ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 5

“ພະຄລິດ​ເປັນ​ຜູ້​ນຳ​ຂອງ​ຜູ້​ຊາຍ​ທຸກ​ຄົນ”

“ພະຄລິດ​ເປັນ​ຜູ້​ນຳ​ຂອງ​ຜູ້​ຊາຍ​ທຸກ​ຄົນ”

“ພະຄລິດ​ເປັນ​ຜູ້​ນຳ​ຂອງ​ຜູ້​ຊາຍ​ທຸກ​ຄົນ.”—1 ກຣ. 11:3

ເພງ 12 ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່

ໃຈ​ຄວາມ​ສຳຄັນ *

1. ມີ​ຫຍັງ​ແດ່​ສົ່ງ​ຜົນ​ຕໍ່​ວິທີ​ທີ່​ຜູ້​ຊາຍ​ປະຕິບັດ​ກັບ​ເມຍ​ແລະ​ລູກ?

ການ​ເປັນ “ຫົວ​ໜ້າ​ຄອບຄົວ” ຫຼື “ຜູ້​ນຳ” ໝາຍ​ຄວາມ​ວ່າ​ແນວ​ໃດ? ຫົວ​ໜ້າ​ຄອບຄົວ​ບາງ​ຄົນ​ປະຕິບັດ​ກັບ​ລູກ​ແລະ​ເມຍ​ຕາມ​ວັດທະນະທຳ ປະເພນີ ຫຼື​ສິ່ງ​ທີ່​ຄອບຄົວ​ສອນ. ພີ່ນ້ອງ​ຍິງ​ທີ່​ຊື່​ຢານິຕ້າ​ຢູ່​ໃນ​ເອີຣົບ​ເວົ້າ​ວ່າ: “ບ່ອນ​ທີ່​ຂ້ອຍ​ຢູ່ ຫຼາຍ​ຄົນ​ຖື​ວ່າ​ຜູ້​ຍິງ​ຕ່ຳ​ຕ້ອຍ​ກວ່າ​ຜູ້​ຊາຍ ແລະ​ເປັນ​ຄື​ກັບ​ຄົນ​ຮັບໃຊ້.” ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ລຸກ​ເຊິ່ງ​ຢູ່​ໃນ​ສະຫະລັດອາເມຣິກາ​ເວົ້າ​ວ່າ: “ພໍ່​ບາງ​ຄົນ​ສອນ​ລູກ​ຊາຍ​ບໍ່​ໃຫ້​ສົນ​ໃຈ​ສິ່ງ​ທີ່​ຜູ້​ຍິງ​ເວົ້າ ເພາະ​ມັນ​ບໍ່​ໄດ້​ສຳຄັນ​ອີ່ຫຍັງ.” ແຕ່​ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ຜູ້​ຊາຍ​ປະຕິບັດ​ກັບ​ເມຍ​ແບບ​ນັ້ນ. (ສົມ​ທຽບ​ກັບ​ມາຣະໂກ 7:13) ແລ້ວ​ຜູ້​ຊາຍ​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ໄດ້​ແນວ​ໃດ?

2. ຫົວ​ໜ້າ​ຄອບຄົວ​ຕ້ອງ​ຮູ້​ຫຍັງ ແລະ​ຍ້ອນ​ຫຍັງ?

2 ເພື່ອ​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ ຜູ້​ຊາຍ​ຕ້ອງ​ເຂົ້າ​ໃຈ​ກ່ອນ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ລາວ​ເຮັດ​ຫຍັງ. ລາວ​ຍັງ​ຕ້ອງ​ຮູ້​ອີກ​ວ່າ ເປັນ​ຫຍັງ​ພະ​ເຢໂຫວາ​ໃຫ້​ສິດ​ອຳນາດ​ກັບ​ຜູ້​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ. ແລ້ວ​ລາວ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ຮູ້​ເລື່ອງ​ນີ້​ຈຶ່ງ​ສຳຄັນ? ຍ້ອນ​ວ່າ​ພະ​ເຢໂຫວາ​ໃຫ້​ສິດ​ອຳນາດ​ນີ້​ກັບ​ຫົວ​ໜ້າ​ຄອບຄົວ​ແລະ​ຄາດ​ໝາຍ​ໃຫ້​ເຂົາ​ເຈົ້າ​ໃຊ້​ສິດ​ອຳນາດ​ນີ້​ໃນ​ທາງ​ທີ່​ຖືກຕ້ອງ.—ລກ. 12:48 ສ່ວນ ຂ

ການ​ເປັນ​ຫົວ​ໜ້າ​ຄອບຄົວ​ຫຼື​ຜູ້​ນຳ​ໝາຍ​ຄວາມ​ວ່າ​ແນວ​ໃດ?

3. ມີ​ການ​ຈັດ​ລຳດັບ​ສິດ​ອຳນາດ​ແນວ​ໃດ​ໃນ 1 ໂກຣິນໂທ 11:3?

3 ອ່ານ 1 ໂກຣິນໂທ 11:3. ຂໍ້​ນີ້​ອະທິບາຍ​ວ່າ​ພະ​ເຢໂຫວາ​ຈັດ​ລຳດັບ​ອຳນາດ​ຄອບຄົວ​ທີ່​ຢູ່​ໃນ​ສະຫວັນ​ແລະ​ໂລກ​ແນວ​ໃດ. ມີ 2 ຢ່າງ​ທີ່​ສຳຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເປັນ​ຫົວ​ໜ້າ​ຄອບຄົວ​ເຊິ່ງ​ກໍ​ຄື: ສິດ​ອຳນາດ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ. ພະ​ເຢໂຫວາ​ເປັນ “ຜູ້​ນຳ” ທີ່​ມີ​ອຳນາດ​ສູງ​ສຸດ ແລະ​ເພິ່ນ​ກໍຍັງ​ໃຫ້​ທູດ​ສະຫວັນ​ແລະ​ມະນຸດ​ມີ​ສິດ​ອຳນາດ​ໃນ​ລະດັບ​ໜຶ່ງ ແຕ່​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ໃນ​ການ​ໃຊ້​ສິດ​ອຳນາດ​ນັ້ນ. (ຣມ. 14:10; ອຟຊ. 3:14, 15) ພະ​ເຢໂຫວາ​ໃຫ້​ພະ​ເຢຊູ​ມີ​ສິດ​ອຳນາດ​ເໜືອ​ປະຊາຄົມ ແຕ່​ພະ​ເຢຊູ​ເອງ​ກໍ​ຕ້ອງ​ໄດ້​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ເຮົາ. (1 ກຣ. 15:27) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ຜູ້​ເປັນ​ຜົວ​ມີ​ສິດ​ອຳນາດ​ຫຼາຍ​ກວ່າ​ເມຍ​ແລະ​ລູກ ແຕ່​ຜູ້​ເປັນ​ຜົວ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃນ​ວິທີ​ທີ່​ລາວ​ປະຕິບັດ​ກັບ​ຄອບຄົວ.—1 ປຕ. 3:7

4. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ມີ​ສິດ​ອຳນາດ​ທີ່​ຈະ​ເຮັດ​ຫຍັງ?

4 ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ສູງ​ສຸດ​ໃນ​ເອກະພົບ ເພິ່ນ​ຈຶ່ງ​ມີ​ສິດ​ຕັ້ງ​ກົດ​ຕ່າງໆ​ໃຫ້​ກັບ​ລູກ​ທີ່​ຢູ່​ໃນ​ສະຫວັນ​ແລະ​ໃນ​ໂລກ ແລະ​ໃຫ້​ເຂົາ​ເຈົ້າ​ເຮັດ​ຕາມ​ກົດ​ນັ້ນ. (ເອຊາ. 33:22) ແລະ​ພະ​ເຢຊູ​ກໍ​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ​ຄລິດສະຕຽນ ດັ່ງ​ນັ້ນ​ເພິ່ນ​ຈຶ່ງ​ມີ​ສິດ​ຕັ້ງ​ກົດ​ແລະ​ໃຫ້​ເຂົາ​ເຈົ້າ​ເຮັດ​ຕາມ​ກົດ​ນັ້ນ.—ຄລຕ. 6:2; ກລຊ. 1:18-20

5. ຫົວ​ໜ້າ​ຄອບຄົວ​ຄລິດສະຕຽນ​ມີ​ສິດ​ອຳນາດ​ຫຍັງ ແຕ່​ສິດ​ອຳນາດ​ຂອງ​ລາວ​ມີ​ຂີດ​ຈຳກັດ​ແນວ​ໃດ?

5 ຄື​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ຫົວ​ໜ້າ​ຄອບຄົວ​ຄລິດສະຕຽນ​ມີ​ສິດ​ທີ່​ຈະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ​ໃນ​ຄອບຄົວ. (ຣມ. 7:2; ອຟຊ. 6:4) ແຕ່​ສິດ​ອຳນາດ​ຂອງ​ເຂົາ​ເຈົ້າ​ມີ​ຂີດ​ຈຳກັດ ເຊັ່ນ: ເຂົາ​ເຈົ້າ​ຕ້ອງ​ຕັ້ງ​ກົດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. (ສຸພາ. 3:5, 6) ແລະ​ເຂົາ​ເຈົ້າ​ບໍ່​ມີ​ສິດ​ທີ່​ຈະ​ຕັ້ງ​ກົດ​ໃຫ້​ກັບ​ຄົນ​ທີ່​ບໍ່​ແມ່ນ​ສະມາຊິກ​ຄອບຄົວ​ຂອງ​ຕົວ​ເອງ. (ຣມ. 14:4) ນອກ​ຈາກ​ນັ້ນ ຖ້າ​ລູກ​ສາວ​ຫຼື​ລູກ​ຊາຍ​ທີ່​ໃຫຍ່​ແລ້ວ​ແລະ​ຍ້າຍ​ອອກ​ໄປ​ຢູ່​ຕ່າງ​ຫາກ ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃຕ້​ສິດ​ອຳນາດ​ຂອງ​ລາວ​ແລ້ວ ແຕ່​ວ່າ​ຍັງ​ນັບຖື​ລາວ​ຢູ່.—ມທ. 19:5

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ຫົວ​ໜ້າ​ຄອບຄົວ?

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ຫົວ​ໜ້າ​ຄອບຄົວ?

6 ສິດ​ອຳນາດ​ໃນ​ຄອບຄົວ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ. ພະ​ເຢໂຫວາ​ໃຫ້​ສິດ​ອຳນາດ​ນັ້ນ​ກໍ​ຍ້ອນ​ພະອົງ​ຮັກ​ຄອບຄົວ​ຂອງ​ເພິ່ນ. ການ​ມີ​ຫົວ​ໜ້າ​ຄອບຄົວ​ຈະ​ເຮັດ​ໃຫ້​ຄອບຄົວ​ສາມັກຄີ​ກັນ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ. (1 ກຣ. 14:33, 40) ແຕ່​ຖ້າ​ບໍ່​ຮູ້​ວ່າ​ໃຜ​ເປັນ​ຫົວ​ໜ້າ​ຄອບຄົວ ຄອບຄົວ​ກໍ​ຈະ​ສັບສົນ​ວຸ່ນວາຍ​ແລະ​ບໍ່​ມີ​ຄວາມ​ສຸກ​ຍ້ອນ​ບໍ່​ຮູ້​ວ່າ​ໃຜ​ຈະ​ເປັນ​ຜູ້ຕັດສິນ​ຄັ້ງ​ສຸດ​ທ້າຍ ແລະ​ໃຜ​ຈະ​ພາ​ເຮັດ​ຕາມ​ການ​ຕັດສິນ​ນັ້ນ.

7. ຕາມ​ເອເຟໂຊ 5:25, 28 ພະ​ເຢໂຫວາ​ຕ້ອງການ​ໃຫ້​ຜູ້​ຊາຍ​ປະຕິບັດ​ແນວ​ໃດ​ກັບ​ເມຍ?

7 ຖ້າ​ການ​ມີ​ຫົວ​ໜ້າ​ຄອບຄົວ​ເປັນ​ສິ່ງ​ທີ່​ດີ ແລ້ວ​ເປັນ​ຫຍັງ​ຜູ້​ຍິງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ຈຶ່ງ​ຮູ້ສຶກ​ວ່າ​ຜົວ​ຂອງ​ເຂົາ​ເຈົ້າ​ບັງຄັບ​ແລະ​ເຮັດ​ບໍ່​ດີ​ກັບ​ເຂົາ​ເຈົ້າ? ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ວ່າ​ຜູ້​ຊາຍ​ຫຼາຍ​ຄົນ​ບໍ່​ໄດ້​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ ແຕ່​ເຂົາ​ເຈົ້າ​ເຮັດ​ຕາມ​ທຳນຽມ​ແລະ​ຮີດຄອງ​ປະເພນີ. ເຂົາ​ເຈົ້າ​ເຮັດ​ບໍ່​ດີ​ກັບ​ເມຍ​ເພື່ອ​ຈະ​ໄດ້​ສິ່ງ​ທີ່​ຕົວ​ເອງ​ຕ້ອງການ​ເຊັ່ນ: ຜູ້​ເປັນ​ຜົວ​ອາດ​ຈະ​ຂົ່ມເຫງ​ເມຍ​ເພື່ອ​ໃຫ້​ເຂົາ​ເຈົ້າ​ນັບຖື​ລາວ​ຫຼາຍ​ຂຶ້ນ ຫຼື​ເພື່ອ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ລາວ​ເປັນ “ລູກ​ຜູ້​ຊາຍ.” ລາວ​ອາດ​ຈະ​ຄິດ​ວ່າ​ເຖິງ​ລາວ​ຈະ​ບໍ່​ສາມາດ​ບັງຄັບ​ໃຫ້​ເມຍ​ຮັກ​ລາວ ແຕ່​ລາວ​ສາມາດ​ເຮັດ​ໃຫ້​ເມຍ​ຢ້ານ​ລາວ​ໄດ້. ລາວ​ຈຶ່ງ​ໃຊ້​ຄວາມ​ຢ້ານ​ນີ້​ເພື່ອ​ບັງຄັບ​ເມຍ. * ການ​ຄິດ​ແລະ​ເຮັດ​ແບບ​ນີ້​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ ແລະ​ຍັງ​ເປັນ​ການ​ບໍ່​ໃຫ້​ກຽດ​ແລະ​ນັບຖື​ຜູ້​ຍິງ​ຕາມ​ທີ່​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ.—ອ່ານ​ເອເຟໂຊ 5:25, 28

ຜູ້​ຊາຍ​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ໄດ້​ແນວ​ໃດ?

8. ຜູ້​ຊາຍ​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ໄດ້​ແນວ​ໃດ?

8 ຜູ້​ຊາຍ​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ໄດ້​ໂດຍ​ເຮັດ​ຕາມ​ວິທີ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃຊ້​ອຳນາດ. ຂໍ​ໃຫ້​ມາ​ເບິ່ງ​ສອງ​ຄຸນ​ລັກສະນະ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ສະແດງ​ຕອນ​ທີ່​ໃຊ້​ອຳນາດ ແລະ​ຫົວ​ໜ້າ​ຄອບຄົວ​ຈະ​ສະແດງ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ແນວ​ໃດ​ຕອນ​ທີ່​ປະຕິບັດ​ກັບ​ເມຍ​ແລະ​ລູກ.

9. ພະ​ເຢໂຫວາ​ສະແດງ​ຄວາມ​ຖ່ອມ​ແນວ​ໃດ?

9 ຄວາມ​ຖ່ອມ. ພະ​ເຢໂຫວາ​ເປັນ​ຜູ້​ທີ່​ສະຫຼາດ​ທີ່​ສຸດ ແຕ່​ເພິ່ນ​ກໍ​ຍັງ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ. (ຕົ້ນ. 18:23, 24, 32) ແລະ​ຍັງ​ໃຫ້​ເຂົາ​ເຈົ້າ​ສະເໜີ​ຄວາມ​ຄິດ​ເຫັນ​ນຳ. (1 ກະ. 22:19-22) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ສົມບູນ​ແບບ ແຕ່​ເພິ່ນ​ກໍ​ບໍ່​ໄດ້​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈາກ​ເຮົາ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເພິ່ນ​ຊ່ອຍ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ຄື​ພວກ​ເຮົາ​ໃຫ້​ເຮັດ​ວຽກ​ຮັບໃຊ້​ຂອງ​ເພິ່ນ​ໄດ້​ສຳເລັດ. (ເພງ. 113:6, 7) ທີ່​ຈິງ​ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ຊ່ວຍ​ເຫຼືອ.” (ເພງ. 27:9; ຮຣ. 13:6) ແລະ​ແມ່ນ​ແຕ່​ກະສັດ​ດາວິດ​ກໍ​ຍັງ​ເວົ້າ​ວ່າ ທີ່​ລາວ​ສາມາດ​ເຮັດ​ວຽກ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ໄດ້​ສຳເລັດ​ກໍ​ຍ້ອນ​ພະ​ເຢໂຫວາ​ຖ່ອມ​ຕົວ​ແລະ​ຊ່ວຍ​ເຫຼືອ​ລາວ.—2 ຊາມ. 22:36

10. ພະ​ເຢຊູ​ໄດ້​ສະແດງ​ຄວາມ​ຖ່ອມ​ແນວ​ໃດ?

10 ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢຊູ. ເຖິງ​ວ່າ​ພະ​ເຢຊູ​ເປັນ​ນາຍ ແຕ່​ເພິ່ນ​ກໍ​ຍັງ​ລ້າງ​ຕີນ​ໃຫ້​ພວກ​ລູກສິດ. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ຂຽນ​ເລື່ອງ​ນີ້​ໄວ້​ໃນ​ຄຳພີ​ໄບເບິນ? ເພື່ອ​ເປັນ​ແບບ​ຢ່າງ​ໃຫ້​ກັບ​ທຸກ​ຄົນ ໂດຍ​ສະເພາະ​ແມ່ນ​ຫົວ​ໜ້າ​ຄອບຄົວ. ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ເປັນ​ຕົວຢ່າງ​ໃຫ້​ເບິ່ງ​ແລ້ວ ພວກ​ເຈົ້າ​ກໍ​ຄວນ​ເຮັດ​ຕາມ.” (ຢຮ. 13:12-17) ເຖິງ​ວ່າ​ພະ​ເຢຊູ​ຈະ​ມີ​ສິດ​ອຳນາດ​ຫຼາຍ ແຕ່​ເພິ່ນ​ກໍ​ຍັງ​ຮັບໃຊ້​ຄົນ​ອື່ນ​ແລະ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ຄົນ​ອື່ນ​ມາ​ຮັບໃຊ້​ເພິ່ນ.—ມທ. 20:28

ຫົວ​ໜ້າ​ຄອບຄົວ​ຄົນ​ໜຶ່ງ​ສະແດງ​ຄວາມ​ຖ່ອມ​ແລະ​ຄວາມ​ຮັກ​ຕໍ່​ຄອບຄົວ​ໂດຍ​ຊ່ອຍ​ເຮັດ​ວຽກ​ເຮືອນ​ແລະ​ຊ່ອຍ​ໃຫ້​ຄອບຄົວ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ (ເບິ່ງ​ຂໍ້ 11, 13)

11. ຫົວ​ໜ້າ​ຄອບຄົວ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ແນວ​ໃດ​ໃນ​ເລື່ອງ​ຄວາມ​ຖ່ອມ?

11 ບົດຮຽນ​ສຳລັບ​ເຮົາ: ຫົວ​ໜ້າ​ຄອບຄົວ​ສາມາດ​ສະແດງ​ຄວາມ​ຖ່ອມ​ໄດ້​ໃນ​ຫຼາຍໆ​ທາງ. ຕົວຢ່າງ​ເຊັ່ນ: ລາວ​ຈະ​ບໍ່​ຄາດ​ໝາຍ​ຄວາມ​ສົມບູນ​ແບບ​ຈາກ​ລູກ​ແລະ​ເມຍ. ເຖິງ​ວ່າ​ລູກ​ແລະ​ເມຍ​ຈະ​ບໍ່​ເຫັນ​ດີ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ລາວ ແຕ່​ລາວ​ກໍ​ຍັງ​ຕັ້ງ​ໃຈ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ. ມາລີ​ທີ່​ຢູ່​ໃນ​ສະຫະລັດອາເມຣິກາ​ບອກ​ວ່າ: “ບາງ​ເທື່ອ​ຂ້ອຍ​ກັບ​ຜົວ​ຄິດ​ບໍ່​ຄື​ກັນ ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ລາວ​ໃຫ້​ກຽດ​ຂ້ອຍ​ເພາະ​ລາວ​ຂໍ​ໃຫ້​ຂ້ອຍ​ອອກ​ຄວາມ​ຄິດ​ເຫັນ ແລະ​ລາວ​ກໍ​ຄິດ​ຢ່າງ​ຮອບຄອບ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ.” ນອກ​ຈາກ​ນັ້ນ ຜົວ​ທີ່​ຖ່ອມ​ຕົວ​ຈະ​ເຕັມ​ໃຈ​ເຮັດ​ວຽກ​ເຮືອນ​ຊ່ອຍ​ເມຍ​ເຖິງ​ຄົນ​ອື່ນ​ຈະ​ຄິດ​ວ່າ​ວຽກ​ເຫຼົ່າ​ນັ້ນ​ເປັນ​ວຽກ​ຂອງ​ຜູ້​ຍິງ​ກໍ​ຕາມ. ການ​ເຮັດ​ແບບ​ນີ້​ຍາກ​ຫຼາຍ. ຍ້ອນ​ຫຍັງ? ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ຣາເຊວ​ບອກ​ວ່າ: “ຖ້າ​ຜົວ​ລ້າງ​ຖ້ວຍ​ຫຼື​ອະນາໄມ​ເຮືອນ​ຊ່ອຍ​ເມຍ ຄົນ​ແຖວ​ບ້ານ​ຫຼື​ຍາດ​ພີ່ນ້ອງ​ກໍ​ຈະ​ເວົ້າ​ວ່າ ລາວ​ບໍ່​ແມ່ນ​ລູກ​ຜູ້​ຊາຍ​ເພາະ​ລາວ​ຍອມ​ໃຫ້​ເມຍ​ຂົ່ມ​ລາວ.” ຖ້າ​ຫາກ​ບ່ອນ​ທີ່​ເຈົ້າ​ຢູ່​ມີ​ຫຼາຍ​ຄົນ​ຄິດ​ແບບ​ນີ້ ກໍ​ຂໍ​ໃຫ້​ຈື່​ວ່າ​ແມ່ນ​ແຕ່​ພະ​ເຢຊູ​ເອງ​ກໍ​ຍັງ​ລ້າງ​ຕີນ​ໃຫ້​ພວກ​ລູກສິດ​ເຖິງ​ວ່າ​ວຽກ​ນັ້ນ​ຈະ​ເບິ່ງ​ຄື​ວ່າ​ເປັນ​ວຽກ​ຂອງ​ຄົນ​ໃຊ້. ຫົວ​ໜ້າ​ຄອບຄົວ​ທີ່​ດີ​ຈະ​ບໍ່​ສົນ​ໃຈ​ວ່າ​ຄົນ​ອື່ນ​ຈະ​ເບິ່ງ​ວ່າ​ລາວ​ເປັນ​ຄົນ​ແບບ​ໃດ ແຕ່​ລາວ​ສົນ​ໃຈ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເມຍ​ແລະ​ລູກ​ມີ​ຄວາມ​ສຸກ. ແລ້ວ​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ຈະ​ຕ້ອງ​ສະແດງ​ຄຸນ​ລັກສະນະ​ທີ່​ສຳຄັນ​ຫຍັງ​ອີກ?

12. ຄວາມ​ຮັກ​ກະຕຸ້ນ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃຫ້​ເຮັດ​ຫຍັງ?

12 ຄວາມ​ຮັກ. ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ແມ່ນ​ມາ​ຈາກ​ຄວາມ​ຮັກ. (1 ຢຮ. 4:7, 8) ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ໃຫ້​ເຮົາ​ມີ​ຄຳພີ​ໄບເບິນ​ແລະ​ອົງການ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ພະ​ເຢໂຫວາ​ຍັງ​ເບິ່ງ​ແຍງ​ເຮົາ​ທາງ​ດ້ານ​ອາລົມ​ຄວາມ​ຮູ້ສຶກ​ໂດຍ​ບອກ​ວ່າ​ຮັກ​ເຮົາ. ແລ້ວ​ສິ່ງ​ຈຳເປັນ​ທາງ​ດ້ານ​ວັດຖຸ​ເດ ພະ​ເຢໂຫວາ​ຊ່ອຍ​ເຮົາ​ບໍ? ພະ​ເຢໂຫວາ “ໃຫ້​ພວກ​ເຮົາ​ມີ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ສຸກ.” (1 ຕມ. 6:17) ແລະ​ຕອນ​ທີ່​ເຮົາ​ເຮັດ​ຜິດ​ພາດ​ເພິ່ນ​ກໍ​ສັ່ງ​ສອນ​ເຮົາ​ແລະ​ບໍ່​ໄດ້​ເຊົາ​ຮັກ​ເຮົາ. ຍ້ອນ​ຄວາມ​ຮັກ ພະ​ເຢໂຫວາ​ຈຶ່ງ​ໄດ້​ຈັດ​ກຽມ​ຄ່າໄຖ່​ໃຫ້​ພວກ​ເຮົາ. ສ່ວນ​ພະ​ເຢຊູ​ເອງ​ກໍ​ຮັກ​ເຮົາ​ຫຼາຍ​ຈົນ​ເຖິງ​ຂັ້ນ​ຍອມ​ຕາຍ​ເພື່ອ​ເຮົາ. (ຢຮ. 3:16; 15:13) ເຫັນ​ໄດ້​ແຈ້ງ​ວ່າ​ບໍ່​ມີ​ຫຍັງ​ທີ່​ຈະ​ມາ​ຂັດ​ຂວາງ​ບໍ່​ໃຫ້​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ.—ຢຮ. 13:1; ຣມ. 8:35, 38, 39

13. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຫົວ​ໜ້າ​ຄອບຄົວ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ຄອບຄົວ? (ເບິ່ງ​ຂອບ “ ຜູ້​ຊາຍ​ທີ່​ແຕ່ງ​ດອງ​ໃໝ່​ຈະ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ເມຍ​ໄດ້​ແນວ​ໃດ?”)

13 ບົດຮຽນ​ສຳລັບ​ເຮົາ: ຫົວ​ໜ້າ​ຄອບຄົວ​ຄວນ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ຮັກ. ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ສຳຄັນ? ອັກຄະສາວົກ​ໂຢຮັນ​ບອກ​ວ່າ: “ຄົນ​ທີ່​ບໍ່​ຮັກ​ພີ່ນ້ອງ [ຫຼື ຄອບຄົວ] ທີ່​ລາວ​ເບິ່ງ​ເຫັນ​ຈະ​ຮັກ​ພະເຈົ້າ​ທີ່​ລາວ​ເບິ່ງ​ບໍ່​ເຫັນ​ໄດ້​ແນວ​ໃດ.” (1 ຢຮ. 4:11, 20) ຜູ້​ຊາຍ​ທີ່​ຮັກ​ຄອບຄົວ​ແລະ​ຢາກ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຈະ​ຊ່ອຍ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ທາງ​ດ້ານ​ຄວາມ​ເຊື່ອ ທາງ​ດ້ານ​ອາລົມ​ຄວາມ​ຮູ້ສຶກ ແລະ​ທາງ​ດ້ານ​ວັດຖຸ. (1 ຕມ. 5:8) ລາວ​ຈະ​ຝຶກ​ລູກ​ແລະ​ສັ່ງ​ສອນ​ລູກ. ລາວ​ຈະ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ ແລະ​ເຮັດ​ໃຫ້​ຄອບຄົວ​ໄດ້​ຮັບ​ປະໂຫຍດ. ໃຫ້​ເຮົາ​ມາ​ເບິ່ງ 3 ຢ່າງ​ທີ່​ຫົວ​ໜ້າ​ຄອບຄົວ​ຄວນ​ເຮັດ ແລະ​ເຮົາ​ຈະ​ມາ​ເບິ່ງ​ວ່າ​ລາວ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ແນວ​ໃດ.

ສິ່ງ​ທີ່​ຫົວ​ໜ້າ​ຄອບຄົວ​ຄວນ​ເຮັດ

14. ຫົວ​ໜ້າ​ຄອບຄົວ​ຈະ​ຊ່ອຍ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ໄດ້​ແນວ​ໃດ?

14 ຊ່ອຍ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ພະ​ເຢຊູ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ເປັນ​ຄື​ກັບ​ພໍ່​ຂອງ​ເພິ່ນ​ໂດຍ​ການ​ຊ່ອຍ​ພວກ​ລູກສິດ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ມທ. 5:3, 6; ມຣກ. 6:34) ຄ້າຍ​ຄື​ກັນ ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ຫົວ​ໜ້າ​ຄອບຄົວ​ຕ້ອງ​ເຮັດ​ກໍ​ຄື ຊ່ອຍ​ຄອບຄົວ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ບັນຍັດ. 6:6-9) ເພື່ອ​ຈະ​ເຮັດ​ແບບ​ນີ້​ໄດ້​ລາວ​ຕ້ອງ​ພາ​ຄອບຄົວ​ສຶກສາ​ຄຳພີ​ໄບເບິນ ເຂົ້າ​ຮ່ວມ​ການ​ປະຊຸມ ໄປ​ປະກາດ ແລະ​ຊ່ວຍ​ໃຫ້​ຄອບຄົວ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ.

15. ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ຫົວ​ໜ້າ​ຄອບຄົວ​ເບິ່ງ​ແຍງ​ຄອບຄົວ​ທາງ​ດ້ານ​ອາລົມ​ຄວາມ​ຮູ້ສຶກ​ແມ່ນ​ຫຍັງ?

15 ເບິ່ງ​ແຍງ​ຄອບຄົວ​ທາງ​ດ້ານ​ອາລົມ​ຄວາມ​ຮູ້ສຶກ. ພະ​ເຢໂຫວາ​ບອກ​ວ່າ​ເພິ່ນ​ຮັກ​ພະ​ເຢຊູ​ຕໍ່​ໜ້າ​ຄົນ​ອື່ນ. (ມທ. 3:17) ພະ​ເຢຊູ​ສະແດງ​ຄວາມ​ຮັກ​ຕໍ່​ພວກ​ລູກສິດ​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ ແລະ​ພວກ​ລູກສິດ​ບອກ​ວ່າ​ເຂົາ​ເຈົ້າ​ຮັກ​ພະ​ເຢຊູ​ຄື​ກັນ. (ຢຮ. 15:9, 12, 13; 21:16) ຫົວ​ໜ້າ​ຄອບຄົວ​ເຮັດ​ໃຫ້​ເມຍ​ແລະ​ລູກ​ເຫັນ​ວ່າ​ລາວ​ຮັກ​ເຂົາ​ເຈົ້າ​ໂດຍ​ສິ່ງ​ທີ່​ລາວ​ເຮັດ​ເຊັ່ນ: ພາ​ຄອບຄົວ​ສຶກສາ​ຄຳພີ​ໄບເບິນ. ລາວ​ຄວນ​ບອກ​ວ່າ​ລາວ​ຮັກ​ແລະ​ເຫັນ​ຄ່າ​ລູກ​ກັບ​ເມຍ ແລະ​ຊົມ​ເຊີຍ​ເຂົາ​ເຈົ້າ​ຕໍ່​ໜ້າ​ຄົນ​ອື່ນ​ເມື່ອ​ເຫັນ​ວ່າ​ເໝາະ​ສົມ.—ສຸພາ. 31:28, 29

ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ຫົວ​ໜ້າ​ຄອບຄົວ​ຕ້ອງ​ຈັດ​ໃຫ້​ຄອບຄົວ​ມີ​ສິ່ງ​ຈຳເປັນ​ເລື່ອງ​ວັດຖຸ (ເບິ່ງ​ຂໍ້ 16)

16. ຫົວ​ໜ້າ​ຄອບຄົວ​ຕ້ອງ​ເຮັດ​ຫຍັງ ແລະ​ລາວ​ຄວນ​ລະວັງ​ໃນ​ເລື່ອງ​ຫຍັງ?

16 ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ເລື່ອງ​ວັດຖຸ. ພະ​ເຢໂຫວາ​ໄດ້​ເບິ່ງ​ແຍງ​ຊາວ​ອິດສະຣາເອນ​ໃຫ້​ມີ​ສິ່ງ​ຈຳເປັນ ແມ່ນ​ແຕ່​ຕອນ​ທີ່​ເຂົາ​ເຈົ້າ​ຖືກ​ລົງໂທດ​ຍ້ອນ​ບໍ່​ເຊື່ອ​ຟັງ. (ບັນຍັດ. 2:7; 29:5) ໃນ​ທຸກ​ມື້​ນີ້​ເພິ່ນ​ກໍ​ເບິ່ງ​ແຍງ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ຄື​ກັນ. (ມທ. 6:31-33; 7:11) ພະ​ເຢຊູ​ກໍ​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ເບິ່ງ​ແຍງ​ພວກ​ລູກສິດ​ຂອງ​ເພິ່ນ. (ມທ. 14:17-20) ແລະ​ເພິ່ນ​ຍັງ​ໄດ້​ປິ່ນປົວ​ຄົນ​ເຈັບ​ນຳ. (ມທ. 4:24) ດັ່ງ​ນັ້ນ ຫົວ​ໜ້າ​ຄອບຄົວ​ຕ້ອງ​ເບິ່ງ​ແຍງ​ຄອບຄົວ​ໃຫ້​ມີ​ສິ່ງ​ຈຳເປັນ​ເລື່ອງ​ວັດຖຸ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ແຕ່​ລາວ​ຕ້ອງ​ລະວັງ​ໃນ​ເລື່ອງ​ນີ້ ລາວ​ບໍ່​ຄວນ​ເຮັດ​ວຽກ​ອາຊີບ​ຫຼາຍ​ເກີນ​ໄປ​ຈົນ​ວ່າ​ບໍ່​ມີ​ເວລາ​ເບິ່ງ​ແຍງ​ຄອບຄົວ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ອາລົມ​ຄວາມ​ຮູ້ສຶກ.

17. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຝຶກ​ແລະ​ສອນ​ເຮົາ​ແນວ​ໃດ?

17 ຝຶກ​ແລະ​ສອນ. ພະ​ເຢໂຫວາ​ຝຶກ​ແລະ​ສັ່ງ​ສອນ​ເຮົາ​ຍ້ອນ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ດີໆ. (ຮຣ. 12:7-9) ພະ​ເຢຊູ​ກໍ​ເຮັດ​ຄື​ກັບ​ພະ​ເຢໂຫວາ​ໂດຍ​ຝຶກ​ສອນ​ພວກ​ລູກສິດ​ດ້ວຍ​ຄວາມ​ຮັກ. (ຢຮ. 15:14, 15) ເພິ່ນ​ໃຫ້​ຄຳ​ແນະນຳ​ແບບ​ກົງ​ໄປ​ກົງ​ມາ​ກັບ​ພວກ​ລູກສິດ ແຕ່​ກໍ​ເຮັດ​ດ້ວຍ​ຄວາມ​ອ່ອນ​ໂຍນ. (ມທ. 20:24-28) ເພິ່ນ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ມັກ​ຈະ​ເຮັດ​ຜິດ​ພາດ​ເລື້ອຍໆ.—ມທ. 26:41

18. ຫົວ​ໜ້າ​ຄອບຄົວ​ທີ່​ດີ​ຕ້ອງ​ຈື່​ຫຍັງ​ໄວ້?

18 ຫົວ​ໜ້າ​ຄອບຄົວ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໂດຍ​ຈື່​ວ່າ​ເມຍ​ແລະ​ລູກ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ດັ່ງ​ນັ້ນ​ລາວ​ຈະ​ບໍ່​ໃຊ້​ຄວາມ “ຮຸນແຮງ” ກັບ​ເມຍ​ແລະ​ລູກ. (ກລຊ. 3:19) ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ລາວ​ຈະ​ເຮັດ​ຕາມ​ຫຼັກ​ການ​ທີ່​ຢູ່​ໃນ​ຄາລາເຕຍ 6:1 ແລະ​ພະຍາຍາມ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ “ດ້ວຍ​ຄວາມ​ອ່ອນ​ໂຍນ.” ແລະ​ໃນ​ຂະນະ​ດຽວ​ກັນ​ລາວ​ຕ້ອງ​ຈື່​ວ່າ​ຕົວ​ເອງ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ຄື​ກັນ. ລາວ​ເຂົ້າ​ໃຈ​ວ່າ​ວິທີ​ສອນ​ທີ່​ດີ​ທີ່​ສຸດ​ກໍ​ຄື​ເປັນ​ຕົວຢ່າງ​ໃຫ້​ຄົນ​ອື່ນ​ຮຽນ​ແບບ​ຄື​ກັບ​ທີ່​ພະ​ເຢຊູ​ເຮັດ.—1 ປຕ. 2:21

19-20. ເມື່ອ​ຕ້ອງ​ຕັດສິນ​ໃຈ ຫົວ​ໜ້າ​ຄອບຄົວ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໄດ້​ແນວ​ໃດ?

19 ຕັດສິນ​ໃຈ​ແບບ​ຄິດ​ເຖິງ​ຄົນ​ອື່ນ. ພະ​ເຢໂຫວາ​ຕັດສິນ​ໃຈ​ໃນ​ແບບ​ທີ່​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ພະ​ເຢໂຫວາ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ເພິ່ນ​ບໍ່​ໄດ້​ຄິດ​ເຖິງ​ຜົນ​ປະໂຫຍດ​ຂອງ​ຕົວ​ເອງ ແຕ່​ເພິ່ນ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ກັບ​ຊີວິດ. ບໍ່​ມີ​ໃຜ​ບັງຄັບ​ເພິ່ນ​ໃຫ້​ສະລະ​ລູກ​ຊາຍ​ເພື່ອ​ໄຖ່​ບາບ​ໃຫ້​ພວກ​ເຮົາ. ແຕ່​ເພິ່ນ​ເຕັມ​ໃຈ​ເຮັດ​ແບບ​ນັ້ນ​ເພາະ​ຢາກ​ຊ່ອຍ​ເຮົາ. ພະ​ເຢຊູ​ກໍ​ຄື​ກັນ ເພິ່ນ​ຕັດສິນ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ປະໂຫຍດ ເຊັ່ນ: ພະ​ເຢຊູ​ໄດ້​ສະລະ​ເວລາ​ທີ່​ຈະ​ພັກຜ່ອນ​ເພື່ອ​ສອນ​ຜູ້​ຄົນ​ທີ່​ມາ​ຫາ​ເພິ່ນ.—ຣມ. 15:3; ມຣກ. 6:31-34

20 ຫົວ​ໜ້າ​ຄອບຄົວ​ທີ່​ດີ​ຮູ້​ວ່າ​ສິ່ງ​ທີ່​ຍາກ​ທີ່​ສຸດ​ທີ່​ລາວ​ຕ້ອງ​ເຮັດ​ກໍ​ຄື ຕັດສິນ​ໃຈ​ດີໆ​ເພື່ອ​ຄອບຄົວ. ແຕ່​ລາວ​ຖື​ວ່າ​ການ​ຕັດສິນ​ໃຈ​ດີໆ​ເພື່ອ​ຄອບຄົວ​ນີ້​ເປັນ​ເລື່ອງ​ສຳຄັນ​ຫຼາຍ ດັ່ງ​ນັ້ນ​ລາວ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຕັດສິນ​ໃຈ​ຕາມ​ໃຈ​ຕົວ​ເອງ​ຫຼື​ຕາມ​ອາລົມ. ແຕ່​ລາວ​ຈະ​ໃຫ້​ພະ​ເຢໂຫວາ​ສອນ​ລາວ​ເພື່ອ​ຊ່ອຍ​ໃຫ້​ລາວ​ຕັດສິນ​ໃຈ​ໄດ້​ຢ່າງ​ດີ. * (ສຸພາ. 2:6, 7) ເມື່ອ​ລາວ​ເຮັດ​ແບບ​ນີ້​ລາວ​ກໍ​ຄິດ​ເຖິງ​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ ບໍ່​ແມ່ນ​ຂອງ​ລາວ​ເອງ.—ຟລປ. 2:4

21. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

21 ພະ​ເຢໂຫວາ​ໃຫ້​ຫົວ​ໜ້າ​ຄອບຄົວ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຍາກ​ພໍ​ສົມຄວນ ແລະ​ເພິ່ນ​ຍັງ​ໃຫ້​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ນັ້ນ. ແລະ​ຖ້າ​ຜົວ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ ລາວ​ກໍ​ຈະ​ເປັນ​ຫົວ​ໜ້າ​ຄອບຄົວ​ທີ່​ດີ. ແລະ​ຖ້າ​ເມຍ​ເຮັດ​ຕາມ​ໜ້າ​ທີ່​ຂອງ​ຕົວ​ເອງ​ກໍ​ຈະ​ເຮັດ​ໃຫ້​ຄອບຄົວ​ມີ​ຄວາມ​ສຸກ. ເມຍ​ຈະ​ຮູ້ສຶກ​ແນວ​ໃດ​ຕໍ່​ຜົວ​ທີ່​ເປັນ​ຫົວ​ໜ້າ​ຄອບຄົວ ແລະ​ລາວ​ອາດ​ຈະ​ມີ​ບັນຫາ​ຫຍັງ​ແດ່​ໃນ​ເລື່ອງ​ນີ້? ໃນ​ບົດ​ຄວາມ​ຕໍ່​ໄປ​ຈະ​ຕອບ​ຄຳຖາມ​ນີ້.

ເພງ 16 ສັນເສີນ​ເຢໂຫວາ​ສຳລັບ​ລູກ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ

^ ຂໍ້ 5 ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ແຕ່ງ​ດອງ ລາວ​ກໍ​ກາຍ​ມາ​ເປັນ​ຫົວ​ໜ້າ​ຄອບຄົວ. ໃນ​ບົດ​ຄວາມ​ຊຸດ​ນີ້​ມີ 3 ເລື່ອງ. ບົດ​ຄວາມ​ທຳອິດ​ເຮົາ​ຈະ​ມາ​ຮຽນ​ຮູ້​ວ່າ ການ​ເປັນ​ຫົວ​ໜ້າ​ຄອບຄົວ​ຫຼື​ຜູ້​ນຳ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ສິດ​ອຳນາດ​ນັ້ນ? ແລ້ວ​ຜູ້​ຊາຍ​ຈະ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ? ໃນ​ບົດ​ຄວາມ​ທີ 2 ເຮົາ​ຈະ​ມາ​ຮຽນ​ຮູ້​ວ່າ​ຜົວ​ແລະ​ເມຍ​ຈະ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຢຊູ​ແລະ​ຕົວຢ່າງ​ຂອງ​ຄົນ​ອື່ນໆ​ໃນ​ຄຳພີ​ໄບເບິນ. ແລະ​ໃນ​ບົດ​ຄວາມ​ທີ 3 ເຮົາ​ຈະ​ມາ​ຮຽນ​ຮູ້​ວ່າ​ພີ່ນ້ອງ​ຊາຍ​ຄວນ​ໃຊ້​ອຳນາດ​ແນວ​ໃດ​ໃນ​ປະຊາຄົມ.

^ ຂໍ້ 7 ເບິ່ງ​ຄື​ວ່າ​ການ​ໃຊ້​ຄວາມ​ຮຸນແຮງ​ກັບ​ເມຍ​ເປັນ​ເລື່ອງ​ທຳມະດາ​ເຊິ່ງ​ບາງ​ເທື່ອ​ເຮົາ​ກໍ​ຈະ​ເຫັນ​ຢູ່​ໃນ​ໜັງ ໃນ​ລະຄອນ ຫຼື​ແມ່ນ​ແຕ່​ໃນ​ປຶ້ມ​ກາຕູນ. ຍ້ອນ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ຄິດ​ວ່າ​ການ​ທີ່​ຜົວ​ໃຊ້​ຄວາມ​ຮຸນແຮງ​ກັບ​ເມຍ​ບໍ່​ແມ່ນ​ເລື່ອງ​ຜິດ.

^ ຂໍ້ 20 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ຕັດສິນ​ໃຈ​ໄດ້​ດີ​ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ຈົ່ງ​ຕັດສິນ​ໃຈ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ” ໃນ​ຫໍສັງເກດການ 15 ເມສາ 2011 ໜ້າ 13-17 (ພາສາ​ໄທ)