ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 38

ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ

ໃຫ້​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ

“ຂ້ອຍ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພໍ່​ຂອງ​ພວກ​ເຈົ້າ.”—ຢຮ. 20:17

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1. ຜູ້​ທີ່​ສັດ​ຊື່​ສາມາດ​ຖື​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ໃຜ?

ຄອບຄົວ​ຂອງ​ພະ​ເຢໂຫວາ​ປະກອບ​ມີ​ພະ​ເຢຊູ​ເຊິ່ງ “ເປັນ​ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ” ແລະ​ທູດ​ສະຫວັນ​ອົງ​ອື່ນໆ. (ກລຊ. 1:15; ເພງ. 103:20) ເມື່ອ​ພະ​ເຢຊູ​ເຂົ້າ​ມາ​ໃນ​ໂລກ ເພິ່ນ​ໄດ້​ເຮັດ​ໃຫ້​ເຫັນ​ວ່າ​ຜູ້​ທີ່​ສັດ​ຊື່​ສາມາດ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ຂອງ​ເຂົາ​ເຈົ້າ. ເມື່ອ​ພະ​ເຢຊູ​ເວົ້າ​ກັບ​ພວກ​ລູກສິດ ເພິ່ນ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພໍ່​ຂອງ​ພວກ​ເຈົ້າ.” (ຢຮ. 20:17) ເມື່ອ​ເຮົາ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ເຮົາ​ກໍ​ໄດ້​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ພີ່ນ້ອງ​ທີ່​ຮັກ​ກັນ​ຄື​ກັບ​ຄອບຄົວ.—ມຣກ. 10:29, 30

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ນີ້?

2 ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່. ສ່ວນ​ບາງ​ຄົນ​ກໍ​ບໍ່​ຮູ້​ວ່າ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ແນວ​ໃດ. ໃນ​ບົດ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່ ແລະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ວິທີ​ທີ່​ເຮົາ​ປະຕິບັດ​ກັບ​ພີ່ນ້ອງ.

ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ເພິ່ນ

3. ຄຳ​ອະທິດຖານ​ແບບ​ຢ່າງ​ຂອງ​ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແນວ​ໃດ?

3 ພະ​ເຢໂຫວາ​ເປັນ​ພໍ່​ທີ່​ມີ​ຄວາມ​ຮັກ ແລະ​ພະ​ເຢຊູ​ເອງ​ກໍ​ຢາກ​ໃຫ້​ເຮົາ​ເບິ່ງ​ພະ​ເຢໂຫວາ​ແບບ​ນັ້ນ. ເພິ່ນ​ຢາກ​ໃຫ້​ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ອົບອຸ່ນ​ແລະ​ເຂົ້າ​ຫາ​ໄດ້​ງ່າຍ ບໍ່​ແມ່ນ​ເປັນ​ຜູ້​ທີ່​ມີ​ອຳນາດ​ແລະ​ມີ​ແຕ່​ສັ່ງ​ການ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ຕອນ​ທີ່​ພະ​ເຢຊູ​ສອນ​ພວກ​ລູກສິດ​ໃຫ້​ອະທິດຖານ. ເພິ່ນ​ເລີ່ມ​ຕົ້ນ​ອະທິດຖານ​ໂດຍ​ໃຊ້​ຄຳ​ວ່າ “ພໍ່​ຂອງ​ພວກ​ເຮົາ.” (ມທ. 6:9) ທີ່​ຈິງ ເພິ່ນ​ສາມາດ​ເລີ່ມ​ຕົ້ນ​ໂດຍ​ໃຊ້​ຄຳ​ວ່າ ພະ​ເຢໂຫວາ​ເປັນ “ຜູ້​ທີ່​ມີ​ພະລັງ​ອຳນາດ​ສູງ​ສຸດ” ເປັນ “ຜູ້​ສ້າງ” ແລະ​ເປັນ “ກະສັດ​ຕະຫຼອດ​ໄປ” ເຊິ່ງ​ເປັນ​ຄຳ​ທີ່​ເໝາະ​ສົມ​ກັບ​ຕຳແໜ່ງ​ຂອງ​ເພິ່ນ​ຢູ່​ແລ້ວ. (ຕົ້ນ. 49:25; ເອຊາ. 40:28; 1 ຕມ. 1:17) ແຕ່​ພະ​ເຢຊູ​ກໍ​ຍັງ​ເອີ້ນ​ພະ​ເຢໂຫວາ​ວ່າ “ພໍ່.”

4. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ເພິ່ນ?

4 ເຈົ້າ​ອາດ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ເບິ່ງ​ວ່າ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່? ບາງ​ຄົນ​ອາດ​ຮູ້ສຶກ​ແບບ​ນັ້ນ​ຍ້ອນ​ເຂົາ​ເຈົ້າ​ຢູ່​ໃນ​ຄອບຄົວ​ທີ່​ພໍ່​ບໍ່​ຄ່ອຍ​ເປັນ​ຄົນ​ອົບອຸ່ນ. ແຕ່​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ເພິ່ນ​ຢາກ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ເພິ່ນ. ນີ້​ເປັນ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ: “ໃຫ້​ເຂົ້າ​ໄປ​ໃກ້​ຊິດ​ກັບ​ພະເຈົ້າ ແລ້ວ​ພະອົງ​ຈະ​ເຂົ້າ​ມາ​ໃກ້​ຊິດ​ກັບ​ພວກ​ເຈົ້າ.” (ຢກບ. 4:8) ພະ​ເຢໂຫວາ​ຮັກ​ເຮົາ ແລະ​ເພິ່ນ​ກໍ​ຈະ​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ.

5. ຕາມ​ລູກາ 10:22 ພະ​ເຢຊູ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແນວ​ໃດ?

5 ພະ​ເຢຊູ​ສາມາດ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ໄດ້ ຍ້ອນ​ເພິ່ນ​ຮູ້ຈັກ​ແລະ​ຮຽນ​ແບບ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ໄດ້​ເປັນ​ຢ່າງ​ດີ. ຍ້ອນ​ແນວ​ນີ້​ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ຜູ້​ທີ່​ໄດ້​ເຫັນ​ຂ້ອຍ ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່.” (ຢຮ. 14:9) ພະ​ເຢຊູ​ເປັນ​ຄື​ກັບ​ອ້າຍ​ທີ່​ສອນ​ນ້ອງ​ໃຫ້​ຮູ້​ວ່າ​ຈະ​ເຊື່ອ​ຟັງ​ແລະ​ນັບຖື​ພໍ່​ແນວ​ໃດ ຈະ​ເຮັດ​ແນວ​ໃດ​ພໍ່​ຈຶ່ງ​ຈະ​ບໍ່​ເສຍໃຈ​ແລະ​ພູມ​ໃຈ​ໃນ​ໂຕ​ເຮົາ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ໄດ້​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ຮັກ​ແລະ​ດີ​ຕໍ່​ເຮົາ​ຫຼາຍ​ແທ້ໆ. (ອ່ານ​ລູກາ 10:22) ໃຫ້​ເຮົາ​ມາ​ເບິ່ງ​ບາງ​ເລື່ອງ​ນຳ​ກັນ.

ຍ້ອນ​ພະ​ເຢໂຫວາ​ເປັນ​ຄື​ກັບ​ພໍ່​ທີ່​ຮັກ​ລູກ ເພິ່ນ​ຈຶ່ງ​ໄດ້​ສົ່ງ​ທູດ​ສະຫວັນ​ມາ​ໃຫ້​ກຳລັງ​ໃຈ​ພະ​ເຢຊູ (ເບິ່ງ​ຂໍ້ 6) *

6. ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ຕອນ​ໃດ​ແດ່?

6 ພະ​ເຢໂຫວາ​ຟັງ​ລູກ​ຂອງ​ເພິ່ນ. ໃຫ້​ເຮົາ​ມາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ຟັງ​ພະ​ເຢຊູ​ທີ່​ເປັນ​ລູກ​ກົກ​ຂອງ​ເພິ່ນ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ໄດ້​ອະທິດຖານ​ຫຼາຍ​ເທື່ອ ແລະ​ພະ​ເຢໂຫວາ​ກໍ​ຟັງ​ຄຳ​ອະທິດຖານ​ຂອງ​ເພິ່ນ​ຕະຫຼອດ. (ລກ. 5:16) ພະ​ເຢໂຫວາ​ໄດ້​ຟັງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຕ້ອງ​ຕັດສິນ​ໃຈ​ເລື່ອງ​ທີ່​ສຳຄັນ ເຊັ່ນ: ເມື່ອ​ເລືອກ​ອັກຄະສາວົກ 12 ຄົນ. (ລກ. 6:12, 13) ແລະ​ພະ​ເຢໂຫວາ​ຍັງ​ຟັງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ອຸກ​ໃຈ​ຫຼາຍ. ກ່ອນ​ທີ່​ພະ​ເຢຊູ​ຈະ​ຖືກ​ທໍລະຍົດ ເພິ່ນ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເອົາ​ແທ້​ເອົາ​ວ່າ​ກ່ຽວ​ກັບ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເພິ່ນ. ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຟັງ​ຄຳ​ອະທິດຖານ​ຂອງ​ພະ​ເຢຊູ ແຕ່​ເພິ່ນ​ຍັງ​ໄດ້​ສົ່ງ​ທູດ​ສະຫວັນ​ມາ​ໃຫ້​ກຳລັງ​ໃຈ​ພະ​ເຢຊູ​ນຳ.—ລກ. 22:41-44

7. ເຮົາ​ຄວນ​ຮູ້ສຶກ​ແນວ​ໃດ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ?

7 ໃນ​ທຸກ​ມື້​ນີ້ ພະ​ເຢໂຫວາ​ຍັງ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ ແລະ​ໄດ້​ຕອບ​ເຂົາ​ເຈົ້າ​ໃນ​ເວລາ​ທີ່​ເໝາະ​ສົມ​ແລະ​ໃນ​ວິທີ​ທີ່​ດີ​ທີ່​ສຸດ. (ເພງ. 116:1, 2) ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຢູ່​ອິນເດຍ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ຂອງ​ລາວ. ລາວ​ເປັນ​ໂລກ​ວິຕົກ​ກັງວົນ ແລະ​ລາວ​ໄດ້​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເລື້ອຍໆ​ກ່ຽວ​ກັບ​ເລື່ອງ​ນີ້. ລາວ​ບອກ​ວ່າ: “ລາຍການ​ໂທລະທັດ JW ເດືອນ​ພຶດສະພາ 2019 ທີ່​ເວົ້າ​ເຖິງ​ວິທີ​ຮັບ​ມື​ກັບ​ໂລກ​ວິຕົກ​ກັງວົນ ມາ​ຖືກ​ເວລາ​ເລີຍ! ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຂ້ອຍ​ແທ້ໆ.”

8. ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ພະ​ເຢຊູ​ແນວ​ໃດ?

8 ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ ຄື​ກັບ​ທີ່​ເພິ່ນ​ຮັກ​ແລະ​ຊ່ວຍ​ເຫຼືອ​ພະ​ເຢຊູ​ຕະຫຼອດ​ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ​ນີ້. (ຢຮ. 5:20) ພະ​ເຢໂຫວາ​ຊ່ວຍ​ພະ​ເຢຊູ​ໃຫ້​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ ໃຫ້​ກຳລັງ​ໃຈ​ພະ​ເຢຊູ​ໃນ​ຍາມ​ທີ່​ທໍ້​ໃຈ ແລະ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້. ເພິ່ນ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ແລະ​ພໍ​ໃຈ​ພະ​ເຢຊູ. (ມທ. 3:16, 17) ພະ​ເຢຊູ​ເອງ​ກໍ​ຮູ້​ວ່າ ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຢູ່​ກັບ​ເພິ່ນ​ຕະຫຼອດ​ແລະ​ຊ່ວຍ​ເຫຼືອ​ເພິ່ນ​ສະເໝີ ດັ່ງ​ນັ້ນ ເພິ່ນ​ຈຶ່ງ​ບໍ່​ເຄີຍ​ຮູ້ສຶກ​ໂດດ​ດ່ຽວ.—ຢຮ. 8:16

9. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ?

9 ຄື​ກັບ​ພະ​ເຢຊູ ພະ​ເຢໂຫວາ​ກໍ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໃນ​ຫຼາຍ​ດ້ານ​ຄື​ກັນ ເຊັ່ນ: ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ເພິ່ນ ແລະ​ໃຫ້​ເຮົາ​ມີ​ຄອບຄົວ​ທີ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສຸກ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ​ເມື່ອ​ມີ​ບັນຫາ. (ຢຮ. 6:44) ພະ​ເຢໂຫວາ​ໄດ້​ໃຫ້​ເຮົາ​ມີ​ປຶ້ມ​ແລະ​ໜັງສື​ຕ່າງໆ​ເພື່ອ​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ. ແລະ​ເພິ່ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ມີ​ສິ່ງ​ຈຳເປັນ​ໃນ​ແຕ່​ລະ​ມື້. (ມທ. 6:31, 32) ເມື່ອ​ເຮົາ​ຄິດ​ເຖິງ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ສະແດງ​ຕໍ່​ເຮົາ ເຮົາ​ກໍ​ແຮ່ງ​ຈະ​ຮັກ​ເພິ່ນ​ຫຼາຍ​ຂຶ້ນ​ເລື້ອຍໆ.

ໃຫ້​ປະຕິບັດ​ກັບ​ພີ່ນ້ອງ​ຄື​ກັບ​ທີ່​ພະ​ເຢໂຫວາ​ເຮັດ

10. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ພີ່ນ້ອງ?

10 ພະ​ເຢໂຫວາ​ຮັກ​ພີ່ນ້ອງ​ຂອງ​ເຮົາ​ທຸກ​ຄົນ ແຕ່​ເຮົາ​ອາດ​ຮູ້ສຶກ​ວ່າ​ມັນ​ບໍ່​ງ່າຍ​ທີ່​ເຮົາ​ຈະ​ຮັກ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ ຍ້ອນ​ວ່າ​ເຮົາ​ມາ​ຈາກ​ວັດທະນະທຳ​ແລະ​ໃຫຍ່​ມາ​ໃນ​ສະພາບ​ທີ່​ແຕກຕ່າງ​ກັນ. ນອກ​ຈາກ​ນັ້ນ ເຮົາ​ທຸກ​ຄົນ​ຍັງ​ເຮັດ​ຜິດ​ພາດ​ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ຫງຸດຫງິດ​ແລະ​ບໍ່​ສະບາຍ​ໃຈ. ແຕ່​ເຮົາ​ສາມາດ​ເພີ່ມ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ​ໄດ້. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ກໍ​ໂດຍ​ການ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ພີ່ນ້ອງ. (ອຟຊ. 5:1, 2; 1 ຢຮ. 4:19) ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ເລື່ອງ​ຫຍັງ​ແດ່.

11. ພະ​ເຢຊູ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ພະ​ເຢໂຫວາ “ອີ່ດູ​ສົງສານ” ຄົນ​ອື່ນ?

11 ພະ​ເຢໂຫວາ​ສະແດງ​ຄວາມ “ອີ່ດູ​ສົງສານ.” (ລກ. 1:78) ຜູ້​ທີ່​ອີ່ດູ​ສົງສານ​ຫຼື​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ຈະ​ເປັນ​ຫ່ວງ​ຜູ້​ທີ່​ທຸກ​ໃຈ ລາວ​ຈະ​ຫາ​ວິທີ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ຄົນ​ນັ້ນ. ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ອື່ນ​ຈາກ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ເຂົາ​ເຈົ້າ. (ຢຮ. 5:19) ມີ​ເທື່ອ​ໜຶ່ງ​ຕອນ​ທີ່​ຝູງ​ຄົນ​ມາ​ຫາ​ພະ​ເຢຊູ ເພິ່ນ​ກໍ “ຮູ້ສຶກ​ອີ່ຕົນ​ເພາະ​ພວກ​ເຂົາ​ຖືກ​ຂູດ​ຮີດ​ແລະ​ຖືກ​ປະ​ຖິ້ມ​ຄື​ກັບ​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ.” (ມທ. 9:36) ຍ້ອນ​ພະ​ເຢຊູ​ອີ່ຕົນ​ຄົນ​ອື່ນ ເພິ່ນ​ຈຶ່ງ​ໄດ້​ລົງ​ມື​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໂດຍ​ປິ່ນປົວ​ຄົນ​ທີ່​ເຈັບ​ປ່ວຍ​ແລະ​ຊ່ວຍ​ຄົນ​ທີ່ “ອິດ​ເມື່ອຍ​ແລະ​ມີ​ພາລະ​ຫຼາຍ” ໃຫ້​ຮູ້ສຶກ​ສົດ​ຊື່ນ.—ມທ. 11:28-30; 14:14

ໃຫ້​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ເປັນ​ຄົນ​ໃຈ​ກວ້າງ​ແລະ​ເຫັນ​ອົກ​ເຫັນ​ໃຈ​ພີ່ນ້ອງ (ເບິ່ງ​ຂໍ້ 12-14) *

12. ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ພີ່ນ້ອງ​ໄດ້​ແນວ​ໃດ?

12 ເພື່ອ​ຈະ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ ເຮົາ​ຕ້ອງ​ເຂົ້າ​ໃຈ​ບັນຫາ​ຂອງ​ເຂົາ​ເຈົ້າ​ກ່ອນ ເຊັ່ນ: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ອາດ​ຈະ​ມີ​ບັນຫາ​ສຸຂະພາບ​ທີ່​ຮ້າຍແຮງ ແລະ​ບໍ່​ເຄີຍ​ເລົ່າ​ບັນຫາ​ນີ້​ໃຫ້​ໃຜ​ຟັງ. ມັນ​ຄື​ຊິ​ບໍ່​ງ່າຍ​ແມ່ນ​ບໍ​ທີ່​ລາວ​ຈະ​ເບິ່ງ​ແຍງ​ຄອບຄົວ​ຂອງ​ຕົວ​ເອງ? ແຕ່​ລາວ​ຈະ​ດີ​ໃຈ​ຫຼາຍ​ແທ້ໆ​ຖ້າ​ມີ​ຄົນ​ມາ​ຊ່ວຍ​ລາວ. ຄັນ​ຊັ້ນ​ເຮົາ​ຈະ​ແຕ່ງ​ກິນ​ຫຼື​ອະນາໄມ​ເຮືອນ​ຊ່ວຍ​ລາວ​ໄດ້​ບໍ? ສ່ວນ​ພີ່ນ້ອງ​ຊາຍ​ທີ່​ຕົກ​ວຽກ​ເດ ຕອນ​ທີ່​ລາວ​ຍັງ​ຊອກ​ວຽກ​ບໍ່​ໄດ້ ເຮົາ​ຈະ​ຊ່ວຍ​ລາວ​ເປັນ​ເງິນ​ຈຳນວນ​ໜຶ່ງ​ໄດ້​ບໍ​ໂດຍ​ທີ່​ບໍ່​ໃຫ້​ຮູ້​ວ່າ​ມາ​ຈາກ​ໃຜ?

13-14. ເຮົາ​ຈະ​ເປັນ​ຄົນ​ໃຈ​ກວ້າງ​ຄື​ພະ​ເຢໂຫວາ​ໄດ້​ແນວ​ໃດ?

13 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ. (ມທ. 5:45) ເຮົາ​ບໍ່​ຄວນ​ລໍ​ຖ້າ​ໃຫ້​ພີ່ນ້ອງ​ມາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ແລ້ວ​ຈຶ່ງ​ໄປ​ຊ່ວຍ​ເຂົາ​ເຈົ້າ ແຕ່​ເຮົາ​ຄວນ​ເຮັດ​ຄື​ກັບ​ພະ​ເຢໂຫວາ​ທີ່​ເປັນ​ຝ່າຍ​ລິເລີ່ມ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ກ່ອນ. ພະ​ເຢໂຫວາ​ໃຫ້​ແສງ​ຕາເວັນ​ກັບ​ເຮົາ​ທຸກ​ມື້​ໂດຍ​ທີ່​ເຮົາ​ບໍ່​ໄດ້​ຂໍ ແລະ​ແສງ​ຕາເວັນ​ນັ້ນ​ກໍ​ເປັນ​ປະໂຫຍດ​ຕໍ່​ກັບ​ທຸກ​ຄົນ ບໍ່​ພຽງ​ແຕ່​ຜູ້​ທີ່​ຮັກ​ເພິ່ນ​ເທົ່າ​ນັ້ນ. ພະ​ເຢໂຫວາ​ໃຫ້​ທຸກ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ. ຍ້ອນ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຈ​ກວ້າງ​ແລະ​ໃຈ​ດີ ເຮົາ​ຈຶ່ງ​ຮັກ​ເພິ່ນ​ຫຼາຍ​ແທ້ໆ!

14 ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ເປັນ​ຝ່າຍ​ລິເລີ່ມ​ທີ່​ຈະ​ສະແດງ​ຄວາມ​ໃຈ​ກວ້າງ​ຕໍ່​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ໃນ​ປີ 2013 ພາຍຸ​ໄຕ້​ຝຸ່ນ​ໄຮຢ້ຽນ​ໄດ້​ສ້າງ​ຄວາມ​ເສຍຫາຍ​ຢ່າງ​ໜັກ​ໜ່ວງ​ໃນ​ຟີລິບປິນ. ພີ່ນ້ອງ​ຫຼາຍ​ຄົນ​ສູນ​ເສຍ​ເຮືອນ​ຊານ​ແລະ​ຊັບ​ສິນ​ຕ່າງໆ. ແຕ່​ພີ່ນ້ອງ​ຈາກ​ທົ່ວ​ໂລກ​ກໍ​ໄດ້​ມາ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ທັນທີ ພີ່ນ້ອງ​ຫຼາຍ​ຄົນ​ໄດ້​ໃຫ້​ເງິນ​ຄຳ​ແລະ​ໄດ້​ຊ່ວຍ​ສ້ອມ​ແປງ​ຫຼື​ປຸກ​ເຮືອນ​ໃໝ່​ໃຫ້​ກັບ​ພີ່ນ້ອງ​ເກືອບ 750 ຫຼັງ​ພາຍ​ໃນ​ປີ​ດຽວ! ໃນ​ລະຫວ່າງ​ທີ່​ມີ​ການ​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19 ພີ່ນ້ອງ​ໄດ້​ເຮັດ​ວຽກ​ຫຼາຍ​ເພື່ອ​ຈະ​ຊ່ວຍ​ເຫຼືອ​ກັນ​ແລະ​ກັນ. ເມື່ອ​ເຮົາ​ລົງ​ມື​ຊ່ວຍ​ເຫຼືອ​ພີ່ນ້ອງ​ທັນທີ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ເຂົາ​ເຈົ້າ.

15-16. ຕາມ​ລູກາ 6:36 ເຮົາ​ຄວນ​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ?

15 ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຫ້​ອະໄພ​ຄົນ​ອື່ນ. (ອ່ານ​ລູກາ 6:36) ພະ​ເຢໂຫວາ​ໄດ້​ໃຫ້​ອະໄພ​ເຮົາ​ທຸກ​ມື້. (ເພງ. 103:10-14) ພະ​ເຢຊູ​ກໍ​ຄື​ກັນ ເຖິງ​ວ່າ​ພວກ​ລູກສິດ​ຂອງ​ເພິ່ນ​ຈະ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ເລື້ອຍໆ ແຕ່​ເພິ່ນ​ກໍ​ຍັງ​ເມດຕາ​ແລະ​ໃຫ້​ອະໄພ​ເຂົາ​ເຈົ້າ. ພະ​ເຢຊູ​ເຖິງ​ຂັ້ນ​ເຕັມ​ໃຈ​ສະລະ​ຊີວິດ​ຕົວ​ເອງ​ເພື່ອ​ເຮົາ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ. (1 ຢຮ. 2:1, 2) ການ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເມດຕາ​ແລະ​ໃຫ້​ອະໄພ​ເຮົາ ຄວນ​ຈະ​ເຮັດ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພວກ​ເພິ່ນ​ຫຼາຍ​ຂຶ້ນ​ບໍ່​ແມ່ນ​ບໍ?

16 ເຮົາ​ຈະ​ຮັກ​ພີ່ນ້ອງ​ຫຼາຍ​ຂຶ້ນ​ໄດ້ ຖ້າ​ເຮົາ “ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ.” (ອຟຊ. 4:32) ບາງ​ເທື່ອ​ມັນ​ກໍ​ຍາກ​ທີ່​ເຮົາ​ຈະ​ໃຫ້​ອະໄພ​ຄົນ​ອື່ນ ແຕ່​ເຮົາ​ກໍ​ຕ້ອງ​ພະຍາຍາມ​ທີ່​ຈະ​ເຮັດ​ແບບ​ນັ້ນ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຫັນ​ວ່າ​ຫໍສັງເກດການ ບົດ​ຄວາມ​ທີ່​ຊື່​ວ່າ “ຈົ່ງ​ໃຫ້​ອະໄພ​ກັນ​ຢ່າງ​ໃຈ​ກວ້າງ” * ຊ່ວຍ​ລາວ​ໄດ້​ຫຼາຍ​ແທ້ໆ. ລາວ​ບອກ​ວ່າ: “ການ​ສຶກສາ​ບົດ​ຄວາມ​ນີ້ ຊ່ວຍ​ຂ້ອຍ​ໃຫ້​ປັບ​ຄວາມ​ຄິດ​ໃນ​ເລື່ອງ​ການ​ໃຫ້​ອະໄພ. ໃນ​ບົດ​ນັ້ນ​ອະທິບາຍ​ວ່າ ການ​ໃຫ້​ອະໄພ​ຄົນ​ອື່ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຍອມ​ຮັບ​ສິ່ງ​ບໍ່​ດີ​ທີ່​ເຂົາ​ເຈົ້າ​ເຮັດ​ແລະ​ຜົນ​ເສຍຫາຍ​ທີ່​ເກີດ​ຂຶ້ນ ແຕ່​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ເກັບ​ຄວາມ​ຄຽດ​ແຄ້ນ​ໄວ້ ແລະ​ຮັກສາ​ຄວາມ​ສະຫງົບ​ໃຈ​ໄວ້.” ເມື່ອ​ເຮົາ​ໃຫ້​ອະໄພ​ພີ່ນ້ອງ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ເຂົາ​ເຈົ້າ.

ໃຫ້​ເຮົາ​ເຫັນ​ຄ່າ​ທີ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ

ທັງ​ຜູ້​ໃຫຍ່​ແລະ​ເດັກ​ນ້ອຍ​ກໍ​ສາມາດ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ຄົນ​ອື່ນ​ໄດ້ (ເບິ່ງ​ຂໍ້ 17) *

17. ຕາມ​ມັດທາຍ 5:16 ເຮົາ​ຈະ​ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ເຮັດ​ຫຍັງ?

17 ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆ​ທີ່​ເຮົາ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່ນ້ອງ​ທົ່ວ​ໂລກ​ທີ່​ຮັກ​ກັນ​ແລະ​ກັນ. ເຮົາ​ຢາກ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ. ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈະ​ສົ່ງ​ຜົນ​ທີ່​ບໍ່​ດີ​ຕໍ່​ພະ​ເຢໂຫວາ​ແລະ​ປະຊາຊົນ​ຂອງ​ເພິ່ນ. ເຮົາ​ຄວນ​ພະຍາຍາມ​ປະພຶດ​ຕົວ​ດີ​ສະເໝີ​ເພື່ອ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ສົນ​ໃຈ​ຂ່າວ​ດີ.—ອ່ານ​ມັດທາຍ 5:16

18. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າ​ປະກາດ?

18 ບາງ​ເທື່ອ​ຄົນ​ອື່ນ​ອາດ​ຈະ​ຂົ່ມ​ຂູ່​ເຮົາ​ຫຼື​ເຖິງ​ຂັ້ນ​ຂົ່ມເຫງ​ເຮົາ ຍ້ອນ​ເຮົາ​ເຊື່ອ​ຟັງ​ພະ​ເຢໂຫວາ. ຄັນ​ຊັ້ນ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ບໍ່​ກ້າ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ? ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຈະ​ຊ່ວຍ​ເຮົາ. ພະ​ເຢຊູ​ບອກ​ພວກ​ລູກສິດ​ວ່າ ເຂົາ​ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ອຸກ​ໃຈ​ວ່າ​ຈະ​ເວົ້າ​ຫຍັງ​ຫຼື​ເວົ້າ​ແນວ​ໃດ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເພາະ​ເພິ່ນ​ອະທິບາຍ​ວ່າ: “ໃນ​ຕອນ​ນັ້ນ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ຕ້ອງ​ເວົ້າ​ຫຍັງ. ທີ່​ຈິງ​ແລ້ວ ບໍ່​ແມ່ນ​ຕົວ​ຂອງ​ພວກ​ເຈົ້າ​ເອງ​ເທົ່າ​ນັ້ນ​ທີ່​ເວົ້າ ແຕ່​ພະລັງ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຮູ້​ວ່າ​ຄວນ​ເວົ້າ​ຫຍັງ.”—ມທ. 10:19, 20

19. ຂໍ​ໃຫ້​ເລົ່າ​ປະສົບການ​ຂອງ​ພີ່ນ້ອງ​ທີ່​ປະກາດ​ຢ່າງ​ກ້າຫານ.

19 ໃຫ້​ເຮົາ​ມາ​ເບິ່ງ​ເລື່ອງ​ຂອງ​ພີ່ນ້ອງ​ໂຣເບີດ​ທີ່​ຢູ່​ອາຝຼິກກາ​ໃຕ້. ຕອນ​ທີ່​ລາວ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃໝ່ໆ​ແລະ​ຍັງ​ບໍ່​ທັນ​ມີ​ຄວາມ​ຮູ້​ໃນ​ຄຳພີ​ໄບເບິນ​ຫຼາຍ​ປານ​ໃດ ລາວ​ຕ້ອງ​ໄປ​ຂຶ້ນ​ສານ​ແລະ​ອະທິບາຍ​ເຫດຜົນ​ວ່າ​ເປັນ​ຫຍັງ​ຈຶ່ງ​ບໍ່​ເປັນ​ທະຫານ. ລາວ​ໄດ້​ອະທິບາຍ​ຕໍ່​ໜ້າ​ສານ​ຢ່າງ​ກ້າຫານ​ວ່າ ລາວ​ບໍ່​ຢາກ​ເປັນ​ທະຫານ​ຍ້ອນ​ລາວ​ຮັກ​ພີ່ນ້ອງ​ຄລິດສະຕຽນ. ລາວ​ພູມ​ໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມ​ພີ່ນ້ອງ​ທົ່ວ​ໂລກ! ແລ້ວ​ຜູ້​ພິພາກສາ​ກໍ​ຖາມ​ລາວ​ທັນທີ​ວ່າ: “ໃຜ​ເປັນ​ພີ່ນ້ອງ​ເຈົ້າ?” ໂຣເບີດ​ບໍ່​ຄິດ​ວ່າ​ຊິ​ເຈິ​ຄຳຖາມ​ແບບ​ນີ້ ແຕ່​ລາວ​ກໍ​ຈື່​ຂໍ້​ພະ​ຄຳພີ​ປະຈຳ​ວັນ​ໃນ​ມື້​ນັ້ນ​ທີ່​ຢູ່​ໃນ​ມັດທາຍ 12:50 ທີ່​ບອກ​ວ່າ: “ທຸກ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ພໍ່​ຂອງ​ຂ້ອຍ​ທີ່​ຢູ່​ໃນ​ສະຫວັນ​ຕ້ອງການ ຜູ້​ນັ້ນ​ແຫຼະ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ແລະ​ແມ່​ຂອງ​ຂ້ອຍ.” ເຖິງ​ວ່າ​ໂຣເບີດ​ຈະ​ເປັນ​ນັກ​ສຶກສາ​ໃໝ່ໆ ແຕ່​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ກໍ​ຊ່ວຍ​ລາວ​ໃຫ້​ຕອບ​ຄຳຖາມ​ນັ້ນ​ໄດ້ ແລະ​ຕອບ​ຄຳຖາມ​ອື່ນໆ​ທີ່​ລາວ​ບໍ່​ໄດ້​ຄາດ​ຄິດ. ພະ​ເຢໂຫວາ​ຕ້ອງ​ພູມ​ໃຈ​ໃນ​ໂຕ​ໂຣເບີດ​ຫຼາຍ​ແທ້ໆ! ແລະ​ພະ​ເຢໂຫວາ​ກໍ​ຈະ​ພູມ​ໃຈ​ໃນ​ໂຕ​ເຮົາ​ຄື​ກັນ ຖ້າ​ເຮົາ​ໄວ້​ວາງໃຈ​ເພິ່ນ​ແລະ​ກ້າ​ທີ່​ຈະ​ປະກາດ​ໃນ​ສະພາບການ​ທີ່​ຍາກໆ.

20. ເຮົາ​ຄວນ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຫຍັງ? (ໂຢຮັນ 17:11, 15)

20 ເຮົາ​ມີ​ພະ​ເຢໂຫວາ​ທີ່​ເປັນ​ພໍ່​ທີ່​ດີ​ທີ່​ສຸດ​ແລະ​ມີ​ພີ່ນ້ອງ​ທີ່​ຮັກ​ເຮົາ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ເຫັນ​ຄ່າ​ສິດທິ​ພິເສດ​ທີ່​ໄດ້​ຢູ່​ໃນ​ຄອບຄົວ​ຂອງ​ພະ​ເຢໂຫວາ​ຕໍ່ໆ​ໄປ. ຊາຕານ​ແລະ​ຜູ້​ທີ່​ຢູ່​ຝ່າຍ​ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ ແລະ​ມັນ​ຢາກ​ເຮັດ​ໃຫ້​ເຮົາ​ບໍ່​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ພີ່ນ້ອງ. ແຕ່​ພະ​ເຢຊູ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ເປັນ​ເອກະພາບ​ກັນ. (ອ່ານ​ໂຢຮັນ 17:11, 15) ແລະ​ພະ​ເຢໂຫວາ​ກໍ​ໄດ້​ຕອບ​ຄຳ​ອະທິດຖານ​ນີ້. ຂໍ​ໃຫ້​ເຮົາ​ເຮັດ​ຄື​ກັບ​ພະ​ເຢຊູ​ທີ່​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຈະ​ຊ່ວຍ​ເຫຼືອ​ເຮົາ. ແລະ​ໃຫ້​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ໃກ້​ຊິດ​ກັບ​ພີ່ນ້ອງ​ຫຼາຍ​ຂຶ້ນ​ຕໍ່ໆ​ໄປ.

ເພງ 99 ພີ່ນ້ອງ​ເປັນ​ແສນ​ເປັນ​ລ້ານ​ຄົນ

^ ຂໍ້ 5 ເຮົາ​ມີ​ສິດທິ​ພິເສດ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ສັງຄົມ​ພີ່ນ້ອງ​ທີ່​ຮັກ​ກັນ​ຄື​ຄອບຄົວ. ເຮົາ​ທຸກ​ຄົນ​ຄວນ​ຈະ​ເສີມສ້າງ​ຄວາມ​ຮັກ​ທີ່​ມີ​ຕໍ່​ພີ່ນ້ອງ​ໃຫ້​ຫຼາຍ​ຂຶ້ນ. ແລ້ວ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? ໂດຍ​ຮຽນ​ແບບ​ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ເຮົາ ຮຽນ​ແບບ​ພະ​ເຢຊູ ແລະ​ພີ່ນ້ອງ​ຄົນ​ອື່ນໆ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢໂຫວາ​ສົ່ງ​ທູດ​ສະຫວັນ​ມາ​ໃຫ້​ກຳລັງ​ໃຈ​ພະ​ເຢຊູ​ຕອນ​ທີ່​ຢູ່​ສວນ​ເຄັດ​ເຊມາ​ເນ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ລະຫວ່າງ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19 ພີ່ນ້ອງ​ໄດ້​ເຮັດ​ວຽກ​ຫຼາຍ​ຢ່າງ​ເພື່ອ​ຈະ​ກຽມ​ແລະ​ສົ່ງ​ເຄື່ອງ​ທີ່​ຈຳເປັນ​ໃຫ້​ພີ່ນ້ອງ​ຄົນ​ອື່ນ.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ແມ່​ຄົນ​ໜຶ່ງ​ໄດ້​ຊ່ວຍ​ລູກ​ສາວ​ໃຫ້​ຂຽນ​ຈົດ​ໝາຍ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ທີ່​ຢູ່​ໃນ​ຄຸກ.