ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 48

ເບິ່ງ​ໄປ​ທີ່​ອະນາຄົດ

ເບິ່ງ​ໄປ​ທີ່​ອະນາຄົດ

“ໃຫ້​ຕາ​ຂອງ​ລູກ​ເບິ່ງ​ຊື່​ໄປ ແລະ​ແນມ​ເບິ່ງ​ສິ່ງ​ທີ່​ຢູ່​ທາງ​ໜ້າ.”—ສຸພາ. 4:25, ລ.ມ.

ເພງ 77 ແສງ​ສະຫວ່າງ​ໃນ​ໂລກ​ມືດ

ໃຈ​ຄວາມ​ສຳຄັນ *

1-2. ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ສຸພາສິດ 4:25 ແນວ​ໃດ? ໃຫ້​ຍົກ​ຕົວຢ່າງ.

ໃຫ້​ເບິ່ງ 3 ຕົວຢ່າງ​ຕໍ່​ໄປ​ນີ້. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເຖົ້າ​ແລ້ວ​ຄິດ​ເຖິງ​ເວລາ​ດີໆໃນ​ອະດີດ. ເຖິງ​ວ່າ​ຊີວິດ​ໃນ​ຕອນ​ນີ້​ບໍ່​ງ່າຍ​ເລີຍ ແຕ່​ລາວ​ກໍ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ. (1 ກຣ. 15:58) ແຕ່​ລະ​ມື້ ລາວ​ນຶກ​ພາບ​ວ່າ​ໂຕ​ເອງ​ແລະ​ຄົນ​ທີ່​ລາວ​ຮັກ​ໄດ້​ຢູ່​ນຳ​ກັນ​ໃນ​ໂລກ​ໃໝ່​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຈື່​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ໄດ້​ເຮັດ​ໃຫ້​ລາວ​ເສຍໃຈ ແຕ່​ລາວ​ເລືອກ​ທີ່​ຈະ​ບໍ່​ຄຽດ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ນັ້ນ. (ກລຊ. 3:13) ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຈື່​ວ່າ​ເຄີຍ​ເຮັດ​ຜິດ ແຕ່​ລາວ​ຕັ້ງ​ໃຈ​ວ່າ​ຕັ້ງ​ແຕ່​ນີ້​ຕໍ່​ໄປ​ລາວ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ແລະ​ບໍ່​ໃຫ້​ຄວາມ​ຮູ້ສຶກ​ຜິດ​ນັ້ນ​ມາ​ລົບກວນ​ລາວ.—ເພງ. 51:10

2 ພີ່ນ້ອງ 3 ຄົນ​ນີ້​ມີ​ຈຸດ​ໃດ​ທີ່​ຄື​ກັນ? ທັງ 3 ຄົນ​ຈື່​ສິ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ໃນ​ອະດີດ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ໃຫ້​ຊີວິດ​ຈົມ​ຢູ່​ກັບ​ສິ່ງ​ນັ້ນ. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ເຂົາ​ເຈົ້າ “ເບິ່ງ​ຊື່​ໄປ” ທີ່​ອະນາຄົດ.—ອ່ານ​ສຸພາສິດ 4:25 *

3. ເປັນ​ຫຍັງ​ເຮົາ​ຕ້ອງ “ເບິ່ງ​ຊື່​ໄປ” ທີ່​ອະນາຄົດ?

3 ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ “ເບິ່ງ​ຊື່​ໄປ” ທີ່​ອະນາຄົດ? ເຮົາ​ບໍ່​ສາມາດ​ຍ່າງ​ຊື່​ໄດ້​ຖ້າ​ເຮົາ​ມີ​ແຕ່​ຫຼຽວ​ເບິ່ງ​ທາງ ດັ່ງ​ນັ້ນ ເຮົາ​ກໍ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້​ຢ່າງ​ເຕັມທີ ຖ້າ​ເຮົາ​ມີ​ແຕ່​ຄິດ​ເຖິງ​ສິ່ງ​ທີ່​ເຄີຍ​ເກີດ​ຂຶ້ນ​ໃນ​ອະດີດ.—ລກ. 9:62

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

4 ໃນ​ບົດ​ນີ້​ເຮົາ​ຈະ​ເວົ້າ​ເຖິງ​ກັບດັກ 3 ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຈົມ​ຢູ່​ແຕ່​ກັບ​ອະດີດ. * ກັບດັກ​ເຫຼົ່າ​ນີ້​ແມ່ນ (1) ການ​ຄິດ​ວ່າ​ອະດີດ​ດີ​ກວ່າ (2) ການ​ຄຽດ​ໃຫ້​ຄົນ​ອື່ນ ແລະ (3) ການ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ. ໃນ​ແຕ່​ລະ​ຈຸດ ເຮົາ​ຈະ​ເບິ່ງວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊ່ອຍ​ເຮົາ​ໄດ້​ແນວ​ໃດ​ບໍ່​ໃຫ້​ຈົມ​ຢູ່​ກັບ “ສິ່ງ​ຕ່າງໆທີ່​ຢູ່​ທາງ​ຫຼັງ” ແຕ່​ໃຫ້​ເບິ່ງ “ສິ່ງ​ທີ່​ຢູ່​ທາງ​ໜ້າ.”—ຟລປ. 3:13

ການ​ຄິດ​ວ່າ​ອະດີດ​ດີ​ກວ່າ​ເປັນ​ກັບດັກ

ສິ່ງ​ໃດ​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ເບິ່ງ​ໄປ​ທີ່​ອະນາຄົດ? (ເບິ່ງ​ຂໍ້ 5, 9, 13) *

5. ຜູ້​ເທສະໜາ​ປ່າວ​ປະກາດ 7:10 ເຕືອນ​ເຮົາ​ແນວ​ໃດ?

5 ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:10. * ຂໍ​ໃຫ້​ສັງເກດ ຂໍ້​ນີ້​ບໍ່​ໄດ້​ເວົ້າ​ວ່າ​ມັນ​ຜິດ​ທີ່​ຈະ​ຖາມ​ວ່າ: “ເປັນ​ຫຍັງ​ແຕ່​ກີ້​ຈຶ່ງ​ດີ?” ການ​ມີ​ຄວາມ​ຊົງ​ຈຳ​ທີ່​ດີ​ເປັນ​ຂອງ​ຂວັນ​ຢ່າງ​ໜຶ່ງ​ຈາກ​ພະ​ເຢໂຫວາ. ທີ່​ຈິງ ຂໍ້​ນີ້​ເວົ້າ​ວ່າ: “ຢ່າ​ຖາມ​ວ່າ ‘ເປັນ​ຫຍັງ​ແຕ່​ກີ້​ດີ​ກວ່າ ດຽວ​ນີ້?’” ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ສົມ​ທຽບ​ຊີວິດ​ແຕ່​ກີ້​ກັບ​ດຽວ​ນີ້ ແລະ​ຄິດ​ວ່າ​ຊີວິດ​ໃນ​ຕອນ​ນີ້​ບໍ່​ມີ​ຫຍັງ​ດີ​ເລີຍ. ຄຳພີ​ໄບເບິນ​ອີກ​ສະບັບ​ໜຶ່ງ​ແປ​ຂໍ້​ນີ້​ວ່າ: “ຢ່າ​ຖາມ​ວ່າ ‘ເປັນ​ຫຍັງ​ແຕ່​ກີ້​ສິ່ງ​ຕ່າງໆຈຶ່ງ​ດີ​ກວ່າ?’ ເພາະ​ນີ້​ເປັນ​ຄຳຖາມ​ທີ່​ບໍ່​ສະຫຼາດ​ເລີຍ.”

ຫຼັງ​ຈາກ​ອອກ​ຈາກ​ເອຢິບ ພວກ​ອິດສະຣາເອນ​ໄດ້​ເຮັດ​ຜິດ​ຫຍັງ? (ເບິ່ງ​ຂໍ້ 6)

6. ເປັນ​ຫຍັງ​ຈຶ່ງ​ບໍ່​ສະຫຼາດ​ເລີຍ​ທີ່​ຈະ​ຄິດ​ຕະຫຼອດ​ວ່າ​ຊີວິດ​ຂອງ​ເຮົາ​ແຕ່​ກີ້​ດີ​ກວ່າ​ດຽວ​ນີ້? ໃຫ້​ຍົກ​ຕົວຢ່າງ.

6 ເປັນ​ຫຍັງ​ຈຶ່ງ​ບໍ່​ສະຫຼາດ​ເລີຍ​ທີ່​ຈະ​ຄິດ​ຕະຫຼອດ​ວ່າ​ຊີວິດ​ຂອງ​ເຮົາ​ແຕ່​ກີ້​ດີ​ກວ່າ​ດຽວ​ນີ້? ຍ້ອນ​ການ​ຄິດ​ວ່າ​ອະດີດ​ດີ​ກວ່າ​ອາດ​ເຮັດ​ໃຫ້​ເຮົາ​ຈື່​ແຕ່​ແນວ​ທີ່​ດີໆເທົ່າ​ນັ້ນ ແຕ່​ພັດ​ລືມ​ຄວາມ​ລຳບາກ​ທີ່​ເຮົາ​ເຈິ. ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພວກ​ອິດສະຣາເອນ​ໃນ​ສະໄໝ​ບູຮານ. ຫຼັງ​ຈາກ​ທີ່​ອອກ​ຈາກ​ເອຢິບ ເຂົາ​ເຈົ້າ​ກໍ​ລືມ​ທັນທີ​ເລີຍ​ວ່າ​ຊີວິດ​ຢູ່​ຫັ້ນ​ລຳບາກ​ສ່ຳ​ໃດ. ເຂົາ​ເຈົ້າ​ຄິດ​ຮອດ​ແຕ່​ຂອງ​ກິນ​ແຊບໆທີ່​ມັກ. ເຂົາ​ເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ຄຶດ​ຮອດ​ປາ​ຢູ່​ເອຢິບ​ທີ່​ມີ​ໃຫ້​ກິນ​ຢ່າງ​ເຫຼືອ​ເຟືອ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ຊື້​ເລີຍ ທັງ​ຄຶດ​ຮອດ​ໝາກ​ແຕງ ໝາກ​ໂມ ຕົ້ນ​ຜັກບົ່ວ​ໃຫຍ່ ຫົວ​ຜັກບົ່ວ ແລະ​ຜັກ​ທຽມ​ຊິ​ຕາຍ​ຢູ່​ແລ້ວ!” (ຈົດເຊັນ. 11:5, ລ.ມ.) ແຕ່​ແມ່ນ​ແທ້​ບໍ​ທີ່​ເຂົາ​ເຈົ້າ​ບໍ່​ຕ້ອງ​ເສຍ​ເງິນ​ຊື້​ເລີຍ? ບໍ່​ແມ່ນ. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ຕ້ອງ​ຈ່າຍ​ບັກ​ແພງໆ ເຂົາ​ເຈົ້າ​ຖືກ​ຂົ່ມເຫງ​ຢ່າງ​ໜັກ​ຄື​ກັບ​ເປັນ​ທາດ​ໃນ​ເອຢິບ. (ອົບ. 1:13, 14; 3:6-9) ແຕ່​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ລືມ​ຄວາມ​ລຳບາກ​ເຫຼົ່າ​ນີ້​ແລະ​ອາໄລ​ອາ​ວອນ​ຫາ​ອະດີດ. ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ຄິດ​ວ່າ “ແຕ່​ກີ້​ດີ​ກວ່າ​ດຽວ​ນີ້” ແທນ​ທີ່​ຈະ​ຄິດ​ເຖິງ​ສິ່ງ​ດີໆທີ່​ພະ​ເຢໂຫວາ​ຫາ​ກໍ​ເຮັດ​ເພື່ອ​ເຂົາ​ເຈົ້າ. ພະ​ເຢໂຫວາ​ບໍ່​ພໍ​ໃຈ​ທີ່​ເຂົາ​ເຈົ້າ​ຄິດ​ແບບ​ນີ້.—ຈົດເຊັນ. 11:10

7. ສິ່ງ​ໃດ​ຊ່ອຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບໍ່​ໃຫ້​ຕົກ​ລົງ​ໄປ​ໃນ​ກັບດັກ​ຂອງ​ການ​ຄິດ​ວ່າ​ອະດີດ​ດີ​ກວ່າ?

7 ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ຕົກ​ລົງ​ໄປ​ໃນ​ກັບດັກ​ຂອງ​ການ​ຄິດ​ວ່າ​ອະດີດ​ດີ​ກວ່າ? ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເລີ່ມ​ຮັບໃຊ້​ຢູ່​ເບເທນ​ໃນ​ບຸກ​ລິນ​ໃນ​ປີ 1945. ຫຼາຍ​ປີ​ຕໍ່​ມາ ລາວ​ໄດ້​ແຕ່ງ​ດອງ​ກັບ​ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ເບເທນ​ນັ້ນ. ເຂົາ​ເຈົ້າ​ຮັບໃຊ້​ນຳ​ກັນ​ເປັນ​ເວລາ​ຫຼາຍ​ປີ. ແຕ່​ໃນ​ປີ 1976 ຜົວ​ຂອງ​ລາວ​ບໍ່​ສະບາຍ​ແຮງ. ພີ່ນ້ອງ​ຍິງ​ຄົນ​ນີ້​ເວົ້າ​ວ່າ ເມື່ອ​ຜົວ​ຂອງ​ຂ້ອຍ​ໃກ້​ຈະ​ຕາຍ ລາວ​ໃຫ້​ຄຳ​ແນະນຳ​ດີໆບາງ​ຢ່າງ​ເພື່ອ​ຂ້ອຍ​ຈະ​ຮັບ​ມື​ກັບ​ການ​ເປັນ​ໝ້າຍ​ໄດ້. ຜົວ​ຂ້ອຍ​ເວົ້າ​ວ່າ: “ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ຊີວິດ​ຄູ່. ຫຼາຍ​ຄົນ​ບໍ່​ເຄີຍ​ເຈິ​ແບບ​ນີ້.” ແຕ່​ລາວ​ເຕືອນ​ຂ້ອຍ​ວ່າ: “ຢ່າ​ຈົມ​ຢູ່​ແຕ່​ກັບ​ອະດີດ ເຖິງ​ວ່າ​ຄວາມ​ຊົງ​ຈຳ​ດີໆຂອງ​ເຈົ້າ​ຈະ​ຍັງ​ມີ​ຢູ່. ເວລາ​ຈະ​ຊ່ອຍ​ເຈົ້າ​ໃຫ້​ຮູ້ສຶກ​ດີ​ຂຶ້ນ. ຢ່າ​ທໍ້​ໃຈ​ຫຼາຍ​ເກີນ​ໄປ​ແລະ​ຢ່າ​ເສຍໃຈ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຈົ້າ. ແຕ່​ໃຫ້​ດີ​ໃຈ​ທີ່​ເຈົ້າ​ມີ​ຄວາມ​ສຸກ​ແລະ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ. ອີກ​ຈັກ​ໜ້ອຍ ເຈົ້າ​ຈະ​ເຫັນ​ວ່າ​ຄວາມ​ຊົງ​ຈຳ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ. ຄວາມ​ຊົງ​ຈຳເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ.” ນີ້​ເປັນ​ຄຳ​ແນະນຳ​ທີ່​ດີ​ແທ້ໆ.

8. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ຄຳ​ແນະນຳ​ຂອງ​ຜົວ?

8 ພີ່ນ້ອງ​ຍິງ​ຄົນ​ນີ້​ເຮັດ​ຕາມ​ທີ່​ຜົວ​ແນະນຳ. ລາວ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຈົນ​ຮອດ​ມື້​ທີ່​ລາວ​ຕາຍ​ຕອນ​ອາຍຸ 92 ປີ. ສອງ​ສາມ​ປີ​ກ່ອນ​ລາວ​ຕາຍ ພີ່ນ້ອງ​ຍິງ​ຜູ້​ນີ້​ເວົ້າ​ວ່າ: “ເມືອ​ເບິ່ງ​ຄືນ​ຫຼັງ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ເຕັມ​ເວລາ​ຫຼາຍ​ກວ່າ 63 ປີ ຂ້ອຍ​ເວົ້າ​ໄດ້​ເລີຍ​ວ່າ​ຊີວິດ​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.” ຍ້ອນ​ຫຍັງ​ລາວ​ຈຶ່ງ​ມີ​ຄວາມ​ສຸກ? ລາວ​ເວົ້າ​ວ່າ: “ສິ່ງ​ທີ່​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ ແມ່ນ​ສັງຄົມ​ພີ່ນ້ອງ​ຢູ່​ທົ່ວ​ໂລກ​ແລະ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ນຳ​ກັນ​ກັບ​ພີ່ນ້ອງ​ຊາຍ​ຍິງ​ໃນ​ໂລກ​ທີ່​ເປັນ​ສວນ​ທີ່​ສວຍ​ງາມ ຮັບໃຊ້​ພະ​ເຢໂຫວາ​ຜູ້​ສ້າງ​ອົງ​ຍິ່ງໃຫຍ່​ເຊິ່ງ​ເປັນ​ພະເຈົ້າ​ທ່ຽງ​ແທ້​ອົງ​ດຽວ​ຕະຫຼອດ​ໄປ.” * ນີ້​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆຂອງ​ຜູ້​ທີ່​ເບິ່ງ​ໄປ​ທີ່​ອະນາຄົດ!

ການ​ຄຽດ​ໃຫ້​ຄົນ​ອື່ນ​ເປັນ​ກັບດັກ

9. ຕາມ​ພວກເລວີ 19:18 ມັນ​ຍາກ​ທີ່​ຈະ​ເຊົາ​ຄຽດ ເມື່ອ​ຜູ້​ທີ່​ເຮັດ​ບໍ່​ດີ​ຕໍ່​ເຮົາ​ແມ່ນ​ໃຜ?

9 ອ່ານ​ພວກເລວີ 19:18. * ຫຼາຍ​ເທື່ອ​ເຮົາ​ຮູ້ສຶກ​ວ່າ​ມັນ​ຍາກ​ທີ່​ຈະ​ເຊົາ​ຄຽດ​ເມື່ອ​ຜູ້​ທີ່​ເຮັດ​ບໍ່​ດີ​ໃຫ້​ເຮົາ​ເປັນ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ ເປັນ​ໝູ່​ສະໜິດ ຫຼື​ເປັນ​ຍາດ​ພີ່ນ້ອງ. ຕົວຢ່າງ​ເຊັ່ນ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຖືກ​ພີ່ນ້ອງ​ຍິງ​ອີກ​ຄົນໜຶ່ງ​ຕູ່​ວ່າ​ລັກ​ເງິນ​ລາວ. ຕໍ່​ມາ ພີ່ນ້ອງ​ຍິງ​ຄົນ​ນັ້ນ​ກໍ​ຂໍໂທດ ແຕ່​ພີ່ນ້ອງ​ທີ່​ຖືກ​ຕູ່​ວ່າ​ລັກ​ເງິນ​ຍັງ​ບໍ່​ເຊົາ​ຄຽດ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ນັ້ນ​ແລະ​ຍັງ​ຄິດ​ເຖິງ​ເລື່ອງ​ທີ່​ເກີດ​ຂຶ້ນ. ເຈົ້າ​ເຄີຍ​ຮູ້ສຶກ​ແບບ​ນັ້ນ​ບໍ? ເຖິງ​ວ່າ​ເຮົາ​ຈະ​ບໍ່​ເຄີຍ​ຕົກ​ຢູ່​ໃນ​ສະພາບການ​ແບບ​ນັ້ນ ແຕ່​ພວກ​ເຮົາ​ສ່ວນ​ຫຼາຍ​ຄື​ຊິ​ເຄີຍ​ຄຽດ​ໃຫ້​ບາງ​ຄົນ​ແລະ​ຮູ້ສຶກ​ວ່າ​ບໍ່​ມີ​ທາງ​ທີ່​ເຮົາ​ຈະ​ເຊົາ​ຄຽດ​ໃຫ້​ຜູ້​ນັ້ນ​ໄດ້.

10. ສິ່ງ​ໃດ​ຈະ​ຊ່ອຍ​ໄດ້​ເມື່ອ​ເຮົາ​ຄຽດ​ໃຫ້​ບາງ​ຄົນ?

10 ສິ່ງ​ໃດ​ຈະ​ຊ່ອຍ​ໄດ້​ເມື່ອ​ເຮົາ​ຄຽດ​ໃຫ້​ບາງ​ຄົນ? ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ. ເພິ່ນ​ຮູ້​ກ່ຽວ​ກັບ​ທຸກ​ຢ່າງ​ທີ່​ເຮົາ​ເຈິ ລວມ​ເຖິງ​ສິ່ງ​ບໍ່​ດີ​ທີ່​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ. (ຮຣ. 4:13) ເມື່ອ​ເຮົາ​ທຸກ​ໃຈ ພະ​ເຢໂຫວາ​ກໍ​ທຸກ​ໃຈ​ຄື​ກັນ. (ເອຊາ. 63:9) ເພິ່ນ​ສັນຍາ​ວ່າ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ຕ່າງໆທີ່​ເກີດ​ຈາກ​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ເຈິ.—ພນມ. 21:3, 4

11. ເມື່ອ​ເຮົາ​ເຊົາ​ຄຽດ​ໃຫ້​ຄົນ​ອື່ນ ມັນ​ຈະ​ເປັນ​ຜົນ​ດີ​ຕໍ່​ເຮົາ​ແນວ​ໃດ?

11 ນອກ​ຈາກ​ນັ້ນ ເຮົາ​ຍັງ​ຢາກ​ຈື່​ໄວ້​ຄື​ກັນ​ວ່າ​ເມື່ອ​ເຮົາ​ເຊົາ​ຄຽດ​ໃຫ້​ຄົນ​ອື່ນ ມັນ​ກໍ​ຈະ​ເປັນ​ຜົນ​ດີ​ຕໍ່​ເຮົາ. ນີ້​ແມ່ນ​ສິ່ງ​ທີ່​ພີ່ນ້ອງ​ຍິງ​ທີ່​ຖືກ​ຕູ່​ວ່າ​ລັກ​ເງິນ​ໄດ້​ຮຽນ​ຮູ້ ແລະ​ຕໍ່​ມາລາວ​ກໍ​ເຊົາ​ຄຽດ​ໃຫ້​ພີ່ນ້ອງ​ຜູ້​ນັ້ນ. ລາວ​ສຳນຶກ​ວ່າ​ຖ້າລາວ​ຍົກ​ໂທດ​ໃຫ້​ຄົນ​ອື່ນ ພະ​ເຢໂຫວາ​ກໍ​ຈະ​ຍົກ​ໂທດ​ໃຫ້​ລາວ​ຄື​ກັນ. (ມທ. 6:14) ລາວ​ຮູ້​ວ່າ​ສິ່ງ​ທີ່​ພີ່ນ້ອງ​ຜູ້​ນັ້ນ​ເຮັດ​ໃຫ້​ລາວ​ແມ່ນ​ບໍ່​ຖືກ ແຕ່​ລາວ​ກໍ​ເລືອກ​ທີ່​ຈະເຊົາ​ຄຽດ​ໃຫ້​ພີ່ນ້ອງ​ຜູ້​ນັ້ນ. ຜົນ​ກໍ​ຄື ລາວ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ສາມາດ​ຈົດຈໍ່​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

ການ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ເປັນ​ກັບດັກ

12. ເຮົາ​ຮຽນ​ຫຍັງ​ຈາກ 1 ໂຢຮັນ 3:19, 20?

12 ອ່ານ 1 ໂຢຮັນ 3:19, 20. ການ​ຮູ້ສຶກ​ຜິດ​ເປັນ​ເລື່ອງ​ປົກກະຕິ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ຮູ້ສຶກ​ຜິດ​ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ກ່ອນ​ຮຽນ​ຄຳພີ​ໄບເບິນ. ບາງ​ຄົນ​ຮູ້ສຶກ​ຜິດ​ຍ້ອນ​ວ່າ​ໄດ້​ເຮັດ​ຜິດ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ. (ຣມ. 3:23) ແນ່ນອນ​ວ່າ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແຕ່ “ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍໆ.” (ຢກບ. 3:2; ຣມ. 7:21-23) ເຖິງ​ວ່າ​ເຮົາ​ບໍ່​ມັກ​ທີ່​ໂຕ​ເອງ​ຮູ້ສຶກ​ຜິດ ແຕ່​ມັນ​ກໍ​ດີ​ສຳລັບ​ເຮົາ. ຍ້ອນ​ຫຍັງ? ຍ້ອນ​ວ່າ​ການ​ຮູ້ສຶກ​ຜິດ​ສາມາດ​ກະຕຸ້ນ​ເຮົາ​ໃຫ້​ປ່ຽນ​ແປງ​ໂຕ​ເອງ​ແລະ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ເຮັດ​ຜິດ​ຊ້ຳ​ອີກ.—ຮຣ. 12:12, 13

13. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ?

13 ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ ນັ້ນ​ຄື​ເຮົາ​ຍັງ​ຮູ້ສຶກ​ຜິດ​ຢູ່​ຫຼັງ​ຈາກ​ທີ່​ໄດ້​ກັບ​ໃຈ​ແລະ​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແລ້ວ​ວ່າ​ເພິ່ນ​ຍົກ​ໂທດ​ໃຫ້​ເຮົາ. ການ​ຮູ້ສຶກ​ຜິດ​ແບບ​ນີ້​ເປັນ​ອັນຕະລາຍ. (ເພງ. 31:10; 38:3, 4) ຍ້ອນ​ຫຍັງ? ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຍິງ​ຄົນໜຶ່ງ​ທີ່​ຍັງ​ຮູ້ສຶກ​ຜິດ​ກ່ຽວ​ກັບ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ແຕ່​ກີ້. ລາວ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ຮັບໃຊ້​ພະເຢໂຫວາ​ເອົາ​ແທ້​ເອົາ​ວ່າ ເພາະ​ຂ້ອຍ​ຄື​ຊິ​ບໍ່​ລອດ​ດອກ.” ພວກ​ເຮົາ​ຫຼາຍ​ຄົນ​ອາດ​ຈະ​ຮູ້ສຶກ​ຄື​ກັບ​ພີ່ນ້ອງ​ຍິງ​ຄົນ​ນີ້. ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ ເພາະ​ຖ້າ​ເຮົາ​ຮູ້ສຶກ​ແບບ​ນັ້ນ ຊາຕານ​ຈະ​ດີ​ໃຈ​ເອົາ​ແທ້​ເອົາ​ວ່າ​ທີ່​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ເຖິງ​ວ່າ​ເພິ່ນ​ໄດ້​ຍົກ​ໂທດ​ໃຫ້​ເຮົາ​ແລ້ວ.—ສົມ​ທຽບ​ກັບ 2 ໂກຣິນໂທ 2:5-7, 11

14. ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ຍົກ​ໂທດ​ໃຫ້​ເຮົາ?

14 ແຕ່​ເຮົາ​ອາດ​ສົງໄສ​ວ່າ ‘ຂ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ຂ້ອຍ​ແລ້ວ?’ ທີ່​ຈິງ ຖ້າ​ເຈົ້າ​ຖາມ​ແບບ​ນີ້​ກໍ​ສະແດງ​ວ່າ​ພະ​ເຢໂຫວາ​ສາມາດ​ຍົກ​ໂທດ​ໃຫ້​ເຈົ້າ​ໄດ້. ຫໍສັງເກດການ 15 ກຸມພາ 1954 ໜ້າ 123 ເວົ້າ​ວ່າ: “ເຮົາ [ອາດ] ເຫັນ​ວ່າ​ໂຕ​ເອງ​ລົ້ມ​ພາດ​ຫຼາຍ​ເທື່ອ​ແລະ​ກັບ​ໄປ​ເຮັດ​ນິດໄສ​ທີ່​ບໍ່​ດີ​ບາງ​ຢ່າງ​ຫຼາຍ​ກວ່າ​ທີ່​ເຮົາ​ໄດ້​ຄິດ ເຊິ່ງ​ສິ່ງ​ເຫຼົ່າ​ນີ້​ເຄີຍ​ຝັງ​ຮາກ​ເລິກ​ຢູ່​ໃນ​ຮູບ​ແບບ​ຊີວິດ​ເກົ່າ​ຂອງ​ເຮົາ. . . . ຢ່າ​ໝົດ​ຫວັງ. ຢ່າ​ຟ້າວ​ສະຫຼຸບ​ວ່າ​ເຈົ້າ​ໄດ້​ເຮັດ​ຜິດ​ບາງ​ຢ່າງ​ຈົນ​ພະ​ເຢໂຫວາ​ບໍ່​ສາມາດ​ຍົກ​ໂທດ​ໃຫ້​ໄດ້. ຊາຕານ​ຢາກ​ໃຫ້​ເຈົ້າ​ຄຶດ​ແບບ​ນັ້ນ. ການ​ທີ່​ເຈົ້າ​ຮູ້ສຶກ​ເສຍໃຈ​ແລະ​ບໍ່​ພໍ​ໃຈ​ໃຫ້​ໂຕ​ເອງ​ແບບ​ນັ້ນ​ກໍ​ສະແດງ​ວ່າ​ເຈົ້າ​ບໍ່​ໄດ້​ເຈີດ​ອອກ​ໄປ​ໄກ​ໂພດ. ໃຫ້​ກັບ​ມາ​ຫາ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ ອະທິດຖານ​ຂໍໃຫ້​ເພິ່ນ​ຍົກ​ໂທດ​ໃຫ້​ແລະ​ຂໍ​ໃຫ້​ເຈົ້າ​ຮູ້ສຶກ​ດີ​ຂຶ້ນ​ກ່ຽວ​ກັບ​ໂຕ​ເອງ​ແລະ​ໃຫ້​ເພິ່ນ​ຊ່ອຍ​ເຈົ້າ. ໃຫ້​ເຂົ້າ​ຫາ​ພະເຈົ້າ​ຄື​ກັບລູກ​ເຂົ້າ​ຫາ​ພໍ່​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໃນ​ຍາມ​ທີ່​ລຳບາກ ບໍ່​ວ່າ​ຈະ​ຂໍ​ຫຼາຍ​ເທື່ອ​ແລ້ວ​ຍ້ອນ​ຂໍ້​ຜິດ​ພາດ​ອັນ​ເກົ່າ​ນັ້ນ​ກໍຕາມ ແລ້ວ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຈົ້າ​ເພາະ​ເພິ່ນ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່.”

15-16. ບາງ​ຄົນ​ຮູ້ສຶກ​ແນວ​ໃດ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ແລ້ວ?

15 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຫຼາຍ​ຄົນ​ຮູ້ສຶກ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ແລ້ວ. ຕົວຢ່າງ​ເຊັ່ນ: ໃນ​ຫຼາຍ​ປີ​ກ່ອນ​ມີ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຢູ່​ໃນ​ບົດ​ຄວາມ​ຊຸດ “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ.” ໃນ​ບົດ​ຄວາມ​ນັ້ນ ລາວ​ເວົ້າ​ວ່າ ຍ້ອນ​ຂ້ອຍ​ເຄີຍ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແຕ່​ກີ້ ມັນ​ຈຶ່ງ​ຍາກ​ຫຼາຍ​ທີ່​ຂ້ອຍ​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ. ລາວ​ຍັງ​ຮູ້ສຶກ​ແບບ​ນັ້ນ​ເປັນ​ເວລາ​ຫຼາຍ​ປີ​ຫຼັງ​ຈາກ​ຮັບ​ບັບເຕມາ​ແລ້ວ. ແຕ່​ເມື່ອ​ລາວ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ຄ່າໄຖ່ ມັນ​ຊ່ອຍ​ລາວ​ໃຫ້​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ລາວ. *

16 ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ນີ້​ຊ່ອຍ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ແນວ​ໃດ? ພີ່ນ້ອງ​ຊາຍ​ຄົນ​ນີ້​ຂຽນ​ວ່າ: “ຕອນ​ຂ້ອຍ​ຍັງ​ໜຸ່ມ ຂ້ອຍ​ມັກ​ເບິ່ງ​ຮູບ​ໂປ້ ແລະ​ມັນ​ຍາກ​ຫຼາຍ​ທີ່​ຂ້ອຍ​ຈະ​ເຊົາ​ເບິ່ງ. ບໍ່​ດົນ​ມາ​ນີ້ ຂ້ອຍ​ໄດ້​ກັບ​ໄປ​ເບິ່ງ​ອີກ. ຂ້ອຍຂໍໃຫ້​ຜູ້​ດູ​ແລ​ຊ່ອຍ ແລະ​ຂ້ອຍ​ກໍ​ເລີ່ມ​ເອົາ​ຊະນະ​ບັນຫາ​ນີ້​ໄດ້. ຜູ້​ດູ​ແລ​ຊ່ອຍ​ຂ້ອຍ​ໃຫ້​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກຂ້ອຍ​ແລະ​ເພິ່ນ​ຢາກ​ຍົກ​ໂທດ​ໃຫ້​ຂ້ອຍ. ແຕ່​ບາງ​ເທື່ອ​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ໂຕ​ເອງ​ບໍ່​ມີ​ຄ່າ​ແລະ​ບໍ່​ມີ​ທາງ​ທີ່​ພະ​ເຢໂຫວາ​ຈະ​ຮັກ​ຂ້ອຍ. ການ​ອ່ານ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ນີ້​ຊ່ອຍ​ຂ້ອຍ​ໄດ້​ຫຼາຍ. ຕອນ​ນີ້​ຂ້ອຍ​ເຂົ້າ​ໃຈ​ແລ້ວ ເມື່ອ​ຂ້ອຍ​ຄິດ​ວ່າ​ບໍ່​ມີ​ທາງ​ທີ່​ພະ​ເຢໂຫວາ​ຈະ​ຍົກ​ໂທດ​ໃຫ້​ຂ້ອຍ ນັ້ນ​ສ່ຳກັບ​ຂ້ອຍ​ເຊື່ອ​ວ່າ​ຄ່າໄຖ່​ຂອງ​ລູກ​ຊາຍ​ເພິ່ນ​ບໍ່​ມີ​ຄ່າ​ພຽງ​ພໍ​ທີ່​ຈະ​ປົກ​ປິດ​ຄວາມ​ຜິດ​ຂອງ​ຂ້ອຍ​ໄດ້​ເລີຍ. ຂ້ອຍ​ຕັດ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ນີ້​ໄວ້ ເພື່ອ​ຂ້ອຍ​ຈະ​ສາມາດ​ອ່ານ​ແລະ​ຄິດ​ຄັກໆຕອນ​ທີ່​ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຂ້ອຍ.”

17. ສິ່ງ​ໃດ​ຊ່ອຍ​ໂປໂລ​ບໍ່​ໃຫ້​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ?

17 ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ອັກຄະສາວົກ​ໂປໂລ. ກ່ອນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ໂປໂລ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ​ຢ່າງ. ໂປໂລ​ຈື່​ສິ່ງ​ທີ່​ລາວ​ເຄີຍ​ເຮັດ ແຕ່​ລາວ​ບໍ່​ໄດ້​ໃຫ້​ຊີວິດ​ຈົມ​ຢູ່​ກັບ​ສິ່ງ​ນັ້ນ. (1 ຕມ. 1:12-15) ລາວ​ຖື​ວ່າ​ຄ່າໄຖ່​ເປັນ​ຂອງ​ຂວັນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ເປັນ​ສ່ວນ​ຕົວ. (ຄລຕ. 2:20) ດັ່ງ​ນັ້ນ ໂປໂລ​ຈຶ່ງ​ບໍ່​ໄດ້​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ ແຕ່​ລາວ​ຈົດຈໍ່​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຈົນ​ສຸດ​ຄວາມ​ສາມາດ.

ເບິ່ງ​ໄປ​ທີ່​ອະນາຄົດ

ໃຫ້​ເຮົາ​ຕັ້ງ​ໃຈ​ເບິ່ງ​ໄປ​ທີ່​ອະນາຄົດ (ເບິ່ງ​ຂໍ້ 18-19) *

18. ເຮົາ​ຮຽນ​ຫຍັງ​ໃນ​ບົດ​ນີ້?

18 ເຮົາ​ຮຽນ​ຫຍັງ​ຈາກ​ການ​ເບິ່ງ​ກັບດັກ 3 ຢ່າງ​ໃນ​ບົດ​ນີ້? ເຮົາ​ໄດ້​ຮຽນ​ວ່າ (1) ຄວາມ​ຊົງ​ຈຳເປັນ​ຂອງ​ຂວັນ​ຢ່າງ​ໜຶ່ງ​ຈາກ​ພະ​ເຢໂຫວາ. ບໍ່​ວ່າ​ຊີວິດ​ແຕ່​ກີ້​ຈະ​ດີ​ສ່ຳ​ໃດກໍ​ຕາມ ແຕ່​ຊີວິດ​ໃນ​ໂລກ​ໃໝ່​ຈະ​ດີ​ກວ່າ​ແນ່ນອນ. (2) ຄົນ​ອື່ນ​ອາດ​ເຮັດ​ໃຫ້​ເຮົາ​ເສຍໃຈ ແຕ່​ເມື່ອ​ເຮົາ​ເລືອກ​ທີ່​ຈະ​ຍົກ​ໂທດ​ໃຫ້​ລາວ ເຮົາ​ກໍ​ຈະ​ສາມາດ​ຈົດຈໍ່​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ. (3) ການ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ເຮັດ​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ແບບ​ບໍ່​ມີ​ຄວາມ​ສຸກ. ຄື​ກັບ​ໂປໂລ ເຮົາ​ຕ້ອງ​ເຊື່ອ​ວ່າ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ເຮົາ​ແລ້ວ.

19. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ໃນ​ໂລກ​ໃໝ່​ເຮົາ​ຈະ​ບໍ່​ຈື່​ສິ່ງ​ຕ່າງໆທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ?

19 ເຮົາ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ໃນ​ໂລກ​ໃໝ່​ເຮົາ​ຈະ​ບໍ່​ຈື່​ສິ່ງ​ຕ່າງໆທີ່​ເຮັດ​ໃຫ້​ເຮົາ​ເສຍໃຈ. ເມື່ອ​ຮອດ​ເວລາ​ນັ້ນ ຄຳພີ​ໄບເບິນ​ເວົ້າ​ວ່າ: “ຈະ​ບໍ່​ມີ​ໃຜ . . . ຄິດ​ເຖິງ​ສິ່ງ​ທີ່​ຜ່ານ​ມາ​ອີກ​ເລີຍ.” (ເອຊາ. 65:17, ລ.ມ.) ບາງ​ຄົນ​ຮັບໃຊ້​ພະ​ເຢໂຫວາ​ຈົນ​ເຖົ້າ ແຕ່​ໃນ​ໂລກ​ໃໝ່​ເຂົາ​ເຈົ້າ​ຈະ​ໜຸ່ມ​ຄືນ​ອີກ. (ໂຢບ 33:25) ດັ່ງ​ນັ້ນ ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ຈົມ​ຢູ່​ກັບ​ຊີວິດ​ໃນ​ອະດີດ ແຕ່​ໃຫ້​ເຮົາ​ເບິ່ງ​ໄປ​ທີ່​ອະນາຄົດ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ຕັ້ງ​ແຕ່​ຕອນ​ນີ້​ເພື່ອ​ເຮົາ​ຈະ​ໄດ້​ຢູ່​ຫັ້ນ.

ເພງ 142 ຍຶດ​ໝັ້ນ​ກັບ​ຄວາມ​ຫວັງ​ຂອງ​ເຮົາ

^ ຂໍ້ 5 ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ຄິດ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຊີວິດ ແຕ່​ເຮົາ​ກໍ​ບໍ່​ຢາກ​ຈົມ​ຢູ່​ກັບ​ອະດີດ​ຈົນ​ເຊົາ​ເຮັດ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ໃນ​ຕອນ​ນີ້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ຫຼື​ລືມ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ໃນ​ບົດ​ນີ້​ເຮົາຈະ​ເວົ້າ​ເຖິງ​ກັບດັກ 3 ຢ່າງ​ທີ່​ສາມາດ​ເຮັດ​ໃຫ້​ເຮົາ​ຈົມ​ຢູ່​ແຕ່​ກັບ​ອະດີດ. ເຮົາ​ຈະ​ເບິ່ງ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແລະ​ຕົວຢ່າງ​ຂອງ​ພີ່ນ້ອງ​ໃນ​ປັດຈຸບັນ​ຊ່ອຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ຕົກ​ລົງ​ໄປ​ໃນ​ກັບດັກ​ເຫຼົ່າ​ນີ້.

^ ຂໍ້ 2 ສຸພາສິດ 4:25 (ລ.ມ.): “ໃຫ້​ຕາ​ຂອງ​ລູກ​ເບິ່ງ​ຊື່​ໄປ ແລະ​ແນມ​ເບິ່ງ​ສິ່ງ​ທີ່​ຢູ່​ທາງ​ໜ້າ”

^ ຂໍ້ 4 ການ​ອະທິບາຍ​ສຳນວນ: ໃນ​ບົດ​ນີ້ ຄຳ​ວ່າ “ຈົມ​ຢູ່​ແຕ່​ກັບ​ອະດີດ” ໝາຍ​ເຖິງ​ການ​ຄິດ​ເຖິງ​ແຕ່​ເລື່ອງ​ໃນ​ອະດີດ ເວົ້າ​ຮອດ​ແຕ່​ເລື່ອງ​ນັ້ນ​ຕະຫຼອດ ຄິດ​ເຖິງ​ແຕ່​ເລື່ອງ​ນັ້ນ ຫຼື​ຄິດ​ວ່າ​ຊີວິດ​ໃນ​ຕອນ​ນັ້ນ​ດີ​ກວ່າ​ຕອນ​ນີ້.

^ ຂໍ້ 5 ຜູ້​ເທສະໜາ​ປ່າວ​ປະກາດ 7:10 (ລ.ມ.): “ຢ່າ​ຖາມ​ວ່າ ‘ເປັນ​ຫຍັງ​ແຕ່​ກີ້​ດີ​ກວ່າ​ດຽວ​ນີ້?’ ເພາະ​ຖາມ​ແບບ​ນີ້​ບໍ່​ສະຫຼາດ​ເລີຍ.”

^ ຂໍ້ 8 ເບິ່ງ​ຫໍສັງເກດການ 1 ກໍລະກົດ 2004 ໜ້າ 23-29 (ບໍ່​ມີ​ໃນ​ພາສາ​ລາວ)

^ ຂໍ້ 9 ພວກເລວີ 19:18 (ລ.ມ.): “ຢ່າ​ແກ້ແຄ້ນ​ຫຼື​ຜູກ​ໃຈ​ເຈັບ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ໃຫ້​ຮັກ​ຄົນ​ອື່ນ​ຄື​ຮັກ​ໂຕ​ເອງ. ເຮົາ​ແມ່ນ​ເຢໂຫວາ.”

^ ຂໍ້ 15 ເບິ່ງ​ຫໍສັງເກດການ 1 ສິງຫາ 2011 ໜ້າ 20-21 (ບໍ່​ມີ​ໃນ​ພາສາ​ລາວ)

^ ຂໍ້ 61 ຄຳ​ອະທິບາຍ​ຮູບ: ການ​ຄິດ​ວ່າ​ອະດີດ​ດີ​ກວ່າ ການ​ຄຽດ​ໃຫ້​ຄົນ​ອື່ນ ແລະ​ການ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ເປັນ​ຄື​ກັບ​ເຄື່ອງ​ໜັກໆທີ່​ເຮົາ​ດຶງ​ໄປ​ນຳ​ເຊິ່ງ​ຂັດ​ຂວາງ​ເຮົາ​ໄວ້​ບໍ່​ໃຫ້​ຍ່າງ​ໄປ​ທາງ​ໜ້າ​ໃນ​ຫົນ​ທາງ​ທີ່​ພາ​ໄປ​ສູ່​ຊີວິດ.

^ ຂໍ້ 68 ຄຳ​ອະທິບາຍ​ຮູບ: ຫຼັງ​ຈາກ​ທີ່​ເຮົາ​ປ່ອຍ​ຄວາມ​ຮູ້ສຶກ​ທີ່​ໜັກ​ອົກ​ໜັກ​ໃຈ​ເຫຼົ່າ​ນີ້ ເຮົາ​ຈະ​ຮູ້ສຶກ​ໂລ່ງ​ໃຈ ມີ​ຄວາມ​ສຸກ ແລະ​ໄດ້​ກຳລັງ​ກັບ​ຄືນ​ມາ​ອີກ. ຈາກ​ນັ້ນ ເຮົາ​ຈະ​ສາມາດ​ເບິ່ງ​ໄປ​ທີ່​ອະນາຄົດ.