ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 27

ຮຽນ​ແບບ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ

ຮຽນ​ແບບ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ

“ໃຫ້​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຊີວິດ.”—ລກ. 21:19

ເພງ 114 ຂໍ​ໃຫ້​ມີ​ຄວາມ​ອົດ​ທົນ

ໃຈ​ຄວາມ​ສຳຄັນ *

1-2. ຄຳ​ສັນຍາ​ທີ່​ຢູ່​ໃນ​ເອຊາອີ 65:16, 17 ຊ່ວຍ​ເຮົາ​ແນວ​ໃດ​ທີ່​ຈະ​ອົດ​ທົນ​ຕໍ່ໆ​ໄປ?

ການ​ປະຊຸມ​ພາກ​ປີ 2017 ມີ​ຫົວ​ຂໍ້​ວ່າ: “ຢ່າ​ຍອມ​ແພ້!” ການ​ປະຊຸມ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ແນວ​ໃດ. ເຖິງ​ວ່າ​ການ​ປະຊຸມ​ນີ້​ຈະ​ຜ່ານ​ໄປ 4 ປີ​ແລ້ວ ແຕ່​ເຮົາ​ກໍ​ຍັງ​ຕ້ອງ​ໄດ້​ອົດ​ທົນ​ຕໍ່ໆ​ໄປ​ໃນ​ໂລກ​ຊົ່ວ​ຂອງ​ຊາຕານ.

2 ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າ​ມີ​ບັນຫາ​ຫຍັງ​ແດ່? ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ທີ່​ເຈົ້າ​ຮັກ​ຕາຍ​ຈາກ​ໄປ​ບໍ? ເຈົ້າ​ມີ​ບັນຫາ​ສຸຂະພາບ​ທີ່​ຮ້າຍແຮງ​ບໍ? ເຈົ້າ​ມີ​ບັນຫາ​ຍ້ອນ​ເຖົ້າ​ລົງ​ບໍ? ເຈົ້າ​ເຈິ​ກັບ​ໄພ​ທຳມະຊາດ ຄວາມ​ຮຸນແຮງ​ແລະ​ການ​ຂົ່ມເຫງ​ບໍ? ຫຼື​ເຈົ້າ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກ​ລະ​ບາດ​ເຊັ່ນ ພະຍາດ​ໂຄ​ວິດ-19 ບໍ? ເຮົາ​ລໍ​ຖ້າ​ມື້​ທີ່​ບັນຫາ​ເຫຼົ່າ​ນີ້​ຈະ​ໝົດ​ໄປ​ແລະ​ມື້​ທີ່​ເຮົາ​ຈະ​ບໍ່​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້​ອີກ​ເພາະ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ເລີຍ!—ອ່ານ​ເອຊາອີ 65:16, 17

3. ເຮົາ​ຕ້ອງ​ເຮັດ​ຫຍັງ​ໃນ​ຕອນ​ນີ້​ແລະ​ຍ້ອນ​ຫຍັງ?

3 ຊີວິດ​ໃນ​ໂລກ​ນີ້​ລຳບາກ​ຫຼາຍ​ແລະ​ເຮົາ​ອາດ​ຈະ​ເຈິ​ບັນຫາ​ໜັກ​ກວ່າ​ນີ້​ໃນ​ອະນາຄົດ. (ມທ. 24:21) ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຂົ້າ​ໃຈ​ວ່າ​ເຮົາ​ຕ້ອງ​ໄດ້​ອົດ​ທົນ​ຫຼາຍ​ກວ່າ​ເກົ່າ. ຍ້ອນ​ຫຍັງ? ຍ້ອນ​ພະ​ເຢຊູ​ບອກ​ວ່າ: “ໃຫ້​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຊີວິດ.” (ລກ. 21:19) ເມື່ອ​ເຮົາ​ເຫັນ​ວ່າ​ຄົນ​ອື່ນ​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ທີ່​ຄ້າຍ​ຄື​ກັບ​ເຮົາ ນີ້​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ໄດ້.

4. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ແບບ​ຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ອົດ​ທົນ?

4 ແມ່ນ​ໃຜ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ອົດ​ທົນ? ພະ​ເຢໂຫວາ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ຕໍ່​ໄປ​ນີ້. ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້​ແລະ​ເຮັດ​ໃຫ້​ໂລກ​ມີ​ແຕ່​ບັນຫາ. ທີ່​ຈິງ ພະ​ເຢໂຫວາ​ສາມາດ​ທຳລາຍ​ໂລກ​ຕອນ​ນີ້​ເລີຍ​ກໍ​ໄດ້​ເພາະ​ເພິ່ນ​ມີ​ອຳນາດ ແຕ່​ເພິ່ນ​ກໍ​ຍັງ​ລໍ​ຖ້າ​ໃຫ້​ຮອດ​ມື້​ທີ່​ເພິ່ນ​ກຳນົດ​ໄວ້. (ຣມ. 9:22) ນັ້ນ​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຕ້ອງ​ໄດ້​ອົດ​ທົນ​ຫຼາຍ​ແທ້ໆ​ຈົນ​ກວ່າ​ຈະ​ຮອດ​ມື້​ນັ້ນ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ 9 ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ອົດ​ທົນ.

ພະ​ເຢໂຫວາ​ອົດ​ທົນ​ກັບ​ຫຍັງ​ແດ່?

5. ຊື່ສຽງ​ຂອງ​ພະເຈົ້າ​ຖືກ​ຕຳໜິ​ແນວ​ໃດ ແລະ​ເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້?

5ນາມ​ຊື່​ຂອງ​ພະ​ເຢໂຫວາ​ຖືກ​ຕຳໜິ. ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຊື່ສຽງ​ຂອງ​ເພິ່ນ ແລະ​ເພິ່ນ​ກໍ​ຢາກ​ໃຫ້​ຄົນ​ອື່ນ​ເຄົາລົບ​ແລະ​ນັບຖື​ເພິ່ນ. (ເອຊາ. 42:8) ແຕ່ 6.000 ປີ​ທີ່​ຜ່ານ​ມາ​ຊື່ສຽງ​ຂອງ​ເພິ່ນ​ຖືກ​ຕຳໜິ. (ເພງ. 74:10, 18, 23) ເລື່ອງ​ນີ້​ເລີ່ມ​ຕົ້ນ​ຢູ່​ໃນ​ສວນ​ເອເດນ​ຕອນ​ທີ່​ມານ​ຮ້າຍ (ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ຜູ້​ໝິ່ນ​ປະໝາດ”) ໄດ້​ກ່າວ​ຫາ​ວ່າ​ພະເຈົ້າ​ບໍ່​ໄດ້​ໃຫ້​ອາດາມ​ກັບ​ເອວາ​ມີ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ. (ຕົ້ນ. 3:1-5) ຕະຫຼອດ​ປະຫວັດສາດ​ພະ​ເຢໂຫວາ​ຈຶ່ງ​ຖືກ​ກ່າວ​ຫາ​ຢ່າງ​ຜິດໆ​ວ່າ ບໍ່​ໄດ້​ໃຫ້​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ມະນຸດ​ມີ​ຄວາມ​ສຸກ. ພະ​ເຢຊູ​ເປັນ​ຫ່ວງ​ກ່ຽວ​ກັບ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ຫຼາຍ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ສອນ​ລູກສິດ​ໃຫ້​ອະທິດຖານ​ວ່າ: “ພະເຈົ້າ ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ.”—ມທ. 6:9

6. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ເວລາ​ເພື່ອ​ພິສູດ​ວ່າ​ເພິ່ນ​ມີ​ສິດ​ທີ່​ຈະ​ປົກຄອງ?

6ສິດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຖືກ​ຕໍ່​ຕ້ານ. ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ທັງ​ໃນ​ສະຫວັນ​ແລະ​ໂລກ ແລະ​ການ​ປົກຄອງ​ຂອງ​ເພິ່ນ​ກໍ​ດີ​ທີ່​ສຸດ. (ພນມ. 4:11) ແຕ່​ຊາຕານ​ພະຍາຍາມ​ເຮັດ​ໃຫ້​ທູດ​ສະຫວັນ​ແລະ​ມະນຸດ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ມີ​ສິດ​ທີ່​ຈະ​ປົກຄອງ. ດັ່ງ​ນັ້ນ ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ພິສູດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ແລະ​ການ​ປົກຄອງ​ຂອງ​ເພິ່ນ​ກໍ​ດີ​ທີ່​ສຸດ. ພະ​ເຢໂຫວາ​ຈຶ່ງ​ໃຫ້​ມະນຸດ​ປົກຄອງ​ຕົວ​ເອງ​ຈັກ​ໄລຍະ​ໜຶ່ງ​ເພື່ອ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ບໍ່​ສາມາດ​ປົກຄອງ​ຕົວ​ເອງ​ໄດ້​ຖ້າ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ສ້າງ. (ຢເຣ. 10:23) ຍ້ອນ​ພະ​ເຢໂຫວາ​ອົດ​ທົນ ຈຶ່ງ​ບໍ່​ມີ​ໃຜ​ສົງໄສ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ປົກຄອງ​ຫຼື​ບໍ່. ທຸກ​ຄົນ​ຈະ​ໄດ້​ຮູ້​ວ່າ​ວິທີ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ​ແລະ​ມີ​ແຕ່​ພຽງ​ການ​ປົກຄອງ​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ມີ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ປອດໄພ​ແທ້ໆ.

7. ມີ​ໃຜ​ແດ່​ທີ່​ກະບົດ​ຕໍ່​ພະ​ເຢໂຫວາ ແລະ​ເພິ່ນ​ຈະ​ເຮັດ​ແນວ​ໃດ​ກັບ​ເຂົາ​ເຈົ້າ?

7ລູກ​ບາງ​ຄົນ​ຂອງ​ເພິ່ນ​ກະບົດ. ພະ​ເຢໂຫວາ​ໄດ້​ສ້າງ​ທູດ​ສະຫວັນ​ແລະ​ມະນຸດ​ໃຫ້​ສົມບູນ​ແບບ​ເຊິ່ງ​ບໍ່​ມີ​ຂໍ້​ບົກ​ພ່ອງ​ຫຍັງ​ເລີຍ. ແຕ່​ຕໍ່​ມາ​ກໍ​ມີ​ທູດ​ສະຫວັນ​ອົງ​ໜຶ່ງ​ເຊິ່ງ​ກໍ​ຄື​ຊາຕານ (ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ຜູ້​ຕໍ່​ຕ້ານ”) ໄດ້​ກະບົດ​ແລະ​ໄດ້​ເຮັດ​ໃຫ້​ອາດາມ​ກັບ​ເອວາ​ເຊິ່ງ​ເປັນ​ມະນຸດ​ທີ່​ສົມບູນ​ແບບ​ຕໍ່​ຕ້ານ​ພະ​ເຢໂຫວາ​ຄື​ກັນ. ທູດ​ສະຫວັນ​ອົງ​ອື່ນໆ​ແລະ​ມະນຸດ​ບາງ​ຄົນ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ກະບົດ​ນີ້. (ຢດ. 6) ແມ່ນ​ແຕ່​ຊາດ​ອິດສະຣາເອນ​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ເປັນ​ປະຊາຊົນ​ຂອງ​ເພິ່ນ​ກໍ​ຍັງ​ກະບົດ​ຕໍ່​ເພິ່ນ ແລ້ວ​ໄປ​ນະມັດສະການ​ພະ​ປອມ. (ເອຊາ. 63:8, 10) ພະ​ເຢໂຫວາ​ຮູ້ສຶກ​ຜິດ​ຫວັງ​ແລະ​ເສຍໃຈ​ຫຼາຍ​ແທ້ໆ ແຕ່​ເພິ່ນ​ກໍ​ຍັງ​ອົດ​ທົນ​ຕໍ່​ໄປ​ຈົນ​ກວ່າ​ຈະ​ຮອດ​ມື້​ທີ່​ເພິ່ນ​ຈະ​ທຳລາຍ​ພວກ​ກະບົດ​ທັງ​ໝົດ​ນີ້. ເມື່ອ​ບໍ່​ມີ​ພວກ​ກະບົດ​ແລ້ວ ພະ​ເຢໂຫວາ​ແລະ​ຄົນ​ທີ່​ສັດ​ຊື່​ເຊິ່ງ​ອົດ​ທົນ​ກັບ​ຄວາມ​ຊົ່ວ​ໃນ​ໂລກ​ນີ້​ກໍ​ຈະ​ມີ​ຄວາມ​ສຸກ.

8-9. ພະ​ເຢໂຫວາ​ຖືກ​ກ່າວ​ຫາ​ເລື່ອງ​ຫຍັງ​ແດ່ ແລະ​ເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ຂໍ້​ກ່າວ​ຫາ​ນັ້ນ?

8ຄຳ​ຕົວະ​ຂອງ​ຊາຕານ. ຊາຕານ​ກ່າວ​ຫາ​ວ່າ​ໂຢບ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຫດຜົນ​ທີ່​ເຫັນ​ແກ່​ຕົວ. ນີ້​ບໍ່​ໄດ້​ເປັນ​ການ​ກ່າວ​ຫາ​ແຕ່​ໂຢບ​ຜູ້​ດຽວ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທຸກ​ຄົນ​ແລະ​ພະ​ເຢໂຫວາ​ນຳ. (ໂຢບ 1:8-11; 2:3-5) ໃນ​ທຸກ​ມື້​ນີ້​ຊາຕານ​ກໍ​ຍັງ​ກ່າວ​ຫາ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ແບບ​ນີ້​ຄື​ກັນ. (ພນມ. 12:10) ດັ່ງ​ນັ້ນ ເມື່ອ​ເຮົາ​ອົດທົນ​ກັບ​ບັນຫາ​ຕ່າງໆ​ແລະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ດ້ວຍ​ຄວາມ​ຮັກ ເຮົາ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ຊາຕານ​ເປັນ​ຜູ້​ເວົ້າ​ຕົວະ. ຖ້າ​ເຮົາ​ອົດ​ທົນ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ລາງວັນ​ກັບ​ເຮົາ​ຄື​ກັບ​ທີ່​ໃຫ້​ໂຢບ.—ຢກບ. 5:11

9 ຊາຕານ​ໃຊ້​ພວກ​ຫົວ​ໜ້າ​ສາສະໜາ​ປອມ​ໃຫ້​ສອນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໂຫດ​ຮ້າຍ​ແລະ​ເປັນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ມະນຸດ​ເຈິ​ຄວາມ​ທຸກ. ບາງ​ຄົນ​ເຖິງ​ຂັ້ນ​ສອນ​ວ່າ ທີ່​ເດັກ​ນ້ອຍ​ຕາຍ​ກໍ​ຍ້ອນ​ພະເຈົ້າ​ຢາກ​ເອົາ​ໄປ​ຢູ່​ສະຫວັນ​ນຳ. ຈັ່ງ​ແມ່ນ​ເປັນ​ການ​ໃສ່​ຮ້າຍ​ພະເຈົ້າ​ແທ້ໆ! ແຕ່​ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເມື່ອ​ເຮົາ​ເຈັບ​ປ່ວຍ​ຮ້າຍແຮງ​ຫຼື​ຄົນ​ທີ່​ເຮົາ​ຮັກ​ຕາຍ​ຈາກ​ໄປ ເຮົາ​ກໍ​ບໍ່​ເຄີຍ​ໂທດ​ພະ​ເຢໂຫວາ​ເພາະ​ເຮົາ​ເຊື່ອ​ວ່າ​ມື້​ໜຶ່ງ​ພະ​ເຢໂຫວາ​ຈະ​ບໍ່​ໃຫ້​ມີ​ຄວາມ​ເຈັບ​ປ່ວຍ ແລະ​ຈະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ຢາກ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ​ແທ້ໆ ແລະ​ນີ້​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ຕອບ​ຄົນ​ທີ່​ເຍາະ​ເຍີ້ຍ​ເພິ່ນ​ໄດ້.—ສຸພາ. 27:11

10. ຄຳເພງ 22:23, 24 ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ?

10ຜູ້​ຮັບໃຊ້​ຂອງ​ເພິ່ນ​ມີ​ຄວາມ​ທຸກ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເຫັນ​ອົກ​ເຫັນ​ໃຈ. ພະ​ເຢໂຫວາ​ຮູ້ສຶກ​ເສຍໃຈ​ເມື່ອ​ເຫັນ​ເຮົາ​ເຈິ​ກັບ​ຄວາມ​ທຸກ​ບໍ່​ວ່າ​ຈະ​ຍ້ອນ​ຄວາມ​ເຈັບ​ປ່ວຍ ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ຫຼື​ຖືກ​ຂົ່ມເຫງ. (ອ່ານ​ຄຳເພງ 22:23, 24) ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ເຈັບ​ປວດ​ຫຼາຍ​ສ່ຳ​ໃດ ເພິ່ນ​ຢາກ​ຊ່ວຍ​ເຮົາ​ແລະ​ເພິ່ນ​ຈະ​ກຳຈັດ​ບັນຫາ​ນັ້ນ​ອອກ​ໄປ. (ສົມ​ທຽບ​ກັບ​ອົບພະຍົບ 3:7, 8; ເອຊາອີ 63:9) ເພາະ​ອີກ​ບໍ່​ດົນ “ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ [ພວກ​ເຮົາ] ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກ​ເສົ້າ​ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ​ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.”—ພນມ. 21:4

11. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ເພິ່ນ​ຕາຍ​ຈາກ​ໄປ?

11ໝູ່​ທີ່​ເພິ່ນ​ຮັກ​ຕາຍ​ຈາກ​ໄປ. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ເພິ່ນ​ຕາຍ​ຈາກ​ໄປ? ເພິ່ນ​ຄິດ​ຮອດ​ເຂົາ​ເຈົ້າ​ແລະ​ຢາກ​ເຫັນ​ເຂົາ​ເຈົ້າ​ອີກ. (ໂຢບ 14:15) ລອງ​ຄິດ​ເບິ່ງ​ແມ້​ວ່າ ເພິ່ນ​ຈະ​ຄິດ​ຮອດ​ອັບຣາຮາມ​ໝູ່​ຂອງ​ເພິ່ນ​ຫຼາຍ​ສ່ຳ​ໃດ. (ຢກບ. 2:23) ແລະ​ພະ​ເຢໂຫວາ​ກໍ​ຄື​ຊິ​ຄິດ​ຮອດ​ໂມເຊ​ເພາະ​ເພິ່ນ​ເຄີຍ​ລົມ​ກັບ​ໂມເຊ ‘ຕໍ່​ໜ້າ​ກັນ​ຄື​ຄົນ​ຜູ້​ໜຶ່ງ​ເວົ້າ​ກັບ​ສ່ຽວ.’ (ອົບ. 33:11) ແລະ​ພະ​ເຢໂຫວາ​ກໍ​ຄື​ຊິ​ຄິດ​ຮອດ​ດາວິດ​ແລະ​ຜູ້​ຂຽນ​ຄຳເພງ​ຄົນ​ອື່ນໆ​ທີ່​ເຄີຍ​ຮ້ອງ​ເພງສັນລະເສີນ​ເພິ່ນ! (ເພງ. 104:33) ເຖິງ​ວ່າ​ຄົນ​ເຫຼົ່າ​ນີ້​ຈະ​ຕາຍ​ໄປ​ແລ້ວ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ບໍ່​ລືມ​ເຂົາ​ເຈົ້າ. (ເອຊາ. 49:15) ເພິ່ນ​ຈື່​ທຸກ​ລາຍ​ລະອຽດ​ຂອງ​ເຂົາ​ເຈົ້າ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ ເພິ່ນ “ເຫັນ​ວ່າ​ພວກ​ເຂົາ​ທຸກ​ຄົນ​ມີ​ຊີວິດ​ຢູ່.” (ລກ. 20:38) ຈະ​ມີ​ມື້​ໜຶ່ງ​ໃນ​ອະນາຄົດ ພະ​ເຢໂຫວາ​ຈະ​ປຸກ​ເຂົາ​ເຈົ້າ​ໃຫ້​ກັບ​ຄືນ​ມາ​ມີ​ຊີວິດ​ອີກ ແລະ​ຈະ​ໄດ້​ຍິນ​ເຂົາ​ເຈົ້າ​ອະທິດຖານ​ເຖິງ​ເພິ່ນ​ແລະ​ຈະ​ໄດ້​ເຫັນ​ເຂົາ​ເຈົ້າ​ນະມັດສະການ​ເພິ່ນ​ອີກ. ຖ້າ​ເຈົ້າ​ມີ​ໝູ່​ຫຼື​ຄົນ​ທີ່​ຮັກ​ຕາຍ​ຈາກ​ໄປ ເລື່ອງ​ເຫຼົ່າ​ນີ້​ຈະ​ໃຫ້​ກຳລັງ​ໃຈ​ແລະ​ປອບ​ໂຍນ​ເຈົ້າ.

12. ໃນ​ສະໄໝ​ສຸດ​ທ້າຍ​ນີ້ ມີ​ສິ່ງ​ໃດ​ແດ່​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ທຸກ​ໃຈ?

12ຄົນ​ດີ​ຖືກ​ກົດ​ຂີ່​ຂົ່ມເຫງ. ເມື່ອ​ມີ​ການ​ກະບົດ​ຢູ່​ສວນ​ເອເດນ ພະ​ເຢໂຫວາ​ກໍ​ຮູ້​ວ່າ​ສະພາບການ​ຂອງ​ໂລກ​ຈະ​ຮ້າຍແຮງ​ຂຶ້ນ​ເລື້ອຍໆ ກ່ອນ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ໂລກ​ນີ້​ດີ​ຂຶ້ນ. ພະ​ເຢໂຫວາ​ກຽດ​ຊັງ​ຄວາມ​ຮຸນແຮງ ຄວາມ​ຊົ່ວ ແລະ​ຄວາມ​ບໍ່​ຍຸຕິທຳ​ທີ່​ມີ​ຢູ່​ໃນ​ໂລກ​ທຸກ​ມື້​ນີ້. ເພິ່ນ​ຮູ້ສຶກ​ເປັນ​ຫ່ວງ​ຄົນ​ທີ່​ອ່ອນແອ ໂດຍ​ສະເພາະ​ແມ່ນ​ລູກ​ກຳພ້າ​ແລະ​ແມ່​ໝ້າຍ. (ຊກາ. 7:9, 10) ເພິ່ນ​ຮູ້ສຶກ​ທຸກ​ໃຈ​ທີ່​ເຫັນ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ເພິ່ນ​ຖືກ​ຂົ່ມເຫງ​ແລະ​ຖືກ​ຈັບ​ເຂົ້າ​ຄຸກ. ແຕ່​ຂໍ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ທຸກ​ຄົນ​ທີ່​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ນີ້​ພ້ອມ​ກັບ​ເພິ່ນ.

13. ພະ​ເຢໂຫວາ​ເຫັນ​ວ່າ​ສັງຄົມ​ມະນຸດ​ເສື່ອມ​ລົງ​ແນວ​ໃດ ແລະ​ເພິ່ນ​ຈະ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້?

13ສິນລະທຳ​ຂອງ​ມະນຸດ​ເສື່ອມ​ລົງ. ມະນຸດ​ຖືກ​ສ້າງ​ຕາມ​ແບບ​ຂອງ​ພະເຈົ້າ​ຢູ່​ແລ້ວ ແຕ່​ຊາຕານ​ພັດ​ຢາກ​ໃຫ້​ມະນຸດ​ເຮັດ​ສິ່ງ​ທີ່​ບໍ່​ດີ. ພະເຈົ້າ​ເຫັນ​ວ່າ​ໃນ​ສະໄໝ​ໂນອາ ‘ຄວາມ​ຊົ່ວ​ຂອງ​ມະນຸດ​ມີ​ຫຼາຍ​ຂຶ້ນ . . . ມະນຸດ​ທີ່​ພະ​ເຢໂຫວາ​ສ້າງ​ເທິງ​ໂລກ​ເຮັດ​ໃຫ້​ພະອົງ​ເສຍໃຈ​ແລະ​ເຈັບ​ປວດ​ໃຈ.’ (ຕົ້ນ. 6:5, 6, 11, ລ.ມ.) ຕັ້ງ​ແຕ່​ນັ້ນ​ມາ​ສັງຄົມ​ມະນຸດ​ດີ​ຂຶ້ນ​ບໍ? ບໍ່​ເລີຍ. ຊາຕານ​ຄື​ຊິ​ພໍ​ໃຈ​ຫຼາຍ​ແທ້ໆ​ທີ່​ເຫັນ​ວ່າ​ມະນຸດ​ເຮັດ​ຜິດສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ​ບໍ່​ວ່າ​ຈະ​ເປັນ​ການ​ເຮັດ​ຜິດສິນລະທຳ​ກັບ​ເພດ​ກົງ​ກັນ​ຂ້າມ​ຫຼື​ເພດ​ດຽວ​ກັນ. (ອຟຊ. 4:18, 19) ແລະ​ມັນ​ແຮ່ງ​ຊິ​ດີ​ໃຈ​ທີ່​ເຫັນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ເຮັດ​ຜິດ​ແບບ​ນີ້. ເມື່ອ​ຮອດ​ເວລາ ພະ​ເຢໂຫວາ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ກຽດ​ຊັງ​ການ​ເຮັດ​ຜິດສິນລະທຳ​ທາງ​ເພດ​ທຸກ​ຮູບ​ແບບ​ໂດຍ​ທຳລາຍ​ຄົນ​ທີ່​ເຮັດ​ແບບ​ນີ້​ທີ່​ບໍ່​ກັບ​ໃຈ.

14. ມະນຸດ​ໄດ້​ເຮັດ​ຫຍັງ​ຕໍ່​ໂລກ​ແລະ​ສັດ?

14ສິ່ງ​ທີ່​ເພິ່ນ​ສ້າງ​ຖືກ​ທຳລາຍ. ‘ການ​ປົກຄອງ​ຂອງ​ມະນຸດ​ມີ​ແຕ່​ສ້າງ​ຄວາມ​ເສຍຫາຍ’ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ເສຍຫາຍ​ໃຫ້​ກັບ​ມະນຸດ​ເທົ່າ​ນັ້ນ ແຕ່​ຍັງ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ກັບ​ໂລກ​ແລະ​ສັດ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ເຮົາ​ເບິ່ງ​ແຍງ. (ຜູ້ປ. 8:9, ລ.ມ.; ຕົ້ນ. 1:28) ນັກ​ວິທະຍາສາດ​ບາງ​ຄົນ​ເຕືອນ​ວ່າ ອີກ​ບໍ່​ດົນ​ສິ່ງ​ມີ​ຊີວິດ​ຫຼາຍ​ກວ່າ 1 ລ້ານ​ສາຍ​ພັນ​ຈະ​ສູນ​ພັນ​ຍ້ອນ​ການ​ກະທຳ​ຂອງ​ມະນຸດ. ບໍ່​ແປກ​ໃຈ​ເລີຍ​ທີ່​ບາງ​ຄົນ​ບອກ​ວ່າ​ທຳມະຊາດ​ຈະ​ຖືກ​ທຳລາຍ. ແຕ່​ເຮົາ​ດີ​ໃຈ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ “ຈະ​ທຳລາຍ​ຜູ້​ຄົນ​ທີ່​ທຳລາຍ​ໂລກ​ນີ້” ແລະ​ປ່ຽນ​ໂລກ​ໃຫ້​ກາຍ​ເປັນ​ອຸທິຍານ.—ພນມ. 11:18; ເອຊາ. 35:1

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ?

15-16. ສິ່ງ​ໃດ​ຈະ​ກະຕຸ້ນ​ເຮົາ​ໃຫ້​ອົດ​ທົນ​ຄື​ກັບ​ພະ​ເຢໂຫວາ​ໄດ້​ອົດ​ທົນ? ຂໍ​ໃຫ້​ຍົກ​ຕົວຢ່າງ

15 ລອງ​ຄິດ​ເບິ່ງ​ດູ​ວ່າ ຕະຫຼອດ​ຫຼາຍ​ພັນ​ປີ​ພະ​ເຢໂຫວາ​ໄດ້​ອົດ​ທົນ​ກັບ​ບັນຫາ​ຕ່າງໆ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ຫຼາຍ​ສ່ຳ​ໃດ. (ເບິ່ງ​ຂອບ “ ພະ​ເຢໂຫວາ​ໄດ້​ອົດ​ທົນ​ກັບ​ຫຍັງ​ແດ່.”) ທີ່​ຈິງ ພະ​ເຢໂຫວາ​ຈະ​ຈັດການ​ໂລກ​ຊົ່ວ​ນີ້​ເວລາ​ໃດ​ກໍ​ໄດ້. ແຕ່​ຍ້ອນ​ເພິ່ນ​ອົດ​ທົນ ຈຶ່ງ​ໄດ້​ເປີດ​ໂອກາດ​ໃຫ້​ເຮົາ​ໄດ້​ຮັບ​ສິ່ງ​ດີໆ. ຂໍ​ໃຫ້​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຕໍ່​ໄປ​ນີ້. ສົມມຸດ​ວ່າ​ຜົວ​ເມຍ​ຄູ່​ໜຶ່ງ​ມີ​ລູກ ແຕ່​ໝໍ​ບອກ​ວ່າ​ລູກ​ທີ່​ເກີດ​ມາ​ຈະ​ມີ​ຮ່າງກາຍ​ທີ່​ບໍ່​ສົມບູນ​ແລະ​ຈະ​ມີ​ຊີວິດ​ຢູ່​ໄດ້​ບໍ່​ດົນ. ແຕ່​ພໍ່​ແມ່​ກໍ​ເຕັມ​ໃຈ​ໃຫ້​ລູກ​ເກີດ​ມາ​ເຖິງ​ວ່າ​ຈະ​ມີ​ຊີວິດ​ທີ່​ຍາກ​ລຳບາກ. ຍ້ອນ​ຄວາມ​ຮັກ ພໍ່​ແມ່​ຈຶ່ງ​ອົດ​ທົນ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ລູກ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ.

16 ຄ້າຍ​ຄື​ກັນ ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທີ່​ເກີດ​ມາ​ໃນ​ໂລກ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຮັກ​ແລະ​ເປັນ​ຫ່ວງ​ເຂົາ​ເຈົ້າ. (1 ຢຮ. 4:19) ແຕ່​ຈຸດ​ທີ່​ຕ່າງ​ກັນ​ລະຫວ່າງ​ພະ​ເຢໂຫວາ​ກັບ​ພໍ່​ແມ່​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ກໍ​ຄື ພະ​ເຢໂຫວາ​ສາມາດ​ແກ້ໄຂ​ບັນຫາ​ໄດ້ ແລະ​ເພິ່ນ​ກໍ​ໄດ້​ກຳນົດ​ວັນ​ເວລາ​ທີ່​ຈະ​ກຳຈັດ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ​ໄວ້​ແລ້ວ. (ມທ. 24:36) ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ເຮົາ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ອົດ​ທົນ​ຫຼາຍ​ຂຶ້ນ​ບໍ່​ແມ່ນ​ບໍ?

17. ເລື່ອງ​ຂອງ​ພະ​ເຢຊູ​ທີ່​ຢູ່​ໃນ​ເຮັບເຣີ 12:2, 3 ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ຕໍ່​ໄປ​ໄດ້​ແນວ​ໃດ?

17 ພະ​ເຢໂຫວາ​ເປັນ​ແບບ​ຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ເລື່ອງ​ຄວາມ​ອົດ​ທົນ ແລະ​ພະ​ເຢຊູ​ເອງ​ກໍ​ໄດ້​ຮຽນ​ແບບ​ຢ່າງ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ດີ ເພາະ​ເພິ່ນ​ໄດ້​ອົດ​ທົນ​ກັບ​ຄຳເວົ້າ​ດູຖູກ​ຢຽດ​ຫຍາມ ຄວາມ​ອັບອາຍ ແລະ​ຖືກ​ຕອກ​ເທິງ​ເສົາ​ທໍລະມານ​ເພື່ອ​ພວກ​ເຮົາ. (ອ່ານ​ເຮັບເຣີ 12:2, 3) ເຮົາ​ເຫັນ​ວ່າ​ແບບ​ຢ່າງ​ເລື່ອງ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ໄດ້​ຊ່ວຍ​ພະ​ເຢຊູ​ໃຫ້​ອົດ​ທົນ​ໄດ້. ດັ່ງ​ນັ້ນ ເລື່ອງ​ນີ້​ກໍ​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ໄດ້​ຄື​ກັນ.

18. ຕາມ 2 ເປໂຕ 3:9 ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ມີ​ຜົນ​ດີ​ແນວ​ໃດ?

18 ອ່ານ 2 ເປໂຕ 3:9. ພະ​ເຢໂຫວາ​ຮູ້​ວ່າ​ຕອນ​ໃດ​ເໝາະ​ສົມ​ທີ່​ສຸດ​ທີ່​ຈະ​ທຳລາຍ​ໂລກ​ຊົ່ວ. ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ເປີດ​ໂອກາດ​ໃຫ້​ຫຼາຍ​ລ້ານ​ຄົນ​ໄດ້​ມາ​ຮູ້ຈັກ​ແລະ​ນະມັດສະການ​ເພິ່ນ. ຄົນ​ເຫຼົ່າ​ນີ້​ດີ​ໃຈ​ທີ່​ພະ​ເຢໂຫວາ​ໄດ້​ອົດ​ທົນ​ຈົນ​ເຂົາ​ເຈົ້າ​ໄດ້​ເກີດ​ມາ ໄດ້​ຮຽນ​ຮູ້​ເລື່ອງ​ຂອງ​ເພິ່ນ​ແລະ​ຮັກ​ເພິ່ນ ແລະ​ໄດ້​ອຸທິດ​ຊີວິດ​ໃຫ້​ເພິ່ນ. ເມື່ອ​ຫຼາຍ​ລ້ານ​ຄົນ​ທີ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໄດ້​ຮັບ​ລາງວັນ ເຮົາ​ກໍ​ຈະ​ເຫັນ​ວ່າ​ພະ​ເຢໂຫວາ​ຕັດສິນ​ໃຈ​ຖືກ​ແລ້ວ​ທີ່​ໄດ້​ອົດ​ທົນ.

19. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ ແລະ​ເຮົາ​ຈະ​ໄດ້​ຮັບ​ລາງວັນ​ຫຍັງ?

19 ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ອົດ​ທົນ​ດ້ວຍ​ຄວາມ​ຍິນດີ​ໄດ້​ແນວ​ໃດ. ເຖິງ​ວ່າ​ຊາຕານ​ຈະ​ເຮັດ​ໃຫ້​ໂລກ​ມີ​ແຕ່​ບັນຫາ​ແລະ​ຄວາມ​ທຸກ​ຫຼາຍ​ຢ່າງ ແຕ່​ພະ​ເຢໂຫວາ​ຍັງ “ມີ​ຄວາມ​ສຸກ” ສະເໝີ. (1 ຕມ. 1:11) ເຮົາ​ກໍ​ມີ​ຄວາມ​ສຸກ​ໄດ້​ຄື​ກັນ​ຕອນ​ທີ່​ເຮົາ​ອົດ​ທົນ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ເປັນ​ທີ່​ເຄົາລົບ​ນັບຖື ພິສູດ​ວ່າ​ເພິ່ນ​ມີ​ສິດ​ທີ່​ຈະ​ປົກຄອງ ລົບ​ລ້າງ​ຄົນ​ຊົ່ວ​ທັງ​ໝົດ​ແລະ​ເຮັດ​ໃຫ້​ບັນຫາ​ອື່ນໆ​ທີ່​ເຮົາ​ເຈິ​ຢູ່​ໃນ​ທຸກ​ມື້​ນີ້​ໝົດ​ໄປ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ອົດ​ທົນ​ເພາະ​ຮູ້​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ກໍ​ອົດ​ທົນ​ຄື​ກັນ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ຄຳເວົ້າ​ເຫຼົ່າ​ນີ້​ກໍ​ຈະ​ເປັນ​ຈິງ​ສຳລັບ​ເຮົາ​ທີ່​ວ່າ: “ຄົນ​ທີ່​ອົດ​ທົນ​ກັບ​ຄວາມ​ຍາກ​ລຳບາກ​ຢູ່​ສະເໝີ​ກໍ​ມີ​ຄວາມ​ສຸກ ເພາະ​ເມື່ອ​ພະ​ເຢໂຫວາ​ຍອມ​ຮັບ​ລາວ ພະອົງ​ຈະ​ໃຫ້​ຊີວິດ​ແກ່​ລາວ​ເປັນ​ລາງວັນ​ຕາມ​ທີ່​ພະອົງ​ສັນຍາ​ໄວ້​ກັບ​ຄົນ​ທີ່​ຮັກ​ພະອົງ.”—ຢກບ. 1:12

ເພງ 139 ນຶກ​ພາບ​ເມື່ອ​ທຸກ​ສິ່ງ​ກາຍ​ເປັນ​ສິ່ງ​ໃໝ່

^ ຂໍ້ 5 ເຮົາ​ທຸກ​ຄົນ​ມີ​ບັນຫາ ແຕ່​ບັນຫາ​ບາງ​ຢ່າງ​ກໍ​ແກ້ໄຂ​ບໍ່​ໄດ້. ດັ່ງ​ນັ້ນ ເຮົາ​ຕ້ອງ​ໄດ້​ອົດ​ທົນ​ເອົາ. ແຕ່​ບໍ່​ແມ່ນ​ເຮົາ​ຜູ້​ດຽວ​ທີ່​ອົດ​ທົນ ພະ​ເຢໂຫວາ​ກໍ​ໄດ້​ອົດ​ທົນ​ກັບ​ຫຼາຍ​ຢ່າງ​ຄື​ກັນ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ 9 ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ອົດ​ທົນ ແລະ​ເບິ່ງ​ວ່າ​ຄວາມ​ອົດ​ທົນ​ຂອງ​ພະເຢໂຫວາ​ມີ​ຜົນ​ດີ​ແນວ​ໃດ. ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ແດ່​ຈາກ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ.