ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 7

ການ​ເຂົ້າ​ໃຈ​ເລື່ອງ​ສິດ​ອຳນາດ​ໃນ​ປະຊາຄົມ

ການ​ເຂົ້າ​ໃຈ​ເລື່ອງ​ສິດ​ອຳນາດ​ໃນ​ປະຊາຄົມ

“ພະຄລິດ​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ ປະຊາຄົມ​ເປັນ​ຮ່າງກາຍ​ຂອງ​ພະຄລິດ​ທີ່​ເພິ່ນ​ຊ່ວຍ​ໃຫ້​ລອດ.”—ອຟຊ. 5:23.

ເພງ 137 ພີ່ນ້ອງ​ຍິງ​ທີ່​ສັດ​ຊື່

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ?

ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ເປັນ​ຫຍັງ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈຶ່ງ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ? ເຫດຜົນ​ໜຶ່ງ​ກໍ​ຄື ເຮົາ​ທຸກ​ຄົນ​ພະຍາຍາມ​ເຮັດ​ຕາມ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ເລື່ອງ​ສິດ​ອຳນາດ. ດັ່ງ​ນັ້ນ ຖ້າ​ເຮົາ​ເຂົ້າ​ໃຈ​ແຈ້ງ​ຂຶ້ນ​ກ່ຽວ​ກັບ​ຫຼັກ​ການ​ເລື່ອງ​ສິດ​ອຳນາດ ເຮົາ​ກໍ​ແຮ່ງ​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຫຼາຍ​ຂຶ້ນ.

2. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

2 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ຮູ້​ວ່າ ການ​ນັບຖື​ສິດ​ອຳນາດ​ໃນ​ປະຊາຄົມ​ໝາຍ​ຄວາມ​ວ່າ​ແນວ​ໃດ. ແລະ​ເຮົາ​ຈະ​ມາ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ພີ່ນ້ອງ​ຍິງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ? ແມ່ນ​ແທ້​ບໍ​ທີ່​ພີ່ນ້ອງ​ຊາຍ​ທຸກ​ຄົນ​ເປັນ​ຜູ້​ນຳ​ຂອງ​ພີ່ນ້ອງ​ຍິງ? ຜູ້​ດູ​ແລ​ໃນ​ປະຊາຄົມ​ມີ​ສິດ​ອຳນາດ​ເໜືອ​ພີ່ນ້ອງ​ຍິງ​ແລະ​ພີ່ນ້ອງ​ຊາຍ​ຄື​ກັນ​ກັບ​ຫົວ​ໜ້າ​ຄອບຄົວ​ມີ​ສິດ​ອຳນາດ​ເໜືອ​ເມຍ​ແລະ​ລູກ​ບໍ? ທຳອິດ​ໃຫ້​ເຮົາ​ມາ​ເບິ່ງ​ກ່ອນ​ວ່າ ເຮົາ​ຄວນ​ເບິ່ງ​ພີ່ນ້ອງ​ຍິງ​ໃນ​ປະຊາຄົມ​ແບບ​ໃດ.

ເຮົາ​ຄວນ​ເບິ່ງ​ພີ່ນ້ອງ​ຍິງ​ແບບ​ໃດ?

3. ເຮົາ​ຈະ​ຮູ້​ຄຸນຄ່າ​ວຽກ​ຂອງ​ພີ່ນ້ອງ​ຍິງ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

3 ເຮົາ​ເຫັນ​ຄຸນຄ່າ​ພີ່ນ້ອງ​ຍິງ​ທີ່​ເຮັດ​ວຽກ​ຫຼາຍ​ຢ່າງ​ໃນ​ການ​ເບິ່ງ​ແຍງ​ຄອບຄົວ ເຮັດ​ວຽກ​ປະກາດ ແລະ​ເຮັດ​ວຽກ​ອື່ນ​ທີ່​ຊ່ອຍ​ປະຊາຄົມ. ເຮົາ​ຈະ​ເຫັນ​ຄ່າ​ພີ່ນ້ອງ​ຍິງ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເບິ່ງ​ເຂົາ​ເຈົ້າ​ໃນ​ແບບ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເບິ່ງ. ແລະ​ເຮົາ​ຍັງ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ວິທີ​ທີ່​ໂປໂລ​ປະຕິບັດ​ກັບ​ຜູ້​ຍິງ.

4. ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ພະ​ເຢໂຫວາ​ຖື​ວ່າ​ຜູ້​ຍິງ​ກັບ​ຜູ້​ຊາຍ​ມີ​ຄ່າ​ເທົ່າ​ກັນ?

4 ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຍິງ​ເທົ່າ​ກັນ​ກັບ​ຜູ້​ຊາຍ. ໃນ​ສະຕະວັດ​ທຳອິດ​ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ບໍລິສຸດ​ກັບ​ຜູ້​ຍິງ​ແລະ​ຜູ້​ຊາຍ ແລະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ເຮັດ​ການ​ອັດສະຈັນ​ເຊັ່ນ ເວົ້າ​ພາສາ​ຕ່າງໆ​ໄດ້. (ກຈກ. 2:1-4, 15-18) ທັງ​ຜູ້​ຍິງ​ກັບ​ຜູ້​ຊາຍ​ກໍ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ເພື່ອ​ຈະ​ຮ່ວມ​ປົກຄອງ​ກັບ​ພະຄລິດ. (ຄລຕ. 3:26-29) ແລະ​ທັງ​ຜູ້​ຍິງ​ກັບ​ຜູ້​ຊາຍ​ກໍ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຢູ່​ໃນ​ໂລກ​ຄື​ກັນ. (ພນມ. 7:9, 10, 13-15) ແລະ​ທັງ​ຜູ້​ຍິງ​ກັບ​ຜູ້​ຊາຍ​ກໍ​ເຮັດ​ວຽກ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຄື​ກັນ. (ມທ. 28:19, 20) ທີ່​ຈິງ​ໃນ​ປຶ້ມ​ກິດຈະການ​ກໍ​ໄດ້​ບອກ​ວ່າ ພີ່ນ້ອງ​ຍິງ​ທີ່​ຊື່​ປີ​ຊະ​ກີລາ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ອາກີລາ​ໃນ​ການ​ສອນ​ອາ​ໂປໂລ​ຜູ້​ທີ່​ມີ​ການ​ສຶກສາ​ສູງ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.—ກຈກ. 18:24-26

5. ໃນ​ລູກາ 10:38, 39, 42 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢຊູ​ໃຫ້​ກຽດ​ຜູ້​ຍິງ?

5 ພະ​ເຢຊູ​ໃຫ້​ກຽດ​ຜູ້​ຍິງ. ເພິ່ນ​ບໍ່​ໄດ້​ເຮັດ​ຄື​ກັບ​ພວກ​ຟາຣິຊາຍ​ທີ່​ເບິ່ງ​ວ່າ​ຜູ້​ຍິງ​ຕ່ຳ​ຕ້ອຍ ແລະ​ເຖິງ​ຂັ້ນ​ວ່າ​ບໍ່​ລົມ​ກັບ​ຜູ້​ຍິງ​ໃນ​ບ່ອນ​ສາທາລະນະ ແລະ​ບໍ່​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ເຂົາ​ເຈົ້າ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ​ພະ​ເຢຊູ​ກໍ​ໄດ້​ສອນ​ຄວາມ​ຈິງ​ທີ່​ເລິກ​ເຊິ່ງ​ໃຫ້​ທັງ​ຜູ້​ຍິງ​ແລະ​ຜູ້​ຊາຍ. * (ອ່ານ​ລູກາ 10:38, 39, 42) ແລະ​ເພິ່ນ​ຍັງ​ໃຫ້​ຜູ້​ຍິງ​ຮ່ວມ​ເດີນ​ທາງ​ໃນ​ວຽກ​ປະກາດ​ນຳ. (ລກ. 8:1-3) ນອກ​ຈາກ​ນັ້ນ ພະ​ເຢຊູ​ຍັງ​ໃຫ້​ກຽດ​ຜູ້​ຍິງ​ທີ່​ຈະ​ໄປ​ບອກ​ອັກຄະສາວົກ​ຄົນ​ອື່ນໆ​ວ່າ​ເພິ່ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ.—ຢຮ. 20:16-18

6. ໂປໂລ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ໃຫ້​ກຽດ​ຜູ້​ຍິງ?

6 ອັກຄະສາວົກ​ໂປໂລ​ໄດ້​ເຕືອນ​ຕີໂມທຽວ​ວ່າ​ຕ້ອງ​ໃຫ້​ກຽດ​ຜູ້​ຍິງ. ລາວ​ບອກ​ຕີໂມທຽວ​ໃຫ້​ປະຕິບັດ​ກັບ “ຜູ້​ຍິງ​ສູງ​ອາຍຸ​ຄື​ກັບ​ແມ່ ແລະ​ປະຕິບັດ​ກັບ​ຍິງ​ສາວ​ຄື​ກັບ​ເອື້ອຍ​ແລະ​ນ້ອງ​ສາວ.” (1 ຕມ. 5:1, 2) ໂປໂລ​ໄດ້​ພະຍາຍາມ​ຊ່ອຍ​ຕີໂມທຽວ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແຕ່​ລາວ​ກໍ​ຮູ້​ວ່າ​ແມ່​ແລະ​ແມ່​ຕູ້​ຂອງ​ຕີໂມທຽວ​ໄດ້​ຊ່ອຍ​ສອນ​ຕີໂມທຽວ​ໃຫ້​ມີ​ຄວາມ​ເຊື່ອ​ກ່ອນ​ໜ້າ​ນັ້ນ​ແລ້ວ. (2 ຕມ. 1:5; 3:14, 15) ຕອນ​ທີ່​ໂປໂລ​ຂຽນ​ຈົດ​ໝາຍ​ຫາ​ພີ່ນ້ອງ​ໃນ​ເມືອງ​ໂຣມ ລາວ​ໄດ້​ເວົ້າ​ເຖິງ​ຊື່​ຂອງ​ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ແລະ​ທັກທາຍ​ເຂົາ​ເຈົ້າ. ລາວ​ບໍ່​ພຽງ​ແຕ່​ເວົ້າ​ເຖິງ​ວຽກ​ທີ່​ພີ່ນ້ອງ​ເຮັດ ແຕ່​ລາວ​ຍັງ​ໄດ້​ບອກ​ວ່າ​ລາວ​ເຫັນ​ຄ່າ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ​ນຳ.—ຣມ. 16:1-4, 6, 12; ຟລປ. 4:3

7. ຕອນ​ນີ້​ເຮົາ​ຈະ​ມາ​ຕອບ​ຄຳຖາມ​ຫຍັງ?

7 ຂໍ້​ຕ່າງໆ​ທີ່​ເຮົາ​ໄດ້​ຮຽນ​ກ່ອນ​ໜ້າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຜູ້​ຍິງ​ຕ່ຳ​ຕ້ອຍ​ກວ່າ​ຜູ້​ຊາຍ. ພີ່ນ້ອງ​ຍິງ​ຊ່ອຍ​ປະຊາຄົມ​ໄດ້​ຫຼາຍ​ແທ້ໆ ແລະ​ຜູ້​ດູ​ແລ​ກໍ​ຢາກ​ໃຫ້​ເຂົາ​ເຈົ້າ​ຊ່ອຍ​ປະຊາຄົມ​ໃຫ້​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ແຕ່​ເຮົາ​ອາດ​ຢາກ​ຮູ້​ວ່າ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ພີ່ນ້ອງ​ຍິງ​ປົກ​ຫົວ​ໃນ​ບາງ​ເທື່ອ. ແລະ​ເນື່ອງຈາກ​ວ່າ​ມີ​ແຕ່​ພີ່ນ້ອງ​ຊາຍ​ເທົ່າ​ນັ້ນ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ດູ​ແລ​ແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ນັ້ນ​ໝາຍ​ຄວາມ​ວ່າ​ພີ່ນ້ອງ​ຊາຍ​ທຸກ​ຄົນ​ເປັນ​ຜູ້​ນຳ​ຂອງ​ຜູ້​ຍິງ​ໃນ​ປະຊາຄົມ​ບໍ?

ພີ່ນ້ອງ​ຊາຍ​ທຸກ​ຄົນ​ເປັນ​ຜູ້​ນຳ​ຂອງ​ພີ່ນ້ອງ​ຍິງ​ບໍ?

8. ຕາມ​ເອເຟໂຊ 5:23 ພີ່ນ້ອງ​ຊາຍ​ທຸກ​ຄົນ​ເປັນ​ຜູ້​ນຳ​ຂອງ​ພີ່ນ້ອງ​ຜູ້​ຍິງ​ບໍ? ຂໍ​ໃຫ້​ອະທິບາຍ.

8 ພີ່ນ້ອງ​ຊາຍ​ທຸກ​ຄົນ​ເປັນ​ຜູ້​ນຳ​ຂອງ​ພີ່ນ້ອງ​ຍິງ​ບໍ? ບໍ່. ເພາະ​ຜູ້​ນຳ​ຂອງ​ຜູ້​ຍິງ​ທຸກ​ຄົນ​ໃນ​ປະຊາຄົມ​ຄື​ພະ​ເຢຊູ. (ອ່ານ​ເອເຟໂຊ 5:23) ໃນ​ຄອບຄົວ ຜົວ​ເປັນ​ຜູ້​ນຳ​ຂອງ​ເມຍ ແຕ່​ລູກ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ບໍ່​ໄດ້​ເປັນ​ຜູ້​ນຳ​ຂອງ​ແມ່. (ອຟຊ. 6:1, 2) ແລະ​ໃນ​ປະຊາຄົມ ຜູ້​ດູ​ແລ​ກໍ​ມີ​ສິດ​ອຳນາດ​ເໜືອ​ພີ່ນ້ອງ​ຍິງ​ແລະ​ພີ່ນ້ອງ​ຊາຍ​ໃນ​ລະດັບ​ໜຶ່ງ​ເທົ່າ​ນັ້ນ. (1 ທຊ. 5:12; ຮຣ. 13:17) ພີ່ນ້ອງ​ຍິງ​ທີ່​ເປັນ​ໂສດ​ເຊິ່ງ​ບໍ່​ໄດ້​ຢູ່​ນຳ​ພໍ່​ແມ່​ກໍ​ຍັງ​ເຄົາລົບ​ນັບຖື​ພໍ່​ແມ່​ແລະ​ຜູ້​ດູ​ແລ ແຕ່​ຄ້າຍ​ຄື​ກັບ​ຜູ້​ຊາຍ​ເຂົາ​ເຈົ້າ​ກໍ​ມີ​ຜູ້​ນຳ​ພຽງ​ຜູ້​ດຽວ​ເຊິ່ງ​ກໍ​ຄື​ພະ​ເຢຊູ.

ພະ​ເຢຊູ​ເປັນ​ຜູ້​ນຳ​ຂອງ​ຄົນ​ໂສດ​ທີ່​ບໍ່​ໄດ້​ຢູ່​ນຳ​ພໍ່​ແມ່. (ເບິ່ງ​ຂໍ້ 8)

9. ເປັນ​ຫຍັງ​ບາງ​ເທື່ອ​ພີ່ນ້ອງ​ຍິງ​ຈຶ່ງ​ຕ້ອງ​ປົກ​ຫົວ?

9 ທີ່​ຈິງ​ພະ​ເຢໂຫວາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ພີ່ນ້ອງ​ຊາຍ​ນຳ​ໜ້າ​ໃນ​ການ​ສອນ​ແລະ​ການ​ນະມັດສະການ​ເພິ່ນ ແຕ່​ບໍ່​ໄດ້​ໃຫ້​ສິດ​ຜູ້​ຍິງ​ທີ່​ຈະ​ເຮັດ​ແບບ​ນັ້ນ. (1 ຕມ. 2:12) ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ເລືອກ​ເພື່ອ​ຈະ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ປະຊາຄົມ ຄື​ກັບ​ທີ່​ໄດ້​ເລືອກ​ພະ​ເຢຊູ​ໃຫ້​ເປັນ​ຜູ້​ນຳ​ຂອງ​ຜູ້​ຊາຍ. ແຕ່​ຖ້າ​ກໍລະນີ​ທີ່​ພີ່ນ້ອງ​ຍິງ​ຕ້ອງ​ເຮັດ​ວຽກ​ມອບ​ໝາຍ​ແທນ​ພີ່ນ້ອງ​ຊາຍ ພະ​ເຢໂຫວາ​ຕ້ອງການ​ໃຫ້​ລາວ​ປົກ​ຫົວ. * (1 ກຣ. 11:4-7) ພະ​ເຢໂຫວາ​ໃຫ້​ພີ່ນ້ອງ​ຍິງ​ເຮັດ​ແບບ​ນັ້ນ​ກໍ​ເພື່ອ​ສະແດງ​ວ່າ ເຂົາ​ເຈົ້າ​ນັບຖື​ສິດ​ອຳນາດ​ຂອງ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ ບໍ່​ແມ່ນ​ຢາກ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ຕ່ຳ​ຕ້ອຍ. ຄັນ​ຊັ້ນ​ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ຜູ້​ດູ​ແລ​ມີ​ສິດ​ອຳນາດ​ຄື​ກັບ​ຫົວ​ໜ້າ​ຄອບຄົວ​ບໍ?

ສິດ​ອຳນາດ​ຂອງ​ຜູ້​ດູ​ແລ​ແລະ​ຫົວ​ໜ້າ​ຄອບຄົວ

10. ເປັນ​ຫຍັງ​ບາງ​ເທື່ອ​ຜູ້​ດູ​ແລ​ຈຶ່ງ​ຢາກ​ຕັ້ງ​ກົດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ?

10 ຜູ້​ດູ​ແລ​ຮັກ​ພະ​ເຢຊູ​ແລະ​ຮັກ “ແກະ” ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ບອກ​ໃຫ້​ເບິ່ງ​ແຍງ. (ຢຮ. 21:15-17) ຍ້ອນ​ຜູ້​ດູ​ແລ​ເປັນ​ຜູ້​ເບິ່ງ​ແຍງ​ພີ່ນ້ອງ​ໃນ​ປະຊາຄົມ ດັ່ງ​ນັ້ນ​ລາວ​ອາດ​ຈະ​ຄິດ​ວ່າ​ຕົວ​ເອງ​ເປັນ​ຄື​ກັບ​ພໍ່​ທີ່​ຕ້ອງ​ເບິ່ງ​ແຍງ​ລູກ. ຜູ້​ດູ​ແລ​ອາດ​ຈະ​ຄິດ​ວ່າ ຖ້າ​ຫົວ​ໜ້າ​ຄອບຄົວ​ມີ​ສິດ​ຕັ້ງ​ກົດ​ເພື່ອ​ຈະ​ປົກ​ປ້ອງ​ຄອບຄົວ ລາວ​ກໍ​ສາມາດ​ຕັ້ງ​ກົດ​ເພື່ອ​ຈະ​ປົກ​ປ້ອງ​ຝູງ​ແກະ​ຂອງ​ພະເຈົ້າ. ແລະ​ພີ່ນ້ອງ​ບາງ​ຄົນ​ກໍ​ອາດ​ມີ​ສ່ວນ​ເຮັດ​ໃຫ້​ຜູ້​ດູ​ແລ​ຄິດ​ແບບ​ນີ້​ໂດຍ​ຂໍ​ໃຫ້​ຜູ້​ດູ​ແລ​ຕັດສິນ​ໃຈ​ແທນ​ເຂົາ​ເຈົ້າ. ແຕ່​ຜູ້​ດູ​ແລ​ໃນ​ປະຊາຄົມ​ມີ​ສິດ​ອຳນາດ​ຄື​ກັບ​ຫົວ​ໜ້າ​ຄອບຄົວ​ບໍ?

ຜູ້​ດູ​ແລ​ຊ່ອຍ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ພີ່ນ້ອງ. ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ​ມີ​ສິດ​ທີ່​ຈະ​ໄລ່​ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ບໍ່​ກັບ​ໃຈ​ອອກ​ຈາກ​ປະຊາຄົມ. (ເບິ່ງ​ຂໍ້ 11-12)

11. ຜູ້​ດູ​ແລ​ແລະ​ຫົວ​ໜ້າ​ຄອບຄົວ​ມີ​ສິດ​ອຳນາດ​ທີ່​ຄ້າຍ​ຄື​ກັນ​ແນວ​ໃດ?

11 ສິ່ງ​ທີ່​ໂປໂລ​ເວົ້າ​ສະແດງ​ໃຫ້​ເຫັນ​ວ່າ ສິດ​ອຳນາດ​ຂອງ​ຜູ້​ດູ​ແລ​ມີ​ບາງ​ຢ່າງ​ທີ່​ຄ້າຍ​ຄື ກັບ​ສິດ​ອຳນາດ​ຂອງ​ຫົວ​ໜ້າ​ຄອບຄົວ. (1 ຕມ. 3:4, 5) ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ຢາກ​ໃຫ້​ສະມາຊິກ​ໃນ​ຄອບຄົວ​ເຊື່ອ​ຟັງ​ຫົວ​ໜ້າ​ຄອບຄົວ. (ກລຊ. 3:20) ແລະ​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ເຊື່ອ​ຟັງ​ຜູ້​ດູ​ແລ. ພະ​ເຢໂຫວາ​ຕ້ອງການ​ໃຫ້​ຫົວ​ໜ້າ​ຄອບຄົວ​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ທາງ​ດ້ານ​ອາລົມ​ຄວາມ​ຮູ້ສຶກ ແລະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແລະ​ພະ​ເຢໂຫວາ​ກໍ​ຢາກ​ໃຫ້​ຜູ້​ດູ​ແລ​ຊ່ອຍ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ແລະ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ພີ່ນ້ອງ​ຄື​ກັນ. ຄື​ກັບ​ຫົວ​ໜ້າ​ຄອບຄົວ ຜູ້​ດູ​ແລ​ກໍ​ຕ້ອງ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໃນ​ຍາມ​ທີ່​ເຂົາ​ເຈົ້າ​ລຳບາກ. (ຢກບ. 2:15-17) ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ຢາກ​ໃຫ້​ທັງ​ຜູ້​ດູ​ແລ​ແລະ​ຫົວ​ໜ້າ​ຄອບຄົວ​ຊ່ອຍ​ຜູ້​ທີ່​ເຂົາ​ເຈົ້າ​ເບິ່ງ​ແຍງ​ໃຫ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ເພິ່ນ ແລະ​ບໍ່​ເຮັດ “ກາຍ​ຂອບ​ເຂດ​ທີ່​ຂຽນ​ໄວ້” ໃນ​ຄຳພີ​ໄບເບິນ.—1 ກຣ. 4:6

ພະ​ເຢໂຫວາ​ໄດ້​ມອບ​ອຳນາດ​ໃຫ້​ຫົວ​ໜ້າ​ຄອບຄົວ​ເປັນ​ຜູ້​ນຳ. ກ່ອນ​ຕັດສິນ​ໃຈ ຫົວ​ໜ້າ​ຄອບຄົວ​ຕ້ອງ​ປຶກສາ​ກັບ​ເມຍ. (ເບິ່ງ​ຂໍ້ 13)

12-13. ຕາມ​ໂຣມ 7:2 ຜູ້​ດູ​ແລ​ແລະ​ຫົວ​ໜ້າ​ຄອບຄົວ​ມີ​ສິດ​ອຳນາດ​ທີ່​ຕ່າງ​ກັນ​ແນວ​ໃດ?

12 ແຕ່​ສິດ​ອຳນາດ​ຂອງ​ຜູ້​ດູ​ແລ​ກໍ​ຕ່າງ​ກັນ ຫຼາຍ​ກັບ​ສິດ​ອຳນາດ​ຂອງ​ຫົວ​ໜ້າ​ຄອບຄົວ. ຕົວຢ່າງ​ເຊັ່ນ: ພະ​ເຢໂຫວາ​ໃຫ້​ຜູ້​ດູ​ແລ​ມີ​ສິດ​ທີ່​ຈະ​ຕັດສິນ​ບັນຫາ​ຕ່າງໆ​ແລະ​ຂັບ​ໄລ່​ຜູ້​ທີ່​ເຮັດ​ຜິດ​ຮ້າຍແຮງ​ແລ້ວ​ບໍ່​ກັບ​ໃຈ​ອອກ​ຈາກ​ປະຊາຄົມ.—1 ກຣ. 5:11-13

13 ແຕ່​ພະ​ເຢໂຫວາ​ໄດ້​ໃຫ້​ຫົວ​ໜ້າ​ຄອບຄົວ​ມີ​ສິດ​ອຳນາດ​ທີ່​ຕ່າງ​ຈາກ​ຜູ້​ດູ​ແລ​ເຊັ່ນ: ລາວ​ມີ​ສິດ​ຕັ້ງ​ກົດ​ແລະ​ບອກ​ໃຫ້​ຄອບຄົວ​ເຮັດ​ຕາມ​ກົດ​ນັ້ນ. (ອ່ານ​ໂຣມ 7:2) ຕົວຢ່າງ: ຫົວ​ໜ້າ​ຄອບຄົວ​ມີ​ສິດ​ຕັ້ງ​ກົດ​ວ່າ ລູກ​ຄວນ​ກັບ​ມາ​ຮອດ​ເຮືອນ​ຕອນ​ຈັກ​ໂມງ. ແລະ​ຖ້າ​ວ່າ​ລູກ​ບໍ່​ໄດ້​ເຮັດ​ຕາມ​ກົດ​ນັ້ນ ລາວ​ກໍ​ມີ​ສິດ​ທີ່​ຈະ​ລົງໂທດ. (ອຟຊ. 6:1) ແຕ່​ຫົວ​ໜ້າ​ຄອບຄົວ​ທີ່​ດີ​ຈະ​ປຶກສາ​ເມຍ​ກ່ອນ​ທີ່​ຈະ​ຕັ້ງ​ກົດ​ໃນ​ເຮືອນ​ເພາະ​ເຂົາ​ເຈົ້າ​ເປັນ “ກາຍ​ອັນ​ດຽວ​ກັນ.” *ມທ. 19:6

ນັບຖື​ພະຄລິດ​ທີ່​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ

ພະ​ເຢຊູ​ຜູ້​ທີ່​ມີ​ອຳນາດ​ຮອງ​ຈາກ​ພະ​ເຢໂຫວາ​ຊີ້​ນຳ​ປະຊາຄົມ​ຄລິດສະຕຽນ. (ເບິ່ງ​ຂໍ້ 14)

14. (ກ) ຕາມ​ມາຣະໂກ 10:45 ເປັນ​ຫຍັງ​ຈຶ່ງ​ເໝາະ​ສົມ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ? (ຂ) ຄະນະ​ກຳມະການ​ປົກຄອງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ? (ເບິ່ງ​ຂອບ “ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຄະນະ​ກຳມະການ​ປົກຄອງ”)

14 ພະ​ເຢໂຫວາ​ໄດ້​ຊື້​ເຮົາ​ແຕ່​ລະ​ຄົນ​ໃນ​ປະຊາຄົມ​ໂດຍ​ຄ່າໄຖ່​ຂອງ​ພະ​ເຢຊູ ລວມ​ທັງ​ຄົນ​ອື່ນໆ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ນຳ. (ອ່ານ​ມາຣະໂກ 10:45; ກຈກ. 20:28; 1 ກຣ. 15:21, 22) ດັ່ງ​ນັ້ນ​ຈຶ່ງ​ເໝາະ​ສົມ​ທີ່​ພະ​ເຢໂຫວາ​ແຕ່ງ​ຕັ້ງ​ພະ​ເຢຊູ​ໃຫ້​ເປັນ​ຜູ້​ນຳ​ຂອງ​ປະຊາຄົມ ເພາະ​ພະ​ເຢຊູ​ໄດ້​ຕາຍ​ແທນ​ເຮົາ. ຍ້ອນ​ພະ​ເຢຊູ​ເປັນ​ຜູ້​ນຳ ເພິ່ນ​ຈຶ່ງ​ມີ​ສິດ​ຕັ້ງ​ກົດ​ສຳລັບ​ບຸກຄົນ ຄອບຄົວ ແລະ​ປະຊາຄົມ​ທັງ​ໝົດ​ວ່າ​ຄວນ​ເຮັດ​ແນວ​ໃດ. (ຄລຕ. 6:2) ແຕ່​ພະ​ເຢຊູ​ບໍ່​ພຽງ​ແຕ່​ຕັ້ງ​ກົດ​ເຫຼົ່າ​ນັ້ນ ເພິ່ນ​ຍັງ​ໄດ້​ເບິ່ງ​ແຍງ​ເຮົາ​ແລະ​ຮັກ​ເຮົາ​ນຳ.—ອຟຊ. 5:29

15-16. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພີ່ນ້ອງ​ມາຣີ​ແລະ​ພີ່ນ້ອງ​ເບນຢາມິນ?

15 ພີ່ນ້ອງ​ຍິງ​ສະແດງ​ໃຫ້​ເຫັນ​ວ່າ​ນັບຖື​ພະຄລິດ​ໂດຍ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເບິ່ງ​ແຍງ​ເຂົາ​ເຈົ້າ. ພີ່ນ້ອງ​ຍິງ​ສ່ວນ​ຫຼາຍ​ເຫັນ​ດີ​ກັບ​ຄຳເວົ້າ​ຂອງ​ມາລີ​ທີ່​ຢູ່​ສະຫະລັດອາເມຣິກາ​ທີ່​ວ່າ: “ໃນ​ຖານະ​ທີ່​ຂ້ອຍ​ເປັນ​ເມຍ​ແລະ​ເປັນ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໃນ​ປະຊາຄົມ ຂ້ອຍ​ຖື​ວ່າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຂ້ອຍ​ມີ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ. ຂ້ອຍ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆ​ເພື່ອ​ຈະ​ນັບຖື​ສິດ​ອຳນາດ​ທີ່​ພະ​ເຢໂຫວາ​ໃຫ້​ຜົວ​ແລະ​ຜູ້​ດູ​ແລ​ໃນ​ປະຊາຄົມ. ແຕ່​ວ່າ​ຜົວ​ແລະ​ຜູ້​ດູ​ແລ​ໃນ​ປະຊາຄົມ​ໄດ້​ໃຫ້​ກຽດ​ຂ້ອຍ​ແລະ​ເຫັນ​ຄ່າ​ວຽກ​ທີ່​ຂ້ອຍ​ເຮັດ. ດັ່ງ​ນັ້ນ ມັນ​ຈຶ່ງ​ງ່າຍ​ຂຶ້ນ​ທີ່​ຂ້ອຍ​ຈະ​ນັບຖື​ສິດ​ອຳນາດ​ຂອງ​ເຂົາ​ເຈົ້າ.”

16 ພີ່ນ້ອງ​ຊາຍ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ​ເລື່ອງ​ການ​ນັບຖື​ສິດ​ອຳນາດ​ໂດຍ​ໃຫ້​ກຽດ​ພີ່ນ້ອງ​ຍິງ. ພີ່ນ້ອງ​ຊາຍ​ທີ່​ຊື່​ເບນຢາມິນ​ຢູ່​ປະເທດ​ອັງກິດ​ບອກວ່າ: “ຂ້ອຍ​ໄດ້​ບົດຮຽນ​ຫຼາຍ​ຢ່າງ​ຈາກ​ຄຳ​ຄິດ​ເຫັນ​ຂອງ​ພີ່ນ້ອງ​ຍິງ​ຢູ່​ການ​ປະຊຸມ ແລະ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ​ກ່ຽວ​ກັບ​ວິທີ​ປັບ​ປຸງ​ການ​ປະກາດ​ແລະ​ການ​ສອນ​ໃຫ້​ດີ​ຂຶ້ນ. ຂ້ອຍ​ຖື​ວ່າ​ວຽກ​ທີ່​ພີ່ນ້ອງ​ຍິງ​ເຮັດ​ມີ​ຄ່າ​ຫຼາຍ​ແທ້ໆ.”

17. ເປັນ​ຫຍັງ​ເຮົາ​ຄວນ​ນັບຖື​ຄຳ​ສອນ​ເລື່ອງ​ການ​ເປັນ​ຜູ້​ນຳ?

17 ເມື່ອ​ເຮົາ​ທຸກ​ຄົນ​ໃນ​ປະຊາຄົມ​ບໍ່​ວ່າ​ຈະ​ເປັນ​ຜູ້​ຍິງ ຜູ້​ຊາຍ ຫົວ​ໜ້າ​ຄອບຄົວ ຫຼື​ຜູ້​ດູ​ແລ​ເຂົ້າ​ໃຈ​ແລະ​ນັບຖື​ຄຳ​ສອນ​ເລື່ອງ​ການ​ເປັນ​ຜູ້​ນຳ ປະຊາຄົມ​ກໍ​ຈະ​ມີ​ສັນຕິສຸກ​ແທ້ໆ. ແລະ​ທີ່​ສຳຄັນ​ທີ່​ສຸດ ເຮົາ​ຈະ​ຍົກຍ້ອງ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ.—ເພງ. 150:6

ເພງ 123 ເຊື່ອ​ຟັງ​ກົດ​ລະບຽບ​ຂອງ​ອົງການ​ພະເຈົ້າ​ຢ່າງ​ພັກດີ

^ ຂໍ້ 5 ພີ່ນ້ອງ​ຍິງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫຍັງ​ໃນ​ປະຊາຄົມ? ພີ່ນ້ອງ​ຊາຍ​ທຸກ​ຄົນ​ເປັນ​ຜູ້​ນຳ​ຂອງ​ພີ່ນ້ອງ​ຍິງ​ໃນ​ປະຊາຄົມ​ບໍ? ຜູ້​ດູ​ແລ​ໃນ​ປະຊາຄົມ​ມີ​ສິດ​ອຳນາດ​ຄື​ກັບ​ຫົວ​ໜ້າ​ຄອບຄົວ​ບໍ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ຮຽນ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ເພື່ອ​ຈະ​ຮູ້​ຄຳຕອບ​ເຫຼົ່າ​ນີ້.

^ ຂໍ້ 5 ເບິ່ງ​ຂໍ້ 6 ຂອງ​ບົດ​ຄວາມ​ສຶກສາ​ທີ່​ຊື່​ວ່າ “ໃຫ້​ເອົາໃຈໃສ່​ພີ່ນ້ອງ​ຍິງ” ໃນ​ຫໍສັງເກດການ ເດືອນ​ກັນຍາ 2020.

^ ຂໍ້ 13 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ເລື່ອງ​ໃຜ​ໃນ​ຄອບຄົວ​ຄວນ​ຕັດສິນ​ໃຈ​ວ່າ​ຄອບຄົວ​ຈະ​ຢູ່​ປະຊາຄົມ​ໃດ ໃຫ້​ເບິ່ງ​ຂໍ້ 17-19 ຂອງ​ບົດ​ຄວາມ​ສຶກສາ​ທີ່​ຊື່​ວ່າ “ນັບຖື​ຄົນ​ອື່ນ​ໃນ​ປະຊາຄົມ​ຂອງ​ພະ​ເຢໂຫວາ” ໃນ​ຫໍສັງເກດການ ເດືອນ​ສິງຫາ 2020.

^ ຂໍ້ 59 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ນີ້​ໃຫ້​ເບິ່ງ​ປຶ້ມ ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ” ໜ້າ 209-211.

^ ຂໍ້ 64 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຄະນະ​ກຳມະການ​ປົກຄອງ ໃຫ້​ເບິ່ງ​ຫໍສັງເກດການ 15 ກໍລະກົດ 2013 ໜ້າ 20-25 (ພາສາ​ໄທ)