ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 46

ໃຫ້​ມີ​ກຳລັງ​ໃຈ​ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ເຈົ້າ

ໃຫ້​ມີ​ກຳລັງ​ໃຈ​ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ເຈົ້າ

“ເຮົາ​ຈະ​ບໍ່​ມີ​ວັນ​ປະ​ເຈົ້າ ເຮົາ​ຈະ​ບໍ່​ມີ​ວັນ​ຖິ້ມ​ເຈົ້າ.”—ຮຣ. 13:5

ເພງ 55 ຢ່າ​ຢ້ານ​ພວກ​ເຂົາ​ເລີຍ!

ໃຈ​ຄວາມ​ສຳຄັນ *

1. ສິ່ງ​ໃດ​ຈະ​ຊ່ອຍ​ເຮົາ​ເມື່ອ​ຮູ້ສຶກ​ວ່າ​ຢູ່​ຜູ້​ດຽວ​ໃນ​ໂລກ​ນີ້​ຫຼື​ບໍ່​ສາມາດ​ແກ້ໄຂ​ບັນຫາ​ໄດ້? (ຄຳເພງ 118:5-7)

ເຈົ້າ​ເຄີຍ​ຮູ້ສຶກ​ບໍ​ວ່າ​ຢູ່​ຜູ້​ດຽວ​ໃນ​ໂລກ​ນີ້​ແລະ​ບໍ່​ມີ​ໃຜ​ຊ່ອຍ​ເຈົ້າ​ໃຫ້​ອົດ​ທົນ​ກັບ​ບັນຫາ​ໄດ້? ຫຼາຍ​ຄົນ​ຮູ້ສຶກ​ແບບ​ນັ້ນ ລວມ​ທັງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ​ນຳ. (1 ກະ. 19:14) ຖ້າ​ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ ຂໍ​ໃຫ້​ຈື່​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ເຮົາ​ຈະ​ບໍ່​ມີ​ວັນ​ປະ​ເຈົ້າ ເຮົາ​ຈະ​ບໍ່​ມີ​ວັນ​ຖິ້ມ​ເຈົ້າ.” ດັ່ງ​ນັ້ນ ເຮົາ​ສາມາດ​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ.” (ຮຣ. 13:5, 6) ປະມານ​ປີ ຄ.ສ 61 ອັກຄະສາວົກ​ໂປໂລ​ຂຽນ​ຄຳເວົ້າ​ນີ້​ໄປ​ຫາ​ພີ່ນ້ອງ​ຢູ່​ຢູດາ ແລະ​ຄຳເວົ້າ​ຂອງ​ລາວ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ຜູ້​ຂຽນ​ຄຳເພງ​ຂຽນ​ໃນ​ຄຳເພງ 118:5-7.—ອ່ານ

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້ ແລະ​ຍ້ອນ​ຫຍັງ?

2 ຄື​ກັບ​ຜູ້​ຂຽນ​ຄຳເພງ ໂປໂລ​ຮູ້​ຈາກ​ປະສົບການ​ສ່ວນ​ຕົວ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຫຼືອ​ລາວ. ຫຼາຍ​ກວ່າ​ສອງ​ປີ ກ່ອນ​ທີ່​ລາວ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພີ່ນ້ອງ​ຄົນ​ເຮັບເຣີ ໂປໂລ​ລອດ​ຊີວິດ​ຈາກ​ພາຍຸ​ທີ່​ຮຸນແຮງ​ຕອນ​ທີ່​ເດີນ​ທາງ​ໂດຍ​ທາງ​ເຮືອ. (ກຈກ. 27:4, 15, 20) ຕະຫຼອດ​ການ​ເດີນ​ທາງ​ເທື່ອ​ນັ້ນ​ແລະ​ຕະຫຼອດ​ໄລຍະ​ເວລາ​ຫຼາຍ​ປີ​ກ່ອນ​ໜ້າ​ນັ້ນ ພະ​ເຢໂຫວາ​ໄດ້​ຊ່ອຍ​ໂປໂລ​ໃນ​ຫຼາຍໆວິທີ. ແຕ່​ເຮົາ​ຈະ​ເບິ່ງ​ແຕ່​ສາມ​ວິທີ​ເທົ່າ​ນັ້ນ​ຄື ພະ​ເຢໂຫວາ​ໃຊ້​ພະ​ເຢຊູ​ແລະ​ທູດ​ສະຫວັນ ຜູ້​ທີ່​ມີ​ສິດ​ອຳນາດ ແລະ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ຊ່ອຍ​ໂປໂລ. ການ​ເບິ່ງ​ຄືນ​ເຫດການ​ເຫຼົ່າ​ນີ້​ໃນ​ຊີວິດ​ຂອງ​ໂປໂລ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ຄື​ກັນ​ເມື່ອ​ເຮົາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢຊູ​ແລະ​ທູດ​ສະຫວັນ

3. ໂປໂລ​ອາດ​ຄິດ​ເຖິງ​ເລື່ອງ​ຫຍັງ ແລະ​ຍ້ອນ​ຫຍັງ?

3 ປະມານ​ປີ ຄ.ສ 56 ໂປໂລ​ຕ້ອງ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫຼືອ ເພາະ​ຄົນ​ກຸ່ມ​ໜຶ່ງ​ໄດ້​ລາກ​ລາວ​ອອກ​ໄປ​ນອກ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ພະຍາຍາມ​ຂ້າ​ລາວ. ມື້​ຕໍ່​ມາ ເມື່ອ​ໂປໂລ​ຖືກ​ພາ​ໄປ​ສານ​ຊັນເຮດຣິນ ລາວ​ເກືອບ​ຖືກ​ພວກ​ສັດຕູ​ຈີກ​ອອກ​ເປັນ​ຕ່ອນໆ. (ກຈກ. 21:30-32; 22:30; 23:6-10) ໃນ​ຕອນ​ນັ້ນ ໂປໂລ​ອາດ​ຄິດ​ວ່າ ‘ຂ້ອຍ​ຈະ​ອົດ​ທົນ​ກັບ​ການ​ຖືກ​ທຳ​ຮ້າຍ​ແບບ​ນີ້​ໄດ້​ອີກ​ດົນ​ປານ​ໃດ?’

4. ພະ​ເຢໂຫວາ​ໃຊ້​ພະ​ເຢຊູ​ໃຫ້​ຊ່ອຍ​ໂປໂລ​ແນວ​ໃດ?

4 ໂປໂລ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫຼືອ​ແນວ​ໃດ? ໃນ​ຄືນ​ຫຼັງ​ຈາກ​ທີ່​ໂປໂລ​ຖືກ​ຈັບ ພະ​ເຢຊູ “ຜູ້​ເປັນ​ນາຍ” ມາ​ຢືນ​ຢູ່​ທາງ​ຂ້າງ​ໂປໂລ​ແລະ​ເວົ້າ​ວ່າ: “ໃຫ້​ກ້າຫານ! ເຈົ້າ​ໄດ້​ປະກາດ​ກ່ຽວ​ກັບ​ຂ້ອຍ​ຢ່າງ​ທົ່ວ​ເຖິງ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ ເຈົ້າ​ຕ້ອງ​ປະກາດ​ແບບ​ນັ້ນ​ໃນ​ເມືອງ​ໂຣມ​ຄື​ກັນ.” (ກຈກ. 23:11) ນັ້ນ​ເປັນ​ການ​ໃຫ້​ກຳລັງ​ໃຈ​ທີ່​ເໝາະ​ກັບ​ເວລາ​ແທ້ໆ! ພະ​ເຢຊູ​ຊົມ​ເຊີຍ​ໂປໂລ​ທີ່​ປະກາດ​ກ່ຽວ​ກັບ​ເລື່ອງ​ຂອງ​ເພິ່ນ​ຢູ່​ເມືອງ​ເຢຣູຊາເລັມ ແລະ​ພະ​ເຢຊູ​ໄດ້​ສັນຍາ​ວ່າ​ໂປໂລ​ຈະ​ໄປ​ຮອດ​ເມືອງ​ໂຣມ​ຢ່າງ​ປອດໄພ ເຊິ່ງ​ລາວ​ຈະ​ປະກາດ​ຢູ່​ຫັ້ນ​ຄື​ກັນ. ຫຼັງ​ຈາກ​ທີ່​ໄດ້​ຍິນ​ພະ​ເຢຊູ​ສັນຍາ​ແບບ​ນັ້ນ ໂປໂລ​ຕ້ອງ​ຮູ້ສຶກ​ປອດໄພ​ຄື​ກັບ​ລູກ​ທີ່​ຖືກ​ພໍ່​ກອດ​ໄວ້.

ຕອນ​ທີ່​ເກີດ​ພາຍຸ​ຮຸນແຮງ​ຢູ່​ທະເລ ທູດ​ສະຫວັນ​ມາ​ເວົ້າໃຫ້​ກຳລັງ​ໃຈ​ໂປໂລ​ວ່າ​ທຸກ​ຄົນ​ໃນ​ເຮືອ​ຈະ​ລອດ​ຊີວິດຈາກ​ການ​ເດີນ​ທາງ​ທີ່​ອັນຕະລາຍ​ນີ້ (ເບິ່ງ​ຂໍ້ 5)

5. ພະ​ເຢໂຫວາ​ໃຊ້​ທູດ​ສະຫວັນ​ໃຫ້​ຊ່ອຍ​ໂປໂລ​ແນວ​ໃດ (ເບິ່ງ​ຮູບ​ໜ້າ​ປົກ)

5 ໂປໂລ​ເຈິ​ກັບ​ບັນຫາ​ຫຍັງ​ອີກ? ປະມານ 2 ປີ​ຫຼັງ​ຈາກ​ເຫດການ​ເຫຼົ່າ​ນັ້ນ​ໃນ​ເມືອງ​ເຢຣູຊາເລັມ ໂປໂລ​ໄດ້​ຂີ່​ເຮືອ​ໄປ​ອີຕາລີ ແລະ​ເຮືອ​ໄດ້​ເຈິ​ກັບ​ພາຍຸ​ທີ່​ຮຸນແຮງ​ຈົນທຸກ​ຄົນ​ໃນ​ເຮືອ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ຕາຍ​ແລ້ວ. ແຕ່​ໂປໂລ​ບໍ່​ຢ້ານ. ຍ້ອນ​ຫຍັງ? ລາວ​ບອກ​ທຸກ​ຄົນ​ໃນ​ເຮືອ​ວ່າ: “ມື້​ຄືນ​ນີ້​ທູດ​ສະຫວັນ​ຂອງ​ພະເຈົ້າ​ທີ່​ຂ້ອຍ​ຮັບໃຊ້​ແລະ​ນະມັດສະການ​ໄດ້​ມາ​ຢືນ​ຢູ່​ໃກ້ໆຂ້ອຍ ແລ້ວ​ເວົ້າ​ວ່າ: ‘ໂປໂລ ບໍ່​ຕ້ອງ​ຢ້ານ. ເຈົ້າ​ຈະ​ຕ້ອງ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ເຊຊາ ພະເຈົ້າ​ຈະ​ໃຫ້​ທຸກ​ຄົນ​ທີ່​ມາ​ກັບ​ເຈົ້າ​ໃນ​ເຮືອ​ລອດ​ຊີວິດ​ຄື​ກັນ.’” ພະ​ເຢໂຫວາ​ໄດ້​ໃຊ້​ທູດ​ສະຫວັນ​ໃຫ້​ໄປ​ເວົ້າ​ກັບ​ໂປໂລ​ອີກ​ເທື່ອ​ໜຶ່ງ​ເພື່ອ​ໃຫ້​ລາວ​ໝັ້ນ​ໃຈ ເຊິ່ງ​ກ່ອນ​ໜ້າ​ນີ້​ເພິ່ນ​ໄດ້​ໃຫ້​ພະ​ເຢຊູ​ໄປ​ບອກ​ແລ້ວ. ໃນ​ທີ່​ສຸດ ໂປໂລ​ກໍ​ໄປ​ຮອດ​ເມືອງ​ໂຣມ​ຢ່າງ​ປອດໄພ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້.—ກຈກ. 27:20-25; 28:16

6. ພະ​ເຢຊູ​ສັນຍາ​ຫຍັງ ແລະ​ເປັນ​ຫຍັງ​ຄຳ​ສັນຍາ​ນີ້​ຈຶ່ງ​ຊ່ອຍ​ເຮົາ​ໃຫ້​ມີ​ກຳລັງ​ທີ່​ຈະ​ອົດ​ທົນ?

6 ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ? ພະ​ເຢຊູ​ຈະ​ຊ່ອຍ​ເຮົາ​ຄື​ກັບ​ທີ່​ເພິ່ນ​ໄດ້​ຊ່ອຍ​ໂປໂລ. ຕົວຢ່າງ​ເຊັ່ນ: ພະ​ເຢຊູ​ສັນຍາ​ກັບ​ທຸກ​ຄົນ​ທີ່​ຕິດ​ຕາມ​ເພິ່ນ​ວ່າ “ຂ້ອຍ​ຈະ​ຢູ່​ກັບ​ພວກ​ເຈົ້າ​ສະເໝີ ຈົນ​ຮອດ​ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້.” (ມທ. 28:20) ຄຳເວົ້າ​ຂອງ​ພະ​ເຢຊູ​ໃຫ້​ກຳລັງ​ໃຈ​ເຮົາ​ແທ້ໆ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ບາງ​ເທື່ອ​ເຮົາ​ຕ້ອງ​ອົດ​ທົນ​ກັບ​ເລື່ອງ​ທີ່​ຍາກໆ ເຊັ່ນ: ເມື່ອ​ຄົນ​ທີ່​ເຮົາ​ຮັກ​ຕາຍ​ປະ ເຮົາ​ເຈັບ​ປວດ​ໃຈ​ເປັນ​ເວລາ​ຫຼາຍ​ປີ​ບໍ່​ແມ່ນ​ແຕ່​ສອງ​ສາມ​ມື້​ເທົ່າ​ນັ້ນ. ສຳລັບ​ບາງ​ຄົນ ບາງ​ມື້​ກໍ​ຍາກ​ຫຼາຍ​ຍ້ອນ​ວ່າ​ເຖົ້າ​ແລ້ວ. ສ່ວນ​ຄົນ​ທີ່​ຮູ້ສຶກ​ໂສກ​ເສົ້າ ບາງ​ມື້​ກໍ​ບໍ່​ງ່າຍ​ເລີຍ. ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ ເຮົາ​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ໄດ້​ຍ້ອນ​ເຮົາ​ຮູ້​ວ່າ​ພະ​ເຢຊູ​ຢູ່​ກັບ​ເຮົາ “ສະເໝີ” ລວມ​ທັງ​ມື້​ທີ່​ຍາກ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຮົາ.—ມທ. 11:28-30

ທູດ​ສະຫວັນ​ຊ່ວຍ​ເຫຼືອ​ແລະ​ຊີ້​ນຳ​ເຮົາ​ຕອນ​ທີ່​ປະກາດ (ເບິ່ງ​ຂໍ້ 7)

7. ຕາມ​ພະນິມິດ 14:6 ພະ​ເຢໂຫວາ​ຊ່ອຍ​ເຮົາ​ແນວ​ໃດ​ໃນ​ທຸກ​ມື້​ນີ້?

7 ຄຳພີ​ໄບເບິນ​ສັນຍາ​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ທູດ​ສະຫວັນ​ໃຫ້​ຊ່ອຍ​ເຮົາ. (ຮຣ. 1:7, 14) ຕົວຢ່າງ​ເຊັ່ນ: ທູດ​ສະຫວັນ​ຊ່ວຍ​ເຫຼືອ​ແລະ​ຊີ້​ນຳ​ເຮົາ​ຕອນ​ທີ່​ປະກາດ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ກັບ​ຄົນ “ທຸກ​ປະເທດ ທຸກ​ຕະກູນ [ແລະ] ທຸກ​ພາສາ.—ມທ. 24:13, 14; ອ່ານ​ພະນິມິດ 14:6

ການ​ຊ່ວຍ​ເຫຼືອ​ຈາກ​ຜູ້​ທີ່​ມີ​ສິດ​ອຳນາດ

8. ພະ​ເຢໂຫວາ​ໃຊ້​ຜູ້​ບັງຄັບ​ກອງ​ພັນ​ໃຫ້​ຊ່ອຍ​ໂປໂລ​ແນວ​ໃດ?

8 ໂປໂລ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ? ກັບ​ຄືນ​ໄປ​ໃນ​ປີ ຄ.ສ 56 ພະ​ເຢຊູ​ໄດ້​ສັນຍາ​ກັບ​ໂປໂລ​ວ່າ​ລາວ​ຈະ​ໄປ​ຮອດ​ເມືອງ​ໂຣມ​ຢ່າງ​ປອດໄພ. ແຕ່​ຄົນ​ຢິວ​ບາງ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ວາງ​ແຜນທີ່​ຈະ​ທຳ​ຮ້າຍ​ໂປໂລ​ແລະ​ຂ້າ​ລາວ. ເມື່ອ​ຜູ້​ບັງຄັບ​ກອງ​ພັນ​ຄົນ​ໂຣມ​ທີ່​ຊື່​ກລາວດີໂອ ລີເຊຍຮູ້​ກ່ຽວ​ກັບ​ແຜນການ​ນີ້ ລາວ​ຈຶ່ງ​ຊ່ອຍ​ຊີວິດ​ໂປໂລ​ໄວ້. ກລາວດີໂອ​ຟ້າວ​ສົ່ງ​ໂປໂລ​ໄປ​ເມືອງ​ກາຍຊາເຣຍ​ເຊິ່ງ​ຢູ່​ໄກ​ຈາກ​ເມືອງ​ເຢຣູຊາເລັມ​ປະມານ 105 ກິໂລແມັດ ແລະ​ໃຫ້​ມີ​ທະຫານ​ບັກ​ຫຼາຍໆໄປ​ນຳ​ໂປໂລ. ຢູ່​ເມືອງ​ກາຍຊາເຣຍ ເຈົ້າ​ແຂວງ​ທີ່​ຊື່​ເຟລິກ​ສັ່ງ​ໃຫ້ “ຄຸມ​ຕົວ​ໂປໂລ​ໄວ້​ໃນ​ວັງ​ຂອງ​ເຮໂຣດ.” ຍ້ອນ​ແນວ​ນີ້ ພວກ​ຢິວ​ທີ່​ຢາກ​ຂ້າ​ໂປໂລ​ຈຶ່ງ​ບໍ່​ສາມາດ​ທຳ​ຮ້າຍ​ລາວ​ໄດ້.—ກຈກ. 23:12-35

9. ເຈົ້າ​ແຂວງ​ທີ່​ຊື່​ເຟຊະໂຕ​ຊ່ອຍ​ໂປໂລ​ແນວ​ໃດ?

9 ສອງ​ປີ​ຕໍ່​ມາ ໃນ​ປີ ຄ.ສ 58 ໂປໂລ​ຍັງ​ຕິດ​ຄຸກ​ຢູ່​ເມືອງ​ກາຍຊາເຣຍ ເຊິ່ງ​ຕອນ​ນັ້ນ​ເຟຊະໂຕ​ເປັນ​ເຈົ້າ​ແຂວງ​ແທນ​ເຟລິກ. ພວກ​ຢິວ​ຂໍ​ໃຫ້​ເຟຊະໂຕ​ສົ່ງ​ໂປໂລໄປ​ພິຈາລະນາ​ຄະດີ​ຢູ່​ເມືອງ​ເຢຣູຊາເລັມ ແຕ່​ເຟຊະໂຕ​ບໍ່​ຍອມ. ບາງ​ເທື່ອ​ເຟຊະໂຕ​ອາດ​ຮູ້​ວ່າ​ພວກ​ຢິວ “ວາງແຜນ​ວ່າ​ຈະ​ລັດ​ຂ້າ​ໂປໂລ​ກາງ​ທາງ.”—ກຈກ. 24:27–25:5

10. ເມື່ອ​ໂປໂລ​ຂໍ​ໃຫ້​ເຊຊາ​ຕັດສິນ​ເລື່ອງ​ຂອງ​ລາວ ເຈົ້າ​ແຂວງ​ທີ່​ຊື່​ເຟຊະໂຕ​ເຮັດ​ແນວ​ໃດ?

10 ຕໍ່​ມາ​ໄດ້​ມີ​ການ​ພິຈາລະນາ​ຄະດີ​ຂອງ​ໂປໂລ​ຢູ່​ເມືອງ​ກາຍຊາເຣຍ. ຍ້ອນ​ວ່າ​ເຟຊະໂຕ​ຢາກ “ເອົາ​ໃຈ​ຊາວ​ຢິວ” ລາວ​ຈຶ່ງ​ຖາມ​ໂປໂລ​ວ່າ “ເຈົ້າ​ຢາກ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ໃຫ້​ຂ້ອຍ​ຕັດສິນ​ເລື່ອງ​ຢູ່​ຫັ້ນ​ບໍ?” ໂປໂລ​ຮູ້​ວ່າ​ອາດ​ຈະ​ຖືກ​ຂ້າ​ຢູ່​ຫັ້ນ ແລະ​ລາວ​ຍັງ​ຮູ້​ວ່າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ຕາຍ​ແລະ​ໄປ​ຮອດ​ເມືອງ​ໂຣມ​ຢ່າງ​ປອດໄພ​ແລ້ວ​ປະກາດ​ຕໍ່​ຢູ່​ຫັ້ນ. ໂປໂລ​ຕອບ​ວ່າ “ຂ້ອຍ​ຂໍ​ອຸທອນ​ຕໍ່​ເຊຊາ!” ຫຼັງ​ຈາກ​ເຟຊະໂຕ​ລົມ​ກັບ​ຄະນະ​ທີ່​ປຶກສາ​ແລ້ວ ລາວ​ບອກ​ວ່າ: “ໃນ​ເມື່ອ​ເຈົ້າ​ອຸທອນ​ຕໍ່​ເຊຊາ ເຈົ້າ​ກໍ​ຕ້ອງ​ໄປ​ຫາ​ເຊຊາ.” ການ​ທີ່​ເຟຊະໂຕ​ຕັດສິນ​ໃຈສົ່ງ​ໂປໂລ​ໄປ​ເມືອງ​ໂຣມ ເຮັດ​ໃຫ້​ລາວ​ລອດ​ຈາກ​ພວກ​ສັດຕູ. ອີກ​ບໍ່​ດົນ ໂປໂລ​ຈະ​ຢູ່​ເມືອງ​ໂຣມ ເຊິ່ງ​ຢູ່​ໄກ​ຈາກ​ພວກ​ຢິວ​ທີ່​ພະຍາຍາມ​ຂ້າ​ລາວ.—ກຈກ. 25:6-12

11. ໂປໂລ​ອາດ​ຄິດ​ເຖິງ​ຄຳເວົ້າ​ຫຍັງ​ຂອງ​ເອຊາຢາ​ທີ່​ໃຫ້​ກຳລັງ​ໃຈ?

11 ຕອນ​ທີ່​ລໍ​ຖ້າ​ເດີນ​ທາງ​ໄປ​ອີຕາລີ ໂປໂລ​ອາດ​ຄິດ​ເຖິງ​ຄຳ​ເຕືອນ​ທີ່​ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ຜູ້​ພະຍາກອນ​ເອຊາຢາ​ຂຽນ​ກ່ຽວ​ກັບ​ຜູ້​ທີ່​ຕໍ່​ຕ້ານ​ເພິ່ນ​ທີ່​ວ່າ: “ວາງ​ແຜນ​ໂລດ ແຕ່​ຈະ​ບໍ່​ສຳເລັດ! ພາ​ກັນ​ເວົ້າ​ໂລດ ແຕ່​ຈະ​ບໍ່​ມີຫຍັງ​ເກີດ​ຂຶ້ນ ເພາະ​ພະເຈົ້າ​ຢູ່​ກັບ​ເຮົາ!” (ເອຊາ. 8:10, ລ.ມ.) ໂປໂລ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ລາວ ແລະ​ເລື່ອງ​ນີ້​ຄື​ຊິ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ເພື່ອ​ຈະ​ອົດ​ທົນ​ກັບ​ສິ່ງ​ທີ່​ຈະ​ເຈິ​ໃນ​ອະນາຄົດ.

ໃນ​ອະດີດ ພະ​ເຢໂຫວາ​ໄດ້​ໃຊ້​ຜູ້​ທີ່​ມີ​ສິດ​ອຳນາດ​ໃຫ້​ປົກ​ປ້ອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ພະ​ເຢໂຫວາ​ອາດ​ຈະ​ເຮັດ​ແບບ​ດຽວ​ກັນ​ນັ້ນ​ໃນ​ທຸກ​ມື້​ນີ້. (ເບິ່ງ​ຂໍ້ 12)

12. ຢູລີ​ໂອ​ປະຕິບັດ​ກັບ​ໂປໂລ​ແນວ​ໃດ ແລະ​ໂປໂລ​ອາດ​ຈະ​ເຂົ້າ​ໃຈ​ແນວ​ໃດ​ທີ່​ຢູລີ​ໂອ​ເຮັດ​ແບບ​ນັ້ນ?

12 ໂປໂລ​ເລີ່ມ​ເດີນ​ທາງ​ໄປ​ອີຕາລີ. ເນື່ອງ​ຈາກ​ເປັນ​ນັກ​ໂທດ ລາວ​ຈຶ່ງ​ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ນາຍ​ຮ້ອຍ​ຄົນ​ໂຣມ​ທີ່​ຊື່​ຢູລີ​ໂອ. ນັບ​ຕັ້ງ​ແຕ່​ວິນາທີ​ນັ້ນ ຢູລີ​ໂອ​ສາມາດ​ປະຕິບັດ​ກັບ​ໂປໂລ​ແບບ​ດີໆຫຼື​ແບບ​ໂຫດ​ຮ້າຍ​ກໍ​ໄດ້. ຢູລີ​ໂອ​ໃຊ້​ສິດ​ອຳນາດ​ຂອງ​ລາວ​ແນວ​ໃດ? ມື້​ຕໍ່​ມາ ຕອນ​ທີ່​ເຮືອ​ຈອດ​ຢູ່​ຝັ່ງ “ຢູລີ​ໂອ​ໃຈ​ດີ​ຕໍ່​ໂປໂລ​ຫຼາຍ ລາວ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່​ຄູ່.” ຕໍ່​ມາ ຢູລີ​ໂອ​ເຖິງ​ຂັ້ນ​ຊ່ອຍ​ຊີວິດ​ໂປໂລ​ໄວ້. ຊ່ອຍ​ແນວ​ໃດ? ຕອນ​ທີ່​ເຮືອ​ແຕກ ພວກ​ທະຫານ​ຢາກ​ຂ້າ​ນັກ​ໂທດ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອ​ເພື່ອ​ບໍ່​ໃຫ້​ເຂົາ​ເຈົ້າ​ໜີ ແຕ່​ຢູລີ​ໂອ​ຫ້າມ​ພວກ​ທະຫານ​ບໍ່​ໃຫ້​ຂ້າ. ຍ້ອນ​ຫຍັງ? ຍ້ອນ​ລາວ “ຕັ້ງ​ໃຈ​ຈະ​ຊ່ອຍ​ຊີວິດ​ໂປໂລ.” ເປັນ​ໄປ​ໄດ້​ທີ່​ໂປໂລ​ຮູ້​ວ່າ​ພະ​ເຢໂຫວາ​ກຳລັງ​ໃຊ້​ນາຍ​ຮ້ອຍ​ທີ່​ໃຈ​ດີ​ຜູ້​ນີ້​ໃຫ້​ຊ່ອຍ​ແລະ​ປົກ​ປ້ອງ​ລາວ.—ກຈກ. 27:1-3, 42-44

ເບິ່ງ​ຂໍ້ 13

13. ພະ​ເຢໂຫວາ​ອາດ​ໃຊ້​ຜູ້​ທີ່​ມີ​ສິດ​ອຳນາດ​ແນວ​ໃດ?

13 ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ? ຖ້າ​ພະ​ເຢໂຫວາ​ເຫັນ​ວ່າ​ມັນ​ສອດຄ່ອງ​ກັບ​ຈຸດ​ປະສົງ​ຂອງ​ເພິ່ນ ພະ​ເຢໂຫວາ​ອາດ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ເຮັດ​ໃຫ້​ຜູ້​ທີ່​ມີ​ສິດ​ອຳນາດ​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ. ກະສັດ​ໂຊໂລໂມນ​ຂຽນ​ທີ່​ວ່າ: “ໃຈ​ຂອງ​ກະສັດ​ເປັນ​ຄື​ສາຍ​ນ້ຳ​ໃນ​ມື​ພະ​ເຢໂຫວາ. ເພິ່ນ​ບັງຄັບ​ມັນ​ໃຫ້​ໄປ​ຕາມ​ທາງ​ທີ່​ເພິ່ນ​ຕ້ອງການ.” (ສຸພາ. 21:1, ລ.ມ.) ຄຳເວົ້າ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ມະນຸດ​ຂຸດ​ຮ່ອງ​ນ້ຳ​ເພື່ອ​ໃຫ້​ນ້ຳ​ໄຫຼ​ໄປ​ຕາມ​ທາງ​ທີ່​ເຂົາ​ເຈົ້າ​ຢາກ​ໃຫ້​ໄປ. ຄ້າຍ​ຄື​ກັນ ພະ​ເຢໂຫວາ​ສາມາດ​ໃຊ້​ພະລັງ​ຂອງ​ເພິ່ນ​ເພື່ອ​ຊີ້​ນຳ​ຄວາມ​ຄິດ​ຂອງ​ຜູ້​ທີ່​ມີ​ສິດ​ອຳນາດ​ໃຫ້​ເຮັດ​ຕາມ​ທີ່​ເພິ່ນ​ຕ້ອງການ. ເມື່ອ​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ ຜູ້​ທີ່​ມີ​ສິດ​ອຳນາດ​ກໍ​ຖືກ​ກະຕຸ້ນ​ໃຫ້​ຕັດສິນ​ໃຈ​ໃນ​ແບບ​ທີ່​ເປັນ​ປະໂຫຍດ​ຕໍ່​ປະຊາຊົນ​ຂອງ​ເພິ່ນ.—ສົມ​ທຽບ​ກັບ​ເອເຊດຣາເຊ 7:21, 25, 26

14. ຕາມ​ກິດຈະການ 12:5 ເຮົາ​ຄວນ​ອະທິດຖານ​ກ່ຽວ​ກັບ​ໃຜ​ແດ່?

14 ເຮົາ​ເຮັດ​ຫຍັງ​ໄດ້? ເຮົາ​ສາມາດ​ອະທິດຖານ​ເພື່ອ “ກະສັດ​ແລະ​ຄົນ​ທີ່​ຢູ່​ໃນ​ຕຳແໜ່ງ​ສູງ” ເມື່ອ​ເຂົາ​ເຈົ້າ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ຕ່າງໆທີ່​ກະທົບ​ໃສ່​ວຽກ​ປະກາດ​ແລະ​ການ​ເຂົ້າ​ຮ່ວມ​ປະຊຸມ​ຂອງ​ເຮົາ. (1 ຕມ. 2:1, 2; ນເຫ. 1:11) ຄື​ກັບ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ເຮັດ ເຮົາ​ກໍ​ຄື​ກັນ​ອະທິດຖານ​ຢ່າງ​ຈິງ​ຈັງ​ເຖິງ​ພະເຈົ້າ​ສຳລັບ​ພີ່ນ້ອງ​ຂອງ​ເຮົາ​ທີ່​ຢູ່​ໃນ​ຄຸກ. (ອ່ານ​ກິດຈະການ 12:5; ຮຣ. 13:3) ນອກ​ຈາກ​ນັ້ນ ເຮົາ​ສາມາດ​ອະທິດຖານ​ກ່ຽວ​ກັບຄົນ​ຍາມ​ທີ່​ເຝົ້າ​ພີ່ນ້ອງ​ຂອງ​ເຮົາ​ຢູ່​ໃນ​ຄຸກ ໂດຍ​ຂໍ​ໃຫ້​ພະເຢໂຫວາ​ຊີ້​ນຳ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ ເພື່ອ​ໃຫ້​ເຮັດ​ຄື​ກັບ​ຢູລີ​ໂອ​ແລະ​ປະຕິບັດ​ແບບ “ໃຈ​ດີ” ກັບ​ພີ່ນ້ອງ​ຂອງ​ເຮົາ.

ການ​ຊ່ວຍ​ເຫຼືອ​ໂດຍ​ທາງ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ

15-16. ພະ​ເຢໂຫວາ​ໃຊ້​ອາຣິດຕາໂຂ​ແລະ​ລູກາ​ໃຫ້​ຊ່ອຍ​ໂປໂລ​ແນວ​ໃດ?

15 ໂປໂລ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ແນວ​ໃດ? ຕອນ​ເດີນ​ທາງ​ໄປ​ເມືອງ​ໂຣມ ມີ​ຫຼາຍ​ເທື່ອ​ທີ່​ພະ​ເຢໂຫວາ​ໄດ້​ໃຊ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ຊ່ອຍ​ໂປໂລ. ໃຫ້​ເຮົາ​ເບິ່ງ​ບາງ​ຕົວຢ່າງ.

16 ໝູ່​ທີ່​ດີ​ສອງ​ຄົນ​ຂອງ​ໂປໂລ ຄື ອາຣິດຕາໂຂ​ແລະ​ລູກາ​ໄດ້​ເດີນ​ທາງ​ໄປ​ເມືອງ​ໂຣມ​ນຳ​ລາວ. * ເຖິງ​ວ່າ​ພະ​ເຢຊູ​ບໍ່​ໄດ້​ສັນຍາ​ກັບ​ອາຣິດຕາໂຂ​ແລະ​ລູກາ​ວ່າ​ເຂົາ​ເຈົ້າ​ຈະ​ໄປ​ຮອດ​ເມືອງ​ໂຣມ​ຢ່າງ​ປອດໄພ ແຕ່​ທັງ​ສອງ​ກໍ​ພ້ອມ​ທີ່​ຈະ​ສ່ຽງ​ຊີວິດ​ເດີນ​ທາງ​ໄປ​ນຳ​ກັນ​ກັບ​ໂປໂລ. ແຕ່​ວ່າ​ຫຼັງ​ຈາກ​ຜ່ານ​ການ​ເດີນ​ທາງ​ທີ່​ອັນຕະລາຍ​ໃນ​ເທື່ອ​ນັ້ນ ທັງ​ສອງ​ຈຶ່ງ​ຮູ້​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ປອດໄພ. ເມື່ອ​ອາຣິດຕາໂຂ​ແລະ​ລູກາ​ຂຶ້ນ​ເຮືອ​ຢູ່​ເມືອງ​ກາຍຊາເຣຍ ໂປໂລ​ຄື​ຊິ​ອະທິດຖານ​ຈາກ​ໃຈ​ເພື່ອ​ຂອບໃຈ​ພະ​ເຢໂຫວາ​ທີ່​ຊ່ອຍ​ລາວ​ໂດຍ​ທາງ​ພີ່ນ້ອງ​ສອງ​ຄົນ​ນີ້​ທີ່​ກ້າຫານ.—ກຈກ. 27:1, 2, 20-25

17. ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ແນວ​ໃດ​ໃຫ້​ຊ່ອຍ​ໂປໂລ?

17 ພີ່ນ້ອງ​ໄດ້​ຊ່ອຍ​ໂປໂລ​ຫຼາຍ​ເທື່ອ​ໃນ​ລະຫວ່າງ​ທີ່​ລາວ​ເດີນ​ທາງ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ເຮືອ​ຈອດ​ຢູ່​ເມືອງ​ຊີ​ໂດນ ຢູລີ​ໂອ​ອະນຸຍາດ​ໃຫ້​ໂປໂລ “ໄປ​ຫາ​ໝູ່​ຄູ່​ເພື່ອ​ລາວ​ຈະ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຈາກ​ພວກ​ເຂົາ.” ແລະ​ຕໍ່​ມາ​ຕອນ​ທີ່​ເຮືອ​ຈອດ​ຢູ່​ເມືອງ​ໂປຕີໂອລີ ໂປໂລ​ກັບ​ອາຣິດຕາໂຂ​ແລະ​ລູກາ​ໄດ້ “ພົບ​ພີ່ນ້ອງ​ຢູ່​ຫັ້ນ. ພວກ​ເຂົາ​ອ້ອນ​ວອນ . . . ໃຫ້​ພັກ​ຢູ່​ນຳ 7 ມື້.” ຕອນ​ທີ່​ພີ່ນ້ອງ​ໃນເມືອງ​ເຫຼົ່າ​ນີ້​ເບິ່ງ​ແຍງ​ໂປໂລ​ແລະ​ໝູ່​ສອງ​ຄົນ ໂປໂລ​ຄື​ຊິເລົ່າ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ໃຫ້​ເຂົາ​ເຈົ້າ​ຟັງ ແລະ​ພີ່ນ້ອງ​ເຫຼົ່າ​ນີ້​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ. (ສົມ​ທຽບ​ກັບ​ກິດຈະການ 15:2, 3) ຫຼັງ​ຈາກ​ທີ່​ຢ້ຽມ​ຢາມ​ໃຫ້​ກຳລັງ​ໃຈ​ກັນ​ແລ້ວ ໂປໂລ​ກັບ​ໝູ່​ສອງ​ຄົນ​ກໍ​ເດີນ​ທາງ​ໄປ​ຕໍ່.—ກຈກ. 27:3; 28:13, 14

ຄື​ກັບ​ໂປໂລ ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໃຫ້​ຊ່ອຍ​ເຮົາ. (ເບິ່ງ​ຂໍ້ 18)

18. ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ໂປໂລ​ຂອບໃຈ​ພະເຈົ້າ​ແລະ​ມີ​ກຳລັງ​ໃຈ?

18 ຕອນ​ທີ່​ໂປໂລ​ຍ່າງ​ໄປ​ເມືອງ​ໂຣມ ລາວ​ຕ້ອງ​ຄິດ​ເຖິງ​ຄຳເວົ້າ​ທີ່​ຂຽນ​ໄປ​ຫາ​ພີ່ນ້ອງ​ຢູ່​ເມືອງ​ນີ້​ສາມ​ປີ​ກ່ອນ​ທີ່​ວ່າ: “ຫຼາຍ​ປີ​ແລ້ວ​ທີ່​ຂ້ອຍ​ຢາກ​ໄປ​ຫາ​ພວກ​ເຈົ້າ.” (ຣມ. 15:23) ແຕ່​ໂປໂລ​ຄື​ຊິ​ບໍ່​ໄດ້​ຄາດ​ຄິດ​ວ່າ​ລາວ​ຈະ​ມາ​ເມືອງ​ນີ້​ແບບ​ເປັນ​ນັກ​ໂທດ. ໂປໂລ​ຕ້ອງ​ໄດ້​ກຳລັງ​ໃຈ​ແທ້ໆ ເມື່ອ​ເຫັນ​ພີ່ນ້ອງ​ຈາກ​ເມືອງ​ໂຣມ​ມາ​ຖ້າ​ລາວ​ຕາມ​ຫົນ​ທາງ​ເພື່ອ​ທັກທາຍ​ສະບາຍ​ດີ. “ເມື່ອ​ໂປໂລ​ເຫັນ​ພີ່ນ້ອງ​ກໍ​ຂອບໃຈ​ພະເຈົ້າ​ແລະ​ມີ​ກຳລັງ​ໃຈ.” (ກຈກ. 28:15) ໃຫ້​ສັງເກດ​ວ່າ ໂປໂລ​ຂອບໃຈ​ພະເຈົ້າ​ທີ່​ພີ່ນ້ອງ​ມາ​ຖ້າ​ລາວ​ຢູ່​ຫັ້ນ. ເປັນ​ຫຍັງ​ຈຶ່ງ​ຂອບໃຈ? ຍ້ອນ​ໂປໂລ​ຮູ້​ວ່າ​ພະ​ເຢໂຫວາ​ຊ່ອຍ​ລາວ​ໂດຍ​ທາງ​ພີ່ນ້ອງ.

ເບິ່ງ​ຂໍ້ 19

19. ຕາມ 1 ເປໂຕ 4:10 ພະ​ເຢໂຫວາ​ອາດ​ໃຊ້​ເຮົາ​ແນວ​ໃດ​ໃຫ້​ຊ່ອຍ​ພີ່ນ້ອງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ?

19 ເຮົາ​ເຮັດ​ຫຍັງ​ໄດ້? ເຈົ້າ​ຮູ້ຈັກ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ກຳລັງ​ເປັນ​ທຸກ​ໂສກ​ເສົ້າ​ຍ້ອນ​ເຈັບ​ປ່ວຍ​ຫຼື​ມີ​ບັນຫາ​ແນວ​ອື່ນ​ບໍ? ຫຼື​ບາງ​ເທື່ອ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ຕາຍ​ປະ? ຖ້າ​ເຮົາ​ຮູ້​ວ່າ​ພີ່ນ້ອງ​ບາງ​ຄົນ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ເຮົາ​ສາມາດ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ອຍ​ເຮົາ​ໃຫ້​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ດີ​ແລະ​ສະແດງ​ຄວາມ​ຮັກ. ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ​ອາດ​ເປັນ​ກຳລັງ​ໃຈ​ທີ່​ເຂົາ​ເຈົ້າ​ຕ້ອງການ​ໃນ​ຕອນ​ນັ້ນ. (ອ່ານ 1 ເປໂຕ 4:10) * ຖ້າ​ເຮົາ​ຊ່ວຍ​ເຫຼືອ​ພີ່ນ້ອງ​ເຫຼົ່າ​ນັ້ນ ເຂົາ​ເຈົ້າ​ອາດ​ໝັ້ນ​ໃຈ​ອີກ​ເທື່ອ​ໜຶ່ງ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ “ເຮົາ​ຈະ​ບໍ່​ມີ​ວັນ​ປະ​ເຈົ້າ ເຮົາ​ຈະ​ບໍ່​ມີ​ວັນ​ຖິ້ມ​ເຈົ້າ.” ເມື່ອ​ພີ່ນ້ອງ​ຮູ້ສຶກ​ແບບ​ນັ້ນ ເຈົ້າ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ.

20. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ຢ່າງ​ໝັ້ນ​ໃຈ​ວ່າ “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ”?

20 ຄື​ກັບ​ໂປໂລ​ແລະ​ໝູ່​ສອງ​ຄົນ ເຮົາ​ເອງ​ກໍ​ອາດ​ເຈິ​ກັບ​ບັນຫາ​ໃນ​ຊີວິດ​ຄື​ກັນ​ເຊິ່ງ​ເປັນ​ຄື​ກັບ​ພາຍຸ​ທີ່​ຮຸນແຮງ. ເຖິງ​ວ່າ​ຈະ​ຕົກ​ຢູ່​ໃນ​ສະພາບການ​ແບບ​ນັ້ນ ເຮົາ​ຮູ້​ວ່າ​ເຮົາ​ສາມາດ​ມີ​ກຳລັງ​ໃຈ​ໄດ້​ເພາະ​ພະ​ເຢໂຫວາ​ຢູ່​ກັບ​ເຮົາ. ພະ​ເຢໂຫວາ​ໃຊ້​ພະ​ເຢຊູ​ແລະ​ທູດ​ສະຫວັນ​ໃຫ້​ຊ່ອຍ​ເຮົາ. ນອກ​ຈາກ​ນັ້ນ ຖ້າ​ມັນ​ສອດຄ່ອງ​ກັບ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ ເພິ່ນ​ສາມາດ​ໃຊ້​ຜູ້​ທີ່​ມີ​ສິດ​ອຳນາດ​ໃຫ້​ຊ່ອຍ​ເຮົາ. ຄື​ກັບ​ທີ່​ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ເຈິ​ມາ​ແລ້ວ ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ກະຕຸ້ນ​ພີ່ນ້ອງ​ໃຫ້​ຊ່ອຍ​ເຮົາ. ຄື​ກັບ​ໂປໂລ ເຮົາ​ຈຶ່ງ​ມີ​ເຫດຜົນ​ທີ່​ດີ​ທີ່​ຈະ​ເວົ້າ​ຢ່າງ​ໝັ້ນ​ໃຈ​ວ່າ: “ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈະ​ບໍ່​ຢ້ານ​ຫຍັງ. ມະນຸດ​ຈະ​ເຮັດ​ຫຍັງ​ຂ້ອຍ​ໄດ້?”—ຮຣ. 13:6

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

^ ຂໍ້ 5 ໃນ​ບົດ​ນີ້​ເຮົາ​ຈະ​ເບິ່ງ​ສາມ​ວິທີ​ທີ່​ພະ​ເຢໂຫວາ​ຊ່ອຍ​ອັກຄະສາວົກ​ໂປໂລ​ໃຫ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆ. ການ​ເບິ່ງ​ຄືນ​ວິທີ​ທີ່​ພະ​ເຢໂຫວາ​ຊ່ອຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແຕ່​ກີ້​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ ເມື່ອ​ເຮົາ​ເຈິບັນຫາ​ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ກໍຈະ​ຊ່ອຍ​ເຮົາ​ຄື​ກັນ.

^ ຂໍ້ 16 ອາຣິດຕາໂຂ​ແລະ​ລູກາ​ເຄີຍ​ເດີນ​ທາງ​ໄປ​ນຳ​ໂປໂລ​ມາ​ກ່ອນ​ແລ້ວ. ຜູ້​ຊາຍ​ທີ່​ພັກດີ​ສອງ​ຄົນ​ນີ້​ຍັງ​ໄດ້​ຢູ່​ກັບ​ໂປໂລ​ຕອນ​ທີ່​ລາວ​ຕິດ​ຄຸກ​ຢູ່​ເມືອງ​ໂຣມ.—ກຈກ. 16:10-12; 20:4; ກລຊ. 4:10, 14

^ ຂໍ້ 19 ເບິ່ງ​ຫໍສັງເກດການ 15 ມັງກອນ 2009 ໜ້າ 13-14 ຂໍ້ 5-9 (ບໍ່​ມີ​ໃນ​ພາສາ​ລາວ)