ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 2

ຮຽນ​ຈາກ “ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ”

ຮຽນ​ຈາກ “ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ”

“ໃຫ້​ພວກ​ເຮົາ​ຮັກ​ກັນ​ຕໍ່ໆໄປ ເພາະ​ຄວາມ​ຮັກ​ມາ​ຈາກ​ພະເຈົ້າ.”—1 ຢຮ. 4:7

ເພງ 105 “ພະເຈົ້າ​ເປັນ​ຄວາມ​ຮັກ”

ໃຈ​ຄວາມ​ສຳຄັນ *

1. ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະເຈົ້າ​ຮັກ​ເຈົ້າ?

ໂຢຮັນ​ຂຽນ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ຢຮ. 4:8) ຄຳເວົ້າ​ນີ້​ເຮັດ​ໃຫ້​ເຮົາ​ຮູ້​ຄວາມ​ຈິງ​ທີ່​ສຳຄັນ​ວ່າ​ພະເຈົ້າ​ເປັນ​ຜູ້​ໃຫ້​ຊີວິດ. ດັ່ງ​ນັ້ນ ຄວາມ​ຮັກ​ກໍ​ຕ້ອງ​ມາ​ຈາກ​ເພິ່ນ​ຄື​ກັນ. ພະ​ເຢໂຫວາ​ຮັກ​ເຮົາ ຄວາມ​ຮັກ​ນີ້​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ອົບອຸ່ນ ປອດໄພ ແລະ​ມີ​ຄວາມ​ສຸກ.

2. ຕາມ​ມັດທາຍ 22:37-40 ກົດໝາຍ​ສອງ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຂໍ້​ທີ​ສອງ?

2 ເຮົາ​ທີ່​ເປັນ​ຄລິດສະຕຽນ​ຕ້ອງ​ສະແດງ​ຄວາມ​ຮັກ​ເພາະ​ນີ້​ເປັນ​ຄຳ​ສັ່ງ​ຂອງ​ພະ​ເຢຊູ. (ອ່ານ​ມັດທາຍ 22:37-40) ເມື່ອ​ເຮົາ​ໄດ້​ມາ​ຮູ້ຈັກ​ພະ​ເຢໂຫວາ ມັນ​ກໍ​ງ່າຍ​ທີ່​ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂໍ້​ທຳອິດ​ທີ່​ບອກ​ໃຫ້​ຮັກ​ພະ​ເຢໂຫວາ​ເພາະ​ເພິ່ນ​ເປັນ​ພະເຈົ້າ​ທີ່​ສົມບູນ​ແບບ. ເພິ່ນ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຮົາ ຮັກ ແລະ​ເປັນ​ຫ່ວງ​ເຮົາ. ແຕ່​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂໍ້​ທີ​ສອງ​ເຊິ່ງ​ກໍ​ຄື​ໃຫ້​ຮັກ​ຄົນ​ອື່ນ ຍ້ອນ​ວ່າ​ພີ່ນ້ອງ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ບາງ​ເທື່ອ​ເຂົາ​ເຈົ້າ​ກໍ​ເວົ້າ​ຫຼື​ເຮັດ​ບໍ່​ດີ​ຕໍ່​ເຮົາ. ພະ​ເຢໂຫວາ​ຮູ້​ວ່າ​ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ເຮົາ​ຈະ​ຮັກ​ຄົນ​ອື່ນ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ໄດ້​ໃຫ້​ບາງ​ຄົນ​ຂຽນ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ເພື່ອ​ສອນ​ເຮົາ​ໃຫ້​ຮູ້​ວ່າ ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ແລະ​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ນັ້ນ​ແນວ​ໃດ. ຜູ້​ໜຶ່ງ​ທີ່​ຂຽນ​ເລື່ອງ​ຄວາມ​ຮັກ​ກໍ​ຄື​ໂຢຮັນ.—1 ຢຮ. 3:11, 12

3. ໂຢຮັນ​ໄດ້​ເນັ້ນ​ເລື່ອງ​ຫຍັງ?

3 ໂຢຮັນ​ຂຽນ​ວ່າ​ຄລິດສະຕຽນ​ຕ້ອງ​ສະແດງ​ຄວາມ​ຮັກ. ໂຢຮັນ​ໃຊ້​ຄຳ​ວ່າ “ຮັກ” ຫຼາຍ​ກວ່າ​ຄົນ​ອື່ນໆທີ່​ຂຽນ​ເລື່ອງ​ຊີວິດ​ຂອງ​ພະ​ເຢຊູ​ລວມ​ກັນ​ໃນ​ຄຳພີ​ໄບເບິນ. ໂຢຮັນ​ຂຽນ​ປຶ້ມ​ໂຢຮັນ​ແລະ​ຈົດ​ໝາຍ​ອີກ​ສາມ​ສະບັບ​ຕອນ​ທີ່​ລາວ​ອາຍຸ​ປະມານ 100 ປີ. ປຶ້ມ​ເຫຼົ່າ​ນັ້ນ​ກະຕຸ້ນ​ຄລິດສະຕຽນ​ໃຫ້​ເຮັດ​ທຸກ​ສິ່ງ​ດ້ວຍ​ຄວາມ​ຮັກ. (1 ຢຮ. 4:10, 11) ແຕ່​ວ່າ​ໂຢຮັນ​ກໍ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ຮຽນ​ຮູ້​ທີ່​ຈະ​ຮັກ​ຄົນ​ອື່ນ​ຄື​ກັນ.

4. ໂຢຮັນ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ບໍ?

4 ຕອນ​ທີ່​ໂຢຮັນ​ຍັງ​ໜຸ່ມ​ມີ​ບາງ​ເທື່ອ​ທີ່​ລາວ​ບໍ່​ໄດ້​ສະແດງ​ຄວາມ​ຮັກ ເຊັ່ນ ມີ​ເທື່ອ​ໜຶ່ງ​ທີ່​ພະ​ເຢຊູ​ກັບ​ພວກ​ລູກສິດ​ໄດ້​ເດີນ​ທາງ​ຜ່ານ​ຊາມາເຣຍ​ເພື່ອ​ໄປ​ເຢຣູຊາເລັມ ມີ​ບ້ານ​ໜຶ່ງ​ຂອງ​ຄົນ​ຊາມາເຣຍ​ບໍ່​ຢາກ​ຕ້ອນຮັບ​ພະ​ເຢຊູ​ກັບ​ພວກ​ລູກສິດ. ແລ້ວ​ໂຢຮັນ​ເຮັດ​ແນວ​ໃດ? ລາວ​ເວົ້າ​ກັບ​ພະ​ເຢຊູ​ວ່າ ໃຫ້​ໄຟ​ຈາກ​ຟ້າ​ລົງ​ມາ​ຈູດ​ເຂົາ​ເຈົ້າ​ເລີຍ​ເບາະ! (ລກ. 9:52-56) ແລະ​ຍັງ​ມີ​ອີກ​ເທື່ອ​ໜຶ່ງ​ທີ່​ໂຢຮັນ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ໝູ່​ທີ່​ເປັນ​ອັກຄະສາວົກ​ນຳ​ກັນ. ລາວ​ກັບ​ຢາໂກໂບ​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ໄດ້​ໃຫ້​ແມ່​ໄປ​ຂໍ​ຕຳແໜ່ງ​ທີ່​ສຳຄັນ​ຈາກ​ພະ​ເຢຊູ​ເຊິ່ງ​ເປັນ​ການ​ເຫັນ​ແກ່​ໂຕ​ແທ້ໆ. ແລະ​ເມື່ອ​ອັກຄະສາວົກ​ຄົນ​ອື່ນໆຮູ້​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ຄຽດ​ຫຼາຍ! (ມທ. 20:20, 21, 24) ເຖິງ​ວ່າ​ໂຢຮັນ​ຈະ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແບບ​ນັ້ນ ແຕ່​ພະ​ເຢຊູ​ກໍ​ຍັງ​ຮັກ​ລາວ.—ຢຮ. 21:7

5. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

5 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ຮຽນ​ເລື່ອງ​ຂອງ​ໂຢຮັນ​ແລະ​ບາງ​ສິ່ງ​ທີ່​ລາວ​ຂຽນ​ກ່ຽວ​ກັບ​ຄວາມ​ຮັກ. ແລະ​ເມື່ອ​ຮຽນ​ເລື່ອງ​ຂອງ​ໂຢຮັນ ເຮົາ​ຈະ​ເຫັນ​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ ແລະ​ວິທີ​ທີ່​ຫົວ​ໜ້າ​ຄອບຄົວ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄອບຄົວ​ຂອງ​ລາວ​ເອງ.

ສະແດງ​ຄວາມ​ຮັກ​ໂດຍ​ການ​ກະທຳ

ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ສົ່ງ​ລູກ​ຊາຍ​ຂອງ​ເພິ່ນ​ມາ​ຕາຍ​ເພື່ອ​ເຮົາ (ເບິ່ງ​ຂໍ້ 6-7)

6. ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ແນວ​ໃດ?

6 ເຮົາ​ມັກ​ຈະ​ຄິດ​ວ່າ​ຄວາມ​ຮັກ​ເປັນ​ຄວາມ​ຮູ້ສຶກ​ດີໆທີ່​ເຮົາ​ເວົ້າ​ອອກ​ມາ ແຕ່​ຄວາມ​ຮັກ​ແທ້​ຕ້ອງ​ສະແດງ​ອອກ​ໂດຍ​ການ​ກະທຳ​ນຳ. (ສົມ​ທຽບ​ກັບ​ຢາໂກໂບ 2:17, 26) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຮັກ​ເຮົາ. (1 ຢຮ. 4:19) ເພິ່ນ​ເວົ້າ​ກັບ​ເຮົາ​ຜ່ານ​ທາງ​ຄຳພີ​ໄບເບິນ. (ເພງ. 25:10; ຣມ. 8:38, 39) ແຕ່​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຮັກ​ເຮົາ​ໂດຍ​ທາງ​ຄຳເວົ້າ​ເທົ່າ​ນັ້ນ ແຕ່​ໂດຍ​ທາງ​ການ​ກະທຳ​ນຳ. ໂຢຮັນ​ຂຽນ​ວ່າ: “ພະເຈົ້າ​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ເຮົາ​ຢ່າງ​ຊັດເຈນ​ເມື່ອ​ພະອົງ​ໃຫ້​ລູກ​ຄົນ​ດຽວ​ຂອງ​ພະອົງ​ເຂົ້າ​ມາ​ໃນ​ໂລກ ເພື່ອ​ເພິ່ນ​ຈະ​ເປີດ​ໂອກາດ​ໃຫ້​ພວກ​ເຮົາ​ໄດ້​ຊີວິດ.” (1 ຢຮ. 4:9) ພະ​ເຢໂຫວາ​ຍອມ​ໃຫ້​ລູກ​ຊາຍ​ທີ່​ເພິ່ນ​ຮັກ​ມາ​ທົນ​ທຸກ​ທໍລະມານ​ແລະ​ຕາຍ​ເພື່ອ​ເຮົາ. (ຢຮ. 3:16) ດັ່ງ​ນັ້ນ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ.

7. ພະ​ເຢຊູ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ແນວ​ໃດ?

7 ພະ​ເຢຊູ​ບອກ​ພວກ​ລູກສິດ​ວ່າ​ເພິ່ນ​ຮັກ​ເຂົາ​ເຈົ້າ. (ຢຮ. 13:1; 15:15) ເພິ່ນ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ທາງ​ຄຳເວົ້າ​ເທົ່າ​ນັ້ນ​ແຕ່​ໂດຍ​ທາງ​ການ​ກະທຳ​ນຳ. ເພິ່ນ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ໄດ້​ຍອມ​ສະລະ​ຊີວິດ​ຂອງ​ຕົວ​ເອງ​ເພື່ອ​ໝູ່​ຂອງ​ລາວ.” (ຢຮ. 15:13) ເມື່ອ​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ເພື່ອ​ເຮົາ ສິ່ງ​ນີ້​ຄວນ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ເຮັດ​ຫຍັງ?

8. ຕາມ 1 ໂຢຮັນ 3:18 ເຮົາ​ຄວນ​ເຮັດ​ຫຍັງ?

8 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໂດຍ​ເຊື່ອ​ຟັງ​ພວກ​ເພິ່ນ. (ຢຮ. 14:15; 1 ຢຮ. 5:3) ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ທີ່​ບອກ​ໃຫ້​ເຮົາ​ຮັກ​ກັນ. (ຢຮ. 13:34, 35) ດັ່ງ​ນັ້ນ​ຖ້າ​ເຮົາ​ຮັກ​ພີ່ນ້ອງ​ແທ້ໆ ເຮົາ​ຈະ​ບໍ່​ພຽງ​ແຕ່​ບອກ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ​ເທົ່າ​ນັ້ນ ແຕ່​ຈະ​ສະແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ໂດຍ​ທາງ​ການ​ກະທຳ​ນຳ. (ອ່ານ 1 ໂຢຮັນ 3:18) ແລ້ວ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພີ່ນ້ອງ?

ຮັກ​ພີ່ນ້ອງ

9. ຄວາມ​ຮັກ​ກະຕຸ້ນ​ໂຢຮັນ​ໃຫ້​ເຮັດ​ຫຍັງ?

9 ທີ່​ຈິງ ໂຢຮັນ​ອາດ​ຈະ​ເຮັດ​ວຽກ​ຫາ​ປາ​ນຳ​ພໍ່​ແລະ​ຫາ​ເງິນ​ຫຼາຍໆກໍ​ໄດ້. ແຕ່​ລາວ​ໃຊ້​ຊີວິດ​ທີ່​ມີ​ຢູ່​ເພື່ອ​ສອນ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ. ຊີວິດ​ທີ່​ໂຢຮັນ​ເລືອກ​ບໍ່​ແມ່ນ​ຊີວິດ​ທີ່​ສະດວກ​ສະບາຍ. ລາວ​ຖືກ​ຂົ່ມເຫງ​ແລະ​ຖືກ​ເນລະເທດ​ຍ້ອນ​ປະກາດ​ເລື່ອງ​ຂອງ​ພະ​ເຢຊູ ແລະ​ເທື່ອ​ສຸດ​ທ້າຍ​ທີ່​ລາວ​ຖືກ​ແບບ​ນີ້​ກໍ​ເປັນ​ຕອນ​ທີ່​ລາວ​ອາຍຸ​ຫຼາຍ​ແລ້ວ. (ກຈກ. 3:1; 4:1-3; 5:18; ພນມ. 1:9) ເຖິງ​ວ່າ​ລາວ​ຈະ​ຖືກ​ຂັງ​ຄຸກ ແຕ່​ລາວ​ກໍ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ຢູ່​ເກາະ​ປັດໂມ​ລາວ​ໄດ້​ຂຽນ​ປຶ້ມ​ພະນິມິດ​ແລະ​ສົ່ງ​ໄປ​ຫາ​ພີ່ນ້ອງ​ໃນ​ປະຊາຄົມ​ຕ່າງໆເພື່ອ​ເຂົາ​ເຈົ້າ​ຈະ​ຮູ້​ສິ່ງ​ທີ່​ຈະ “ຕ້ອງ​ເກີດ​ຂຶ້ນ​ໃນ​ໄວໆນີ້.” (ພນມ. 1:1) ເບິ່ງ​ຄື​ວ່າ​ຫຼັງ​ຈາກ​ທີ່​ລາວ​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ເກາະ​ປັດໂມ ລາວ​ໄດ້​ຂຽນ​ປຶ້ມ​ໂຢຮັນ​ທີ່​ເວົ້າ​ເຖິງ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຢຊູ ແລະ​ລາວ​ຍັງ​ໄດ້​ຂຽນ​ຈົດ​ໝາຍ​ອີກ​ສາມ​ສະບັບ​ເພື່ອ​ໃຫ້​ກຳລັງ​ໃຈ​ແລະ​ຊ່ອຍ​ໃຫ້​ພີ່ນ້ອງ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ເຮົາ​ຈະ​ຮຽນ​ແບບ​ໂຢຮັນ​ແນວ​ໃດ​ໃນ​ການ​ເສຍ​ສະລະ​ຕົວ​ເອງ?

10. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຮັກ​ຄົນ​ອື່ນ?

10 ວິທີ​ທີ່​ເຈົ້າ​ໃຊ້​ຊີວິດ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຮັກ​ຄົນ​ອື່ນ​ບໍ? ໂລກ​ຂອງ​ຊາຕານ​ຢາກ​ໃຫ້​ເຮົາ​ໃຊ້​ເວລາ​ແລະ​ກຳລັງ​ທີ່​ເຮົາ​ມີ​ເພື່ອ​ຈະ​ຫາ​ເງິນ​ໄດ້​ຫຼາຍໆແລະ​ສ້າງ​ຊື່ສຽງ​ໃຫ້​ກັບ​ຕົວ​ເອງ. ແຕ່​ຄລິດສະຕຽນ​ທີ່​ຢູ່​ທົ່ວ​ໂລກ​ບໍ່​ໄດ້​ເຮັດ​ແບບ​ນັ້ນ​ເພາະ​ເຂົາ​ເຈົ້າ​ໄດ້​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ທີ່​ມີ​ຢູ່​ເພື່ອ​ປະກາດ​ຂ່າວ​ດີ​ແລະ​ຊ່ອຍ​ຄົນ​ອື່ນ​ໃຫ້​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ແລະ​ບາງ​ຄົນ​ເຖິງ​ຂັ້ນ​ເຮັດ​ວຽກ​ຮັບໃຊ້​ເຕັມ​ເວລາ.

ເຮົາ​ສະແດງ​ວ່າ​ຮັກ​ພີ່ນ້ອງ​ແລະ​ຄອບຄົວ​ໂດຍ​ສິ່ງ​ທີ່​ເຮົາ​ເຮັດ (ເບິ່ງ​ຂໍ້ 11, 17) *

11. ຄລິດສະຕຽນ​ຫຼາຍ​ຄົນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ?

11 ຄລິດສະຕຽນ​ຫຼາຍ​ຄົນ​ຕ້ອງ​ເຮັດ​ວຽກ​ອາຊີບ​ເພື່ອ​ຈະ​ຫາ​ລ້ຽງ​ຕົວ​ເອງ​ແລະ​ຄອບຄົວ. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ສະໜັບສະໜູນ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ຫຼາຍໆວິທີ​ເທົ່າ​ທີ່​ເຮັດ​ໄດ້​ເຊັ່ນ: ບາງ​ຄົນ​ກໍ​ຊ່ອຍ​ວຽກ​ບັນເທົາ​ທຸກ​ເມື່ອ​ເກີດ​ໄພ​ພິບັດ ບາງ​ຄົນ​ກໍ​ຊ່ອຍ​ໃນ​ໂຄງການ​ກໍ່​ສ້າງ ແຕ່​ທຸກ​ຄົນ​ກໍ​ບໍລິຈາກ​ເງິນ​ສຳລັບ​ວຽກ​ງານ​ທົ່ວ​ໂລກ. ເຂົາ​ເຈົ້າ​ເຮັດ​ສິ່ງ​ເຫຼົ່າ​ນີ້​ຍ້ອນ​ວ່າ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຄົນ​ອື່ນໆ. ໃນ​ແຕ່​ລະ​ອາທິດ​ເຮົາ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພີ່ນ້ອງ​ໂດຍ​ເຂົ້າ​ຮ່ວມ​ປະຊຸມ​ແລະ​ມີ​ສ່ວນ​ອອກ​ຄຳ​ຄິດ​ເຫັນ. ເຖິງ​ວ່າ​ເຮົາ​ອາດ​ຈະ​ເມື່ອຍ​ແຕ່​ເຮົາ​ກໍ​ໄປ​ປະຊຸມ ແລະ​ເຖິງ​ວ່າ​ເຮົາ​ອາດ​ຈະ​ຕື່ນ​ເຕັ້ນ​ຫຼື​ບໍ່​ກ້າ​ແຕ່​ເຮົາ​ກໍ​ອອກ​ຄຳ​ຄິດ​ເຫັນ ແລະ​ເຖິງ​ວ່າ​ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ບັນຫາ​ສ່ວນ​ຕົວ ແຕ່​ເຮົາ​ກໍ​ຍັງ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທັງ​ກ່ອນ​ແລະ​ຫຼັງ​ການ​ປະຊຸມ. (ຮຣ. 10:24, 25) ເຮົາ​ຮູ້ສຶກ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ພີ່ນ້ອງ​ເຮັດ​ຫຼາຍ​ແທ້ໆ!

12. ໂຢຮັນ​ຍັງ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໂດຍ​ເຮັດ​ຫຍັງ​ອີກ?

12 ໂຢຮັນ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ພີ່ນ້ອງ​ໂດຍ​ບໍ່​ພຽງ​ແຕ່​ຊົມ​ເຊີຍ​ເຂົາ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ໃຫ້​ຄຳ​ແນະນຳ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ: ໃນ​ຈົດ​ໝາຍ​ທີ່​ໂຢຮັນ​ຂຽນ ລາວ​ບໍ່​ພຽງ​ແຕ່​ຊົມ​ເຊີຍ​ຄວາມ​ເຊື່ອ​ແລະ​ສິ່ງ​ດີໆທີ່​ພີ່ນ້ອງ​ເຮັດ ແຕ່​ລາວ​ຍັງ​ໄດ້​ໃຫ້​ຄຳ​ແນະນຳ​ແບບ​ກົງ​ໄປ​ກົງ​ມາ​ເພື່ອ​ບໍ່​ໃຫ້​ພີ່ນ້ອງ​ເຮັດ​ບາບ. (1 ຢຮ. 1:8–2:1, 13, 14) ຄ້າຍ​ຄື​ກັນ ເຮົາ​ກໍ​ຕ້ອງ​ຊົມ​ເຊີຍ​ພີ່ນ້ອງ​ໃນ​ສິ່ງ​ດີໆທີ່​ເຂົາ​ເຈົ້າ​ເຮັດ ແຕ່​ຖ້າ​ເຫັນ​ວ່າ​ພີ່ນ້ອງ​ບາງ​ຄົນ​ເລີ່ມ​ມີ​ຄວາມ​ຄິດ​ແລະ​ນິດໄສ​ທີ່​ບໍ່​ດີ ເຮົາ​ກໍ​ຕ້ອງ​ສະແດງ​ຄວາມ​ຮັກ​ໂດຍ​ກ້າ​ເຕືອນ​ເຂົາ​ເຈົ້າ​ແບບ​ກົງໆ ແຕ່​ກໍ​ຕ້ອງ​ເວົ້າ​ແບບ​ອ່ອນ​ໂຍນ. ການ​ເຮັດ​ແບບ​ນີ້​ຕ້ອງ​ໃຊ້​ຄວາມ​ກ້າ​ຫຼາຍ ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ໝູ່​ແທ້​ຈະ​ເຕືອນ​ກັນ​ແລະ​ຊ່ອຍ​ກັນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ.—ສຸພາ. 27:17

13. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໂດຍ​ເຮັດ​ຫຍັງ?

13 ບາງ​ເທື່ອ​ເຮົາ​ກໍ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໂດຍ​ຄວບຄຸມ​ຕົວ​ເອງ​ບໍ່​ໃຫ້​ເຮັດ​ບາງ​ຢ່າງ. ຕົວຢ່າງ​ເຊັ່ນ: ເຮົາ​ຈະ​ບໍ່​ຄຽດ​ງ່າຍ​ກັບ​ສິ່ງ​ທີ່​ພີ່ນ້ອງ​ເວົ້າ. ລອງ​ຄິດ​ເຖິງ​ເຫດການ​ທີ່​ເກີດ​ຂຶ້ນ​ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຕາຍ. ພະເຢຊູ​ບອກ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ ຖ້າ​ເຂົາ​ເຈົ້າ​ຢາກ​ໄດ້​ຊີວິດ ເຂົາ​ເຈົ້າ​ຕ້ອງ​ກິນ​ຊີ້ນ​ແລະ​ເລືອດ​ຂອງ​ເພິ່ນ. (ຢຮ. 6:53-57) ລູກສິດ​ຫຼາຍ​ຄົນ​ຮັບ​ບໍ່​ໄດ້​ທີ່​ພະ​ເຢຊູ​ເວົ້າ​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ປະ​ຖິ້ມ​ເພິ່ນ. ແຕ່​ວ່າ​ໝູ່​ແທ້​ຂອງ​ເພິ່ນ​ເຊິ່ງ​ໜຶ່ງ​ໃນ​ນັ້ນ​ກໍ​ແມ່ນ​ໂຢຮັນ ບໍ່​ໄດ້​ເຮັດ​ແບບ​ນັ້ນ ເຖິງ​ວ່າ​ເຂົາ​ເຈົ້າ​ອາດ​ຈະ​ຕົກໃຈ​ແລະ​ບໍ່​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ. ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຮູ້ສຶກ​ວ່າ​ຮັບ​ບໍ່​ໄດ້​ຈົນ​ຖິ້ມ​ເພິ່ນ​ໄປ. ເຂົາ​ເຈົ້າ​ຍັງ​ໄວ້​ໃຈ​ເພິ່ນ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ເປັນ​ຄົນ​ທີ່​ເວົ້າ​ຄວາມ​ຈິງ. (ຢຮ. 6:60, 66-69) ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆທີ່​ເຮົາ​ຈະ​ບໍ່​ຄຽດ​ງ່າຍ​ກັບ​ສິ່ງ​ທີ່​ພີ່ນ້ອງ​ເວົ້າ ແຕ່​ເຮົາ​ຈະ​ໃຫ້​ໂອກາດ​ເຂົາ​ເຈົ້າ​ໄດ້​ອະທິບາຍ​ເຫດຜົນ.—ສຸພາ. 18:13; ຜູ້ປ. 7:9

14. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຊັງ​ພີ່ນ້ອງ?

14 ໂຢຮັນ​ຍັງ​ເຕືອນ​ເຮົາ​ວ່າ​ບໍ່​ໃຫ້​ຊັງ​ພີ່ນ້ອງ. ເພາະ​ຖ້າ​ເຮົາ​ຊັງ​ພີ່ນ້ອງ ເຮົາ​ກໍ​ກຳລັງ​ເປີດ​ທາງ​ໃຫ້​ຊາຕານ. (1 ຢຮ. 2:11; 3:15) ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ບາງ​ຄົນ​ໃນ​ທ້າຍ​ສະຕະວັດ​ທຳອິດ. ຕອນ​ນັ້ນ​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ກຽດ​ຊັງ​ກັນ​ແລະ​ແຕກ​ແຍກ​ກັນ. ຕອນ​ທີ່​ໂຢຮັນ​ຂຽນ​ຈົດ​ໝາຍ ມີ​ບາງ​ຄົນ​ທີ່​ມີ​ນິດໄສ​ຄື​ກັບ​ຊາຕານ​ໄດ້​ເຂົ້າ​ມາ​ໃນ​ປະຊາຄົມ. ຜູ້​ໜຶ່ງ​ກໍ​ຄື​ດີໂອເທເຟ​ທີ່​ພະຍາຍາມ​ສ້າງ​ຄວາມ​ແຕກ​ແຍກ​ໃນ​ປະຊາຄົມ. (3 ຢຮ. 9, 10) ລາວ​ບໍ່​ໄດ້​ໃຫ້​ກຽດ​ຕົວ​ແທນ​ຈາກ​ຄະນະ​ກຳມະການ​ປົກຄອງ​ທີ່​ມາ​ຢາມ​ປະຊາຄົມ ລາວ​ເຖິງ​ຂັ້ນ​ພະຍາຍາມ​ໄລ່​ພີ່ນ້ອງ​ທີ່​ມາ​ຕ້ອນຮັບ​ຄົນ​ທີ່​ລາວ​ບໍ່​ມັກ​ອອກ​ຈາກ​ປະຊາຄົມ. ລາວ​ຈັ່ງ​ແມ່ນ​ຍິ່ງ​ຈອງຫອງ​ເນາະ! ໃນ​ທຸກ​ມື້​ນີ້​ຊາຕານ​ກໍ​ພະຍາຍາມ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ກຽດ​ຊັງ​ກັນ​ແລະ​ແຕກ​ແຍກ​ກັນ. ຂໍ​ໃຫ້​ເຮົາ​ຢ່າ​ຍອມ​ໃຫ້​ຄວາມ​ກຽດ​ຊັງ​ມາ​ເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ.

ຮັກ​ຄອບຄົວ

ພະ​ເຢຊູ​ຂໍ​ໃຫ້​ໂຢຮັນ​ເບິ່ງ​ແຍງ​ແມ່​ຂອງ​ເພິ່ນ​ເລື່ອງ​ວັດຖຸ​ແລະ​ເລື່ອງ​ຄວາມ​ເຊື່ອ. ດັ່ງ​ນັ້ນ​ຫົວ​ໜ້າ​ຄອບຄົວ​ໃນ​ທຸກ​ມື້​ນີ້​ກໍ​ຕ້ອງ​ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ແບບ​ນີ້​ຄື​ກັນ. (ເບິ່ງ​ຂໍ້ 15-16)

15. ຫົວ​ໜ້າ​ຄອບຄົວ​ຕ້ອງ​ຈື່​ຫຍັງ​ໄວ້?

15 ວິທີ​ໜຶ່ງ​ທີ່​ຫົວ​ໜ້າ​ຄອບຄົວ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ຄອບຄົວ​ກໍ​ຄື​ຈັດ​ຫາ​ສິ່ງ​ຈຳເປັນ​ໃຫ້​ກັບ​ຄອບຄົວ. (1 ຕມ. 5:8) ແຕ່​ລາວ​ຕ້ອງ​ຈື່​ວ່າ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ຊ່ອຍ​ໃຫ້​ຄອບຄົວ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ. (ມທ. 5:3) ພະ​ເຢຊູ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຫົວ​ໜ້າ​ຄອບຄົວ​ໃນ​ເລື່ອງ​ນີ້. ໂຢຮັນ​ຂຽນ​ວ່າ​ຕອນ​ທີ່​ພະ​ເຢຊູ​ຖືກ​ຄຶງ​ຢູ່​ເທິງ​ເສົາ​ທໍລະມານ​ແລະ​ຮູ້ສຶກ​ເຈັບ​ປວດ​ຫຼາຍ ເພິ່ນ​ໄດ້​ຂໍ​ໃຫ້​ໂຢຮັນ​ເບິ່ງ​ແຍງ​ມາຣີ​ແມ່​ຂອງ​ເພິ່ນ​ເຊິ່ງ​ຕອນ​ນັ້ນ​ໂຢຮັນ​ຢືນ​ຢູ່​ຂ້າງ​ມາຣີ. (ຢຮ. 19:26, 27) ທີ່​ຈິງ​ພະ​ເຢຊູ​ກໍ​ມີ​ນ້ອງ​ຫຼາຍ​ຄົນ​ທີ່​ສາມາດ​ເບິ່ງ​ແຍງ​ແມ່​ເລື່ອງ​ວັດຖຸ​ໄດ້ ແຕ່​ຕອນ​ນັ້ນ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ເຊື່ອ​ໃນ​ພະ​ເຢຊູ​ເທື່ອ. ດັ່ງ​ນັ້ນ​ພະ​ເຢຊູ​ຈຶ່ງ​ຝາກ​ໄວ້​ກັບ​ໂຢຮັນ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ ແມ່​ຂອງ​ເພິ່ນ​ຈະ​ໄດ້ຮັບການ​ເບິ່ງ​ແຍງ​ເລື່ອງ​ວັດຖຸ​ແລະ​ເລື່ອງ​ຄວາມ​ເຊື່ອ.

16. ໂຢຮັນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່?

16 ໂຢຮັນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຼາຍ​ຢ່າງ. ເນື່ອງ​ຈາກ​ລາວ​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ລາວ​ຈຶ່ງ​ຕ້ອງ​ນຳ​ໜ້າ​ໃນ​ວຽກ​ປະກາດ. ລາວ​ອາດ​ຈະ​ແຕ່ງ​ດອງ​ແລ້ວ ດັ່ງ​ນັ້ນ​ລາວ​ຕ້ອງ​ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ເລື່ອງ​ວັດຖຸ​ແລະ​ເລື່ອງ​ຄວາມ​ເຊື່ອ. (1 ກຣ. 9:5) ຫົວ​ໜ້າ​ຄອບຄົວ​ໃນ​ທຸກ​ມື້​ນີ້​ໄດ້​ບົດຮຽນ​ຫຍັງ?

17. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຫົວ​ໜ້າ​ຄອບຄົວ​ຈະ​ຊ່ອຍ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?

17 ພີ່ນ້ອງ​ຊາຍ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ​ອາດ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳຄັນ​ຫຼາຍ​ຢ່າງ​ເຊັ່ນ: ລາວ​ຕ້ອງ​ດຸ​ໝັ່ນ​ເຮັດ​ວຽກ​ເພາະ​ການ​ເປັນ​ຄົນ​ດຸ​ໝັ່ນ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ. (ອຟຊ. 6:5, 6; ຕຕ. 2:9, 10) ແລະ​ລາວ​ອາດ​ຈະ​ຍັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ເຊັ່ນ: ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ແລະ​ນຳ​ໜ້າ​ໃນ​ວຽກ​ປະກາດ. ແລະ​ທີ່​ສຳຄັນ​ລາວ​ຍັງ​ຕ້ອງ​ຊ່ອຍ​ລູກ​ແລະ​ເມຍ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໂດຍ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຂົາ​ເຈົ້າ​ເປັນ​ປະຈຳ. ລູກ​ກັບ​ເມຍ​ຈະ​ເຫັນ​ຄ່າ​ລາວ​ທີ່​ພະຍາຍາມ​ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ທາງ​ດ້ານ​ຮ່າງກາຍ ອາລົມ​ຄວາມ​ຮູ້ສຶກ ແລະ​ທາງ​ດ້ານ​ຄວາມ​ເຊື່ອ.—ອຟຊ. 5:28, 29; 6:4

“ເປັນ​ທີ່​ຮັກ​ຂອງ​ຂ້ອຍ​ຢູ່​ສະເໝີ”

18. ໂຢຮັນ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

18 ໂຢຮັນ​ອາຍຸ​ຍືນ​ກວ່າ​ອັກຄະສາວົກ​ຄົນ​ອື່ນໆ ດັ່ງ​ນັ້ນ​ລາວ​ກໍ​ຄື​ຊິ​ຜ່ານ​ອີ່ຫຍັງ​ມາ​ຫຼາຍ​ຢ່າງ​ໃນ​ຊີວິດ ແລະ​ກໍ​ອາດ​ຈະ​ມີ​ບັນຫາ​ທີ່​ເຮັດ​ໃຫ້​ຄວາມ​ເຊື່ອ​ອ່ອນ​ລົງ​ນຳ ແຕ່​ລາວ​ກໍ​ຍັງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢຊູ​ສະເໝີ​ລວມ​ທັງ​ຄຳ​ສັ່ງ​ທີ່​ໃຫ້​ຮັກ​ພີ່ນ້ອງ. ຍ້ອນ​ແນວ​ນັ້ນ ລາວ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮັກ​ລາວ ແລະ​ຈະ​ຊ່ອຍ​ລາວ​ໃຫ້​ມີ​ກຳລັງ​ທີ່​ຈະ​ຜ່ານ​ບັນຫາ​ທີ່​ຫຍຸ້ງຍາກ​ໄດ້. (ຢຮ. 14:15-17; 15:10; 1 ຢຮ. 4:16) ຊາຕານ​ແລະ​ໂລກ​ຂອງ​ມັນ​ບໍ່​ສາມາດ​ຂັດ​ຂວາງ​ໂຢຮັນ​ບໍ່​ໃຫ້​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ທາງ​ດ້ານ​ຄຳເວົ້າ​ແລະ​ການ​ກະທຳ​ໄດ້.

19. 1 ໂຢຮັນ 4:7 ບອກ​ເຮົາ​ໃຫ້​ເຮັດ​ຫຍັງ​ແລະ​ຍ້ອນ​ຫຍັງ?

19 ຄື​ກັບ​ໂຢຮັນ​ເຮົາ​ຢູ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ ເຊິ່ງ​ມັນ​ບໍ່​ເຄີຍ​ຮັກ​ໃຜ​ເລີຍ. (1 ຢຮ. 3:1, 10) ຊາຕານ​ຢາກ​ໃຫ້​ເຮົາ​ເຊົາ​ຮັກ​ພີ່ນ້ອງ ແຕ່​ມັນ​ຈະ​ເຮັດ​ແບບ​ນັ້ນ​ບໍ່​ໄດ້​ຖ້າ​ເຮົາ​ບໍ່​ຍອມ​ເປີດ​ທາງ​ໃຫ້​ມັນ. ຂໍ​ໃຫ້​ເຮົາ​ຮັກ​ພີ່ນ້ອງ ແລະ​ສະແດງ​ຄວາມ​ຮັກ​ນັ້ນ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ. ແລະ​ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ!—ອ່ານ 1 ໂຢຮັນ 4:7

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

^ ຂໍ້ 5 “ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ” ຄື​ຊິ​ແມ່ນ​ອັກຄະສາວົກ​ໂຢຮັນ. (ຢຮ. 21:7) ນີ້​ສະແດງ​ວ່າ​ຕອນ​ທີ່​ໂຢຮັນ​ຍັງ​ໜຸ່ມ ລາວ​ຄື​ຊິ​ມີ​ຄຸນ​ລັກສະນະ​ທີ່​ດີ​ຫຼາຍ​ຢ່າງ​ທີ່​ພະ​ເຢຊູ​ມັກ ແລະ​ເມື່ອ​ລາວ​ອາຍຸ​ຫຼາຍ​ແລ້ວ ພະ​ເຢໂຫວາ​ກໍ​ໄດ້​ໃຊ້​ລາວ​ໃຫ້​ຂຽນ​ລາຍ​ລະອຽດ​ກ່ຽວ​ກັບ​ຄວາມ​ຮັກ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ບາງ​ສິ່ງ​ທີ່​ໂຢຮັນ​ຂຽນ ແລະ​ເບິ່ງ​ວ່າ​ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ລາວ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ຫົວ​ໜ້າ​ຄອບຄົວ​ຄົນ​ໜຶ່ງ​ມີ​ວຽກ​ຫຼາຍ​ຢ່າງ. ລາວ​ຊ່ອຍ​ວຽກ​ບັນເທົາ​ທຸກ ຊ່ອຍ​ບໍລິຈາກ​ເງິນ​ສຳລັບ​ວຽກ​ງານ​ທົ່ວ​ໂລກ ແລະ​ຊວນ​ພີ່ນ້ອງ​ຄົນ​ອື່ນ​ມາ​ຮ່ວມ​ການ​ນະມັດສະການ​ປະຈຳ​ຄອບຄົວ.