ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 52

ເຮົາ​ຈະ​ເຊົາ​ທໍ້​ໃຈ​ໄດ້​ແນວ​ໃດ?

ເຮົາ​ຈະ​ເຊົາ​ທໍ້​ໃຈ​ໄດ້​ແນວ​ໃດ?

“ຄວາມ​ກັງວົນ​ໜັກ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຝາກ​ໄວ້​ແກ່​ພະ​ເຢໂຫວາ​ແລະ​ພະອົງ​ຈະ​ອຸດ​ໜູນ [ຊ່ວຍ] ເຈົ້າ.”—ເພງ. 55:22

ເພງ 33 ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ

ໃຈ​ຄວາມ​ສຳຄັນ *

1. ຄວາມ​ທໍ້​ໃຈ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ແນວ​ໃດ?

ເຮົາ​ພະຍາຍາມ​ອົດ​ທົນ​ກັບ​ບັນຫາ​ທີ່​ເຮົາ​ມີ​ໃນ​ແຕ່​ລະ​ມື້. ແຕ່​ຖ້າ​ເຮົາ​ທໍ້​ໃຈ ມັນ​ກໍ​ຍາກ​ທີ່​ຈະ​ອົດ​ທົນ​ໄດ້. ດັ່ງ​ນັ້ນ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ ຄວາມ​ທໍ້​ໃຈ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ແລະ​ບໍ່​ມີ​ຄວາມ​ສຸກ. ສຸພາສິດ 24:10 (ລ.ມ.) ແລະ​ໄຂ​ເງື່ອນ​ບອກ​ວ່າ: “ຖ້າ​ເຈົ້າ​ທໍ້​ໃຈ​ໃນ​ເວລາ​ທີ່​ມີ​ບັນຫາ ເຫື່ອ​ແຮງ​ຂອງ​ເຈົ້າ​ກໍ​ຈະ​ໜ້ອຍ.” ເມື່ອ​ເຮົາ​ທໍ້​ໃຈ ເຮົາ​ອາດ​ຈະ​ຮູ້ສຶກ​ໝົດ​ແຮງ​ແລະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆໄດ້​ຍາກ.

2. ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້​ໃຈ ແລະ​ເຮົາ​ຈະ​ມາ​ເບິ່ງ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ມີ​ຫຼາຍ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້​ໃຈ ເຊິ່ງ​ສິ່ງ​ນັ້ນ​ອາດ​ເປັນ​ຍ້ອນ​ເຮົາ​ເອງ​ເຊັ່ນ: ຍ້ອນ​ຄວາມ​ຜິດ​ທີ່​ເຮົາ​ເຮັດ ຂໍ້​ອ່ອນແອ ຫຼື​ບັນຫາ​ສຸຂະພາບ. ແລະ​ເຮົາ​ອາດ​ທໍ້​ໃຈ​ຍ້ອນ​ສິ່ງ​ອື່ນ​ເຊັ່ນ: ເຮົາ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ຢາກ​ເຮັດ ຫຼື​ເມື່ອ​ເຮົາ​ໄປ​ປະກາດ​ໃນ​ເຂດ​ທີ່​ເບິ່ງ​ຄື​ວ່າ​ຜູ້​ຄົນ​ບໍ່​ສົນ​ໃຈ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ບໍ່​ທໍ້​ໃຈ.

ເມື່ອ​ຜິດ​ພາດ​ແລະ​ອ່ອນແອ

3. ມີ​ຫຍັງ​ຈະ​ຊ່ອຍ​ເຮົາ​ບໍ່​ໃຫ້​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ເມື່ອ​ເຮົາ​ເຮັດ​ຜິດ?

3 ເຮົາ​ມັກ​ຈະ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ເມື່ອ​ເຮົາ​ເຮັດ​ຜິດ​ຫຼື​ຍ້ອນ​ຄວາມ​ອ່ອນແອ​ຂອງ​ເຮົາ. ດັ່ງ​ນັ້ນ​ເຮົາ​ອາດ​ຈະ​ຄິດ​ວ່າ ພະ​ເຢໂຫວາ​ຄື​ຊິ​ບໍ່​ຢາກ​ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ໂລກ​ໃໝ່. ການ​ຄິດ​ແບບ​ນີ້​ບໍ່​ດີ​ເລີຍ. ຊັ້ນ​ເຮົາ​ຄວນ​ຈະ​ເບິ່ງ​ຄວາມ​ຜິດ​ພາດ​ຂອງ​ເຮົາ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ​ນອກ​ຈາກ​ພະ​ເຢຊູ​ແລ້ວ ເຮົາ​ທຸກ​ຄົນ​ກໍ “ເຮັດ​ບາບ.” (ຣມ. 3:23) ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ແຕ່​ຂໍ້​ຜິດ​ພາດ​ແລະ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ເຮົາ​ເປັນ​ຄົນ​ສົມບູນ​ແບບ. ແຕ່​ເພິ່ນ​ຮັກ​ເຮົາ​ຄື​ກັບ​ລູກ​ແລະ​ຢາກ​ຊ່ອຍ​ເຮົາ ເພິ່ນ​ອົດ​ທົນ​ກັບ​ເຮົາ ເພິ່ນ​ເຫັນ​ວ່າ​ມັນ​ຍາກ​ທີ່​ເຮົາ​ຈະ​ເຮັດ​ສິ່ງ​ທີ່​ດີ ແລະ​ຮູ້​ວ່າ​ເຮົາ​ຮູ້ສຶກ​ຜິດ​ກັບ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ພ້ອມ​ທີ່​ຈະ​ຊ່ອຍ​ເຮົາ​ຕະຫຼອດ.—ຣມ. 7:18, 19

ພະ​ເຢໂຫວາ​ຮູ້​ທັງ​ສິ່ງ​ດີໆ​ທີ່​ເຮົາ​ເຄີຍ​ເຮັດ​ແລະ​ສິ່ງ​ທີ່​ເຮົາ​ກຳລັງ​ເຮັດ​ໃນ​ຕອນ​ນີ້ (ເບິ່ງ​ຂໍ້ 5) *

4-5. ຕາມ 1 ໂຢຮັນ 3:19, 20 ມີ​ຫຍັງ​ທີ່​ຊ່ອຍ​ພີ່ນ້ອງ​ຍິງ​ສອງ​ຄົນ​ນີ້​ໃຫ້​ເຊົາ​ທໍ້​ໃຈ?

4 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ເດໂບຣາ​ແລະ​ມາເຣຍ. * ຕອນ​ຍັງ​ນ້ອຍ​ຄອບຄົວ​ຂອງ​ເດໂບຣາ​ບໍ່​ເຄີຍ​ປະຕິບັດ​ກັບ​ລາວ​ດ້ວຍ​ຄວາມ​ຮັກ ແລະ​ລາວ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ລາວ​ບໍ່​ເຄີຍ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ເລີຍ. ດັ່ງ​ນັ້ນ​ເມື່ອ​ໃຫຍ່​ຂຶ້ນ​ມາ ລາວ​ຈຶ່ງ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ດີ. ແລະ​ເມື່ອ​ເຮັດ​ຜິດ​ເລັກໆນ້ອຍໆ ລາວ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ເຮັດ​ຫຍັງ​ກໍ​ຜິດ​ໄປ​ໝົດ. ມາເຣຍ​ກໍ​ມີ​ບັນຫາ​ຄ້າຍໆກັນ. ຍາດ​ພີ່ນ້ອງ​ໄດ້​ດູຖູກ​ລາວ​ແລະ​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ແລະ​ເຖິງ​ວ່າ​ລາວ​ໄດ້​ຮັບ​ບັບເຕມາ​ແລ້ວ ລາວ​ກໍ​ຍັງ​ຄິດ​ວ່າ​ຕົວ​ເອງ​ບໍ່​ຄູ່​ຄວນ​ທີ່​ຈະ​ເປັນ​ພະຍານ​ພະ​ເຢໂຫວາ!

5 ແຕ່​ພີ່ນ້ອງ​ສອງ​ຄົນ​ນີ້​ກໍ​ບໍ່​ໄດ້​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ອະທິດຖານ​ແລະ​ລະບາຍ​ຄວາມ​ອຸກ​ໃຈ​ກັບ​ພະ​ເຢໂຫວາ. (ເພງ. 55:22) ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ດັ່ງ​ນັ້ນ​ພະ​ເຢໂຫວາ​ເຫັນ​ສິ່ງ​ທີ່​ດີ​ໃນ​ໂຕ​ເຮົາ​ເຊິ່ງ​ເຮົາ​ອາດ​ຈະ​ເບິ່ງ​ບໍ່​ເຫັນ.—ອ່ານ 1 ໂຢຮັນ 3:19, 20

6. ຖ້າ​ບາງ​ຄົນ​ເຮັດ​ຜິດ​ຄື​ເກົ່າ​ອີກ ລາວ​ອາດ​ຮູ້ສຶກ​ແນວ​ໃດ?

6 ບາງ​ຄົນ​ອາດ​ພະຍາຍາມ​ປ່ຽນ​ນິດໄສ​ທີ່​ບໍ່​ດີ ແຕ່​ລາວ​ກໍ​ຍັງ​ເຮັດ​ຜິດ​ຄື​ເກົ່າ​ອີກ ແລ້ວ​ກໍ​ຮູ້ສຶກ​ທໍ້​ໃຈ. ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ຮູ້ສຶກ​ຜິດ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ. (2 ກຣ. 7:10) ແຕ່​ເຮົາ​ກໍ​ບໍ່​ຄວນ​ຮູ້ສຶກ​ຜິດ​ຫຼາຍ​ເກີນ​ໄປ​ຈົນ​ຄິດ​ວ່າ: ‘ຂ້ອຍ​ບໍ່​ມີ​ຄ່າ ແລະ​ພະ​ເຢໂຫວາ​ຄື​ຊິ​ບໍ່​ໃຫ້​ອະໄພ​ຂ້ອຍ​ແລ້ວ.’ ຄວາມ​ຄິດ​ແບບ​ນີ້​ບໍ່​ຖືກຕ້ອງ ເພາະ​ມັນ​ອາດ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ຂໍ​ໃຫ້​ຈື່​ສິ່ງ​ທີ່​ເຮົາ​ອ່ານ​ໃນ​ສຸພາສິດ 24:10 ທີ່​ວ່າ ເມື່ອ​ເຮົາ​ທໍ້​ໃຈ​ເຮົາ​ກໍ​ຈະ​ບໍ່​ມີ​ແຮງ. ດັ່ງ​ນັ້ນ​ໃຫ້​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ຂໍ​ໃຫ້​ເພິ່ນ​ຍົກ​ໂທດ​ໃຫ້​ເຮົາ ແລ້ວ​ເພິ່ນ​ກໍ​ຈະ​ຊ່ອຍ​ເຮົາ​ໃຫ້ “ກັບ​ມາ​ຄືນ​ດີ” ກັບ​ເພິ່ນ. (ເອຊາ. 1:18, ລ.ມ.) ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ເຈົ້າ​ສຳນຶກ​ຜິດ​ແທ້ໆແລະ​ພະຍາຍາມ​ປ່ຽນ​ແປງ​ຕົວ​ເອງ ເພິ່ນ​ກໍ​ຈະ​ຍົກ​ໂທດ​ໃຫ້​ເຈົ້າ. ອີກ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ຄວນ​ເຮັດ​ກໍ​ຄື: ຕ້ອງ​ໄປ​ເວົ້າ​ກັບ​ຜູ້​ດູ​ແລ​ໃນ​ປະຊາຄົມ ເພາະ​ເຂົາ​ເຈົ້າ​ຈະ​ຊ່ອຍ​ເຈົ້າ​ໃຫ້​ຄືນ​ດີ​ກັບ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໄດ້​ອີກ​ເທື່ອ​ໜຶ່ງ.—ຢກບ. 5:14, 15

7. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ທໍ້​ໃຈ​ຖ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ?

7 ຈອນຣຸກ​ເຊິ່ງ​ເປັນ​ຜູ້​ດູ​ແລ​ຢູ່​ຝຣັ່ງ​ໄດ້​ເວົ້າ​ເຖິງ​ຜູ້​ທີ່​ຮູ້ສຶກ​ຜິດ​ຍ້ອນ​ຄວາມ​ອ່ອນແອ​ວ່າ: “ຄົນ​ດີ​ໃນ​ສາຍ​ຕາ​ພະ​ເຢໂຫວາ​ບໍ່​ແມ່ນ​ຄົນ​ທີ່​ບໍ່​ເຄີຍ​ເຮັດ​ຜິດ ແຕ່​ເປັນ​ຄົນ​ທີ່​ສຳນຶກ​ຜິດ​ແລ້ວ​ພະຍາຍາມ​ປ່ຽນ​ແປງ​ຕົວ​ເອງ.” (ຣມ. 7:21-25) ດັ່ງ​ນັ້ນ ບໍ່​ຄວນ​ຕຳໜິ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຖ້າ​ເຈົ້າ​ຮູ້ສຶກ​ຜິດ ເພາະ​ເຮົາ​ທຸກ​ຄົນ​ກໍ​ເຮັດ​ຜິດ ແລະ​ທຸກ​ຄົນ​ກໍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະ​ເຢໂຫວາ​ໂດຍ​ທາງ​ຄ່າໄຖ່.—ອຟຊ. 1:7; 1 ຢຮ. 4:10

8. ເມື່ອ​ເຮົາ​ທໍ້​ໃຈ ເຮົາ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ໃຜ?

8 ເຮົາ​ສາມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ! ເຂົາ​ເຈົ້າ​ອາດ​ຕັ້ງ​ໃຈ​ຟັງ​ເມື່ອ​ເຮົາ​ລະບາຍ​ຄວາມ​ຮູ້ສຶກ ແລະ​ໃຫ້​ກຳລັງ​ໃຈ​ເຮົາ. (ສຸພາ. 12:25; 1 ທຊ. 5:14) ພີ່ນ້ອງ​ຈອຍ​ຢູ່​ນີເຊເຣຍ​ທີ່​ຮູ້ສຶກ​ທໍ້​ໃຈ​ບອກ​ວ່າ: “ຂ້ອຍ​ຄື​ຊິ​ອົດ​ທົນ​ບໍ່​ໄດ້​ຖ້າ​ບໍ່​ມີ​ພີ່ນ້ອງ​ມາ​ຊ່ອຍ. ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ໂດຍ​ທາງ​ພີ່ນ້ອງ. ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້​ວິທີ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຮູ້ສຶກ​ທໍ້​ໃຈ​ຄື​ກັນ.” ເຮົາ​ຕ້ອງ​ຈື່​ໄວ້​ວ່າ ພີ່ນ້ອງ​ອາດ​ຈະ​ບໍ່​ຮູ້​ວ່າ ເຮົາ​ຕ້ອງການ​ກຳລັງ​ໃຈ​ຕອນ​ໃດ. ດັ່ງ​ນັ້ນ​ເຮົາ​ຕ້ອງ​ບອກ​ເຂົາ​ເຈົ້າ ແລະ​ຂໍ​ໃຫ້​ເຂົາ​ເຈົ້າ​ຊ່ອຍ.

ເມື່ອ​ສຸຂະພາບ​ບໍ່​ດີ

9. ຄຳເພງ 41:3; 94:19 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

9 ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ຖ້າ​ເຮົາ​ເຈັບ​ປ່ວຍ​ເປັນ​ເວລາ​ຫຼາຍ​ປີ ເຮົາ​ອາດ​ຈະ​ຮູ້ສຶກ​ທໍ້​ໃຈ. ເຖິງ​ພະ​ເຢໂຫວາ​ຈະ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ເພື່ອ​ຊ່ອຍ​ເຮົາ​ໃນ​ຕອນ​ນີ້ ແຕ່​ເພິ່ນ​ກໍ​ໃຫ້​ກຳລັງ​ໃຈ​ເຮົາ​ແລະ​ຊ່ອຍ​ເຮົາ​ມີ​ກຳລັງ​ທີ່​ຈະ​ອົດ​ທົນ​ໄດ້. (ອ່ານ​ຄຳເພງ 41:3; 94:19) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ອາດ​ກະຕຸ້ນ​ພີ່ນ້ອງ​ໃຫ້​ມາ​ຊ່ອຍ​ເຮັດ​ວຽກ​ເຮືອນ​ຫຼື​ຊ່ອຍ​ໄປ​ຊື້​ເຄື່ອງ​ໃຫ້​ເຮົາ ແລະ​ອະທິດຖານ​ກັບ​ເຮົາ ຫຼື​ພະ​ເຢໂຫວາ​ອາດ​ຊ່ອຍ​ເຮົາ​ໃຫ້​ຈື່​ຂໍ້​ພະ​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ເຊິ່ງ​ເວົ້າ​ເຖິງ​ຄວາມ​ຫວັງ​ໃນ​ໂລກ​ໃໝ່​ທີ່​ເຮົາ​ຈະ​ມີ​ຊີວິດ​ທີ່​ສົມບູນ​ແບບ​ແລະ​ບໍ່​ຕ້ອງ​ເຈັບ​ປ່ວຍ​ອີກ​ເລີຍ.—ຣມ. 15:4

10. ເປັນ​ຫຍັງ​ພີ່ນ້ອງ​ອີ​ຊ້ອງ​ຈຶ່ງ​ບໍ່​ໄດ້​ຮູ້ສຶກ​ເສຍໃຈ​ຢູ່​ຕະຫຼອດ​ຫຼັງ​ຈາກ​ທີ່​ເກີດ​ອຸບັດ​ຕິ​ເຫດ?

10 ພີ່ນ້ອງ​ອີ​ຊ້ອງ​ທີ່​ຢູ່​ນີເຊເຣຍ​ເກີດ​ອຸບັດ​ຕິ​ເຫດ​ແລ້ວ​ເປັນ​ອຳມະພາດ. ໝໍ​ບອກ​ວ່າ​ລາວ​ຈະ​ຍ່າງ​ບໍ່​ໄດ້​ອີກ​ເລີຍ. ລາວ​ເວົ້າ​ວ່າ “ຂ້ອຍ​ຫົວໃຈ​ແຕກ​ສະ​ຫຼາຍ​ແລະ​ເສຍໃຈ​ຫຼາຍ.” ແຕ່​ລາວ​ເສຍໃຈ​ຢູ່​ຕະຫຼອດ​ບໍ? ບໍ່. ອັນ​ໃດ​ຊ່ອຍ​ລາວ? ລາວ​ບອກ​ວ່າ “ຂ້ອຍ​ແລະ​ເມຍ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ. ພວກ​ເຮົາ​ຍັງ​ໄດ້​ຄິດ​ເຖິງ​ສິ່ງ​ດີໆທີ່​ພະ​ເຢໂຫວາ​ໃຫ້​ເຊິ່ງ​ລວມ​ເຖິງ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່.”

ເຖິງ​ຈະ​ມີ​ຂີດ​ຈຳກັດ​ທາງ​ຮ່າງກາຍ ແຕ່​ກໍ​ຍັງ​ເຮັດ​ວຽກ​ປະກາດ​ໄດ້​ແລະ​ມີ​ຄວາມ​ສຸກ (ເບິ່ງ​ຂໍ້ 11-13)

11. ພີ່ນ້ອງ​ຊິນ​ດີ້​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ເຈັບ​ປ່ວຍ?

11 ໝໍ​ບອກ​ພີ່ນ້ອງ​ຊິນ​ດີ້​ທີ່​ຢູ່​ແມັກຊິກ​ວ່າ ລາວ​ເປັນ​ພະຍາດ​ຮ້າຍແຮງ​ທີ່​ເຮັດ​ໃຫ້​ຕາຍ​ໄດ້. ລາວ​ໄດ້​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ທໍ້​ໃຈ​ຫຼາຍ​ເກີນ​ໄປ? ຕອນ​ທີ່​ລາວ​ໄປ​ປິ່ນປົວ ລາວ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ປະກາດ​ທຸກໆມື້. ລາວ​ບອກ​ວ່າ: “ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ແທນ​ທີ່​ຈະ​ຄິດ​ເຖິງ​ບັນຫາ​ແລະ​ຄວາມ​ເຈັບ​ປ່ວຍ​ຂອງ​ຕົວ​ເອງ. ຕອນ​ທີ່​ຂ້ອຍ​ລົມ​ກັບ​ໝໍ​ຫຼື​ພະຍາບານ​ຢູ່​ຫັ້ນ ຂ້ອຍ​ກໍ​ຈະ​ຖາມ​ກ່ຽວ​ກັບ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ຖາມ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເລືອກ​ອາຊີບ​ທີ່​ຍາກ​ແບບ​ນີ້. ຈາກ​ນັ້ນ​ຂ້ອຍ​ກໍ​ເລືອກ​ເອົາ​ຫົວ​ຂໍ້​ທີ່​ເຂົາ​ເຈົ້າ​ອາດ​ຈະ​ສົນ​ໃຈ. ຫຼາຍ​ຄົນ​ທີ່​ຂ້ອຍ​ລົມ​ນຳ​ບອກ​ວ່າ ຕາມ​ປົກກະຕິ​ແລ້ວ​ຄົນ​ເຈັບ​ຈະ​ບໍ່​ໄດ້​ຖາມ​ເລື່ອງ​ຊີວິດ​ການ​ເປັນ​ຢູ່​ຂອງ​ໝໍ. ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຂອບໃຈ​ຂ້ອຍ​ທີ່​ສົນ​ໃຈ​ເຂົາ​ເຈົ້າ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ໃຫ້​ທີ່​ຢູ່​ເພື່ອ​ຂ້ອຍ​ຈະ​ຕິດ​ຕໍ່​ຫາ​ເຂົາ​ເຈົ້າ​ໄດ້. ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ຂ້ອຍ​ໃຫ້​ອົດ​ທົນ​ກັບ​ສະພາບການ​ທີ່​ຍາກ​ນີ້​ໄດ້ ແຕ່​ເພິ່ນ​ຍັງ​ໄດ້​ຊ່ອຍ​ຂ້ອຍ​ໃຫ້​ມີ​ຄວາມ​ສຸກ​ນຳ​ອີກ!”—ສຸພາ. 15:15

12-13. ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ຫຼື​ສູງ​ອາຍຸ​ສາມາດ​ປະກາດ​ໂດຍ​ວິທີ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

12 ບາງ​ຄົນ​ທີ່​ເຈັບ​ປ່ວຍ​ອາດ​ຮູ້ສຶກ​ທໍ້​ໃຈ ເພາະ​ເຂົາ​ເຈົ້າ​ບໍ່​ສາມາດ​ເຮັດ​ວຽກ​ປະກາດ​ໄດ້​ຫຼາຍ​ເທົ່າ​ທີ່​ເຂົາ​ເຈົ້າ​ຢາກ​ເຮັດ. ແຕ່​ຫຼາຍ​ຄົນ​ກໍ​ສາມາດ​ປະກາດ​ໄດ້​ເຊັ່ນ: ຢູ່​ສະຫະລັດ​ອາເມຣິກາ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ລໍໂຣ​ຕ້ອງ​ນອນ​ຢູ່​ໃນ​ເຄື່ອງ​ຈັກ​ທີ່​ຊ່ອຍ​ໃຫ້​ຫາຍ​ໃຈ​ຕັ້ງ 37 ປີ! ຊ້ຳ​ບໍ່​ໜຳ​ລາວ​ຍັງ​ເປັນ​ມະເຮັງ ແລະ​ຫຼາຍ​ເທື່ອ​ຕ້ອງ​ໄດ້​ຜ່າ​ຕັດ​ໃຫຍ່​ແລະ​ເປັນ​ພະຍາດ​ຜິວ​ໜັງ​ອີກ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ​ລາວ​ກໍ​ບໍ່​ໄດ້​ເຊົາ​ປະກາດ. ລາວ​ໄດ້​ປະກາດ​ກັບ​ພະຍາບານ​ແລະ​ຄົນ​ທີ່​ມາ​ເບິ່ງ​ແຍງ​ລາວ​ຢູ່​ເຮືອນ. ຜົນ​ເປັນ​ແນວ​ໃດ? ລາວ​ໄດ້​ຊ່ອຍ 17 ຄົນ​ໃຫ້​ມາ​ຮູ້ຈັກ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ເຢໂຫວາ! *

13 ຣິຊາດ​ເຊິ່ງ​ເປັນ​ຜູ້​ດູ​ແລ​ຢູ່​ຝຣັ່ງ​ໄດ້​ບອກ​ວິທີ​ປະກາດ​ໃຫ້​ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ທີ່​ຢູ່​ໂຮງ​ໝໍ​ຫຼື​ຢູ່​ເຮືອນ​ເຊິ່ງ​ອອກ​ໄປ​ໃສ​ບໍ່​ໄດ້. ລາວ​ບອກ​ວ່າ “ເຂົາ​ເຈົ້າ​ສາມາດ​ວາງ​ປຶ້ມ​ຫຼື​ວາລະສານ​ໄວ້​ເພື່ອ​ໃຫ້​ຄົນ​ທີ່​ຍ່າງ​ກາຍ​ໄປ​ກາຍ​ມາ​ຈະ​ເຫັນ​ແລະ​ສົນ​ໃຈ​ທີ່​ຈະ​ອ່ານ​ປຶ້ມ​ນັ້ນ. ການ​ເຮັດ​ແບບ​ນີ້​ໄດ້​ຊ່ອຍ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ບໍ່​ສາມາດ​ອອກ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ​ໄດ້.” ພີ່ນ້ອງ​ທີ່​ອອກ​ໄປ​ໃສ​ບໍ່​ໄດ້​ຍັງ​ສາມາດ​ປະກາດ​ໂດຍ​ການ​ຂຽນ​ຈົດ​ໝາຍ​ແລະ​ທາງ​ໂທລະສັບ.

ເມື່ອ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ຢາກ​ເຮັດ

14. ກະສັດ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ແນວ​ໃດ?

14 ມີ​ຫຼາຍ​ເຫດຜົນ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ຢາກ​ເຮັດ​ເຊັ່ນ: ເຮົາ​ອາດ​ອາຍຸ​ຫຼາຍ​ຂຶ້ນ ຫຼື​ມີ​ບັນຫາ​ສຸຂະພາບ ຫຼື​ອາດ​ຈະ​ເປັນ​ຍ້ອນ​ສະພາບການ​ອື່ນໆ. ຖ້າ​ເຮົາ​ເປັນ​ແບບ​ນີ້​ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ກະສັດ​ດາວິດ. ເຖິງ​ວ່າ​ດາວິດ​ບໍ່​ໄດ້​ຖືກ​ເລືອກ​ໃຫ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ສິ່ງ​ທີ່​ລາວ​ຢາກ​ເຮັດ​ແທ້ໆ ແຕ່​ລາວ​ໄດ້​ສະໜັບສະໜູນ​ຄົນ​ທີ່​ພະ​ເຢໂຫວາ​ເລືອກ​ຢ່າງ​ເຕັມທີ​ໂດຍ​ໃຫ້​ເງິນ​ແລະ​ຄຳ​ບັກ​ຫຼາຍໆເພື່ອ​ຊ່ອຍ​ໃຫ້​ວຽກ​ນີ້​ສຳເລັດ. ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ຫຼາຍ​ແທ້ໆ!—2 ຊາມ. 7:12, 13; 1 ຂ່າວ. 29:1, 3-5

15. ອັນ​ໃດ​ຊ່ອຍ​ພີ່ນ້ອງ​ຮຸກ​ໃຫ້​ເຊົາ​ທໍ້​ໃຈ?

15 ພີ່ນ້ອງ​ຮຸກ​ຢູ່​ຝຣັ່ງ​ບໍ່​ໄດ້​ເປັນ​ຜູ້​ດູ​ແລ​ຍ້ອນ​ບັນຫາ​ສຸຂະພາບ ແລະ​ແມ່ນ​ແຕ່​ເຮັດ​ວຽກ​ເຮືອນ​ເອງ​ກໍ​ບໍ່​ໄດ້. ລາວ​ບອກ​ວ່າ: “ຕອນ​ທຳອິດ​ຂ້ອຍ​ຮູ້ສຶກ​ທໍ້​ໃຈ​ຫຼາຍ​ແລະ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ແຕ່​ຕໍ່​ມາ​ຂ້ອຍ​ກໍ​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຍອມ​ຮັບ​ວ່າ​ຕົວ​ເອງ​ມີ​ຂີດ​ຈຳກັດ ແລ້ວ​ຂ້ອຍ​ກໍ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ຂ້ອຍ​ເຮັດ​ໄດ້​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ຂ້ອຍ​ຕັ້ງ​ໃຈ​ທີ່​ຈະ​ບໍ່​ຍອມ​ແພ້​ແລະ​ສູ້​ຕໍ່​ໄປ​ຄື​ກັບ​ກີເດໂອນ​ແລະ​ທະຫານ 300 ຄົນ​ທີ່​ບໍ່​ຍອມ​ແພ້​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເມື່ອຍ!”—ຕັດສິນ. 8:4

16. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ທູດ​ສະຫວັນ?

16 ເຮົາ​ຍັງ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ທູດ​ສະຫວັນ​ທີ່​ສັດ​ຊື່. ຕອນ​ທີ່​ກະສັດ​ອາກາບ​ປົກຄອງ ພະ​ເຢໂຫວາ​ໄດ້​ໃຫ້​ທູດ​ສະຫວັນ​ອອກ​ຄວາມ​ຄິດ​ເຫັນ​ວ່າ​ຈະ​ຫຼອກ​ກະສັດ​ອາກາບ​ແນວ​ໃດ. ທູດ​ສະຫວັນ​ຫຼາຍ​ອົງ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ທີ່​ຕ່າງ​ກັນ ແຕ່​ພະ​ເຢໂຫວາ​ໄດ້​ເລືອກ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ທູດ​ສະຫວັນ​ອົງ​ໜຶ່ງ ແລະ​ບອກ​ວ່າ​ລາວ​ຈະ​ເຮັດ​ໄດ້​ສຳເລັດ. (1 ກະ. 22:19-22) ທູດ​ສະຫວັນ​ອົງ​ອື່ນໆຈະ​ທໍ້​ໃຈ​ແລະ​ຄິດ​ບໍ​ວ່າ ‘ຂ້ອຍ​ຊິ​ເສຍ​ເວລາ​ໄປ​ອອກ​ຄວາມ​ຄິດ​ເຫັນ​ເຮັດ​ຫຍັງ?’ ເຂົາ​ເຈົ້າ​ຄື​ຊິ​ບໍ່​ໄດ້​ຄິດ​ແບບ​ນັ້ນ​ເພາະ​ເຂົາ​ເຈົ້າ​ຖ່ອມ​ຕົວ ແລະ​ຢາກ​ໃຫ້​ກຽດ​ທັງ​ໝົດ​ນີ້​ກັບ​ພະ​ເຢໂຫວາ.—ຕັດສິນ. 13:16-18; ພນມ. 19:10

17. ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ຢາກ​ເຮັດ?

17 ເຮົາ​ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ປະກາດ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ເລື່ອງ​ການ​ປົກຄອງ​ຂອງ​ເພິ່ນ. ເຮົາ​ອາດ​ຈະ​ໄດ້​ຮັບ​ຫຼື​ສູນ​ເສຍ​ວຽກ​ມອບ​ໝາຍ​ກໍ​ໄດ້ ແຕ່​ວຽກ​ມອບ​ໝາຍ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ. ແຕ່​ຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ຈຽມ​ຕົວ​ເຮົາ​ຈະ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ພີ່​ນ້ອງ. ດັ່ງ​ນັ້ນ​ໃຫ້​ຂໍ​ພະ​ເຢໂຫວາ​ຊ່ອຍ​ເຈົ້າ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ຈຽມ​ຕົວ​ຢູ່​ສະເໝີ. ແລະ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເຊິ່ງ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ຈຽມ​ຕົວ ແລະ​ໃຫ້​ເຕັມ​ໃຈ​ຮັບໃຊ້​ພີ່ນ້ອງ​ເທົ່າ​ທີ່​ເຮັດ​ໄດ້.—ເພງ. 138:6; 1 ປຕ. 5:5

ເມື່ອ​ເບິ່ງ​ຄື​ວ່າ​ຄົນ​ໃນ​ເຂດ​ປະກາດ​ບໍ່​ສົນ​ໃຈ

18-19. ຖ້າ​ເບິ່ງ​ຄື​ວ່າ​ຄົນ​ໃນ​ເຂດ​ປະກາດ​ບໍ່​ສົນ​ໃຈ ເຮົາ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ປະກາດ?

18 ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ເບິ່ງ​ຄື​ວ່າ​ຄົນ​ໃນ​ເຂດ​ປະກາດ​ບໍ່​ຄ່ອຍ​ສົນ​ໃຈ​ແລະ​ບໍ່​ຄ່ອຍ​ຢູ່​ເຮືອນ. ຖ້າ​ເປັນ​ແບບ​ນັ້ນ ເຮົາ​ຈະ​ຍັງ​ມີ​ຄວາມ​ຍິນດີ​ຫຼື​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ເຮົາ​ສາມາດ​ເບິ່ງ​ຄຳ​ແນະນຳ​ທີ່​ຢູ່​ໃນ​ຂອບ “ ວິທີ​ເຮັດ​ວຽກ​ປະກາດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.” ຄຳ​ແນະນຳ​ນີ້​ຍັງ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ວຽກ​ປະກາດ. ແຕ່​ເຮົາ​ຈະ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໄດ້​ແນວ​ໃດ?

19 ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ປະກາດ​ກໍ​ເພື່ອ​ໃຫ້​ຄົນ​ອື່ນ​ໄດ້​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ເພິ່ນ. ພະ​ເຢຊູ​ບອກ​ວ່າ ມີ​ໜ້ອຍ​ຄົນ​ທີ່​ຈະ​ເຂົ້າ​ມາ​ໃນ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ. (ມທ. 7:13, 14) ເມື່ອ​ເຮົາ​ປະກາດ ເຮົາ​ກໍ​ຮູ້ສຶກ​ມີ​ກຽດ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ ພະ​ເຢຊູ ແລະ​ທູດ​ສະຫວັນ. (ມທ. 28:19, 20; 1 ກຣ. 3:9; ພນມ. 14:6, 7) ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ທີ່​ຢາກ​ຮູ້ຈັກ​ເພິ່ນ​ເຂົ້າ​ມາ​ໃນ​ຄວາມ​ຈິງ. (ຢຮ. 6:44) ດັ່ງ​ນັ້ນ ຖ້າ​ຜູ້​ທີ່​ເຮົາ​ເວົ້າ​ນຳ​ບໍ່​ຢາກ​ຟັງ​ເລື່ອງ​ພະ​ເຢໂຫວາ​ໃນ​ຕອນ​ນີ້ ລາວ​ອາດ​ຈະ​ຢາກ​ຟັງ​ເທື່ອ​ໜ້າ​ກໍ​ໄດ້.

20. ເຢເຣມີ 20:8, 9 ຊ່ອຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ທໍ້​ໃຈ?

20 ເຮົາ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ເລື່ອງ​ຜູ້​ພະຍາກອນ​ເຢເຣມີ. ຄົນ​ໃນ​ເຂດ​ທີ່​ລາວ​ປະກາດ​ບໍ່​ຢາກ​ຟັງ​ລາວ ເຂົາ​ເຈົ້າ​ທັງ​ດ່າ​ທັງ​ເວົ້າ​ໃສ່​ລາວ ‘ໝົດ​ມື້.’ (ອ່ານ​ເຢເຣມີ 20:8, 9) ລາວ​ທໍ້​ໃຈ​ເຖິງ​ຂັ້ນ​ວ່າ​ຢາກ​ຍອມ​ແພ້ ແຕ່​ລາວ​ກໍ​ບໍ່​ໄດ້​ຍອມ​ແພ້. ຍ້ອນ​ຫຍັງ? ຍ້ອນ “ຄຳ​ຂອງ​ພະ​ເຢໂຫວາ” ເປັນ​ຄື​ກັບ​ໄຟ​ທີ່​ຢູ່​ໃນ​ໃຈ​ລາວ. ລາວ​ຈຶ່ງ​ເກັບ​ມັນ​ໄວ້​ບໍ່​ໄດ້. ຄ້າຍ​ຄື​ກັນ ຖ້າ​ເຮົາ​ໃຫ້​ຄຳ​ສອນ​ຂອງ​ພະ​ເຢໂຫວາ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຮົາ ເຮົາ​ກໍ​ຈະ​ຢາກ​ເວົ້າ​ມັນ​ອອກ​ມາ. ນີ້​ເປັນ​ເຫດຜົນ​ທີ່​ເຮົາ​ຕ້ອງ​ສຶກສາ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ທຸກໆມື້. ແລ້ວ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໃນ​ວຽກ​ປະກາດ​ແລະ​ຜູ້​ຄົນ​ກໍ​ອາດ​ຈະ​ຟັງ​ເຮົາ​ຫຼາຍ​ຂຶ້ນ​ນຳ.—ຢເຣ. 15:16

21. ບໍ່​ວ່າ​ເຮົາ​ຈະ​ທໍ້​ໃຈ​ດ້ວຍ​ເຫດຜົນ​ໃດ​ກໍ​ຕາມ ເຮົາ​ຈະ​ເຊົາ​ທໍ້​ໃຈ​ໄດ້​ແນວ​ໃດ?

21 ເດໂບຣາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ “ອາວຸດ​ຢ່າງ​ໜຶ່ງ​ທີ່​ຊາຕານ​ໃຊ້​ແມ່ນ​ການ​ເຮັດ​ໃຫ້​ເຮົາ​ທໍ້​ໃຈ.” ແຕ່​ອາວຸດ​ຂອງ​ຊາຕານ​ໃຊ້​ບໍ່​ໄດ້​ກັບ​ພະ​ເຢໂຫວາ. ດັ່ງ​ນັ້ນ​ຖ້າ​ເຈົ້າ​ຮູ້ສຶກ​ທໍ້​ໃຈ​ບໍ່​ວ່າ​ຍ້ອນ​ເຫດຜົນ​ໃດ​ກໍ​ຕາມ ໃຫ້​ຂໍ​ພະ​ເຢໂຫວາ​ຊ່ອຍ​ເຈົ້າ. ເພິ່ນ​ຈະ​ຊ່ອຍ​ເຮົາ​ເມື່ອ​ເຮົາ​ຮູ້ສຶກ​ຜິດ​ແລະ​ອ່ອນແອ. ເພິ່ນ​ຈະ​ຊ່ອຍ​ເຮົາ​ເມື່ອ​ເຮົາ​ເຈັບ​ປ່ວຍ. ເພິ່ນ​ຈະ​ຊ່ອຍ​ເຮົາ​ໃຫ້​ເບິ່ງ​ວຽກ​ມອບ​ໝາຍ​ໃນ​ແບບ​ທີ່​ຖືກຕ້ອງ. ແລະ​ເພິ່ນ​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ໃນ​ວຽກ​ປະກາດ. ນອກ​ຈາກ​ນັ້ນ ໃຫ້​ລະບາຍ​ຄວາມ​ຮູ້ສຶກ​ທັງ​ໝົດ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ ແລະ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ ເຮົາ​ຈະ​ເຊົາ​ທໍ້​ໃຈ​ໄດ້.

ເພງ 41 ຂໍ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ

^ ຂໍ້ 5 ບາງ​ຄັ້ງ​ເຮົາ​ທຸກ​ຄົນ​ຮູ້ສຶກ​ທໍ້​ໃຈ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເມື່ອ​ຮູ້ສຶກ​ທໍ້​ໃຈ. ແລ້ວ​ເຮົາ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ເຊົາ​ທໍ້​ໃຈ​ໄດ້​ແນວ​ໃດ.

^ ຂໍ້ 4 ບາງ​ຊື່​ເປັນ​ຊື່​ສົມມຸດ.

^ ຂໍ້ 12 ອ່ານ​ເລື່ອງ​ຂອງ​ລໍໂຣ ນິດສ໌ເບັດ​ໃນ ຕື່ນເຖີດ! 8 ກຸມພາ 1993 (ພາສາ​ໄທ)

^ ຂໍ້ 69 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ທໍ້​ໃຈ​ໄດ້​ອະທິດຖານ​ແລະ​ຄິດ​ເຖິງ​ສິ່ງ​ທີ່​ລາວ​ເຄີຍ​ເຮັດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ແລະ​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮູ້​ສິ່ງ​ທີ່​ລາວ​ໄດ້​ເຮັດ​ແລະ​ສິ່ງ​ທີ່​ລາວ​ກຳລັງ​ເຮັດ.