ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 4

ໃຫ້​ມີ​ຄວາມ​ຮັກ​ແບບ​ພີ່ນ້ອງ​ຕໍ່ໆໄປ

ໃຫ້​ມີ​ຄວາມ​ຮັກ​ແບບ​ພີ່ນ້ອງ​ຕໍ່ໆໄປ

“ໃຫ້​ຮັກ​ກັນ​ແບບ​ພີ່ນ້ອງ.”—ຣມ. 12:10

ເພງ 109 ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ

ໃຈ​ຄວາມ​ສຳຄັນ *

1. ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ຫຍັງ​ທີ່​ສະແດງ​ວ່າ​ຫຼາຍ​ຄອບຄົວ​ຮັກ​ກັນ​ໜ້ອຍ​ລົງ?

ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ວ່າ ຫຼາຍ​ຄົນ​ຈະ “ບໍ່​ຮັກ​ຍາດ​ພີ່ນ້ອງ.” (2 ຕມ. 3:1, 3) ໃນ​ທຸກ​ມື້​ນີ້​ເຮົາ​ເຫັນ​ຄຳ​ພະຍາກອນ​ນີ້​ເກີດ​ຂຶ້ນ​ແທ້. ຕົວຢ່າງ​ເຊັ່ນ: ຫຼາຍ​ຄອບຄົວ​ແຕກ​ແຍກ​ກັນ​ຍ້ອນ​ຜົວ​ເມຍ​ປະກັນ​ແລະ​ຄຽດ​ໃຫ້​ກັນ​ເຊິ່ງ​ເຮັດ​ໃຫ້​ລູກ​ບໍ່​ໄດ້​ຮັບ​ຄວາມ​ອົບອຸ່ນ ແລະ​ແມ່ນ​ແຕ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ດຽວ​ກັນ​ກໍ​ອາດ​ຈະ​ບໍ່​ສະໜິດ​ກັນ. ຜູ້​ຊ່ຽວຊານ​ແລະ​ໃຫ້​ຄຳ​ປຶກສາ​ດ້ານ​ຄອບ​ຄົວ​ຄົນ​ໜຶ່ງ​ບອກ​ວ່າ: “ພໍ່​ແມ່​ແລະ​ລູກ​ບໍ່​ມີ​ໃຜ​ສົນ​ໃຈ​ກັນ​ເລີຍ. ເຂົາ​ເຈົ້າ​ສົນ​ໃຈ​ແຕ່​ໜ້າ​ຈໍ​ຄອມພິວເຕີ ແທັບເລັດ ໂທລະສັບ ຫຼື​ເກມ. ເຖິງ​ວ່າ​ຈະ​ຢູ່​ເຮືອນ​ຫຼັງ​ດຽວ​ກັນ ແຕ່​ກໍ​ເບິ່ງ​ຄື​ກັບ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮູ້ຈັກ​ກັນ​ເລີຍ.”

2-3. (ກ) ຕາມ​ໂຣມ 12:10 ເຮົາ​ຄວນ​ສະແດງ​ຄວາມ​ຮັກ​ຕໍ່​ໃຜ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ຫຼາຍ​ຄົນ​ໃນ​ໂລກ​ນີ້​ທີ່​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ກັນ. (ຣມ. 12:2) ເຮົາ​ຢາກ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ​ແລະ​ຕໍ່​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ຫຼາຍ​ຂຶ້ນ. (ອ່ານ​ໂຣມ 12:10) ຄວາມ​ຮັກ​ແບບ​ນີ້​ເປັນ​ຄວາມ​ຮັກ​ແບບ​ໃດ? ກໍ​ເປັນ​ຄວາມ​ຮັກ​ທີ່​ອົບອຸ່ນ​ທີ່​ຄົນ​ໃນ​ຄອບຄົວ​ສະແດງ​ຕໍ່​ກັນ. ເຮົາ​ຄວນ​ມີ​ຄວາມ​ຮັກ​ແບບ​ນີ້​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ເພາະ​ຈະ​ຊ່ອຍ​ເຮົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ນຳ​ກັນ.—ມີເກ 2:12

3 ເພື່ອ​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແບບ​ນີ້​ກັບ​ພີ່ນ້ອງ ໃຫ້​ເຮົາ​ມາ​ຮຽນ​ຈາກ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ.

ພະ​ເຢໂຫວາ “ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆ”

4. ຢາໂກໂບ 5:11 ຊ່ອຍ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ສ່ຳ​ໃດ?

4 ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຮູ້​ຄຸນ​ລັກສະນະ​ທີ່​ດີ​ຕ່າງໆຂອງ​ພະ​ເຢໂຫວາ​ເຊັ່ນ: ຄຳພີ​ໄບເບິນ​ບອກ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ຢຮ. 4:8) ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ແລະ​ຄຳພີ​ໄບເບິນ​ຍັງ​ບອກ​ວ່າ​ພະ​ເຢໂຫວາ “ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແທ້ໆ.” (ອ່ານ​ຢາໂກໂບ 5:11) ນີ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແທ້ໆ!

5. ພະ​ເຢໂຫວາ​ສະແດງ​ຄວາມ​ເມດຕາ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ?

5 ໃນ​ຢາໂກໂບ 5:11 ຍັງ​ເວົ້າ​ເຖິງ​ຄຸນ​ລັກສະນະ​ອີກ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ເຊັ່ນ: ຄວາມ​ເມດຕາ. (ອົບ. 34:6) ສິ່ງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເມດຕາ​ເຮົາ​ກໍ​ຄື ເພິ່ນ​ໃຫ້​ອະໄພ​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ. (ເພງ. 51:1) ໃນ​ຄຳພີ​ໄບເບິນ ຄວາມ​ເມດຕາ​ມີ​ຄວາມ​ໝາຍ​ຫຼາຍ​ກວ່າ​ການ​ໃຫ້​ອະໄພ​ຄົນ​ທີ່​ເຮັດ​ຜິດ. ຄວາມ​ເມດຕາ​ເປັນ​ຄວາມ​ຮູ້ສຶກ​ອີ່ຕົນ​ຄົນ​ທີ່​ເຈິ​ກັບ​ຄວາມ​ທຸກ ແລະ​ຢາກ​ຈະ​ເຮັດ​ບາງ​ສິ່ງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ນັ້ນ. ພະ​ເຢໂຫວາ​ຮູ້ສຶກ​ຮັກ​ແລະ​ຢາກ​ຊ່ອຍ​ເຮົາ​ຫຼາຍ​ກວ່າ​ຄວາມ​ຮູ້ສຶກ​ຂອງ​ແມ່​ທີ່​ຢາກ​ຊ່ອຍ​ລູກ​ດ້ວຍ​ຊ້ຳ. (ເອຊາ. 49:15) ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເພິ່ນ​ໃຫ້​ຢາກ​ຊ່ອຍ​ເຮົາ​ຕອນ​ທີ່​ເຮົາ​ມີ​ຄວາມ​ທຸກ. (ເພງ. 37:39; 1 ກຣ. 10:13) ເມື່ອ​ພີ່ນ້ອງ​ເຮັດ​ຜິດ​ຕໍ່​ເຮົາ ເຮົາ​ສາມາດ​ສະແດງ​ຄວາມ​ເມດຕາ​ຕໍ່​ເຂົາ​ເຈົ້າ​ໂດຍ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ແລ້ວ​ກໍ​ບໍ່​ຄຽດ​ອີກ. (ອຟຊ. 4:32) ແລະ​ເຮົາ​ຍັງ​ສາມາດ​ສະແດງ​ຄວາມ​ເມດຕາ​ຕໍ່​ພີ່ນ້ອງ​ໂດຍ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຕອນ​ທີ່​ມີ​ຄວາມ​ລຳບາກ. ເມື່ອ​ເຮົາ​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ຜູ້​ທີ່​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ທີ່​ສຸດ.—ອຟຊ. 5:1

ໂຢນາທານ​ກັບ​ດາວິດ “ເປັນ​ໝູ່​ສະໜິດ​ກັນ”

6. ໂຢນາທານ​ກັບ​ດາວິດ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແນວ​ໃດ?

6 ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້​ຮູ້​ວ່າ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ກໍ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ໄດ້. ໃນ​ຄຳພີ​ໄບເບິນ​ມີ​ຫຼາຍ​ເລື່ອງ​ທີ່​ເວົ້າ​ເຖິງ​ຄົນ​ທີ່​ບໍ່​ສົມບູນ​ແບບ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ເຊັ່ນ: ເລື່ອງ​ຂອງ​ໂຢນາທານ​ກັບ​ດາວິດ. ຄຳພີ​ໄບເບິນ​ບອກ​ວ່າ: “ໂຢນາທານ​ກັບ​ດາວິດ​ກໍ​ກາຍ​ເປັນ​ໝູ່​ສະໜິດ​ກັນ ແລະ​ໂຢນາທານ​ຮັກ​ດາວິດ​ເທົ່າ​ຊີວິດ​ຂອງ​ຕົວ​ເອງ.” (1 ຊາມ. 18:1, ລ.ມ.) ພະ​ເຢໂຫວາ​ເລືອກ​ດາວິດ​ໃຫ້​ເປັນ​ກະສັດ​ຕໍ່​ຈາກ​ຊາອູນ. ຫຼັງ​ຈາກ​ນັ້ນ​ຊາອູນ​ກໍ​ອິດສາ​ດາວິດ​ແລະ​ພະຍາຍາມ​ຈະ​ຂ້າ​ລາວ ແຕ່​ໂຢນາທານ​ລູກ​ຊາຍ​ຂອງ​ຊາອູນ​ບໍ່​ໄດ້​ເຂົ້າ​ຂ້າງ​ພໍ່​ໃນ​ການ​ຂ້າ​ດາວິດ. ໂຢນາທານ​ກັບ​ດາວິດ​ສັນຍາ​ກັນ​ວ່າ​ຈະ​ເປັນ​ໝູ່​ກັນ​ແລະ​ຊ່ວຍ​ເຫຼືອ​ກັນ​ຕະຫຼອດ​ໄປ.—1 ຊາມ. 20:42

ເຖິງ​ວ່າ​ໂຢນາທານ​ຈະ​ອາຍຸ​ຫຼາຍ​ກວ່າ​ດາວິດ ແຕ່​ເຂົາ​ເຈົ້າ​ກໍ​ເປັນ​ໝູ່​ສະໜິດ​ກັນ​ໄດ້ (ເບິ່ງ​ຂໍ້ 6-9)

7. ເປັນ​ຫຍັງ​ໂຢນາທານ​ກັບ​ດາວິດ​ອາດ​ຈະ​ເປັນ​ໝູ່​ກັນ​ໄດ້​ຍາກ?

7 ເປັນ​ເລື່ອງ​ປະທັບ​ໃຈ​ຫຼາຍ​ທີ່​ໂຢນາທານ​ກັບ​ດາວິດ​ເປັນ​ໝູ່​ສະໜິດ​ກັນ​ໄດ້​ເຖິງ​ວ່າ​ອາຍຸ​ເຂົາ​ເຈົ້າ​ຈະ​ລື່ນ​ກັນ​ຫຼາຍ​ເຊັ່ນ ໂຢນາທານ​ອາຍຸ​ຫຼາຍ​ກວ່າ​ດາວິດ 30 ປີ. ໂຢນາທານ​ອາດ​ຈະ​ຄິດ​ວ່າ​ລາວ​ບໍ່​ຢາກ​ເປັນ​ໝູ່​ກັບ​ຄົນ​ທີ່​ອາຍຸ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ​ກໍ​ໄດ້. ແຕ່​ໂຢນາທານ​ບໍ່​ໄດ້​ຄິດ​ແບບ​ນັ້ນ ລາວ​ນັບຖື​ດາວິດ​ຫຼາຍ.

8. ເປັນ​ຫຍັງ​ໂຢນາທານ​ຈຶ່ງ​ເປັນ​ໝູ່​ທີ່​ດີ​ຂອງ​ດາວິດ?

8 ໂຢນາທານ​ອາດ​ຈະ​ອິດສາ​ດາວິດ​ກໍ​ໄດ້. ຍ້ອນ​ລາວ​ເປັນ​ລູກ​ຂອງ​ກະສັດ​ຊາອູນ ລາວ​ຈຶ່ງ​ມີ​ສິດ​ທີ່​ຈະ​ເປັນ​ກະສັດ​ອົງ​ຕໍ່​ໄປ. (1 ຊາມ. 20:31) ແຕ່​ໂຢນາທານ​ຖ່ອມ​ຕົວ​ແລະ​ພັກດີ​ຕໍ່​ພະ​ເຢໂຫວາ ດັ່ງ​ນັ້ນ​ລາວ​ຈຶ່ງ​ຢູ່​ຝ່າຍ​ດາວິດ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ເປັນ​ກະສັດ​ອົງ​ຕໍ່​ໄປ ແລະ​ລາວ​ຍັງ​ພັກດີ​ຕໍ່​ດາວິດ​ເຖິງ​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ຊາອູນ​ໃຈ​ຮ້າຍ​ກໍ​ຕາມ.—1 ຊາມ. 20:32-34

9. ໂຢນາທານ​ຄິດ​ວ່າ​ດາວິດ​ເປັນ​ຄູ່​ແຂ່ງ​ບໍ? ຂໍ​ໃຫ້​ອະທິບາຍ.

9 ຍ້ອນ​ໂຢນາທານ​ຮັກ​ດາວິດ​ລາວ​ຈຶ່ງ​ບໍ່​ໄດ້​ຄິດ​ວ່າ​ດາວິດ​ເປັນ​ຄູ່​ແຂ່ງ. ໂຢນາທານ​ເປັນ​ນັກ​ຮົບ​ທີ່​ກ້າຫານ​ແລະ​ຊຳນານ​ໃນ​ການ​ຍິງ​ທະນູ. ປະຊາຊົນ​ເວົ້າ​ເຖິງ​ໂຢນາທານ​ກັບ​ຊາອູນ​ວ່າ “ເຂົາ​ເຈົ້າ​ວ່ອງໄວ​ກວ່າ​ນົກ​ອິນຊີ ແລະ​ກ້າຫານ​ຫຼາຍ​ກວ່າ​ສິງ.” (2 ຊາມ. 1:22, 23, ລ.ມ.) ດັ່ງ​ນັ້ນ​ໂຢນາທານ​ອາດ​ຈະ​ໂອ້​ອວດ​ຄວາມ​ສາມາດ​ທີ່​ລາວ​ມີ​ກໍ​ໄດ້ ແຕ່​ລາວ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ລາວ​ບໍ່​ໄດ້​ແຂ່ງ​ຂັນ​ກັບ​ດາວິດ​ຫຼື​ອິດສາ​ດາວິດ. ກົງ​ກັນ​ຂ້າມ​ໂຢນາທານ​ຍ້ອງ​ຍໍ​ດາວິດ​ທີ່​ລາວ​ກ້າຫານ​ແລະ​ໝາຍ​ເພິ່ງ​ພະ​ເຢໂຫວາ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ດາວິດ​ຂ້າ​ໂຄລີອາດ ໂຢນາທານ​ກໍ​ເລີ່ມ​ຮູ້ສຶກ​ຮັກ​ດາວິດ. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແບບ​ນີ້​ຕໍ່​ພີ່ນ້ອງ​ຂອງ​ເຮົາ​ໄດ້​ແນວ​ໃດ?

ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໄດ້​ແນວ​ໃດ​ໃນ​ທຸກ​ມື້​ນີ້?

10. ຄຳ​ວ່າ “ຮັກ​ກັນ​ຢ່າງ​ສຸດ​ຫົວໃຈ” ໝາຍ​ຄວາມ​ວ່າ​ແນວ​ໃດ?

10 ຄຳພີ​ໄບເບິນ​ບອກ​ເຮົາ​ໃຫ້ “ຮັກ​ກັນ​ຢ່າງ​ສຸດ​ຫົວໃຈ.” (1 ປຕ. 1:22) ພະ​ເຢໂຫວາ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ໃນ​ເລື່ອງ​ນີ້. ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ​ແລະ​ຖ້າ​ເຮົາ​ພັກດີ​ຕໍ່​ເພິ່ນ​ກໍ​ບໍ່​ມີ​ຫຍັງ​ທີ່​ຈະ​ມາ​ເຮັດ​ໃຫ້​ເພິ່ນ​ເຊົາ​ຮັກ​ເຮົາ​ໄດ້. (ຣມ. 8:38, 39) ໃນ​ພາສາ​ກຣີກ​ຄຳ​ວ່າ “ສຸດ​ຫົວໃຈ” ມີ​ຄວາມ​ໝາຍ​ວ່າ​ຢື້​ເອົາ ນີ້​ສະແດງ​ວ່າ​ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆທີ່​ຈະ​ສະແດງ​ຄວາມ​ຮັກ. ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ. ເມື່ອ​ພີ່ນ້ອງ​ເຮັດ​ໃຫ້​ເຮົາ​ເຈັບ​ໃຈ ເຮົາ​ຕ້ອງ “ອົດ​ທົນ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ. ພະຍາຍາມ​ເຕັມທີ​ທີ່​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ດ້ວຍ​ພະລັງ​ຂອງ​ພະເຈົ້າ ແລະ​ມີ​ສັນຕິສຸກ​ທີ່​ຜູກ​ພັນ​ຄົນ​ເຮົາ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.” (ອຟຊ. 4:1-3) ຖ້າ​ເຮົາ​ພະຍາຍາມ​ຮັກສາ​ສັນຕິສຸກ​ກັບ​ພີ່ນ້ອງ ເຮົາ​ກໍ​ຈະ​ບໍ່​ເບິ່ງ​ແຕ່​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ ແຕ່​ເຮົາ​ຈະ​ພະຍາຍາມ​ເບິ່ງ​ພີ່ນ້ອງ​ໃນ​ແບບ​ທີ່​ພະ​ເຢໂຫວາ​ເບິ່ງ.—1 ຊາມ. 16:7; ເພງ. 130:3

ໂປໂລ​ບອກ​ຢູໂອເດຍ​ແລະ​ຊີນຕີເຂ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບາງ​ເທື່ອ​ເຮົາ​ກັບ​ພີ່ນ້ອງ​ກໍ​ເຂົ້າ​ກັນ​ໄດ້​ຍາກ​ແຕ່​ເຮົາ​ກໍ​ຕ້ອງ​ເປັນ​ນ້ຳໜຶ່ງໃຈດຽວກັນ (ເບິ່ງ​ຂໍ້ 11)

11. ເປັນ​ຫຍັງ​ບາງ​ເທື່ອ​ຈຶ່ງ​ຍາກ​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ?

11 ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ ໂດຍ​ສະເພາະ​ຕອນ​ທີ່​ເຂົາ​ເຈົ້າ​ເຮັດ​ໃຫ້​ເຮົາ​ຄຽດ. ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ບາງ​ຄົນ​ໃນ​ສະຕະວັດ​ທຳອິດ. ຕົວຢ່າງ​ເຊັ່ນ: ຢູໂອເດຍ​ແລະ​ຊີນຕີເຂ​ທີ່​ເບິ່ງ​ຄື​ວ່າ​ບໍ່​ມີ​ບັນຫາ​ຫຍັງ​ຕອນ​ທີ່ “ເຮັດ​ວຽກ​ໜັກ​ເພື່ອ​ຂ່າວ​ດີ​ນຳ​ກັນ​ກັບ [ໂປໂລ]” ແຕ່​ກໍ​ມີ​ບາງ​ເຫດຜົນ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ກັນ​ໄດ້​ຍາກ. ດັ່ງ​ນັ້ນ​ໂປໂລ​ຈຶ່ງ​ເຕືອນ​ເຂົາ​ເຈົ້າ “ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ຖານະ​ລູກສິດ​ຂອງ​ຜູ້​ເປັນ​ນາຍ.”—ຟລປ. 4:2, 3

ຜູ້​ດູ​ແລ​ທີ່​ຍັງ​ໜຸ່ມ​ກັບ​ຜູ້​ດູ​ແລ​ທີ່​ອາຍຸ​ຫຼາຍ​ກວ່າ​ສາມາດ​ເປັນ​ໝູ່​ກັນ​ໄດ້ (ເບິ່ງ​ຂໍ້ 12)

12. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໄດ້​ແນວ​ໃດ?

12 ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແບບ​ນີ້​ຕໍ່​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ໃນ​ທຸກ​ມື້​ນີ້? ເມື່ອ​ເຮົາ​ຮູ້ຈັກ​ພີ່ນ້ອງ​ຫຼາຍ​ຂຶ້ນ​ເຮົາ​ກໍ​ຈະ​ເຂົ້າ​ໃຈ​ເຂົາ​ເຈົ້າ​ແລະ​ຮັກ​ເຂົາ​ເຈົ້າ​ຫຼາຍ​ຂຶ້ນ. ເຮົາ​ສາມາດ​ເປັນ​ໝູ່​ກັບ​ພີ່ນ້ອງ​ໄດ້​ເຖິງ​ວ່າ​ອາຍຸ​ຫຼື​ວັດທະນະທຳ​ຈະ​ແຕກຕ່າງ​ກັນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ໂຢນາທານ​ອາຍຸ​ຫຼາຍ​ກວ່າ​ດາວິດ 30 ປີ​ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເປັນ​ໝູ່​ສະໜິດ​ກັນ. ເຈົ້າ​ຈະ​ເປັນ​ໝູ່​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ອາຍຸ​ຫຼາຍ​ກວ່າ​ຫຼື​ໜ້ອຍ​ກວ່າ​ໄດ້​ບໍ? ເມື່ອ​ເຮັດ​ແບບ​ນີ້​ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ “ຮັກ​ພີ່ນ້ອງ​ຄລິດສະຕຽນ​ທຸກ​ຄົນ.”—1 ປຕ. 2:17

ເບິ່ງ​ຂໍ້ 12 *

13. ເປັນ​ຫຍັງ​ເຮົາ​ອາດ​ຮູ້ສຶກ​ສະໜິດ​ກັບ​ບາງ​ຄົນ​ເປັນ​ພິເສດ?

13 ການ​ຮັກ​ພີ່ນ້ອງ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ສະໜິດ​ກັບ​ທຸກ​ຄົນ​ໃນ​ປະຊາຄົມ​ບໍ? ຄື​ຊິ​ເປັນ​ໄປ​ໄດ້​ຍາກ. ຕາມ​ປົກກະຕິ​ແລ້ວ​ເຮົາ​ມັກ​ຈະ​ສະໜິດ​ກັບ​ຄົນ​ທີ່​ມີ​ນິດໄສ​ຄ້າຍໆກັນ​ກັບ​ເຮົາ​ຫຼາຍ​ກວ່າ. ພະ​ເຢຊູ​ເອີ້ນ​ອັກຄະສາວົກ​ທຸກ​ຄົນ​ວ່າ “ໝູ່” ແຕ່​ເພິ່ນ​ກໍ​ຮູ້ສຶກ​ສະໜິດ​ກັບ​ໂຢຮັນ​ເປັນ​ພິເສດ. (ຢຮ. 13:23; 15:15; 20:2) ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ​ພະ​ເຢຊູ​ກໍ​ບໍ່​ໄດ້​ປະຕິບັດ​ກັບ​ໂຢຮັນ​ດີ​ກວ່າ​ຄົນ​ອື່ນໆ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ໂຢຮັນ​ກັບ​ຢາໂກໂບ​ທີ່​ເປັນ​ອ້າຍ​ນ້ອງ​ກັນ​ໄດ້​ມາ​ຂໍ​ຕຳແໜ່ງ​ທີ່​ສຳຄັນ​ກັບ​ພະ​ເຢຊູ ພະ​ເຢຊູ​ກໍ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ບໍ່​ມີ​ສິດ​ທີ່​ຈະ​ກຳນົດ​ວ່າ​ຜູ້​ໃດ​ຈະ​ໄດ້​ນັ່ງ​ຢູ່​ເບື້ອງ​ຂວາ​ຫຼື​ເບື້ອງ​ຊ້າຍ​ຂອງ​ຂ້ອຍ.” (ມຣກ. 10:35-40) ເຮົາ​ຢາກ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ​ໂດຍ​ບໍ່​ປະຕິບັດ​ກັບ​ໝູ່​ສະໜິດ​ດີ​ກວ່າ​ຄົນ​ອື່ນໆ. (ຢກບ. 2:3, 4) ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ ເຮົາ​ກໍ​ບໍ່​ໄດ້​ຊ່ອຍ​ໃຫ້​ປະຊາຄົມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ແຕ່​ຈະ​ເຮັດ​ໃຫ້​ແຕກ​ແຍກ​ກັນ.—ຢດ. 17-19

14. ຟີລິບປອຍ 2:3 ຊ່ອຍ​ເຮົາ​ບໍ່​ໃຫ້​ຖື​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ​ແນວ​ໃດ?

14 ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ເຮົາ​ກໍ​ຈະ​ບໍ່​ຖື​ວ່າ​ຕົວ​ເອງ​ດີ​ກວ່າ​ພີ່ນ້ອງ​ຄົນ​ອື່ນໆໃນ​ປະຊາຄົມ. ຈື່​ໄດ້​ບໍ​ວ່າ​ໂຢນາທານ​ບໍ່​ໄດ້​ອິດສາ​ດາວິດ​ແລະ​ບໍ່​ໄດ້​ພະຍາຍາມ​ທີ່​ຈະ​ເປັນ​ກະສັດ​ແທນ​ດາວິດ. ເຮົາ​ທຸກ​ຄົນ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢນາທານ​ໄດ້​ໂດຍ​ບໍ່​ອິດສາ​ພີ່ນ້ອງ​ທີ່​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ເຮົາ “ແຕ່​ໃຫ້​ເຮົາ​ຖ່ອມ​ຕົວ​ແລະ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົວ​ເອງ.” (ອ່ານ​ຟີລິບປອຍ 2:3) ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ທຸກ​ຄົນ​ມີ​ສ່ວນ​ຊ່ອຍ​ປະຊາຄົມ​ໃນ​ແບບ​ທີ່​ຕ່າງ​ກັນ. ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ​ຕໍ່ໆໄປ ເຮົາ​ກໍ​ຈະ​ເຫັນ​ສິ່ງ​ດີໆໃນ​ໂຕ​ຂອງ​ພີ່ນ້ອງ​ແລະ​ໄດ້​ຮັບ​ປະໂຫຍດ​ຈາກ​ຕົວຢ່າງ​ຂອງ​ເຂົາ​ເຈົ້າ.—1 ກຣ. 12:21-25

15. ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ທັນຢ້າ​ແລະ​ລູກ​ຂອງ​ລາວ?

15 ເມື່ອ​ເຮົາ​ມີ​ບັນຫາ​ໃນ​ຊີວິດ ພະ​ເຢໂຫວາ​ກໍ​ໃຫ້​ກຳລັງ​ໃຈ​ເຮົາ​ໂດຍ​ວິທີ​ທີ່​ພີ່ນ້ອງ​ສະແດງ​ຄວາມ​ຮັກ​ແລະ​ຊ່ວຍ​ເຫຼືອ​ເຮົາ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄອບຄົວ​ໜຶ່ງ​ຫຼັງ​ຈາກ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ນານາ​ຊາດ​ປີ 2019 ທີ່​ມີ​ຫົວ​ຂໍ້​ວ່າ: “ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ”! ເຊິ່ງ​ຈັດ​ຂຶ້ນ​ຢູ່​ສະຫະລັດ​ອາເມຣິກາ. ພີ່ນ້ອງ​ທັນຢ້າ​ທີ່​ມີ​ລູກ​ສາມ​ຄົນ​ໄດ້​ເລົ່າ​ສູ່​ຟັງ​ວ່າ: “ໃນ​ມື້​ວັນ​ເສົາ​ຕອນ​ທີ່​ເຮົາ​ກຳລັງ​ຂັບ​ລົດ​ເມືອ​ຫຼັງ​ຈາກ​ທີ່​ປະຊຸມ​ແລ້ວ ກໍ​ມີ​ລົດ​ຄັນ​ໜຶ່ງ​ມາ​ຕຳ​ລົດ​ເຮົາ​ຢູ່​ທາງ​ດ່ວນ. ຍັງ​ດີ​ທີ່​ບໍ່​ມີ​ໃຜ​ເຈັບ ແຕ່​ພວກ​ເຮົາ​ກໍ​ຕົກໃຈ​ຫຼາຍ​ຈຶ່ງ​ລົງ​ລົດ​ມາ​ຢືນ​ຢູ່​ກາງ​ທາງ​ແບບ​ມຶນ​ງົງ. ແລ້ວ​ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຍົກ​ມື​ເອີ້ນ​ພວກ​ເຮົາ​ໄປ​ຢູ່​ລົດ​ລາວ​ເພື່ອ​ຈະ​ປອດໄພ ເຊິ່ງ​ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເປັນ​ພີ່ນ້ອງ​ທີ່​ຫາ​ກໍ​ກັບ​ຈາກ​ການ​ປະຊຸມ​ໃຫຍ່​ຄື​ກັນ ແລະ​ບໍ່​ແມ່ນ​ແຕ່​ລາວ​ຜູ້​ດຽວ​ທີ່​ຈອດ​ລົດ​ມາ​ຊ່ວຍ​ພວກ​ເຮົາ​ເພາະ​ຍັງ​ມີ​ພີ່ນ້ອງ​ອີກ​ຫ້າ​ຄົນ​ທີ່​ມາ​ຈາກ​ຊູແອດ​ກໍ​ຈອດ​ລົດ​ມາ​ເບິ່ງ​ພວກ​ເຮົາ​ຄື​ກັນ. ເຂົາ​ເຈົ້າ​ເຂົ້າ​ມາ​ກອດ​ຂ້ອຍ​ກັບ​ລູກ​ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ຮູ້ສຶກ​ດີ​ຂຶ້ນ​ຫຼາຍ. ຂ້ອຍ​ບອກ​ເຂົາ​ເຈົ້າ​ວ່າ​ພວກ​ເຮົາ​ບໍ່​ເປັນ​ຫຍັງ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ປະ​ເຮົາ. ເຂົາ​ເຈົ້າ​ຢູ່​ກັບ​ເຮົາ​ຈົນ​ລົດ​ໂຮງ​ໝໍ​ມາ​ແລະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພວກ​ເຮົາ​ບໍ່​ໄດ້​ກັງວົນ​ຫຍັງ​ແລ້ວ. ການ​ທີ່​ພີ່ນ້ອງ​ຊ່ວຍ​ເຫຼືອ​ພວກ​ເຮົາ​ໃນ​ສະພາບ​ທີ່​ຫຍຸ້ງຍາກ​ແບບ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ຮູ້ສຶກ​ໄດ້​ວ່າ​ພະ​ເຢໂຫວາ​ຮັກ​ພວກ​ເຮົາ​ຫຼາຍ​ແທ້ໆ. ເຫດການ​ນີ້​ເຮັດ​ໃຫ້​ພວກ​ເຮົາ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ​ແລະ​ກໍ​ຮັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຄື​ກັນ.” ເຈົ້າ​ໄດ້​ຄິດ​ເຖິງ​ເຫດການ​ທີ່​ພີ່ນ້ອງ​ສະແດງ​ຄວາມ​ຮັກ​ກັບ​ເຈົ້າ​ແບບ​ນີ້​ບໍ?

16. ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ກັນ?

16 ລອງ​ຄິດ​ເຖິງ​ສິ່ງ​ດີໆທີ່​ເກີດ​ຂຶ້ນ​ເມື່ອ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ກັນ. ເຮົາ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຕອນ​ທີ່​ເຂົາ​ເຈົ້າ​ມີ​ບັນຫາ ແລະ​ຊ່ອຍ​ພີ່ນ້ອງ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ນຳ​ກັນ. ການ​ເຮັດ​ແບບ​ນີ້​ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ແລະ​ເຮັດ​ໃຫ້​ຄົນ​ອື່ນ​ຢາກ​ມາ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແລະ​ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ເຮົາ​ໄດ້​ຍ້ອງ​ຍໍ​ສັນລະເສີນ​ພະ​ເຢໂຫວາ​ຜູ້​ເປັນ “ພໍ່​ທີ່​ມີ​ຄວາມ​ເມດຕາ​ກະລຸນາ​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.” (2 ກຣ. 1:3) ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ​ແລະ​ສະແດງ​ຄວາມ​ຮັກ​ແບບ​ນີ້​ຕໍ່ໆໄປ.

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

^ ຂໍ້ 5 ພະ​ເຢຊູ​ບອກ​ວ່າ​ຄົນ​ອື່ນ​ຈະ​ຮູ້ຈັກ​ວ່າ​ໃຜ​ເປັນ​ລູກສິດ​ຂອງ​ເພິ່ນ​ໂດຍ​ເບິ່ງ​ຈາກ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ສະແດງ​ຕໍ່​ກັນ. ສະນັ້ນ​ເຮົາ​ຕ້ອງ​ພະຍາຍາມ​ສະແດງ​ຄວາມ​ຮັກ​ຕໍ່​ກັນ. ເຮົາ​ຄວນ​ຮຽນ​ຮູ້​ທີ່​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຄື​ກັບ​ຮັກ​ຄົນ​ໃນ​ຄອບຄົວ. ໃນ​ບົດ​ຄວາມ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ຮັກ​ພີ່ນ້ອງ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ດູ​ແລ​ທີ່​ຍັງ​ໜຸ່ມ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ຜູ້​ດູ​ແລ​ທີ່​ອາຍຸ​ຫຼາຍ​ກວ່າ ແລະ​ອີກ​ຮູບ​ໜຶ່ງ​ແມ່ນ​ຜູ້​ດູ​ແລ​ທີ່​ອາຍຸ​ຫຼາຍ​ກວ່າ​ໄດ້​ຊວນ​ຜູ້​ດູ​ແລ​ທີ່​ຍັງ​ໜຸ່ມ​ກັບ​ເມຍ​ມາ​ກິນ​ເຂົ້າ​ຢູ່​ເຮືອນ.