ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 35

ເຫັນ​ຄ່າ​ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່

ເຫັນ​ຄ່າ​ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່

“ຜົມ​ຫງອກ​ເປັນ​ມົງກຸດ​ທີ່​ສວຍ​ງາມ.”—ສຸພາ. 16:31, ລ.ມ.

ເພງ 138 ຄວາມ​ງາມ​ຂອງ​ຄົນ​ຜົມ​ຫງອກ

ໃຈ​ຄວາມ​ສຳຄັນ *

1-2. (ກ) ຕາມ​ຫຼັກ​ການ​ໃນ​ສຸພາສິດ 16:31 ເຮົາ​ຄວນ​ເບິ່ງ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ແນວ​ໃດ? (ຂ) ໃນ​ບົດ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

ຄົນ​ທີ່​ໄປ​ທ່ຽວ​ສວນ​ອຸທິຍານ​ແຫ່ງ​ຊາດ​ຢູ່​ລັດ​ອາ​ກັນ​ຊໍ ສະຫະລັດ​ອາເມຣິກາ​ອາດ​ຈະ​ເຫັນ​ກ້ອນ​ຫີນ​ຫຼາຍ​ກ້ອນ​ຢາຍ​ຢູ່​ຕາມ​ພື້ນ ແຕ່​ໃນ​ຕົວ​ຈິງ​ແລ້ວ​ມັນ​ເປັນ​ເພັດ​ພອຍ​ທີ່​ຍັງ​ບໍ່​ໄດ້​ເຈຍ​ລະ​ໄນ. ດັ່ງ​ນັ້ນ ຄົນ​ທີ່​ຍ່າງ​ກາຍ​ໄປ​ກາຍ​ມາ​ຈຶ່ງ​ຄິດ​ວ່າ​ມັນ​ເປັນ​ຫີນ​ທຳມະດາ ບໍ່​ແມ່ນ​ເພັດ​ພອຍ​ທີ່​ມີ​ຄ່າ.

2 ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ຄ້າຍ​ຄື​ກັບ​ເພັດ​ພອຍ​ໃນ​ບາງ​ແງ່. ເຂົາ​ເຈົ້າ​ມີ​ຄ່າ​ຫຼາຍ​ແທ້ໆ! ຄຳພີ​ໄບເບິນ​ສົມ​ທຽບ​ຜົມ​ຫງອກ​ຂອງ​ຄົນ​ສູງ​ອາຍຸ​ເປັນ​ຄື​ກັບ​ມົງກຸດ. (ອ່ານ​ສຸພາສິດ 16:31; 20:29) ແຕ່​ເຮົາ​ອາດ​ຈະ​ເບິ່ງ​ຂ້າມ​ພີ່ນ້ອງ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ໄດ້​ງ່າຍໆ. ຖ້າ​ຄົນ​ໜຸ່ມ​ຖື​ວ່າ​ຄົນ​ທີ່​ສູງ​ອາຍຸ​ມີ​ຄ່າ ເຂົາ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ຜູ້​ສູງ​ອາຍຸ​ເຫຼົ່າ​ນີ້​ເຊິ່ງ​ມີ​ຄ່າ​ຫຼາຍ​ກວ່າ​ເງິນ​ຄຳ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ຕອບ 3 ຄຳຖາມ​ຕໍ່​ໄປ​ນີ້: ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ມີ​ຄ່າ? ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ຄວາມ​ສຳຄັນ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ​ແນວ​ໃດ? ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ບົດຮຽນ​ຈາກ​ປະສົບການ​ຂອງ​ຜູ້​ສູງ​ອາຍຸ?

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຖື​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ມີ​ຄ່າ?

ພະ​ເຢໂຫວາ​ແລະ​ພີ່ນ້ອງ​ທຸກ​ຄົນ​ເຫັນ​ຄ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່ (ເບິ່ງ​ຂໍ້ 3)

3. ຕາມ​ຄຳເພງ 92:12-15 ເປັນ​ຫຍັງ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ຈຶ່ງ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ?

3 ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ມີ​ຄ່າ​ຫຼາຍ​ຕໍ່​ພະ​ເຢໂຫວາ. ພະ​ເຢໂຫວາ​ຮູ້ຈັກ​ເຂົາ​ເຈົ້າ​ດີ ແລະ​ຮູ້​ວ່າ​ເຂົາ​ເຈົ້າ​ມີ​ຄຸນ​ລັກສະນະ​ທີ່​ດີ​ຫຍັງ​ແດ່. ພະ​ເຢໂຫວາ​ຮູ້ສຶກ​ດີ​ໃຈ​ທີ່​ເຫັນ​ຜູ້​ສູງ​ອາຍຸ​ຖ່າຍ​ທອດ​ຄວາມ​ຮູ້​ແລະ​ເລົ່າ​ປະສົບການ​ກ່ຽວ​ກັບ​ວຽກ​ຮັບໃຊ້​ໃຫ້​ຄົນ​ໜຸ່ມ​ຟັງ. (ໂຢບ 12:12; ສຸພາ. 1:1-4) ພະ​ເຢໂຫວາ​ຍັງ​ເຫັນ​ຄຸນຄ່າ​ທີ່​ເຂົາ​ເຈົ້າ​ໄດ້​ອົດ​ທົນ. (ມລກີ. 3:16) ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເຈິ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ. ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ໜັກແໜ້ນ​ກວ່າ​ຕອນ​ທີ່​ຮຽນ​ຄວາມ​ຈິງ​ໃໝ່ໆ. ເຖິງ​ວ່າ​ເຂົາ​ເຈົ້າ​ຈະ “ເຖົ້າ​ແລ້ວ” ແຕ່​ພະ​ເຢໂຫວາ​ກໍ​ຍັງ​ຮັກ​ເຂົາ​ເຈົ້າ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຍັງ​ປະກາດ​ນາມ​ຊື່​ຂອງ​ເພິ່ນ​ຕໍ່ໆ​ໄປ.—ອ່ານ​ຄຳເພງ 92:12-15

4. ສິ່ງ​ໃດ​ເຮັດ​ໃຫ້​ພີ່ນ້ອງ​ທີ່​ສູງ​ອາຍຸ​ໄດ້​ຮັບ​ກຳລັງ​ໃຈ?

4 ຖ້າ​ເຈົ້າ​ເປັນ​ຜູ້​ສູງ​ອາຍຸ​ແລ້ວ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ວຽກ​ທີ່​ເຈົ້າ​ເຄີຍ​ເຮັດ​ເພື່ອ​ເພິ່ນ. (ຮຣ. 6:10) ເຈົ້າ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ໂດຍ​ການ​ເຮັດ​ວຽກ​ປະກາດ​ຢ່າງ​ຫ້າວຫັນ. ເຈົ້າ​ໄດ້​ອົດ​ທົນ​ກັບ​ບັນຫາ​ຫຼາຍ​ຢ່າງ ເຊິ່ງ​ລວມ​ເຖິງ​ເລື່ອງ​ທີ່​ເຮັດ​ໃຫ້​ເຈົ້າ​ເສຍໃຈ​ຫຼາຍ. ເຈົ້າ​ຍັງ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ແລະ​ເຮັດ​ວຽກ​ມອບ​ໝາຍ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ຢ່າງ​ສັດ​ຊື່. ເຈົ້າ​ຕ້ອງ​ໄດ້​ປັບ​ຕົວ​ເພື່ອ​ຈະ​ເຮັດ​ຕາມ​ຄຳ​ແນະນຳ​ໃໝ່ໆ​ຂອງ​ອົງການ. ເຈົ້າ​ຍັງ​ໄດ້​ຊ່ວຍ​ເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ຮັບໃຊ້​ເຕັມ​ເວລາ. ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼາຍ​ຍ້ອນ​ເຈົ້າ​ເປັນ​ຄົນ​ທີ່​ສັດ​ຊື່. ພະ​ເຢໂຫວາ​ຍັງ​ສັນຍາ​ວ່າ ‘ເພິ່ນ​ຈະ​ບໍ່​ປະ​ຖິ້ມ​ຄົນ​ທີ່​ພັກດີ​ຕໍ່​ເພິ່ນ.’ (ເພງ. 37:28, ລ.ມ.) ເພິ່ນ​ຍັງ​ຮັບຮອງ​ກັບ​ເຈົ້າ​ວ່າ: “ເຖິງ​ຕອນ​ທີ່​ພວກ​ເຈົ້າ​ຜົມ​ຫງອກ ເຮົາ​ກໍ​ຍັງ​ຈະ​ອູ້ມ​ພວກ​ເຈົ້າ.” (ເອຊາ. 46:4, ລ.ມ.) ສະນັ້ນ ຂໍ​ໃຫ້​ເຈົ້າ​ຢ່າ​ຟ້າວ​ຄິດ​ວ່າ​ເຈົ້າ​ຄື​ຊິ​ບໍ່​ສາມາດ​ເຮັດ​ວຽກ​ທີ່​ສຳຄັນ​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ຍ້ອນ​ເຈົ້າ​ເຖົ້າ​ແລ້ວ ເພາະ​ເຈົ້າ​ຍັງ​ເຮັດ​ໄດ້!

ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ຄວາມ​ສຳຄັນ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ

5. ພີ່ນ້ອງ​ທີ່​ສູງ​ອາຍຸ​ຄວນ​ຈື່​ເລື່ອງ​ຫຍັງ?

5 ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ປະໂຫຍດ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ຫຼາຍໆ​ດ້ານ. ເຖິງ​ວ່າ​ເຂົາ​ເຈົ້າ​ອາດ​ຈະ​ບໍ່​ມີ​ກຳລັງ​ວັງ​ຊາ​ຫຼາຍ​ຄື​ແຕ່​ກ່ອນ ແຕ່​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ຮູ້​ແລະ​ປະສົບການ​ຫຼາຍ​ໃນ​ວຽກ​ຮັບໃຊ້. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄດ້​ໃຊ້​ພີ່ນ້ອງ​ເຫຼົ່າ​ນີ້​ໃຫ້​ເຮັດ​ວຽກ​ຮັບໃຊ້​ຂອງ​ເພິ່ນ​ແນວ​ໃດ​ທັງ​ໃນ​ສະໄໝ​ກ່ອນ​ແລະ​ໃນ​ປັດຈຸບັນ.

6-7. ໃນ​ຄຳພີ​ໄບເບິນ​ມີ​ເລື່ອງ​ຂອງ​ໃຜ​ແດ່​ທີ່​ເປັນ​ຄົນ​ສູງ​ອາຍຸ​ທີ່​ໄດ້​ຮັບ​ລາງວັນ​ຍ້ອນ​ຄວາມ​ສັດ​ຊື່?

6 ໃນ​ຄຳພີ​ໄບເບິນ​ມີ​ເລື່ອງ​ຂອງ​ຫຼາຍ​ຄົນ​ທີ່​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢູ່​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ອາຍຸ​ຫຼາຍ​ແລ້ວ. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ໂມເຊ​ອາຍຸ 80 ປີ ລາວ​ໄດ້​ເລີ່ມ​ເປັນ​ຜູ້​ພະຍາກອນ​ແລະ​ເປັນ​ຜູ້​ນຳ​ຊາດ​ອິດສະຣາເອນ. ຕອນ​ທີ່​ດານີເອນ​ອາຍຸ 90 ປາຍ​ປີ ພະ​ເຢໂຫວາ​ຍັງ​ໃຊ້​ລາວ​ໃຫ້​ເປັນ​ຜູ້​ພະຍາກອນ​ແລະ​ເວົ້າ​ຕາງ​ໜ້າ​ເພິ່ນ. ແລະ​ຕອນ​ທີ່​ອັກຄະສາວົກ​ໂຢຮັນ​ອາຍຸ​ປະມານ 90 ປາຍ​ປີ ພະ​ເຢໂຫວາ​ກໍ​ຍັງ​ໃຊ້​ລາວ​ໃຫ້​ຂຽນ​ປຶ້ມ​ພະນິມິດ.

7 ຍັງ​ມີ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ອີກ​ຫຼາຍ​ຄົນ​ທີ່​ບໍ່​ຄ່ອຍ​ມີ​ໃຜ​ຮູ້ຈັກ ແລະ​ເຂົາ​ເຈົ້າ​ກໍ​ອາດ​ຈະ​ຖືກ​ເບິ່ງ​ຂ້າມ​ງ່າຍໆ. ແຕ່​ພະ​ເຢໂຫວາ​ຍັງ​ສົນ​ໃຈ​ແລະ​ໃຫ້​ລາງວັນ​ກັບ​ເຂົາ​ເຈົ້າ. ຕົວຢ່າງ​ເຊັ່ນ ເຖິງ​ວ່າ​ພະ​ຄຳພີ​ຈະ​ເວົ້າ​ເຖິງ​ຊີເມໂອນ​ພຽງ​ແຕ່​ໜ້ອຍ​ດຽວ​ວ່າ​ລາວ​ເປັນ​ຄົນ​ທີ່ “ເຊື່ອ​ຟັງ​ແລະ​ເຫຼື້ອມ​ໃສ​ພະເຈົ້າ” ແຕ່​ພະ​ເຢໂຫວາ​ກໍ​ຮູ້ຈັກ​ລາວ​ດີ​ແລະ​ໃຫ້​ສິດທິ​ພິເສດ​ລາວ​ໄດ້​ເຫັນ​ແອ​ນ້ອຍ​ເຢຊູ ແລະ​ໄດ້​ພະຍາກອນ​ກ່ຽວ​ກັບ​ພະ​ເຢຊູ​ແລະ​ມາຣີ. (ລກ. 2:22, 25-35) ນອກ​ຈາກ​ນັ້ນ ພະ​ຄຳພີ​ຍັງ​ເວົ້າ​ເຖິງ​ຜູ້​ພະຍາກອນ​ອານາ​ເຊິ່ງ​ເປັນ​ແມ່​ໝ້າຍ. ເຖິງ​ວ່າ​ລາວ​ຈະ​ອາຍຸ 84 ປີ​ແລ້ວ ແຕ່​ລາວ​ກໍ “ມາ​ວິຫານ​ບໍ່​ເຄີຍ​ຂາດ.” ຍ້ອນ​ລາວ​ມາ​ວິຫານ​ເປັນ​ປະຈຳ ພະ​ເຢໂຫວາ​ຈຶ່ງ​ອວຍ​ພອນ​ລາວ​ແລະ​ໃຫ້​ລາວ​ໄດ້​ເຫັນ​ແອ​ນ້ອຍ​ເຢຊູ. ທັງ​ຊີເມໂອນ​ແລະ​ອານາ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ.—ລກ. 2:36-38

ຕອນ​ນີ້​ພີ່ນ້ອງ​ດິເດີ​ອາຍຸ 80 ປາຍ​ປີ​ແລ້ວ ແຕ່​ລາວ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່ (ເບິ່ງ​ຂໍ້ 8)

8-9. ພີ່ນ້ອງ​ຍິງ​ທີ່​ເປັນ​ໝ້າຍ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ອົງການ​ຂອງ​ພະ​ເຢໂຫວາ?

8 ໃນ​ສະໄໝ​ປັດຈຸບັນ​ກໍ​ມີ​ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່​ຫຼາຍ​ຄົນ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ພວກ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່ ໂລອິດສ໌ ດິເດີ. ລາວ​ເລີ່ມ​ເປັນ​ໄພໂອເນຍ​ພິເສດ​ຢູ່​ການາດາ​ຕອນ​ອາຍຸ 21 ປີ ຕໍ່​ມາ​ລາວ​ກັບ​ຈອນ​ຜົວ​ຂອງ​ລາວ​ກໍ​ໄດ້​ເປັນ​ຜູ້​ດູ​ແລ​ເດີນ​ທາງ​ເປັນ​ເວລາ​ຫຼາຍ​ປີ. ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ໄດ້​ຮັບໃຊ້​ຢູ່​ເບເທນ​ການາດາ​ຫຼາຍ​ກວ່າ 20 ປີ. ຕອນ​ທີ່​ໂລອິດສ໌​ອາຍຸ 58 ປີ ລາວ​ກັບ​ຈອນ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບໃຊ້​ຢູ່​ປະເທດ​ອູແກຣນ. ເຂົາ​ເຈົ້າ​ເຮັດ​ແນວ​ໃດ? ເຂົາ​ເຈົ້າ​ຄິດ​ວ່າ​ຕົວ​ເອງ​ເຖົ້າ​ຫຼາຍ​ແລ້ວ​ແລະ​ຄື​ຊິ​ຍ້າຍ​ໄປ​ປະເທດ​ອື່ນ​ບໍ່​ໄດ້​ແລ້ວ​ບໍ? ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ແບບ​ນັ້ນ. ເຂົາ​ເຈົ້າ​ຮັບ​ເອົາ​ວຽກ​ມອບ​ໝາຍ​ແລະ​ຈອນ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ຢູ່​ຫັ້ນ. ຫຼັງ​ຈາກ​ທີ່​ຈອນ​ຕາຍ​ໄປ​ໄດ້ 7 ປີ ໂລອິດສ໌​ກໍ​ຍັງ​ຮັບໃຊ້​ຢູ່​ຫັ້ນ​ຕໍ່. ຕອນ​ນີ້​ລາວ​ອາຍຸ 81 ປີ​ແລ້ວ ແຕ່​ລາວ​ກໍ​ຍັງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຢູ່​ເບເທນ​ອູແກຣນ ແລະ​ພີ່ນ້ອງ​ຢູ່​ທີ່​ນັ້ນ​ກໍ​ຮັກ​ລາວ​ຫຼາຍ.

9 ພີ່ນ້ອງ​ຍິງ​ທີ່​ເປັນ​ແມ່​ໝ້າຍ​ຄື​ກັບ​ໂລອິດສ໌​ອາດ​ຈະ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ເທົ່າ​ກັບ​ຕອນ​ທີ່​ຜົວ​ເຂົາ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ແຕ່​ນີ້​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຄ່າ​ໜ້ອຍ​ລົງ. ພະ​ເຢໂຫວາ​ເຫັນ​ຄ່າ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ທີ່​ຊ່ວຍ​ສະໜັບສະໜູນ​ຜົວ​ເປັນ​ເວລາ​ຫຼາຍ​ປີ ແລະ​ເຂົາເຈົ້າ​ຍັງ​ຮັບໃຊ້​ເພິ່ນ​ຢ່າງ​ສັດ​ຊື່​ຈົນ​ຮອດ​ຕອນ​ນີ້. (1 ຕມ. 5:3) ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ຍັງ​ໄດ້​ໃຫ້​ກຳລັງ​ໃຈ​ຄົນ​ໜຸ່ມ​ນຳ.

10. ພີ່ນ້ອງ​ໂທນີ​ໄດ້​ວາງ​ຕົວຢ່າງ​ທີ່​ດີ​ໃຫ້​ເຮົາ​ແນວ​ໃດ?

10 ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່​ຫຼາຍ​ຄົນ​ບໍ່​ວ່າ​ຈະ​ຢູ່​ເຮືອນ​ຫຼື​ຢູ່​ສະຖານ​ທີ່​ເບິ່ງ​ແຍງ​ຜູ້​ເຖົ້າ​ລ້ວນ​ແຕ່​ມີ​ຄ່າ​ທຸກ​ຄົນ. ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ຄິດ​ເຖິງ​ພີ່ນ້ອງ​ໂທນີ​ອາຍຸ 98 ປີ ເຊິ່ງ​ຕອນ​ນີ້​ລາວ​ຢູ່​ສະຖານ​ທີ່​ເບິ່ງ​ແຍງ​ຜູ້​ເຖົ້າ. ຕອນ​ທີ່​ລາວ​ອາຍຸ 20 ປີ ລາວ​ໄດ້​ຮັບ​ບັບເຕມາ​ໃນ​ເດືອນ​ສິງຫາ ປີ 1942 ຢູ່​ລັດ​ເພັນຊິນເວເນຍ ສະຫະລັດ​ອາເມຣິກາ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ລາວ​ກໍ​ໄດ້​ເຂົ້າ​ຄຸກ 2 ປີ​ເຄິ່ງ​ຍ້ອນ​ຮັກສາ​ຄວາມ​ເປັນ​ກາງ. ລາວ​ມີ​ເມຍ​ທີ່​ຊື່​ຮິວດາ​ແລະ​ມີ​ລູກ 2 ຄົນ. ເຂົາ​ເຈົ້າ​ລ້ຽງ​ລູກ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ຕັ້ງ​ແຕ່​ຍັງ​ນ້ອຍໆ. ໂທນີ​ຮັບໃຊ້​ເປັນ​ຜູ້​ດູ​ແລ​ຜູ້​ເປັນ​ປະທານ​ຂອງ​ປະຊາຄົມ (ຕອນ​ນີ້​ເອີ້ນ​ວ່າ ຜູ້​ປະສານ​ງານ​ຄະນະ​ຜູ້​ດູ​ແລ) ແລະ​ເປັນ​ຜູ້​ດູ​ແລ​ການ​ປະຊຸມ​ໝວດ​ເປັນ​ເວລາ​ຫຼາຍ​ປີ. ລາວ​ຍັງ​ໄດ້​ນຳ​ການ​ສຶກສາ​ແລະ​ຈັດການ​ປະຊຸມ​ຢູ່​ຄຸກ. ເຖິງ​ວ່າ​ຕອນ​ນີ້​ລາວ​ຈະ​ອາຍຸ​ຫຼາຍ​ແລ້ວ ແຕ່​ລາວ​ກໍ​ຍັງ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ແລະ​ເຮັດ​ວຽກ​ຮ່ວມ​ກັບ​ພີ່ນ້ອງ​ໃນ​ປະຊາຄົມ​ຢ່າງ​ໃກ້​ຊິດ!

11. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຜູ້​ສູງ​ອາຍຸ​ທີ່​ຢູ່​ເຮືອນ​ຫຼື​ຢູ່​ສະຖານ​ທີ່​ເບິ່ງ​ແຍງ​ຜູ້​ເຖົ້າ?

11 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄ່າ​ຜູ້​ສູງ​ອາຍຸ​ທີ່​ຢູ່​ເຮືອນ​ຫຼື​ຢູ່​ສະຖານ​ທີ່​ເບິ່ງ​ແຍງ​ຜູ້​ເຖົ້າ? ຜູ້​ດູ​ແລ​ຈະ​ພະຍາຍາມ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ປະຊຸມ​ແລະ​ປະກາດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ເຮົາ​ກໍ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສົນ​ໃຈ​ເຂົາ​ເຈົ້າ​ໂດຍ​ໄປ​ຢາມ​ເຂົາ​ເຈົ້າ​ຫຼື​ໂທ​ຫາ​ເຂົາ​ເຈົ້າ​ທາງ​ວິດີໂອ. ແລະ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ເຮົາ​ຄວນ​ເອົາໃຈໃສ່​ເປັນ​ພິເສດ​ແມ່ນ​ຜູ້​ທີ່​ຢູ່​ໄກ​ຈາກ​ປະຊາຄົມ ເພາະ​ຖ້າ​ເຮົາ​ບໍ່​ເຮັດ​ແບບ​ນີ້ ເຮົາ​ກໍ​ອາດ​ຈະ​ລືມ​ເຂົາ​ເຈົ້າ​ໄດ້. ພີ່ນ້ອງ​ທີ່​ສູງ​ອາຍຸ​ບາງ​ຄົນ​ອາດ​ບໍ່​ຢາກ​ເລົ່າ​ເລື່ອງ​ຂອງ​ຕົວ​ເອງ​ໃຫ້​ຄົນ​ອື່ນ​ຟັງ ຫຼື​ຄິດ​ວ່າ​ບໍ່​ເໝາະ​ສົມ​ທີ່​ຈະ​ເວົ້າ​ເລື່ອງ​ນັ້ນ. ແຕ່​ເຮົາ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ຖ້າ​ເຮົາ​ໃຊ້​ເວລາ​ລົມ​ກັບ​ເຂົາ​ເຈົ້າ ແລະ​ຕັ້ງ​ໃຈ​ຟັງ​ເມື່ອ​ເຂົາ​ເຈົ້າ​ເລົ່າ​ປະສົບການ​ກ່ຽວ​ກັບ​ຄວາມ​ສຸກ​ທີ່​ໄດ້​ຈາກ​ການ​ຮັບໃຊ້​ພະ​ເຢໂຫວາ.

12. ໃນ​ປະຊາຄົມ​ທີ່​ເຮົາ​ຢູ່​ອາດ​ມີ​ພີ່ນ້ອງ​ແບບ​ໃດ?

12 ໃນ​ປະຊາຄົມ​ທີ່​ເຮົາ​ຢູ່​ອາດ​ຈະ​ມີ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ສັດ​ຊື່​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ເຮົາ. ພີ່ນ້ອງ​ຍິງ​ທີ່ຊື່​ແຮຣີເອັດ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ມາ​ຫຼາຍ​ປີ​ຢູ່​ລັດ​ນິວເຈີຊີ ສະຫະລັດ​ອາເມຣິກາ. ຕໍ່​ມາ ລາວ​ກໍ​ໄດ້​ຍ້າຍ​ໄປ​ຢູ່​ກັບ​ລູກ​ສາວ. ພີ່ນ້ອງ​ໃນ​ປະຊາຄົມ​ໃໝ່​ໄດ້​ໃຊ້​ເວລາ​ກັບ​ລາວ​ເພື່ອ​ຈະ​ຮູ້ຈັກ​ລາວ​ຫຼາຍ​ຂຶ້ນ ແລະ​ກໍ​ໄດ້​ເຫັນ​ວ່າ​ລາວ​ເປັນ​ພີ່ນ້ອງ​ທີ່​ມີ​ຄ່າ​ຫຼາຍ​ແທ້ໆ. ລາວ​ໄດ້​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໂດຍ​ເລົ່າ​ປະສົບການ​ໃນ​ວຽກ​ຮັບໃຊ້ ແລະ​ເລົ່າ​ຕອນ​ທີ່​ລາວ​ໄດ້​ຮຽນ​ຄວາມ​ຈິງ​ໃໝ່ໆ​ປະມານ​ປີ 1925. ໃນ​ຕອນ​ນັ້ນ ເມື່ອ​ລາວ​ໄປ​ປະກາດ​ລາວ​ມັກ​ຈະ​ເອົາ​ໄມ້​ຖູ​ແຂ້ວ​ໄປ​ນຳ​ເພາະ​ບາງ​ເທື່ອ​ລາວ​ອາດ​ຈະ​ຖືກ​ຈັບ​ເຂົ້າ​ຄຸກ. ໃນ​ປີ 1933 ລາວ​ຖືກ​ຈັບ​ເຂົ້າ​ຄຸກ 2 ເທື່ອ ແລະ​ແຕ່​ລະ​ເທື່ອ​ໃຊ້​ເວລາ​ປະມານ 1 ອາທິດ. ເຖິງ​ວ່າ​ຜົວ​ລາວ​ຈະ​ບໍ່​ໄດ້​ເປັນ​ພະຍານ ແຕ່​ຜົວ​ກໍ​ໄດ້​ຊ່ວຍ​ເບິ່ງ​ແຍງ​ລູກ​ທັງ 3 ຄົນ​ຕອນ​ທີ່​ລາວ​ຢູ່​ໃນ​ຄຸກ. ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່​ຄື​ກັບ​ພີ່ນ້ອງ​ແຮຣີເອັດ​ເປັນ​ຕາ​ໜ້າ​ຊົມ​ເຊີຍ​ຫຼາຍ​ແທ້ໆ!

13. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ພີ່ນ້ອງ​ສູງ​ອາຍຸ?

13 ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ໄດ້​ເຫັນ​ຫຼາຍ​ວິທີ​ທີ່​ພະ​ເຢໂຫວາ​ຊີ້​ນຳ​ອົງການ​ແລະ​ອວຍ​ພອນ​ເຂົາ​ເຈົ້າ. ເຂົາ​ເຈົ້າໄດ້​ບົດຮຽນ​ຈາກ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ. ດັ່ງ​ນັ້ນ ໃຫ້​ເຮົາ​ເບິ່ງ​ວ່າ​ເຂົາ​ເຈົ້າ​ເປັນ​ຄື​ກັບ “ແຫຼ່ງ​ສະຕິປັນຍາ” ແລະ​ໃຫ້​ເຮົາ​ຮຽນ​ຈາກ​ປະສົບການ​ຂອງ​ເຂົາ​ເຈົ້າ. (ສຸພາ. 18:4, ລ.ມ.) ເມື່ອ​ເຈົ້າ​ໃຊ້​ເວລາ​ເພື່ອ​ຮູ້ຈັກ​ເຂົາເຈົ້າ ເຈົ້າ​ກໍ​ຈະ​ໄດ້​ຄວາມ​ຮູ້​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຫຼາຍ​ຂຶ້ນ!

ໄດ້​ບົດຮຽນ​ຈາກ​ປະສົບການ​ຂອງ​ຜູ້​ສູງ​ອາຍຸ

ຄື​ກັບ​ເອລີຊາ​ທີ່​ໄດ້​ຮັບ​ປະໂຫຍດ​ເມື່ອ​ຢູ່​ກັບ​ເອລີຢາ ພີ່ນ້ອງ​ຫຼາຍ​ຄົນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ປີ​ຄື​ກັນ (ເບິ່ງ​ຂໍ້ 14-15)

14. ພະບັນຍັດ 32:7 ກະຕຸ້ນ​ຄົນ​ໜຸ່ມ​ໃຫ້​ເຮັດ​ຫຍັງ?

14 ໃຫ້​ເຮົາ​ເປັນ​ຝ່າຍ​ລິເລີ່ມ​ລົມ​ກັບ​ພີ່ນ້ອງ​ທີ່​ສູງ​ອາຍຸ. (ອ່ານ​ພະບັນຍັດ 32:7) ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ເວົ້າ​ຄ່ອຍໆ ຍ່າງ​ຊ້າໆ ແລະ​ຕາ​ກໍ​ບໍ່​ຄ່ອຍ​ເຫັນ​ຮຸ່ງ​ປານ​ໃດ​ແລ້ວ ແຕ່​ເຂົາ​ເຈົ້າ​ຍັງ​ມີ​ໃຈ​ຫ້າວຫັນ​ແລະ​ມີ “ຊື່ສຽງ​ດີ” ກັບ​ພະ​ເຢໂຫວາ. (ຜູ້ປ. 7:1) ຂໍ​ໃຫ້​ຈື່​ໄວ້​ວ່າ​ເຂົາ​ເຈົ້າ​ມີຄ່າ​ຕໍ່​ພະ​ເຢໂຫວາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ໃຫ້​ກຽດ​ເຂົາ​ເຈົ້າ​ຕໍ່ໆ​ໄປ. ໃຫ້​ເຮົາ​ເຮັດ​ຄື​ເອລີຊາ​ທີ່​ບໍ່​ຍອມ​ປະ​ເອລີຢາ ແລະ​ໃນ​ມື້​ສຸດ​ທ້າຍ​ທີ່​ເຂົາ​ເຈົ້າ​ຢູ່​ນຳ​ກັນ ເອລີຊາ​ຢືນຢັນ​ກັບ​ເອລີຢາ​ເຖິງ 3 ເທື່ອ​ວ່າ ‘ຂ້ອຍ​ຈະ​ບໍ່​ປະ​ທ່ານ.’—2 ກະ. 2:2, 4, 6

15. ເຮົາ​ອາດ​ຈະ​ຖາມ​ພີ່ນ້ອງ​ທີ່​ສູງ​ອາຍຸ​ເລື່ອງ​ຫຍັງ​ແດ່?

15 ເຮົາ​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ສົນ​ໃຈ​ຜູ້​ສູງ​ອາຍຸ​ໂດຍ​ຖາມ​ເຂົາ​ເຈົ້າ. (ສຸພາ. 1:5; 20:5; 1 ຕມ. 5:1, 2) ເຮົາ​ອາດ​ຈະ​ຖາມ​ແບບ​ນີ້​ວ່າ: “ຕອນ​ທີ່​ພໍ່​ຕູ້​ແມ່​ຕູ້​ຍັງ​ໜຸ່ມ ສິ່ງ​ໃດ​ເຮັດ​ໃຫ້​ເຊື່ອ​ວ່າ​ຄຳພີ​​ໄບເບິນ​ເປັນ​ຄວາມ​ຈິງ?” “ເຄີຍ​ມີ​ປະສົບການ​ຫຍັງ​ບໍ​ທີ່​ເຮັດ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ?” ແລະ “ສິ່ງ​ໃດ​ຊ່ວຍ​ໃຫ້​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆ​ໄປ?” (1 ຕມ. 6:6-8) ຈາກ​ນັ້ນ ກໍ​ໃຫ້​ຕັ້ງ​ໃຈ​ຟັງ​ເພິ່ນ​ເລົ່າ.

16. ເມື່ອ​ຄົນ​ໜຸ່ມ​ແລະ​ຄົນ​ສູງ​ອາຍຸ​ລົມ​ກັນ ທັງ​ສອງ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

16 ເມື່ອ​ຄົນ​ໜຸ່ມ​ແລະ​ຄົນ​ສູງ​ອາຍຸ​ລົມ​ກັນ ທັງ​ສອງ​ກໍ​ຈະ​ໄດ້​ຮັບ​ກຳລັງ​ໃຈ. (ຣມ. 1:12) ເຮົາ​ທີ່​ເປັນ​ຄົນ​ໜຸ່ມ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ເບິ່ງ​ແຍງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ເພິ່ນ ແລະ​ຜູ້​ສູງ​ອາຍຸ​ກໍ​ຈະ​ຮູ້ສຶກ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ສຸກ​ທີ່​ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ​ພະ​ເຢໂຫວາ​ໃຫ້​ພອນ​ຫຍັງ​ແດ່​ກັບ​ເຂົາ​ເຈົ້າ.

17. ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ຄ່າ?

17 ເມື່ອ​ເວລາ​ຜ່ານ​ໄປ ຄວາມ​ງາມ​ພາຍ​ນອກ​ກໍ​ຈະ​ຄ່ອຍໆ​ໝົດ​ໄປ ແຕ່​ຜູ້​ທີ່​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ຈະ​ງາມ​ຂຶ້ນ​ເລື້ອຍໆ. (1 ທຊ. 1:2, 3) ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ? ກໍ​ຍ້ອນ​ວ່າ​ຕະຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ເຂົາ​ເຈົ້າ​ຍອມ​ໃຫ້​ພະລັງ​ບໍລິສຸດ​ຝຶກ​ສອນ​ແລະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄຸນ​ລັກສະນະ​ທີ່​ດີ. ແຮ່ງ​ເຮົາ​ຮູ້ຈັກ​ເຂົາ​ເຈົ້າ ນັບຖື​ເຂົາ​ເຈົ້າ ແລະ​ຮຽນ​ຈາກ​ເຂົາ​ເຈົ້າ​ຫຼາຍ​ເທົ່າ​ໃດ ເຮົາ​ກໍ​ແຮ່ງ​ຈະ​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄ່າ​ຫຼາຍ​ແທ້ໆ!

18. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຕໍ່​ໄປ?

18 ປະຊາຄົມ​ຈະ​ມີ​ຄວາມ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເມື່ອ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ເຫັນ​ຄ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ ແລະ​ພີ່ນ້ອງ​ທີ່​ສູງ​ອາຍຸ​ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ. ໃນ​ບົດ​ຕໍ່​ໄປ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ.

ເພງ 144 ຈ້ອງ​ເບິ່ງ​ທີ່​ລາງວັນ

^ ຂໍ້ 5 ພີ່ນ້ອງ​ສູງ​ອາຍຸ​ທີ່​ສັດ​ຊື່​ມີ​ຄ່າ​ຫຼາຍ​ແທ້ໆ! ໃນ​ບົດ​ນີ້​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຫັນ​ຄ່າ​ຜູ້​ສູງ​ອາຍຸ​ຫຼາຍ​ຂຶ້ນ ແລະ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຮູ້​ແລະ​ປະສົບການ​ຈາກ​ເຂົາ​ເຈົ້າ. ແລະ​ບົດ​ນີ້​ຍັງ​ຊ່ວຍ​ໃຫ້​ຜູ້​ສູງ​ອາຍຸ​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສຳຄັນ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ.