ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 51

ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ທໍ້​ໃຈ

ພະ​ເຢໂຫວາ​ຊ່ວຍ​ຄົນ​ທີ່​ທໍ້​ໃຈ

“ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະ​ຫຼາຍ ພະອົງ​ຊ່ວຍ​ຄົນ​ທີ່​ທໍ້​ໃຈ.”—ເພງ. 34:18, ລ.ມ., ໄຂ​ເງື່ອນ

ເພງ 30 ພະອົງ​ເປັນ​ພະເຈົ້າ ເປັນ​ພໍ່​ແລະ​ເພື່ອນ​ຂອງ​ຂ້ອຍ

ໃຈ​ຄວາມ​ສຳຄັນ *

1-2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ບາງ​ເທື່ອ​ເຮົາ​ອາດ​ຈະ​ຄິດ​ວ່າ​ຊີວິດ​ຂອງ​ຄົນ​ເຮົາ​ສັ້ນ​ແລະ “ມີ​ແຕ່​ຄວາມ​ລຳບາກ.” (ໂຢບ 14:1) ນີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້​ໃຈ. ຜູ້​ຮັບໃຊ້​ພະ​ເຢໂຫວາ​ສະໄໝ​ກ່ອນ​ກໍ​ຮູ້ສຶກ​ແບບ​ນີ້ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຢາກ​ຕາຍ. (1 ກະ. 19:2-4; ໂຢບ 3:1-3, 11; 7:15, 16) ແຕ່​ພະ​ເຢໂຫວາ​ກໍ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ສະເໝີ. ເລື່ອງ​ຂອງ​ເຂົາ​ເຈົ້າ​ຂຽນ​ໄວ້​ເພື່ອ​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ສອນ​ເຮົາ.—ຣມ. 15:4

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ເລື່ອງ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ທີ່​ອົດ​ທົນ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ທໍ້​ໃຈ ຄົນ​ເຫຼົ່າ​ນັ້ນ​ແມ່ນ: ໂຢເຊັບ​ລູກ​ຂອງ​ຢາໂຄບ ນາໂອມີ​ທີ່​ເປັນ​ແມ່​ໝ້າຍ ຣຸດ​ທີ່​ເປັນ​ລູກໃພ້​ຂອງ​ນາໂອມີ ຄົນ​ເລວີ​ຜູ້​ຂຽນ​ຄຳເພງ​ບົດ 73 ແລະ​ອັກຄະສາວົກ​ເປໂຕ. ພະ​ເຢໂຫວາ​ໄດ້​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ແນວ​ໃດ ແລະ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເຂົາ​ເຈົ້າ? ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ “ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະ​ຫຼາຍ” ແລະ​ເພິ່ນ “ຊ່ວຍ​ຄົນ​ທີ່​ທໍ້​ໃຈ.”—ເພງ. 34:18, ລ.ມ., ໄຂ​ເງື່ອນ

ໂຢເຊັບ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ

3-4. ເກີດ​ຫຍັງ​ຂຶ້ນ​ກັບ​ໂຢເຊັບ​ຕອນ​ທີ່​ລາວ​ຍັງ​ເປັນ​ໄວ​ລຸ້ນ?

3 ຕອນ​ທີ່​ໂຢເຊັບ​ອາຍຸ 17 ປີ ພະເຈົ້າ​ໄດ້​ເຮັດ​ໃຫ້​ລາວ​ຝັນ 2 ເລື່ອງ. ຄວາມ​ຝັນ​ນັ້ນ​ບອກ​ໃຫ້​ຮູ້​ວ່າ​ລາວ​ຈະ​ກາຍ​ເປັນ​ຄົນ​ສຳຄັນ​ທີ່​ທຸກ​ຄົນ​ໃນ​ຄອບຄົວ​ຕ້ອງ​ນັບຖື. (ຕົ້ນ. 37:5-10) ຫຼັງ​ຈາກ​ທີ່​ລາວ​ຝັນ​ໄດ້​ບໍ່​ດົນ ຊີວິດ​ລາວ​ກໍ​ເຈິ​ກັບ​ສິ່ງ​ທີ່​ບໍ່​ດີ​ເຊິ່ງ​ຕອນ​ນັ້ນ​ພວກ​ອ້າຍ​ບໍ່​ໄດ້​ນັບຖື​ລາວ​ເລີຍ. ເຂົາ​ເຈົ້າ​ຂາຍ​ລາວ​ແລະ​ລາວ​ກາຍ​ມາ​ເປັນ​ທາດ​ຢູ່​ເຮືອນ​ຂອງ​ນາຍ​ທະຫານ​ຄົນ​ເອຢິບ​ທີ່​ຊື່​ໂປຕີຟາ. (ຕົ້ນ. 37:21-28) ຊີວິດ​ຂອງ​ໂຢເຊັບ​ໄດ້​ປ່ຽນ​ໄປ​ທັນທີ ຈາກ​ທີ່​ເຄີຍ​ເປັນ​ລູກ​ທີ່​ພໍ່​ຮັກ​ກໍ​ກາຍ​ມາ​ເປັນ​ທາດ​ທີ່​ບໍ່​ສຳຄັນ​ອີ່ຫຍັງ​ເລີຍ​ຢູ່​ໃນ​ເອຢິບ ແລະ​ເຮັດ​ວຽກ​ໃຫ້​ກັບ​ຄົນ​ທີ່​ບໍ່​ໄດ້​ຮູ້ຈັກ​ພະ​ເຢໂຫວາ.—ຕົ້ນ. 39:1

4 ຕໍ່​ຈາກ​ນັ້ນ​ໂຢເຊັບ​ກໍ​ເຈິ​ເລື່ອງ​ທີ່​ຮ້າຍແຮງ​ກວ່າ​ເກົ່າ. ເມຍ​ຂອງ​ໂປຕີຟາ​ກ່າວ​ຫາ​ວ່າ​ໂຢເຊັບ​ພະຍາຍາມ​ຂົ່ມຂືນ​ລາວ. ໂປຕີຟາ​ໄດ້​ເອົາ​ໂຢເຊັບ​ໄປ​ຂັງ​ຄຸກ​ແລະ​ລ່າມ​ໂສ້​ໄວ້​ໂດຍ​ບໍ່​ໄດ້​ກວດ​ເບິ່ງ​ວ່າ​ຄວາມ​ຈິງ​ເປັນ​ແນວ​ໃດ​ແທ້ໆ. (ຕົ້ນ. 39:14-20; ເພງ. 105:17, 18) ລອງ​ຄິດ​ເບິ່ງ​ວ່າ ໂຢເຊັບ​ຈະ​ຮູ້ສຶກ​ແນວ​ໃດ​ທີ່​ຖືກ​ກ່າວ​ຫາ​ວ່າ​ພະຍາຍາມ​ຂົ່ມຂືນ​ເມຍ​ຄົນ​ອື່ນ​ເຊິ່ງ​ຕອນ​ນັ້ນ​ລາວ​ກໍ​ຍັງ​ເປັນ​ໄວ​ລຸ້ນ​ຢູ່ ແລະ​ຂໍ້​ກ່າວ​ຫາ​ນີ້​ອາດ​ຈະ​ເຮັດ​ໃຫ້​ຄົນ​ທີ່​ໄດ້​ຍິນ​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ພະເຈົ້າ​ທີ່​ໂຢເຊັບ​ນັບຖື. ເມື່ອ​ຄິດ​ເຖິງ​ເລື່ອງ​ທັງ​ໝົດ​ນີ້ ໂຢເຊັບ​ຕ້ອງ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ!

5. ໂຢເຊັບ​ໄດ້​ເຮັດ​ຫຍັງ​ເພື່ອ​ບໍ່​ໃຫ້​ຕົວ​ເອງ​ທໍ້​ໃຈ​ຫຼາຍ​ເກີນ​ໄປ?

5 ຕອນ​ທີ່​ໂຢເຊັບ​ເປັນ​ທາດ​ແລະ​ຢູ່​ໃນ​ຄຸກ ລາວ​ບໍ່​ສາມາດ​ເຮັດ​ສິ່ງ​ທີ່​ຈະ​ປ່ຽນ​ແປງ​ສະພາບການ​ຂອງ​ຕົວ​ເອງ​ໄດ້. ແລ້ວ​ອັນ​ໃດ​ຊ່ອຍ​ລາວ​ໃຫ້​ຄິດ​ໃນ​ແງ່​ບວກ? ແທນ​ທີ່​ລາວ​ຈະ​ຄິດ​ເຖິງ​ແຕ່​ສິ່ງ​ທີ່​ລາວ​ເຮັດ​ບໍ່​ໄດ້ ລາວ​ພັດ​ຄິດ​ເຖິງ​ສິ່ງ​ທີ່​ລາວ​ສາມາດ​ເຮັດ​ໄດ້ ແລະ​ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ ລາວ​ຄິດ​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ຊ່ອຍ​ໃຫ້​ທຸກ​ສິ່ງ​ທີ່​ໂຢເຊັບ​ເຮັດ​ປະສົບ​ຜົນ​ສຳເລັດ.—ຕົ້ນ. 39:21-23

6. ໂຢເຊັບ​ອາດ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຄວາມ​ຝັນ​ຂອງ​ລາວ​ແນວ​ໃດ?

6 ໂຢເຊັບ​ອາດ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ຄິດ​ເຖິງ​ຄວາມ​ຝັນ​ທີ່​ພະ​ເຢໂຫວາ​ໃຫ້​ລາວ​ຫຼາຍ​ປີ​ກ່ອນ. ຄວາມ​ຝັນ​ນີ້​ເຮັດ​ໃຫ້​ຮູ້​ວ່າ​ລາວ​ອາດ​ຈະ​ໄດ້​ເຫັນ​ຄອບຄົວ​ອີກ ແລະ​ສະພາບການ​ຂອງ​ລາວ​ກໍ​ຈະ​ດີ​ຂຶ້ນ. ແລ້ວ​ສິ່ງ​ນີ້​ກໍ​ເກີດ​ຂຶ້ນ​ແທ້​ຕອນ​ທີ່​ໂຢເຊັບ​ອາຍຸ 37 ປີ ຄວາມ​ຝັນ​ຂອງ​ລາວ​ເກີດ​ຂຶ້ນ​ແບບ​ບໍ່​ໄດ້​ຄາດ​ຄິດ​ເລີຍ!—ຕົ້ນ. 37:7, 9, 10; 42:6, 9

7. ຕາມ 1 ເປໂຕ 5:10 ສິ່ງ​ໃດ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ໄດ້?

7 ບົດຮຽນ​ສຳລັບ​ເຮົາ: ເລື່ອງ​ຂອງ​ໂຢເຊັບ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ ໂລກ​ນີ້​ໂຫດ​ຮ້າຍ​ແລະ​ຜູ້​ຄົນ​ປະຕິບັດ​ກັບ​ເຮົາ​ແບບ​ບໍ່​ຍຸຕິທຳ. ແມ່ນ​ແຕ່​ພີ່ນ້ອງ​ກໍ​ອາດ​ຈະ​ປະຕິບັດ​ກັບ​ເຮົາ​ແບບ​ນັ້ນ​ຄື​ກັນ. ແຕ່​ຖ້າ​ເຮົາ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຫຼື​ເປັນ​ບ່ອນ​ລີ້​ໄພ​ຂອງ​ເຮົາ ເຮົາ​ກໍ​ຈະ​ບໍ່​ຮູ້ສຶກ​ທໍ້​ໃຈ​ຫຼາຍ​ຫຼື​ບໍ່​ເຊົາ​ຮັບໃຊ້​ເພິ່ນ. (ເພງ. 62:6, 7; ອ່ານ 1 ເປໂຕ 5:10) ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ໂຢເຊັບ​ຝັນ​ຕອນ​ທີ່​ລາວ​ອາຍຸ 17 ປີ. ດັ່ງ​ນັ້ນ ພະ​ເຢໂຫວາ​ກໍ​ໄວ້​ໃຈ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທີ່​ເປັນ​ໄວ​ລຸ້ນ​ຄື​ກັນ. ໃນ​ທຸກ​ມື້​ນີ້​ມີ​ຜູ້​ຮັບໃຊ້​ໄວ​ລຸ້ນ​ຫຼາຍ​ຄົນ​ທີ່​ເປັນ​ຄື​ກັບ​ໂຢເຊັບ. ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ຕິດ​ຄຸກ​ຍ້ອນ​ພັກດີ​ຕໍ່​ພະ​ເຢໂຫວາ.—ເພງ. 110:3

ຜູ້​ຍິງ​ສອງ​ຄົນ​ທີ່​ເສຍໃຈ​ຫຼາຍ

8. ເກີດ​ຫຍັງ​ຂຶ້ນ​ກັບ​ນາໂອມີ​ແລະ​ຣຸດ?

8 ຍ້ອນ​ມີ​ການ​ຂາດແຄນ​ອາຫານ​ເປັນ​ເວລາ​ຫຼາຍ​ປີ ນາໂອມີ​ແລະ​ຄອບຄົວ​ຂອງ​ລາວ​ຈຶ່ງ​ຍ້າຍ​ຈາກ​ບ້ານ​ເກີດ​ຢູ່​ເມືອງ​ຢູດາ​ແລ້ວ​ໄປ​ອາໄສ​ຢູ່​ເມືອງ​ໂມອາບ​ແບບ​ຄົນ​ຕ່າງ​ຊາດ. ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ບ່ອນ​ນັ້ນ​ເອລີເມເລກ​ຜົວ​ຂອງ​ລາວ​ກໍ​ຕາຍ​ປະ ເຫຼືອ​ແຕ່​ລາວ​ກັບ​ລູກ​ຊາຍ​ສອງ​ຄົນ. ຕໍ່​ມາ​ລູກ​ຊາຍ​ທັງ​ສອງ​ຄົນ​ກໍ​ແຕ່ງ​ດອງ​ກັບ​ຜູ້​ຍິງ​ໂມອາບ​ທີ່​ຊື່​ຣຸດ​ແລະ​ໂອລາຟາ. ສິບ​ປີ​ຕໍ່​ມາ​ລູກ​ຊາຍ​ທັງ​ສອງ​ຄົນ​ທີ່​ຍັງ​ບໍ່​ມີ​ລູກ​ກໍ​ໄດ້​ຕາຍ​ໄປ​ຄື​ກັນ. (ລຶດ 1:1-5) ລອງ​ຄິດ​ເບິ່ງ​ວ່າ ນາໂອມີ​ແລະ​ລູກໃພ້​ຂອງ​ລາວ​ທັງ​ສອງ​ຄົນ​ຈະ​ຮູ້ສຶກ​ເສຍໃຈ​ຫຼາຍ​ສ່ຳ​ໃດ! ທີ່​ຈິງ ທັງ​ຣຸດ​ແລະ​ໂອລາຟາ​ສາມາດ​ແຕ່ງ​ດອງ​ໃໝ່​ໄດ້. ແຕ່​ໃຜ​ຈະ​ເບິ່ງ​ແຍງ​ນາໂອມີ​ທີ່​ເຖົ້າ​ແລ້ວ? ນາໂອມີ​ຮູ້ສຶກ​ເສຍໃຈ​ຫຼາຍ​ຈົນ​ເວົ້າ​ວ່າ: “ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ. ຈົ່ງ​ເອີ້ນ​ວ່າ​ມາຣາ ເຫດ​ວ່າ​ພະເຈົ້າ​ອົງ​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ​ໄດ້​ໃຫ້​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຂົມ​ໃຈ.” ຫຼັງ​ຈາກ​ນັ້ນ​ນາໂອມີ​ກໍ​ຕັດສິນ​ໃຈ​ກັບ​ໄປ​ເບັດເລເຮັມ​ແລະ​ຣຸດ​ກໍ​ໄປ​ກັບ​ລາວ.—ລຶດ 1:7, 18-20

ພະ​ເຢໂຫວາ​ເຮັດ​ໃຫ້​ນາໂອມີ​ແລະ​ຣຸດ​ເຫັນ​ວ່າ​ເພິ່ນ​ສາມາດ​ຊ່ອຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ເຊົາ​ໂສກ​ເສົ້າ​ແລະ​ມີ​ກຳລັງ​ໃຈ​ໄດ້. ເພິ່ນ​ກໍ​ຈະ​ຊ່ອຍ​ເຈົ້າ​ຄື​ກັນ (ເບິ່ງ​ຂໍ້ 8-13) *

9. ຕາມ​ລຶດ 1:16, 17, 22 ຣຸດ​ໄດ້​ໃຫ້​ກຳລັງ​ໃຈ​ນາໂອມີ​ແນວ​ໃດ?

9 ສິ່ງ​ໃດ​ຊ່ອຍ​ນາໂອມີ​ໃຫ້​ມີ​ກຳລັງ​ໃຈ? ນັ້ນ​ກໍ​ຄື: ຄວາມ​ຮັກ​ທີ່​ໝັ້ນ​ຄົງ. ຕົວຢ່າງ​ເຊັ່ນ: ຣຸດ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ນາໂອມີ​ໂດຍ​ຢູ່​ຄຽງ​ຂ້າງ​ລາວ​ສະເໝີ. (ອ່ານ​ລຶດ 1:16, 17, 22) ຕອນ​ທີ່​ຢູ່​ເບັດເລເຮັມ ຣຸດ​ຕ້ອງ​ອອກ​ໄປ​ເກັບ​ເຂົ້າ​ທີ່​ຕົກ​ຢູ່​ໃນ​ທົ່ງ​ນາ​ເພື່ອ​ລາວ​ກັບ​ນາໂອມີ​ຈະ​ມີ​ເຂົ້າ​ກິນ. ຍ້ອນ​ຣຸດ​ເຮັດ​ແບບ​ນີ້ ຄົນ​ອື່ນ​ຈຶ່ງ​ເຫັນ​ວ່າ​ລາວ​ເປັນ​ຄົນ​ດີ​ແລະ​ເປັນ​ຄົນ​ດຸ​ໝັ່ນ.—ລຶດ 3:11; 4:15

10. ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ທຸກ​ຄື​ກັບ​ນາໂອມີ​ແລະ​ຣຸດ?

10 ພະ​ເຢໂຫວາ​ໃຫ້​ກົດໝາຍ​ກັບ​ຊາດ​ອິດສະຣາເອນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ທຸກ​ຄື​ກັບ​ນາໂອມີ​ແລະ​ຣຸດ. ເພິ່ນ​ບອກ​ປະຊາຊົນ​ວ່າ ເມື່ອ​ກ່ຽວ​ເຂົ້າ​ບໍ່​ໃຫ້​ກ່ຽວ​ຈຳ​ຄັນ​ນາ​ເພື່ອ​ຈະ​ເອົາ​ໄວ້​ໃຫ້​ຄົນ​ທຸກ. (ເລວີ. 19:9, 10) ດັ່ງ​ນັ້ນ ນາໂອມີ​ແລະ​ຣຸດ​ຈຶ່ງ​ມີ​ເຂົ້າ​ກິນ​ໂດຍ​ທີ່​ບໍ່​ຕ້ອງ​ໄປ​ຂໍ​ນຳ​ຄົນ​ອື່ນ.

11-12. ໂບອາດ​ໄດ້​ເຮັດ​ຫຍັງ​ເຊິ່ງ​ເຮັດ​ໃຫ້​ນາໂອມີ​ແລະ​ຣຸດ​ມີ​ຄວາມ​ສຸກ?

11 ໂບອາດ​ເປັນ​ຄົນ​ຮັ່ງມີ ແລະ​ເປັນ​ເຈົ້າ​ຂອງ​ນາ​ທີ່​ຣຸດ​ໄປ​ເກັບ​ເຂົ້າ. ລາວ​ປະທັບ​ໃຈ​ຫຼາຍ​ທີ່​ເຫັນ​ຣຸດ​ສະແດງ​ຄວາມ​ຮັກ​ແລະ​ພັກດີ​ຕໍ່​ນາໂອມີ. ດັ່ງ​ນັ້ນ​ໂບອາດ​ຈຶ່ງ​ແຕ່ງ​ດອງ​ກັບ​ຣຸດ ແລະ​ຊື້​ທີ່​ດິນ​ທີ່​ເຄີຍ​ເປັນ​ຂອງ​ຄອບຄົວ​ນາໂອມີ​ຄືນ​ມາ​ເພື່ອ​ໃຫ້​ເປັນ​ມໍລະດົກ​ຂອງ​ລູກ​ຣຸດ. (ລຶດ 4:9-13) ແລ້ວ​ໂບອາດ​ກັບ​ຣຸດ​ກໍ​ມີ​ລູກ​ຊາຍ​ຊື່​ວ່າ​ໂອເບດ ແລະ​ໂອເບດ​ກໍ​ເປັນ​ພໍ່​ຕູ້​ຂອງ​ກະສັດ​ດາວິດ.—ລຶດ 4:17

12 ນາໂອມີ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ໄດ້​ເບິ່ງ​ແຍງ​ໂອເບດ ລາວ​ຈຶ່ງ​ອະທິດຖານ​ຂອບໃຈ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ນາໂອມີ​ແລະ​ຣຸດ​ຍັງ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ນີ້​ອີກ​ເພາະ​ຕອນ​ທີ່​ເຂົາ​ເຈົ້າ​ຄືນ​ມາ​ຈາກ​ຕາຍ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ໂອເບດ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເມຊີອາ​ຕາມ​ທີ່​ສັນຍາ​ໄວ້​ເຊິ່ງ​ກໍ​ຄື​ພະ​ເຢຊູ​ຄລິດ!

13. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ນາໂອມີ​ແລະ​ຣຸດ?

13 ບົດຮຽນ​ສຳລັບ​ເຮົາ: ເມື່ອ​ເຈິ​ກັບ​ບັນຫາ ເຮົາ​ອາດ​ຮູ້ສຶກ​ທໍ້​ໃຈ​ແລະ​ເຖິງ​ຂັ້ນ​ຫົວໃຈ​ແຕກ​ສະ​ຫຼາຍ ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ບັນຫາ​ບໍ່​ມີ​ທາງ​ອອກ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຄວນ​ໄວ້​ໃຈ​ພະ​ເຢໂຫວາ​ແລະ​ພະຍາຍາມ​ຄົບຫາ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ. ກໍ​ແມ່ນ​ຢູ່​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ກຳຈັດ​ບັນຫາ​ຂອງ​ເຮົາ​ອອກ​ໄປ ຄື​ກັບ​ທີ່​ບໍ່​ໄດ້​ໃຫ້​ຜົວ​ແລະ​ລູກ​ຊາຍ​ຂອງ​ນາໂອມີ​ກັບ​ຄືນ​ມາ. ແຕ່​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆໄດ້​ເຊິ່ງ​ອາດ​ຈະ​ມາ​ທາງ​ພີ່ນ້ອງ​ຂອງ​ເຮົາ.—ສຸພາ. 17:17

ຄົນ​ເລວີ​ຜູ້​ໜຶ່ງ​ເກືອບ​ເຊົາ​ຮັບໃຊ້​ພະ​ເຢໂຫວາ

ຜູ້​ຂຽນ​ຄຳເພງ​ບົດ 73 ເກືອບ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເບິ່ງ​ຄື​ວ່າ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ​ມີ​ຊີວິດ​ທີ່​ດີ. ສິ່ງ​ນີ້​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ຄື​ກັນ (ເບິ່ງ​ຂໍ້ 14-16)

14. ເປັນ​ຫຍັງ​ຄົນ​ເລວີ​ຜູ້​ໜຶ່ງ​ຈຶ່ງ​ຮູ້ສຶກ​ທໍ້​ໃຈ?

14 ຄົນ​ເລວີ​ຜູ້​ໜຶ່ງ​ທີ່​ຂຽນ​ຄຳເພງ​ບົດ 73 ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ຮັບໃຊ້​ພະ​ເຢໂຫວາ​ຢູ່​ໃນ​ວິຫານ​ຂອງ​ເພິ່ນ. ແຕ່​ກໍ​ມີ​ບາງ​ເທື່ອ​ທີ່​ລາວ​ຮູ້ສຶກ​ທໍ້​ໃຈ. ຍ້ອນ​ຫຍັງ? ຍ້ອນ​ລາວ​ອິດສາ​ຄົນ​ບໍ່​ດີ. ທີ່​ຈິງ ລາວ​ບໍ່​ໄດ້​ອິດສາ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ ແຕ່​ລາວ​ອິດສາ​ຍ້ອນ​ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ມີ​ຊີວິດ​ທີ່​ດີ​ກວ່າ. (ເພງ. 73:2-9, 11-14, ລ.ມ.) ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ຮັ່ງມີ ມີ​ຊີວິດ​ທີ່​ສະດວກ​ສະບາຍ ແລະ​ບໍ່​ຕ້ອງ​ກັງວົນ​ອີ່ຫຍັງ​ເລີຍ. ເມື່ອ​ລາວ​ເຫັນ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ເປັນ​ແບບ​ນັ້ນ ລາວ​ກໍ​ຮູ້ສຶກ​ທໍ້​ໃຈ​ແລະ​ເວົ້າ​ວ່າ: “ເຖິງ​ຂ້ອຍ​ຈະ​ຮັກສາ​ໃຈ​ໃຫ້​ບໍລິສຸດ​ແລະ​ລ້າງ​ມື​ເພື່ອ​ສະແດງ​ວ່າ​ບໍ່​ມີ​ຄວາມ​ຜິດ ກໍ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.” ເຫັນ​ໄດ້​ແຈ້ງ​ວ່າ​ເລື່ອງ​ນີ້​ອາດ​ເຮັດ​ໃຫ້​ລາວ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້.

15. ຕາມ​ຄຳເພງ 73:16-19, 22-25 ຄົນ​ເລວີ​ທີ່​ຂຽນ​ຄຳເພງ​ບົດ​ນີ້​ໄດ້​ເຮັດ​ແນວ​ໃດ​ທີ່​ຊ່ອຍ​ໃຫ້​ລາວ​ເຊົາ​ທໍ້​ໃຈ?

15 ອ່ານ​ຄຳເພງ 73:16-19, 22-25. * ຄົນ​ເລວີ “ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ອັນ​ຍິ່ງໃຫຍ່​ຂອງ​ພະເຈົ້າ.” ຢູ່​ບ່ອນ​ນັ້ນ​ລາວ​ຮູ້ສຶກ​ສະຫງົບ​ໃຈ​ຍ້ອນ​ໄດ້​ຢູ່​ກັບ​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ ແລະ​ລາວ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ອຍ. ຈາກ​ນັ້ນ ລາວ​ກໍ​ເຫັນ​ວ່າ​ການ​ອິດສາ​ຄົນ​ບໍ່​ດີ​ເປັນ​ເລື່ອງ​ທີ່​ບໍ່​ສະຫຼາດ​ເລີຍ ແລະ​ອາດ​ເຮັດ​ໃຫ້​ລາວ​ສູນ​ເສຍ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ. ລາວ​ຍັງ​ໄດ້​ເຂົ້າ​ໃຈ​ອີກ​ວ່າ ຄົນ​ບໍ່​ດີ​ໄດ້​ຢູ່ “ເທິງ​ບ່ອນ​ມື່ນ” ແລະ​ຈະ​ມີ “ຈຸດ​ຈົບ​ທີ່​ເປັນ​ຕາ​ຢ້ານ.” ດັ່ງ​ນັ້ນ​ຄົນ​ເລວີ​ຜູ້​ນີ້​ຕ້ອງ​ມີ​ຄວາມ​ຄິດ​ຄື​ກັບ​ພະ​ເຢໂຫວາ ແລ້ວ​ລາວ​ຈະ​ບໍ່​ຮູ້ສຶກ​ທໍ້​ໃຈ​ແລະ​ບໍ່​ອິດສາ​ຄົນ​ທີ່​ບໍ່​ດີ. ເມື່ອ​ລາວ​ເຮັດ​ແບບ​ນັ້ນ ລາວ​ກໍ​ມີ​ຄວາມ​ສຸກ​ແລະ​ບໍ່​ຮູ້ສຶກ​ທໍ້​ໃຈ​ອີກ​ເລີຍ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ຕ້ອງການ​ຫຍັງ​ອີກ​ແລ້ວ​ໃນ​ໂລກ​ນີ້​ນອກ​ຈາກ [ພະ​ເຢໂຫວາ].”

16. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ຄົນ​ເລວີ​ຜູ້​ນີ້?

16 ບົດຮຽນ​ສຳລັບ​ເຮົາ: ເຮົາ​ບໍ່​ຄວນ​ຮູ້ສຶກ​ອິດສາ​ຄົນ​ບໍ່​ດີ​ທີ່​ເບິ່ງ​ຄື​ວ່າ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ ເພາະ​ຄວາມ​ສຸກ​ທີ່​ເຂົາ​ເຈົ້າ​ມີ​ນັ້ນ​ເປັນ​ຄວາມ​ສຸກ​ຊົ່ວຄາວ​ບໍ່​ແມ່ນ​ຄວາມ​ສຸກ​ແທ້. (ຜູ້ປ. 8:12, 13) ຖ້າ​ເຮົາ​ອິດສາ​ເຂົາ​ເຈົ້າ ເຮົາ​ກໍ​ຈະ​ຮູ້ສຶກ​ທໍ້​ໃຈ​ແລະ​ອາດ​ສູນ​ເສຍ​ສາຍ​ສຳພັນ​ທີ່​ມີ​ກັບ​ພະ​ເຢໂຫວາ​ໄດ້. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ກຳລັງ​ເລີ່ມ​ອິດສາ​ຄົນ​ບໍ່​ດີ ຂໍ​ໃຫ້​ເຈົ້າ​ເຮັດ​ຄື​ຄົນ​ເລວີ​ຜູ້​ນີ້​ໂດຍ​ເຊື່ອ​ຟັງ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ ແລະ​ຄົບຫາ​ກັບ​ຄົນ​ທີ່​ນະມັດສະການ​ເພິ່ນ. ເມື່ອ​ເຈົ້າ​ຮັກ​ພະ​ເຢໂຫວາ​ຫຼາຍ​ກວ່າ​ສິ່ງ​ອື່ນໆ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້​ແລະ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຈະ​ໄດ້​ຮັບ “ຊີວິດ​ແທ້.”—1 ຕມ. 6:19

ຄວາມ​ຜິດ​ພາດ​ເຮັດ​ໃຫ້​ເປໂຕ​ທໍ້​ໃຈ

ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແລະ​ຊ່ອຍ​ຄົນ​ອື່ນ​ໄດ້​ເມື່ອ​ຄິດ​ເຖິງ​ຕົວຢ່າງ​ຂອງ​ເປໂຕ​ຕອນ​ທີ່​ເຊົາ​ທໍ້​ໃຈ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ (ເບິ່ງ​ຂໍ້ 17-19)

17. ມີ​ເຫດການ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເປໂຕ​ຮູ້ສຶກ​ເສຍໃຈ​ຫຼາຍ?

17 ອັກຄະສາວົກ​ເປໂຕ​ເປັນ​ຄົນ​ຫ້າວຫັນ ແຕ່​ກໍ​ມີ​ບາງ​ເທື່ອ​ທີ່​ລາວ​ເວົ້າ​ແບບ​ບໍ່​ຄິດ ຫຼື​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ເສຍໃຈ​ພາຍ​ຫຼັງ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢຊູ​ບອກ​ກັບ​ພວກ​ອັກຄະສາວົກ​ວ່າ​ເພິ່ນ​ຈະ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ແລະ​ຕ້ອງ​ຕາຍ ເປໂຕ​ກໍ​ເວົ້າ​ໃຫ້​ເພິ່ນ​ວ່າ: “ທ່ານ​ຈະ​ບໍ່​ເຈິ​ກັບ​ເລື່ອງ​ຮ້າຍໆແບບ​ນັ້ນ​ດອກ.” ຈາກ​ນັ້ນ ພະ​ເຢຊູ​ໄດ້​ປັບ​ຄວາມ​ຄິດ​ຂອງ​ເປໂຕ. (ມທ. 16:21-23) ຕອນ​ທີ່​ພວກ​ຜູ້​ຕໍ່​ຕ້ານ​ຈະ​ມາ​ຈັບ​ພະ​ເຢຊູ ເປໂຕ​ກໍ​ໄດ້​ລົງ​ມື​ເຮັດ​ແບບ​ບໍ່​ຄິດ​ໂດຍ​ຕັດ​ຫູ​ເບື້ອງ​ໜຶ່ງ​ຂອງ​ທາດ​ມະຫາປະໂລ​ຫິດ​ຈົນ​ຂາດ. ແລ້ວ​ພະ​ເຢຊູ​ກໍ​ໄດ້​ປັບ​ຄວາມ​ຄິດ​ຂອງ​ລາວ​ອີກ. (ຢຮ. 18:10, 11) ນອກ​ຈາກ​ນັ້ນ ເປໂຕ​ຍັງ​ເວົ້າ​ອວດ​ວ່າ​ເຖິງ​ອັກຄະສາວົກ​ຄົນ​ອື່ນໆຈະ​ຖິ້ມ​ພະ​ເຢຊູ​ໄປ ແຕ່​ລາວ​ຈະ​ບໍ່​ມີ​ວັນ​ຖິ້ມ​ພະ​ເຢຊູ​ເດັດ​ຂາດ! (ມທ. 26:33) ແຕ່​ເປໂຕ​ກໍ​ບໍ່​ໄດ້​ເຮັດ​ຄື​ກັບ​ທີ່​ລາວ​ເວົ້າ. ຕໍ່​ມາ​ໃນ​ຄືນ​ນັ້ນ ລາວ​ກໍ​ຮູ້ສຶກ​ຢ້ານ​ແລະ​ໄດ້​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ພະ​ເຢຊູ​ເຖິງ​ສາມ​ເທື່ອ. ເປໂຕ​ຕ້ອງ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ ລາວ “ອອກ​ໄປ​ທາງ​ນອກ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ.” (ມທ. 26:69-75) ລາວ​ຄື​ຊິ​ຄິດ​ວ່າ​ພະ​ເຢຊູ​ບໍ່​ໃຫ້​ອະໄພ​ລາວ​ແລ້ວ.

18. ພະ​ເຢຊູ​ຊ່ອຍ​ເປໂຕ​ແນວ​ໃດ​ໃຫ້​ເຊົາ​ທໍ້​ໃຈ?

18 ແຕ່​ເປໂຕ​ກໍ​ບໍ່​ໄດ້​ທໍ້​ໃຈ​ຈົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ຫຼັງ​ຈາກ​ທີ່​ລາວ​ເຮັດ​ຜິດ​ພາດ ລາວ​ກໍ​ໄດ້​ປັບ​ປຸງ​ຕົວ​ເອງ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່​ໄປ. (ຢຮ. 21:1-3; ກຈກ. 1:15, 16) ສິ່ງ​ໃດ​ຊ່ອຍ​ລາວ​ໃຫ້​ຮູ້ສຶກ​ດີ​ຂຶ້ນ? ລາວ​ຈື່​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ກ່ອນ​ໜ້າ​ນີ້​ທີ່​ຂໍ​ໃຫ້​ລາວ​ແລະ​ລູກສິດ​ຄົນ​ອື່ນໆມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຕໍ່ໆໄປ ແລະ​ພະ​ເຢໂຫວາ​ກໍ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ແທ້. ແລະ​ພະ​ເຢຊູ​ຍັງ​ໄດ້​ກະຕຸ້ນ​ເປໂຕ​ໃຫ້​ກັບ​ມາ​ແລະ​ໃຫ້​ຊ່ອຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຕໍ່​ມາ ພະ​ເຢຊູ​ກໍ​ໄດ້​ປາກົດ​ຕົວ​ໃຫ້​ລາວ​ເຫັນ ແລະ​ຊ່ອຍ​ລາວ​ໃຫ້​ມີ​ກຳລັງ​ໃຈ. (ລກ. 22:32; 24:33, 34; 1 ກຣ. 15:5) ພະ​ເຢຊູ​ຍັງ​ໄດ້​ປາກົດ​ຕົວ​ຕໍ່​ໜ້າ​ພວກ​ອັກຄະສາວົກ​ທຸກ​ຄົນ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄປ​ຫາ​ປາ​ໝົດ​ຄືນ ແຕ່​ກໍ​ບໍ່​ໄດ້​ປາ​ຈັກ​ໂຕ. ໃນ​ຕອນ​ນັ້ນ​ພະ​ເຢຊູ​ໃຫ້​ໂອກາດ​ເປໂຕ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ ແລະ​ພະ​ເຢຊູ​ຍັງ​ໄດ້​ໃຫ້​ອະໄພ​ເປໂຕ ແລ້ວ​ມອບ​ໝາຍ​ວຽກ​ໃຫ້​ເປໂຕ​ເຮັດ​ຫຼາຍ​ຂຶ້ນ.—ຢຮ. 21:15-17

19. ຄຳເພງ 103:13, 14 ຊ່ອຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ເມື່ອ​ເຮົາ​ເຮັດ​ຜິດ?

19 ບົດຮຽນ​ສຳລັບ​ເຮົາ: ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ກັບ​ເປໂຕ​ສະແດງ​ໃຫ້​ເຫັນ​ວ່າ ພະ​ເຢຊູ​ມີ​ຄວາມ​ເມດຕາ​ຄື​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ດັ່ງ​ນັ້ນ​ເມື່ອ​ເຮົາ​ເຮັດ​ຜິດ ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ອະໄພ​ເຮົາ. ແຕ່​ຊາຕານ​ຢາກ​ໃຫ້​ເຮົາ​ຄິດ​ແບບ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ຮູ້​ຂີດ​ຈຳກັດ​ຂອງ​ເຮົາ​ແລະ​ຢາກ​ໃຫ້​ອະໄພ​ເຮົາ. ດັ່ງ​ນັ້ນ ເຮົາ​ເອງ​ກໍ​ຄວນ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ໃຫ້​ອະໄພ​ຄົນ​ອື່ນ​ເມື່ອ​ເຂົາ​ເຈົ້າ​ເຮັດ​ຜິດ​ຕໍ່​ເຮົາ.—ອ່ານ​ຄຳເພງ 103:13, 14

20. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ເລື່ອງ​ຂອງ​ໂຢເຊັບ ນາໂອມີ ຣຸດ ຄົນ​ເລວີ ແລະ​ເປໂຕ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ “ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່​ຫົວໃຈ​ແຕກ​ສະ​ຫຼາຍ.” (ເພງ. 34:18, ລ.ມ.) ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ຍອມ​ໃຫ້​ເຮົາ​ເຈິ​ຄວາມ​ທຸກ​ແລະ​ຮູ້ສຶກ​ທໍ້​ໃຈ ແຕ່​ເພິ່ນ​ກໍ​ຊ່ອຍ​ໃຫ້​ພວກ​ເຮົາ​ອົດ​ທົນ​ໄດ້​ແລະ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (1 ປຕ. 1:6, 7) ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ມາ​ເບິ່ງ​ວ່າ ພະ​ເຢໂຫວາ​ໄດ້​ຊ່ອຍ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ເພິ່ນ​ແນວ​ໃດ​ທີ່​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຕົວ​ເອງ ຫຼື​ຍ້ອນ​ສະພາບການ​ຕ່າງໆ.

ເພງ 7 ພະ​ເຢໂຫວາ​ເປັນ​ກຳລັງ​ຂອງ​ເຮົາ

^ ຂໍ້ 5 ໂຢເຊັບ ນາໂອມີ ຣຸດ ຄົນ​ເລວີ ແລະ​ອັກຄະສາວົກ​ເປໂຕ​ເຈິ​ສິ່ງ​ທີ່​ເຮັດ​ໃຫ້​ທໍ້​ໃຈ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ປອບ​ໂຍນ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ແນວ​ໃດ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ ແລະ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ຊ່ອຍ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.

^ ຂໍ້ 15 ຄຳເພງ 73:16-19, 22-25 (ລ.ມ.): “ເມື່ອ​ຂ້ອຍ​ພະຍາຍາມ​ເຂົ້າ​ໃຈ​ເລື່ອງ​ນີ້ ຂ້ອຍ​ກໍ​ທຸກ​ໃຈ. ຈົນ​ວ່າ​ຂ້ອຍ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ອັນ​ຍິ່ງໃຫຍ່​ຂອງ​ພະເຈົ້າ ຂ້ອຍ​ກໍ​ຮູ້​ວ່າ​ອະນາຄົດ​ຂອງ​ເຂົາ​ເຈົ້າ​ເປັນ​ແນວ​ໃດ. ພະອົງ​ໃຫ້​ເຂົາ​ເຈົ້າ​ຢູ່​ເທິງ​ບ່ອນ​ມື່ນ ພະອົງ​ເຮັດ​ໃຫ້​ເຂົາ​ເຈົ້າ​ລົ້ມ​ລົງ​ຈົນ​ພິນາດ. ເຂົາ​ເຈົ້າ​ຖືກ​ທຳລາຍ​ຢ່າງ​ກະທັນຫັນ. ຢູ່​ດີໆເຂົາ​ເຈົ້າ​ກໍ​ເຈິ​ຈຸດ​ຈົບ​ທີ່​ເປັນ​ຕາ​ຢ້ານ. ຂ້ອຍ​ເປັນ​ຄົນ​ບໍ່​ມີ​ເຫດຜົນ​ແລະ​ບໍ່​ມີ​ຄວາມ​ເຂົ້າ​ໃຈ ສຳລັບ​ພະອົງ​ຂ້ອຍ​ເປັນ​ຄື​ກັບ​ສັດ​ທີ່​ໂງ່. ແຕ່​ຕອນ​ນີ້​ຂ້ອຍ​ຢູ່​ກັບ​ພະອົງ​ສະເໝີ ພະອົງ​ຈັບ​ມື​ຂວາ​ຂອງ​ຂ້ອຍ​ໄວ້ ພະອົງ​ໃຫ້​ຄຳ​ແນະນຳ​ເພື່ອ​ຊີ້​ນຳ​ທາງ​ໃຫ້​ຂ້ອຍ​ໄປ ແລ້ວ​ພະອົງ​ຈະ​ຊ່ວຍ​ໃຫ້​ຂ້ອຍ​ໄດ້​ຮັບ​ກຽດຕິຍົດ. ຂ້ອຍ​ຈະ​ມີ​ໃຜ​ອີກ​ບໍ​ໃນ​ສະຫວັນ? ຂ້ອຍ​ບໍ່​ຕ້ອງການ​ຫຍັງ​ອີກ​ແລ້ວ​ໃນ​ໂລກ​ນີ້​ນອກ​ຈາກ​ພະອົງ.”

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ນາໂອມີ ຣຸດ ແລະ​ໂອລາຟາ​ຮູ້ສຶກ​ເສຍໃຈ​ແລະ​ທໍ້​ໃຈ​ຍ້ອນ​ຜົວ​ຂອງ​ເຂົາ​ເຈົ້າ​ຕາຍ. ແຕ່​ຕໍ່​ມາ​ນາໂອມີ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ໂອເບດ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ໂບອາດ​ແລະ​ຣຸດ.