ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 8

ເຮົາ​ຈະ​ຍັງ​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເມື່ອ​ມີ​ບັນຫາ?

ເຮົາ​ຈະ​ຍັງ​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເມື່ອ​ມີ​ບັນຫາ?

“ພີ່ນ້ອງ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ເຈິ​ຄວາມ​ຍາກ​ລຳບາກ ໃຫ້​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີ.”—ຢກບ. 1:2

ເພງ 111 ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

ໃຈ​ຄວາມ​ສຳຄັນ *

1-2. ຕາມ​ມັດທາຍ 5:11 ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຈິ​ບັນຫາ?

ພະ​ເຢຊູ​ສັນຍາ​ວ່າ​ລູກສິດ​ຂອງ​ເພິ່ນ​ຈະ​ມີ​ຄວາມ​ສຸກ​ແທ້ ແລະ​ເພິ່ນ​ຍັງ​ບອກ​ອີກ​ວ່າ ເຂົາ​ເຈົ້າ​ຈະ​ຕ້ອງ​ເຈິ​ກັບ​ບັນຫາ. (ມທ. 10:22, 23; ລກ. 6:20-23) ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ເປັນ​ລູກສິດ​ຂອງ​ພະຄລິດ ແຕ່​ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຖືກ​ຄອບຄົວ​ຕໍ່​ຕ້ານ ຖືກ​ອຳນາດ​ການ​ປົກຄອງ​ຂົ່ມເຫງ ຫຼື​ຖືກ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຫຼື​ໂຮງ​ຮຽນ​ກົດ​ດັນ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ? ເມື່ອ​ຄິດ​ເຖິງ​ເລື່ອງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ກັງວົນ.

2 ຕາມ​ປົກກະຕິ​ແລ້ວ ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ຄິດ​ວ່າ​ການ​ຖືກ​ຂົ່ມເຫງ​ຈະ​ເຮັດ​ໃຫ້​ມີ​ຄວາມ​ຍິນດີ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ ເຮົາ​ຈະ​ມີ​ຄວາມ​ຍິນດີ​ເມື່ອ​ຖືກ​ຂົ່ມເຫງ. ຕົວຢ່າງ​ເຊັ່ນ: ຢາໂກໂບ​ຂຽນ​ວ່າ ແທນ​ທີ່​ເຮົາ​ຈະ​ທໍ້​ໃຈ ເຮົາ​ຄວນ​ມີ​ຄວາມ​ຍິນດີ​ເມື່ອ​ເຈິ​ບັນຫາ​ຕ່າງໆ. (ຢກບ. 1:2, 12) ພະ​ເຢຊູ​ເອງ​ກໍ​ບອກ​ວ່າ ເຮົາ​ຄວນ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຖືກ​ຂົ່ມເຫງ. (ອ່ານ​ມັດທາຍ 5:11) ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຕ່າງໆ? ເຮົາ​ຈະ​ໄດ້​ຮຽນ​ຫຼາຍ​ຢ່າງ​ຈາກ​ຈົດ​ໝາຍ​ທີ່​ຢາໂກໂບ​ຂຽນ​ໄປ​ຫາ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ທຳອິດ​ໃຫ້​ເຮົາ​ມາ​ເບິ່ງ​ກ່ອນ​ວ່າ ຄລິດສະຕຽນ​ໃນ​ສະໄໝ​ນັ້ນ​ເຈິ​ກັບ​ບັນຫາ​ຫຍັງ​ແດ່.

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຈິ​ບັນຫາ​ຫຍັງ​ແດ່?

3. ບໍ່​ດົນ​ຫຼັງ​ຈາກ​ທີ່​ຢາໂກໂບ​ເຂົ້າ​ມາ​ເປັນ​ລູກສິດ ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ?

3 ບໍ່​ດົນ​ຫຼັງ​ຈາກ​ທີ່​ຢາໂກໂບ​ເຊິ່ງ​ເປັນ​ນ້ອງ​ຊາຍ​ຕ່າງ​ພໍ່​ຂອງ​ພະ​ເຢຊູ​ເຂົ້າ​ມາ​ເປັນ​ລູກສິດ ກໍ​ມີ​ການ​ຂົ່ມເຫງ​ຄລິດສະຕຽນ​ໃນ​ເມືອງ​ເຢຣູຊາເລັມ. (ກຈກ. 1:14; 5:17, 18) ຫຼັງ​ຈາກ​ທີ່​ຊະເຕຟາໂນ​ຖືກ​ຂ້າ ຄລິດສະຕຽນ​ຫຼາຍ​ຄົນ​ກໍ “ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ​ແລະ​ຊາມາເຣຍ” ຈົນ​ຮອດ​ເກາະ​ໄຊປຣັດ​ແລະ​ເມືອງ​ອັນຕີໂອເຂຍ. (ກຈກ. 7:58–8:1; 11:19) ລອງ​ນຶກ​ພາບ​ເບິ່ງວ່າ ເຖິງ​ເຂົາ​ເຈົ້າ​ຈະ​ຕ້ອງ​ເຈິ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະກາດ​ຂ່າວ​ດີ​ບໍ່​ວ່າ​ຈະ​ໄປ​ບ່ອນ​ໃດ​ກໍ​ຕາມ ແລະ​ຕັ້ງ​ປະຊາຄົມ​ທົ່ວ​ຈັກກະພັດ​ໂຣມ. (1 ປຕ. 1:1) ແຕ່​ອີກ​ບໍ່​ດົນ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຈະ​ເຈິ​ບັນຫາ​ຫຼາຍ​ກວ່າ​ເກົ່າ.

4. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ຫຍັງ​ອີກ?

4 ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕ້ອງ​ອົດ​ທົນ​ກັບ​ບັນຫາ​ຫຼາຍ​ຢ່າງ​ເຊັ່ນ: ປະມານ​ປີ ຄ.ສ 50 ຈອມ​ຈັກກະພັດ​ກະ​ລາວ​ດີ​ໂອ​ໄດ້​ສັ່ງ​ໃຫ້​ຄົນ​ຢິວ​ທຸກ​ຄົນ​ອອກ​ຈາກ​ໂຣມ. ດັ່ງ​ນັ້ນ ຊາວ​ຢິວ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຕ້ອງ​ໄດ້​ປະ​ເຮືອນ​ແລະ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ. (ກຈກ. 18:1-3) ປະມານ​ປີ ຄ.ສ 61 ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ວ່າ ຄລິດສະຕຽນ​ຫຼາຍ​ຄົນ​ໄດ້​ຖືກ​ປະຈານ​ຂາຍ​ໜ້າ ຖືກ​ປຸ້ນ ແລະ​ຖືກ​ຂັງ​ຄຸກ. (ຮຣ. 10:32-34) ແລະ​ເຂົາ​ເຈົ້າ​ຍັງ​ຕ້ອງ​ອົດ​ທົນ​ກັບ​ຄວາມ​ທຸກ​ຍາກ​ແລະ​ຄວາມ​ເຈັບ​ປ່ວຍ​ຄື​ກັບ​ຄົນ​ທົ່ວໄປ.—ຣມ. 15:26; ຟລປ. 2:25-27

5. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

5 ກ່ອນ​ທີ່​ຢາໂກໂບ​ຂຽນ​ຈົດ​ໝາຍ​ໃນ​ປີ ຄ.ສ 62 ລາວ​ຮູ້​ດີ​ວ່າ​ພີ່ນ້ອງ​ຫຼາຍ​ຄົນ​ຕ້ອງ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ. ພະ​ເຢໂຫວາ​ໄດ້​ຊີ້​ນຳ​ໃຫ້​ຢາໂກໂບ​ຂຽນ​ຄຳ​ແນະນຳ​ທີ່​ຊ່ອຍ​ໃຫ້​ພີ່ນ້ອງ​ເຫຼົ່າ​ນັ້ນ​ມີ​ຄວາມ​ຍິນດີ​ໄດ້​ເຖິງ​ວ່າ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ. ເຮົາ​ຈະ​ມາ​ຮຽນ​ເລື່ອງ​ທີ່​ຢາໂກໂບ​ຂຽນ​ແລະ​ຕອບ​ຄຳຖາມ​ເຫຼົ່າ​ນີ້: ຄວາມ​ຍິນດີ​ທີ່​ຢາໂກໂບ​ເວົ້າ​ເຖິງ​ແມ່ນ​ຫຍັງ? ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ຄລິດສະຕຽນ​ບໍ່​ມີ​ຄວາມ​ຍິນດີ? ສະຕິປັນຍາ ຄວາມ​ເຊື່ອ ແລະ​ຄວາມ​ກ້າຫານ​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ຍິນດີ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຼາຍ​ຢ່າງ?

ສິ່ງ​ໃດ​ຊ່ອຍ​ໃຫ້​ຄລິດສະຕຽນ​ມີ​ຄວາມ​ຍິນດີ?

ຄື​ກັບ​ແສງ​ໄຟ​ທີ່​ບໍ່​ມີ​ມື້​ດັບ​ຍ້ອນ​ຢູ່​ໃນ​ໂຄມ​ໄຟ ຄວາມ​ຍິນດີ​ທີ່​ພະ​ເຢໂຫວາ​ໃຫ້​ກໍ​ຈະ​ຢູ່​ໃນ​ໃຈ​ຄລິດສະຕຽນ​ຕະຫຼອດ​ໄປ (ເບິ່ງ​ຂໍ້ 6)

6. ຕາມ​ລູກາ 6:22, 23 ເປັນ​ຫຍັງ​ຄລິດສະຕຽນ​ຍັງ​ມີ​ຄວາມ​ສຸກ​ເມື່ອ​ມີ​ບັນຫາ?

6 ຫຼາຍ​ຄົນ​ອາດ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ຖ້າ​ເຂົາ​ເຈົ້າ​ມີ​ສຸຂະພາບ​ທີ່​ແຂງແຮງ ມີ​ເງິນ​ຫຼາຍໆ ແລະ​ມີ​ຄອບຄົວ​ທີ່​ອົບອຸ່ນ. ແຕ່​ຄວາມ​ຍິນດີ​ທີ່​ຢາໂກໂບ​ຂຽນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຜົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ ເຊິ່ງ​ບໍ່​ແມ່ນ​ຄວາມ​ຍິນດີ​ທີ່​ຂຶ້ນ​ກັບ​ສະພາບການ​ຂອງ​ຄົນ​ເຮົາ. (ຄລຕ. 5:22) ຄລິດສະຕຽນ​ຈະ​ມີ​ຄວາມ​ຍິນດີ​ແລະ​ມີ​ຄວາມ​ສຸກ​ແທ້​ຖ້າ​ເຂົາ​ເຈົ້າ​ຮູ້​ວ່າ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ແລະ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢຊູ. (ອ່ານ​ລູກາ 6:22, 23; ກລຊ. 1:10, 11) ຄວາມ​ຍິນດີ​ຈະ​ຍັງ​ຢູ່​ໃນ​ໃຈ​ຂອງ​ຄລິດສະຕຽນ​ສະເໝີ​ຄື​ກັບ​ແສງ​ໄຟ​ທີ່​ຢູ່​ໃນ​ໂຄມ​ໄຟ ເຖິງ​ວ່າ​ຈະ​ຖືກ​ລົມ​ຖືກ​ຝົນ​ກໍ​ຍັງ​ບໍ່​ດັບ. ດັ່ງ​ນັ້ນ​ເຮົາ​ຈະ​ຍັງ​ມີ​ຄວາມ​ຍິນດີ​ໄດ້ ເຖິງ​ວ່າ​ຈະ​ເຈັບ​ປ່ວຍ ຫຼື​ມີ​ເງິນ​ບໍ່​ຫຼາຍ ແລະ​ເຖິງ​ວ່າ​ຈະ​ຖືກ​ຄົນ​ອື່ນໆ​ດູຖູກ ຫຼື​ຄົນ​ໃນ​ຄອບຄົວ​ຕໍ່​ຕ້ານ. ແລະ​ທຸກ​ເທື່ອ​ທີ່​ເຮົາ​ຜ່ານ​ບັນຫາ​ນັ້ນ​ມາ​ໄດ້ ເຮົາ​ກໍ​ແຮ່ງ​ຈະ​ມີ​ຄວາມ​ຍິນດີ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ຖືກ​ຂົ່ມເຫງ​ຍ້ອນ​ຄວາມ​ເຊື່ອ ນັ້ນ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເປັນ​ລູກສິດ​ແທ້​ຂອງ​ພະຄລິດ. (ມທ. 10:22; 24:9; ຢຮ. 15:20) ດັ່ງ​ນັ້ນ ຢາໂກໂບ​ຈຶ່ງ​ຂຽນ​ວ່າ: “ພີ່ນ້ອງ​ຂອງ​ຂ້ອຍ ເມື່ອ​ພວກ​ເຈົ້າ​ເຈິ​ຄວາມ​ລຳບາກ ໃຫ້​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີ.”—ຢກບ. 1:2

ເປັນ​ຫຍັງ​ບັນຫາ​ຕ່າງໆ​ຈຶ່ງ​ປຽບ​ຄື​ກັບ​ໄຟ​ທີ່​ໃຊ້​ຕີ​ເຫຼັກ​ໃຫ້​ເປັນ​ດາບ? (ເບິ່ງ​ຂໍ້ 7) *

7-8. ຄວາມ​ເຊື່ອ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ເຮົາ​ອົດ​ທົນ​ກັບ​ບັນຫາ?

7 ຢາໂກໂບ​ຍັງ​ໄດ້​ບອກ​ເຫດຜົນ​ທີ່​ຄລິດສະຕຽນ​ເຕັມ​ໃຈ​ອົດ​ທົນ​ເຖິງ​ວ່າ​ຈະ​ເຈິ​ບັນຫາ​ທີ່​ໜັກ​ໜ່ວງ. ລາວ​ບອກ​ວ່າ: “ເມື່ອ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ຜ່ານ​ການ​ທົດ​ສອບ​ແລ້ວ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ອົດ​ທົນ.” (ຢກບ. 1:3) ບັນຫາ​ຕ່າງໆ​ປຽບ​ຄື​ກັບ​ໄຟ​ທີ່​ໃຊ້​ຕີ​ເຫຼັກ​ໃຫ້​ເປັນ​ດາບ. ເມື່ອ​ເຫຼັກ​ນັ້ນ​ຖືກ​ຄວາມ​ຮ້ອນ​ແລະ​ເຢັນ ມັນ​ກໍ​ຈະ​ແຂງ​ແກ່ນ​ຂຶ້ນ. ຄ້າຍ​ຄື​ກັນ​ເມື່ອ​ເຮົາ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ ຄວາມ​ເຊື່ອ​ຂອງ​ເຮົາ​ກໍ​ຈະ​ເຂັ້ມແຂງ​ຂຶ້ນ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ຢາໂກໂບ​ຂຽນ​ວ່າ: “ໃຫ້​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ເພາະ​ນັ້ນ​ຈະ​ເປັນ​ການ​ຝຶກ​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ເປັນ​ຄົນ​ດີ​ພ້ອມ.” (ຢກບ. 1:4) ເມື່ອ​ເຮົາ​ເຫັນ​ວ່າ​ບັນຫາ​ຕ່າງໆ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຮົາ​ເຂັ້ມແຂງ​ຂຶ້ນ ເຮົາ​ກໍ​ຈະ​ອົດ​ທົນ​ກັບ​ບັນຫາ​ນັ້ນ​ດ້ວຍ​ຄວາມ​ຍິນດີ.

8 ໃນ​ຈົດ​ໝາຍ​ຂອງ​ຢາໂກໂບ​ລາວ​ຍັງ​ໄດ້​ເວົ້າ​ເຖິງ​ບັນຫາ​ບາງ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ຍິນດີ. ແລ້ວ​ບັນຫາ​ນັ້ນ​ມີ​ຫຍັງ​ແດ່ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ບໍ່​ເສຍ​ຄວາມ​ຍິນດີ?

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ເສຍ​ຄວາມ​ຍິນດີ?

9. ເປັນ​ຫຍັງ​ເຮົາ​ຕ້ອງ​ຂໍ​ສະຕິປັນຍາ​ຈາກ​ພະ​ເຢໂຫວາ?

9 ບັນຫາ: ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ. ເມື່ອ​ເຮົາ​ມີ​ບັນຫາ ເຮົາ​ຢາກ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ເລືອກ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ ເພື່ອ​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ ແລະ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ສັດ​ຊື່​ຕໍ່ໆ​ໄປ​ໄດ້. (ຢເຣ. 10:23) ເຮົາ​ຕ້ອງ​ຂໍ​ສະຕິປັນຍາ​ກັບ​ພະ​ເຢໂຫວາ​ເພື່ອ​ຈະ​ຮູ້​ວ່າ ເຮົາ​ຈະ​ເຮັດ​ແນວ​ໃດ​ຫຼື​ຈະ​ເວົ້າ​ແນວ​ໃດ​ກັບ​ຜູ້​ທີ່​ຕໍ່​ຕ້ານ​ເຮົາ. ເພາະ​ຖ້າ​ເຮົາ​ບໍ່​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ແບບ​ນັ້ນ ເຮົາ​ອາດ​ບໍ່​ຮູ້​ວ່າ​ຊິ​ເຮັດ​ແນວ​ໃດ​ແລະ​ເຮັດ​ໃຫ້​ເຮົາ​ເສຍ​ຄວາມ​ຍິນດີ​ໄດ້​ງ່າຍ.

10. ຢາໂກໂບ 1:5 ບອກ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ສະຕິປັນຍາ?

10 ວິທີ​ແກ້​ບັນຫາ: ຂໍ​ສະຕິປັນຍາ​ຈາກ​ພະ​ເຢໂຫວາ. ເພື່ອ​ຈະ​ອົດ​ທົນ​ກັບ​ບັນຫາ​ດ້ວຍ​ຄວາມ​ຍິນດີ ທຳອິດ​ເຮົາ​ຕ້ອງ​ອະທິດຖານ​ຂໍ​ສະຕິປັນຍາ​ຈາກ​ພະ​ເຢໂຫວາ​ໃຫ້​ຊ່ອຍ​ເຮົາ​ຕັດສິນ​ໃຈ​ໄດ້​ດີ. (ອ່ານ​ຢາໂກໂບ 1:5) ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ? ຢາໂກໂບ​ບອກ​ວ່າ​ເຮົາ​ຄວນ “ຂໍ​ຈາກ​ພະເຈົ້າ​ຕໍ່ໆ​ໄປ.” ເມື່ອ​ເຮົາ​ຂໍ​ສະຕິປັນຍາ​ຈາກ​ພະ​ເຢໂຫວາ​ເລື້ອຍໆ ເພິ່ນ​ກໍ​ບໍ່​ໄດ້​ໃຈ​ຮ້າຍ​ຫຼື​ລຳຄານ​ເຮົາ ແຕ່​ເພິ່ນ “ເຕັມ​ໃຈ​ໃຫ້​ທຸກ​ຄົນ​ຢ່າງ​ໃຈ​ກວ້າງ.” (ເພງ. 25:12, 13) ພະ​ເຢໂຫວາ​ຮູ້​ແລະ​ເຫັນ​ບັນຫາ​ທີ່​ເຮົາ​ເຈິ ເພິ່ນ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຢາກ​ຊ່ວຍ​ເຫຼືອ​ເຮົາ​ແທ້ໆ. ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ! ແຕ່​ພະ​ເຢໂຫວາ​ຈະ​ໃຫ້​ເຮົາ​ມີ​ສະຕິປັນຍາ​ແນວ​ໃດ?

11. ເພື່ອ​ຈະ​ມີ​ສະຕິປັນຍາ ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ?

11 ພະ​ເຢໂຫວາ​ໃຫ້​ສະຕິປັນຍາ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. (ສຸພາ. 2:6) ແຕ່​ເພື່ອ​ຈະ​ໄດ້​ສະຕິປັນຍາ​ນັ້ນ ເຮົາ​ຕ້ອງ​ສຶກສາ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ຮັບ​ເອົາ​ຄວາມ​ຮູ້​ເທົ່າ​ນັ້ນ ແຕ່​ເຮົາ​ຕ້ອງ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ນຳ. ຢາໂກໂບ​ຂຽນ​ວ່າ: “ໃຫ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ພະເຈົ້າ​ສະເໝີ ຢ່າ​ເປັນ​ພຽງ​ຜູ້​ຟັງ.” (ຢກບ. 1:22) ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ເປັນ​ຄົນ​ທີ່​ມີ​ສັນຕິສຸກ ມີ​ເຫດຜົນ ແລະ​ເປັນ​ຄົນ​ທີ່​ເມດຕາ​ຄົນ​ອື່ນ. (ຢກບ. 3:17) ຄຸນ​ລັກສະນະ​ເຫຼົ່າ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ໄດ້​ດ້ວຍ​ຄວາມ​ຍິນດີ.

12. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຕ້ອງ​ຮູ້ຈັກ​ຄຳພີ​ໄບເບິນ​ເປັນ​ຢ່າງ​ດີ?

12 ຄຳພີ​ໄບເບິນ​ປຽບ​ຄື​ກັບ​ແວ່ນ​ແຍງ​ທີ່​ຊ່ອຍ​ເຮົາ​ໃຫ້​ຮູ້​ວ່າ​ຕ້ອງ​ປັບ​ປຸງ​ຕົວ​ເອງ​ຈຸດ​ໃດ​ແລະ​ຕ້ອງ​ປັບ​ປຸງ​ຕົວ​ເອງ​ແນວ​ໃດ. (ຢກບ. 1:23-25) ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ສຶກສາ​ຄຳພີ​ໄບເບິນ​ເຮົາ​ອາດ​ຈະ​ຮູ້​ວ່າ ເຮົາ​ຕ້ອງ​ຄວບຄຸມ​ອາລົມ​ຂອງ​ຕົວ​ເອງ. ແລະ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ອ່ອນ​ໂຍນ​ເມື່ອ​ມີ​ບັນຫາ​ຫຼື​ເມື່ອ​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ. ເພາະ​ເມື່ອ​ເຮົາ​ເປັນ​ຄົນ​ອ່ອນ​ໂຍນ ເຮົາ​ກໍ​ຈະ​ຈັດການ​ກັບ​ບັນຫາ ຄິດ​ຢ່າງ​ຮອບຄອບ ແລະ​ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ. (ຢກບ. 3:13) ເປັນ​ເລື່ອງ​ສຳຄັນ​ຫຼາຍ​ແທ້ໆ​ທີ່​ເຮົາ​ຈະ​ຮູ້ຈັກ​ຄຳພີ​ໄບເບິນ​ເປັນ​ຢ່າງ​ດີ.

13. ເປັນ​ຫຍັງ​ເຮົາ​ຄວນ​ຮຽນ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ?

13 ບາງ​ເທື່ອ​ເຮົາ​ມັກ​ຈະ​ໄດ້​ບົດຮຽນ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ ແຕ່​ວິທີ​ນັ້ນ​ບໍ່​ຄ່ອຍ​ດີ​ປານ​ໃດ. ເພື່ອ​ຈະ​ມີ​ສະຕິປັນຍາ ເຮົາ​ຕ້ອງ​ຮຽນ​ຈາກ​ຄວາມ​ສຳເລັດ​ແລະ​ຄວາມ​ຜິດ​ພາດ​ຂອງ​ຄົນ​ອື່ນ. ນີ້​ເປັນ​ເຫດຜົນ​ທີ່​ຢາໂກໂບ​ກະຕຸ້ນ​ເຮົາ​ໃຫ້​ຮຽນ​ຈາກ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ເຊັ່ນ: ອັບຣາຮາມ ຣາຮາບ ໂຢບ ແລະ​ເອລີຢາ. (ຢກບ. 2:21-26; 5:10, 11, 17, 18) ເພາະ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ເຫຼົ່າ​ນັ້ນ​ສາມາດ​ອົດ​ທົນ​ກັບ​ບັນຫາ​ທີ່​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຍິນດີ. ຕົວຢ່າງ​ເລື່ອງ​ຄວາມ​ອົດ​ທົນ​ຂອງ​ເຂົາ​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກໍ​ຈະ​ອົດ​ທົນ​ໄດ້​ຄື​ກັນ​ເມື່ອ​ເຈິ​ບັນຫາ.

14-15. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ຕົວ​ເອງ​ສົງໄສ​ຢູ່​ຕະຫຼອດ?

14 ບັນຫາ: ເມື່ອ​ມີ​ຂໍ້​ສົງໄສ. ບາງ​ເທື່ອ​ເຮົາ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ຄຳ​ສອນ​ບາງ​ຢ່າງ​ໃນ​ຄຳພີ​ໄບເບິນ ຫຼື​ພະ​ເຢໂຫວາ​ອາດ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໃນ​ແບບ​ທີ່​ເຮົາ​ຕ້ອງການ. ສິ່ງ​ເຫຼົ່າ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ເລີ່ມ​ສົງໄສ. ຖ້າ​ເຮົາ​ຍັງ​ສົງໄສ​ຢູ່​ແບບ​ນີ້ ມັນ​ອາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ​ແລະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ. (ຢກບ. 1:7, 8) ແລະ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ເລີຍ.

15 ອັກຄະສາວົກ​ໂປໂລ​ໄດ້​ສົມ​ທຽບ​ຄວາມ​ຫວັງ​ໃນ​ອະນາຄົດ​ຄື​ກັບ​ສະ​ໝໍ​ເຮືອ. (ຮຣ. 6:19) ສະ​ໝໍ​ເຮືອ​ຈະ​ຊ່ອຍ​ຍຶດ​ເຮືອ​ໄວ້ ບໍ່​ໃຫ້​ໄຫຼ​ໄປ​ຕຳ​ໂງ່ນ​ຫີນ​ຕອນ​ທີ່​ມີ​ພະ​ຍຸ. ແຕ່​ສະ​ໝໍ​ເຮືອ​ຈະ​ເປັນ​ປະໂຫຍດ​ກໍ​ຕໍ່​ເມື່ອ​ໂສ້​ທີ່​ຕິດ​ຢູ່​ກັບ​ເຮືອ​ນັ້ນ​ບໍ່​ຂາດ. ຄື​ກັບ​ຂີ້​ໝ້ຽງ​ທີ່​ເຮັດ​ໃຫ້​ໂສ້​ໂດກ ຄວາມ​ສົງໄສ​ກໍ​ຈະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ. ເມື່ອ​ມີ​ບັນຫາ ຄົນ​ທີ່​ສົງໄສ​ອາດ​ຈະ​ບໍ່​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດ​ຂຶ້ນ​ແທ້. ແລະ​ຖ້າ​ບໍ່​ມີ​ຄວາມ​ເຊື່ອ ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ຫວັງ. ຄື​ກັບ​ທີ່​ຢາໂກໂບ​ບອກ​ວ່າ ຄວາມ​ສົງໄສ “ກໍ​ເປັນ​ຄື​ຄື້ນ​ໃນ​ທະເລ​ທີ່​ຖືກ​ລົມ​ພັດ​ຊັດ​ໄປ​ຊັດ​ມາ.” (ຢກບ. 1:6) ຜູ້​ທີ່​ມີ​ຄວາມ​ສົງໄສ​ແບບ​ນັ້ນ​ຈະ​ບໍ່​ມີ​ຄວາມ​ຍິນດີ​ເລີຍ.

16. ເຮົາ​ຄວນ​ເຮັດ​ຫຍັງ​ເມື່ອ​ມີ​ຂໍ້​ສົງໄສ?

16 ວິທີ​ແກ້​ບັນຫາ: ກຳຈັດ​ຂໍ້​ສົງໄສ​ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ. ຕ້ອງ​ເປັນ​ຄົນ​ກ້າ​ຕັດສິນ​ໃຈ. ໃນ​ສະໄໝ​ຜູ້​ພະຍາກອນ​ເອລີຢາ ປະຊາຊົນ​ຂອງ​ພະ​ເຢໂຫວາ​ເປັນ​ຄົນ​ລັງເລ ບໍ່​ກ້າ​ຕັດສິນ​ໃຈ. ເອລີຢາ​ຈຶ່ງ​ບອກ​ເຂົາ​ເຈົ້າ​ວ່າ “ພວກ​ເຈົ້າ​ຈະ​ຢູ່​ສອງ​ຝ່າຍ​ໄປ​ອີກ​ດົນ​ປານ​ໃດ? ຖ້າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທ່ຽງ​ແທ້ ກໍ​ໃຫ້​ນະມັດສະການ​ພະອົງ. ແຕ່​ຖ້າ​ພະ​ບາອານ​ເປັນ​ພະເຈົ້າ​ທ່ຽງ​ແທ້ ກໍ​ນະມັດສະການ​ພະ​ບາອານ​ເລີຍ.” (1 ກະ. 18:21, ລ.ມ.) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຮົາ​ຕ້ອງ​ສຶກສາ​ແລະ​ຄົ້ນ​ຄວ້າ​ຄຳພີ​ໄບເບິນ​ຈົນ​ໝັ້ນ​ໃຈ​ວ່າ ພະ​ເຢໂຫວາ​ເປັນ​ພະເຈົ້າ ຄຳພີ​ໄບເບິນ​ເປັນ​ຄຳເວົ້າ​ຂອງ​ເພິ່ນ ແລະ​ພະຍານ​ພະ​ເຢໂຫວາ​ເປັນ​ປະຊາຊົນ​ຂອງ​ເພິ່ນ. (1 ທຊ. 5:21) ການ​ເຮັດ​ແບບ​ນີ້​ຈະ​ຊ່ອຍ​ກຳຈັດ​ຂໍ້​ສົງໄສ ແລະ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ເຂັ້ມແຂງ​ຂຶ້ນ. ຖ້າ​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ກຳຈັດ​ຂໍ້​ສົງໄສ ເຮົາ​ກໍ​ສາມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ​ໄດ້. ດັ່ງ​ນັ້ນ​ຖ້າ​ເຮົາ​ຢາກ​ມີ​ຄວາມ​ສຸກ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ ໃຫ້​ເຮົາ​ລົງ​ມື​ແກ້ໄຂ​ຕອນ​ທີ່​ມີ​ຂໍ້​ສົງໄສ!

17. ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ທໍ້​ໃຈ?

17 ບັນຫາ: ຄວາມ​ທໍ້​ໃຈ. ຄຳພີ​ໄບເບິນ​ບອກ​ວ່າ “ຖ້າ​ເຈົ້າ​ທໍ້​ໃຈ​ໃນ​ວັນ​ທີ່​ທຸກ​ລຳບາກ ເຫື່ອ​ແຮງ​ຂອງ​ເຈົ້າ​ກໍ​ຈະ​ໜ້ອຍ.” (ສຸພາ. 24:10, ລ.ມ.) ຄຳ​ວ່າ “ທໍ້​ໃຈ” ໃນ​ພາສາ​ເຮັບເຣີ​ອາດ​ມີ​ຄວາມ​ໝາຍ​ວ່າ “ບໍ່​ກ້າ.” ຖ້າ​ເຈົ້າ​ບໍ່​ກ້າ​ຫຼື​ບໍ່​ມີ​ກຳລັງ​ໃຈ ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ຍິນດີ.

18. ຄວາມ​ອົດ​ທົນ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

18 ວິທີ​ແກ້​ບັນຫາ: ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເພື່ອ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ໄດ້. ເຮົາ​ຕ້ອງ​ມີ​ກຳລັງ​ໃຈ​ເພື່ອ​ຈະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ໄດ້. (ຢກບ. 5:11) ຄຳ​ວ່າ “ອົດ​ທົນ” ທີ່​ຢາໂກໂບ​ເວົ້າ​ໝາຍ​ເຖິງ​ຄົນ​ທີ່​ຢືນຢັດ​ໝັ້ນ​ຄົງ. ເຮົາ​ອາດ​ຄິດ​ເຖິງ​ທະຫານ​ທີ່​ຢືນຢັດ​ຕໍ່​ສູ້​ກັບ​ສັດຕູ​ຢ່າງ​ກ້າຫານ ແລະ​ບໍ່​ຍອມ​ແພ້​ເຖິງ​ວ່າ​ຈະ​ຖືກ​ໂຈມຕີ​ຢ່າງ​ຮຸນແຮງ.

19. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອັກຄະສາວົກ​ໂປໂລ?

19 ອັກຄະສາວົກ​ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ໃນ​ການ​ສະແດງ​ຄວາມ​ກ້າຫານ​ແລະ​ຄວາມ​ອົດ​ທົນ. ບາງ​ເທື່ອ​ລາວ​ກໍ​ຮູ້ສຶກ​ອ່ອນແອ ແຕ່​ລາວ​ກໍ​ອົດ​ທົນ​ໄດ້​ຍ້ອນ​ລາວ​ເພິ່ງ​ກຳລັງ​ທີ່​ມາ​ຈາກ​ພະ​ເຢໂຫວາ. (2 ກຣ. 12:8-10; ຟລປ. 4:13) ເຮົາ​ກໍ​ຈະ​ມີ​ຄວາມ​ກ້າ​ແລະ​ອົດ​ທົນ​ໄດ້​ຄື​ກັນ ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ແລະ​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ.—ຢກບ. 4:10

ໃກ້​ຊິດ​ກັບ​ພະເຈົ້າ​ແລ້ວ​ຈະ​ມີ​ຄວາມ​ຍິນດີ​ຕໍ່ໆ​ໄປ

20-21. ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

20 ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ບັນຫາ​ຕ່າງໆ​ທີ່​ເຮົາ​ເຈິ​ບໍ່​ແມ່ນ​ຍ້ອນ​ພະ​ເຢໂຫວາ​ລົງໂທດ ເພາະ​ຢາໂກໂບ​ບອກວ່າ: “ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ​ຢ່າ​ເວົ້າ​ວ່າ: ‘ພະເຈົ້າ​ທົດລອງ​ຂ້ອຍ.’ ເພາະ​ພະອົງ​ບໍ່​ເຄີຍ​ທົດລອງ​ຜູ້​ໃດ​ດ້ວຍ​ຄວາມ​ຊົ່ວ​ແລະ​ບໍ່​ມີ​ຜູ້​ໃດ​ທົດລອງ​ພະເຈົ້າ​ດ້ວຍ​ຄວາມ​ຊົ່ວ​ໄດ້.” (ຢກບ. 1:13) ເມື່ອ​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ນີ້ ເຮົາ​ກໍ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຫຼາຍ​ຂຶ້ນ.—ຢກບ. 4:8

21 ພະ​ເຢໂຫວາ “ບໍ່​ເຄີຍ​ປ່ຽນ​ແປງ.” (ຢກບ. 1:17) ພະ​ເຢໂຫວາ​ເຄີຍ​ຊ່ອຍ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕອນ​ທີ່​ມີ​ບັນຫາ ແລະ​ເພິ່ນ​ກໍ​ຈະ​ຊ່ອຍ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັນ. ໃຫ້​ອະທິດຖານ​ຂໍ​ສະຕິປັນຍາ ຄວາມ​ເຊື່ອ ແລະ​ຄວາມ​ກ້າຫານ​ຈາກ​ພະ​ເຢໂຫວາ ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ແລ້ວ​ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ວ່າ ເພິ່ນ​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ຍິນດີ​ສະເໝີ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຕ່າງໆ!

ເພງ 128 ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

^ ຂໍ້ 5 ໃນ​ປຶ້ມ​ຢາໂກໂບ ມີ​ຄຳ​ແນະນຳ​ຫຼາຍ​ຢ່າງ​ທີ່​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ໄດ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ​ຂອງ​ຢາໂກໂບ. ຄຳ​ແນະນຳ​ນີ້​ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ມີ​ບັນຫາ​ຕ່າງໆ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ຢູ່​ເຮືອນ ເມຍ​ກັບ​ລູກ​ໄດ້​ແຕ່​ແນມ​ເບິ່ງ​ຕອນ​ທີ່​ຕຳຫຼວດ​ຈັບ​ລາວ​ໄປ. ຕອນ​ທີ່​ພີ່ນ້ອງ​ຄົນ​ນັ້ນ​ຢູ່​ຄຸກ ພີ່ນ້ອງ​ໃນ​ປະຊາຄົມ​ໄດ້​ມາ​ຮ່ວມ​ນະມັດສະການ​ປະຈຳ​ຄອບຄົວ​ກັບ​ເມຍ​ແລະ​ລູກ​ຂອງ​ລາວ. ເມຍ​ກັບ​ລູກ​ອະທິດຖານ​ຂໍ​ກຳລັງ​ທີ່​ຈະ​ອົດ​ທົນ​ກັບ​ບັນຫາ​ນີ້​ໄດ້. ພະ​ເຢໂຫວາ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ກ້າ​ແລະ​ຄວາມ​ສະຫງົບ​ໃຈ. ຜົນ​ກໍ​ຄື​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ອົດ​ທົນ​ດ້ວຍ​ຄວາມ​ຍິນດີ.