ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 15

ບົດຮຽນ​ຈາກ​ຄຳເວົ້າ​ສຸດ​ທ້າຍ​ຂອງ​ພະ​ເຢຊູ

ບົດຮຽນ​ຈາກ​ຄຳເວົ້າ​ສຸດ​ທ້າຍ​ຂອງ​ພະ​ເຢຊູ

“ນີ້​ຄື​ລູກ​ຮັກ​ຂອງ​ເຮົາ ເຮົາ​ພໍ​ໃຈ​ໃນ​ຕົວ​ລາວ​ຫຼາຍ. ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ລາວ.”—ມທ. 17:5

ເພງ 17 “ເຮົາ​ຢາກ​ຊ່ວຍ”

ໃຈ​ຄວາມ​ສຳຄັນ *

1-2. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ພະ​ເຢຊູ​ກ່ອນ​ທີ່​ເພິ່ນ​ຈະ​ເວົ້າ​ເທື່ອ​ສຸດ​ທ້າຍ?

ໃນ​ຕອນ​ສວາຍ​ຂອງ​ວັນ​ທີ 14 ເດືອນ​ນີຊານ​ປີ ຄ.ສ 33 ຫຼັງ​ຈາກ​ທີ່​ພະ​ເຢຊູ​ຖືກ​ກ່າວ​ຫາ​ແບບ​ຜິດໆ ແລະ​ຖືກ​ຕັດ​ສິນ​ແບບ​ບໍ່​ຖືກຕ້ອງ ເພິ່ນ​ກໍ​ໄດ້​ຖືກ​ເຍາະ​ເຍີ້ຍ​ຖືກ​ທໍລະມານ​ແບບ​ໂຫດ​ຫ້ຽມ ແລະ​ຈາກ​ນັ້ນ​ກໍ​ຖືກ​ຄຶງ​ຢູ່​ເທິງ​ເສົາ​ທໍລະມານ ຖືກຕອກເຫຼັກຕະປູໃສ່ຕີນແລະມື. ທຸກ​ເທື່ອ​ທີ່​ເພິ່ນ​ຫາຍ​ໃຈ​ແລະ​ທຸກ​ເທື່ອ​ທີ່​ເພິ່ນ​ເວົ້າ ມັນ​ກໍ​ເຮັດ​ໃຫ້​ເພິ່ນ​ຮູ້ສຶກ​ເຈັບ​ປວດ. ແຕ່​ເພິ່ນ​ກໍ​ຕ້ອງ​ເວົ້າ​ເພາະ​ເພິ່ນ​ມີ​ເລື່ອງ​ສຳຄັນ​ທີ່​ຢາກ​ບອກ.

2 ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພະ​ເຢຊູ​ໄດ້​ເວົ້າ​ຫຍັງ​ແດ່​ຕອນ​ທີ່​ໃກ້​ຈະ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ສິ່ງ​ທີ່​ເພິ່ນ​ເວົ້າ. ແຕ່​ເພື່ອ​ຈະ​ໄດ້​ບົດຮຽນ​ຈາກ​ເລື່ອງ​ນັ້ນ ເຮົາ​ຕ້ອງ​ຕັ້ງ​ໃຈ “ຟັງ” ສິ່ງ​ທີ່​ເພິ່ນ​ເວົ້າ.—ມທ. 17:5

“ພໍ່​ເອີຍ ຍົກ​ໂທດ​ໃຫ້​ພວກ​ເຂົາ​ແດ່”

3. ເມື່ອ​ພະ​ເຢຊູ​ເວົ້າ​ວ່າ “ພໍ່​ເອີຍ ຍົກ​ໂທດ​ໃຫ້​ພວກ​ເຂົາ​ແດ່” ເພິ່ນ​ອາດ​ໝາຍ​ເຖິງ​ໃຜ?

3 ພະ​ເຢຊູ​ເວົ້າ​ຫຍັງ? ຕອນ​ທີ່​ພະ​ເຢຊູ​ຖືກ​ຕອກ​ຢູ່​ເທິງ​ເສົາ​ທໍລະມານ ເພິ່ນ​ອະທິດຖານ​ຂໍ​ວ່າ: “ພໍ່​ເອີຍ ຍົກ​ໂທດ​ໃຫ້​ພວກ​ເຂົາ​ແດ່.” ເພິ່ນ​ຂໍ​ໃຫ້​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ໃຜ? ຄຳເວົ້າ​ຕໍ່​ໄປ​ຊ່ອຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເພິ່ນ​ໝາຍ​ເຖິງ​ໃຜ. ພະ​ເຢຊູ​ບອກ​ວ່າ: “ພວກ​ເຂົາ​ບໍ່​ຮູ້​ວ່າ​ກຳລັງ​ເຮັດ​ຫຍັງ​ຢູ່.” (ລກ. 23:33, 34) ພະ​ເຢຊູ​ອາດ​ໝາຍ​ເຖິງ​ທະຫານ​ໂຣມ​ທີ່​ຕອກ​ມື​ຕອກ​ຕີນ​ເພິ່ນ​ໃສ່​ເທິງ​ເສົາ​ທໍລະມານ. ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ເພິ່ນ​ແມ່ນ​ໃຜ​ແທ້ໆ. ແລະ​ເພິ່ນ​ອາດ​ໝາຍ​ເຖິງ​ບາງ​ຄົນ​ທີ່​ຂໍ​ໃຫ້​ເພິ່ນ​ຖືກ​ປະຫານ​ຢູ່​ເທິງ​ເສົາ​ເຊິ່ງ​ຕໍ່​ມາ​ເຂົາ​ເຈົ້າ​ກໍ​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ. (ກຈກ. 2:36-38) ພະ​ເຢຊູ​ບໍ່​ໄດ້​ຍອມ​ໃຫ້​ຄວາມ​ບໍ່​ຍຸຕິທຳ​ແລະ​ຄວາມ​ທຸກ​ທີ່​ເພິ່ນ​ເຈິ​ມາ​ເຮັດ​ໃຫ້​ເພິ່ນ​ຮູ້ສຶກ​ຄຽດ​ແຄ້ນ​ແລະ​ບໍ່​ຢາກ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ. (1 ປຕ. 2:23) ແຕ່​ເພິ່ນ​ໄດ້​ຂໍ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ຄົນ​ທີ່​ຂ້າ​ເພິ່ນ.

4. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ທີ່​ພະ​ເຢຊູ​ໃຫ້​ອະໄພ​ຄົນ​ທີ່​ຕໍ່​ຕ້ານ​ເພິ່ນ?

4 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ເຮົາ​ຕ້ອງ​ເຕັມ​ໃຈ​ໃຫ້​ອະໄພ​ຄົນ​ອື່ນ​ຄື​ກັບ​ພະ​ເຢຊູ​ເຮັດ. (ກລຊ. 3:13) ບາງ​ຄົນ​ທີ່​ເປັນ​ຍາດ​ພີ່ນ້ອງ​ຂອງ​ເຮົາ​ອາດ​ຈະ​ຕໍ່​ຕ້ານ​ເຮົາ​ຍ້ອນ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຄວາມ​ເຊື່ອ​ແລະ​ວິທີ​ໃຊ້​ຊີວິດ​ຂອງ​ເຮົາ. ເຂົາ​ເຈົ້າ​ອາດ​ເວົ້າ​ຕົວະ​ກ່ຽວ​ກັບ​ເຮົາ ດູຖູກ​ເຮົາ​ຕໍ່​ໜ້າ​ຄົນ​ອື່ນ ທຳລາຍ​ປຶ້ມ​ຕ່າງໆ​ຂອງ​ອົງການ ແລະ​ເຖິງ​ຂັ້ນ​ຂູ່​ວ່າ​ຈະ​ທຸບ​ຕີ​ເຮົາ. ແທນ​ທີ່​ຈະ​ຄຽດ​ແຄ້ນ ເຮົາ​ຢາກ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ອຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ເຊື່ອ​ຂອງ​ເຮົາ. (ມທ. 5:44, 45) ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ໃຫ້​ອະໄພ​ເຂົາ​ເຈົ້າ ໂດຍ​ສະເພາະ​ຕອນ​ທີ່​ເຂົາ​ເຈົ້າ​ເຮັດ​ບໍ່​ດີ​ຕໍ່​ເຮົາ​ເອົາ​ແທ້​ເອົາ​ວ່າ. ແຕ່​ຖ້າ​ເຮົາ​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້​ໃນ​ໃຈ​ແລະ​ບໍ່​ຍອມ​ໃຫ້​ອະໄພ ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ສຸກ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບອກ​ວ່າ: “ການ​ທີ່​ຂ້ອຍ​ໃຫ້​ອະໄພ​ຄົນ​ອື່ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ບໍ່​ຜິດ ຫຼື​ຂ້ອຍ​ຢາກ​ໃຫ້​ເຂົາ​ເຈົ້າ​ເຮັດ​ຫຍັງ​ກັບ​ຂ້ອຍ​ກໍ​ໄດ້. ແຕ່​ໝາຍ​ເຖິງ​ການ​ທີ່​ຂ້ອຍ​ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້.” (ເພງ. 37:8) ເມື່ອ​ເຮົາ​ໃຫ້​ອະໄພ ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ປະສົບການ​ທີ່​ບໍ່​ດີ​ມາ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ຄຽດ​ແຄ້ນ​ຢູ່​ຕະຫຼອດ.—ອຟຊ. 4:31, 32

“ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ”

5. ພະ​ເຢຊູ​ໄດ້​ສັນຍາ​ຫຍັງ​ກັບ​ນັກ​ໂທດ​ຄົນ​ໜຶ່ງ​ທີ່​ຖືກ​ຄຶງ​ຢູ່​ຂ້າງໆ​ເພິ່ນ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ສັນຍາ​ແບບ​ນັ້ນ?

5 ພະ​ເຢຊູ​ເວົ້າ​ຫຍັງ? ຕອນ​ທຳອິດ​ນັກ​ໂທດ​ສອງ​ຄົນ​ທີ່​ຖືກ​ຄຶງ​ຢູ່​ເທິງ​ເສົາ​ຂ້າງໆ​ພະ​ເຢຊູ​ໄດ້​ເວົ້າ​ດູຖູກ​ເພິ່ນ. (ມທ. 27:44) ແຕ່​ຕໍ່​ມາ ນັກ​ໂທດ​ຜູ້​ໜຶ່ງ​ກໍ​ໄດ້​ປ່ຽນ​ໃຈ. ລາວ​ເລີ່ມ​ເຂົ້າ​ໃຈ​ວ່າ​ພະ​ເຢຊູ “ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ.” (ລກ. 23:40, 41) ແລະ​ທີ່​ສຳຄັນ​ກວ່າ​ນັ້ນ​ກໍ​ຄື ລາວ​ເຊື່ອ​ວ່າ​ພະ​ເຢຊູ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ຈະ​ປົກຄອງ​ເປັນ​ກະສັດ​ໃນ​ອະນາຄົດ. ລາວ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ທ່ານ​ເຢຊູ ຕອນ​ທີ່​ທ່ານ​ໄດ້​ເປັນ​ກະສັດ ຢ່າ​ລືມ​ຂ້ອຍ​ເດີ້.” (ລກ. 23:42) ຜູ້​ຊາຍ​ຄົນ​ນີ້​ມີ​ຄວາມ​ເຊື່ອ​ຫຼາຍ​ແທ້ໆ! ແລ້ວ​ພະ​ເຢຊູ​ກໍ​ບອກ​ລາວ​ວ່າ: “ຂ້ອຍ​ຂໍ​ບອກ​ເຈົ້າ​ມື້​ນີ້​ວ່າ ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ [ຢູ່​ໃນ​ໂລກ] ແນ່ນອນ.” (ລກ. 23:43) ຂໍ​ສັງເກດ​ວ່າ ພະ​ເຢຊູ​ໄດ້​ສັນຍາ​ກັບ​ລາວ​ເປັນ​ສ່ວນ​ຕົວ​ໂດຍ​ໃຊ້​ຄຳ​ວ່າ: “ຂ້ອຍ” ກັບ “ເຈົ້າ.” ພະ​ເຢຊູ​ເວົ້າ​ແບບ​ນີ້​ຍ້ອນ​ຮູ້​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ເປັນ​ຜູ້​ທີ່​ເມດຕາ​ແທ້ໆ.—ເພງ. 103:8

6. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ກັບ​ນັກ​ໂທດ​ຄົນ​ໜຶ່ງ?

6 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ພະ​ເຢຊູ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ຢ່າງ​ສົມບູນ​ແບບ. (ຮຣ. 1:3) ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ເຮົາ​ແລະ​ເມດຕາ​ເຮົາ ຖ້າ​ເຮົາ​ກັບ​ໃຈ​ແທ້ໆ​ຕໍ່​ສິ່ງ​ທີ່​ບໍ່​ດີ​ທີ່​ເຮົາ​ເຄີຍ​ເຮັດ​ໃນ​ອະດີດ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ. (1 ຢຮ. 1:7) ບາງ​ຄົນ​ອາດຍາ​ກ​ທີ່​ຈະ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ຕໍ່​ຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ. ແຕ່​ຖ້າ​ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້ ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ນັກ​ໂທດ​ຄົນ​ໜຶ່ງ​ທີ່​ຫາ​ກໍ​ເລີ່ມ​ສະແດງ​ຄວາມ​ເຊື່ອ​ໃນ​ເພິ່ນ. ດັ່ງ​ນັ້ນ ພະ​ເຢໂຫວາ​ກໍ​ແຮ່ງ​ຈະ​ສະແດງ​ຄວາມ​ເມດຕາ​ຕໍ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທີ່​ພະຍາຍາມ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເພິ່ນ.—ເພງ. 51:1; 1 ຢຮ. 2:1, 2

“ລາວ​ເປັນ​ລູກ​ຂອງ​ແມ່​ເດີ້! . . . ນີ້​ແມ່ນ​ແມ່​ຂອງ​ເຈົ້າ!”

7. ໃນ​ໂຢຮັນ 19:26, 27 ພະ​ເຢຊູ​ເວົ້າ​ຫຍັງ​ກັບ​ມາຣີ​ແລະ​ໂຢຮັນ ແລະ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ເວົ້າ​ແນວ​ນັ້ນ?

7 ພະ​ເຢຊູ​ເວົ້າ​ຫຍັງ? (ອ່ານ​ໂຢຮັນ 19:26, 27) ພະ​ເຢຊູ​ເປັນ​ຫ່ວງ​ມາຣີ​ແມ່​ຂອງ​ເພິ່ນ​ທີ່​ເປັນ​ແມ່​ໝ້າຍ. ພວກ​ນ້ອງ​ຂອງ​ເພິ່ນ​ອາດ​ຈະ​ເບິ່ງ​ແຍງ​ແມ່​ໃຫ້​ມີ​ສິ່ງ​ຈຳເປັນ​ທາງ​ດ້ານ​ຮ່າງກາຍ. ແຕ່​ໃຜ​ຈະ​ເບິ່ງ​ແຍງ​ແມ່​ທາງ​ດ້ານ​ຄວາມ​ເຊື່ອ? ຕອນ​ນັ້ນ​ພວກ​ນ້ອງ​ຂອງ​ພະ​ເຢຊູ​ຍັງ​ບໍ່​ມີ​ໃຜ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ​ເທື່ອ. ແຕ່​ໂຢຮັນ​ເປັນ​ໝູ່​ສະໜິດ​ຂອງ​ພະ​ເຢຊູ​ແລະ​ກໍ​ເປັນ​ອັກຄະສາວົກ​ທີ່​ສັດ​ຊື່. ພະ​ເຢຊູ​ຖື​ວ່າ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເພິ່ນ. (ມທ. 12:46-50) ດັ່ງ​ນັ້ນ ຍ້ອນ​ພະ​ເຢຊູ​ຮັກ​ແລະ​ເປັນ​ຫ່ວງ​ມາຣີ​ແມ່​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ໄດ້​ຂໍ​ໃຫ້​ໂຢຮັນ​ເບິ່ງ​ແຍງ​ແມ່​ເພາະ​ເພິ່ນ​ຮູ້​ວ່າ​ໂຢຮັນ​ຈະ​ຊ່ອຍ​ໃຫ້​ແມ່​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ​ໄດ້. ພະ​ເຢຊູ​ເວົ້າ​ກັບ​ແມ່​ຂອງ​ເພິ່ນ​ວ່າ: “ຕັ້ງ​ແຕ່​ນີ້​ໄປ​ລາວ​ເປັນ​ລູກ​ຂອງ​ແມ່​ເດີ້!” ແລະ​ເພິ່ນ​ເວົ້າ​ກັບ​ໂຢຮັນ​ວ່າ: “ນີ້​ແມ່ນ​ແມ່​ຂອງ​ເຈົ້າ!” ຕັ້ງ​ແຕ່​ນັ້ນ​ມາ​ໂຢຮັນ​ກໍ​ເປັນ​ລູກ​ຂອງ​ມາຣີ​ແລະ​ເບິ່ງ​ແຍງ​ລາວ​ຄື​ກັບ​ແມ່​ແທ້ໆ. ພະ​ເຢຊູ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ເຫັນ​ຄ່າ​ຕໍ່​ມາຣີ​ຫຼາຍ​ແທ້ໆ​ທີ່​ໄດ້​ເບິ່ງ​ແຍງ​ເພິ່ນ​ຕັ້ງ​ແຕ່​ເກີດ​ຈົນ​ຮອດ​ມື້​ທີ່​ເພິ່ນ​ຕາຍ.

8. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ກັບ​ມາຣີ​ແລະ​ໂຢຮັນ?

8 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ເຮົາ​ອາດ​ຮູ້ສຶກ​ໃກ້​ຊິດ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ຫຼາຍ​ກວ່າ​ຍາດ​ພີ່ນ້ອງ​ຂອງ​ເຮົາ. ຍາດ​ພີ່ນ້ອງ​ຂອງ​ເຮົາ​ອາດ​ຈະ​ຕໍ່​ຕ້ານ​ແລະ​ເຖິງ​ຂັ້ນ​ຖິ້ມ​ເຮົາ. ແຕ່​ພະ​ເຢຊູ​ສັນຍາ​ວ່າ ຖ້າ​ເຮົາ​ສະໜິດ​ກັບ​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ເພິ່ນ ເຮົາ​ຈະ​ໄດ້​ຄືນ​ຫຼາຍ​ກວ່າ​ທີ່​ເຮົາ​ເສຍ​ໄປ “100 ເທົ່າ” ເຊັ່ນ ເຮົາ​ມີ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ເປັນ​ຄື​ກັບ​ລູກ​ຊາຍ ລູກ​ສາວ ອ້າຍ ເອື້ອຍ ນ້ອງ ແລະ​ພໍ່​ແມ່​ຂອງ​ເຮົາ. (ມຣກ. 10:29, 30) ເຈົ້າ​ເດ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຢູ່​ໃນ​ຄອບຄົວ​ໃໝ່​ເຊິ່ງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຍ້ອນ​ຄວາມ​ເຊື່ອ​ແລະ​ຍ້ອນ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ກັນ​ແລະ​ກັນ?—ກລຊ. 3:14; 1 ປຕ. 2:17

“ພະເຈົ້າ​ຂອງ​ຂ້ອຍ ເປັນ​ຫຍັງ​ຈຶ່ງ​ຖິ້ມ​ຂ້ອຍ​ໄປ?”

9. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ມັດທາຍ 27:46?

9 ພະ​ເຢຊູ​ເວົ້າ​ຫຍັງ? ບໍ່​ດົນ​ກ່ອນ​ທີ່​ພະ​ເຢຊູ​ຈະ​ຕາຍ ເພິ່ນ​ໄດ້​ຮ້ອງ​ສຽງ​ດັງ​ວ່າ: “ພະເຈົ້າ ພະເຈົ້າ​ຂອງ​ຂ້ອຍ ເປັນ​ຫຍັງ​ຈຶ່ງ​ຖິ້ມ​ຂ້ອຍ​ໄປ?” (ມທ. 27:46) ຄຳພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ແບບ​ນີ້. ແຕ່​ຂໍ​ໃຫ້​ຄິດ​ເຖິງ​ເຫດຜົນ​ທີ່​ພະ​ເຢຊູ​ເວົ້າ​ແບບ​ນີ້ (1) ກໍ​ເພື່ອ​ເຮັດ​ໃຫ້​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳເພງ 22:1 * ສຳເລັດ​ເປັນ​ຈິງ. (2) ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້ “ປົກ​ປ້ອງ” ເພິ່ນ. (ໂຢບ 1:10) (3) ພະ​ເຢຊູ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຍອມ​ໃຫ້​ສັດຕູ​ທົດ​ສອບ​ຄວາມ​ສັດ​ຊື່​ຂອງ​ເພິ່ນ​ຈົນ​ສຸດໆ​ເຊິ່ງ​ບໍ່​ມີ​ມະນຸດ​ຄົນ​ໃດ​ເຄີຍ​ຖືກ​ທົດ​ສອບ​ແບບ​ນີ້​ມາ​ກ່ອນ. ແລະ (4) ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພະ​ເຢຊູ​ເປັນ​ຜູ້​ບໍລິສຸດ​ແລະ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ທີ່​ສົມຄວນ​ຈະ​ຖືກ​ປະຫານ​ຊີວິດ.

10. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ກັບ​ພະ​ເຢໂຫວາ?

10 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ບົດຮຽນ​ໜຶ່ງ​ກໍ​ຄື ເຮົາ​ຕ້ອງ​ບໍ່​ຄາດ​ໝາຍ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ບັນຫາ​ຕ່າງໆ​ທີ່​ທົດ​ສອບ​ຄວາມ​ເຊື່ອ​ຂອງ​ເຮົາ. ຄື​ກັບ​ພະ​ເຢຊູ​ທີ່​ຖືກ​ທົດ​ສອບ​ຈົນ​ສຸດໆ​ເພື່ອ​ພິສູດ​ຄວາມ​ສັດ​ຊື່ ເຮົາ​ເອງ​ກໍ​ຕ້ອງ​ກຽມ​ພ້ອມ​ເພື່ອ​ຈະ​ພິສູດ​ຄວາມ​ສັດ​ຊື່​ຈົນ​ຕາຍ​ຖ້າ​ເລື່ອງ​ນັ້ນ​ເກີດ​ຂຶ້ນ. (ມທ. 16:24, 25) ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຢໂຫວາ​ຈະ​ບໍ່​ຍອມ​ໃຫ້​ເຮົາ​ຖືກ​ທົດ​ສອບ​ຈົນ​ເຮົາ​ທົນ​ບໍ່​ໄດ້. (1 ກຣ. 10:13) ແລະ​ອີກ​ບົດຮຽນ​ໜຶ່ງ​ກໍ​ຄື ເຮົາ​ອາດ​ຈະ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ຄື​ກັບ​ພະ​ເຢຊູ​ເຖິງ​ວ່າ​ຈະ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ກໍ​ຕາມ. (1 ປຕ. 2:19, 20) ທີ່​ເຮົາ​ຖືກ​ຕໍ່​ຕ້ານ​ບໍ່​ແມ່ນ​ຍ້ອນ​ວ່າ​ເຮົາ​ເຮັດ​ຫຍັງ​ຜິດ ແຕ່​ຍ້ອນ​ເຮົາ​ບໍ່​ເປັນ​ສ່ວນ​ຂອງ​ໂລກ​ແລະ​ເຮົາ​ໃຊ້​ຊີວິດ​ແບບ​ຄລິດສະຕຽນ. (ຢຮ. 17:14; 1 ປຕ. 4:15, 16) ພະ​ເຢຊູ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ເພິ່ນ​ເຈິ​ກັບ​ຄວາມ​ທຸກ. ແຕ່​ບາງ​ເທື່ອ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ບາງ​ຄົນ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຍອມ​ໃຫ້​ເຂົາ​ເຈົ້າ​ເຈິ​ເລື່ອງ​ທີ່​ບໍ່​ດີ​ແບບ​ນັ້ນ. (ຫາບາ. 1:3) ເຖິງ​ຈະ​ເປັນ​ແບບ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ທີ່​ເມດຕາ​ແລະ​ອົດ​ທົນ​ກໍ​ເຂົ້າ​ໃຈ​ວ່າ ຜູ້​ຮັບໃຊ້​ຂອງ​ເພິ່ນ​ບໍ່​ໄດ້​ຂາດ​ຄວາມ​ເຊື່ອ ແຕ່​ເຂົາ​ເຈົ້າ​ຕ້ອງການ​ກຳລັງ​ໃຈ​ຈາກ​ເພິ່ນ.—2 ກຣ. 1:3, 4

“ຂ້ອຍ​ຫິວ​ນ້ຳ”

11. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ຄຳເວົ້າ​ທີ່​ຢູ່​ໃນ​ໂຢຮັນ 19:28?

11 ພະ​ເຢຊູ​ເວົ້າ​ຫຍັງ? (ອ່ານ​ໂຢຮັນ 19:28) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ຫິວ​ນ້ຳ”? ເພິ່ນ​ເວົ້າ​ແບບ​ນັ້ນ​ກໍ “ເພື່ອ​ໃຫ້​ເປັນ​ຕາມ​ທີ່​ຂຽນ​ໄວ້​ໃນ​ພະ​ຄຳພີ” ທີ່​ຢູ່​ໃນ​ຄຳເພງ 22:15 ທີ່​ບອກ​ວ່າ: “ແຮງ​ຂອງ​ຂ້າ​ນ້ອຍ​ຫ່ຽວ​ແຫ້ງ​ໄປ​ເໝືອນ​ໝໍ້​ດິນ​ແຕກ​ແລ້ວ​ແລະ​ລີ້ນ​ຂ້າ​ນ້ອຍ​ຕິດ​ກັບ​ເຫືອກ.” ນອກ​ຈາກ​ນັ້ນ ຫຼັງ​ຈາກ​ທີ່​ພະ​ເຢຊູ​ຖືກ​ທໍລະມານ​ຫຼາຍ​ຢ່າງ​ແລະ​ຖືກ​ຕອກ​ຢູ່​ເທິງ​ເສົາ​ທໍລະມານ ເພິ່ນ​ກໍ​ຄື​ຊິ​ຫິວ​ນ້ຳ​ຫຼາຍ​ແທ້ໆ ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ຂໍ​ກິນ​ນ້ຳ​ເພື່ອ​ຈະ​ມີ​ແຮງ.

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ວ່າ “ຂ້ອຍ​ຫິວ​ນ້ຳ”?

12 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ພະ​ເຢຊູ​ບໍ່​ໄດ້​ຄິດ​ວ່າ​ການ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ​ຈະ​ເຮັດ​ໃຫ້​ເພິ່ນ​ເບິ່ງ​ຄື​ວ່າ​ເປັນ​ຄົນ​ອ່ອນແອ. ແລະ​ເຮົາ​ກໍ​ຄວນ​ຄິດ​ຄື​ກັບ​ພະ​ເຢຊູ. ໃນ​ຊີວິດ​ຂອງ​ເຮົາ ເຮົາ​ອາດ​ບໍ່​ຢາກ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ. ແຕ່​ຖ້າ​ເຮົາ​ຊ່ວຍ​ເຫຼືອ​ຕົວ​ເອງ​ບໍ່​ໄດ້ ເຮົາ​ກໍ​ບໍ່​ຄວນ​ລັງເລ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ຖ້າ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ​ຫຼື​ສຸຂະພາບ​ບໍ່​ດີ ເຮົາ​ອາດ​ຢາກ​ຂໍ​ໃຫ້​ພີ່ນ້ອງ​ຊ່ອຍ​ພາ​ເຮົາ​ໄປ​ຊື້​ເຄື່ອງ​ແລະ​ໄປ​ຫາ​ໝໍ. ແລະ​ຖ້າ​ເຮົາ​ທໍ້​ໃຈ ເຮົາ​ອາດ​ຢາກ​ໃຫ້​ຜູ້​ດູ​ແລ​ຫຼື​ຄລິດສະຕຽນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຟັງ​ເຮົາ​ລະບາຍ​ຄວາມ​ຮູ້ສຶກ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ. (ສຸພາ. 12:25) ຂໍ​ໃຫ້​ຈື່​ໄວ້​ວ່າ​ພີ່ນ້ອງ​ຮັກ​ເຮົາ​ແລະ​ຢາກ​ຊ່ອຍ​ເຮົາ​ໃນ ‘ເວລາ​ທີ່​ລຳບາກ.’ (ສຸພາ. 17:17, ລ.ມ.) ແຕ່​ພີ່ນ້ອງ​ອ່ານ​ໃຈ​ເຮົາ​ບໍ່​ໄດ້. ດັ່ງ​ນັ້ນ ຖ້າ​ເຮົາ​ບໍ່​ບອກ​ເຂົາ​ເຈົ້າ ເຂົາ​ເຈົ້າ​ກໍ​ຊິ​ບໍ່​ຮູ້​ວ່າ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຫຍັງ​ແດ່.

“ສຳເລັດ​ແລ້ວ!”

13. ຍ້ອນ​ພະ​ເຢຊູ​ສັດ​ຊື່​ຈົນ​ວັນ​ຕາຍ ເພິ່ນ​ຈຶ່ງ​ໄດ້​ເຮັດ​ໃຫ້​ສິ່ງ​ໃດ​ແດ່​ສຳເລັດ?

13 ພະ​ເຢຊູ​ເວົ້າ​ຫຍັງ? ປະມານ 3 ໂມງ​ຕອນ​ບ່າຍ​ຂອງ​ວັນ​ທີ 14 ເດືອນ​ນີຊານ ພະ​ເຢຊູ​ໄດ້​ຮ້ອງ​ຂຶ້ນ​ມາ​ວ່າ: “ສຳເລັດ​ແລ້ວ!” (ຢຮ. 19:30) ກ່ອນ​ພະ​ເຢຊູ​ຈະ​ສິ້ນ​ໃຈ ເພິ່ນ​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ເຮັດ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ​ໃຫ້​ສຳເລັດ​ແລ້ວ. ຍ້ອນ​ພະ​ເຢຊູ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ຕາຍ ເພິ່ນ​ຈຶ່ງ​ໄດ້​ເຮັດ​ຫຼາຍ​ຢ່າງ​ສຳເລັດ​ຄື: (1) ພະ​ເຢຊູ​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ ແລະ​ເຖິງ​ວ່າ​ຊາຕານ​ຈະ​ຂົ່ມເຫງ​ພະ​ເຢຊູ​ທຸກ​ຮູບ​ແບບ ແຕ່​ເພິ່ນ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ທີ່​ສົມບູນ​ແບບ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄດ້. (2) ພະ​ເຢຊູ​ສະລະ​ຊີວິດ​ເປັນ​ຄ່າໄຖ່ ຍ້ອນ​ຄ່າໄຖ່​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ຈຶ່ງ​ສາມາດ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້. (3) ພະ​ເຢຊູ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ເປັນ​ຜູ້​ປົກຄອງ​ອົງ​ສູງ​ສຸດ​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ເປັນ​ທີ່​ເຄົາລົບ​ນັບຖື.

14. ເຮົາ​ຄວນ​ຕັ້ງ​ໃຈ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້​ແນວ​ໃດ? ຂໍ​ໃຫ້​ອະທິບາຍ.

14 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ເຮົາ​ຕ້ອງ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ຄົນ​ສັດ​ຊື່​ຢູ່​ຕະຫຼອດ. ໃຫ້​ເຮົາ​ມາ​ເບິ່ງ​ຄຳເວົ້າ​ຂອງ​ພີ່ນ້ອງ​ແມັກເວວເຟຣນ​ເຊິ່ງ​ເປັນ​ຄູ​ສອນ​ຢູ່​ໂຮງ​ຮຽນ​ກິລຽດ. ໃນ​ການ​ປະຊຸມ​ນານາ​ຊາດ​ພີ່ນ້ອງ​ເຟຣນ​ໄດ້​ເວົ້າ​ໃນ​ຄຳ​ບັນລະຍາຍ​ວ່າ: “ສິ່ງ​ທີ່​ເຈົ້າ​ເວົ້າ​ແລະ​ເຮັດ​ໄດ້​ມື້​ນີ້ ຢ່າ​ເລື່ອນ​ໄປ​ເຮັດ​ມື້​ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ມື້​ອື່ນ​ຊິ​ມີ​ໂອກາດ​ໄດ້​ເຮັດ​ຫຼື​ບໍ່. ສະນັ້ນ​ເຈົ້າ​ຄວນ​ຈະ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້​ໃນ​ແບບ​ທີ່​ສະແດງ​ວ່າ​ເຈົ້າ​ຢາກ​ໄດ້​ຊີວິດ​ຕະຫຼອດ​ໄປ.” ຂໍ​ໃຫ້​ເຮົາ​ໃຊ້​ຊີວິດ​ໃນ​ແຕ່​ລະ​ມື້​ຄື​ກັບ​ວ່າ​ເປັນ​ມື້​ສຸດ​ທ້າຍ​ທີ່​ຈະ​ສະແດງ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ແລະ​ຖ້າ​ເຮົາ​ຕາຍ ເຮົາ​ກໍ​ສາມາດ​ເວົ້າ​ໄດ້​ວ່າ: “ພະ​ເຢໂຫວາ ລູກ​ໄດ້​ພະຍາຍາມ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ດີ​ທີ່​ສຸດ​ແລ້ວ. ລູກ​ໄດ້​ພິສູດ​ວ່າ​ຊາຕານ​ເປັນ​ຜູ້​ຕົວະ ພິສູດ​ວ່າ​ຊື່​ຂອງ​ພໍ່​ເປັນ​ທີ່​ເຄົາລົບ​ນັບຖື ແລະ​ພໍ່​ມີ​ສິດ​ທີ່​ຈະ​ເປັນ​ຜູ້​ປົກຄອງ​ອົງ​ສູງ​ສຸດ.”

“ລູກ​ຂໍ​ຝາກ​ຊີວິດ​ໄວ້​ໃນ​ມື​ຂອງ​ພໍ່”

15. ຕາມ​ລູກາ 23:46 ພະ​ເຢຊູ​ໝັ້ນ​ໃຈ​ເລື່ອງ​ຫຍັງ?

15 ພະ​ເຢຊູ​ເວົ້າ​ຫຍັງ? (ອ່ານ​ລູກາ 23:46) ພະ​ເຢຊູ​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ: “ພໍ່​ເອີຍ ລູກ​ຂໍ​ຝາກ​ຊີວິດ​ໄວ້​ໃນ​ມື​ຂອງ​ພໍ່.” ພະ​ເຢຊູ​ຮູ້​ວ່າ​ຊີວິດ​ໃນ​ອະນາຄົດ​ຂຶ້ນ​ຢູ່​ກັບ​ພະ​ເຢໂຫວາ ແລະ​ເພິ່ນ​ກໍ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຈະ​ບໍ່​ລືມ​ເພິ່ນ.

16. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ໂຈຊົວ?

16 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? ໃຫ້​ຝາກ​ຊີວິດ​ໄວ້​ກັບ​ພະ​ເຢໂຫວາ. ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້ ເຮົາ​ຕ້ອງ “ວາງໃຈ​ພະ​ເຢໂຫວາ​ສຸດ​ຫົວໃຈ.” (ສຸພາ. 3:5, ລ.ມ.) ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ໂຈຊົວ​ອາຍຸ 15 ປີ​ເຊິ່ງ​ເປັນ​ພະຍາດ​ຮ້າຍແຮງ​ໄລຍະ​ສຸດ​ທ້າຍ. ລາວ​ບໍ່​ຍອມ​ຮັບ​ການ​ປິ່ນປົວ​ໃນ​ແບບ​ທີ່​ຂັດ​ກັບ​ຫຼັກ​ການ​ຂອງ​ພະເຈົ້າ. ບໍ່​ດົນ​ກ່ອນ​ທີ່​ລາວ​ຈະ​ຕາຍ​ລາວ​ໄດ້​ບອກ​ແມ່​ລາວ​ວ່າ: “ແມ່​ເອີຍ ຂ້ອຍ​ຢູ່​ໃນ​ມື​ຂອງ​ພະ​ເຢໂຫວາ . . . ຂ້ອຍ​ສາມາດ​ບອກ​ສິ່ງ​ຕໍ່​ໄປ​ນີ້​ກັບ​ແມ່​ດ້ວຍ​ຄວາມ​ໝັ້ນ​ໃຈ ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ຂ້ອຍ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແນ່ນອນ. ພະອົງ​ອ່ານ​ຫົວໃຈ​ຂອງ​ຂ້ອຍ​ອອກ ແລະ​ຂ້ອຍ​ຮັກ​ພະອົງ​ແທ້ໆ.” * ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຖ້າ​ຂ້ອຍ​ຢູ່​ໃນ​ສະພາບການ​ທີ່​ອາດ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ເຊື່ອ ຂ້ອຍ​ຈະ​ຍັງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ບໍ່​ລືມ​ຂ້ອຍ​ບໍ?’

17-18. ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ? (ເບິ່ງ​ຂອບ “ ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຄຳເວົ້າ​ສຸດ​ທ້າຍ​ຂອງ​ພະ​ເຢຊູ”)

17 ເຮົາ​ໄດ້​ບົດຮຽນ​ຫຼາຍ​ຢ່າງ​ຈາກ​ຄຳເວົ້າ​ສຸດ​ທ້າຍ​ຂອງ​ພະ​ເຢຊູ. ເຮົາ​ຕ້ອງ​ໃຫ້​ອະໄພ​ຄົນ​ອື່ນ​ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ອະໄພ​ເຮົາ​ຄື​ກັນ. ເຮົາ​ຖື​ວ່າ​ເປັນ​ສິ່ງ​ທີ່​ພິເສດ​ແທ້ໆ​ທີ່​ມີ​ຄອບຄົວ​ທາງ​ດ້ານ​ຄວາມ​ເຊື່ອ​ເຊິ່ງ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຮົາ ແຕ່​ເຮົາ​ຕ້ອງ​ເປັນ​ຝ່າຍ​ລິເລີ່ມ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ອຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ໄດ້. ໃຫ້​ໃຊ້​ຊີວິດ​ແຕ່​ລະ​ມື້​ຄື​ກັບ​ວ່າ​ເປັນ​ມື້​ສຸດ​ທ້າຍ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ. ແລະ​ຖ້າ​ເຮົາ​ຕາຍ​ຍ້ອນ​ຄວາມ​ສັດ​ຊື່ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ປຸກ​ເຮົາ​ໃຫ້​ຄືນ​ມາ​ຈາກ​ຕາຍ.

18 ຄຳເວົ້າ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ໃກ້​ຈະ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ​ໃຫ້​ບົດຮຽນ​ກັບ​ເຮົາ​ຫຼາຍ​ຢ່າງ​ແທ້ໆ! ຖ້າ​ເຮົາ​ເອົາ​ບົດຮຽນ​ເຫຼົ່າ​ນີ້​ໄປ​ໃຊ້​ໃນ​ຊີວິດ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ພະ​ເຢໂຫວາ​ທີ່​ບອກ​ໃຫ້ “ຟັງ” ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ.—ມທ. 17:5

ເພງ 126 ຈົ່ງ​ຕື່ນ​ຕົວ ເຂັ້ມແຂງ ໝັ້ນ​ຄົງ

^ ຂໍ້ 5 ໃນ​ມັດທາຍ 17:5 ບອກ​ເຮົາ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຟັງ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ. ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ໃກ້​ຈະ​ຕາຍ​ຢູ່​ເທິງ​ເສົາ​ທໍລະມານ.

^ ຂໍ້ 9 ສຳລັບ​ເຫດຜົນ​ທີ່​ອາດ​ຈະ​ເປັນ​ໄປ​ໄດ້​ວ່າ​ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເວົ້າ​ຄຳເວົ້າ​ທີ່​ຢູ່​ໃນ​ຄຳເພງ 22:1 ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ສະບັບ​ນີ້.

^ ຂໍ້ 16 ເບິ່ງ​ເລື່ອງ “ຄວາມ​ເຊື່ອ​ຂອງ​ໂຈຊົວ​ໄຊ​ຊະນະ​ຂອງ​ສິດທິ​ເດັກ” ໃນ​ຕື່ນ​ເຖີດ! 8 ກຸມພາ 1995 (ພາສາ​ໄທ)