ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 10

ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້

ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້

“ເມື່ອ​ອະໄວຍະວະ​ແຕ່​ລະ​ສ່ວນ​ເຮັດ​ວຽກ​ຢ່າງ​ດີ ຮ່າງກາຍ​ທັງ​ໝົດ​ກໍ​ເຕີບໂຕ.”—ອຟຊ. 4:16

ເພງ 85 ຕ້ອນຮັບ​ກັນ​ດ້ວຍ​ຄວາມ​ຍິນດີ

ໃຈ​ຄວາມ​ສຳຄັນ *

1-2. ໃຜ​ຈະ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ?

ພີ່ນ້ອງ​ເອມີ້​ທີ່​ຢູ່​ໃນ​ປະເທດ​ຟິຈິ​ບອກ​ວ່າ: “ຂ້ອຍ​ມັກ​ສິ່ງ​ທີ່​ຮຽນ​ໃນ​ຄຳພີ​ໄບເບິນ​ຫຼາຍ​ແທ້ໆ. ຂ້ອຍ​ຮູ້​ວ່າ​ມັນ​ເປັນ​ຄວາມ​ຈິງ. ແຕ່​ເມື່ອ​ຂ້ອຍ​ເລີ່ມ​ຄົບຫາ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ ຂ້ອຍ​ຈຶ່ງ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແລະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ.” ສິ່ງ​ທີ່​ເອມີ້​ເວົ້າ​ສະແດງ​ໃຫ້​ເຫັນ​ວ່າ ສ່ວນ​ຫຼາຍ​ນັກສຶກສາ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ກໍ​ຕໍ່​ເມື່ອ​ພີ່ນ້ອງ​ໃນ​ປະຊາຄົມ​ຊ່ອຍ​ລາວ.

2 ຜູ້​ປະກາດ​ທຸກ​ຄົນ​ສາມາດ​ຊ່ອຍ​ຄົນ​ໃໝ່ໆ​ໃຫ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ. (ອຟຊ. 4:16) ໄລລານີ​ທີ່​ເປັນ​ໄພໂອເນຍ​ຢູ່​ວາ​ນົວ​ຕູ​ບອກ​ວ່າ: “ມີ​ສຸພາສິດ​ໜຶ່ງ​ທີ່​ບອກ​ວ່າ ທຸກ​ຄົນ​ໃນ​ບ້ານ​ມີ​ສ່ວນ​ເຮັດ​ໃຫ້​ເດັກ​ນ້ອຍ​ຄົນ​ໜຶ່ງ​ເຕີບ​ໃຫຍ່. ຂ້ອຍ​ຄິດ​ວ່າ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ກໍ​ຄື​ກັນ. ທຸກ​ຄົນ​ໃນ​ປະຊາຄົມ​ມີ​ສ່ວນ​ຊ່ອຍ​ຄົນ​ໜຶ່ງ​ໃຫ້​ເຂົ້າ​ມາ​ຮູ້ຈັກ​ຄວາມ​ຈິງ.” ໂດຍ​ທົ່ວໄປ​ແລ້ວ​ບໍ່​ວ່າ​ຈະ​ເປັນ​ຄອບຄົວ ຍາດ​ພີ່ນ້ອງ ໝູ່​ຄູ່ ແລະ​ອາຈານ​ກໍ​ມີ​ສ່ວນ​ຊ່ອຍ​ໃຫ້​ເດັກ​ນ້ອຍ​ກາຍ​ເປັນ​ຜູ້​ໃຫຍ່. ເຂົາ​ເຈົ້າ​ຈະ​ຊ່ອຍ​ສອນ​ບົດຮຽນ​ທີ່​ສຳຄັນ​ແລະ​ໃຫ້​ກຳລັງ​ໃຈ​ເດັກ​ນ້ອຍ. ຄ້າຍ​ຄື​ກັນ​ຜູ້​ປະກາດ​ກໍ​ສາມາດ​ໃຫ້​ຄຳ​ແນະນຳ ໃຫ້​ກຳລັງ​ໃຈ ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ນັກສຶກສາ​ເພື່ອ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້.—ສຸພາ. 15:22

3. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ແອນນາ ໂດຣີນ ແລະ​ໄລລານີ?

3 ເປັນ​ຫຍັງ​ຜູ້​ນຳ​ການ​ສຶກສາ​ຄວນ​ຈະ​ດີ​ໃຈ​ເມື່ອ​ພີ່ນ້ອງ​ຄົນ​ອື່ນ​ມາ​ຊ່ອຍ​ນັກສຶກສາ? ແອນນາ​ທີ່​ເປັນ​ໄພໂອເນຍ​ພິເສດ​ຢູ່​ໂມນດາວີ​ບອກ​ວ່າ: “ເປັນ​ໄປ​ໄດ້​ຍາກ​ທີ່​ຜູ້​ນຳ​ການ​ສຶກສາ​ຄົນ​ດຽວ​ຈະ​ຊ່ອຍ​ນັກສຶກສາ​ທຸກ​ເລື່ອງ​ເພື່ອ​ຈະ​ໃຫ້​ລາວ​ກ້າວ​ໜ້າ​ໄດ້.” ພີ່ນ້ອງ​ໂດຣີນ​ທີ່​ເປັນ​ໄພໂອເນຍ​ພິເສດ​ໃນ​ປະເທດ​ດຽວ​ກັນ​ບອກ​ວ່າ: “ຫຼາຍ​ເທື່ອ ພີ່ນ້ອງ​ຄົນ​ອື່ນ​ກໍ​ເວົ້າ​ສິ່ງ​ທີ່​ຊ່ອຍ​ໃຫ້​ນັກ​ສຶກສາ​ເຂົ້າ​ໃຈ​ໄດ້​ດີ​ເຊິ່ງ​ເປັນ​ສິ່ງ​ທີ່​ຂ້ອຍ​ຄິດ​ບໍ່​ເຖິງ.” ໄລລານີ​ຍັງ​ໄດ້​ເວົ້າ​ເຖິງ​ອີກ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ວ່າ: “ເມື່ອ​ນັກສຶກສາ​ເຫັນ​ຄວາມ​ຮັກ​ແລະ​ຄວາມ​ຫ່ວງໃຍ​ທີ່​ພີ່ນ້ອງ​ສະແດງ​ຕໍ່​ລາວ ກໍ​ໄດ້​ຊ່ອຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ ພວກ​ເຮົາ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແທ້ໆ.”—ຢຮ. 13:35

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ເຈົ້າ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ວ່າ ‘ຂ້ອຍ​ຈະ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ໄດ້​ແນວ​ໃດ​ໃນ​ເມື່ອ​ຂ້ອຍ​ບໍ່​ໄດ້​ເປັນ​ຜູ້​ນຳ​ການ​ສຶກສາ?’ ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ເຮົາ​ໄປ​ຮ່ວມ​ສຶກສາ​ກັບ​ພີ່ນ້ອງ​ຄົນ​ອື່ນ ແລະ​ເຮົາ​ຈະ​ເຮັດ​ຫຍັງ​ເມື່ອ​ນັກສຶກສາ​ຄຳພີ​ໄບເບິນ​ມາ​ຮ່ວມ​ການ​ປະຊຸມ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ຜູ້​ດູ​ແລ​ຈະ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້​ແນວ​ໃດ.

ເມື່ອ​ຮ່ວມ​ສຶກສາ​ຄຳພີ​ໄບເບິນ

ເມື່ອ​ເຈົ້າ​ຈະ​ໄປ​ຮ່ວມ​ສຶກສາ​ຄຳພີ​ໄບເບິນ ຂໍ​ໃຫ້​ກຽມ​ບົດຮຽນ​ທີ່​ຈະ​ສຶກສາ. (ເບິ່ງ​ຂໍ້ 5-7)

5. ເຈົ້າ​ມີ​ໜ້າ​ທີ່​ຫຍັງ​ເມື່ອ​ໄປ​ຮ່ວມ​ສຶກສາ​ກັບ​ພີ່ນ້ອງ​ຄົນ​ອື່ນ?

5 ໃນ​ການ​ສຶກສາ​ຄຳພີ​ໄບເບິນ ຜູ້​ນຳ​ການ​ສຶກສາ​ຈະ​ເປັນ​ຫຼັກ​ໃນ​ການ​ຊ່ອຍ​ນັກສຶກສາ​ໃຫ້​ເຂົ້າ​ໃຈ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. ຖ້າ​ຜູ້​ນຳ​ການ​ສຶກສາ​ຊວນ​ເຈົ້າ​ໃຫ້​ມາ​ຮ່ວມ​ນຳ ເຈົ້າ​ຄວນ​ຖື​ວ່າ​ຕົວ​ເອງ​ເປັນ​ຜູ້​ຊ່ອຍ. (ຜູ້ປ. 4:9, 10) ດັ່ງ​ນັ້ນ ຕອນ​ທີ່​ເຈົ້າ​ໄປ​ຮ່ວມ​ສຶກສາ ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເປັນ​ຜູ້​ຊ່ອຍ​ທີ່​ດີ?

6. ເມື່ອ​ເຈົ້າ​ໄປ​ຮ່ວມ​ສຶກສາ​ຄຳພີ​ໄບເບິນ​ເຈົ້າ​ຈະ​ໃຊ້​ຫຼັກ​ການ​ໃນ​ສຸພາສິດ 20:18 ໄດ້​ແນວ​ໃດ?

6 ກຽມ​ກ່ອນ​ເຂົ້າ​ຮ່ວມ​ການ​ສຶກສາ. ທຳອິດ​ໃຫ້​ຜູ້​ນຳ​ການ​ສຶກສາ​ເລົ່າ​ໃຫ້​ຟັງ​ກ່ຽວ​ກັບ​ນັກສຶກສາ​ໜ້ອຍ​ໜຶ່ງ. (ອ່ານ​ສຸພາສິດ 20:18) ເຈົ້າ​ອາດ​ຈະ​ຖາມ​ຜູ້​ນຳ​ການ​ສຶກສາ​ວ່າ: “ນັກ​ສຶກສາ​ຜູ້​ນີ້​ມີ​ພື້ນຖານ​ແນວ​ໃດ? ກຳລັງ​ສຶກສາ​ກັບ​ລາວ​ເລື່ອງ​ຫຍັງ? ເຈົ້າ​ຢາກ​ໃຫ້​ນັກສຶກສາ​ໄດ້​ບົດຮຽນ​ຫຍັງ​ຈາກ​ການ​ສຶກສາ​ເທື່ອ​ນີ້? ມີ​ຫຍັງ​ທີ່​ຂ້ອຍ​ຄວນ​ເວົ້າ​ຫຼື​ບໍ່​ຄວນ​ເວົ້າ​ບໍ? ແລ້ວ​ຂ້ອຍ​ຈະ​ເຮັດ​ຫຍັງ​ເພື່ອ​ຈະ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ?” ແນ່ນອນ​ວ່າ​ຜູ້​ນຳ​ການ​ສຶກສາ​ຈະ​ບໍ່​ເລົ່າ​ຄວາມ​ລັບ​ຂອງ​ນັກສຶກສາ​ໃຫ້​ຟັງ ແຕ່​ຈະ​ເວົ້າ​ເຖິງ​ສິ່ງ​ທີ່​ຊ່ວຍ​ນັກສຶກສາ​ໄດ້. ມິດຊັນນາຣີ​ຄົນ​ໜຶ່ງ​ທີ່​ຊື່​ຈອຍ​ໄດ້​ເວົ້າ​ແບບ​ນີ້​ກັບ​ຜູ້​ທີ່​ມາ​ຮ່ວມ​ສຶກສາ. ລາວ​ບອກ​ວ່າ: “ການ​ລົມ​ກັນ​ແບບ​ນີ້​ໄດ້​ຊ່ອຍ​ໃຫ້​ຜູ້​ທີ່​ມາ​ຮ່ວມ​ສຶກສາ​ນຳ​ຮູ້​ວ່າ​ຈະ​ຊ່ອຍ​ນັກສຶກສາ​ແນວ​ໃດ​ແລະ​ຈະ​ເວົ້າ​ຫຍັງ​ແດ່.”

7. ເປັນ​ຫຍັງ​ເຈົ້າ​ຄວນ​ກຽມ​ຕົວ​ກ່ອນ​ທີ່​ຈະ​ໄປ​ຮ່ວມ​ສຶກສາ​ຄຳພີ​ໄບເບິນ?

7 ຖ້າ​ເຈົ້າ​ໄປ​ຮ່ວມ​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ຄວນ​ກຽມ​ບົດຮຽນ​ທີ່​ຈະ​ສຶກສາ​ກ່ອນ. (ເອເຊດ. 7:10) ພີ່ນ້ອງ​ໂດຣີນ​ທີ່​ໄດ້​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ດີ​ໃຈ​ຫຼາຍ​ເມື່ອ​ພີ່ນ້ອງ​ທີ່​ມາ​ຮ່ວມ​ສຶກສາ​ນຳ​ໄດ້​ກຽມ​ຕົວ​ລ່ວງ​ໜ້າ​ແລະ​ອອກ​ຄຳ​ຄິດ​ເຫັນ​ທີ່​ເປັນ​ປະໂຫຍດ. ນອກ​ຈາກ​ນັ້ນ ນັກສຶກສາ​ກໍ​ຈະ​ເຫັນ​ວ່າ​ພວກ​ເຮົາ​ກຽມ​ຕົວຢ່າງ​ດີ. ເລື່ອງ​ນີ້​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ນັກ​ສຶກສາ​ນຳ.” ຖ້າ​ວ່າ​ເຈົ້າ​ບໍ່​ທັນ​ກຽມ​ຕົວຢ່າງ​ດີ ຢ່າງ​ໜ້ອຍ​ກໍ​ຂໍ​ໃຫ້​ເຈົ້າ​ເຂົ້າ​ໃຈ​ຈຸດ​ສຳຄັນ​ຂອງ​ບົດຮຽນ​ທີ່​ຈະ​ສຶກສາ.

8. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຈະ​ເປັນ​ປະໂຫຍດ​ແທ້ໆ?

8 ການ​ອະທິດຖານ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ສຶກສາ​ຄຳພີ​ໄບເບິນ. ດັ່ງ​ນັ້ນ​ຖ້າ​ຜູ້​ນຳ​ການ​ສຶກສາ​ຂໍ​ໃຫ້​ເຈົ້າ​ອະທິດຖານ ກໍ​ໃຫ້​ຄິດ​ລ່ວງ​ໜ້າ​ວ່າ​ເຈົ້າ​ຈະ​ເວົ້າ​ຫຍັງ​ແດ່​ເພື່ອ​ເຈົ້າ​ຈະ​ອະທິດຖານ​ໃນ​ແບບ​ທີ່​ເຈາະ​ຈົງ​ໄດ້. (ເພງ. 141:2) ຮານະເອະ​ທີ່​ຢູ່​ຍີ່ປຸ່ນ​ຍັງ​ຈື່​ຄຳ​ອະທິດຖານ​ຂອງ​ພີ່ນ້ອງ​ທີ່​ມາ​ຮ່ວມ​ສຶກສາ. ລາວ​ບອກ​ວ່າ: “ຂ້ອຍ​ເຫັນ​ວ່າ​ພີ່ນ້ອງ​ທີ່​ມາ​ຮ່ວມ​ສຶກສາ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແທ້ໆ ແລະ​ຂ້ອຍ​ກໍ​ຢາກ​ເປັນ​ຄື​ລາວ. ຂ້ອຍ​ມັກ​ທີ່​ລາວ​ເວົ້າ​ຊື່​ຂ້ອຍ​ຕອນ​ທີ່​ລາວ​ອະທິດຖານ.”

9. ຕາມ​ຢາໂກໂບ 1:19 ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ເປັນ​ຜູ້​ຊ່ອຍ​ທີ່​ດີ​ຕອນ​ທີ່​ຮ່ວມ​ສຶກສາ?

9 ຊ່ອຍ​ຜູ້​ນຳ​ການ​ສຶກສາ​ຕອນ​ທີ່​ສຶກສາ. ພີ່ນ້ອງ​ໂອມາມຸຢົບບິ​ເຊິ່ງ​ເປັນ​ໄພໂອເນຍ​ພິເສດ​ຢູ່​ນີເຊເຣຍ​ບອກ​ວ່າ: “ຜູ້​ທີ່​ມາ​ຮ່ວມ​ສຶກສາ​ນຳ​ຈະ​ຕັ້ງ​ໃຈ​ຟັງ​ຕອນ​ທີ່​ສຶກສາ​ແລະ​ອອກ​ຄວາມ​ຄິດ​ເຫັນ​ທີ່​ເປັນ​ປະໂຫຍດ ແຕ່​ຈະ​ບໍ່​ເວົ້າ​ຫຼາຍ​ເພາະ​ລາວ​ຮູ້​ວ່າ​ຜູ້​ທີ່​ນຳ​ການ​ສຶກສາ​ຈະ​ເປັນ​ຜູ້​ນຳ.” ຄັນ​ຊັ້ນ​ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຈົ້າ​ຈະ​ເວົ້າ​ຕອນ​ໃດ​ແລະ​ເວົ້າ​ຫຍັງ? (ສຸພາ. 25:11) ໃຫ້​ຕັ້ງ​ໃຈ​ຟັງ​ຕອນ​ທີ່​ຜູ້​ນຳ​ການ​ສຶກສາ​ແລະ​ນັກສຶກສາ​ລົມ​ກັນ. (ອ່ານ​ຢາໂກໂບ 1:19) ການ​ເຮັດ​ແບບ​ນີ້​ຈະ​ຊ່ອຍ​ເຈົ້າ​ໃຫ້​ຮູ້​ວ່າ​ຕ້ອງ​ເວົ້າ​ຕອນ​ໃດ​ແລະ​ເວົ້າ​ຫຍັງ. ແນ່ນອນ​ວ່າ​ເຈົ້າ​ຕ້ອງ​ຄິດ​ກ່ອນ​ເວົ້າ. ຕົວຢ່າງ​ເຊັ່ນ: ເຈົ້າ​ຈະ​ບໍ່​ເວົ້າ​ຫຼາຍ​ເກີນ​ໄປ ບໍ່​ຂັດ​ຈັງຫວະ​ຕອນ​ທີ່​ຜູ້​ນຳ​ການ​ສຶກສາ​ກຳລັງ​ອະທິບາຍ ຫຼື​ບໍ່​ເລີ່ມ​ເວົ້າ​ໄປ​ຫົວ​ຂໍ້​ອື່ນ. ແຕ່​ເຈົ້າ​ອາດ​ຈະ​ອອກ​ຄວາມ​ຄິດ​ເຫັນ​ສັ້ນໆ ໃຊ້​ຕົວຢ່າງ​ປຽບ​ທຽບ​ຫຼື​ໃຊ້​ຄຳຖາມ​ເພື່ອ​ເນັ້ນ​ຈຸດ​ທີ່​ຜູ້​ນຳ​ກຳລັງ​ອະທິບາຍ. ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄດ້​ຊ່ອຍ​ຫຼາຍ​ປານ​ໃດ ແຕ່​ຖ້າ​ເຈົ້າ​ຊົມ​ເຊີຍ​ແລະ​ສົນ​ໃຈ​ເຂົາ​ເຈົ້າ​ແທ້ໆ ເຈົ້າ​ກໍ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ກ້າວ​ໜ້າ​ຫຼາຍ​ຂຶ້ນ​ໄດ້.

10. ປະສົບການ​ຂອງ​ເຈົ້າ​ອາດ​ຈະ​ຊ່ອຍ​ນັກສຶກສາ​ໄດ້​ແນວ​ໃດ?

10 ເລົ່າ​ປະສົບການ​ຂອງ​ຕົວ​ເອງ. ຖ້າ​ເຫັນ​ວ່າ​ເໝາະ​ສົມ​ກໍ​ເລົ່າ​ໃຫ້​ນັກສຶກສາ​ຟັງ​ສັ້ນໆ​ວ່າ ເຈົ້າ​ຮູ້ຈັກ​ຄວາມ​ຈິງ​ໄດ້​ແນວ​ໃດ ເຈົ້າ​ແກ້ໄຂ​ບັນຫາ​ທີ່​ມີ​ຢູ່​ໄດ້​ແນວ​ໃດ ຫຼື​ເຈົ້າ​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ອຍ​ເຈົ້າ​ແນວ​ໃດ​ໃນ​ຊີວິດ. (ເພງ. 78:4, 7) ການ​ເລົ່າ​ປະສົບການ​ທີ່​ເໝາະ​ກັບ​ນັກສຶກສາ​ອາດ​ຈະ​ຊ່ອຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ຫຼື​ຊ່ອຍ​ລາວ​ໃຫ້​ກ້າວ​ໜ້າ​ຕໍ່ໆ​ໄປ​ຈົນ​ຮັບ​ບັບເຕມາ ແລະ​ອາດ​ຈະ​ຊ່ອຍ​ລາວ​ໃຫ້​ແກ້ໄຂ​ບັນຫາ​ທີ່​ກຳລັງ​ເຈິ​ໄດ້. (1 ປຕ. 5:9) ພີ່ນ້ອງ​ຄັບຣີເອນ​ເຊິ່ງ​ເປັນ​ໄພໂອເນຍ​ຢູ່​ເບຣຊິນ​ຍັງ​ຈື່​ສິ່ງ​ທີ່​ຊ່ອຍ​ລາວ​ຕອນ​ທີ່​ເປັນ​ນັກສຶກສາ​ຄຳພີ​ໄບເບິນ. ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຟັງ​ປະສົບການ​ຂອງ​ພີ່ນ້ອງ ຂ້ອຍ​ກໍ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ບັນຫາ​ທີ່​ເຮົາ​ເຈິ ແລະ​ຖ້າ​ເຂົາ​ເຈົ້າ​ຜ່ານ​ບັນຫາ​ນັ້ນ​ໄດ້​ຂ້ອຍ​ກໍ​ຈະ​ຜ່ານ​ມັນ​ໄດ້​ຄື​ກັນ.”

ເມື່ອ​ນັກສຶກສາ​ມາ​ຮ່ວມ​ການ​ປະຊຸມ

ເຮົາ​ທຸກ​ຄົນ​ສາມາດ​ຊ່ອຍ​ນັກສຶກສາ​ໃຫ້​ມາ​ຮ່ວມ​ປະຊຸມ​ເລື້ອຍໆ​ໄດ້. (ເບິ່ງ​ຂໍ້ 11)

11-12. ຕອນ​ທີ່​ນັກສຶກສາ​ມາ​ປະຊຸມ​ເປັນ​ຫຍັງ​ເຮົາ​ຄວນ​ຕ້ອນຮັບ​ຢ່າງ​ອົບອຸ່ນ?

11 ນັກສຶກສາ​ຕ້ອງ​ເຂົ້າ​ຮ່ວມ​ແລະ​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ເປັນ​ປະຈຳ​ເພື່ອ​ຈະ​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້. (ຮຣ. 10:24, 25) ເຖິງ​ວ່າ​ຜູ້​ນຳ​ການ​ສຶກສາ​ຈະ​ເປັນ​ຜູ້​ຊວນ​ນັກສຶກສາ​ມາ​ຮ່ວມ​ປະຊຸມ ແຕ່​ເຮົາ​ທຸກ​ຄົນ​ກໍ​ສາມາດ​ຊ່ອຍ​ລາວ​ໃຫ້​ຢາກ​ມາ​ປະຊຸມ​ຕໍ່ໆ​ໄປ​ໄດ້. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

12 ຕ້ອນຮັບ​ນັກສຶກສາ​ຢ່າງ​ອົບອຸ່ນ. (ຣມ. 15:7) ຖ້າ​ເຮົາ​ຕ້ອນຮັບ​ນັກສຶກສາ​ຢ່າງ​ອົບອຸ່ນ​ຕອນ​ທີ່​ເຂົາ​ເຈົ້າ​ມາ​ປະຊຸມ ເຂົາ​ເຈົ້າ​ອາດ​ຈະ​ຢາກ​ມາ​ປະຊຸມ​ເລື້ອຍໆ. ເພື່ອ​ນັກ​ສຶກສາ​ຈະ​ບໍ່​ຮູ້ສຶກ​ອາຍ ໃຫ້​ທັກທາຍ​ແລະ​ແນະນຳ​ເຂົາ​ເຈົ້າ​ໃຫ້​ພີ່ນ້ອງ​ຄົນ​ອື່ນ​ຮູ້ຈັກ. ບໍ່​ຄວນ​ຄິດ​ວ່າ​ເຂົາ​ເຈົ້າ​ມີ​ຜູ້​ນຳ​ການ​ສຶກສາ​ເບິ່ງ​ແຍງ​ຢູ່​ແລ້ວ ເພາະ​ບາງ​ເທື່ອ​ຜູ້​ນຳ​ການ​ສຶກສາ​ອາດ​ຈະ​ມາ​ຊ້າ​ຫຼື​ມີ​ວຽກ​ບາງ​ຢ່າງ​ໃນ​ຫໍ​ປະຊຸມ. ໃຫ້​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ນັກສຶກສາ​ເວົ້າ​ແລະ​ສົນ​ໃຈ​ເຂົາ​ເຈົ້າ​ແທ້ໆ. ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ​ຈະ​ຊ່ອຍ​ນັກສຶກສາ​ໄດ້​ແນວ​ໃດ? ພີ່ນ້ອງ​ດີມິຕຣີ​ທີ່​ຮັບ​ບັບເຕມາ​ໄດ້​ສອງ​ສາມ​ປີ​ກ່ອນ​ແລະ​ຕອນ​ນີ້​ກໍ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໄດ້​ເວົ້າ​ເຖິງ​ຕອນ​ທີ່​ລາວ​ເຂົ້າ​ຮ່ວມ​ປະຊຸມ​ເທື່ອ​ທຳອິດ​ວ່າ: “ມີ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ເຫັນ​ຂ້ອຍ​ບໍ່​ກ້າ​ເຂົ້າ​ມາ​ໃນ​ຫໍ​ປະຊຸມ ລາວ​ກໍ​ເລີຍ​ພາ​ຂ້ອຍ​ເຂົ້າ​ມາ. ແລ້ວ​ພີ່ນ້ອງ​ຫຼາຍ​ຄົນ​ກໍ​ມາ​ທັກທາຍ​ຂ້ອຍ. ຂ້ອຍ​ດີ​ໃຈ​ຫຼາຍ​ແທ້ໆ​ຈົນ​ຢາກ​ໃຫ້​ມີ​ການ​ປະຊຸມ​ແບບ​ນີ້​ທຸກໆ​ມື້​ເລີຍ. ຂ້ອຍ​ບໍ່​ເຄີຍ​ເຫັນ​ແບບ​ນີ້​ມາ​ກ່ອນ.”

13. ການ​ປະພຶດ​ທີ່​ດີ​ຂອງ​ເຮົາ​ຈະ​ຊ່ອຍ​ນັກສຶກສາ​ແນວ​ໃດ?

13 ເປັນ​ຕົວຢ່າງ​ທີ່​ດີ. ການ​ປະພຶດ​ຂອງ​ເຮົາ​ຈະ​ຊ່ອຍ​ນັກສຶກສາ​ໃຫ້​ໝັ້ນ​ໃຈ​ວ່າ ເຮົາ​ເປັນ​ຄລິດສະຕຽນ​ແທ້. (ມທ. 5:16) ພີ່ນ້ອງ​ໄວທາລີ​ເຊິ່ງ​ເປັນ​ໄພໂອເນຍ​ຢູ່​ໂມນດາວີ​ບອກ​ວ່າ: “ເມື່ອ​ຂ້ອຍ​ເຫັນ​ວິທີ​ຄິດ ວິທີ​ໃຊ້​ຊີວິດ ແລະ​ການ​ປະພຶດ​ຂອງ​ພີ່ນ້ອງ​ໃນ​ປະຊາຄົມ ຂ້ອຍ​ກໍ​ຮູ້​ເລີຍ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ທີ່​ພະເຈົ້າ​ສອນ​ແທ້ໆ.”

14. ເປັນ​ຫຍັງ​ສິ່ງ​ທີ່​ເຈົ້າ​ເຮັດ​ອາດ​ຈະ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ​ຕໍ່ໆ​ໄປ?

14 ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້ ນັກສຶກສາ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ. ການ​ເຮັດ​ແບບ​ນັ້ນ​ບໍ່​ງ່າຍ​ສະເໝີ​ໄປ ແຕ່​ເມື່ອ​ນັກສຶກສາ​ເຫັນ​ວ່າ​ເຈົ້າ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ລາວ​ກໍ​ອາດ​ຢາກ​ຮຽນ​ແບບ​ເຈົ້າ. (1 ກຣ. 11:1) ພີ່ນ້ອງ​ຮານະເອະ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຂ້ອຍ​ເຫັນ​ວ່າ​ພີ່ນ້ອງ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ຂ້ອຍ​ກຳລັງ​ຮຽນ. ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ​ຈະ​ໃຫ້​ກຳລັງ​ໃຈ ຍົກ​ໂທດ ແລະ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ແນວ​ໃດ. ເຂົາ​ເຈົ້າ​ເວົ້າ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ດີ​ຕະຫຼອດ ແລ້ວ​ຂ້ອຍ​ກໍ​ຢາກ​ຮຽນ​ແບບ​ເຂົາ​ເຈົ້າ.”

15. ຕາມ​ສຸພາສິດ 27:17 ເປັນ​ຫຍັງ​ເຮົາ​ຄວນ​ເປັນ​ໝູ່​ກັບ​ນັກສຶກສາ​ເມື່ອ​ເຂົາ​ເຈົ້າ​ມາ​ປະຊຸມ​ເປັນ​ປະຈຳ?

15 ເປັນ​ໝູ່​ກັບ​ນັກ​ສຶກສາ. ໃຫ້​ສົນ​ໃຈ​ນັກສຶກສາ​ທຸກໆ​ເທື່ອ​ທີ່​ເຂົາ​ເຈົ້າ​ມາ​ປະຊຸມ. (ຟລປ. 2:4) ເຈົ້າ​ອາດ​ຈະ​ພະຍາຍາມ​ຮູ້ຈັກ​ລາວ​ໃຫ້​ດີ​ຂຶ້ນ​ໂດຍ​ຊົມ​ເຊີຍ​ທີ່​ລາວ​ໄດ້​ປ່ຽນ​ແປງ​ຕົວ​ເອງ ແລະ​ຖາມ​ກ່ຽວ​ກັບ​ຄອບຄົວ ວຽກ​ອາຊີບ ແລະ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ. ແຕ່​ລະວັງ​ທີ່​ຈະ​ບໍ່​ຖາມ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ອາຍ. ການ​ລົມ​ກັນ​ແບບ​ນີ້​ອາດ​ຈະ​ເຮັດ​ໃຫ້​ເຈົ້າ​ສະໜິດ​ກັບ​ລາວ​ຫຼາຍ​ຂຶ້ນ. ແລະ​ເມື່ອ​ເຈົ້າ​ເປັນ​ໝູ່​ລາວ ເຈົ້າ​ກໍ​ຈະ​ຊ່ອຍ​ລາວ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້. (ອ່ານ​ສຸພາສິດ 27:17) ພີ່ນ້ອງ​ຮານະເອະ​ເຊິ່ງ​ເປັນ​ໄພໂອເນຍ​ປະຈຳ​ໄດ້​ເວົ້າ​ເຖິງ​ຕອນ​ທີ່​ລາວ​ເຂົ້າ​ຮ່ວມ​ການ​ປະຊຸມ​ເທື່ອ​ທຳອິດ​ວ່າ: “ເມື່ອ​ຂ້ອຍ​ມີ​ໝູ່​ໃນ​ປະຊາຄົມ ຂ້ອຍ​ກໍ​ຢາກ​ໃຫ້​ຮອດ​ມື້​ປະຊຸມ​ໄວໆ ເຖິງ​ວ່າ​ບາງ​ເທື່ອ​ຂ້ອຍ​ຈະ​ເມື່ອຍ​ແຕ່​ຂ້ອຍ​ກໍ​ເຂົ້າ​ຮ່ວມ​ປະຊຸມ​ຕະຫຼອດ. ຂ້ອຍ​ມີ​ຄວາມ​ສຸກ​ທີ່​ມີ​ໝູ່​ໃນ​ປະຊາຄົມ ແລະ​ນີ້​ຊ່ອຍ​ຂ້ອຍ​ໃຫ້​ເຊົາ​ຫຼິ້ນ​ນຳ​ໝູ່​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. ຂ້ອຍ​ຢາກ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ຕັດສິນ​ໃຈ​ຮັບ​ບັບເຕມາ.”

16. ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ອີກ​ເພື່ອ​ຊ່ອຍ​ນັກສຶກສາ​ໃຫ້​ຮູ້ສຶກ​ວ່າ​ເປັນ​ສ່ວນ​ໜຶ່ງ​ໃນ​ປະຊາຄົມ?

16 ເມື່ອ​ນັກສຶກສາ​ກ້າວ​ໜ້າ​ແລະ​ເລີ່ມ​ປ່ຽນ​ແປງ​ຕົວ​ເອງ ໃຫ້​ຊ່ອຍ​ລາວ​ໃຫ້​ຮູ້ສຶກ​ວ່າ​ລາວ​ເປັນ ສ່ວນ​ໜຶ່ງ​ໃນ​ປະຊາຄົມ. ເຈົ້າ​ຈະ​ເຮັດ​ແບບ​ນີ້​ໄດ້​ໂດຍ​ສະແດງ​ນ້ຳໃຈ​ຕ້ອນ​ຮັບ​ແຂກ. (ຮຣ. 13:2) ພີ່ນ້ອງ​ເດັນນິດສ໌​ທີ່​ຮັບໃຊ້​ຢູ່​ໂມນດາວີ​ໄດ້​ເວົ້າ​ເຖິງ​ຕອນ​ທີ່​ລາວ​ເປັນ​ນັກສຶກສາ​ວ່າ: “ຫຼາຍ​ເທື່ອ​ພີ່ນ້ອງ​ໄດ້​ຊວນ​ຂ້ອຍ​ກັບ​ເມຍ​ໄປ​ກິນ​ເຂົ້າ​ນຳ​ກັນ. ເຂົາ​ເຈົ້າ​ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ ພະ​ເຢໂຫວາ​ໄດ້​ຊ່ອຍ​ເຂົາ​ເຈົ້າ​ແນວ​ໃດ. ສິ່ງ​ເຫຼົ່າ​ນີ້​ຊ່ອຍ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ຢາກ​ຮັບໃຊ້​ພະ​ເຢໂຫວາ ແລະ​ໝັ້ນ​ໃຈ​ວ່າ​ຈະ​ມີ​ຊີວິດ​ທີ່​ດີ​ໃນ​ອະນາຄົດ.” ເມື່ອ​ນັກສຶກສາ​ເປັນ​ຜູ້​ປະກາດ​ແລ້ວ ເຈົ້າ​ກໍ​ສາມາດ​ຊວນ​ລາວ​ໄປ​ປະກາດ​ນຳ​ໄດ້. ດີເອໂກ​ເຊິ່ງ​ເປັນ​ຜູ້​ປະກາດ​ຢູ່​ເບຣຊິນ​ບອກ​ວ່າ: “ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ຊວນ​ຂ້ອຍ​ໄປ​ປະກາດ​ນຳ. ນີ້​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຂ້ອຍ​ຈະ​ຮູ້ຈັກ​ເຂົາ​ເຈົ້າ. ເມື່ອ​ຂ້ອຍ​ເຮັດ​ແບບ​ນີ້​ຂ້ອຍ​ກໍ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ແລະ​ຮູ້ສຶກ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຫຼາຍ​ຂຶ້ນ.”

ຜູ້​ດູ​ແລ​ຈະ​ຊ່ອຍ​ໄດ້​ແນວ​ໃດ?

ຜູ້​ດູ​ແລ ການ​ທີ່​ເຈົ້າ​ສະແດງ​ຄວາມ​ສົນ​ໃຈ​ຕໍ່​ນັກສຶກສາ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ​ໄດ້. (ເບິ່ງ​ຂໍ້ 17)

17. ຜູ້​ດູ​ແລ​ຈະ​ຊ່ອຍ​ນັກສຶກສາ​ໄດ້​ແນວ​ໃດ?

17 ໃຊ້​ເວລາ​ກັບ​ນັກສຶກສາ. ຜູ້​ດູ​ແລ ຖ້າ​ເຈົ້າ​ໃຊ້​ເວລາ​ກັບ​ນັກສຶກສາ ເຈົ້າ​ກໍ​ຈະ​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້. ເຈົ້າ​ໃຊ້​ເວລາ​ລົມ​ນັກສຶກສາ​ທຸກ​ເທື່ອ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ບໍ? ນັກສຶກສາ​ຈະ​ເຫັນ​ວ່າ​ເຈົ້າ​ສົນ​ໃຈ​ເຂົາ​ເຈົ້າ ຖ້າ​ເຈົ້າ​ຈື່​ຊື່​ເຂົາ​ເຈົ້າ​ໂດຍ​ສະເພາະ​ຕອນ​ທີ່​ເຂົາ​ເຈົ້າ​ອອກ​ຄຳ​ຄິດ​ເຫັນ. ເຈົ້າ​ຈະ​ຈັດ​ເວລາ​ເພື່ອ​ໄປ​ຮ່ວມ​ສຶກສາ​ກັບ​ພີ່ນ້ອງ​ທີ່​ສຶກສາ​ໃຫ້​ເຂົາ​ເຈົ້າ​ໄດ້​ບໍ? ເຈົ້າ​ອາດ​ຈະ​ຊ່ອຍ​ນັກສຶກສາ​ໄດ້​ຫຼາຍ​ກວ່າ​ທີ່​ເຈົ້າ​ຄິດ. ພີ່ນ້ອງ​ແຈັກກີ້​ເຊິ່ງ​ເປັນ​ໄພໂອເນຍ​ຢູ່​ນີເຊເຣຍ ບອກ​ວ່າ: “ນັກ​ສຶກສາ​ຫຼາຍ​ຄົນ​ຮູ້ສຶກ​ປະທັບ​ໃຈ​ທີ່​ເຫັນ​ວ່າ​ຜູ້​ດູ​ແລ​ມາ​ຮ່ວມ​ສຶກສາ​ນຳ​ເຂົາ​ເຈົ້າ.” ນັກສຶກສາ​ຄົນ​ໜຶ່ງ​ບອກ​ວ່າ: ‘ຄຸນ​ພໍ່​ທີ່​ຢູ່​ໃນ​ໂບດ​ຂ້ອຍ​ບໍ່​ເຄີຍ​ເຮັດ​ແບບ​ນີ້​ຈັກ​ເທື່ອ. ລາວ​ຈະ​ໄປ​ຫາ​ແຕ່​ຄົນ​ລວຍໆ ແລະ​ໄປ​ແຕ່​ຕອນ​ທີ່​ເຂົາ​ເຈົ້າ​ຈ່າຍ​ເງິນ​ເທົ່າ​ນັ້ນ!’” ແລະ​ຕອນ​ນີ້​ນັກສຶກສາ​ຄົນ​ນັ້ນ​ກໍ​ເຂົ້າ​ຮ່ວມ​ການ​ປະຊຸມ.

18. ຜູ້​ດູ​ແລ​ຈະ​ເຮັດ​ຕາມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕາມ​ທີ່​ຂຽນ​ໄວ້​ໃນ​ກິດຈະການ 20:28 ແນວ​ໃດ?

18 ຝຶກ​ແລະ​ໃຫ້​ກຳລັງ​ໃຈ​ຜູ້​ປະກາດ. ຜູ້​ດູ​ແລ ເຈົ້າ​ມີ​ໜ້າ​ທີ່​ສຳຄັນ​ທີ່​ຈະ​ຊ່ອຍ​ຜູ້​ປະກາດ​ໃຫ້​ເຮັດ​ວຽກ​ປະກາດ​ແລະ​ສອນ​ໄດ້​ດີ. (ອ່ານ​ກິດຈະການ 20:28) ຖ້າ​ເຈົ້າ​ມາ​ຮ່ວມ​ສຶກສາ​ກັບ​ພີ່ນ້ອງ ແລ້ວ​ພີ່ນ້ອງ​ຄົນ​ນັ້ນ​ບໍ່​ກ້າ​ນຳ​ການ​ສຶກສາ ກໍ​ຂໍ​ໃຫ້​ເຈົ້າ​ນຳ​ແທນ​ລາວ. ແຈັກກີ້​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຜູ້​ດູ​ແລ​ມັກ​ຖາມ​ຫາ​ນັກສຶກສາ​ຂ້ອຍ​ເລື້ອຍໆ. ເມື່ອ​ມີ​ບັນຫາ​ຕອນ​ທີ່​ນຳ​ການ​ສຶກສາ​ເຂົາ​ເຈົ້າ​ກໍ​ສະເໜີ​ທີ່​ຈະ​ຊ່ອຍ​ຂ້ອຍ.” ດັ່ງ​ນັ້ນ ຜູ້​ດູ​ແລ​ສາມາດ​ໃຫ້​ກຳລັງ​ໃຈ​ແລະ​ຊ່ອຍ​ຜູ້​ປະກາດ​ໃຫ້​ນຳ​ການ​ສຶກສາ​ຕໍ່ໆ​ໄປ. (1 ທຊ. 5:11) ແຈັກກີ້​ເວົ້າ​ຕື່ມ​ວ່າ: “ຂ້ອຍ​ມັກ​ຫຼາຍ​ຕອນ​ທີ່​ຜູ້​ດູ​ແລ​ໃຫ້​ກຳລັງ​ໃຈ​ແລະ​ບອກ​ວ່າ​ເຫັນ​ຄ່າ​ວຽກ​ທີ່​ຂ້ອຍ​ເຮັດ. ຄຳເວົ້າ​ນີ້​ເປັນ​ຄື​ກັບ​ນ້ຳ​ເຢັນໆ​ໃນ​ມື້​ທີ່​ອາກາດ​ຮ້ອນ ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ສົດ​ຊື່ນ. ຄຳ​ຊົມ​ເຊີຍ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຕອນ​ທີ່​ນຳ​ການ​ສຶກສາ.”—ສຸພາ. 25:25

19. ເປັນ​ຫຍັງ​ເຮົາ​ທຸກ​ຄົນ​ຈຶ່ງ​ມີ​ຄວາມ​ສຸກ?

19 ເຖິງ​ວ່າ​ຕອນ​ນີ້​ເຮົາ​ຈະ​ບໍ່​ມີ​ນັກສຶກສາ ແຕ່​ເຮົາ​ກໍ​ສາມາດ​ຊ່ອຍ​ຄົນ​ອື່ນ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້. ເຮົາ​ສາມາດ​ກຽມ​ດີໆ​ເພື່ອ​ຈະ​ອອກ​ຄຳ​ຄິດ​ເຫັນ​ສັ້ນໆ ຊ່ອຍ​ຜູ້​ນຳ​ການ​ສຶກສາ ແລະ​ບໍ່​ເວົ້າ​ຫຼາຍ​ເກີນ​ໄປ. ເຮົາ​ສາມາດ​ເປັນ​ໝູ່​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ນັກສຶກສາ​ເມື່ອ​ເຂົາ​ເຈົ້າ​ມາ​ປະຊຸມ. ຜູ້​ດູ​ແລ​ສາມາດ​ໃຫ້​ກຳລັງ​ໃຈ​ນັກສຶກສາ​ໂດຍ​ໃຊ້​ເວລາ​ນຳ​ເຂົາ​ເຈົ້າ ແລະ​ຜູ້​ດູ​ແລ​ກໍ​ໃຫ້​ກຳລັງ​ໃຈ​ຜູ້​ປະກາດ​ໂດຍ​ຝຶກ​ແລະ​ຊົມ​ເຊີຍ​ເຂົາ​ເຈົ້າ. ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ຊ່ອຍ​ຄົນ​ອື່ນ​ໃຫ້​ມາ​ຮູ້ຈັກ​ແລະ​ຮັກ​ພະ​ເຢໂຫວາ ເຖິງ​ວ່າ​ເຮົາ​ຈະ​ມີ​ສ່ວນ​ພຽງ​ແຕ່​ໜ້ອຍ​ດຽວ​ກໍ​ຕາມ.

ເພງ 79 ສອນ​ພວກ​ເຂົາ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

^ ຂໍ້ 5 ເຖິງ​ວ່າ​ພວກ​ເຮົາ​ບາງ​ຄົນ​ບໍ່​ມີ​ນັກສຶກສາ ແຕ່​ເຮົາ​ທຸກ​ຄົນ​ສາມາດ​ຊ່ອຍ​ນັກສຶກສາ​ຄົນ​ອື່ນ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ທຸກ​ຄົນ​ຈະ​ຊ່ອຍ​ນັກສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້​ແນວ​ໃດ.