ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 33

ໃຫ້​ມີ​ຄວາມ​ສຸກ​ກັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ

ໃຫ້​ມີ​ຄວາມ​ສຸກ​ກັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ

“ໄດ້​ຊື່ນຊົມ​ກັບ​ສິ່ງ​ທີ່​ເຫັນ​ຕອນ​ນີ້​ກໍ​ດີ​ກວ່າ​ທ່ຽວ​ຕາມ​ຫາ​ສິ່ງ​ທີ່​ຢາກ​ໄດ້.”—ຜູ້ປ. 6:9, ລ.ມ.

ເພງ 111 ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

ໃຈ​ຄວາມ​ສຳຄັນ *

1. ຫຼາຍ​ຄົນ​ໄດ້​ພະຍາຍາມ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ແນວ​ໃດ?

 ຕອນ​ທີ່​ລະບົບ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ ເຮົາ​ມີ​ວຽກ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ. (ມທ. 24:14; ລກ. 10:2; 1 ປຕ. 5:2) ເຮົາ​ທຸກ​ຄົນ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ເທົ່າ​ທີ່​ເຮັດ​ໄດ້. ຫຼາຍ​ຄົນ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ ເຊັ່ນ: ບາງ​ຄົນ​ຢາກ​ເປັນ​ໄພໂອເນຍ ບາງ​ຄົນ​ຢາກ​ຮັບໃຊ້​ຢູ່​ເບເທນ ຫຼື​ຊ່ວຍ​ວຽກ​ຢູ່​ໂຄງການ​ກໍ່​ສ້າງ. ສ່ວນ​ພີ່ນ້ອງ​ຊາຍ​ຫຼາຍ​ຄົນ​ກໍ​ໄດ້​ພະຍາຍາມ​ທີ່​ຈະ​ມີ​ຄຸນສົມບັດ​ເພື່ອ​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຫຼື​ເປັນ​ຜູ້​ດູ​ແລ. (1 ຕມ. 3:1, 8) ພະ​ເຢໂຫວາ​ຄື​ຊິ​ດີ​ໃຈ​ຫຼາຍ​ແທ້ໆ​ທີ່​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ເຕັມ​ໃຈ​ຮັບໃຊ້​ເພິ່ນ!—ເພງ. 110:3; ເອຊາ. 6:8

2. ເຮົາ​ອາດ​ຮູ້ສຶກ​ແນວ​ໃດ​ຖ້າ​ບໍ່​ໄດ້​ເຮັດ​ຕາມ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ?

2 ເຮົາ​ອາດ​ຈະ​ເລີ່ມ​ຮູ້ສຶກ​ທໍ້​ໃຈ​ທີ່​ຍັງ​ເຮັດ​ຕາມ​ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ບໍ່​ໄດ້​ເຖິງ​ວ່າ​ເວລາ​ຈະ​ຜ່ານ​ໄປ​ດົນ​ແລ້ວ. ຫຼື​ເຮົາ​ອາດ​ຮູ້ສຶກ​ທໍ້​ໃຈ​ທີ່​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ຍ້ອນ​ອາຍຸ​ຫຼາຍ​ຂຶ້ນ​ຫຼື​ຍ້ອນ​ເຫດຜົນ​ອື່ນໆ. (ສຸພາ. 13:12) ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ເມລີຊາ * ທີ່​ຢາກ​ຮັບໃຊ້​ຢູ່​ເບເທນ​ຫຼື​ຢາກ​ເຂົ້າ​ໂຮງ​ຮຽນ​ສຳລັບ​ຜູ້​ປະກາດ​ລາຊະອານາຈັກ. ລາວ​ບອກ​ວ່າ: “ຂ້ອຍ​ອາຍຸ​ກາຍ​ກຳນົດ​ແລ້ວ ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ໃນ​ຕອນ​ນີ້​ກາຍ​ເປັນ​ພຽງ​ຄວາມ​ຝັນ. ດັ່ງ​ນັ້ນ ບາງ​ຄັ້ງ​ຂ້ອຍ​ຈຶ່ງ​ຮູ້ສຶກ​ທໍ້​ໃຈ.”

3. ບາງ​ຄົນ​ອາດ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄຸນສົມບັດ​ໄດ້​ຮັບ​ວຽກ​ມອບ​ໝາຍ​ອື່ນໆ?

3 ພີ່ນ້ອງ​ບາງ​ຄົນ​ທີ່​ຍັງ​ໜຸ່ມ​ແລະ​ມີ​ສຸຂະພາບ​ແຂງແຮງ​ອາດ​ຕ້ອງ​ເປັນ​ຜູ້​ໃຫຍ່​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ມີ​ຄຸນ​ລັກສະນະ​ທີ່​ດີ ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ອື່ນໆ. ຄົນ​ໜຸ່ມ​ອາດ​ຈະ​ຫົວ​ດີ ຕັດສິນ​ໃຈ​ໄດ້​ໄວ ແລະ​ຫ້າວຫັນ​ໃນ​ການ​ເຮັດ​ວຽກ ແຕ່​ເຂົາ​ເຈົ້າ​ກໍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ອົດ​ທົນ ສຸຂຸມ​ຮອບຄອບ ແລະ​ນັບຖື​ຄົນ​ອື່ນ​ຫຼາຍ​ຂຶ້ນ. ຖ້າ​ເຈົ້າ​ພັດທະນາ​ຄຸນ​ລັກສະນະ​ເຫຼົ່າ​ນີ້ ເຈົ້າ​ອາດ​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ແບບ​ບໍ່​ຄາດ​ຄິດ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ນິກ ຕອນ​ທີ່​ລາວ​ອາຍຸ 20 ປີ ລາວ​ຮູ້ສຶກ​ຜິດ​ຫວັງ​ຫຼາຍ​ຍ້ອນ​ລາວ​ບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. ລາວ​ບອກ​ວ່າ: “ຂ້ອຍ​ຄິດ​ໃນ​ໃຈ​ວ່າ ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ?” ແຕ່​ນິກ​ກໍ​ບໍ່​ທໍ້​ຖອຍ ລາວ​ພະຍາຍາມ​ເຮັດ​ວຽກ​ມອບ​ໝາຍ​ໃຫ້​ດີ​ທີ່​ສຸດ​ທັງ​ໃນ​ປະຊາຄົມ​ແລະ​ວຽກ​ປະກາດ. ຕອນ​ນີ້ ລາວ​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ.

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

4 ເຈົ້າ​ຮູ້ສຶກ​ທໍ້​ໃຈ​ຍ້ອນ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ບໍ? ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ. (ເພງ. 37:5-7) ຫຼື​ເຈົ້າ​ອາດ​ຈະ​ຂໍ​ຄຳ​ແນະນຳ​ຈາກ​ພີ່ນ້ອງ​ທີ່​ມີ​ປະສົບການ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ປັບ​ປຸງ​ໃນ​ວຽກ​ຮັບໃຊ້ ແລະ​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນັ້ນ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ອາດ​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ກໍ​ໄດ້. ແຕ່​ຄື​ກັບ​ເມລີຊາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ວຽກ​ມອບ​ໝາຍ​ທີ່​ເຮົາ​ຢາກ​ເຮັດ​ອາດ​ຈະ​ຍັງ​ເຮັດ​ບໍ່​ໄດ້​ໃນ​ຕອນ​ນີ້. ຖ້າ​ເປັນ​ແນວ​ນັ້ນ ເຮົາ​ຈະ​ຍັງ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ? ເພື່ອ​ຈະ​ໄດ້​ຄຳຕອບ ໃຫ້​ເຮົາ​ມາ​ເບິ່ງ 3 ຈຸດ​ໃນ​ບົດ​ນີ້. (1) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ? (2) ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ແລະ (3) ມີ​ເປົ້າ​ໝາຍ​ຫຍັງ​ແດ່​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ?

ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ

5. ເພື່ອ​ຈະ​ມີ​ຄວາມ​ສຸກ ເຮົາ​ຄວນ​ພໍ​ໃຈ​ກັບ​ຫຍັງ? (ຜູ້​ເທສະໜາ​ປ່າວ​ປະກາດ 6:9)

5 ຜູ້​ເທສະໜາ​ປ່າວ​ປະກາດ 6:9 * (ອ່ານ) ເວົ້າ​ເຖິງ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ. ຄົນ​ທີ່​ມີ “ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຫັນ” ຈະ​ມີ​ຄວາມ​ອີ່ມ​ໃຈ​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ​ໃນ​ຕອນ​ນີ້. ແຕ່​ຜູ້​ທີ່​ຕາມ​ຫາ​ສິ່ງ​ທີ່​ຢາກ​ໄດ້ ບໍ່​ເຄີຍ​ອີ່ມ​ໃຈ​ພໍ​ໃຈ​ກັບ​ສິ່ງ​ທີ່​ລາວ​ມີ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເພື່ອ​ຈະ​ມີ​ຄວາມ​ສຸກ ເຮົາ​ຄວນ​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ​ແລະ​ສິ່ງ​ທີ່​ເຮັດ​ໄດ້.

6. ຕອນ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຫຍັງ ແລະ​ເຮົາ​ຈະ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນັ້ນ?

6 ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ອີ່ມ​ໃຈ​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ? ຫຼາຍ​ຄົນ​ຄິດ​ວ່າ​ເປັນ​ໄປ​ບໍ່​ໄດ້​ເພາະ​ຄົນ​ເຮົາ​ມັກ​ຈະ​ຫາ​ສິ່ງ​ໃໝ່ໆ​ຢູ່​ຕະຫຼອດ ແຕ່​ຄວາມ​ຈິງ​ແລ້ວ​ເປັນ​ໄປ​ໄດ້. ເຮົາ​ສາມາດ​ມີ​ຄວາມ​ສຸກ ກັບ​ສິ່ງ​ທີ່​ເຮົາ​ມີ​ໃນ​ຕອນ​ນີ້. ແລ້ວ​ຈະ​ເປັນ​ແບບ​ນັ້ນ​ໄດ້​ແນວ​ໃດ? ເພື່ອ​ຈະ​ຮູ້​ຄຳຕອບ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ເລື່ອງ​ເງິນ​ຕະລັນ​ທີ່​ຢູ່​ໃນ​ມັດທາຍ 25:14-30. ເຮົາ​ຈະ​ໄດ້​ຮຽນ​ຮູ້​ວ່າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ກັບ​ສິ່ງ​ທີ່​ມີ​ໃນ​ຕອນ​ນີ້​ໄດ້​ແນວ​ໃດ.

ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

7. ຂໍ​ໃຫ້​ເລົ່າ​ໂດຍ​ຫຍໍ້​ກ່ຽວ​ກັບ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເງິນ​ຕະລັນ.

7 ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ເວົ້າ​ເຖິງ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ອອກ​ເດີນ​ທາງ. ກ່ອນ​ທີ່​ລາວ​ຈະ​ໄປ ລາວ​ໄດ້​ເອີ້ນ​ທາດ​ແຕ່​ລະ​ຄົນ​ມາ ແລ້ວ​ເອົາ​ເງິນ​ໃຫ້​ເຂົາ​ເຈົ້າ​ໄປ​ຄ້າ​ຂາຍ​ໃຫ້​ໄດ້​ກຳໄລ. * ລາວ​ໄດ້​ໃຫ້​ເງິນ​ກັບ​ທາດ​ແຕ່​ລະ​ຄົນ​ຕາມ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ. ຜູ້​ທີ​ໜຶ່ງ​ໃຫ້ 5 ຕະລັນ ຜູ້​ທີ​ສອງ 2 ຕະລັນ ແລະ​ຜູ້​ທີ​ສາມ 1 ຕະລັນ. ທາດ​ຜູ້​ທີ​ໜຶ່ງ​ແລະ​ຜູ້​ທີ​ສອງ​ໄດ້​ເອົາ​ເງິນ​ໄປ​ຄ້າ​ຂາຍ​ໄດ້​ກຳໄລ​ມາ​ໃຫ້​ນາຍ. ສ່ວນ​ທາດ​ຜູ້​ທີ​ສາມ​ບໍ່​ໄດ້​ເຮັດ​ຫຍັງ​ກັບ​ເງິນ​ນັ້ນ​ເລີຍ ນາຍ​ກໍ​ເລີຍ​ໄລ່​ລາວ​ອອກ.

8. ເປັນ​ຫຍັງ​ທາດ​ຜູ້​ທີ​ໜຶ່ງ​ຈຶ່ງ​ຮູ້ສຶກ​ດີ​ໃຈ?

8 ທາດ​ຜູ້​ທຳອິດ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ນາຍ​ໃຫ້​ເງິນ​ລາວ 5 ຕະລັນ. ນີ້​ເປັນ​ເງິນ​ຈຳນວນ​ຫຼາຍ​ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ນາຍ​ໄວ້​ໃຈ​ລາວ​ຫຼາຍ​ແທ້ໆ. ແລ້ວ​ທາດ​ຜູ້​ທີ​ສອງ​ເດ ລາວ​ຈະ​ຮູ້ສຶກ​ບໍ່​ພໍ​ໃຈ​ບໍ​ທີ່​ບໍ່​ໄດ້​ເງິນ​ຫຼາຍ​ສ່ຳ​ກັບ​ທາດ​ຜູ້​ທີ​ໜຶ່ງ? ແຕ່​ລາວ​ເຮັດ​ແນວ​ໃດ?

ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ທາດ​ຜູ້​ທີ​ສອງ​ທີ່​ຢູ່​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ? (1) ລາວ​ໄດ້​ຮັບ​ເງິນ 2 ຕະລັນ​ຈາກ​ນາຍ (2) ລາວ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ເງິນ​ມາ​ໃຫ້​ນາຍ​ຫຼາຍ​ຂຶ້ນ (3) ລາວ​ຫາ​ເງິນ​ມາ​ໃຫ້​ນາຍ​ເພີ່ມ​ອີກ 2 ຕະລັນ (ເບິ່ງ​ຂໍ້ 9-11)

9. ພະ​ເຢຊູ​ບໍ່​ໄດ້​ບອກ​ວ່າ​ທາດ​ຜູ້​ທີ​ສອງ​ຮູ້ສຶກ​ແນວ​ໃດ? (ມັດທາຍ 25:22, 23)

9 ອ່ານ​ມັດທາຍ 25:22, 23. ພະ​ເຢຊູ​ບໍ່​ໄດ້​ບອກ​ວ່າ​ທາດ​ຜູ້​ທີ​ສອງ​ຮູ້ສຶກ​ຄຽດ​ແລະ​ບໍ່​ພໍ​ໃຈ​ທີ່​ລາວ​ໄດ້​ຮັບ​ເງິນ​ພຽງ​ແຕ່ 2 ຕະລັນ. ແລະ​ພະ​ເຢຊູ​ກໍ​ບໍ່​ໄດ້​ບອກ​ວ່າ​ທາດ​ຜູ້​ທີ​ສອງ​ຈົ່ມ​ວ່າ: ‘ເປັນ​ຫຍັງ​ຂ້ອຍ​ຄື​ໄດ້​ເງິນ​ໜ້ອຍ​ແທ້? ເປັນ​ຫຍັງ​ຂ້ອຍ​ບໍ່​ໄດ້​ຮັບ 5 ຕະລັນ​ສ່ຳ​ກັບ​ຜູ້​ທີ​ໜຶ່ງ! ຖ້າ​ນາຍ​ບໍ່​ເຫັນ​ຄ່າ​ໃນ​ໂຕ​ຂ້ອຍ ຂ້ອຍ​ຊິ​ຝັງ​ເງິນ​ລາວ​ໄວ້​ແລ້ວ​ໄປ​ເຮັດ​ວຽກ​ເພື່ອ​ຕົວ​ເອງ​ດີ​ກວ່າ​ບໍ.’

10. ທາດ​ຜູ້​ທີ​ສອງ​ໄດ້​ເຮັດ​ຫຍັງ​ກັບ​ເງິນ​ທີ່​ລາວ​ໄດ້​ຮັບ?

10 ຄື​ກັບ​ທາດ​ຜູ້​ທີ​ໜຶ່ງ ທາດ​ຜູ້​ທີ​ສອງ​ຖື​ວ່າ​ວຽກ​ທີ່​ນາຍ​ມອບ​ໝາຍ​ໃຫ້​ເປັນ​ວຽກ​ທີ່​ສຳຄັນ ແລະ​ລາວ​ກໍ​ຕັ້ງ​ໃຈ​ເຮັດ​ວຽກ​ເພື່ອ​ນາຍ. ລາວ​ຫາ​ເງິນ​ມາ​ເພີ່ມ​ໃຫ້​ນາຍ​ອີກ 2 ຕະລັນ. ຍ້ອນ​ແນວ​ນັ້ນ ນາຍ​ຈຶ່ງ​ໄດ້​ໃຫ້​ລາງວັນ​ກັບ​ລາວ​ເພາະ​ລາວ​ເປັນ​ທາດ​ທີ່​ດຸ​ໝັ່ນ. ນາຍ​ບໍ່​ພຽງ​ແຕ່​ຊົມ​ເຊີຍ​ລາວ ແຕ່​ຍັງ​ມອບ​ວຽກ​ໃຫ້​ລາວ​ເພີ່ມ​ອີກ!

11. ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

11 ຄ້າຍ​ຄື​ກັນ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ຕັ້ງ​ໃຈ ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ໃຫ້​ເຮົາ “ທຸ່ມເທ​ເວລາ” ໃນ​ວຽກ​ປະກາດ​ແລະ​ວຽກ​ອື່ນໆ​ໃນ​ປະຊາຄົມ. (ກຈກ. 18:5; ຮຣ. 10:24, 25) ໃຫ້​ກຽມ​ການ​ປະຊຸມ​ຢ່າງ​ດີ​ເພື່ອ​ຈະ​ອອກ​ຄຳ​ຄິດ​ເຫັນ​ທີ່​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ໃຫ້​ເອົາໃຈໃສ່​ສ່ວນ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ​ໃນ​ການ​ປະຊຸມ​ກາງ​ອາທິດ. ຖ້າ​ເຈົ້າ​ຖືກ​ຂໍ​ໃຫ້​ຊ່ວຍ​ວຽກ​ບາງ​ຢ່າງ​ໃນ​ປະຊາຄົມ ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ກົງ​ຕໍ່​ເວລາ​ແລະ​ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້. ຢ່າ​ຄິດ​ວ່າ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ໄດ້​ຮັບ​ບໍ່​ສຳຄັນ​ແລະ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ເວລາ​ກັບ​ມັນ. ໃຫ້​ພະຍາຍາມ​ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ​ໃຫ້​ດີ​ຂຶ້ນ. (ສຸພາ. 22:29) ແຮ່ງ​ເຈົ້າ​ພະຍາຍາມ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຈະ​ໃກ້​ຊິດ​ກັບ​ເພິ່ນ​ແລະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ. (ຄລຕ. 6:4) ແລ້ວ​ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ເຈົ້າ​ຈະ​ດີ​ໃຈ​ກັບ​ຄົນ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ຢາກ​ເຮັດ.—ຣມ. 12:15; ຄລຕ. 5:26

12. ສິ່ງ​ໃດ​ຊ່ວຍ​ພີ່ນ້ອງ​ເມລີຊາ​ແລະ​ພີ່ນ້ອງ​ນິກ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ?

12 ເຈົ້າ​ຈື່​ພີ່ນ້ອງ​ເມລີຊາ​ໄດ້​ບໍ​ທີ່​ຢາກ​ຮັບໃຊ້​ຢູ່​ເບເທນ​ແລະ​ຢາກ​ເຂົ້າ​ໂຮງ​ຮຽນ​ສຳລັບ​ຜູ້​ປະກາດ​ລາຊະອານາຈັກ? ເຖິງ​ວ່າ​ລາວ​ຈະ​ບໍ່​ສາມາດ​ເຮັດ​ຕາມ​ສິ່ງ​ທີ່​ລາວ​ຢາກ​ເຮັດ​ໄດ້ ແຕ່​ລາວ​ເວົ້າ​ວ່າ: “ຂ້ອຍ​ພະຍາຍາມ​ເຮັດ​ດີ​ທີ່​ສຸດ​ໃນ​ວຽກ​ໄພໂອເນຍ​ຂອງ​ຂ້ອຍ ແລະ​ພະຍາຍາມ​ໃຊ້​ຫຼາຍ​ວິທີ​ໃນ​ການ​ປະກາດ. ນີ້​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.” ແລ້ວ​ນິກ​ເດ ລາວ​ເຮັດ​ແນວ​ໃດ​ເມື່ອ​ຮູ້ສຶກ​ຜິດ​ຫວັງ​ທີ່​ບໍ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້? ລາວ​ບອກ​ວ່າ: “ຂ້ອຍ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຂ້ອຍ​ເຮັດ​ໄດ້​ບໍ່​ວ່າ​ຈະ​ເປັນ​ການ​ປະກາດ​ຫຼື​ອອກ​ຄວາມ​ຄິດ​ເຫັນ​ທີ່​ໃຫ້​ກຳລັງ​ໃຈ​ຢູ່​ໃນ​ການ​ປະຊຸມ ແລະ​ຂ້ອຍ​ຍັງ​ໄດ້​ສະໝັກ​ເຂົ້າ​ເຮັດ​ວຽກ​ຢູ່​ເບເທນ. ແລະ​ໃນ​ປີ​ຕໍ່​ມາ ຂ້ອຍ​ກໍ​ໄດ້​ຖືກ​ຮັບ​ເຂົ້າ​ເບເທນ.”

13. ຖ້າ​ເຮົາ​ພະຍາຍາມ​ເຮັດ​ວຽກ​ຮັບໃຊ້​ໃຫ້​ດີ​ທີ່​ສຸດ​ໃນ​ຕອນ​ນີ້ ຜົນ​ຈະ​ເປັນ​ແນວ​ໃດ? (ຜູ້​ເທສະໜາ​ປ່າວ​ປະກາດ 2:24)

13 ຖ້າ​ເຈົ້າ​ຕັ້ງ​ໃຈ​ເຮັດ​ວຽກ​ມອບ​ໝາຍ​ໃຫ້​ດີ​ທີ່​ສຸດ​ໃນ​ຕອນ​ນີ້ ເຈົ້າ​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ຫຼາຍ​ຂຶ້ນ​ໃນ​ອະນາຄົດ​ບໍ? ຄື​ກັບ​ນິກ ເຈົ້າ​ອາດ​ຈະ​ໄດ້​ຮັບ​ວຽກ​ມອບ​ໝາຍ​ກໍ​ໄດ້ ຫຼື​ຄື​ກັບ​ເມລີຊາ ເຈົ້າ​ອາດ​ຈະ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ຢາກ​ເຮັດ ແຕ່​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ດີ​ໃຈ​ທີ່​ໄດ້​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ. (ອ່ານ​ຜູ້​ເທສະໜາ​ປ່າວ​ປະກາດ 2:24) ທີ່​ສຳຄັນ ເຈົ້າ​ຈະ​ມີ​ຄວາມ​ສຸກ​ທີ່​ຮູ້​ວ່າ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ເຮົາ​ພໍ​ໃຈ​ເຈົ້າ.

ຕັ້ງ​ເປົ້າ​ໝາຍ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ

14. ຕອນ​ທີ່​ເຮົາ​ຕັ້ງ​ເປົ້າ​ໝາຍ ເຮົາ​ຄວນ​ຄິດ​ເຖິງ​ຫຍັງ?

14 ການ​ທີ່​ເຮົາ​ພະຍາຍາມ​ເຮັດ​ວຽກ​ຮັບໃຊ້​ໃຫ້​ດີ​ທີ່​ສຸດ​ໃນ​ຕອນ​ນີ້ ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຕ້ອງ​ຕັ້ງ​ເປົ້າ​ໝາຍ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ເລີຍ​ບໍ? ບໍ່​ແມ່ນ​ແນວ​ນັ້ນ. ເຮົາ​ຄວນ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ປະກາດ​ແລະ​ສອນ​ເກັ່ງ​ຂຶ້ນ ແລະ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຊ່ວຍ​ເຫຼືອ​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. ເພື່ອ​ຈະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ​ໄດ້ ເຮົາ​ຕ້ອງ​ຖ່ອມ​ຕົວ​ແລະ​ຄິດ​ເຖິງ​ວິທີ​ທີ່​ຈະ​ຊ່ວຍ​ເຫຼືອ​ຄົນ​ອື່ນ ບໍ່​ແມ່ນ​ຄິດ​ເຖິງ​ແຕ່​ຕົວ​ເອງ.—ສຸພາ. 11:2; ກຈກ. 20:35

15. ເຈົ້າ​ຈະ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ແດ່ ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ?

15 ເຮົາ​ອາດ​ຈະ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ອີກ? ໃຫ້​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ມີ​ເປົ້າ​ໝາຍ​ຫຍັງ​ແດ່​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. (ສຸພາ. 16:3; ຢກບ. 1:5) ໃຫ້​ພະຍາຍາມ​ຄິດ​ເຖິງ​ເປົ້າ​ໝາຍ​ທີ່​ໄດ້​ເວົ້າ​ມາ​ແລ້ວ​ຢູ່​ໃນ​ ຂໍ້ 1 ເຊັ່ນ: ການ​ເປັນ​ໄພໂອເນຍ​ສົມທົບ​ຫຼື​ໄພໂອເນຍ​ປະຈຳ ການ​ຮັບໃຊ້​ຢູ່​ເບເທນ ຫຼື​ການ​ຊ່ວຍ​ວຽກ​ຢູ່​ໃນ​ໂຄງການ​ກໍ່​ສ້າງ. ຫຼື​ເຮົາ​ອາດ​ຈະ​ຮຽນ​ພາສາ​ໃໝ່​ເພື່ອ​ຂະຫຍາຍ​ວຽກ​ປະກາດ​ຫຼື​ຍ້າຍ​ໄປ​ຮັບໃຊ້​ໃນ​ເຂດ​ໃໝ່. ເພື່ອ​ຈະ​ຮູ້​ວິທີ​ທີ່​ຈະ​ຮັບໃຊ້​ຫຼາຍ​ຂຶ້ນ ໃຫ້​ເຈົ້າ​ອ່ານ​ປຶ້ມ​ລວບລວມ​ເປັນ​ອົງການ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະ​ເຢໂຫວາ ບົດ​ທີ 10 ແລະ​ລົມ​ກັບ​ຜູ້​ດູ​ແລ​ໃນ​ປະຊາຄົມ. * ເມື່ອ​ເຈົ້າ​ພະຍາຍາມ​ເຮັດ​ຕາມ​ເປົ້າ​ໝາຍ​ເຫຼົ່າ​ນີ້ ຄົນ​ອື່ນ​ກໍ​ຈະ​ເຫັນ​ວ່າ​ເຈົ້າ​ກຳລັງ​ກ້າວ​ໜ້າ​ແລະ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

16. ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ເຮັດ​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້​ບໍ່​ໄດ້?

16 ແຕ່​ຖ້າ​ເຈົ້າ​ເຮັດ​ຕາມ​ເປົ້າ​ໝາຍ​ທັງ​ໝົດ​ທີ່​ເວົ້າ​ມາ​ກ່ອນ​ໜ້າ​ນີ້​ບໍ່​ໄດ້​ເດ? ກໍ​ໃຫ້​ພະຍາຍາມ​ຕັ້ງ​ເປົ້າ​ໝາຍ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້. ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ຕໍ່​ໄປ​ນີ້.

ເຮົາ​ອາດ​ຈະ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ແດ່? (ເບິ່ງ​ຂໍ້ 17) *

17. ຕາມ 1 ຕີໂມທຽວ 4:13, 15 ພີ່ນ້ອງ​ຊາຍ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ປັບ​ປຸງ​ຕົວ​ເອງ​ໃຫ້​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ?

17 ອ່ານ 1 ຕີໂມທຽວ 4:13, 15. ເຈົ້າ​ອາດ​ຈະ​ປັບ​ປຸງ​ຄວາມ​ສາມາດ​ໃນ​ການ​ໃຫ້​ຄຳບັນຍາຍ​ແລະ​ການ​ສອນ​ໃຫ້​ດີ​ຂຶ້ນ​ໄດ້. ເປັນ​ຫຍັງ​ຈຶ່ງ​ເຮັດ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ​ຖ້າ​ເຈົ້າ​ພະຍາຍາມ​ເປັນ​ຜູ້​ອ່ານ ຜູ້​ສອນ ແລະ​ເປັນ​ຜູ້​ບັນຍາຍ​ທີ່​ດີ ເຈົ້າ​ອາດ​ຈະ​ຊ່ວຍ​ຜູ້​ຟັງ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ. ລອງ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ອ່ານ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ຢູ່​ໃນ​ແຕ່​ລະ​ບົດ​ຂອງ​ປຶ້ມ​ຝຶກ​ຝົນ​ຕົວ​ເອງ​ໃນ​ການ​ອ່ານ​ແລະ​ການ​ສອນ. ສຶກສາ​ຄົ້ນ​ຄວ້າ​ຢ່າງ​ດີ ໝັ່ນ​ຝຶກ​ຊ້ອມ ແລະ​ໃຊ້​ຄຳ​ແນະນຳ​ນັ້ນ​ເມື່ອ​ໃຫ້​ຄຳບັນຍາຍ. ຂໍ​ຄຳ​ແນະນຳ​ຈາກ​ຜູ້​ຊ່ວຍ​ໃຫ້​ຄຳ​ແນະນຳ * ຫຼື​ຜູ້​ດູ​ແລ​ຄົນ​ອື່ນໆ​ທີ່ “ເຮັດ​ວຽກ​ໜັກ​ໃນ​ການ​ເວົ້າ​ແລະ​ການ​ສອນ.” (1 ຕມ. 5:17) ໃຫ້​ຄິດ​ເຖິງ​ວິທີ​ທີ່​ຈະ​ຊ່ວຍ​ຜູ້​ຟັງ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ນຳ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້ ບໍ່​ພຽງ​ແຕ່​ຄິດ​ເຖິງ​ວິທີ​ສະເໜີ​ຄຳ​ບັນລະຍາຍ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ເຮັດ​ໃຫ້​ຜູ້​ຟັງ​ແລະ​ຕົວ​ເຈົ້າ​ເອງ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.

ເຮົາ​ອາດ​ຈະ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ແດ່? (ເບິ່ງ​ຂໍ້ 18) *

18. ເພື່ອ​ຈະ​ເປັນ​ຜູ້​ປະກາດ​ແລະ​ຜູ້​ສອນ​ທີ່​ດີ​ຂຶ້ນ ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ແດ່?

18 ການ​ປະກາດ​ແລະ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ແມ່ນ​ໜ້າ​ທີ່​ມອບ​ໝາຍ​ຂອງ​ເຮົາ​ທຸກ​ຄົນ. (ມທ. 28:19, 20; ຣມ. 10:14) ເຈົ້າ​ຢາກ​ຈະ​ປັບ​ປຸງ​ຄວາມ​ສາມາດ​ໃຫ້​ຫຼາຍ​ຂຶ້ນ​ໃນ​ການ​ເຮັດ​ວຽກ​ທີ່​ສຳຄັນ​ນີ້​ບໍ? ເມື່ອ​ເຈົ້າ​ສຶກສາ​ປຶ້ມ​ການ​ສອນ ໃຫ້​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້. ນອກ​ຈາກ​ນັ້ນ ໃຫ້​ພະຍາຍາມ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮຽນ​ຈາກ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້ຄູ່​ມື​ການ​ປະຊຸມ ແລະ​ວິດີໂອ​ຕົວຢ່າງ​ການ​ລົມ​ກັນ​ໃນ​ການ​ປະຊຸມ​ກາງ​ອາທິດ. ໃຫ້​ພະຍາຍາມ​ໃຊ້​ຫຼາຍ​ວິທີ​ເພື່ອ​ຈະ​ຮູ້​ວ່າ​ວິທີ​ໃດ​ດີ​ທີ່​ສຸດ. ເມື່ອ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ເປັນ​ຜູ້​ປະກາດ​ແລະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ ແລະ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ.—2 ຕມ. 4:5

ເຮົາ​ອາດ​ຈະ​ຕັ້ງ​ເປົ້າ​ໝາຍ​ຫຍັງ​ໄດ້​ແດ່? (ເບິ່ງ​ຂໍ້ 19) *

19. ເພື່ອ​ຈະ​ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ​ຫຼາຍ​ຂຶ້ນ ເຮົາ​ອາດ​ຕ້ອງ​ເຮັດ​ຫຍັງ​ແດ່?

19 ເປົ້າ​ໝາຍ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ຄວນ​ຕັ້ງ​ກໍ​ຄື ພັດທະນາ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ​ໃຫ້​ຫຼາຍ​ຂຶ້ນ. (ຄລຕ. 5:22, 23; ກລຊ. 3:12; 2 ປຕ. 1:5-8) ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ຕົວຢ່າງ ຖ້າ​ເຮົາ​ຢາກ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ ເຮົາ​ອາດ​ຈະ​ອ່ານ​ບົດ​ຄວາມ​ຕ່າງໆ​ຂອງ​ອົງການ​ທີ່​ມີ​ຄຳ​ແນະນຳ​ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ຫຼື​ເຮົາ​ອາດ​ຈະ​ເບິ່ງ​ລາຍການ​ໂທລະທັດ JW ປະຈຳ​ເດືອນ​ທີ່​ເວົ້າ​ເຖິງ​ວິທີ​ທີ່​ພີ່ນ້ອງ​ສະແດງ​ຄວາມ​ເຊື່ອ​ເມື່ອ​ເຈິ​ບັນຫາ​ຕ່າງໆ. ຈາກ​ນັ້ນ ໃຫ້​ຄິດ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

20. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ບໍ່​ຜິດ​ຫວັງ​ຫຼາຍ​ເກີນ​ໄປ​ເມື່ອ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ຢາກ​ເຮັດ?

20 ເຮົາ​ທຸກ​ຄົນ​ຄື​ຊິ​ຢາກ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ກວ່າ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້​ແມ່ນ​ບໍ. ໃນ​ໂລກ​ໃໝ່ ເຮົາ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຢ່າງ​ເຕັມທີ. ແຕ່​ກ່ອນ​ຈະ​ເຖິງ​ມື້​ນັ້ນ ຖ້າ​ເຮົາ​ເຮັດ​ວຽກ​ມອບ​ໝາຍ​ໃຫ້​ດີ​ທີ່​ສຸດ​ໃນ​ຕອນ​ນີ້ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ ແລະ​ເຮົາ​ຈະ​ບໍ່​ຜິດ​ຫວັງ​ຫຼາຍ​ເກີນ​ໄປ​ຖ້າ​ບໍ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ຢາກ​ເຮັດ. ແລະ​ທີ່​ສຳຄັນ ເຮົາ​ຈະ​ຍົກຍ້ອງ​ແລະ​ໃຫ້​ກຽດ​ພະ​ເຢໂຫວາ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ.” (1 ຕມ. 1:11) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ກັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ!

ເພງ 82 ‘ໃຫ້​ຄວາມ​ສະຫວ່າງ​ຂອງ​ເຈົ້າ​ສ່ອງ​ອອກ​ໄປ’

^ ຂໍ້ 5 ເຮົາ​ຮັກ​ພະ​ເຢໂຫວາ​ຫຼາຍ ແລະ​ເຮົາ​ກໍ​ຢາກ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຮັບໃຊ້​ເພິ່ນ. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ຂຶ້ນ​ແລະ​ພະຍາຍາມ​ທີ່​ຈະ​ມີ​ຄຸນສົມບັດ​ເພື່ອ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ຫຼາຍ​ຂຶ້ນ. ແລະ​ເຖິງ​ວ່າ​ເຮົາ​ຈະ​ພະຍາຍາມ​ເຮັດ​ສຸດ​ຄວາມ​ສາມາດ​ແລ້ວ ແຕ່​ກໍ​ຍັງ​ເຮັດ​ຕາມ​ເປົ້າ​ໝາຍ​ບໍ່​ໄດ້ ເຮົາ​ຍັງ​ຈະ​ມີ​ຄວາມ​ສຸກ​ແລະ​ຮັບໃຊ້​ຕໍ່​ໄປ​ໄດ້​ແນວ​ໃດ? ເຮົາ​ຈະ​ໄດ້​ຄຳຕອບ​ຈາກ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ເລື່ອງ​ເງິນ​ຕະລັນ.

^ ຂໍ້ 2 ຊື່​ສົມມຸດ.

^ ຂໍ້ 5 ຜູ້​ເທສະໜາ​ປ່າວ​ປະກາດ 6:9 (ລ.ມ.): “ໄດ້​ຊື່ນຊົມ​ກັບ​ສິ່ງ​ທີ່​ເຫັນ​ຕອນ​ນີ້​ກໍ​ດີ​ກວ່າ​ທ່ຽວ​ຕາມ​ຫາ​ສິ່ງ​ທີ່​ຢາກ​ໄດ້. ນີ້​ກໍ​ໄຮ້​ປະໂຫຍດ​ຄື​ກັນ​ແລະ​ເປັນ​ການ​ໄລ່​ຕາມ​ລົມ.”

^ ຂໍ້ 7 ການ​ອະທິບາຍ​ຄຳສັບ: ເງິນ 1 ຕະລັນ​ເທົ່າ​ກັບ​ຄ່າ​ແຮງ​ງານ​ຂອງ​ຜູ້​ໜຶ່ງ​ທີ່​ເຮັດ​ວຽກ 20 ປີ.

^ ຂໍ້ 15 ເພື່ອ​ຈະ​ຊ່ວຍ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ​ໃຫ້​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ຜູ້​ດູ​ແລ ໃຫ້​ເບິ່ງ​ຂໍ້​ມູນ​ຢູ່​ໃນ​ປຶ້ມ​ລວບລວມ​ເປັນ​ອົງການ​ເພື່ອ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະ​ເຢໂຫວາ ໃນ​ບົດ​ທີ 5 ແລະ​ບົດ​ທີ 6 (ພາສາ​ໄທ).

^ ຂໍ້ 17 ການ​ອະທິບາຍ​ຄຳສັບ: ຜູ້​ຊ່ວຍ​ໃຫ້​ຄຳ​ແນະນຳ​ແມ່ນ​ຜູ້​ດູ​ແລ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເຮັດ​ໜ້າ​ທີ່​ໃຫ້​ຄຳ​ແນະນຳ​ເປັນ​ສ່ວນ​ຕົວ​ແກ່​ຜູ້​ດູ​ແລ​ແລະ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ກ່ຽວ​ກັບ​ການ​ເຮັດ​ສ່ວນ​ໃນ​ການ​ປະຊຸມ​ເມື່ອ​ເຫັນ​ວ່າ​ຈຳເປັນ.

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ເພື່ອ​ຈະ​ເປັນ​ຜູ້​ສອນ​ທີ່​ດີ​ຂຶ້ນ ພີ່ນ້ອງ​ຊາຍ​ໄດ້​ຄົ້ນ​ຄວ້າ​ປຶ້ມ​ຕ່າງໆ​ຂອງ​ອົງການ.

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: ຫຼັງ​ຈາກ​ພີ່ນ້ອງ​ຍິງ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ​ແລ້ວ ລາວ​ກໍ​ໄດ້​ເອົາ​ນາມ​ບັດ JW ໃຫ້​ພະນັກງານ​ເສີບ.

^ ຂໍ້ 69 ຄຳ​ອະທິບາຍ​ຮູບ​ພາບ: ຍ້ອນ​ພີ່ນ້ອງ​ຍິງ​ຄົນ​ນີ້​ຢາກ​ສະແດງ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ​ຫຼາຍ​ຂຶ້ນ ລາວ​ຈຶ່ງ​ເອົາ​ຂອງ​ຂວັນ​ໃຫ້​ພີ່ນ້ອງ.