ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ໃຫ້​ເຮັດ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ໄດ້​ຮັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ!

ໃຫ້​ເຮັດ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ໄດ້​ຮັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ!

ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຈົດ​ໝາຍ​ຈາກ​ໝູ່​ສະໜິດ​ເຊິ່ງ​ໃຫ້​ກຳລັງ​ໃຈ​ເຈົ້າ? 2 ຕີໂມທຽວ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ກໍ​ເປັນ​ຈົດ​ໝາຍ​ແບບ​ນັ້ນ​ທີ່​ຕີໂມທຽວ​ໄດ້​ຮັບ​ຈາກ​ອັກຄະສາວົກ​ໂປໂລ. ຕີໂມທຽວ​ຄື​ຊິ​ຕັ້ງ​ໃຈ​ອ່ານ​ຈົດ​ໝາຍ​ນີ້​ໃນ​ບ່ອນ​ທີ່​ບໍ່​ມີ​ໃຜ​ລົບກວນ. ຕອນ​ທີ່​ຕີໂມທຽວ​ອ່ານ​ຈົດ​ໝາຍ​ນີ້ ລາວ​ອາດ​ຈະ​ຄິດ​ວ່າ: ‘ຕອນ​ນີ້​ໂປໂລ​ເປັນ​ແນວ​ໃດ? ລາວ​ຈະ​ມີ​ຄຳ​ແນະນຳ​ເພື່ອ​ຊ່ອຍ​ຂ້ອຍ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ໄດ້​ດີ​ຂຶ້ນ​ບໍ? ຫຼື​ລາວ​ຈະ​ມີ​ຄຳ​ແນະນຳ​ທີ່​ຊ່ອຍ​ຂ້ອຍ​ໃຫ້​ເຮັດ​ວຽກ​ປະກາດ​ແລະ​ສອນ​ຄົນ​ອື່ນ​ໄດ້​ດີ​ຂຶ້ນ​ບໍ?’ ຕີໂມທຽວ​ບໍ່​ພຽງ​ແຕ່​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ນັ້ນ ແຕ່​ລາວ​ໄດ້​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ອີກ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບາງ​ຈຸດ​ທີ່​ຊ່ອຍ​ເຮົາ​ໄດ້​ໃນ​ປັດຈຸບັນ.

“ຂ້ອຍ​ຈຶ່ງ​ອົດ​ທົນ​ທຸກ​ສິ່ງ​ຕໍ່​ໄປ”

ຕອນ​ທີ່​ຕີໂມທຽວ​ເລີ່ມ​ອ່ານ​ຈົດ​ໝາຍ​ນີ້ ລາວ​ກໍ​ຮູ້ສຶກ​ໄດ້​ເລີຍ​ວ່າ​ໂປໂລ​ເປັນ​ຫ່ວງ​ລາວ​ຫຼາຍ. ໂປໂລ​ເອີ້ນ​ລາວ​ຢ່າງ​ອົບອຸ່ນ​ວ່າ “ລູກ​ຮັກ.” (2 ຕມ. 1:2) ຕີໂມທຽວ​ໄດ້​ຮັບ​ຈົດ​ໝາຍ​ນີ້​ປະມານ​ປີ ຄ.ສ 65. ຕອນ​ນັ້ນ​ລາວ​ອາດ​ຈະ​ອາຍຸ​ຫຼາຍ​ກວ່າ 30 ປີ ແລະ​ກໍ​ເປັນ​ຜູ້​ດູ​ແລ​ທີ່​ມີ​ປະສົບການ​ແລ້ວ. ລາວ​ໄດ້​ເຮັດ​ວຽກ​ຮັບໃຊ້​ກັບ​ໂປໂລ​ຫຼາຍ​ກວ່າ 10 ປີ ແລະ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ໂປໂລ.

ຕີໂມທຽວ​ຄື​ຊິ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆທີ່​ຮູ້​ວ່າ​ໂປໂລ​ຍັງ​ສັດ​ຊື່​ເຖິງ​ຈະ​ເຈິ​ຄວາມ​ຍາກ​ລຳບາກ​ຫຼາຍ​ຢ່າງ. ໂປໂລ​ເປັນ​ນັກ​ໂທດ​ຢູ່​ໃນ​ໂຣມ​ແລະ​ອີກ​ບໍ່​ດົນ​ກໍ​ຈະ​ຖືກ​ປະຫານ​ຊີວິດ. (2 ຕມ. 1:15, 16; 4:6-8) ຕີໂມທຽວ​ຍັງ​ເຫັນ​ວ່າ​ໂປໂລ​ເປັນ​ຄົນ​ກ້າຫານ​ຍ້ອນ​ຄຳເວົ້າ​ຂອງ​ໂປໂລ​ທີ່​ວ່າ: “ຂ້ອຍ​ຈຶ່ງ​ອົດ​ທົນ​ທຸກ​ສິ່ງ​ຕໍ່​ໄປ.” (2 ຕມ. 2:8-13) ຕົວຢ່າງ​ຂອງ​ໂປໂລ​ທີ່​ອົດ​ທົນ​ຢ່າງ​ສັດ​ຊື່​ກໍ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຄື​ກັນ.

“ກະຕືລືລົ້ນ​ໃນ​ການ​ໃຊ້​ຄວາມ​ສາມາດ”

ໂປໂລ​ກະຕຸ້ນ​ຕີໂມທຽວ​ໃຫ້​ຖື​ວ່າ​ວຽກ​ຮັບໃຊ້​ພະເຈົ້າ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. ລາວ​ຢາກ​ໃຫ້​ຕີໂມທຽວ “ກະຕືລືລົ້ນ​ໃນ​ການ​ໃຊ້​ຄວາມ​ສາມາດ [ຂອງ​ຂວັນ] ທີ່​ມາ​ຈາກ​ພະເຈົ້າ.” (2 ຕມ. 1:6) ໃນ​ພາສາ​ກຣີກ​ຄຳ​ວ່າ ຄາຣິດສະມາ ທີ່​ແປ​ວ່າ “ຂອງ​ຂວັນ” ໃນ​ພາສາ​ເດີມ​ອາດ​ໝາຍ​ເຖິງ​ຂອງ​ຂວັນ​ທີ່​ໄດ້​ຮັບ​ລ້າໆໂດຍ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ​ແລະ​ກໍ​ບໍ່​ສົມຄວນ​ໄດ້​ຮັບ​ດ້ວຍ​ຊ້ຳ. ຕີໂມທຽວ​ໄດ້​ຮັບ​ຂອງ​ຂວັນ​ນີ້​ຕອນ​ທີ່​ລາວ​ຖືກ​ເລືອກ​ໃຫ້​ເຮັດ​ວຽກ​ຮັບໃຊ້​ໃນ​ປະຊາຄົມ​ແບບ​ພິເສດ.—1 ຕມ. 4:14

ໂປໂລ​ກະຕຸ້ນ​ຕີໂມທຽວ​ໃຫ້​ເຮັດ​ຫຍັງ​ກັບ​ຂອງ​ຂວັນ​ນີ້? ຕອນ​ທີ່​ຕີໂມທຽວ​ອ່ານ​ຄຳ​ວ່າ “ກະຕືລືລົ້ນ” ລາວ​ອາດ​ຈະ​ຄິດ​ເຖິງ​ເຕົາ​ໄຟ​ເຊິ່ງ​ໃຊ້​ຢູ່​ໃນ​ເຮືອນ. ເພື່ອ​ຈະ​ໃຫ້​ໄຟ​ລຸກ​ຢູ່​ຕະຫຼອດ​ແລະ​ຮ້ອນ​ຫຼາຍ​ຂຶ້ນ​ກໍ​ຕ້ອງ​ຕື່ມ​ຟືນ​ແລະ​ຖ່ານ​ເຂົ້າ​ໄປ. ວັດຈະນານຸກົມ​ຫົວ​ໜຶ່ງ​ບອກ​ວ່າ​ຄຳ​ກິລິຍາ​ພາສາ​ກຣີກ ອານາໂຊໄພລີໂອ ທີ່​ໂປໂລ​ໃຊ້​ໝາຍ​ເຖິງ “ເປົ່າ​ໃຫ້​ໄຟ​ລຸກ ກະຕຸ້ນ ຫຼື​ເຮັດ​ໃຫ້​ໄຟ​ລຸກ​ອີກ” ຄຳ​ນີ້​ເປັນ​ຄຳ​ປຽບ​ທຽບ​ໃຫ້​ເຫັນ​ເຖິງ​ຄວາມ​ຕື່ນ​ເຕັ້ນ​ແລະ​ຄວາມ​ກະຕືລືລົ້ນ​ໃນ​ການ​ເຮັດ​ວຽກ​ບາງ​ຢ່າງ. ດັ່ງ​ນັ້ນ ໂປໂລ​ກໍ​ກຳລັງ​ບອກ​ຕີໂມທຽວ​ວ່າ: ‘ໃຫ້​ເຮັດ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ໄດ້​ຮັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ!’ ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ ເຮົາ​ຕ້ອງ​ເປັນ​ຄົນ​ກະຕືລືລົ້ນ​ໃນ​ການ​ເຮັດ​ວຽກ​ຮັບໃຊ້​ພະເຈົ້າ.

‘ໃຫ້​ເກັບ​ຮັກສາ​ສິ່ງ​ມີ​ຄ່າ​ນີ້​ໄວ້’

ໃນ​ຈົດ​ໝາຍ​ນັ້ນ ໂປໂລ​ຍັງ​ໄດ້​ເວົ້າ​ເຖິງ​ບາງ​ສິ່ງ​ທີ່​ຊ່ອຍ​ໃຫ້​ຕີໂມທຽວ​ເຮັດ​ວຽກ​ຮັບໃຊ້​ໄດ້​ດີ. ໂປໂລ​ຂຽນ​ວ່າ “ສິ່ງ​ມີ​ຄ່າ​ນີ້​ທີ່​ຝາກ​ໄວ້​ກັບ​ເຈົ້າ ໃຫ້​ເກັບ​ຮັກສາ​ໄວ້​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະລັງ​ບໍລິສຸດ​ທີ່​ມີ​ຢູ່​ໃນ​ຕົວ​ພວກ​ເຮົາ.” (2 ຕມ. 1:14) ສິ່ງ​ທີ່​ມີ​ຄ່າ​ນີ້​ແມ່ນ​ຫຍັງ? ແລະ​ຕີໂມທຽວ​ຕ້ອງ​ເຮັດ​ຫຍັງ​ກັບ​ສິ່ງ​ທີ່​ມີ​ຄ່າ​ນີ້? ຂໍ້​ພະ​ຄຳພີ​ກ່ອນ​ໜ້າ​ນີ້ ໂປໂລ​ເວົ້າ​ເຖິງ “ຄຳ​ສອນ​ທີ່​ເປັນ​ປະໂຫຍດ” ເຊິ່ງ​ກໍ​ຄື​ຄວາມ​ຈິງ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. (2 ຕມ. 1:13) ເນື່ອງ​ຈາກ​ເປັນ​ຄລິດສະຕຽນ ຕີໂມທຽວ​ຈຶ່ງ​ຕ້ອງ​ສອນ​ຄວາມ​ຈິງ ໃຫ້​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ແລະ​ຄົນ​ອື່ນໆໃນ​ເຂດ​ປະກາດ. (2 ຕມ. 4:1-5) ແລະ​ຕີໂມທຽວ​ກໍ​ຍັງ​ເປັນ​ຜູ້​ດູ​ແລ​ທີ່​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພະເຈົ້າ. (1 ປຕ. 5:2) ດັ່ງ​ນັ້ນ ເພື່ອ​ຕີໂມທຽວ​ຈະ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໄດ້ ລາວ​ຕ້ອງ​ເພິ່ງ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ແລະ​ໃຊ້​ຄຳພີ​ໄບເບິນ.—2 ຕມ. 3:14-17

ໃນ​ທຸກ​ມື້​ນີ້ ເຮົາ​ກໍ​ຕ້ອງ​ສອນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ຄື​ກັນ. (ມທ. 28:19, 20) ແລະ​ເພື່ອ​ຈະ​ເຫັນ​ວ່າ​ຄວາມ​ຈິງ​ທີ່​ເຮົາ​ສອນ​ນັ້ນ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ ເຮົາ​ກໍ​ຕ້ອງ​ອະທິດຖານ​ແລະ​ສຶກສາ​ຄຳພີ​ໄບເບິນ​ເປັນ​ປະຈຳ. (ຣມ. 12:11, 12; 1 ຕມ. 4:13, 15, 16) ນອກ​ຈາກ​ນັ້ນ ເຮົາ​ອາດ​ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ໃນ​ປະຊາຄົມ ຫຼື​ເປັນ​ຜູ້​ຮັບໃຊ້​ເຕັມ​ເວລາ. ຖ້າ​ເຮົາ​ໄດ້​ວຽກ​ມອບ​ໝາຍ​ແບບ​ນັ້ນ ເຮົາ​ກໍ​ຄວນ​ເປັນ​ຄົນ​ຖ່ອມ​ໂຕ​ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ອຍ​ເຮົາ​ເຮັດ​ວຽກ​ນີ້​ໄດ້. ການ​ເຮັດ​ແບບ​ນີ້​ກໍ​ສະແດງ​ວ່າ ເຮົາ​ເຫັນ​ຄ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ທີ່​ພະເຈົ້າ​ໃຫ້​ເຮົາ​ແທ້ໆ.

“ສິ່ງ​ຕ່າງໆ . . . ນັ້ນ ໃຫ້​ມອບ​ໄວ້​ແກ່​ຄົນ​ທີ່​ສັດ​ຊື່”

ຕີໂມທຽວ​ຕ້ອງ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ວຽກ​ທີ່​ລາວ​ກຳລັງ​ເຮັດ ນີ້​ເປັນ​ເຫດຜົນ​ທີ່​ໂປໂລ​ບອກ​ລາວ​ວ່າ “ສິ່ງ​ຕ່າງໆທີ່​ເຈົ້າ​ໄດ້​ຍິນ​ຈາກ​ຂ້ອຍ . . . ໃຫ້​ມອບ​ໄວ້​ແກ່​ຄົນ​ທີ່​ສັດ​ຊື່​ເຊິ່ງ​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ສອນ​ຄົນ​ອື່ນ​ໄດ້.” (2 ຕມ. 2:2) ໂປໂລ​ບອກ​ຕີໂມທຽວ​ໃຫ້​ສອນ​ທຸກ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ມາ​ໃຫ້​ກັບ​ພີ່ນ້ອງ​ຄົນ​ອື່ນໆ. ໃນ​ທຸກ​ມື້​ນີ້ ຜູ້​ດູ​ແລ​ໃນ​ປະຊາຄົມ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. ຜູ້​ດູ​ແລ​ທີ່​ດີ​ຈະ​ບໍ່​ຫວງ​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ມອບ​ໝາຍ​ໄວ້​ຜູ້​ດຽວ ແຕ່​ລາວ​ຈະ​ສອນ​ພີ່ນ້ອງ​ຄົນ​ອື່ນໆໃຫ້​ສາມາດ​ເຮັດ​ວຽກ​ມອບ​ໝາຍ​ນັ້ນ​ໄດ້. ລາວ​ຈະ​ບໍ່​ຢ້ານ​ວ່າ​ຄົນ​ອື່ນ​ຈະ​ມີ​ຄວາມ​ຮູ້​ຫຼາຍ​ກວ່າ ຫຼື​ເຮັດ​ວຽກ​ໄດ້​ດີ​ກວ່າ​ລາວ. ດັ່ງ​ນັ້ນ​ຜູ້​ດູ​ແລ​ຕ້ອງ​ບໍ່​ສອນ​ແຕ່​ຄວາມ​ຮູ້​ພື້ນຖານ​ເທົ່າ​ນັ້ນ ແຕ່​ລາວ​ຕ້ອງ​ສອນ​ເຂົາ​ເຈົ້າ​ໃຫ້​ຄິດ​ຫາ​ເຫດຜົນ​ແລະ​ເຂົ້າ​ໃຈ​ສະພາບການ​ໄດ້​ຢ່າງ​ຖືກຕ້ອງ​ເພື່ອ​ຈະ​ເປັນ​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ເມື່ອ​ເຮັດ​ແບບ​ນັ້ນ “ຄົນ​ທີ່​ສັດ​ຊື່” ຫຼື​ພີ່ນ້ອງ​ຊາຍ​ທີ່​ລາວ​ສອນ​ກໍ​ຈະ​ສາມາດ​ຊ່ອຍ​ປະຊາຄົມ​ໄດ້​ຫຼາຍ​ຂຶ້ນ.

ຕີໂມທຽວ​ຄື​ຊິ​ເຫັນ​ຄ່າ​ຈົດ​ໝາຍ​ທີ່​ໃຫ້​ກຳລັງ​ໃຈ​ຈາກ​ໂປໂລ​ຫຼາຍ​ແທ້ໆ. ເຮົາ​ນຶກ​ພາບ​ໄດ້​ເລີຍ​ວ່າ ຕີໂມທຽວ​ຄື​ຊິ​ອ່ານ​ຄຳ​ແນະນຳ​ໃນ​ຈົດ​ໝາຍ​ນັ້ນ​ຫຼາຍ​ເທື່ອ ແລະ​ຄິດ​ເຖິງ​ວິທີ​ທີ່​ຈະ​ເອົາ​ຄຳ​ແນະນຳ​ນັ້ນ​ມາ​ໃຊ້​ໃນ​ວຽກ​ມອບ​ໝາຍ​ຂອງ​ລາວ.

ແລ້ວ​ເຮົາ​ຈະ​ໃຊ້​ຄຳ​ແນະນຳ​ນີ້​ແນວ​ໃດ? ເຮົາ​ຕ້ອງ​ພະຍາຍາມ​ກະຕືລືລົ້ນ​ໃນ​ການ​ໃຊ້​ຄວາມ​ສາມາດ ຮັກສາ​ສິ່ງ​ທີ່​ມີ​ຄ່າ​ໄວ້ ແລະ​ສອນ​ທຸກ​ຢ່າງ​ທີ່​ເຮົາ​ຮູ້​ໃຫ້​ກັບ​ຄົນ​ອື່ນ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ “ເຮັດ​ວຽກ​ຮັບໃຊ້​ຂອງ [ເຮົາ] ໃຫ້​ສຳເລັດ​ຄົບ​ຖ້ວນ” ຄື​ກັບ​ທີ່​ໂປໂລ​ບອກ​ຕີໂມທຽວ.—2 ຕມ. 4:5