ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 24

ເຮົາ​ສາມາດ​ຫຼຸດ​ອອກ​ຈາກ​ກັບດັກ​ຂອງ​ຊາຕານ​ໄດ້!

ເຮົາ​ສາມາດ​ຫຼຸດ​ອອກ​ຈາກ​ກັບດັກ​ຂອງ​ຊາຕານ​ໄດ້!

“ຫຼຸດ​ພົ້ນ​ຈາກ​ກັບດັກ​ຂອງ​ມານ​ຮ້າຍ.”—2 ຕມ. 2:26

ເພງ 36 ປົກ​ປ້ອງ​ຫົວໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ຊາຕານ​ເປັນ​ຄື​ກັບ​ຜູ້​ລ່າ​ສັດ​ແນວ​ໃດ?

ຜູ້​ລ່າ​ສັດ​ມີ​ເປົ້າ​ໝາຍ​ດຽວ​ກໍ​ຄື ຈັບ​ສັດ. ລາວ​ອາດ​ຈະ​ໃຊ້​ຫຼາຍ​ວິທີ​ແລະ​ໃຊ້​ກັບດັກ​ຫຼາຍ​ຢ່າງ​ເພື່ອ​ຈະ​ຈັບ​ສັດ​ຄື​ກັບ​ທີ່​ຂຽນ​ໄວ້​ໃນ​ພະ​ຄຳພີ. (ໂຢບ 18:8-10) ແລ້ວ​ຜູ້​ລ່າ​ສັດ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຊິ​ໃຊ້​ກັບດັກ​ຫຍັງ? ລາວ​ຕ້ອງ​ໄປ​ສຶກສາ​ວ່າ ສັດ​ມັກ​ໄປ​ໃສ ມັກ​ກິນ​ຫຍັງ ແລະ​ລາວ​ຈະ​ຈັບ​ມັນ​ໂດຍ​ບໍ່​ຮູ້​ໂຕ​ໄດ້​ແນວ​ໃດ? ຊາຕານ​ກໍ​ເຮັດ​ແບບ​ນັ້ນ​ແຫຼະ. ມັນ​ສຶກສາ​ເບິ່ງ​ວ່າ ເຮົາ​ມັກ​ໄປ​ໃສ ເຮົາ​ມັກ​ຫຍັງ ແລະ​ມັນ​ຊິ​ຈັບ​ເຮົາ​ແບບ​ບໍ່​ຮູ້​ໂຕ​ແນວ​ໃດ. ແຕ່​ເຮົາ​ບໍ່​ຕ້ອງ​ຢ້ານ​ເພາະ​ຄຳພີ​ໄບເບິນ​ໄດ້​ສອນ​ວິທີ​ທີ່​ເຮົາ​ຈະ​ບໍ່​ຕິດ​ກັບດັກ​ຂອງ​ຊາຕານ ແລະ​ຍັງ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຖ້າ​ເຮົາ​ຕິດ​ກັບດັກ​ມັນ ເຮົາ​ກໍ​ສາມາດ​ຫຼຸດ​ອອກ​ຈາກ​ກັບດັກ​ນັ້ນ​ໄດ້.

ກັບດັກ​ສອງ​ຢ່າງ​ທີ່​ຊາຕານ​ໃຊ້​ໄດ້​ຜົນ​ຫຼາຍ​ທີ່​ສຸດ​ແມ່ນ​ຄວາມ​ຍິ່ງ​ແລະ​ຄວາມ​ໂລບ (ເບິ່ງ​ຂໍ້ 2) *

2. ກັບດັກ​ສອງ​ຢ່າງ​ທີ່​ຊາຕານ​ໃຊ້​ໄດ້​ຜົນ​ຫຼາຍ​ທີ່​ສຸດ​ແມ່ນ​ຫຍັງ?

2 ກັບດັກ​ສອງ​ຢ່າງ​ທີ່​ຊາຕານ​ໃຊ້​ໄດ້​ຜົນ​ຫຼາຍ​ທີ່​ສຸດ​ແມ່ນ​ຄວາມ​ຍິ່ງ ແລະ​ຄວາມ​ໂລບ. * ຊາຕານ​ໄດ້​ໃຊ້​ກັບດັກ​ນີ້​ຫຼາຍ​ພັນ​ປີ​ມາ​ແລ້ວ. ມັນ​ເປັນ​ຄື​ກັບ​ນາຍ​ພານ​ນົກ​ທີ່​ລໍ້​ນົກ​ເຂົ້າ​ໃນ​ແຮ້ວ. (ເພງ. 91:3) ແຕ່​ຍ້ອນ​ພະ​ເຢໂຫວາ​ບອກ​ເຮົາ​ໃຫ້​ຮູ້​ວິທີ​ການ​ທີ່​ຊາຕານ​ໃຊ້ ເຮົາ​ຈຶ່ງ​ບໍ່​ຖືກ​ມັນ​ຫຼອກ​ໄດ້.—2 ກຣ. 2:11

ເຮົາ​ໄດ້​ບົດຮຽນ​ຈາກ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ລະວັງ​ຫຼື​ຫຼຸດ​ອອກ​ຈາກ​ກັບດັກ​ຂອງ​ຊາຕານ (ເບິ່ງ​ຂໍ້ 3) *

3. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ເລື່ອງ​ຂອງ​ຄົນ​ຍິ່ງ​ແລະ​ຄົນ​ໂລບ​ຢູ່​ໃນ​ຄຳພີ​ໄບເບິນ?

3 ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຕືອນ​ເຮົາ​ກ່ຽວ​ກັບ​ຄວາມ​ຍິ່ງ​ແລະ​ຄວາມ​ໂລບ​ແມ່ນ​ໃຫ້​ເຮົາ​ຮຽນ​ເລື່ອງ​ຊີວິດ​ຈິງ​ຂອງ​ຄົນ​ອື່ນ. ເຮົາ​ຈະ​ມາ​ເບິ່ງ​ວ່າ​ຊາຕານ​ເຮັດ​ໃຫ້​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ຕິດ​ກັບດັກ​ມັນ​ແນວ​ໃດ. ນີ້​ໝາຍ​ຄວາມ​ວ່າ​ທຸກ​ຄົນ​ຈະ​ຕິດ​ກັບດັກ​ຂອງ​ມັນ​ບໍ? ບໍ່. ພະ​ເຢໂຫວາ​ໄດ້​ໃຫ້​ມີ​ຕົວຢ່າງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ເພື່ອ “ເຕືອນ​ພວກ​ເຮົາ.” (1 ກຣ. 10:11) ພະ​ເຢໂຫວາ​ຮູ້​ວ່າ​ຕົວຢ່າງ​ເຕືອນ​ໃຈ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕິດ​ກັບດັກ​ຂອງ​ຊາຕານ​ຫຼື​ຫຼຸດ​ອອກ​ຈາກ​ກັບດັກ​ມັນ​ໄດ້.

ຄວາມ​ຍິ່ງ​ເປັນ​ຄື​ກັບດັກ

ເບິ່ງ​ຂໍ້ 4

4. ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ເຮົາ​ເປັນ​ຄົນ​ຍິ່ງ?

4 ຊາຕານ​ຢາກ​ໃຫ້​ເຮົາ​ພູມ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ຈົນ​ກາຍ​ເປັນ​ຄົນ​ຍິ່ງ. ມັນ​ຮູ້​ວ່າ​ຖ້າ​ເຮົາ​ເປັນ​ຄົນ​ຍິ່ງ ເຮົາ​ກໍ​ຈະ​ເປັນ​ຄື​ມັນ​ແລະ​ບໍ່​ໄດ້​ຊີວິດ​ຕະຫຼອດ​ໄປ. (ສຸພາ. 16:18) ອັກຄະສາວົກ​ໂປໂລ​ເຕືອນ​ວ່າ ຄົນ​ເຮົາ​ອາດ​ຈະ​ຍິ່ງ “ຈອງຫອງ​ແລະ​ຖືກ​ຕັດສິນ​ລົງໂທດ​ຄື​ກັບ​ມານ​ຮ້າຍ.” (1 ຕມ. 3:6, 7) ເຮົາ​ທຸກ​ຄົນ​ອາດ​ຈະ​ເປັນ​ແບບ​ນີ້​ກໍ​ໄດ້ ບໍ່​ວ່າ​ເຮົາ​ຫາ​ກໍ​ເຂົ້າ​ມາ​ໃນ​ຄວາມ​ຈິງ​ຫຼື​ຢູ່​ໃນ​ຄວາມ​ຈິງ​ມາ​ດົນ​ແລ້ວ.

5. ຕາມ​ຜູ້​ເທສະໜາ​ປ່າວ​ປະກາດ 7:16, 20 ຄົນ​ຍິ່ງ​ອາດ​ຈະ​ເປັນ​ຄົນ​ແນວ​ໃດ?

5 ຄົນ​ຍິ່ງ​ເປັນ​ຄົນ​ທີ່​ເຫັນ​ແກ່​ໂຕ. ຊາຕານ​ຢາກ​ໃຫ້​ເຮົາ​ເຫັນ​ແກ່​ໂຕ​ໂດຍ​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ກວ່າ​ພະ​ເຢໂຫວາ​ໂດຍ​ສະເພາະ​ຕອນ​ທີ່​ເຮົາ​ມີ​ບັນຫາ. ເຊັ່ນ: ເມື່ອ​ເຮົາ​ຖືກ​ໃສ່​ຮ້າຍ ຫຼື​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ຊາຕານ​ຢາກ​ໃຫ້​ເຮົາ​ຖິ້ມ​ໂທດ​ໃສ່​ພະ​ເຢໂຫວາ​ຫຼື​ພີ່ນ້ອງ ແລະ​ຊາຕານ​ຍັງ​ຢາກ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ສາມາດ​ແກ້ໄຂ​ບັນຫາ​ໄດ້​ດ້ວຍ​ຕົວ​ເອງ​ໂດຍ​ທີ່​ບໍ່​ຟັງ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ.—ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 7:16, 20

6. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ທີ່​ຢູ່​ໂຮນລັງ?

6 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ໂຮນລັງ ເຊິ່ງ​ຍອມ​ໃຫ້​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຄົນ​ອື່ນ​ມາ​ເຮັດ​ໃຫ້​ລາວ​ຄຽດ. ລາວ​ຮູ້ສຶກ​ວ່າ​ລາວ​ຢູ່​ກັບ​ພີ່ນ້ອງ​ກຸ່ມ​ນີ້​ບໍ່​ໄດ້. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ເຫງົາ ແລະ​ປ່ຽນ​ຄວາມ​ຮູ້ສຶກ​ນີ້​ບໍ່​ໄດ້. ຂ້ອຍ​ກໍ​ເລີຍ​ບອກ​ຜົວ​ວ່າ ເຮົາ​ຍ້າຍ​ໄປ​ປະຊາຄົມ​ໃໝ່​ປ໋ະ.” ລາວ​ໄດ້​ເບິ່ງ​ລາຍການ​ໂທລະທັດ JW ເດືອນ​ມີນາ ປີ 2016 ທີ່​ໃຫ້​ຄຳ​ແນະນຳ​ວ່າ ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເມື່ອ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຄົນ​ອື່ນ​ເຮັດ​ໃຫ້​ເຮົາ​ຄຽດ. ຫຼັງ​ຈາກ​ທີ່​ເບິ່ງ​ແລ້ວ​ລາວ​ກໍ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ຖ່ອມ​ຕົວ​ແລະ​ປ່ຽນ​ແປງ​ນິດໄສ​ຂອງ​ຕົວ​ເອງ ແທນ​ທີ່​ຈະ​ໄປ​ປ່ຽນ​ນິດໄສ​ຂອງ​ພີ່ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ. ລາຍການ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ເຖິງ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ວ່າ​ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ມີ​ສິດ​ບອກ​ເຮົາ​ວ່າ​ເຮົາ​ຄວນ​ເຮັດ​ຫຍັງ.” ເຈົ້າ​ໄດ້​ບົດຮຽນ​ຫຍັງ​ໃນ​ເລື່ອງ​ນີ້? ເມື່ອ​ເຈົ້າ​ມີ​ບັນຫາ ໃຫ້​ຄິດ​ເຖິງ​ພະ​ເຢໂຫວາ​ສະເໝີ ແລະ​ໃຫ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ແບບ​ເພິ່ນ. ພະ​ເຢໂຫວາ​ພ້ອມ​ທີ່​ຈະ​ຍົກ​ໂທດ​ໃຫ້​ຄົນ​ອື່ນ ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ຜິດ​ພາດ​ແລະ​ເພິ່ນ​ກໍ​ຢາກ​ໃຫ້​ເຈົ້າ​ເຮັດ​ແບບ​ນີ້​ຄື​ກັນ.—1 ຢຮ. 4:20

ເບິ່ງ​ຂໍ້ 7

7. ເກີດ​ຫຍັງ​ຂຶ້ນ​ກັບ​ກະສັດ​ອຸດຊີຢາ?

7 ຍ້ອນ​ອຸດຊີຢາ​ກະສັດ​ຂອງ​ຢູດາ​ກາຍ​ເປັນ​ຄົນ​ຍິ່ງ ລາວ​ເລີຍ​ບໍ່​ຟັງ​ຄຳ​ແນະນຳ​ຈາກ​ຄົນ​ອື່ນ​ແລະ​ເຮັດ​ເກີນ​ສິດ. ທີ່​ຈິງ ອຸດຊີຢາ​ໄດ້​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເຊັ່ນ: ລາວ​ໄດ້​ເຮັດ​ໂຄງການ​ກໍ່​ສ້າງ ໄດ້​ພັດທະນາ​ການ​ກະສິກຳ ແລະ​ໄດ້​ຕີ​ຊະນະ​ສັດຕູ​ໃນ​ສົງຄາມ​ຫຼາຍ​ເທື່ອ​ຍ້ອນ “ພະເຈົ້າ​ທ່ຽງ​ແທ້ . . . ຊ່ວຍ​ລາວ​ໃຫ້​ຈະເລີນ​ຂຶ້ນ.” (2 ຂ່າວ. 26:3-7, 10, ລ.ມ.) ແຕ່​ຄຳພີ​ໄບເບິນ​ຍັງ​ບອກ​ວ່າ: “ເມື່ອ​ລາວ​ແຂງ​ແກ່ນ​ແລ້ວ ລາວ​ກໍ​ກາຍ​ເປັນ​ຄົນ​ຍິ່ງ​ຈົນ​ເຮັດ​ໃຫ້​ລາວ​ຕ້ອງ​ພິນາດ.” ພະ​ເຢໂຫວາ​ໄດ້​ສັ່ງ​ໄວ້​ແລ້ວ​ວ່າ ມີ​ແຕ່​ປະໂລຫິດ​ເທົ່າ​ນັ້ນ​ທີ່​ຈະ​ມີ​ສິດ​ເຜົາ​ເຄື່ອງ​ຫອມ​ຢູ່​ໃນ​ວິຫານ ແຕ່​ກະສັດ​ອຸດຊີຢາ​ເຮັດ​ເກີນ​ສິດ​ໂດຍ​ເຂົ້າ​ໄປ​ວິຫານ​ແລະ​ເຜົາ​ເຄື່ອງ​ຫອມ​ເອງ. ພະ​ເຢໂຫວາ​ບໍ່​ພໍ​ໃຈ​ແລະ​ລົງໂທດ​ລາວ​ໂດຍ​ໃຫ້​ລາວ​ເປັນ​ຂີ້ທູດ​ແລະ​ລາວ​ກໍ​ເປັນ​ຂີ້ທູດ​ຈົນ​ຕາຍ.—2 ຂ່າວ. 26:16-21, ລ.ມ.

8. 1 ໂກຣິນໂທ 4:6, 7 ຊ່ວຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ເປັນ​ຄົນ​ຍິ່ງ?

8 ເຮົາ​ອາດ​ຈະ​ກາຍ​ເປັນ​ຄົນ​ຍິ່ງ​ແລະ​ເຮັດ​ຜິດ​ຄື​ກັບ​ອຸດຊີຢາ​ບໍ? ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ໂຢເຊ. ລາວ​ເປັນ​ນັກ​ທຸລະກິດ​ທີ່​ເກັ່ງ​ແລະ​ເປັນ​ຜູ້​ດູ​ແລ​ທີ່​ຫຼາຍ​ຄົນ​ນັບຖື. ລາວ​ໄດ້​ບັນລະຍາຍ​ຢູ່​ການ​ປະຊຸມ​ໝວດ ການ​ປະຊຸມ​ພາກ ແລະ​ແມ່ນ​ແຕ່​ຜູ້​ດູ​ແລ​ໝວດ​ກໍ​ຍັງ​ຂໍ​ຄຳ​ແນະນຳ​ຈາກ​ລາວ. ລາວ​ຍອມ​ຮັບ​ວ່າ: “ຂ້ອຍ​ເພິ່ງ​ຄວາມ​ສາມາດ​ແລະ​ປະສົບການ​ຂອງ​ຕົວ​ເອງ​ຫຼາຍ​ໂພດ​ຈົນ​ບໍ່​ໄດ້​ເພິ່ງ​ພະ​ເຢໂຫວາ. ຂ້ອຍ​ຄິດ​ວ່າ​ຕົວ​ເອງ​ເຂັ້ມແຂງ​ແລ້ວ ຂ້ອຍ​ກໍ​ເລີຍ​ບໍ່​ໄດ້​ຟັງ​ຄຳ​ເຕືອນ​ແລະ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ.” ໂຢເຊ​ໄດ້​ເຮັດ​ຜິດ​ຮ້າຍແຮງ​ແລະ​ຖືກ​ຕັດ​ສຳພັນ. ຕອນ​ນີ້​ລາວ​ກັບ​ມາ​ເປັນ​ພີ່ນ້ອງ​ແລ້ວ ລາວ​ບອກ​ວ່າ: “ພະ​ເຢໂຫວາ​ສອນ​ຂ້ອຍ​ໃຫ້​ຮູ້​ວ່າ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ບໍ່​ແມ່ນ​ຖານະ​ຕຳແໜ່ງ ແຕ່​ວ່າ​ເປັນ​ການ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ.” ຂໍ​ໃຫ້ຈື່​ໄວ້​ວ່າ ຄວາມ​ສາມາດ​ແລະ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ໃນ​ປະຊາຄົມ​ແມ່ນ​ມາ​ຈາກ​ພະ​ເຢໂຫວາ. (ອ່ານ 1 ໂກຣິນໂທ 4:6, 7) ຖ້າ​ເຮົາ​ເປັນ​ຄົນ​ຍິ່ງ ພະ​ເຢໂຫວາ​ຈະ​ບໍ່​ໃຊ້​ເຮົາ.

ຄວາມ​ໂລບ​ເປັນ​ຄື​ກັບດັກ

ເບິ່ງ​ຂໍ້ 9

9. ຄວາມ​ໂລບ​ເຮັດ​ໃຫ້​ຊາຕານ​ແລະ​ເອວາ​ເຮັດ​ຫຍັງ?

9 ເມື່ອ​ເວົ້າ​ເຖິງ​ຄວາມ​ໂລບ ເຮົາ​ມັກ​ຈະ​ຄິດ​ເຖິງ​ຊາຕານ. ຊາຕານ​ກໍ​ມີ​ສິດທິ​ພິເສດ​ຄື​ກັບ​ທູດ​ສະຫວັນ​ອົງ​ອື່ນໆ ແຕ່​ມັນ​ຢາກ​ໄດ້​ຫຼາຍ​ກວ່າ​ນັ້ນ. ມັນ​ຢາກ​ໃຫ້​ມະນຸດ​ນະມັດສະການ​ມັນ ເຊິ່ງ​ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສົມຄວນ​ໄດ້​ຮັບ. ຊາຕານ​ຢາກ​ໃຫ້​ເຮົາ​ເປັນ​ຄື​ກັບ​ມັນ ດັ່ງ​ນັ້ນ ມັນ​ຈຶ່ງ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ບໍ່​ພໍ​ໃຈ​ກັບ​ສິ່ງ​ທີ່​ຕົວ​ເອງ​ມີ ແລະ​ມັນ​ກໍ​ເຄີຍ​ໃຊ້​ວິທີ​ນີ້​ກັບເອວາ​ແລ້ວ. ພະ​ເຢໂຫວາ​ໄດ້​ໃຫ້​ເອວາ​ກັບ​ອາດາມ​ກິນ “ໝາກ​ໄມ້​ທຸກ​ຢ່າງ​ໃນ​ສວນ​ນີ້​ໄດ້” ຍົກ​ເວັ້ນ​ຕົ້ນ​ດຽວ. (ຕົ້ນ. 2:16) ແຕ່​ຊາຕານ​ຢາກ​ໃຫ້​ເອວາ​ຄິດ​ວ່າລາວ​ຕ້ອງ​ໄດ້​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ພະ​ເຢໂຫວາ​ຫ້າມ​ນຳ. ເອວາ​ບໍ່​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ​ຢູ່. ແລ້ວ​ເກີດ​ຫຍັງ​ຂຶ້ນ? ເອວາ​ໄດ້​ເຮັດ​ບາບ​ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຕ້ອງ​ຕາຍ.—ຕົ້ນ. 3:6, 19

ເບິ່ງ​ຂໍ້ 10

10. ເກີດ​ຫຍັງ​ຂຶ້ນ​ກັບ​ດາວິດ​ເມື່ອ​ລາວ​ເປັນ​ຄົນ​ໂລບ?

10 ພະ​ເຢໂຫວາ​ໃຫ້​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ກັບ​ດາວິດ ບໍ່​ວ່າ​ຈະ​ເປັນ​ຄວາມ​ຮັ່ງມີ ຖານະ​ຕຳແໜ່ງ ແລະ​ເອົາ​ຊະນະ​ສັດຕູ​ໄດ້​ຫຼາຍ​ເທື່ອ. ດາວິດ​ເຫັນ​ວ່າ​ສິ່ງ​ທີ່​ພະ​ເຢໂຫວາ​ໃຫ້​ລາວ “ມີ​ຫຼາຍ​ເຫຼືອ​ເກີນ.” (ເພງ. 40:5) ແຕ່​ຫຼັງ​ຈາກ​ນັ້ນ​ດາວິດ​ກໍ​ກາຍ​ເປັນ​ຄົນ​ໂລບ​ແລະ​ບໍ່​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ​ຢູ່ ລາວ​ຢາກ​ໄດ້​ຫຼາຍ​ກວ່າ​ນັ້ນ ເຊັ່ນ: ດາວິດ​ມີ​ເມຍ​ຫຼາຍ​ຄົນ​ຢູ່​ແລ້ວ ແຕ່​ລາວ​ກໍ​ຢາກ​ໄດ້​ເມຍ​ຂອງ​ຄົນ​ອື່ນ​ເຖິງ​ພະ​ເຢໂຫວາ​ຈະ​ບອກ​ວ່າ​ມັນ​ຜິດ. ລາວ​ຢາກ​ໄດ້​ບາດເຊບາ​ເຊິ່ງ​ເປັນ​ເມຍ​ຂອງ​ອູຣີຢາ​ຊາວ​ເຫດ. ດາວິດ​ໄດ້​ນອນ​ກັບ​ບາດເຊບາ ແລ້ວ​ບາດເຊບາ​ກໍ​ມີ​ລູກ. ດາວິດ​ບໍ່​ໄດ້​ເຮັດ​ຊົ່ວ​ແຕ່​ສ່ຳ​ນີ້ ເພາະ​ລາວ​ຍັງ​ໄດ້​ວາງ​ແຜນ​ໃຫ້​ອູຣີຢາ​ໄປ​ຕາຍ​ໃນ​ສົງຄາມ​ພ້ອມ! (2 ຊາມ. 11:2-15) ຕອນ​ນັ້ນ​ດາວິດ​ກຳລັງ​ຄິດ​ຫຍັງ​ຢູ່? ລາວ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮູ້​ສິ່ງ​ທີ່​ລາວ​ເຮັດ​ບໍ? ເຖິງ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ແລ້ວ ແຕ່​ລາວ​ກໍ​ຍັງ​ກາຍ​ເປັນ​ຄົນ​ໂລບ​ເຊິ່ງ​ເຮັດ​ໃຫ້​ລາວ​ມີ​ບັນຫາ​ຫຼາຍ​ຢ່າງ. ຕໍ່​ມາ ເມື່ອ​ລາວ​ສຳນຶກ​ຜິດ​ແລະ​ກັບ​ໃຈ ພະ​ເຢໂຫວາ​ກໍ​ຍົກ​ໂທດ​ໃຫ້​ລາວ ແລະ​ພໍ​ໃຈ​ລາວ​ອີກ!—2 ຊາມ. 12:7-13

11. ເອເຟໂຊ 5:3, 4 ຊ່ວຍ​ເຮົາ​ແນວ​ໃດ​ບໍ່​ໃຫ້​ເປັນ​ຄົນ​ໂລບ?

11 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ດາວິດ? ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຖ້າ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ເພິ່ນ​ໃຫ້ ເຮົາ​ກໍ​ຈະ​ບໍ່​ກາຍ​ເປັນ​ຄົນ​ໂລບ. (ອ່ານ​ເອເຟໂຊ 5:3, 4) ເຮົາ​ຕ້ອງ​ພໍ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ມີ. ເມື່ອ​ເຮົາ​ສອນ​ນັກ​ສຶກສາ ເຮົາ​ຢາກ​ແນະນຳ​ນັກ​ສຶກສາ​ໃຫ້​ຄິດ​ເຖິງ​ສິ່ງ​ດີໆ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ແລະ​ຂອບໃຈ​ພະ​ເຢໂຫວາ. ຖ້າ​ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ທຸກ​ມື້ ກໍ​ໝາຍ​ຄວາມ​ວ່າ​ພາຍ​ໃນ​ອາທິດ​ໜຶ່ງ​ເຂົາ​ເຈົ້າ​ຈະ​ໄດ້​ຂອບໃຈ​ພະ​ເຢໂຫວາ​ສຳລັບ 7 ຢ່າງ. (1 ທຊ. 5:18) ເຈົ້າ​ເດ ເຈົ້າ​ໄດ້​ເຮັດ​ແບບ​ນີ້​ຄື​ກັນ​ບໍ? ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ດີໆ​ທີ່​ພະ​ເຢໂຫວາ​ໃຫ້ ເຮົາ​ກໍ​ຈະ​ເຫັນ​ຄຸນຄ່າ​ສິ່ງ​ນັ້ນ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ. ຖ້າ​ເຮົາ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ ເຮົາ​ກໍ​ຈະ​ບໍ່​ເປັນ​ຄົນ​ໂລບ.

ເບິ່ງ​ຂໍ້ 12

12. ຢູດາ​ອິດສະກາຣີອົດ​ໄດ້​ເຮັດ​ຫຍັງ​ເມື່ອ​ລາວ​ກາຍ​ເປັນ​ຄົນ​ໂລບ?

12 ຍ້ອນ​ຢູດາ​ອິດສະກາຣີອົດ​ກາຍ​ເປັນ​ຄົນ​ໂລບ ລາວ​ຈຶ່ງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ຫັກ​ຫຼັງ​ພະ​ເຢຊູ. (ລກ. 6:13, 16) ແຕ່​ຕອນ​ທຳອິດ​ຢູດາ​ເປັນ​ຄົນ​ດີ ພະ​ເຢຊູ​ຈຶ່ງ​ເລືອກ​ລາວ​ໃຫ້​ເປັນ​ອັກຄະສາວົກ. ເບິ່ງ​ຄື​ວ່າ​ລາວ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ແລະ​ໄວ້​ໃຈ​ໄດ້ ພະ​ເຢຊູ​ຈຶ່ງ​ມອບ​ໝາຍ​ໃຫ້​ລາວ​ເບິ່ງ​ແຍງ​ກ່ອງ​ບໍລິຈາກ. ພະ​ເຢຊູ​ກັບ​ອັກຄະສາວົກ​ໄດ້​ໃຊ້​ເງິນ​ບໍລິຈາກ​ນີ້​ເພື່ອ​ວຽກ​ປະກາດ ຄ້າຍ​ຄື​ກັບ​ເງິນ​ບໍລິຈາກ​ສຳລັບ​ວຽກ​ງານ​ທົ່ວ​ໂລກ​ໃນ​ທຸກ​ມື້​ນີ້. ຕໍ່​ມາ​ຢູດາ​ກໍ​ເລີ່ມ​ລັກ​ເງິນ ເຖິງ​ວ່າ​ລາວ​ເຄີຍ​ໄດ້​ຍິນ​ພະ​ເຢຊູ​ເຕືອນ​ຄົນ​ອື່ນ​ຫຼາຍ​ເທື່ອ​ແລ້ວ​ວ່າ​ບໍ່​ໃຫ້​ເປັນ​ຄົນ​ໂລບ. (ມຣກ. 7:22, 23; ລກ. 11:39; 12:15) ແຕ່​ລາວ​ບໍ່​ໄດ້​ສົນ​ໃຈ​ຄຳ​ເຕືອນ​ນັ້ນ.

13. ເຫດການ​ໃດ​ທີ່​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ຢູດາ​ເປັນ​ຄົນ​ໂລບ?

13 ບໍ່​ດົນ​ກ່ອນ​ພະ​ເຢຊູ​ຈະ​ຕາຍ ຢູດາ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເປັນ​ຄົນ​ໂລບ. ຕອນ​ທີ່​ພະ​ເຢຊູ ມາຣີ ມາທາ ແລະ​ລູກສິດ​ຄົນ​ອື່ນໆ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ຊີໂມນ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ ມາຣີ​ໄດ້​ເທ​ນ້ຳມັນ​ຫອມ​ທີ່​ມີ​ລາຄາ​ແພງ​ໃສ່​ຫົວ​ພະ​ເຢຊູ. ຢູດາ​ແລະ​ລູກສິດ​ຄົນ​ອື່ນໆ​ຈຶ່ງ​ຮູ້ສຶກ​ບໍ່​ພໍ​ໃຈ. ລູກສິດ​ຄົນ​ອື່ນ​ອາດ​ຄິດ​ວ່າ ຖ້າ​ເອົາ​ນ້ຳມັນ​ນັ້ນ​ໄປ​ຂາຍ​ເພື່ອ​ເອົາ​ເງິນ​ມາ​ໃຊ້​ໃນ​ວຽກ​ປະກາດ​ຈະ​ດີ​ກວ່າ. ແຕ່​ຢູດາ​ບໍ່​ໄດ້​ຄິດ​ແບບ​ນັ້ນ ລາວ​ເປັນ​ຄົນ “ຂີ້​ລັກ” ແລະ​ຢາກ​ລັກ​ເງິນ​ຢູ່​ກ່ອງ​ນັ້ນ. ຢູດາ​ກາຍ​ເປັນ​ຄົນ​ໂລບ​ແລະ​ຢາກ​ໄດ້​ເງິນ​ຫຼາຍ​ເຖິງ​ຂັ້ນ​ວ່າ​ຫັກ​ຫຼັງ​ພະ​ເຢຊູ​ແລະ​ຂາຍ​ເພິ່ນ​ໃນ​ລາຄາ​ຂ້າ​ທາດ​ຄົນ​ໜຶ່ງ.—ຢຮ. 12:2-6; ມທ. 26:6-16; ລກ. 22:3-6

14. ພີ່ນ້ອງ​ຄູ່​ໜຶ່ງ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ລູກາ 16:13 ແນວ​ໃດ?

14 ພະ​ເຢຊູ​ເຕືອນ​ພວກ​ລູກສິດ​ວ່າ: “ພວກ​ເຈົ້າ​ຈະ​ເປັນ​ທັງ​ທາດ​ຂອງ​ພະເຈົ້າ​ແລະ​ທາດ​ຂອງ​ຊັບ​ສົມບັດ​ກໍ​ບໍ່ໄດ້.” (ອ່ານ​ລູກາ 16:13) ເລື່ອງ​ນີ້​ແມ່ນ​ຄວາມ​ຈິງ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ຢູ່​ໃນ​ຣູມານີ ເຊິ່ງ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢຊູ​ສອນ. ເຂົາ​ເຈົ້າ​ມີ​ໂອກາດ​ທີ່​ຈະ​ໄດ້​ໄປ​ເຮັດ​ວຽກ​ຊົ່ວຄາວ​ຢູ່​ຕ່າງ​ປະເທດ​ເພື່ອ​ໄດ້​ເງິນ​ຫຼາຍໆ. ເຂົາ​ເຈົ້າ​ບອກ​ວ່າ: “ພວກ​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ກຳລັງ​ຊ່ວຍ​ເຮົາ ເພາະ​ພວກ​ເຮົາ​ມີ​ໜີ້​ຫຼາຍ.” ແຕ່​ຖ້າ​ເຮັດ​ວຽກ​ນີ້ ເຂົາ​ເຈົ້າ​ອາດ​ຈະ​ໄດ້​ຮັບໃຊ້​ພະ​ເຢໂຫວາ​ໜ້ອຍ​ລົງ. ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ​ຫໍສັງເກດການ ວັນ​ທີ 15 ສິງຫາ ປີ 2008 ບົດ​ຄວາມ​ທີ່​ຊື່​ວ່າ “ຈົ່ງ​ຮັກສາ​ຄວາມ​ພັກດີ​ໄວ້​ດ້ວຍ​ຫົວໃຈ​ທີ່​ເປັນ​ໜຶ່ງ​ດຽວ. * ເຂົາ​ເຈົ້າ​ກໍ​ຕັດສິນ​ໃຈ​ໄດ້. ເຂົາ​ເຈົ້າ​ບອກ​ວ່າ: “ຖ້າ​ເຫດຜົນ​ທີ່​ເຮົາ​ໄປ​ຕ່າງ​ປະເທດ​ແມ່ນ​ເພື່ອ​ຈະ​ໄດ້​ເງິນ​ຫຼາຍໆ ກໍ​ສະແດງ​ວ່າ​ເຮົາ​ບໍ່​ໄດ້​ໃຫ້​ພະ​ເຢໂຫວາ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ແລະ​ມັນ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ເຊື່ອ​ຂອງ​ເຮົາ.” ດັ່ງ​ນັ້ນ ເຂົາ​ເຈົ້າ​ກໍ​ເລີຍ​ບໍ່​ໄປ​ຕ່າງ​ປະເທດ. ແລ້ວ​ເກີດ​ຫຍັງ​ຂຶ້ນ? ຜູ້​ເປັນ​ຜົວ​ມີ​ວຽກ​ເຮັດ​ທີ່​ຊ່ວຍ​ໃຫ້ພໍ​ຢູ່​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ໄປ​ຕ່າງ​ປະເທດ. ຜູ້​ເປັນ​ເມຍ​ບອກ​ວ່າ: “ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຕະຫຼອດ.” ພີ່ນ້ອງ​ຄູ່​ນີ້​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ໃຫ້​ພະ​ເຢໂຫວາ​ມາ​ເປັນ​ນາຍ ບໍ່​ແມ່ນ​ຊັບ​ສິນ​ເງິນ​ຄຳ.

ລະວັງ​ກັບດັກ​ຕ່າງໆ​ຂອງ​ຊາຕານ

15. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ສາມາດ​ຫຼຸດ​ອອກ​ຈາກ​ກັບດັກ​ຂອງ​ຊາຕານ?

15 ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ເຮົາ​ເຫັນ​ວ່າ​ຕົວ​ເອງ​ເລີ່ມ​ຈະ​ເປັນ​ຄົນ​ຍິ່ງ​ແລະ​ຄົນ​ໂລບ? ເຮົາ​ສາມາດ​ປ່ຽນ​ແປງ​ຕົວ​ເອງ​ໄດ້ ເພາະ​ໂປໂລ​ບອກ​ວ່າ ຄົນ​ທີ່​ຖືກ​ຊາຕານ “ຈັບ . . . ໄວ້​ທັງໆ​ທີ່​ມີ​ຊີວິດ​ຢູ່” ກໍ​ຫຼຸດ​ອອກ​ຈາກ​ກັບດັກ​ຂອງ​ມັນ​ໄດ້. (2 ຕມ. 2:26) ເຮົາ​ເຫັນ​ໄດ້​ຈາກ​ເລື່ອງ​ຂອງ​ດາວິດ. ລາວ​ຟັງ​ຄຳ​ແນະນຳ​ຂອງ​ນາທານ ລາວ​ສຳນຶກ​ຜິດ ແລະ​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ຕົວ​ເອງ ແລ້ວ​ລາວ​ກໍ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ມີ​ອຳນາດ​ຫຼາຍ​ກວ່າ​ຊາຕານ. ດັ່ງ​ນັ້ນ ຖ້າ​ເຮົາ​ຍອມ​ຮັບ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຫຼຸດ​ອອກ​ຈາກ​ກັບດັກ​ຕ່າງໆ​ຂອງ​ຊາຕານ​ໄດ້.

16. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕິດ​ກັບດັກ​ຂອງ​ຊາຕານ?

16 ເຖິງ​ວ່າ​ເຮົາ​ຈະ​ສາມາດ​ຫຼຸດ​ອອກ​ຈາກ​ກັບດັກ​ຂອງ​ຊາຕານ​ໄດ້ ແຕ່​ຈະ​ດີ​ກວ່າ​ຖ້າ​ເຮົາ​ຈະ​ບໍ່​ຕິດ​ກັບດັກ​ຂອງ​ມັນ​ເລີຍ. ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຕິດ​ກັບດັກ​ຂອງ​ຊາຕານ​ໄດ້. ແຕ່​ເຮົາ​ຕ້ອງ​ບໍ່​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ທາງ​ທີ່​ຈະ​ເປັນ​ຄົນ​ແບບ​ນັ້ນ ເພາະ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ຫຼາຍ​ປີ​ກໍ​ຍັງ​ກາຍ​ເປັນ​ຄົນ​ຍິ່ງ​ແລະ​ຄົນ​ໂລບ​ໄດ້. ດັ່ງ​ນັ້ນ ໃຫ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ກວດ​ເບິ່ງ​ຕົວ​ເອງ​ວ່າ​ມີ​ຄວາມ​ຄິດ​ແລະ​ການ​ກະທຳ​ແບບ​ນີ້​ບໍ. (ເພງ. 139:23, 24) ໃຫ້​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ບໍ່​ກາຍ​ເປັນ​ຄົນ​ຍິ່ງ​ແລະ​ຄົນ​ໂລບ!

17. ອີກ​ບໍ່​ດົນ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຊາຕານ?

17 ຊາຕານ​ເປັນ​ຄື​ກັບ​ຜູ້​ລ່າ​ສັດ​ມາ​ຫຼາຍ​ພັນ​ປີ​ແລ້ວ ແຕ່​ອີກ​ບໍ່​ດົນ​ມັນ​ຈະ​ຖືກ​ຂັງ​ແລະ​ຖືກ​ທຳລາຍ. ແຕ່​ຊົ່ວ​ຊິ​ຮອດ​ມື້​ນັ້ນ ໃຫ້​ເຮົາ​ລະວັງ​ທີ່​ຈະ​ບໍ່​ຕິດ​ກັບດັກ​ຂອງ​ຊາຕານ. (ພນມ. 20:1-3, 10) ໃຫ້​ພະຍາຍາມ​ທີ່​ຈະ​ບໍ່​ເປັນ​ຄົນ​ຍິ່ງ​ແລະ​ຄົນ​ໂລບ ແລະ​ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ ‘ຕໍ່​ສູ້​ກັບ​ມານ​ຮ້າຍ ແລ້ວ​ມັນ​ຈະ​ໜີ​ໄປ​ຈາກ​ເຮົາ.’—ຢກບ. 4:7

ເພງ 127 ຂ້ອຍ​ຄວນ​ເປັນ​ຄົນ​ແບບ​ໃດ

^ ຂໍ້ 5 ຊາຕານ​ເປັນ​ຄື​ກັບ​ຜູ້​ລ່າ​ສັດ​ທີ່​ເກັ່ງ​ຫຼາຍ. ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຕິດ​ກັບ​ມັນ ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ປານ​ໃດ​ກໍ​ຕາມ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່​ຊາຕານ​ໃຊ້​ຄວາມ​ຍິ່ງ​ແລະ​ຄວາມ​ໂລບ​ເພື່ອ​ຈະ​ເຮັດ​ໃຫ້​ເຮົາ​ປະ​ຖິ້ມ​ພະ​ເຢໂຫວາ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ເລື່ອງ​ຂອງ​ຄົນ​ທີ່​ກາຍ​ເປັນ​ຄົນ​ຍິ່ງ​ແລະ​ຄົນ​ໂລບ ແລະ​ເບິ່ງ​ວ່າ​ເຮົາ​ຈະ​ລະວັງ​ເພື່ອ​ຈະ​ບໍ່​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ.

^ ຂໍ້ 2 ອະທິບາຍ​ຄຳສັບ: ຄວາມ​ຍິ່ງ​ເປັນ​ຄວາມ​ຮູ້ສຶກ​ທີ່​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ. ຄວາມ​ໂລບ​ແມ່ນ​ຄວາມ​ຢາກ​ໄດ້​ທີ່​ບໍ່​ຮູ້ຈັກ​ພໍ​ເຊັ່ນ: ຢາກ​ໄດ້​ເງິນ ອຳນາດ ເລື່ອງ​ເພດ ແລະ​ສິ່ງ​ອື່ນໆ​ຫຼາຍ​ຂຶ້ນ​ເລື້ອຍໆ.

^ ຂໍ້ 14 ພາສາ​ໄທ

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ຍ້ອນ​ຄວາມ​ຍິ່ງ ພີ່ນ້ອງ​ຊາຍ​ຄົນ​ນີ້​ຈຶ່ງ​ບໍ່​ຟັງ​ຄຳ​ແນະນຳ. ຍ້ອນ​ຄວາມ​ໂລບ ພີ່ນ້ອງ​ຍິງ​ຄົນ​ນີ້​ຈຶ່ງ​ຢາກ​ໄດ້​ເຄື່ອງ​ຕື່ມ​ອີກ​ເຖິງ​ວ່າ​ຈະ​ມີ​ເຄື່ອງ​ຫຼາຍ​ແລ້ວ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ແມ່ນ​ແຕ່​ທູດ​ສະຫວັນ​ອົງ​ໜຶ່ງ​ແລະ​ກະສັດ​ອຸດຊີຢາ​ກໍ​ຍັງ​ກາຍ​ເປັນ​ຄົນ​ຍິ່ງ. ຄວາມ​ໂລບ​ເຮັດ​ໃຫ້​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ທີ່​ພະເຈົ້າ​ຫ້າມ. ເຮັດ​ໃຫ້​ດາວິດ​ເຮັດ​ຜິດ​ສິນລະທຳ​ກັບ​ບາດເຊບາ. ເຮັດ​ໃຫ້​ຢູດາ​ອິດສະກາຣີອົດ​ລັກ​ເງິນ.