ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 43

ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ອົງການ​ຂອງ​ເພິ່ນ

ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ອົງການ​ຂອງ​ເພິ່ນ

“ພະ​ເຢໂຫວາ​ຜູ້​ບັນຊາ​ການ​ກອງທັບ​ບອກ​ວ່າ ‘ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້ ບໍ່​ແມ່ນ​ຍ້ອນ​ກຳລັງ​ທະຫານ​ຫຼື​ກຳລັງ​ຢ່າງ​ອື່ນ ແຕ່​ຍ້ອນ​ພະລັງ​ຂອງ​ເຮົາ.’”—ຊກາ. 4:6, ລ.ມ.

ເພງ 40 ເຮົາ​ເປັນ​ຄົນ​ຂອງ​ໃຜ?

ໃຈ​ຄວາມ​ສຳຄັນ *

1. ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ຕ້ອງ​ເຮັດ​ຫຍັງ​ຕໍ່ໆໄປ?

ເຈົ້າ​ຮັບ​ບັບເຕມາ​ແລ້ວ​ບໍ? ຖ້າ​ຮັບ​ແລ້ວ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ຢາກ​ຮັບໃຊ້​ໃນ​ອົງການ​ຂອງ​ເພິ່ນ. * ແນ່ນອນ​ວ່າ​ຄວາມ​ເຊື່ອ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ຕ້ອງ​ເຂັ້ມແຂງ​ຂຶ້ນ​ຕໍ່ໆໄປ ແລະ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ໂຕ​ເອງ​ໝັ້ນ​ໃຈ​ຕໍ່ໆໄປ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ອົງການ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ໃຫ້​ເຮັດ​ສິ່ງ​ທີ່​ເພິ່ນ​ຕ້ອງການ.

2-3. ໃນ​ທຸກ​ມື້​ນີ້ ເຮົາ​ເຫັນ​ຄຸນ​ລັກສະນະ​ຫຍັງ​ແດ່​ຂອງ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເພິ່ນ​ຊີ້​ນຳ​ອົງການ? ໃຫ້​ຍົກ​ຕົວຢ່າງ

2 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຊີ້​ນຳ​ອົງການ​ຂອງ​ເພິ່ນ​ໃນ​ແບບ​ທີ່​ສະແດງ​ເຖິງ​ນິດໄສ​ໃຈ​ຄໍ ຈຸດ​ປະສົງ ແລະ​ມາດຕະຖານ​ຂອງ​ເພິ່ນ. ໃຫ້​ເຮົາ​ເບິ່ງ​ຄຸນ​ລັກສະນະ 3 ຢ່າງ​ກ່ຽວ​ກັບ​ນິດໄສ​ໃຈ​ຄໍ​ຂອງ​ພະ​ເຢໂຫວາ​ທີ່​ເຮົາ​ເຫັນ​ໄດ້​ໃນ​ອົງການ​ຂອງ​ເພິ່ນ.

3 ຄຸນ​ລັກສະນະ​ທຳອິດ “ພະເຈົ້າ​ບໍ່​ລຳອຽງ.” (ກຈກ. 10:34) ຄວາມ​ຮັກ​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ມອບ​ລູກ​ຊາຍ​ຂອງ​ເພິ່ນ​ເພື່ອ​ເປັນ “ຄ່າໄຖ່​ສຳລັບ​ທຸກ​ຄົນ.” (1 ຕມ. 2:6; ຢຮ. 3:16) ພະ​ເຢໂຫວາ​ໃຊ້​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ປະກາດ​ຂ່າວ​ດີ​ກັບ​ທຸກ​ຄົນ​ທີ່​ຟັງ ໂດຍ​ວິທີ​ນີ້​ເພິ່ນ​ຊ່ອຍ​ຫຼາຍ​ຄົນ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່. ຄຸນ​ລັກສະນະ​ທີ​ສອງ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ​ແລະ​ມີ​ສັນຕິສຸກ. (1 ກຣ. 14:33, 40) ດັ່ງ​ນັ້ນ ເຮົາ​ຄວນ​ຄາດ​ໝາຍ​ວ່າ​ຜູ້​ທີ່​ນະມັດສະການ​ພະ​ເຢໂຫວາ​ຈະ​ຮັບໃຊ້​ເພິ່ນ​ແບບ​ເປັນ​ກຸ່ມ​ທີ່​ມີ​ລະບຽບ​ແລະ​ມີ​ສັນຕິສຸກ. ຄຸນ​ລັກສະນະ​ທີ​ສາມ ພະ​ເຢໂຫວາ​ເປັນ “ຄູ​ສອນ​ອົງ​ຍິ່ງໃຫຍ່.” (ເອຊາ. 30:20, 21, ລ.ມ.) ດັ່ງ​ນັ້ນ ອົງການ​ຂອງ​ພະ​ເຢໂຫວາ​ຈະ​ເນັ້ນ​ກ່ຽວ​ກັບ​ການ​ສອນ​ຄຳພີ​ໄບເບິນ​ທັງ​ຢູ່​ໃນ​ປະຊາຄົມ​ແລະ​ໃນ​ການ​ປະກາດ. ປະຊາຄົມ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ຮຽນ​ແບບ​ຄຸນ​ລັກສະນະ 3 ຢ່າງ​ນີ້​ຂອງ​ພະ​ເຢໂຫວາ​ແນວ​ໃດ? ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ປັດຈຸບັນ​ຮຽນ​ແບບ​ຄຸນ​ລັກສະນະ 3 ຢ່າງ​ນີ້​ແນວ​ໃດ? ແລະ​ພະລັງ​ບໍລິສຸດ​ຊ່ອຍ​ເຈົ້າ​ແນວ​ໃດ​ເມື່ອ​ເຈົ້າ​ຮັບໃຊ້​ຮ່ວມ​ກັນ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້?

ພະເຈົ້າ​ບໍ່​ລຳອຽງ

4. ຕາມ​ກິດຈະການ 1:8 ພະ​ເຢຊູ​ໄດ້​ສັ່ງ​ພວກ​ລູກສິດ​ໃຫ້​ເຮັດ​ຫຍັງ ແລະ​ສິ່ງ​ໃດ​ຈະ​ຊ່ອຍ​ເຂົາ​ເຈົ້າ?

4 ໃນ​ສະຕະວັດ​ທຳອິດ. ຂ່າວ​ສານ​ທີ່​ພະ​ເຢຊູ​ປະກາດ​ໃຫ້​ຄວາມ​ຫວັງ​ກັບ​ມະນຸດ​ທຸກ​ຄົນ. (ລກ. 4:43) ເພິ່ນ​ສັ່ງ​ພວກ​ລູກສິດ​ໃຫ້​ສືບ​ຕໍ່​ເຮັດ​ວຽກ​ທີ່​ເພິ່ນ​ໄດ້​ເລີ່ມ​ຕົ້ນ​ແລະ​ໃຫ້​ຄຳ​ພະຍານ “ຈົນ​ຮອດ​ສຸດ​ຂອບ​ໂລກ.” (ອ່ານ​ກິດຈະການ 1:8) ແນ່ນອນ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ເຮັດ​ວຽກ​ນີ້​ດ້ວຍ​ກຳລັງ​ຂອງ​ໂຕ​ເອງ. ເຂົາ​ເຈົ້າ​ຕ້ອງ​ເພິ່ງ​ພະລັງ​ບໍລິສຸດ​ເຊິ່ງ​ເປັນ “ຜູ້​ຊ່ວຍ” ຕາມ​ທີ່​ພະ​ເຢຊູ​ໄດ້​ສັນຍາ​ກັບ​ເຂົາ​ເຈົ້າ.—ຢຮ. 14:26; ຊກາ. 4:6, ລ.ມ.

5-6. ພະລັງ​ບໍລິສຸດ​ຊ່ອຍ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ແນວ​ໃດ​ແດ່?

5 ລູກສິດ​ຂອງ​ພະ​ເຢຊູ​ໄດ້​ຮັບ​ພະລັງ​ບໍລິສຸດ​ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33. ຍ້ອນ​ພະລັງ​ບໍລິສຸດ​ຊ່ອຍ ເຂົາ​ເຈົ້າ​ຈຶ່ງ​ເລີ່ມ​ປະກາດ​ໄດ້​ທັນທີ ແລະ​ໃນ​ເວລາ​ບໍ່​ດົນ​ກໍ​ມີ​ຫຼາຍ​ພັນ​ຄົນ​ເຊື່ອ​ໃນ​ຂ່າວ​ດີ. (ກຈກ. 2:41; 4:4) ເມື່ອ​ມີ​ຄົນ​ເລີ່ມ​ຕໍ່​ຕ້ານ ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຢ້ານ​ແລະ​ກໍ​ບໍ່​ໄດ້​ເຊົາ​ປະກາດ ແຕ່​ເຂົາ​ເຈົ້າ​ໄດ້​ຂໍ​ໃຫ້​ພະເຈົ້າ​ຊ່ອຍ. ເຂົາ​ເຈົ້າ​ອະທິດຖານ​ວ່າ: “ຂໍ​ຊ່ອຍ​ພວກ​ເຮົາ​ທີ່​ເປັນ​ທາດ​ຂອງ​ພະອົງ​ໃຫ້​ກ້າ​ປະກາດ​ຄຳ​ສອນ​ຂອງ​ພະອົງ​ຕໍ່ໆໄປ.” ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ພະລັງ​ບໍລິສຸດ​ແລະ ‘ປະກາດ​ຄຳ​ສອນ​ຂອງ​ພະເຈົ້າ​ຕໍ່ໆໄປ​ຢ່າງ​ກ້າຫານ.’—ກຈກ. 4:18-20, 29, 31

6 ລູກສິດ​ຂອງ​ພະ​ເຢຊູ​ຍັງ​ເຈິ​ບັນຫາ​ອື່ນ​ອີກ. ຕົວຢ່າງ​ເຊັ່ນ: ສຳເນົາ​ພະ​ຄຳພີ​ມີ​ໜ້ອຍ. ພວກ​ລູກສິດ​ບໍ່​ໄດ້​ມີ​ປຶ້ມ​ອະທິບາຍ​ຄຳພີ​ໄບເບິນ​ຄື​ກັບ​ທີ່​ພວກ​ເຮົາ​ມີ​ໃນ​ທຸກ​ມື້​ນີ້. ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ຕ້ອງ​ປະກາດ​ກັບ​ຄົນ​ທີ່​ເວົ້າ​ພາສາ​ຕ່າງໆນຳ​ອີກ. ເຖິງ​ວ່າ​ຈະ​ເຈິ​ບັນຫາ​ເຫຼົ່າ​ນີ້ ແຕ່​ເຂົາ​ເຈົ້າ​ກໍ​ສາມາດ​ເຮັດ​ໃນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້. ໃນ​ເວລາ​ປະມານ 30 ປີ ເຂົາ​ເຈົ້າ​ປະກາດ​ຂ່າວ​ດີ “ໄປ​ທຸກ​ແຫ່ງ​ທົ່ວ​ໃຕ້​ຟ້າ.”—ກລຊ. 1:6, 23

7. ຫຼາຍ​ກວ່າ 100 ປີ​ມາ​ແລ້ວ ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຮູ້​ໄດ້​ແນວ​ໃດ​ວ່າ​ເພິ່ນ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ ແລະ​ເຂົາ​ເຈົ້າ​ໄດ້​ເຮັດ​ແນວ​ໃດ?

7 ໃນ​ປັດຈຸບັນ. ພະ​ເຢໂຫວາ​ຍັງ​ຊີ້​ນຳ​ແລະ​ໃຫ້​ກຳລັງ​ປະຊາຊົນ​ຂອງ​ເພິ່ນ. ສ່ວນ​ຫຼາຍ​ແລ້ວ​ເພິ່ນ​ຊີ້​ນຳ​ເຂົາ​ເຈົ້າ​ໂດຍ​ທາງ​ຄຳພີ​ໄບເບິນ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະລັງ​ບໍລິສຸດ. ໃນ​ຄຳພີ​ໄບເບິນ ເຮົາ​ອ່ານ​ກ່ຽວ​ກັບ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ​ແລະ​ຄຳ​ສັ່ງ​ທີ່​ເພິ່ນ​ໃຫ້​ພວກ​ລູກສິດ​ສືບ​ຕໍ່​ເຮັດ​ວຽກ​ທີ່​ເພິ່ນ​ໄດ້​ເລີ່ມ​ໄວ້. (ມທ. 28:19, 20) ຫໍສັງເກດການ ເດືອນ​ກໍລະກົດ ປີ 1881 ບອກ​ວ່າ: “ພະ​ເຢໂຫວາ​ບໍ່​ໄດ້​ເລືອກເຮົາ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ກຽດ​ຈາກ​ມະນຸດ​ຫຼື​ເພື່ອ​ໃຫ້​ເຮົາ​ຮັ່ງມີ ແຕ່​ພະ​ເຢໂຫວາ​ເລືອກ​ເຮົາ​ເພື່ອ​ເຮົາ​ຈະ​ໃຊ້​ທຸກ​ສິ່ງ​ທີ່​ມີ​ເພື່ອ​ປະກາດຂ່າວ​ດີ.” ປຶ້ມ​ວຽກ​ນີ້​ມອບ​ໃຫ້​ໃຜ (ພາສາ​ອັງກິດ) ທີ່​ພິມ​ໃນ​ປີ 1919 ໃຫ້​ຄຳ​ແນະນຳ​ຜູ້​ປະກາດ​ໃຫ້​ຮູ້​ວິທີ​ປະກາດ. ປຶ້ມ​ນີ້​ບອກ​ວ່າ: “ວຽກ​ນີ້​ເບິ່ງ​ຄື​ວ່າ​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ຫຼາຍ ແຕ່​ນີ້​ເປັນ​ວຽກ​ຂອງ​ພະອົງ​ເຈົ້າ ແລະ​ເຮົາ​ຈະ​ເຮັດ​ວຽກ​ນີ້​ໄດ້​ໂດຍ​ອາໄສ​ກຳລັງ​ຈາກ​ເພິ່ນ.” ຄື​ກັບ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ ພີ່ນ້ອງ​ເຫຼົ່າ​ນີ້​ໄດ້​ກ້າຫານ​ແລະ​ເຮັດ​ວຽກ​ໜັກ​ເອົາ​ແທ້​ເອົາ​ວ່າ​ຍ້ອນ​ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະລັງ​ບໍລິສຸດ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ປະກາດ​ກັບ​ຄົນ​ທຸກ​ປະເພດ. ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ຄື​ກັນ​ວ່າ​ພະລັງ​ບໍລິສຸດ​ຈະ​ຊ່ອຍ​ເຮົາ​ຕໍ່ໆໄປ​ໃນ​ທຸກ​ມື້​ນີ້.

ອົງການ​ຂອງ​ພະ​ເຢໂຫວາ​ໃຊ້​ເຄື່ອງ​ມື​ທີ່​ດີ​ທີ່​ສຸດ​ທີ່​ມີ​ຢູ່​ເພື່ອ​ໃຫ້​ຂ່າວ​ດີ​ແພ່​ຂະຫຍາຍ​ອອກ​ໄປ (ເບິ່ງ​ຂໍ້ 8, 9)

8-9. ອົງການ​ຂອງ​ພະ​ເຢໂຫວາ​ໃຊ້​ວິທີ​ໃດ​ແດ່​ເພື່ອ​ໃຫ້​ວຽກ​ປະກາດ​ແພ່​ຂະຫຍາຍ​ອອກ​ໄປ?

8 ອົງການ​ຂອງ​ພະ​ເຢໂຫວາ​ໃຊ້​ເຄື່ອງ​ມື​ທີ່​ດີ​ທີ່​ສຸດ​ທີ່​ມີ​ຢູ່​ເພື່ອ​ໃຫ້​ຂ່າວ​ດີ​ແພ່​ຂະຫຍາຍ​ອອກ​ໄປ. ເຄື່ອງ​ມື​ເຫຼົ່າ​ນີ້​ລວມ​ມີ ປຶ້ມ​ຕ່າງໆ “ໜັງ​ເລື່ອງ​ການ​ສ້າງ” ເຄື່ອງ​ຫຼິ້ນ​ແຜ່ນ​ສຽງ ລົດ​ກະຈາຍ​ສຽງ ລາຍການ​ວິທະຍຸ ແລະ​ເມື່ອ​ບໍ່​ດົນ​ມາ​ນີ້​ກໍ​ມີ​ເຕັກໂນໂລຊີ​ແລະ​ອິນເຕີເນັດ. ອົງການ​ຂອງ​ພະ​ເຢໂຫວາ​ຍັງ​ໄດ້​ເຮັດ​ໂຄງການ​ແປ​ທີ່​ແປ​ໃນ​ຫຼາຍ​ພາສາ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ໃນ​ປະຫວັດສາດ! ຍ້ອນ​ຫຍັງ​ຈຶ່ງ​ເຮັດ​ແບບ​ນີ້? ເພື່ອ​ຄົນ​ທຸກ​ປະເພດ​ຈະ​ໄດ້​ຍິນ​ຂ່າວ​ດີ​ໃນ​ພາສາ​ຂອງ​ໂຕ​ເອງ. ພະ​ເຢໂຫວາ​ບໍ່​ລຳອຽງ ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ບອກ​ລ່ວງ​ໜ້າ​ວ່າ​ຂ່າວ​ດີ​ຈະ​ໄດ້​ຮັບ​ການ​ປະກາດ​ໃນ “ທຸກ​ປະເທດ ທຸກ​ຕະກູນ ທຸກ​ພາສາ ແລະ​ທຸກ​ຊົນຊາດ.” (ພນມ. 14:6, 7) ພະ​ເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຍິນ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ.

9 ແຕ່​ກໍ​ມີ​ບາງ​ຄົນ​ທີ່​ອາໄສ​ຢູ່​ອາພາດເມັນ​ທີ່​ມີ​ການ​ຮັກສາ​ຄວາມ​ປອດໄພ​ຢ່າງ​ເຄັ່ງ​ຄັດ. ເຮົາ​ຈະ​ເຂົ້າ​ເຖິງ​ເຂົາ​ເຈົ້າ​ໄດ້​ແນວ​ໃດ? ເພື່ອ​ຈະ​ປະກາດ​ກັບ​ຄົນ​ເຫຼົ່າ​ນີ້​ໄດ້​ຫຼາຍ​ຂຶ້ນ ອົງການ​ຂອງ​ພະ​ເຢໂຫວາ​ຈຶ່ງ​ໃຊ້​ການ​ປະກາດ​ສາທາລະນະ​ໃນ​ຮູບ​ແບບ​ຕ່າງໆ ເຊັ່ນ: ໃນ​ປີ 2001 ຄະນະ​ກຳມະການ​ປົກຄອງ​ໄດ້​ອະນຸມັດ​ໃຫ້​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ​ແລະ​ວິທີ​ອື່ນໆເພື່ອ​ວາງ​ສະແດງ​ປຶ້ມ​ຂອງ​ເຮົາ​ໃນ​ປະເທດ​ຝຣັ່ງ ແລະ​ຕໍ່​ມາ​ກໍ​ມີ​ການ​ໃຊ້​ວິທີ​ນີ້​ໃນ​ປະເທດ​ອື່ນໆນຳ. ວິທີ​ແບບ​ນີ້​ເກີດ​ຜົນ​ດີ​ຫຼາຍ. ໃນ​ປີ 2011 ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ເລີ່ມ​ໂຄງການ​ທົດລອງ​ໃນ​ເຂດ​ໜຶ່ງ​ທີ່​ມີ​ຄົນ​ໄປ​ມາ​ຫຼາຍ​ທີ່​ສຸດ​ໃນ​ເມືອງ​ນິວຢອກ​ປະເທດ​ອາເມຣິກາ. ໃນ​ປີ​ທຳອິດ​ມີ​ການ​ແຈກ​ຢາຍ​ປຶ້ມ 102.129 ຫົວ​ແລະ​ວາລະສານ 68.911 ຫົວ ແລະ​ມີ 4.701 ຄົນ​ຂໍ​ຮຽນ​ຄຳພີ​ໄບເບິນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ສະໜັບສະໜູນ​ວຽກ​ນີ້. ດັ່ງ​ນັ້ນ ຄະນະ​ກຳມະການ​ປົກຄອງ​ຈຶ່ງ​ອະນຸມັດ​ໃຫ້​ໃຊ້​ລໍ້​ວາງ​ສະແດງ​ປຶ້ມ​ຢູ່​ທົ່ວ​ໂລກ.

10. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປະກາດ​ແລະ​ສອນ​ໄດ້​ດີ​ຂຶ້ນ?

10 ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ຢູ່​ການ​ປະຊຸມ ພະ​ເຢໂຫວາ​ຝຶກ​ເຮົາ​ໃຫ້​ຮູ້​ວິທີ​ປະກາດ ດັ່ງ​ນັ້ນ ໃຫ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ໃຫ້​ເຈົ້າ​ໄປ​ປະກາດ​ເປັນ​ປະຈຳ​ກັບ​ກຸ່ມ​ປະກາດ ເພາະ​ພີ່ນ້ອງ​ໃນ​ກຸ່ມ​ນັ້ນ​ຈະ​ຊ່ອຍ​ເຈົ້າ​ໃຫ້​ປະກາດ​ແລະ​ສອນ​ເກັ່ງ​ຂຶ້ນ ແລະ​ເຈົ້າ​ກໍ​ຈະ​ໄດ້​ກຳລັງ​ໃຈ​ຈາກ​ຕົວຢ່າງ​ທີ່​ດີ​ຂອງ​ເຂົາ​ເຈົ້າ. ໃຫ້​ອົດ​ທົນ​ປະກາດ​ຕໍ່ໆໄປ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ. ຄື​ກັບ​ຂໍ້​ພະ​ຄຳພີ​ຫຼັກ​ຂອງ​ບົດ​ນີ້​ເຕືອນ​ເຮົາ ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຳເລັດ​ບໍ່​ແມ່ນ​ຍ້ອນ​ກຳລັງ​ຂອງ​ເຮົາ​ເອງ ແຕ່​ແມ່ນ​ຍ້ອນ​ພະລັງ​ບໍລິສຸດ. (ຊກາ. 4:6, ລ.ມ.) ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ໃຫ້​ກຳລັງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ ຍ້ອນ​ວ່າ​ເຮົາ​ກຳລັງ​ເຮັດ​ວຽກ​ຂອງ​ເພິ່ນ.

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ​ແລະ​ເຮັດ​ໃຫ້​ເກີດ​ສັນຕິສຸກ

11. ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ ຄະນະ​ກຳມະການ​ປົກຄອງ​ໃນ​ສະຕະວັດ​ທຳອິດ​ເຮັດ​ວຽກ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແນວ​ໃດ?

11 ໃນ​ສະຕະວັດ​ທຳອິດ. ຄະນະ​ກຳມະການ​ປົກຄອງ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ເຮັດ​ວຽກ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ແລະ​ສັນຕິສຸກ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ. ຕົວຢ່າງ​ເຊັ່ນ: ປະມານ​ປີ ຄ.ສ 49 ໄດ້​ມີ​ປະເດັນ​ເລື່ອງ​ການ​ຮັບ​ສິນຕັດ. ຄະນະ​ກຳມະການ​ປົກຄອງ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ບໍລິສຸດ​ຈຶ່ງ​ລົມ​ກັນ​ກ່ຽວ​ກັບ​ບັນຫາ​ນີ້. ຖ້າ​ພີ່ນ້ອງ​ໃນ​ປະຊາຄົມ​ຍັງ​ແຕກ​ແຍກ​ກັນ​ໃນ​ເລື່ອງ​ນີ້ ການ​ປະກາດ​ກໍ​ຈະ​ບໍ່​ເກີດ​ຜົນ. ເຖິງ​ວ່າ​ຄະນະ​ກຳມະການ​ປົກຄອງ​ທີ່​ປະກອບ​ດ້ວຍ​ພວກ​ອັກຄະສາວົກ​ແລະ​ພວກ​ຜູ້​ນຳ​ຈະ​ເປັນ​ຄົນ​ຢິວ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຮັບ​ອິດທິພົນ​ຈາກ​ທຳນຽມ​ຂອງ​ຄົນ​ຢິວ​ຫຼື​ຜູ້​ທີ່​ສອນ​ຄຳ​ສອນ​ນີ້. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຂົາ​ເຈົ້າ​ຊອກ​ເບິ່ງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ຂໍ​ໃຫ້​ພະລັງ​ບໍລິສຸດ​ຊ່ອຍ​ເພື່ອ​ຕັດສິນ​ໃຈ​ຢ່າງ​ຖືກຕ້ອງ. (ກຈກ. 15:1, 2, 5-20, 28) ຜົນ​ເປັນ​ແນວ​ໃດ? ພະ​ເຢໂຫວາ​ໄດ້​ອວຍ​ພອນ​ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ ປະຊາຄົມ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແລະ​ວຽກ​ປະກາດ​ກໍ​ເກີດ​ຜົນ​ດີ.—ກຈກ. 15:30, 31; 16:4, 5

12. ມີ​ຫຍັງ​ເຮັດ​ໃຫ້​ເຫັນ​ວ່າ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້​ມີ​ລະບຽບ​ແລະ​ມີ​ສັນຕິສຸກ?

12 ໃນ​ປັດຈຸບັນ. ອົງການ​ຂອງ​ພະ​ເຢໂຫວາ​ຊ່ອຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ມີ​ລະບຽບ​ແລະ​ມີ​ສັນຕິສຸກ. ຫໍສັງເກດການ​ແຫ່ງ​ຊີໂອນ​ແລະ​ການ​ປະກາດ​ເຖິງ​ການ​ປະທັບ​ຂອງ​ພະຄລິດ (ພາສາ​ອັງກິດ) ສະບັບ 15 ພະຈິກ 1985 ມີ​ຫົວ​ຂໍ້​ວ່າ “ເໝາະ​ສົມ​ແລະ​ເປັນ​ລະບຽບ” ເຊິ່ງ​ມາ​ຈາກ 1 ໂກຣິນໂທ 14:40. ບົດ​ຄວາມ​ນີ້​ເວົ້າ​ວ່າ: “ພວກ​ອັກຄະສາວົກ​ຂຽນ​ຫຼາຍ​ຢ່າງ​ເຖິງ​ປະຊາຄົມ​ໃນ​ຍຸກ​ທຳອິດ​ກ່ຽວ​ກັບ​ເລື່ອງ​ຄວາມ​ເປັນ​ລະບຽບ . . . ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ເຮັດ​ຕາມ ‘ທຸກ​ສິ່ງ​ທີ່​ຂຽນ​ໄວ້​ດົນ​ນານ​ມາ​ແລ້ວ​ໃນ​ພະ​ຄຳພີ​ທີ່​ຂຽນ​ໄວ້​ເພື່ອ​ສອນ​ພວກ​ເຮົາ.’” (ຣມ. 15:4) ໃນ​ທຸກ​ມື້​ນີ້ ອົງການ​ຂອງ​ພະ​ເຢໂຫວາ​ເຮັດ​ວຽກ​ໜັກ​ຫຼາຍ​ເພື່ອ​ຈະ​ເຮັດ​ໃຫ້​ປະຊາຄົມ​ເປັນ​ລະບຽບ​ແລະ​ມີ​ສັນຕິສຸກ​ຄື​ກັບ​ພີ່ນ້ອງ​ໃນ​ສະໄໝ​ແຕ່​ກີ້. ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ໄປ​ສຶກສາ​ຫໍສັງເກດການ ຢູ່​ປະຊາຄົມ​ອື່ນ​ຫຼື​ຢູ່​ປະເທດ​ອື່ນ ເຈົ້າ​ຮູ້​ວ່າ​ຫໍສັງເກດການ ຈະ​ສຶກສາ​ແນວ​ໃດ​ແລະ​ຮຽນ​ເລື່ອງ​ຫຍັງ. ເຈົ້າ​ຈະ​ບໍ່​ຮູ້ສຶກ​ກັງວົນ​ເລີຍ! ມີ​ແຕ່​ພະລັງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ສາມາດ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ເອກ​ກະ​ພາບ​ແບບ​ນີ້​ໄດ້.—ຊໂຟ. 3:9

13. ເມື່ອ​ຄິດ​ເຖິງ​ຢາໂກໂບ 3:17 ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ໂຕ​ເອງ?

13 ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ພະ​ເຢໂຫວາ​ຢາກ​ໃຫ້​ປະຊາຊົນ​ຂອງ​ເພິ່ນ “ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ດ້ວຍ​ພະລັງ​ຂອງ​ພະເຈົ້າ ແລະ​ມີ​ສັນຕິສຸກ​ທີ່​ຜູກ​ພັນ​ຄົນ​ເຮົາ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.” (ອຟຊ. 4:1-3) ດັ່ງ​ນັ້ນ ໃຫ້​ຖາມ​ໂຕ​ເອງ​ວ່າ: ‘ຂ້ອຍ​ສ້າງ​ສັນຕິສຸກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ​ບໍ? ຂ້ອຍ​ເຊື່ອ​ຟັງ​ຜູ້​ທີ່​ນຳ​ໜ້າ​ບໍ? ຄົນ​ອື່ນ​ໄວ້​ໃຈ​ຂ້ອຍ​ໄດ້​ບໍ​ໂດຍ​ສະເພາະ​ຖ້າ​ຂ້ອຍ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ? ຂ້ອຍ​ເປັນ​ຄົນ​ກົງ​ເວລາ​ແລະ​ເຕັມ​ໃຈ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ບໍ?’ (ອ່ານ​ຢາໂກໂບ 3:17) ຖ້າ​ເຈົ້າ​ເຫັນ​ວ່າ​ມີ​ບາງ​ຈຸດ​ທີ່​ສາມາດ​ປັບ​ປຸງ​ໃຫ້​ດີ​ຂຶ້ນ ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ເພື່ອ​ຊ່ອຍ​ເຈົ້າ. ເມື່ອ​ເຈົ້າ​ໃຫ້​ພະລັງ​ບໍລິສຸດ​ນວດ​ປັ້ນ​ນິດໄສ​ແລະ​ການ​ກະທຳ​ຂອງ​ເຈົ້າ ພີ່ນ້ອງ​ກໍ​ຈະ​ຮັກ​ເຈົ້າ​ຫຼາຍ​ຂຶ້ນ​ແລະ​ເຫັນ​ຄ່າ​ເຈົ້າ.

ພະ​ເຢໂຫວາ​ສອນ​ເຮົາ​ແລະ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ

14. ຕາມ​ໂກໂລຊາຍ 1:9, 10 ພະ​ເຢໂຫວາ​ສອນ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ​ໃນ​ສະຕະວັດ​ທຳອິດ?

14 ໃນ​ສະຕະວັດ​ທຳອິດ. ພະ​ເຢໂຫວາ​ມັກ​ສອນ​ປະຊາຊົນ​ຂອງ​ເພິ່ນ. (ເພງ. 32:8) ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ເພິ່ນ ຮັກ​ເພິ່ນ ແລະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ຖານະ​ເປັນ​ລູກ​ທີ່​ຮັກ​ຂອງ​ເພິ່ນ. ແຕ່​ທັງ​ໝົດ​ນີ້​ຄື​ຊິ​ເປັນ​ໄປ​ບໍ່​ໄດ້​ຖ້າ​ພະ​ເຢໂຫວາ​ບໍ່​ສອນ​ເຮົາ. (ຢຮ. 17:3) ໃນ​ສະຕະວັດ​ທຳອິດ ພະ​ເຢໂຫວາ​ໃຊ້​ປະຊາຄົມ​ຄລິດສະຕຽນ​ເພື່ອ​ສອນ​ປະຊາຊົນ​ຂອງ​ເພິ່ນ. (ອ່ານ​ໂກໂລຊາຍ 1:9, 10) ພະລັງ​ບໍລິສຸດ​ເຊິ່ງ​ເປັນ “ຜູ້​ຊ່ວຍ” ທີ່​ພະ​ເຢຊູ​ສັນຍາ​ໄວ້​ມີ​ໜ້າ​ທີ່​ສຳຄັນ​ໃນ​ການ​ຊ່ອຍ​ພວກ​ລູກສິດ. (ຢຮ. 14:16) ພະລັງ​ນີ້​ຊ່ອຍ​ພວກ​ລູກສິດ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ ແລະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຈື່​ສິ່ງ​ຕ່າງໆທີ່​ພະ​ເຢຊູ​ເວົ້າ​ແລະ​ເຮັດ ເຊິ່ງ​ເຮົາ​ອ່ານ​ເລື່ອງ​ເຫຼົ່າ​ນີ້​ໄດ້​ໃນ​ປຶ້ມ​ຂ່າວ​ດີ 4 ຫົວ. ຄວາມ​ຮູ້​ນີ້​ຊ່ອຍ​ຄລິດສະຕຽນ​ຍຸກ​ທຳອິດ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ແລະ​ຮັກ​ພະ​ເຢໂຫວາ ຮັກ​ລູກ​ຊາຍ​ຂອງ​ເພິ່ນ ແລະ​ຮັກ​ກັນ​ແລະ​ກັນ.

15. ມີ​ຫຍັງ​ແດ່​ທີ່​ເຈົ້າ​ເຫັນ​ວ່າ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ໃນ​ເອຊາອີ 2:2, 3 ເກີດ​ຂຶ້ນ​ແທ້?

15 ໃນ​ປັດຈຸບັນ. ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ວ່າ “ໃນ​ສະໄໝ​ສຸດ​ທ້າຍ” ຄົນ​ທຸກ​ຊາດ​ຈະ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ພູເຂົາ​ໂດຍ​ໄນ​ເພື່ອ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ເພິ່ນ. (ອ່ານ​ເອຊາອີ 2:2, 3) * ເຮົາ​ເຫັນ​ວ່າ​ຄຳ​ພະຍາກອນ​ນີ້​ກຳລັງ​ເກີດ​ຂຶ້ນ​ແທ້ ເພາະ​ການ​ນະມັດສະການ​ແທ້​ຖືກ​ຍົກ​ໃຫ້​ສູງ​ກວ່າ​ການ​ນະມັດສະການ​ປອມ​ທຸກ​ຮູບ​ແບບ. ພະ​ເຢໂຫວາ​ກຳລັງ​ຈັດ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ມີ​ຄວາມ​ຮູ້​ບັກ​ຫຼາຍໆກ່ຽວ​ກັບ​ຄຳພີ​ໄບເບິນ. (ເອຊາ. 25:6) ໂດຍ​ທາງ “ທາດ​ສັດ​ຊື່​ແລະ​ສຸຂຸມ” ພະ​ເຢໂຫວາ​ຈັດ​ໃຫ້​ເຮົາ​ມີ​ຄວາມ​ຮູ້​ຫຼາຍ​ຢ່າງ​ທີ່​ມາ​ຈາກ​ຫຼາຍໆທາງ ເຊັ່ນ: ບົດ​ຄວາມ​ຕ່າງໆ ຄຳ​ບັນລະຍາຍ ວິດີໂອ ແລະ​ກາຕູນ. (ມທ. 24:45) ເຮົາ​ຮູ້ສຶກ​ຄື​ກັບ​ເອລີຫຶ​ໝູ່​ຂອງ​ໂຢບ​ທີ່​ເວົ້າ​ຢ່າງ​ຖືກຕ້ອງ​ວ່າ: “ໃຜ​ຈະ​ສັ່ງ​ສອນ​ໄດ້​ດີ​ສ່ຳ​ກັບ​ພະເຈົ້າ?”—ໂຢບ 36:22, ລ.ມ.

ໃຫ້​ຄວາມ​ຈິງ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຈົ້າ​ແລະ​ເອົາ​ໄປ​ໃຊ້​ໃນ​ຊີວິດ (ເບິ່ງ​ຂໍ້ 16) *

16. ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

16 ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ພະລັງ​ຂອງ​ພະເຈົ້າ​ຈະ​ຊ່ອຍ​ເຈົ້າ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ຊີວິດ. ໃຫ້​ອະທິດຖານ​ຄື​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ເວົ້າ​ວ່າ: “ຂໍ​ໂຜດ​ສັ່ງ​ສອນ​ຂ້າ​ນ້ອຍ​ໃຫ້​ຮູ້ຈັກ​ທາງ​ຂອງ​ພະອົງ. ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ. ຂໍ​ໃຫ້​ໃຈ​ຂ້າ​ນ້ອຍ​ຕິດ​ພັນ​ກັບ​ຄວາມ​ຢ້ານຢຳ​ນາມ​ຊື່​ຂອງ​ພະອົງ.” (ເພງ. 86:11) ດັ່ງ​ນັ້ນ ໃຫ້​ເຈົ້າ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆທີ່​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້. ແນ່ນອນ​ວ່າ​ເປົ້າ​ໝາຍ​ຂອງ​ເຈົ້າ​ບໍ່​ແມ່ນ​ພຽງ​ແຕ່​ມີ​ຄວາມ​ຮູ້​ເທົ່າ​ນັ້ນ ເຈົ້າ​ຕ້ອງ​ໃຫ້​ຄວາມ​ຈິງ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຈົ້າ​ແລະ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ນຳ​ອີກ. ພະລັງ​ຂອງ​ພະ​ເຢໂຫວາ​ສາມາດ​ຊ່ອຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້. ນອກ​ຈາກ​ນັ້ນ ເຈົ້າ​ກໍ​ຍັງ​ຢາກ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຄື​ກັນ. (ຮຣ. 10:24, 25) ຍ້ອນ​ຫຍັງ? ຍ້ອນ​ວ່າ​ເຂົາ​ເຈົ້າ​ເປັນ​ຄອບຄົວ​ຂອງ​ເຈົ້າ. ໃຫ້​ອະທິດຖານ​ຂໍ​ພະລັງ​ຂອງ​ພະເຈົ້າ​ຊ່ອຍ​ເຈົ້າ​ໃຫ້​ຕອບ​ຈາກ​ໃຈ​ຢູ່​ການ​ປະຊຸມ​ແລະ​ເຮັດ​ສ່ວນ​ມອບ​ໝາຍ​ໃຫ້​ດີ​ທີ່​ສຸດ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ສະແດງ​ໃຫ້​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ເພິ່ນ​ເຫັນ​ວ່າ ເຈົ້າ​ຮັກ “ແກະ” ທີ່​ມີ​ຄ່າ​ຂອງ​ພວກ​ເພິ່ນ.—ຢຮ. 21:15-17

17. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ສະໜັບສະໜູນ​ອົງການ​ຂອງ​ພະ​ເຢໂຫວາ​ຢ່າງ​ສັດ​ຊື່?

17 ອີກ​ບໍ່​ດົນ​ຈະ​ມີ​ແຕ່​ອົງການ​ດຽວ​ເທົ່າ​ນັ້ນ​ທີ່​ເຫຼືອ​ຢູ່​ໃນ​ໂລກ​ເຊິ່ງ​ເປັນ​ອົງການ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະລັງ​ຂອງ​ພະເຈົ້າ. ດັ່ງ​ນັ້ນ ໃຫ້​ເຮັດ​ວຽກ​ຢ່າງ​ກະຕືລືລົ້ນ​ຮ່ວມ​ກັບ​ອົງການ​ຂອງ​ພະ​ເຢໂຫວາ. ໃຫ້​ສະແດງ​ຄວາມ​ຮັກ​ທີ່​ບໍ່​ລຳອຽງ​ແບບ​ພະ​ເຢໂຫວາ​ໂດຍ​ປະກາດ​ຂ່າວ​ດີ​ກັບ​ທຸກ​ຄົນ​ທີ່​ເຈົ້າ​ພົບ. ໃຫ້​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ຄວາມ​ເປັນ​ລະບຽບ​ແລະ​ມີ​ສັນຕິສຸກ​ໂດຍ​ສ້າງ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ. ແລະ​ໃຫ້​ຟັງ​ຄູ​ສອນ​ອົງ​ຍິ່ງໃຫຍ່​ໂດຍ​ຮຽນ​ຮູ້​ຈາກ​ທຸກ​ສິ່ງ​ທີ່​ເພິ່ນ​ຈັດ​ກຽມ​ໃຫ້. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ເມື່ອ​ໂລກ​ທີ່​ຊາຕານ​ປົກຄອງ​ເຖິງ​ຈຸດ​ຈົບ ເຈົ້າ​ກໍ​ຈະ​ບໍ່​ຢ້ານ. ແທນ​ທີ່​ຈະ​ຢ້ານ ເຈົ້າ​ຈະ​ໝັ້ນ​ໃຈ​ແລະ​ຈະ​ຢືນ​ຢູ່​ກັບ​ຄົນ​ທີ່​ຮັບໃຊ້​ອົງການ​ຂອງ​ພະ​ເຢໂຫວາ​ຢ່າງ​ພັກດີ.

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

^ ຂໍ້ 5 ເຈົ້າ​ໝັ້ນ​ໃຈ​ບໍ​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ອົງການ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້. ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ວ່າ ພະ​ເຢໂຫວາ​ຊີ້​ນຳ​ປະຊາຄົມ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ແນວ​ໃດ ແລະ​ເຮົາ​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ຍັງ​ຊີ້​ນຳ​ປະຊາຊົນ​ຂອງ​ເພິ່ນ​ໃນ​ທຸກ​ມື້​ນີ້​ແນວ​ໃດ.

^ ຂໍ້ 1 ການ​ອະທິບາຍ​ສຳນວນ: ອົງການ​ຂອງ​ພະ​ເຢໂຫວາ​ມີ​ທັງ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ. ໃນ​ບົດ​ນີ້ ຄຳ​ວ່າ “ອົງການ” ໝາຍ​ເຖິງ​ສ່ວນ​ທີ່​ຢູ່​ໃນ​ໂລກ.

^ ຂໍ້ 15 ເອຊາອີ 2:2, 3 (ລ.ມ.): “ໃນ​ສະໄໝ​ສຸດ​ທ້າຍ ພູເຂົາ​ທີ່​ມີ​ວິຫານ​ຂອງ​ພະ​ເຢໂຫວາ​ຕັ້ງ​ຢູ່​ຈະ​ຕັ້ງ​ໝັ້ນ​ຄົງ​ແລະ​ສູງ​ກວ່າ​ພູເຂົາ​ອື່ນໆ ແລະ​ຈະ​ຖືກ​ຍົກ​ໃຫ້​ສູງ​ເດັ່ນ​ກວ່າ​ພູເຂົາ​ທຸກ​ໜ່ວຍ. ຄົນ​ຈາກ​ທຸກ​ຊາດ​ຈະ​ພາ​ກັນ​ໄປ​ຫັ້ນ. ຊົນຊາດ​ຕ່າງໆຈະ​ພາ​ກັນ​ໄປ​ແລະ​ເວົ້າ​ວ່າ: ‘ໄປ໋ ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພະ​ເຢໂຫວາ ໄປ​ວິຫານ​ຂອງ​ພະເຈົ້າ​ຂອງ​ຢາໂຄບ. ເພິ່ນ​ຈະ​ສອນ​ເຮົາ​ໃຫ້​ຮູ້ຈັກ​ແນວ​ທາງ​ຂອງ​ເພິ່ນ ເຮົາ​ຈະ​ໄດ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ນັ້ນ.’ ເພາະ​ຄຳ​ສັ່ງ​ສອນ​ຈະ​ມາ​ຈາກ​ຊີໂອນ ແລະ​ຄຳ​ສອນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຈາກ​ເຢຣູຊາເລັມ.”

^ ຂໍ້ 53 ຄຳ​ອະທິບາຍ​ຮູບ: ຫຼັງ​ຈາກ​ເບິ່ງ​ວິດີໂອ​ແລະ​ເຫັນ​ພີ່ນ້ອງ​ຄົນ​ອື່ນ​ກຳລັງ​ຮັບໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ ພີ່ນ້ອງ​ຍິງ​ທີ່​ເປັນ​ໄພໂອເນຍ​ໄດ້​ຖືກ​ກະຕຸ້ນ​ໃຫ້​ຢາກ​ເຮັດ​ຕາມ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ. ໃນ​ທີ່​ສຸດ​ລາວ​ກໍ​ເຮັດ​ໄດ້​ຕາມ​ເປົ້າ​ໝາຍ ນັ້ນ​ຄື​ຮັບໃຊ້​ໃນ​ເຂດ​ທີ່​ຕ້ອງການ​ຜູ້​ປະກາດ​ຫຼາຍ​ກວ່າ.