ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 26

ເຈົ້າ​ຈະ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໄດ້​ບໍ?

ເຈົ້າ​ຈະ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໄດ້​ບໍ?

“ພະເຈົ້າ​ເປັນ​ຜູ້​ທີ່​ກະຕຸ້ນ​ພວກ​ເຈົ້າ​ໃຫ້​ມີ​ທັງ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ.”—ຟລປ. 2:13

ເພງ 64 ຮ່ວມ​ເຮັດ​ວຽກ​ເກັບ​ກ່ຽວ​ດ້ວຍ​ຄວາມ​ຍິນດີ

ໃຈ​ຄວາມ​ສຳຄັນ *

1. ພະ​ເຢໂຫວາ​ເຮັດ​ຫຍັງ​ໃຫ້​ເຈົ້າ​ແດ່?

ເຈົ້າ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແນວ​ໃດ? ທຳອິດ ເຈົ້າ​ອາດ​ຈະ​ຮູ້ຈັກ“ຂ່າວ​ດີ” ຈາກ​ພໍ່​ແມ່ ໝູ່​ຢູ່​ໂຮງ​ຮຽນ ຢູ່​ບ່ອນ​ເຮັດ​ວຽກ ຫຼື​ພະຍານ​ພະ​ເຢໂຫວາ​ມາ​ປະກາດ​ນຳ​ເຈົ້າ. (ມຣກ. 13:10) ຈາກ​ນັ້ນ ກໍ​ມີ​ຜູ້​ໜຶ່ງ​ມາ​ໃຊ້​ເວລາ​ແລະ​ພະຍາຍາມ​ສອນ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ນີ້​ເຮັດ​ໃຫ້​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຮູ້​ວ່າ​ພະ​ເຢໂຫວາ​ກໍ​ຮັກ​ເຈົ້າ​ຄື​ກັນ. ພະ​ເຢໂຫວາ​ໄດ້​ຊັກ​ນຳ​ເຈົ້າ​ໃຫ້​ຮູ້ຈັກ​ຄວາມ​ຈິງ ແລະ​ຕອນ​ນີ້​ເມື່ອ​ເຈົ້າ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ ເຈົ້າ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ຢຮ. 6:44) ເຮົາ​ຂອບໃຈ​ພະ​ເຢໂຫວາ​ຫຼາຍ​ແທ້ໆ​ທີ່​ໃຫ້​ມີ​ຄົນ​ມາ​ສອນ​ເຮົາ​ໃຫ້​ຮູ້ຈັກ​ຄວາມ​ຈິງ ແລະ​ຂອບໃຈ​ທີ່​ເພິ່ນ​ຮັບ​ເຮົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ.

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ຍ້ອນ​ເຮົາ​ໄດ້​ຮູ້ຈັກ​ຄວາມ​ຈິງ​ແລ້ວ ເຮົາ​ຈຶ່ງ​ຄວນ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຢູ່​ໃນ​ທາງ​ທີ່​ພາ​ໄປ​ເຖິງ​ຊີວິດ. ເຮົາ​ອາດ​ຮູ້ສຶກ​ວ່າ​ມັນ​ບໍ່​ຍາກ​ທີ່​ຈະ​ໄປ​ປະກາດ ແຕ່​ມັນ​ຍາກ​ທີ່​ຈະ​ນຳ​ການ​ສຶກສາ. ເຈົ້າ​ເດ ຮູ້ສຶກ​ແບບ​ນັ້ນ​ບໍ? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ໃນ​ບົດ​ນີ້​ຈະ​ມີ​ຄຳ​ແນະນຳ​ທີ່​ຊ່ວຍ​ເຈົ້າ​ໄດ້. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ສອນ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຢ້ານ​ທີ່​ຈະ​ນຳ​ການ​ສຶກສາ. ແຕ່​ກ່ອນ​ອື່ນ​ເຮົາ​ຈະ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ເຮົາ​ຕ້ອງ​ປະກາດ ແລະ​ສອນ ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.

ພະ​ເຢຊູ​ສັ່ງ​ໃຫ້​ເຮົາ​ປະກາດ​ແລະ​ສອນ

3. ເປັນ​ຫຍັງ​ເຮົາ​ຕ້ອງ​ປະກາດ?

3 ຕອນ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ໃນ​ໂລກ ເພິ່ນ​ໄດ້​ສັ່ງ​ໃຫ້​ພວກ​ລູກສິດ​ເຮັດ​ວຽກ​ສອງ​ຢ່າງ. ທຳອິດ ເພິ່ນ​ໄດ້​ບອກ​ພວກ​ລູກສິດ​ໃຫ້​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ຍັງ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ຈະ​ປະກາດ​ແນວ​ໃດ. (ມທ. 10:7; ລກ. 8:1) ເຊັ່ນ: ພະ​ເຢຊູ​ໄດ້​ກຽມ​ພວກ​ລູກສິດ​ໃຫ້​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ທີ່​ສົນ​ໃຈ​ຂ່າວ​ດີ​ຫຼື​ບໍ່​ຟັງ​ຂ່າວ​ດີ​ທີ່​ເຂົາ​ເຈົ້າ​ປະກາດ. (ລກ. 9:2-5) ພະ​ເຢຊູ​ໄດ້​ບອກ​ລ່ວງ​ໜ້າ​ວ່າ ພວກ​ລູກສິດ​ຈະ​ປະກາດ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ ເຂົາ​ເຈົ້າ​ຈະ “ປະກາດ . . . ເພື່ອ​ໃຫ້​ຄົນ​ທຸກ​ຊາດ​ມີ​ໂອກາດ​ໄດ້​ຍິນ.” (ມທ. 24:14; ກຈກ. 1:8) ບໍ່​ວ່າ​ຄົນ​ຈະ​ຟັງ​ຫຼື​ບໍ່​ຟັງ​ກໍ​ຕາມ ແຕ່​ພວກ​ລູກສິດ​ຂອງ​ເພິ່ນ​ກໍ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ສິ່ງ​ທີ່​ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ສຳເລັດ.

4. ຕາມ​ມັດທາຍ 28:18-20 ນອກ​ຈາກ​ການ​ປະກາດ​ແລ້ວ ເຮົາ​ຍັງ​ຕ້ອງ​ເຮັດ​ຫຍັງ​ອີກ?

4 ຢ່າງ​ທີ 2 ທີ່​ພະ​ເຢຊູ​ສັ່ງ​ໃຫ້​ພວກ​ລູກສິດ​ເຮັດ​ແມ່ນ​ຫຍັງ? ເພິ່ນ​ບອກ​ພວກ​ລູກສິດ​ໃຫ້​ໄປ​ສອນ ຜູ້​ທີ່​ເຂົາ​ເຈົ້າ​ປະກາດ​ນຳ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ສັ່ງ​ໄວ້. ແລ້ວ​ວຽກ​ປະກາດ​ແລະ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເຮັດ​ແຕ່​ຢູ່​ໃນ​ສະຕະວັດ​ທຳອິດ​ຄື​ກັບ​ທີ່​ບາງ​ຄົນ​ເວົ້າ​ບໍ? ບໍ່ ເພາະ​ພະ​ເຢຊູ​ບອກ​ວ່າ​ວຽກ​ນີ້​ຈະ​ເຮັດ​ຕໍ່ໆ​ໄປ​ຈົນ​ຮອດ​ສະໄໝ​ຂອງ​ເຮົາ​ເຊິ່ງ​ເປັນ “ສະໄໝ​ສຸດ​ທ້າຍ​ຂອງ​ໂລກ​ນີ້.” (ອ່ານ​ມັດທາຍ 28:18-20) ເປັນ​ໄປ​ໄດ້​ວ່າ​ພະ​ເຢຊູ​ໄດ້​ໃຫ້​ຄຳ​ສັ່ງ​ນີ້​ຕອນ​ທີ່​ເພິ່ນ​ປາກົດ​ຕົວ​ຕໍ່​ພວກ​ລູກສິດ​ຫຼາຍ​ກວ່າ 500 ຄົນ. (1 ກຣ. 15:6) ແລະ​ໃນ​ນິມິດ​ທີ່​ພະ​ເຢຊູ​ໃຫ້​ໂຢຮັນ​ເຫັນ ເພິ່ນ​ກໍ​ໄດ້​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ພວກ​ລູກສິດ​ຂອງ​ເພິ່ນ​ທຸກ​ຄົນ​ຈະ​ຕ້ອງ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ເລື່ອງ​ຂອງ​ພະ​ເຢໂຫວາ.—ພນມ. 22:17

5. ສິ່ງ​ທີ່​ໂປໂລ​ເວົ້າ​ໃນ 1 ໂກຣິນໂທ 3:6-9 ສະແດງ​ວ່າ​ການ​ປະກາດ​ແລະ​ການ​ສອນ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

5 ອັກຄະສາວົກ​ໂປໂລ​ໄດ້​ສົມ​ທຽບ​ວຽກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ກັບ​ການ​ປູກ​ພືດ ເຊິ່ງ​ເຮັດ​ໃຫ້​ເຫັນ​ວ່າ​ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ປູກ​ພືດ​ເທົ່າ​ນັ້ນ. ລາວ​ໄດ້​ບອກ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ​ວ່າ: “ຂ້ອຍ​ເປັນ​ຄົນ​ປູກ ອາ​ໂປໂລ​ເປັນ​ຄົນ​ຫົດ​ນ້ຳ . . . ພວກ​ເຈົ້າ​ເປັນ​ໄຮ່​ນາ​ທີ່​ພະເຈົ້າ​ປູກ​ໃສ່.” (ອ່ານ 1 ໂກຣິນໂທ 3:6-9) ເຮົາ​ເປັນ​ຄື​ກັບ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ ‘ໄຮ່​ນາ​ຂອງ​ພະເຈົ້າ.’ ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ປູກ ແຕ່​ເຮົາ​ຕ້ອງ​ໝັ່ນ​ຫົດ​ນ້ຳ​ແລະ​ກວດ​ເບິ່ງ​ວ່າ​ມັນ​ໃຫຍ່​ສ່ຳ​ໃດ​ແລ້ວ. ຄ້າຍ​ກັນ ເຮົາ​ຕ້ອງ​ບໍ່​ພຽງ​ແຕ່​ປະກາດ ແຕ່​ເຮົາ​ຕ້ອງ​ເປັນ​ຜູ້​ສອນ​ນຳ. (ຢຮ. 4:35) ແນວ​ໃດ​ກໍ​ຕາມ ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະເຈົ້າ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຕີບ​ໃຫຍ່.

6. ຜູ້​ສອນ​ຄຳພີ​ໄບເບິນ​ຕ້ອງ​ເຮັດ​ຫຍັງ​ແດ່?

6 ເຮົາ​ຊອກ​ຫາ​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.” (ກຈກ. 13:48) ເພື່ອ​ຈະ​ຊ່ວຍ​ຄົນ​ເຫຼົ່າ​ນີ້​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້ (1) ເຂົ້າ​ໃຈ (2) ຍອມ​ຮັບ ແລະ (3) ເຮັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ. (ຢຮ. 17:3; ກລຊ. 2:6, 7; 1 ທຊ. 2:13) ທຸກ​ຄົນ​ໃນ​ປະຊາຄົມ​ຄວນ​ສະແດງ​ຄວາມ​ຮັກ​ແລະ​ຕ້ອນຮັບ​ນັກ​ສຶກສາ​ຢ່າງ​ອົບອຸ່ນ​ຕອນ​ທີ່​ເຂົາ​ເຈົ້າ​ມາ​ປະຊຸມ. (ຢຮ. 13:35) ຜູ້​ນຳ​ການ​ສຶກສາ​ອາດ​ຕ້ອງ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ຫຼາຍ​ເພື່ອ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ປ່ຽນ​ຄວາມ​ເຊື່ອ​ຫຼື​ປະເພນີ​ທີ່ “ຝັງ​ຮາກ​ເລິກ.” (2 ກຣ. 10:4, 5) ອາດ​ຈະ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເດືອນ​ເພື່ອ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້. ແຕ່​ການ​ເຮັດ​ແບບ​ນີ້​ຄຸ້ມ​ຄ່າ​ຫຼາຍ​ແທ້ໆ!

ຄວາມ​ຮັກ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຊ່ວຍ​ຄົນ​ເຂົ້າ​ມາ​ເປັນ​ລູກສິດ

7. ສິ່ງ​ໃດ​ກະຕຸ້ນ​ເຮົາ​ໃຫ້​ປະກາດ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ?

7 ເປັນ​ຫຍັງ​ເຮົາ​ຕ້ອງ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ? ເຫດຜົນ​ທຳອິດ​ກໍ​ຍ້ອນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ. ເຮົາ​ຈະ​ສະແດງ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ເມື່ອ​ເຮົາ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ທີ່​ຈະ​ປະກາດ​ແລະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. (1 ຢຮ. 5:3) ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ນີ້: ເຈົ້າ​ປະກາດ​ກັບ​ຄົນ​ອື່ນ​ກໍ​ຍ້ອນ​ວ່າ​ເຈົ້າ​ຮັກ​ພະ​ເຢໂຫວາ ແຕ່​ການ​ເຮັດ​ແບບ​ນີ້​ງ່າຍ​ບໍ? ບໍ່​ງ່າຍ​ປານ​ໃດ. ເຈົ້າ​ຢ້ານ​ບໍ​ຕອນ​ທີ່​ໄປ​ປະກາດ​ເທື່ອ​ທຳອິດ? ຢ້ານ​ແທ້! ແຕ່​ເຮົາ​ຮູ້​ວ່າ​ນີ້​ເປັນ​ວຽກ​ທີ່​ພະ​ເຢຊູ​ຢາກ​ໃຫ້​ເຮົາ​ເຮັດ ແລະ​ເຮົາ​ກໍ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ. ເມື່ອ​ເວລາ​ຜ່ານ​ໄປ ເຈົ້າ​ກໍ​ອາດ​ຈະ​ກ້າ​ຫຼາຍ​ຂຶ້ນ​ທີ່​ຈະ​ປະກາດ. ແລ້ວ​ການ​ນຳ​ການ​ສຶກສາ​ເດ ເຈົ້າ​ຮູ້ສຶກ​ຢ້ານ​ບໍ? ອາດ​ຈະ​ຢ້ານ​ກໍ​ໄດ້. ດັ່ງ​ນັ້ນ ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າ​ເພື່ອ​ຈະ​ນຳ​ການ​ສຶກສາ. ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.

8. ຕາມ​ມາຣະໂກ 6:34 ສິ່ງ​ໃດ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ສອນ​ຄົນ​ອື່ນ?

8 ເຫດຜົນ​ທີ 2 ທີ່​ກະຕຸ້ນ​ເຮົາ​ໃຫ້​ຢາກ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ແມ່ນ​ການ​ຮັກ​ຄົນ​ອື່ນ. ມີ​ເທື່ອ​ໜຶ່ງ​ພະ​ເຢຊູ​ກັບ​ພວກ​ລູກສິດ​ຮູ້ສຶກ​ເມື່ອຍ​ຫຼາຍ​ຈາກ​ການ​ປະກາດ ເຂົາ​ເຈົ້າ​ກໍ​ເລີຍ​ໄປ​ຊອກ​ບ່ອນ​ພັກຜ່ອນ. ແຕ່​ກໍ​ມີ​ຄົນ​ຈຳນວນ​ຫຼາຍ​ມາ​ຊອກ​ຫາ​ເຂົາ​ເຈົ້າ. ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຄົນ​ກຸ່ມ​ນັ້ນ ເພິ່ນ​ກໍ​ເລີຍ​ສອນ​ເຂົາ​ເຈົ້າ“ຫຼາຍ ເລື່ອງ.” (ອ່ານ​ມາຣະໂກ 6:34) ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ສອນ​ເຂົາ​ເຈົ້າ​ເຖິງ​ວ່າ​ຈະ​ເມື່ອຍ? ກໍ​ຍ້ອນ​ພະ​ເຢຊູ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ເຫຼົ່າ​ນັ້ນ. ເພິ່ນ​ຮູ້​ວ່າ​ເຂົາ​ເຈົ້າ​ທຸກ​ໃຈ​ຫຼາຍ​ແລະ​ບໍ່​ມີ​ຫວັງ​ເລີຍ ເພິ່ນ​ກໍ​ເລີຍ​ຢາກ​ຊ່ວຍ​ເຂົາ​ເຈົ້າ. ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຂົາ​ເຈົ້າ​ເບິ່ງ​ຄື​ມີ​ຄວາມ​ສຸກ​ແລະ​ມີ​ຊີວິດ​ທີ່​ດີ ແຕ່​ທີ່​ຈິງ​ແລ້ວ​ເຂົາ​ເຈົ້າ​ກໍ​ທຸກ​ໃຈ​ແລະ​ເຂົາ​ເຈົ້າ​ເປັນ​ຄື​ກັບ​ແກະ​ທີ່​ຫຼົງ​ທາງ​ແລະ​ບໍ່​ມີ​ຜູ້​ລ້ຽງ. ອັກຄະສາວົກ​ໂປໂລ​ບອກ​ວ່າ ຄົນ​ແບບ​ນີ້​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ຮູ້ຈັກ​ພະເຈົ້າ​ແລະ​ບໍ່​ມີ​ຄວາມ​ຫວັງ​ຫຍັງ​ເລີຍ. (ອຟຊ. 2:12) ເຂົາ​ເຈົ້າ​ຢູ່​ໃນ “ທາງ​ທີ່ . . . ພາ​ໄປ​ເຖິງ​ຄວາມ​ພິນາດ.” (ມທ. 7:13) ເມື່ອ​ເຮົາ​ຄິດ​ວ່າ​ຄົນ​ໃນ​ເຂດ​ຂອງ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮູ້ຈັກ​ພະ​ເຢໂຫວາ ຄວາມ​ຮັກ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກໍ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ຊ່ວຍ​ເຂົາ​ເຈົ້າ. ແລະ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ຈະ​ຊ່ວຍ​ໄດ້​ກໍ​ຄື​ສຶກສາ​ຄຳພີ​ໄບເບິນ​ໃຫ້​ເຂົາ​ເຈົ້າ.

9. ຕາມ​ຟີລິບປອຍ 2:13 ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

9 ບາງ​ເທື່ອ​ເຈົ້າ​ກໍ​ລັງເລ​ທີ່​ຈະ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ເພາະ​ຮູ້ສຶກ​ວ່າ​ມັນ​ຕ້ອງ​ໃຊ້​ເວລາ​ຫຼາຍ​ເພື່ອ​ກຽມ​ແລະ​ນຳ​ການ​ສຶກສາ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ໃຫ້​ເວົ້າ​ເລື່ອງ​ນີ້​ກັບ​ພະ​ເຢໂຫວາ​ແລະ​ຂໍ​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ນຳ​ການ​ສຶກສາ. (ອ່ານ​ຟີລິບປອຍ 2:13) ອັກຄະສາວົກ​ໂຢຮັນ​ໄດ້​ຮັບຮອງ​ກັບ​ເຮົາ​ວ່າ ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ນີ້​ເພາະ​ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ເພິ່ນ​ຕ້ອງການ. (1 ຢຮ. 5:14, 15) ດັ່ງ​ນັ້ນ ເຈົ້າ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຕ້ອງການ​ທີ່​ຈະ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.

ວິທີ​ແກ້ໄຂ​ບັນຫາ​ໃນ​ການ​ສອນ

10-11. ເປັນ​ຫຍັງ​ເຮົາ​ຈຶ່ງ​ອາດ​ລັງເລ​ທີ່​ຈະ​ນຳ​ການ​ສຶກສາ?

10 ເຮົາ​ຮູ້​ວ່າ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ເປັນ​ເລື່ອງ​ທີ່​ສຳຄັນ​ຫຼາຍ ແຕ່​ກໍ​ມີ​ບັນຫາ​ບາງ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຮັດ​ແບບ​ນັ້ນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມີ​ບັນຫາ​ຫຍັງ​ແດ່ ແລະ​ເຮົາ​ຈະ​ແກ້ໄຂ​ບັນຫາ​ນັ້ນ​ໄດ້​ແນວ​ໃດ?

11ເຮົາ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ມີ​ຂີດ​ຈຳກັດ​ຍ້ອນ​ສະພາບ​ແວດ​ລ້ອມ. ບາງ​ຄົນ​ຮູ້ສຶກ​ວ່າ​ຕົວ​ເອງ​ອາຍຸ​ຫຼາຍ​ແລ້ວ​ຫຼື​ສຸຂະພາບ​ບໍ່​ດີ. ເຈົ້າ​ເດ​ຮູ້ສຶກ​ແບບ​ນັ້ນ​ບໍ? ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ເຈົ້າ​ຈະ​ໄດ້​ບົດຮຽນ​ໃນ​ໄລຍະ​ທີ່​ມີ​ການ​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19. ເຮົາ​ເຫັນ​ວ່າ​ເຮົາ​ສາມາດ​ສຶກສາ​ໃຫ້​ຄົນ​ອື່ນ​ຈາກ​ເຮືອນ​ຂອງ​ເຮົາ​ເອງ​ໄດ້​ໂດຍ​ທາງ​ໂທລະສັບ​ຫຼື​ເຄື່ອງ​ເອເລັກໂຕຣນິກ​ອື່ນໆ. ນອກ​ຈາກ​ນັ້ນ ບາງ​ຄົນ​ທີ່​ຢາກ​ສຶກສາ​ຄຳພີ​ໄບເບິນ​ອາດ​ຈະ​ບໍ່​ວ່າງ​ໃນ​ເວລາ​ທີ່​ເຮົາ​ໄປ​ປະກາດ ແຕ່​ເຂົາ​ເຈົ້າ​ສະດວກ​ຕອນ​ເຊົ້າໆ​ຫຼື​ຕອນ​ຄ່ຳໆ. ດັ່ງ​ນັ້ນ ເຈົ້າ​ຈະ​ຈັດ​ເວລາ​ເພື່ອ​ສຶກສາ​ນຳ​ເຂົາ​ເຈົ້າ​ໃນ​ໂມງ​ນີ້​ໄດ້​ບໍ? ພະ​ເຢຊູ​ກໍ​ໄດ້​ສອນ​ນີໂກເດມ​ໃນ​ຕອນ​ກາງຄືນ ເຊິ່ງ​ເປັນ​ເວລາ​ທີ່​ລາວ​ສະດວກ.—ຢຮ. 3:1, 2

12. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ​ເຮົາ​ສາມາດ​ນຳ​ການ​ສຶກສາ​ໄດ້?

12ເຮົາ​ອາດ​ຄິດ​ວ່າ​ຈະ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ບໍ່​ໄດ້. ບາງ​ເທື່ອ​ເຮົາ​ກໍ​ຮູ້ສຶກ​ວ່າ​ເຮົາ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ຄວາມ​ສາມາດ​ສ່ຳ​ອາຈານ​ກ່ອນ​ຈຶ່ງ​ຈະ​ໄປ​ສອນ​ຄຳພີ​ໄບເບິນ​ໃຫ້​ຄົນ​ອື່ນ​ໄດ້. ຖ້າ​ເຮົາ​ຮູ້ສຶກ​ແບບ​ນີ້​ໃຫ້​ເຮົາ​ມາ​ເບິ່ງ 3 ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ນຳ​ການ​ສຶກສາ​ໄດ້. (1) ພະ​ເຢໂຫວາ​ຖື​ວ່າ​ເຮົາ​ສາມາດ​ສອນ​ຄົນ​ອື່ນ​ໄດ້. (2 ກຣ. 3:5) (2) ພະ​ເຢຊູ​ຜູ້​ທີ່​ໄດ້​ຮັບ​ອຳນາດ​ໃຫ້ “ປົກຄອງ​ທຸກ​ສິ່ງ​ໃນ​ສະຫວັນ​ແລະ​ໃນ​ໂລກ​ນີ້” ຢາກ​ໃຫ້​ເຮົາ​ໄປ​ສອນ​ຄົນ​ອື່ນ. (ມທ. 28:18) (3) ເຈົ້າ​ສາມາດ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ຈາກ​ພີ່ນ້ອງ. ພະ​ເຢໂຫວາ​ໄດ້​ຊ່ວຍ​ພະ​ເຢຊູ​ໃຫ້​ຮູ້​ວ່າ​ຈະ​ສອນ​ແນວ​ໃດ ແລ້ວ​ເພິ່ນ​ກໍ​ຈະ​ຊ່ວຍ​ເຈົ້າ​ຄື​ກັນ. (ຢຮ. 8:28; 12:49) ນອກ​ຈາກ​ນັ້ນ ເຮົາ​ຍັງ​ສາມາດ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູ​ແລ​ກຸ່ມ​ປະກາດ ໄພໂອເນຍ ຫຼື​ພີ່ນ້ອງ​ທີ່​ມີ​ປະສົບການ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ສາມາດ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ໄດ້. ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ​ກໍ​ຄື​ໄປ​ຮ່ວມ​ສຶກສາ​ກັບ​ພີ່ນ້ອງ​ຄົນ​ອື່ນ.

13. ເປັນ​ຫຍັງ​ເຮົາ​ຄວນ​ພ້ອມ​ທີ່​ຈະ​ປັບ​ຕົວ?

13ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ປັບ​ວິທີ​ການ​ສອນ​ແບບ​ໃໝ່​ແລະ​ໃຊ້​ປຶ້ມ​ໃໝ່. ຕອນ​ນີ້​ວິທີ​ນຳ​ການ​ສຶກສາ​ຂອງ​ເຮົາ​ປ່ຽນ​ໃໝ່​ແລ້ວ. ປຶ້ມ​ທີ່​ເຮົາ​ໃຊ້​ນຳ​ການ​ສຶກສາ​ແມ່ນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ແລະ​ເຮົາ​ຕ້ອງ​ກຽມ​ປຶ້ມ​ນີ້​ດີໆ​ເພາະ​ວິທີ​ການ​ສອນ​ຂອງ​ປຶ້ມ​ນີ້​ຕ່າງ​ຈາກ​ປຶ້ມ​ຫົວ​ອື່ນໆ​ທີ່​ເຮົາ​ເຄີຍ​ໃຊ້. ເຮົາ​ຈະ​ອ່ານ​ພຽງ​ແຕ່​ສອງ​ສາມ​ຫຍໍ້​ໜ້າ​ເທົ່າ​ນັ້ນ ແຕ່​ທີ່​ເຫຼືອ​ກໍ​ເນັ້ນ​ການ​ສົນທະນາ​ກັບ​ນັກ​ສຶກສາ​ຫຼາຍ​ກວ່າ. ເມື່ອ​ເຮົາ​ສອນ​ເຮົາ​ຈະ​ໃຊ້​ວິດີໂອ​ແລະ​ຂໍ້​ມູນ​ຕ່າງໆ​ທີ່​ຢູ່​ໃນ​ເວັບໄຊ​ແລະ​ແອັບ JW Library ®. ຖ້າ​ເຈົ້າ​ຍັງ​ບໍ່​ຮູ້​ໃຊ້​ສິ່ງ​ເຫຼົ່າ​ນີ້ ກໍ​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ຄົນ​ອື່ນ. ຄົນ​ເຮົາ​ມັກ​ຍຶດ​ຕິດ​ກັບ​ວິທີ​ການ​ອັນ​ເກົ່າ ດັ່ງ​ນັ້ນ ມັນ​ຈຶ່ງ​ຍາກ​ທີ່​ຈະ​ປັບ​ໃຊ້​ວິທີ​ແບບ​ໃໝ່. ແຕ່​ຍ້ອນ​ພະ​ເຢໂຫວາ​ແລະ​ພີ່ນ້ອງ​ຄົນ​ອື່ນໆ​ຊ່ວຍ ມັນ​ຈຶ່ງ​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ປັບ​ປ່ຽນ​ວິທີ​ໃຊ້​ແບບ​ໃໝ່​ແລະ​ມ່ວນ​ໃນ​ການ​ສຶກສາ​ກັບ​ຄົນ​ອື່ນ. ຄື​ກັບ​ໄພໂອເນຍ​ຄົນ​ໜຶ່ງ​ບອກ​ວ່າ: “ວິທີ​ການ​ສອນ​ແບບ​ໃໝ່​ນີ້​ຊ່ວຍ​ໃຫ້​ຜູ້​ນຳ​ການ​ສຶກສາ​ແລະ​ນັກ​ສຶກສາ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.”

14. ຖ້າ​ເຮົາ​ປະກາດ​ຢູ່​ໃນ​ເຂດ​ທີ່​ຄົນ​ບໍ່​ຄ່ອຍ​ສົນ​ໃຈ ເຮົາ​ຄວນ​ຈື່​ຫຍັງ​ໄວ້? ແລະ 1 ໂກຣິນໂທ 3:6, 7 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

14ເຮົາ​ອາດ​ປະກາດ​ຢູ່​ໃນ​ເຂດ​ທີ່​ຍາກ​ຈະ​ເລີ່ມ​ນຳ​ການ​ສຶກສາ. ບາງ​ຄົນ​ອາດ​ຈະ​ບໍ່​ສົນ​ໃຈ​ຫຼື​ເຖິງ​ຂັ້ນ​ຕໍ່​ຕ້ານ​ຕອນ​ທີ່​ເຮົາ​ໄປ​ປະກາດ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ທໍ້​ໃຈ? ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ຢູ່​ໃນ​ໂລກ​ທີ່​ສະພາບການ​ປ່ຽນ​ໄປ​ໄວ​ແລະ​ຄວາມ​ຄິດ​ຂອງ​ຜູ້​ຄົນ​ກໍ​ປ່ຽນ​ຄື​ກັນ. ດັ່ງ​ນັ້ນ ຄົນ​ທີ່​ບໍ່​ສົນ​ໃຈ​ໃນ​ຕອນ​ທຳອິດ​ກໍ​ອາດ​ຈະ​ປ່ຽນ​ໃຈ​ແລະ​ເລີ່ມ​ສົນ​ໃຈ​ພະ​ຄຳພີ​ໃນ​ເວລາ​ຕໍ່​ມາ​ກໍ​ໄດ້. (ມທ. 5:3) ເຊັ່ນ: ບາງ​ຄົນ​ແຕ່​ກີ້​ບໍ່​ໄດ້​ສົນ​ໃຈ​ປຶ້ມ​ຂອງ​ເຮົາ​ແຕ່​ຕໍ່​ມາ​ກໍ​ໄດ້​ສຶກສາ​ຄຳພີ​ໄບເບິນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ເປັນ​ເຈົ້າ​ຂອງ​ນາ​ທີ່​ເຮົາ​ໄປ​ເຮັດ​ວຽກ. (ມທ. 9:38) ເພິ່ນ​ຈຶ່ງ​ຢາກ​ໃຫ້​ເຮົາ​ປູກ​ແລະ​ຫົດ​ນ້ຳ​ຕໍ່ໆ​ໄປ ແຕ່​ຜູ້​ທີ່​ເຮັດ​ໃຫ້​ເກີດ​ຜົນ​ແທ້ໆ​ແມ່ນ​ພະ​ເຢໂຫວາ. (1 ກຣ. 3:6, 7) ເຖິງ​ວ່າ​ຕອນ​ນີ້​ເຮົາ​ຈະ​ຍັງ​ບໍ່​ມີ​ນັກ​ສຶກສາ ແຕ່​ພະ​ເຢໂຫວາ​ກໍ​ເຫັນ​ຄ່າ​ວຽກ​ທີ່​ເຮົາ​ເຮັດ​ເພາະ​ເພິ່ນ​ເບິ່ງ​ໄປ​ທີ່​ຄວາມ​ພະຍາຍາມ​ຂອງ​ເຮົາ ບໍ່​ໄດ້​ເບິ່ງ​ວ່າ​ເຮົາ​ໃຫ້​ປຶ້ມ​ກັບ​ຜູ້​ສົນ​ໃຈ​ຈັກ​ຫົວ​ຫຼື​ສຶກສາ​ກັບ​ຈັກ​ຄົນ. ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ! *

ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ

ເຮົາ​ເຫັນ​ວ່າ​ການ​ປະກາດ​ແລະ​ການ​ສອນ​ສາມາດ​ຊ່ວຍ​ຄົນ​ໜຶ່ງ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໄດ້. (ເບິ່ງ​ຂໍ້ 15-17) *

15. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ມີ​ຄົນ​ສຶກສາ​ຄຳພີ​ໄບເບິນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ?

15 ພະ​ເຢໂຫວາ​ມີ​ຄວາມ​ສຸກ​ເມື່ອ​ຄົນ​ໜຶ່ງ​ສຶກສາ​ຄຳພີ​ໄບເບິນ​ແລະ​ບອກ​ເລື່ອງ​ຄວາມ​ຈິງ​ນີ້​ກັບ​ຄົນ​ອື່ນ. (ສຸພາ. 23:15, 16) ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ທຸກ​ມື້​ນີ້. ຕົວຢ່າງ​ເຊັ່ນ: ເຖິງ​ຈະ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ​ໃນ​ປີ​ການ​ຮັບໃຊ້ 2020 ແຕ່​ກໍ​ມີ 7.705.765 ຄົນ​ທີ່​ສຶກສາ​ຄຳພີ​ໄບເບິນ​ແລະ​ມີ 241.994 ຄົນ​ທີ່​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ແລ້ວ​ພີ່ນ້ອງ​ໃໝ່​ເຫຼົ່າ​ນີ້​ກໍ​ຈະ​ນຳ​ການ​ສຶກສາ​ແລະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຕື່ມ​ອີກ. (ລກ. 6:40) ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ເຮົາ​ສອນ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.

16. ເຮົາ​ຄວນ​ຕັ້ງ​ເປົ້າ​ໝາຍ​ຫຍັງ?

16 ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ໄປ​ສອນ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ຮັກ​ເພິ່ນ​ໄດ້. ດັ່ງ​ນັ້ນ ເຈົ້າ​ສາມາດ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ມີ​ນັກ​ສຶກສາ​ຢ່າງ​ໜ້ອຍ​ຄົນ​ໜຶ່ງ​ໄດ້​ບໍ? ເຮົາ​ອາດ​ຈະ​ເຮັດ​ຕາມ​ເປົ້າ​ໝາຍ​ໄດ້​ຖ້າ​ເຮົາ​ພະຍາຍາມ​ຫາ​ທຸກ​ໂອກາດ​ທີ່​ຈະ​ເລີ່ມ​ສຶກສາ​ຄຳພີ​ໄບເບິນ​ກັບ​ຄົນ​ອື່ນ ແລະ​ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ.

17. ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ໄດ້​ສຶກສາ​ຄຳພີ​ໄບເບິນ​ໃຫ້​ໃຜ​ຄົນ​ໜຶ່ງ?

17 ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ເຮົາ​ໄດ້​ປະກາດ ແລະ​ສອນ ຄວາມ​ຈິງ​ໃຫ້​ກັບ​ຄົນ​ອື່ນ! ວຽກ​ນີ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ. ອັກຄະສາວົກ​ໂປໂລ​ກໍ​ເປັນ​ຜູ້​ໜຶ່ງ​ທີ່​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃນ​ເມືອງ​ເທຊະໂລນິກ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ລາວ​ໄດ້​ບອກ​ວ່າ: “ສິ່ງ​ໃດ​ຈະ​ເປັນ​ຄວາມ​ຫວັງ ຄວາມ​ຍິນດີ ຫຼື​ມົງກຸດ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ພາກ​ພູມ​ໃຈ​ເມື່ອ​ຢູ່​ຕໍ່​ໜ້າ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ໃນ​ເວລາ​ການ​ປະທັບ​ຂອງ​ເພິ່ນ? ບໍ່​ແມ່ນ​ພວກ​ເຈົ້າ​ບໍ? ພວກ​ເຈົ້າ​ນັ້ນ​ແຫຼະ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ພູມ​ໃຈ​ແລະ​ຍິນດີ.” (1 ທຊ. 2:19, 20; ກຈກ. 17:1-4) ພີ່ນ້ອງ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ຮູ້ສຶກ​ແບບ​ດຽວ​ກັນ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ສະເຕຟານີ​ເຊິ່ງ​ລາວ​ກັບ​ຜົວ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ຮັບ​ບັບເຕມາ ລາວ​ບອກ​ວ່າ: “ບໍ່​ມີ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ເທົ່າ​ກັບ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ອຸທິດ​ຕົວ​ແກ່​ພະ​ເຢໂຫວາ.”

ເພງ 57 ປະກາດ​ກັບ​ຄົນ​ທຸກ​ຊະນິດ

^ ຂໍ້ 5 ພະ​ເຢໂຫວາ​ໃຫ້​ກຽດ​ເຮົາ​ທີ່​ຈະ​ໄປ​ປະກາດ ແລະ​ສອນ ຄົນ​ອື່ນ​ໃຫ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ພະ​ເຢຊູ​ໄດ້​ສັ່ງ​ໄວ້. ສິ່ງ​ໃດ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ສອນ​ຄົນ​ອື່ນ? ມີ​ບັນຫາ​ຫຍັງ​ແດ່​ໃນ​ການ​ປະກາດ​ແລະ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ? ແລະ​ເຮົາ​ຈະ​ແກ້ໄຂ​ບັນຫາ​ນີ້​ໄດ້​ແນວ​ໃດ? ໃນ​ບົດ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

^ ຂໍ້ 14 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ຈະ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໃຫ້​ເບິ່ງ​ບົດ​ຄວາມ​ທີ່​ຊື່​ວ່າ “ທຸກ​ຄົນ​ໃນ​ປະຊາຄົມ​ສາມາດ​ຊ່ວຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ​ໄດ້” ໃນ​ຫໍສັງເກດການ ມີນາ 2021.

^ ຂໍ້ 53 ຄຳ​ອະທິບາຍ​ຮູບ​ພາບ: ຄຳພີ​ໄບເບິນ​ສາມາດ​ປ່ຽນ​ແປງ​ຊີວິດ​ຂອງ​ນັກ​ສຶກສາ​ໄດ້: ຜູ້​ຊາຍ​ຄົນ​ໜຶ່ງ​ບໍ່​ມີ​ເປົ້າ​ໝາຍ​ໃນ​ຊີວິດ​ແລະ​ບໍ່​ຮູ້ຈັກ​ພະ​ເຢໂຫວາ. ຈາກ​ນັ້ນ ພະຍານ​ພະ​ເຢໂຫວາ​ກໍ​ມາ​ປະກາດ​ກັບ​ລາວ ແລ້ວ​ລາວ​ກໍ​ສຶກສາ​ຄຳພີ​ໄບເບິນ. ລາວ​ສຶກສາ​ຈົນ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ. ຕໍ່​ມາ​ລາວ​ກໍ​ໄດ້​ໄປ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ໃນ​ທີ່​ສຸດ​ລາວ​ກໍ​ມີ​ຄວາມ​ສຸກ​ໃນ​ອຸທິຍານ.