ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 36

ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ

ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ

“ຄວາມ​ງາມ​ຂອງ​ຄົນ​ໜຸ່ມ​ຄື​ກຳລັງ​ຂອງ​ພວກ​ເຂົາ.”—ສຸພາ. 20:29, ລ.ມ.

ເພງ 88 ຂໍ​ໃຫ້​ເຮົາ​ຮູ້​ທາງ​ຂອງ​ພະອົງ

ໃຈ​ຄວາມ​ສຳຄັນ *

1. ເມື່ອ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ ເຮົາ​ຄວນ​ມີ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ຫຍັງ?

ເມື່ອ​ເຮົາ​ອາຍຸ​ຫຼາຍ​ຂຶ້ນ ເຮົາ​ອາດ​ຢ້ານ​ວ່າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ໄດ້​ຫຼາຍ​ຄື​ກັບ​ຕອນ​ທີ່​ຍັງ​ໜຸ່ມ. ແຕ່​ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ເຫື່ອ​ແຮງ​ຄື​ກັບ​ແຕ່​ກ່ອນ ເຮົາ​ກໍ​ສາມາດ​ໃຊ້​ຄວາມ​ຮູ້​ແລະ​ປະສົບການ​ທີ່​ມີ​ຢູ່​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃຫ້​ເຮັດ​ວຽກ​ສຸດ​ຄວາມ​ສາມາດ ແລະ​ພ້ອມ​ຮັບ​ເອົາ​ວຽກ​ມອບ​ໝາຍ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ຄື​ກັບ​ທີ່​ພີ່ນ້ອງ​ທີ່​ເປັນ​ຜູ້​ດູ​ແລ​ຫຼາຍ​ປີ​ບອກ​ວ່າ: “ເມື່ອ​ຂ້ອຍ​ຮູ້ສຶກ​ວ່າ​ຕົວ​ເອງ​ມີ​ຂີດ​ຈຳກັດ​ຍ້ອນ​ອາຍຸ​ຫຼາຍ​ຂຶ້ນ ຂ້ອຍ​ກໍ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ສາມາດ​ເຮັດ​ວຽກ​ມອບ​ໝາຍ​ນີ້​ໄດ້.”

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ໃນ​ບົດ​ກ່ອນ ເຮົາ​ໄດ້​ຮຽນ​ແລ້ວ​ວ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຖ້າ​ເຂົາ​ເຈົ້າ​ສະໜິດ​ກັບ​ພີ່ນ້ອງ​ທີ່​ສູງ​ອາຍຸ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ຄວາມ​ຖ່ອມ ຄວາມ​ຈຽມ​ຕົວ ການ​ເຫັນ​ຄຸນຄ່າ ແລະ​ຄວາມ​ໃຈ​ກວ້າງ​ຈະ​ຊ່ວຍ​ພີ່ນ້ອງ​ສູງ​ອາຍຸ​ແນວ​ໃດ​ໃຫ້​ເຮັດ​ວຽກ​ຮ່ວມ​ກັບ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ ເຊິ່ງ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ໃນ​ປະຊາຄົມ​ໄດ້​ຮັບ​ປະໂຫຍດ.

ໃຫ້​ເປັນ​ຄົນ​ຖ່ອມ

3. ຕາມ​ຟີລິບປອຍ 2:3, 4 ຄວາມ​ຖ່ອມ​ແມ່ນ​ຫຍັງ ແລະ​ຄຸນ​ລັກສະນະ​ນີ້​ຊ່ວຍ​ຄລິດສະຕຽນ​ແນວ​ໃດ?

3 ພີ່ນ້ອງ​ທີ່​ສູງ​ອາຍຸ​ຕ້ອງ​ຖ່ອມ​ຕົວ​ຖ້າ​ເຂົາ​ເຈົ້າ​ຢາກ​ຊ່ວຍ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ. ຄົນ​ຖ່ອມ​ຈະ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົວ​ເອງ. (ອ່ານ​ຟີລິບປອຍ 2:3, 4) ພີ່ນ້ອງ​ສູງ​ອາຍຸ​ທີ່​ຖ່ອມ​ຕົວ​ຈະ​ຍອມ​ຮັບ​ວ່າ​ມີ​ຫຼາຍ​ວິທີ​ທີ່​ຈະ​ເຮັດ​ວຽກ​ໃດ​ໜຶ່ງ​ໃຫ້​ສຳເລັດ ເຊິ່ງ​ສອດຄ່ອງ​ກັບ​ຫຼັກ​ພະ​ຄຳພີ​ແລະ​ເກີດ​ຜົນ​ດີ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ​ວິທີ​ເກົ່າ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ. (ຜູ້ປ. 7:10) ເຖິງ​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຈະ​ມີ​ປະສົບການ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ຜູ້​ທີ່​ຍັງ​ໜຸ່ມ ແຕ່​ເຂົາ​ເຈົ້າ​ກໍ​ເຂົ້າ​ໃຈ​ວ່າ​ຕົວ​ເອງ​ອາດ​ຕ້ອງ​ໄດ້​ປັບ​ຕົວ​ຕາມ​ສະພາບການ​ຢູ່​ດີ ເພາະ​ວ່າ “ໂລກ​ນີ້​ກຳລັງ​ປ່ຽນ​ໄປ​ຄື​ລະຄອນ​ປ່ຽນ​ສາກ.”—1 ກຣ. 7:31

ພີ່ນ້ອງ​ທີ່​ສູງ​ອາຍຸ​ຄົນ​ໜຶ່ງ​ໄດ້​ສະແດງ​ຄວາມ​ໃຈ​ກວ້າງ​ໂດຍ​ເລົ່າ​ປະສົບການ​ໃຫ້​ຄົນ​ອື່ນ​ຟັງ (ເບິ່ງ​ຂໍ້ 4-5) *

4. ຜູ້​ດູ​ແລ​ໝວດ​ມີ​ຄວາມ​ຄິດ​ທີ່​ຄ້າຍ​ຄື​ກັບ​ຄົນ​ເລວີ​ແນວ​ໃດ?

4 ຜູ້​ສູງ​ອາຍຸ​ທີ່​ຖ່ອມ​ຕົວ​ຮູ້​ວ່າ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ​ເຂົາ​ເຈົ້າ​ຈະ​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້​ຫຼາຍ​ຄື​ກັບ​ແຕ່​ກ່ອນ. ຕົວຢ່າງ​ເຊັ່ນ: ເມື່ອ​ຜູ້​ດູ​ແລ​ໝວດ​ອາຍຸ​ຮອດ 70 ປີ ເຂົາ​ເຈົ້າ​ຈະ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ. ການ​ເຮັດ​ແບບ​ນີ້​ອາດ​ຈະ​ບໍ່​ງ່າຍ ເພາະ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ວຍ​ເຫຼືອ​ພີ່ນ້ອງ​ແລະ​ເປັນ​ວຽກ​ທີ່​ເຂົາ​ເຈົ້າ​ມັກ ແລະ​ເຂົາ​ເຈົ້າກໍ​ຢາກ​ຈະ​ເຮັດ​ວຽກ​ນີ້​ຕໍ່ໆ​ໄປ. ແຕ່​ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ມັນ​ຈະ​ດີ​ກວ່າ​ຖ້າ​ມີ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ມາ​ເຮັດ​ວຽກ​ນີ້. ເຂົາ​ເຈົ້າ​ມີ​ຄວາມ​ຄິດ​ທີ່​ຄ້າຍ​ຄື​ກັບ​ຄົນ​ເລວີ​ໃນ​ສະໄໝ​ອິດສະຣາເອນ​ບູຮານ​ທີ່​ຕ້ອງ​ເຊົາ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ​ເມື່ອ​ອາຍຸ​ຮອດ 50 ປີ. ຄົນ​ເລວີ​ເຫຼົ່າ​ນີ້​ຮູ້​ວ່າ​ຄວາມ​ສຸກ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວຽກ​ມອບ​ໝາຍ. ເຂົາ​ເຈົ້າ​ຈຶ່ງ​ເຕັມ​ໃຈ​ເຮັດ​ວຽກ​ໃດ​ກໍ​ຕາມ​ທີ່​ເຂົາ​ເຈົ້າ​ມີ ເຊິ່ງ​ການ​ເຮັດ​ແບບ​ນີ້​ກໍ​ເປັນ​ການ​ຊ່ວຍ​ຜູ້​ທີ່​ຍັງ​ໜຸ່ມ. (ຈົດເຊັນ. 8:25, 26) ໃນ​ທຸກ​ມື້​ນີ້ ເຖິງ​ວ່າ​ຜູ້​ທີ່​ເຄີຍ​ເປັນ​ຜູ້​ດູ​ແລ​ໝວດ​ຈະ​ບໍ່​ໄດ້​ໄປ​ຢ້ຽມ​ຢາມ​ພີ່ນ້ອງ​ໃນ​ຫຼາຍ​ປະຊາຄົມ​ແລ້ວ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ເຂົາ​ເຈົ້າ​ຢູ່.

5. ເຈົ້າ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ແດນ​ແລະ​ເຄ​ທີ?

5 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ແດນ​ທີ່​ເປັນ​ຜູ້​ດູ​ແລ​ໝວດ​ໄດ້ 23 ປີ. ແຕ່​ເມື່ອ​ແດນ​ອາຍຸ​ຮອດ 70 ປີ ລາວ​ກັບ​ເຄ​ທີ​ເມຍ​ຂອງ​ລາວ​ກໍ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ໄພໂອເນຍ​ພິເສດ. ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ກັບ​ວຽກ​ມອບ​ໝາຍ​ໃໝ່​ບໍ? ແດນ​ບອກ​ວ່າ​ຕອນ​ນີ້​ລາວ​ມີ​ວຽກ​ຫຼາຍ​ກວ່າ​ແຕ່​ກ່ອນ​ອີກ. ລາວ​ເບິ່ງ​ແຍງ​ວຽກ​ຫຼາຍ​ຢ່າງ​ໃນ​ປະຊາຄົມ ຊ່ວຍ​ພີ່ນ້ອງ​ຊາຍ​ໃຫ້​ມີ​ຄຸນສົມບັດ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລະ​ຝຶກ​ສອນ​ພີ່ນ້ອງ​ຄົນ​ອື່ນ​ທີ່​ຈະ​ປະກາດ​ໃນ​ເຂດ​ຕົວ​ເມືອງ​ແລະ​ປະກາດ​ຢູ່​ຄຸກ. ພີ່ນ້ອງ​ທີ່​ສູງ​ອາຍຸ ບໍ່​ວ່າ​ເຈົ້າ​ຈະ​ຮັບໃຊ້​ເຕັມ​ເວລາ​ຫຼື​ບໍ່ ເຈົ້າ​ກໍ​ສາມາດ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ໄດ້. ແຕ່​ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ໃຫ້​ປັບ​ຕົວ​ຕາມ​ສະພາບການ ຕັ້ງ​ເປົ້າ​ໝາຍ​ໃໝ່ ແລະ​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້ ບໍ່​ແມ່ນ​ສິ່ງ​ທີ່​ເຮັດ​ບໍ່​ໄດ້.

ໃຫ້​ເປັນ​ຄົນ​ຈຽມ​ຕົວ

6. ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ຈຽມ​ຕົວ ແລະ​ມີ​ຄຳ​ປຽບ​ທຽບ​ຫຍັງ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້?

6 ຄົນ​ຈຽມ​ຕົວ​ຈະ​ຮູ້​ຂີດ​ຈຳກັດ​ຂອງ​ຕົວ​ເອງ. (ສຸພາ. 11:2) ແລະ​ລາວ​ຈະ​ບໍ່​ຄາດ​ໝາຍ​ຈາກ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ນີ້​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ແລະ​ເຮັດ​ວຽກ​ຕໍ່​ໄປ​ໄດ້. ເຮົາ​ອາດ​ຈະ​ສົມ​ທຽບ​ຄົນ​ທີ່​ຈຽມ​ຕົວ​ເປັນ​ຄື​ກັບ​ຄົນ​ທີ່​ຂັບ​ລົດ​ຂຶ້ນ​ເນີນ​ພູ. ເພື່ອ​ຈະ​ຂັບ​ລົດ​ຂຶ້ນ​ເນີນ​ພູ​ໄດ້ ລາວ​ຕ້ອງ​ໃສ່​ເກຍ​ຕ່ຳ. ເຖິງ​ວ່າ​ມັນ​ຈະ​ເຮັດ​ໃຫ້​ລາວ​ຂັບ​ຊ້າ​ລົງ ແຕ່​ລາວ​ຍັງ​ຈະ​ໄປ​ຕໍ່​ໄດ້. ຄ້າຍ​ຄື​ກັນ ຄົນ​ທີ່​ຖ່ອມ​ຕົວ​ກໍ​ຈະ​ຮູ້​ວ່າ​ຕອນ​ໃດ​ທີ່​ຈະ​ຕ້ອງ “ໃສ່​ເກຍ​ຕ່ຳ” ເພື່ອ​ລາວ​ເອງ​ຈະ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ຕໍ່​ໄປ​ໄດ້.—ຟລປ. 4:5

7. ບາເຣຊີລາຍ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ລາວ​ເປັນ​ຄົນ​ຈຽມ​ຕົວ?

7 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ບາເຣຊີລາຍ. ຕອນ​ທີ່​ລາວ​ອາຍຸ 80 ປີ ກະສັດ​ດາວິດ​ໄດ້​ຊວນ​ລາວ​ໃຫ້​ໄປ​ຢູ່​ໃນ​ພະລາຊະວັງ​ນຳ. ຍ້ອນ​ລາວ​ຈຽມ​ຕົວ ລາວ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ​ຂໍ້​ສະເໜີ​ຂອງ​ກະສັດ​ດາວິດ. ລາວ​ຮູ້​ວ່າ​ຕົວ​ເອງ​ຊ່ວຍ​ຫຍັງ​ບໍ່​ໄດ້​ຫຼາຍ​ຍ້ອນ​ເຖົ້າ​ແລ້ວ ລາວ​ຈຶ່ງ​ສະເໜີ​ໃຫ້​ກີມຫາມ​ເຊິ່ງ​ເປັນ​ຄົນ​ທີ່​ຍັງ​ໜຸ່ມ​ໃຫ້​ໄປ​ແທນ​ລາວ. (2 ຊາມ. 19:35-37) ຄື​ກັບ​ບາເຣຊີລາຍ ພີ່ນ້ອງ​ສູງ​ອາຍຸ​ກໍ​ຍິນດີ​ທີ່​ຈະ​ໃຫ້​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ມາ​ເຮັດ​ວຽກ​ມອບ​ໝາຍ​ແທນ​ລາວ.

ກະສັດ​ດາວິດ​ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ໂຊໂລໂມນ​ເປັນ​ຜູ້​ສ້າງ​ວິຫານ (ເບິ່ງ​ຂໍ້ 8)

8. ໃນ​ເລື່ອງ​ການ​ສ້າງ​ວິຫານ ດາວິດ​ໄດ້​ສະແດງ​ຄວາມ​ຈຽມ​ຕົວ​ແນວ​ໃດ?

8 ກະສັດ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ຈຽມ​ຕົວ. ດາວິດ​ຢາກ​ສ້າງ​ວິຫານ​ສຳລັບ​ພະ​ເຢໂຫວາ​ຫຼາຍ​ແທ້ໆ ແຕ່​ເມື່ອ​ພະ​ເຢໂຫວາ​ບອກ​ລາວ​ວ່າ​ຈະ​ໃຫ້​ໂຊໂລໂມນ​ເປັນ​ຜູ້​ເຮັດ​ວຽກ​ນີ້ ລາວ​ກໍ​ຍອມ​ຮັບ​ການ​ຕັດສິນ​ໃຈ​ຂອງ​ພະ​ເຢໂຫວາ​ແລະ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ຊ່ວຍ​ໃນ​ການ​ກໍ່​ສ້າງ​ວິຫານ. (1 ຂ່າວ. 17:4; 22:5) ດາວິດ​ບໍ່​ໄດ້​ຄິດ​ວ່າ​ຕົວ​ເອງ​ຈະ​ເຮັດ​ວຽກ​ນີ້​ໄດ້​ດີ​ກວ່າ​ໂຊໂລໂມນ ເພາະ​ໂຊໂລໂມນ “ອາຍຸ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ.” (1 ຂ່າວ. 29:1, ລ.ມ.) ດາວິດ​ຮູ້​ວ່າ​ໂຄງການ​ນີ້​ຈະ​ປະສົບ​ຜົນ​ສຳເລັດ​ໄດ້​ກໍ​ຍ້ອນ​ພະ​ເຢໂຫວາ​ອວຍ​ພອນ ບໍ່​ແມ່ນ​ຍ້ອນ​ອາຍຸ​ຫຼື​ປະສົບການ​ຂອງ​ຜູ້​ທີ່​ຊີ້​ນຳ​ໂຄງການ​ນັ້ນ. ຄື​ກັບ​ດາວິດ ເຖິງ​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຈະ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ວຽກ​ດ້ວຍ​ຄວາມ​ຫ້າວຫັນ​ຕໍ່ໆ​ໄປ. ແລະ​ເຂົາ​ເຈົ້າ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ເຊິ່ງ​ເຮັດ​ວຽກ​ມອບ​ໝາຍ​ແທນ​ເຂົາ​ເຈົ້າ.

9. ສະມາຊິກ​ຄະນະ​ກຳມະການ​ສາຂາ​ຜູ້​ໜຶ່ງ​ໄດ້​ສະແດງ​ຄວາມ​ຈຽມ​ຕົວ​ແນວ​ໃດ?

9 ໃນ​ສະໄໝ​ປັດຈຸບັນ ຜູ້​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ຈຽມ​ຕົວ​ແມ່ນ​ພີ່ນ້ອງ​ຊີເກໂອະ. ໃນ​ປີ 1976 ລາວ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ເຊິ່ງ​ຕອນ​ນັ້ນ​ລາວ​ອາຍຸ 30 ປີ ແລະ​ໃນ​ປີ 2004 ລາວ​ກໍ​ໄດ້​ເປັນ​ຜູ້​ປະສານ​ງານ​ຂອງ​ຄະນະ​ກຳມະການ​ສາຂາ. ເມື່ອ​ລາວ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ຄ່ອຍ​ມີ​ແຮງ​ແລະ​ເຮັດ​ວຽກ​ບໍ່​ໄດ້​ເຕັມທີ​ຄື​ກັບ​ແຕ່​ກ່ອນ​ແລ້ວ ລາວ​ຈຶ່ງ​ໄດ້​ອະທິດຖານ​ກ່ຽວ​ກັບ​ບັນຫາ​ນີ້ ແລະ​ຄິດ​ວ່າ​ຄື​ຊິ​ດີ​ກວ່າ​ຖ້າ​ມີ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ມາ​ເຮັດ​ວຽກ​ເປັນ​ຜູ້​ປະສານ​ງານ​ແທນ​ລາວ. ເຖິງ​ວ່າ​ລາວ​ຈະ​ບໍ່​ໄດ້​ເປັນ​ຜູ້​ປະສານ​ງານ​ແລ້ວ ແຕ່​ລາວ​ກໍ​ຍັງ​ເຮັດ​ວຽກ​ຮ່ວມ​ກັບ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ຄົນ​ອື່ນໆ. ຈາກ​ເລື່ອງ​ຂອງ​ບາເຣຊີລາຍ ກະສັດ​ດາວິດ ແລະ​ຊີເກໂອະ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ທີ່​ຖ່ອມ​ຕົວ​ແລະ​ຈຽມ​ຕົວ​ຈະ​ບໍ່​ຄິດ​ວ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ບໍ່​ມີ​ປະສົບການ ແຕ່​ຈະ​ເບິ່ງ​ຈຸດ​ດີ​ແລະ​ຄວາມ​ສາມາດ​ທີ່​ເຂົາ​ເຈົ້າ​ມີ. ຜູ້​ທີ່​ຈຽມ​ຕົວ​ຈະ​ບໍ່​ເບິ່ງ​ວ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ເປັນ​ຄື​ກັບ​ຄູ່​ແຂ່ງ ແຕ່​ຈະ​ເບິ່ງ​ວ່າ​ເປັນ​ຜູ້​ທີ່​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ເຂົາ​ເຈົ້າ.—ສຸພາ. 20:29

ໃຫ້​ເຫັນ​ຄຸນຄ່າ​ຄົນ​ອື່ນ

10. ພີ່ນ້ອງ​ທີ່​ສູງ​ອາຍຸ​ຮູ້ສຶກ​ແນວ​ໃດ​ຕໍ່​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃນ​ປະຊາຄົມ?

10 ພີ່ນ້ອງ​ທີ່​ສູງ​ອາຍຸ​ຖື​ວ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ ແລະ​ເຫັນ​ຄ່າ​ເຂົາ​ເຈົ້າ. ເມື່ອ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຮູ້ສຶກ​ວ່າ​ບໍ່​ມີ​ແຮງ​ຄື​ແຕ່​ກ່ອນ ເຂົາ​ເຈົ້າ​ກໍ​ຈະ​ດີ​ໃຈ​ທີ່​ເຫັນ​ວ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ເຊິ່ງ​ມີ​ເຫື່ອ​ແຮງ ເຕັມ​ໃຈ​ເຮັດ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ​ແທນ​ເຂົາ​ເຈົ້າ.

11. ຕາມ​ລຶດ 4:13-16 ພີ່ນ້ອງ​ທີ່​ສູງ​ອາຍຸ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຜູ້​ທີ່​ຍັງ​ໜຸ່ມ?

11 ຄຳພີ​ໄບເບິນ​ເວົ້າ​ເຖິງ​ນາໂອມີ​ເຊິ່ງ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຜູ້​ສູງ​ອາຍຸ​ໃນ​ເລື່ອງ​ການ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ທີ່​ຍັງ​ໜຸ່ມ. ທຳອິດ​ນາໂອມີ​ບອກ​ໃຫ້​ຣຸດ​ເຊິ່ງ​ເປັນ​ລູກໃພ້​ກັບ​ໄປ​ບ້ານ​ເກີດ​ຂອງ​ຕົວ​ເອງ. ແຕ່​ເມື່ອ​ນາໂອມີ​ເຫັນ​ວ່າ​ຣຸດ​ຕັ້ງ​ໃຈ​ຈະ​ກັບ​ໄປ​ເບັດເລເຮັມ​ກັບ​ລາວ ລາວ​ກໍ​ຍອມ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຣຸດ. (ລຶດ 1:7, 8, 18) ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ທັງ​ສອງ​ຄົນ​ໄດ້​ຮັບ​ສິ່ງ​ທີ່​ດີ​ຫຼາຍ​ແທ້ໆ! (ອ່ານ​ລຶດ 4:13-16) ຄວາມ​ຖ່ອມ​ຈະ​ຊ່ວຍ​ໃຫ້​ພີ່ນ້ອງ​ທີ່​ສູງ​ອາຍຸ​ເຮັດ​ຕາມ​ຕົວຢ່າງ​ຂອງ​ນາໂອມີ.

12. ໂປໂລ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ລາວ​ເຫັນ​ຄ່າ​ຄົນ​ອື່ນ?

12 ອັກຄະສາວົກ​ໂປໂລ​ກໍ​ເປັນ​ຜູ້​ໜຶ່ງ​ທີ່​ເຫັນ​ຄ່າ​ພີ່ນ້ອງ​ທີ່​ຊ່ວຍ​ເຫຼືອ​ລາວ ເຊັ່ນ ລາວ​ຂອບໃຈ​ພີ່ນ້ອງ​ໃນ​ເມືອງ​ຟີລິບປອຍ​ທີ່​ສົ່ງ​ສິ່ງ​ຂອງ​ມາ​ໃຫ້​ລາວ. (ຟລປ. 4:16) ລາວ​ໄດ້​ຂອບໃຈ​ຕີໂມທຽວ​ທີ່​ໄດ້​ຊ່ວຍ​ເຫຼືອ​ລາວ. (ຟລປ. 2:19-22) ແລະ​ລາວ​ຍັງ​ໄດ້​ຂອບໃຈ​ພະເຈົ້າ​ທີ່​ພີ່ນ້ອງ​ໃຫ້​ກຳລັງ​ໃຈ​ຕອນ​ທີ່​ລາວ​ຖືກ​ຈັບ​ແລະ​ຖືກ​ສົ່ງ​ໄປ​ເມືອງ​ໂຣມ. (ກຈກ. 28:15) ເຖິງ​ໂປໂລ​ຈະ​ເປັນ​ຜູ້​ທີ່​ຫ້າວຫັນ​ແລະ​ເດີນ​ທາງ​ຫຼາຍ​ພັນ​ກິໂລແມັດ​ເພື່ອ​ຈະ​ໄປ​ປະກາດ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ຫຼາຍ​ປະຊາຄົມ ແຕ່​ລາວ​ກໍ​ຍັງ​ຖ່ອມ​ຕົວ​ແລະ​ຍອມ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ.

13. ພີ່ນ້ອງ​ທີ່​ສູງ​ອາຍຸ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ?

13 ພີ່ນ້ອງ​ທີ່​ສູງ​ອາຍຸ ມີ​ຫຼາຍ​ວິທີ​ທີ່​ເຈົ້າ​ຈະ​ສະແດງ​ວ່າ​ເຈົ້າ​ເຫັນ​ຄ່າ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃນ​ປະຊາຄົມ. ວິທີ​ໜຶ່ງ​ກໍ​ຄື ໃຫ້​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຂົາ​ເຈົ້າ ຕອນ​ທີ່​ເຂົາ​ເຈົ້າ​ຢາກ​ຊ່ວຍ​ໄປ​ຮັບ​ໄປ​ສົ່ງ ໄປ​ຊື້​ເຄື່ອງ ຫຼື​ເຮັດ​ສິ່ງ​ອື່ນໆ​ໃຫ້. ໃຫ້​ເບິ່ງ​ວ່າ​ການ​ຊ່ວຍ​ເຫຼືອ​ແບບ​ນີ້​ເປັນ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ເຈົ້າ ແລະ​ເຈົ້າ​ກໍ​ອາດ​ຈະ​ໄດ້​ເປັນ​ໝູ່​ສະໜິດ​ກັບ​ພີ່ນ້ອງ​ທີ່​ຊ່ວຍ​ເຈົ້າ. ນອກ​ຈາກ​ນັ້ນ ໃຫ້​ພະຍາຍາມ​ຊ່ວຍ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ ແລະ​ບອກ​ເຂົາ​ເຈົ້າ​ວ່າ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ​ທີ່​ເຫັນ​ເຂົາ​ເຈົ້າ​ພະຍາຍາມ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ໃຫ້​ເລົ່າ​ປະສົບການ​ຂອງ​ຕົວ​ເອງ​ໃຫ້​ເຂົາ​ເຈົ້າ​ຟັງ. ເມື່ອ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ “ສະແດງ​ຄວາມ​ຂອບໃຈ” ພະ​ເຢໂຫວາ​ທີ່​ໃຫ້​ມີ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ຢູ່​ໃນ​ປະຊາຄົມ.—ກລຊ. 3:15; ຢຮ. 6:44; 1 ທຊ. 5:18

ໃຫ້​ເປັນ​ຄົນ​ໃຈ​ກວ້າງ

14. ກະສັດ​ດາວິດ​ໄດ້​ສະແດງ​ຄວາມ​ໃຈ​ກວ້າງ​ແນວ​ໃດ?

14 ເຮົາ​ເຫັນ​ວ່າ​ກະສັດ​ດາວິດ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ກັບ​ຜູ້​ສູງ​ອາຍຸ​ໃນ​ເລື່ອງ​ການ​ເປັນ​ຄົນ​ໃຈ​ກວ້າງ. ລາວ​ໄດ້​ໃຫ້​ເງິນ​ຄຳ​ຂອງ​ຕົວ​ເອງ​ຈຳນວນ​ຫຼາຍ​ເພື່ອ​ສະໜັບສະໜູນ​ໃນ​ການ​ກໍ່​ສ້າງ​ວິຫານ. (1 ຂ່າວ. 22:11-16; 29:3, 4) ເຖິງ​ວ່າ​ຫຼາຍ​ຄົນ​ຈະ​ເອີ້ນ​ວິຫານ​ນີ້​ວ່າ​ເປັນ​ວິຫານ​ຂອງ​ໂຊໂລໂມນ ແຕ່​ລາວ​ກໍ​ຊ່ວຍ​ຢ່າງ​ເຕັມທີ. ຄ້າຍ​ຄື​ກັນ ເຖິງ​ວ່າ​ເຮົາ​ຈະ​ອາຍຸ​ຫຼາຍ​ຂຶ້ນ​ແລະ​ບໍ່​ມີ​ແຮງ​ທີ່​ຈະ​ໄປ​ຊ່ວຍ​ວຽກ​ໃນ​ໂຄງການ​ກໍ່​ສ້າງ ແຕ່​ເຮົາ​ກໍ​ສາມາດ​ຊ່ວຍ​ໂດຍ​ການ​ບໍລິຈາກ​ຕາມ​ຄວາມ​ສາມາດ​ທີ່​ເຮົາ​ໃຫ້​ໄດ້. ແລະ​ເຮົາ​ຍັງ​ສາມາດ​ຊ່ວຍ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ທີ່​ເຮົາ​ສະສົມ​ມາ​ຫຼາຍ​ປີ.

15. ອັກຄະສາວົກ​ໂປໂລ​ໄດ້​ສອນ​ສິ່ງ​ທີ່​ມີ​ຄ່າ​ຫຍັງ​ໃຫ້​ຕີໂມທຽວ?

15 ໂປໂລ​ກໍ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ຄວາມ​ໃຈ​ກວ້າງ. ຕອນ​ທີ່​ໂປໂລ​ຊວນ​ຕີໂມທຽວ​ໄປ​ຮ່ວມ​ເຮັດ​ວຽກ​ເປັນ​ມິດຊັນນາຣີ ລາວ​ໄດ້​ສອນ​ຕີໂມທຽວ​ໃຫ້​ຮູ້​ວິທີ​ປະກາດ​ແລະ​ສອນ​ຄົນ​ອື່ນ​ຢ່າງ​ໃຈ​ກວ້າງ. (ກຈກ. 16:1-3) ການ​ທີ່​ໂປໂລ​ເຮັດ​ແບບ​ນີ້​ໄດ້​ຊ່ວຍ​ໃຫ້​ຕີໂມທຽວ​ເປັນ​ຜູ້​ປະກາດ​ແລະ​ຜູ້​ສອນ​ທີ່​ດີ. (1 ກຣ. 4:17) ແລ້ວ​ຕີໂມທຽວ​ກໍ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ຈາກ​ໂປໂລ​ໄປ​ຝຶກ​ສອນ​ຄົນ​ອື່ນ​ຕໍ່.

16. ເປັນ​ຫຍັງ​ພີ່ນ້ອງ​ຊີເກໂອະ​ຈຶ່ງ​ຝຶກ​ສອນ​ຄົນ​ອື່ນ?

16 ພີ່ນ້ອງ​ທີ່​ສູງ​ອາຍຸ​ໃນ​ທຸກ​ມື້​ນີ້​ກໍ​ບໍ່​ໄດ້​ຢ້ານ​ວ່າ​ຈະ​ບໍ່​ມີ​ວຽກ​ເຮັດ​ຖ້າ​ສອນ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ໃນ​ປະຊາຄົມ. ຕົວຢ່າງ ພີ່ນ້ອງ​ຊີເກໂອະ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້ ລາວ​ໄດ້​ຝຶກ​ສອນ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ. ລາວ​ເຮັດ​ແບບ​ນີ້​ກໍ​ເພື່ອ​ຈະ​ຊ່ວຍ​ຂະຫຍາຍ​ວຽກ​ປະກາດ​ໃນ​ເຂດ​ທີ່​ລາວ​ຢູ່. ດັ່ງ​ນັ້ນ ເມື່ອ​ລາວ​ບໍ່​ສາມາດ​ເປັນ​ຜູ້​ປະສານ​ງານ​ແລ້ວ ກໍ​ມີ​ພີ່ນ້ອງ​ທີ່​ໄດ້​ຮັບ​ການ​ຝຶກ​ຢ່າງ​ດີ​ມາ​ປ່ຽນ​ແທນ​ລາວ​ໄດ້. ພີ່ນ້ອງ​ຊີເກໂອະ​ເປັນ​ສະມາຊິກ​ຄະນະ​ກຳມະການ​ສາຂາ​ຫຼາຍ​ກວ່າ 45 ປີ ແລະ​ລາວ​ກໍ​ໃຊ້​ປະສົບການ​ທີ່​ລາວ​ມີ​ເພື່ອ​ຊ່ວຍ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ຕໍ່ໆ​ໄປ. ຈັ່ງ​ແມ່ນ​ເປັນ​ພະ​ພອນ​ແທ້ໆ​ທີ່​ມີ​ພີ່ນ້ອງ​ແບບ​ນີ້!

17. ຕາມ​ລູກາ 6:38 ພີ່ນ້ອງ​ທີ່​ສູງ​ອາຍຸ​ສາມາດ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ?

17 ພີ່ນ້ອງ​ທີ່​ສູງ​ອາຍຸ​ທັງ​ຊາຍ​ແລະ​ຍິງ ເຈົ້າ​ເປັນ​ຫຼັກ​ຖານ​ທີ່​ພິສູດ​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ເປັນ​ການ​ໃຊ້​ຊີວິດ​ທີ່​ດີ​ທີ່​ສຸດ. ເຈົ້າ​ຍັງ​ເຮັດ​ໃຫ້​ເຫັນ​ວ່າ​ມັນ​ຄຸ້ມ​ຄ່າ​ຫຼາຍ​ແທ້ໆ​ທີ່​ຈະ​ຮຽນ​ຮູ້​ຄຳພີ​ໄບເບິນ​ແລະ​ເຮັດ​ຕາມ​ຫຼັກ​ການ​ນັ້ນ​ໃນ​ຊີວິດ. ເຖິງ​ວ່າ​ເຈົ້າ​ຈະ​ມີ​ປະສົບການ​ໃນ​ການ​ເຮັດ​ສິ່ງ​ຕ່າງໆ​ມາ​ແລ້ວ ແຕ່​ເຈົ້າ​ກໍ​ເຫັນ​ວ່າ​ຕົວ​ເອງ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບການ​ໃໝ່. ສ່ວນ​ພີ່ນ້ອງ​ທີ່​ສູງ​ອາຍຸ​ທີ່​ຫາ​ກໍ​ຮັບ​ບັບເຕມາ​ກໍ​ຊ່ວຍ​ໄດ້​ຫຼາຍ​ຄື​ກັນ ເຊັ່ນ ເຈົ້າ​ສາມາດ​ເລົ່າ​ໃຫ້​ຄົນ​ອື່ນ​ຟັງ​ວ່າ​ເຈົ້າ​ໄດ້​ຮຽນ​ຮູ້ເລື່ອງ​ຂອງ​ພະ​ເຢໂຫວາ​ແນວ​ໃດ. ແລ້ວ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ປະສົບການ​ຂອງ​ເຈົ້າ. ຖ້າ​ເຈົ້າ “ມີ​ນິດໄສ​ທີ່​ມັກ​ແບ່ງ​ປັນ” ໂດຍ​ໃຊ້​ປະສົບການ​ທີ່​ມີ​ເພື່ອ​ຝຶກ​ສອນ​ຄົນ​ອື່ນ ພະ​ເຢໂຫວາ​ກໍ​ຈະ​ອວຍ​ພອນ​ເຈົ້າ​ຫຼາຍ​ແທ້ໆ!—ອ່ານ​ລູກາ 6:38

18. ເມື່ອ​ພີ່ນ້ອງ​ທີ່​ສູງ​ອາຍຸ​ແລະ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ຊ່ວຍ​ເຫຼືອ​ກັນ ຈະ​ເປັນ​ແນວ​ໃດ?

18 ເມື່ອ​ພີ່ນ້ອງ​ທີ່​ສູງ​ອາຍຸ​ສະໜິດ​ກັບ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ ເຂົາ​ເຈົ້າ​ທັງ​ສອງ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ ເພາະ​ເຂົາ​ເຈົ້າ​ຕ່າງ​ກໍ​ມີ​ຈຸດ​ດີ​ທີ່​ອີກ​ຝ່າຍ​ໜຶ່ງ​ບໍ່​ມີ. (ຣມ. 1:12) ພີ່ນ້ອງ​ທີ່​ສູງ​ອາຍຸ​ມີ​ຄວາມ​ຮູ້​ແລະ​ປະສົບການ​ຫຼາຍ ສ່ວນ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ກໍ​ມີ​ເຫື່ອ​ແຮງ​ແລະ​ກຳລັງ​ວັງ​ຊາ. ດັ່ງ​ນັ້ນ ເມື່ອ​ພີ່ນ້ອງ​ທີ່​ສູງ​ອາຍຸ​ແລະ​ພີ່ນ້ອງ​ທີ່​ຍັງ​ໜຸ່ມເປັນ​ໝູ່​ກັນ​ແລະ​ເຮັດ​ວຽກ​ຊ່ວຍ​ກັນ ເຂົາ​ເຈົ້າ​ກໍ​ກຳລັງ​ໃຫ້​ກຽດ​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ແລະ​ເຮັດ​ໃຫ້​ປະຊາຄົມ​ໄດ້​ຮັບ​ສິ່ງ​ທີ່​ດີ.

ເພງ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

^ ຂໍ້ 5 ເຮົາ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ໜຸ່ມ​ສາວ​ຫຼາຍ​ຄົນ​ໃນ​ປະຊາຄົມ​ຮັບໃຊ້​ພະ​ເຢໂຫວາ. ບໍ່​ວ່າ​ພີ່ນ້ອງ​ທີ່​ສູງ​ອາຍຸ​ຈະ​ເຕີບ​ໃຫຍ່​ຈາກ​ບ່ອນ​ໃດ​ຫຼື​ມີ​ວັດທະນະທຳ​ແບບ​ໃດ ເຂົາ​ເຈົ້າ​ກໍ​ສາມາດ​ຊ່ວຍ​ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ໃຫ້​ໃຊ້​ເຫື່ອ​ແຮງ​ທີ່​ມີ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ເມື່ອ​ຜູ້​ດູ​ແລ​ໝວດ​ອາຍຸ​ຮອດ 70 ປີ ລາວ​ກັບ​ເມຍ​ກໍ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່. ແລະ​ເຂົາ​ເຈົ້າ​ກໍ​ໃຊ້​ປະສົບການ​ທີ່​ມີ​ເພື່ອ​ຝຶກ​ສອນ​ພີ່ນ້ອງ​ໃນ​ປະຊາຄົມ​ທີ່​ເຂົາ​ເຈົ້າ​ຢູ່.