ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳເວົ້າ​ຂອງ​ອັກຄະສາວົກ​ໂປໂລ​ໃນ 1 ໂກຣິນໂທ 15:29 ໝາຍ​ຄວາມ​ວ່າ​ຄລິດສະຕຽນ​ບາງ​ຄົນ​ໃນ​ສະໄໝ​ກ່ອນ​ຮັບ​ບັບເຕມາ​ແທນ​ຄົນ​ຕາຍ​ບໍ?

ບໍ່​ແມ່ນ. ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ຫຼື​ບໍ່​ມີ​ຫຼັກ​ຖານ​ທາງ​ປະຫວັດສາດ​ທີ່​ສະແດງ​ວ່າ​ຄລິດສະຕຽນ​ໄດ້​ຮັບ​ບັບເຕມາ​ແທນ​ຄົນ​ຕາຍ.

ພະ​ຄຳພີ​ຂໍ້​ນີ້​ໃນ​ຄຳພີ​ໄບເບິນ​ຫຼາຍ​ສະບັບ​ເຮັດ​ໃຫ້​ບາງ​ຄົນ​ເຊື່ອ​ວ່າ​ມີ​ການ​ຮັບ​ບັບເຕມາ​ແທນ​ຄົນ​ຕາຍ​ໃນ​ສະໄໝ​ຂອງ​ໂປໂລ. ຕົວຢ່າງ​ເຊັ່ນ: ຄຳພີ​ໄບເບິນ​ບາງ​ສະບັບ​ເວົ້າ​ວ່າ “ຖ້າ​ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ ຄົນ​ທີ່​ໄດ້​ຮັບ​ບັບເຕມາ​ເພື່ອ​ຄົນ​ຕາຍ​ຈະ​ເຮັດ​ແນວ​ໃດ?”

ແຕ່​ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ສອງ​ຄົນ​ໄດ້​ເວົ້າ. ດຣ. ເກຣໂກຣີ ລ໋ອກວູດ​ໄດ້​ເວົ້າ​ວ່າ “ບໍ່​ມີ​ຫຼັກ​ຖານ​ຫຍັງ​ເລີຍ​ໃນ​ຄຳພີ​ໄບເບິນ​ຫຼື​ໃນ​ທາງ​ປະຫວັດສາດ​ທີ່​ສະແດງ​ວ່າ​ຜູ້​ໃດ​ຜູ້​ໜຶ່ງ​ໄດ້​ຮັບ​ບັບເຕມາ​ແທນ​ຄົນ​ຕາຍ.” ສາສະດາ​ຈານ ກໍດ໋ອນ ດໍ​ໂນ ຟີ​ກໍ​ເວົ້າ​ຄ້າຍໆກັນ​ວ່າ: “ບໍ່​ມີ​ຫຼັກ​ຖານ​ທາງ​ປະຫວັດສາດ​ຫຼື​ຂໍ້​ມູນ​ໃນ​ຄຳພີ​ໄບເບິນ​ທີ່​ສະແດງ​ວ່າ​ເຄີຍ​ມີ​ການ​ຮັບ​ບັບເຕມາ​ແບບ​ນີ້. ນອກ​ຈາກ​ນັ້ນ ໃນ​ພະ​ຄຳພີ​ພາກພາສາກຣີກ​ບໍ່​ມີ​ບ່ອນ​ໃດ​ເລີຍ​ທີ່​ເວົ້າ​ເຖິງ​ເລື່ອງ​ນີ້ ແລະ​ບໍ່​ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ຄລິດສະຕຽນ​ໃນ​ສະໄໝ​ຂອງ​ພວກ​ອັກຄະສາວົກ ຫຼື​ແມ່ນ​ແຕ່​ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ໂບດ​ຕ່າງໆທີ່​ຕັ້ງ​ຂຶ້ນ​ຫຼັງ​ຈາກ​ພວກ​ອັກຄະສາວົກ​ຕາຍ​ໄດ້​ບໍ່​ດົນ​ເຄີຍ​ຮັບ​ບັບເຕມາ​ແທນ​ຄົນ​ຕາຍ.”

ຄຳພີ​ໄບເບິນ​ບອກ​ວ່າ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ຕ້ອງ “ໄປ​ຫາ​ຄົນ​ທຸກ​ຊາດ ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ໃຫ້​ພວກ​ເຂົາ​ຮັບ​ບັບເຕມາ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ” ທີ່​ພະ​ເຢຊູ​ໄດ້​ສັ່ງ​ໄວ້. (ມທ. 28:19, 20) ກ່ອນ​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ຮັບ​ບັບເຕມາ​ໄດ້ ລາວ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ເພິ່ນ ສະແດງ​ຄວາມ​ເຊື່ອ​ແລະ​ເຮັດ​ຕາມ​ທີ່​ພວກ​ເພິ່ນ​ສັ່ງ. ຄົນ​ທີ່​ຕາຍ​ແລ້ວ​ບໍ່​ສາມາດ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ເຫຼົ່າ​ນີ້​ໄດ້ ແລະ​ຜູ້​ທີ່​ຍັງ​ເປັນ​ກໍ​ບໍ່​ສາມາດ​ເຮັດ​ແທນ​ເຂົາ​ເຈົ້າ​ໄດ້​ຄື​ກັນ.—ຜູ້ປ. 9:5, 10; ຢຮ. 4:1; 1 ກຣ. 1:14-16

ດັ່ງ​ນັ້ນ​ຄຳເວົ້າ​ຂອງ​ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ຄລິດສະຕຽນ​ບາງ​ຄົນ​ໃນ​ເມືອງ​ໂກຣິນໂທ​ບໍ່​ເຊື່ອ​ວ່າ​ຄົນ​ຕາຍ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ. (1 ກຣ. 15:12) ໂປໂລ​ບໍ່​ເຫັນ​ດີ​ກັບ​ຄວາມ​ເຊື່ອ​ແບບ​ນັ້ນ. ໂປໂລ​ເວົ້າ​ວ່າ​ລາວ ‘ປະເຊີນ​ໜ້າ​ກັບ​ຄວາມ​ຕາຍ​ຢູ່​ທຸກ​ມື້.’ ເຖິງ​ວ່າ​ຈະ​ເຈິ​ກັບ​ຄວາມ​ຕາຍ​ຢູ່​ທຸກ​ມື້ ແຕ່​ໂປໂລ​ໝັ້ນ​ໃຈ​ວ່າ​ຫຼັງ​ຈາກ​ທີ່​ລາວ​ຕາຍ ລາວ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ມີ​ຊີວິດ​ຢູ່​ໃນ​ສະຫວັນ​ຄື​ກັບ​ພະ​ເຢຊູ.—1 ກຣ. 15:30-32, 42-44

ຄລິດສະຕຽນ​ໃນ​ເມືອງ​ໂກຣິນໂທ​ຕ້ອງ​ເຂົ້າ​ໃຈ​ວ່າ​ການ​ເປັນ​ຜູ້​ຖືກ​ເຈີມ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ເຈິ​ກັບ​ຄວາມ​ລຳບາກ​ທຸກ​ມື້​ແລະ​ຕ້ອງ​ຕາຍ​ກ່ອນ​ທີ່​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ. ເມື່ອ​ເຂົາ​ເຈົ້າ “ຮັບ​ບັບເຕມາ​ເພື່ອ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພະຄລິດ​ເຢຊູ” ເຂົາ​ເຈົ້າ “ກໍ​ໄດ້​ຮັບ​ບັບເຕມາ​ເພື່ອ​ຈະ​ຕາຍ​ຄື​ກັບ​ເພິ່ນ​ຄື​ກັນ.” (ຣມ. 6:3) ນີ້​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ກໍ​ຈະ​ເຈິ​ກັບ​ຄວາມ​ລຳບາກ​ຄື​ກັບ​ທີ່​ພະ​ເຢຊູ​ໄດ້​ເຈິ ແລະ​ຕາຍ​ເພື່ອ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ມີ​ຊີວິດ​ຢູ່​ໃນ​ສະຫວັນ.

ຫຼາຍ​ກວ່າ​ສອງ​ປີ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຮັບ​ບັບເຕມາ​ໃນ​ນ້ຳ ເພິ່ນ​ບອກ​ອັກຄະສາວົກ​ສອງ​ຄົນ​ວ່າ “ບັບເຕມາ​ທີ່​ຂ້ອຍ​ຮັບ​ຢູ່​ນັ້ນ ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ.” (ມຣກ. 10:38, 39) ໃນ​ຄຳເວົ້າ​ນີ້​ພະ​ເຢຊູ​ບໍ່​ໄດ້​ໝາຍ​ເຖິງ​ການ​ຮັບ​ບັບເຕມາ​ໃນ​ນ້ຳ ແຕ່​ເພິ່ນ​ໝາຍ​ຄວາມ​ວ່າ​ການ​ສັດ​ຊື່​ຕໍ່​ພະເຈົ້າ​ຈະ​ເຮັດ​ໃຫ້​ເພິ່ນ​ຕ້ອງ​ຕາຍ. ໂປໂລ​ຂຽນ​ວ່າ ຖ້າ​ຜູ້​ຖືກ​ເຈີມ “ທົນ​ທຸກ​ຮ່ວມ​ກັບ​ພະຄລິດ [ເຂົາ​ເຈົ້າ] ກໍ​ຈະ​ໄດ້​ຮັບ​ຖານະ​ທີ່​ສູງ​ສົ່ງ​ຮ່ວມ​ກັບ​ເພິ່ນ​ຄື​ກັນ.” (ຣມ. 8:16, 17; 2 ກຣ. 4:17) ດັ່ງ​ນັ້ນ ເຂົາ​ເຈົ້າ​ກໍ​ຕ້ອງ​ຕາຍ​ຄື​ກັນ​ເພື່ອ​ຈະ​ຖືກ​ປຸກ​ໃຫ້​ມີ​ຊີວິດ​ຢູ່​ໃນ​ສະຫວັນ.

ສະຫຼຸບ​ແລ້ວ ຄຳເວົ້າ​ຂອງ​ໂປໂລ​ຈຶ່ງ​ແປ​ຢ່າງ​ຖືກຕ້ອງ​ວ່າ: “ຖ້າ​ບໍ່​ດັ່ງ​ນັ້ນ ຄົນ​ທີ່​ໄດ້​ຮັບ​ບັບເຕມາ​ເພື່ອ​ຈະ​ຕາຍ​ນັ້ນ​ຈະ​ໄດ້​ປະໂຫຍດ​ຫຍັງ? ຖ້າ​ຄົນ​ຕາຍ​ຈະ​ບໍ່​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ ແລ້ວ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຮັບ​ບັບເຕມາ​ເພື່ອ​ຈະ​ຕາຍ?”