ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 31

ເຈົ້າ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ບໍ?

ເຈົ້າ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ບໍ?

“ຂ້ອຍ​ຈະ​ອົດ​ທົນ​ລໍ​ຖ້າ.”—ມີເກ 7:7, ລ.ມ.

ເພງ 128 ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ

ໃຈ​ຄວາມ​ສຳຄັນ *

1-2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຄື່ອງ​ທີ່​ເຈົ້າ​ສັ່ງ​ບໍ່​ໄດ້​ມາ​ຕາມ​ເວລາ​ທີ່​ເຈົ້າ​ຕ້ອງການ? ເຈົ້າ​ຮູ້ສຶກ​ຜິດ​ຫວັງ​ແມ່ນ​ບໍ? ຄື​ກັບ​ສຸພາສິດ 13:12, ລ.ມ. ບອກ​ວ່າ “ຄວາມ​ຄາດ​ຫວັງ​ທີ່​ຖືກ​ເລື່ອນ​ອອກ​ໄປ​ເຮັດ​ໃຫ້​ເສຍໃຈ.” ແຕ່​ຖ້າ​ເຈົ້າ​ຮູ້​ເຫດຜົນ​ວ່າ​ເປັນ​ຫຍັງ​ເຄື່ອງ​ທີ່​ເຈົ້າ​ສັ່ງ​ຈຶ່ງ​ມາ​ຊ້າ ເຈົ້າ​ກໍ​ຈະ​ເຕັມ​ໃຈ​ອົດ​ທົນ​ລໍ​ຖ້າ.

2 ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ຫຼັກ​ການ​ຈາກ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້ “ອົດ​ທົນ​ລໍ​ຖ້າ” ຕໍ່ໆ​ໄປ​ໄດ້. (ມີເກ 7:7) ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ 2 ເລື່ອງ​ທີ່​ເຮົາ​ຕ້ອງ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດ​ທົນ. ແລະ​ສຸດ​ທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄົນ​ທີ່​ເຕັມ​ໃຈ​ລໍ​ຖ້າ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ອົດ​ທົນ

3. ຫຼັກ​ການ​ທີ່​ຢູ່​ໃນ​ສຸພາສິດ 13:11 ສອນ​ຫຍັງ​ເຮົາ?

3 ໃນ​ຄຳພີ​ໄບເບິນ​ມີ​ຫຼັກ​ການ​ທີ່​ສອນ​ເຮົາ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ອົດ​ທົນ. ໃນ​ສຸພາສິດ 13:11, ລ.ມ. ບອກ​ວ່າ: “ຊັບ​ສິນ​ທີ່​ໄດ້​ມາ​ງ່າຍໆ​ຈະ​ໝົດ​ໄປ ແຕ່​ຊັບ​ສິນ​ຂອງ​ຄົນ​ທີ່​ເກັບ​ເລັກ​ເກັບ​ນ້ອຍ ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ.” ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຂໍ້​ນີ້? ຖ້າ​ເຮົາ​ຄ່ອຍໆ​ເຮັດ​ສິ່ງ​ຕ່າງໆ​ດ້ວຍ​ຄວາມ​ອົດ​ທົນ ເຮົາ​ກໍ​ຈະ​ໄດ້​ຮັບ​ຜົນ​ທີ່​ດີ.

4. ຫຼັກ​ການ​ທີ່​ຢູ່​ໃນ​ສຸພາສິດ 4:18 ສອນ​ຫຍັງ​ເຮົາ?

4 ສຸພາສິດ 4:18, ລ.ມ. ບອກ​ວ່າ “ທາງ​ຂອງ​ຄົນ​ດີ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ຍາມ​ເຊົ້າ ເຊິ່ງ​ສະຫວ່າງ​ຂຶ້ນ​ເລື້ອຍໆ​ຈົນ​ເຖິງ​ຕອນ​ທ່ຽງ.” ໃນ​ຂໍ້ນີ້​ບອກ​ໃຫ້​ເຮົາ​ຮູ້​ວ່າ ພະ​ເຢໂຫວາ​ຈະ​ຄ່ອຍໆ​ເປີດ​ເຜີຍ​ຄວາມ​ຕ້ອງການ​ຂອງ​ເພິ່ນ​ໃຫ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ຮູ້ຈັກ. ແລະ​ຂໍ້​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຄລິດສະຕຽນ​ຈະ​ປ່ຽນ​ແປງ​ຕົວ​ເອງ ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແຕ່​ເພື່ອ​ຈະ​ເຮັດ​ແບບ​ນີ້​ໄດ້​ເຮົາ​ຕ້ອງ​ໃຊ້​ເວລາ. ຖ້າ​ເຮົາ​ດຸໝັ່ນ​ສຶກສາ ນຳ​ໃຊ້​ຫຼັກ​ການ​ຈາກ​ຄຳພີ​ໄບເບິນ​ແລະ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຄ່ອຍໆ​ມີ​ຄຸນລັກສະນະ​ແບບ​ພະຄລິດ ແລະ​ເຮົາ​ກໍ​ຈະ​ຮູ້ຈັກ​ພະເຈົ້າ​ໄດ້​ດີ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພະ​ເຢຊູ​ໄດ້​ໃຊ້​ຕົວຢ່າງ​ປຽບ​ທຽບ​ກ່ຽວ​ກັບ​ເລື່ອງ​ນີ້​ແນວ​ໃດ.

ຄື​ກັບ​ພືດ​ທີ່​ຄ່ອຍໆ​ເຕີບ​ໃຫຍ່ ຄົນ​ທີ່​ໄດ້​ຍິນ​ແລະ​ຮັບ​ເອົາ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຈະ​ຄ່ອຍໆ​ມີ​ຄວາມ​ເຊື່ອ​ເພີ່ມ​ຂຶ້ນ. (ເບິ່ງ​ຂໍ້ 5)

5. ພະ​ເຢຊູ​ໃຊ້​ຕົວຢ່າງ​ຫຍັງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ກ່ອນ​ທີ່​ຄົນ​ໜຶ່ງ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ຕ້ອງ​ໃຊ້​ເວລາ.

5 ພະ​ເຢຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ອະທິບາຍ​ວ່າ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ທີ່​ເຮົາ​ປະກາດ​ເປັນ​ຄື​ກັບ​ເມັດ​ພືດ​ນ້ອຍໆ​ທີ່​ຄ່ອຍໆ​ເຕີບ​ໃຫຍ່​ຢູ່​ໃນ​ຫົວໃຈ​ຄົນ​ທີ່​ສັດ​ຊື່. ເພິ່ນ​ເວົ້າ​ວ່າ: “ເມັດ​ເຫຼົ່າ​ນັ້ນ​ງອກ​ແລະ​ໃຫຍ່​ຂຶ້ນ​ແນວ​ໃດ​ລາວ​ບໍ່​ຮູ້. ຕົ້ນ​ເຂົ້າ​ນັ້ນ​ຄ່ອຍໆ​ໃຫຍ່​ຂຶ້ນ​ເອງ ເລີ່ມ​ເປັນ​ຕົ້ນ​ອ່ອນ​ກ່ອນ ແລ້ວ​ກໍ​ຖອກ​ຮວງ ແລະ​ໃນ​ທີ່​ສຸດ​ກໍ​ມີ​ເມັດ​ເຕັມ​ຮວງ.” (ມຣກ. 4:27, 28) ພະ​ເຢຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເພິ່ນ​ອະທິບາຍ​ວ່າ ຄື​ກັບ​ພືດ​ທີ່​ຄ່ອຍໆ​ເຕີບ​ໃຫຍ່ ຄົນ​ທີ່​ຮັບ​ເອົາ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ຈະ​ຄ່ອຍໆ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ. ຕົວຢ່າງ​ເຊັ່ນ ເຮົາ​ຈະ​ເຫັນ​ວ່າ​ນັກ​ສຶກສາ​ຄຳພີ​ໄບເບິນ​ປ່ຽນ​ແປງ​ຕົວ​ເອງ​ຫຼາຍ​ຢ່າງ​ເມື່ອ​ເຂົາ​ເຈົ້າ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ອຟຊ. 4:22-24) ແຕ່​ເຮົາ​ຕ້ອງ​ຈື່​ໄວ້​ວ່າ ພະ​ເຢໂຫວາ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເມັດ​ພືດ​ນັ້ນ​ເຕີບ​ໃຫຍ່.—1 ກຣ. 3:7

6-7. ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ສ້າງ​ໂລກ?

6 ໃນ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ ເພິ່ນ​ກໍ​ຕ້ອງ​ໃຊ້​ເວລາ​ຄື​ກັນ​ເພື່ອ​ຈະ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ສຳເລັດ. ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ບໍ່​ພຽງ​ແຕ່​ເພື່ອ​ໃຫ້​ກຽດ​ນາມ​ຊື່​ຂອງ​ເພິ່ນ ແຕ່​ຍັງ​ເພື່ອ​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ນຳ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ພະ​ເຢໂຫວາ​ໄດ້​ກຽມ​ໂລກ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ​ແນວ​ໃດ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ມະນຸດ.

7 ຄຳພີ​ໄບເບິນ​ໄດ້​ອະທິບາຍ​ວິທີ​ທີ່​ພະ​ເຢໂຫວາ​ສ້າງ​ໂລກ​ວ່າ ເພິ່ນ​ກຳນົດ “ຂະໜາດ​ຂອງ​ໂລກ” ຕັ້ງ “ເສົາ​ຂອງ​ໂລກ” ແລະ​ວາງ “ຫີນ​ຫົວ​ມຸມ​ໃຫ້​ມັນ.” (ໂຢບ 38:5, 6, ລ.ມ.) ແລະ​ເພິ່ນ​ຍັງ​ໃຊ້​ເວລາ​ເພື່ອ​ກວດ​ເບິ່ງ​ສິ່ງ​ທີ່​ເພິ່ນ​ສ້າງ. (ຕົ້ນ. 1:10, 12) ລອງ​ຄິດ​ເບິ່ງ​ວ່າ ທູດ​ສະຫວັນ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ສິ່ງ​ໃໝ່ໆ​ທີ່​ພະ​ເຢໂຫວາ​ສ້າງ? ເຂົາ​ເຈົ້າ​ຕ້ອງ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ແທ້ໆ! ຍ້ອນ​ແນວ​ນັ້ນ ເຂົາ​ເຈົ້າ​ຈຶ່ງ “ໂຫ່​ຮ້ອງ​ດີ​ໃຈ.” (ໂຢບ 38:7, ລ.ມ.) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ໄດ້​ຮູ້​ວ່າ ພະ​ເຢໂຫວາ​ໄດ້​ໃຊ້​ເວລາ​ຫຼາຍ​ພັນ​ປີ​ເພື່ອ​ສ້າງ​ໂລກ ດວງ​ດາວ ແລະ​ສິ່ງ​ມີ​ຊີວິດ​ທັງ​ໝົດ. ແລະ​ເມື່ອ​ເພິ່ນ​ໃຊ້​ເວລາ​ກວດ​ເບິ່ງ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ສ້າງ ເພິ່ນ​ກໍ​ເຫັນ​ວ່າ​ມັນ “ດີ​ແທ້ໆ.”—ຕົ້ນ. 1:31

8. ຕອນ​ນີ້​ເຮົາ​ຈະ​ຮຽນ​ຫຍັງ?

8 ຈາກ​ຕົວຢ່າງ​ທີ່​ເຮົາ​ໄດ້​ຮຽນ​ມາ ເຮົາ​ເຫັນ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ເປັນ​ຄົນ​ອົດ​ທົນ. ຕອນ​ນີ້​ໃຫ້​ເຮົາ​ມາ​ເບິ່ງ 2 ເລື່ອງ​ທີ່​ເຮົາ​ຕ້ອງ​ເຕັມ​ໃຈ​ລໍ​ຖ້າ​ພະ​ເຢໂຫວາ.

ເຮົາ​ຕ້ອງ​ລໍ​ຖ້າ​ພະ​ເຢໂຫວາ​ໃນ​ເລື່ອງ​ຫຍັງ​ແດ່?

9. ເຮົາ​ອາດ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ເຮັດ​ຫຍັງ?

9ເຮົາ​ອາດ​ຕ້ອງ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ. ເມື່ອ​ເຮົາ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ​ເພື່ອ​ຈະ​ອົດ​ທົນ​ກັບ​ບັນຫາ ຫຼື​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຂໍ້​ອ່ອນແອ​ຂອງ​ເຮົາ ເຮົາ​ອາດ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ຊ້າ​ກວ່າ​ທີ່​ເຮົາ​ຕ້ອງການ. ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ?

10. ເປັນ​ຫຍັງ​ເຮົາ​ອາດ​ຕ້ອງ​ອົດ​ທົນ​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ?

10 ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. (ເພງ. 65:2) ເພິ່ນ​ເຫັນ​ວ່າ​ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ເຮົາ​ສະແດງ​ເຖິງ​ຄວາມ​ເຊື່ອ​ທີ່​ເຮົາ​ມີ​ຕໍ່​ເພິ່ນ. (ຮຣ. 11:6) ພະ​ເຢໂຫວາ​ຍັງ​ສັງເກດ​ເຫັນ​ເມື່ອ​ເຮົາ​ພະຍາຍາມ​ໃຊ້​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຄຳ​ອະທິດຖານ ແລະ​ເຮັດ​ໃນ​ສິ່ງ​ທີ່​ເພິ່ນ​ພໍ​ໃຈ. (1 ຢຮ. 3:22) ດັ່ງ​ນັ້ນ ເມື່ອ​ເຮົາ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ ເຮົາ​ອາດ​ຕ້ອງ​ໄດ້​ອົດ​ທົນ​ແລະ​ພະຍາຍາມ​ເຮັດ​ຕາມ​ຄຳ​ອະທິດຖານ​ຂອງ​ເຮົາ. ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ ຄຳ​ອະທິດຖານ​ບາງ​ຢ່າງ​ຂອງ​ເຮົາ​ອາດ​ຈະ​ບໍ່​ໄດ້​ຮັບ​ຄຳຕອບ​ທັນທີ. ເພິ່ນ​ບອກ​ວ່າ: “ຂໍ​ຕໍ່​ໄປ​ເລື້ອຍໆ​ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ຊອກ​ຫາ​ຕໍ່​ໄປ​ເລື້ອຍໆ​ແລ້ວ​ພວກ​ເຈົ້າ​ຈະ​ພົບ ເຄາະ​ຕໍ່​ໄປ​ເລື້ອຍໆ​ແລ້ວ​ປະຕູ​ຈະ​ເປີດ​ອອກ​ສຳລັບ​ພວກ​ເຈົ້າ. ເພາະ​ທຸກ​ຄົນ​ທີ່​ຂໍ​ຈະ​ໄດ້​ຮັບ ທຸກ​ຄົນ​ທີ່​ຊອກ​ຫາ​ກໍ​ຈະ​ພົບ ແລະ​ທຸກ​ຄົນ​ທີ່​ເຄາະ​ກໍ​ຈະ​ເປີດ​ໃຫ້.” (ມທ. 7:7, 8) ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້​ແລະ “ອະທິດຖານ​ເລື້ອຍໆ” ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຈະ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ.—ກລຊ. 4:2

ຕອນ​ທີ່​ເຮົາ​ລໍ​ຖ້າ​ພະ​ເຢໂຫວາ ໃຫ້​ເຮົາ​ອະທິດຖານ​ຕໍ່ໆ​ໄປ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ (ເບິ່ງ​ຂໍ້ 11) *

11. ຖ້າ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ ເຮົາ​ຄວນ​ຈື່​ຫຍັງ​ໄວ້? (ເຮັບເຣີ 4:16)

11 ເຖິງ​ເບິ່ງ​ຄື​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ ແຕ່​ເພິ່ນ​ກໍ​ສັນຍາ​ວ່າ​ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ “ເມື່ອ​ເຮົາ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ” ໃນ​ເວລາ​ທີ່​ເໝາະ​ສົມ. (ອ່ານ​ເຮັບເຣີ 4:16) ດັ່ງ​ນັ້ນ ເມື່ອ​ເຫັນ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ທັນທີ ເຮົາ​ກໍ​ບໍ່​ຄວນ​ຈົ່ມ​ໃຫ້​ເພິ່ນ. ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຢໂຫວາ​ໄດ້​ອະທິດຖານ​ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ທຳລາຍ​ໂລກ​ຊົ່ວ​ນີ້ ແລະ​ແມ່ນ​ແຕ່​ພະ​ເຢຊູ​ເອງ​ກໍ​ໄດ້​ສອນ​ພວກ​ເຮົາ​ໃຫ້​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້. (ມທ. 6:10) ແລ້ວ​ມັນ​ມີ​ເຫດຜົນ​ຢູ່​ບໍ​ທີ່​ຈະ​ຍອມ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນ​ລົງ​ຍ້ອນ​ພະ​ເຢໂຫວາ​ບໍ່​ໄດ້​ທຳລາຍ​ໂລກ​ນີ້​ຕາມ​ເວລາ​ທີ່​ເຮົາ ຕ້ອງການ? (ຫາບາ. 2:3; ມທ. 24:44) ເຮົາ​ຄວນ​ລໍ​ຖ້າ​ພະ​ເຢໂຫວາ​ຕໍ່ໆ​ໄປ ອະທິດຖານ​ເຖິງ​ເພິ່ນ ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ. ພະ​ເຢໂຫວາ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້​ແທ້ໆ​ໃນ​ເວລາ​ທີ່​ເໝາະ​ສົມ​ເພາະ​ເພິ່ນ​ໄດ້​ກຳນົດ “ວັນ​ແລະ​ເວລາ” ໄວ້​ແລ້ວ. ແລະ​ມື້​ນັ້ນ​ຈະ​ເປັນ​ເວລາ​ທີ່​ເໝາະ​ສົມ​ທີ່​ສຸດ​ສຳລັບ​ທຸກ​ຢ່າງ.—ມທ. 24:36; 2 ປຕ. 3:15

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊັບ​ໃນ​ເລື່ອງ​ຄວາມ​ອົດ​ທົນ? (ເບິ່ງ​ຂໍ້ 12-14)

12. ສະພາບການ​ແບບ​ໃດ​ທີ່​ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ອົດ​ທົນ?

12ເຮົາ​ອາດ​ຕ້ອງ​ໄດ້​ອົດ​ທົນ​ຕອນ​ທີ່​ລໍ​ຖ້າ​ໃຫ້​ມີ​ຄວາມ​ຍຸຕິທຳ. ຄົນ​ໃນ​ໂລກ​ນີ້​ມັກ​ມີ​ອະຄະຕິ​ກັບ​ຄົນ​ອື່ນ​ຍ້ອນ ເພດ​ໄວ ສີ​ຜິວ ແລະ​ສັນຊາດ. ສ່ວນ​ຄົນ​ອື່ນໆ​ກໍ​ຖືກ​ປະຕິບັດ​ບໍ່​ດີ​ຍ້ອນ​ມີ​ບັນຫາ​ທາງ​ດ້ານ​ຮ່າງກາຍ​ຫຼື​ຈິດ​ໃຈ. ສ່ວນ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຄົນ ຕ້ອງ​ເຈິ​ກັບ​ຄວາມ​ບໍ່​ຍຸຕິທຳ​ຍ້ອນ​ຄວາມ​ເຊື່ອ. ເມື່ອ​ເຮົາ​ເຈິ​ກັບ​ເລື່ອງ​ເຫຼົ່າ​ນີ້ ເຮົາ​ຕ້ອງ​ຈື່​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ວ່າ: “ຜູ້​ທີ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ.” (ມທ. 24:13) ແຕ່​ຖ້າ​ເຈົ້າ​ຮູ້​ວ່າ​ບາງ​ຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍແຮງ​ເດ? ເຈົ້າ​ຈະ​ອົດ​ທົນ​ລໍ​ຖ້າ​ໃຫ້​ຜູ້​ດູ​ແລ​ແກ້ໄຂ​ບັນຫາ​ຕາມ​ວິທີ​ຂອງ​ພະ​ເຢໂຫວາ​ບໍ? ແລ້ວ​ຜູ້​ດູ​ແລ​ຕ້ອງ​ເຮັດ​ຫຍັງ​ແດ່?

13. ເມື່ອ​ມີ​ຄົນ​ເຮັດ​ຜິດ​ຮ້າຍແຮງ ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ດູ​ແລ​ແກ້ໄຂ​ບັນຫາ​ແນວ​ໃດ?

13 ເມື່ອ​ຜູ້​ດູ​ແລ​ເຫັນ​ວ່າ ມີ​ພີ່ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍແຮງ ເຂົາ​ເຈົ້າ​ຈະ​ອະທິດຖານ​ຂໍ “ສະຕິປັນຍາ​ຈາກ​ທາງ​ເທິງ” ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ສະພາບການ​ຄື​ກັບ​ພະ​ເຢໂຫວາ. (ຢກບ. 3:17) ເປົ້າ​ໝາຍ​ຂອງ​ຜູ້​ດູ​ແລ​ແມ່ນ​ພະຍາຍາມ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ​ໃຫ້ “ຫັນ​ໜີ​ຈາກ​ທາງ​ຜິດ.” (ຢກບ. 5:19, 20) ແລະ​ເຂົາ​ເຈົ້າ​ຍັງ​ຢາກ​ເຮັດ​ທຸກ​ຢ່າງ​ເພື່ອ​ປົກ​ປ້ອງ​ປະຊາຄົມ​ແລະ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເລື່ອງ​ນີ້. (2 ກຣ. 1:3, 4) ໃນ​ກໍລະນີ​ທີ່​ມີ​ການ​ເຮັດ​ຜິດ​ຮ້າຍແຮງ ຜູ້​ດູ​ແລ​ກໍ​ຕ້ອງ​ຮູ້​ຄວາມ​ຈິງ​ທັງ​ໝົດ​ກ່ອນ ແລະ​ເລື່ອງ​ນີ້​ຕ້ອງ​ໃຊ້​ເວລາ. ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ອະທິດຖານ​ແລະ​ຊອກ​ຫາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ເພື່ອ​ຈະ​ຊ່ວຍ​ເຫຼືອ​ຜູ້​ທີ່​ເຮັດ​ຜິດ “ຕາມ​ສົມຄວນ.” (ຢເຣ. 30:11) ຜູ້​ດູ​ແລ​ບໍ່​ໄດ້​ໃຊ້​ເວລາ​ດົນ​ເກີນ​ໄປ​ທີ່​ຈະ​ແກ້ໄຂ​ເລື່ອງ​ນີ້ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຟ້າວ​ຕັດສິນ​ເລື່ອງ​ນີ້. ເມື່ອ​ຜູ້​ດູ​ແລ​ເຮັດ​ຕາມ​ຄຳ​ຊີ້​ນຳ​ຈາກ​ພະ​ເຢໂຫວາ ມັນ​ກໍ​ຈະ​ເປັນ​ຜົນ​ດີ​ຕໍ່​ທຸກ​ຄົນ​ໃນ​ປະຊາຄົມ. ເຖິງ​ວ່າ​ຜູ້​ດູ​ແລ​ຈະ​ແກ້ໄຂ​ບັນຫາ​ຢ່າງ​ຖືກຕ້ອງ​ແລ້ວ ແຕ່​ຜູ້​ບໍລິສຸດ​ອາດ​ຈະ​ຍັງ​ຮູ້ສຶກ​ເສຍໃຈ​ຢູ່. ຖ້າ​ເຈົ້າ​ເຈິ​ເລື່ອງ​ແບບ​ນີ້ ເຈົ້າ​ຈະ​ເຮັດ​ແນວ​ໃດ?

14. ເລື່ອງ​ຂອງ​ໃຜ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໄດ້​ເມື່ອ​ພີ່ນ້ອງ​ເຮັດ​ໃຫ້​ເຮົາ​ເສຍໃຈ?

14 ເຈົ້າ​ເຄີຍ​ເສຍໃຈ​ຍ້ອນ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ບໍ​ເຊິ່ງ​ບາງ​ເທື່ອ​ອາດ​ຈະ​ແມ່ນ​ພີ່ນ້ອງ? ມີ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ລໍ​ຖ້າ​ໃຫ້​ພະ​ເຢໂຫວາ​ແກ້ໄຂ​ຄວາມ​ບໍ່​ຍຸຕິທຳ. ຕົວຢ່າງ​ເຊັ່ນ: ເຖິງ​ວ່າ​ໂຢເຊັບ​ຈະ​ຖືກ​ພວກ​ອ້າຍ​ປະຕິບັດ​ແບບ​ບໍ່​ຍຸຕິທຳ ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ສິ່ງ​ນັ້ນ​ມາ​ເຮັດ​ໃຫ້​ລາວ​ຄຽດ​ແຄ້ນ. ລາວ​ພະຍາຍາມ​ເຮັດ​ສິ່ງ​ທີ່​ລາວ​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະ​ເຢໂຫວາ ແລະ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ລາງວັນ​ກັບ​ລາວ​ທີ່​ລາວ​ໄດ້​ອົດ​ທົນ. (ຕົ້ນ. 39:21) ໃນ​ທີ່​ສຸດ ໂຢເຊັບ​ກໍ​ໃຫ້​ອະໄພ​ພວກ​ອ້າຍ​ທີ່​ເຄີຍ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຕໍ່​ລາວ ແລະ​ລາວ​ກໍ​ເຫັນ​ວ່າ ພະ​ເຢໂຫວາ​ໄດ້​ໃຫ້​ສິ່ງ​ດີໆ​ກັບ​ລາວ. (ຕົ້ນ. 45:5) ຖ້າ​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ລໍ​ຖ້າ​ໃຫ້​ເພິ່ນ​ແກ້ໄຂ​ຄວາມ​ບໍ່​ຍຸຕິທຳ​ໃນ​ເວລາ​ທີ່​ເໝາະ​ສົມ ເຮົາ​ກໍ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ອົດ​ທົນ​ໄດ້​ຄື​ກັບ​ໂຢເຊັບ.—ເພງ. 7:17; 73:28

15. ສິ່ງ​ໃດ​ຊ່ວຍ​ພີ່ນ້ອງ​ຍິງ​ໃຫ້​ອົດ​ທົນ​ໄດ້ ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ໃສ່​ລາວ?

15 ເຮົາ​ອາດ​ບໍ່​ໄດ້​ເຈິ​ຄວາມ​ບໍ່​ຍຸຕິທຳ​ຄື​ກັບ​ໂຢເຊັບ ແຕ່​ເຮົາ​ອາດ​ຮູ້ສຶກ​ເສຍໃຈ​ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ກັບ​ເຮົາ. ບໍ່​ວ່າ​ເຮົາ​ຈະ​ມີ​ບັນຫາ​ກັບ​ພີ່ນ້ອງ​ຫຼື​ກັບ​ຄົນ​ອື່ນ ເຮົາ​ກໍ​ສາມາດ​ໄດ້​ຮັບ​ປະໂຫຍດ​ຈາກ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. (ຟລປ. 2:3, 4) ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ. ລາວ​ຮູ້ສຶກ​ເຈັບ​ໃຈ​ຫຼາຍ​ເມື່ອ​ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ເຮັດ​ບໍ່​ດີ​ແລະ​ເວົ້າ​ແນວ​ບໍ່​ດີ​ກ່ຽວ​ກັບ​ລາວ​ໃຫ້​ຄົນ​ອື່ນ​ຟັງ. ແທນ​ທີ່​ລາວ​ຈະ​ຟ້າວ​ໄປ​ເວົ້າ​ໃຫ້​ຜູ້​ນັ້ນ ລາວ​ໄດ້​ຄິດ​ເຖິງ​ເລື່ອງ​ຂອງ​ພະ​ເຢຊູ. ເມື່ອ​ພະ​ເຢຊູ​ຖືກ​ດ່າ ເພິ່ນ​ກໍ​ບໍ່​ໄດ້​ດ່າ​ຕອບ. (1 ປຕ. 2:21, 23) ເລື່ອງ​ນີ້​ໄດ້​ຊ່ວຍ​ລາວ​ບໍ່​ໃຫ້​ໄປ​ເຮັດ​ໃສ່​ຜູ້​ນັ້ນ​ຄືນ. ຕໍ່​ມາ​ລາວ​ກໍ​ໄດ້​ຮູ້​ວ່າ ຜູ້​ນັ້ນ​ມີ​ບັນຫາ​ສຸຂະພາບ​ແລະ​ຮູ້ສຶກ​ເຄັ່ງ​ຕຶງ​ຫຼາຍ. ລາວ​ເລີຍ​ຄິດ​ວ່າ​ຜູ້​ນັ້ນ​ຄື​ຊິ​ບໍ່​ໄດ້​ຕັ້ງ​ໃຈ​ເວົ້າ​ໃຫ້​ລາວ. ພີ່ນ້ອງ​ຍິງ​ຄົນ​ນີ້​ດີ​ໃຈ​ຫຼາຍ​ທີ່​ລາວ​ໄດ້​ອົດ​ທົນ​ເມື່ອ​ມີ​ຄົນ​ເຮັດ​ບໍ່​ດີ​ໃສ່​ລາວ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ຮູ້ສຶກ​ສະຫງົບ​ໃຈ.

16. ສິ່ງ​ໃດ​ຈະ​ໃຫ້​ກຳລັງ​ໃຈ​ເຈົ້າ​ຖ້າ​ເຈົ້າ​ກຳລັງ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ? (1 ເປໂຕ 3:12)

16 ຖ້າ​ເຈົ້າ​ກຳລັງ​ອົດ​ທົນ​ກັບ​ຄວາມ​ບໍ່​ຍຸຕິທຳ​ຫຼື​ບັນຫາ​ອື່ນ ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຢໂຫວາ​ຢູ່​ໃກ້​ຄົນ​ທີ່ “ຫົວໃຈ​ແຕກ​ສະ​ຫຼາຍ.” (ເພງ. 34:18, ລ.ມ.) ພະ​ເຢໂຫວາ​ຮັກ​ເຮົາ ເພິ່ນ​ຢາກ​ໃຫ້​ເຮົາ​ອົດ​ທົນ ແລະ​ຝາກ​ບັນຫາ​ທຸກ​ຢ່າງ​ໄວ້​ກັບ​ເພິ່ນ. (ເພງ. 55:22) ເພິ່ນ​ເປັນ​ຜູ້ຕັດສິນ​ທຸກ​ຢ່າງ​ໃນ​ໂລກ​ນີ້​ແລະ​ເຫັນ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ. (ອ່ານ 1 ເປໂຕ 3:12) ດັ່ງ​ນັ້ນ ໃຫ້​ເຮົາ​ລໍ​ຖ້າ​ພະ​ເຢໂຫວາ​ຢ່າງ​ອົດ​ທົນ​ເມື່ອ​ເຮົາ​ມີ​ບັນຫາ​ທີ່​ແກ້ໄຂ​ບໍ່​ໄດ້.

ມີ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ສຳລັບ​ຜູ້​ທີ່​ລໍ​ຖ້າ​ພະ​ເຢໂຫວາ

17. ຕາມ​ເອຊາອີ 30:18 ພະ​ເຢໂຫວາ​ໄດ້​ສັນຍາ​ຫຍັງ?

17 ອີກ​ບໍ່​ດົນ ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຈະ​ໃຫ້​ສິ່ງ​ດີໆ​ກັບ​ເຮົາ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ. ເອຊາອີ 30:18, ລ.ມ. ບອກ​ວ່າ: “ພະ​ເຢໂຫວາ​ຍັງ​ລໍ​ຖ້າ​ມື້​ທີ່​ຈະ​ໄດ້​ຊ່ວຍ​ພວກ​ເຈົ້າ ພະອົງ​ເມດຕາ​ພວກ​ເຈົ້າ​ແທ້ໆ ເພາະ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ. ຄົນ​ທີ່​ຕັ້ງ​ຕາ​ຄອຍ​ຖ້າ​ພະອົງ​ກໍ​ມີ​ຄວາມ​ສຸກ.” ຜູ້​ທີ່​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ​ຕໍ່ໆ​ໄປ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ທັງ​ໃນ​ຕອນ​ນີ້ ແລະ​ໃນ​ໂລກ​ໃໝ່​ທີ່​ກຳລັງ​ຈະ​ມາ​ຮອດ.

18. ມີ​ສິ່ງ​ດີໆ​ຫຍັງ​ແດ່​ທີ່​ລໍ​ຖ້າ​ເຮົາ​ຢູ່?

18 ເມື່ອ​ປະຊາຊົນ​ຂອງ​ພະເຈົ້າ​ເຂົ້າ​ໄປ​ໃນ​ໂລກ​ໃໝ່ ເຂົາ​ເຈົ້າ​ຈະ​ບໍ່​ຕ້ອງ​ອົດ​ທົນ​ກັບ​ຄວາມ​ກັງວົນ​ຫຼື​ບັນຫາ​ຕ່າງໆ​ຄື​ໃນ​ທຸກ​ມື້​ນີ້. ຄວາມ​ບໍ່​ຍຸຕິທຳ​ຈະ​ໝົດ​ໄປ ແລະ​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ. (ພນມ. 21:4) ເຮົາ​ຈະ​ບໍ່​ຕ້ອງ​ກັງວົນ​ວ່າ​ຈະ​ມີ​ຢູ່​ມີ​ກິນ​ບໍ ເພາະ​ຢູ່​ບ່ອນ​ນັ້ນ​ເຮົາ​ຈະ​ມີ​ທຸກ​ຢ່າງ​ທີ່​ອຸດົມ​ສົມບູນ. (ເພງ. 72:16; ເອຊາ. 54:13) ຈັ່ງ​ແມ່ນ​ເປັນ​ຊີວິດ​ທີ່​ດີ​ຫຼາຍ​ແທ້ໆ!

19. ພະ​ເຢໂຫວາ​ໄດ້​ກຽມ​ເຮົາ​ໄວ້​ສຳລັບ​ຫຍັງ​ຕັ້ງ​ແຕ່​ຕອນ​ນີ້?

19 ຕອນ​ນີ້​ພະ​ເຢໂຫວາ​ກຳລັງ​ກຽມ​ເຮົາ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ການ​ປົກຄອງ​ຂອງ​ເພິ່ນ​ໂດຍ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ນິດໄສ​ທີ່​ບໍ່​ດີ ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ທີ່​ດີ. ຂໍ​ໃຫ້​ເຮົາ​ຢ່າ​ທໍ້​ໃຈ​ແລະ​ຢ່າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ເພາະ​ສິ່ງ​ທີ່​ດີ​ກວ່າ​ກຳລັງ​ຈະ​ມາ​ຮອດ​ແລ້ວ! ກ່ອນ​ຈະ​ຮອດ​ມື້​ນັ້ນ ຂໍ​ໃຫ້​ເຮົາ​ອົດ​ທົນ​ຕໍ່ໆ​ໄປ​ແລະ​ລໍ​ຖ້າ​ພະ​ເຢໂຫວາ​ໃຫ້​ເຮັດ​ສິ່ງ​ທີ່​ເພິ່ນ​ສັນຍາ​ໄວ້​ໃຫ້​ສຳເລັດ.

ເພງ 118 ‘ຂໍ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ’

^ ຂໍ້ 5 ເຈົ້າ​ເຄີຍ​ໄດ້​ຍິນ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ເວົ້າ​ແບບ​ນີ້​ບໍ: ‘ຂ້ອຍ​ຄິດ​ວ່າ​ໂລກ​ຊົ່ວ​ນີ້​ຈະ​ເຖິງ​ຈຸດ​ຈົບ​ກ່ອນ​ທີ່​ຂ້ອຍ​ຈະ​ອາຍຸ​ສ່ຳ​ນີ້.’ ເຮົາ​ທຸກ​ຄົນ​ຢາກ​ໃຫ້​ພະ​ເຢໂຫວາ​ມາ​ຈັດການ​ກັບ​ໂລກ​ຊົ່ວ​ນີ້​ໄວໆ ໂດຍ​ສະເພາະ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ແບບ​ນີ້. ແຕ່​ເຮົາ​ກໍ​ຕ້ອງ​ໄດ້​ອົດ​ທົນ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ລໍ​ຖ້າ​ພະ​ເຢໂຫວາ. ເຮົາ​ຍັງ​ຈະ​ມາ​ເບິ່ງ 2 ເລື່ອງ​ທີ່​ເຮົາ​ຕ້ອງ​ໄດ້​ອົດ​ທົນ​ຕອນ​ທີ່​ເຮົາ​ລໍ​ຖ້າ​ພະ​ເຢໂຫວາ. ແລະ​ສຸດ​ທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄົນ​ທີ່​ເຕັມ​ໃຈ​ລໍ​ຖ້າ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ສິ່ງ​ດີໆ​ຫຍັງ​ແດ່?

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ພໍ່​ແມ່​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ສອນ​ລາວ​ໃຫ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆ​ຕັ້ງ​ແຕ່​ລາວ​ຍັງ​ນ້ອຍ. ຕອນ​ທີ່​ລາວ​ເປັນ​ໄວ​ລຸ້ນ​ແລະ​ເລີ່ມ​ເປັນ​ໄພໂອເນຍ ລາວ​ມັກ​ຈະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ​ໃນ​ວຽກ​ປະກາດ. ຫຼາຍ​ປີ​ຕໍ່​ມາ ເມື່ອ​ຜົວ​ຂອງ​ລາວ​ບໍ່​ສະບາຍ​ແຮງ ລາວ​ກໍ​ໄດ້​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ​ອົດ​ທົນ​ກັບ​ບັນຫາ​ນີ້​ໄດ້. ແລະ​ທຸກ​ມື້​ນີ້​ເຖິງ​ລາວ​ຈະ​ເປັນ​ແມ່​ໝ້າຍ ແຕ່​ລາວ​ກໍ​ຍັງ​ໝັ່ນ​ອະທິດຖານ​ເຖິງ​ພະ​ເຢໂຫວາ ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ຕອບ​ມາ​ແລ້ວ.