ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ສຸພາສິດ 24:16 (ລ.ມ.) ເວົ້າ​ວ່າ “ຄົນ​ດີ​ອາດ​ລົ້ມ​ລົງ​ຮອດ 7 ເທື່ອ ແຕ່​ຈະ​ລຸກ​ຂຶ້ນ​ມາ​ໄດ້.” ຂໍ້​ນີ້​ໝາຍ​ຄວາມ​ວ່າ​ບາງ​ຄົນ​ທີ່​ເຮັດ​ຜິດ​ຊ້ຳ​ແລ້ວ​ຊ້ຳ​ອີກ ພະເຈົ້າ​ຈະ​ຍົກ​ໂທດ​ໃຫ້​ລາວ​ບໍ?

ທີ່​ຈິງ ພະ​ຄຳພີ​ຂໍ້​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ແນວ​ນັ້ນ. ຂໍ້​ນີ້​ໝາຍ​ເຖິງ​ບາງ​ຄົນ​ທີ່​ເຈິ​ກັບ​ບັນຫາ​ຫຼື​ຄວາມ​ລຳບາກ​ຫຼາຍ​ຢ່າງ ແຕ່​ລາວ​ສາມາດ​ອົດ​ທົນ​ແລະ​ລຸກ​ຂຶ້ນ​ມາ​ໄດ້.

ໃຫ້​ເບິ່ງ​ຂໍ້​ພະ​ຄຳພີ​ທີ່​ຢູ່​ທາງ​ໜ້າ​ແລະ​ທາງ​ຫຼັງ​ຂອງ​ສຸພາສິດ 24:16 ທີ່​ເວົ້າ​ວ່າ “ຢ່າ​ລັດ​ຈອບ​ຢູ່​ໃກ້​ເຮືອນ​ຄົນ​ດີ​ດ້ວຍ​ເຈຕະນາ​ຊົ່ວ ຢ່າ​ທຳລາຍ​ບ່ອນ​ຢູ່​ຂອງ​ລາວ. ເພາະ​ຄົນ​ດີ​ອາດ​ລົ້ມ​ລົງ​ຮອດ 7 ເທື່ອ ແຕ່​ຈະ​ລຸກ​ຂຶ້ນ​ມາ​ໄດ້ ສ່ວນ​ຄົນ​ຊົ່ວ​ເມື່ອ​ເຈິ​ຄວາມ​ຈິບຫາຍ​ຈະ​ລົ້ມ​ລົງ​ແລ້ວ​ບໍ່​ລຸກ​ຂຶ້ນ​ອີກ. ຢ່າ​ຍິນດີ​ເມື່ອ​ເຫັນ​ສັດຕູ​ຂອງ​ເຈົ້າ​ລົ້ມ ແລະ​ຢ່າ​ດີ​ໃຈ​ເມື່ອ​ລາວ​ລົ້ມ​ລົງ.”—ສຸພາ. 24:15-17, ລ.ມ.

ບາງ​ຄົນ​ຄິດ​ວ່າ​ສຸພາສິດ 24:16 ເວົ້າ​ເຖິງ​ບາງ​ຄົນ​ທີ່​ເຮັດ​ຜິດ ແຕ່​ໄດ້​ກັບ​ໃຈ​ແລະ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະເຈົ້າ​ຄືນ​ອີກ. ຫົວ​ໜ້າ​ສາສະໜາ​ສອງ​ຄົນ​ຈາກ​ປະເທດ​ອັງກິດ​ຂຽນ​ວ່າ “ຜູ້​ທີ່​ສອນ​ໃນ​ໂບດ​ທັງ​ໃນ​ສະໄໝ​ແຕ່​ກີ້​ແລະ​ໃນ​ປັດຈຸບັນ​ອະທິບາຍ​ຂໍ້​ນີ້” ແບບ​ນັ້ນ. ທັງ​ສອງ​ເວົ້າ​ຕື່ມ​ວ່າ ການ​ອະທິບາຍ​ແບບ​ນີ້​ຈະ​ໝາຍ​ຄວາມ​ວ່າ “ເປັນ​ໄປ​ໄດ້​ທີ່​ຄົນ​ດີ​ອາດ​ຈະ​ເຮັດ​ຜິດ​ຮ້າຍແຮງ ແຕ່​ພະເຈົ້າ​ກໍ​ຈະ​ຍັງ​ຮັກ​ແລະ​ພໍ​ໃຈ​ລາວ​ຕໍ່ໆໄປ​ຍ້ອນ​ວ່າ​ລາວ​ກັບ​ໃຈ.” ຜູ້​ທີ່​ກຳລັງ​ເຮັດ​ບາງ​ຢ່າງ​ທີ່​ຜິດ​ອາດ​ຈະ​ມັກ​ຄຳ​ອະທິບາຍ​ແບບ​ນີ້. ລາວ​ອາດ​ຄິດ​ວ່າ ເຖິງ​ວ່າ​ຂ້ອຍ​ເຮັດ​ຜິດ​ຊ້ຳ​ແລ້ວ​ຊ້ຳ​ອີກ ພະເຈົ້າ​ກໍ​ຈະ​ຍົກ​ໂທດ​ໃຫ້​ຂ້ອຍ​ຕະຫຼອດ.

ນີ້​ບໍ່​ແມ່ນ​ຄວາມ​ໝາຍ​ທີ່​ຖືກຕ້ອງ​ຂອງ​ສຸພາສິດ 24:16.

ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ລົ້ມ” ໃນ​ສຸພາສິດ 24:16, 17 ສາມາດ​ໃຊ້​ໃນ​ຫຼາຍ​ແບບ. ຄຳ​ນີ້​ສາມາດ​ແປ​ໄດ້​ຕາມ​ໂຕ​ວ່າ “ລົ້ມ” ເຊັ່ນ: ງົວ​ລົ້ມ​ຢູ່​ຫົນ​ທາງ. (ບັນຍັດ. 22:4) ນອກ​ຈາກ​ນັ້ນ ຄຳ​ນີ້​ຍັງ​ໃຊ້​ໄດ້​ໃນ​ຄວາມ​ໝາຍ​ອື່ນ​ນຳ​ອີກ ເຊັ່ນ: “ພະ​ເຢໂຫວາ​ຊີ້​ນຳ​ບາດ​ຍ່າງ​ຂອງ​ມະນຸດ ເມື່ອ​ເພິ່ນ​ພໍ​ໃຈ​ແນວ​ທາງ​ຊີວິດ​ຂອງ​ລາວ. ເຖິງ​ວ່າ​ລາວ​ຈະ​ລົ້ມ ແຕ່​ກໍ​ຈະ​ບໍ່​ໝູບ​ລົງ​ຢູ່​ພື້ນ ເພາະ​ພະ​ເຢໂຫວາ​ຈັບ​ມື​ລາວ​ໃຫ້​ລາວ​ລຸກ​ຂຶ້ນ.—ເພງ. 37:23, 24, ລ.ມ.; ສຸພາ. 11:5

ຂໍ​ໃຫ້​ສັງເກດ​ຄຳເວົ້າ​ຂອງ​ສາສະດາ​ຈານ ເອັດເວີດ ເຮ ພຳເທີ​ທີ່​ວ່າ: “ຄຳ​ພາສາ​ເຮັບເຣີ [“ລົ້ມ”] ບໍ່​ເຄີຍ​ໃຊ້​ໃນ​ການ​ເຮັດ​ຜິດ.” ຜູ້​ຊ່ຽວຊານ​ອີກ​ຄົນ​ໜຶ່ງ​ອະທິບາຍ​ກ່ຽວ​ກັບ​ສຸພາສິດ 24:16 ແບບ​ນີ້: “ການ​ເຮັດ​ບໍ່​ດີ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ ເພາະ​ຈັ່ງ​ໃດ​ເຂົາ​ເຈົ້າ​ກໍ​ຈະ​ລອດ ແຕ່​ຄົນ​ຊົ່ວ​ຈະ​ບໍ່​ລອດ!”

ດັ່ງ​ນັ້ນ ຈາກ​ຄຳ​ອະທິບາຍ​ທັງ​ໝົດ​ນີ້​ເຮັດ​ໃຫ້​ເຫັນ​ວ່າ​ສຸພາສິດ 24:16 ບໍ່​ໄດ້​ໝາຍ​ເຖິງ​ການ​ເຮັດ​ຜິດ ແຕ່​ໝາຍ​ເຖິງ​ການ​ເຈິ​ກັບ​ບັນຫາ​ຫຼື​ຄວາມ​ຍາກ​ລຳບາກ​ຊ້ຳ​ແລ້ວ​ຊ້ຳ​ອີກ. ໃນ​ໂລກ​ທີ່​ຊົ່ວ​ຮ້າຍ​ໃນ​ປັດຈຸບັນ ຄົນ​ດີ​ອາດ​ມີ​ບັນຫາ​ສຸຂະພາບ​ຫຼື​ເຈິ​ກັບ​ບັນຫາ​ອື່ນໆ. ລາວ​ອາດ​ຖືກ​ອຳນາດ​ການ​ປົກຄອງ​ໃນ​ບ້ານ​ເມືອງ​ຂົ່ມເຫງ​ຍ້ອນ​ຄວາມ​ເຊື່ອ​ຂອງ​ລາວ. ແຕ່​ລາວ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ຊ່ອຍ​ລາວ​ໃຫ້​ຜ່ານ​ພົ້ນ​ບັນຫາ​ແລະ​ຄວາມ​ລຳບາກ​ນັ້ນ​ໄປ​ໄດ້. ໃຫ້​ເຮົາ​ຖາມ​ໂຕ​ເອງ​ວ່າ ‘ຂ້ອຍ​ເຫັນ​ຫຼາຍ​ເທື່ອ​ແລ້ວ​ແມ່ນ​ບໍ​ທີ່​ເປັນ​ແບບ​ນີ້​ແທ້ໆກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ?’ ເປັນ​ຫຍັງ​ຈຶ່ງ​ເຊື່ອ​ແນວ​ນັ້ນ? ຍ້ອນ​ເຮົາ​ໝັ້ນ​ໃຈ​ວ່າ “ພະ​ເຢໂຫວາ​ໂຈມ​ທຸກ​ຄົນ​ທີ່​ກຳລັງ​ຈະ​ລົ້ມ​ແລະ​ດຶງ​ທຸກ​ຄົນ​ທີ່​ໝູບ​ຟຸບ​ຢູ່​ໃຫ້​ລຸກ​ຂຶ້ນ.”—ເພງ. 41:1-3; 145:14-19, ລ.ມ.

“ຄົນ​ດີ” ບໍ່​ໄດ້​ດີ​ໃຈ​ຍ້ອນ​ເຫັນ​ຄົນ​ອື່ນ​ກຳລັງ​ມີ​ບັນຫາ ແຕ່​ເຂົາ​ເຈົ້າ​ດີ​ໃຈ​ຍ້ອນ​ຮູ້​ວ່າ “ຄົນ​ທີ່​ຢ້ານຢຳ​ພະເຈົ້າ​ທ່ຽງ​ແທ້​ຈະ​ໄດ້​ດີ​ຍ້ອນ​ລາວ​ຢ້ານຢຳ​ພະເຈົ້າ.”—ຜູ້ປ. 8:11-13, ລ.ມ.; ໂຢບ 31:3-6; ເພງ. 27:5, 6