ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 28

ຫຼີກ​ລ່ຽງ​ການ​ແຂ່ງ​ຂັນ​ກັນ ແຕ່​ໃຫ້​ສ້າງ​ສັນຕິສຸກ

ຫຼີກ​ລ່ຽງ​ການ​ແຂ່ງ​ຂັນ​ກັນ ແຕ່​ໃຫ້​ສ້າງ​ສັນຕິສຸກ

“ຢ່າ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ ຢ່າ​ຍົວະ​ໃຫ້​ມີ​ການ​ແຂ່ງ​ຂັນ​ກັນ ແລະ​ຢ່າ​ອິດສາ​ກັນ.”—ຄລຕ. 5:26

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

ໃຈ​ຄວາມ​ສຳຄັນ *

1. ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ບາງ​ຄົນ​ມີ​ນິດໄສ​ທີ່​ຢາກ​ດີ​ກວ່າ​ຄົນ​ອື່ນ?

ໃນ​ໂລກ​ທຸກ​ມື້​ນີ້ ຫຼາຍ​ຄົນ​ເປັນ​ຄົນ​ເຫັນ​ແກ່​ໂຕ​ຍ້ອນ​ມັກ​ແຂ່ງ​ຂັນ​ກັນ. ຕົວຢ່າງ​ເຊັ່ນ ນັກ​ທຸລະກິດ​ທີ່​ຢາກ​ປະສົບ​ຜົນ​ສຳເລັດ​ອາດ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ເຮັດ​ໃຫ້​ຄູ່​ແຂ່ງ​ໄດ້​ຮັບ​ຜົນ​ເສຍຫາຍ. ສ່ວນ​ນັກ​ກິລາ​ທີ່​ຢາກ​ຊະນະ​ການ​ແຂ່ງ​ຂັນ​ກໍ​ອາດ​ຈະ​ເຮັດ​ໃຫ້​ຝ່າຍ​ຄູ່​ຕໍ່​ສູ້​ໄດ້​ຮັບ​ບາດເຈັບ. ສ່ວນ​ນັກ​ຮຽນ​ບາງ​ຄົນ​ທີ່​ຢາກ​ເສັງ​ຕິດ​ມະຫາ​ວິທະຍາໄລ​ທີ່​ມີ​ຊື່ສຽງ​ກໍ​ອາດ​ຈະ​ລັກ​ກ່າຍ. ແຕ່​ຄລິດສະຕຽນ​ຮູ້​ວ່າ​ການ​ເຮັດ​ແບບ​ນີ້​ມັນ​ຜິດ​ເພາະ​ມັນ​ເປັນ “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ.” (ຄລຕ. 5:19-21) ແຕ່​ເປັນ​ໄປ​ໄດ້​ບໍ​ທີ່​ພີ່ນ້ອງ​ບາງ​ຄົນ​ຢາກ​ຈະ​ເດັ່ນ​ກວ່າ​ຄົນ​ອື່ນ​ໂດຍ​ບໍ່​ຮູ້​ໂຕ? ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຄິດ​ເຖິງ​ເລື່ອງ​ນີ້ ເພາະ​ຖ້າ​ພີ່ນ້ອງ​ໃນ​ປະຊາຄົມ​ມີ​ນິດໄສ​ແບບ​ນີ້​ກໍ​ອາດ​ຈະ​ເຮັດ​ໃຫ້​ປະຊາຄົມ​ບໍ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.

2. ເຮົາ​ຈະ​ມາ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຄຸນ​ລັກສະນະ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ແຂ່ງ​ຂັນ​ກັບ​ພີ່ນ້ອງ​ຄົນ​ອື່ນ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ບໍ່​ໄດ້​ພະຍາຍາມ​ຢາກ​ແຂ່ງ​ຂັນ​ກັບ​ຄົນ​ອື່ນ. ແຕ່​ກ່ອນ​ອື່ນ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ເຮົາ​ຕ້ອງ​ກວດ​ເບິ່ງ​ແຮງ​ກະຕຸ້ນ​ຂອງ​ເຮົາ.

ກວດ​ເບິ່ງ​ແຮງ​ກະຕຸ້ນ​ຂອງ​ເຈົ້າ

3. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ?

3 ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ກວດ​ເບິ່ງ​ແຮງ​ກະຕຸ້ນ​ຂອງ​ເຮົາ​ເປັນ​ໄລຍະ​ໂດຍ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ເບິ່ງ​ວ່າ​ຕົວ​ເອງ​ມີ​ຄ່າ​ເມື່ອ​ສົມ​ທຽບ​ກັບ​ຄົນ​ອື່ນ​ບໍ? ຂ້ອຍ​ພະຍາຍາມ​ເຮັດ​ວຽກ​ມອບ​ໝາຍ​ຫຼາຍ​ຢ່າງ​ຍ້ອນ​ຂ້ອຍ​ຢາກ​ດີ​ກວ່າ​ຄົນ​ອື່ນ​ບໍ? ຫຼື​ຂ້ອຍ​ເຮັດ​ຍ້ອນ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ?’ ເປັນ​ຫຍັງ​ເຮົາ​ຄວນ​ຖາມ​ຕົວ​ເອງ​ແບບ​ນີ້? ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ.

4. ຕາມ​ຄາລາເຕຍ 6:3, 4 ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ?

4 ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ບໍ່​ຄວນ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. (ອ່ານ​ຄາລາເຕຍ 6:3, 4) ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຖ້າ​ເຮົາ​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ພີ່ນ້ອງ​ຄົນ​ອື່ນ ເຮົາ​ກໍ​ອາດ​ຈະ​ກາຍ​ເປັນ​ຄົນ​ຍິ່ງ​ຈອງຫອງ​ໄດ້. ແຕ່​ຖ້າ​ເຮົາ​ເບິ່ງ​ວ່າ​ພີ່ນ້ອງ​ດີ​ກວ່າ​ເຮົາ​ທຸກ​ຢ່າງ ເຮົາ​ກໍ​ອາດ​ຈະ​ທໍ້​ໃຈ​ໄດ້. ຄວາມ​ຄິດ​ທັງ​ສອງ​ຢ່າງ​ນີ້​ບໍ່​ດີ​ຈັກ​ຢ່າງ. (ຣມ. 12:3) ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຊື່​ຄາຕາຣິນາ * ທີ່​ຢູ່​ປະເທດ​ກຣີກ​ບອກ​ວ່າ: “ຂ້ອຍ​ເຄີຍ​ປຽບ​ທຽບ​ຕົວ​ເອງ​ກັບ​ພີ່ນ້ອງ​ຄົນ​ອື່ນ​ທີ່​ງາມ​ກວ່າ ເຮັດ​ວຽກ​ຮັບໃຊ້​ເກັ່ງ​ກວ່າ ແລະ​ມີ​ໝູ່​ຫຼາຍ​ກວ່າ​ຂ້ອຍ. ການ​ຄິດ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ເລີຍ.” ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມາ​ຮູ້ຈັກ​ເພິ່ນ​ບໍ່​ແມ່ນ​ຍ້ອນ​ວ່າ​ເຮົາ​ງາມ ເຮົາ​ເກັ່ງ ຫຼື​ມີ​ຫຼາຍ​ຄົນ​ມັກ​ເຮົາ ແຕ່​ຍ້ອນ​ວ່າ​ເຮົາ​ຮັກ​ເພິ່ນ​ແລະ​ເຊື່ອ​ຟັງ​ລູກ​ຊາຍ​ຂອງ​ເພິ່ນ.—ຢຮ. 6:44; 1 ກຣ. 1:26-31

5. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ປະສົບການ​ຂອງ​ພີ່ນ້ອງ​ຮັນ?

5 ຍັງ​ມີ​ອີກ​ຄຳຖາມ​ໜຶ່ງ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ ນັ້ນ​ກໍ​ຄື ‘ພີ່ນ້ອງ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ທີ່​ມັກ​ສ້າງ​ສັນຕິສຸກ​ບໍ? ຫຼື​ຂ້ອຍ​ເປັນ​ຄົນ​ທີ່​ມັກ​ຜິດ​ກັບ​ຄົນ​ອື່ນ?’ ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ຮັນ​ເຊິ່ງ​ຢູ່​ເກົາຫຼີ​ໃຕ້. ລາວ​ເຄີຍ​ຄິດ​ວ່າ​ພີ່ນ້ອງ​ທີ່​ມີ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ເປັນ​ຄື​ກັບ​ຄູ່​ແຂ່ງ​ຂອງ​ລາວ. ລາວ​ບອກ​ວ່າ: “ຂ້ອຍ​ມັກ​ວິພາກ​ວິຈານ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ແລະ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ.” ແລ້ວ​ຜົນ​ເປັນ​ແນວ​ໃດ? ລາວ​ບອກ​ວ່າ: “ຄວາມ​ຄິດ​ຂອງ​ຂ້ອຍ​ເຮັດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ບໍ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.” ໝູ່​ຂອງ​ຮັນ​ບາງ​ຄົນ​ໄດ້​ຊ່ວຍ​ຮັນ​ໃຫ້​ຮູ້​ບັນຫາ​ຂອງ​ຕົວ​ເອງ. ຈາກ​ນັ້ນ ພີ່ນ້ອງ​ຮັນ​ກໍ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ແລະ​ຕອນ​ນີ້​ລາວ​ກໍ​ໄດ້​ເປັນ​ຜູ້​ດູ​ແລ​ແລ້ວ. ຖ້າ​ເຮົາ​ເຫັນ​ວ່າ​ຕົວ​ເອງ​ເລີ່ມ​ມີ​ຄວາມ​ຄິດ​ທີ່​ຈະ​ແຂ່ງ​ຂັນ​ກັບ​ຄົນ​ອື່ນ​ຫຼາຍ​ກວ່າ​ຢາກ​ສ້າງ​ສັນຕິສຸກ ເຮົາ​ຕ້ອງ​ປ່ຽນ​ແປງ​ຕົວ​ເອງ​ທັນທີ.

ຢ່າ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ​ແລະ​ຢ່າ​ອິດສາ

6. ຄາລາເຕຍ 5:26 ເວົ້າ​ເຖິງ​ຄຸນ​ລັກສະນະ​ທີ່​ບໍ່​ດີ​ຫຍັງ​ແດ່​ເຊິ່ງ​ເຮັດ​ໃຫ້​ເກີດ​ມີ​ການ​ແຂ່ງ​ຂັນ?

6 ອ່ານ​ຄາລາເຕຍ 5:26. ມີ​ຄຸນ​ລັກສະນະ​ທີ່​ບໍ່​ດີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ແຂ່ງ​ຂັນ​ກັບ​ຄົນ​ອື່ນ? ຄຸນ​ລັກສະນະ​ໜຶ່ງ​ກໍ​ຄື ການ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ. ຄົນ​ທີ່​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ​ຈະ​ເປັນ​ຄົນ​ຍິ່ງ​ແລະ​ເຫັນ​ແກ່​ໂຕ. ແລະ​ຄຸນ​ລັກສະນະ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ຄວາມ​ອິດສາ. ຄົນ​ທີ່​ອິດສາ​ຈະ​ບໍ່​ພຽງ​ແຕ່​ຢາກ​ມີ​ໃນ​ສິ່ງ​ທີ່​ຄົນອື່ນ​ມີ ແຕ່​ຢາກ​ເຮັດ​ໃຫ້​ຄົນ​ນັ້ນ​ສູນ​ເສຍ​ສິ່ງ​ທີ່​ມີ​ນຳ. ຄວາມ​ອິດສາ​ກ່ຽວ​ຂ້ອງ​ກັບ​ຄວາມ​ກຽດ​ຊັງ. ດັ່ງ​ນັ້ນ ເຮົາ​ຕ້ອງ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ນິດໄສ​ທີ່​ບໍ່​ດີ​ທັງ​ສອງ​ຢ່າງ​ນີ້.

7. ຕົວຢ່າງ​ປຽບ​ທຽບ​ນີ້​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ການ​ເປັນ​ຄົນ​ທີ່​ອິດສາ​ແລະ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ​ເປັນ​ອັນຕະລາຍ​ຫຼາຍ?

7 ການ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ​ແລະ​ຄວາມ​ອິດສາ​ເປັນ​ຄື​ກັບ​ສິ່ງ​ປົນ​ເປື້ອນ​ທີ່​ຢູ່​ໃນ​ນ້ຳມັນ​ທີ່​ໃຊ້​ໃນ​ຍົນ. ຍົນ​ອາດ​ຈະ​ບິນ​ຂຶ້ນ​ໄດ້ ແຕ່​ເມື່ອ​ສິ່ງ​ປົນ​ເປື້ອນ​ເຂົ້າ​ໄປ​ຕັນ​ທໍ່​ນ້ຳມັນ ເຄື່ອງ​ຈັກ​ກໍ​ຈະ​ດັບ​ແລະ​ເຮັດ​ໃຫ້​ຍົນ​ຕົກ​ໄດ້. ຄ້າຍ​ຄື​ກັນ ບາງ​ຄົນ​ອາດ​ຈະ​ຮັບໃຊ້​ພະ​ເຢໂຫວາ​ມາ​ໄດ້​ໄລຍະ​ໜຶ່ງ ແຕ່​ຖ້າ​ລາວ​ເຮັດ​ແບບ​ນັ້ນ​ຍ້ອນ​ລາວ​ອິດສາ​ຫຼື​ຖື​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ ລາວ​ກໍ​ຈະ​ເຮັດ​ໃຫ້​ຕົວ​ເອງ​ໄດ້​ຮັບ​ຜົນ​ເສຍຫາຍ. (ສຸພາ. 16:18) ໃນ​ທີ່​ສຸດ ລາວ​ກໍ​ຈະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຈະ​ທຳລາຍ​ຕົວ​ເອງ​ແລະ​ຄົນ​ອື່ນ​ນຳ. ຄັນ​ຊັ້ນ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ເປັນ​ຄົນ​ທີ່​ອິດສາ​ແລະ​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ?

8. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ບໍ່​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ?

8 ສິ່ງ​ທີ່​ຊ່ວຍ​ເຮົາ​ບໍ່​ໃຫ້​ເປັນ​ຄົນ​ທີ່​ຖື​ວ່າ​ຕົວ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ​ແມ່ນ​ການ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ​ທີ່​ຂຽນ​ໃຫ້​ພີ່ນ້ອງ​ໃນ​ເມືອງ​ຟີລິບປອຍ​ທີ່​ວ່າ: “ຢ່າ​ເຮັດ​ຫຍັງ​ດ້ວຍ​ນ້ຳໃຈ​ຊີງ​ດີ​ຊີງ​ເດັ່ນ​ຫຼື​ຖື​ວ່າ​ຕົວ​ເອງ​ສຳຄັນ ແຕ່​ໃຫ້​ຖ່ອມ​ຕົວ​ແລະ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົວ​ເອງ.” (ຟລປ. 2:3) ຖ້າ​ເຮົາ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ເຮົາ ເຮົາ​ກໍ​ຈະ​ບໍ່​ຢາກ​ຊີງ​ດີ​ຊີງ​ເດັ່ນ​ກັບ​ຄົນ​ທີ່​ມີ​ຄວາມ​ສາມາດ​ຫຼື​ພອນ​ສະຫວັນ​ຫຼາຍ​ກວ່າ​ເຮົາ ແຕ່​ເຮົາ​ຈະ​ດີ​ໃຈ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ສາມາດ​ແລະ​ໃຊ້​ຄວາມ​ສາມາດ​ນັ້ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ຖ້າ​ພີ່ນ້ອງ​ທີ່​ມີ​ຄວາມ​ສາມາດ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປໂລ ລາວ​ກໍ​ຈະ​ເຫັນ​ຈຸດ​ດີ​ໃນ​ໂຕ​ເຮົາ. ເມື່ອ​ເປັນ​ແບບ​ນັ້ນ​ເຮົາ​ທຸກ​ຄົນ​ກໍ​ຈະ​ເຮັດ​ໃຫ້​ປະຊາຄົມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ມີ​ສັນຕິສຸກ.

9. ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ບໍ່​ອິດສາ​ຄົນ​ອື່ນ?

9 ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ຈຽມ​ຕົວ ແລະ​ຮູ້​ຂີດ​ຈຳກັດ​ຂອງ​ຕົວ​ເອງ ເຮົາ​ກໍ​ຈະ​ບໍ່​ອິດສາ​ຄົນ​ອື່ນ. ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ ເຮົາ​ກໍ​ຈະ​ບໍ່​ພະຍາຍາມ​ສະແດງ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຮົາ​ເກັ່ງ​ກວ່າ​ແລະ​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ. ແຕ່​ເຮົາ​ຈະ​ພະຍາຍາມ​ຮຽນ​ຮູ້​ຈາກ​ຄົນ​ທີ່​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ເຮົາ. ຕົວຢ່າງ​ເຊັ່ນ: ຖ້າ​ພີ່ນ້ອງ​ຊາຍ​ບັນຍາຍ​ໄດ້​ດີ ເຮົາ​ກໍ​ອາດ​ຈະ​ຖາມ​ລາວ​ວ່າ​ລາວ​ກຽມ​ຕົວ​ແນວ​ໃດ. ຫຼື​ຖ້າ​ພີ່ນ້ອງ​ຍິງ​ແຕ່ງ​ກິນ​ແຊບ ເຮົາ​ກໍ​ອາດ​ຈະ​ຖາມ​ວິທີ​ທີ່​ລາວ​ແຕ່ງ​ກິນ​ເພື່ອ​ເຮົາ​ຈະ​ແຕ່ງ​ກິນ​ແຊບ​ຄື​ກັນ. ແລະ​ຖ້າ​ໄວ​ລຸ້ນ​ທີ່​ບໍ່​ຄ່ອຍ​ມີ​ໝູ່ ລາວ​ກໍ​ອາດ​ຈະ​ຖາມ​ຜູ້​ທີ່​ມີ​ໝູ່​ຫຼາຍ​ວ່າ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ມີ​ໝູ່. ເມື່ອ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ບໍ່​ອິດສາ​ຄົນ​ອື່ນ ແຖມ​ເຮົາ​ຍັງ​ຈະ​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ​ນຳ​ອີກ.

ຮຽນ​ຈາກ​ເລື່ອງ​ຂອງ​ຄົນ​ໃນ​ຄຳພີ​ໄບເບິນ

ຍ້ອນ​ກີເດໂອນ​ເປັນ​ຄົນ​ຖ່ອມ ລາວ​ຈຶ່ງ​ໄດ້​ຮັກສາ​ສັນຕິສຸກ​ກັບ​ຜູ້​ຊາຍ​ຈາກ​ຕະກູນ​ເອຟຣາອິມ. (ເບິ່ງ​ຂໍ້ 10-12)

10. ກີເດໂອນ​ເຈິ​ບັນຫາ​ຫຍັງ?

10 ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ກີເດໂອນ ເຊິ່ງ​ເປັນ​ຄົນ​ຈາກ​ຕະກູນ​ມານາເຊ​ແລະ​ຜູ້​ຊາຍ​ຈຳນວນ​ໜຶ່ງ​ທີ່​ມາ​ຈາກ​ຕະກູນ​ເອຟຣາອິມ. ກີເດໂອນ​ແລະ​ທະຫານ 300 ຄົນ​ດີ​ໃຈ​ຫຼາຍ​ທີ່​ໄດ້​ສູ້​ຮົບ​ຊະນະ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ. ຜູ້​ຊາຍ​ກຸ່ມ​ໜຶ່ງ​ຈາກ​ຕະກູນ​ເອຟຣາອິມ​ໄດ້​ມາ​ຫາ​ກີເດໂອນ ບໍ່​ແມ່ນ​ມາ​ເພື່ອ​ຊົມ​ເຊີຍ​ລາວ​ແຕ່​ມາ​ຍ້ອນ​ບໍ່​ພໍ​ໃຈ​ລາວ. ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ໄດ້​ຄຽດ​ໃຫ້​ກີເດໂອນ​ທີ່​ບໍ່​ໄດ້​ຊວນ​ເຂົາ​ເຈົ້າ​ໄປ​ສູ້​ຮົບ​ກັບ​ສັດຕູ​ຂອງ​ພະເຈົ້າ. ເຂົາ​ເຈົ້າ​ຄິດ​ເຖິງ​ແຕ່​ກຽດ​ສັກສີ​ຂອງ​ຕະກູນ ຕົວ​ເອງ​ໂດຍ​ບໍ່​ໄດ້​ຄິດ​ວ່າ ທີ່​ກີເດໂອນ​ເຮັດ​ກໍ​ເພື່ອ​ປົກ​ປ້ອງ​ນາມ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ເພິ່ນ.—ຕັດສິນ. 8:1

11. ກີເດໂອນ​ໄດ້​ເວົ້າ​ຫຍັງ​ກັບ​ຜູ້​ຊາຍ​ຈາກ​ຕະກູນ​ເອຟຣາອິມ?

11 ກີເດໂອນ​ໄດ້​ເວົ້າ​ກັບ​ຜູ້​ຊາຍ​ຈາກ​ຕະກູນ​ເອຟຣາອິມ​ດ້ວຍ​ຄວາມ​ຈຽມ​ຕົວ​ວ່າ: “ສິ່ງ​ທີ່​ຂ້ອຍ​ເຮັດ​ຈະ​ທຽບ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ໄດ້​ບໍ?” ຈາກ​ນັ້ນ ລາວ​ກໍ​ໄດ້​ເວົ້າ​ເຖິງ​ສິ່ງ​ດີໆ​ທີ່​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຮັດ​ມາ​ແລ້ວ. ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ແບບ​ນັ້ນ ເຂົາ​ເຈົ້າ​ກໍ ‘ໃຈ​ເຢັນ​ລົງ.’ (ຕັດສິນ. 8:2, 3, ລ.ມ.) ກີເດໂອນ​ຍອມ​ຖ່ອມ​ຕົວ​ລົງ​ເພື່ອ​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ແຕກ​ແຍກ​ກັນ.

12. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ກີເດໂອນ​ແລະ​ຜູ້​ຊາຍ​ຈາກ​ຕະກູນ​ເອຟຣາອິມ?

12 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຈາກ​ເລື່ອງ​ຂອງ​ຕະກູນ​ເອຟຣາອິມ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ເຮົາ​ບໍ່​ຄວນ​ຄິດ​ເຖິງ​ກຽດ​ສັກສີ​ຂອງ​ຕົວ​ເອງ​ຫຼາຍ​ກວ່າ​ການ​ໃຫ້​ກຽດ​ພະ​ເຢໂຫວາ. ຈາກ​ເລື່ອງ​ຂອງ​ກີເດໂອນ ຫົວ​ໜ້າ​ຄອບຄົວ​ແລະ​ຜູ້​ດູ​ແລ​ໄດ້​ບົດຮຽນ​ຄື ຖ້າ​ບາງ​ຄົນ​ຮູ້ສຶກ​ເສຍໃຈ​ກັບ​ສິ່ງ​ທີ່​ເຮົາ​ເຮັດ ເຮົາ​ຄວນ​ຈະ​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຮູ້ສຶກ​ແບບ​ນັ້ນ ແລະ​ກໍ​ຊົມ​ເຊີຍ​ສິ່ງ​ດີໆ​ທີ່​ເຂົາ​ເຈົ້າ​ເຮັດ​ນຳ. ແຕ່​ເຮົາ​ກໍ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ​ແທ້ໆ​ເພື່ອ​ຈະ​ເຮັດ​ແບບ​ນີ້​ໄດ້​ໂດຍ​ສະເພາະ​ຕອນ​ທີ່​ເຫັນ​ວ່າ​ເຂົາ​ເຈົ້າ​ເປັນ​ຝ່າຍ​ຜິດ ເພາະ​ການ​ຮັກສາ​ສັນຕິສຸກ​ກັບ​ພີ່ນ້ອງ​ກໍ​ສຳຄັນ​ຫຼາຍ​ກວ່າ​ກຽດ​ສັກສີ​ຂອງ​ເຮົາ​ເອງ.

ຍ້ອນ​ອານາ​ວາງໃຈ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ແກ້ໄຂ​ບັນຫາ​ໃຫ້​ລາວ ລາວ​ຈຶ່ງ​ມີ​ຄວາມ​ສະຫງົບ​ໃຈ. (ເບິ່ງ​ຂໍ້ 13-14)

13. ອານາ​ມີ​ບັນຫາ​ຫຍັງ​ແລະ​ລາວ​ເຮັດ​ແນວ​ໃດ?

13 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ອານາ. ລາວ​ໄດ້​ແຕ່ງ​ດອງ​ກັບ​ເອນການາ​ທີ່​ເປັນ​ຄົນ​ເລວີ. ເອນການາ​ມີ​ເມຍ​ອີກ​ຄົນ​ໜຶ່ງ​ຊື່​ເປນີນາ ແຕ່​ເອນການາ​ຮັກ​ອານາ​ຫຼາຍ​ກວ່າ. “ເປນີນາ​ມີ​ລູກ​ຫຼາຍ​ຄົນ ແຕ່​ອານາ​ບໍ່​ມີ​ລູກ​ເລີຍ.” ຍ້ອນ​ແນວ​ນີ້ ເປນີນາ​ຈຶ່ງ​ເຍາະ​ເຍີ້ຍ​ອານາ​ແລະ​ເຮັດ​ໃຫ້​ລາວ “ທຸກ​ໃຈ​ຫຼາຍ.” ລາວ​ເສຍໃຈ​ຫຼາຍ​ຈົນ “ຮ້ອງໄຫ້​ແລະ​ບໍ່​ຍອມ​ກິນ​ເຂົ້າ.” (1 ຊາມ. 1:2, 6, 7, ລ.ມ.) ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ​ອານາ​ໄດ້​ເຮັດ​ໃສ່​ເປນີນາ​ຄືນ ແຕ່​ສິ່ງ​ທີ່​ເຮົາ​ຮູ້​ກໍ​ຄື​ລາວ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ແກ້​ບັນຫາ​ໃຫ້​ລາວ. ແລ້ວ​ເປນີນາ​ໄດ້​ເຊົາ​ເຍາະ​ເຍີ້ຍ​ອານາ​ບໍ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ເຮົາ ແຕ່​ເຮົາ​ຮູ້​ວ່າ​ອານາ​ມີ​ຄວາມ​ສະຫງົບ​ໃຈ​ແລະ “ໜ້າ​ຕາ​ກໍ​ບໍ່​ໂສກ​ເສົ້າ​ອີກ​ຕໍ່​ໄປ.”—1 ຊາມ. 1:10, 18, ລ.ມ.

14. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອານາ?

14 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອານາ? ຖ້າ​ບາງ​ຄົນ​ຢາກ​ມີ​ເລື່ອງ​ກັບ​ເຮົາ ຂໍ​ໃຫ້​ຈື່​ໄວ້​ວ່າ​ເຮົາ​ສາມາດ​ຄວບຄຸມ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ຕົວ​ເອງ​ໄດ້​ເພື່ອ​ຈະ​ບໍ່​ມີ​ເລື່ອງ​ກັບ​ລາວ. ແທນ​ທີ່​ເຮົາ​ຈະ​ເຮັດ​ຊົ່ວ​ຕອບ​ແທນ​ຊົ່ວ ໃຫ້​ເຮົາ​ພະຍາຍາມ​ສ້າງ​ສັນຕິ​ກັບ​ຄົນ​ນັ້ນ. (ຣມ. 12:17-21) ເຖິງ​ວ່າ​ລາວ​ຈະ​ບໍ່​ປ່ຽນ​ແລະ​ຍັງ​ເຮັດ​ຄື​ເກົ່າ ແຕ່​ເຮົາ​ກໍ​ຈະ​ສະບາຍ​ໃຈ​ແລະ​ມີ​ຄວາມ​ສຸກ​ໄດ້.

ຍ້ອນ​ອາ​ໂປໂລ​ແລະ​ໂປໂລ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຮັດ​ວຽກ​ຮັບໃຊ້​ໄດ້ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ເບິ່ງ​ວ່າ​ອີກ​ຝ່າຍ​ເປັນ​ຄູ່​ແຂ່ງ. (ເບິ່ງ​ຂໍ້ 15-18)

15. ອາ​ໂປໂລ​ແລະ​ໂປໂລ​ມີ​ຫຍັງ​ທີ່​ຄ້າຍ​ຄື​ກັນ?

15 ເຮົາ​ຍັງ​ຈະ​ໄດ້​ບົດຮຽນ​ຈາກ​ເລື່ອງ​ຂອງ​ອາ​ໂປໂລ ແລະ​ອັກຄະສາວົກ​ໂປໂລ. ທັງ​ສອງ​ຄົນ​ນີ້​ຮູ້ຈັກ​ພະ​ຄຳພີ​ເປັນ​ຢ່າງ​ດີ ເປັນ​ຄູ​ສອນ​ທີ່​ເກັ່ງ ແລະ​ໄດ້​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ວ່າ​ອີກ​ຝ່າຍ​ໜຶ່ງ​ເປັນ​ຄູ່​ແຂ່ງ.

16. ອາ​ໂປໂລ​ເປັນ​ຄົນ​ແນວ​ໃດ?

16 ອາ​ໂປໂລ “ເກີດ​ຢູ່​ອາເລັກຊັນເດຍ” ເຊິ່ງ​ເປັນ​ສູນ​ກາງ​ການ​ສຶກສາ​ໃນ​ສະຕະວັດ​ທຳອິດ. ນອກ​ຈາກ​ນັ້ນ ລາວ​ຍັງ​ເປັນ​ຄົນ​ທີ່​ມີ​ພອນ​ສະຫວັນ​ໃນ​ການ​ເວົ້າ​ແລະ “ຮູ້​ເລື່ອງ​ພະ​ຄຳພີ​ເປັນ​ຢ່າງ​ດີ.” (ກຈກ. 18:24) ຕອນ​ທີ່​ລາວ​ຢູ່​ເມືອງ​ໂກຣິນໂທ ບາງ​ຄົນ​ໃນ​ປະຊາຄົມ​ຮູ້ສຶກ​ມັກ​ລາວ​ຫຼາຍ​ກວ່າ​ໂປໂລ​ແລະ​ພີ່ນ້ອງ​ຄົນ​ອື່ນໆ. (1 ກຣ. 1:12, 13) ອາ​ໂປໂລ​ຢາກ​ໃຫ້​ຄົນ​ອື່ນ​ຄິດ​ແບບ​ນັ້ນ​ບໍ? ບໍ່ ເພາະ​ຫຼັງ​ຈາກ​ທີ່​ລາວ​ອອກ​ຈາກ​ເມືອງ​ໂກຣິນໂທ​ແລ້ວ ໂປໂລ​ກໍ​ຍັງ​ຊວນ​ລາວ​ໃຫ້​ກັບ​ມາ​ຫາ​ພີ່ນ້ອງ​ຢູ່​ເມືອງ​ໂກຣິນໂທ​ອີກ. (1 ກຣ. 16:12) ລອງ​ຄິດ​ເບິ່ງ​ດູ​ວ່າ ຖ້າ​ອາ​ໂປໂລ​ມີ​ຄວາມ​ຄິດ​ທີ່​ແຕກ​ແຍກ ໂປໂລ​ກໍ​ຄື​ຊິ​ບໍ່​ຊວນ​ລາວ​ກັບ​ມາ. ເຫັນ​ໄດ້​ແຈ້ງ​ວ່າ ອາ​ໂປໂລ​ໃຊ້​ຄວາມ​ສາມາດ​ທີ່​ລາວ​ມີ​ເພື່ອ​ປະກາດ​ຂ່າວ​ດີ​ແລະ​ຊ່ວຍ​ພີ່ນ້ອງ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຂຶ້ນ. ແລະ​ເຮົາ​ຮູ້​ວ່າ​ອາ​ໂປໂລ​ຍັງ​ເປັນ​ຄົນ​ທີ່​ຖ່ອມ​ຕົວ​ນຳ​ເພາະ​ບໍ່​ມີ​ບ່ອນ​ໃດ​ໃນ​ຄຳພີ​ໄບເບິນ​ບອກ​ວ່າ ລາວ​ຮູ້ສຶກ​ບໍ່​ພໍ​ໃຈ​ຕອນ​ທີ່​ອາກີລາ​ກັບ​ປີ​ຊະ​ກີລາ​ມາ “ອະທິບາຍ​ໃຫ້​ລາວ​ເຂົ້າ​ໃຈ​ແນວ​ທາງ​ຂອງ​ພະເຈົ້າ​ຢ່າງ​ຖືກຕ້ອງ​ຫຼາຍ​ຂຶ້ນ.”—ກຈກ. 18:24-28

17. ໂປໂລ​ຊ່ວຍ​ໃຫ້​ປະຊາຄົມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແນວ​ໃດ?

17 ອັກຄະສາວົກ​ໂປໂລ​ຮູ້​ວ່າ​ອາ​ໂປໂລ​ໄດ້​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ. ແຕ່​ລາວ​ກໍ​ບໍ່​ໄດ້​ອິດສາ​ແລະ​ຢ້ານ​ຄົນ​ອື່ນ​ຊິ​ຄິດ​ວ່າ​ອາ​ໂປໂລ​ດີ​ກວ່າ​ລາວ. ເມື່ອ​ເຮົາ​ອ່ານ​ຄຳ​ແນະນຳ​ທີ່​ໂປໂລ​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ໂກຣິນໂທ ເຮົາ​ກໍ​ຮູ້​ວ່າ​ລາວ​ເປັນ​ຄົນ​ຖ່ອມ​ຕົວ ຈຽມ​ຕົວ ແລະ​ມີ​ເຫດຜົນ. ເມື່ອ​ມີ​ຄົນ​ເວົ້າ​ວ່າ: “ຂ້ອຍ​ເປັນ​ລູກສິດ​ຂອງ​ໂປໂລ” ລາວ​ກໍ​ບໍ່​ໄດ້​ອວດ​ຕົວ ແຕ່​ລາວ​ໃຫ້​ຄຳ​ຍົກຍ້ອງ​ທຸກ​ຢ່າງ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຢຊູ.—1 ກຣ. 3:3-6

18. ຕາມ 1 ໂກຣິນໂທ 4:6, 7 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອາ​ໂປໂລ​ແລະ​ໂປໂລ?

18 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ອາ​ໂປໂລ​ແລະ​ໂປໂລ? ເຮົາ​ອາດ​ເຮັດ​ວຽກ​ຫຼາຍ​ຢ່າງ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ແລະ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ. ແຕ່​ເຮົາ​ຮູ້​ວ່າ​ທີ່​ເຮົາ​ເຮັດ​ໄດ້​ແບບ​ນີ້​ກໍ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ. ແລະ​ອີກ​ບົດຮຽນ​ໜຶ່ງ​ກໍ​ຄື ແຮ່ງ​ເຮົາ​ມີ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ມີ​ໂອກາດ​ທີ່​ຈະ​ສ້າງ​ສັນຕິສຸກ​ໃນ​ປະຊາຄົມ​ຫຼາຍ​ເທົ່າ​ນັ້ນ. ເຮົາ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ເຫັນ​ວ່າ​ພີ່ນ້ອງ​ທີ່​ຖືກ​ແຕ່ງ​ຕັ້ງ​ໃນ​ປະຊາຄົມ​ໄດ້​ຊ່ວຍ​ເຮົາ​ໃຫ້​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ແລະ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ​ໂດຍ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ. ແລະ​ເຂົາ​ເຈົ້າ​ບໍ່​ໄດ້​ພະຍາຍາມ​ເປັນ​ຄົນ​ທີ່​ສຳຄັນ ແຕ່​ເຂົາ​ເຈົ້າ​ໄດ້​ຊ່ວຍ​ພີ່ນ້ອງ​ໃຫ້​ເຊື່ອ​ຟັງ​ພະ​ເຢຊູ​ແລະ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເພິ່ນ.—ອ່ານ 1 ໂກຣິນໂທ 4:6, 7

19. ເຮົາ​ທຸກ​ຄົນ​ຄວນ​ເຮັດ​ຫຍັງ? (ເບິ່ງ​ຂອບ “ ຢ່າ​ຍົວະ​ໃຫ້​ມີ​ການ​ແຂ່ງ​ຂັນ​ກັນ”)

19 ເຮົາ​ທຸກ​ຄົນ​ມີ​ພອນ​ສະຫວັນ​ແລະ​ຄວາມ​ສາມາດ​ມາ​ຈາກ​ພະເຈົ້າ. ດັ່ງ​ນັ້ນ ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ນີ້ “ເພື່ອ​ຮັບໃຊ້​ກັນ.” (1 ປຕ. 4:10) ເຮົາ​ອາດ​ຮູ້ສຶກ​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ເປັນ​ພຽງ​ແຕ່​ສິ່ງ​ເລັກໆ​ນ້ອຍໆ. ຄື​ກັບ​ຮອຍ​ຫຍິບ​ນ້ອຍໆ​ທີ່​ສາມາດ​ເຮັດ​ໃຫ້​ເຄື່ອງ​ນຸ່ງ​ຫຍິບ​ຕິດ​ກັນ​ໄດ້ ສິ່ງ​ເລັກໆ​ນ້ອຍໆ​ທີ່​ເຮົາ​ເຮັດ​ກໍ​ຊ່ວຍ​ປະຊາຄົມ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້. ດັ່ງ​ນັ້ນ ເຮົາ​ທຸກ​ຄົນ​ຄວນ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ​ບໍ່​ເຮັດ​ໃຫ້​ຕົວ​ເອງ​ເບິ່ງ​ຄື​ວ່າ​ດີ​ກວ່າ​ຄົນ​ອື່ນ. ແລະ​ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ປະຊາຄົມ.—ອຟຊ. 4:3

ເພງ 80 “ລອງ​ຊີມ​ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ”

^ ຂໍ້ 5 ໝໍ້​ດິນ​ຈະ​ແຕກ​ໄດ້​ງ່າຍ​ຖ້າ​ມັນ​ມີ​ຮອຍ​ແຕກ. ຄ້າຍ​ຄື​ກັນ ປະຊາຄົມ​ກໍ​ຈະ​ແຕກ​ແຍກ​ໄດ້​ງ່າຍ​ຖ້າ​ມີ​ບາງ​ຄົນ​ເລີ່ມ​ມີ​ນິດໄສ​ທີ່​ແຂ່ງ​ຂັນ​ກັນ​ແລະ​ຢາກ​ດີ​ກວ່າ​ຄົນ​ອື່ນ. ຖ້າ​ປະຊາຄົມ​ບໍ່​ເຂັ້ມແຂງ​ແລະ​ບໍ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກໍ​ຈະ​ບໍ່​ມີ​ຄວາມ​ສະຫງົບ​ສຸກ​ແລະ​ນະມັດສະການ​ພະ​ເຢໂຫວາ​ໄດ້​ຍາກ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ສ້າງ​ສັນຕິສຸກ​ໃນ​ປະຊາຄົມ.

^ ຂໍ້ 4 ຊື່​ສົມມຸດ.