ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳຖາມ​ຈາກ​ຜູ້​ອ່ານ

ຄຳຖາມ​ຈາກ​ຜູ້​ອ່ານ

ອັກຄະສາວົກ​ໂປໂລ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ເວົ້າ​ວ່າ: “ກົດໝາຍ​ຂອງ​ໂມເຊ​ນັ້ນ​ແຫຼະ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ [ຕາຍ] ຈາກ​ອຳນາດ​ກົດໝາຍ​ນັ້ນ.”—ຄລຕ. 2:19, ໄຂ​ເງື່ອນ

ໂປໂລ​ຂຽນ​ວ່າ: “ກົດໝາຍ​ຂອງ​ໂມເຊ​ນັ້ນ​ແຫຼະ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ອຳນາດ​ກົດໝາຍ​ນັ້ນ ເພື່ອ​ຂ້ອຍ​ຈະ​ໄດ້​ມີ​ຊີວິດ​ຢູ່​ເພື່ອ​ພະເຈົ້າ.”—ຄລຕ. 2:19

ຄຳເວົ້າ​ນີ້​ເປັນ​ຈຸດ​ສຳຄັນ​ທີ່​ໂປໂລ​ຂຽນ​ເຖິງ​ປະຊາຄົມ​ຕ່າງໆ​ໃນ​ຄາລາເຕຍ​ທີ່​ຢູ່​ໃນ​ເຂດ​ການ​ປົກຄອງ​ຂອງ​ໂຣມ. ບາງ​ຄົນ​ໃນ​ເຂດ​ນັ້ນ​ໄດ້​ສອນ​ຄຳ​ສອນ​ທີ່​ບໍ່​ຖືກຕ້ອງ​ວ່າ ຄລິດສະຕຽນ​ຕ້ອງ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ ໂດຍ​ສະເພາະ​ເລື່ອງ​ການ​ຮັບ​ສິນຕັດ​ເພື່ອ​ເຂົາ​ເຈົ້າ​ຈະ​ລອດ. ໂປໂລ​ຮູ້​ວ່າ​ຄົນ​ທີ່​ເຊື່ອ​ໃນ​ພະເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຮັບ​ສິນຕັດ​ແລ້ວ. ດັ່ງ​ນັ້ນ ລາວ​ຈຶ່ງ​ໃຊ້​ເຫດຜົນ​ທີ່​ໜັກແໜ້ນ​ເພື່ອ​ຄັດ​ຄ້ານ​ຄຳ​ສອນ​ທີ່​ບໍ່​ຖືກຕ້ອງ ແລະ​ສິ່ງ​ນີ້​ຊ່ວຍ​ໃຫ້​ພີ່ນ້ອງ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ​ຄລິດ.—ຄລຕ. 2:4; 5:2

ຄຳພີ​ໄບເບິນ​ບອກ​ວ່າ ຖ້າ​ຜູ້​ໜຶ່ງ​ຕາຍ ລາວ​ຈະ​ບໍ່​ຮູ້ຈັກ​ຫຍັງ ແລະ​ຈະ​ບໍ່​ມີ​ຫຍັງ​ທີ່​ຈະ​ຜູກ​ມັດ​ລາວ​ໄວ້​ແລ້ວ. (ຜູ້ປ. 9:5) ດັ່ງ​ນັ້ນ ເມື່ອ​ໂປໂລ​ບອກ​ວ່າ: “ຂ້ອຍ​ພົ້ນ [ຕາຍ] ຈາກ​ອຳນາດ​ກົດໝາຍ​ນັ້ນ” ລາວ​ກໍ​ໝາຍ​ຄວາມ​ວ່າ ກົດໝາຍ​ຂອງ​ໂມເຊ​ບໍ່​ໄດ້​ມີ​ອຳນາດ​ຄວບຄຸມ​ລາວ​ແລ້ວ. ລາວ​ໝັ້ນ​ໃຈ​ວ່າ​ລາວ “ມີ​ຊີວິດ​ຢູ່​ເພື່ອ​ພະເຈົ້າ” ຍ້ອນ​ລາວ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ.

ກົດໝາຍ​ນັ້ນ​ໄດ້​ປ່ຽນ​ສະພາບການ​ຂອງ​ໂປໂລ​ແນວ​ໃດ? ໂປໂລ​ບອກ​ວ່າ: “ຄົນ​ເຮົາ​ຈະ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະເຈົ້າ​ໄດ້​ໂດຍ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ຄລິດ​ເທົ່າ​ນັ້ນ ບໍ່​ແມ່ນ​ໂດຍ​ເຮັດ​ຕາມ​ກົດໝາຍ.” (ຄລຕ. 2:16) ທີ່​ຈິງ ກົດໝາຍ​ຂອງ​ໂມເຊ​ກໍ​ມີ​ສ່ວນ​ສຳຄັນ​ເພາະ​ໂປໂລ​ບອກ​ພີ່ນ້ອງ​ໃນ​ຄາລາເຕຍ​ວ່າ: “ກົດໝາຍ​ນັ້ນ​ເພີ່ມ​ເຂົ້າ​ມາ​ເພື່ອ​ໃຫ້​ເຫັນ​ແຈ້ງ​ວ່າ​ຄົນ​ເຮົາ​ເຮັດ​ຜິດ ແລະ​ກົດໝາຍ​ນັ້ນ​ຈະ​ຢູ່​ພຽງ​ຊົ່ວຄາວ​ຈົນ​ກວ່າ​ລູກ​ຫຼານ​ຄົນ​ນັ້ນ​ທີ່​ໄດ້​ຮັບ​ຄຳ​ສັນຍາ​ຈະ​ມາ.” (ຄລຕ. 3:19) ກົດໝາຍ​ນັ້ນ​ເຮັດ​ໃຫ້​ເຫັນ​ວ່າ ຄົນ​ທີ່​ບໍ່​ສົມບູນ​ແບບ​ບໍ່​ສາມາດ​ເຮັດ​ຕາມ​ກົດໝາຍ​ໄດ້​ທັງ​ໝົດ. ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ​ເຄື່ອງ​ບູຊາ​ໄຖ່​ທີ່​ສົມບູນ​ແບບ. ດັ່ງ​ນັ້ນ ກົດໝາຍ​ນີ້​ຈຶ່ງ​ຊ່ວຍ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ວ່າ​ພະ​ເຢຊູ​ເປັນ “ລູກ​ຫຼານ” ຕາມ​ທີ່​ສັນຍາ​ໄວ້. ແລະ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ກໍ​ຈະ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະເຈົ້າ. (ຄລຕ. 3:24) ໂດຍ​ທາງ​ກົດໝາຍ​ນີ້​ເຮັດ​ໃຫ້​ໂປໂລ​ເຂົ້າ​ໃຈ​ວ່າ ເພື່ອ​ຈະ​ເປັນ​ທີ່​ຍອມ​ຮັບ​ຂອງ​ພະເຈົ້າ ລາວ​ຕ້ອງ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ. ດັ່ງ​ນັ້ນ ໂປໂລ​ຈຶ່ງ​ບອກ​ວ່າ​ລາວ ‘ຕາຍ​ຈາກ​ກົດໝາຍ​ນັ້ນ’ ແລະ “ມີ​ຊີວິດ​ຢູ່​ເພື່ອ​ພະເຈົ້າ.” ກົດໝາຍ​ນັ້ນ​ບໍ່​ມີ​ອຳນາດ​ຄວບຄຸມ​ໂປໂລ ແຕ່​ວ່າ​ພະເຈົ້າ​ມີ.

ໂປໂລ​ກໍ​ໄດ້​ເວົ້າ​ຄ້າຍໆ​ກັນ​ນີ້​ໃນ​ຈົດ​ໝາຍ​ທີ່​ຂຽນ​ໄປ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂຣມ. ລາວ​ຂຽນ​ວ່າ: “ພີ່ນ້ອງ​ເອີຍ ພວກ​ເຈົ້າ​ພົ້ນ​ຈາກ​ອຳນາດ​ກົດໝາຍ​ຂອງ​ໂມເຊ​ແລ້ວ​ຍ້ອນ​ພະຄລິດ​ສະລະ​ຮ່າງກາຍ​ເປັນ​ເຄື່ອງ​ບູຊາ . . . ພວກ​ເຮົາ​ບໍ່​ໄດ້​ຢູ່​ໃຕ້​ກົດໝາຍ​ນັ້ນ ຍ້ອນ​ກົດໝາຍ​ນັ້ນ​ບໍ່​ມີ​ອຳນາດ​ຄວບຄຸມ​ພວກ​ເຮົາ​ແລ້ວ.” (ຣມ. 7:4, 6) ທັງ​ໃນ​ຂໍ້​ນີ້​ແລະ​ໃນ​ຄາລາເຕຍ 2:19 ໂປໂລ​ເວົ້າ​ເຖິງ​ການ​ເປັນ​ອິດ​ສະຫຼະ​ຈາກ​ກົດໝາຍ​ຂອງ​ໂມເຊ ບໍ່​ໄດ້​ເວົ້າ​ເຖິງ​ການ​ຕາຍ​ຍ້ອນ​ເຮັດ​ຜິດ​ກົດໝາຍ​ຂອງ​ໂມເຊ. ດັ່ງ​ນັ້ນ ກົດໝາຍ​ຂອງ​ໂມເຊ​ຈຶ່ງ​ບໍ່​ມີ​ອຳນາດ​ຄວບຄຸມ​ໂປໂລ​ແລະ​ຄລິດສະຕຽນ​ຄົນ​ອື່ນໆ​ທີ່​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ.