແຕ່​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ບາງ​ຄົນ​ໄດ້​ອອກ​ຈາກ​ອົງການ​ໃນ​ໄລຍະ​ທີ່​ມີ​ບັນຫາ ເຊິ່ງ​ແມ່ນ​ຈາກ​ປີ 1917 ຫາ 1919. ສາມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ອຍ​ເຂົາ​ເຈົ້າ?

ໃນ​ຫໍສັງເກດການ ສະບັບ 1 ເມສາ ປີ 1920 ມີ​ບົດ​ຄວາມ​ທີ່​ຊື່​ວ່າ “ໃຫ້​ພວກ​ເຮົາ​ຢູ່​ຮ່ວມ​ກັນ​ຢ່າງ​ສະຫງົບ​ສຸກ.” ບົດ​ຄວາມ​ນີ້​ເຊີນ​ດ້ວຍ​ຄວາມ​ຮັກ​ວ່າ: “ພວກ​ເຮົາ​ໝັ້ນ​ໃຈ​ວ່າ​ທຸກ​ຄົນ​ທີ່​ຢາກ​ເຊື່ອ​ຟັງ​ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ລືມ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ແລະ​ຈະ​ຢູ່​ຮ່ວມ​ກັນ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ.”

ຫຼາຍ​ຄົນ​ເຮັດ​ຕາມ​ຄຳ​ເຊີນ​ນີ້. ຜົວ​ເມຍ​ຄູ່​ໜຶ່ງ​ຂຽນ​ວ່າ: “ພວກ​ເຮົາ​ຮູ້​ວ່າ​ໄດ້​ເຮັດ​ຜິດ​ທີ່​ໃນ​ປີ​ຜ່ານ​ມາ​ບໍ່​ໄດ້​ຄົບຫາ​ກັບ​ອົງການ​ແລະ​ບໍ່​ໄດ້​ປະກາດ​ເລີຍ. . . . ຕັ້ງ​ແຕ່​ນີ້​ໄປ​ພວກ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ປະກາດ​ຢ່າງ​ກະຕືລືລົ້ນ.” ຄົນ​ເຫຼົ່າ​ນີ້​ທີ່​ເຂົ້າ​ມາ​ສົມທົບ​ກັບ​ອົງການ​ຄືນ​ອີກ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ລໍ​ຖ້າ​ໃຫ້​ເຂົາ​ເຈົ້າ​ເຮັດ.

ແຈກ​ຢາຍ​ປຶ້ມ “ZG”

ໃນ​ວັນ​ທີ 21 ມິຖຸນາ ປີ 1920 ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໄດ້​ເລີ່ມ​ຕົ້ນ​ໂຄງການ​ແຈກ​ຢາຍ​ປຶ້ມ “ZG” ເຊິ່ງ​ແມ່ນ​ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ * ໃນ​ຮູບ​ແບບ​ປົກ​ອ່ອນ. ຕອນ​ທີ່​ປຶ້ມ​ຫົວ​ນີ້​ຖືກ​ສັ່ງ​ຫ້າມ​ໃນ​ປີ 1918 ປຶ້ມ​ນີ້​ຖືກ​ເກັບ​ໄວ້​ຈຳນວນ​ຫຼາຍ.

ບໍ່​ແມ່ນ​ໄພໂອເນຍ​ເທົ່າ​ນັ້ນ ແຕ່​ຜູ້​ປະກາດ​ທຸກ​ຄົນ​ກໍ​ຖືກ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ວຽກ​ແຈກ​ຢາຍ​ນີ້. ບູເລັດຕິນ (Bulletin) ສະບັບ​ເດືອນ​ມິຖຸນາ ປີ 1920 ບອກ​ວ່າ “ທຸກ​ຄົນ [ທີ່​ຮັບ​ບັບເຕມາ​ແລ້ວ] ໃນ​ທຸກ​ປະຊາຄົມ​ເຊິ່ງ​ສາມາດ​ເຮັດ​ໄດ້​ຄວນ​ເຕັມ​ໃຈ​ເຂົ້າ​ຮ່ວມ​ໃນ​ໂຄງການ​ນີ້. ໃນ​ຕອນ​ນີ້ ຂໍ​ໃຫ້​ຄຳເວົ້າ​ຕໍ່​ໄປ​ນີ້​ເປັນ​ຄຳ​ຂວັນ​ສຳລັບ​ທຸກ​ຄົນ​ທີ່​ວ່າ: ‘ສິ່ງ​ດຽວ​ທີ່​ຂ້ອຍ​ຕ້ອງ​ເຮັດ​ໃນ​ຕອນ​ນີ້’ ກໍ​ຄື​ແຈກ​ຢາຍ​ປຶ້ມ ZG.” ພີ່ນ້ອງ​ເອັດເມີນ ຮູເປີ​ຈື່​ໄດ້​ວ່າ​ໂຄງການ​ປະກາດ​ນີ້​ເປັນ​ເທື່ອ​ທຳອິດ​ສຳລັບ​ຫຼາຍ​ຄົນ​ທີ່​ປະກາດ​ຕາມ​ເຮືອນ. ລາວ​ເວົ້າ​ຕື່ມ​ວ່າ “ພວກ​ເຮົາ​ເລີ່ມ​ເຂົ້າ​ໃຈ​ແທ້ໆແລ້ວ​ວ່າ​ວຽກ​ປະກາດ​ຍິ່ງໃຫຍ່​ກວ່າ​ທີ່​ພວກ​ເຮົາ​ຄາດ​ຄິດ​ໄວ້.”

ຈັດ​ລະບຽບ​ວຽກ​ຄືນ​ໃໝ່​ໃນ​ເອີຣົບ

ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໃນ​ປະເທດ​ຕ່າງໆຕິດ​ຕໍ່​ກັນຍາ​ກ​ຫຼາຍ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ I ພີ່ນ້ອງ​ໂຈເຊັບ ຣັດເທີຝອດ​ຈຶ່ງ​ຢາກ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ເຫຼົ່າ​ນີ້​ແລະ​ຈັດ​ລະບຽບ​ວຽກ​ປະກາດ​ຄືນ​ໃໝ່. ດັ່ງ​ນັ້ນ ໃນ​ວັນ​ທີ 12 ສິງຫາ ປີ 1920 ລາວ​ກັບ​ພີ່ນ້ອງ​ອີກ 4 ຄົນ​ຈຶ່ງ​ເດີນ​ທາງ​ໄປ​ປະເທດ​ອັງກິດ ທະວີບ​ເອີຣົບ ແລະ​ອາຊີ​ຕາເວັນ​ອອກ​ກາງ.

ພີ່ນ້ອງ​ໂຈເຊັບ ຣັດເທີຝອດ​ຢູ່​ປະເທດ​ເອຢີບ

ເມື່ອ​ພີ່ນ້ອງ​ໂຈເຊັບ ຣັດເທີຝອດ​ໄປ​ປະເທດ​ອັງກິດ ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໄດ້​ຈັດການ​ປະຊຸມ​ພາກ 3 ເທື່ອ​ແລະ​ການ​ປະຊຸມ​ສາທາລະນະ 12 ເທື່ອ ແລະ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ແມ່ນ​ປະມານ 50.000 ຄົນ. ຫໍສັງເກດການ ສະຫຼຸບ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ໂດຍ​ເວົ້າ​ວ່າ: “ພີ່ນ້ອງ​ຮູ້ສຶກ​ສົດ​ຊື່ນ​ແລະ​ໄດ້​ຮັບ​ກຳລັງ​ໃຈ. ເຂົາ​ເຈົ້າ​ຄົບຫາ​ກັນ​ແລະ​ໄປ​ປະກາດ​ນຳ​ກັນ ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ.” ຢູ່​ປາຣີ ພີ່ນ້ອງ​ໂຈເຊັບ ຣັດເທີຝອດ​ບັນລະຍາຍ​ອີກ​ເທື່ອ​ໜຶ່ງ​ໃນ​ຫົວ​ເລື່ອງ “ຫຼາຍ​ລ້ານ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ເວລາ​ນີ້​ຈະ​ບໍ່​ຕາຍ​ເລີຍ.” ເມື່ອ​ຄຳ​ບັນລະຍາຍ​ເລີ່ມ​ຕົ້ນ​ຫໍ​ປະຊຸມ​ກໍ​ເຕັມ​ແທ້​ເຕັມ​ວ່າ ແລະ​ມີ 300 ຄົນ​ທີ່​ສະແດງ​ຄວາມ​ສົນ​ໃຈ​ແລະ​ຂໍ​ຂໍ້​ມູນ​ຕື່ມ​ອີກ.

ໂປດສ໌ເຕີ​ໂຄສະນາ​ຄຳ​ບັນລະຍາຍ​ຢູ່​ຫໍ​ປະຊຸມ​ເຣາະໂຢ ອາວ​ເບີດ​ໃນ​ເມືອງ​ລອນດອນ

ຫຼາຍ​ອາທິດ​ຕໍ່​ມາ ພີ່ນ້ອງ​ບາງ​ຄົນ​ໄດ້​ໄປ​ເມືອງ​ອາແຕນ ເມືອງ​ໄຄໂຣ ແລະ​ເມືອງ​ເຢຣູຊາເລັມ. ເພື່ອ​ຕິດ​ຕາມ​ຜູ້​ສົນ​ໃຈ​ທີ່​ເຈິ​ໃນ​ເຂດ​ເຫຼົ່າ​ນີ້ ພີ່ນ້ອງ​ໂຈເຊັບ ຣັດເທີຝອດ​ໄດ້​ສ້າງ​ສາງ​ເກັບ​ປຶ້ມ​ຢູ່​ຣາມ​ອາ​ລາ​ທີ່​ໃກ້​ກັບ​ເມືອງ​ເຢຣູຊາເລັມ. ຈາກ​ນັ້ນ ລາວ​ກໍ​ກັບ​ໄປ​ເອີຣົບ​ແລະ​ຕັ້ງ​ສຳນັກງານ​ໃຫຍ່​ສຳລັບ​ເຂດ​ເອີຣົບ​ແລະ​ໃຫ້​ມີ​ການ​ພິມ​ປຶ້ມ​ຢູ່​ຫັ້ນ.

ເປີດ​ເຜີຍ​ຄວາມ​ບໍ່​ຍຸຕິທຳ

ໃນ​ເດືອນ​ກັນຍາ ປີ 1920 ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໄດ້​ອອກ​ປຶ້ມ “ເດິ ໂກເດິນ ເອຈ” ໝາຍ​ເລກ​ທີ 27 ເຊິ່ງ​ເປັນ​ສະບັບ​ພິເສດ​ເພາະ​ໄດ້​ເປີດ​ເຜີຍ​ການ​ຂົ່ມເຫງ​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ໃນ​ລະຫວ່າງ​ປີ 1918. ຈັກ​ພິມ​ແບບ​ໝູນ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ​ເພື່ອ​ພິມ​ປຶ້ມ​ນີ້​ຫຼາຍ​ກວ່າ 4 ລ້ານ​ຫົວ.

ຮູບ​ທີ່​ຕຳຫຼວດ​ຖ່າຍ​ພີ່ນ້ອງ​ເອັມມ້າ ມາຕິນ

ຜູ້​ອ່ານ​ປຶ້ມ​ນີ້​ໄດ້​ອ່ານ​ກ່ຽວ​ກັບ​ເລື່ອງ​ຂອງ​ພີ່ນ້ອງ​ເອັມມ້າ ມາຕິນ​ທີ່​ເປັນ​ໄພໂອເນຍ​ໃນ​ເມືອງ​ຊານເບີນາກດິໂນ ລັດ​ຄາລິຟໍເນຍ. ໃນ​ວັນ​ທີ 17 ມີນາ ປີ 1918 ພີ່ນ້ອງ​ເອັມ​ມ້າ​ກັບ​ອີກ​ສາມ​ຄົນ​ຄື: ພີ່ນ້ອງ​ເອັດເວີດ ເຮ​ມ ພີ່ນ້ອງ​ເອັດເວີດ ຈູລິອັດສ໌ ຊອນເນັນເບີກ ແລະ​ພີ່ນ້ອງ​ອີ. ເອ. ສະຕີບເວັນ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ນ້ອຍໆຂອງ​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ.

ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ບໍ່​ໄດ້​ຢາກ​ຮຽນ​ຄຳພີ​ໄບເບິນ. ຕໍ່​ມາ ລາວ​ເວົ້າ​ໃນ​ສານ​ວ່າ “ຂ້ອຍ​ໄປ​ການ​ປະຊຸມ​ນີ້ . . . ຕາມ​ຄຳ​ສັ່ງ​ຂອງ​ຫ້ອງ​ການ​ໄອຍະການ​ເພື່ອ​ໄປ​ເກັບ​ກຳ​ຫຼັກ​ຖານ.” ລາວ​ໄດ້​ເຫັນ “ຫຼັກ​ຖານ” ທີ່​ກຳລັງ​ຊອກ​ຫາ ນັ້ນ​ແມ່ນ​ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ. ສອງ​ສາມ​ມື້​ຕໍ່​ມາ​ພີ່ນ້ອງ​ເອັມ​ມ້າ​ກັບ​ພີ່ນ້ອງ​ຊາຍ​ສາມ​ຄົນ​ນັ້ນ​ກໍ​ຖືກ​ຈັບ. ເຂົາ​ເຈົ້າ​ຖືກ​ກ່າວ​ຫາ​ວ່າ​ເຮັດ​ຜິດ​ກົດໝາຍ​ໂດຍ​ແຈກ​ຢາຍ​ປຶ້ມ​ທີ່​ຖືກ​ສັ່ງ​ຫ້າມ.

ພີ່ນ້ອງ​ເອັມມ້າ​ກັບ​ພີ່ນ້ອງ​ຊາຍ​ສາມ​ຄົນ​ນັ້ນ​ຖືກ​ສານ​ຕັດສິນ​ລົງໂທດ​ໃຫ້​ຕິດ​ຄຸກ​ສາມ​ປີ. ຫຼັງ​ຈາກ​ທີ່​ອຸທອນ​ຫຼາຍ​ເທື່ອ​ແຕ່​ກໍ​ບໍ່​ສຳເລັດ ດັ່ງ​ນັ້ນ ໃນ​ວັນ​ທີ 17 ພຶດສະພາ ປີ 1920 ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ຖືກ​ປະຕິບັດ​ໂທດ. ແຕ່​ບໍ່​ດົນ​ເຫດການ​ກໍ​ດີ​ຂຶ້ນ.

ໃນ​ວັນ​ທີ 20 ມິຖຸນາ ປີ 1920 ພີ່ນ້ອງ​ໂຈເຊັບ ຣັດເທີຝອດ​ໄດ້​ເລົ່າ​ປະສົບການ​ນີ້​ຢູ່​ການ​ປະຊຸມ​ພາກ​ໃນ​ເມືອງ​ຊານຟານຊິດສ໌ໂກ. ພີ່ນ້ອງ​ເຫັນ​ວ່າ​ການ​ເຮັດ​ແບບ​ນີ້​ກັບ​ຄລິດສະຕຽນ​ບໍ່​ຖືກຕ້ອງ ເຂົາ​ເຈົ້າ​ຈຶ່ງ​ຂຽນ​ຈົດ​ໝາຍ​ໄປ​ຫາ​ປະທານ​ປະເທດ​ອາເມຣິກາ. ເຂົາ​ເຈົ້າ​ຂຽນ​ວ່າ: “ພວກ​ເຮົາ​ຢາກ​ບອກ​ວ່າ ການ​ຕັດສິນ​ລົງໂທດ​ນາງ​ເອັມມ້າ ມາຕິນ​ແມ່ນ​ບໍ່​ຖືກຕ້ອງ. ການ​ກະທຳ​ຂອງ​ເຈົ້າ​ໜ້າ​ທີ່​ທີ່​ໃຊ້​ສິດ​ຂອງ​ໂຕ​ເອງ​ເພື່ອ​ວາງ​ແຜນ​ຈັບ​ລາວ​ແບບ​ຜິດໆແລະ​ສ້າງ​ຄະດີ​ຂຶ້ນ​ມາ​ເພື່ອ​ໃຫ້​ລາວ​ຕິດ​ຄຸກ​ເປັນ​ສິ່ງ​ທີ່​ບໍ່​ຍຸຕິທຳ​ທີ່​ສຸດ.”

ມື້​ຕໍ່​ມາ ປະທານ​ປະເທດ​ວູດໂຣ ວິວສັນ​ຜ່ອນ​ໂທດ​ທັນທີ​ໃຫ້​ພີ່ນ້ອງ​ເອັມມ້າ ພີ່ນ້ອງ​ເອັດເວີດ ເຮມ ພີ່ນ້ອງ​ເອັດເວີດ ຈູລິອັດສ໌ ແລະ​ພີ່ນ້ອງ​ອີ. ເອ. ສະຕີບເວັນ ແລ້ວ​ເຂົາ​ເຈົ້າ​ກໍ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ.

ໃນ​ທ້າຍ​ປີ 1920 ພີ່ນ້ອງ​ເຫັນ​ວ່າ​ມີ​ຫຼາຍ​ສິ່ງ​ໄດ້​ເກີດ​ຂຶ້ນ​ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາມາດ​ຍິນດີ​ໄດ້. ວຽກ​ຢູ່​ສຳນັກງານ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ​ນັກ​ສຶກສາ​ຄຳພີ​ໄບເບິນ​ນາໆຊາດ​ກໍ​ດຸ​ໝັ່ນ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ປະກາດ​ວ່າ​ມີ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ​ໄດ້. (ມທ. 24:14) ໃນ​ປີ​ຕໍ່​ມາ​ເຊິ່ງ​ແມ່ນ​ປີ 1921 ແຮ່ງ​ເປັນ​ປີ​ທີ່​ຍິ່ງໃຫຍ່​ກວ່າ​ອີກ​ໃນ​ການ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.

^ ຂໍ້ 18 ປຶ້ມ​ຄວາມ​ເລິກ​ລັບ​ສຳເລັດ​ແລ້ວ ເປັນ​ປຶ້ມ​ຫົວ​ທີ 7 ໃນ​ຊຸດ​ປຶ້ມ​ການ​ສຶກສາ​ພະ​ຄຳພີ. ປຶ້ມ “ZG” ສະບັບ​ປົກ​ອ່ອນ​ຖືກ​ພິມ​ເປັນ​ບົດ​ຄວາມ​ສຶກສາ​ໃນ​ຫໍສັງເກດການ ສະບັບ 1 ມີນາ ປີ 1918. “Z” ໝາຍ​ເຖິງ​ຫໍສັງເກດການ​ແຫ່ງ​ຊີໂອນ ແລະ “G” ເປັນ​ຕົວ​ໜັງສື​ໂຕ​ທີ 7 ຕາມ​ລຳດັບ​ຕົວ​ອັກສອນ ເຊິ່ງ​ໝາຍ​ເຖິງ​ປຶ້ມ​ຫົວ​ທີ 7 ໃນ​ຊຸດ​ປຶ້ມ​ການ​ສຶກສາ​ພະ​ຄຳພີ.