ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 29

ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ!

ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ!

“ໃຫ້​ແຕ່​ລະ​ຄົນ . . . ພູມ​ໃຈ​ກັບ​ຕົວ​ເອງ ແລະ​ຢ່າ​ປຽບ​ທຽບ​ກັບ​ຄົນ​ອື່ນ.”—ຄລຕ. 6:4

ເພງ 34 ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບໍ່​ເຄີຍ​ປຽບ​ທຽບ​ເຮົາ​ກັບ​ຄົນ​ອື່ນ?

ພະ​ເຢໂຫວາ​ມັກ​ຄວາມ​ຫຼາກຫຼາຍ. ເຮົາ​ຮູ້​ໄດ້​ຍ້ອນ​ເຫັນ​ສິ່ງ​ຕ່າງໆ​ທີ່​ພະ​ເຢໂຫວາ​ສ້າງ​ບໍ່​ວ່າ​ຈະ​ເປັນ​ຕົ້ນ​ໄມ້​ໃບ​ຫຍ້າ ສັດ​ສາ​ວາ​ສິ່ງ ຫຼື​ແມ່ນ​ແຕ່​ມະນຸດ. ເຮົາ​ແຕ່​ລະ​ຄົນ​ມີ​ບຸກຄະລິກ​ທີ່​ແຕກຕ່າງ​ກັນ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບໍ່​ປຽບ​ທຽບ​ເຮົາ​ກັບ​ຄົນ​ອື່ນ. ແຕ່​ເພິ່ນ​ເບິ່ງ​ເຮົາ​ທີ່​ຫົວໃຈ ແລະ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ແນວ​ໃດ​ແທ້ໆ. (1 ຊາມ. 16:7) ເພິ່ນ​ຮູ້​ຈຸດ​ດີ ຈຸດ​ອ່ອນ​ຂອງ​ເຮົາ ແລະ​ຮູ້​ວ່າ​ເຮົາ​ຖືກ​ລ້ຽງ​ມາ​ແນວ​ໃດ. ແລະ​ເພິ່ນ​ກໍ​ບໍ່​ເຄີຍ​ຂໍ​ໃຫ້​ເຮົາ​ເຮັດ​ເກີນ​ຄວາມ​ສາມາດ​ຂອງ​ເຮົາ. ດັ່ງ​ນັ້ນ ເຮົາ​ກໍ​ຄວນ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ເບິ່ງ​ຕົວ​ເອງ​ໃນ​ແບບ​ທີ່​ພະ​ເຢໂຫວາ​ເບິ່ງ ແລ້ວ​ເຮົາ​ກໍ​ຈະ​ຄິດ “ແບບ​ສົມ​ເຫດ​ສົມ​ຜົນ” ໂດຍ​ບໍ່​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຫຼື​ໜ້ອຍ​ເກີນ​ໄປ.—ຣມ. 12:3

2. ເປັນ​ຫຍັງ​ຈຶ່ງ​ບໍ່​ດີ​ທີ່​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ?

2 ເປັນ​ເລື່ອງ​ທຳມະດາ​ທີ່​ເຮົາ​ຈະ​ສັງເກດ​ເບິ່ງ​ພີ່ນ້ອງ​ທີ່​ປະກາດ​ໄດ້​ດີ. (ຮຣ. 13:7) ເມື່ອ​ເຮົາ​ເຫັນ​ວິທີ​ການ​ປະກາດ​ຂອງ​ເຂົາ​ເຈົ້າ ເຮົາ​ກໍ​ຢາກ​ຈະ​ຮຽນ​ແບບ​ເພື່ອ​ເຮົາ​ຈະ​ປະກາດ​ໄດ້​ດີ​ຂຶ້ນ. (ຟລປ. 3:17) ແຕ່​ການ​ຮຽນ​ແບບ​ຄົນ​ອື່ນ​ກັບ​ການ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ​ມັນ​ຕ່າງ​ກັນ. ເພາະ​ຖ້າ​ເຮົາ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ທໍ້​ໃຈ ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ແລະ​ເຖິງ​ຂັ້ນ​ຮູ້ສຶກ​ອິດສາ​ຄົນ​ອື່ນ. ຄື​ກັບ​ທີ່​ເຮົາ​ຮຽນ​ໃນ​ບົດ​ກ່ອນ ຖ້າ​ເຮົາ​ພະຍາຍາມ​ຢາກ​ດີ​ກວ່າ​ພີ່ນ້ອງ​ຄົນ​ອື່ນ ກໍ​ອາດ​ຈະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໄດ້. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເຕືອນ​ເຮົາ​ວ່າ: “ໃຫ້​ແຕ່​ລະ​ຄົນ​ກວດ​ສອບ​ເບິ່ງ​ສິ່ງ​ທີ່​ຕົວ​ເອງ​ເຮັດ ແລ້ວ​ລາວ​ຈະ​ພູມ​ໃຈ​ກັບ​ຕົວ​ເອງ ແລະ​ຢ່າ​ປຽບ​ທຽບ​ກັບ​ຄົນ​ອື່ນ.”—ຄລຕ. 6:4

3. ເຮົາ​ໄດ້​ເຮັດ​ຫຍັງ​ແດ່​ແລ້ວ​ເຊິ່ງ​ສະແດງ​ວ່າ​ເຮົາ​ກ້າວ​ໜ້າ​ແລະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ?

3 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ກັບ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ຈະ​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ. ຕົວຢ່າງ​ເຊັ່ນ ເມື່ອ​ເຈົ້າ​ຮັບ​ບັບເຕມາ ເຈົ້າ​ກໍ​ມີ​ຄວາມ​ສຸກ​ເພາະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ກ້າວ​ໜ້າ​ແລ້ວ! ເຈົ້າ​ໄດ້​ຕັດສິນ​ໃຈ​ເຮັດ​ແບບ​ນັ້ນ​ດ້ວຍ​ຕົວ​ເອງ​ຍ້ອນ​ເຈົ້າ ຮັກ​ພະ​ເຢໂຫວາ. ຂໍ​ໃຫ້​ຄິດ​ເບິ່ງ​ວ່າ ເພື່ອ​ຈະ​ກ້າວ​ໜ້າ​ຫຼາຍ​ຂຶ້ນ ເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ບໍ ເຊັ່ນ: ເຈົ້າ​ໄດ້​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ແລະ​ສຶກສາ​ສ່ວນ​ຕົວ​ເລິກ​ເຊິ່ງ​ຫຼາຍ​ຂຶ້ນ​ບໍ? ເຈົ້າ​ໄດ້​ອະທິດຖານ​ໃນ​ແບບ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ​ບໍ? (ເພງ. 141:2) ເຈົ້າ​ປະກາດ​ໄດ້​ດີ​ຂຶ້ນ​ແລະ​ຮູ້​ວິທີ​ໃຊ້​ເຄື່ອງ​ມື​ໃນ​ການ​ສອນ​ຫຼາຍ​ຂຶ້ນ​ບໍ? ແລະ​ຖ້າ​ເຈົ້າ​ມີ​ຄອບຄົວ​ແລ້ວ ເຈົ້າ​ໄດ້​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ເປັນ​ຜົວ ເປັນ​ເມຍ ຫຼື​ເປັນ​ພໍ່​ແມ່​ທີ່​ດີ​ຂຶ້ນ​ບໍ? ເຈົ້າ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ກ້າວ​ໜ້າ​ຫຼາຍ​ຂຶ້ນ.

4. ເຮົາ​ຈະ​ຮຽນ​ຫຍັງ​ແດ່​ໃນ​ບົດ​ນີ້?

4 ເຮົາ​ສາມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ຄວາມ​ສຸກ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ເພື່ອ​ຈະ​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ. ແລະ​ເຮົາ​ຍັງ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ບໍ່​ໃຫ້​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ​ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ? ຄູ່​ຜົວ​ເມຍ​ຈະ​ຊ່ວຍ​ກັນ​ແລະ​ກັນ​ແນວ​ໃດ? ຜູ້​ດູ​ແລ​ກັບ​ຄົນ​ອື່ນໆ​ຈະ​ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ແນວ​ໃດ? ແລະ​ສຸດ​ທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ ໃນ​ຄຳພີ​ໄບເບິນ​ມີ​ຫຼັກ​ການ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ແຕ່​ຄົນ​ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ເຮົາ​ເຮັດ​ໄດ້.

ສິ່ງ​ທີ່​ພໍ່​ແມ່​ແລະ​ຄູ່​ຜົວ​ເມຍ​ເຮັດ​ໄດ້

ພໍ່​ແມ່​ຄວນ​ສະແດງ​ໃຫ້​ລູກ​ເຫັນ​ວ່າ​ເຂົາ​ເຈົ້າ​ພູມ​ໃຈ​ໃນ​ຕົວ​ລູກ​ເມື່ອ​ເຫັນ​ລູກ​ເຮັດ​ສິ່ງ​ທີ່​ດີ (ເບິ່ງ​ຂໍ້ 5-6) *

5. ຕາມ​ເອເຟໂຊ 6:4 ພໍ່​ແມ່​ບໍ່​ຄວນ​ເຮັດ​ຫຍັງ?

5 ພໍ່​ແມ່​ຄວນ​ລະວັງ​ທີ່​ຈະ​ບໍ່​ປຽບ​ທຽບ​ລູກ​ກັບ​ຄົນ​ອື່ນ ແລະ​ບໍ່​ຄວນ​ຄາດ​ໝາຍ​ໃຫ້​ລູກ​ເຮັດ​ໃນ​ສິ່ງ​ທີ່​ລູກ​ເຮັດ​ບໍ່​ໄດ້. ເພາະ​ຖ້າ​ເຮັດ​ແບບ​ນັ້ນ​ກໍ​ອາດ​ຈະ​ເຮັດ​ໃຫ້​ລູກ​ຮູ້ສຶກ​ທໍ້​ໃຈ. (ອ່ານ​ເອເຟໂຊ 6:4) ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ຊື່​ຊາຈິໂກະ * ເວົ້າ​ວ່າ: “ອາຈານ​ຄາດ​ໝາຍ​ໃຫ້​ຂ້ອຍ​ເກັ່ງ​ກວ່າ​ໝູ່​ໃນ​ຫ້ອງ ແລະ​ແມ່​ກໍ​ຢາກ​ໃຫ້​ຂ້ອຍ​ໄດ້​ຄະແນນ​ດີ​ເພື່ອ​ຈະ​ໃຫ້​ຄຳ​ພະຍານ​ທີ່​ດີ​ກັບ​ຄູ​ແລະ​ພໍ່​ທີ່​ບໍ່​ມີ​ຄວາມ​ເຊື່ອ. ທີ່​ຈິງ ແມ່​ຢາກ​ໃຫ້​ຂ້ອຍ​ເສັງ​ໄດ້​ຄະແນນ​ເຕັມ 100 ທຸກ​ວິຊາ ເຊິ່ງ​ມັນ​ເປັນ​ໄປ​ບໍ່​ໄດ້. ເຖິງ​ຂ້ອຍ​ຈະ​ຮຽນ​ຈົບ​ມາ​ຫຼາຍ​ປີ​ແລ້ວ ແຕ່​ຂ້ອຍ​ກໍ​ຍັງ​ສົງໄສ​ວ່າ ສິ່ງ​ທີ່​ຂ້ອຍ​ເຮັດ​ເພື່ອ​ພະ​ເຢໂຫວາ​ມັນ​ດີ​ພໍ​ສຳລັບ​ເພິ່ນ​ບໍ.”

6. ພໍ່​ແມ່​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເພງ 131:1, 2?

6 ພໍ່​ແມ່​ຈະ​ໄດ້​ບົດຮຽນ​ທີ່​ສຳຄັນ​ຈາກ​ຫຼັກ​ການ​ທີ່​ຢູ່​ໃນ​ຄຳເພງ 131:1, 2, ລ.ມ. * (ອ່ານ) ໃນ​ຂໍ້​ນັ້ນ​ກະສັດ​ດາວິດ​ບອກ​ວ່າ ລາວ​ບໍ່​ຢາກ​ໄດ້ ‘ສິ່ງ​ທີ່​ສູງ​ສົ່ງ​ເກີນ​ໄປ’ ຫຼື​ສິ່ງ​ທີ່​ຍາກ​ເກີນ​ກຳລັງ​ຂອງ​ລາວ. ຄວາມ​ຖ່ອມ​ຕົວ​ແລະ​ຄວາມ​ຈຽມ​ຕົວ​ຂອງ​ລາວ​ເຮັດ​ໃຫ້​ລາວ​ມີ ‘ຈິດ​ໃຈ​ທີ່​ສະຫງົບ.’ ພໍ່​ແມ່​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳເວົ້າ​ຂອງ​ດາວິດ? ເພື່ອ​ທີ່​ພໍ່​ແມ່​ຈະ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ຈຽມ​ຕົວ ເຂົາ​ເຈົ້າ​ຕ້ອງ​ບໍ່​ຄາດ​ໝາຍ​ຈາກ​ຕົວ​ເອງ​ຫຼາຍ​ເກີນ​ໄປ ແລະ​ບໍ່​ຄາດ​ໝາຍ​ຈາກ​ລູກ​ຫຼາຍ​ເກີນ​ໄປ​ຄື​ກັນ. ຕອນ​ທີ່​ພໍ່​ແມ່​ຊ່ວຍ​ລູກ​ໃຫ້​ຕັ້ງ​ເປົ້າ​ໝາຍ ພໍ່​ແມ່​ຕ້ອງ​ຮູ້​ຂີດ​ຈຳກັດ​ຂອງ​ລູກ​ວ່າ​ເຂົາ​ເຈົ້າ​ເຮັດ​ຫຍັງ​ໄດ້​ແດ່ ເພາະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ລູກ​ໃຫ້​ມີ​ກຳລັງ​ໃຈ​ທີ່​ຈະ​ເຮັດ​ຕາມ​ເປົ້າ​ໝາຍ​ໄດ້. ພີ່ນ້ອງ​ຍິງ​ທີ່​ຊື່​ມາຣີ​ນາ ເວົ້າ​ວ່າ: “ແມ່​ບໍ່​ເຄີຍ​ປຽບ​ທຽບ​ຂ້ອຍ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້ອຍ 3 ຄົນ ຫຼື​ບໍ່​ເຄີຍ​ປຽບ​ທຽບ​ກັບ​ລູກ​ຂອງ​ຄົນ​ອື່ນ. ເພິ່ນ​ສອນ​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄວາມ​ສາມາດ​ທີ່​ແຕກຕ່າງ​ກັນ ແລະ​ພະ​ເຢໂຫວາ​ກໍ​ຮັກ​ເຮົາ​ທຸກ​ຄົນ. ຍ້ອນ​ແມ່​ເຮັດ​ແບບ​ນີ້ ຂ້ອຍ​ຈຶ່ງ​ບໍ່​ມັກ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ.”

7-8. ຜົວ​ຈະ​ເຮັດ​ຫຍັງ​ເພື່ອ​ໃຫ້​ກຽດ​ເມຍ?

7 ຜົວ​ທີ່​ເປັນ​ຄລິດສະຕຽນ​ຈະ​ຕ້ອງ​ໃຫ້​ກຽດ​ເມຍ. (1 ປຕ. 3:7) ການ​ໃຫ້​ກຽດ​ໝາຍ​ເຖິງ​ການ​ໃຫ້​ຄວາມ​ສົນ​ໃຈ​ແລະ​ນັບຖື​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ ຜົວ​ທີ່​ໃຫ້​ກຽດ​ເມຍ​ຈະ​ປະຕິບັດ​ກັບ​ເມຍ​ດ້ວຍ​ຄວາມ​ນັບຖື ລາວ​ຈະ​ບໍ່​ຂໍ​ໃຫ້​ເມຍ​ເຮັດ​ໃນ​ສິ່ງ​ທີ່​ເມຍ​ເຮັດ​ບໍ່​ໄດ້ ແລະ​ລາວ​ຈະ​ບໍ່​ປຽບ​ທຽບ​ເມຍ​ກັບ​ຜູ້​ຍິງ​ຄົນ​ອື່ນ. ຖ້າ​ຜົວ​ມັກ​ປຽບ​ທຽບ​ເມຍ​ກັບ​ຜູ້​ຍິງ​ຄົນ​ອື່ນ​ຈະ​ເຮັດ​ໃຫ້​ເມຍ​ຮູ້ສຶກ​ແນວ​ໃດ? ພີ່ນ້ອງ​ໂຣຊາ​ມີ​ຜົວ​ທີ່​ບໍ່​ໄດ້ເປັນ​ພະຍານ​ພະ​ເຢໂຫວາ ຜົວ​ຂອງ​ລາວ​ມັກ​ຈະ​ປຽບ​ທຽບ​ລາວ​ກັບ​ຜູ້​ຍິງ​ຄົນ​ອື່ນ​ເລື້ອຍໆ. ຄຳເວົ້າ​ທີ່​ບໍ່​ດີ​ຂອງ​ຜົວ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ລາວ​ຮູ້ສຶກ​ເສຍໃຈ ແຕ່​ຍັງ​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ລາວ​ບອກ​ວ່າ: “ຂ້ອຍ​ຕ້ອງ​ພະຍາຍາມ​ເຕືອນ​ຕົວ​ເອງ​ຢູ່​ສະເໝີ​ວ່າ ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ໃນ​ໂຕ​ຂ້ອຍ.” ກົງ​ກັນ​ຂ້າມ ຜົວ​ທີ່​ເປັນ​ຄລິດສະຕຽນ​ຈະ​ໃຫ້​ກຽດ​ເມຍ​ເພາະ​ລາວ​ຮູ້​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ລາວ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ເມຍ​ແລະ​ກັບ​ພະ​ເຢໂຫວາ. *

8 ຜົວ​ທີ່​ໃຫ້​ກຽດ​ເມຍ​ຈະ​ຊົມ​ເຊີຍ​ເມຍ ສະແດງ​ຄວາມ​ຮັກ​ຕໍ່​ເມຍ​ແລະ​ເຮັດ​ໃຫ້​ເມຍ​ຮູ້ສຶກ​ວ່າ​ລາວ​ມີ​ຄ່າ. (ສຸພາ. 31:28) ພີ່ນ້ອງ​ຄາຕາຣິນາ​ທີ່​ເວົ້າ​ເຖິງ​ໃນ​ບົດ​ກ່ອນ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ. ຍ້ອນ​ຕອນ​ຍັງ​ນ້ອຍ ແມ່​ລາວ​ມັກ​ເວົ້າ​ດູຖູກ​ແລະ​ປຽບ​ທຽບ​ລາວ​ກັບ​ເດັກ​ນ້ອຍ​ຄົນ​ອື່ນ​ເຊິ່ງ​ລວມ​ເຖິງ​ໝູ່​ລາວ​ນຳ. ຕັ້ງ​ແຕ່​ນັ້ນ​ມາ ລາວ​ກໍ​ມັກ​ຈະ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ​ເຖິງ​ວ່າ​ຈະ​ເຂົ້າ​ມາ​ໃນ​ຄວາມ​ຈິງ​ແລ້ວ​ກໍ​ຕາມ! ແຕ່​ຜົວ​ຂອງ​ລາວ​ໄດ້​ຊ່ວຍ​ລາວ​ບໍ່​ໃຫ້​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ແລະ​ຊ່ວຍ​ລາວ​ໃຫ້​ເຊົາ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. ຄາຕາຣິນາ​ບອກ​ວ່າ: “ຜົວ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ຂ້ອຍ ຊົມ​ເຊີຍ​ຂ້ອຍ​ເມື່ອ​ຂ້ອຍ​ເຮັດ​ສິ່ງ​ທີ່​ດີ​ແລະ​ຍັງ​ໄດ້​ອະທິດຖານ​ເພື່ອ​ຂ້ອຍ. ລາວ​ຍັງ​ຊ່ວຍ​ຂ້ອຍ​ໃຫ້​ຄິດ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ພະ​ເຢໂຫວາ​ແລະ​ຊ່ວຍ​ຂ້ອຍ​ໃຫ້​ແກ້ໄຂ​ຄວາມ​ຄິດ​ທີ່​ບໍ່​ດີ.”

ສິ່ງ​ທີ່​ຜູ້​ດູ​ແລ​ແລະ​ພີ່ນ້ອງ​ຄົນ​ອື່ນ​ເຮັດ​ໄດ້

9-10. ຜູ້​ດູ​ແລ​ໄດ້​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ບໍ່​ໃຫ້​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ?

9 ຜູ້​ດູ​ແລ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ມັກ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ? ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ທີ່​ຊື່​ຮານູນິ​ເຊິ່ງ​ຕອນ​ຍັງ​ນ້ອຍ​ລາວ​ບໍ່​ຄ່ອຍ​ໄດ້​ຮັບ​ຄຳ​ຊົມ​ເຊີຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ເປັນ​ຄົນ​ຂີ້​ອາຍ ແລະ​ຮູ້ສຶກ​ວ່າ​ຄົນ​ອື່ນ​ດີ​ກວ່າ​ຂ້ອຍ. ຂ້ອຍ​ຈື່​ໄດ້​ວ່າ​ຂ້ອຍ​ເລີ່ມ​ປຽບ​ທຽບ​ຕົວ​ເອງ​ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ​ພຸ້ນ.” ເຖິງ​ວ່າ​ລາວ​ຈະ​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ​ແລ້ວ ແຕ່​ລາວ​ກໍ​ຍັງ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ​ຢູ່. ດັ່ງ​ນັ້ນ ລາວ​ຈຶ່ງ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ເລີຍ​ໃນ​ປະຊາຄົມ. ແຕ່​ຕອນ​ນີ້​ລາວ​ເປັນ​ໄພໂອເນຍ​ທີ່​ມີ​ຄວາມ​ສຸກ​ຫຼາຍ. ຍ້ອນ​ຫຍັງ?

10 ຮານູນິ​ບອກ​ວ່າ​ຜູ້​ດູ​ແລ​ໄດ້​ຊ່ວຍ​ລາວ. ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ວ່າ​ລາວ​ມີ​ຄ່າ​ໃນ​ປະຊາຄົມ ແລະ​ຊົມ​ເຊີຍ​ວ່າ​ລາວ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພີ່ນ້ອງ​ຄົນ​ອື່ນ. ລາວ​ເລົ່າ​ວ່າ: “ເມື່ອ​ຜູ້​ດູ​ແລ​ຂໍ​ໃຫ້​ຂ້ອຍ​ໄປ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຍິງ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ຂ້ອຍ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ມີ​ຄ່າ. ຂ້ອຍ​ຈື່​ໄດ້​ຕອນ​ທີ່​ຜູ້​ດູ​ແລ​ຂອບໃຈ​ຂ້ອຍ​ຕອນ​ທີ່​ຂ້ອຍ​ໄປ​ຊ່ວຍ​ເຫຼືອ​ພີ່ນ້ອງ​ຍິງ​ທີ່​ອາຍຸ​ໜ້ອຍ​ກວ່າ. ແລ້ວ​ເຂົາ​ເຈົ້າ​ກໍ​ໄດ້​ອ່ານ 1 ເທຊະໂລນິກ 1:2, 3 ໃຫ້​ຂ້ອຍ​ຟັງ. ຂ້ອຍ​ຮູ້ສຶກ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ! ຍ້ອນ​ຜູ້​ດູ​ແລ​ໄດ້​ຊ່ວຍ​ເຫຼືອ​ຂ້ອຍ ຂ້ອຍ​ຈຶ່ງ​ຮູ້ສຶກ​ວ່າ​ຕົວ​ເອງ​ມີ​ຄ່າ​ໃນ​ອົງການ​ຂອງ​ພະ​ເຢໂຫວາ.”

11. ຕາມ​ເອຊາອີ 57:15 ເຮົາ​ຈະ​ຊ່ວຍ “ຄົນ​ທີ່​ຖືກ​ກົດ​ຂີ່​ແລະ​ຄົນ​ທີ່​ຕ່ຳ​ຕ້ອຍ” ແນວ​ໃດ?

11 ອ່ານ​ເອຊາອີ 57:15, ລ.ມ. * ພະ​ເຢໂຫວາ​ເປັນ​ຫ່ວງ “ຄົນ​ທີ່​ຖືກ​ກົດ​ຂີ່​ແລະ​ຄົນ​ທີ່​ຕ່ຳ​ຕ້ອຍ” ຫຼາຍ. ເຮົາ​ທຸກ​ຄົນ​ສາມາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໄດ້ ບໍ່​ແມ່ນ​ແຕ່​ຜູ້​ດູ​ແລ​ເທົ່າ​ນັ້ນ​ທີ່​ເຮັດ​ແບບ​ນີ້. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ກໍ​ຄື​ສົນ​ໃຈ​ເຂົາ​ເຈົ້າ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ມີ​ຄ່າ​ຫຼາຍ​ຕໍ່​ເພິ່ນ. (ສຸພາ. 19:17) ແລະ​ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ສາມາດ​ຊ່ວຍ​ພີ່ນ້ອງ​ໄດ້​ກໍ​ຄື ເປັນ​ຄົນ​ຖ່ອມ​ແລະ​ບໍ່​ອວດ​ຄວາມ​ສາມາດ​ຂອງ​ຕົວ​ເອງ. ເຮົາ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ວ່າ​ເຮົາ​ເປັນ​ຄົນ​ສຳຄັນ ເພາະ​ອາດ​ເຮັດ​ໃຫ້​ພີ່ນ້ອງ​ອິດສາ​ເຮົາ​ໄດ້. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ​ເຮົາ​ຈະ​ໃຊ້​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ຊ່ວຍ​ຄົນ​ອື່ນ.—1 ປຕ. 4:10, 11

ພວກ​ລູກສິດ​ມັກ​ຢູ່​ນຳ​ພະ​ເຢຊູ​ເພາະ​ເພິ່ນ​ບໍ່​ເຄີຍ​ຄິດ​ວ່າ​ຕົວ​ເອງ​ດີ​ກວ່າ​ຄົນ​ອື່ນ ແລະ​ເພິ່ນ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ເຂົາ​ເຈົ້າ (ເບິ່ງ​ຂໍ້ 12)

12. ເປັນ​ຫຍັງ​ຄົນ​ທີ່​ຕ່ຳ​ຕ້ອຍ​ຈຶ່ງ​ຢາກ​ເຂົ້າ​ໃກ້​ພະ​ເຢຊູ? (ເບິ່ງ​ຮູບ​ໜ້າ​ປົກ)

12 ເຮົາ​ຍັງ​ຈະ​ຮູ້​ວິທີ​ປະຕິບັດ​ກັບ​ຄົນ​ອື່ນ​ເມື່ອ​ເຮົາ​ເບິ່ງ​ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ. ພະ​ເຢຊູ​ເປັນ​ຄົນ​ທີ່​ເກັ່ງ​ທີ່​ສຸດ​ໃນ​ໂລກ ແຕ່​ເພິ່ນ​ກໍ​ເປັນ “ຄົນ​ອ່ອນ​ໂຍນ​ແລະ​ຖ່ອມ​ຕົວ.” (ມທ. 11:28-30) ເພິ່ນ​ບໍ່​ໄດ້​ອວດ​ວ່າ​ຕົວ​ເອງ​ມີ​ຄວາມ​ຮູ້​ຫຼື​ສະຫຼາດ​ກວ່າ​ຄົນ​ອື່ນ. ເພິ່ນ​ສອນ​ໂດຍ​ໃຊ້​ຕົວຢ່າງ​ປຽບ​ທຽບ​ແລະ​ຄຳເວົ້າ​ງ່າຍໆ​ເພື່ອ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ທຸກ​ຄົນ​ແມ່ນ​ແຕ່​ຄົນ​ທີ່​ຕ່ຳ​ຕ້ອຍ. (ລກ. 10:21) ພະ​ເຢຊູ​ບໍ່​ຄື​ກັບ​ພວກ​ຫົວ​ໜ້າ​ສາສະໜາ​ທີ່​ຍິ່ງ​ຈອງຫອງ. ເພິ່ນ​ບໍ່​ເຄີຍ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄ່າ​ຕໍ່​ພະເຈົ້າ. (ຢຮ. 6:37) ແຕ່​ເພິ່ນ​ໃຫ້​ກຽດ​ທຸກ​ຄົນ​ແມ່ນ​ແຕ່​ຄົນ​ທີ່​ຕ່ຳ​ຕ້ອຍ.

13. ພະ​ເຢຊູ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ຕໍ່​ພວກ​ລູກສິດ​ແນວ​ໃດ?

13 ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ກັບ​ພວກ​ລູກສິດ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ​ທີ່​ເພິ່ນ​ມີ​ຕໍ່​ເຂົາ​ເຈົ້າ. ເພິ່ນ​ຮູ້​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສາມາດ​ແລະ​ສະພາບການ​ທີ່​ແຕກຕ່າງ​ກັນ ແລະ​ເຮັດ​ວຽກ​ມອບ​ໝາຍ​ໄດ້​ບໍ່​ເທົ່າ​ກັນ. ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ໃຫ້​ແຕ່​ລະ​ຄົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ບໍ່​ຄື​ກັນ. ແຕ່​ຖ້າ​ເຂົາ​ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ເພິ່ນ​ກໍ​ພູມ​ໃຈ​ໃນ​ໂຕ​ເຂົາ​ເຈົ້າ​ແຕ່​ລະ​ຄົນ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ຈາກ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເງິນ​ຕະລັນ. ໃນ​ເລື່ອງ​ນັ້ນ ນາຍ​ໄດ້​ມອບ​ວຽກ​ໃຫ້​ທາດ “ຕາມ​ຄວາມ​ສາມາດ​ຂອງ​ທາດ​ແຕ່​ລະ​ຄົນ.” ເຖິງ​ວ່າ​ທາດ​ຜູ້​ໜຶ່ງ​ຈະ​ໄດ້​ກຳໄລ​ຫຼາຍ​ກວ່າ​ອີກ​ຜູ້​ໜຶ່ງ ແຕ່​ນາຍ​ກໍ​ຊົມ​ເຊີຍ​ທາດ​ທັງ​ສອງ​ຄົນ​ນີ້​ດ້ວຍ​ຄຳເວົ້າ​ແບບ​ດຽວ​ກັນ​ທີ່​ວ່າ: “ດີ​ຫຼາຍ ເຈົ້າ​ເປັນ​ທາດ​ທີ່​ດີ​ແລະ​ສັດ​ຊື່!”—ມທ. 25:14-23

14. ເຮົາ​ຈະ​ຮຽນ​ແບບ​ວິທີ​ທີ່​ພະ​ເຢຊູ​ປະຕິບັດ​ກັບ​ຄົນ​ອື່ນ​ໄດ້​ແນວ​ໃດ?

14 ພະ​ເຢຊູ​ປະຕິບັດ​ກັບ​ເຮົາ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ກະລຸນາ. ເພິ່ນ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ມີ​ຄວາມ​ສາມາດ​ແລະ​ສະພາບການ​ທີ່​ແຕກຕ່າງ​ກັນ. ແຕ່​ເມື່ອ​ເຮົາ ເຮັດ​ສຸດ​ຄວາມ​ສາມາດ ເພິ່ນ​ກໍ​ພູມ​ໃຈ​ໃນ​ຕົວ​ເຮົາ. ເຮົາ​ຄວນ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ດີ​ຄື​ກັບ​ທີ່​ພະ​ເຢຊູ​ເຮັດ. ເຮົາ​ບໍ່​ຄວນ​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ຄ່າ ຫຼື​ຮູ້ສຶກ​ອາຍ​ທີ່​ເຮັດ​ບໍ່​ໄດ້​ຄື​ກັບ​ຄົນ​ອື່ນ. ແຕ່​ເຮົາ​ຄວນ​ຊົມ​ເຊີຍ​ພີ່ນ້ອງ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ.

ຕັ້ງ​ເປົ້າ​ໝາຍ​ທີ່​ເຈົ້າ​ເຮັດ​ໄດ້

ມີ​ຄວາມ​ສຸກ​ກັບ​ການ​ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ໄດ້​ສຳເລັດ (ເບິ່ງ​ຂໍ້ 15-16) *

15-16. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ຕັ້ງ​ເປົ້າ​ໝາຍ​ທີ່​ລາວ​ສາມາດ​ເຮັດ​ໄດ້?

15 ຖ້າ​ເຮົາ​ຕັ້ງ​ເປົ້າ​ໝາຍ​ໃນ​ວຽກ​ຮັບໃຊ້ ຊີວິດ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ໝາຍ​ຫຼາຍ​ຂຶ້ນ. ແຕ່​ເຮົາ​ຕ້ອງ​ຕັ້ງ​ເປົ້າ​ໝາຍ​ຕາມ​ຄວາມ​ສາມາດ​ແລະ​ສະພາບການ​ຂອງ​ເຮົາ. ເພາະ​ຖ້າ​ເຮົາ​ຕັ້ງ​ເປົ້າ​ໝາຍ​ຕາມ​ຄວາມ​ສາມາດ​ແລະ​ສະພາບການ​ຂອງ​ຄົນ​ອື່ນ ເຮົາ​ອາດ​ຈະ​ເຮັດ​ບໍ່​ໄດ້ ແລະ​ອາດ​ເຮັດ​ໃຫ້​ຮູ້ສຶກ​ຜິດ​ຫວັງ​ແລະ​ທໍ້​ໃຈ. (ລກ. 14:28) ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ໄພໂອເນຍ​ຄົນ​ໜຶ່ງ​ທີ່​ຊື່​ມິໂດຣິ.

16 ຕອນ​ທີ່​ມິໂດຣິ​ຍັງ​ນ້ອຍ ພໍ່​ຂອງ​ລາວ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ລາວ​ຮູ້ສຶກ​ຕ່ຳ​ຕ້ອຍ​ໂດຍ​ປຽບ​ທຽບ​ລາວ​ກັບ​ໝູ່​ທີ່​ຢູ່​ໃນ​ໂຮງ​ຮຽນ​ແລະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ. ມິໂດຣິ​ເວົ້າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ຫຍັງ​ເລີຍ.” ແຕ່​ເມື່ອ​ລາວ​ໃຫຍ່​ຂຶ້ນ ລາວ​ກໍ​ຮູ້ສຶກ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ຂຶ້ນ. ລາວ​ບອກ​ວ່າ: “ການ​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ສະບາຍ​ໃຈ.” ນອກ​ຈາກ​ນັ້ນ ມິໂດຣິ​ຍັງ​ໄດ້​ຕັ້ງ​ເປົ້າ​ໝາຍ​ທີ່​ລາວ​ສາມາດ​ເຮັດ​ໄດ້. ແລະ​ລາວ​ກໍ​ໄດ້​ອະທິດຖານ​ຢ່າງ​ເຈາະ​ຈົງ​ເພື່ອ​ຊ່ວຍ​ໃຫ້​ລາວ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ໄດ້. ນີ້​ໄດ້​ຊ່ວຍ​ມິໂດຣິ​ໃຫ້​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.

ເຮັດ​ດີ​ທີ່​ສຸດ​ເພື່ອ​ພະ​ເຢໂຫວາ​ສະເໝີ

17. ເຮົາ​ຈະ “ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່ [ຂອງ​ເຮົາ] ຢ່າງ​ຕໍ່​ເນື່ອງ” ໄດ້​ແນວ​ໃດ? ແລະ​ຜົນ​ເປັນ​ແນວ​ໃດ?

17 ເພື່ອ​ຈະ​ປ່ຽນ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ໄດ້​ຕ້ອງ​ໃຊ້​ເວລາ. ພະ​ເຢໂຫວາ​ຈຶ່ງ​ເຕືອນ​ເຮົາ​ວ່າ: “ໃຫ້​ພວກ​ເຈົ້າ​ປ່ຽນ​ແປງ​ຄວາມ​ຄິດ​ຈິດ​ໃຈ​ໃໝ່​ຢ່າງ​ຕໍ່​ເນື່ອງ.” (ອຟຊ. 4:23, 24) ເພື່ອ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ເຮົາ​ຕ້ອງ​ອະທິດຖານ ສຶກສາ​ຄຳພີ​ໄບເບິນ ແລະ​ຄິດ​ຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ. ໃຫ້​ເຮັດ​ແບບ​ນີ້​ຕໍ່ໆ​ໄປ​ແລະ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ. ແລ້ວ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. ແລະ​ພະ​ເຢໂຫວາ​ຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ມີ​ຄວາມ​ຄິດ​ທີ່​ອິດສາ​ຫຼື​ຍິ່ງ​ຈອງຫອງ​ບໍ ຖ້າ​ຫາກ​ວ່າ​ເຮົາ​ມີ​ເພິ່ນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ຕົວ​ເອງ​ທັນທີ.

18. ຄຳເວົ້າ​ທີ່​ຢູ່​ໃນ 2 ຂ່າວຄາວ 6:29, 30 ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

18 ອ່ານ 2 ຂ່າວຄາວ 6:29, 30, ລ.ມ. * ພະ​ເຢໂຫວາ​ຮູ້​ຄວາມຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ພະ​ເຢໂຫວາ​ຍັງ​ຮູ້​ວ່າ​ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຄິດ​ທີ່​ບໍ່​ດີ​ຂອງ​ໂລກ ແລະ​ຄວາມ​ບໍ່​ສົມບູນ​ແບບ​ຂອງ​ຕົວ​ເອງ. ເມື່ອ​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ພະຍາຍາມ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ຄິດ​ທີ່​ບໍ່​ດີ​ເຫຼົ່າ​ນັ້ນ ພະ​ເຢໂຫວາ​ກໍ​ແຮ່ງ​ຮັກ​ເຮົາ​ຫຼາຍ​ຂຶ້ນ.

19. ພະ​ເຢໂຫວາ​ໄດ້​ໃຊ້​ຕົວຢ່າງ​ປຽບ​ທຽບ​ຫຍັງ ເພື່ອ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ກັບ​ເຮົາ?

19 ພະ​ເຢໂຫວາ​ໄດ້​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຄວາມ​ຮັກ​ທີ່​ແມ່​ມີ​ຕໍ່​ລູກ​ເພື່ອ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ກັບ​ເຮົາ. (ເອຊາ. 49:15) ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ແມ່​ຜູ້​ໜຶ່ງ​ທີ່​ຊື່​ຣາເຊວ. ລາວ​ເວົ້າ​ວ່າ: “ສະເຕຟານີ​ລູກ​ສາວ​ຂ້ອຍ​ໄດ້​ເກີດ​ກ່ອນ​ກຳນົດ. ຕອນ​ທຳອິດ​ທີ່​ຂ້ອຍ​ເຫັນ​ລາວ ລາວ​ໂຕ​ນ້ອຍໆ​ແລະ​ເບິ່ງ​ເປັນ​ຕາ​ອີ່ຕົນ. ເດືອນ​ທຳອິດ​ທີ່​ລູກ​ຢູ່​ໃນ​ຕູ້​ອົບ ໝໍ​ອະນຸຍາດ​ໃຫ້​ຂ້ອຍ​ອູ້ມ​ລູກ​ທຸກ​ມື້. ນີ້​ເຮັດ​ໃຫ້​ຂ້ອຍ​ຜູກ​ພັນ​ກັບ​ລູກ​ຫຼາຍ. ຕອນ​ນີ້​ລາວ​ອາຍຸ​ໄດ້ 6 ປີ​ແລ້ວ ແຕ່​ລາວ​ໂຕ​ນ້ອຍ​ກວ່າ​ຄົນ​ອື່ນ​ທີ່​ອາຍຸ​ສ່ຳ​ກັບ​ລາວ. ຂ້ອຍ​ຮັກ​ລາວ​ຫຼາຍ ຍ້ອນ​ຂ້ອຍ​ເຫັນ​ວ່າ​ລາວ​ຕ້ອງ​ຕໍ່​ສູ້​ກັບ​ບັນຫາ​ສຸຂະພາບ​ເພື່ອ​ທີ່​ຈະ​ມີ​ຊີວິດ​ຢູ່. ລາວ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ!” ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ແທ້ໆ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ ເມື່ອ​ເຫັນ​ວ່າ​ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ບັນຫາ​ຫຼາຍ​ຢ່າງ​ເພື່ອ​ຈະ​ຮັບໃຊ້​ເພິ່ນ!

20. ເປັນ​ຫຍັງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຈຶ່ງ​ມີ​ຄວາມ​ສຸກ?

20 ເຖິງ​ວ່າ​ເຮົາ​ທຸກ​ຄົນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຈະ​ແຕກຕ່າງ​ກັນ ແຕ່​ເພິ່ນ​ກໍ​ເບິ່ງ​ວ່າ​ເຮົາ​ທຸກ​ຄົນ​ມີ​ຄ່າ​ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ເພິ່ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ມາ​ຮູ້ຈັກ​ເພິ່ນ​ບໍ່​ແມ່ນ​ຍ້ອນ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ ແຕ່​ຍ້ອນ​ເພິ່ນ​ເຫັນ​ວ່າ​ເຮົາ​ເປັນ​ຄົນ​ຖ່ອມ ພ້ອມ​ທີ່​ຈະ​ຮຽນ​ຮູ້​ແລະ​ປ່ຽນ​ແປງ​ຕົວ​ເອງ​ເພື່ອ​ເພິ່ນ. (ເພງ. 25:9) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ທີ່​ເຮົາ​ຮັບໃຊ້​ເພິ່ນ​ສຸດ​ຄວາມ​ສາມາດ. ເມື່ອ​ເຮົາ​ມີ​ຄວາມ​ອົດ​ທົນ​ແລະ​ສັດ​ຊື່​ຕໍ່​ເພິ່ນ ນີ້​ກໍ​ສະແດງ​ວ່າ​ເຮົາ​ເປັນ​ຄົນ​ທີ່ “ມີ​ຫົວໃຈ​ທີ່​ດີ​ແລະ​ສັດ​ຊື່.” (ລກ. 8:15) ດັ່ງ​ນັ້ນ ໃຫ້​ເຮົາ ເຮັດ​ດີ​ທີ່​ສຸດ​ເພື່ອ​ພະ​ເຢໂຫວາ​ສະເໝີ. ແລ້ວ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ “ພູມ​ໃຈ​ກັບ​ຕົວ​ເອງ.”

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

^ ຂໍ້ 5 ພະ​ເຢໂຫວາ​ບໍ່​ເຄີຍ​ປຽບ​ທຽບ​ເຮົາ​ກັບ​ຄົນ​ອື່ນ. ແຕ່​ເຮົາ​ອາດ​ຈະ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ ແລ້ວ​ກໍ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ດີ​ພໍ. ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ດີ​ທີ່​ເຮົາ​ຈະ​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. ແລະ​ເຮົາ​ຈະ​ຊ່ວຍ​ຄອບຄົວ​ແລະ​ພີ່ນ້ອງ​ໃນ​ປະຊາຄົມ​ແນວ​ໃດ​ໃຫ້​ເບິ່ງ​ຕົວ​ເອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ

^ ຂໍ້ 5 ຊື່​ສົມມຸດ.

^ ຂໍ້ 6 ຄຳເພງ 131:1, 2 (ລ.ມ.): “ພະ​ເຢໂຫວາ ຂ້ອຍ​ບໍ່​ແມ່ນ​ຄົນ​ຍິ່ງ​ແລະ​ບໍ່​ແມ່ນ​ຄົນ​ຍະ​ໂສ ຂ້ອຍ​ບໍ່​ຄິດ​ຢາກ​ໄດ້​ສິ່ງ​ທີ່​ສູງ​ສົ່ງ​ເກີນ​ໄປ ຫຼື​ຢາກ​ມີ​ສິ່ງ​ທີ່​ເກີນ​ກຳລັງ​ຂອງ​ຂ້ອຍ. ແຕ່​ຂ້ອຍ​ເຮັດ​ໃຫ້​ຈິດ​ໃຈ​ສະຫງົບ​ຄື​ເດັກ​ນ້ອຍ​ທີ່​ຢ່າ​ນົມ​ແລະ​ໄດ້​ຢູ່​ກັບ​ແມ່ ຂ້ອຍ​ສະບາຍ​ໃຈ​ຄື​ເດັກ​ນ້ອຍ​ທີ່​ຢ່າ​ນົມ​ແລ້ວ.”

^ ຂໍ້ 7 ເຖິງ​ວ່າ​ຫຼັກ​ການ​ນີ້​ຈະ​ເວົ້າ​ເຖິງ​ຜົວ ແຕ່​ຫຼັກ​ການ​ນີ້​ກໍ​ໃຊ້​ໄດ້​ກັບ​ເມຍ​ຄື​ກັນ.

^ ຂໍ້ 11 ເອຊາອີ 57:15 (ລ.ມ.): “ພະເຈົ້າ​ອົງ​ສູງ​ສຸດ​ຜູ້​ສູງ​ສົ່ງ ຜູ້​ມີ​ຊີວິດ​ຢູ່ຕະຫຼອດ​ໄປ​ເຊິ່ງ​ຊື່​ຂອງ​ພະອົງ​ນັ້ນ​ບໍລິສຸດ ພະອົງ​ເວົ້າ​ວ່າ ‘ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ບ່ອນ​ສູງ​ສົ່ງ​ແລະ​ບໍລິສຸດ ແຕ່​ເຮົາ​ກໍ​ຢູ່​ກັບ​ຄົນ​ທີ່​ຖືກ​ກົດ​ຂີ່​ແລະ​ຄົນ​ທີ່​ຕ່ຳ​ຕ້ອຍ ເພື່ອ​ຈະ​ຍົກ​ຄົນ​ທີ່​ຕ່ຳ​ຕ້ອຍ​ຂຶ້ນ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ຖືກ​ກົດ​ຂີ່.”

^ ຂໍ້ 18 2 ຂ່າວຄາວ 6:29, 30, (ລ.ມ.): “ຖ້າ​ຄົນ​ໜຶ່ງ​ຄົນ​ໃດ​ຫຼື​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພະອົງ​ທັງ​ໝົດ​ພາ​ກັນ​ອະທິດຖານ ຫຼື​ຂໍ​ຄວາມ​ເມດຕາ​ຈາກ​ພະອົງ​ບໍ່​ວ່າ​ເລື່ອງ​ຫຍັງ (ເພາະ​ແຕ່​ລະ​ຄົນ​ກໍ​ຮູ້​ວ່າ​ຕົວ​ເອງ​ມີ​ເລື່ອງ​ທຸກ​ໃຈ​ຫຍັງ) ແລະ​ຊູ​ມື​ມາ​ທາງ​ວິຫານ​ນີ້ ຂໍ​ພະອົງ​ຟັງ​ຈາກ​ບ່ອນ​ຢູ່​ຂອງ​ພະອົງ​ໃນ​ສະຫວັນ ຂໍ​ໃຫ້​ອະໄພ​ລາວ ແລະ​ຕອບ​ແທນ​ແຕ່​ລະ​ຄົນ​ຕາມ​ການ​ກະທຳ​ຂອງ​ລາວ ເພາະ​ພະອົງ​ອ່ານ​ຫົວໃຈ​ຂອງ​ລາວ​ໄດ້ (ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ອ່ານ​ຫົວໃຈ​ມະນຸດ​ໄດ້)”

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ການ​ນະມັດສະການ​ຄອບຄົວ ພໍ່​ແມ່​ມີ​ຄວາມ​ສຸກ​ທີ່​ເຫັນ​ວ່າ​ລູກ​ແຕ່​ລະ​ຄົນ​ໄດ້​ຊ່ວຍ​ກັນ​ສ້າງ​ເຮືອ​ໂນອາ.

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ແມ່​ທີ່​ລ້ຽງ​ລູກ​ຄົນ​ດຽວ​ເຊິ່ງ​ມີ​ລູກ​ນ້ອຍ ໄດ້​ຈັດ​ຕາ​ຕະລາງ​ເພື່ອ​ຈະ​ເປັນ​ໄພໂອເນຍ​ສົມທົບ ແລະ​ລາວ​ກໍ​ມີ​ຄວາມ​ສຸກ​ທີ່​ເຮັດ​ໄດ້​ຕາມ​ເປົ້າ​ໝາຍ.