ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 1

ໃຫ້​ມີ​ໃຈ​ສະຫງົບ​ແລະ​ເພິ່ງ​ພະ​ເຢໂຫວາ

ໃຫ້​ມີ​ໃຈ​ສະຫງົບ​ແລະ​ເພິ່ງ​ພະ​ເຢໂຫວາ

ຂໍ້​ພະ​ຄຳພີ​ປະຈຳ​ປີ 2021: “ຖ້າ​ພວກ​ເຈົ້າ​ມີ​ໃຈ​ທີ່​ສະຫງົບ​ແລະ​ໄວ້​ວາງໃຈ​ເຮົາ ພວກ​ເຈົ້າ​ກໍ​ຈະ​ມີ​ຄວາມ​ເຂັ້ມແຂງ.”—ເອຊາ. 30:15, ລ.ມ.

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ບາງ​ຄົນ​ອາດ​ຖາມ​ຄື​ກັບ​ກະສັດ​ດາວິດ​ແນວ​ໃດ?

ເຮົາ​ທຸກ​ຄົນ​ຢາກ​ມີ​ໃຈ​ສະຫງົບ​ແລະ​ມີ​ຄວາມ​ສຸກ. ບໍ່​ມີ​ໃຜ​ດອກ​ທີ່​ຢາກ​ອຸກ​ໃຈ. ແຕ່​ບາງ​ເທື່ອ​ເຮົາ​ອາດ​ຈະ​ຮູ້ສຶກ​ອຸກ​ໃຈ. ນີ້​ເປັນ​ເຫດຜົນ​ທີ່​ຜູ້​ຮັບໃຊ້​ພະ​ເຢໂຫວາ​ບາງ​ຄົນ​ອາດ​ຖາມ​ຄື​ກັບ​ກະສັດ​ດາວິດ​ຖາມ​ພະ​ເຢໂຫວາ​ວ່າ: “ຂ້ອຍ​ຈະ​ຕ້ອງ​ກັງວົນ​ແລະ​ເສົ້າໃຈ​ທຸກ​ມື້​ໄປ​ອີກ​ດົນ​ປານ​ໃດ?”—ເພງ. 13:2, ລ.ມ.

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຖິງ​ວ່າ​ບາງ​ເທື່ອ​ເຮົາ​ອາດ​ຈະ​ຮູ້ສຶກ​ອຸກ​ໃຈ ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ອຸກ​ໃຈ​ໜ້ອຍ​ລົງ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຮຽນ​ບາງ​ເລື່ອງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອຸກ​ໃຈ ແລະ​ເຮົາ​ຈະ​ມາ​ຮຽນ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້ 6 ຢ່າງ​ເຊິ່ງ​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ເມື່ອ​ມີ​ບັນຫາ.

ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອຸກ​ໃຈ?

3. ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ອຸກ​ໃຈ​ເຊິ່ງ​ເຮົາ​ຄວບຄຸມ​ບໍ່​ໄດ້?

3 ມີ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອຸກ​ໃຈ ແລະ​ກໍ​ມີ​ບາງ​ຢ່າງ​ທີ່​ເຮົາ​ຄວບຄຸມ​ບໍ່​ໄດ້​ເຊັ່ນ: ຄ່າ​ກິນ ຄ່າ​ຢູ່ ເຄື່ອງ​ນຸ່ງ​ຂອງ​ຖື​ທີ່​ມັກ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ. ຫຼື​ເຮົາ​ບໍ່​ສາມາດ​ຫ້າມ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ຢູ່​ໂຮງ​ຮຽນ​ທີ່​ພະຍາຍາມ​ກົດ​ດັນ​ເຮົາ​ໃຫ້​ເຮັດ​ຜິດ​ສິນລະທຳ​ຫຼື​ເຮັດ​ສິ່ງ​ທີ່​ບໍ່​ສັດ​ຊື່​ໄດ້. ແລະ​ເຮົາ​ກໍ​ຫ້າມ​ບໍ່​ໃຫ້​ມີ​ອາ​ຊະ​ຍາ​ກຳ​ເກີດ​ຂຶ້ນ​ໃນ​ບ່ອນ​ທີ່​ເຮົາ​ຢູ່​ບໍ່​ໄດ້. ເຮົາ​ເຈິ​ບັນຫາ​ແບບ​ນີ້​ກໍ​ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ທີ່​ຫຼາຍ​ຄົນ​ບໍ່​ໄດ້​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ຊາຕານ​ທີ່​ເປັນ​ຜູ້​ປົກຄອງ​ໂລກ​ນີ້​ຍັງ​ຮູ້​ວ່າ ຜູ້​ຮັບໃຊ້​ພະ​ເຢໂຫວາ​ບາງ​ຄົນ​ຈະ​ເຊົາ​ຮັບໃຊ້​ເພິ່ນ​ຍ້ອນ “ອຸກ​ໃຈ​ກັບ​ຊີວິດ​ໃນ​ໂລກ​ນີ້.” (ມທ. 13:22; 1 ຢຮ. 5:19) ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ແປກ​ໃຈ​ເລີຍ​ວ່າ ເປັນ​ຫຍັງ​ໂລກ​ນີ້​ຈຶ່ງ​ມີ​ແຕ່​ບັນຫາ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ອຸກ​ໃຈ!

4. ເຮົາ​ອາດ​ເປັນ​ແນວ​ໃດ​ເມື່ອ​ມີ​ບັນຫາ​ຫຼາຍ​ຢ່າງ?

4 ເຮົາ​ອາດ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ຮູ້ສຶກ​ອຸກ​ໃຈ​ເຊັ່ນ: ເຮົາ​ອາດ​ຢ້ານ​ວ່າ​ຈະ​ບໍ່​ມີ​ເງິນ​ພໍ​ໃຊ້ ຫຼື​ຢ້ານ​ວ່າ​ຖ້າ​ເຈັບ​ປ່ວຍ​ຈະ​ເຮັດ​ວຽກ​ບໍ່​ໄດ້​ຫຼື​ຕົກ​ວຽກ. ແລະ​ເຮົາ​ອາດ​ຢ້ານ​ວ່າ​ຈະ​ບໍ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ເມື່ອ​ຖືກ​ລໍ້​ໃຈໃຫ້​ເຮັດ​ຜິດ. ອີກ​ບໍ່​ດົນ​ຊາຕານ​ຈະ​ໃຊ້​ພວກ​ຜູ້​ຕໍ່​ຕ້ານ​ມາ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ ແລະ​ເຮົາ​ອາດ​ຢ້ານ​ວ່າ​ບໍ່​ຮູ້​ຊິ​ເຮັດ​ແນວ​ໃດ​ເມື່ອ​ເກີດ​ເຫດການ​ແບບ​ນັ້ນ. ເຮົາ​ອາດ​ຄິດ​ວ່າ ‘ຜິດ​ບໍ​ທີ່​ຈະ​ຮູ້ສຶກ​ອຸກ​ໃຈ​ກັບ​ສິ່ງ​ເຫຼົ່າ​ນີ້?’

5. ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ເພິ່ນ​ບອກ​ວ່າ “ໃຫ້​ເຊົາ​ອຸກ​ໃຈ”?

5 ພະ​ເຢຊູ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ “ໃຫ້​ເຊົາ​ອຸກ​ໃຈ.” (ມທ. 6:25) ເພິ່ນ​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຄວນ​ອຸກ​ໃຈ​ຫຍັງ​ເລີຍ​ບໍ? ບໍ່​ແມ່ນ. ເພາະ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ບາງ​ຄົນ​ໃນ​ສະໄໝ​ອະດີດ​ກໍ​ຮູ້ສຶກ​ອຸກ​ໃຈ​ຄື​ກັນ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ພໍ​ໃຈ​ເຂົາ​ເຈົ້າ​ຢູ່. * (1 ກະ. 19:4; ເພງ. 6:3) ພະ​ເຢຊູ​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ແທ້ໆ ເພິ່ນ​ບໍ່​ຢາກ​ໃຫ້​ເຮົາ​ອຸກ​ໃຈ​ກັບ​ສິ່ງ​ເຫຼົ່າ​ນີ້​ຫຼາຍ​ເກີນ​ໄປ​ເພາະ​ມັນ​ອາດ​ສົ່ງ​ຜົນ​ຕໍ່​ວຽກ​ຮັບໃຊ້​ພະ​ເຢໂຫວາ. ແລ້ວ​ມີ​ຫຍັງ​ແດ່​ທີ່​ເຮົາ​ຕ້ອງ​ເຮັດ​ເມື່ອ​ຮູ້ສຶກ​ອຸກ​ໃຈ?—ເບິ່ງ​ຂອບ “ ສິ່ງ​ທີ່​ເຮັດ​ໄດ້.”

ຫົກ​ຢ່າງ​ທີ່​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ

ເບິ່ງ​ຂໍ້ 6 *

6. ຕາມ​ຟີລິບປອຍ 4:6, 7 ອັນ​ໃດ​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ?

6 (1) ອະທິດຖານ​ເລື້ອຍໆ. ເມື່ອ​ເຈົ້າ​ອຸກ​ໃຈ ເຈົ້າ​ສາມາດ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ອຍ​ເຈົ້າ. (1 ປຕ. 5:7) ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ໂດຍ​ໃຫ້​ເຈົ້າ​ມີ “ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ [ມະນຸດ] ທຸກ​ຢ່າງ.” (ອ່ານ​ຟີລິບປອຍ 4:6, 7) ພະ​ເຢໂຫວາ​ຈະ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ.—ຄລຕ. 5:22

7. ເຮົາ​ຄວນ​ອະທິດຖານ​ແບບ​ໃດ?

7 ເມື່ອ​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ ໃຫ້​ບອກ​ຄວາມ​ຮູ້ສຶກ​ທຸກ​ຢ່າງ​ກັບ​ເພິ່ນ​ແລະ​ເວົ້າ​ແບບ​ເຈາະ​ຈົງ. ບອກ​ເພິ່ນ​ໃຫ້​ຮູ້​ວ່າ​ເຈົ້າ​ມີ​ບັນຫາ​ຫຍັງ ແລະ​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ບັນຫາ​ນັ້ນ. ຖ້າ​ເຫັນ​ວ່າ​ບັນຫາ​ນັ້ນ​ຍັງ​ພໍ​ມີ​ທາງ​ແກ້ໄຂ ກໍ​ໃຫ້​ຂໍ​ສະຕິປັນຍາ​ແລະ​ກຳລັງ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ແກ້ໄຂ​ໄດ້. ຖ້າ​ຫາກ​ວ່າ​ບັນຫາ​ນັ້ນ​ແກ້ໄຂ​ບໍ່​ໄດ້ ໃຫ້​ຂໍ​ພະ​ເຢໂຫວາ​ຊ່ອຍ​ບໍ່​ໃຫ້​ເຈົ້າ​ອຸກ​ໃຈ​ຫຼາຍ​ເກີນ​ໄປ. ເມື່ອ​ເຈົ້າ​ອະທິດຖານ​ແບບ​ເຈາະ​ຈົງ ເຈົ້າ​ກໍ​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ. ແຕ່​ຖ້າ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຍັງ​ບໍ່​ໄດ້​ຮັບ​ຄຳຕອບ​ທັນທີ ກໍ​ຢ່າ​ຟ້າວ​ທໍ້​ໃຈ. ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຢາກ​ໃຫ້​ເຈົ້າ​ອະທິດຖານ​ແບບ​ເຈາະ​ຈົງ ແຕ່​ຢາກ​ໃຫ້​ເຈົ້າ​ອະທິດຖານ​ຫາ​ເພິ່ນ​ເລື້ອຍໆ.—ລກ. 11:8-10

8. ເມື່ອ​ອະທິດຖານ ເຈົ້າ​ຕ້ອງ​ບໍ່​ລືມ​ຫຍັງ?

8 ເມື່ອ​ເຈົ້າ​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ ຢ່າ​ລືມ​ຂອບໃຈ​ເພິ່ນ​ນຳ. ໃຫ້​ຄິດ​ເຖິງ​ສິ່ງ​ດີໆທີ່​ເຮົາ​ໄດ້​ຮັບ​ເຖິງ​ວ່າ​ເຮົາ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ​ກໍ​ຕາມ. ແຕ່​ຖ້າ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ບອກ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ແນວ​ໃດ​ດີ ຂໍ​ໃຫ້​ຮູ້​ໄວ້​ວ່າ​ພຽງ​ແຕ່​ເຈົ້າ​ເວົ້າ​ວ່າ: ‘ຂໍ​ຊ່ອຍ​ລູກ​ແດ່!’ ພະ​ເຢໂຫວາ​ກໍ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແລ້ວ.—2 ຂ່າວ. 18:31; ຣມ. 8:26

ເບິ່ງ​ຂໍ້ 9 *

9. ເຮົາ​ຄວນ​ເຮັດ​ຫຍັງ​ເມື່ອ​ເຮົາ​ຮູ້ສຶກ​ຢ້ານ?

9 (2) ໃຫ້​ເພິ່ງ​ພະ​ເຢໂຫວາ ບໍ່​ແມ່ນ​ເພິ່ງ​ຕົວ​ເອງ. ໃນ​ສະໄໝ​ຜູ້​ພະຍາກອນ​ເອຊາຢາ ປະຊາຊົນ​ໃນ​ຢູດາ​ຢ້ານ​ການ​ໂຈມຕີ​ຈາກ​ພວກ​ອາຊີລີ. ເຂົາ​ເຈົ້າ​ບໍ່​ຢາກ​ພ່າຍ​ແພ້​ພວກ​ອາຊີລີ​ຈຶ່ງ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເອຢິບ. (ເອຊາ. 30:1, 2) ພະ​ເຢໂຫວາ​ເຕືອນ​ວ່າ​ການ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເອຢິບ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ພິນາດ. (ເອຊາ. 30:7, 12, 13) ພະ​ເຢໂຫວາ​ບອກ​ວິທີ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ແທ້​ຜ່ານ​ທາງ​ຜູ້​ພະຍາກອນ​ເອຊາຢາ​ວ່າ: “ຖ້າ​ພວກ​ເຈົ້າ​ມີ​ໃຈ​ທີ່​ສະຫງົບ​ແລະ​ໄວ້​ວາງໃຈ [ພະ​ເຢໂຫວາ] ພວກ​ເຈົ້າ​ກໍ​ຈະ​ມີ​ຄວາມ​ເຂັ້ມແຂງ.”—ເອຊາ. 30:15, ລ.ມ ສ່ວນ ຂ

10. ມີ​ສະຖານະການ​ຫຍັງ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເພິ່ງ​ພະ​ເຢໂຫວາ?

10 ມີ​ສະຖານະການ​ຫຍັງ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເພິ່ງ​ພະ​ເຢໂຫວາ? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ໄດ້​ຮັບ​ຂໍ້​ສະເໜີ​ໃຫ້​ເຮັດ​ວຽກ​ທີ່​ໄດ້​ເງິນ​ຫຼາຍໆ ແຕ່​ເຈົ້າ​ຕ້ອງ​ເຮັດ​ວຽກ​ຫຼາຍ​ຂຶ້ນ​ເຊິ່ງ​ບໍ່​ມີ​ເວລາ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັບ​ແຕ່​ກ່ອນ. ຫຼື​ບາງ​ຄົນ​ທີ່​ຢູ່​ບ່ອນ​ເຮັດ​ວຽກ​ເຊິ່ງ​ບໍ່​ແມ່ນ​ພະຍານ​ພະ​ເຢໂຫວາ​ມາ​ສົນ​ໃຈ​ເຈົ້າ​ເປັນ​ພິເສດ? ຫຼື​ຄົນ​ໃນ​ຄອບຄົວ​ບອກ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຍອມ​ຮັບ​ເຈົ້າ​ຖ້າ​ເຈົ້າ​ຍັງ​ຮັບໃຊ້​ພະ​ເຢໂຫວາ? ເລື່ອງ​ແບບ​ນີ້​ເຮົາ​ອາດ​ຕັດສິນ​ໃຈ​ຍາກ ແຕ່​ພະ​ເຢໂຫວາ​ຈະ​ໃຫ້​ຄຳ​ແນະນຳ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້. (ມທ. 6:33; 10:37; 1 ກຣ. 7:39) ແລ້ວ​ເຮົາ​ຈະ​ເພິ່ງ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ເພິ່ນ​ບໍ?

ເບິ່ງ​ຂໍ້ 11 *

11. ໃນ​ຄຳພີ​ໄບເບິນ​ມີ​ເລື່ອງ​ໃດ​ແດ່​ທີ່​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ເມື່ອ​ຖືກ​ຕໍ່​ຕ້ານ?

11 (3) ຮຽນ​ຈາກ​ຕົວຢ່າງ​ທີ່​ດີ​ແລະ​ຕົວຢ່າງ​ທີ່​ບໍ່​ດີ. ໃນ​ຄຳພີ​ໄບເບິນ​ມີ​ຫຼາຍ​ເລື່ອງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ມີ​ໃຈ​ສະຫງົບ​ແລະ​ເພິ່ງ​ພະ​ເຢໂຫວາ. ເມື່ອ​ເຈົ້າ​ຮຽນ​ເລື່ອງ​ເຫຼົ່າ​ນີ້ ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ຊ່ອຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ມີ​ໃຈ​ສະຫງົບ​ເມື່ອ​ຖືກ​ຕໍ່​ຕ້ານ. ຕົວຢ່າງ​ເຊັ່ນ: ເມື່ອ​ສານ​ສູງ​ສຸດ​ຂອງ​ຊາວ​ຢິວ​ສັ່ງ​ພວກ​ອັກຄະສາວົກ​ໃຫ້​ເຊົາ​ປະກາດ​ເລື່ອງ​ພະເຈົ້າ ເຂົາ​ເຈົ້າ​ກໍ​ບໍ່​ເຊົາ​ປະກາດ​ແລະ​ບອກ​ຢ່າງ​ກ້າຫານ​ວ່າ: “ພວກ​ເຮົາ​ຕ້ອງ​ເຊື່ອ​ຟັງ​ພະເຈົ້າ​ທີ່​ເປັນ​ຜູ້​ປົກຄອງ ບໍ່​ແມ່ນ​ມະນຸດ.” (ກຈກ. 5:29) ແລະ​ເຖິງ​ວ່າ​ຈະ​ຖືກ​ຂ້ຽນ​ຕີ ເຂົາ​ເຈົ້າ​ກໍ​ບໍ່​ຢ້ານ. ຍ້ອນ​ຫຍັງ? ຍ້ອນ​ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ຢູ່​ນຳ​ເຂົາ​ເຈົ້າ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ປະກາດ​ຂ່າວ​ດີ​ຕໍ່ໆໄປ. (ກຈກ. 5:40-42) ຊະເຕຟາໂນ​ກໍ​ຄື​ກັນ ຕອນ​ລາວ​ທີ່​ຈະ​ຖືກ​ຂ້າ ລາວ​ກໍ​ຍັງ​ມີ​ໃຈ​ສະຫງົບ​ແລະ​ໜ້າ​ຂອງ​ລາວ​ຄື​ກັບ “ໜ້າ​ທູດ​ສະຫວັນ.” (ກຈກ. 6:12-15) ຍ້ອນ​ຫຍັງ​ລາວ​ຈຶ່ງ​ມີ​ໃຈ​ສະຫງົບ? ຍ້ອນ​ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ລາວ.

12. ຕາມ 1 ເປໂຕ 3:14; 4:14 ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄວາມ​ສຸກ​ເມື່ອ​ຖືກ​ຂົ່ມເຫງ?

12 ພວກ​ອັກຄະສາວົກ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຂົາ​ເຈົ້າ ແລະ​ໃຫ້​ລິດ​ອຳນາດ​ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ການ​ອັດສະຈັນ​ໄດ້. (ກຈກ. 5:12-16; 6:8) ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ເຮົາ​ເຮັດ​ການ​ອັດສະຈັນ. ແຕ່​ພະ​ເຢໂຫວາ​ບອກ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ​ວ່າ​ເມື່ອ​ເຮົາ​ຖືກ​ຂົ່ມເຫງ​ຍ້ອນ​ເຮັດ​ສິ່ງ​ທີ່​ດີ ເພິ່ນ​ກໍ​ພໍ​ໃຈ​ເຮົາ​ແລະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ. (ອ່ານ 1 ເປໂຕ 3:14; 4:14) ຕອນ​ນີ້​ເຮົາ​ບໍ່​ຄວນ​ອຸກ​ໃຈ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ຂົ່ມເຫງ​ໃນ​ອະນາຄົດ ແຕ່​ເຮົາ​ຄວນ​ເຮັດ​ສິ່ງ​ທີ່​ເສີມ​ຄວາມ​ເຊື່ອ​ແລະ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ແລະ​ຊ່ອຍ​ເຮົາ​ໃຫ້​ລອດ​ໄດ້. ຄື​ກັບ​ພວກ​ລູກສິດ​ໃນ​ສະໄໝ​ກ່ອນ ເຮົາ​ຕ້ອງ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢຊູ​ທີ່​ວ່າ: “ຂ້ອຍ​ຈະ​ໃຫ້​ພວກ​ເຈົ້າ​ມີ​ສະຕິປັນຍາ​ແລະ​ຮູ້​ວ່າ​ຈະ​ເວົ້າ​ຫຍັງ ຈົນ​ພວກ​ຄົນ​ທີ່​ຮ່ວມ​ຫົວ​ກັນ​ຕໍ່​ຕ້ານ​ພວກ​ເຈົ້າ​ຈະ​ຄັດ​ຄ້ານ​ຫຼື​ໂຕ້​ແຍ່ງ​ບໍ່​ໄດ້.” ແລະ​ພະ​ເຢຊູ​ຍັງ​ໄດ້​ສັນຍາ​ອີກ​ວ່າ: “ໃຫ້​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຊີວິດ.” (ລກ. 21:12-19) ແລະ​ຢ່າ​ລືມ​ວ່າ​ພະ​ເຢໂຫວາ​ຈື່​ແມ່ນ​ແຕ່​ລາຍ​ລະອຽດ​ເລັກໆນ້ອຍໆຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທີ່​ຕາຍ​ໄປ​ແລ້ວ ເພື່ອ​ຈະ​ປຸກ​ເຂົາ​ເຈົ້າ​ໃຫ້​ຄືນ​ມາ​ຈາກ​ຕາຍ.

13. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ຄົນ​ທີ່​ບໍ່​ມີ​ໃຈ​ສະຫງົບ​ແລະ​ບໍ່​ເພິ່ງ​ພະ​ເຢໂຫວາ?

13 ນອກ​ຈາກ​ນັ້ນ​ເຮົາ​ຍັງ​ຈະ​ໄດ້​ຮຽນ​ຈາກ​ເລື່ອງ​ຂອງ​ຄົນ​ທີ່​ບໍ່​ມີ​ໃຈ​ສະຫງົບ​ແລະ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ. ການ​ຮຽນ​ເລື່ອງ​ເຫຼົ່າ​ນີ້​ຈະ​ຊ່ອຍ​ເຮົາ​ບໍ່​ໃຫ້​ເຮັດ​ຜິດ​ຄື​ກັບ​ເຂົາ​ເຈົ້າ​ເຊັ່ນ: ຕອນ​ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ​ມີ​ກອງທັບ​ໃຫຍ່​ມາ​ໂຈມຕີ ແລ້ວ​ອາຊາ​ກໍ​ໝາຍ​ເພິ່ງ​ພະເຢໂຫວາ ແລະ​ພະ​ເຢໂຫວາ​ກໍ​ໄດ້​ຊ່ອຍ​ລາວ​ໃຫ້​ເອົາ​ຊະນະ​ໄດ້. (2 ຂ່າວ. 14:9-12) ຕໍ່​ມາ​ເມື່ອ​ມີ​ກອງທັບ​ທີ່​ນ້ອຍ​ກວ່າ​ມາ​ໂຈມຕີ​ອີກ​ເຊິ່ງ​ກໍ​ຄື​ກອງທັບ​ຂອງ​ບາເອຊາ​ກະສັດ​ອິດສະຣາເອນ ລາວ​ພັດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພວກ​ຊີລີ​ແທນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ຄື​ກັບ​ທີ່​ລາວ​ເຄີຍ​ເຮັດ. (2 ຂ່າວ. 16:1-3) ແລະ​ຕອນ​ທີ່​ລາວ​ປ່ວຍ​ໜັກ​ໃກ້​ຈະ​ຕາຍ ລາວ​ກໍ​ບໍ່​ໄດ້​ໝາຍ​ເພິ່ງ​ພະ​ເຢໂຫວາ​ໃຫ້​ຊ່ອຍ.—2 ຂ່າວ. 16:12

14. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄວາມ​ຜິດ​ພາດ​ຂອງ​ກະສັດ​ອາຊາ?

14 ຕອນ​ທຳອິດ​ກະສັດ​ອາຊາ​ກໍ​ເພິ່ງ​ພະ​ເຢໂຫວາ​ເມື່ອ​ມີ​ບັນຫາ. ແຕ່​ຕໍ່​ມາ​ລາວ​ພັດ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ ແຕ່​ພະຍາຍາມ​ແກ້ໄຂ​ບັນຫາ​ດ້ວຍ​ຕົວ​ເອງ. ແຜນ​ຂອງ​ອາຊາ​ທີ່​ຂໍ​ໃຫ້​ພວກ​ຊີລີ​ມາ​ຊ່ອຍ​ສູ້​ກັບ​ອິດສະຣາເອນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ຄວາມ​ຄິດ​ທີ່​ດີ ແຕ່​ປະຊາຊົນ​ຢູດາ​ກໍ​ສະຫງົບ​ສຸກ​ໄດ້​ບໍ່​ດົນ. ພະ​ເຢໂຫວາ​ບອກ​ລາວ​ຜ່ານ​ທາງ​ຜູ້​ພະຍາກອນ​ວ່າ: “ເພາະ​ທ່ານ​ໄດ້​ເພິ່ງ​ກະສັດ​ຊີລີ​ແລະ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ ເພາະ​ເຫດ​ນັ້ນ​ທ່ານ​ຈະ​ຊະນະ​ກອງທັບ​ຊີລີ​ບໍ່​ໄດ້.” (2 ຂ່າວ. 16:7) ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໝັ້ນ​ໃຈ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຈົນ​ຄິດ​ວ່າ​ເຮົາ​ແກ້ໄຂ​ບັນຫາ​ໄດ້​ດ້ວຍ​ຕົວ​ເອງ​ໂດຍ​ທີ່​ບໍ່​ເບິ່ງ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ. ເມື່ອ​ມີ​ເລື່ອງ​ທີ່​ຕ້ອງ​ຟ້າວ​ຕັດສິນ​ໃຈ ເຮົາ​ຄວນ​ໝາຍ​ເພິ່ງ​ພະ​ເຢໂຫວາ ແລ້ວ​ເພິ່ນ​ກໍ​ຈະ​ຊ່ອຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ຖືກຕ້ອງ.

ເບິ່ງ​ຂໍ້ 15 *

15. ເຮົາ​ອາດ​ຕ້ອງ​ເຮັດ​ຫຍັງ​ເມື່ອ​ອ່ານ​ຄຳພີ​ໄບເບິນ?

15 (4) ຈື່​ຂໍ້​ພະ​ຄຳພີ. ເມື່ອ​ເຈົ້າ​ເຫັນ​ຂໍ້​ຄຳພີ​ທີ່​ເວົ້າ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມີ​ໃຈ​ສະຫງົບ​ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ​ກໍ​ຂໍ​ໃຫ້​ຈື່​ຂໍ້​ເຫຼົ່າ​ນັ້ນ​ໄວ້. ແລະ​ເພື່ອ​ຈະ​ຈື່​ຂໍ້​ນັ້ນ​ໄດ້​ເຈົ້າ​ອາດ​ຈະ​ອ່ານ​ອອກ​ສຽງ​ຫຼື​ຈົດ​ໄວ້ ແລ້ວ​ເອົາ​ມາ​ອ່ານ​ຄືນ​ອີກ. ພະ​ເຢໂຫວາ​ບອກ​ໂຢຊວຍ​ໃຫ້​ອ່ານ​ກົດໝາຍ​ຂອງ​ພະເຈົ້າ​ເລື້ອຍໆເພື່ອ​ລາວ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ. ສິ່ງ​ທີ່​ລາວ​ອ່ານ​ຈະ​ຊ່ອຍ​ລາວ​ໃຫ້​ກ້າຫານ​ແລະ​ບໍ່​ຢ້ານ​ທີ່​ຈະ​ນຳ​ໜ້າ​ປະຊາຊົນ​ຂອງ​ພະເຈົ້າ. (ຢຊວຍ. 1:8, 9) ມີ​ຂໍ້​ພະ​ຄຳພີ​ຫຼາຍ​ຂໍ້​ທີ່​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ເມື່ອ​ຮູ້ສຶກ​ຢ້ານ​ຫຼື​ອຸກ​ໃຈ.—ເພງ. 27:1-3; ສຸພາ. 3:25, 26

ເບິ່ງ​ຂໍ້ 16 *

16. ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ໃນ​ປະຊາຄົມ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ແລະ​ໝາຍ​ເພິ່ງ​ເພິ່ນ​ແນວ​ໃດ?

16 (5) ຄົບຫາ​ກັບ​ພີ່ນ້ອງ. ພະ​ເຢໂຫວາ​ໃຊ້​ພີ່ນ້ອງ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ແລະ​ໝາຍ​ເພິ່ງ​ເພິ່ນ​ເຊັ່ນ: ຢູ່​ການ​ປະຊຸມ​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳ​ບັນລະຍາຍ​ແລະ​ຄວາມ​ຄິດ​ເຫັນ​ຂອງ​ພີ່ນ້ອງ ແລະ​ເຮົາ​ຍັງ​ໄດ້​ຮັບ​ກຳລັງ​ໃຈ​ເມື່ອ​ໄດ້​ລົມ​ກັບ​ເຂົາ​ເຈົ້າ. (ຮຣ. 10:24, 25) ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ເມື່ອ​ລົມ​ເລື່ອງ​ທີ່​ເຮົາ​ກັງວົນ​ໃຫ້​ກັບ​ໝູ່​ໃນ​ປະຊາຄົມ​ຟັງ. “ຄຳເວົ້າ​ດີໆ” ຈາກ​ໝູ່​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ກຳລັງ​ໃຈ​ແລະ​ອຸກ​ໃຈ​ໜ້ອຍ​ລົງ.—ສຸພາ. 12:25, ລ.ມ.

ເບິ່ງ​ຂໍ້ 17 *

17. ຕາມ​ເຮັບເຣີ 6:19 ຄວາມ​ຫວັງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຊ່ອຍ​ເຮົາ​ແນວ​ໃດ​ໃຫ້​ມີ​ໃຈ​ສະຫງົບ​ເມື່ອ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ອຸກ​ໃຈ?

17 (6) ຄິດ​ເຖິງ​ຄວາມ​ຫວັງ​ຂອງ​ເຈົ້າ​ຢູ່​ສະເໝີ. ຄວາມ​ຫວັງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ “ເປັນ​ຄື​ກັບ​ສະ​ໝໍ​ເຮືອ​ຂອງ​ຊີວິດ” ທີ່​ຊ່ອຍ​ເຮົາ​ໃຫ້​ມີ​ໃຈ​ສະຫງົບ​ເມື່ອ​ເຈິ​ບັນຫາ​ທີ່​ເຮັດ​ໃຫ້​ອຸກ​ໃຈ. (ອ່ານ​ເຮັບເຣີ 6:19) ໃຫ້​ຄິດ​ເຖິງ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ໃຫ້​ໃນ​ອະນາຄົດ​ວ່າ​ຈະ​ບໍ່​ມີ​ຄວາມ​ອຸກ​ໃຈ​ອີກ​ເລີຍ. (ເອຊາ. 65:17) ໃຫ້​ນຶກ​ພາບ​ວ່າ​ໂຕ​ເຈົ້າ​ເອງ​ຢູ່​ໃນ​ໂລກ​ໃໝ່​ທີ່​ມີ​ແຕ່​ຄວາມ​ສະຫງົບ​ສຸກ​ແລະ​ບໍ່​ມີ​ສິ່ງ​ທີ່​ບໍ່​ດີ. (ມີເກ 4:4) ໃຫ້​ບອກ​ເລື່ອງ​ຄວາມ​ຫວັງ​ນີ້​ກັບ​ຄົນ​ອື່ນ​ໂດຍ​ປະກາດ​ແລະ​ຊ່ອຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເທົ່າ​ທີ່​ເຮັດ​ໄດ້. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ “ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ເປັນ​ຈິງ​ໃນ​ທີ່​ສຸດ.”—ຮຣ 6:11

18. ເຮົາ​ຈະ​ເຈິ​ຫຍັງ​ໃນ​ອະນາຄົດ​ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ?

18 ຍ້ອນ​ລະບົບ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ​ແລ້ວ ເຮົາ​ຈຶ່ງ​ມີ​ບັນຫາ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ອຸກ​ໃຈ. ຂໍ້​ພະ​ຄຳພີ​ປະຈຳ​ປີ 2021 ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ ມີ​ໃຈ​ສະຫງົບ ແລະ​ໃຫ້​ເພິ່ງ​ພະ​ເຢໂຫວາ​ບໍ່​ແມ່ນ​ເພິ່ງ​ຕົວ​ເອງ. ໃນ​ລະຫວ່າງ​ປີ 2021 ນີ້​ໃຫ້​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ທີ່​ວ່າ: “ຖ້າ​ພວກ​ເຈົ້າ​ມີ​ໃຈ​ທີ່​ສະຫງົບ​ແລະ​ໄວ້​ວາງໃຈ​ເຮົາ ພວກ​ເຈົ້າ​ກໍ​ຈະ​ມີ​ຄວາມ​ເຂັ້ມແຂງ.”ເອຊາ. 30:15, ລ.ມ.

ເພງ 8 ພະ​ເຢໂຫວາ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ

^ ຂໍ້ 5 ຂໍ້​ພະ​ຄຳພີ​ປະຈຳ​ປີ 2021 ເນັ້ນ​ວ່າ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຈະ​ເພິ່ງ​ພະ​ເຢໂຫວາ​ເມື່ອ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ອຸກ​ໃຈ​ທັງ​ໃນ​ຕອນ​ນີ້​ແລະ​ໃນ​ອະນາຄົດ. ໃນ​ບົດ​ຄວາມ​ນີ້​ຈະ​ເວົ້າ​ເຖິງ​ບາງ​ຢ່າງ​ທີ່​ຊ່ອຍ​ໃຫ້​ເຮົາ​ເອົາ​ຄຳ​ແນະນຳ​ໃນ​ຂໍ້​ພະ​ຄຳພີ​ປະຈຳ​ປີ​ນີ້​ໄປ​ໃຊ້.

^ ຂໍ້ 5 ພີ່ນ້ອງ​ທີ່​ສັດ​ຊື່​ບາງ​ຄົນ​ກໍ​ຮູ້ສຶກ​ວິຕົກ​ກັງວົນ​ຫຼາຍ. ຄວາມ​ຮູ້ສຶກ​ແບບ​ນີ້​ເປັນ​ພະຍາດ​ຊະນິດ​ໜຶ່ງ ແລະ​ບໍ່​ແມ່ນ​ຄວາມ​ອຸກ​ໃຈ​ໃນ​ແບບ​ທີ່​ພະ​ເຢຊູ​ເວົ້າ​ເຖິງ.

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: (1) ຕະຫຼອດ​ມື້​ນັ້ນ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ອະທິດຖານ​ຫຼາຍ​ເທື່ອ​ກ່ຽວ​ກັບ​ເລື່ອງ​ທີ່​ລາວ​ອຸກ​ໃຈ.

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: (2) ຕອນ​ກິນ​ເຂົ້າ​ສວາຍ ລາວ​ໄດ້​ອ່ານ​ຄຳພີ​ໄບເບິນ.

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: (3) ລາວ​ໄດ້​ຄິດ​ຕຶກຕອງ​ເຖິງ​ຕົວຢ່າງ​ທີ່​ດີ​ແລະ​ຕົວຢ່າງ​ທີ່​ບໍ່​ດີ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.

^ ຂໍ້ 69 ຄຳ​ອະທິບາຍ​ຮູບ​ພາບ: (4) ລາວ​ຂຽນ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ທີ່​ລາວ​ຢາກ​ຈື່ ແລ້ວ​ຕິດ​ໄວ້​ຝາ​ຕູ້​ເຢັນ.

^ ຂໍ້ 71 ຄຳ​ອະທິບາຍ​ຮູບ​ພາບ: (5) ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ວຽກ​ປະກາດ​ກັບ​ໝູ່.

^ ຂໍ້ 73 ຄຳ​ອະທິບາຍ​ຮູບ​ພາບ: (6) ລາວ​ໄດ້​ຄິດ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ​ຢູ່​ສະເໝີ.