ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ດີ​ເກີດ​ຂຶ້ນ​ຍ້ອນ​ຮອຍ​ຍິ້ມ!

ສິ່ງ​ດີ​ເກີດ​ຂຶ້ນ​ຍ້ອນ​ຮອຍ​ຍິ້ມ!

ມື້​ໜຶ່ງ​ມີ​ຜູ້​ຍິງ​ສອງ​ຄົນ​ທີ່​ຍັງ​ໜຸ່ມ​ກຳລັງ​ຍ່າງ​ຢູ່​ໃນ​ເຂດ​ທຸລະກິດ​ທີ່​ຢູ່​ໃນ​ເມືອງ​ບາ​ກຽວ​ປະເທດ​ຟີລິບປິນ. ເຂົາ​ເຈົ້າ​ໄດ້​ເຫັນ​ລໍ້​ວາງ​ສະແດງ​ປຶ້ມ ແຕ່​ກໍ​ບໍ່​ໄດ້​ຍ່າງ​ເຂົ້າ​ໄປ​ຫາ. ແຕ່​ພີ່ນ້ອງ​ເຮເລັນ​ທີ່​ຢືນ​ຢູ່​ຂ້າງ​ລໍ້​ວາງ​ສະແດງ​ນັ້ນ​ໄດ້​ຍິ້ມ​ໃຫ້​ເຂົາ​ເຈົ້າ. ເຖິງ​ຜູ້​ຍິງ​ສອງ​ຄົນ​ນີ້​ຈະ​ຍ່າງ​ໄປ​ຕໍ່ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະທັບ​ໃຈ​ກັບ​ຮອຍ​ຍິ້ມ​ທີ່​ອົບອຸ່ນ​ຂອງ​ເຮເລັນ.

ຈາກ​ນັ້ນ​ຕອນ​ທີ່​ຜູ້​ຍິງ​ສອງ​ຄົນ​ນີ້​ກຳລັງ​ຂີ່​ລົດເມ​ເມືອ​ເຮືອນ ເຂົາ​ເຈົ້າ​ກໍ​ເຫັນ​ປ້າຍ jw.org ຕິດ​ຢູ່​ຫໍ​ປະຊຸມ. ແລ້ວ​ເຂົາ​ເຈົ້າ​ກໍ​ຈື່​ໄດ້​ວ່າ​ມັນ​ເປັນ​ເຄື່ອງ​ໝາຍ​ອັນ​ດຽວ​ກັນ​ກັບ​ທີ່​ເຫັນ​ໃນ​ລໍ້​ວາງ​ສະແດງ​ປຶ້ມ​ກ່ອນ​ໜ້າ​ນີ້. ເຂົາ​ເຈົ້າ​ຈຶ່ງ​ລົງ​ລົດ​ໄປ​ຫໍ​ປະຊຸມ​ແລະ​ເບິ່ງ​ວ່າ​ມີ​ການ​ປະຊຸມ​ມື້​ໃດ​ແດ່.

ຕໍ່​ມາ​ຜູ້​ຍິງ​ສອງ​ຄົນ​ນີ້​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ ແລະ​ຕອນ​ທີ່​ຍ່າງ​ເຂົ້າ​ມາ​ຫໍ​ປະຊຸມ​ເຂົາ​ເຈົ້າ​ເຫັນ​ໃຜ? ເຫັນ​ເຮເລັນ! ເຂົາ​ເຈົ້າ​ຈື່​ລາວ​ໄດ້​ເລີຍ​ຍ້ອນ​ຮອຍ​ຍິ້ມ. ເຮເລັນ​ບອກ​ວ່າ: “ຕອນ​ທີ່​ເຂົາ​ເຈົ້າ​ຍ່າງ​ມາ​ຫາ​ຂ້ອຍ ຂ້ອຍ​ຢ້ານ​ໜ້ອຍ​ໜຶ່ງ​ແລະ​ຄິດ​ໃນ​ໃຈ​ວ່າ​ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ?” ແຕ່​ຜູ້​ຍິງ​ສອງ​ຄົນ​ນີ້​ກໍ​ມາ​ບອກ​ເຮເລັນ​ວ່າ​ເຂົາ​ເຈົ້າ​ເຄີຍ​ເຫັນ​ລາວ​ຕອນ​ທີ່​ຢູ່​ລໍ້​ວາງ​ສະແດງ​ປຶ້ມ.

ຜູ້​ຍິງ​ສອງ​ຄົນ​ນີ້​ມ່ວນ​ກັບ​ການ​ປະຊຸມ​ແລະ​ມັກ​ສັງຄົມ​ພີ່ນ້ອງ. ເມື່ອ​ເຂົາ​ເຈົ້າ​ເຫັນ​ພີ່ນ້ອງ​ອະນາໄມ​ຫຼັງ​ເລີກ​ປະຊຸມ ເຂົາ​ເຈົ້າ​ກໍ​ຂໍ​ເຮັດ​ຊ່ອຍ. ເຖິງ​ວ່າ​ຕອນ​ນີ້​ຜູ້​ຍິງ​ຄົນ​ໜຶ່ງ​ຈະ​ຍ້າຍ​ໄປ​ປະເທດ​ອື່ນ​ແລ້ວ ແຕ່​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ກໍ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ແລະ​ເຂົ້າ​ຮ່ວມ​ການ​ປະຊຸມ. ນັ້ນ​ກໍ​ເປັນ​ຍ້ອນ​ຮອຍ​ຍິ້ມ!